ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄວາມ​ອ່ອນ​ໂຍນ—ຄຸນ​ລັກສະນະ​ນີ້​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ?

ຄວາມ​ອ່ອນ​ໂຍນ—ຄຸນ​ລັກສະນະ​ນີ້​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ?

ຊາຣາ *ບອກ​ວ່າ: “ປົກກະຕິ​ແລ້ວ​ຂ້ອຍ​ເປັນ​ຄົນ​ຂີ້​ອາຍ ແລະ​ບໍ່​ມີ​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ເອງ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ບໍ່​ມັກ​ຢູ່​ກັບ​ຄົນ​ທີ່​ໃຈ​ຮ້ອນ ໃຊ້​ຄຳເວົ້າ​ແຮງໆ ແລະ​ໝັ້ນ​ໃຈ​ໃນ​ຕົວ​ເອງ​ສູງ ແຕ່​ຂ້ອຍ​ມັກ​ຢູ່​ນຳ​ຄົນ​ທີ່​ອ່ອນ​ໂຍນ​ແລະ​ຖ່ອມ​ຕົວ. ຂ້ອຍ​ກ້າ​ລົມ​ບັນຫາ​ຫຼື​ຄວາມ​ຮູ້ສຶກ​ສ່ວນ​ຕົວ​ໃຫ້​ຄົນ​ນັ້ນ​ຟັງ. ໝູ່​ສະໜິດ​ຂອງ​ຂ້ອຍ​ກໍ​ເປັນ​ແບບ​ນີ້​ທຸກ​ຄົນ.”

ຄຳເວົ້າ​ຂອງ​ຊາຣາ​ສະແດງ​ໃຫ້​ເຫັນ​ວ່າ ຖ້າ​ເຮົາ​ເປັນ​ຄົນ​ອ່ອນ​ໂຍນ ຄົນ​ອື່ນ​ກໍ​ຢາກ​ມາ​ເປັນ​ໝູ່​ກັບ​ເຮົາ ແລະ​ພະ​ເຢໂຫວາ​ເອງ​ກໍ​ມັກ​ຄວາມ​ອ່ອນ​ໂຍນ​ຄື​ກັນ. ຄຳພີ​ໄບເບິນ​ບອກ​ວ່າ: “ໃຫ້​ປູກ​ຝັງ . . . ຄວາມ​ອ່ອນ​ໂຍນ.” (ກລຊ. 3:12) ຄວາມ​ອ່ອນ​ໂຍນ​ແມ່ນ​ຫຍັງ? ພະ​ເຢຊູ​ສະແດງ​ຄວາມ​ອ່ອນ​ໂຍນ​ແນວ​ໃດ? ແລະ​ຄຸນ​ລັກສະນະ​ນີ້​ເຮັດ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

ຄວາມ​ອ່ອນ​ໂຍນ​ແມ່ນ​ຫຍັງ?

ຄວາມ​ອ່ອນ​ໂຍນ​ແມ່ນ​ຄຸນ​ລັກສະນະ​ຂອງ​ຄົນ​ທີ່​ມັກ​ຄວາມ​ສະຫງົບ​ສຸກ. ຄົນ​ອ່ອນ​ໂຍນ​ຈະ​ປະຕິບັດ​ກັບ​ຄົນ​ອື່ນ​ຢ່າງ​ສຸພາບ​ແລະ​ອ່ອນ​ຫວານ ແລະ​ເມື່ອ​ມີ​ສິ່ງ​ທີ່​ເຮັດ​ໃຫ້​ລາວ​ຫງຸດຫງິດ ລາວ​ກໍ​ຍັງ​ໃຈ​ເຢັນ​ແລະ​ຄວບຄຸມ​ຕົວ​ເອງ​ໄດ້.

