ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 5

ເພງ​ທີ 108 ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະເຈົ້າ

ເຮົາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ?

ເຮົາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ?

“ພະຄລິດ​ເຢຊູ​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຊ່ວຍ​ຄົນ​ບາບ​ໃຫ້​ລອດ.”1ຕມ. 1:15

ຈຸດ​ສຳຄັນ

ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ຄ່າໄຖ່ ແລະ​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນຄ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ.

1. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ?

 ສົມມຸດ​ວ່າ​ເຈົ້າ​ເອົາ​ຂອງຂວັນ​ຢ່າງ​ໜຶ່ງ​ທີ່​ພິເສດ​ຫຼາຍ​ໃຫ້​ຄົນ​ທີ່​ເຈົ້າ​ຮັກ ຂອງຂວັນ​ນັ້ນ​ທັງ​ງາມ​ແລະ​ມີ​ປະໂຫຍດ. ເຈົ້າ​ຕ້ອງ​ເສຍໃຈ​ຫຼາຍ​ແທ້ໆ​ຖ້າ​ລາວ​ເອົາ​ຂອງຂວັນ​ນັ້ນ​ໄວ້​ໃນ​ຕູ້​ແລະ​ບໍ່​ໄດ້​ຄິດ​ຫາ​ມັນ​ເລີຍ. ກົງ​ກັນ​ຂ້າມ ເຈົ້າ​ຈະ​ດີ​ໃຈ​ຫຼາຍ​ຖ້າ​ລາວ​ໃຊ້​ຂອງຂວັນ​ນັ້ນ​ແລະ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ຕໍ່​ສິ່ງ​ນັ້ນ. ຈຸດ​ສຳຄັນ​ຂອງ​ຕົວຢ່າງ​ນີ້​ແມ່ນ​ຫຍັງ? ພະ​ເຢໂຫວາ​ໃຫ້​ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ​ມາ​ຕາຍ​ເພື່ອ​ເຮົາ. ພະ​ເຢໂຫວາ​ຕ້ອງ​ດີ​ໃຈ​ຫຼາຍ​ແທ້ໆ​ເມື່ອ​ເຮົາ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ຕໍ່​ຂອງຂວັນ​ທີ່​ມີ​ຄ່າ​ນັ້ນ​ແລະ​ສຳລັບ​ຄວາມ​ຮັກ​ທີ່​ເພິ່ນ​ມີ​ຕໍ່​ເຮົາ​ເຊິ່ງ​ກະຕຸ້ນ​ເພິ່ນ​ໃຫ້​ຈັດ​ກຽມ​ຄ່າໄຖ່!—ຢຮ. 3:16; ຣມ. 5:7, 8

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

2 ເມື່ອ​ເວລາ​ຜ່ານ​ໄປ ເຮົາ​ອາດ​ເລີ່ມ​ບໍ່​ເຫັນ​ຄຸນຄ່າ​ຄ່າໄຖ່​ເຊິ່ງ​ມັນ​ເປັນ​ຄື​ກັບ​ວ່າ​ເຮົາ​ເອົາ​ຂອງຂວັນ​ທີ່​ງາມໆ​ຈາກ​ພະ​ເຢໂຫວາ​ໄປ​ໄວ້​ຢູ່​ຫ້ອງ​ມ້ຽນ​ເຄື່ອງ ແລ້ວ​ກໍ​ບໍ່​ໄດ້​ສົນໃຈ​ຫຼື​ບໍ່​ຄິດ​ຫາ​ມັນ​ເລີຍ. ເພື່ອ​ບໍ່​ໃຫ້​ເລື່ອງ​ແບບ​ນີ້​ເກີດຂຶ້ນ ເຮົາ​ຕ້ອງ​ຄິດ​ເຖິງ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໄດ້​ເຮັດ​ເພື່ອ​ເຮົາ. ບົດ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້. ເຮົາ​ຈະ​ຮຽນ​ວ່າ​ໃນ​ຕອນນີ້​ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ຄ່າໄຖ່ ແລະ​ໃນ​ອະນາຄົດ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ? ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ຮຽນ​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ສະແດງ​ວ່າ​ເຮົາ​ຮູ້​ຄຸນຄ່າ​ຕໍ່​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ໂດຍ​ສະເພາະ​ໃນ​ໄລຍະ​ກ່ອນ​ແລະ​ຫຼັງ​ວັນ​ອະນຸສອນ?

ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ​ໃນ​ຕອນນີ້?

3. ໃນ​ຕອນນີ້ ປະໂຫຍດ​ຢ່າງ​ໜຶ່ງ​ທີ່​ເຮົາ​ໄດ້​ຮັບ​ຈາກ​ຄ່າໄຖ່​ແມ່ນ​ຫຍັງ?

