ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 2

ເພງທີ 19 ອາຫານ​ຄ່ຳ​ຂອງ​ຜູ້​ເປັນ​ນາຍ

ເຈົ້າ​ພ້ອມ​ສຳລັບ​ມື້​ທີ່​ສຳຄັນ​ທີ່​ສຸດ​ຂອງ​ປີ​ບໍ?

ເຈົ້າ​ພ້ອມ​ສຳລັບ​ມື້​ທີ່​ສຳຄັນ​ທີ່​ສຸດ​ຂອງ​ປີ​ບໍ?

“ໃຫ້​ເຮັດ​ແບບ​ນີ້​ຕໍ່​ໆ​ໄປ​ເພື່ອ​ລະນຶກ​ເຖິງ​ຂ້ອຍ.”ລກ. 22:19

ຈຸດ​ສຳຄັນ

ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ການ​ປະຊຸມ​ອະນຸສອນ​ພິເສດ​ແນວ​ໃດ ເຮົາ​ຈະ​ກຽມ​ໂຕ​ແນວ​ໃດ​ໃຫ້​ພ້ອມ ແລະ​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ນີ້.

1. ເປັນ​ຫຍັງ​ການ​ປະຊຸມ​ອະນຸສອນ​ຈຶ່ງ​ເປັນ​ມື້​ທີ່​ສຳຄັນ​ທີ່​ສຸດ​ຂອງ​ປີ? (ລູກາ 22:19, 20)

 ສຳລັບ​ພະຍານ​ພະ​ເຢໂຫວາ ການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຢຊູ​ເປັນ​ມື້​ທີ່​ສຳຄັນ​ທີ່​ສຸດ​ຂອງ​ປີ. ການ​ປະຊຸມ​ນີ້​ເປັນ​ພຽງ​ເຫດການ​ດຽວ​ທີ່​ພະ​ເຢຊູ​ສັ່ງ​ພວກ​ລູກສິດ​ຂອງ​ເພິ່ນ​ໃຫ້​ເຮັດ. (ອ່ານ​ລູກາ 22:19, 20) ມີ​ຫຼາຍ​ເຫດຜົນ​ທີ່​ເຮັດ​ໃຫ້​ເຮົາ​ລໍ​ຖ້າ​ການ​ປະຊຸມ​ອະນຸສອນ. ໃຫ້​ເຮົາ​ມາ​ເບິ່ງ​ບາງ​ເຫດຜົນ​ນຳ​ກັນ.

2. ເປັນ​ຫຍັງ​ເຮົາ​ຈຶ່ງ​ລໍ​ຖ້າ​ໃຫ້​ຮອດ​ການ​ປະຊຸມ​ອະນຸສອນ?

2 ການ​ປະຊຸມ​ອະນຸສອນ​ຊ່ວຍ​ເຮົາ​ໃຫ້​ຄິດ​ເຖິງ​ຄວາມ​ສຳຄັນ​ຂອງ​ຄ່າໄຖ່​ທີ່​ພະ​ເຢຊູ​ສະລະ​ເພື່ອ​ເຮົາ ແລະ​ຊ່ວຍ​ເຮົາ​ໃຫ້​ຄິດ​ເຖິງ​ວິທີ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຂອບໃຈ​ຕໍ່​ສິ່ງ​ທີ່​ເພິ່ນ​ເຮັດ. (2ກຣ. 5:14, 15) ການ​ປະຊຸມ​ອະນຸສອນ​ຍັງ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ “ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ.” (ຣມ. 1:12) ໃນ​ແຕ່ລະປີ ຫຼາຍ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ. ບາງ​ຄົນ​ກໍ​ຖືກ​ກະຕຸ້ນ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ​ຍ້ອນ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບອຸ່ນ. ຜູ້​ສົນໃຈ​ຫຼາຍ​ຄົນ​ທີ່​ເຂົ້າ​ຮ່ວມ​ກໍ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ຍ້ອນ​ເຂົາເຈົ້າ​ປະທັບໃຈ​ສິ່ງ​ທີ່​ໄດ້​ເຫັນ​ແລະ​ໄດ້​ຟັງ​ຢູ່​ການ​ປະຊຸມ​ນີ້. ດັ່ງນັ້ນ ການ​ປະຊຸມ​ອະນຸສອນ​ຈຶ່ງ​ເປັນ​ການ​ປະຊຸມ​ທີ່​ພິເສດ​ຫຼາຍ​ແທ້​ໆ​ສຳລັບ​ເຮົາ!

