ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 4

ເພງທີ 30 ພະອົງ​ເປັນ​ພະເຈົ້າ ເປັນ​ພໍ່ ແລະ​ເພື່ອນ​ຂອງ​ຂ້ອຍ

ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ

ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ

“ພະເຈົ້າ​ຜູ້​ເປັນ​ພໍ່​ຮັກ​ພວກ​ເຈົ້າ.”ຢຮ. 16:27

ຈຸດ​ສຳຄັນ

ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຮົາ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ ຮູ້ສຶກ​ປອດໄພ ໄດ້​ຮັບ​ການ​ເບິ່ງແຍງ​ຢ່າງ​ດີ ແລະ​ຮູ້ສຶກ​ສົດຊື່ນ.

1. ເມື່ອ​ເວົ້າ​ເຖິງ​ພະ​ເຢໂຫວາ ເຈົ້າ​ນຶກພາບ​ວ່າ​ເພິ່ນ​ເປັນ​ຈັ່ງ​ໃດ?

 ເຈົ້າ​ເຄີຍ​ລອງ​ຈິນຕະນາການ​ບໍ​ວ່າ​ພະ​ເຢໂຫວາ​ເປັນ​ແນວ​ໃດ? ຕອນ​ທີ່​ອະທິດຖານ ເຈົ້າ​ນຶກພາບ​ວ່າ​ເພິ່ນ​ເປັນ​ຈັ່ງ​ໃດ? ເຖິງ​ວ່າ​ເຮົາ​ບໍ່​ສາມາດ​ເຫັນ​ພະ​ເຢໂຫວາ ແຕ່​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເພິ່ນ​ເປັນ​ແນວ​ໃດ. ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ “ເປັນ​ຕາເວັນ​ແລະ​ເປັນ​ໂລ້” ແລະ “ເປັນ​ຄື​ກັບ​ໄຟ​ທີ່​ເຜົາຜານ.” (ເພງ. 84:11, ລ.ມ; ຮຣ. 12:29) ຄຳພີ​ໄບເບິນ​ຍັງ​ບອກ​ວ່າ​ເພິ່ນ​ເປັນ​ຄື​ກັບ​ແກ້ວ​ໄພລິນ ເຫຼື້ອມ​ຄື​ກັບ​ເງິນ​ປະສົມ​ກັບ​ຄຳ ແລະ​ເປັນ​ຄື​ກັບ​ສາຍຮຸ້ງ​ທີ່​ເຫຼື້ອມ​ໆ. (ເອເຊກ. 1:26-28) ຄຳ​ພັນລະນາ​ບາງ​ຢ່າງ​ທີ່​ເວົ້າ​ໃນ​ນີ້​ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ຢ້ານ​ແລະ​ບໍ່​ກ້າ​ເຂົ້າ​ໃກ້​ເພິ່ນ.

2. ເປັນ​ຫຍັງ​ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຂົ້າ​ໃກ້​ພະ​ເຢໂຫວາ?

2 ຍ້ອນ​ເຮົາ​ບໍ່​ສາມາດ​ເຫັນ​ພະ​ເຢໂຫວາ ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຊື່ອ​ວ່າ​ເພິ່ນ​ຮັກ​ເຮົາ. ບາງ​ຄົນ​ຄິດ​ວ່າ​ເປັນ​ໄປ​ບໍ່​ໄດ້​ທີ່​ພະ​ເຢໂຫວາ​ຈະ​ຮັກ​ເຂົາເຈົ້າ ຍ້ອນ​ເຂົາເຈົ້າ​ບໍ່​ເຄີຍ​ໄດ້​ຮັບ​ຄວາມ​ຮັກ​ຈາກ​ຜູ້​ໃດ​ເລີຍ ແມ່ນ​ແຕ່​ຈາກ​ພໍ່​ຂອງ​ໂຕເອງ. ພະ​ເຢໂຫວາ​ເຂົ້າໃຈ​ຄວາມ​ຮູ້ສຶກ​ແບບ​ນັ້ນ​ແລະ​ຮູ້​ວ່າ​ມັນ​ສົ່ງ​ຜົນ​ຕໍ່​ເຮົາ​ແນວ​ໃດ. ດັ່ງນັ້ນ ເພື່ອ​ຈະ​ຊ່ວຍ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ເພິ່ນ​ຈຶ່ງ​ໃຫ້​ຂຽນ​ຄຸນລັກສະນະ​ດີ​ໆ​ຂອງ​ເພິ່ນ​ໄວ້​ໃນ​ຄຳພີ​ໄບເບິນ.

3. ເປັນ​ຫຍັງ​ເຮົາ​ຄວນ​ເບິ່ງ​ລະອຽດ​ກ່ຽວກັບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ?

3 ຄຳ​ໜຶ່ງ​ທີ່​ອະທິບາຍ​ກ່ຽວກັບ​ພະ​ເຢໂຫວາ​ໄດ້​ດີ​ທີ່​ສຸດ​ແມ່ນ​ຄວາມ​ຮັກ. ຄຳພີ​ໄບເບິນ​ບອກ​ວ່າ​ພະເຈົ້າ​ເປັນ​ຄວາມ​ຮັກ. (1ຢຮ. 4:8) ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ແມ່ນ​ມາ​ຈາກ​ຄວາມ​ຮັກ. ຄວາມ​ຮັກ​ຂອງ​ເພິ່ນ​ຍິ່ງໃຫຍ່​ຫຼາຍ ຂະໜາດ​ຄົນ​ທີ່​ບໍ່​ໄດ້​ຮັກ​ເພິ່ນ ເພິ່ນ​ກໍ​ຍັງ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາເຈົ້າ. (ມທ. 5:44, 45) ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ລະອຽດ​ກ່ຽວກັບ​ພະ​ເຢໂຫວາ​ແລະ​ຄວາມ​ຮັກ​ຂອງ​ເພິ່ນ. ແຮ່ງ​ເຮົາ​ຮູ້​ຈັກ​ພະ​ເຢໂຫວາ ເຮົາ​ກໍ​ແຮ່ງ​ຈະ​ຮັກ​ເພິ່ນ​ຫຼາຍ​ຂຶ້ນ.

ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ

4. ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ແນວ​ໃດ? (ເບິ່ງ​ຮູບ)

4 “ພະ​ເຢໂຫວາ . . . ມີ​ຄວາມ​ເຫັນອົກເຫັນໃຈ​ແທ້​ໆ.” (ຢກບ. 5:11) ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ສົມທຽບ​ໂຕເອງ​ເປັນ​ຄື​ກັບ​ແມ່​ທີ່​ຮັກ​ລູກ. (ອຊຢ. 66:12, 13) ໃຫ້​ນຶກພາບ​ວ່າ​ແມ່​ຜູ້​ໜຶ່ງ​ມີ​ລູກ​ນ້ອຍ​ໆ. ລາວ​ອູ້ມ​ລູກ​ຢູ່​ຕັກ ລາວ​ກອດ​ລູກ​ແລະ​ເວົ້າ​ກັບ​ລູກ​ຄ່ອຍ​ໆ. ເມື່ອ​ລູກ​ໄຫ້​ຫຼື​ຮູ້ສຶກ​ເຈັບ ລາວ​ກໍ​ຈະ​ອອຍ​ລູກ. ຄ້າຍຄື​ກັນ ຕອນ​ທີ່​ເຮົາ​ທຸກໃຈ​ຫຼື​ເຈັບ​ປວດ ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ຍ້ອນ​ເພິ່ນ​ຮັກ​ເຮົາ. ຜູ້​ຂຽນ​ຄຳເພງ​ເວົ້າ​ວ່າ: “ເມື່ອ​ລູກ​ອຸກໃຈ​ຫຼາຍ ພະອົງ​ກໍ​ປອບ​ໃຈ​ລູກ.”—ເພງ. 94:19, ລ.ມ

“ເຮົາ​ຈະ​ປອບ​ໂຍນ​ພວກ​ເຈົ້າ​ຕໍ່​ໆ​ໄປ​ຄື​ກັບ​ແມ່​ທີ່​ອອຍ​ລູກ” (ເບິ່ງ​ຂໍ້ 4)


5. ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະ​ເຢໂຫວາ?

5 ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ. (ເພງ. 103:8) ພະ​ເຢໂຫວາ​ຈະ​ບໍ່​ເຊົາ​ຮັກ​ເຮົາ​ເຖິງ​ວ່າ​ເຮົາ​ຈະ​ເຮັດ​ຜິດ. ພວກ​ອິດສະຣາເອນ​ເຮັດ​ໃຫ້​ພະ​ເຢໂຫວາ​ຜິດ​ຫວັງ​ຫຼາຍ​ເທື່ອ ແຕ່​ເມື່ອ​ເຂົາເຈົ້າ​ກັບໃຈ ເພິ່ນ​ກໍ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ເຂົາເຈົ້າ. ຕົວຢ່າງ​ເຊັ່ນ: ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “[ພວກ] ເຈົ້າ​ມີ​ຄ່າ​ຕໍ່​ເຮົາ​ຫຼາຍ. ເຮົາ​ຮັກ​ແລະ​ໃຫ້​ກຽດ [ພວກ] ເຈົ້າ.” (ອຊຢ. 43:4, 5) ໃນ​ທຸກ​ມື້​ນີ້ ພະ​ເຢໂຫວາ​ກໍ​ຍັງ​ສະແດງ​ຄວາມ​ຮັກ​ແບບ​ນັ້ນ. ເຮົາ​ໝັ້ນໃຈ​ໃນ​ຄວາມ​ຮັກ​ຂອງ​ເພິ່ນ​ໄດ້​ສະເໝີ. ເຖິງ​ວ່າ​ເຮົາ​ເຮັດ​ຜິດ​ຮ້າຍ​ແຮງ ເພິ່ນ​ກໍ​ຈະ​ບໍ່​ຖິ້ມ​ເຮົາ. ເມື່ອ​ເຮົາ​ກັບໃຈ​ແລະ​ກັບ​ມາ​ຫາ​ເພິ່ນ ເພິ່ນ​ກໍ​ຍັງ​ຈະ​ຮັກ​ເຮົາ​ຄື​ເກົ່າ. ເພິ່ນ​ສັນຍາ​ວ່າ: “ເພິ່ນ​ຈະ​ຍົກໂທດ​ໃຫ້​ຢ່າງ​ໃຈ​ກວ້າງ.” (ອຊຢ. 55:7, ໄຂເງື່ອນ) ເມື່ອ​ພະ​ເຢໂຫວາ​ຍົກໂທດ​ໃຫ້​ເຮົາ ເຮົາ​ກໍ​ຈະ​ຮູ້​ສຶກ “ສົດຊື່ນ.”—ກຈກ. 3:19

6. ຊາກາລີ 2:8 ສອນ​ຫຍັງ​ເຮົາ​ກ່ຽວກັບ​ພະ​ເຢໂຫວາ?

