ບົດຄວາມສຶກສາທີ 26
ຊ່ວຍຄົນອື່ນໃຫ້ຮັບມືກັບຄວາມເຄັ່ງຕຶງແລະຄວາມທຸກໃຈ
“ທ່ານທັງປວງຈົ່ງມີໃຈອັນດຽວກັນ ມີໃຈເລົ້າໂລມກັນແລະກັນ ຈົ່ງຮັກກັນເໝືອນພີ່ນ້ອງກັນ ຈົ່ງມີໃຈອີ່ດູແລະຖ່ອມໃຈລົງ.”—1 ເປ. 3:8
ເພງ 107 ພະເຈົ້າເປັນແບບຢ່າງຂອງຄວາມຮັກ
ໃຈຄວາມສຳຄັນ *
1. ເຮົາຈະຮຽນແບບພະເຢໂຫວາພໍ່ທີ່ຮັກຂອງເຮົາໄດ້ແນວໃດ?
ພະເຢໂຫວາຮັກເຮົາຫຼາຍແທ້ໆ. (ໂຢ. 3:16) ເຮົາຢາກຮຽນແບບພະເຢໂຫວາພໍ່ທີ່ຮັກຂອງເຮົາ ເຮົາຈຶ່ງພະຍາຍາມ ‘ມີໃຈເລົ້າໂລມກັນແລະກັນ ຮັກກັນເໝືອນພີ່ນ້ອງກັນ [ແລະ] ມີໃຈອີ່ດູກັນ’ ໂດຍສະເພາະກັບ “ພີ່ນ້ອງຮ່ວມຄວາມເຊື່ອຂອງເຮົາ.” (1 ເປ. 3:8; ຄລາ. 6:10, ລ.ມ.) ດັ່ງນັ້ນ ເມື່ອພີ່ນ້ອງຮ່ວມຄວາມເຊື່ອເຈິສະພາບການທີ່ເຮັດໃຫ້ເຄັ່ງຕຶງແລະທຸກໃຈ ເຮົາກໍຢາກຊ່ວຍເຫຼືອເຂົາເຈົ້າ.
2. ເຮົາຈະມາເບິ່ງຫຍັງໃນບົດຄວາມນີ້?
2 ທຸກຄົນທີ່ຢາກເປັນສ່ວນໜຶ່ງຂອງຄອບຄົວພະເຢໂຫວາຕ້ອງເຈິກັບສະພາບການທີ່ເຮັດໃຫ້ເຄັ່ງຕຶງແລະທຸກໃຈ. (ມໂກ. 10:29, 30) ກ່ອນລະບົບນີ້ຈະຖືກທຳລາຍ ເຮົາທຸກຄົນແຮ່ງຕ້ອງເຈິກັບຄວາມຍາກລຳບາກຫຼາຍຂຶ້ນ. ແລ້ວເຮົາຈະຊ່ວຍເຫຼືອກັນໄດ້ແນວໃດ? ໃຫ້ເຮົາມາເບິ່ງວ່າເຮົາໄດ້ບົດຮຽນຫຍັງຈາກເລື່ອງຂອງໂລດ ໂຢບ ແລະນາໂອມີທີ່ຂຽນໄວ້ໃນຄຳພີໄບເບິນ. ນອກຈາກນັ້ນ ເຮົາຍັງຈະມາເບິ່ງບາງບັນຫາທີ່ພີ່ນ້ອງຂອງເຮົາປະສົບໃນປັດຈຸບັນ ແລະວິທີທີ່ເຮົາຈະຊ່ວຍເຂົາເຈົ້າໃຫ້ຮັບມືໄດ້.
ອົດທົນ
3. ຕາມ 2 ເປໂຕ 2:7, 8 ໂລດຕັດສິນໃຈຜິດພາດແນວໃດ ແລະຜົນເປັນແນວໃດ?
