ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 19

“ກະສັດ​ທິດ​ເໜືອ” ໃນ​ສະໄໝ​ສຸດ​ທ້າຍ

“ກະສັດ​ທິດ​ເໜືອ” ໃນ​ສະໄໝ​ສຸດ​ທ້າຍ

“ໃນ​ສະໄໝ​ສຸດ​ທ້າຍ ກະສັດ​ທິດ​ໃຕ້​ກັບ​ກະສັດ​ທິດ​ເໜືອ​ຈະ​ຕໍ່​ສູ້​ກັນ.”—ດາ. 11:40, ລ.ມ.

ເພງ 150 ຈົ່ງ​ຊອກ​ຫາ​ພະເຈົ້າ​ເພື່ອ​ເຈົ້າ​ຈະ​ລອດ

ໃຈ​ຄວາມ​ສຳຄັນ *

1. ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ຮູ້​ຫຍັງ?

ໃນ​ອີກ​ບໍ່​ດົນ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຈະ​ເປັນ​ແນວ​ໃດ? ເຮົາ​ສາມາດ​ຮູ້​ເລື່ອງ​ນີ້​ໄດ້ ຍ້ອນ​ພະ​ຄຳພີ​ຊ່ວຍ​ເຮົາ​ໃຫ້​ຮູ້​ເຫດການ​ໃຫຍ່​ທີ່​ຈະ​ເກີດ​ຂຶ້ນ​ເຊິ່ງ​ມີ​ຜົນ​ຕໍ່​ເຮົາ. ຄຳ​ພະຍາກອນ​ໃນ​ດານຽນ​ບົດ 11 ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ການ​ປົກຄອງ​ທີ່​ມີ​ອຳນາດ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ຈະ​ເຮັດ​ຫຍັງ​ແດ່ ແລະ​ຄຳ​ພະຍາກອນ​ນີ້​ເວົ້າ​ເຖິງ​ປະຫວັດສາດ​ຂອງ​ກະສັດ​ສອງ​ອົງ​ທີ່​ເປັນ​ປໍລະປັກ​ກັນ​ແລະ​ເອີ້ນ​ກະສັດ​ເຫຼົ່າ​ນີ້​ວ່າ ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້. ຄຳ​ພະຍາກອນ​ນັ້ນ​ສ່ວນ​ຫຼາຍ​ກໍ​ໄດ້​ເກີດ​ຂຶ້ນ​ໄປ​ແລ້ວ ດັ່ງ​ນັ້ນ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ວ່າ​ສ່ວນ​ທີ່​ເຫຼືອ​ກໍ​ຈະ​ເກີດ​ຂຶ້ນ​ຄື​ກັນ.

2. ຕາມ​ທີ່​ບອກ​ໄວ້​ໃນ​ຕົ້ນເດີມ 3:15 ແລະ​ພະນິມິດ 11:7; 12:17 ເຮົາ​ຕ້ອງ​ຈື່​ຫຍັງ​ໄວ້​ຕອນ​ທີ່​ສຶກສາ​ຄຳ​ພະຍາກອນ​ຂອງ​ດານີເອນ?

2 ເພື່ອ​ຈະ​ເຂົ້າ​ໃຈ​ຄຳ​ພະຍາກອນ​ທີ່​ບັນທຶກ​ໃນ​ດານຽນ​ບົດ 11 ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ຄຳ​ພະຍາກອນ​ນີ້​ເວົ້າ​ເຖິງ​ຜູ້​ປົກຄອງ​ຫຼື​ລັດຖະບານ​ທີ່​ສົ່ງ​ຜົນ​ຕໍ່​ປະຊາຊົນ​ຂອງ​ພະເຈົ້າ​ເທົ່າ​ນັ້ນ ແລະ​ເຖິງ​ວ່າ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຈະ​ມີ​ຈຳນວນ​ໜ້ອຍ​ຫຼາຍ​ຖ້າ​ທຽບ​ໃສ່​ປະຊາກອນ​ໂລກ ແຕ່​ພວກ​ເຂົາ​ກໍ​ຢູ່​ໃຈ​ກາງ​ຂອງ​ເຫດການ​ທີ່​ສຳຄັນ​ຂອງ​ໂລກ​ນີ້. ຍ້ອນ​ຫຍັງ? ຍ້ອນ​ວ່າ​ຊາຕານ​ແລະ​ລະບົບ​ຂອງ​ມັນ​ມີ​ເປົ້າ​ໝາຍ​ດຽວ​ກໍ​ຄື​ກຳຈັດ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຢຊູ. (ອ່ານ​ຕົ້ນເດີມ 3:15 ແລະ​ພະນິມິດ 11:7; 12:17) ນອກ​ຈາກ​ນັ້ນ ເພື່ອ​ຈະ​ເຂົ້າ​ໃຈ​ຄຳ​ພະຍາກອນ​ຂອງ​ດານີເອນ ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ຄຳ​ພະຍາກອນ​ນີ້​ຕ້ອງ​ສອດຄ່ອງ​ກັບ​ຄຳ​ພະຍາກອນ​ອື່ນ​ໃນ​ຄຳພີ​ໄບເບິນ. ທີ່​ຈິງ ເຮົາ​ຕ້ອງ​ເບິ່ງ​ສ່ວນ​ອື່ນໆຂອງ​ຄຳພີ​ໄບເບິນ​ນຳ​ເພື່ອ​ຈະ​ເຂົ້າ​ໃຈ​ຄຳ​ພະຍາກອນ​ຂອງ​ດານີເອນ​ໄດ້​ຢ່າງ​ຖືກຕ້ອງ.

3. ເຮົາ​ຈະ​ສຶກສາ​ຫຍັງ​ໃນ​ບົດ​ຄວາມ​ນີ້​ແລະ​ບົດ​ຄວາມ​ຕໍ່​ໄປ?