3 ໃນ​ຕອນນີ້ ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່​ຂອງ​ພະ​ເຢຊູ​ແລ້ວ. ຕົວຢ່າງ​ເຊັ່ນ: ຍ້ອນ​ຄ່າໄຖ່ ພະ​ເຢໂຫວາ​ຈຶ່ງ​ຍົກໂທດ​ຄວາມ​ຜິດ​ໃຫ້​ເຮົາ​ໄດ້. ເພິ່ນ​ບໍ່​ຕ້ອງ​ເຮັດ​ແບບ​ນັ້ນ​ກະ​ໄດ້ ແຕ່​ເພິ່ນ​ພັດ​ຕ້ອງການ​ທີ່​ຈະ​ເຮັດ. ຜູ້​ຂຽນ​ເພງ​ສັນລະເສີນ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ທີ່​ພະ​ເຢໂຫວາ​ຍົກໂທດ​ໃຫ້​ລາວ. ລາວ​ເວົ້າ​ວ່າ: “ພະ​ເຢໂຫວາ ພະອົງ​ດີ​ແທ້ໆ​ແລະ​ພ້ອມ​ທີ່​ຈະ​ໃຫ້​ອະໄພ.”—ພສ. 86:5; 103:3, 10-13

4. ພະ​ເຢໂຫວາ​ຈັດ​ໃຫ້​ມີ​ຄ່າໄຖ່​ສຳລັບ​ໃຜ? (ລູກາ 5:32; 1 ຕີໂມທຽວ 1:15)

4 ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ເຂົາເຈົ້າ​ບໍ່​ສົມຄວນ​ໄດ້​ຮັບ​ການ​ຍົກໂທດ​ຈາກ​ພະ​ເຢໂຫວາ. ທີ່​ຈິງ ເຮົາ​ທຸກ​ຄົນ​ບໍ່​ມີ​ໃຜ​ສົມຄວນ​ໄດ້​ຮັບ. ອັກຄະສາວົກ​ໂປໂລ​ເຂົ້າໃຈ​ວ່າ​ລາວ “ບໍ່​ສົມຄວນ​ທີ່​ຈະ​ຖືກ​ເອີ້ນ​ວ່າ​ອັກຄະສາວົກ​ຊ້ຳ” ຍ້ອນ​ລາວ “ເຄີຍ​ຂົ່ມເຫງ​ປະຊາຄົມ​ຂອງ​ພະເຈົ້າ.” ລາວ​ເວົ້າ​ຕື່ມ​ວ່າ: “ຂ້ອຍ​ໄດ້​ເຮັດ​ໜ້າທີ່​ນີ້​ກໍ​ຍ້ອນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ.” (1ກຣ. 15:9, 10) ເມື່ອ​ເຮົາ​ກັບໃຈ​ຈາກ​ຄວາມ​ຜິດ​ທີ່​ເຮົາ​ໄດ້​ເຮັດ ພະ​ເຢໂຫວາ​ກໍ​ຍົກໂທດ​ໃຫ້​ເຮົາ. ຍ້ອນຫຍັງ? ບໍ່​ແມ່ນ​ຍ້ອນ​ເຮົາ​ສົມຄວນ​ໄດ້​ຮັບ​ການ​ຍົກໂທດ ແຕ່​ຍ້ອນ​ເພິ່ນ​ຮັກ​ເຮົາ. ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ມີ​ຄ່າ ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຈັດ​ໃຫ້​ມີ​ຄ່າໄຖ່​ບໍ່​ແມ່ນ​ສຳລັບ​ຄົນ​ທີ່​ບໍ່​ເຄີຍ​ເຮັດ​ຜິດ ແຕ່​ສຳລັບ​ຄົນ​ເຮັດ​ຜິດ​ທີ່​ກັບໃຈ.—ອ່ານ​ລູກາ 5:32; 1 ຕີໂມທຽວ 1:15

5. ພະ​ເຢໂຫວາ​ຕ້ອງ​ສະແດງ​ຄວາມ​ເມດຕາ​ຕໍ່​ເຮົາ​ບໍ? ຂໍ​ໃຫ້​ອະທິບາຍ.

