ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 4

ເພງ​ທີ 18 ຂອບໃຈ​ສຳລັບ​ຄ່າໄຖ່

ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຄ່າໄຖ່?

ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຄ່າໄຖ່?

“ພະເຈົ້າ​ສະແດງ​ຄວາມ​ຮັກ . . . ຢ່າງ​ຈະ​ແຈ້ງ.”1ຢຮ. 4:9

ຈຸດ​ສຳຄັນ

ຄ່າໄຖ່​ສອນ​ຫຍັງ​ເຮົາ​ກ່ຽວກັບ​ຄຸນລັກສະນະ​ທີ່​ດີ​ຂອງ​ພະ​ເຢໂຫວາ​ແລະ​ຂອງ​ພະ​ເຢຊູ.

1. ເປັນ​ຫຍັງ​ເຮົາ​ຄວນ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ທຸກ​ປີ?

 ພະ​ເຢໂຫວາ​ໃຫ້​ຂອງຂວັນ​ທີ່​ມີ​ຄ່າ​ຫຼາຍ​ກັບ​ເຮົາ​ຕອນ​ທີ່​ເພິ່ນ​ສົ່ງ​ລູກ​ຊາຍ​ມາ​ຕາຍ​ເພື່ອ​ເຮົາ​ທຸກ​ຄົນ. (2ກຣ. 9:15) ຍ້ອນ​ພະ​ເຢຊູ​ຕາຍ​ເພື່ອ​ເຮົາ ເຮົາ​ຈຶ່ງ​ສາມາດ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້​ແລະ​ຍັງ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ເຮົາ​ມີ​ຫຼາຍ​ເຫດຜົນ​ທີ່​ຈະ​ຂອບໃຈ​ພະ​ເຢໂຫວາ​ທີ່​ໄດ້​ຈັດ​ກຽມ​ຄ່າໄຖ່​ໃຫ້​ເຮົາ​ຍ້ອນ​ເພິ່ນ​ຮັກ​ເຮົາ​ຫຼາຍ. (ຣມ. 5:8) ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮູ້​ຄຸນຄ່າ​ແລະ​ບໍ່​ລືມ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເຮັດ​ເພື່ອ​ເຮົາ ພະ​ເຢຊູ​ໄດ້​ສັ່ງ​ເຮົາ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ເພິ່ນ​ທຸກ​ປີ.—ລກ. 22:19, 20

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

2 ໃນ​ປີ​ນີ້ ວັນ​ອະນຸສອນ​ແມ່ນ​ກົງ​ກັບ​ວັນ​ເສົາ​ທີ 12 ເມສາ 2025. ແນ່ນອນ​ວ່າ​ເຮົາ​ທຸກ​ຄົນ​ວາງ​ແຜນທີ່​ຈະ​ເຂົ້າ​ຮ່ວມ. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຖ້າ​ເຮົາ​ໃຊ້​ເວລາ​ໃນ​ອາທິດ​ກ່ອນ​ຫຼື​ຫຼັງ​ວັນ​ອະນຸສອນ​ເພື່ອ​ຄິດ​ຕຶກຕອງ aກ່ຽວກັບ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໄດ້​ເຮັດ​ເພື່ອ​ເຮົາ. ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ຄ່າໄຖ່​ສອນ​ຫຍັງ​ເຮົາ​ກ່ຽວກັບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ. ໃນ​ບົດ​ຕໍ່​ໄປ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ຄ່າໄຖ່ ແລະ​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນຄ່າ​ຄ່າໄຖ່.

ຄ່າໄຖ່​ສອນ​ຫຍັງ​ເຮົາ​ກ່ຽວກັບ​ພະ​ເຢໂຫວາ?

3. ການ​ຕາຍ​ຂອງ​ຄົນ​ຜູ້​ດຽວ​ສາມາດ​ເຮັດ​ໃຫ້​ຫຼາຍ​ລ້ານ​ຄົນ​ຫຼຸດ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ນຳ)

3 ຄ່າໄຖ່​ສອນ​ເຮົາ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ. (ພບຍ. 32:4) ເປັນ​ຫຍັງ​ຈຶ່ງ​ເວົ້າ​ແບບ​ນັ້ນ? ເມື່ອ​ອາດາມ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ ລາວ​ກໍ​ກາຍ​ເປັນ​ຄົນ​ບາບ​ແລະ​ຕ້ອງ​ຕາຍ. ຍ້ອນ​ເຮົາ​ເປັນ​ລູກ​ຫຼານ​ຂອງ​ອາດາມ ເຮົາ​ຈຶ່ງ​ມີ​ບາບ​ແລະ​ຕ້ອງ​ຕາຍ​ຄື​ກັນ. (ຣມ. 5:12) ເພື່ອ​ຊ່ວຍ​ເຮົາ​ໃຫ້​ຫຼຸດ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ ພະ​ເຢໂຫວາ​ໄດ້​ສົ່ງ​ພະ​ເຢຊູ​ໃຫ້​ມາ​ເປັນ​ຄ່າໄຖ່​ສຳລັບ​ເຮົາ. ແຕ່​ການ​ຕາຍ​ຂອງ​ຄົນ​ທີ່​ສົມບູນແບບ​ຄົນ​ດຽວ​ຈະ​ສາມາດ​ໄຖ່​ຫຼາຍ​ລ້ານ​ຄົນ​ໃຫ້​ເປັນ​ອິດສະຫຼະ​ຈາກ​ບາບ​ແລະ​ຄວາມ​ຕາຍ​ໄດ້​ແນວ​ໃດ? ໂປໂລ​ອະທິບາຍ​ວ່າ: “ຄື​ກັບ​ທີ່​ຫຼາຍ​ຄົນ​ຕ້ອງ​ກາຍ​ເປັນ​ຄົນ​ບາບ​ຍ້ອນ​ຄົນ​ຜູ້​ດຽວ [ອາດາມ] ບໍ່​ເຊື່ອຟັງ ພະເຈົ້າ​ກໍ​ຍອມຮັບ​ຫຼາຍ​ຄົນ​ໄດ້​ຍ້ອນ​ຄົນ​ຜູ້​ດຽວ [ພະ​ເຢຊູ] ເຊື່ອຟັງ.” (ຣມ. 5:19; 1ຕມ. 2:6) ເວົ້າ​ອີກ​ຢ່າງ​ໜຶ່ງ​ກໍ​ຄື ເຮົາ​ທຸກ​ຄົນ​ກາຍ​ເປັນ​ຄົນ​ບາບ​ແລະ​ຕ້ອງ​ຕາຍ​ຍ້ອນ​ມະນຸດ​ທີ່​ສົມບູນແບບ​ຄົນ​ດຽວ​ບໍ່​ເຊື່ອຟັງ. ດັ່ງນັ້ນ ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ອິດສະຫຼະ​ຈາກ​ບາບ​ແລະ​ຄວາມ​ຕາຍ​ກໍ​ຕ້ອງ​ມີ​ຄົນ​ທີ່​ສົມບູນແບບ​ຄົນ​ໜຶ່ງ​ທີ່​ເຊື່ອຟັງ​ພະເຈົ້າ.

