ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 21

ເຈົ້າ​ເຫັນ​ຄ່າ​ຂອງ​ຂວັນ​ທີ່​ພະເຈົ້າ​ໃຫ້​ບໍ?

ເຈົ້າ​ເຫັນ​ຄ່າ​ຂອງ​ຂວັນ​ທີ່​ພະເຈົ້າ​ໃຫ້​ບໍ?

“ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ ພະອົງ​ເຮັດ​ສິ່ງ​ມະຫັດສະຈັນ​ຫຼາຍ​ຢ່າງ​ແລະ​ມີ​ໂຄງການ​ຫຼາຍ​ຢ່າງ​ສຳລັບ​ພວກ​ເຮົາ.”—ເພງ. 40:5, ລ.ມ.

ເພງ 5 ຜົນ​ງານ​ອັນ​ລ້ຳ​ເລີດ​ຂອງ​ພະເຈົ້າ

ໃຈ​ຄວາມ​ສຳຄັນ *

1-2. ຕາມ​ຄຳເພງ 40:5 ມີ​ຂອງ​ຂວັນ​ຫຍັງ​ແດ່​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ຮຽນ​ຮູ້​ກ່ຽວ​ກັບ​ຂອງ​ຂວັນ​ນັ້ນ?

ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ໃຈ​ກວ້າງ. ຂໍ​ໃຫ້​ຄິດ​ເຖິງ​ຂອງ​ຂວັນ​ບາງ​ຢ່າງ​ທີ່​ພະອົງ​ໃຫ້​ເຮົາ ເຊັ່ນ: ໜ່ວຍ​ໂລກ​ເຊິ່ງ​ເປັນ​ບ້ານ​ທີ່​ສວຍ​ງາມ​ແລະ​ສົມບູນ​ແບບ​ຂອງ​ເຮົາ ສະໝອງ​ຂອງ​ເຮົາ​ທີ່​ຖືກ​ອອກ​ແບບ​ຢ່າງ​ອັດສະຈັນ ແລະ​ຄຳພີ​ໄບເບິນ​ເຊິ່ງ​ເປັນ​ຄຳເວົ້າ​ຂອງ​ພະເຈົ້າ. ຍ້ອນ​ພະ​ເຢໂຫວາ​ໃຫ້​ຂອງ​ຂວັນ 3 ຢ່າງ​ນີ້​ກັບ​ເຮົາ ເຮົາ​ຈຶ່ງ​ມີ​ບ່ອນ​ຢູ່​ອາໄສ ສາມາດ​ຄິດ​ແລະ​ສື່ສານ​ກັບ​ຄົນ​ອື່ນ​ໄດ້ ແລະ​ສາມາດ​ຮູ້​ຄຳຕອບ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ທີ່​ເຮົາ​ຢາກ​ຮູ້.—ອ່ານ​ຄຳເພງ 40:5 *

2 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ຮຽນ​ນຳ​ກັນ​ກ່ຽວ​ກັບ​ຂອງ​ຂວັນ 3 ຢ່າງ. ແຮ່ງ​ເຮົາ​ຄິດ​ຕຶກຕອງ​ເຖິງ​ຂອງ​ຂວັນ​ເຫຼົ່າ​ນັ້ນ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ຮູ້​ຄຸນຄ່າ​ແລະ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ທີ່​ເປັນ​ຜູ້​ສ້າງ​ທຸກ​ສິ່ງ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. (ພນມ. 4:11) ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ສາມາດ​ຫາ​ເຫດຜົນ​ໄດ້​ດີ​ຂຶ້ນ​ກັບ​ຄົນ​ທີ່​ເຊື່ອ​ເລື່ອງ​ວິວັດທະນາການ.

ໜ່ວຍ​ໂລກ​ທີ່​ສວຍ​ງາມ​ຂອງ​ເຮົາ

3. ເປັນ​ຫຍັງ​ໜ່ວຍ​ໂລກ​ຈຶ່ງ​ແຕກຕ່າງ​ຈາກ​ດາວ​ເຄາະ​ດວງ​ອື່ນໆ?

3 ສະຕິປັນຍາ​ຂອງ​ພະເຈົ້າ​ເຫັນ​ໄດ້​ຈາກ​ວິທີ​ທີ່​ພະອົງ​ສ້າງ​ໂລກ​ເຊິ່ງ​ເປັນ​ບ້ານ​ຂອງ​ເຮົາ. (ຣມ. 1:20; ຮຣ. 3:4) ເຖິງ​ວ່າ​ໜ່ວຍ​ໂລກ​ຂອງ​ເຮົາ​ຈະ​ບໍ່​ແມ່ນ​ດາວ​ເຄາະ​ດວງ​ດຽວ​ທີ່​ປິ່ນ​ອ້ອມ​ດວງ​ຕາເວັນ ແຕ່​ໜ່ວຍ​ໂລກ​ກໍ​ພິເສດ​ກວ່າ​ດາວ​ເຄາະ​ດວງ​ອື່ນໆເພາະ​ມັນ​ມີ​ສະພາບ​ແວດ​ລ້ອມ​ທີ່​ເໝາະ​ສົມ​ທີ່​ສຸດ​ທີ່​ມະນຸດ​ຈະ​ດຳລົງ​ຊີວິດ​ຢູ່​ໄດ້.

