ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຄັດລັບ​ການ​ຄົ້ນຄວ້າ

ການ​ແຕ້ມ​ຮູບ​ຊ່ວຍ​ໃຫ້​ຈື່​ໄດ້​ງ່າຍ​ຂຶ້ນ

ການ​ແຕ້ມ​ຮູບ​ຊ່ວຍ​ໃຫ້​ຈື່​ໄດ້​ງ່າຍ​ຂຶ້ນ

ບາງ​ເທື່ອ​ເຈົ້າ​ຮູ້ສຶກ​ວ່າ​ຍາກ​ບໍ​ທີ່​ຈະ​ພະຍາຍາມ​ຈື່​ເລື່ອງ​ທີ່​ໄດ້​ຮຽນ? ພວກ​ເຮົາ​ຫຼາຍ​ຄົນ​ຮູ້ສຶກ​ແບບ​ນັ້ນ. ແຕ່​ເຈົ້າ​ເຄີຍ​ສັງເກດ​ບໍ​ວ່າ​ເລື່ອງ​ທີ່​ພະ​ເຢຊູ​ສອນ​ເຮົາ​ພັດ​ຈື່​ໄດ້​ງ່າຍ? ເປັນ​ແບບ​ນັ້ນ​ກໍ​ຍ້ອນ​ເພິ່ນ​ໃຊ້​ຕົວຢ່າງ​ປຽບທຽບ​ໃນ​ການ​ສອນ​ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ນຶກພາບ​ອອກ​ໄດ້. ສະນັ້ນ ເຈົ້າ​ຈະ​ຈື່​ໄດ້​ງ່າຍ​ຂຶ້ນ​ຖ້າ​ເຈົ້າ​ຮຽນ​ແລ້ວ​ພະຍາຍາມ​ນຶກ​ພາບ​ໄປນຳ. ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້? ການ​ແຕ້ມ​ສິ່ງ​ທີ່​ເຈົ້າ​ຮຽນ.

ຜູ້​ທີ່​ແຕ້ມ​ຮູບ​ເລື່ອງ​ໃໝ່ໆ​ທີ່​ໄດ້​ຮຽນ​ມັກ​ຈະ​ຈື່​ເລື່ອງ​ນັ້ນ​ໄດ້​ງ່າຍ​ກວ່າ. ການ​ແຕ້ມ​ຮູບ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ຈື່​ຄຳສັບ​ທີ່​ໄດ້​ຮຽນ ແຕ່​ຍັງ​ຊ່ວຍ​ໃຫ້​ຈື່​ແນວ​ຄິດ​ຫຼື​ຈຸດ​ສຳຄັນ​ຂອງ​ເລື່ອງ​ທີ່​ໄດ້​ຮຽນ​ນຳ. ບໍ່​ຈຳເປັນ​ຕ້ອງ​ແຕ້ມ​ໃຫ້​ງາມ ແຕ່​ແຕ້ມ​ງ່າຍໆ​ຫຼື​ແຕ້ມ​ພໍ​ເປັນ​ຮູບ​ເປັນ​ຮ່າງ​ກໍ​ໄດ້. ການ​ຄົ້ນຄວ້າ​ໜຶ່ງ​ບອກ​ວ່າ​ການ​ແຕ້ມ​ຮູບ​ຊ່ວຍ​ໃຫ້​ຜູ້​ສູງ​ອາຍຸ​ຈື່​ສິ່ງ​ທີ່​ກຳລັງ​ຮຽນ​ໄດ້.

ສະນັ້ນ ຖ້າ​ເຈົ້າ​ສຶກສາ​ສ່ວນ​ໂຕ​ເທື່ອ​ໜ້າ​ໃຫ້​ລອງ​ແຕ້ມ​ຮູບ​ເບິ່ງ ເຈົ້າ​ອາດ​ຈະ​ແປກໃຈ​ກໍ​ໄດ້​ທີ່​ມັນ​ຊ່ວຍ​ເຈົ້າ​ໃຫ້​ຈື່​ໄດ້​ດີ​ຂຶ້ນ!