ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 2

ເພງ​ທີ 132 ເຮົາ​ສອງ​ຄົນ​ກາຍ​ເປັນ​ຄົນ​ດຽວ​ກັນ

ຜົວ​ຕ້ອງ​ໃຫ້​ກຽດ​ເມຍ

ຜົວ​ຕ້ອງ​ໃຫ້​ກຽດ​ເມຍ

“ໃຫ້​ເຈົ້າ​ທີ່​ເປັນ​ຜົວ . . . ໃຫ້​ກຽດ​ເມຍ.”1ປຕ. 3:7

ຈຸດ​ສຳຄັນ

ຜົວ​ຈະ​ໃຫ້​ກຽດ​ເມຍ​ແນວ​ໃດ​ໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ.

1. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ມີ​ການ​ແຕ່ງດອງ?

 ພະ​ເຢໂຫວາ​ເປັນ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ” ແລະ​ເພິ່ນ​ກໍ​ຢາກ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຄື​ກັນ. (1ຕມ. 1:11) ເພິ່ນ​ໃຫ້​ສິ່ງ​ດີໆ​ຫຼາຍ​ຢ່າງ​ກັບ​ເຮົາ​ເພື່ອ​ເຮັດ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ. (ຢກບ. 1:17) ສິ່ງ​ດີ​ຢ່າງ​ໜຶ່ງ​ກໍ​ຄື​ເລື່ອງ​ການ​ແຕ່ງດອງ. ເມື່ອ​ຜູ້​ຊາຍ​ແລະ​ຜູ້​ຍິງ​ແຕ່ງດອງ​ກັນ ເຂົາເຈົ້າ​ສັນຍາ​ວ່າ​ຈະ​ຮັກ ນັບຖື ແລະ​ໃຫ້​ກຽດ​ກັນ. ຖ້າ​ຜົວ​ກັບ​ເມຍ​ຮັກ​ກັນ​ແລະ​ມີ​ສາຍ​ສຳພັນ​ທີ່​ແໜ້ນແຟ້ນ​ຕໍ່​ກັນ ເຂົາເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ.—ສພສ. 5:18

2. ຊີວິດ​ຄູ່​ຂອງ​ຫຼາຍ​ຄົນ​ເປັນ​ແນວ​ໃດ​ໃນ​ທຸກ​ມື້​ນີ້?

2 ໜ້າ​ເສົ້າ​ທີ່​ຜົວ​ເມຍ​ຫຼາຍ​ຄູ່​ໃນ​ທຸກ​ມື້​ນີ້​ລືມ​ຄຳ​ສັນຍາ​ທີ່​ເຂົາເຈົ້າ​ໃຫ້​ໄວ້​ໃນ​ມື້​ແຕ່ງດອງ ຍ້ອນ​ແນວ​ນີ້​ຊີວິດ​ຄູ່​ຂອງ​ເຂົາເຈົ້າ​ຈຶ່ງ​ບໍ່​ມີ​ຄວາມ​ສຸກ. ລາຍງານ​ຫຼ້າ​ສຸດ​ຈາກ​ອົງການ​ອະນາໄມ​ໂລກ​ບອກ​ວ່າ ຜົວ​ຫຼາຍ​ຄົນ​ທຳຮ້າຍ​ເມຍ​ທາງ​ຮ່າງກາຍ ທາງ​ຈິດ​ໃຈ ຫຼື​ໃຊ້​ຄຳເວົ້າ​ທີ່​ບໍ່​ດີ. ຜົວ​ແບບ​ນີ້​ອາດ​ເຮັດ​ດີ​ຕໍ່​ເມຍ​ເມື່ອ​ຢູ່​ຕໍ່​ໜ້າ​ຄົນ​ອື່ນ ແຕ່​ຕອນ​ຢູ່​ເຮືອນ​ພັດ​ເຮັດ​ບໍ່​ດີ​ຕໍ່​ເມຍ. ນອກ​ຈາກ​ນັ້ນ ຜົວ​ຫຼາຍ​ຄົນ​ຍັງ​ເບິ່ງ​ສື່​ລາມົກ​ເຊິ່ງ​ເຮັດ​ໃຫ້​ເມຍ​ຮູ້ສຶກ​ວ່າ​ບໍ່​ໄດ້​ຮັບ​ຄວາມ​ຮັກ​ແລະ​ທຸກໃຈ​ຫຼາຍ.

3. ເປັນ​ຫຍັງ​ຜົວ​ບາງ​ຄົນ​ຈຶ່ງ​ທຳຮ້າຍ​ເມຍ?