3 ໂລດຕັດສິນໃຈຜິດພາດເມື່ອລາວເລືອກທີ່ຈະໃຊ້ຊີວິດຢູ່ເມືອງຊໍດົມ ເພາະຄົນໃນເມືອງນັ້ນມັກເຮັດຜິດສິນລະທຳທີ່ຊົ່ວຮ້າຍຫຼາຍ. (ອ່ານ 2 ເປໂຕ 2:7, 8) ເຖິງວ່າເຂດເມືອງຊໍດົມຈະອຸດົມສົມບູນກໍຕາມ ແຕ່ໂລດໄດ້ສູນເສຍຫຼາຍ ຢ່າງເມື່ອຍ້າຍໄປເມືອງນັ້ນ. (ຕົ້ນ. 13:8-13; 14:12) ເບິ່ງຄືວ່າເມຍຂອງລາວມັກເມືອງນັ້ນຫຼືຄົນຢູ່ຫັ້ນຫຼາຍຈົນບໍ່ເຊື່ອຟັງພະເຢໂຫວາ. ລາວຕາຍຕອນທີ່ພະເຢໂຫວາທຳລາຍເມືອງນັ້ນດ້ວຍໄຟແລະມາດ. ແລະລູກສາວສອງຄົນຂອງໂລດເດ? ຄູ່ໝັ້ນຂອງເຂົາເຈົ້າຕາຍໃນເມືອງຊໍດົມນັ້ນ. ໂລດສູນເສຍເຮືອນຊານ ຊັບສົມບັດແລະທີ່ເຈັບປວດທີ່ສຸດຄືສູນເສຍເມຍ. (ຕົ້ນ. 19:12-14, 17, 26) ຕະຫຼອດສະຖານະການທີ່ເຄັ່ງຕຶງແລະທຸກໃຈນີ້ ພະເຢໂຫວາໝົດຄວາມອົດທົນກັບໂລດບໍ? ບໍ່.
4. ພະເຢໂຫວາໄດ້ສະແດງຄວາມອົດທົນກັບໂລດແນວໃດ? (ເບິ່ງຮູບໜ້າປົກ)
4 ເຖິງວ່າໂລດເລືອກເອງທີ່ຈະຢູ່ເມືອງຊໍດົມ ພະເຢໂຫວາກໍອີ່ຕົນລາວແລະໄດ້ສົ່ງທູດສະຫວັນໄປຊ່ວຍລາວກັບຄອບຄົວໃຫ້ລອດ. ແຕ່ລາວບໍ່ໄດ້ຟ້າວອອກຈາກເມືອງນັ້ນທັນທີຕາມທີ່ທູດສະຫວັນບອກ ລາວພັດຍັງເຮັດ “ຊ້າຢູ່.” ທູດສະຫວັນກໍເລີຍຈັບມືລາວແລະຊ່ວຍລາວກັບຄອບຄົວໃຫ້ຟ້າວໜີອອກຈາກເມືອງນັ້ນ. (ຕົ້ນ. 19:15, 16) ທູດສະຫວັນບອກລາວໃຫ້ໜີໄປເຂດພູເຂົາ ແຕ່ແທນທີ່ລາວຈະເຊື່ອຟັງພະເຢໂຫວາ ລາວພັດຂໍໄປເມືອງໜຶ່ງທີ່ຢູ່ໃກ້ໆ. (ຕົ້ນ. 19:17-20) ພະເຢໂຫວາໄດ້ສະແດງຄວາມອົດທົນແລະໃຫ້ໂລດໄປເມືອງນັ້ນ. ຕໍ່ມາ ລາວຢ້ານທີ່ຈະຢູ່ເມືອງນັ້ນ ລາວຈຶ່ງຍ້າຍໄປເຂດພູເຂົາບ່ອນທີ່ພະເຢໂຫວາບອກໃຫ້ລາວໄປຕັ້ງແຕ່ທຳອິດ. (ຕົ້ນ. 19:30) ພະເຢໂຫວາອົດທົນຫຼາຍແທ້ໆ! ເຮົາຈະຮຽນແບບພະອົງໄດ້ແນວໃດ?
5-6. ເຮົາຈະຮຽນແບບພະເຢໂຫວາໂດຍເຮັດຕາມຄຳແນະນຳໃນ 1 ເທຊະໂລນີກ 5:14 ແນວໃດ?