3 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ສຶກສາ​ດານຽນ 11:25-39 ນຳ​ກັນ. ເຮົາ​ຈະ​ເບິ່ງ​ວ່າ​ໃຜ​ແມ່ນ​ກະສັດ​ທິດ​ເໜືອ​ແລະ​ໃຜ​ແມ່ນ​ກະສັດ​ທິດ​ໃຕ້​ໃນ​ໄລຍະ​ປີ 1870 ຫາ 1991 ແລະ​ເຮົາ​ຈະ​ເຫັນ​ເຫດຜົນ​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ໃນ​ຄຳ​ພະຍາກອນ​ນີ້​ບາງ​ສ່ວນ. ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ມາ​ສຶກສາ​ດານຽນ 11:40–12:1 ແລະ​ຈະ​ມາ​ເຂົ້າ​ໃຈ​ວ່າ​ພະຍາກອນ​ນັ້ນ​ເວົ້າ​ຫຍັງ​ກ່ຽວ​ກັບ​ໄລຍະ​ເວລາ​ນັບ​ຕັ້ງ​ແຕ່​ປີ 1991 ຈົນ​ຮອດ​ສົງຄາມ​ອາມາເຄໂດນ. ຕອນ​ທີ່​ເຈົ້າ​ສຶກສາ​ສອງ​ບົດ​ຄວາມ​ນີ້​ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຖ້າ​ເຈົ້າ​ເບິ່ງ​ແຜນ​ວາດ “ກະສັດ​ຄູ່​ແຂ່ງ​ໃນ​ສະໄໝ​ສຸດ​ທ້າຍ.” ທຳອິດ​ເຮົາ​ຕ້ອງ​ຮູ້​ກ່ອນ​ວ່າ ກະສັດ​ສອງ​ອົງ​ໃນ​ຄຳ​ພະຍາກອນ​ນັ້ນ​ແມ່ນ​ໃຜ.

ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ໃຜ​ແມ່ນ​ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້?

4. ມີ​ລັກສະນະ 3 ຢ່າງ​ຫຍັງ​ແດ່​ທີ່​ຊ່ວຍ​ໃຫ້​ເຮົາ​ຮູ້​ວ່າ​ໃຜ​ແມ່ນ​ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້?

4 ໃນ​ຕອນ​ທຳອິດ “ກະສັດ​ທິດ​ເໜືອ” ກັບ “ກະສັດ​ທິດ​ໃຕ້” ໝາຍ​ເຖິງ​ກະສັດ​ຫຼື​ຜູ້​ປົກຄອງ​ທີ່​ຢູ່​ທາງ​ເໜືອ​ແລະ​ທາງ​ໃຕ້​ຂອງ​ອິດສະຣາເອນ. ເຮົາ​ຮູ້​ໄດ້​ແນວ​ໃດ? ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ທູດ​ສະຫວັນ​ບອກ​ດານີເອນ​ວ່າ: “ເຮົາ​ໄດ້​ມາ​ໃຫ້​ເຈົ້າ​ເຂົ້າ​ໃຈ​ການ​ທີ່​ຈະ​ບັງເກີດ​ມາ​ແກ່​ພວກ​ຂອງ​ເຈົ້າ​ໃນ​ຄາວ​ທີ່​ສຸດ [“ສະໄໝ​ສຸດ​ທ້າຍ,” ລ.ມ.]” (ດາ. 10:14) ກ່ອນ​ວັນ​ເພັນເຕກອດ​ປີ ຄ.ສ 33 ຊາດ​ອິດສະຣາເອນ​ແມ່ນ​ປະຊາຊົນ​ຂອງ​ພະເຈົ້າ. ແຕ່​ເລີ່ມ​ຈາກ​ວັນ​ເພັນເຕກອດ​ເປັນ​ຕົ້ນ​ມາ ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ປະຊາຊົນ​ຂອງ​ພະອົງ​ແມ່ນ​ລູກສິດ​ຂອງ​ພະ​ເຢຊູ. ດັ່ງ​ນັ້ນ ຄຳ​ພະຍາກອນ​ສ່ວນ​ຫຼາຍ​ໃນ​ດານຽນ​ບົດ 11 ໝາຍ​ເຖິງ​ລູກສິດ​ຂອງ​ພະ​ເຢຊູ​ບໍ່​ແມ່ນ​ຊາດ​ອິດສະຣາເອນ. (ກຈກ. 2:1-4; ຣມ. 9:6-8; ຄລຕ. 6:15, 16) ນອກ​ຈາກ​ນັ້ນ ເມື່ອ​ເວລາ​ຜ່ານ​ໄປ​ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້​ກໍ​ປ່ຽນ​ໄປ​ເລື້ອຍໆ. ເຖິງ​ວ່າ​ຈະ​ເປັນ​ແນວ​ນັ້ນ ແຕ່​ກໍ​ມີ​ລັກສະນະ 3 ຢ່າງ​ທີ່​ບໍ່​ປ່ຽນ​ຄື: 1. ກະສັດ​ສອງ​ອົງ​ນີ້​ປົກຄອງ​ດິນແດນ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ອາໄສ​ຢູ່. 2. ວິທີ​ທີ່​ກະສັດ​ສອງ​ອົງ​ນີ້​ເຮັດ​ກັບ​ປະຊາຊົນ​ຂອງ​ພະເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ພວກ​ເຂົາ​ຊັງ​ພະ​ເຢໂຫວາ​ພະເຈົ້າ​ອົງ​ທ່ຽງ​ແທ້. 3. ກະສັດ​ສອງ​ອົງ​ນີ້​ສູ້​ກັນ​ເພື່ອ​ຍາດ​ຊີງ​ອຳນາດ.

5. ມີ​ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້​ໃນ​ໄລຍະ​ປີ 100 ຫາ 1870 ບໍ? ຂໍ​ໃຫ້​ອະທິບາຍ.