ຄົນ​ອ່ອນ​ໂຍນ​ບໍ່​ແມ່ນ​ຄົນ​ອ່ອນແອ. ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ​ອ່ອນ​ໂຍນ​ທີ່​ໃຊ້​ໃນ​ຄຳພີ​ໄບເບິນ​ມັກ​ໃຊ້​ເພື່ອ​ອະທິບາຍ​ເຖິງ​ມ້າ​ປ່າ​ທີ່​ຝຶກ​ສອນ​ໄດ້. ຄວາມ​ແຂງແຮງ​ຂອງ​ມ້າ​ກໍ​ຍັງ​ຄື​ເກົ່າ ແຕ່​ມັນ​ຖືກ​ຝຶກ​ໃຫ້​ຄວບຄຸມ​ກຳລັງ​ຂອງ​ມັນ​ໄດ້. ຄ້າຍ​ຄື​ກັນ ເມື່ອ​ເຮົາ​ສະແດງ​ຄວາມ​ອ່ອນ​ໂຍນ ເຮົາ​ກໍ​ສາມາດ​ຄວບຄຸມ​ນິດໄສ​ທີ່​ບໍ່​ດີ​ບາງ​ຢ່າງ​ຂອງ​ເຮົາ​ແລະ​ຮັກສາ​ຄວາມ​ສະຫງົບ​ສຸກ​ກັບ​ຄົນ​ອື່ນ​ໄດ້.

ເຮົາ​ອາດ​ຄິດ​ວ່າ ‘ປົກກະຕິ​ແລ້ວ​ຂ້ອຍ​ກໍ​ບໍ່​ໄດ້​ເປັນ​ຄົນ​ອ່ອນ​ໂຍນ.’ ເນື່ອງ​ຈາກ​ເຮົາ​ຢູ່​ໃນ​ສະໄໝ​ທີ່​ມີ​ແຕ່​ຄົນ​ໃຈ​ຮ້ອນ​ແລະ​ບໍ່​ມີ​ຄວາມ​ອົດ​ທົນ ດັ່ງ​ນັ້ນ ເຮົາ​ຈຶ່ງ​ຮູ້ສຶກ​ຍາກ​ທີ່​ຈະ​ເປັນ​ຄົນ​ອ່ອນ​ໂຍນ. (ຣມ. 7:19) ເຫັນ​ໄດ້​ແຈ້ງ​ວ່າ ເຮົາ​ຕ້ອງ​ພະຍາຍາມ​ຫຼາຍ​ແທ້ໆທີ່​ຈະ​ເປັນ​ຄົນ​ອ່ອນ​ໂຍນ ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ໄດ້. (ຄລຕ. 5:22, 23) ເປັນ​ຫຍັງ​ເຮົາ​ຄວນ​ພະຍາຍາມ​ຫຼາຍ​ຂຶ້ນ​ທີ່​ຈະ​ເປັນ​ຄົນ​ອ່ອນ​ໂຍນ?

ຄວາມ​ອ່ອນ​ໂຍນ​ເປັນ​ຄຸນ​ລັກສະນະ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ຢາກ​ຢູ່​ໃກ້​ເຮົາ. ຄື​ກັບ​ຊາຣາ​ທີ່​ໄດ້​ເວົ້າ​ເຖິງ​ກ່ອນ​ໜ້າ​ນັ້ນ ເຮົາ​ຮູ້ສຶກ​ສະບາຍ​ໃຈ​ເມື່ອ​ຢູ່​ກັບ​ຄົນ​ທີ່​ອ່ອນ​ໂຍນ. ພະ​ເຢຊູ​ເປັນ​ຕົວຢ່າງ​ທີ່​ດີ​ເລີດ​ໃນ​ການ​ເປັນ​ຄົນ​ອ່ອນ​ໂຍນ​ແລະ​ກະລຸນາ. (2 ກຣ. 10:1) ແມ່ນ​ແຕ່​ເດັກ​ນ້ອຍ​ທີ່​ບໍ່​ໄດ້​ຮູ້ຈັກ​ພະ​ເຢຊູ​ດີ​ກໍ​ຍັງ​ຢາກ​ຢູ່​ໃກ້​ເພິ່ນ.—ມຣກ. 10:13-16

