ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 1

ເພງ​ທີ 2 ຊື່​ຂອງ​ພະອົງ​ຄື​ເຢໂຫວາ

ໃຫ້​ສັນລະເສີນ​ພະ​ເຢໂຫວາ

ໃຫ້​ສັນລະເສີນ​ພະ​ເຢໂຫວາ

ຂໍ້​ພະຄຳພີ​ປະຈຳ​ປີ 2025: “ໃຫ້​ສັນລະເສີນ​ພະ​ເຢໂຫວາ​ຍ້ອນ​ຊື່​ຂອງ​ເພິ່ນ.”ພສ. 96:8

ຈຸດ​ສຳຄັນ

ເຮົາ​ຈະ​ຮຽນ​ວ່າ​ເຮົາ​ຈະ​ສັນລະເສີນ​ພະ​ເຢໂຫວາ​ແນວ​ໃດ​ຕາມ​ທີ່​ເພິ່ນ​ສົມຄວນ​ໄດ້​ຮັບ.

1. ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ສົນໃຈ​ເລື່ອງ​ຫຍັງ?

 ເຈົ້າ​ສັງເກດ​ບໍ​ວ່າ​ໃນ​ທຸກ​ມື້​ນີ້​ຫຼາຍ​ຄົນ​ສົນໃຈ​ແຕ່​ເລື່ອງ​ຂອງ​ໂຕເອງ? ຕົວຢ່າງ​ເຊັ່ນ: ບາງ​ຄົນ​ໃຊ້​ສື່​ສັງຄົມ​ອອນລາຍ​ເພື່ອ​ໃຫ້​ຄົນ​ອື່ນ​ສົນໃຈ​ເຂົາເຈົ້າ​ແລະ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ. ແຕ່​ກໍ​ມີ​ຄົນ​ຈຳນວນ​ໜຶ່ງ​ທີ່​ສັນລະເສີນ​ພະ​ເຢໂຫວາ. ໃນ​ບົດ​ນີ້​ເຮົາ​ຈະ​ເບິ່ງ​ວ່າ​ການ​ສັນລະເສີນ​ພະ​ເຢໂຫວາ​ໝາຍ​ເຖິງ​ຫຍັງ ແລະ​ເປັນ​ຫຍັງ​ເຮົາ​ຄວນ​ເຮັດ​ແບບ​ນັ້ນ. ເຮົາ​ຍັງ​ຈະ​ເບິ່ງ​ວ່າ​ເຮົາ​ຈະ​ສັນລະເສີນ​ພະ​ເຢໂຫວາ​ແນວ​ໃດ​ຕາມ​ທີ່​ເພິ່ນ​ສົມຄວນ​ໄດ້​ຮັບ ແລະ​ໃນ​ອະນາຄົດ​ໃກ້ໆ​ນີ້​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ຄຳ​ສັນລະເສີນ​ແນວ​ໃດ.

ການ​ສັນລະເສີນ​ພະ​ເຢໂຫວາ​ໝາຍ​ເຖິງ​ຫຍັງ?

2. ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ຄວາມ​ຍິ່ງໃຫຍ່​ຂອງ​ເພິ່ນ​ແນວ​ໃດ​ຢູ່​ພູ​ຊີນາຍ? (ເບິ່ງ​ຮູບ​ໜ້າ​ປົກ​ນຳ)

2 ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຍິ່ງໃຫຍ່. ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ຄວາມ​ຍິ່ງໃຫຍ່​ຂອງ​ເພິ່ນ​ຫຼັງ​ຈາກ​ທີ່​ເພິ່ນ​ຊ່ວຍ​ຊາດ​ອິດສະຣາເອນ​ອອກ​ຈາກ​ການ​ເປັນ​ທາດ​ໃນ​ເອຢິບ​ໄດ້​ບໍ່​ດົນ. ຂໍ​ໃຫ້​ນຶກພາບ​ເຫດການ​ຕໍ່​ໄປ​ນີ້: ຄົນ​ອິດສະຣາເອນ​ຫຼາຍ​ລ້ານ​ຄົນ​ໄປ​ຢູ່​ລວມ​ກັນ​ແຖວ​ຕີນ​ພູ​ຊີນາຍ​ເພື່ອ​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ຈະ​ບອກ​ເຂົາເຈົ້າ. ຈາກ​ນັ້ນ​ກໍ​ມີ​ຂີ້ເຝື້ອ​ໜາໆ​ຢູ່​ເທິງ​ພູ​ນັ້ນ ແລ້ວ​ກໍ​ມີ​ຄວັນ​ປົກ​ຄຸມ​ຢູ່​ບໍລິເວນ​ພູ​ນັ້ນ​ນຳ. ທັນໃດ​ນັ້ນ​ກໍ​ມີ​ແຜ່ນດິນ​ໄຫວ ຟ້າ​ຮ້ອງ ຟ້າ​ແມບ ແລະ​ມີ​ສຽງ​ແກ​ດັງ​ກ້ອງ​ໄປ​ທົ່ວ. (ອພຍ. 19:16-18; 24:17; ພສ. 68:8) ເມື່ອ​ເຫັນ​ພະ​ເຢໂຫວາ​ເຮັດ​ສິ່ງ​ເຫຼົ່າ​ນີ້ ຄົນ​ອິດສະຣາເອນ​ຕ້ອງ​ຮູ້ສຶກ​ງຶດ​ຫຼາຍ​ແທ້ໆ​ກັບ​ລິດເດດ​ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ເພິ່ນ.

ຢູ່​ພູ​ຊີນາຍ ພະ​ເຢໂຫວາ​ໄດ້​ໃຫ້​ຄົນ​ອິດສະຣາເອນ​ເຫັນ​ລິດເດດ​ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ເພິ່ນ (ເບິ່ງ​ຂໍ້ 2)


3. ການ​ສັນລະເສີນ​ພະ​ເຢໂຫວາ​ໝາຍ​ເຖິງ​ຫຍັງ?