3 ເປັນ​ຫຍັງ​ຜົວ​ບາງ​ຄົນ​ຈຶ່ງ​ໃຊ້​ຄວາມ​ຮຸນແຮງ​ກັບ​ເມຍ? ເຂົາເຈົ້າ​ອາດ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ພໍ່​ມັກ​ໃຊ້​ຄວາມ​ຮຸນແຮງ ເຂົາເຈົ້າ​ຈຶ່ງ​ຄິດ​ວ່າ​ການ​ໃຊ້​ຄວາມ​ຮຸນແຮງ​ກັບ​ຄົນ​ອື່ນ​ເປັນ​ເລື່ອງ​ປົກກະຕິ. ຜູ້​ຊາຍ​ບາງ​ຄົນ​ອາດ​ໄດ້​ຮັບ​ອິດທິພົນ​ຈາກ​ວັດທະນະທຳ​ໃນ​ເຂດ​ທີ່​ເຂົາເຈົ້າ​ຢູ່​ເຊິ່ງ​ສົ່ງເສີມ​ແນວ​ຄິດ​ຜິດໆ​ທີ່​ວ່າ “ລູກ​ຜູ້​ຊາຍ” ຕ້ອງ​ໃຊ້​ກຳລັງ​ເພື່ອ​ເຮັດ​ໃຫ້​ເມຍ​ຮູ້​ວ່າ​ໃຜ​ມີ​ອຳນາດ​ໃນ​ເຮືອນ. ຜູ້​ຊາຍ​ບາງ​ຄົນ​ບໍ່​ໄດ້​ຖືກ​ສອນ​ໃຫ້​ຄວບຄຸມ​ອາລົມ​ແລະ​ຄວາມ​ໃຈ​ຮ້າຍ. ສ່ວນ​ຜູ້​ຊາຍ​ບາງ​ຄົນ​ກໍ​ມັກ​ເບິ່ງ​ສື່​ລາມົກ​ຈົນ​ເຮັດ​ໃຫ້​ມີ​ຄວາມ​ຄິດ​ທີ່​ຜິດ​ພ້ຽນ​ກ່ຽວກັບ​ຜູ້​ຍິງ​ແລະ​ເລື່ອງ​ເພດ. ນອກ​ຈາກ​ນັ້ນ ລາຍງານ​ດຽວ​ກັນ​ຍັງ​ບອກ​ອີກ​ວ່າ ຜົນ​ກະທົບ​ຈາກ​ພະຍາດ​ໂຄວິດ-19 ເຮັດ​ໃຫ້​ບັນຫາ​ເຫຼົ່າ​ນີ້​ຮຸນແຮງ​ຂຶ້ນ. ແຕ່​ບໍ່​ວ່າ​ຈະ​ຍ້ອນ​ເຫດຜົນ​ຫຍັງ ຜົວ​ກໍ​ບໍ່​ຄວນ​ທຳຮ້າຍ​ເມຍ.

4. ຜົວ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຕ້ອງ​ລະວັງ​ເລື່ອງ​ຫຍັງ ແລະ​ຍ້ອນຫຍັງ​ຈຶ່ງ​ລະວັງ?

4 ຜົວ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ຮັບ​ເອົາ​ຄວາມ​ຄິດ​ທີ່​ຜິດໆ​ທີ່​ມີ​ຕໍ່​ຜູ້​ຍິງ. a ຍ້ອນຫຍັງ? ເຫດຜົນ​ໜຶ່ງ​ແມ່ນ ເຮົາ​ຄິດ​ແນວ​ໃດ​ເຮົາ​ກໍ​ມັກ​ຈະ​ເຮັດ​ແບບ​ນັ້ນ. ໂປໂລ​ເຕືອນ​ຜູ້​ຖືກ​ເລືອກ​ໃນ​ເມືອງ​ໂຣມ​ວ່າ: “ໃຫ້​ເຊົາ​ຮຽນ​ແບບ​ຄົນ​ໃນ​ໂລກ​ນີ້.” (ຣມ. 12:1, 2) ຕອນ​ທີ່​ໂປໂລ​ຂຽນ​ຈົດໝາຍ​ໄປ​ຫາ​ພີ່ນ້ອງ​ຢູ່​ເມືອງ​ໂຣມ ພີ່ນ້ອງ​ຢູ່​ຫັ້ນ​ເປັນ​ຄລິດສະຕຽນ​ມາ​ຫຼາຍ​ປີ​ແລ້ວ. ແຕ່​ສິ່ງ​ທີ່​ໂປໂລ​ຂຽນ​ບອກ​ໃຫ້​ຮູ້​ວ່າ​ພີ່ນ້ອງ​ບາງ​ຄົນ​ຍັງ​ໄດ້​ຮັບ​ອິດທິພົນ​ຈາກ​ປະເພນີ​ແລະ​ຄວາມ​ຄິດ​ຂອງ​ຄົນ​ທົ່ວໄປ​ໃນ​ໂລກ. ຍ້ອນ​ແນວ​ນີ້​ໂປໂລ​ຈຶ່ງ​ເຕືອນ​ເຂົາເຈົ້າ​ໃຫ້​ປ່ຽນ​ຄວາມ​ຄິດ​ແລະ​ການ​ກະທຳ. ຄຳ​ແນະນຳ​ນີ້​ກໍ​ໃຊ້​ໄດ້​ກັບ​ຜົວ​ທີ່​ເປັນ​ພະຍານ​ໃນ​ທຸກ​ມື້​ນີ້​ຄື​ກັນ. ເປັນ​ຕາ​ໜ້າ​ເສຍດາຍ ບາງ​ຄົນ​ໄດ້​ຮັບ​ອິດທິພົນ​ຈາກ​ຄວາມ​ຄິດ​ຂອງ​ຄົນ​ໃນ​ໂລກ​ແລະ​ເຖິງຂັ້ນ​ທຳຮ້າຍ​ເມຍ. b ພະ​ເຢໂຫວາ​ຄາດໝາຍ​ໃຫ້​ຜົວ​ປະຕິບັດ​ກັບ​ເມຍ​ແນວ​ໃດ? ຄຳ​ຕອບ​ແມ່ນ​ຢູ່​ໃນ​ຂໍ້​ພະຄຳພີ​ຫຼັກ​ຂອງ​ບົດ​ນີ້.

5. ຕາມ 1 ເປໂຕ 3:7 ຜົວ​ຄວນ​ປະຕິບັດ​ກັບ​ເມຍ​ແນວ​ໃດ?