ຄົນ​ຜູ້​ດຽວ​ເຮັດ​ໃຫ້​ຫຼາຍ​ຄົນ​ກາຍ​ເປັນ​ຄົນ​ບາບ​ແລະ​ຕ້ອງ​ຕາຍ. ຄົນ​ຜູ້​ດຽວ​ກໍ​ເຮັດ​ໃຫ້​ເຮົາ​ເປັນ​ອິດສະຫຼະ​ຈາກ​ບາບ​ແລະ​ຄວາມ​ຕາຍ​ໄດ້​ຄື​ກັນ. (ເບິ່ງ​ຂໍ້ 3)


4. ເປັນ​ຫຍັງ​ພະ​ເຢໂຫວາ​ບໍ່​ໃຫ້​ລູກ​ຫຼານ​ຂອງ​ອາດາມ​ທີ່​ເຊື່ອຟັງ​ເພິ່ນ​ມີ​ຊີວິດ​ຕະຫຼອດ​ໄປ​ລະ​ກະ​ແລ້ວ?

4 ພະ​ເຢຊູ​ຕ້ອງ​ມາ​ຕາຍ​ເພື່ອ​ເຮົາ​ແທ້​ໆ​ບໍ? ເປັນ​ຫຍັງ​ພະ​ເຢໂຫວາ​ບໍ່​ໃຫ້​ລູກ​ຫຼານ​ຂອງ​ອາດາມ​ທີ່​ເຊື່ອຟັງ​ເພິ່ນ​ມີ​ຊີວິດ​ຕະຫຼອດ​ໄປ​ລະ​ກະ​ແລ້ວ? ສຳລັບ​ມະນຸດ​ທີ່​ບໍ່​ສົມບູນແບບ ວິທີ​ແກ້​ບັນຫາ​ແບບ​ນີ້​ອາດ​ເບິ່ງ​ຄື​ວ່າ​ເປັນ​ວິທີ​ທີ່​ດີ. ແຕ່​ສຳລັບ​ພະ​ເຢໂຫວາ ການ​ເຮັດ​ແບບ​ນີ້​ເປັນ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ຍ້ອນ​ມັນ​ເປັນ​ຄື​ກັບ​ວ່າ​ອາດາມ​ບໍ່​ເຄີຍ​ເຮັດ​ຜິດ​ແລະ​ລູກ​ຫຼານ​ຂອງ​ລາວ​ກໍ​ບໍ່​ມີ​ບາບ ເຊິ່ງ​ເລື່ອງ​ນີ້​ບໍ່​ແມ່ນ​ຄວາມ​ຈິງ.

5. ເປັນ​ຫຍັງ​ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ​ສະເໝີ?

5 ແຕ່​ຈະ​ເປັນ​ແນວ​ໃດ​ຖ້າ​ພະ​ເຢໂຫວາ​ບໍ່​ໄດ້​ຈັດ​ກຽມ​ໃຫ້​ມີ​ຄ່າໄຖ່ ແຕ່​ພັດ​ປ່ອຍ​ໃຫ້​ລູກ​ຫຼານ​ຂອງ​ອາດາມ​ທີ່​ບໍ່​ສົມບູນແບບ​ມີ​ຊີວິດ​ຕະຫຼອດ​ໄປ? ຖ້າ​ເປັນ​ແບບ​ນັ້ນ ພະ​ເຢໂຫວາ​ກໍ​ບໍ່​ໄດ້​ເຮັດ​ຕາມ​ມາດຕະຖານ​ຂອງ​ເພິ່ນ​ໃນ​ເລື່ອງ​ຄວາມ​ຍຸຕິທຳ​ແລະ​ອາດ​ເຮັດ​ໃຫ້​ຄົນ​ຄິດ​ວ່າ​ຈະ​ໝັ້ນໃຈ​ໃນ​ຄວາມ​ຍຸຕິທຳ​ຂອງ​ເພິ່ນ​ໃນ​ເລື່ອງ​ອື່ນ​ໆ​ໄດ້​ຢູ່​ບໍ. ຕົວຢ່າງ​ເຊັ່ນ: ເພິ່ນ​ຈະ​ເຮັດ​ຕາມ​ທຸກ​ເລື່ອງ​ທີ່​ສັນຍາ​ໄວ້​ບໍ? ເຮົາ​ບໍ່​ຕ້ອງ​ກັງວົນ​ໃນ​ເລື່ອງ​ນີ້. ຍ້ອນຫຍັງ? ຍ້ອນ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ ເພິ່ນ​ຈຶ່ງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເຖິງ​ວ່າ​ຈະ​ຕ້ອງ​ສະລະ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ​ເຊິ່ງ​ກໍ​ຄື​ລູກ​ຊາຍ​ຄົນ​ດຽວ​ທີ່​ເພິ່ນ​ຮັກ. ສະນັ້ນ ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ​ສະເໝີ.