3 ມະນຸດ​ສາມາດ​ສັນລະເສີນ​ພະ​ເຢໂຫວາ​ໄດ້​ບໍ? ໄດ້​ແທ້. ວິທີ​ໜຶ່ງ​ທີ່​ເຮົາ​ສັນລະເສີນ​ພະ​ເຢໂຫວາ​ແມ່ນ​ການ​ບອກ​ຄົນ​ອື່ນ​ກ່ຽວກັບ​ລິດເດດ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ​ແລະ​ຄຸນລັກສະນະ​ທີ່​ດີ​ຂອງ​ເພິ່ນ. ເຮົາ​ຍັງ​ສັນລະເສີນ​ພະ​ເຢໂຫວາ​ເມື່ອ​ເຮົາ​ຍົກຍ້ອງ​ເພິ່ນ​ສຳລັບ​ທຸກ​ສິ່ງ​ທີ່​ເພິ່ນ​ຊ່ວຍ​ເຮົາ​ໃຫ້​ເຮັດ​ໄດ້​ສຳເລັດ. (ອຊຢ. 26:12) ກະສັດ​ດາວິດ​ເປັນ​ຕົວຢ່າງ​ທີ່​ດີ​ຂອງ​ຄົນ​ທີ່​ສັນລະເສີນ​ພະ​ເຢໂຫວາ. ໃນ​ຄຳ​ອະທິດຖານ ດາວິດ​ສັນລະເສີນ​ພະ​ເຢໂຫວາ​ຕໍ່​ໜ້າ​ຄົນ​ອິດສະຣາເອນ​ວ່າ: “ພະ​ເຢໂຫວາ ພະອົງ​ຍິ່ງໃຫຍ່ ມີ​ລິດເດດ ມີ​ກຽດ​ຕິຍົດ​ແລະ​ສະຫງ່າ​ລາສີ ຍ້ອນ​ວ່າ​ທຸກ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ​ແລະ​ຢູ່​ໃນ​ໂລກ​ເປັນ​ຂອງ​ພະອົງ.” ຫຼັງ​ຈາກ​ດາວິດ​ອະທິດຖານ​ຈົບ​ແລ້ວ “[ຄົນ​ອິດສະຣາເອນ​ທັງໝົດ] ກໍ​ສັນລະເສີນ​ພະ​ເຢໂຫວາ.”—1ຂຄ. 29:11, 20

4. ພະ​ເຢຊູ​ສັນລະເສີນ​ພະ​ເຢໂຫວາ​ໂດຍ​ວິທີ​ໃດ?

4 ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ເພິ່ນ​ສັນລະເສີນ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ໂດຍ​ບອກ​ຄົນ​ອື່ນ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ໃຫ້​ລິດເດດ​ເພິ່ນ​ເພື່ອ​ເຮັດ​ການ​ອັດສະຈັນ. (ມຣກ. 5:18-20) ພະ​ເຢຊູ​ຍັງ​ສັນລະເສີນ​ພະ​ເຢໂຫວາ​ໂດຍ​ວິທີ​ທີ່​ເພິ່ນ​ເວົ້າ​ກ່ຽວກັບ​ພໍ່​ຂອງ​ເພິ່ນ​ແລະ​ວິທີ​ທີ່​ເພິ່ນ​ປະຕິບັດ​ກັບ​ຄົນ​ອື່ນ. ມີ​ເທື່ອ​ໜຶ່ງ​ພະ​ເຢຊູ​ກຳລັງ​ສອນ​ຢູ່​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ ໃນ​ຄົນ​ທີ່​ມາ​ຟັງ​ພະ​ເຢຊູ​ມີ​ຜູ້​ຍິງ​ຄົນ​ໜຶ່ງ​ຖືກ​ປີສາດ​ສິງ​ມາ​ໄດ້ 18 ປີ​ແລ້ວ. ປີສາດ​ເຮັດ​ໃຫ້​ລາວ​ຫຼັງ​ກົ່ງ​ຈົນ​ຢຽດ​ໂຕ​ຊື່​ບໍ່​ໄດ້. ລາວ​ຕ້ອງ​ທໍລະມານ​ຫຼາຍ​ແທ້ໆ! ພະ​ເຢຊູ​ອີ່ຕົນ​ຜູ້​ຍິງ​ຄົນ​ນັ້ນ ເພິ່ນ​ຈຶ່ງ​ຍ່າງ​ເຂົ້າ​ໄປ​ຫາ​ລາວ​ແລະ​ເວົ້າ​ກັບ​ລາວ​ຢ່າງ​ອ່ອນໂຍນ​ວ່າ: “ຂ້ອຍ​ຈະ​ປົວ​ເຈົ້າ​ໃຫ້​ເຊົາ​ເຈັບ​ປ່ວຍ.” ຈາກ​ນັ້ນ ເພິ່ນ​ກໍ​ວາງ​ມື​ເທິງ​ລາວ​ແລະ​ລາວ​ກໍ​ຢຽດ​ໂຕ​ຊື່​ໄດ້​ທັນທີ ແລ້ວ​ລາວ​ກໍ “ສັນລະເສີນ​ພະເຈົ້າ.” ລາວ​ຂອບໃຈ​ຫຼາຍ​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ລາວ​ກັບ​ມາ​ມີ​ສຸຂະພາບ​ດີ​ຄື​ເກົ່າ. (ລກ. 13:10-13) ຜູ້​ຍິງ​ຄົນ​ນີ້​ມີ​ເຫດຜົນ​ທີ່​ດີ​ທີ່​ຈະ​ສັນລະເສີນ​ພະ​ເຢໂຫວາ ແລະ​ເຮົາ​ກໍ​ຄື​ກັນ.

ສິ່ງ​ໃດ​ກະຕຸ້ນ​ເຮົາ​ໃຫ້​ສັນລະເສີນ​ພະ​ເຢໂຫວາ?

5. ເຮົາ​ມີ​ເຫດຜົນ​ຫຍັງ​ແດ່​ທີ່​ຈະ​ສະແດງ​ຄວາມ​ນັບຖື​ຕໍ່​ພະ​ເຢໂຫວາ?