5 ຫຼັງ​ຈາກ​ປີ ຄ.ສ 100 ມີ​ຄລິດສະຕຽນ​ປອມ​ແຊກ​ເຂົ້າ​ມາ​ໃນ​ປະຊາຄົມ​ຄລິດສະຕຽນ​ຫຼາຍ​ຂຶ້ນ​ເລື້ອຍໆ ພວກ​ເຂົາ​ສອນ​ຄຳ​ສອນ​ປອມ​ແລະ​ປິດ​ບັງ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ. ຕັ້ງ​ແຕ່​ຕອນ​ນັ້ນ​ຈົນ​ຮອດ​ປີ 1870 ຍັງ​ບໍ່​ມີ​ອົງການ​ຂອງ​ພະ​ເຢໂຫວາ​ຢູ່​ເທິງ​ໂລກ. ຄລິດສະຕຽນ​ປອມ​ມີ​ເພີ່ມ​ຂຶ້ນ​ເລື້ອຍໆຄື​ກັບ​ຫຍ້າ​ໃນ​ທົ່ງ​ນາ ຈຶ່ງ​ເຮັດ​ໃຫ້​ຍາກ​ທີ່​ຈະ​ເບິ່ງ​ອອກ​ວ່າ​ໃຜ​ເປັນ​ຄລິດສະຕຽນ​ແທ້. (ມທ. 13:36-43) ເປັນ​ຫຍັງ​ຂໍ້​ມູນ​ນີ້​ຈຶ່ງ​ສຳຄັນ? ເພາະ​ນີ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ ກະສັດ​ຫຼື​ການ​ປົກຄອງ​ທີ່​ມີ​ອຳນາດ​ໃນ​ລະຫວ່າງ​ປີ 100 ຫາ 1870 ບໍ່​ໄດ້​ເປັນ​ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້. ຕອນ​ນັ້ນ​ປະຊາຊົນ​ຂອງ​ພະເຈົ້າ​ບໍ່​ໄດ້​ຖືກ​ລວບລວມ​ເປັນ​ອົງການ​ຈຶ່ງ​ບໍ່​ມີ​ໃຜ​ທີ່​ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້​ຈະ​ໂຈມຕີ​ໄດ້. * ແຕ່​ເຮົາ​ຄາດ​ໝາຍ​ໄດ້​ເລີຍ​ວ່າ​ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້​ຈະ​ປາກົດ​ຕົວ​ອີກ​ບໍ່​ດົນ​ຫຼັງ​ຈາກ​ປີ 1870. ເຮົາ​ຮູ້​ໄດ້​ແນວ​ໃດ?

6. ປະຊາຊົນ​ຂອງ​ພະເຈົ້າ​ຖືກ​ລວບລວມ​ໃຫ້​ເປັນ​ອົງການ​ອີກ​ເທື່ອ​ໜຶ່ງ​ເມື່ອ​ໃດ?

6 ຕັ້ງ​ແຕ່​ປີ 1870 ປະຊາຊົນ​ຂອງ​ພະເຈົ້າ​ກໍ​ຖືກ​ລວບລວມ​ເປັນ​ອົງການ. ໃນ​ປີ​ນັ້ນ​ພີ່ນ້ອງ​ຊາລ ທີ. ຣັດເຊວ​ແລະ​ໝູ່​ໄດ້​ຕັ້ງ​ກຸ່ມ​ສຶກສາ​ຄຳພີ​ໄບເບິນ. ພີ່ນ້ອງ​ຣັດເຊວ​ແລະ​ໝູ່​ເປັນ​ທູດ​ຕາມ​ທີ່​ບອກ​ໄວ້​ລ່ວງ​ໜ້າ​ວ່າ “ຈະ​ຈັດແຈ່ງ​ທາງ” ໄວ້​ກ່ອນ​ການ​ປົກຄອງ​ເມຊີ​ຈະ​ສ້າງ​ຕັ້ງ​ຂຶ້ນ. (ມລກີ. 3:1) ເຫັນ​ໄດ້​ແຈ້ງ​ວ່າ ປະຊາຊົນ​ຂອງ​ພະເຈົ້າ​ຖືກ​ລວບລວມ​ອີກ​ເທື່ອ​ໜຶ່ງ! ຕອນ​ນັ້ນ​ຈະ​ມີ​ອຳນາດ​ການ​ປົກຄອງ​ໃດ​ທີ່​ສົ່ງ​ຜົນ​ຕໍ່​ປະຊາຊົນ​ຂອງ​ພະເຈົ້າ? ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ.

ໃຜ​ແມ່ນ​ກະສັດ​ທິດ​ໃຕ້?

7. ໃຜ​ເປັນ​ກະສັດ​ທິດ​ໃຕ້​ຈົນ​ຮອດ​ສົງຄາມ​ໂລກ​ຄັ້ງ​ທີ I?

7 ໃນ​ປີ 1870 ອັງກິດ​ເປັນ​ຈັກກະພັດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ແລະ​ມີ​ກອງທັບ​ທີ່​ເຂັ້ມແຂງ​ຫຼາຍ​ທີ່​ສຸດ. ຄຳ​ພະຍາກອນ​ຂອງ​ດານີເອນ​ເວົ້າ​ເຖິງ​ເຂົາ​ນ້ອຍ​ທີ່​ເອົາ​ຊະນະ​ອີກ 3 ເຂົາ. ເຂົາ​ນ້ອຍ​ໝາຍ​ເຖິງ​ອັງກິດ ແລະ​ອີກ 3 ເຂົາ​ໝາຍ​ເຖິງ​ຝຣັ່ງ ແອັດສະປາຍ ແລະ​ໂຮນລັງ. (ດາ. 7:7, 8) ອັງກິດ​ເປັນ​ກະສັດ​ທິດ​ໃຕ້​ຈົນ​ຮອດ​ສົງຄາມ​ໂລກ​ຄັ້ງ​ທີ I. ໃນ​ໄລຍະ​ນັ້ນ​ສະຫະລັດ​ອາເມຣິກາ​ກໍ​ຂຶ້ນ​ມາ​ເປັນ​ມະຫາ​ອຳນາດ​ທາງ​ເສດຖະກິດ​ແລະ​ເລີ່ມ​ເປັນ​ພັນທະມິດ​ກັບ​ອັງກິດ.

8. ຕະຫຼອດ​ໄລຍະ​ສະໄໝ​ສຸດ​ທ້າຍ​ໃຜ​ແມ່ນ​ກະສັດ​ທິດ​ໃຕ້?