5 ເຮົາ​ບໍ່​ຄວນ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຕ້ອງ​ສະແດງ​ຄວາມ​ເມດຕາ​ຕໍ່​ເຮົາ​ຍ້ອນ​ເຮົາ​ຮັບໃຊ້​ເພິ່ນ​ມາ​ຫຼາຍ​ປີ​ແລ້ວ. ແນ່ນອນ​ວ່າ​ພະ​ເຢໂຫວາ​ເຫັນຄ່າ​ທີ່​ເຮົາ​ຮັບໃຊ້​ເພິ່ນ​ຢ່າງ​ສັດຊື່. (ຮຣ. 6:10) ພະ​ເຢໂຫວາ​ຍອມ​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ​ມາ​ຕາຍ​ເພື່ອ​ເຮົາ​ລ້າໆ ບໍ່​ແມ່ນ​ເພື່ອ​ເປັນ​ຄ່າ​ຈ້າງ​ທີ່​ເຮົາ​ເຮັດ​ວຽກ​ຮັບໃຊ້​ເພິ່ນ. ສະນັ້ນ ມັນ​ບໍ່​ຖືກຕ້ອງ​ທີ່​ຈະ​ຄິດ​ວ່າ​ຍ້ອນ​ເຮົາ​ໄດ້​ເຮັດ​ຫຼາຍ​ຢ່າງ​ເພື່ອ​ພະ​ເຢໂຫວາ ເຮົາ​ຈຶ່ງ​ສົມຄວນ​ໄດ້​ຮັບ​ຄວາມ​ເມດຕາ​ຈາກ​ເພິ່ນ. ຖ້າ​ເຮົາ​ເຊື່ອ​ແບບ​ນັ້ນ​ກໍ​ສ່ຳ​ກັບ​ເຮົາ​ເວົ້າ​ວ່າ​ເຮົາ​ບໍ່​ຈຳເປັນ​ຕ້ອງ​ມີ​ຄ່າໄຖ່.—ສົມທຽບ​ກັບ​ຄາລາເຕຍ 2:21

6. ເປັນ​ຫຍັງ​ໂປໂລ​ຈຶ່ງ​ຮັບໃຊ້​ພະ​ເຢໂຫວາ​ເອົາ​ແທ້​ເອົາ​ວ່າ?

6 ໂປໂລ​ຮູ້​ວ່າ​ເຖິງ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ສ່ຳ​ໃດ ເພິ່ນ​ກໍ​ຈະ​ບໍ່​ຍົກໂທດ​ໃຫ້​ລາວ. ຄັນຊັ້ນ​ເປັນ​ຫຍັງ​ລາວ​ຈຶ່ງ​ຮັບໃຊ້​ພະ​ເຢໂຫວາ​ເອົາ​ແທ້​ເອົາ​ວ່າ? ລາວ​ເຮັດ​ແບບ​ນັ້ນ​ບໍ່​ແມ່ນ​ເພື່ອ​ພິສູດ​ວ່າ​ລາວ​ສົມຄວນ​ໄດ້​ຮັບ​ຄວາມ​ເມດຕາ​ຈາກ​ພະ​ເຢໂຫວາ ແຕ່​ເພື່ອ​ສະແດງ​ວ່າ​ລາວ​ຮູ້​ຄຸນຄ່າ​ຕໍ່​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ. (ອຟຊ. 3:7) ຄື​ກັບ​ໂປໂລ ເຮົາ​ກໍ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ກະຕືລືລົ້ນ​ຕໍ່ໆ​ໄປ​ບໍ່​ແມ່ນ​ຍ້ອນ​ວ່າ​ຢາກ​ໄດ້​ຮັບ​ຄວາມ​ເມດຕາ​ຈາກ​ເພິ່ນ ແຕ່​ຍ້ອນ​ຢາກ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ຕໍ່​ຄວາມ​ເມດຕາ​ນັ້ນ.

7. ປະໂຫຍດ​ອີກ​ຢ່າງ​ໜຶ່ງ​ທີ່​ເຮົາ​ໄດ້​ຮັບ​ຈາກ​ຄ່າໄຖ່​ໃນ​ຕອນນີ້​ແມ່ນ​ຫຍັງ? (ໂຣມ 5:1; ຢາໂກໂບ 2:23)

7 ປະໂຫຍດ​ອີກ​ຢ່າງ​ໜຶ່ງ​ທີ່​ເຮົາ​ໄດ້​ຮັບ​ຈາກ​ຄ່າໄຖ່​ໃນ​ຕອນນີ້​ແມ່ນ​ເຮົາ​ສາມາດ​ມີ​ສາຍ​ສຳພັນ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ​ເປັນ​ສ່ວນ​ໂຕ. a ຄື​ກັບ​ທີ່​ໄດ້​ເວົ້າ​ໃນ​ບົດ​ກ່ອນ ເຮົາ​ບໍ່​ໄດ້​ມີ​ສາຍ​ສຳພັນ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ​ມາ​ຕັ້ງແຕ່​ເກີດ. ແຕ່​ຍ້ອນ​ຄ່າໄຖ່ ເຮົາ​ຈຶ່ງ​ມີ “ສາຍ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ” ແລະ​ໃກ້ຊິດ​ກັບ​ເພິ່ນ​ໄດ້.—ອ່ານ​ໂຣມ 5:1; ຢາໂກໂບ 2:23

8. ເປັນ​ຫຍັງ​ເຮົາ​ຄວນ​ຂອບໃຈ​ພະ​ເຢໂຫວາ​ທີ່​ເຮົາ​ສາມາດ​ອະທິດຖານ​ຫາ​ເພິ່ນ​ໄດ້?

