ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 3

ເພງ​ທີ 35 “ເບິ່ງ​ໃຫ້​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ”

ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ

ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ

“ການ​ຢ້ານຢຳ​ພະ​ເຢໂຫວາ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ສະຕິ​ປັນຍາ ແລະ​ການ​ຮູ້​ຈັກ​ພະເຈົ້າ​ອົງ​ບໍລິສຸດ​ຈະ​ຊ່ວຍ​ໃຫ້​ເຈົ້າ​ມີ​ຄວາມ​ເຂົ້າໃຈ.”ສພສ. 9:10

ຈຸດ​ສຳຄັນ

ເຮົາ​ຈະ​ໃຊ້​ຄວາມ​ຮູ້ ຄວາມ​ເຂົ້າໃຈ ແລະ​ການ​ຄິດ​ຢ່າງ​ເລິກ​ເຊິ່ງ​ແນວ​ໃດ​ເພື່ອ​ຈະ​ຕັດສິນໃຈ​ຢ່າງ​ສະຫຼາດ?

1. ເຮົາ​ທຸກ​ຄົນ​ເຈິ​ກັບ​ເລື່ອງ​ຫຍັງ​ທີ່​ຍາກ?

 ໃນ​ແຕ່​ລະ​ມື້​ເຮົາ​ຕ້ອງ​ໄດ້​ຕັດສິນໃຈ. ບາງ​ເລື່ອງ​ກໍ​ຕັດສິນໃຈ​ໄດ້​ງ່າຍ ເຊັ່ນ: ຕອນ​ເຊົ້າ​ຊິ​ກິນ​ຫຍັງ? ຫຼື​ຈະ​ນອນ​ຈັກ​ໂມງ? ແຕ່​ກໍ​ມີ​ບາງ​ເລື່ອງ​ທີ່​ຕັດສິນໃຈ​ໄດ້​ຍາກ​ກວ່າ​ເຊິ່ງ​ອາດ​ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບ ຄວາມ​ສຸກ ຄົນ​ທີ່​ເຮົາ​ຮັກ ຫຼື​ການ​ນະມັດສະການ​ພະ​ເຢໂຫວາ. ເຮົາ​ຢາກ​ຕັດສິນໃຈ​ໃນ​ແບບ​ທີ່​ເປັນ​ປະໂຫຍດ​ຕໍ່​ເຮົາ​ເອງ​ແລະ​ຕໍ່​ຄອບຄົວ​ຂອງ​ເຮົາ. ສຳຄັນ​ທີ່​ສຸດ​ແມ່ນ ເຮົາ​ຢາກ​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ.—ຣມ. 12:1, 2

2. ມີ​ຂັ້ນ​ຕອນ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນໃຈ​ຢ່າງ​ສະຫຼາດ?

2 ເຈົ້າ​ຈະ​ຕັດສິນໃຈ​ຢ່າງ​ສະຫຼາດ​ຖ້າ​ເຈົ້າ​ເຮັດ​ຕາມ 3 ຂັ້ນ​ຕອນນີ້: (1) ຊອກ​ຂໍ້ມູນ (2) ເບິ່ງ​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ກ່ຽວກັບ​ເລື່ອງ​ນັ້ນ ແລະ (3) ເບິ່ງ​ວ່າ​ທາງ​ເລືອກ​ແບບ​ໃດ​ດີ​ກວ່າ. ໃນ​ບົດ​ນີ້​ເຮົາ​ຈະ​ເບິ່ງ 3 ຂັ້ນ​ຕອນນີ້ ແລະ​ເຮົາ​ຍັງ​ຈະ​ເບິ່ງ​ວ່າ​ເຮົາ​ຈະ​ຝຶກ​ໃຊ້​ຄວາມ​ສາມາດ​ໃນ​ການ​ຄິດ​ໄດ້​ແນວ​ໃດ.—ສພສ. 2:11

ຊອກ​ຂໍ້ມູນ

3. ເປັນ​ຫຍັງ​ການ​ຊອກ​ຂໍ້ມູນ​ກ່ອນ​ຕັດສິນໃຈ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ? ຂໍ​ໃຫ້​ຍົກ​ຕົວຢ່າງ.