ຄວາມ​ອ່ອນ​ໂຍນ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແລະ​ຄົນ​ທີ່​ຢູ່​ໃກ້​ເຮົາ. ຖ້າ​ເຮົາ​ເປັນ​ຄົນ​ອ່ອນ​ໂຍນ ເຮົາ​ຈະ​ບໍ່​ຫງຸດຫງິດ​ໄວ​ແລະ​ບໍ່​ໃຈ​ຮ້າຍ​ງ່າຍ. (ສຸພາ. 16:32) ແລະ​ເຮົາ​ກໍ​ຈະ​ບໍ່​ຮູ້ສຶກ​ຜິດ​ຍ້ອນ​ເຮັດ​ໃຫ້​ຄົນ​ອື່ນ​ເສຍໃຈ​ໂດຍ​ສະເພາະ​ຄົນ​ທີ່​ເຮົາ​ຮັກ. ນອກ​ຈາກ​ນັ້ນ ຄົນ​ອື່ນ​ກໍ​ຈະ​ຮູ້ສຶກ​ສະບາຍ​ໃຈ​ເມື່ອ​ຢູ່​ໃກ້​ເຮົາ.

ຕົວຢ່າງ​ທີ່​ສົມບູນ​ແບບ​ຂອງ​ການ​ເປັນ​ຄົນ​ອ່ອນ​ໂຍນ

ພະ​ເຢຊູ​ສະແດງ​ຄວາມ​ອ່ອນ​ໂຍນ​ຕໍ່​ທຸກ​ຄົນ​ເຖິງ​ວ່າ​ເພິ່ນ​ຈະ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳຄັນ​ແລະ​ກໍ​ມີ​ວຽກ​ຫຼາຍ. ຫຼາຍ​ຄົນ​ໃນ​ສະໄໝ​ຂອງ​ເພິ່ນ​ລຳບາກ​ຫຼາຍ​ແລະ​ມີ​ພາລະ​ໜັກ ພວກ​ເຂົາ​ຢາກ​ສົດ​ຊື່ນ​ແລະ​ເຊົາ​ເມື່ອຍ. ພວກ​ເຂົາ​ຄື​ຊິ​ຮູ້ສຶກ​ສະບາຍ​ໃຈ​ຫຼາຍ​ແທ້ໆຕອນ​ທີ່​ພະ​ເຢຊູ​ບອກ​ພວກ​ເຂົາ​ວ່າ: “ໃຫ້​ມາ​ຫາ​ຂ້ອຍ . . . ຍ້ອນ​ຂ້ອຍ​ເປັນ​ຄົນ​ອ່ອນ​ໂຍນ​ແລະ​ຖ່ອມ​ຕົວ.”—ມທ. 11:28, 29

ເຮົາ​ຈະ​ເປັນ​ຄົນ​ອ່ອນ​ໂຍນ​ຄື​ພະ​ເຢຊູ​ໄດ້​ແນວ​ໃດ? ເມື່ອ​ເຮົາ​ສຶກສາ​ຄຳພີ​ໄບເບິນ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢຊູ​ປະຕິບັດ​ກັບ​ຄົນ​ອື່ນ​ແນວ​ໃດ​ແລະ​ເພິ່ນ​ເຮັດ​ແນວ​ໃດ​ເມື່ອ​ເຈິ​ສະພາບການ​ທີ່​ຫຍຸ້ງຍາກ. ດັ່ງ​ນັ້ນ ເມື່ອ​ເຮົາ​ເຈິ​ສະພາບການ​ທີ່​ເຮັດ​ໃຫ້​ຍາກ​ທີ່​ຈະ​ເປັນ​ຄົນ​ອ່ອນ​ໂຍນ ໃຫ້​ເຮົາ​ຮຽນ​ແບບ​ພະ​ເຢຊູ. (1 ປຕ. 2:21) ເຮົາ​ຈະ​ມາ​ເບິ່ງ 3 ປັດໄຈ​ທີ່​ຊ່ວຍ​ໃຫ້​ພະ​ເຢຊູ​ເປັນ​ຄົນ​ອ່ອນ​ໂຍນ.