5 ເຮົາ​ສັນລະເສີນ​ພະ​ເຢໂຫວາ​ຍ້ອນ​ເຮົາ​ນັບຖື​ເພິ່ນ​ຫຼາຍ. ເຮົາ​ມີ​ຫຼາຍ​ເຫດຜົນ​ທີ່​ຈະ​ສະແດງ​ຄວາມ​ນັບຖື​ຕໍ່​ພະ​ເຢໂຫວາ. ເພິ່ນ​ມີ​ລິດເດດ​ສູງ​ສຸດ​ແລະ​ມີ​ລິດເດດ​ທີ່​ບໍ່​ມີ​ຂີດ​ຈຳກັດ. (ພສ. 96:4-7) ສະຕິ​ປັນຍາ​ທີ່​ຫຼັກແຫຼມ​ຂອງ​ເພິ່ນ​ເຫັນ​ໄດ້​ຈາກ​ສິ່ງ​ຕ່າງໆ​ທີ່​ເພິ່ນ​ສ້າງ. ເພິ່ນ​ເປັນ​ບໍ່​ເກີດ​ຂອງ​ຊີວິດ ແລະ​ທຸກ​ສິ່ງ​ມີ​ຊີວິດ​ຢູ່​ໄດ້​ກໍ​ຍ້ອນ​ເພິ່ນ. (ພນມ. 4:11) ເພິ່ນ​ພັກດີ. (ພນມ. 15:4) ທຸກ​ສິ່ງ​ທີ່​ເພິ່ນ​ເຮັດ​ສຳເລັດ ແລະ​ເພິ່ນ​ເຮັດ​ຕາມ​ທີ່​ສັນຍາ​ໄວ້​ສະເໝີ. (ຢຊ. 23:14) ຍ້ອນ​ແນວ​ນີ້ ຜູ້​ພະຍາກອນ​ເຢເຣມີຢາ​ຈຶ່ງ​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ: “ພະ​ເຢໂຫວາ​ເອີ້ຍ ບໍ່​ມີ​ໃຜ​ຄື​ກັບ​ພະອົງ. ພະອົງ​ຍິ່ງໃຫຍ່ . . . ພວກ​ຄົນ​ສະຫຼາດ​ຂອງ​ຊາດ​ຕ່າງໆ​ແລະ​ຂອງ​ປະເທດ​ຕ່າງໆ​ກໍ​ບໍ່​ມີ​ໃຜ​ທຽບ​ພະອົງ​ໄດ້​ເລີຍ.” (ຢຣມ. 10:6, 7) ແນ່ນອນ​ວ່າ​ເຮົາ​ມີ​ເຫດຜົນ​ທີ່​ດີ​ຫຼາຍ​ຢ່າງ​ທີ່​ຈະ​ສະແດງ​ຄວາມ​ນັບຖື​ຕໍ່​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ. ເຮົາ​ບໍ່​ພຽງ​ແຕ່​ນັບຖື​ພະ​ເຢໂຫວາ​ເທົ່າ​ນັ້ນ ແຕ່​ເຮົາ​ຍັງ​ຮັກ​ເພິ່ນ​ນຳ.

6. ເປັນ​ຫຍັງ​ເຮົາ​ຈຶ່ງ​ຮັກ​ພະ​ເຢໂຫວາ?

6 ເຮົາ​ສັນລະເສີນ​ພະ​ເຢໂຫວາ​ຍ້ອນ​ເຮົາ​ຮັກ​ເພິ່ນ​ຫຼາຍ. ໃຫ້​ເຮົາ​ຄິດ​ເຖິງ​ຄຸນລັກສະນະ​ຫຼາຍ​ຢ່າງ​ຂອງ​ພະ​ເຢໂຫວາ​ທີ່​ເຮັດ​ໃຫ້​ເຮົາ​ຮັກ​ເພິ່ນ. ເພິ່ນ​ມີ​ຄວາມ​ເມດຕາ​ແລະ​ເຫັນອົກເຫັນໃຈ. (ພສ. 103:13; ອຊຢ. 49:15) ເພິ່ນ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ເຮົາ. ເມື່ອ​ເຮົາ​ເຈັບ ເພິ່ນ​ກໍ​ເຈັບ​ຄື​ກັນ. (ຊຄຢ. 2:8) ເພິ່ນ​ຊ່ວຍ​ເຮົາ​ໃຫ້​ໃກ້ຊິດ​ກັບ​ເພິ່ນ​ແລະ​ເປັນ​ໝູ່​ຂອງ​ເພິ່ນ. (ພສ. 25:14; ກຈກ. 17:27) ເພິ່ນ​ຖ່ອມ​ໂຕ “ເພິ່ນ​ກົ້ມ​ລົງ​ມາ​ເບິ່ງ​ທ້ອງຟ້າ​ແລະ​ໂລກ. ເພິ່ນ​ຍົກ​ຄົນ​ຕ່ຳຕ້ອຍ​ຂຶ້ນ​ມາ​ຈາກ​ກອງ​ຂີ້​ດິນ.” (ພສ. 113:6, 7) ຍ້ອນ​ເຫດຜົນ​ທັງໝົດ​ນີ້ ເຮົາ​ຈຶ່ງ​ຢາກ​ສັນລະເສີນ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ຂອງ​ເຮົາ.—ພສ. 86:12

7. ເຮົາ​ມີ​ໂອກາດ​ທີ່​ຈະ​ເຮັດ​ຫຍັງ?