8 ສິດທິ​ພິເສດ​ຢ່າງ​ໜຶ່ງ​ທີ່​ໄດ້​ຈາກ​ການ​ມີ​ສາຍ​ສຳພັນ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ​ກໍ​ຄື​ການ​ອະທິດຖານ. ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ຟັງ​ຕອນ​ທີ່​ເຮົາ​ອະທິດຖານ​ນຳ​ກັນ​ກັບ​ພີ່ນ້ອງ ແຕ່​ຕອນ​ທີ່​ເຮົາ​ອະທິດຖານ​ຄົນ​ດຽວ​ເພິ່ນ​ກໍ​ຟັງ​ຄື​ກັນ. ການ​ອະທິດຖານ​ຊ່ວຍ​ເຮົາ​ໃຫ້​ສະຫງົບໃຈ​ແລະ​ກັງວົນ​ໜ້ອຍ​ລົງ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ການ​ອະທິດຖານ​ຍັງ​ຊ່ວຍ​ເຮົາ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. (ພສ. 65:2; ຢກບ. 4:8; 1ຢຮ. 5:14) ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ​ນີ້ ເພິ່ນ​ໄດ້​ອະທິດຖານ​ເລື້ອຍໆ​ຍ້ອນ​ເພິ່ນ​ຮູ້​ວ່າ​ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ເພິ່ນ ແລະ​ການ​ອະທິດຖານ​ຊ່ວຍ​ເພິ່ນ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ຕໍ່ໆ​ໄປ. (ລກ. 5:16) ເຮົາ​ຮູ້ສຶກ​ຂອບໃຈ​ຫຼາຍ​ແທ້ໆ​ທີ່​ຄ່າໄຖ່​ເຮັດ​ໃຫ້​ເຮົາ​ສາມາດ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ແລະ​ເຖິງຂັ້ນ​ອະທິດຖານ​ລົມ​ກັບ​ເພິ່ນ​ໄດ້.

ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ໃນ​ອະນາຄົດ?

9. ໃນ​ອະນາຄົດ ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ຄ່າໄຖ່?

9 ໃນ​ອະນາຄົດ ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ຄ່າໄຖ່? ເຂົາເຈົ້າ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ຫຼາຍ​ຄົນ​ຄິດ​ວ່າ​ເລື່ອງ​ນີ້​ເປັນ​ໄປ​ບໍ່​ໄດ້​ຍ້ອນ​ວ່າ​ທຸກ​ຄົນ​ເກີດ​ມາ​ກໍ​ຕ້ອງ​ຕາຍ​ແລະ​ມັນ​ເປັນ​ແບບ​ນີ້​ມາ​ຫຼາຍ​ພັນ​ປີ​ແລ້ວ. ແຕ່​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ຕັ້ງແຕ່​ທຳອິດ​ແມ່ນ​ຢາກ​ໃຫ້​ມະນຸດ​ມີ​ຊີວິດ​ຕະຫຼອດ​ໄປ. ຖ້າ​ອາດາມ​ບໍ່​ເຮັດ​ຜິດ​ກໍ​ຄື​ຊິ​ບໍ່​ມີ​ໃຜ​ຄິດ​ວ່າ​ການ​ມີ​ຊີວິດ​ຕະຫຼອດ​ໄປ​ເປັນ​ເລື່ອງ​ທີ່​ເປັນ​ໄປ​ບໍ່​ໄດ້. ຕອນນີ້​ອາດ​ຈະ​ເບິ່ງ​ຄື​ວ່າ​ເລື່ອງ​ນີ້​ເປັນ​ໄປ​ບໍ່​ໄດ້ ແຕ່​ເຮົາ​ໝັ້ນໃຈ​ວ່າ​ມັນ​ຈະ​ເກີດຂຶ້ນ​ແທ້​ຍ້ອນ​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ໄດ້​ຈ່າຍ​ຄ່າໄຖ່​ໃຫ້​ເຮົາ​ແລ້ວ​ໃນ​ລາຄາ​ທີ່​ແພງ​ທີ່​ສຸດ​ນັ້ນ​ກໍ​ຄື​ຊີວິດ​ລູກ​ຊາຍ​ຂອງ​ເພິ່ນ.—ຣມ. 8:32

10. ຜູ້​ຖືກ​ເລືອກ​ແລະ​ແກະ​ອື່ນ​ລໍ​ຖ້າ​ຫຍັງ?