5 ອ່ານ 1 ເປໂຕ 3:7. ພະ​ເຢໂຫວາ​ສັ່ງ​ຜົວ​ວ່າ​ຕ້ອງ​ໃຫ້​ກຽດ​ເມຍ. ຖ້າ​ເຮົາ​ໃຫ້​ກຽດ​ໃຜ ເຮົາ​ກໍ​ຈະ​ປະຕິບັດ​ກັບ​ຜູ້​ນັ້ນ​ໃນ​ແບບ​ທີ່​ສະແດງ​ຄວາມ​ນັບຖື. ຜົວ​ທີ່​ໃຫ້​ກຽດ​ເມຍ​ຈະ​ປະຕິບັດ​ກັບ​ເມຍ​ແບບ​ກະລຸນາ​ແລະ​ແບບ​ທີ່​ສະແດງ​ຄວາມ​ຮັກ. ໃນ​ບົດ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ຜົວ​ຈະ​ໃຫ້​ກຽດ​ເມຍ​ໄດ້​ແນວ​ໃດ. ແຕ່​ກ່ອນ​ອື່ນ​ເຮົາ​ຈະ​ມາ​ເບິ່ງ​ວ່າ​ການ​ກະທຳ​ແບບ​ໃດ​ທີ່​ສະແດງ​ວ່າ​ຜົວ​ບໍ່​ໃຫ້​ກຽດ​ເມຍ.

ຢ່າ​ເຮັດ​ສິ່ງ​ທີ່​ບໍ່​ໃຫ້​ກຽດ​ເມຍ

6. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ຜົວ​ທີ່​ທຳຮ້າຍ​ເມຍ​ທາງ​ຮ່າງກາຍ? (ໂກໂລຊາຍ 3:19)

6 ການ​ທຳຮ້າຍ​ທາງ​ຮ່າງກາຍ. ພະ​ເຢໂຫວາ​ຊັງ​ຄົນ​ທີ່​ມັກ​ໃຊ້​ຄວາມ​ຮຸນແຮງ. (ພສ. 11:5) ເພິ່ນ​ບໍ່​ມັກ​ແທ້ໆ​ທີ່​ຜົວ​ທຳຮ້າຍ​ເມຍ. (ມລກ. 2:16; ອ່ານ​ໂກໂລຊາຍ 3:19) ຕາມ 1 ເປໂຕ 3:7 ທີ່​ເປັນ​ຂໍ້​ພະຄຳພີ​ຫຼັກ​ຂອງ​ບົດ​ນີ້ ຖ້າ​ຜົວ​ເຮັດ​ບໍ່​ດີ​ກັບ​ເມຍ ມັນ​ຈະ​ສົ່ງ​ຜົນ​ຕໍ່​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ນຳ. ພະ​ເຢໂຫວາ​ອາດ​ເຖິງຂັ້ນ​ບໍ່​ຟັງ​ຄຳ​ອະທິດຖານ​ຂອງ​ລາວ.

7. ຕາມ​ເອເຟໂຊ 4:31, 32 ຜົວ​ຕ້ອງ​ຫຼີກລ່ຽງ​ຄຳເວົ້າ​ແບບ​ໃດ? (ເບິ່ງ “ການ​ອະທິບາຍ​ຄຳສັບ” ນຳ)

7 ການ​ໃຊ້​ຄຳເວົ້າ​ທີ່​ບໍ່​ດີ. ຜົວ​ບາງ​ຄົນ​ດ່າ​ເມຍ​ແລະ​ມັກ​ໃຊ້​ຄຳເວົ້າ​ແຮງໆ​ທີ່​ເຮັດ​ໃຫ້​ເມຍ​ເສຍໃຈ. ແຕ່​ພະ​ເຢໂຫວາ​ຊັງ “ຄວາມ​ໃຈ​ຮ້າຍ ການ​ຮ້າຍ​ໃສ່​ຄົນ​ອື່ນ ການ​ຮ້ອງ​ທັ່ງ​ໃສ່ ແລະ​ການ​ເວົ້າ​ດູຖູກ.” c (ອ່ານ​ເອເຟໂຊ 4:31, 32) ພະ​ເຢໂຫວາ​ໄດ້​ຍິນ​ທຸກ​ສິ່ງ. ເພິ່ນ​ສົນໃຈ​ວິທີ​ທີ່​ຜົວ​ເວົ້າ​ກັບ​ເມຍ​ແມ່ນ​ແຕ່​ຕອນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ໂຕເອງ. ຜົວ​ທີ່​ເວົ້າ​ບໍ່​ດີ​ກັບ​ເມຍ​ບໍ່​ພຽງ​ແຕ່​ທຳລາຍ​ສາຍ​ສຳພັນ​ຂອງ​ລາວ​ກັບ​ເມຍ​ເທົ່າ​ນັ້ນ ແຕ່​ຍັງ​ທຳລາຍ​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ນຳ.—ຢກບ. 1:26

8. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ສື່​ລາມົກ ແລະ​ຍ້ອນຫຍັງ​ເພິ່ນ​ຈຶ່ງ​ຮູ້ສຶກ​ແບບ​ນັ້ນ?

8 ການ​ເບິ່ງ​ສື່​ລາມົກ. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ສື່​ລາມົກ? ເພິ່ນ​ຊັງ​ສື່​ລາມົກ. ສະນັ້ນ ຜົວ​ທີ່​ເບິ່ງ​ສື່​ລາມົກ​ບໍ່​ພຽງ​ແຕ່​ທຳລາຍ​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ເທົ່າ​ນັ້ນ ແຕ່​ຍັງ​ເປັນ​ການ​ບໍ່​ໃຫ້​ກຽດ​ເມຍ​ນຳ. d ພະ​ເຢໂຫວາ​ຄາດໝາຍ​ໃຫ້​ຜົວ​ສັດຊື່​ຕໍ່​ເມຍ​ບໍ່​ພຽງ​ແຕ່​ທາງ​ດ້ານ​ການ​ກະທຳ​ເທົ່າ​ນັ້ນ ແຕ່​ທາງ​ດ້ານ​ຄວາມ​ຄິດ​ນຳ. ພະ​ເຢຊູ​ບອກ​ວ່າ ຜູ້​ຊາຍ​ທີ່​ແນມ​ເບິ່ງ​ຜູ້​ຍິງ​ຈົນ​ເກີດ​ຄວາມ​ຕ້ອງການ​ທາງ​ເພດ​ກໍ​ເປັນ​ຊູ້ “ໃນ​ໃຈ” ກັບ​ຜູ້​ຍິງ​ຄົນ​ນັ້ນ​ແລ້ວ. eມທ. 5:28, 29

9. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຊັງ​ຜົວ​ທີ່​ບັງຄັບ​ເມຍ​ໃຫ້​ມີ​ເພດ​ສຳພັນ​ນຳ​ໃນ​ແບບ​ທີ່​ບໍ່​ໃຫ້​ກຽດ?