ພະ​ເຢຊູ​ເປັນ​ຄົນ​ຖ່ອມ​ແທ້ໆ. ພະ​ເຢຊູ​ບອກ​ວ່າ​ເພິ່ນ​ເອງ “ເປັນ​ຄົນ​ອ່ອນ​ໂຍນ​ແລະ​ຖ່ອມ​ຕົວ.” (ມທ. 11:29) ຄຳພີ​ໄບເບິນ​ເວົ້າ​ເຖິງ​ສອງ​ຄຸນ​ລັກສະນະ​ນີ້​ນຳ​ກັນ​ກໍ​ຍ້ອນ​ວ່າ​ຄວາມ​ອ່ອນ​ໂຍນ​ກ່ຽວ​ຂ້ອງ​ກັນ​ຫຼາຍ​ກັບ​ຄວາມ​ຖ່ອມ. (ອຟຊ. 4:1-3) ແລ້ວ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ?

ຄວາມ​ຖ່ອມ​ຊ່ວຍ​ເຮົາ​ບໍ່​ໃຫ້​ຄິດ​ວ່າ​ຕົວ​ເອງ​ສຳຄັນ​ກວ່າ​ຄົນ​ອື່ນ​ຫຼື​ເປັນ​ຄົນ​ຄຽດ​ງ່າຍ. ພະ​ເຢຊູ​ເຮັດ​ແນວ​ໃດ​ເມື່ອ​ມີ​ຄົນ​ມາ​ເວົ້າ​ໃຫ້​ເພິ່ນ​ວ່າ​ເປັນ “ຄົນ​ມັກ​ກິນ​ຫຼາຍ​ແລະ​ຄົນ​ຂີ້​ເຫຼົ້າ”? ເພິ່ນ​ສະແດງ​ໃຫ້​ເຫັນ​ໂດຍ​ການ​ກະທຳ​ວ່າ​ພວກ​ເຂົາ​ເວົ້າ​ບໍ່​ຖືກ​ແລະ​ບອກ​ວ່າ “ສະຕິປັນຍາ​ກໍ​ເຫັນ​ໄດ້​ຈາກ​ຜົນ​ຂອງ​ມັນ.”—ມທ. 11:19

ຖ້າ​ມີ​ຄົນ​ໜຶ່ງ​ເວົ້າ​ໃຫ້​ເຈົ້າ​ແບບ​ບໍ່​ຄິດ​ກ່ຽວ​ກັບ​ເຊື້ອ​ຊາດ ເພດ​ໄວ ຫຼື​ຊີວິດ​ຂອງ​ເຈົ້າ ເຈົ້າ​ຍັງ​ຈະ​ປະຕິບັດ​ແບບ​ອ່ອນ​ໂຍນ​ກັບ​ລາວ​ຢູ່​ບໍ? ຜູ້​ດູ​ແລ​ຄົນ​ໜຶ່ງ​ຊື່​ປີເຕີ​ຢູ່​ອາຝຼິກກາ​ໃຕ້​ບອກ​ວ່າ: “ເມື່ອ​ຂ້ອຍ​ຮູ້ສຶກ​ຫງຸດຫງິດ​ກັບ​ສິ່ງ​ທີ່​ຄົນ​ອື່ນ​ເວົ້າ ຂ້ອຍ​ຈະ​ຖາມ​ຕົວ​ເອງ​ວ່າ: ‘ຖ້າ​ພະ​ເຢຊູ​ເປັນ​ຂ້ອຍ ເພິ່ນ​ຈະ​ເຮັດ​ແນວ​ໃດ?’” ລາວ​ເວົ້າ​ຕື່ມ​ອີກ​ວ່າ: “ຂ້ອຍ​ເຂົ້າ​ໃຈ​ແລ້ວ​ວ່າ​ຂ້ອຍ​ບໍ່​ຄວນ​ເປັນ​ຄົນ​ຄຽດ​ງ່າຍ.”