6. ຄ່າໄຖ່​ຊ່ວຍ​ເຮົາ​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ແນວ​ໃດ? (1 ໂຢຮັນ 4:9, 10)

6 ນອກ​ຈາກ​ຄ່າໄຖ່​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ​ແລ້ວ ຄ່າໄຖ່​ຍັງ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ແທ້​ໆ. (ຢຮ. 3:16; ອ່ານ 1 ໂຢຮັນ 4:9, 10) ຄຳສອນ​ເລື່ອງ​ຄ່າໄຖ່​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ຕະຫຼອດ​ໄປ​ເທົ່າ​ນັ້ນ ແຕ່​ເພິ່ນ​ຍັງ​ຢາກ​ໃຫ້​ເຮົາ​ເຂົ້າ​ມາ​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ​ນຳ. ເມື່ອ​ອາດາມ​ເຮັດ​ຜິດ ລາວ​ກໍ​ບໍ່​ໄດ້​ຢູ່​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ​ອີກ​ຕໍ່​ໄປ. ຜົນ​ກໍ​ຄື ເມື່ອ​ເຮົາ​ທຸກ​ຄົນ​ເກີດ​ມາ ເຮົາ​ກໍ​ບໍ່​ໄດ້​ຢູ່​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ. ແຕ່​ໂດຍ​ທາງ​ຄ່າໄຖ່ ພະ​ເຢໂຫວາ​ຈຶ່ງ​ສາມາດ​ຍົກໂທດ​ໃຫ້​ເຮົາ ແລະ​ໃນ​ອະນາຄົດ​ເພິ່ນ​ຈະ​ໃຫ້​ມະນຸດ​ທຸກ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ແລະ​ເຊື່ອຟັງ​ເພິ່ນ​ເຂົ້າ​ມາ​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ. ແມ່ນ​ແຕ່​ຕອນນີ້​ເຮົາ​ກໍ​ສາມາດ​ມີ​ສາຍ​ສຳພັນ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ​ແລະ​ກັບ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ. ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ແທ້​ໆ!—ຣມ. 5:10, 11

7. ການ​ທີ່​ພະ​ເຢຊູ​ທົນທຸກ​ທໍລະມານ​ເຮັດ​ໃຫ້​ເຮົາ​ເຫັນ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ເຮົາ​ແນວ​ໃດ?

7 ເຮົາ​ຈະ​ເຂົ້າໃຈ​ໄດ້​ດີ​ຂຶ້ນ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ສ່ຳ​ໃດ​ເມື່ອ​ເຮົາ​ຄິດ​ວ່າ​ພະ​ເຢໂຫວາ​ຕ້ອງ​ເຈັບ​ປວດ​ຫຼາຍ​ແທ້​ໆ​ທີ່​ເຫັນ​ລູກ​ຊາຍ​ຂອງ​ເພິ່ນ​ທົນທຸກ​ທໍລະມານ. ຊາຕານ​ເວົ້າ​ວ່າ​ບໍ່​ມີ​ຜູ້​ຮັບໃຊ້​ຄົນ​ໃດ​ຂອງ​ພະ​ເຢໂຫວາ​ຮັກສາ​ຄວາມ​ສັດຊື່​ຕໍ່​ເພິ່ນ​ໄດ້​ເມື່ອ​ເຈິ​ຄວາມ​ຍາກ​ລຳບາກ. ເພື່ອ​ພິສູດ​ວ່າ​ສິ່ງ​ທີ່​ຊາຕານ​ເວົ້າ​ບໍ່​ແມ່ນ​ຄວາມ​ຈິງ ພະ​ເຢໂຫວາ​ຈຶ່ງ​ຍອມ​ໃຫ້​ພະ​ເຢຊູ​ເຈິ​ຄວາມ​ຍາກ​ລຳບາກ​ຫຼາຍ​ຢ່າງ​ກ່ອນ​ທີ່​ເພິ່ນ​ຈະ​ຕາຍ. (ໂຢບ 2:1-5; 1ປຕ. 2:21) ພະ​ເຢໂຫວາ​ຕ້ອງ​ທົນ​ເບິ່ງ​ພະ​ເຢຊູ​ຖືກ​ພວກ​ຜູ້​ຕໍ່ຕ້ານ​ເຍາະເຍີ້ຍ ຖືກ​ພວກ​ທະຫານ​ເອົາ​ແສ້​ຟາດ ຖືກ​ຕອກ​ຢູ່​ເທິງ​ເສົາ ແລະ​ສຸດທ້າຍ​ເພິ່ນ​ຕ້ອງ​ທົນ​ເບິ່ງ​ລູກ​ຊາຍ​ທີ່​ເພິ່ນ​ຮັກ​ຕາຍ​ຢ່າງ​ເຈັບ​ປວດ​ທໍລະມານ. (ມທ. 27:28-31, 39) ທີ່​ຈິງ ພະ​ເຢໂຫວາ​ສາມາດ​ຢຸດ​ບໍ່​ໃຫ້​ສິ່ງ​ເຫຼົ່າ​ນີ້​ເກີດຂຶ້ນ​ໄດ້. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ພວກ​ຜູ້​ຕໍ່ຕ້ານ​ເວົ້າ​ວ່າ: “ໃຫ້ [ພະເຈົ້າ] ມາ​ຊ່ວຍ​ລາວ​ດຽວ​ນີ້​ໂລດ” ເພິ່ນ​ຈະ​ຊ່ວຍ​ພະ​ເຢຊູ​ຕອນ​ນັ້ນ​ເລີຍ​ກໍ​ໄດ້. (ມທ. 27:42, 43) ແຕ່​ຖ້າ​ພະ​ເຢໂຫວາ​ເຮັດ​ແບບ​ນັ້ນ ພະ​ເຢຊູ​ກໍ​ບໍ່​ໄດ້​ສະລະ​ຊີວິດ​ເປັນ​ຄ່າໄຖ່​ແລະ​ເຮົາ​ກໍ​ຈະ​ບໍ່​ມີ​ຄວາມ​ຫວັງ​ຫຍັງ. ສະນັ້ນ ພະ​ເຢໂຫວາ​ຈຶ່ງ​ຍອມ​ໃຫ້​ພະ​ເຢຊູ​ທົນທຸກ​ທໍລະມານ​ຈົນ​ຕາຍ.