4. ເປັນ​ຫຍັງ​ໜ່ວຍ​ໂລກ​ທີ່​ພະເຈົ້າ​ສ້າງ​ຈຶ່ງ​ດີ​ກວ່າ​ເຮືອ​ທີ່​ມະນຸດ​ສ້າງ?

4 ໃນ​ອີກ​ແງ່​ໜຶ່ງ ໜ່ວຍ​ໂລກ​ຂອງ​ເຮົາ​ກໍ​ຄ້າຍ​ຄື​ກັບ​ເຮືອ​ທີ່​ລອຍ​ຢູ່​ໃນ​ມະຫາສະໝຸດ​ອັນ​ກວ້າງ​ໃຫຍ່. ແຕ່​ເຮືອ​ທີ່​ມະນຸດ​ສ້າງ​ຂຶ້ນ​ແຕກຕ່າງ​ກັນ​ຫຼາຍ​ກັບ​ໜ່ວຍ​ໂລກ​ທີ່​ພະ​ເຢໂຫວາ​ສ້າງ. ຕົວຢ່າງ: ຄົນ​ທີ່​ອາໄສ​ໃນ​ເຮືອ​ຈະ​ມີ​ຊີວິດ​ຢູ່​ໄດ້​ດົນ​ປານ​ໃດ​ຖ້າ​ພວກ​ເຂົາ​ຕ້ອງ​ຜະລິດ​ອົກຊີແຊນ ອາຫານ​ແລະ​ນ້ຳ​ເອົາ​ເອງ ແລະ​ຖິ້ມ​ສິ່ງ​ເສດ​ເຫຼືອ​ລົງ​ທະເລ​ບໍ່​ໄດ້? ອີກ​ບໍ່​ດົນ​ຄົນ​ທີ່​ຢູ່​ໃນ​ເຮືອ​ນັ້ນ​ກໍ​ຄື​ຊິ​ຕາຍ. ກົງ​ກັນ​ຂ້າມ ໜ່ວຍ​ໂລກ​ຮອງ​ຮັບ​ສິ່ງ​ທີ່​ມີ​ຊີວິດ​ຫຼາຍ​ພັນ​ລ້ານ​ຊະນິດ​ໄດ້. ໂລກ​ຍັງ​ຜະລິດ​ອົກຊີແຊນ ອາຫານ ແລະ​ນ້ຳ​ທັງ​ໝົດ​ທີ່​ເຮົາ​ຈຳເປັນ​ຕ້ອງ​ມີ ແລະ​ສິ່ງ​ເຫຼົ່າ​ນີ້​ກໍ​ມີ​ພຽງ​ພໍ​ສະເໝີ​ແລະ​ບໍ່​ໝົດ​ຈັກ​ເທື່ອ ແລະ​ສິ່ງ​ເສດ​ເຫຼືອ​ກໍ​ບໍ່​ໄດ້​ເອົາ​ໄປ​ຖິ້ມ​ນອກ​ອະວະກາດ ແຕ່​ໂລກ​ຂອງ​ເຮົາ​ກໍ​ຍັງ​ສວຍ​ງາມ​ແລະ​ສາມາດ​ອາໄສ​ຢູ່​ໄດ້. ເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ? ພະ​ເຢໂຫວາ​ອອກ​ແບບ​ໜ່ວຍ​ໂລກ​ໃຫ້​ສາມາດ​ປ່ຽນ​ສິ່ງ​ເສດ​ເຫຼືອ​ໃຫ້​ມາ​ເປັນ​ສິ່ງ​ທີ່​ດີ​ແລະ​ກັບ​ມາ​ໃຊ້​ໄດ້​ອີກ. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ກ່ຽວ​ກັບ​ການ​ອອກ​ແບບ​ທີ່​ດີ​ເລີດ 2 ຢ່າງ​ຄື: ວົງ​ຈອນ​ຂອງ​ອົກຊີແຊນ​ແລະ​ວົງ​ຈອນ​ຂອງ​ນ້ຳ.

5. ວົງ​ຈອນ​ຂອງ​ອົກຊີແຊນ​ເປັນ​ແນວ​ໃດ ແລະ​ສິ່ງ​ນີ້​ສະແດງ​ເຖິງ​ຄວາມ​ຈິງ​ຫຍັງ?