9 ບັງຄັບ​ໃຫ້​ມີ​ເພດ​ສຳພັນ​ໃນ​ແບບ​ທີ່​ບໍ່​ໃຫ້​ກຽດ. ຜົວ​ບາງ​ຄົນ​ບັງຄັບ​ເມຍ​ໃຫ້​ມີ​ເພດ​ສຳພັນ​ນຳ​ໃນ​ແບບ​ທີ່​ບໍ່​ໃຫ້​ກຽດ ເຊິ່ງ​ເຮັດ​ໃຫ້​ເມຍ​ຮູ້ສຶກ​ວ່າ​ບໍ່​ສະອາດ ບໍ່​ສະບາຍ​ໃຈ ແລະ​ເປັນ​ການ​ບໍ່​ສະແດງ​ຄວາມ​ຮັກ​ຕໍ່​ເມຍ. ພະ​ເຢໂຫວາ​ຊັງ​ການ​ກະທຳ​ທີ່​ເຫັນ​ແກ່​ໂຕ​ແລະ​ບໍ່​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ. ພະ​ເຢໂຫວາ​ຄາດໝາຍ​ໃຫ້​ຜົວ​ຮັກ ທະນຸຖະໜອມ ແລະ​ນັບຖື​ຄວາມ​ຮູ້ສຶກ​ຂອງ​ເມຍ. (ອຟຊ. 5:28, 29) ຖ້າ​ຜົວ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ມັກ​ບັງຄັບ​ເມຍ​ໃຫ້​ມີ​ເພດ​ສຳພັນ​ນຳ​ໃນ​ແບບ​ທີ່​ບໍ່​ໃຫ້​ກຽດ ຫຼື​ທຳຮ້າຍ​ເມຍ ຫຼື​ເບິ່ງ​ສື່​ລາມົກ​ເດ ລາວ​ຈະ​ປ່ຽນແປງ​ຄວາມ​ຄິດ​ແລະ​ການ​ກະທຳ​ຂອງ​ໂຕເອງ​ໄດ້​ແນວ​ໃດ?

ຜົວ​ຈະ​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ໃຫ້​ກຽດ​ເມຍ​ໄດ້​ແນວ​ໃດ?

10. ຜົວ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພະ​ເຢຊູ?

10 ອັນ​ໃດ​ຈະ​ຊ່ວຍ​ຜົວ​ໃຫ້​ເຊົາ​ທຳຮ້າຍ​ເມຍ​ແລະ​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ໃຫ້​ກຽດ​ເມຍ? ສິ່ງ​ທີ່​ຈະ​ຊ່ວຍ​ໄດ້​ແມ່ນ​ການ​ພະຍາຍາມ​ຮຽນ​ແບບ​ພະ​ເຢຊູ. ເຖິງ​ວ່າ​ພະ​ເຢຊູ​ບໍ່​ເຄີຍ​ແຕ່ງດອງ ແຕ່​ວິທີ​ທີ່​ເພິ່ນ​ປະຕິບັດ​ກັບ​ພວກ​ລູກສິດ​ກໍ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ຜົວ​ຄວນ​ປະຕິບັດ​ກັບ​ເມຍ. (ອຟຊ. 5:25) ຕົວຢ່າງ​ເຊັ່ນ: ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຜົວ​ສາມາດ​ຮຽນ​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢຊູ​ປະຕິບັດ​ແລະ​ເວົ້າ​ກັບ​ພວກ​ລູກສິດ.

11. ພະ​ເຢຊູ​ປະຕິບັດ​ກັບ​ພວກ​ລູກສິດ​ແນວ​ໃດ?

11 ພະ​ເຢຊູ​ປະຕິບັດ​ກັບ​ພວກ​ລູກສິດ​ແບບ​ອ່ອນໂຍນ​ແລະ​ໃຫ້​ກຽດ​ເຂົາເຈົ້າ​ສະເໝີ. ເພິ່ນ​ບໍ່​ເຄີຍ​ດ່າ​ຫຼື​ຂົ່ມ​ເຂົາເຈົ້າ. ເຖິງ​ວ່າ​ເພິ່ນ​ເປັນ​ນາຍ​ເຂົາເຈົ້າ ແຕ່​ເພິ່ນ​ກໍ​ບໍ່​ເຄີຍ​ໃຊ້​ອຳນາດ​ນັ້ນ​ເພື່ອ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ວ່າ​ດ້ອຍ​ກວ່າ​ເພິ່ນ​ຫຼື​ຮູ້ສຶກ​ຢ້ານ​ເພິ່ນ. ແຕ່​ເພິ່ນ​ຮັບໃຊ້​ເຂົາເຈົ້າ​ດ້ວຍ​ຄວາມ​ຖ່ອມ. (ຢຮ. 13:12-17) ເພິ່ນ​ບອກ​ພວກ​ລູກສິດ​ວ່າ: “ຮຽນ​ຈາກ​ຂ້ອຍ ຍ້ອນ​ຂ້ອຍ​ເປັນ​ຄົນ​ອ່ອນໂຍນ​ແລະ​ຖ່ອມ​ໂຕ ແລ້ວ​ພວກ​ເຈົ້າ​ຈະ​ສົດ​ຊື່ນ.” (ມທ. 11:28-30) ຈາກ​ຂໍ້​ຄຳພີ​ນີ້​ເຮົາ​ເຫັນ​ວ່າ​ພະ​ເຢຊູ​ເປັນ​ຄົນ​ອ່ອນໂຍນ. ຄົນ​ອ່ອນໂຍນ​ບໍ່​ແມ່ນ​ຄົນ​ທີ່​ອ່ອນແອ ແຕ່​ເປັນ​ຄົນ​ທີ່​ເຂັ້ມແຂງ​ຍ້ອນ​ສາມາດ​ຄວບຄຸມ​ໂຕເອງ​ໄດ້. ເມື່ອ​ຄົນ​ອ່ອນໂຍນ​ຖືກ​ຍົວະ​ໃຫ້​ໃຈ​ຮ້າຍ ລາວ​ກໍ​ຈະ​ໃຈ​ເຢັນ​ແລະ​ຄວບຄຸມ​ອາລົມ​ໄດ້​ສະເໝີ.