8. ພະ​ເຢໂຫວາ​ຮູ້ສຶກ​ເຈັບ​ປວດ​ບໍ​ຕອນ​ທີ່​ເຫັນ​ລູກ​ຊາຍ​ຂອງ​ເພິ່ນ​ທົນທຸກ​ທໍລະມານ? ຂໍ​ໃຫ້​ອະທິບາຍ. (ເບິ່ງ​ຮູບ​ນຳ)

8 ຕອນ​ທີ່​ພະ​ເຢໂຫວາ​ເຫັນ​ລູກ​ຊາຍ​ຂອງ​ເພິ່ນ​ທົນທຸກ​ທໍລະມານ​ແຕ່​ບໍ່​ໄດ້​ເຂົ້າ​ໄປ​ຊ່ວຍ ໝາຍ​ຄວາມ​ວ່າ​ເພິ່ນ​ບໍ່​ມີ​ຄວາມ​ຮູ້ສຶກ​ບໍ? ບໍ່​ແມ່ນ​ແບບ​ນັ້ນ. ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ຄ້າຍຄື​ກັບ​ເພິ່ນ​ແລະ​ສ້າງ​ເຮົາ​ໃຫ້​ມີ​ຄວາມ​ຮູ້ສຶກ. ສະນັ້ນ ເພິ່ນ​ກໍ​ມີ​ຄວາມ​ຮູ້ສຶກ​ຄື​ກັນ. ຄຳພີ​ໄບເບິນ​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ​ເພິ່ນ​ຮູ້ສຶກ “ເສຍໃຈ” ແລະ “ເຈັບ​ປວດ​ໃຈ.” (ພສ. 78:40, 41) ນອກ​ຈາກ​ນັ້ນ ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ອັບຣາຮາມ​ກັບ​ອີຊາກ. ພະ​ເຢໂຫວາ​ສັ່ງ​ອັບຣາຮາມ​ໃຫ້​ເອົາ​ອີຊາກ​ໄປ​ເປັນ​ເຄື່ອງ​ບູຊາ. (ປຖກ. 22:9-12; ຮຣ. 11:17-19) ໃຫ້​ຄິດ​ເບິ່ງ​ວ່າ​ອັບຣາຮາມ​ຈະ​ຮູ້ສຶກ​ເສຍໃຈ​ແລະ​ເຈັບ​ປວດ​ຫຼາຍ​ສ່ຳ​ໃດ​ຕອນ​ທີ່​ຈະ​ຂ້າ​ອີຊາກ ພະ​ເຢໂຫວາ​ຕ້ອງ​ຮູ້ສຶກ​ເສຍໃຈ​ແລະ​ເຈັບ​ປວດ​ຫຼາຍ​ກວ່າ​ນັ້ນ​ອີກ​ຕອນ​ທີ່​ເພິ່ນ​ເຫັນ​ລູກ​ຊາຍ​ຂອງ​ເພິ່ນ​ທົນທຸກ​ທໍລະມານ​ຈົນ​ຕາຍ. ເບິ່ງ​ວິດີໂອ​ຮຽນ​ແບບ​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ—ອັບຣາຮາມ ຕອນ 2 ໃນ​ເວັບໄຊ jw.org. (ພາສາ​ໄທ)

ພະ​ເຢໂຫວາ​ຮູ້ສຶກ​ເຈັບ​ປວດ​ຫຼາຍ​ເມື່ອ​ເຫັນ​ລູກ​ຊາຍ​ຂອງ​ເພິ່ນ​ທົນທຸກ​ທໍລະມານ (ເບິ່ງ​ຂໍ້ 8)


9. ໂຣມ 8:32, 38, 39 ສອນ​ຫຍັງ​ເຮົາ​ກ່ຽວກັບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ?