ພະ​ເຢຊູ​ເຂົ້າ​ໃຈ​ຄວາມ​ອ່ອນແອ​ຂອງ​ມະນຸດ. ລູກສິດ​ຂອງ​ພະ​ເຢຊູ​ຢາກ​ເຮັດ​ດີ ແຕ່​ບາງ​ເທື່ອ​ຄວາມ​ບໍ່​ສົມບູນ​ແບບ​ເຮັດ​ໃຫ້​ພວກ​ເຂົາ​ບໍ່​ໄດ້​ເຮັດ​ຕາມ​ທີ່​ຕັ້ງ​ໃຈ​ໄວ້. ຕົວຢ່າງ: ໃນ​ຄືນ​ກ່ອນ​ທີ່​ພະ​ເຢຊູ​ຕາຍ ເປໂຕ ຢາໂກໂບ ແລະ​ໂຢຮັນ​ບໍ່​ໄດ້​ກຽມ​ພ້ອມ​ທີ່​ຈະ​ໃຫ້​ກຳລັງ​ໃຈ​ເພິ່ນ​ຕາມ​ທີ່​ເພິ່ນ​ຂໍ. ພະ​ເຢຊູ​ຮູ້​ວ່າ “ເຖິງ​ວ່າ​ໃຈ​ສູ້ ແຕ່​ຮ່າງກາຍ​ຍັງ​ອ່ອນແອ.” (ມທ. 26:40, 41) ພະ​ເຢຊູ​ເຂົ້າ​ໃຈ​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ບໍ່​ໄດ້​ຄຽດ​ໃຫ້​ພວກ​ອັກຄະສາວົກ​ຂອງ​ເພິ່ນ.

ແມນດີ້​ເປັນ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ເຄີຍ​ມີ​ນິດໄສ​ມັກ​ເວົ້າ​ໃຫ້​ຄົນ​ອື່ນ ແຕ່​ຕອນ​ນີ້ ລາວ​ພະຍາຍາມ​ຫຼາຍ​ທີ່​ຈະ​ຮຽນ​ແບບ​ພະ​ເຢຊູ​ໃນ​ການ​ສະແດງ​ຄວາມ​ອ່ອນ​ໂຍນ ລາວ​ບອກ​ວ່າ: “ຂ້ອຍ​ພະຍາຍາມ​ຄິດ​ສະເໝີ​ວ່າ​ມະນຸດ​ທຸກ​ຄົນ​ບໍ່​ສົມບູນ​ແບບ​ແລະ​ພະຍາຍາມ​ເບິ່ງ​ແຕ່​ສິ່ງ​ດີໆໃນ​ໂຕ​ຄົນ​ອື່ນ​ຄື​ກັບ​ທີ່​ພະ​ເຢໂຫວາ​ເບິ່ງ.” ເມື່ອ​ເຈົ້າ​ເຫັນ​ວ່າ​ພະ​ເຢຊູ​ເຫັນ​ອົກ​ເຫັນ​ໃຈ​ແລະ​ເຂົ້າ​ໃຈ​ຄວາມ​ອ່ອນແອ​ຂອງ​ມະນຸດ ເຈົ້າ​ກໍ​ຢາກ​ສະແດງ​ຄວາມ​ອ່ອນ​ໂຍນ​ຄື​ກັບ​ເພິ່ນ​ແມ່ນ​ບໍ?

ພະ​ເຢຊູ​ໄວ້​ວາງໃຈ​ພະເຈົ້າ. ຕອນ​ທີ່​ຢູ່​ເທິງ​ໂລກ ພະ​ເຢຊູ​ໄດ້​ອົດ​ທົນ​ກັບ​ຄວາມ​ບໍ່​ຍຸຕິທຳ​ຫຼາຍ​ຢ່າງ. ເພິ່ນ​ຖືກ​ກ່າວ​ຫາ ຖືກ​ດູຖູກ ແລະ​ຖືກ​ທໍລະມານ. ເຖິງ​ວ່າ​ເປັນ​ແນວ​ນັ້ນ ເພິ່ນ​ກໍ​ຍັງ​ສະແດງ​ຄວາມ​ອ່ອນ​ໂຍນ ເພາະ​ເພິ່ນ “ຝາກ​ຕົວ​ເພິ່ນ​ເອງ​ໄວ້​ກັບ​ພະເຈົ້າ​ທີ່​ຕັດສິນ​ຢ່າງ​ຍຸຕິທຳ.” (1 ປຕ. 2:23) ພະ​ເຢຊູ​ຮູ້​ວ່າ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ຈະ​ເບິ່ງ​ແຍງ​ເພິ່ນ​ແລະ​ຈັດການ​ກັບ​ຄວາມ​ບໍ່​ຍຸຕິທຳ​ໃນ​ເວລາ​ທີ່​ເໝາະ​ສົມ.