7 ເຮົາ​ສັນລະເສີນ​ພະ​ເຢໂຫວາ​ຍ້ອນ​ເຮົາ​ຢາກ​ໃຫ້​ຄົນ​ອື່ນ​ຮູ້​ຈັກ​ເພິ່ນ. ຫຼາຍ​ຄົນ​ບໍ່​ຮູ້​ຈັກ​ຄວາມ​ຈິງ​ກ່ຽວກັບ​ພະ​ເຢໂຫວາ. ຍ້ອນຫຍັງ? ຍ້ອນ​ຊາຕານ​ແຜ່​ຄຳ​ຕົວະ​ທີ່​ຊົ່ວ​ຮ້າຍ​ກ່ຽວກັບ​ເພິ່ນ ແລະ​ຄົນ​ກໍ​ເຊື່ອ​ຄຳ​ຕົວະ​ເຫຼົ່າ​ນັ້ນ. (2ກຣ. 4:4) ຊາຕານ​ເຮັດ​ໃຫ້​ຄົນ​ເຊື່ອ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ອາຄາດ​ແຄ້ນ ບໍ່​ມີ​ຄວາມ​ຫ່ວງໃຍ ແລະ​ເປັນ​ຕົ້ນເຫດ​ຂອງ​ຄວາມ​ທຸກ​ລຳບາກ​ຫຼາຍ​ຢ່າງ​ໃນ​ໂລກ​ນີ້. ແຕ່​ເຮົາ​ຮູ້​ຄວາມ​ຈິງ​ກ່ຽວກັບ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຮົາ. ເຮົາ​ມີ​ໂອກາດ​ທີ່​ຈະ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ​ແທ້ໆ​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ມາ​ສັນລະເສີນ​ເພິ່ນ​ຄື​ກັນ​ກັບ​ເຮົາ. (ອຊຢ. 43:10) ເພງ​ສັນລະເສີນ​ບົດ 96 ເນັ້ນ​ເລື່ອງ​ການ​ສັນລະເສີນ​ພະ​ເຢໂຫວາ. ເຮົາ​ຈະ​ຮຽນ​ຈາກ​ເພງ​ສັນລະເສີນ​ບົດ​ນີ້​ກ່ຽວກັບ​ວິທີ​ທີ່​ເຮົາ​ສາມາດ​ສັນລະເສີນ​ພະ​ເຢໂຫວາ​ຕາມ​ທີ່​ເພິ່ນ​ສົມຄວນ​ໄດ້​ຮັບ.

ເຮົາ​ຈະ​ສັນລະເສີນ​ພະ​ເຢໂຫວາ​ແນວ​ໃດ​ຕາມ​ທີ່​ເພິ່ນ​ສົມຄວນ​ໄດ້​ຮັບ?

8. ວິທີ​ໜຶ່ງ​ທີ່​ເຮົາ​ສາມາດ​ສັນລະເສີນ​ພະ​ເຢໂຫວາ​ໄດ້​ແມ່ນ​ຫຍັງ? (ເພງ​ສັນລະເສີນ 96:1-3)

8 ອ່ານ​ເພງ​ສັນລະເສີນ 96:1-3. ເຮົາ​ສາມາດ​ສັນລະເສີນ​ພະ​ເຢໂຫວາ​ໂດຍ​ຄຳເວົ້າ​ຂອງ​ເຮົາ. ຂໍ້​ພະຄຳພີ​ເຫຼົ່າ​ນີ້​ບອກ​ເຮົາ​ໃຫ້ “ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ” “ຍົກຍ້ອງ​ຊື່​ຂອງ​ເພິ່ນ” “ປະກາດ​ຂ່າວ​ດີ​ເລື່ອງ​ການ​ຊ່ວຍ​ໃຫ້​ລອດ​ຂອງ​ເພິ່ນ” ແລະ “ໄປ​ບອກ​ທຸກ​ປະເທດ​ໃຫ້​ຮູ້​ວ່າ​ເພິ່ນ​ຍິ່ງໃຫຍ່​ສ່ຳ​ໃດ.” ທັງໝົດ​ນີ້​ແມ່ນ​ວິທີ​ທີ່​ເຮົາ​ສາມາດ​ສັນລະເສີນ​ພະ​ເຢໂຫວາ​ໂດຍ​ທາງ​ຄຳເວົ້າ​ຂອງ​ເຮົາ. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ສະໄໝ​ແຕ່​ກີ້​ກະຕືລືລົ້ນ​ທີ່​ຈະ​ປົກປ້ອງ​ຊື່​ສຽງ​ທີ່​ດີ​ຂອງ​ເພິ່ນ ແລະ​ບອກ​ຄົນ​ອື່ນ​ກ່ຽວກັບ​ສິ່ງ​ດີໆ​ທຸກ​ຢ່າງ​ທີ່​ເພິ່ນ​ໄດ້​ເຮັດ​ສຳລັບ​ເຂົາເຈົ້າ. (ດນອ. 3:16-18; ກຈກ. 4:29) ເຮົາ​ຈະ​ເຮັດ​ແບບ​ດຽວ​ກັນ​ນັ້ນ​ໄດ້​ແນວ​ໃດ?

9-10. ເຮົາ​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ແອງເຈເລນ້າ? (ເບິ່ງ​ຮູບ​ນຳ)

9 ຂໍ​ໃຫ້​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ແອງເຈເລນ້າ aຢູ່​ປະເທດ​ອາເມຣິກາ. ລາວ​ປົກປ້ອງ​ຊື່​ສຽງ​ຂອງ​ພະ​ເຢໂຫວາ​ຢ່າງ​ກ້າຫານ​ຢູ່​ບ່ອນ​ເຮັດ​ວຽກ. ຍ້ອນ​ເປັນ​ພະນັກງານ​ໃໝ່ ແອງເຈເລນ້າ​ຈຶ່ງ​ຖືກ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ປະຊຸມ​ກັບ​ພະນັກງານ​ຄົນ​ອື່ນ​ທີ່​ຫາກໍ​ເລີ່ມ​ເຮັດ​ວຽກ​ຢູ່​ຫັ້ນ​ຄື​ກັນ. ເພື່ອ​ທຸກ​ຄົນ​ຈະ​ມີ​ໂອກາດ​ບອກ​ໃຫ້​ຄົນ​ອື່ນ​ຮູ້​ກ່ຽວກັບ​ໂຕເອງ ແອງເຈເລນ້າ​ກຽມ​ຮູບ​ຕ່າງໆ​ທີ່​ສະແດງ​ເຖິງ​ຄວາມ​ສຸກ​ຂອງ​ລາວ​ທີ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ. ແຕ່​ກ່ອນ​ຈະ​ຮອດ​ຜຽນ​ລາວ​ເວົ້າ ເພື່ອນ​ຮ່ວມ​ງານ​ຜູ້​ໜຶ່ງ​ໄດ້​ແນະນຳ​ໂຕເອງ​ວ່າ​ລາວ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ພໍ່​ແມ່​ເປັນ​ພະຍານ​ພະ​ເຢໂຫວາ. ລາວ​ເລີ່ມ​ເວົ້າ​ເຍາະເຍີ້ຍ​ກ່ຽວກັບ​ຄວາມ​ເຊື່ອ​ຂອງ​ແອງເຈເລນ້າ. ແອງເຈເລນ້າ​ເວົ້າ​ວ່າ: “ໃຈ​ຂ້ອຍ​ເຕັ້ນ​ຕຸບໆ ແຕ່​ຂ້ອຍ​ຄິດ​ໃນ​ໃຈ​ວ່າ ‘ຂ້ອຍ​ຊິ​ຍອມ​ໃຫ້​ບາງ​ຄົນ​ເວົ້າ​ຕົວະ​ເລື່ອງ​ພະ​ເຢໂຫວາ​ບໍ​ຫຼື​ວ່າ​ຂ້ອຍ​ຈະ​ປົກປ້ອງ​ຊື່​ສຽງ​ຂອງ​ເພິ່ນ?’”