5 ຄືກັບໂລດ ພີ່ນ້ອງຮ່ວມຄວາມເຊື່ອຂອງເຮົາອາດຈະຕັດສິນໃຈຜິດພາດ ແລະເຮັດໃຫ້ຕົວເອງມີບັນຫາຮ້າຍແຮງ. ຖ້າເປັນແບບນັ້ນ ເຮົາຈະເຮັດແນວໃດ? ເຮົາອາດຢາກບອກລາວວ່າເຈົ້າເລືອກເອງ ເຈົ້າກໍຕ້ອງເກັບກ່ຽວເອງ. (ຄລາ. 6:7) ແຕ່ເຮົາສາມາດເຮັດສິ່ງທີ່ດີໄດ້ໂດຍຮຽນແບບວິທີທີ່ພະເຢໂຫວາຊ່ວຍໂລດ. ແລ້ວເຮົາຈະຮຽນແບບແນວໃດ?
6 ພະເຢໂຫວາສົ່ງທູດສະຫວັນມາບໍ່ພຽງແຕ່ເຕືອນລາວ ແຕ່ເພື່ອຊ່ວຍລາວໃຫ້ລອດຈາກການທຳລາຍເມືອງຊໍດົມ. ຄ້າຍຄືກັນ ເຮົາອາດເຕືອນພີ່ນ້ອງຖ້າລາວກຳລັງເຮັດສິ່ງທີ່ພາໃຫ້ລາວມີບັນຫາ ແລະເຮົາກໍອາດລົງມືຊ່ວຍລາວໄດ້ຄືກັນ. ຖ້າລາວຊັກຊ້າໃນການເຮັດຕາມຄຳແນະນຳຈາກຄຳພີໄບເບິນ ເຮົາກໍຕ້ອງອົດທົນຄືກັບທູດສະຫວັນສອງອົງນັ້ນ. ແທນທີ່ຈະຍອມແພ້ແລະເຊົາເຕືອນພີ່ນ້ອງ ເຮົາຄວນຊອກຫາວິທີທີ່ຈະຊ່ວຍລາວບໍ່ພຽງແຕ່ບອກລາວ. (1 ໂຢ. 3:18) ເຮົາອາດຕ້ອງຍື່ນມືເຂົ້າໄປຊ່ວຍລາວຄືກັບທີ່ທູດສະຫວັນຈັບມືໂລດ ເຮົາຕ້ອງຊ່ວຍລາວໃຫ້ເຮັດຕາມຄຳແນະນຳທີ່ລາວໄດ້ຮັບຈາກຄຳພີໄບເບິນ.—ອ່ານ 1 ເທຊະໂລນີກ 5:14
7. ເຮົາຈະຮຽນແບບວິທີທີ່ພະເຢໂຫວາເບິ່ງໂລດແນວໃດ?
7 ພະເຢໂຫວາອາດຈະເບິ່ງແຕ່ຂໍ້ບົກພ່ອງຂອງໂລດກໍໄດ້. ແຕ່ແທນທີ່ຈະເປັນແນວນັ້ນ ພະອົງພັດດົນໃຈໃຫ້ອັກຄະສາວົກເປໂຕເວົ້າເຖິງໂລດວ່າເປັນຜູ້ຮັບໃຊ້ທີ່ສັດຊື່. ເຮົາດີໃຈແທ້ໆທີ່ພະເຢໂຫວາເບິ່ງຂ້າມຄວາມຜິດພາດຂອງເຮົາຄືກັນ! (ເພງ. 130:3) ເຮົາຈະຮຽນແບບວິທີທີ່ພະເຢໂຫວາເບິ່ງໂລດໄດ້ບໍ? ຖ້າເຮົາເບິ່ງແຕ່ຈຸດດີຂອງພີ່ນ້ອງ ເຮົາກໍຈະອົດທົນກັບເຂົາເຈົ້າໄດ້ຫຼາຍຂຶ້ນ ແລະມັນກໍຈະງ່າຍຂຶ້ນທີ່ເຂົາເຈົ້າຈະຍອມຮັບຄວາມຊ່ວຍເຫຼືອຈາກເຮົາ.
ເຫັນອົກເຫັນໃຈ
8. ຄວາມເຫັນອົກເຫັນໃຈກະຕຸ້ນເຮົາໃຫ້ເຮັດຫຍັງ?