6 ອ່ານ​ຊາກາລີ 2:8. ພະ​ເຢໂຫວາ​ສົມທຽບ​ເຮົາ​ເປັນ​ຄື​ກັບ​ໜ່ວຍ​ຕາ​ຂອງ​ເພິ່ນ. ຕາ​ເປັນ​ອະໄວຍະວະ​ທີ່​ບອບ​ບາງ​ແລະ​ມີ​ຄ່າ​ຫຼາຍ. ດັ່ງນັ້ນ ມັນ​ເປັນ​ຄື​ກັບ​ພະ​ເຢໂຫວາ​ເວົ້າ​ວ່າ ‘ຜູ້​ໃດ​ທີ່​ທຳຮ້າຍ​ພວກ​ເຈົ້າ​ທີ່​ເປັນ​ປະຊາຊົນ​ຂອງ​ເຮົາ ກໍ​ສ່ຳ​ກັບ​ວ່າ​ທຳຮ້າຍ​ສິ່ງ​ທີ່​ມີ​ຄ່າ​ຂອງ​ເຮົາ.’ ຍ້ອນ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ ເພິ່ນ​ຈຶ່ງ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ແລະ​ເພິ່ນ​ພ້ອມ​ທີ່​ຈະ​ປົກປ້ອງ​ເຮົາ. ຖ້າ​ເຮົາ​ເຈັບ ເພິ່ນ​ກໍ​ເຈັບ​ຄື​ກັນ. ເຮົາ​ໝັ້ນໃຈ​ໄດ້​ວ່າ​ເພິ່ນ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ເມື່ອ​ເຮົາ​ອະທິດຖານ​ວ່າ: “ຂໍ​ພະອົງ​ປົກປ້ອງ​ລູກ​ຄື​ກັບ​ປົກປ້ອງ​ໜ່ວຍ​ຕາ​ຂອງ​ພະອົງ.”—ເພງ. 17:8, ລ.ມ

7. ເປັນ​ຫຍັງ​ເຮົາ​ຕ້ອງ​ເຮັດ​ໃຫ້​ໂຕເອງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ?

7 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ເພິ່ນ​ຮັກ​ເຮົາ​ຫຼາຍ. ແຕ່​ເພິ່ນ​ກໍ​ຮູ້​ວ່າ​ເລື່ອງ​ບໍ່​ດີ​ທີ່​ເຮົາ​ເຄີຍ​ເຈິ​ຜ່ານ​ມາອາດ​ເຮັດ​ໃຫ້​ເຮົາ​ສົງໄສ​ວ່າ​ເພິ່ນ​ຮັກ​ເຮົາ​ແທ້​ໆ​ບໍ? ຫຼື​ບັນຫາ​ທີ່​ເຮົາ​ເຈິ​ໃນ​ຕອນນີ້​ອາດ​ເຮັດ​ໃຫ້​ເຮົາ​ບໍ່​ໝັ້ນໃຈ​ວ່າ​ເພິ່ນ​ຮັກ​ເຮົາ​ບໍ່? ຄັນຊັ້ນ ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ? ໃຫ້​ເຮົາ​ເບິ່ງ​ວິທີ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢຊູ ຕໍ່​ຜູ້​ຖືກ​ເລືອກ ແລະ​ຕໍ່​ເຮົາ​ທຸກ​ຄົນ.

ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ແນວ​ໃດ?

8. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເພິ່ນ?

8 ພະ​ເຢໂຫວາ​ກັບ​ພະ​ເຢຊູ​ຢູ່​ນຳ​ກັນ​ຫຼາຍ​ພັນ​ລ້ານ​ປີ ທັງ​ສອງ​ຈຶ່ງ​ຮັກ​ແລະ​ໃກ້ຊິດ​ກັນ​ຫຼາຍ. ຄຳເວົ້າ​ຂອງ​ພະ​ເຢໂຫວາ​ໃນ​ມັດທາຍ 17:5 ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ເພິ່ນ​ຮັກ​ພະ​ເຢຊູ​ຫຼາຍ. ທີ່ຈິງ ພະ​ເຢໂຫວາ​ມີ​ແຕ່​ເວົ້າ​ວ່າ ‘ເຮົາ​ພໍໃຈ​ຜູ້​ນີ້​ຫຼາຍ’ ກະ​ໄດ້​ແລ້ວ ແຕ່​ເພິ່ນ​ຢາກ​ໃຫ້​ເຮົາ​ຮູ້​ວ່າ​ເພິ່ນ​ຮັກ​ພະ​ເຢຊູ​ຫຼາຍ​ສ່ຳ​ໃດ. ເພິ່ນ​ຈຶ່ງ​ເວົ້າ​ວ່າ: “ນີ້​ຄື​ລູກ​ຮັກ​ຂອງ​ເຮົາ.” ພະ​ເຢໂຫວາ​ພູມໃຈ​ໃນ​ພະ​ເຢຊູ​ແລະ​ພໍໃຈ​ທີ່​ພະ​ເຢຊູ​ຍອມ​ສະລະ​ຊີວິດ​ເປັນ​ຄ່າໄຖ່. (ອຟຊ. 1:7) ພະ​ເຢຊູ​ໝັ້ນໃຈ​ແທ້​ໆ​ວ່າ​ພະ​ເຢໂຫວາ​ຮັກ​ເພິ່ນ. ເພິ່ນ​ຈຶ່ງ​ເວົ້າ​ຫຼາຍ​ເທື່ອ​ວ່າ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ຮັກ​ເພິ່ນ.—ຢຮ. 3:35; 10:17; 17:24

9. ອັນ​ໃດ​ເຮັດ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ຜູ້​ຖືກ​ເລືອກ? ຂໍ​ໃຫ້​ອະທິບາຍ. (ໂຣມ 5:5)