10 ເມື່ອ​ຜູ້​ຊາຍ​ຄົນ​ນັ້ນ​ເວົ້າ​ຈົບ ແອງເຈເລນ້າ​ກໍ​ຟ້າວ​ອະທິດຖານ​ໃນ​ໃຈ. ຈາກ​ນັ້ນ ລາວ​ກໍ​ເວົ້າ​ກັບ​ຜູ້​ຊາຍ​ຄົນ​ນັ້ນ​ດີໆ​ວ່າ: “ພູມ​ຫຼັງ​ຂອງ​ຂ້ອຍ​ກໍ​ຄ້າຍຄື​ກັບ​ເຈົ້າ. ຂ້ອຍ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ພໍ່​ແມ່​ເປັນ​ພະຍານ​ພະ​ເຢໂຫວາ​ຄື​ກັນ ແລະ​ຂ້ອຍ​ຍັງ​ເປັນ​ພະຍານ​ຈົນ​ຮອດ​ທຸກ​ມື້​ນີ້.” ເຖິງ​ວ່າ​ສະຖານະການ​ຈະ​ເຄັ່ງ​ຕຶງ ແຕ່​ແອງເຈເລນ້າ​ກໍ​ມີ​ທ່າທີ​ທີ່​ສະຫງົບໃຈ. ລາວ​ໃຫ້​ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ເບິ່ງ​ຮູບ​ຕ່າງໆ​ທີ່​ລາວ​ກັບ​ໝູ່​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ ແລະ​ລາວ​ອະທິບາຍ​ຄວາມ​ເຊື່ອ​ຂອງ​ໂຕເອງ​ແບບ​ທີ່​ສະແດງ​ຄວາມ​ນັບຖື. (1ປຕ. 3:15) ຜົນ​ເປັນ​ແນວ​ໃດ? ເມື່ອ​ແອງເຈເລນ້າ​ເວົ້າ​ຈົບ ທ່າທີ​ຂອງ​ຜູ້​ຊາຍ​ຄົນ​ນັ້ນ​ກໍ​ອ່ອນ​ລົງ. ລາວ​ເຖິງຂັ້ນ​ຍອມຮັບ​ວ່າ​ລາວ​ກໍ​ມີ​ຄວາມ​ຊົງ​ຈຳ​ດີໆ​ທີ່​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ. ແອງເຈເລນ້າ​ເວົ້າ​ວ່າ: “ພະ​ເຢໂຫວາ​ສົມຄວນ​ໄດ້​ຮັບ​ການ​ປົກປ້ອງ. ຂ້ອຍ​ຮູ້ສຶກ​ເປັນ​ກຽດ​ຫຼາຍ​ແທ້ໆ​ທີ່​ໄດ້​ບອກ​ຄົນ​ອື່ນ​ໃຫ້​ຮູ້​ຄວາມ​ຈິງ​ກ່ຽວກັບ​ເພິ່ນ.” ເຮົາ​ກໍ​ໄດ້​ຮັບ​ກຽດ​ຄື​ກັນ​ທີ່​ຈະ​ສັນລະເສີນ​ແລະ​ຍົກຍ້ອງ​ພະ​ເຢໂຫວາ​ເມື່ອ​ມີ​ຄົນ​ເວົ້າ​ແບບ​ທີ່​ບໍ່​ໄດ້​ສະແດງ​ຄວາມ​ນັບຖື​ຕໍ່​ເພິ່ນ.

ເຮົາ​ສາມາດ​ສັນລະເສີນ​ພະ​ເຢໂຫວາ​ໂດຍ​ທາງ​ຄຳເວົ້າ ດ້ວຍ​ສິ່ງ​ທີ່​ມີ​ຄ່າ ແລະ​ການ​ປະພຶດ​ຂອງ​ເຮົາ (ເບິ່ງ​ຂໍ້ 9-10) b


11. ຜ່ານ​ມາ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເຮັດ​ຕາມ​ຫຼັກການ​ທີ່​ຢູ່​ໃນ​ເພງ​ສັນລະເສີນ 96:8 ແນວ​ໃດ?

11 ອ່ານ​ເພງ​ສັນລະເສີນ 96:8. ເຮົາ​ສາມາດ​ສັນລະເສີນ​ພະ​ເຢໂຫວາ​ດ້ວຍ​ສິ່ງ​ທີ່​ມີ​ຄ່າ​ຂອງ​ເຮົາ. ຜູ້​ນະມັດສະການ​ຂອງ​ພະ​ເຢໂຫວາ​ສັນລະເສີນ​ເພິ່ນ​ໂດຍ​ວິທີ​ນີ້​ສະເໝີ. (ສພສ. 3:9) ຕົວຢ່າງ​ເຊັ່ນ: ຄົນ​ອິດສະຣາເອນ​ບໍລິຈາກ​ເງິນ​ແລະ​ສິ່ງ​ທີ່​ມີ​ຄ່າ​ເພື່ອ​ຊ່ວຍ​ສ້າງ​ແລະ​ເບິ່ງແຍງ​ວິຫານ. (2ກສ. 12:4, 5; 1ຂຄ. 29:3-9) ລູກສິດ​ບາງ​ຄົນ​ຂອງ​ພະ​ເຢຊູ​ໄດ້​ໃຊ້ “ຊັບສິນ​ຂອງ​ໂຕເອງ” ເພື່ອ​ຊ່ວຍ​ພະ​ເຢຊູ​ແລະ​ພວກ​ອັກຄະສາວົກ​ໃຫ້​ມີ​ສິ່ງ​ຈຳເປັນ. (ລກ. 8:1-3) ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຍັງ​ໄດ້​ບໍລິຈາກ​ເງິນ​ເພື່ອ​ຊ່ວຍ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຢູ່​ບ່ອນ​ອື່ນ​ທີ່​ເຈິ​ກັບ​ຄວາມ​ອຶດຢາກ. (ກຈກ. 11:27-29) ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ສັນລະເສີນ​ພະ​ເຢໂຫວາ​ໄດ້​ຄື​ກັນ​ໂດຍ​ບໍລິຈາກ​ດ້ວຍ​ຄວາມ​ສະໝັກ​ໃຈ.