8 ໂຢບຕ່າງຈາກໂລດ ໂຢບບໍ່ໄດ້ເຈິສິ່ງທີ່ບໍ່ດີຍ້ອນຕັດສິນໃຈຜິດ. ແຕ່ລາວກໍເຈິບັນຫາທີ່ໜັກໜ່ວງ ລາວເຈັບປ່ວຍ ສູນເສຍຊັບສົມບັດ ຖານະທາງສັງຄົມ ຍິ່ງໄປກວ່ານັ້ນ ລູກຂອງລາວກໍຕາຍໝົດ ແລະຍັງບໍ່ພໍ ໝູ່ຈອມປອມສາມຄົນກໍຍັງມາໃສ່ຮ້າຍລາວອີກ. ເປັນຫຍັງໝູ່ຈອມປອມສາມຄົນບໍ່ໄດ້ເຫັນອົກເຫັນໃຈລາວ? ຍ້ອນເຂົາເຈົ້າບໍ່ໄດ້ພະຍາຍາມເຂົ້າໃຈວ່າເກີດຫຍັງຂຶ້ນແທ້ໆກັບໂຢບ. ເຂົາເຈົ້າຈຶ່ງຟ້າວສະຫຼຸບແບບຜິດໆແລະຕັດສິນໂຢບ
ແບບບໍ່ຍຸຕິທຳ. ເຮົາຈະບໍ່ເຮັດຄືກັບເຂົາເຈົ້າໄດ້ແນວໃດ? ເຮົາຕ້ອງຍອມຮັບວ່າມີແຕ່ພະເຢໂຫວາເທົ່ານັ້ນທີ່ຮູ້ຄວາມຈິງທັງໝົດກ່ຽວກັບສະພາບການທີ່ເກີດຂຶ້ນກັບຄົນໆໜຶ່ງ. ນອກຈາກນັ້ນ ໃຫ້ຕັ້ງໃຈຟັງເມື່ອມີຄົນທຸກໃຈມາລະບາຍໃຫ້ເຮົາຟັງ ແລະພະຍາຍາມເຂົ້າໃຈຄວາມເຈັບປວດຂອງລາວ. ເມື່ອເຮັດແບບນີ້ ເຮົາກໍຈະສາມາດເຫັນອົກເຫັນໃຈພີ່ນ້ອງຈາກໃຈຈິງ.9. ຖ້າເຮົາເປັນຄົນເຫັນອົກເຫັນໃຈເຮົາຈະບໍ່ເຮັດຫຍັງ ແລະຍ້ອນຫຍັງ?
9 ການເຫັນອົກເຫັນໃຈຈະເຮັດໃຫ້ເຮົາບໍ່ເອົາບັນຫາທີ່ພີ່ນ້ອງກຳລັງປະສົບໄປນິນທາ. ຄົນທີ່ມັກນິນທາບໍ່ໄດ້ເສີມສ້າງປະຊາຄົມ ແຕ່ເຮັດໃຫ້ປະຊາຄົມແຕກແຍກ. (ສຸພາ. 20:19; ໂລມ 14:19) ຄົນນິນທາເປັນຄົນທີ່ບໍ່ຄິດເຖິງຄົນອື່ນ ແລະຄຳເວົ້າຂອງລາວໄດ້ທຳຮ້າຍຄົນທີ່ທຸກໃຈໃຫ້ເຈັບປວດກວ່າເກົ່າ. (ສຸພາ. 12:18; ເອເຟ. 4:31, 32) ຈະເປັນເລື່ອງທີ່ດີຫຼາຍ ຖ້າເຮົາເບິ່ງແຕ່ຈຸດດີຂອງພີ່ນ້ອງ ແລະຄິດເຖິງວິທີທີ່ຈະຊ່ວຍເຂົາເຈົ້າໃຫ້ຮັບມືກັບບັນຫາ!
10. ຄຳເວົ້າໃນໂຢບ 6:2, 3 ສອນຫຍັງເຮົາ?