9 ຄ່າ​ໄຖ່​ສອນ​ເຮົາ​ວ່າ​ບໍ່​ມີ​ຜູ້​ໃດ​ຮັກ​ເຮົາ​ສ່ຳ​ກັບ​ພະ​ເຢໂຫວາ​ແມ່ນ​ແຕ່​ຄົນ​ໃນ​ຄອບຄົວ​ທີ່​ເຮົາ​ໃກ້ຊິດ​ທີ່​ສຸດ​ແລະ​ໝູ່​ສະໜິດ​ຂອງ​ເຮົາ. (ອ່ານ​ໂຣມ 8:32, 38, 39) ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ກວ່າ​ທີ່​ເຮົາ​ຮັກ​ໂຕເອງ​ຊ້ຳ. ເຈົ້າ​ຢາກ​ມີ​ຊີວິດ​ຕະຫຼອດ​ໄປ​ບໍ? ພະ​ເຢໂຫວາ​ແຮ່ງ​ຢາກ​ໃຫ້​ເຈົ້າ​ມີ​ຊີວິດ​ຕະຫຼອດ​ໄປ​ຫຼາຍ​ກວ່າ​ທີ່​ເຈົ້າ​ຢາກ​ມີ​ອີກ. ເຈົ້າ​ຢາກ​ໄດ້​ຮັບ​ການ​ຍົກໂທດ​ຄວາມ​ຜິດ​ບໍ? ພະ​ເຢໂຫວາ​ແຮ່ງ​ຢາກ​ຍົກໂທດ​ຄວາມ​ຜິດ​ໃຫ້​ເຈົ້າ​ຫຼາຍ​ກວ່າ​ທີ່​ເຈົ້າ​ຕ້ອງການ​ອີກ. ສິ່ງ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ເຮັດ​ກໍ​ຄື ເພິ່ນ​ຢາກ​ໃຫ້​ເຈົ້າ​ເຫັນຄ່າ​ສິ່ງ​ທີ່​ເພິ່ນ​ເຮັດ​ເພື່ອ​ເຈົ້າ ສະແດງ​ຄວາມ​ເຊື່ອ ແລະ​ເຊື່ອຟັງ​ເພິ່ນ. ຄ່າໄຖ່​ເປັນ​ຫຼັກຖານ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ແທ້​ໆ. ໃນ​ໂລກ​ໃໝ່ ເຮົາ​ຈະ​ໄດ້​ຮຽນ​ຮູ້​ກ່ຽວກັບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ອີກ.—ປຍຈ. 3:11

ຄ່າໄຖ່​ສອນ​ຫຍັງ​ເຮົາ​ກ່ຽວກັບ​ພະ​ເຢຊູ?

10. (ກ) ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ເສຍໃຈ​ກ່ຽວກັບ​ການ​ຕາຍ​ຂອງ​ເພິ່ນ? (ຂ) ພະ​ເຢຊູ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ​ແນວ​ໃດ? (ເບິ່ງ​ຂອບ “ ຄວາມ​ສັດຊື່​ຂອງ​ພະ​ເຢຊູ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ” ນຳ)

10 ພະ​ເຢຊູ​ເປັນ​ຫ່ວງ​ຊື່​ສຽງ​ຂອງ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ຫຼາຍ. (ຢຮ. 14:31) ພະ​ເຢຊູ​ເສຍໃຈ​ຫຼາຍ​ທີ່​ເພິ່ນ​ຈະ​ຕ້ອງ​ຕາຍ​ໃນ​ຂໍ້ຫາ​ໝິ່ນ​ປະໝາດ​ພະເຈົ້າ​ແລະ​ເຮັດ​ໃຫ້​ບ້ານ​ເມືອງ​ບໍ່​ສະຫງົບສຸກ ຂໍ້​ກ່າວຫາ​ເຫຼົ່າ​ນີ້​ອາດ​ເຮັດ​ໃຫ້​ພໍ່​ຂອງ​ເພິ່ນ​ເສຍ​ຊື່​ສຽງ. ຍ້ອນ​ແນວ​ນີ້ ເພິ່ນ​ຈຶ່ງ​ອະທິດຖານ​ວ່າ: “ພໍ່​ເອີ້ຍ ຖ້າ​ເປັນ​ໄປ​ໄດ້ ຂໍ​ໃຫ້​ຈອກ​ນີ້​ກາຍ​ລູກ​ໄປ.” (ມທ. 26:39) ໂດຍ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະ​ເຢໂຫວາ​ຈົນ​ຕາຍ ພະ​ເຢຊູ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ.

11. ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ຮັກ​ຜູ້​ຄົນ​ຫຼາຍ? (ໂຢຮັນ 13:1)

11 ຄ່າໄຖ່​ຍັງ​ສອນ​ເຮົາ​ວ່າ​ພະ​ເຢຊູ​ຮັກ​ຜູ້​ຄົນ​ຫຼາຍ​ໂດຍ​ສະເພາະ​ພວກ​ລູກສິດ​ຂອງ​ເພິ່ນ. (ສພສ. 8:31; ອ່ານ​ໂຢຮັນ 13:1) ຕົວຢ່າງ​ເຊັ່ນ: ຕອນ​ທີ່​ພະ​ເຢຊູ​ຮັບໃຊ້​ຢູ່​ໃນ​ໂລກ ເພິ່ນ​ຮູ້​ວ່າ​ເພິ່ນ​ຈະ​ຕ້ອງ​ເຈິ​ກັບ​ເລື່ອງ​ທີ່​ຍາກ​ໆ​ຫຼາຍ​ເລື່ອງ​ໂດຍ​ສະເພາະ​ແມ່ນ​ເພິ່ນ​ຕ້ອງ​ຕາຍ​ຢ່າງ​ທໍລະມານ. ແຕ່​ພະ​ເຢຊູ​ກໍ​ເຮັດ​ວຽກ​ທີ່​ຍາກ​ໆ​ເຫຼົ່າ​ນີ້​ໄດ້​ສຳເລັດ ບໍ່​ແມ່ນ​ຍ້ອນ​ວ່າ​ມັນ​ເປັນ​ວຽກ​ທີ່​ພະ​ເຢໂຫວາ​ມອບໝາຍ​ໃຫ້​ເພິ່ນ​ເຮັດ​ເທົ່າ​ນັ້ນ ແຕ່​ຍ້ອນ​ເພິ່ນ​ຮັກ​ຜູ້​ຄົນ​ນຳ. ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ຜູ້​ຄົນ​ໂດຍ​ການ​ປະກາດ ສອນ ແລະ​ຊ່ວຍ​ເຫຼືອ​ເຂົາເຈົ້າ. ແມ່ນ​ແຕ່​ໃນ​ມື້​ທີ່​ພະ​ເຢຊູ​ຈະ​ຕາຍ ເພິ່ນ​ຍັງ​ໄດ້​ລ້າງ​ຕີນ​ໃຫ້​ພວກ​ອັກຄະສາວົກ ສອນ ແລະ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ. (ຢຮ. 13:12-15) ຕອນ​ທີ່​ພະ​ເຢຊູ​ຢູ່​ເທິງ​ເສົາ​ທໍລະມານ ເພິ່ນ​ໄດ້​ໃຫ້​ຄວາມ​ຫວັງ​ກັບ​ນັກໂທດ​ຄົນ​ໜຶ່ງ​ທີ່​ຢູ່​ທາງ​ຂ້າງ​ເພິ່ນ. ເພິ່ນ​ບອກ​ລາວ​ວ່າ​ລາວ​ຈະ​ໄດ້​ຢູ່​ໃນ​ອຸທິຍານ ແລະ​ເພິ່ນ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ຫ່ວງ​ແມ່​ຂອງ​ເພິ່ນ​ໂດຍ​ຝາກ​ໂຢຮັນ​ໃຫ້​ເບິ່ງແຍງ. (ລກ. 23:42, 43; ຢຮ. 19:26, 27) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢຊູ​ບໍ່​ພຽງ​ແຕ່​ສະແດງ​ຄວາມ​ຮັກ​ຕໍ່​ຜູ້​ຄົນ​ໂດຍ​ຕາຍ​ເພື່ອ​ເຂົາເຈົ້າ​ເທົ່າ​ນັ້ນ ແຕ່​ເພິ່ນ​ຍັງ​ປະຕິບັດ​ກັບ​ເຂົາເຈົ້າ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ກະລຸນາ​ນຳ.