ຖ້າ​ເຮົາ​ໃຈ​ຮ້າຍ​ແລະ​ພະຍາຍາມ​ສູ້​ກັບ​ຄວາມ​ບໍ່​ຍຸຕິທຳ​ດ້ວຍ​ຕົວ​ເອງ ເຮົາ​ອາດ​ເຮັດ​ໃຫ້​ສະຖານະການ​ຮ້າຍແຮງ​ກວ່າ​ເກົ່າ. ນີ້​ເປັນ​ເຫດຜົນ​ທີ່​ຄຳພີ​ໄບເບິນ​ເຕືອນ​ເຮົາ​ວ່າ: “ຄວາມ​ຮ້າຍ​ຂອງ​ຄົນ​ເຮົາ​ບໍ່​ໄດ້​ຊ່ວຍ​ໃຫ້​ຜູ້​ໃດ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ພະເຈົ້າ.” (ຢກບ. 1:20) ເຖິງ​ວ່າ​ເຮົາ​ມີ​ເຫດຜົນ​ທີ່​ຈະ​ໃຈ​ຮ້າຍ ແຕ່​ຄວາມ​ບໍ່​ສົມບູນ​ແບບ​ອາດ​ເຮັດ​ໃຫ້​ເຮົາ​ຕອບ​ໂຕ້​ໃນ​ແບບ​ທີ່​ບໍ່​ດີ​ກໍ​ໄດ້.

ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ເຄ​ທີ​ຢູ່​ເຢຍລະມັນ​ເຄີຍ​ຄິດ​ວ່າ: ‘ຖ້າ​ເຈົ້າ​ບໍ່​ສູ້​ເພື່ອ​ປົກ​ປ້ອງ​ຕົວ​ເອງ ແລ້ວ​ໃຜ​ລະ​ຈະ​ສູ້​ເພື່ອ​ປົກ​ປ້ອງ​ເຈົ້າ.’ ແຕ່​ເມື່ອ​ລາວ​ໄດ້​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງໃຈ​ພະ​ເຢໂຫວາ ຄວາມ​ຄິດ​ຂອງ​ລາວ​ກໍ​ປ່ຽນ​ໄປ. ລາວ​ບອກ​ວ່າ: “ຕອນ​ນີ້ ຂ້ອຍ​ສະແດງ​ຄວາມ​ອ່ອນ​ໂຍນ ແລະ​ຂ້ອຍ​ບໍ່​ຈຳເປັນ​ຕ້ອງ​ສູ້​ເພື່ອ​ປົກ​ປ້ອງ​ຕົວ​ເອງ​ຕະຫຼອດ​ແລ້ວ ເພາະ​ພະ​ເຢໂຫວາ​ຈະ​ແກ້ໄຂ​ຄວາມ​ບໍ່​ຍຸຕິທຳ​ທັງ​ໝົດ​ໃນ​ໂລກ​ນີ້.” ຖ້າ​ເຈົ້າ​ເຄີຍ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ ການ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ໂດຍ​ໄວ້​ວາງໃຈ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ຄົນ​ອ່ອນ​ໂຍນ​ຕໍ່ໆໄປ​ໄດ້.

“ຄົນ​ທີ່​ຈິດ​ໃຈ​ອ່ອນ​ໂຍນ​ກໍ​ມີ​ຄວາມ​ສຸກ”

ຄວາມ​ອ່ອນ​ໂຍນ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ເມື່ອ​ເຈິ​ບັນຫາ?