8 ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ I ສະຫະລັດ​ອາເມຣິກາ​ເປັນ​ພັນທະມິດ​ທາງ​ການ​ທະຫານ​ກັບ​ອັງກິດ​ເຊິ່ງ​ເຮັດ​ໃຫ້​ພວກ​ເຂົາ​ມີ​ກອງທັບ​ທີ່​ເຂັ້ມແຂງ​ຫຼາຍ. ໃນ​ຕອນ​ນັ້ນ​ສະຫະລັດ​ອາເມຣິກາ​ທີ່​ເຄີຍ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ອັງກິດ​ໄດ້​ຮ່ວມ​ມື​ກັບ​ອັງກິດ​ແລ້ວ​ກາຍ​ມາ​ເປັນ​ມະຫາ​ອຳນາດ​ໂລກ​ອັງກິດ-ອາເມຣິກາ. ຄື​ກັບ​ທີ່​ດານີເອນ​ພະຍາກອນ​ໄວ້ ກະສັດ​ອົງ​ນີ້​ມີ “ກອງທັບ​ອັນ​ໃຫຍ່​ອັນ​ມີ​ແຮງ​ຫຼາຍ.” (ດາ. 11:25) ມະຫາ​ອຳນາດ​ໂລກ​ອັງກິດ-ອາເມຣິກາ​ເປັນ​ກະສັດ​ທິດ​ໃຕ້​ຕະຫຼອດ​ໄລຍະ​ສະໄໝ​ສຸດ​ທ້າຍ. * ແລ້ວ​ແມ່ນ​ໃຜ​ລະ​ທີ່​ເປັນ​ກະສັດ​ທິດ​ເໜືອ?

ກະສັດ​ທິດ​ເໜືອ​ປາກົດ​ຕົວ

9. ກະສັດ​ທິດ​ເໜືອ​ປາກົດ​ຕົວ​ເມື່ອ​ໃດ ແລະ​ດານຽນ 11:25 ເກີດ​ຂຶ້ນ​ແທ້​ແນວ​ໃດ?

9 ກະສັດ​ທິດ​ເໜືອ​ປາກົດ​ຕົວ​ໃນ​ປີ 1871 ຫຼັງ​ຈາກ​ທີ່​ຣັດເຊວ​ແລະ​ໝູ່​ໄດ້​ຕັ້ງ​ກຸ່ມ​ສຶກສາ​ຄຳພີ​ໄບເບິນ​ຂຶ້ນ​ມາ. ໃນ​ປີ​ນັ້ນ ອ໋ອດໂທ ວອນ ບິດ​ສະ​ມາກ​ໄດ້​ລວບລວມ​ດິນແດນ​ເຂົ້າ​ກັນ​ແລະ​ຊ່ວຍ​ຕັ້ງ​ເປັນ​ຈັກກະພັດ​ເຢຍລະມັນ. ກະສັດ​ເວວແຮມ​ທີ I ຂອງ​ປຣັດເຊຍ​ເປັນ​ຈັກກະພັດ​ອົງ​ທຳອິດ​ແລະ​ລາວ​ໄດ້​ແຕ່ງ​ຕັ້ງ​ບິດ​ສະ​ມາກ​ໃຫ້​ເປັນ​ນາຍົກ​ລັດຖະມົນຕີ​ຄົນ​ທຳອິດ​ຂອງ​ເຢຍລະມັນ. * ໃນ​ລະຫວ່າງ​ຫຼາຍ​ສິບ​ປີ​ຕໍ່​ມາ ເຢຍລະມັນ​ໄດ້​ເອົາ​ຫຼາຍ​ປະເທດ​ຢູ່​ທະວີບ​ອາຝຼິກກາ​ແລະ​ມະຫາສະໝຸດ​ປາຊີຟິກ​ມາ​ເປັນ​ເມືອງ​ຂຶ້ນ ແລະ​ພະຍາຍາມ​ທີ່​ຈະ​ມີ​ອຳນາດ​ຫຼາຍ​ກວ່າ​ອັງກິດ. (ອ່ານ​ດານຽນ 11:25) ຈັກກະພັດ​ເຢຍລະມັນ​ສ້າງ​ກອງ​ກຳລັງ​ທະຫານ​ທີ່​ເຂັ້ມແຂງ​ຫຼາຍ​ແລະ​ມີ​ກອງທັບ​ເຮືອ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ອັນ​ດັບ​ສອງ​ຮອງ​ຈາກ​ອັງກິດ. ເຢຍລະມັນ​ໃຊ້​ກອງທັບ​ນີ້​ແຫຼະ​ສູ້​ກັບ​ສັດຕູ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ I.

10. ດານຽນ 11:25 ສ່ວນ ຂ ແລະ​ຂໍ້ 26 ເກີດ​ຂຶ້ນ​ແທ້​ແນວ​ໃດ?