12. ເງິນ​ບໍລິຈາກ​ຂອງ​ເຮົາ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ​ແນວ​ໃດ? (ເບິ່ງ​ຮູບ​ນຳ)

12 ໃຫ້​ມາ​ເບິ່ງ​ປະສົບການ​ໜຶ່ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ການ​ບໍລິຈາກ​ຂອງ​ເຮົາ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ​ແນວ​ໃດ. ໃນ​ປີ 2020 ຢູ່​ປະເທດ​ຊິມບັບເວ​ເກີດ​ຄວາມ​ແຫ້ງ​ແລ້ງ​ເປັນ​ເວລາ​ດົນ. ຫຼາຍ​ລ້ານ​ຄົນ​ອຶດຢາກ​ຍ້ອນ​ບໍ່​ມີ​ອາຫານ​ກິນ ເຊິ່ງ​ລວມ​ເຖິງ​ພີ່ນ້ອງ​ຍິງ​ຊື່​ປຣິສະກ້າ​ນຳ. ເຖິງ​ວ່າ​ຢູ່​ໃນ​ສະພາບ​ທີ່​ລຳບາກ​ແບບ​ນັ້ນ ປຣິສະກ້າ​ກໍ​ຍັງ​ໄປ​ປະກາດ​ທຸກໆ​ວັນ​ພຸດ​ແລະ​ວັນ​ສຸກ​ທັງໆ​ທີ່​ເປັນ​ຍາມ​ໄຖ​ນາ. ເພື່ອນ​ບ້ານ​ພາກັນ​ເວົ້າ​ເຍາະເຍີ້ຍ​ລາວ​ທີ່​ອອກ​ໄປ​ປະກາດ​ແທນ​ທີ່​ຈະ​ໄປ​ໄຖ​ນາ. ເຂົາເຈົ້າ​ເວົ້າ​ວ່າ: “ຈັກ​ໜ້ອຍ​ກໍ​ຫິວ​ຕາຍ​ແຫຼະ​ຍ້ອນ​ບໍ່​ມີ​ແນວ​ກິນ.” ປຣິສະກ້າ​ຕອບ​ແບບ​ໝັ້ນໃຈ​ວ່າ: “ພະ​ເຢໂຫວາ​ບໍ່​ເຄີຍ​ປະຖິ້ມ​ຜູ້​ຮັບໃຊ້​ຂອງ​ເພິ່ນ.” ຈາກ​ນັ້ນ​ບໍ່​ດົນ ລາວ​ກໍ​ໄດ້​ຮັບ​ອາຫານ​ແລະ​ສິ່ງ​ຈຳເປັນ​ອື່ນໆ​ຈາກ​ອົງການ​ຂອງ​ເຮົາ. ປຣິສະກ້າ​ແລະ​ຄົນ​ອື່ນໆ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ແບບ​ນີ້​ກໍ​ຍ້ອນ​ເງິນ​ບໍລິຈາກ​ຂອງ​ເຮົາ​ແຕ່​ລະ​ຄົນ. ເພື່ອນ​ບ້ານ​ຂອງ​ປຣິສະກ້າ​ປະທັບໃຈ​ຫຼາຍ​ແລະ​ເວົ້າ​ກັບ​ລາວ​ວ່າ: “ພະເຈົ້າ​ບໍ່​ເຄີຍ​ປະຖິ້ມ​ເຈົ້າ. ພວກ​ເຮົາ​ຢາກ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວກັບ​ເພິ່ນ.” ເພື່ອນ​ບ້ານ​ຂອງ​ລາວ 7 ຄົນ​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ກໍ​ເລີ່ມ​ເຂົ້າ​ຮ່ວມ​ການ​ປະຊຸມ.

ເຮົາ​ສາມາດ​ສັນລະເສີນ​ພະ​ເຢໂຫວາ​ດ້ວຍ​ສິ່ງ​ທີ່​ມີ​ຄ່າ​ຂອງ​ເຮົາ (ເບິ່ງ​ຂໍ້ 12) c


13. ຕາມ​ເພງ​ສັນລະເສີນ 96:9 ເຮົາ​ຄວນ​ເຮັດ​ຫຍັງ​ເພື່ອ​ພະ​ເຢໂຫວາ​ຈະ​ໄດ້​ຮັບ​ຄຳ​ສັນລະເສີນ?