3. ການ​ປະຊຸມ​ອະນຸສອນ​ເຮັດ​ໃຫ້​ພວກ​ເຮົາ​ທີ່​ຢູ່​ທົ່ວ​ໂລກ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ແນວ​ໃດ? (ເບິ່ງ​ຮູບ)

3 ເຮົາ​ລໍ​ຖ້າ​ໃຫ້​ຮອດ​ການ​ປະຊຸມ​ອະນຸສອນ​ຍ້ອນ​ເຮົາ​ຮູ້​ວ່າ​ໃນ​ມື້​ນັ້ນ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ທີ່​ຢູ່​ທົ່ວ​ໂລກ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ. ພະຍານ​ພະ​ເຢໂຫວາ​ຢູ່​ທົ່ວ​ໂລກ​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ນີ້​ຫຼັງ​ຈາກ​ຕາເວັນ​ຕົກ. ຢູ່​ການ​ປະຊຸມ​ນີ້​ເຮົາ​ຈະ​ໄດ້​ຟັງ​ຄຳ​ບັນລະຍາຍ​ທີ່​ເນັ້ນ​ຄວາມ​ສຳຄັນ​ຂອງ​ຄ່າໄຖ່ ຮ້ອງ​ເພງ​ສັນລະເສີນ​ພະເຈົ້າ​ນຳ​ກັນ 2 ເພງ ສົ່ງ​ຕໍ່​ເຂົ້າຈີ່​ແລະ​ເຫຼົ້າແວງ ແລະ​ອະທິດຖານ​ນຳ​ກັນ 4 ເທື່ອ. ທຸກ​ປະຊາຄົມ​ຢູ່​ທົ່ວ​ໂລກ​ຈະ​ເຮັດ​ແບບ​ດຽວ​ກັນ​ນີ້​ພາຍ​ໃນ 24 ຊົ່ວໂມງ. ໃຫ້​ນຶກພາບ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ທີ່​ເຫັນ​ພວກ​ເຮົາ​ຢູ່​ທົ່ວ​ໂລກ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ການ​ປະຊຸມ​ອະນຸສອນ.

ການ​ປະຊຸມ​ອະນຸສອນ​ເຮັດ​ໃຫ້​ພວກເຮົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ (ເບິ່ງ​ຂໍ້ 3) g


4. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ລົມ​ກັນ​ເລື່ອງ​ຫຍັງ?

4 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້: ເຮົາ​ຈະ​ກຽມ​ຫົວໃຈ​ແນວ​ໃດ​ໃຫ້​ພ້ອມ​ສຳລັບ​ການ​ປະຊຸມ​ອະນຸສອນ? ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ແນວ​ໃດ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ປະຊຸມ​ນີ້? ແລະ​ເຮົາ​ຈະ​ຊ່ວຍ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ແນວ​ໃດ? ຄຳ​ຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ພ້ອມ​ສຳລັບ​ການ​ປະຊຸມ​ອະນຸສອນ ເຊິ່ງ​ເປັນ​ການ​ປະຊຸມ​ທີ່​ສຳຄັນ​ທີ່​ສຸດ.

ເຮົາ​ຈະ​ກຽມ​ຫົວໃຈ​ແນວ​ໃດ​ໃຫ້​ພ້ອມ​ສຳລັບ​ການ​ປະຊຸມ​ອະນຸສອນ?

5. (ກ) ເປັນ​ຫຍັງ​ເຮົາ​ຄວນ​ຄິດ​ຕຶກຕອງ​ກ່ຽວກັບ​ຄຸນຄ່າ​ຂອງ​ຄ່າໄຖ່? (ຄຳເພງ 49:7, 8) (ຂ) ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ວິດີໂອ​ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຕາຍ?

5 ວິທີ​ທີ່​ສຳຄັນ​ທີ່​ສຸດ​ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ກຽມ​ຫົວໃຈ​ໃຫ້​ພ້ອມ​ສຳລັບ​ການ​ປະຊຸມ​ອະນຸສອນ​ແມ່ນ​ການ​ຄິດ​ຕຶກຕອງ​ວ່າ​ຄ່າໄຖ່​ມີ​ຄ່າ​ຫຼາຍ​ສ່ຳ​ໃດ. ເຮົາ​ບໍ່​ມີ​ທາງ​ທີ່​ຈະ​ໄຖ່​ຊີວິດ​ຂອງ​ໂຕເອງ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ​ໄດ້. (ອ່ານ​ຄຳເພງ 49:7, 8; ເບິ່ງ​ວິດີໂອ​ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຕາຍ?) a ຍ້ອນ​ແນວ​ນີ້​ພະ​ເຢໂຫວາ​ຈຶ່ງ​ໃຫ້​ພະ​ເຢຊູ​ມາ​ຕາຍ​ເປັນ​ຄ່າໄຖ່​ເພື່ອ​ຊ່ວຍ​ເຮົາ​ໃຫ້​ລອດ. ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໄດ້​ເສຍສະລະ​ຫຼາຍ​ແທ້​ໆ. (ຣມ. 6:23) ແຮ່ງ​ເຮົາ​ຄິດ​ຕຶກຕອງ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເສຍສະລະ​ຫຍັງ​ແດ່​ເພື່ອ​ເຮົາ ເຮົາ​ກໍ​ແຮ່ງ​ຈະ​ເຫັນຄ່າ​ຄ່າໄຖ່​ຫຼາຍ​ຂຶ້ນ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຕ້ອງ​ເສຍສະລະ​ຫຍັງ​ແດ່​ເພື່ອ​ຈັດ​ກຽມ​ຄ່າໄຖ່. ແຕ່​ທຳອິດ​ເຮົາ​ຈະ​ມາ​ເບິ່ງ​ນຳ​ກັນ​ວ່າ​ຄ່າໄຖ່​ແມ່ນ​ຫຍັງ?

6. ຄ່າໄຖ່​ແມ່ນ​ຫຍັງ?