12. ພະ​ເຢຊູ​ເວົ້າ​ກັບ​ຄົນ​ອື່ນ​ແນວ​ໃດ?

12 ພະ​ເຢຊູ​ມັກ​ເວົ້າ​ໃຫ້​ກຳລັງ​ໃຈ​ແລະ​ເຮັດ​ໃຫ້​ຄົນ​ອື່ນ​ສົດ​ຊື່ນ. ເພິ່ນ​ບໍ່​ໄດ້​ເວົ້າ​ຮ້າຍ​ກັບ​ພວກ​ລູກສິດ. (ລກ. 8:47, 48) ແມ່ນ​ແຕ່​ຕອນ​ທີ່​ພວກ​ຜູ້​ຕໍ່ຕ້ານ​ດ່າ​ເພິ່ນ​ແລະ​ພະຍາຍາມ​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ “ເພິ່ນ​ກໍ​ບໍ່​ໄດ້​ດ່າ​ຄືນ.” (1ປຕ. 2:21-23) ບາງ​ເທື່ອ​ເພິ່ນ​ກໍ​ເລືອກ​ທີ່​ຈະ​ມິດ​ຢູ່ ແທນ​ທີ່​ຈະ​ຕອບ​ກັບ​ຄືນ​ແບບ​ແຮງໆ. (ມທ. 27:12-14) ພະ​ເຢຊູ​ເປັນ​ຕົວຢ່າງ​ທີ່​ດີ​ຫຼາຍ​ແທ້ໆ​ສຳລັບ​ຜູ້​ທີ່​ເປັນ​ຜົວ!

13. ຕາມ​ມັດທາຍ 19:4-6 ຜົວ​ຈະ “[ຜູກພັນ​ໃກ້ຊິດ] ກັບ​ເມຍ” ໄດ້​ແນວ​ໃດ? (ເບິ່ງ​ຮູບ​ນຳ)

13 ພະ​ເຢຊູ​ສັ່ງ​ຜົວ​ໃຫ້​ສັດຊື່​ຕໍ່​ເມຍ. ເພິ່ນ​ເວົ້າ​ແບບ​ນີ້​ຕາມ​ທີ່​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ບອກ​ໄວ້​ວ່າ​ຜົວ​ຕ້ອງ “[ຜູກພັນ​ໃກ້ຊິດ] ກັບ​ເມຍ.” (ອ່ານ​ມັດທາຍ 19:4-6) ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ຜູກພັນ​ໃກ້ຊິດ” ມີ​ຄວາມ​ໝາຍ​ຕາມ​ໂຕ​ວ່າ “ຕິດ​ກາວ.” ສະນັ້ນ ສາຍ​ສຳພັນ​ລະຫວ່າງ​ຜົວ​ກັບ​ເມຍ​ຕ້ອງ​ແໜ້ນແຟ້ນ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຄື​ກັບ​ຕິດ​ກາວ​ໄວ້. ຖ້າ​ມີ​ການ​ແຍກ​ຈາກ​ກັນ​ມັນ​ກໍ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍຫາຍ​ທັງ​ສອງ​ຝ່າຍ. ຜົວ​ຄວນ​ເຮັດ​ແນວ​ໃດ​ເພື່ອ​ຮັກສາ​ສາຍ​ສຳພັນ​ທີ່​ແໜ້ນແຟ້ນ​ກັບ​ເມຍ? ລາວ​ຈະ​ບໍ່​ເບິ່ງ​ສື່​ລາມົກ​ທຸກ​ຮູບ​ແບບ. ລາວ​ຈະ​ປິ່ນ​ໜ້າ​ໜີ​ທັນທີ​ຈາກ “ສິ່ງ​ທີ່​ບໍ່​ມີ​ຄ່າ.” (ພສ. 119:37) ລາວ​ຈະ​ຮຽນ​ແບບ​ໂຢບ​ໂດຍ​ເຮັດ​ສັນຍາ​ກັບ​ຕາ​ໂຕເອງ​ວ່າ​ຈະ​ບໍ່​ແນມ​ເບິ່ງ​ຜູ້​ຍິງ​ຄົນ​ອື່ນ​ແບບ​ທີ່​ມີ​ຄວາມ​ຕ້ອງການ​ທີ່​ບໍ່​ຖືກຕ້ອງ.—ໂຢບ 31:1

ຜົວ​ທີ່​ສັດຊື່​ຈະ​ບໍ່​ເບິ່ງ​ສື່​ລາມົກ (ເບິ່ງ​ຂໍ້ 13) g


14. ຜົວ​ທີ່​ທຳຮ້າຍ​ເມຍ​ທາງ​ຮ່າງກາຍ​ຫຼື​ໃຊ້​ຄຳເວົ້າ​ທີ່​ບໍ່​ດີ​ກັບ​ເມຍ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ຫຍັງ​ແດ່​ເພື່ອ​ຈະ​ຟື້ນຟູ​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ແລະ​ກັບ​ເມຍ?