9 ພະ​ເຢໂຫວາ​ຍັງ​ສະແດງ​ຄວາມ​ຮັກ​ຕໍ່​ຜູ້​ຖືກ​ເລືອກ​ນຳ. (ອ່ານ​ໂຣມ 5:5) ໃນ​ພາສາ​ດັ້ງເດີມ ຂໍ້​ຄຳພີ​ນີ້​ຖ່າຍ​ທອດ​ຄວາມ​ໝາຍ​ໃຫ້​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຮັກ​ຜູ້​ຖືກ​ເລືອກ​ຫຼາຍ​ແທ້​ໆ. ຄວາມ​ຮັກ​ນີ້​ສົມທຽບ​ວ່າ​ເປັນ​ຄື​ກັບ​ສາຍນ້ຳ​ທີ່​ໄຫຼ​ບໍ່​ຂາ​ດ. ຜູ້​ຖືກ​ເລືອກ​ກໍ​ຮູ້​ຄື​ກັນ​ວ່າ “[ພະເຈົ້າ] ຮັກ” ເຂົາເຈົ້າ. (ຢດ. 1) ໂຢຮັນ​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຖືກ​ເລືອກ​ວ່າ: “ເບິ່ງ​ແມ້ ພະເຈົ້າ​ຜູ້​ເປັນ​ພໍ່​ສະແດງ​ຄວາມ​ຮັກ​ຕໍ່​ພວກ​ເຮົາ​ຫຼາຍ​ສ່ຳ​ໃດ ພະອົງ​ເຖິງຂັ້ນ​ຍອມ​ໃຫ້​ພວກ​ເຮົາ​ຖືກ​ເອີ້ນ​ວ່າ​ລູກ​ຂອງ​ພະເຈົ້າ.” (1ຢຮ. 3:1) ພະ​ເຢໂຫວາ​ຮັກ​ແຕ່​ຜູ້​ຖືກ​ເລືອກ​ບໍ? ບໍ່​ແມ່ນ. ພະ​ເຢໂຫວາ​ຮັກ​ເຮົາ​ທຸກ​ຄົນ.

10. ສິ່ງ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ?

10 ສິ່ງ​ໃດ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ທຸກ​ຄົນ? ສິ່ງ​ນັ້ນ​ແມ່ນ​ຄ່າໄຖ່. (ຢຮ. 3:16; ຣມ. 5:8) ໂດຍ​ທາງ​ຄ່າໄຖ່ ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ວ່າ​ບໍ່​ມີ​ໃຜ​ໃນ​ໂລກ​ນີ້​ເຄີຍ​ສະແດງ​ຄວາມ​ຮັກ​ຫຼາຍ​ປານ​ນີ້. ພະ​ເຢໂຫວາ​ຍອມ​ໃຫ້​ລູກ​ຊາຍ​ທີ່​ເພິ່ນ​ຮັກ​ຫຼາຍ​ທີ່​ສຸດ​ມາ​ຕາຍ​ເພື່ອ​ມະນຸດ​ທຸກ​ຄົນ ເພື່ອ​ເຮົາ​ຈະ​ໄດ້​ຮັບ​ການ​ຍົກໂທດ​ບາບ​ແລະ​ສາມາດ​ເປັນ​ໝູ່​ກັບ​ເພິ່ນ​ໄດ້. (1ຢຮ. 4:10) ແຮ່ງ​ເຮົາ​ຄິດ​ຕຶກຕອງ​ວ່າ​ພະ​ເຢໂຫວາ​ກັບ​ພະ​ເຢຊູ​ເສຍ​ສະລະ​ເພື່ອ​ເຮົາ​ຫຼາຍ​ສ່ຳ​ໃດ ເຮົາ​ກໍ​ແຮ່ງ​ຮູ້​ວ່າ​ພວກ​ເພິ່ນ​ຮັກ​ເຮົາ​ທຸກ​ຄົນ​ຫຼາຍ​ແທ້​ໆ. (ຄລຕ. 2:20) ຄ່າໄຖ່​ບໍ່​ແມ່ນ​ສິ່ງ​ທີ່​ພະ​ເຢໂຫວາ​ກຽມ​ເພື່ອ​ຄວາມ​ຍຸຕິທຳ ແຕ່​ເພິ່ນ​ກຽມ​ໃຫ້​ເປັນ​ຂອງຂວັນ​ໃຫ້​ເຮົາ​ຍ້ອນ​ເພິ່ນ​ຮັກ​ເຮົາ. ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ເຮົາ​ຫຼາຍ​ແທ້​ໆ​ໂດຍ​ຍອມ​ສະລະ​ສິ່ງ​ທີ່​ມີ​ຄ່າ​ທີ່​ສຸດ​ສຳລັບ​ເພິ່ນເຊິ່ງ​ກໍ​ຄື​ພະ​ເຢຊູ. ພະ​ເຢໂຫວາ​ຍອມ​ໃຫ້​ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ​ທົນທຸກ​ທໍລະມານ​ແລະ​ຕາຍ​ເພື່ອ​ເຮົາ.

11. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ເຢເຣມີ 31:3?