6 ຄ່າໄຖ່​ແມ່ນ​ສິ່ງ​ທີ່​ຈ່າຍ​ໄປ​ເພື່ອ​ຊື້​ບາງ​ຢ່າງ​ຄືນ​ມາ. ອາດາມ​ມະນຸດ​ຄົນ​ທຳອິດ​ຖືກ​ສ້າງ​ໃຫ້​ເປັນ​ຄົນ​ສົມບູນແບບ ແຕ່​ລາວ​ເຮັດ​ຜິດ. ລາວ​ຈຶ່ງ​ສູນເສຍ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ ບໍ່​ແມ່ນ​ແຕ່​ລາວ​ເທົ່າ​ນັ້ນ ລູກ​ຫຼານ​ຂອງ​ລາວ​ກໍ​ເສຍ​ໂອກາດ​ນັ້ນ​ຄື​ກັນ. ເພື່ອ​ຈະ​ຊື້​ສິ່ງ​ທີ່​ອາດາມ​ເຮັດ​ໃຫ້​ສູນເສຍ​ໄປ​ກັບຄືນມາ ພະ​ເຢຊູ​ຈຶ່ງ​ຕ້ອງ​ສະລະ​ຊີວິດ​ທີ່​ສົມບູນແບບ​ຂອງ​ເພິ່ນ​ເພື່ອ​ເປັນ​ຄ່າໄຖ່. ຕະຫຼອດ​ຊີວິດ​ຂອງ​ພະ​ເຢຊູ​ທີ່​ຢູ່​ໃນ​ໂລກ ເພິ່ນ “ບໍ່​ເຄີຍ​ເຮັດ​ບາບ​ແລະ​ບໍ່​ເຄີຍ​ເວົ້າ​ຫຼອກລວງ​ເລີຍ.” (1ປຕ. 2:22) ຕອນ​ທີ່​ພະ​ເຢຊູ​ຕາຍ ເພິ່ນ​ກໍ​ຍັງ​ເປັນ​ມະນຸດ​ສົມບູນແບບ. ຍ້ອນ​ແນວ​ນີ້ ເພິ່ນ​ຈຶ່ງ​ສາມາດ​ຊື້​ຊີວິດ​ສົມບູນແບບ​ທີ່​ອາດາມ​ເຮັດ​ໃຫ້​ສູນເສຍ​ໄປ​ກັບຄືນມາ​ໄດ້.—1ກຣ. 15:45; 1ຕມ. 2:6

7. ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ເພິ່ນ​ເຈິ​ການ​ທົດສອບ​ຫຍັງ​ແດ່?

7 ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ເພິ່ນ​ເຈິ​ການ​ທົດສອບ​ຫຼາຍ​ຢ່າງ ແຕ່​ເພິ່ນ​ຍັງ​ສັດຊື່​ແລະ​ເຊື່ອຟັງ​ພະ​ເຢໂຫວາ​ໃນ​ທຸກ​ສິ່ງ. ຕອນ​ທີ່​ພະ​ເຢຊູ​ເປັນ​ເດັກນ້ອຍ ເພິ່ນ​ເຊື່ອຟັງ​ພໍ່​ແມ່​ທີ່​ເປັນ​ຄົນ​ບໍ່​ສົມບູນແບບ​ທັງ​ໆ​ທີ່​ເພິ່ນ​ເປັນ​ຄົນ​ສົມບູນແບບ. (ລກ. 2:51) ຕອນ​ພະ​ເຢຊູ​ເປັນ​ໄວລຸ້ນ ເພິ່ນ​ຕ້ອງ​ຕ້ານ​ທານ​ຄວາມ​ກົດ​ດັນ​ຈາກ​ຄົນ​ອື່ນ​ທີ່​ບໍ່​ໃຫ້​ເຊື່ອຟັງ​ພໍ່​ແມ່​ແລະ​ບໍ່​ໃຫ້​ສັດຊື່​ຕໍ່​ພະ​ເຢໂຫວາ. ຕອນ​ທີ່​ໃຫຍ່​ແລ້ວ ເພິ່ນ​ຕ້ອງ​ຕ້ານ​ທານ​ການ​ລໍ້ໃຈ​ຈາກ​ຊາຕານ ມັນ​ເຖິງຂັ້ນ​ບອກ​ເພິ່ນ​ກົງ​ໆ​ວ່າ​ໃຫ້​ເຊົາ​ສັດຊື່​ຕໍ່​ພະ​ເຢໂຫວາ. (ມທ. 4:1-11) ຊາຕານ​ເຮັດ​ແບບ​ນີ້​ຍ້ອນ​ມັນ​ຕັ້ງໃຈ​ໃຫ້​ພະ​ເຢຊູ​ເຮັດ​ຜິດ​ເພື່ອ​ເພິ່ນ​ຈະ​ບໍ່​ສາມາດ​ເປັນ​ຄ່າໄຖ່​ໄດ້.

8. ພະ​ເຢຊູ​ອົດທົນ​ກັບ​ຄວາມ​ລຳບາກ​ຫຍັງ​ອີກ?