5 ອົກຊີແຊນ. ເປັນ​ທາດ​ອາຍ​ທີ່​ມະນຸດ​ແລະ​ສັດ​ຕ້ອງການ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ໄດ້. ມີ​ການ​ປະເມີນ​ວ່າ​ສິ່ງ​ທີ່​ມີ​ຊີວິດ​ຫາຍ​ໃຈ​ເອົາ​ອົກຊີແຊນ​ຫຼາຍ​ຮ້ອຍ​ຕື້​ໂຕນ​ຕໍ່​ໜຶ່ງ​ປີ. ໃນ​ຂະນະ​ດຽວ​ກັນ ສິ່ງ​ທີ່​ມີ​ຊີວິດ​ເຫຼົ່າ​ນີ້​ກໍ​ປ່ອຍ​ອາຍ​ກາກ​ໂບ​ນິກ​ອອກ​ມາ​ເຊິ່ງ​ເປັນ​ສິ່ງ​ເສດ​ເຫຼືອ. ແຕ່​ສິ່ງ​ທີ່​ມີ​ຊີວິດ​ໃນ​ໂລກ​ນີ້​ກໍ​ບໍ່​ເຄີຍ​ຂາດ​ອົກຊີແຊນ ແລະ​ອາຍ​ກາກ​ໂບ​ນິກ​ຫຼື “ສິ່ງ​ເສດ​ເຫຼືອ” ທີ່​ຖືກ​ປ່ອຍ​ອອກ​ມາ​ກໍ​ບໍ່​ເຄີຍ​ມີ​ຫຼາຍ​ເກີນ​ໄປ​ຈົນ​ລົ້ນ​ຊັ້ນ​ບັນຍາກາດ. ຍ້ອນ​ຫຍັງ? ກໍ​ເພາະ​ວ່າ​ພະ​ເຢໂຫວາ​ໄດ້​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ແບບ​ໜຶ່ງ​ອີກ​ຄື ຕົ້ນ​ໄມ້​ທີ່​ໃຫຍ່ໆຈົນ​ໄປ​ຮອດ​ຫຍ້າ​ທີ່​ນ້ອຍໆເຊິ່ງ​ດູດ​ເອົາ​ອາຍ​ກາກ​ໂບ​ນິກ​ແລະ​ປ່ອຍ​ອົກຊີແຊນ​ອອກ​ມາ. ວົງ​ຈອນ​ຂອງ​ອົກຊີແຊນ​ສະແດງ​ເຖິງ​ຄວາມ​ຈິງ​ທີ່​ຂຽນ​ໄວ້​ໃນ​ກິດຈະການ 17:24, 25 ທີ່​ວ່າ: “ພະເຈົ້າ . . . ເປັນ​ຜູ້​ທີ່​ໃຫ້​ຊີວິດ ລົມ​ຫາຍ​ໃຈ.”

6. ວົງ​ຈອນ​ຂອງ​ນ້ຳ​ເປັນ​ແນວ​ໃດ ແລະ​ນີ້​ພິສູດ​ໃຫ້​ເຫັນ​ຫຍັງ? (ເບິ່ງ​ຂອບ “ ວົງ​ຈອນ​ຂອງ​ນ້ຳ​ເປັນ​ຂອງ​ຂວັນ​ຈາກ​ພະ​ເຢໂຫວາ.”)

6 ເຮົາ​ມີ​ນ້ຳ ຢູ່​ເທິງ​ໂລກ​ໃນ​ຮູບ​ແບບ​ຂອງ​ທາດ​ແຫຼວ​ໄດ້​ກໍ​ເພາະ​ໂລກ​ຂອງ​ເຮົາ​ຕັ້ງ​ຢູ່​ຕຳແໜ່ງ​ທີ່​ຫ່າງ​ຈາກ​ດວງ​ຕາເວັນ​ໃນ​ໄລຍະ​ທີ່​ເໝາະ​ສົມ. ຖ້າ​ໜ່ວຍ​ໂລກ​ຫຍັບ​ໄປ​ໃກ້​ດວງ​ຕາເວັນ​ແຕ່​ໜ້ອຍ​ດຽວ ນ້ຳ​ເທິງ​ໂລກ​ກໍ​ຈະ​ລະ​ເຫີຍ​ໄປ ໂລກ​ກໍ​ຈະ​ຮ້ອນ​ແລະ​ແຫ້ງ​ແລ້ງ​ແລ້ວ​ສິ່ງ​ທີ່​ມີ​ຊີວິດ​ກໍ​ຈະ​ຕາຍ ແລະ​ຖ້າ​ໂລກ​ຫ່າງ​ອອກ​ຈາກ​ດວງ​ຕາເວັນ​ແຕ່​ໜ້ອຍ​ດຽວ ນ້ຳ​ໝົດ​ໂລກ​ກໍ​ຈະ​ກ້າມ​ແລະ​ໜ່ວຍ​ໂລກ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ນ້ຳ​ກ້ອນ​ແລະ​ຫິມະ. ເນື່ອງ​ຈາກ​ພະ​ເຢໂຫວາ​ຕັ້ງ​ໂລກ​ໄວ້​ໃນ​ຕຳແໜ່ງ​ທີ່​ເໝາະ​ສົມ ວົງ​ຈອນ​ຂອງ​ນ້ຳ​ໃນ​ໂລກ​ຈຶ່ງ​ສາມາດ​ຄ້ຳຈູນ​ສິ່ງ​ທີ່​ມີ​ຊີວິດ​ໄດ້. ດວງ​ຕາເວັນ​ເຮັດ​ໃຫ້​ນ້ຳ​ໃນ​ມະຫາສະໝຸດ​ແລະ​ພື້ນ​ຜິວ​ໂລກ​ເກີດ​ການ​ລະ​ເຫີຍ​ອາຍ​ຂຶ້ນ​ກໍ່​ຕົວ​ເປັນ​ກ້ອນ​ເມກ. ໃນ​ແຕ່​ລະ​ປີ​ດວງ​ຕາເວັນ​ໄດ້​ເຮັດ​ໃຫ້​ນ້ຳ​ລະ​ເຫີຍ​ອາຍ​ເກືອບ 500.000 ກິໂລແມັດ​ກ້ອນ. ນ້ຳ​ນີ້​ຈະ​ຂຶ້ນ​ໄປ​ຢູ່​ຊັ້ນ​ບັນຍາກາດ​ປະມານ 10 ມື້​ກ່ອນ​ທີ່​ຈະ​ກາຍ​ເປັນ​ຝົນ​ຫຼື​ຫິມະ​ຕົກ​ລົງ​ມາ. ແລ້ວ​ນ້ຳ​ກໍ​ຈະ​ໄຫຼ​ລົງ​ສູ່​ມະຫາສະໝຸດ​ຫຼື​ແຫຼ່ງ​ນ້ຳ​ອື່ນໆອີກ​ແລະ​ກໍ​ຈະ​ໝູນ​ວຽນ​ເປັນ​ວົງ​ຈອນ​ແບບ​ນີ້​ຕະຫຼອດ. ພະ​ເຢໂຫວາ​ອອກ​ແບບ​ວົງ​ຈອນ​ນີ້​ເພື່ອ​ຈະ​ໃຫ້​ໂລກ​ມີ​ນ້ຳ​ຕະຫຼອດ ນີ້​ພິສູດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ມີ​ທັງ​ສະຕິປັນຍາ​ແລະ​ພະລັງ​ອຳນາດ​ຫຼາຍ​ແທ້ໆ.—ໂຢບ 36:27, 28; ຜູ້ປ. 1:7