10 ເຖິງ​ວ່າ​ຊີວິດ​ຕະຫຼອດ​ໄປ​ເປັນ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ ແຕ່​ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ເຮົາ​ຄິດ​ເຖິງ​ເລື່ອງ​ນີ້​ຕັ້ງແຕ່​ຕອນນີ້. ຜູ້​ຖືກ​ເລືອກ​ລໍ​ຖ້າ​ທີ່​ຈະ​ໄດ້​ຮັບ​ຊີວິດ​ໃນ​ສະຫວັນ​ແລະ​ປົກຄອງ​ຮ່ວມ​ກັບ​ພະ​ເຢຊູ. (ພນມ. 20:6) ແກະ​ອື່ນ​ລໍ​ຖ້າ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່ ເຊິ່ງ​ຢູ່​ຫັ້ນ​ຈະ​ບໍ່​ມີ​ຄວາມ​ເຈັບ​ປວດ ຄວາມ​ທຸກ ແລະ​ຄວາມ​ໂສກເສົ້າ. (ພນມ. 21:3, 4) ເຈົ້າ​ເປັນ​ຄົນ​ໜຶ່ງ​ໃນ​ແກະ​ອື່ນ​ທີ່​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່​ບໍ? ລາງວັນ​ນີ້​ບໍ່​ໄດ້​ມີ​ຄ່າ​ໜ້ອຍ​ກວ່າ​ຊີວິດ​ໃນ​ສະຫວັນ​ຍ້ອນ​ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ມີ​ຊີວິດ​ຢູ່​ໃນ​ໂລກ. ສະນັ້ນ ການ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ຈຶ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ສຸດ.

11-12. ມີ​ສິ່ງ​ດີໆ​ຫຍັງ​ແດ່​ທີ່​ເຮົາ​ລໍ​ຖ້າ​ໃນ​ໂລກ​ໃໝ່? (ເບິ່ງ​ຮູບ​ນຳ)

11 ໃຫ້​ນຶກພາບ​ວ່າ​ໃນ​ໂລກ​ໃໝ່​ຊີວິດ​ຂອງ​ເຈົ້າ​ຈະ​ເປັນ​ແນວ​ໃດ. ເຈົ້າ​ຈະ​ບໍ່​ຕ້ອງ​ກັງວົນ​ອີກ​ຕໍ່​ໄປ​ວ່າ​ຈະ​ເຈັບ​ປ່ວຍ​ຫຼື​ຕາຍ. (ອຊຢ. 25:8; 33:24) ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ເຈົ້າ​ລໍ​ຖ້າ​ເປັນ​ຈິງ. ມີ​ຫຍັງ​ບໍ​ທີ່​ເຈົ້າ​ຢາກ​ຮຽນ​ຮູ້? ເຈົ້າ​ຢາກ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວກັບ​ສັດ​ບໍ? ເຈົ້າ​ຢາກ​ຮຽນ​ຫຼິ້ນ​ດົນຕີ​ບໍ? ຫຼື​ເຈົ້າ​ຢາກ​ຮຽນ​ແຕ້ມ​ຮູບ​ບໍ? ໃນ​ໂລກ​ໃໝ່​ເຮົາ​ຈຳເປັນ​ຕ້ອງ​ມີ​ນັກ​ອອກ​ແບບ ຊ່າງ​ກໍ່ສ້າງ ຊາວ​ໄຮ່​ຊາວ​ສວນ ແລະ​ຍັງ​ຕ້ອງ​ມີ​ຄົນ​ເຮັດ​ວຽກ​ສ້ອມ​ແປງ​ແລະ​ເຮັດ​ວຽກ​ບໍລິການ​ດ້ານ​ອື່ນໆ​ອີກ ເຊັ່ນ: ແຕ່ງ​ກິນ ເຮັດ​ເຄື່ອງມື​ຕ່າງໆ ປູກ​ຕົ້ນໄມ້​ແລະ​ເບິ່ງແຍງ​ສວນ​ໃຫ້​ງາມໆ. (ອຊຢ. 35:1; 65:21) ເມື່ອ​ເຈົ້າ​ມີ​ຊີວິດ​ຕະຫຼອດ​ໄປ ເຈົ້າ​ຈະ​ມີ​ເວລາ​ທີ່​ບໍ່​ສິ້ນ​ສຸດ​ເພື່ອ​ຮຽນ​ຮູ້​ກ່ຽວກັບ​ສິ່ງ​ເຫຼົ່າ​ນີ້​ແລະ​ສິ່ງ​ອື່ນໆ​ອີກ​ຫຼາຍ​ຢ່າງ.