8 ຕອນ​ທີ່​ພະ​ເຢຊູ​ຮັບໃຊ້​ຢູ່​ໃນ​ໂລກ ເພິ່ນ​ເຈິ​ຄວາມ​ລຳບາກ​ແນວ​ອື່ນ​ນຳ. ເພິ່ນ​ເຈິ​ການ​ຂົ່ມເຫງ​ແລະ​ມີ​ຄົນ​ພະຍາຍາມ​ຈະ​ຂ້າ​ເພິ່ນ. (ລກ. 4:28, 29; 13:31) ພະ​ເຢຊູ​ຕ້ອງ​ອົດທົນ​ກັບ​ຄວາມ​ບໍ່​ສົມບູນແບບ​ຂອງ​ພວກ​ລູກສິດ. (ມຣກ. 9:33, 34) ຕອນ​ທີ່​ຖືກ​ພິຈາລະນາ​ຄະດີ ເພິ່ນ​ຖືກ​ເຍາະເຍີ້ຍ​ແລະ​ຖືກ​ທໍລະມານ​ຢ່າງ​ໜັກ. ຈາກນັ້ນ ເພິ່ນ​ກໍ​ຖືກ​ຕັດສິນ​ປະຫານ​ຊີວິດ​ຄື​ກັບ​ອາດຊະຍາກອນ​ແລະ​ເຈັບ​ປວດ​ທໍລະມານ​ຫຼາຍ. (ຮຣ. 12:1-3) ຕອນ​ໃກ້​ຊິ​ຕາຍ ພະ​ເຢຊູ​ຕ້ອງ​ອົດທົນ​ດ້ວຍ​ໂຕ​ເອງ​ໂດຍ​ທີ່​ບໍ່​ມີ​ພະ​ເຢໂຫວາ​ປົກປ້ອງ. bມທ. 27:46

9. ເຮົາ​ຮູ້ສຶກ​ແນວ​ໃດ​ຕໍ່​ການ​ເສຍສະລະ​ຂອງ​ພະ​ເຢຊູ? (1 ເປໂຕ 1:8)

9 ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢຊູ​ຕ້ອງ​ທົນທຸກ​ທໍລະມານ​ຫຼາຍ​ແທ້​ໆ​ເພື່ອ​ເປັນ​ຄ່າໄຖ່​ໃຫ້​ເຮົາ. ເມື່ອ​ຄິດ​ເຖິງ​ທຸກ​ສິ່ງ​ທີ່​ພະ​ເຢຊູ​ເຕັມໃຈ​ເຮັດ​ເພື່ອ​ເຮົາ ເຮົາ​ກໍ​ຮັກ​ເພິ່ນ​ຫຼາຍ​ແທ້ໆ!—ອ່ານ 1 ເປໂຕ 1:8

10. ພະ​ເຢໂຫວາ​ຍອມ​ເສຍສະລະ​ຫຍັງ​ໃນ​ເລື່ອງ​ຄ່າໄຖ່?

10 ພະ​ເຢໂຫວາ​ຍອມ​ເສຍສະລະ​ຫຍັງ​ເພື່ອ​ໃຫ້​ພະ​ເຢຊູ​ມາ​ເປັນ​ຄ່າໄຖ່? ພະ​ເຢໂຫວາ​ກັບ​ພະ​ເຢຊູ​ເປັນ​ພໍ່​ລູກ​ທີ່​ສະໜິດ​ກັນ​ຫຼາຍ​ທີ່​ສຸດ. (ສຸພາ. 8:30) ລອງ​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ຈະ​ຮູ້ສຶກ​ເຈັບ​ປວດ​ຫຼາຍ​ສ່ຳ​ໃດ​ທີ່​ເຫັນ​ລູກ​ຊາຍ​ຂອງ​ເພິ່ນ​ຖືກ​ຂົ່ມເຫງ ຖືກ​ປະຕິເສດ ແລະ​ທົນທຸກ​ທໍລະມານ.

11. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ພະ​ເຢຊູ​ຖືກ​ປະຫານ? ຂໍ​ໃຫ້​ຍົກ​ຕົວຢ່າງ.

11 ພໍ່​ແມ່​ທີ່​ລູກ​ຕາຍ​ເຂົ້າໃຈ​ດີ​ວ່າ​ການ​ສູນເສຍ​ລູກ​ເຮັດ​ໃຫ້​ເຈັບ​ປວດ​ໃຈ​ຫຼາຍ​ແທ້​ໆ. ເຖິງ​ວ່າ​ເຮົາ​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ ແຕ່​ເມື່ອ​ຄົນ​ທີ່​ເຮົາ​ຮັກ​ຕາຍ​ເຮົາ​ກໍ​ຍັງ​ຮູ້ສຶກ​ເຈັບ​ປວດ​ຢູ່. ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ເຈັບ​ປວດ​ຫຼາຍ​ສ່ຳ​ໃດ​ຕອນ​ທີ່​ເພິ່ນ​ເຫັນ​ພະ​ເຢຊູ​ລູກ​ຊາຍ​ທີ່​ເພິ່ນ​ຮັກ​ຕາຍ​ໃນ​ປີ 33. cມທ. 3:17

12. ກ່ອນ​ຈະ​ຮອດ​ການ​ປະຊຸມ​ອະນຸສອນ ເຮົາ​ເຮັດ​ຫຍັງ​ໄດ້​ແດ່?