3 ຂັ້ນ​ຕອນ​ທຳອິດ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຈະ​ຕັດສິນໃຈ​ຢ່າງ​ສະຫຼາດ​ແມ່ນ ເຮົາ​ຕ້ອງ​ຊອກ​ຂໍ້ມູນ​ກ່ອນ. ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ? ສົມມຸດ​ວ່າ​ຄົນ​ທີ່​ບໍ່​ສະບາຍ​ໄປ​ຫາ​ໝໍ​ຍ້ອນ​ລາວ​ມີ​ບັນຫາ​ສຸຂະພາບ​ຮ້າຍ​ແຮງ. ທ່ານ​ໝໍ​ຊິ​ຕັດສິນໃຈ​ປົວ​ລາວ​ໂດຍ​ບໍ່​ຖາມ​ອາການ​ຫຼື​ບໍ່​ກວດ​ເບິ່ງ​ກ່ອນ​ບໍ? ບໍ່ ທ່ານ​ໝໍ​ຈະ​ບໍ່​ເຮັດ​ແບບ​ນັ້ນ. ເຈົ້າ​ກໍ​ຄື​ກັນ ເຈົ້າ​ຈະ​ຕັດສິນໃຈ​ໄດ້​ດີ​ກວ່າ​ຖ້າ​ມີ​ຂໍ້ມູນ​ຄົບ​ຖ້ວນ​ກ່ຽວກັບ​ເລື່ອງ​ທີ່​ເຈົ້າ​ຕ້ອງ​ຕັດສິນໃຈ. ເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

4. ຕາມ​ສຸພາສິດ 18:13 ເຈົ້າ​ຄວນ​ເຮັດ​ຫຍັງ​ເພື່ອ​ຊອກ​ຂໍ້ມູນ? (ເບິ່ງ​ຮູບ​ນຳ)

4 ເຈົ້າ​ສາມາດ​ຊອກ​ຂໍ້ມູນ​ຈາກ​ການ​ຖາມ​ຄຳ​ຖາມ. ສົມມຸດ​ວ່າ​ເຈົ້າ​ຖືກ​ເຊີນ​ໄປ​ງານ​ລ້ຽງ. ເຈົ້າ​ຄວນ​ຈະ​ໄປ​ບໍ? ຖ້າ​ເຈົ້າ​ບໍ່​ຮູ້​ຈັກ​ເຈົ້າ​ພາບ​ຫຼື​ບໍ່​ຮູ້​ວ່າ​ງານ​ນັ້ນ​ຈະ​ເປັນ​ແບບ​ໃດ ເຈົ້າ​ຕ້ອງ​ຖາມ​ຄຳ​ຖາມ​ຕໍ່​ໄປ​ນີ້ ເຊັ່ນ: “ງານ​ນັ້ນ​ຈັດ​ຢູ່​ໃສ​ແລະ​ຈັດ​ຕອນ​ໃດ? ຊິ​ມີ​ຈັກ​ຄົນ? ມີ​ໃຜ​ມາ​ແດ່? ໃຜ​ເປັນ​ຜູ້​ເບິ່ງແຍງ​ງານ​ນັ້ນ? ຢູ່​ໃນ​ງານ​ນັ້ນ​ມີ​ກິດຈະກຳ​ຫຍັງ​ແດ່? ມີ​ເຄື່ອງ​ດື່ມ​ມຶນ​ເມົາ​ບໍ່?” ຄຳ​ຕອບ​ຂອງ​ຄຳ​ຖາມ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນໃຈ​ໄດ້​ຢ່າງ​ສະຫຼາດ.—ອ່ານ​ສຸພາສິດ 18:13

ຊອກ​ຂໍ້ມູນ​ຈາກ​ການ​ຖາມ​ຄຳ​ຖາມ (ເບິ່ງ​ຂໍ້ 4) a


5. ເຈົ້າ​ຄວນ​ເຮັດ​ຫຍັງ​ຫຼັງ​ຈາກ​ທີ່​ໄດ້​ຂໍ້ມູນ​ແລ້ວ?

5 ຫຼັງ​ຈາກ​ໄດ້​ຂໍ້ມູນ​ແລ້ວ​ໃຫ້​ຄິດ​ເຖິງ​ພາບ​ລວມ​ຢ່າງ​ລະອຽດ. ຕົວຢ່າງ​ເຊັ່ນ: ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຈົ້າ​ຮູ້​ວ່າ​ຄົນ​ທີ່​ມາ​ງານ​ນັ້ນ​ບໍ່​ໄດ້​ນັບຖື​ມາດຕະຖານ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ ຫຼື​ມີ​ການ​ເຊີບ​ເຄື່ອງ​ດື່ມ​ມຶນ​ເມົາ​ແບບ​ບໍ່​ມີ​ການ​ຄວບຄຸມ? ເຈົ້າ​ເຫັນ​ບໍ​ວ່າ​ງານ​ລ້ຽງ​ນີ້​ມີ​ໂອກາດ​ຈະ​ກາຍ​ເປັນ​ງານ​ລ້ຽງ​ທີ່​ເຮຮາ​ສຸດ​ຂີດ​ຈົນ​ຄວບຄຸມ​ບໍ່​ໄດ້​ບໍ? (1ປຕ. 4:3) ຫຼື​ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ງານ​ລ້ຽງ​ນັ້ນ​ເປັນ​ໂມງ​ດຽວ​ກັນ​ກັບ​ເວລາ​ປະຊຸມ​ຫຼື​ເວລາ​ປະກາດ? ເມື່ອ​ເຈົ້າ​ເຫັນ​ພາບ​ລວມ​ທັງໝົດ​ນີ້​ແລ້ວ ເຈົ້າ​ກໍ​ຈະ​ຕັດສິນໃຈ​ໄດ້​ດີ​ຂຶ້ນ. ແຕ່​ຍັງ​ມີ​ອີກ​ຂັ້ນ​ຕອນ​ໜຶ່ງ​ທີ່​ເຈົ້າ​ຕ້ອງ​ເຮັດ​ຄື​ກັນ. ຕອນນີ້​ເຈົ້າ​ຮູ້​ກ່ຽວກັບ​ສະພາບການ​ນັ້ນ​ແລ້ວ ແຕ່​ພະ​ເຢໂຫວາ​ຄິດ​ແນວ​ໃດ?—ສພສ. 2:6