10 ດານີເອນ​ຍັງ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຈັກກະພັດ​ເຢຍລະມັນ​ແລະ​ກອງທັບ​ຂອງ​ມັນ. ຄຳ​ພະຍາກອນ​ຂອງ​ດານີເອນ​ບອກ​ວ່າ ກະສັດ​ທິດ​ເໜືອ “ຈະ​ຢັ້ງຢືນ​ບໍ່​ໄດ້” ຫຼື​ຢູ່​ໄດ້​ບໍ່​ດົນ. ຍ້ອນ​ຫຍັງ? ຍ້ອນ​ວ່າ “ເຂົາ​ຈະ​ພາ​ກັນ​ຜິປອງ​ຮ້າຍ​ຕໍ່​ສູ້​ທ່ານ. ຄົນ​ທັງ​ຫຼາຍ​ທີ່​ໄດ້​ກິນ​ອາຫານ​ອັນ​ປະນີດ​ຂອງ​ທ່ານ​ກໍ​ຈະ​ຕີ​ແພ້​ທ່ານ.” (ດາ. 11:25 ສ່ວນ ຂ, 26 ສ່ວນ ກ) ໃນ​ສະໄໝ​ຂອງ​ດານີເອນ ຄົນ​ທີ່​ກິນ “ອາຫານ​ອັນ​ປະນີດ​ຢ່າງ​ດີ​ຂອງ​ກະສັດ” ກໍ​ລວມ​ເຖິງ​ຄົນ​ທີ່ “ເຝົ້າ​ຢູ່​ຕໍ່​ໜ້າ​ກະສັດ” ນຳ. (ດາ. 1:5) ຖ້າ​ເປັນ​ແນວ​ນັ້ນ ຄຳ​ພະຍາກອນ​ນີ້​ໝາຍ​ເຖິງ​ຫຍັງ? ໝາຍ​ເຖິງ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ເຊິ່ງ​ລວມ​ເຖິງ​ນາຍ​ພົນ​ແລະ​ທີ່​ປຶກສາ​ດ້ານ​ການ​ທະຫານ​ທີ່​ຢູ່​ພາຍ​ໃຕ້​ຄຳ​ສັ່ງ​ຂອງ​ຈອມ​ຈັກກະພັດ ໃນ​ທີ່​ສຸດ​ຄົນ​ພວກ​ນີ້​ແຫຼະ​ທີ່​ໄດ້​ໂຄ່ນ​ລົ້ມ​ອຳນາດ​ຂອງ​ຈອມ​ຈັກກະພັດ. * ຄຳ​ພະຍາກອນ​ຂອງ​ດານີເອນ​ບໍ່​ພຽງ​ແຕ່​ບອກ​ລ່ວງ​ໜ້າ​ວ່າ​ຈັກກະພັດ​ເຢຍລະມັນ​ຈະ​ຫຼົ້ມ​ຈົມ ແຕ່​ຍັງ​ບອກ​ເຖິງ​ຜົນ​ຂອງ​ສົງຄາມ​ລະຫວ່າງ​ກະສັດ​ທິດ​ເໜືອ​ກັບ​ກະສັດ​ທິດ​ໃຕ້. ຂໍ້​ນັ້ນ​ເວົ້າ​ເຖິງ​ກະສັດ​ທິດ​ເໜືອ​ວ່າ: “ກອງທັບ​ຂອງ​ເຂົາ​ຈະ​ຖືກ​ກວາດ​ລ້າງ​ແລະ​ຜູ້​ຄົນ​ຢ່າງ​ຫຼວງ​ຫຼາຍ​ຈະ​ຖືກ​ຂ້າ​ຕາຍ.” (ດາ. 11:26 ສ່ວນ ຂ, ລ.ມ.) ແລ້ວ​ກໍ​ເປັນ​ແບບ​ນັ້ນ​ແທ້​ໃນ​ສົງຄາມ​ໂລກ​ຄັ້ງ​ທີ I ກອງທັບ​ເຢຍລະມັນ “ຖືກ​ກວາດ​ລ້າງ” ແລະ​ຜູ້​ຄົນ​ຢ່າງ​ຫຼວງ​ຫຼາຍ “ຖືກ​ຂ້າ​ຕາຍ.” ໃນ​ສົງຄາມ​ຄັ້ງ​ນັ້ນ​ມີ​ຄົນ​ຕາຍ​ຫຼາຍ​ກວ່າ​ສົງຄາມ​ໃດໆທີ່​ເຄີຍ​ມີ​ມາ​ໃນ​ປະຫວັດສາດ.

11. ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້​ໄດ້​ເຮັດ​ຫຍັງ?

11 ຄຳ​ພະຍາກອນ​ຂອງ​ດານີເອນ​ຍັງ​ບອກ​ສິ່ງ​ທີ່​ເກີດ​ຂຶ້ນ​ກ່ອນ​ສົງຄາມ​ໂລກ​ຄັ້ງ​ທີ I ນຳ. ດານຽນ 11:27, 28 ບອກ​ວ່າ ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້ ‘ຈະ​ເວົ້າ​ຕົວະ​ກັນ​ເມື່ອ​ນັ່ງ​ໂຕະ​ອັນ​ດຽວ​ກັນ.’ ແລ້ວ​ຍັງ​ບອກ​ອີກ​ວ່າ ກະສັດ​ທິດ​ເໜືອ​ຈະ​ມີ “ຊັບ​ສົມບັດ​ຫຼາຍ” ແລ້ວ​ກໍ​ເປັນ​ແບບ​ນັ້ນ​ແທ້. ທັງ​ເຢຍລະມັນ​ແລະ​ອັງກິດ​ບອກ​ວ່າ​ພວກ​ເຂົາ​ຕ້ອງການ​ສັນຕິພາບ ແຕ່​ເມື່ອ​ຮອດ​ປີ 1914 ກໍ​ເກີດ​ສົງຄາມ​ໂລກ​ຂຶ້ນ​ເຊິ່ງ​ນີ້​ເຮັດ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ພວກ​ເຂົາ​ເວົ້າ​ຕົວະ. ນອກ​ນັ້ນ ໃນ​ຫຼາຍ​ສິບ​ປີ ກ່ອນ​ປີ 1914 ເຢຍລະມັນ​ໄດ້​ຮັ່ງມີ​ຂຶ້ນ​ເລື້ອຍໆ ແລະ​ເມື່ອ​ຮອດ​ປີ 1914 ກໍ​ມີ​ລະບົບ​ເສດຖະກິດ​ທີ່​ໃຫຍ່​ທີ່​ສຸດ​ອັນ​ດັບ​ສອງ​ຂອງ​ໂລກ. ນອກ​ຈາກ​ນັ້ນ ຄຳ​ພະຍາກອນ​ດານຽນ 11:29 ແລະ​ສ່ວນ​ທຳອິດ​ຂອງ​ຂໍ້ 30 ກໍ​ເກີດ​ຂຶ້ນ​ແທ້ ເຢຍລະມັນ​ຕໍ່​ສູ້​ກັບ​ກະສັດ​ທິດ​ໃຕ້​ແຕ່​ກໍ​ບໍ່​ຊະນະ.