12 ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ຕ້ອນຮັບ​ຄົນ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ. (ກຈກ. 24:15) ເຮົາ​ຍັງ​ຈະ​ມີ​ຄວາມ​ສຸກ​ທີ່​ໄດ້​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຈາກ​ສິ່ງ​ທີ່​ເພິ່ນ​ສ້າງ. (ພສ. 104:24; ອຊຢ. 11:9) ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ເຮົາ​ຈະ​ບໍ່​ເປັນ​ຄົນ​ບາບ​ອີກ​ຕໍ່​ໄປ ເຮົາ​ຈະ​ສາມາດ​ນະມັດສະການ​ພະ​ເຢໂຫວາ​ໂດຍ​ບໍ່​ມີ​ຄວາມ​ຮູ້ສຶກ​ຜິດ​ມາ​ລົບກວນ​ໃຈ. ເຈົ້າ​ຈະ​ເອົາ​ສິ່ງ​ດີໆ​ເຫຼົ່າ​ນີ້​ໄປ​ແລກ​ກັບ​ຄວາມ “ມ່ວນ​ຊື່ນ​ຊົ່ວຄາວ​ກັບ​ການ​ເຮັດ​ຜິດ” ບໍ? (ຮຣ. 11:25) ເຈົ້າ​ຈະ​ບໍ່​ແລກ​ດອກ! ສິ່ງ​ດີໆ​ເຫຼົ່າ​ນີ້​ຄຸ້ມ​ຄ່າ​ກັບ​ການ​ທີ່​ເຮົາ​ຕ້ອງ​ເສຍ​ສະລະ​ບາງ​ຢ່າງ​ໃນ​ຕອນນີ້. ຂໍ​ໃຫ້​ຈື່​ໄວ້​ວ່າ​ຊີວິດ​ໃນ​ໂລກ​ໃໝ່​ບໍ່​ໄດ້​ເປັນ​ພຽງ​ຄວາມ​ຫວັງ​ເທົ່າ​ນັ້ນ ແຕ່​ມັນ​ຈະ​ເກີດຂຶ້ນ​ແທ້. ທຸກ​ສິ່ງ​ທັງໝົດ​ນີ້​ເປັນ​ໄປ​ໄດ້​ກໍ​ຍ້ອນ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ຈົນ​ຍອມ​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ​ມາ​ຕາຍ​ເພື່ອ​ເຮົາ.

ສິ່ງ​ດີໆ​ທີ່​ເຈົ້າ​ລໍ​ຖ້າ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ໃໝ່​ແມ່ນ​ຫຍັງ? (ເບິ່ງ​ຂໍ້ 11-12)


ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ເຫັນຄ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ

13. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນຄ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ? (2 ໂກຣິນໂທ 6:1)

13 ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນຄ່າ​ທີ່​ພະ​ເຢໂຫວາ​ຈັດ​ກຽມ​ຄ່າໄຖ່​ໃຫ້​ເຮົາ? ເຮົາ​ເຮັດ​ແບບ​ນັ້ນ​ໄດ້​ໂດຍ​ໃຫ້​ວຽກ​ຮັບໃຊ້​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ. (ມທ. 6:33) ພະ​ເຢຊູ​ຕາຍ “ເພື່ອ​ຄົນ​ທີ່​ມີ​ຊີວິດ​ຢູ່​ຈະ​ບໍ່​ໃຊ້​ຊີວິດ​ເພື່ອ​ໂຕເອງ​ອີກ​ຕໍ່​ໄປ ແຕ່​ຈະ​ຢູ່​ເພື່ອ​ຜູ້​ທີ່​ຕາຍ​ແທນ​ເຂົາເຈົ້າ​ແລະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລ້ວ.” (2ກຣ. 5:15) ສະນັ້ນ ເມື່ອ​ພະ​ເຢໂຫວາ​ເມດຕາ​ແລະ​ຍົກໂທດ​ໃຫ້​ເຮົາ ເຮົາ​ກໍ​ຄວນ​ຮັບໃຊ້​ເພິ່ນ​ສຸດ​ຄວາມ​ສາມາດ. ເມື່ອ​ເຮັດ​ແບບ​ນີ້​ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນຄ່າ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ເຮົາ​ແທ້ໆ.—ອ່ານ 2 ໂກຣິນໂທ 6:1

14. ເຮົາ​ຈະ​ໄວ້ໃຈ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ເພິ່ນ​ໄດ້​ແນວ​ໃດ?

14 ເຮົາ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນຄ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ໂດຍ​ໄວ້ໃຈ​ເພິ່ນ​ແລະ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ເພິ່ນ. ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ເມື່ອ​ມີ​ບາງ​ເລື່ອງ​ທີ່​ເຮົາ​ຕ້ອງ​ຕັດສິນໃຈ ເຊັ່ນ: ເຮົາ​ຈະ​ຮຽນ​ເຖິງຂັ້ນ​ໃດ​ຫຼື​ເຮັດ​ວຽກ​ຫຍັງ. ເຮົາ​ຕ້ອງ​ຄິດ​ກ່ອນ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ. (1ກຣ. 10:31; 2ກຣ. 5:7) ເມື່ອ​ເຮົາ​ຕັດສິນໃຈ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ຈະ​ເຂັ້ມແຂງ​ແລະ​ເຮົາ​ຈະ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ. ຄວາມ​ຫວັງ​ຂອງ​ເຮົາ​ເລື່ອງ​ຊີວິດ​ຕະຫຼອດ​ໄປ​ຈະ​ເປັນ​ຈິງ​ຫຼາຍ​ຂຶ້ນ.—ຣມ. 5:3-5; ຢກບ. 2:21, 22

15. ໃນ​ໄລຍະ​ກ່ອນ​ແລະ​ຫຼັງ​ວັນ​ອະນຸສອນ ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນຄ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ?