ໃຫ້​ເບິ່ງ​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ

6. ຕາມ​ຢາໂກໂບ 1:5 ເປັນ​ຫຍັງ​ເຮົາ​ຄວນ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ?

6 ໃຫ້​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າໃຈ​ຄວາມ​ຄິດ​ຂອງ​ເພິ່ນ. ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ສະຕິ​ປັນຍາ​ກັບ​ເຮົາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເຮົາ​ຄວນ​ຕັດສິນໃຈ​ແບບ​ໃດ​ຈຶ່ງ​ຈະ​ເຮັດ​ໃຫ້​ເພິ່ນ​ພໍໃຈ. ເພິ່ນ​ໃຫ້​ສະຕິ​ປັນຍາ​ແບບ​ນີ້ “ກັບ​ທຸກ​ຄົນ​ຢ່າງ​ໃຈ​ກວ້າງ​ແລະ​ບໍ່​ເຄີຍ​ຕຳໜິ.”—ອ່ານ​ຢາໂກໂບ 1:5

7. ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຄິດ​ຈັ່ງ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

7 ເມື່ອ​ເຈົ້າ​ອະທິດຖານ​ຂໍ​ການ​ຊີ້ນຳ​ຈາກ​ພະ​ເຢໂຫວາ​ແລ້ວ ໃຫ້​ຕັ້ງໃຈ​ສັງເກດ​ເບິ່ງ​ວ່າ​ເພິ່ນ​ຕອບ​ເຈົ້າ​ແນວ​ໃດ. ໃຫ້​ຄິດ​ເຖິງ​ຕົວຢ່າງ​ນີ້: ຖ້າ​ເຈົ້າ​ຫຼົງ​ທາງ​ຕອນ​ທີ່​ໄປ​ທ່ຽວ ເຈົ້າ​ອາດ​ຈະ​ຖາມ​ທາງ​ຈາກ​ຄົນ​ທ້ອງຖິ່ນ​ທີ່​ຢູ່​ແຖວ​ນັ້ນ. ແຕ່​ເມື່ອ​ຖາມ​ແລ້ວ ເຈົ້າ​ຈະ​ຍ່າງ​ໜີ​ໂດຍ​ທີ່​ບໍ່​ຟັງ​ລາວ​ຕອບ​ບໍ? ເຈົ້າ​ຈະ​ບໍ່​ເຮັດ​ແບບ​ນັ້ນ​ແນ່ນອນ. ເຈົ້າ​ຈະ​ຖ້າ​ຟັງ​ຄຳ​ຕອບ​ຈາກ​ລາວ​ກ່ອນ. ຄ້າຍຄື​ກັນ ຫຼັງ​ຈາກ​ທີ່​ເຈົ້າ​ອະທິດຖານ​ຂໍ​ສະຕິ​ປັນຍາ​ຈາກ​ພະ​ເຢໂຫວາ​ແລ້ວ ໃຫ້​ເຈົ້າ​ພະຍາຍາມ​ເບິ່ງ​ວ່າ​ເພິ່ນ​ຕອບ​ເຈົ້າ​ແນວ​ໃດ​ໂດຍ​ຄົ້ນຄວ້າ​ເບິ່ງ​ວ່າ​ກົດໝາຍ​ແລະ​ຫຼັກການ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ຂໍ້​ໃດ​ທີ່​ໃຊ້​ໄດ້​ກັບ​ສະຖານະການ​ຂອງ​ເຈົ້າ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ເຈົ້າ​ກຳລັງ​ຕັດສິນໃຈ​ວ່າ​ຈະ​ໄປ​ງານ​ລ້ຽງ​ນັ້ນ​ຫຼື​ບໍ່ ເຈົ້າ​ອາດ​ລອງ​ຄົ້ນຄວ້າ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວກັບ​ການ​ກິນ​ລ້ຽງ​ເຮຮາ​ຈົນ​ສຸດ​ຂີດ ການ​ຄົບຫາ​ທີ່​ບໍ່​ດີ ແລະ​ການ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ມາ​ກ່ອນ​ຄວາມ​ມັກ​ສ່ວນ​ໂຕ.—ມທ. 6:33; ຣມ. 13:13; 1ກຣ. 15:33

8. ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ເພື່ອ​ຈະ​ໄດ້​ຂໍ້ມູນ​ທີ່​ກຳລັງ​ຊອກ​ຫາ? (ເບິ່ງ​ຮູບ​ນຳ)

8 ບາງ​ເທື່ອ​ເຈົ້າ​ກໍ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ເພື່ອ​ຈະ​ໄດ້​ຂໍ້ມູນ​ທີ່​ເຈົ້າ​ກຳລັງ​ຊອກ​ຫາ. ເຈົ້າ​ອາດ​ຖາມ​ພີ່ນ້ອງ​ທີ່​ມີ​ປະສົບການ​ທີ່​ສາມາດ​ໃຫ້​ຄຳ​ແນະນຳ​ເຈົ້າ​ໄດ້. ແຕ່​ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຄື​ກັນ​ຈາກ​ການ​ຄົ້ນຄວ້າ​ດ້ວຍ​ໂຕເອງ. ມີ​ຂໍ້ມູນ​ຫຼາຍ​ຢ່າງ​ທີ່​ເປັນ​ປະໂຫຍດ​ໃນ​ເຄື່ອງມື​ຄົ້ນຄວ້າ​ຂອງ​ເຮົາ ເຊັ່ນ: ຄູ່ມື​ຄົ້ນຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ​ແລະ​ຂໍ້​ຄຳພີ​ສຳລັບ​ການ​ໃຊ້​ຊີວິດ​ຂອງ​ຄລິດສະຕຽນ. ຂໍ​ໃຫ້​ຈື່​ໄວ້​ວ່າ​ເປົ້າໝາຍ​ຂອງ​ເຈົ້າ​ແມ່ນ​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ.

ໃຫ້​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ (ເບິ່ງ​ຂໍ້ 8) b


9. ເຮົາ​ຈະ​ໝັ້ນໃຈ​ໄດ້​ແນວ​ໃດ​ວ່າ​ການ​ຕັດສິນໃຈ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ? (ເອເຟໂຊ 5:17)

9 ເຮົາ​ຈະ​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ​ການ​ຕັດສິນໃຈ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ? ທຳອິດ ເຮົາ​ຕ້ອງ​ຮູ້​ຈັກ​ພະ​ເຢໂຫວາ​ໃຫ້​ດີໆ​ກ່ອນ. ຄຳພີ​ໄບເບິນ​ບອກ​ວ່າ: “ການ​ຮູ້​ຈັກ​ພະເຈົ້າ​ອົງ​ບໍລິສຸດ​ຈະ​ຊ່ວຍ​ໃຫ້​ເຈົ້າ​ມີ​ຄວາມ​ເຂົ້າໃຈ.” (ສພສ. 9:10) ຄວາມ​ເຂົ້າໃຈ​ແທ້​ມາ​ຈາກ​ການ​ຮູ້​ຈັກ​ຄຸນລັກສະນະ​ຕ່າງໆ​ຂອງ​ພະ​ເຢໂຫວາ ຄວາມ​ຕ້ອງການ​ຂອງ​ເພິ່ນ ແລະ​ສິ່ງ​ທີ່​ເພິ່ນ​ມັກ​ຫຼື​ສິ່ງ​ທີ່​ເພິ່ນ​ຊັງ. ໃຫ້​ຖາມ​ໂຕເອງ​ວ່າ: ‘ການ​ຮູ້​ຈັກ​ພະ​ເຢໂຫວາ​ຈະ​ຊ່ວຍ​ຂ້ອຍ​ແນວ​ໃດ​ໃຫ້​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ເພິ່ນ​ພໍໃຈ?’—ອ່ານ​ເອເຟໂຊ 5:17

10. ເປັນ​ຫຍັງ​ຫຼັກການ​ໃນ​ຄຳພີ​ໄບເບິນ​ຈຶ່ງ​ສຳຄັນ​ກວ່າ​ປະເພນີ​ຂອງ​ຄອບຄົວ​ຫຼື​ວັດທະນະທຳ​ທ້ອງຖິ່ນ?