7. ມີ​ວິທີ​ໃດ​ແດ່​ທີ່​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ຂອງ​ຂວັນ​ທີ່​ບອກ​ໃນ​ຄຳເພງ 115:16?

7 ເຮົາ​ຈະ​ເຫັນ​ຄຸນຄ່າ​ໂລກ​ທີ່​ສວຍ​ງາມ​ແລະ​ສິ່ງ​ດີ​ຕ່າງໆທີ່​ຢູ່​ໃນ​ໂລກ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? (ອ່ານ​ຄຳເພງ 115:16) ວິທີ​ໜຶ່ງ​ຄື ຄິດ​ຕຶກຕອງ​ກ່ຽວ​ກັບ​ສິ່ງ​ຕ່າງໆທີ່​ພະ​ເຢໂຫວາ​ສ້າງ. ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຂອບໃຈ​ພະອົງ​ທຸກ​ມື້​ທີ່​ໃຫ້​ສິ່ງ​ດີໆຫຼາຍ​ຢ່າງ​ກັບ​ເຮົາ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ໂດຍ​ຮັກສາ​ຄວາມ​ສະອາດ​ໃນ​ບ່ອນ​ທີ່​ເຮົາ​ຢູ່​ເທົ່າ​ທີ່​ເປັນ​ໄປ​ໄດ້.

ສະໝອງ​ທີ່​ອັດສະຈັນ​ຂອງ​ເຮົາ

8. ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ວ່າ​ສະໝອງ​ຂອງ​ເຮົາ​ເປັນ​ຕາ​ງຶດງໍ້​ແທ້ໆ?

8 ສະໝອງ​ຂອງ​ມະນຸດ​ຖືກ​ອອກ​ແບບ​ໃຫ້​ມີ​ຄວາມ​ສາມາດ​ທີ່​ເປັນ​ຕາ​ງຶດງໍ້​ແທ້ໆ. ຕອນ​ທີ່​ເຈົ້າ​ຢູ່​ໃນ​ທ້ອງ​ແມ່ ສະໝອງ​ຂອງ​ເຈົ້າ​ກໍ​ຖືກ​ສ້າງ​ຕາມ​ແຜນການ​ທີ່​ກຳນົດ​ໄວ້​ກ່ອນ​ແລ້ວ ແລະ​ມີ​ຈຸລັງ​ສະໝອງ​ໃໝ່​ຫຼາຍ​ພັນ​ຈຸລັງ​ຖືກ​ສ້າງ​ຂຶ້ນ​ທຸກໆນາທີ! ນັກ​ວິໄຈ​ປະເມີນ​ວ່າ​ສະໝອງ​ຜູ້​ໃຫຍ່​ມີ​ຈຸລັງ​ພິເສດ​ເກືອບ 100 ຕື້​ຈຸລັງ​ທີ່​ເອີ້ນ​ວ່າ ຈຸລັງ​ປະສາດ ແລະ​ເມື່ອ​ເອົາ​ຈຸລັງ​ເຫຼົ່າ​ນີ້​ມາ​ລວມ​ກັນ​ກໍ​ຈະ​ມີ​ນ້ຳ​ໜັກ​ພຽງ​ແຕ່​ປະມານ 1.5 ກິໂລກຼາມ. ໃຫ້​ເຮົາ​ມາ​ເບິ່ງ​ຄວາມ​ສາມາດ​ທີ່​ພິເສດ​ສອງ​ຢ່າງ​ຂອງ​ສະໝອງ​ນຳ​ກັນ.

9. ອັນ​ໃດ​ເຮັດ​ໃຫ້​ເຈົ້າ​ເຫັນ​ວ່າ​ຄວາມ​ສາມາດ​ໃນ​ການ​ເວົ້າ​ເປັນ​ຂອງ​ຂວັນ​ຈາກ​ພະເຈົ້າ?