ພະ​ເຢຊູ​ບອກ​ວ່າ​ຖ້າ​ເຮົາ​ຢາກ​ມີ​ຄວາມ​ສຸກ ເຮົາ​ຕ້ອງ​ເປັນ​ຄົນ​ອ່ອນ​ໂຍນ. ເພິ່ນ​ບອກ​ວ່າ: “ຄົນ​ທີ່​ຈິດ​ໃຈ​ອ່ອນ​ໂຍນ​ກໍ​ມີ​ຄວາມ​ສຸກ.” (ມທ. 5:5) ໃນ​ສະຖານະການ​ຕໍ່​ໄປ​ນີ້ ຂໍ​ໃຫ້​ສັງເກດ​ວ່າ​ຄວາມ​ອ່ອນ​ໂຍນ​ເປັນ​ປະໂຫຍດ​ແນວ​ໃດ.

ຄວາມ​ອ່ອນ​ໂຍນ​ຊ່ວຍ​ຫຼຸດ​ຄວາມ​ເຄັ່ງ​ຕຶງ​ໃນ​ຊີວິດ​ຄູ່. ໂຣເບີດ​ທີ່​ຢູ່​ປະເທດ​ອົດສະຕຣາລີ​ຍອມ​ຮັບ​ວ່າ: “ຂ້ອຍ​ເວົ້າ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ເມຍ​ເສຍໃຈ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ. ແຕ່​ຄຳ​ທີ່​ເວົ້າ​ອອກ​ໄປ​ແບບ​ບໍ່​ຄິດ​ຮອບຄອບ​ເອົາ​ຄືນ​ບໍ່​ໄດ້. ຂ້ອຍ​ຮູ້ສຶກ​ບໍ່​ດີ​ຫຼາຍ​ແທ້ໆທີ່​ເຮັດ​ໃຫ້​ລາວ​ເສຍໃຈ​ຫຼາຍ.”

“ພວກ​ເຮົາ​ທຸກ​ຄົນ​ເຮັດ​ຜິດ​ພາດ​ຢູ່​ເລື້ອຍໆ” ໃນ​ການ​ເວົ້າ. ການ​ເວົ້າ​ແບບ​ບໍ່​ຄິດ​ສາມາດ​ເຮັດ​ໃຫ້​ຊີວິດ​ຄູ່​ມີ​ບັນຫາ​ໄດ້. (ຢກບ. 3:2) ໃນ​ສະຖານະການ​ແບບ​ນີ້ ຄວາມ​ອ່ອນ​ໂຍນ​ຈະ​ຊ່ວຍ​ເຮົາ​ໃຫ້​ໃຈ​ເຢັນໆແລະ​ລະວັງ​ສິ່ງ​ທີ່​ເຮົາ​ເວົ້າ.—ສຸພາ. 17:27

ໂຣເບີດ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ແທ້ໆທີ່​ຈະ​ເປັນ​ຄົນ​ໃຈ​ເຢັນ​ແລະ​ຄວບຄຸມ​ຕົວ​ເອງ. ຜົນ​ເປັນ​ແນວ​ໃດ? ລາວ​ບອກ​ວ່າ: “ປັດຈຸບັນ ເມື່ອ​ໃດ​ທີ່​ຜິດ​ກັນ ຂ້ອຍ​ກໍ​ຕັ້ງ​ໃຈ​ຟັງ ຄ່ອຍ​ເວົ້າ​ຄ່ອຍ​ວ່າ​ກັບ​ເມຍ ແລະ​ຄວບຄຸມ​ຕົວ​ເອງ​ບໍ່​ໃຫ້​ໃຈ​ຂຶ້ນ. ຕອນ​ນີ້​ຊີວິດ​ຄູ່​ຂອງ​ເຮົາ​ດີ​ຂຶ້ນ​ຫຼາຍ​ກວ່າ​ແຕ່​ກ່ອນ​ແທ້ໆ.”