10 ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ ບາງ​ເທື່ອ​ເຮົາ​ຕ້ອງ​ເຮັດ​ໃຫ້​ຄົນ​ໃກ້ຊິດ​ຜິດ​ຫວັງ. ຕົວຢ່າງ​ເຊັ່ນ: ພໍ່​ແມ່​ບາງ​ຄົນ​ທີ່​ຫວັງ​ດີ​ຕໍ່​ລູກ​ສາວ​ອາດ​ພະຍາຍາມ​ບອກ​ລູກ​ໃຫ້​ແຕ່ງດອງ​ກັບ​ຜູ້​ຊາຍ​ທີ່​ຮັ່ງ​ຫຼື​ຜູ້​ຊາຍ​ທີ່​ສາມາດ​ຈ່າຍ​ຄ່າດອງ​ໄດ້​ຫຼາຍໆ​ເຖິງ​ວ່າ​ຄວາມ​ເຊື່ອ​ຂອງ​ລາວ​ບໍ່​ເຂັ້ມແຂງ​ປານ​ໃດ​ກໍ​ຕາມ. ພໍ່​ແມ່​ເຮັດ​ແບບ​ນີ້​ຍ້ອນ​ຢາກ​ໃຫ້​ລູກ​ສາວ​ມີ​ຊີວິດ​ທີ່​ສະດວກ​ສະບາຍ. ແຕ່​ຖ້າ​ລູກ​ສາວ​ເຮັດ​ແບບ​ນັ້ນ​ໃຜ​ຈະ​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ? ພະ​ເຢໂຫວາ​ເບິ່ງ​ເລື່ອງ​ນີ້​ແນວ​ໃດ? ເຮົາ​ໄດ້​ຄຳ​ຕອບ​ຈາກ​ມັດທາຍ 6:33. ໃນ​ຂໍ້​ນັ້ນ​ພະ​ເຢຊູ​ບອກ​ເຮົາ​ໃຫ້​ເອົາ “ການ​ປົກຄອງ​ຂອງ​ພະເຈົ້າ . . . ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ສະເໝີ.” ດັ່ງນັ້ນ ເຖິງ​ວ່າ​ເຮົາ​ໃຫ້​ກຽດ​ພໍ່​ແມ່​ແລະ​ນັບຖື​ຄົນ​ໃນ​ເຂດ​ທີ່​ເຮົາ​ຢູ່ ແຕ່​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ສຳລັບ​ເຮົາ​ແມ່ນ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ.

ເບິ່ງ​ວ່າ​ທາງ​ເລືອກ​ແບບ​ໃດ​ດີ​ກວ່າ

11. ຄຸນລັກສະນະ​ຫຍັງ​ທີ່​ເວົ້າ​ເຖິງ​ໃນ​ສຸພາສິດ 2:11 ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ເບິ່ງ​ອອກ​ວ່າ​ອັນ​ໃດ​ເປັນ​ທາງ​ເລືອກ​ທີ່​ດີ​ກວ່າ?

11 ຫຼັງ​ຈາກ​ທີ່​ໄດ້​ຄົ້ນຄວ້າ​ຫຼັກການ​ຕ່າງໆ​ໃນ​ຄຳພີ​ໄບເບິນ​ແລ້ວ ເຈົ້າ​ຕ້ອງ​ເບິ່ງ​ວ່າ​ມີ​ທາງ​ເລືອກ​ແບບ​ໃດ​ແດ່​ແລະ​ທາງ​ເລືອກ​ໃດ​ດີ​ກວ່າ. ຄຸນລັກສະນະ​ຫຍັງ​ຈະ​ຊ່ວຍ​ເຈົ້າ​ໄດ້? ເຈົ້າ​ຕ້ອງ​ມີ​ຄວາມ​ສາມາດ​ໃນ​ການ​ຄິດ. (ອ່ານ​ສຸພາສິດ 2:11) ຄຸນລັກສະນະ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຄິດ​ຢ່າງ​ເລິກ​ເຊິ່ງ ເຊິ່ງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເບິ່ງ​ອອກ​ວ່າ​ແຕ່​ລະ​ທາງ​ເລືອກ​ອາດ​ສົ່ງ​ຜົນ​ແນວ​ໃດ. ບາງ​ເທື່ອ​ການ​ຕັດສິນໃຈ​ໃນ​ບາງ​ເລື່ອງ​ກໍ​ງ່າຍ ແຕ່​ກໍ​ບໍ່​ແມ່ນ​ທຸກ​ເລື່ອງ​ຈະ​ຕັດສິນໃຈ​ໄດ້​ງ່າຍ​ຕະຫຼອດ. ການ​ຄິດ​ຢ່າງ​ເລິກ​ເຊິ່ງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນໃຈ​ໄດ້​ຢ່າງ​ສະຫຼາດ​ແມ່ນ​ແຕ່​ໃນ​ສະຖານະການ​ທີ່​ຫຍຸ້ງ​ຍາກ.