11 ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ມາ​ແລ້ວ ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ຮູ້ສຶກ​ຮັກ​ເຮົາ ແຕ່​ເພິ່ນ​ຍັງ​ສະແດງ​ຄວາມ​ຮັກ​ອອກ​ມາ​ນຳ. (ອ່ານ​ເຢເຣມີ 31:3) ຍ້ອນ​ພະ​ເຢໂຫວາ​ຮັກ​ເຮົາ ເພິ່ນ​ຈຶ່ງ​ເຮັດ​ໃຫ້​ເຮົາ​ເຂົ້າ​ມາ​ໃກ້​ເພິ່ນ. (ສົມທຽບ​ກັບ​ພະ​ບັນຍັດ 7:7, 8) ບໍ່​ມີ​ຫຍັງ​ທີ່​ຈະ​ຂັດຂວາງ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ສະແດງ​ຕໍ່​ເຮົາ​ໄດ້. (ຣມ. 8:38, 39) ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ແນວ​ໃດ? ໃຫ້​ອ່ານ​ຄຳເພງ​ບົດ 23 ແລະ​ເບິ່ງ​ວ່າ​ຄວາມ​ຮັກ​ແລະ​ການ​ເບິ່ງແຍງ​ຈາກ​ພະ​ເຢໂຫວາ​ສົ່ງ​ຜົນ​ຕໍ່​ດາວິດ​ແນວ​ໃດ ແລະ​ຄວາມ​ຮັກ​ແບບ​ດຽວ​ກັນ​ນັ້ນ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ເຮົາ​ທຸກ​ຄົນ.

ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ແນວ​ໃດ?

12. ຄຳເພງ​ບົດ 23 ເວົ້າ​ເຖິງ​ຫຍັງ?

12 ອ່ານ​ຄຳເພງ 23:1-6. ໃນ​ຄຳເພງ​ບົດ 23 ສະແດງ​ເຖິງ​ຄວາມ​ໝັ້ນໃຈ ຄວາມ​ຮັກ ແລະ​ການ​ເບິ່ງແຍງ​ຂອງ​ພະ​ເຢໂຫວາ. ດາວິດ​ເປັນ​ຜູ້​ຂຽນ​ຄຳເພງ​ບົດ​ນີ້. ລາວ​ເວົ້າ​ວ່າ​ລາວ​ກັບ​ພະ​ເຢໂຫວາ​ທີ່​ເປັນ​ຜູ້​ລ້ຽງ​ແກະ​ສະໜິດ​ກັນ​ຫຼາຍ​ແທ້​ໆ. ດາວິດ​ບອກ​ວ່າ​ລາວ​ຮູ້ສຶກ​ປອດໄພ​ທີ່​ພະ​ເຢໂຫວາ​ຊີ້ນຳ​ລາວ​ແລະ​ລາວ​ກໍ​ໄວ້ໃຈ​ພະ​ເຢໂຫວາ​ເຕັມ​ຮ້ອຍ. ດາວິດ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ລາວ​ທຸກ​ມື້​ຕະຫຼອດ​ຊີວິດ​ຂອງ​ລາວ. ເປັນ​ຫຍັງ​ດາວິດ​ຈຶ່ງ​ໝັ້ນໃຈ​ແບບ​ນັ້ນ?

13. ເປັນ​ຫຍັງ​ດາວິດ​ຈຶ່ງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງແຍງ​ລາວ?

13 “ຂ້ອຍ​ຈະ​ບໍ່​ຂາດ​ເຂີນ​ຫຍັງ.” ດາວິດ​ເຫັນ​ວ່າ​ພະ​ເຢໂຫວາ​ເບິ່ງແຍງ​ລາວ​ໃຫ້​ມີ​ສິ່ງ​ຈຳເປັນ​ບໍ່​ເຄີຍ​ຂາດ ແລະ​ລາວ​ຍັງ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ໝູ່​ລາວ​ແລະ​ພໍໃຈ​ລາວ. ເລື່ອງ​ນີ້​ເຮັດ​ໃຫ້​ລາວ​ໝັ້ນໃຈ​ວ່າ ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ອະນາຄົດ ພະ​ເຢໂຫວາ​ຈະ​ເບິ່ງແຍງ​ລາວ​ໃຫ້​ມີ​ສິ່ງ​ຈຳເປັນ​ສະເໝີ. ຍ້ອນ​ດາວິດ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ຈະ​ເບິ່ງແຍງ​ລາວ ລາວ​ຈຶ່ງ​ດີໃຈ ມີ​ຄວາມ​ສຸກ ແລະ​ບໍ່​ກັງວົນ​ຫຍັງ.—ເພງ. 16:11

14. ພະ​ເຢໂຫວາ​ເບິ່ງແຍງ​ເຮົາ​ແນວ​ໃດ?

14 ພະ​ເຢໂຫວາ​ຮັກ​ແລະ​ເບິ່ງແຍງ​ເຮົາ​ສະເໝີ ໂດຍ​ສະເພາະ​ຕອນ​ທີ່​ເຮົາ​ເຈິ​ບັນຫາ​ໜັກ​ໆ​ໃນ​ຊີວິດ. ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຍິງ​ທີ່​ຊື່​ແຄລ. a ລາວ​ຮັບໃຊ້​ຢູ່​ເບເທນ​ຫຼາຍ​ກວ່າ 20 ປີ. ຕອນ​ທີ່​ຄອບຄົວ​ຂອງ​ລາວ​ເຈິ​ບັນຫາ​ທີ່​ໜັກ​ໆ​ຫຼາຍ​ຢ່າງ ລາວ​ບໍ່​ຮູ້​ວ່າ​ຈະ​ຊ່ວຍ​ເຂົາເຈົ້າ​ແນວ​ໃດ. ພໍ່​ຂອງ​ລາວ​ເສັ້ນ​ເລືອດ​ໃນ​ສະໝອງ​ແຕກ ນ້ອງ​ສາວ​ຂອງ​ລາວ​ຖືກ​ຕັດ​ສຳພັນ ທຸລະກິດ​ນ້ອຍ​ໆ​ຂອງ​ຄອບຄົວ​ກໍ​ໄປ​ບໍ່​ລອດ. ຊ້ຳບໍ່ໜຳ​ເຮືອນ​ກໍ​ຖືກ​ຍຶດ. ພະ​ເຢໂຫວາ​ເບິ່ງແຍງ​ຄອບຄົວ​ຂອງ​ລາວ​ແນວ​ໃດ? ແຄລ​ເວົ້າ​ວ່າ: “ພະ​ເຢໂຫວາ​ເບິ່ງແຍງ​ຄອບຄົວ​ຂອງ​ຂ້ອຍ​ໃຫ້​ມີ​ສິ່ງ​ຈຳເປັນ​ໃນ​ແຕ່​ລະ​ມື້. ມີ​ຫຼາຍ​ເທື່ອ​ຂ້ອຍ​ເຫັນ​ວ່າ​ພະ​ເຢໂຫວາ​ໃຫ້​ສິ່ງ​ຈຳເປັນ​ກັບ​ເຮົາ​ຫຼາຍ​ກວ່າ​ທີ່​ເຮົາ​ຄິດ​ໄວ້​ຊ້ຳ. ຂ້ອຍ​ມັກ​ຄິດ​ເຖິງ​ສິ່ງ​ດີ​ໆ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ຂ້ອຍ​ແລະ​ຄອບຄົວ​ຂອງ​ຂ້ອຍ ເຊິ່ງ​ຂ້ອຍ​ຈະ​ບໍ່​ມີ​ວັນ​ລືມ​ເລີຍ. ເມື່ອ​ຄິດ​ເຖິງ​ເລື່ອງ​ເຫຼົ່າ​ນີ້​ກໍ​ຊ່ວຍ​ຂ້ອຍ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ​ຕໍ່​ໆ​ໄປ​ໄດ້​ເຖິງ​ວ່າ​ຈະ​ເຈິ​ບັນຫາ​ໃນ​ຊີວິດ.”