ກະສັດ​ສອງ​ອົງ​ຂົ່ມເຫງ​ປະຊາຊົນ​ຂອງ​ພະເຈົ້າ

12. ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້​ໄດ້​ເຮັດ​ຫຍັງ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ I?

12 ຕັ້ງ​ແຕ່​ປີ 1914 ກະສັດ​ສອງ​ອົງ​ເປັນ​ປໍລະປັກ​ກັນ​ແລະ​ຂົ່ມເຫງ​ປະຊາຊົນ​ຂອງ​ພະເຈົ້າ​ຢ່າງ​ໜັກ​ໜ່ວງ ເຊັ່ນ: ສົງຄາມ​ໂລກ​ຄັ້ງ​ທີ I ທັງ​ລັດຖະບານ​ເຢຍລະມັນ​ແລະ​ອັງກິດ​ໄດ້​ຂົ່ມເຫງ​ປະຊາຊົນ​ຂອງ​ພະເຈົ້າ​ທີ່​ບໍ່​ຍອມ​ໄປ​ສູ້​ຮົບ​ໃນ​ສົງຄາມ. ສ່ວນ​ລັດຖະບານ​ຂອງ​ສະຫະລັດ​ອາເມຣິກາ​ກໍ​ໄດ້​ຈັບ​ຄົນ​ທີ່​ນຳ​ໜ້າ​ໃນ​ການ​ປະກາດ​ເຂົ້າ​ຄຸກ. ການ​ຂົ່ມເຫງ​ເຫຼົ່າ​ນີ້​ເຮັດ​ໃຫ້​ຄຳ​ພະຍາກອນ​ໃນ​ພະນິມິດ 11:7-10 ເກີດ​ຂຶ້ນ​ແທ້.

13. ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້​ໄດ້​ເຮັດ​ຫຍັງ​ຫຼັງ​ຈາກ​ປີ 1930 ແລະ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ II?

13 ຕໍ່​ມາ​ຫຼັງ​ຈາກ​ປີ 1930 ໂດຍ​ສະເພາະ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ II ກະສັດ​ທິດ​ເໜືອ​ໄດ້​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ​ຢ່າງ​ໜັກ. ຕອນ​ທີ່​ພັກ​ນາຊີ​ຄວບຄຸມ​ອຳນາດ​ຂອງ​ເຢຍລະມັນ ຮິດເລີ​ແລະ​ຜູ້​ທີ່​ສະໜັບສະໜູນ​ລາວ​ໄດ້​ສັ່ງ​ຫ້າມ​ວຽກ​ງານ​ຂອງ​ປະຊາຊົນ​ຂອງ​ພະເຈົ້າ. ກະສັດ​ທິດ​ເໜືອ​ໄດ້​ຂ້າ​ປະຊາຊົນ​ຂອງ​ພະເຈົ້າ​ປະມານ 1.500 ຄົນ ແລະ​ສົ່ງ​ຫຼາຍ​ພັນ​ຄົນ​ໄປ​ຄ້າຍ​ກັກ​ຂັງ. ເຫດການ​ເຫຼົ່າ​ນີ້​ຖືກຕ້ອງ​ຕາມ​ທີ່​ດານີເອນ​ພະຍາກອນ​ໄວ້. ກະສັດ​ທິດ​ເໜືອ “ເຮັດ​ໃຫ້​ບ່ອນ​ສັກສິດ . . . ເປິ​ເປື້ອນ ແລະ​ເຮັດ​ໃຫ້​ການ​ຖວາຍ​ເຄື່ອງ​ບູຊາ​ເປັນ​ປະຈຳ​ຕ້ອງ​ຢຸດ​ໄປ” ໂດຍ​ເຮັດ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ບໍ່​ມີ​ອິດ​ສະຫຼະ​ໃນ​ການ​ປະກາດ. (ດາ. 11:30 ສ່ວນ ຂ, 31 ສ່ວນ ກ, ລ.ມ.) ຮິດເລີ​ເຊິ່ງ​ເປັນ​ຜູ້​ນຳ​ຂອງ​ເຢຍລະມັນ​ເຖິງ​ຂັ້ນ​ສາບານ​ວ່າ​ຈະ​ກວາດ​ລ້າງ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ໝົດ​ໄປ​ຈາກ​ເຢຍລະມັນ.

ກະສັດ​ທິດ​ເໜືອ​ອົງ​ໃໝ່

14. ຫຼັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ II ໃຜ​ເປັນ​ກະສັດ​ທິດ​ເໜືອ? ຂໍ​ໃຫ້​ອະທິບາຍ.

14 ຫຼັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ II ລັດຖະບານ​ຄອມມູນິດ​ຂອງ​ສະຫະພາບ​ໂຊວຽດ​ໄດ້​ຍຶດ​ດິນແດນ​ທີ່​ເຄີຍ​ເປັນ​ຂອງ​ເຢຍລະມັນ ແລະ​ສະຫະພາບ​ໂຊວຽດ​ກໍ​ກາຍ​ເປັນ​ກະສັດ​ທິດ​ເໜືອ. ຄື​ກັບ​ການ​ປົກຄອງ​ທີ່​ຜະເດັດ​ການ​ຂອງ​ນາຊີ ສະຫະພາບ​ໂຊວຽດ​ໄດ້​ຂົ່ມເຫງ​ທຸກ​ຄົນ​ທີ່​ນະມັດສະການ​ແລະ​ເຊື່ອ​ຟັງ​ພະເຈົ້າ​ອົງ​ທ່ຽງ​ແທ້​ຫຼາຍ​ກວ່າ​ເຊື່ອ​ຟັງ​ລັດ.

15. ກະສັດ​ທິດ​ເໜືອ​ໄດ້​ເຮັດ​ຫຍັງ​ຫຼັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ II ຈົບ​ລົງ?