9 ຄວາມ​ສາມາດ​ໃນ​ການ​ເວົ້າ ເປັນ​ສິ່ງ​ທີ່​ອັດສະຈັນ. ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ເມື່ອ​ເຮົາ​ເວົ້າ. ແຕ່​ລະ​ຄຳ​ທີ່​ເຈົ້າ​ເວົ້າ​ອອກ​ມາ ສະໝອງ​ຂອງ​ເຈົ້າ​ຈະ​ຕ້ອງ​ປະສານ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ກ້າມ​ເນື້ອ 100 ມັດ​ທີ່​ຢູ່​ໃນ​ລີ້ນ ລຳ​ຄໍ ສົບ ຄາງ​ກະ​ໄຕ ແລະ​ໜ້າ​ເອິກ. ກ້າມ​ເນື້ອ​ທັງ​ໝົດ​ເຫຼົ່າ​ນີ້​ຕ້ອງ​ເຄື່ອນ​ໄຫວ​ຕາມ​ຈັງຫວະ​ທີ່​ແນ່ນອນ​ເພື່ອ​ຈະ​ອອກ​ສຽງ​ຢ່າງ​ຈະ​ແຈ້ງ. ການ​ວິໄຈ​ໜຶ່ງ​ໃນ​ປີ 2019 ກ່ຽວ​ກັບ​ຄວາມ​ສາມາດ​ໃນ​ການ​ເວົ້າ​ພາສາ​ຕ່າງໆບອກ​ວ່າ ແອ​ນ້ອຍ​ສາມາດ​ຮັບ​ຮູ້​ແລະ​ຕອບ​ສະໜອງ​ຄຳສັບ​ແຕ່​ລະ​ຄຳ​ໄດ້. ການ​ຄົ້ນ​ພົບ​ນີ້​ສອດຄ່ອງ​ກັບ​ສິ່ງ​ທີ່​ນັກ​ວິໄຈ​ຫຼາຍ​ຄົນ​ເຊື່ອ​ທີ່​ວ່າ ເຮົາ​ເກີດ​ມາ​ພ້ອມ​ກັບ​ຄວາມ​ສາມາດ​ໃນ​ການ​ຈື່​ຈຳ​ແລະ​ຮຽນ​ຮູ້​ພາສາ. ແນ່ນອນ​ວ່າ ການ​ທີ່​ເຮົາ​ສາມາດ​ເວົ້າ​ໄດ້​ເປັນ​ຂອງ​ຂວັນ​ມາ​ຈາກ​ພະເຈົ້າ.—ອົບ. 4:11

10. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ຄວາມ​ສາມາດ​ໃນ​ການ​ເວົ້າ​ທີ່​ພະເຈົ້າ​ໃຫ້?

10 ວິທີ​ໜຶ່ງ​ທີ່​ເຮົາ​ສະແດງ​ວ່າ​ເຮົາ​ເຫັນ​ຄ່າ​ຄວາມ​ສາມາດ​ໃນ​ການ​ເວົ້າ​ກໍ​ຄື ອະທິບາຍ​ຄວາມ​ເຊື່ອ​ກັບ​ຄົນ​ທີ່​ສົງໄສ​ວ່າ​ເປັນ​ຫຍັງ​ເຮົາ​ບໍ່​ເຊື່ອ​ເລື່ອງ​ວິວັດທະນາການ. (ເພງ. 9:1; 1 ປຕ. 3:15) ຄົນ​ທີ່​ສົ່ງເສີມ​ຫຼັກ​ຄຳ​ສອນ​ເລື່ອງ​ວິວັດທະນາການ​ຢາກ​ເຮັດ​ໃຫ້​ເຮົາ​ເຊື່ອ​ວ່າ​ໂລກ​ແລະ​ທຸກ​ສິ່ງ​ທີ່​ມີ​ຊີວິດ​ໃນ​ໂລກ​ເກີດ​ຂຶ້ນ​ໂດຍ​ບັງເອີນ. ຖ້າ​ເຮົາ​ໃຊ້​ຄຳພີ​ໄບເບິນ​ແລະ​ບາງ​ຈຸດ​ໃນ​ບົດ​ຄວາມ​ນີ້​ລົມ​ກັບ​ພວກ​ເຂົາ ເຮົາ​ກໍ​ຈະ​ສາມາດ​ເວົ້າ​ປົກ​ປ້ອງ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ ແລະ​ສາມາດ​ອະທິບາຍ​ໃຫ້​ກັບ​ຄົນ​ທີ່​ເຕັມ​ໃຈ​ຟັງ​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ເຊື່ອ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ສະຫວັນ​ແລະ​ໂລກ.—ເພງ. 102:25; ເອຊາ. 40:25, 26

11. ອັນ​ໃດ​ຄື​ເຫດຜົນ​ໜຶ່ງ​ທີ່​ສະໝອງ​ຂອງ​ເຮົາ​ເປັນ​ຕາ​ງຶດ​ແທ້ໆ?

11 ຄວາມ​ສາມາດ​ໃນ​ການ​ຈື່​ຈຳ​ຂອງ​ເຮົາ ເປັນ​ຕາ​ງຶດ​ແທ້ໆ. ໃນ​ອະດີດ​ນັກ​ຂຽນ​ຄົນ​ໜຶ່ງ​ເຄີຍ​ກະ​ປະມານ​ວ່າ ສະໝອງ​ຂອງ​ຄົນ​ເຮົາ​ສາມາດ​ຈື່​ຂໍ້​ມູນ​ເທົ່າ​ກັນ​ກັບ​ຂໍ້​ມູນ​ທີ່​ຢູ່​ໃນ​ປຶ້ມ 20 ລ້ານ​ຫົວ. ແຕ່​ຕອນ​ນີ້​ສະໝອງ​ຂອງ​ຄົນ​ເຮົາ​ສາມາດ​ຈື່​ໄດ້​ຫຼາຍ​ກວ່າ​ນັ້ນ​ອີກ. ຍ້ອນ​ມີ​ຄວາມ​ຈື່​ຈຳ​ແບບ​ນີ້ ເຮົາ​ຈຶ່ງ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່?