12. ການ​ຕາຍ​ຂອງ​ພະ​ເຢຊູ​ຍັງ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ​ໃນ​ຕອນນີ້?

12 ເຖິງ​ວ່າ​ພະ​ເຢຊູ​ຈະ​ຕາຍ “ແຕ່​ເທື່ອ​ດຽວ” ແຕ່​ການ​ຕາຍ​ຂອງ​ເພິ່ນ​ກໍ​ເປັນ​ປະໂຫຍດ​ຕໍ່​ເຮົາ​ຈົນ​ຮອດ​ທຸກ​ມື້​ນີ້. (ຣມ. 6:10) ເປັນ​ປະໂຫຍດ​ແນວ​ໃດ? ພະ​ເຢຊູ​ຍັງ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່ ເຊັ່ນ: ຕອນນີ້​ເພິ່ນ​ເປັນ​ກະສັດ ເປັນ​ປະໂລຫິດ​ໃຫຍ່ ແລະ​ເປັນ​ຜູ້​ນຳ​ຂອງ​ປະຊາຄົມ. (1ກຣ. 15:25; ອຟຊ. 5:23; ຮຣ. 2:17) ເພິ່ນ​ຍັງ​ນຳໜ້າ​ໃນ​ການ​ລວບລວມ​ຜູ້​ຖືກ​ເລືອກ​ແລະ​ຄົນ​ກຸ່ມ​ໃຫຍ່ ເຊິ່ງ​ວຽກ​ນີ້​ຈະ​ຕ້ອງ​ເຮັດ​ໃຫ້​ແລ້ວ​ກ່ອນ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ຈົບ​ລົງ. b (ມທ. 25:32; ມຣກ. 13:27) ນອກ​ຈາກ​ນັ້ນ ເພິ່ນ​ຍັງ​ໃຊ້​ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ​ສິ່ງ​ທີ່​ຈຳເປັນ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ໃນ​ສະໄໝ​ສຸດທ້າຍ​ນີ້. (ມທ. 24:45) ໃນ​ໄລຍະ 1.000 ປີ​ທີ່​ພະ​ເຢຊູ​ປົກຄອງ ເພິ່ນ​ຍັງ​ຈະ​ເບິ່ງແຍງ​ເຮົາ​ສະເໝີ. ພະ​ເຢຊູ​ສະລະ​ໂຕເອງ​ເພື່ອ​ພວກ​ເຮົາ​ແທ້​ໆ. ເພິ່ນ​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ​ຫຼາຍ​ຈາກ​ພະ​ເຢໂຫວາ.

ຮຽນ​ຮູ້​ສິ່ງ​ໃໝ່​ຕໍ່​ໆ​ໄປ

13. ເຈົ້າ​ຄວນ​ເຮັດ​ຫຍັງ​ເພື່ອ​ຈະ​ຮຽນ​ຮູ້​ຕໍ່​ໆ​ໄປ​ກ່ຽວກັບ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ມີ​ຕໍ່​ເຈົ້າ?

13 ເຈົ້າ​ສາມາດ​ຮຽນ​ຮູ້​ຕໍ່​ໆ​ໄປ​ກ່ຽວກັບ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ມີ​ຕໍ່​ເຈົ້າ​ຖ້າ​ເຈົ້າ​ຄິດ​ຕຶກຕອງ​ກ່ຽວກັບ​ເລື່ອງ​ນີ້​ຢູ່​ສະເໝີ. ໃນ​ອາທິດ​ກ່ອນ​ແລະ​ຫຼັງ​ວັນ​ອະນຸສອນ​ປີ​ນີ້ ເຈົ້າ​ສາມາດ​ອ່ານ​ປຶ້ມ​ຂ່າວ​ດີ​ກ່ຽວກັບ​ຊີວິດ​ຂອງ​ພະ​ເຢຊູ​ຫົວ​ໜຶ່ງ​ຫຼື​ຫຼາຍ​ກວ່າ​ນັ້ນ​ຢ່າງ​ລະອຽດ. ຢ່າ​ພະຍາຍາມ​ອ່ານ​ຫຼາຍ​ໆ​ບົດ​ພາຍ​ໃນ​ເທື່ອ​ດຽວ ແຕ່​ໃຫ້​ອ່ານ​ຊ້າ​ໆ​ແລະ​ຫາ​ເຫດຜົນ​ວ່າ​ເປັນ​ຫຍັງ​ເຮົາ​ຄວນ​ຮັກ​ພະ​ເຢໂຫວາ​ແລະ​ພະ​ເຢຊູ ແລະ​ບອກ​ຄົນ​ອື່ນ​ກ່ຽວກັບ​ຄວາມ​ຮູ້​ໃໝ່​ໆ​ທີ່​ເຈົ້າ​ໄດ້​ຈາກ​ການ​ອ່ານ.