15 ບໍ່​ດົນ​ຫຼັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ II ຈົບ​ລົງ ກະສັດ​ທິດ​ເໜືອ​ອົງ​ໃໝ່​ຄື​ສະຫະພາບ​ໂຊວຽດ​ກັບ​ພັນທະມິດ​ໄດ້​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ​ຢ່າງ​ໜັກ​ໜ່ວງ. ນີ້​ສອດຄ່ອງ​ກັບ​ຄຳ​ພະຍາກອນ​ທີ່​ບັນທຶກ​ໃນ​ພະນິມິດ 12:15-17 ກະສັດ​ອົງ​ນີ້​ສັ່ງ​ຫ້າມ​ການ​ປະກາດ​ແລະ​ເນລະເທດ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຫຼາຍ​ພັນ​ຄົນ. ທີ່​ຈິງ ຕະຫຼອດ​ໄລຍະ​ສະໄໝ​ສຸດ​ທ້າຍ ກະສັດ​ທິດ​ເໜືອ​ໃຊ້ “ແມ່ນ້ຳ” ເຊິ່ງ​ໝາຍ​ເຖິງ​ການ​ຂົ່ມເຫງ​ເພື່ອ​ພະຍາຍາມ​ຢຸດ​ວຽກ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ເຮັດ ແຕ່​ກໍ​ບໍ່​ມີ​ທາງ​ສຳເລັດ. *

16. ສະຫະພາບ​ໂຊວຽດ​ເຮັດ​ໃຫ້​ຄຳ​ພະຍາກອນ​ໃນ​ດານຽນ 11:37-39 ເກີດ​ຂຶ້ນ​ແທ້​ແນວ​ໃດ?

16 ອ່ານ​ດານຽນ 11:37-39. ຄຳ​ພະຍາກອນ​ນີ້​ບອກ​ວ່າ​ກະສັດ​ທິດ​ເໜືອ “ບໍ່​ນັບຖື​ພະເຈົ້າ​ຂອງ​ປູ່​ຍ່າ​ຕາ​ນາຍ​ແຫ່ງ​ຕົນ.” ເລື່ອງ​ນີ້​ເກີດ​ຂຶ້ນ​ແທ້​ແນວ​ໃດ? ສະຫະພາບ​ໂຊວຽດ​ມີ​ເປົ້າ​ໝາຍ​ຈະ​ກຳຈັດ​ສາສະໜາ​ໃຫ້​ໝົດ​ໄປ​ໂດຍ​ພະຍາຍາມ​ເຮັດ​ໃຫ້​ສາສະໜາ​ທີ່​ນັບຖື​ກັນ​ມາ​ບໍ່​ມີ​ອຳນາດ​ຕໍ່​ໄປ. ເພື່ອ​ຈະ​ເຮັດ​ຕາມ​ເປົ້າ​ໝາຍ​ນີ້ ໃນ​ປີ 1918 ລັດຖະບານ​ໂຊວຽດ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ໂຮງ​ຮຽນ​ທຸກ​ແຫ່ງ​ສອນ​ວ່າ​ບໍ່​ມີ​ພະເຈົ້າ. ແລ້ວ​ກະສັດ​ທິດ​ເໜືອ “ນັບຖື​ພະ​ຂອງ​ຫໍ​ປ້ອມ​ທັງ​ຫຼາຍ​ໃນ​ບ່ອນ​ແຫ່ງ​ຕົນ” ແນວ​ໃດ? ສະຫະພາບ​ໂຊວຽດ​ໃຊ້​ເງິນ​ຈຳນວນ​ມະຫາສານ​ເພື່ອ​ສ້າງ​ກອງທັບ​ແລະ​ອາວຸດ​ນິວເຄຼຍ​ເພື່ອ​ຈະ​ເຮັດ​ໃຫ້​ຕົວ​ເອງ​ມີ​ອຳນາດ​ຫຼາຍ​ຂຶ້ນ. ໃນ​ທີ່​ສຸດ ທັງ​ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້​ມີ​ອາວຸດ​ມະຫາສານ​ທີ່​ຈະ​ຂ້າ​ລ້າງ​ມະນຸດ​ເປັນ​ຕື້ໆຄົນ​ໄດ້!

ກະສັດ​ສອງ​ອົງ​ຮ່ວມ​ມື​ກັນ

17. “ຂອງ​ອັນ​ໜ້າ​ກຽດ​ໜ້າ​ຊັງ​ທີ່​ທຳລາຍ​ໃຫ້​ຈິບຫາຍ” ແມ່ນ​ຫຍັງ?

17 ກະສັດ​ທິດ​ເໜືອ​ຮ່ວມ​ມື​ກັບ​ກະສັດ​ທິດ​ໃຕ້​ໃນ​ການ​ເຮັດ​ຕາມ​ເປົ້າ​ໝາຍ​ດຽວ​ກໍ​ຄື ພວກ​ເຂົາ “ຈະ​ເອົາ​ຂອງ​ອັນ​ໜ້າ​ກຽດ​ໜ້າ​ຊັງ​ທີ່​ທຳລາຍ​ໃຫ້​ຈິບຫາຍ​ມາ​ຕັ້ງ​ຢູ່​ທີ່​ນັ້ນ.” (ດາ. 11:31) “ຂອງ​ອັນ​ໜ້າ​ກຽດ​ໜ້າ​ຊັງ” ນັ້ນ​ແມ່ນ​ອົງການ​ສະຫະປະຊາຊາດ.

18. ເປັນ​ຫຍັງ​ອົງການ​ສະຫະປະຊາຊາດ​ຈຶ່ງ​ຖືກ​ເອີ້ນ​ວ່າ “ຂອງ​ອັນ​ໜ້າ​ກຽດ​ໜ້າ​ຊັງ”?