15. ເປັນ​ຫຍັງ​ດາວິດ​ຈຶ່ງ​ຮູ້ສຶກ​ສົດຊື່ນ? (ເບິ່ງ​ຮູບ)

15 “ເພິ່ນ​ເຮັດ​ໃຫ້​ຂ້ອຍ​ສົດຊື່ນ​ຂຶ້ນ.” ບາງ​ເທື່ອ​ດາວິດ​ຮູ້ສຶກ​ທຸກໃຈ​ຍ້ອນ​ເຈິ​ບັນຫາ​ຫຼາຍ​ຢ່າງ. (ເພງ. 18:4-6) ແຕ່​ລາວ​ກໍ​ຮູ້ສຶກ​ສົດຊື່ນ​ຍ້ອນ​ໄດ້​ຮັບ​ຄວາມ​ຮັກ​ແລະ​ການ​ເບິ່ງແຍງ​ຈາກ​ພະ​ເຢໂຫວາ. ພະ​ເຢໂຫວາ​ໄດ້​ພາ​ດາວິດ​ໝູ່​ຂອງ​ເພິ່ນ​ທີ່​ຮູ້ສຶກ​ໝົດ​ແຮງ​ໄປ​ຢູ່​ບ່ອນ​ທີ່​ມີ “ທົ່ງ​ຫຍ້າ​ທີ່​ຂຽວ​ງາມ” ແລະ​ພາ “ໄປ​ເຊົາ​ເມື່ອຍ​ຢູ່​ແຄມ​ນ້ຳ.” ຍ້ອນ​ແນວ​ນີ້ ດາວິດ​ຈຶ່ງ​ມີ​ແຮງ​ຂຶ້ນ​ມາ​ອີກ​ແລະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໆ​ໄປ​ໄດ້​ຢ່າງ​ມີ​ຄວາມ​ສຸກ.—ເພງ. 18:28-32, ລ.ມ

ເຖິງ​ວ່າ​ດາວິດ​ຈະ​ທຸກໃຈ ແຕ່​ລາວ​ກໍ​ຮູ້ສຶກ​ສົດຊື່ນ​ຍ້ອນ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ລາວ (ເບິ່ງ​ຂໍ້ 15)


16. ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຈົ້າ​ສົດຊື່ນ​ແນວ​ໃດ?

16 ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ເມື່ອ​ເຮົາ​ເຈິ​ຄວາມ​ຍາກ​ລຳບາກ​ໃນ​ຊີວິດ “ຍ້ອນ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະ​ເຢໂຫວາ ພວກ​ເຮົາ​ຈຶ່ງ​ບໍ່​ເຈິ​ຈຸດຈົບ.” (ຮ່ຳໄຮ. 3:22; ກລຊ. 1:11) ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ເຣໂຊ. ລາວ​ຮູ້ສຶກ​ເຈັບ​ປວດ​ໃຈ​ຫຼາຍ​ຍ້ອນ​ຜົວ​ຖິ້ມ​ລາວ​ແລະ​ຖິ້ມ​ພະ​ເຢໂຫວາ​ຕອນ​ພະຍາດ​ໂຄວິດ-19 ລະບາດ. ພະ​ເຢໂຫວາ​ໄດ້​ຊ່ວຍ​ເຣໂຊ​ແນວ​ໃດ? ລາວ​ບອກ​ວ່າ: “ພະ​ເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ໝັ້ນໃຈ​ວ່າ​ເພິ່ນ​ຮັກ​ຂ້ອຍ. ເພິ່ນ​ໃຫ້​ຂ້ອຍ​ມີ​ໝູ່​ທີ່​ມາ​ໃຊ້​ເວລາ​ນຳ​ກັນ ເອົາ​ຂອງກິນ​ມາ​ໃຫ້ ສົ່ງ​ຂໍ້​ຄວາມ​ແລະ​ຂໍ້​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ ຍິ້ມ​ໃຫ້​ຂ້ອຍ ແລະ​ເຕືອນ​ຂ້ອຍ​ເລື້ອຍ​ໆ​ວ່າ​ພະ​ເຢໂຫວາ​ກຳລັງ​ເບິ່ງແຍງ​ຂ້ອຍ​ຢູ່. ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ຕະຫຼອດ​ທີ່​ໃຫ້​ຂ້ອຍ​ໄດ້​ຢູ່​ໃນ​ຄອບຄົວ​ໃຫຍ່​ທີ່​ໜ້າ​ຮັກ​ແບບ​ນີ້.”