12 ກ່ອນ​ຈະ​ຮອດ​ການ​ປະຊຸມ​ອະນຸສອນ ໃຫ້​ລອງ​ສຶກສາ​ສ່ວນ​ໂຕ​ຫຼື​ສຶກສາ​ປະຈຳ​ຄອບຄົວ​ກ່ຽວກັບ​ເລື່ອງ​ຄ່າໄຖ່​ໃຫ້​ເລິກ​ເຊິ່ງ​ຫຼາຍ​ຂຶ້ນ​ໂດຍ​ໃຊ້​ປຶ້ມ​ຄູ່​ມື​ຄົ້ນຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ​ຫຼື​ປຶ້ມ​ອື່ນ​ໆ​ຂອງ​ອົງການ. d ນອກ​ຈາກນັ້ນ ໃຫ້​ອ່ານ​ຂໍ້​ຄຳພີ​ທີ່​ຢູ່​ໃນ​ຕາຕະລາງ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ໄລຍະ​ການ​ປະຊຸມ​ອະນຸສອນ​ທີ່​ຢູ່​ໃນ​ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້—ຄູ່​ມື​ການ​ປະຊຸມ. ໃຫ້​ເບິ່ງ​ວິດີໂອ​ການ​ນະມັດສະການ​ຕອນ​ເຊົ້າ​ສຳລັບ​ວັນ​ປະຊຸມ​ອະນຸສອນ​ນຳ. ເມື່ອ​ເຮົາ​ກຽມ​ຫົວໃຈ​ໃຫ້​ພ້ອມ​ສຳລັບ​ການ​ປະຊຸມ​ອະນຸສອນ ເຮົາ​ກໍ​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ປະຊຸມ​ນີ້​ຄື​ກັນ.—ອຊຣ. 7:10

ຊ່ວຍ​ຄົນ​ອື່ນ​ໃຫ້​ໄດ້​ຮັບ​ປະໂຫຍດ

13. ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ປະຊຸມ​ອະນຸສອນ ສິ່ງ​ທຳອິດ​ທີ່​ເຮົາ​ຕ້ອງ​ເຮັດ​ແມ່ນ​ຫຍັງ?

13 ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ແນວ​ໃດ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ປະຊຸມ​ອະນຸສອນ? ທຳອິດ ເຮົາ​ຕ້ອງ​ເຊີນ​ເຂົາເຈົ້າ. ນອກ​ຈາກ​ເຊີນ​ຄົນ​ທີ່​ເຮົາ​ເຈິ​ໃນ​ເຂດ​ປະກາດ​ແລ້ວ ເຮົາ​ອາດ​ເຮັດ​ລາຍຊື່​ຄົນ​ທີ່​ເຮົາ​ຮູ້​ຈັກ​ທີ່​ເຮົາ​ຢາກ​ເຊີນ​ເຂົາເຈົ້າ​ຄື​ກັນ ເຊັ່ນ: ຍາດຕິພີ່ນ້ອງ ໝູ່​ຢູ່​ບ່ອນ​ເຮັດ​ວຽກ ໝູ່​ຢູ່​ໂຮງຮຽນ ແລະ​ຄົນ​ອື່ນ​ໆ. ຖ້າ​ເຮົາ​ມີ​ໃບ​ເຊີນ​ບໍ່​ພໍ ເຮົາ​ສາມາດ​ສົ່ງ​ລິ້ງ​ໃຫ້​ເຂົາເຈົ້າ​ໄດ້. ເມື່ອ​ເຮັດ​ແບບ​ນີ້ ອາດຈະ​ມີ​ຄົນ​ມາ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ຫຼາຍ​ກວ່າ​ທີ່​ເຮົາ​ຄິດ​ກໍ​ໄດ້!—ຜູ້ປ. 11:6

14. ເປັນ​ຫຍັງ​ການ​ເຊີນ​ເປັນ​ສ່ວນ​ໂຕ​ຈຶ່ງ​ສຳຄັນ? ຂໍ​ໃຫ້​ເລົ່າ​ປະສົບການ.

14 ການ​ເຊີນ​ຜູ້​ໃດ​ຜູ້​ໜຶ່ງ​ເປັນ​ສ່ວນ​ໂຕ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ. ໃຫ້​ເຮົາ​ເບິ່ງ​ປະສົບການ​ຕໍ່​ໄປ​ນີ້. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຜົວ​ຂອງ​ລາວ​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ ມື້​ໜຶ່ງ​ລາວ​ຕົກໃຈ​ຫຼາຍ​ທີ່​ຜົວ​ຂອງ​ລາວ​ບອກ​ວ່າ​ຢາກ​ໄປ​ປະຊຸມ​ອະນຸສອນ​ນຳ. ເປັນ​ຫຍັງ​ລາວ​ຈຶ່ງ​ຕົກໃຈ? ຍ້ອນ​ຫຼາຍ​ປີ​ຜ່ານ​ມາ​ລາວ​ເຄີຍ​ຊວນ​ຜົວ​ໄປ​ປະຊຸມ​ອະນຸສອນ​ນຳ ແຕ່​ກໍ​ບໍ່​ເຄີຍ​ໄປ. ເປັນ​ຫຍັງ​ປີ​ນີ້​ຈຶ່ງ​ຢາກ​ໄປ? ຜົວ​ຂອງ​ລາວ​ບອກ​ວ່າ: “ກະ​ຍ້ອນ​ຂ້ອຍ​ໄດ້​ຮັບ​ການ​ເຊີນ​ເປັນ​ສ່ວນ​ໂຕ.” ແລ້ວ​ລາວ​ກໍ​ເລົ່າ​ໃຫ້​ເມຍ​ຟັງ​ວ່າ​ຜູ້​ດູແລ​ຄົນ​ໜຶ່ງ​ທີ່​ລາວ​ຮູ້​ຈັກ​ໃນ​ປະຊາຄົມ​ມາ​ຊວນ​ລາວ​ໄປ​ປະຊຸມ​ອະນຸສອນ​ເປັນ​ສ່ວນ​ໂຕ. ຕັ້ງແຕ່​ນັ້ນ​ມາ ລາວ​ກໍ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ເປັນ​ປະຈຳ.