14 ຜົວ​ທີ່​ທຳຮ້າຍ​ເມຍ​ທາງ​ຮ່າງກາຍ​ຫຼື​ໃຊ້​ຄຳເວົ້າ​ທີ່​ບໍ່​ດີ​ກັບ​ເມຍ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ​ນີ້​ເພື່ອ​ຟື້ນຟູ​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ແລະ​ກັບ​ເມຍ. ຂັ້ນ​ຕອນ​ທຳອິດ: ລາວ​ຕ້ອງ​ຍອມຮັບ​ວ່າ​ສິ່ງ​ທີ່​ລາວ​ກຳລັງ​ເຮັດ​ມັນ​ບໍ່​ດີ. ພະ​ເຢໂຫວາ​ເຫັນ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ແລະ​ໄດ້​ຍິນ​ທຸກ​ຢ່າງ​ທີ່​ລາວ​ເວົ້າ. (ພສ. 44:21; ປຍຈ. 12:14; ຮຣ. 4:13) ຂັ້ນ​ຕອນ​ທີ 2: ລາວ​ຕ້ອງ​ເຊົາ​ທຳຮ້າຍ​ເມຍ​ແລະ​ປ່ຽນແປງ​ການ​ກະທຳ​ຂອງ​ໂຕເອງ. (ສພສ. 28:13) ຂັ້ນ​ຕອນ​ທີ 3: ລາວ​ຕ້ອງ​ຂໍໂທດ​ເມຍ​ແລະ​ຂໍໂທດ​ພະ​ເຢໂຫວາ ແລະ​ຂໍ​ໃຫ້​ເມຍ​ແລະ​ພະ​ເຢໂຫວາ​ຍົກໂທດ​ໃຫ້​ລາວ. (ກຈກ. 3:19) ນອກ​ຈາກ​ນັ້ນ ລາວ​ຄວນ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ຕ້ອງການ​ທີ່​ຈະ​ປ່ຽນແປງ​ໂຕເອງ​ແລະ​ໃຫ້​ສາມາດ​ຄວບຄຸມ​ຄວາມ​ຄິດ ຄຳເວົ້າ ແລະ​ການ​ກະທຳ​ໄດ້. (ພສ. 51:10-12; 2ກຣ. 10:5; ຟລປ. 2:13) ຂັ້ນ​ຕອນ​ທີ 4: ລາວ​ຕ້ອງ​ເຮັດ​ສອດ​ຄ່ອງ​ກັບ​ຄຳ​ອະທິດຖານ​ຂອງ​ລາວ​ໂດຍ​ຝຶກ​ໂຕເອງ​ໃຫ້​ຊັງ​ຄວາມ​ຮຸນແຮງ​ທຸກ​ຮູບ​ແບບ​ແລະ​ຊັງ​ການ​ໃຊ້​ຄຳເວົ້າ​ທີ່​ບໍ່​ດີ. (ພສ. 97:10) ຂັ້ນ​ຕອນ​ທີ 5: ລາວ​ຕ້ອງ​ຟ້າວ​ຂໍ​ໃຫ້​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ​ຊ່ວຍ. (ຢກບ. 5:14-16) ຂັ້ນ​ຕອນ​ທີ 6: ລາວ​ຕ້ອງ​ກຳນົດ​ມາດຕະການ​ທີ່​ຈະ​ຊ່ວຍ​ລາວ​ບໍ່​ໃຫ້​ກັບ​ໄປ​ເຮັດ​ຜິດ​ຊ້ຳ​ອີກ. ຜົວ​ທີ່​ເບິ່ງ​ສື່​ລາມົກ​ກໍ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ເຫຼົ່າ​ນີ້​ຄື​ກັນ. ພະ​ເຢໂຫວາ​ຈະ​ຊ່ວຍ​ລາວ​ໃຫ້​ປ່ຽນແປງ​ການ​ປະພຶດ​ຂອງ​ໂຕເອງ. (ພສ. 37:5) ນອກ​ຈາກ​ເຮັດ​ຕາມ​ຂັ້ນ​ຕອນ​ເຫຼົ່າ​ນີ້​ແລ້ວ ຜົວ​ຍັງ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ໃຫ້​ກຽດ​ເມຍ​ນຳ. ລາວ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

ໃຫ້​ກຽດ​ເມຍ

15. ຜົວ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ເມຍ​ແນວ​ໃດ?

15 ສະແດງ​ຄວາມ​ຮັກ. ພີ່ນ້ອງ​ຊາຍ​ບາງ​ຄົນ​ເຮັດ​ບາງ​ຢ່າງ​ໃນ​ແຕ່​ລະ​ມື້​ເພື່ອ​ເຮັດ​ໃຫ້​ເມຍ​ເຫັນ​ວ່າ​ລາວ​ຮັກ​ເມຍ​ຫຼາຍ. (1ຢຮ. 3:18) ລາວ​ອາດ​ສະແດງ​ຄວາມ​ຮັກ​ຕໍ່​ເມຍ​ໂດຍ​ວິທີ​ງ່າຍໆ ເຊັ່ນ: ຈັບ​ມື​ຫຼື​ກອດ​ເມຍ​ຢ່າງ​ອົບອຸ່ນ ຫຼື​ສົ່ງ​ຂໍ້​ຄວາມ​ຫາ​ເມຍ​ແລະ​ບອກ​ວ່າ “ຄິດ​ຮອດ​ເດີ້” ຫຼື​ຖາມ​ເມຍ​ວ່າ “ມື້​ນີ້​ເປັນ​ແນວ​ໃດ?” ນອກ​ຈາກ​ນັ້ນ ລາວ​ອາດ​ສະແດງ​ຄວາມ​ຮັກ​ຕໍ່​ເມຍ​ໂດຍ​ຊື້​ດອກ​ໄມ້​ຫຼື​ຊື້​ຂອງຂວັນ​ໃຫ້​ເມຍ. ເມື່ອ​ຜົວ​ເຮັດ​ສິ່ງ​ເຫຼົ່າ​ນີ້​ກໍ​ສະແດງ​ວ່າ​ລາວ​ໃຫ້​ກຽດ​ເມຍ​ແລະ​ເຮັດ​ໃຫ້​ຊີວິດ​ຄູ່​ຂອງ​ເຂົາເຈົ້າ​ແໜ້ນແຟ້ນ​ຫຼາຍ​ຂຶ້ນ.