12-13. ການ​ຄິດ​ຢ່າງ​ເລິກ​ເຊິ່ງ​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ຕັດສິນໃຈ​ຢ່າງ​ສະຫຼາດ​ກ່ຽວກັບ​ເລື່ອງ​ວຽກ?

12 ໃຫ້​ມາ​ເບິ່ງ​ເຫດການ​ສົມມຸດ​ຕໍ່​ໄປ​ນີ້. ເຈົ້າ​ກຳລັງ​ຊອກ​ວຽກ​ເຮັດ​ເພື່ອ​ຫາ​ລ້ຽງ​ຄອບຄົວ ແລະ​ມີ 2 ວຽກ​ທີ່​ເຮັດ​ໄດ້. ເຈົ້າ​ໄດ້​ຂໍ້ມູນ​ທຸກ​ຢ່າງ​ກ່ຽວກັບ​ວຽກ​ນັ້ນ ເຊັ່ນ: ເປັນ​ວຽກ​ແບບ​ໃດ ເຮັດ​ວຽກ​ມື້​ໃດ​ແດ່ ເວລາ​ທີ່​ໃຊ້​ເດີນທາງ​ໄປ​ເຮັດ​ວຽກ​ແລະ​ອື່ນໆ. ວຽກ​ທັງ​ສອງ​ຢ່າງ​ນີ້​ເຈົ້າ​ເຮັດ​ໄດ້​ເຊິ່ງ​ບໍ່​ຂັດ​ກັບ​ຫຼັກການ​ໃນ​ຄຳພີ​ໄບເບິນ. ບາງ​ເທື່ອ​ເຈົ້າ​ອາດ​ມັກ​ວຽກ​ໜຶ່ງ​ຫຼາຍ​ກວ່າ​ອີກ​ວຽກ​ໜຶ່ງ​ຍ້ອນ​ປະເພດ​ຂອງ​ວຽກ​ຫຼື​ຍ້ອນ​ໄດ້​ເງິນ​ເດືອນ​ຫຼາຍ​ກວ່າ. ແຕ່​ເຖິງ​ຈະ​ເປັນ​ແນວ​ນັ້ນ​ກໍ​ຍັງ​ມີ​ຢ່າງ​ອື່ນ​ອີກ​ທີ່​ເຈົ້າ​ຕ້ອງ​ຄິດ​ເຖິງ​ກ່ອນ​ຕັດສິນໃຈ.

13 ຕົວຢ່າງ​ເຊັ່ນ: ວຽກ​ນັ້ນ​ກົງ​ກັບ​ເວລາ​ປະຊຸມ​ແລະ​ເຮັດ​ໃຫ້​ເຈົ້າ​ໄປ​ປະຊຸມ​ບໍ່​ໄດ້​ບໍ? ວຽກ​ນັ້ນ​ຈະ​ຍາດ​ເອົາ​ເວລາ​ທີ່​ເຈົ້າ​ຕ້ອງ​ໃຊ້​ເພື່ອ​ເບິ່ງແຍງ​ຄອບຄົວ​ທາງ​ດ້ານ​ອາລົມ​ແລະ​ທາງ​ດ້ານ​ຄວາມ​ເຊື່ອ​ບໍ? ການ​ຖາມ​ໂຕເອງ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ເບິ່ງ​ອອກ​ວ່າ​ອັນ​ໃດ​ເປັນ “ສິ່ງ​ສຳຄັນ​ກວ່າ” ນັ້ນ​ກໍ​ຄື​ການ​ນະມັດສະການ​ພະ​ເຢໂຫວາ​ແລະ​ຄວາມ​ຈຳເປັນ​ຂອງ​ຄອບຄົວ​ແທນ​ທີ່​ຈະ​ຫາ​ເງິນ​ໃຫ້​ໄດ້​ຫຼາຍໆ. (ຟລປ. 1:10) ເມື່ອ​ເຈົ້າ​ຄິດ​ເຖິງ​ສິ່ງ​ເຫຼົ່າ​ນີ້​ແລ້ວ ເຈົ້າ​ກໍ​ຈະ​ສາມາດ​ຕັດສິນໃຈ​ໃນ​ແບບ​ທີ່​ພະ​ເຢໂຫວາ​ຈະ​ອວຍພອນ.

14. ການ​ຄິດ​ເລິກ​ເຊິ່ງ​ແລະ​ການ​ສະແດງ​ຄວາມ​ຮັກ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ບໍ່​ໃຫ້​ເປັນ​ອຸປະສັກ​ຂັດຂວາງ​ຄວາມ​ເຊື່ອ​ຂອງ​ຄົນ​ອື່ນ?