15. ເຮົາ​ຄວນ​ຈື່​ຫຍັງ​ໄວ້​ຕອນ​ທີ່​ເຊີນ​ຄົນ​ມາ​ການ​ປະຊຸມ​ອະນຸສອນ?

15 ໃຫ້​ຈື່​ໄວ້​ວ່າ​ຄົນ​ທີ່​ເຮົາ​ເຊີນ​ມາ​ອາດ​ຈະ​ມີ​ຄຳຖາມ ໂດຍ​ສະເພາະ​ຖ້າ​ເຂົາເຈົ້າ​ບໍ່​ເຄີຍ​ມາ​ປະຊຸມ​ຈັກ​ເທື່ອ. ໃຫ້​ເຮົາ​ກຽມ​ໂຕ​ລ່ວງ​ໜ້າ​ເພື່ອ​ຕອບ​ຄຳຖາມ​ທີ່​ເຂົາເຈົ້າ​ອາດຈະ​ຖາມ. (ກລຊ. 4:6) ບາງ​ຄົນ​ອາດ​ຢາກ​ຮູ້​ວ່າ​ການ​ປະຊຸມ​ອະນຸສອນ​ເປັນ​ແນວ​ໃດ? ການ​ປະຊຸມ​ນີ້​ດົນ​ປານ​ໃດ? ຕ້ອງ​ນຸ່ງ​ເຄື່ອງ​ຈັ່ງ​ໃດ? ໄດ້​ເສຍ​ເງິນ​ຄ່າເຂົ້າ​ບໍ່? ມີ​ການ​ແຜ່​ເງິນ​ບໍ່? ເມື່ອ​ເຮົາ​ເຊີນ​ຄົນ​ມາ​ຮ່ວມ​ການ​ປະຊຸມ​ອະນຸສອນ ເຮົາ​ອາດ​ຖາມ​ວ່າ: “ເຈົ້າ​ມີ​ຫຍັງ​ຢາກ​ຖາມ​ບໍ?” ຖ້າ​ເຂົາເຈົ້າ​ມີ​ຄຳຖາມ​ກໍ​ໃຫ້​ເຈົ້າ​ຕອບ​ຄຳຖາມ​ຂອງ​ເຂົາເຈົ້າ. ເຮົາ​ອາດ​ໃຊ້​ວິດີໂອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະ​ເຢຊູ ແລະ​ພວກ​ເຮົາ​ເຮັດ​ຫຍັງ​ຢູ່​ຫໍປະຊຸມ​ລາຊະອານາຈັກ? ເພື່ອ​ຊ່ວຍ​ເຂົາເຈົ້າ​ໃຫ້​ເຂົ້າໃຈ​ວ່າ​ການ​ປະຊຸມ​ຂອງ​ເຮົາ​ເປັນ​ແນວ​ໃດ. ນອກ​ຈາກນັ້ນ ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດ​ທີ 28 ກໍ​ມີ​ຫຼາຍ​ຈຸດ​ທີ່​ດີ​ທີ່​ເຮົາ​ໃຊ້​ໄດ້​ເພື່ອ​ອະທິບາຍ​ໃຫ້​ເຂົາເຈົ້າ​ຮູ້​ກ່ຽວກັບ​ການ​ປະຊຸມ​ອະນຸສອນ.

16. ຄົນ​ທີ່​ມາ​ປະຊຸມ​ອະນຸສອນ​ອາດ​ມີ​ຄຳຖາມ​ຫຍັງ​ຕື່ມ​ອີກ?