10 ອ່ານໂຢບ 6:2, 3. * ບາງເທື່ອໂຢບກໍ “ເວົ້າແບບບໍ່ຄິດ” ແຕ່ຕໍ່ມາລາວຍອມຮັບວ່າສິ່ງທີ່ລາວເວົ້າບໍ່ຖືກຕ້ອງ. (ໂຢບ 42:6) ຄືກັບໂຢບ ຄົນທີ່ເຈິບັນຫາທີ່ເຮັດໃຫ້ເຄັ່ງຕຶງອາດຈະເວົ້າຫຍັງແບບບໍ່ຄິດແລະກໍຮູ້ສຶກເສຍໃຈພາຍຫຼັງ. ເຮົາຄວນເຮັດແນວໃດຖ້າມີຄົນເວົ້າແບບນັ້ນ? ເຮົາຄວນເຫັນອົກເຫັນໃຈລາວ ແທນທີ່ຈະຕຳໜິລາວ. ຂໍຈື່ໄວ້ວ່າ ພະເຢໂຫວາບໍ່ໄດ້ສ້າງເຮົາໃຫ້ມາເຈິບັນຫາແລະຄວາມເຄັ່ງຕຶງທີ່ເຮົາມີໃນປັດຈຸບັນ. ສະນັ້ນ ເຮົາເຂົ້າໃຈໄດ້ເມື່ອຜູ້ຮັບໃຊ້ຂອງພະເຢໂຫວາທີ່ມີຄວາມເຄັ່ງ ຕຶງຈະເວົ້າຫຍັງແບບບໍ່ຄິດກ່ອນ. ເຮົາບໍ່ຄວນຄຽດ ໃຈຮ້າຍ ແລະຕັດສິນລາວເຖິງວ່າລາວຈະເວົ້າໃນສິ່ງທີ່ບໍ່ຖືກຕ້ອງກ່ຽວກັບພະເຢໂຫວາຫຼືກ່ຽວກັບຕົວເຮົາ.—ສຸພາ. 19:11
11. ຜູ້ເຖົ້າແກ່ຈະຮຽນແບບເອລີຫຶແນວໃດຕອນທີ່ໃຫ້ຄຳແນະນຳ?
11 ບາງເທື່ອ ຜູ້ທີ່ກຳລັງຮັບມືກັບບັນຫາທີ່ເຮັດໃຫ້ເຄັ່ງຕຶງແລະທຸກໃຈຈຳເປັນຕ້ອງໄດ້ຮັບຄຳແນະນຳບາງຢ່າງເພື່ອຊ່ວຍເຂົາເຈົ້າ. (ຄລາ. 6:1) ຜູ້ເຖົ້າແກ່ຈະເຮັດແນວໃດ? ເຂົາເຈົ້າສາມາດຮຽນແບບເອລີຫຶທີ່ສະແດງຄວາມເຫັນອົກເຫັນໃຈແລະຕັ້ງໃຈຟັງໂຢບ. (ໂຢບ 33:6, 7) ເອລີຫຶໃຫ້ຄຳແນະນຳຫຼັງຈາກທີ່ລາວເຂົ້າໃຈຄວາມຄິດຂອງໂຢບ. ຜູ້ເຖົ້າແກ່ທີ່ຮຽນແບບເອລີຫຶຈະຕັ້ງໃຈຟັງແລະພະຍາຍາມເຂົ້າໃຈສະພາບການຂອງພີ່ນ້ອງຄົນນັ້ນກ່ອນໃຫ້ຄຳແນະນຳ. ຖ້າເຮັດແບບນັ້ນຄຳແນະນຳຂອງເຂົາເຈົ້າກໍຈະເຂົ້າເຖິງຫົວໃຈຂອງຄົນນັ້ນຫຼາຍຂຶ້ນ.
ເວົ້າປອບໃຈ
12. ເມື່ອຜົວແລະລູກຊາຍຂອງນາໂອມີຕາຍສົ່ງຜົນແນວໃດຕໍ່ລາວ?