13 ອ່ານ​ເພງ​ສັນລະເສີນ 96:9. ເຮົາ​ສາມາດ​ສັນລະເສີນ​ພະ​ເຢໂຫວາ​ໂດຍ​ການ​ປະພຶດ​ທີ່​ບໍລິສຸດ​ແລະ​ສະອາດ. ພວກ​ປະໂລຫິດ​ຕ້ອງ​ລ້າງ​ຕີນ​ລ້າງ​ມື​ໃຫ້​ສະອາດ​ເມື່ອ​ຮັບໃຊ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ. (ອພຍ. 40:30-32) ເຮົາ​ກໍ​ຕ້ອງ​ເປັນ​ຄົນ​ສະອາດ​ຄື​ກັນ ບໍ່​ແມ່ນ​ແຕ່​ທາງ​ດ້ານ​ຮ່າງກາຍ​ເທົ່າ​ນັ້ນ ແຕ່​ທາງ​ດ້ານ​ການ​ປະພຶດ​ນຳ. (ພສ. 24:3, 4; 1ປຕ. 1:15, 16) ຄຳພີ​ໄບເບິນ​ບອກ​ວ່າ​ເຮົາ​ຕ້ອງ​ຖິ້ມ “ນິດໄສ​ເກົ່າ” ແລ້ວ​ປ່ຽນ “ນິດໄສ​ໃໝ່.” ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ຖິ້ມ​ຄວາມ​ຄິດ​ທີ່​ບໍ່​ດີ​ແລະ​ການ​ປະພຶດ​ທີ່​ບໍ່​ສະອາດ​ທີ່​ພະ​ເຢໂຫວາ​ບໍ່​ມັກ ແລ້ວ​ຮຽນ​ຮູ້​ທີ່​ຈະ​ຄິດ​ແລະ​ປະພຶດ​ໃນ​ແບບ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ກຳລັງ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ຄຸນລັກສະນະ​ທີ່​ດີ​ຂອງ​ເພິ່ນ. (ກລຊ. 3:9, 10) ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ແມ່ນ​ແຕ່​ຄົນ​ທີ່​ຊົ່ວ​ທີ່​ສຸດ​ແລະ​ໂຫດ​ຮ້າຍ​ທີ່​ສຸດ​ກໍ​ສາມາດ​ປ່ຽນແປງ​ໂຕເອງ​ແລະ​ມີ​ນິດໄສ​ໃຈ​ຄໍ​ໃໝ່​ໄດ້.

14. ເຮົາ​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ແຈ໋ກ? (ເບິ່ງ​ຮູບ​ນຳ)

14 ໃຫ້​ມາ​ເບິ່ງ​ເລື່ອງ​ຂອງ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ແຈ໋ກ. ລາວ​ເປັນ​ຄົນ​ໂຫດ​ຮ້າຍ​ແລະ​ອັນຕະລາຍ​ຫຼາຍ​ຈົນ​ມີ​ສາຍາ​ວ່າ​ຈອມ​ໂຫດ. ຍ້ອນ​ຄວາມ​ຜິດ​ຮ້າຍ​ແຮງ​ທີ່​ແຈ໋ກ​ເຮັດ ລາວ​ຈຶ່ງ​ຖືກ​ຕັດສິນ​ປະຫານ​ຊີວິດ. ໃນ​ໄລຍະ​ທີ່​ລໍ​ຖ້າ​ໃຫ້​ຮອດ​ມື້​ທີ່​ຈະ​ຖືກ​ປະຫານ​ຊີວິດ ແຈ໋ກ​ໄດ້​ຕົກ​ລົງ​ຮຽນ​ຄຳພີ​ໄບເບິນ​ກັບ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ໄປ​ປະກາດ​ຢູ່​ຄຸກ​ບ່ອນ​ທີ່​ແຈ໋ກ​ຖືກ​ຂັງ. ເຖິງ​ວ່າ​ແຈ໋ກ​ໄດ້​ເຮັດ​ບໍ່​ດີ​ຫຼາຍ​ຢ່າງ ແຕ່​ລາວ​ໄດ້​ປະຖິ້ມ​ນິດໄສ​ເກົ່າ​ແລະ​ຕໍ່​ມາ​ລາວ​ກໍ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ. ແຈ໋ກ​ໄດ້​ປ່ຽນແປງ​ໂຕເອງ​ຫຼາຍ​ແທ້​ຫຼາຍ​ວ່າ​ຈົນ​ຄົນ​ຍາມ​ຄຸກ​ບາງ​ຄົນ​ພາກັນ​ໄຫ້​ຕອນ​ທີ່​ເຂົາເຈົ້າ​ລາ​ແຈ໋ກ​ໃນ​ມື້​ທີ່​ລາວ​ຖືກ​ປະຫານ. ທະຫານ​ຄົນ​ໜຶ່ງ​ທີ່​ເຮັດ​ວຽກ​ຢູ່​ຄຸກ​ເວົ້າ​ວ່າ: “ແຈ໋ກ​ເຄີຍ​ເປັນ​ນັກໂທດ​ທີ່​ຊົ່ວ​ທີ່​ສຸດ​ຢູ່​ນີ້ ແຕ່​ຕອນນີ້​ລາວ​ເປັນ​ຜູ້​ໜຶ່ງ​ທີ່​ດີ​ທີ່​ສຸດ.” ອາທິດ​ຕໍ່​ມາ​ຫຼັງ​ຈາກ​ທີ່​ແຈ໋ກ​ຖືກ​ປະຫານ ພວກ​ພີ່ນ້ອງ​ຊາຍ​ກັບ​ໄປ​ຈັດການ​ປະຊຸມ​ປະຈຳ​ອາທິດ​ຢູ່​ຄຸກ​ນັ້ນ​ແລະ​ເຫັນ​ນັກໂທດ​ຜູ້​ໜຶ່ງ​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ເທື່ອ​ທຳອິດ. ອັນ​ໃດ​ກະຕຸ້ນ​ລາວ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ? ລາວ​ປະທັບໃຈ​ທີ່​ແຈ໋ກ​ປ່ຽນແປງ​ໂຕເອງ​ແລະ​ຢາກ​ຮູ້​ວ່າ​ລາວ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ນະມັດສະການ​ພະ​ເຢໂຫວາ. ເຫັນ​ໄດ້​ແຈ້ງ​ວ່າ​ການ​ປະພຶດ​ຂອງ​ເຮົາ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ໄດ້​ຮັບ​ຄຳ​ສັນລະເສີນ!—1ປຕ. 2:12

ເຮົາ​ສາມາດ​ສັນລະເສີນ​ພະ​ເຢໂຫວາ​ໂດຍ​ການ​ປະພຶດ​ຂອງ​ເຮົາ (ເບິ່ງ​ຂໍ້ 14) d


ໃນ​ອະນາຄົດ​ໃກ້ໆ​ນີ້ ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ການ​ສັນລະເສີນ​ແນວ​ໃດ?