14. ຕາມ​ເພງ​ສັນລະເສີນ 119:97 ການ​ຄົ້ນຄວ້າ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຮຽນ​ຮູ້​ກ່ຽວກັບ​ຄ່າໄຖ່​ແລະ​ເລື່ອງ​ອື່ນ​ໆ? (ເບິ່ງ​ຮູບ​ນຳ)

14 ຖ້າ​ເຈົ້າ​ຢູ່​ໃນ​ຄວາມ​ຈິງ​ມາ​ຫຼາຍ​ປີ​ແລ້ວ​ເຈົ້າ​ອາດ​ສົງໄສ​ວ່າ ຍັງ​ມີ​ເລື່ອງ​ໃໝ່​ໆ​ອີກ​ບໍ​ທີ່​ເຮົາ​ຈະ​ຮຽນ​ກ່ຽວກັບ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ ຄວາມ​ຮັກ​ຂອງ​ເພິ່ນ ແລະ​ເລື່ອງ​ຄ່າໄຖ່? ທີ່​ຈິງ ເຮົາ​ສາມາດ​ຮຽນ​ຮູ້​ກ່ຽວກັບ​ເລື່ອງ​ເຫຼົ່າ​ນີ້​ແລະ​ເລື່ອງ​ອື່ນ​ໆ​ໄດ້​ຕະຫຼອດ. ເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ເຈົ້າ​ເຮັດ​ແບບ​ນັ້ນ​ໄດ້​ໂດຍ​ອ່ານ​ແລະ​ຄົ້ນຄວ້າ​ຂໍ້ມູນ​ຈາກ​ປຶ້ມ​ຕ່າງ​ໆ​ຂອງ​ອົງການ. ເມື່ອ​ເຈົ້າ​ອ່ານ​ເຈິ​ບາງ​ຢ່າງ​ທີ່​ບໍ່​ເຂົ້າໃຈ​ປານ​ໃດ ໃຫ້​ຄົ້ນຄວ້າ​ຈຸດ​ເຫຼົ່າ​ນັ້ນ. ຈາກ​ນັ້ນ ພາຍ​ໃນ​ມື້​ນັ້ນ​ໃຫ້​ເຈົ້າ​ຄິດ​ຕຶກຕອງ​ສິ່ງ​ໃໝ່​ໆ​ທີ່​ເຈົ້າ​ໄດ້​ຮຽນ​ແລະ​ສິ່ງ​ທີ່​ສອນ​ເຈົ້າ​ກ່ຽວກັບ​ພະ​ເຢໂຫວາ ພະ​ເຢຊູ ແລະ​ຄວາມ​ຮັກ​ທີ່​ພວກ​ເພິ່ນ​ມີ​ຕໍ່​ເຈົ້າ.—ອ່ານ​ເພງ​ສັນລະເສີນ 119:97

ເຖິງ​ວ່າ​ເຮົາ​ຈະ​ຢູ່​ໃນ​ຄວາມ​ຈິງ​ມາ​ຫຼາຍ​ປີ​ແລ້ວ ແຕ່​ເຮົາ​ກໍ​ສາມາດ​ເຫັນຄ່າ​ຄ່າໄຖ່​ຫຼາຍ​ຂຶ້ນ​ໄດ້ (ເບິ່ງ​ຂໍ້ 14)


15. ເປັນ​ຫຍັງ​ເຮົາ​ຄວນ​ຊອກ​ຫາ​ຄວາມ​ຮູ້​ໃໝ່​ໆ​ຈາກ​ຄຳພີ​ໄບເບິນ?

15 ບໍ່​ຕ້ອງ​ທໍ້ໃຈ​ຖ້າ​ເຈົ້າ​ບໍ່​ເຈິ​ເລື່ອງ​ໃໝ່​ໆ​ຫຼື​ເລື່ອງ​ທີ່​ໜ້າສົນໃຈ​ຕອນ​ທີ່​ເຈົ້າ​ອ່ານ​ຫຼື​ຄົ້ນຄວ້າ. ໃນ​ແງ່​ໜຶ່ງ ເຈົ້າ​ເປັນ​ຄື​ກັບ​ຜູ້​ທີ່​ຮ່ອນ​ຄຳ. ຜູ້​ທີ່​ຮ່ອນ​ຄຳ​ໃຊ້​ເວລາ​ຫຼາຍ​ຊົ່ວໂມງ​ຫຼື​ຫຼາຍ​ມື້​ກ່ອນ​ທີ່​ຈະ​ເຈິ​ຄຳ​ກ້ອນ​ນ້ອຍ​ໆ. ແຕ່​ເຂົາເຈົ້າ​ກໍ​ພະຍາຍາມ​ຕໍ່​ໆ​ໄປ​ຍ້ອນ​ເຂົາເຈົ້າ​ຮູ້​ວ່າ​ຄຳ​ທຸກ​ກ້ອນ​ມີ​ຄ່າ​ເຖິງ​ວ່າ​ຈະ​ເປັນ​ກ້ອນ​ນ້ອຍ​ໆ. ຄວາມ​ຮູ້​ໃໝ່​ໆ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ​ມີ​ຄ່າ​ຫຼາຍ​ກວ່າ​ຄຳ​ອີກ. (ພສ. 119:127; ສພສ. 8:10) ສະນັ້ນ ໃຫ້​ເຈົ້າ​ອ່ານ​ຄຳພີ​ໄບເບິນ​ຕໍ່​ໆ​ໄປ​ແລະ​ຊອກ​ຫາ​ສິ່ງ​ໃໝ່​ໆ​ທີ່​ເຈົ້າ​ຈະ​ຮຽນ​ຮູ້​ໄດ້.—ພສ. 1:2

16. ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ແນວ​ໃດ?