16. ເປັນ​ຫຍັງ​ຜົວ​ຄວນ​ຊົມເຊີຍ​ເມຍ?

16 ສະແດງ​ຄວາມ​ຮູ້​ຄຸນຄ່າ. ຜົວ​ທີ່​ໃຫ້​ກຽດ​ເມຍ​ຈະ​ຊົມເຊີຍ​ແລະ​ໃຫ້​ກຳລັງ​ໃຈ​ເມຍ. ວິທີ​ໜຶ່ງ​ທີ່​ຜົວ​ເຮັດ​ແບບ​ນີ້​ໄດ້​ແມ່ນ​ຂອບໃຈ​ເມຍ​ສຳລັບ​ທຸກ​ສິ່ງ​ທີ່​ເມຍ​ເຮັດ​ເພື່ອ​ຊ່ວຍ​ລາວ. (ກລຊ. 3:15) ເມື່ອ​ຜົວ​ຊົມເຊີຍ​ເມຍ​ຈາກ​ໃຈ ເມຍ​ກໍ​ຈະ​ຮູ້ສຶກ​ວ່າ​ຜົວ​ຮັກ ໃຫ້​ກຽດ ຮູ້ສຶກ​ອົບອຸ່ນ​ໃຈ ແລະ​ໝັ້ນໃຈ​ໃນ​ໂຕເອງ.—ສພສ. 31:28

17. ຜົວ​ຈະ​ສະແດງ​ຄວາມ​ນັບຖື​ຕໍ່​ເມຍ​ແນວ​ໃດ?

17 ສະແດງ​ຄວາມ​ກະລຸນາ​ແລະ​ຄວາມ​ນັບຖື. ຜົວ​ທີ່​ຮັກ​ເມຍ​ຈະ​ເຫັນຄ່າ​ແລະ​ທະນຸຖະໜອມ​ເມຍ. ລາວ​ຖື​ວ່າ​ເມຍ​ເປັນ​ຂອງຂວັນ​ທີ່​ມີ​ຄ່າ​ຈາກ​ພະ​ເຢໂຫວາ. (ສພສ. 18:22; 31:10) ເມື່ອ​ລາວ​ຄິດ​ແບບ​ນີ້ ລາວ​ກໍ​ຈະ​ປະຕິບັດ​ກັບ​ເມຍ​ແບບ​ກະລຸນາ​ແລະ​ສະແດງ​ຄວາມ​ນັບຖື​ແມ່ນ​ແຕ່​ຕອນ​ທີ່​ມີ​ເພດ​ສຳພັນ​ກັນ. ລາວ​ຈະ​ບໍ່​ບັງຄັບ​ເມຍ​ໃຫ້​ເຮັດ​ສິ່ງ​ທີ່​ຮູ້ສຶກ​ບໍ່​ສະບາຍ​ໃຈ ຮູ້ສຶກ​ວ່າ​ຖືກ​ທາລຸນ ຫຼື​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເມຍ​ຕອນ​ທີ່​ມີ​ເພດ​ສຳພັນ​ກັນ. f ຜົວ​ກໍ​ຄື​ກັນ​ບໍ່​ຄວນ​ເຮັດ​ສິ່ງ​ທີ່​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ໂຕເອງ​ຕອນ​ທີ່​ມີ​ເພດ​ສຳພັນ​ກັບ​ເມຍ.—ກຈກ. 24:16

18. ຜົວ​ຄວນ​ຕັ້ງໃຈ​ທີ່​ຈະ​ເຮັດ​ຫຍັງ? (ເບິ່ງ​ຂອບ “ ສີ່​ວິທີ​ທີ່​ຈະ​ຊ່ວຍ​ໃຫ້​ເປັນ​ຜົວ​ທີ່​ໃຫ້​ກຽດ​ເມຍ” ນຳ)

18 ຜູ້​ເປັນ​ຜົວ​ສາມາດ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ເຫັນ​ແລະ​ຮູ້​ຄຸນຄ່າ​ທີ່​ເຈົ້າ​ພະຍາຍາມ​ໃຫ້​ກຽດ​ເມຍ​ໃນ​ທຸກ​ສິ່ງ​ທີ່​ເຈົ້າ​ເວົ້າ​ແລະ​ເຮັດ. ໃຫ້​ຕັ້ງໃຈ​ທີ່​ຈະ​ໃຫ້​ກຽດ​ເມຍ​ໂດຍ​ບໍ່​ເຮັດ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ເມຍ​ເສຍໃຈ ສະແດງ​ຄວາມ​ກະລຸນາ ຄວາມ​ນັບຖື ແລະ​ສະແດງ​ຄວາມ​ຮັກ​ຕໍ່​ເມຍ. ຖ້າ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ເຮັດ​ໃຫ້​ເມຍ​ເຫັນ​ວ່າ​ເຈົ້າ​ຮັກ​ແລະ​ເຫັນຄ່າ​ລາວ. ເມື່ອ​ເຈົ້າ​ໃຫ້​ກຽດ​ເມຍ ເຈົ້າ​ກໍ​ຈະ​ປົກປ້ອງ​ສາຍ​ສຳພັນ​ທີ່​ມີ​ຄ່າ​ທີ່​ສຸດ​ຂອງ​ເຈົ້າ ນັ້ນ​ກໍ​ຄື​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະ​ເຢໂຫວາ.—ພສ. 25:14