14 ການ​ຄິດ​ຢ່າງ​ເລິກ​ເຊິ່ງ​ຍັງ​ຊ່ວຍ​ເຮົາ​ໃຫ້​ຄິດ​ວ່າ​ການ​ຕັດສິນໃຈ​ຂອງ​ເຮົາ​ອາດ​ສົ່ງ​ຜົນ​ຕໍ່​ຄົນ​ອື່ນ​ແນວ​ໃດ​ເພື່ອ​ເຮົາ​ຈະ​ບໍ່​ເປັນ “ອຸປະສັກ​ຂັດຂວາງ​ຄວາມ​ເຊື່ອ​ຂອງ​ຄົນ​ອື່ນ.” (ຟລປ. 1:10) ເລື່ອງ​ນີ້​ສຳຄັນ​ຫຼາຍ​ໂດຍ​ສະເພາະ​ເມື່ອ​ເຮົາ​ຕ້ອງ​ຕັດສິນໃຈ​ໃນ​ເລື່ອງ​ສ່ວນ​ໂຕ ເຊັ່ນ: ການ​ເລືອກ​ເຄື່ອງນຸ່ງ​ແລະ​ການ​ແຕ່ງ​ໂຕ. ເຮົາ​ອາດ​ມັກ​ເຄື່ອງນຸ່ງ​ຫຼື​ການ​ແຕ່ງ​ໂຕ​ແບບ​ໃດ​ແບບ​ໜຶ່ງ. ແຕ່​ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ພີ່ນ້ອງ​ໃນ​ປະຊາຄົມ​ຫຼື​ຄົນ​ທົ່ວໄປ​ຮູ້ສຶກ​ບໍ່​ສະບາຍ​ໃຈ​ກັບ​ການ​ແຕ່ງ​ໂຕ​ຂອງ​ເຮົາ? ການ​ຄິດ​ຢ່າງ​ເລິກ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເຂົາເຈົ້າ. ຄວາມ​ຮັກ​ຈະ​ກະຕຸ້ນ​ເຮົາ​ໃຫ້ “ຄິດ​ເຖິງ​ປະໂຫຍດ​ຂອງ​ຄົນ​ອື່ນ” ແລະ​ແຕ່ງ​ໂຕ​ແບບ​ສຸພາບ​ຮຽບຮ້ອຍ. (1ກຣ. 10:23, 24, 32; 1ຕມ. 2:9, 10) ຖ້າ​ເຮົາ​ຄິດ​ເຖິງ​ຈຸດ​ເຫຼົ່າ​ນີ້ ເຮົາ​ກໍ​ຈະ​ຕັດສິນໃຈ​ໃນ​ແບບ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ແລະ​ນັບຖື​ຄົນ​ອື່ນ.

15. ກ່ອນ​ຈະ​ຕັດສິນໃຈ​ເລື່ອງ​ທີ່​ສຳຄັນ ເຈົ້າ​ຄວນ​ຄິດ​ເຖິງ​ຫຍັງ​ແດ່?

15 ຖ້າ​ເຈົ້າ​ກຳລັງ​ຕັດສິນໃຈ​ເລື່ອງ​ທີ່​ສຳຄັນ ໃຫ້​ຄິດ​ເບິ່ງ​ວ່າ​ມີ​ຫຍັງ​ແດ່​ທີ່​ເຈົ້າ​ຕ້ອງ​ເຮັດ​ເພື່ອ​ຈະ​ເຮັດ​ຕາມ​ການ​ຕັດສິນໃຈ​ນັ້ນ. ພະ​ເຢຊູ​ສອນ​ເຮົາ​ໃຫ້ “ຄິດ​ໄລ່​ເບິ່ງ​ຄ່າ​ໃຊ້​ຈ່າຍ​ກ່ອນ.” (ລກ. 14:28) ສະນັ້ນ ໃຫ້​ຄິດ​ເບິ່ງ​ວ່າ​ຖ້າ​ຈະ​ເຮັດ​ຕາມ​ການ​ຕັດສິນໃຈ​ນັ້ນ​ເຈົ້າ​ຕ້ອງ​ໃຊ້​ເວລາ​ຫຼາຍ​ປານ​ໃດ ຕ້ອງ​ໃຊ້​ຊັບສິນ​ເງິນ​ຄຳ​ແລະ​ຄວາມ​ພະຍາຍາມ​ຫຼາຍ​ໜ້ອຍ​ສ່ຳ​ໃດ. ບາງ​ເທື່ອ​ເຈົ້າ​ອາດ​ຕ້ອງ​ລົມ​ກັບ​ແຕ່​ລະ​ຄົນ​ໃນ​ຄອບຄົວ​ວ່າ​ເຂົາເຈົ້າ​ຈະ​ຊ່ວຍ​ຫຍັງ​ໄດ້​ແດ່​ເພື່ອ​ໃຫ້​ການ​ຕັດສິນໃຈ​ຂອງ​ເຈົ້າ​ອອກ​ມາ​ດີ. ເປັນ​ຫຍັງ​ການ​ລົມ​ກັບ​ຄອບຄົວ​ຈຶ່ງ​ສຳຄັນ? ຍ້ອນ​ມັນ​ອາດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ວ່າ​ເຈົ້າ​ຕ້ອງ​ປັບ​ປ່ຽນ​ບາງ​ຢ່າງ​ຫຼື​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ວ່າ​ອາດ​ມີ​ທາງ​ເລືອກ​ອື່ນ​ທີ່​ດີ​ກວ່າ. ຖ້າ​ເຈົ້າ​ຖາມ​ແລະ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ໃນ​ຄອບຄົວ ເຂົາເຈົ້າ​ກໍ​ພ້ອມ​ທີ່​ຈະ​ຊ່ວຍ​ເຈົ້າ​ເພື່ອ​ໃຫ້​ການ​ຕັດສິນໃຈ​ນັ້ນ​ອອກ​ມາ​ດີ.—ສພສ. 15:22