16 ຫຼັງ​ຈາກ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ແລ້ວ ຜູ້​ສົນໃຈ​ອາດ​ມີ​ຄຳຖາມ​ຕື່ມ​ອີກ. ເຂົາເຈົ້າ​ອາດ​ຢາກ​ຮູ້​ວ່າ​ເປັນ​ຫຍັງ​ຈຶ່ງ​ບໍ່​ມີ​ໃຜ​ກິນ​ເຂົ້າຈີ່​ແລະ​ເຫຼົ້າແວງ ຫຼື​ເປັນ​ຫຍັງ​ຈຶ່ງ​ມີ​ຄົນ​ແຕ່​ໜ້ອຍ​ດຽວ​ທີ່​ກິນ. ເຂົາເຈົ້າ​ອາດ​ຢາກ​ຮູ້​ວ່າ​ເຮົາ​ຈັດການ​ປະຊຸມ​ອະນຸສອນ​ເລື້ອຍ​ປານ​ໃດ ແລະ​ການ​ປະຊຸມ​ອື່ນ​ໆ​ຂອງ​ພະຍານ​ພະ​ເຢໂຫວາ​ກໍ​ຈັດ​ແບບ​ດຽວ​ກັນ​ບໍ່. ເຖິງ​ວ່າ​ຈະ​ມີ​ການ​ອະທິບາຍ​ເລື່ອງ​ເຫຼົ່າ​ນີ້​ແລ້ວ​ໃນ​ຄຳ​ບັນລະຍາຍ​ຢູ່​ການ​ປະຊຸມ​ອະນຸສອນ ແຕ່​ຜູ້​ສົນໃຈ​ອາດ​ຢາກ​ຮູ້​ຕື່ມ​ອີກ. ບົດ​ຄວາມ​ໃນ​ເວັບໄຊ jw.org ທີ່​ຊື່​ວ່າ “ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ສະຫຼອງ​ອາຫານ​ແລງ​ຂອງ​ພະຄລິດ​ຕ່າງ​ຈາກ​ສາສະໜາ​ອື່ນ? e ຊ່ວຍ​ເຮົາ​ໃຫ້​ຕອບ​ຄຳຖາມ​ເຫຼົ່າ​ນີ້​ໄດ້. ເຮົາ​ຢາກ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ທັງ​ກ່ອນ ໃນ​ລະຫວ່າງ ແລະ​ຫຼັງ​ຈາກ​ການ​ປະຊຸມ​ອະນຸສອນ​ເພື່ອ​ຊ່ວຍ​ຄົນ​ທີ່ “ເຕັມໃຈ​ຕອບ​ຮັບ​ຄວາມ​ຈິງ” ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ປະຊຸມ​ນີ້.—ກຈກ. 13:48

ຊ່ວຍ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ

17. ຜູ້​ດູແລ​ຈະ​ຊ່ວຍ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ແນວ​ໃດ? (ເອເຊກຽນ 34:12, 16)

17 ໃນ​ໄລຍະ​ການ​ປະຊຸມ​ອະນຸສອນ ຜູ້​ດູແລ​ຈະ​ຊ່ວຍ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ແນວ​ໃດ? ຂໍ​ໃຫ້​ເຈົ້າ​ເຮັດ​ໃຫ້​ເຂົາເຈົ້າ​ເຫັນ​ວ່າ​ເຈົ້າ​ຮັກ​ແລະ​ເປັນ​ຫ່ວງ​ເຂົາເຈົ້າ. (ອ່ານ​ເອເຊກຽນ 34:12, 16) ກ່ອນ​ຈະ​ຮອດ​ການ​ປະຊຸມ​ອະນຸສອນ ໃຫ້​ເຈົ້າ​ຕິດຕໍ່​ກັບ​ເຂົາເຈົ້າ​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້ ແລະ​ເຮັດ​ໃຫ້​ເຂົາເຈົ້າ​ໝັ້ນໃຈ​ວ່າ​ເຈົ້າ​ຢາກ​ຊ່ວຍ​ເຂົາເຈົ້າ​ແທ້​ໆ. ຈາກນັ້ນ ໃຫ້​ຊວນ​ເຂົາເຈົ້າ​ມາ​ການ​ປະຊຸມ​ອະນຸສອນ ແລະ​ຖ້າ​ເຂົາເຈົ້າ​ມາ​ກໍ​ໃຫ້​ຕ້ອນຮັບ​ຢ່າງ​ອົບອຸ່ນ. ຫຼັງ​ຈາກ​ການ​ປະຊຸມ​ອະນຸສອນ ໃຫ້​ຕິດຕໍ່​ກັບ​ພີ່ນ້ອງ​ເຫຼົ່າ​ນີ້​ເລື້ອຍ​ໆ​ເພື່ອ​ຊ່ວຍ​ເຂົາເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ກັບ​ມາ​ຫາ​ພະ​ເຢໂຫວາ.—1ປຕ. 2:25

18. ເຮົາ​ທຸກ​ຄົນ​ຈະ​ຊ່ວຍ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ແນວ​ໃດ? (ໂຣມ 12:10)