ເພງ​ທີ 131 “ພະເຈົ້າ​ໄດ້​ເຮັດ​ໃຫ້​ຜູກພັນ​ກັນ​ແລ້ວ”

a ຄົນ​ທີ່​ເປັນ​ຜົວ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ອ່ານ​ບົດ​ຄວາມ “ເຈົ້າ​ຮຽນ​ແບບ​ພະ​ເຢໂຫວາ​ບໍ​ໃນ​ການ​ປະຕິບັດ​ກັບ​ພີ່ນ້ອງ​ຍິງ?” ໃນ​ຫໍສັງເກດການ​ເດືອນ​ມັງກອນ ປີ 2024.

b ຄົນ​ທີ່​ຖືກ​ທຳຮ້າຍ​ຮ່າງກາຍ​ຈາກ​ຄູ່​ຂອງ​ໂຕເອງ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ອ່ານ​ບົດ​ຄວາມ “ຈະ​ຊ່ວຍ​ຄົນ​ທີ່​ຖືກ​ທຳຮ້າຍ​ໃນ​ຄອບຄົວ​ໄດ້​ແນວ​ໃດ?” ໃນ​ສ່ວນ​ທີ່​ຊື່​ວ່າ “ເລື່ອງ​ອື່ນໆ” ທີ່​ຢູ່​ໃນ​ບົດ​ຄວາມ​ຊຸດ​ໃນ​ເວັບໄຊ jw.org ແລະ​ໃນ​ແອັບ JW Library®. (ພາສາ​ໄທ)

c ການ​ອະທິບາຍ​ຄຳສັບ: ຄຳ​ວ່າ “ການ​ເວົ້າ​ດູຖູກ” ລວມ​ເຖິງ​ການ​ເອີ້ນ​ຜູ້​ໃດ​ຜູ້​ໜຶ່ງ​ແບບ​ດູຖູກ ໃຊ້​ຄຳເວົ້າ​ທີ່​ເຮັດ​ໃຫ້​ຮູ້ສຶກ​ບໍ່​ມີ​ຄ່າ ແລະ​ເວົ້າ​ຕະຫຼອດ​ກ່ຽວກັບ​ຈຸດ​ເສຍ​ຂອງ​ລາວ. ສະນັ້ນ ຄຳເວົ້າ​ແບບ​ໃດ​ກໍ​ຕາມ​ທີ່​ຜົວ​ເວົ້າ​ເຊິ່ງ​ເຮັດ​ໃຫ້​ເມຍ​ເສຍໃຈ​ຫຼື​ດ່າ​ເມຍ​ຖື​ວ່າ​ເປັນ​ການ​ເວົ້າ​ດູຖູກ.

d ເບິ່ງ​ບົດ​ຄວາມ “ສື່​ລາມົກ​ທຳລາຍ​ຊີວິດ​ຄູ່​ຂອງ​ເຈົ້າ​ໄດ້” ໃນ​ເວັບໄຊ jw.org ແລະ​ໃນ​ແອັບ JW Library. (ພາສາ​ໄທ)

e ເມຍ​ທີ່​ຜົວ​ເບິ່ງ​ສື່​ລາມົກ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ອ່ານ​ບົດ​ຄວາມ “ຖ້າ​ຄູ່​ຂອງ​ເຈົ້າ​ເບິ່ງ​ສິ່ງ​ລາມົກ ເຈົ້າ​ຈະ​ເຮັດ​ແນວ​ໃດ?” ໃນ​ຫໍສັງເກດການ​ເດືອນ​ສິງຫາ ປີ 2023.

f ຄຳພີ​ໄບເບິນ​ບໍ່​ໄດ້​ໃຫ້​ລາຍລະອຽດ​ວ່າ​ການ​ມີ​ເພດ​ສຳພັນ​ແບບ​ໃດ​ຖືກ​ແລະ​ແບບ​ໃດ​ຜິດ​ລະຫວ່າງ​ຜົວ​ກັບ​ເມຍ. ຜົວ​ກັບ​ເມຍ​ຕ້ອງ​ລົມ​ກັນ​ແລະ​ຕັດສິນໃຈ​ເອົາ​ເອງ​ວ່າ​ສິ່ງ​ທີ່​ເຂົາເຈົ້າ​ເລືອກ​ເປັນ​ການ​ໃຫ້​ກຽດ​ພະ​ເຢໂຫວາ ເຮັດ​ໃຫ້​ຄູ່​ຂອງ​ໂຕເອງ​ພໍໃຈ ແລະ​ບໍ່​ມີ​ຫຍັງ​ມາ​ລົບກວນ​ໃຈ. ຕາມ​ປົກກະຕິ​ແລ້ວ ຜົວ​ກັບ​ເມຍ​ຈະ​ບໍ່​ລົມ​ເລື່ອງ​ສ່ວນ​ໂຕ​ແບບ​ນີ້​ກັບ​ຄົນ​ອື່ນ.

g ຄຳ​ອະທິບາຍ​ຮູບ​: ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ແລະ​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ພະຍາຍາມ​ຊວນ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໃຫ້​ເບິ່ງ​ປຶ້ມ​ທີ່​ມີ​ຮູບ​ໂປ້.