16 ຕອນ​ທີ່​ເຈົ້າ​ສຶກສາ​ສ່ວນ​ໂຕ ໃຫ້​ຄິດ​ເບິ່ງ​ວ່າ​ຈະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້​ໃນ​ຊີວິດ​ແນວ​ໃດ. ຕົວຢ່າງ​ເຊັ່ນ: ເຈົ້າ​ສາມາດ​ຮຽນ​ແບບ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ໂດຍ​ປະຕິບັດ​ກັບ​ຄົນ​ອື່ນ​ແບບ​ບໍ່​ລຳອຽງ. ເຈົ້າ​ສາມາດ​ຮຽນ​ແບບ​ຄວາມ​ຮັກ​ທີ່​ພະ​ເຢຊູ​ມີ​ຕໍ່​ພໍ່​ຂອງ​ເພິ່ນ​ແລະ​ຕໍ່​ຄົນ​ອື່ນ​ໂດຍ​ເຕັມໃຈ​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ເພື່ອ​ປົກປ້ອງ​ຊື່​ສຽງ​ຂອງ​ພະ​ເຢໂຫວາ​ແລະ​ໂດຍ​ການ​ເສຍ​ສະລະ​ໂຕເອງ​ເພື່ອ​ພີ່ນ້ອງ. ນອກ​ຈາກ​ນັ້ນ ເຈົ້າ​ຍັງ​ສາມາດ​ຮຽນ​ແບບ​ພະ​ເຢຊູ​ໂດຍ​ປະກາດ​ກັບ​ຄົນ​ອື່ນ​ເພື່ອ​ເຂົາເຈົ້າ​ຈະ​ມີ​ໂອກາດ​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່​ເຊິ່ງ​ເປັນ​ຂອງຂວັນ​ທີ່​ຄ່າ​ຫຼາຍ​ຈາກ​ພະ​ເຢໂຫວາ.

17. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຕໍ່​ໄປ?

17 ເມື່ອ​ເຮົາ​ຮຽນ​ຮູ້​ກ່ຽວກັບ​ຄ່າໄຖ່​ຕໍ່​ໆ​ໄປ ເຮົາ​ກໍ​ແຮ່ງ​ຈະ​ຮັກ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​ແລະ​ພວກ​ເພິ່ນ​ກໍ​ຈະ​ຮັກ​ເຮົາ​ຫຼາຍ​ຂຶ້ນ​ຄື​ກັນ. (ຢຮ. 14:21; ຢກບ. 4:8) ສະນັ້ນ ໃຫ້​ເຮົາ​ໃຊ້​ສິ່ງ​ຕ່າງ​ໆ​ທີ່​ອົງການ​ຈັດ​ກຽມ​ໃຫ້​ເພື່ອ​ຮຽນ​ຮູ້​ຕໍ່​ໆ​ໄປ​ກ່ຽວກັບ​ຄ່າໄຖ່. ໃນ​ບົດ​ຕໍ່​ໄປ​ເຮົາ​ຈະ​ເບິ່ງ​ວ່າ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ຄ່າໄຖ່ ແລະ​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນຄ່າ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ເຮົາ.

ເພງ​ທີ 107 ພະເຈົ້າ​ເປັນ​ແບບ​ຢ່າງ​ຂອງ​ຄວາມ​ຮັກ

a ການ​ອະທິບາຍ​ຄຳສັບ: “ການ​ຄິດ​ຕຶກຕອງ” ແມ່ນ​ການ​ຄິດ​ກ່ຽວກັບ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ຢ່າງ​ເລິກ​ເຊິ່ງ.

b ການ​ລວບລວມ “ທຸກ​ສິ່ງ​ທັງ​ໃນ​ສະຫວັນ​ແລະ​ໃນ​ໂລກ” ທີ່​ໂປໂລ​ເວົ້າ​ເຖິງ​ໃນ​ເອເຟໂຊ 1:10 ຕ່າງ​ຈາກ​ການ​ລວບລວມ​ຄົນ​ທີ່​ພະເຈົ້າ​ເລືອກ​ທີ່​ພະ​ເຢຊູ​ເວົ້າ​ເຖິງ​ໃນ​ມັດທາຍ 24:31 ແລະ​ມາຣະໂກ 13:27. ໂປໂລ​ເວົ້າ​ເຖິງ​ຕອນ​ທີ່​ພະ​ເຢໂຫວາ​ເລືອກ​ຜູ້​ທີ່​ຈະ​ຮ່ວມ​ປົກຄອງ​ກັບ​ພະ​ເຢຊູ​ໃນ​ສະຫວັນ​ໂດຍ​ພະລັງ​ບໍລິສຸດ. ແຕ່​ພະ​ເຢຊູ​ເວົ້າ​ເຖິງ​ຕອນ​ທີ່​ຜູ້​ຖືກ​ເລືອກ​ທີ່​ຍັງ​ເຫຼືອ​ຢູ່​ໂລກ​ນີ້​ຈະ​ຖືກ​ລວບລວມ​ໃຫ້​ໄປ​ສະຫວັນ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່.