ຕັດສິນໃຈ​ໄດ້​ຢ່າງ​ສະຫຼາດ

16. ເຈົ້າ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ຫຍັງ​ແດ່​ເພື່ອ​ຈະ​ຕັດສິນໃຈ​ອອກ​ມາ​ດີ? (ເບິ່ງ​ຂອບ “ ເຮົາ​ຈະ​ຕັດສິນໃຈ​ຢ່າງ​ສະຫຼາດ​ໄດ້​ແນວ​ໃດ?” ນຳ)

16 ຖ້າ​ເຈົ້າ​ເຮັດ​ຕາມ​ຂັ້ນ​ຕອນ​ທີ່​ເວົ້າ​ມາ​ນີ້ ເຈົ້າ​ກໍ​ຈະ​ຕັດສິນໃຈ​ໄດ້​ຢ່າງ​ສະຫຼາດ. ເຈົ້າ​ໄດ້​ຊອກ​ຂໍ້ມູນ​ຄົບ​ຖ້ວນ​ແລ້ວ ແລະ​ໄດ້​ເບິ່ງ​ຫຼັກການ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ. ຕອນນີ້​ເຈົ້າ​ກໍ​ສາມາດ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນໃຈ​ໄດ້​ດີ.

17. ອັນ​ໃດ​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນໃຈ​ຢ່າງ​ສະຫຼາດ?

17 ເຖິງ​ວ່າ​ຜ່ານ​ມາ​ເຈົ້າ​ເຄີຍ​ຕັດສິນໃຈ​ໄດ້​ດີ​ຫຼາຍ​ເທື່ອ​ແລ້ວ ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ສິ່ງ​ທີ່​ສຳຄັນ​ທີ່​ຈະ​ຊ່ວຍ​ໃຫ້​ຕັດສິນໃຈ​ຢ່າງ​ສະຫຼາດ​ແມ່ນ​ຕ້ອງ​ເພິ່ງ​ສະຕິ​ປັນຍາ​ທີ່​ມາ​ຈາກ​ພະ​ເຢໂຫວາ ບໍ່​ແມ່ນ​ເພິ່ງ​ສະຕິ​ປັນຍາ​ຫຼື​ປະສົບການ​ຂອງ​ໂຕເອງ. ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ຮູ້​ແທ້ ມີ​ຄວາມ​ເຂົ້າໃຈ ແລະ​ຮູ້​ຈັກ​ຄິດ​ຢ່າງ​ເລິກ​ເຊິ່ງ ເຊິ່ງ​ສິ່ງ​ເຫຼົ່າ​ນີ້​ເປັນ​ສ່ວນ​ສຳຄັນ​ຂອງ​ສະຕິ​ປັນຍາ. (ສພສ. 2:1-5) ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ເພິ່ນ​ພໍໃຈ.—ພສ. 23:2, 3

ເພງ​ທີ 28 ໄດ້​ເປັນ​ເພື່ອນ​ກັບ​ພະ​ເຢໂຫວາ

a ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຊາຍ​ແລະ​ພີ່ນ້ອງ​ຍິງ​ທີ່​ເປັນ​ໄວລຸ້ນ​ກຳລັງ​ລົມ​ກັນ​ກ່ຽວກັບ​ງານ​ລ້ຽງ​ທີ່​ເຂົາເຈົ້າ​ຖືກ​ເຊີນ​ທາງ​ໂທລະສັບ.

b ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໃນ​ກຸ່ມ​ນັ້ນ​ຄົ້ນຄວ້າ​ກ່ອນ​ຕັດສິນໃຈ​ວ່າ​ຈະ​ໄປ​ງານ​ລ້ຽງ​ຫຼື​ບໍ່.