ຄວາມ​ອ່ອນ​ໂຍນ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ກັບ​ຄົນ​ອື່ນ​ໄດ້​ງ່າຍ​ຂຶ້ນ. ຜູ້​ທີ່​ຄຽດ​ງ່າຍ​ຈະ​ບໍ່​ຄ່ອຍ​ມີ​ໝູ່ ແຕ່​ຄວາມ​ອ່ອນ​ໂຍນ​ຊ່ວຍ​ເຮົາ​ໃຫ້ “ພະຍາຍາມ . . . ມີ​ສັນຕິສຸກ​ທີ່​ຜູກ​ພັນ​ຄົນ​ເຮົາ​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.” (ອຟຊ. 4:2, 3) ເຄ​ທີ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ເມື່ອ​ຂ້ອຍ​ສະແດງ​ຄວາມ​ອ່ອນ​ໂຍນ​ຂ້ອຍ​ກໍ​ຢູ່​ນຳ​ຄົນ​ອື່ນ​ໄດ້​ງ່າຍ ເຖິງ​ວ່າ​ຈະ​ເຂົ້າ​ກັບ​ບາງ​ຄົນ​ໄດ້​ຍາກ​ກໍ​ຕາມ.”

ຄວາມ​ອ່ອນ​ໂຍນ​ຊ່ວຍ​ໃຫ້​ສະຫງົບ​ໃຈ. ຄຳພີ​ໄບເບິນ​ມັກ​ເວົ້າ​ເຖິງ “ສະຕິປັນຍາ​ຈາກ​ທາງ​ເທິງ” ກັບ​ຄວາມ​ອ່ອນ​ໂຍນ​ແລະ​ສັນຕິສຸກ​ນຳ​ກັນ. (ຢກບ. 3:13, 17) ຄົນ​ອ່ອນ​ໂຍນ​ຈະ​ມີ “ໃຈ​ສຳບາຍ” ຫຼື​ໃຈ​ທີ່​ສະຫງົບ. (ສຸພາ. 14:30) ມາຕິນ​ເປັນ​ອີກ​ຄົນ​ໜຶ່ງ​ທີ່​ພະຍາຍາມ​ຫຼາຍ​ໃນ​ການ​ສະແດງ​ຄວາມ​ອ່ອນ​ໂຍນ ລາວ​ບອກ​ວ່າ: “ຕອນ​ນີ້​ຂ້ອຍ​ບໍ່​ໄດ້​ຍຶດ​ຄວາມ​ຄິດ​ຂອງ​ຕົວ​ເອງ​ເປັນ​ໃຫຍ່ ຂ້ອຍ​ມີ​ຄວາມ​ສະຫງົບ​ໃຈ​ແລະ​ມີ​ຄວາມ​ສຸກ.”

ເຮົາ​ອາດ​ຕ້ອງ​ພະຍາຍາມ​ຫຼາຍ​ແທ້ໆເພື່ອ​ຈະ​ເປັນ​ຄົນ​ອ່ອນ​ໂຍນ. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ບອກ​ວ່າ: “ເວົ້າ​ຕາມ​ຄວາມ​ຊື່​ເດີ້ ຈົນ​ຮອດ​ຕອນ​ນີ້​ບາງ​ເທື່ອ​ຂ້ອຍ​ກໍ​ຍັງ​ຮູ້ສຶກ​ໃຈ​ຮ້າຍແຮງ.” ແຕ່​ພະ​ເຢໂຫວາ​ຜູ້​ທີ່​ບອກ​ໃຫ້​ເຮົາ​ເປັນ​ຄົນ​ອ່ອນ​ໂຍນ​ຈະ​ຊ່ວຍ​ເຮົາ​ໃນ​ເລື່ອງ​ນີ້. (ເອຊາ. 41:10; 1 ຕມ. 6:11) ພະອົງ​ສາມາດ ‘ຝຶກ​ອົບຮົມ​ພວກ​ເຮົາ​ຈົນ​ສຳເລັດ​ລຸ​ລ່ວງ’ ແລະ ‘ເຮັດ​ໃຫ້​ພວກ​ເຮົາ​ເຂັ້ມແຂງ.’ (1 ປຕ. 5:10) ຄື​ກັບ​ອັກຄະສາວົກ​ໂປໂລ ໃນ​ທີ່​ສຸດ​ເຮົາ​ຈະ​ສາມາດ​ສະແດງ​ຄວາມ “ອ່ອນ​ໂຍນ​ແລະ​ກະລຸນາ​ຄື​ກັບ​ພະຄລິດ.”—2 ກຣ. 10:1

^ ຂໍ້ 2 ບາງ​ຊື່​ເປັນ​ຊື່​ສົມມຸດ.