15 ອີກ​ວິທີ​ໜຶ່ງ​ທີ່​ສະແດງ​ວ່າ​ເຮົາ​ເຫັນຄ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ກໍ​ຄື​ໃຊ້​ໄລຍະ​ກ່ອນ​ແລະ​ຫຼັງ​ວັນ​ອະນຸສອນ​ເພື່ອ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ຮູ້ສຶກ​ຂອບໃຈ​ສຳລັບ​ຄ່າໄຖ່. ນອກ​ຈາກ​ວາງ​ແຜນທີ່​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ແລ້ວ ເຮົາ​ຍັງ​ສາມາດ​ຊວນ​ຄົນ​ອື່ນ​ໃຫ້​ເຂົ້າ​ຮ່ວມ​ນຳ. (1ຕມ. 2:4) ຕອນ​ທີ່​ຊວນ​ເຂົາເຈົ້າ​ມາ ໃຫ້​ອະທິບາຍ​ໃຫ້​ເຂົາເຈົ້າ​ຟັງ​ວ່າ​ຈະ​ມີ​ການ​ເຮັດ​ຫຍັງ​ແດ່​ຢູ່​ການ​ປະຊຸມ​ອະນຸສອນ. ເຈົ້າ​ອາດ​ຈະ​ໃຫ້​ເຂົາເຈົ້າ​ເບິ່ງ​ວິດີໂອ​ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຕາຍ? ແລະ​ວິດີໂອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະ​ເຢຊູ ໃນ​ເວັບໄຊ jw.org. ຜູ້​ເບິ່ງແຍງ​ຕ້ອງ​ບໍ່​ລືມ​ທີ່​ຈະ​ຊວນ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ. ໃຫ້​ນຶກພາບ​ວ່າ​ພະ​ເຢໂຫວາ ພະ​ເຢຊູ ພວກ​ທູດສະຫວັນ ແລະ​ຜູ້​ຮັບໃຊ້​ທີ່​ຢູ່​ໃນ​ໂລກ​ນີ້​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ທີ່​ເຫັນ​ແກະ​ທີ່​ຫຼົງ​ທາງ​ຂອງ​ພະ​ເຢໂຫວາ​ຖືກ​ກະຕຸ້ນ​ໃຫ້​ກັບ​ເຂົ້າ​ມາ​ໃນ​ຝູງ​ອີກ​ເທື່ອ​ໜຶ່ງ! (ລກ. 15:4-7) ຢູ່​ການ​ປະຊຸມ​ອະນຸສອນ ໃຫ້​ເຮົາ​ຕັ້ງໃຈ​ທີ່​ຈະ​ທັກທາຍ​ທຸກ​ຄົນ​ລວມ​ທັງ​ຄົນ​ໃໝ່ໆ​ຫຼື​ຄົນ​ທີ່​ບໍ່​ໄດ້​ເຂົ້າ​ຮ່ວມ​ດົນ​ແລ້ວ. ເຮົາ​ຢາກ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ວ່າ​ໄດ້​ຮັບ​ການ​ຕ້ອນຮັບ.—ຣມ. 12:13

16. ເປັນ​ຫຍັງ​ເຮົາ​ຄວນ​ຮັບໃຊ້​ຫຼາຍ​ຂຶ້ນ​ໃນ​ໄລຍະ​ກ່ອນ​ແລະ​ຫຼັງ​ວັນ​ອະນຸສອນ?

16 ເຈົ້າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ບໍ​ໃນ​ໄລຍະ​ກ່ອນ​ແລະ​ຫຼັງ​ວັນ​ອະນຸສອນ? ການ​ເຮັດ​ແບບ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນຄ່າ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເຮັດ​ເພື່ອ​ເຮົາ. ແຮ່ງ​ເຮົາ​ເຮັດ​ວຽກ​ຮັບໃຊ້​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຮົາ ແລະ​ເຮົາ​ຈະ​ໄວ້ໃຈ​ເພິ່ນ​ຫຼາຍ​ຂຶ້ນ. (1ກຣ. 3:9) ນອກ​ຈາກ​ນັ້ນ ໃຫ້​ອ່ານ​ຄຳພີ​ໄບເບິນ​ໃນ​ໄລຍະ​ການ​ປະຊຸມ​ອະນຸສອນ​ທີ່​ຢູ່​ໃນ​ປຶ້ມ​ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ ຫຼື​ອ່ານ​ຢູ່​ໃນ​ຕາຕະລາງ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ໄລຍະ​ການ​ປະຊຸມ​ອະນຸສອນ​ທີ່​ຢູ່​ໃນ​ຄູ່ມື​ການ​ປະຊຸມ​ກາງ​ອາທິດ. ເຈົ້າ​ອາດ​ຈະ​ໃຊ້​ການ​ອ່ານ​ຄຳພີ​ໄບເບິນ​ສ່ວນ​ນັ້ນ​ສຳລັບ​ການ​ສຶກສາ​ສ່ວນ​ໂຕ​ກໍ​ໄດ້.