12 ນາໂອມີເປັນຜູ້ຍິງທີ່ສັດຊື່ທີ່ຮັກພະເຢໂຫວາ. ແຕ່ຫຼັງຈາກທີ່ຜົວແລະລູກຊາຍສອງຄົນຕາຍ ລາວກໍຢາກປ່ຽນຊື່ເປັນ “ມາຣາ” ທີ່ແປວ່າ “ຂົມໃຈ.” (ລຶດ 1:3, 5, 20, 21) ລູກໃພ້ທີ່ຊື່ລຶດບໍ່ໄດ້ຖິ້ມລາວຕອນທີ່ລາວມີບັນຫາ. ລຶດບໍ່ພຽງແຕ່ໃຫ້ສິ່ງຈຳເປັນກັບນາໂອມີ ແຕ່ຍັງເວົ້າປອບໃຈລາວ. ລຶດສະແດງຄວາມຮັກແລະຊູໃຈລາວດ້ວຍຄຳເວົ້າທີ່ງ່າຍໆທີ່ມາຈາກໃຈຈິງ.—ລຶດ 1:16, 17
13. ເປັນຫຍັງຄົນທີ່ຄູ່ຊີວິດຕາຍຈາກໄປຈຳເປັນຕ້ອງໄດ້ຮັບຄວາມຊ່ວຍເຫຼືອຈາກເຮົາ?
13 ພີ່ນ້ອງທີ່ຄູ່ຊີວິດຕາຍຈາກໄປຈຳເປັນຕ້ອງໄດ້ຮັບຄວາມຊ່ວຍເຫຼືອຈາກເຮົາ. ຜົວເມຍເປັນຄືກັບຕົ້ນໄມ້ສອງຕົ້ນທີ່ເຕີບໃຫຍ່ມານຳກັນ. ເມື່ອຜ່ານໄປຫຼາຍປີ ຮາກຂອງມັນກໍແຮ່ງກ້ຽວເຂົ້າກັນຢ່າງແໜ້ນແຟ້ນ. ເມື່ອຕົ້ນໜຶ່ງຖືກຖອນອອກແລະຕາຍໄປກໍຈະສົ່ງຜົນກະທົບຮ້າຍແຮງຕໍ່ອີກຕົ້ນໜຶ່ງ. ຄ້າຍຄືກັນ ເມື່ອຜົວຫຼືເມຍຕາຍໄປ ມັນກໍຈະສົ່ງຜົນກະທົບໃຫ້ອີກຝ່າຍໜຶ່ງເປັນເວລາຫຼາຍປີ. ໂພລາ * ທີ່ຜົວຕາຍກະທັນຫັນບອກວ່າ “ຊີວິດຂອງຂ້ອຍພິກປີ້ນເລີຍ ຂ້ອຍໝົດແຮງທີ່ຈະສູ້ຕໍ່ໄປ ຂ້ອຍສູນເສຍໝູ່ທີ່ດີທີ່ສຸດໃນຊີວິດ. ຂ້ອຍເຄີຍລົມກັບຜົວໄດ້ທຸກເລື່ອງ ລາວຮ່ວມສຸກຮ່ວມທຸກກັບຂ້ອຍແລະລາວກໍເປັນຜູ້ຟັງທີ່ດີຫຼາຍ. ຕອນນີ້ ຂ້ອຍຮູ້ສຶກວ່າເຄິ່ງໜຶ່ງຂອງຊີວິດໄດ້ຂາດຫາຍໄປ.”
14-15. ເຮົາຈະເວົ້າປອບໃຈຄົນທີ່ຄູ່ຊີວິດຕາຍຈາກໄປໄດ້ແນວໃດ?