17. ເປັນ​ຫຍັງ​ດາວິດ​ຈຶ່ງ​ບໍ່​ຢ້ານ?

17 “ລູກ​ບໍ່​ຢ້ານ​ຫຍັງ ເພາະ​ພະອົງ​ຢູ່​ກັບ​ລູກ.” ດາວິດ​ຕົກ​ຢູ່​ໃນ​ອັນຕະລາຍ​ເລື້ອຍ​ໆ​ແລະ​ຕ້ອງ​ເຈິ​ກັບ​ສັດຕູ​ທີ່​ມີ​ອຳນາດ​ແລະ​ແຂງແຮງ​ຫຼາຍ​ກວ່າ​ລາວ. ແຕ່​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ດາວິດ​ຮູ້ສຶກ​ປອດໄພ. ລາວ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ລາວ​ໃນ​ທຸກ​ສະຖານະການ. ຍ້ອນ​ແນວ​ນີ້​ລາວ​ຈຶ່ງ​ໝັ້ນໃຈ​ວ່າ​ລາວ​ຈະ​ໄດ້​ຮັບ​ການ​ປົກປ້ອງ​ຈາກ​ພະ​ເຢໂຫວາ. ລາວ​ຮ້ອງ​ເພງ​ວ່າ: “[ພະ​ເຢໂຫວາ] ຊ່ວຍ​ຂ້ອຍ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ທຸກ​ຢ່າງ.” (ເພງ. 34:4, ລ.ມ) ເຖິງ​ວ່າ​ບາງ​ເທື່ອ​ດາວິດ​ຮູ້ສຶກ​ຢ້ານ​ຫຼາຍ ແຕ່​ລາວ​ກໍ​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້ ຍ້ອນ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ລາວ.

18. ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ​ຕອນ​ທີ່​ຮູ້​ສຶກ​ຢ້ານ?

18 ຍ້ອນ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ມັນ​ຊ່ວຍ​ເຮົາ​ແນວ​ໃດ​ຕອນ​ທີ່​ເຈິ​ກັບ​ສະຖານະການ​ທີ່​ເຮັດ​ໃຫ້​ຮູ້ສຶກ​ຢ້ານ? ໄພໂອເນຍ​ທີ່​ຊື່​ຊູຊີ້​ເລົ່າ​ວ່າ ລາວ​ກັບ​ຜົວ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ລູກ​ຊາຍ​ຂ້າໂຕຕາຍ. ລາວ​ເວົ້າ​ວ່າ: “ເຫດການ​ຮ້າຍ​ແຮງ​ທີ່​ເກີດຂຶ້ນ​ແບບ​ບໍ່​ທັນ​ຕັ້ງ​ໂຕ​ເຮັດ​ໃຫ້​ເຮົາ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ. ເຮົາ​ຢ້ານ​ວ່າ​ຈະ​ມີ​ເລື່ອງ​ທີ່​ບໍ່​ດີ​ແບບ​ນີ້​ເກີດຂຶ້ນ​ອີກ. ແຕ່​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ເຮົາ​ຈຶ່ງ​ຮູ້ສຶກ​ປອດໄພ. ເຣໂຊ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ມີ​ຄືນ​ໜຶ່ງ​ຂ້ອຍ​ຮູ້ສຶກ​ເສົ້າ ກັງວົນ ແລະ​ຢ້ານ​ຫຼາຍ. ຂ້ອຍ​ຈຶ່ງ​ຮ້ອງໄຫ້​ແລະ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ບໍ່​ດົນ​ຂ້ອຍ​ກໍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ກຳລັງ​ປອບ​ໃຈ​ຂ້ອຍ​ຄື​ກັບ​ແມ່​ປອບ​ໃຈ​ລູກ​ນ້ອຍ. ຂ້ອຍ​ຈຶ່ງ​ສະຫງົບໃຈ​ແລ້ວ​ກໍ​ນອນ​ຫຼັບ​ໄດ້. ຂ້ອຍ​ບໍ່​ເຄີຍ​ລືມ​ຄືນ​ນັ້ນ​ເລີຍ.” ຜູ້​ດູແລ​ຄົນ​ໜຶ່ງ​ທີ່​ຊື່​ທາ​ໂຊ​ຕ້ອງ​ຕິດ​ຄຸກ 4 ປີ​ຍ້ອນ​ບໍ່​ຍອມ​ເປັນ​ທະຫານ. ລາວ​ໄດ້​ຮັບ​ຄວາມ​ຮັກ​ແລະ​ການ​ເບິ່ງແຍງ​ຈາກ​ພະ​ເຢໂຫວາ​ແນວ​ໃດ? ລາວ​ເລົ່າ​ວ່າ: “ພະ​ເຢໂຫວາ​ເບິ່ງແຍງ​ຂ້ອຍ​ໃຫ້​ມີ​ສິ່ງ​ຈຳເປັນ​ແລະ​ເພິ່ນ​ໃຫ້​ຂ້ອຍ​ຫຼາຍ​ກວ່າ​ທີ່​ຂ້ອຍ​ຂໍ​ຊ້ຳ. ເລື່ອງ​ນີ້​ເຮັດ​ໃຫ້​ຂ້ອຍ​ສາມາດ​ໄວ້ໃຈ​ພະ​ເຢໂຫວາ​ໄດ້​ເຕັມ​ຮ້ອຍ. ນອກ​ຈາກນັ້ນ ພະ​ເຢໂຫວາ​ຍັງ​ໃຫ້​ພະລັງ​ບໍລິສຸດ​ກັບ​ຂ້ອຍ ເຊິ່ງ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ໄດ້​ເຖິງ​ວ່າ​ຈະ​ຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ບໍ່​ດີ​ແບບ​ນີ້. ເລື່ອງ​ນີ້​ເຮັດ​ໃຫ້​ຂ້ອຍ​ເຫັນ​ວ່າ ແຮ່ງ​ຂ້ອຍ​ໄວ້​ວາງໃຈ​ພະ​ເຢໂຫວາ ຂ້ອຍ​ກໍ​ແຮ່ງ​ຮູ້​ວ່າ​ເພິ່ນ​ຮັກ​ຂ້ອຍ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ເລີ່ມ​ເປັນ​ໄພໂອເນຍ​ປະຈຳ​ຕັ້ງແຕ່​ຕອນ​ຢູ່​ໃນ​ຄຸກ.”