18 ອົງການ​ສະຫະປະຊາຊາດ​ຖືກ​ເອີ້ນ​ວ່າ “ຂອງ​ອັນ​ໜ້າ​ກຽດ​ໜ້າ​ຊັງ” ຍ້ອນ​ວ່າ​ອົງການ​ນີ້​ອ້າງ​ວ່າ​ສາມາດ​ເຮັດ​ໃຫ້​ໂລກ​ມີ​ສັນຕິພາບ ເຊິ່ງ​ຄວາມ​ເປັນ​ຈິງ​ແລ້ວ​ມີ​ແຕ່​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ເຮັດ​ໄດ້. ຄຳ​ພະຍາກອນ​ນັ້ນ​ຍັງ​ບອກ​ອີກ​ວ່າ ຂອງ​ອັນ​ໜ້າ​ກຽດ​ໜ້າ​ຊັງ​ຈະ “ທຳລາຍ​ໃຫ້​ຈິບຫາຍ” ເພາະ​ອົງການ​ສະຫະປະຊາຊາດ​ຈະ​ມີ​ບົດບາດ​ສຳຄັນ​ໃນ​ການ​ທຳລາຍ​ສາສະໜາ​ປອມ​ທັງ​ໝົດ. “ກະສັດ​ຄູ່​ແຂ່ງ​ໃນ​ສະໄໝ​ສຸດ​ທ້າຍ.”

ເປັນ​ຫຍັງ​ເຮົາ​ຕ້ອງ​ຮູ້​ປະຫວັດສາດ​ເລື່ອງ​ນີ້?

19-20. (ກ) ເປັນ​ຫຍັງ​ເຮົາ​ຕ້ອງ​ຮູ້​ປະຫວັດສາດ​ເລື່ອງ​ນີ້? (ຂ) ເຮົາ​ຈະ​ໄດ້​ຄຳຕອບ​ສຳລັບ​ຄຳຖາມ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

19 ເຮົາ​ຕ້ອງ​ຮູ້​ປະຫວັດສາດ​ເລື່ອງ​ນີ້​ເພາະ​ເລື່ອງ​ນີ້​ພິສູດ​ວ່າ​ຄຳ​ພະຍາກອນ​ຂອງ​ດານີເອນ​ກ່ຽວ​ກັບ​ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້​ໄດ້​ເກີດ​ຂຶ້ນ​ແທ້​ໃນ​ໄລຍະ​ປີ 1870-1991 ແລະ​ຍ້ອນ​ແນວ​ນັ້ນ ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ຄຳ​ພະຍາກອນ​ສ່ວນ​ທີ່​ເຫຼືອ​ຈະ​ຕ້ອງ​ເກີດ​ຂຶ້ນ​ແທ້​ແນ່ນອນ.

20 ເມື່ອ​ສະຫະພາບ​ໂຊວຽດ​ລົ້ມ​ລະ​ລາຍ​ໃນ​ປີ 1991 ແລ້ວ​ແມ່ນ​ໃຜ​ລະ​ທີ່​ເປັນ​ກະສັດ​ທິດ​ເໜືອ​ໃນ​ທຸກ​ມື້​ນີ້? ເຮົາ​ຈະ​ໄດ້​ຄຳຕອບ​ໃນ​ບົດ​ຄວາມ​ຕໍ່​ໄປ.

ເພງ 128 ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ

^ ຂໍ້ 5 ເຮົາ​ເຫັນ​ຫຼັກ​ຖານ​ທີ່​ສະແດງ​ວ່າ​ຄຳ​ພະຍາກອນ​ຂອງ​ດານີເອນ​ກ່ຽວ​ກັບ “ກະສັດ​ທິດ​ເໜືອ” ແລະ “ກະສັດ​ທິດ​ໃຕ້” ກຳລັງ​ເກີດ​ຂຶ້ນ​ແທ້. ເຮົາ​ຮູ້​ໄດ້​ແນວ​ໃດ? ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ເຂົ້າ​ໃຈ​ລາຍ​ລະອຽດ​ກ່ຽວ​ກັບ​ຄຳ​ພະຍາກອນ​ນີ້?

^ ຂໍ້ 5 ຈາກ​ເຫດຜົນ​ທີ່​ບອກ​ໃນ​ນີ້ ຈອມ​ຈັກກະພັດ​ໂຣມ​ທີ່​ຊື່ ໂອເຣລຽນ (ຄ.ສ 270-275) ບໍ່​ໄດ້​ເປັນ “ກະສັດ​ທິດ​ເໜືອ” ແລະ​ລາຊີນີ​ເຊ​ໂນ​ເບຍ (ຄ.ສ 267-272) ບໍ່​ໄດ້​ເປັນ “ກະສັດ​ທິດ​ໃຕ້.” ນີ້​ເປັນ​ການ​ປ່ຽນ​ຄວາມ​ເຂົ້າ​ໃຈ​ໃນ​ປຶ້ມ​ຈົ່ງ​ເອົາໃຈໃສ່​ຄຳ​ພະຍາກອນ​ຂອງ​ດານີເອນ! ບົດ 13 ແລະ 14 (ພາສາ​ໄທ).

^ ຂໍ້ 9 ໃນ​ປີ 1890 ໄຄ​ເຊີ ເວວແຮມທີ II ບັງຄັບ​ໃຫ້​ບິດ​ສະ​ມາກ​ອອກ​ຈາກ​ຕຳແໜ່ງ.

^ ຂໍ້ 10 ພວກ​ເຂົາ​ໃຊ້​ຫຼາຍ​ວິທີ​ເພື່ອ​ໂຄ່ນ​ລົ້ມ​ອຳນາດ​ຈັກກະພັດ ເຊັ່ນ: ບໍ່​ສະໜັບສະໜູນ​ກະສັດ​ໄຄ​ເຊີ​ອີກ​ຕໍ່​ໄປ ປ່ອຍ​ຂໍ້​ມູນ​ລັບ​ກ່ຽວ​ກັບ​ສົງຄາມ ແລະ​ບີບ​ບັງຄັບ​ກະສັດ​ໄຄ​ເຊີ​ໃຫ້​ສະລະ​ການ​ປົກຄອງ.

^ ຂໍ້ 15 ຕາມ​ທີ່​ບອກ​ໄວ້​ໃນ ດານຽນ 11:34 ກະສັດ​ທິດ​ເໜືອ​ບໍ່​ໄດ້​ຂົ່ມເຫງ​ຄລິດສະຕຽນ​ໄລຍະ​ໜຶ່ງ ເຊັ່ນ ຕອນທີ່ສະຫະພາບ​ໂຊວຽດ​ລົ້ມ​ລະ​ລາຍ​ໃນ​ປີ 1991.