18 ເຮົາ​ທຸກ​ຄົນ​ກໍ​ສາມາດ​ຊ່ວຍ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໄດ້. ເຮົາ​ຈະ​ຊ່ວຍ​ແນວ​ໃດ? ເຮົາ​ຊ່ວຍ​ໄດ້​ໂດຍ​ສະແດງ​ຄວາມ​ຮັກ ຄວາມ​ອ່ອນໂຍນ ແລະ​ຄວາມ​ນັບຖື​ຕໍ່​ເຂົາເຈົ້າ. (ອ່ານ​ໂຣມ 12:10) ໃຫ້​ຈື່​ໄວ້​ວ່າ​ເຂົາເຈົ້າ​ອາດ​ບໍ່​ກ້າ​ທີ່​ຈະ​ກັບ​ມາ​ປະຊຸມ​ຍ້ອນ​ຢ້ານ​ພີ່ນ້ອງ​ບໍ່​ຕ້ອນຮັບ. f ດັ່ງນັ້ນ ຢ່າ​ຖາມ​ຄຳຖາມ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ອາຍ​ຫຼື​ເວົ້າ​ສິ່ງ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ເສຍໃຈ. (1ທຊ. 5:11) ເຂົາເຈົ້າ​ເປັນ​ພີ່ນ້ອງ​ຂອງ​ເຮົາ ແລະ​ເຮົາ​ດີໃຈ​ທີ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ນຳ​ກັນ​ກັບ​ເຂົາເຈົ້າ​ອີກ.—ເພງ. 119:176; ກຈກ. 20:35

19. ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຢຊູ?

19 ເຮົາ​ຮູ້ສຶກ​ຂອບໃຈ​ແທ້​ໆ​ທີ່​ພະ​ເຢຊູ​ບອກ​ເຮົາ​ໃຫ້​ຈັດການ​ປະຊຸມ​ອະນຸສອນ​ທຸກ​ປີ! ເຮົາ​ຮູ້​ວ່າ​ການ​ປະຊຸມ​ນີ້​ສຳຄັນ​ຫຼາຍ ແລະ​ເມື່ອ​ເຮົາ​ເຂົ້າ​ຮ່ວມ​ເຮົາ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ແລະ​ຄົນ​ອື່ນ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຄື​ກັນ. (ອຊຢ. 48:17, 18) ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຫຼາຍ​ຂຶ້ນ. ເຮົາ​ເຫັນຄ່າ​ໃນ​ສິ່ງ​ທີ່​ພວກ​ເພິ່ນ​ເຮັດ​ເພື່ອ​ເຮົາ. ເຮົາ​ສະໜິດ​ກັບ​ພີ່ນ້ອງ​ຫຼາຍ​ຂຶ້ນ ແລະ​ເຮົາ​ໄດ້​ຊ່ວຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ວ່າ​ເຂົາເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່​ຄື​ກັບ​ເຮົາ​ໄດ້​ແນວ​ໃດ. ໃຫ້​ເຮົາ​ພະຍາຍາມ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ກຽມ​ໂຕ​ໃຫ້​ພ້ອມ​ສຳລັບ​ການ​ປະຊຸມ​ອະນຸສອນ​ປີ​ນີ້ ເຊິ່ງ​ເປັນ​ມື້​ທີ່​ສຳຄັນ​ທີ່​ສຸດ​ຂອງ​ປີ!

ເຈົ້າ​ຈະ​ຕອບ​ແນວ​ໃດ?

  • ເຮົາ​ຈະ​ກຽມ​ຫົວໃຈ​ແນວ​ໃດ​ໃຫ້​ພ້ອມ​ສຳລັບ​ການ​ປະຊຸມ​ອະນຸສອນ?

  • ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ແນວ​ໃດ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ປະຊຸມ​ອະນຸສອນ?

  • ເຮົາ​ຈະ​ຊ່ວຍ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ແນວ​ໃດ?

ເພງທີ 18 ຂອບໃຈ​ສຳລັບ​ຄ່າໄຖ່

a ໃຊ້​ປ່ອງ​ຄົ້ນ​ຫາ​ໃນ​ເວັບໄຊ jw.org ເພື່ອ​ຊອກ​ຫາ​ບົດ​ຄວາມ​ແລະ​ວິດີໂອ​ຕ່າງ​ໆ​ທີ່​ເວົ້າ​ເຖິງ​ໃນ​ບົດ​ຄວາມ​ນີ້.

b ເບິ່ງ​ບົດ​ຄວາມ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ​ເດືອນ​ເມສາ 2021.

e (ພາສາ​ໄທ)

f ເບິ່ງ​ຮູບ​ແລະ​ຂອບ “ ພີ່ນ້ອງ​ຕ້ອນຮັບ​ແນວ​ໃດ?” ພີ່ນ້ອງ​ຊາຍ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ຮູ້ສຶກ​ບໍ່​ກ້າ​ທີ່​ຈະ​ເຂົ້າ​ໄປ​ໃນ​ຫໍປະຊຸມ ແຕ່​ລາວ​ກໍ​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້​ແລ້ວ​ຍ່າງ​ເຂົ້າ​ໄປ. ລາວ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບອຸ່ນ​ແລະ​ມີ​ຄວາມ​ສຸກ​ທີ່​ໄດ້​ຢູ່​ກັບ​ພີ່ນ້ອງ.

g ຄຳ​ອະທິບາຍ​ຮູບ ໜ້າ 9: ຕອນ​ທີ່​ພະຍານ​ພະ​ເຢໂຫວາ​ຢູ່​ປະເທດ​ໜຶ່ງ​ກຳລັງ​ປະຊຸມ​ອະນຸສອນ ພະຍານ​ພະ​ເຢໂຫວາ​ທີ່​ຢູ່​ປະເທດ​ອື່ນ​ກໍ​ກຳລັງ​ກຽມ​ໂຕ​ສຳລັບ​ການ​ປະຊຸມ​ອະນຸສອນ.