12. ຄວາມ​ສາມາດ​ໃນ​ການ​ຮຽນ​ຮູ້​ເລື່ອງ​ສິນລະທຳ​ເຮັດ​ໃຫ້​ເຮົາ​ຕ່າງ​ຈາກ​ສັດ​ແນວ​ໃດ?

12 ໃນ​ບັນດາ​ສິ່ງ​ທີ່​ມີ​ຊີວິດ​ທັງ​ໝົດ​ທີ່​ຢູ່​ເທິງ​ໂລກ ມີ​ແຕ່​ມະນຸດ​ເທົ່າ​ນັ້ນ​ທີ່​ສາມາດ​ຮຽນ​ຮູ້​ເລື່ອງ​ຫຼັກ​ສິນລະທຳ ໂດຍ​ການ​ຈື່​ແລະ​ວິເຄາະ​ເຫດການ​ທີ່​ຜ່ານ​ມາ. ດ້ວຍ​ເຫດ​ນີ້​ເຮົາ​ຈຶ່ງ​ສາມາດ​ມີ​ມາດຕະຖານ​ດ້ານ​ສິນລະທຳ​ທີ່​ດີ​ຂຶ້ນ ປ່ຽນ​ວິທີ​ຄິດ​ແລະ​ການ​ໃຊ້​ຊີວິດ​ຂອງ​ເຮົາ. (1 ກຣ. 6:9-11; ກລຊ. 3:9, 10) ທີ່​ຈິງ ເຮົາ​ສາມາດ​ຝຶກ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຮົາ​ເພື່ອ​ແຍກ​ໃຫ້​ອອກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. (ຮຣ. 5:14) ນອກ​ຈາກ​ນັ້ນ ເຮົາ​ຍັງ​ສາມາດ​ສະແດງ​ຄວາມ​ຮັກ ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ​ຄວາມ​ເມດຕາ​ໄດ້ ແລະ​ເຮົາ​ກໍ​ຍັງ​ຮຽນ​ແບບ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ໄດ້​ນຳ​ອີກ.

13. ຕາມ​ຄຳເພງ 77:11, 12 ເຮົາ​ຄວນ​ໃຊ້​ການ​ຈື່​ຈຳ​ເຊິ່ງ​ເປັນ​ຂອງ​ຂວັນ​ຈາກ​ພະເຈົ້າ​ແນວ​ໃດ?

13 ວິທີ​ໜຶ່ງ​ທີ່​ພິສູດ​ວ່າ​ເຮົາ​ເຫັນ​ຄ່າ​ການ​ຈື່​ຈຳ​ເຊິ່ງ​ເປັນ​ຂອງ​ຂວັນ​ກໍ​ໂດຍ​ການ​ພະຍາຍາມ​ຈື່​ສະເໝີ​ວ່າ ພະ​ເຢໂຫວາ​ໄດ້​ຊ່ວຍ​ເຮົາ​ແລະ​ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ​ໃນ​ອະດີດ. ນີ້​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ພະອົງ​ຍັງ​ຈະ​ຊ່ວຍ​ເຮົາ​ອີກ​ໃນ​ອະນາຄົດ. (ອ່ານ​ຄຳເພງ 77:11, 12; 78:4, 7) ແລະ​ອີກ​ວິທີ​ກໍ​ໂດຍ​ການ​ຈື່​ສິ່ງ​ດີ​ຕ່າງໆທີ່​ຄົນ​ອື່ນ​ເຮັດ​ເພື່ອ​ເຮົາ​ແລະ​ເຫັນ​ຄ່າ​ໃນ​ສິ່ງ​ທີ່​ພວກ​ເຂົາ​ເຮັດ. ນັກ​ຄົ້ນ​ຄວ້າ​ຫຼາຍ​ຄົນ​ພົບ​ວ່າ ຄົນ​ທີ່​ຮູ້ຈັກ​ສຳນຶກ​ບຸນ​ຄຸນ​ຄົນ​ອື່ນ​ຈະ​ເປັນ​ຄົນ​ທີ່​ມີ​ຄວາມ​ສຸກ​ຫຼາຍ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ສາມາດ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ເລືອກ​ທີ່​ຈະ​ລືມ​ບາງ​ສິ່ງ. ຕົວຢ່າງ: ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຈື່​ຈຳ​ທີ່​ດີ​ທີ່​ສຸດ ແຕ່​ພະອົງ​ກໍ​ເລືອກ​ທີ່​ຈະ​ລືມ​ຄວາມ​ຜິດ​ແລະ​ຍົກ​ໂທດ​ໃຫ້​ເຮົາ​ຖ້າ​ເຮົາ​ກັບ​ໃຈ​ແທ້ໆ. (ເພງ. 25:7; 130:3, 4) ແລະ​ພະອົງ​ກໍ​ຢາກ​ໃຫ້​ເຮົາ​ເຮັດ​ແບບ​ນີ້​ກັບ​ຄົນ​ອື່ນ​ຄື​ກັນ​ເມື່ອ​ພວກ​ເຂົາ​ຂໍ​ໂທດ​ທີ່​ເຮັດ​ໃຫ້​ເຮົາ​ເສຍໃຈ.—ມທ. 6:14; ລກ. 17:3, 4

ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮູ້​ຄຸນຄ່າ​ພະ​ເຢໂຫວາ​ທີ່​ໃຫ້​ສະໝອງ​ເຊິ່ງ​ເປັນ​ຂອງ​ຂວັນ​ກັບ​ເຮົາ ໂດຍ​ໃຊ້​ມັນ​ເພື່ອ​ສັນລະເສີນ​ພະອົງ (ເບິ່ງ​ຂໍ້ 14) *

14. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮູ້​ຄຸນຄ່າ​ພະ​ເຢໂຫວາ​ທີ່​ໃຫ້​ສະໝອງ​ເຊິ່ງ​ເປັນ​ຂອງ​ຂວັນ​ກັບ​ເຮົາ?

14 ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮູ້​ຄຸນຄ່າ​ພະ​ເຢໂຫວາ​ທີ່​ໃຫ້​ສະໝອງ​ເຊິ່ງ​ເປັນ​ຂອງ​ຂວັນ​ກັບ​ເຮົາ? ໂດຍ​ໃຊ້​ມັນ​ເພື່ອ​ສັນລະເສີນ​ພະອົງ. ບາງ​ຄົນ​ເລືອກ​ທີ່​ຈະ​ໃຊ້​ສະໝອງ​ຂອງ​ຕົວ​ເອງ​ເພື່ອ​ຈຸດ​ປະສົງ​ທີ່​ເຫັນ​ແກ່​ຕົວ ເຊັ່ນ: ຕັ້ງ​ມາດຕະຖານ​ເອົາ​ເອງ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. ແຕ່​ເນື່ອງ​ຈາກ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ເຮົາ ຈຶ່ງ​ເປັນ​ເລື່ອງ​ສົມ​ເຫດ​ສົມ​ຜົນ​ແທ້ໆທີ່​ມາດຕະຖານ​ຂອງ​ພະ​ເຢໂຫວາ​ດີ​ກວ່າ​ມາດຕະຖານ​ທີ່​ເຮົາ​ຕັ້ງ​ເອງ. (ຣມ. 12:1, 2) ຖ້າ​ເຮົາ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະອົງ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ. (ເອຊາ. 48:17, 18) ແລະ​ທີ່​ສຳຄັນ​ຊີວິດ​ຂອງ​ເຮົາ​ກໍ​ຈະ​ມີ​ຄວາມ​ໝາຍ ນັ້ນ​ກໍ​ຄື ໃຊ້​ຊີວິດ​ເພື່ອ​ຍົກຍ້ອງ​ສັນລະເສີນ​ພະ​ເຢໂຫວາ​ເຊິ່ງ​ເປັນ​ທັງ​ຜູ້​ສ້າງ​ແລະ​ພໍ່ ແລະ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ພະອົງ​ພູມ​ໃຈ​ໃນ​ໂຕ​ເຮົາ.—ສຸພາ. 27:11

ຄຳພີ​ໄບເບິນ​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ

15. ຄຳພີ​ໄບເບິນ​ເປັນ​ຂອງ​ຂວັນ​ທີ່​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຮັກ​ມະນຸດ?

15 ຄຳພີ​ໄບເບິນ​ເປັນ​ຂອງ​ຂວັນ​ທີ່​ສະແດງ​ເຖິງ​ຄວາມ​ຮັກ​ຈາກ​ພະເຈົ້າ. ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ໃນ​ສະຫວັນ​ໄດ້​ດົນ​ໃຈ​ມະນຸດ​ໃຫ້​ຂຽນ​ພະ​ຄຳພີ​ນີ້​ກໍ​ຍ້ອນ​ວ່າ ພະອົງ​ຮັກ​ແລະ​ເປັນ​ຫ່ວງ​ເຮົາ​ຫຼາຍ​ແທ້ໆ. ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ໄດ້​ຕອບ​ຄຳຖາມ​ທີ່​ສຳຄັນ​ທີ່​ສຸດ ທີ່​ເຮົາ​ອາດ​ຢາກ​ຮູ້ ເຊັ່ນ: ເຮົາ​ມາ​ຈາກ​ໃສ? ເຮົາ​ເກີດ​ມາ​ເຮັດ​ຫຍັງ? ແລະ​ອະນາຄົດ​ຈະ​ເປັນ​ແນວ​ໃດ? ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ທຸກ​ຄົນ​ຮູ້​ຄຳຕອບ​ສຳລັບ​ຄຳຖາມ​ເຫຼົ່າ​ນີ້ ດັ່ງ​ນັ້ນ​ຕະຫຼອດ​ຫຼາຍ​ສະຕະວັດ ພະອົງ​ຈຶ່ງ​ໄດ້​ກະຕຸ້ນ​ມະນຸດ​ໃຫ້​ແປ​ຄຳພີ​ໄບເບິນ​ອອກ​ເປັນ​ຫຼາຍ​ພາສາ. ຕອນ​ນີ້ ພະ​ຄຳພີ​ແບບ​ຄົບ​ຊຸດ​ແລະ​ບໍ່​ຄົບ​ຊຸດ​ມີ​ທັງ​ໝົດ​ຫຼາຍ​ກວ່າ 3.000 ພາສາ! ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ມີ​ການ​ແປ​ແລະ​ແຈກ​ຢາຍ​ຢ່າງ​ກວ້າງ​ຂວາງ​ຫຼາຍ​ທີ່​ສຸດ​ໃນ​ປະຫວັດສາດ. ບໍ່​ວ່າ​ຜູ້​ຄົນ​ຈະ​ຢູ່​ໃສ​ຫຼື​ໃຊ້​ພາສາ​ໃດ ພວກ​ເຂົາ​ກໍ​ມີ​ໂອກາດ​ໄດ້​ອ່ານ​ຄຳພີ​ໄບເບິນ​ໃນ​ພາສາ​ຂອງ​ຕົວ​ເອງ.—ເບິ່ງ​ຂອບ “ ການ​ເຮັດ​ໃຫ້​ຄຳພີ​ໄບເບິນ​ຊອກ​ຫາ​ໄດ້​ງ່າຍ​ໃນ​ພາສາ​ຕ່າງໆຂອງ​ອາຝຼິກກາ.