ເຂົ້າ​ມາ​ໃກ້ຊິດ​ກັບ​ພະເຈົ້າ​ທີ່​ຮັກ​ເຈົ້າ

19. (ກ) ເມື່ອ​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ເຮົາ​ຈະ​ອະທິດຖານ​ແບບ​ໃດ? (ຂ) ຂໍ້​ຄຳພີ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ທີ່​ເຈົ້າ​ມັກ​ເປັນ​ພິເສດ​ແມ່ນ​ຂໍ້​ໃດ? (ເບິ່ງ​ຂອບ “ ຂໍ້​ຄຳພີ​ທີ່​ຊ່ວຍ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ.”)

19 ປະສົບການ​ທີ່​ເຮົາ​ໄດ້​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ທີ່​ເປັນ “ພະເຈົ້າ​ຜູ້​ມີ​ຄວາມ​ຮັກ” ຢູ່​ກັບ​ເຮົາ. (2ກຣ. 13:11) ເພິ່ນ​ສົນໃຈ​ເຮົາ​ແຕ່​ລະ​ຄົນ​ເປັນ​ສ່ວນ​ໂຕ​ແລະ​ເຮົາ​ໝັ້ນໃຈ​ວ່າ​ເຮົາ​ຈະ​ໄດ້​ຮັບ “ຄວາມ​ຮັກ​ທີ່​ໝັ້ນຄົງ​ຈາກ​ເພິ່ນ.” (ເພງ. 32:10, ລ.ມ) ແຮ່ງ​ເຮົາ​ຄິດ​ຕຶກຕອງ​ກ່ຽວກັບ​ວິທີ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ ເຮົາ​ກໍ​ແຮ່ງ​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ​ເພິ່ນ​ເປັນ​ຫ່ວງ​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ. ເຮົາ​ສາມາດ​ອະທິດຖານ​ລົມ​ກັບ​ພະ​ເຢໂຫວາ​ໄດ້​ທຸກ​ເລື່ອງ ບອກ​ເພິ່ນ​ວ່າ​ເຮົາ​ຕ້ອງການ​ຄວາມ​ຮັກ​ຈາກ​ເພິ່ນ​ຫຼາຍ​ແທ້​ໆ. ບອກ​ເພິ່ນ​ວ່າ​ເຮົາ​ກັງວົນ​ເລື່ອງ​ຫຍັງ ແລະ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ແລະ​ຢາກ​ຊ່ວຍ​ເຮົາ​ແທ້​ໆ.—ເພງ. 145:18, 19

20. ເປັນ​ຫຍັງ​ເຮົາ​ຈຶ່ງ​ຢາກ​ໄດ້​ຮັບ​ຄວາມ​ຮັກ​ຈາກ​ພະ​ເຢໂຫວາ?

20 ໃນ​ມື້​ທີ່​ອາກາດ​ໜາວ​ໆ​ເຮົາ​ຄື​ຊິ​ຢາກ​ຢູ່​ໃກ້​ໆ​ກອງ​ໄຟ​ເພື່ອ​ໃຫ້​ຮ່າງກາຍ​ອຸ່ນ. ຄ້າຍຄື​ກັນ ໃນ​ມື້​ທີ່​ຊີວິດ​ຂອງ​ເຮົາ​ມີ​ບັນຫາ​ແລະ​ເຈິ​ຄວາມ​ລຳບາກ ເຮົາ​ກໍ​ຢາກ​ຢູ່​ໃກ້​ພະ​ເຢໂຫວາ​ເພື່ອ​ໃຫ້​ເພິ່ນ​ຊ່ວຍ​ເຮົາ. ດັ່ງນັ້ນ ຂໍ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ທີ່​ພະ​ເຢໂຫວາ​ມອບ​ຄວາມ​ຮັກ​ທີ່​ອົບອຸ່ນ​ໃຫ້​ເຈົ້າ. ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຕອບ​ຮັບ​ຄວາມ​ຮັກ​ນີ້​ໂດຍ​ເວົ້າ​ວ່າ: “ຂ້ອຍ​ຮັກ​ພະ​ເຢໂຫວາ”!—ເພງ. 116:1, ລ.ມ

ເຈົ້າ​ຈະ​ຕອບ​ແນວ​ໃດ?

  • ເຈົ້າ​ຈະ​ອະທິບາຍ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ແນວ​ໃດ?

  • ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ​ຫຼາຍ?

  • ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ແນວ​ໃດ?

ເພງທີ 108 ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະເຈົ້າ

a ຊື່​ສົມມຸດ.