15. ໃນ​ອະນາຄົດ​ໃກ້ໆ​ນີ້ ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ການ​ສັນລະເສີນ​ແນວ​ໃດ? (ເພງ​ສັນລະເສີນ 96:10-13)

15 ອ່ານ​ເພງ​ສັນລະເສີນ 96:10-13. ຂໍ້​ພະຄຳພີ​ເຫຼົ່າ​ນີ້​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ​ເປັນ​ກະສັດ​ແລະ​ເປັນ​ຜູ້​ຕັດສິນ​ທີ່​ຍຸຕິທຳ. ໃນ​ອະນາຄົດ​ໃກ້ໆ​ນີ້ ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ການ​ສັນລະເສີນ​ແນວ​ໃດ? ໂດຍ​ການ​ຕັດສິນ​ທີ່​ຍຸຕິທຳ. ອີກ​ບໍ່​ດົນ ພະ​ເຢໂຫວາ​ຈະ​ທຳລາຍ​ບາບີໂລນ​ໃຫຍ່​ເຊິ່ງ​ກໍ​ຄື​ສາສະໜາ​ປອມ​ທັງໝົດ​ທີ່​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຫຼາຍ​ແລະ​ສອນ​ເລື່ອງ​ຕົວະ​ກ່ຽວກັບ​ເພິ່ນ. (ພນມ. 17:5, 16; 19:1, 2) ບາງ​ຄົນ​ທີ່​ເຫັນ​ບາບີໂລນ​ໃຫຍ່​ຖືກ​ທຳລາຍ​ອາດ​ຈະ​ເຂົ້າ​ມາ​ຮ່ວມ​ນະມັດສະການ​ພະ​ເຢໂຫວາ​ນຳ​ກັນ​ກັບ​ເຮົາ. ໃນ​ສົງຄາມ​ອາມາເຄໂດນ ພະ​ເຢໂຫວາ​ຈະ​ທຳລາຍ​ລະບົບ​ທັງໝົດ​ຂອງ​ຊາຕານ ກຳຈັດ​ຄົນ​ທີ່​ຕໍ່ຕ້ານ​ເພິ່ນ​ແລະ​ເວົ້າ​ຕົວະ​ກ່ຽວກັບ​ເພິ່ນ ແຕ່​ເພິ່ນ​ຈະ​ປົກປ້ອງ​ຄົນ​ທີ່​ຮັກ​ແລະ​ເຊື່ອຟັງ​ເພິ່ນ​ແລະ​ສັນລະເສີນ​ຊື່​ຂອງ​ເພິ່ນ. (ມຣກ. 8:38; 2ທຊ. 1:6-10) ຫຼັງ​ຈາກ​ການ​ທົດສອບ​ຂັ້ນ​ສຸດທ້າຍ​ໃນ​ຕອນ​ທ້າຍ​ຂອງ​ການ​ປົກຄອງ 1.000 ປີ​ຂອງ​ພະ​ເຢຊູ ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ຄວາມ​ນັບຖື​ຕະຫຼອດ​ໄປ. (ພນມ. 20:7-10) ໃນ​ຕອນ​ນັ້ນ “ຄວາມ​ຮູ້​ກ່ຽວກັບ​ຄວາມ​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ຈະ​ເຕັມ​ໂລກ​ຄື​ກັບ​ນ້ຳ​ເຕັມ​ທະເລ.”—ຮບກ. 2:14

16. ເຈົ້າ​ຕັ້ງໃຈ​ທີ່​ຈະ​ເຮັດ​ຫຍັງ? (ເບິ່ງ​ຮູບ​ນຳ)

16 ເປັນ​ຕາ​ໜ້າ​ຕື່ນເຕັ້ນ​ແທ້ໆ​ເມື່ອ​ທຸກ​ຄົນ​ໃນ​ໂລກ​ນີ້​ຈະ​ສັນລະເສີນ​ພະ​ເຢໂຫວາ​ຕາມ​ທີ່​ເພິ່ນ​ສົມຄວນ​ໄດ້​ຮັບ. ແຕ່​ກ່ອນ​ຈະ​ຮອດ​ມື້​ນັ້ນ ໃຫ້​ເຮົາ​ພະຍາຍາມ​ເຕັມທີ​ທີ່​ຈະ​ສັນລະເສີນ​ພະ​ເຢໂຫວາ​ໃນ​ທຸກ​ໂອກາດ. ເພື່ອ​ເນັ້ນ​ກ່ຽວກັບ​ໜ້າທີ່​ຮັບ​ຜິດ​ຊອບ​ທີ່​ສຳຄັນ​ນີ້ ຄະນະ​ກຳມະການ​ປົກຄອງ​ໄດ້​ເລືອກ​ເພງ​ສັນລະເສີນ 96:8 ໃຫ້​ເປັນ​ຂໍ້​ພະຄຳພີ​ປະຈຳ​ປີ 2025 ທີ່​ບອກ​ວ່າ: “ໃຫ້​ສັນລະເສີນ​ພະ​ເຢໂຫວາ​ຍ້ອນ​ຊື່​ຂອງ​ເພິ່ນ.”

ໃນ​ທີ່​ສຸດ ທຸກ​ຄົນ​ໃນ​ໂລກ​ນີ້​ຈະ​ສັນລະເສີນ​ພະ​ເຢໂຫວາ​ຕາມ​ທີ່​ເພິ່ນ​ສົມຄວນ​ໄດ້​ຮັບ (ເບິ່ງ​ຂໍ້ 16)

ເພງ​ທີ 12 ພະ​ເຢໂຫວາ​ພະເຈົ້າ​ອົງ​ຍິ່ງໃຫຍ່

a ຊື່​ສົມມຸດ.

b ຄຳ​ອະທິບາຍ​ຮູບ: ການ​ຈຳລອງ​ຈາກ​ເຫດການ​ຈິງ​ເລື່ອງ​ຂອງ​ແອງເຈເລນ້າ.

c ຄຳ​ອະທິບາຍ​ຮູບ: ການ​ຈຳລອງ​ຈາກ​ເຫດການ​ຈິງ​ເລື່ອງ​ຂອງ​ປຣິສະກ້າ.

d ຄຳ​ອະທິບາຍ​ຮູບ: ການ​ຈຳລອງ​ຈາກ​ເຫດການ​ຈິງ​ເລື່ອງ​ຂອງ​ແຈ໋ກ.