16. ຕາມ​ມັດທາຍ 28:19, 20 ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ຄຳພີ​ໄບເບິນ?

16 ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນ​ຄ່າ​ຄຳພີ​ໄບເບິນ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ ໂດຍ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້ ຄິດ​ຕຶກຕອງ​ສິ່ງ​ທີ່​ອ່ານ ແລະ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ເອົາ​ໄປ​ໃຊ້​ໃນ​ຊີວິດ. ນອກ​ຈາກ​ນັ້ນ ເຮົາ​ສະແດງ​ວ່າ​ເຮົາ​ຂອບໃຈ​ພະ​ເຢໂຫວາ​ໂດຍ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ປະກາດ​ຂ່າວ​ສານ​ໃນ​ຄຳພີ​ໄບເບິນ​ກັບ​ຜູ້​ຄົນ​ໃຫ້​ຫຼາຍ​ທີ່​ສຸດ.—ເພງ. 1:1-3; ມທ. 24:14; ອ່ານ​ມັດທາຍ 28:19, 20

17. ໃນ​ບົດ​ຄວາມ​ນີ້​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຂອງ​ຂວັນ​ຫຍັງ​ແດ່​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ ແລະ​ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

17 ໃນ​ບົດ​ຄວາມ​ນີ້​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຂອງ​ຂວັນ​ທີ່​ພະເຈົ້າ​ໃຫ້​ເຮົາ ເຊັ່ນ: ໜ່ວຍ​ໂລກ​ເຊິ່ງ​ເປັນ​ບ້ານ​ຂອງ​ເຮົາ ສະໝອງ​ຂອງ​ເຮົາ​ທີ່​ໜ້າ​ງຶດງໍ້ ແລະ​ຄຳພີ​ໄບເບິນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພະເຈົ້າ. ແຕ່​ກໍ​ຍັງ​ມີ​ຂອງ​ຂວັນ​ອື່ນໆອີກ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ເຊິ່ງ​ເຮົາ​ເບິ່ງ​ບໍ່​ເຫັນ. ເຮົາ​ຈະ​ມາ​ຮຽນ​ກ່ຽວ​ກັບ​ຂອງ​ຂວັນ​ທີ່​ເບິ່ງ​ບໍ່​ເຫັນ​ເຫຼົ່າ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.

ເພງ 12 ພະ​ເຢໂຫວາ​ພະເຈົ້າ​ອົງ​ຍິ່ງໃຫຍ່

^ ຂໍ້ 5 ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ສຳນຶກ​ບຸນ​ຄຸນ​ພະ​ເຢໂຫວາ​ແລະ​ເຫັນ​ຄ່າ​ຂອງ​ຂວັນ 3 ຢ່າງ​ທີ່​ພະອົງ​ໃຫ້​ເຮົາ. ນອກ​ຈາກ​ນັ້ນ ບົດ​ຄວາມ​ນີ້​ຍັງ​ຈະ​ຊ່ວຍ​ເຮົາ​ໃຫ້​ຫາ​ເຫດຜົນ​ກັບ​ຄົນ​ທີ່​ບໍ່​ເຊື່ອ​ເລື່ອງ​ພະເຈົ້າ.

^ ຂໍ້ 1 ຄຳເພງ 40:5 (ລ.ມ.) “ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ ພະອົງ​ເຮັດ​ສິ່ງ​ມະຫັດສະຈັນ​ຫຼາຍ​ຢ່າງ​ແລະ​ມີ​ໂຄງການ​ຫຼາຍ​ຢ່າງ​ສຳລັບ​ພວກ​ເຮົາ. ບໍ່​ມີ​ໃຜ​ທຽບ​ພະອົງ​ໄດ້ ຖ້າ​ຂ້ອຍ​ຈະ​ເວົ້າ​ເຖິງ​ສິ່ງ​ເຫຼົ່າ​ນີ້​ກໍ​ຄົງ​ເວົ້າ​ໄດ້​ບໍ່​ໝົດ.”

^ ຂໍ້ 65 ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ກຳລັງ​ຮຽນ​ພາສາ​ຕ່າງ​ປະເທດ​ເພື່ອ​ສອນ​ຄຳພີ​ໄບເບິນ​ໃຫ້​ກັບ​ຄົນ​ທີ່​ອົບພະຍົບ.