17. ອັນ​ໃດ​ເຮັດ​ໃຫ້​ພະ​ເຢໂຫວາ​ດີ​ໃຈ? (ເບິ່ງ​ຂອບ “ ວິທີ​ທີ່​ສະແດງ​ວ່າ​ເຮົາ​ເຫັນຄ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ” ນຳ)

17 ເຖິງ​ວ່າ​ສະພາບການ​ຂອງ​ເຈົ້າ​ອາດ​ເຮັດ​ໃຫ້​ເຈົ້າ​ຮັບໃຊ້​ຫຼາຍ​ຂຶ້ນ​ບໍ່​ໄດ້ ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ປຽບທຽບ​ສິ່ງ​ທີ່​ເຈົ້າ​ເຮັດ​ກັບ​ສິ່ງ​ທີ່​ຄົນ​ອື່ນ​ເຮັດ. ເພິ່ນ​ເຫັນ​ສິ່ງ​ທີ່​ຢູ່​ໃນ​ຫົວໃຈ​ເຈົ້າ. ເພິ່ນ​ດີ​ໃຈ​ທີ່​ເຈົ້າ​ເຫັນຄ່າ​ຂອງຂວັນ​ທີ່​ມີ​ຄ່າ​ຈາກ​ເພິ່ນ​ເຊິ່ງ​ກໍ​ຄື​ຄ່າໄຖ່.—1ຊມ. 16:7; ມຣກ. 12:41-44

18. ເປັນ​ຫຍັງ​ເຮົາ​ຈຶ່ງ​ເຫັນຄ່າ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເຮັດ​ເພື່ອ​ເຮົາ?

18 ຍ້ອນ​ຄ່າໄຖ່ ພະ​ເຢໂຫວາ​ຈຶ່ງ​ສາມາດ​ຍົກໂທດ​ຄວາມ​ຜິດ​ໃຫ້​ເຮົາ​ໄດ້ ເຮັດ​ໃຫ້​ເຮົາ​ໄດ້​ເປັນ​ໝູ່​ກັບ​ເພິ່ນ​ແລະ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ຂໍ​ໃຫ້​ເຮົາ​ສະແດງ​ໃຫ້​ເຫັນ​ຢູ່​ສະເໝີ​ວ່າ​ເຮົາ​ເຫັນຄ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເຊິ່ງ​ກະຕຸ້ນ​ເພິ່ນ​ໃຫ້​ເຮັດ​ສິ່ງ​ດີໆ​ຫຼາຍ​ຢ່າງ​ເພື່ອ​ເຮົາ. (1ຢຮ. 4:19) ນອກ​ຈາກ​ນັ້ນ ຂໍ​ໃຫ້​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນຄ່າ​ສິ່ງ​ທີ່​ພະ​ເຢຊູ​ເຮັດ​ເພື່ອ​ເຮົາ​ນຳ ຍ້ອນ​ເພິ່ນ​ຮັກ​ເຮົາ​ຫຼາຍ​ເພິ່ນ​ຈຶ່ງ​ຍອມ​ຕາຍ​ເພື່ອ​ເຮົາ.—ຢຮ. 15:13

ເພງ​ທີ 154 ຮັກ​ທີ່​ໝັ້ນຄົງ​ຕະຫຼອດ​ໄປ

a ພະ​ເຢໂຫວາ​ໄດ້​ຍົກໂທດ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ກ່ອນ​ທີ່​ພະ​ເຢຊູ​ມາ​ຕາຍ​ເປັນ​ຄ່າໄຖ່​ຊ້ຳ. ພະ​ເຢໂຫວາ​ເຮັດ​ແບບ​ນີ້​ໄດ້​ກໍ​ຍ້ອນ​ເພິ່ນ​ໝັ້ນໃຈ​ວ່າ​ພະ​ເຢຊູ​ຈະ​ສັດຊື່​ຈົນ​ຮອດ​ມື້​ຕາຍ. ສະນັ້ນ ສຳລັບ​ພະ​ເຢໂຫວາ​ມັນ​ເປັນ​ຄື​ກັບ​ວ່າ​ເພິ່ນ​ໄດ້​ຈ່າຍ​ຄ່າໄຖ່​ຮຽບຮ້ອຍ​ແລ້ວ.—ຣມ. 3:25