14 ເຮົາຈະປອບໃຈຄົນທີ່ຄູ່ຊີວິດຕາຍຈາກໄປໄດ້ແນວໃດ? ສິ່ງສຳຄັນທຳອິດຄື ພະຍາຍາມລົມກັບລາວ ເຖິງວ່າເຮົາບໍ່ຮູ້ວ່າຈະເຮັດແນວໃດຫຼືຈະລົມແນວໃດ. ໂພລາເຊິ່ງໄດ້ເວົ້າເຖິງກ່ອນໜ້ານີ້ບອກວ່າ: “ຂ້ອຍເຂົ້າໃຈວ່າເຫດການແບບນີ້ເຮັດໃຫ້ຜູ້ຄົນຮູ້ສຶກວ່າບໍ່ຮູ້ຈະເຮັດແນວໃດ. ເຂົາເຈົ້າຢ້ານວ່າຈະເວົ້າໃຫ້ເສຍໃຈຫຼາຍກວ່າເກົ່າ. ແຕ່ການເວົ້າຜິດໆຖືກໆກໍດີກວ່າການບໍ່ເວົ້າຫຍັງເລີຍ.” ຜູ້ທີ່ເສຍໃຈບໍ່ໄດ້ຄາດໝາຍໃຫ້ເຮົາເວົ້າສິ່ງທີ່ກິນໃຈ. ໂພລາເວົ້າວ່າ: “ຂ້ອຍຮູ້ຄຸນຄ່າແທ້ໆເມື່ອໝູ່ພຽງແຕ່ເວົ້າວ່າ ‘ຂ້ອຍເສຍໃຈນຳເດີ້.’”
15 ວິນລຽມເຊິ່ງເມຍຂອງລາວຕາຍໄດ້ຫຼາຍປີບອກວ່າ: “ເມື່ອມີຄົນເວົ້າເຖິງເມຍຂອງຂ້ອຍ ຂ້ອຍໄດ້ຮັບກຳລັງໃຈຫຼາຍເພາະເຮັດໃຫ້ຂ້ອຍຮູ້ວ່າຍັງມີຄົນທີ່ຮັກແລະນັບຖືເມຍຂ້ອຍຢູ່. ນີ້ຊ່ວຍຂ້ອຍໄດ້ຫຼາຍແທ້ໆ. ຄຳເວົ້າຂອງເຂົາເຈົ້າປອບໃຈຂ້ອຍຫຼາຍເພາະເມຍເປັນຄົນທີ່ຂ້ອຍຮັກແລະລາວກໍເປັນສ່ວນສຳຄັນໃນຊີວິດຂອງຂ້ອຍ.” ແມ່ໝ້າຍຄົນໜຶ່ງທີ່ຊື່ບຽນກາບອກວ່າ: “ຂ້ອຍຮູ້ສຶກໄດ້ກຳລັງໃຈເມື່ອມີຄົນມາອະທິດຖານກັບຂ້ອຍແລະອ່ານພະຄຳພີນຳຈັກໜຶ່ງຫຼືສອງຂໍ້. ເມື່ອເຂົາເຈົ້າເວົ້າເຖິງຜົວຂອງຂ້ອຍແລະຟັງຂ້ອຍເລົ່າເລື່ອງຂອງລາວ ມັນຊ່ວຍຂ້ອຍໄດ້ອີ່ຫຼີ.”
16. (ກ) ເຮົາຈະຊ່ວຍຄົນທີ່ຄູ່ຊີວິດຕາຍຈາກໄປໄດ້ແນວໃດ? (ຂ) ຕາມຢາໂກໂບ 1:27 ເຮົາມີໜ້າທີ່ຮັບຜິດຊອບຫຍັງ?
16 ຄືກັບລຶດບໍ່ປະນາໂອມີເຊິ່ງເປັນແມ່ໝ້າຍ ເຮົາກໍຕ້ອງຊ່ວຍພີ່ນ້ອງທີ່ຄູ່ຊີວິດຕາຍຈາກໄປຕໍ່ໆໄປ. ໂພລາທີ່ເວົ້າເຖິງກ່ອນໜ້ານີ້ບອກວ່າ: “ທັນທີຫຼັງຈາກຜົວຂ້ອຍຕາຍ ຫຼາຍຄົນໄດ້ມາຊ່ວຍແລະໃຫ້ກຳລັງໃຈຂ້ອຍຫຼາຍ. ເມື່ອເວລາຜ່ານໄປ ເຂົາເຈົ້າກໍກັບໄປໃຊ້ຊີວິດປະຈຳວັນຕາມປົກກະຕິ ແຕ່ຊີວິດຂ້ອຍບໍ່ຄືເກົ່າອີກແລ້ວ. ດັ່ງນັ້ນ ເປັນສິ່ງທີ່ດີຖ້າຄົນເຮົາເຂົ້າໃຈວ່າຄົນທີ່ໂສກເສົ້າຕ້ອງການຄວາມຊ່ວຍເຫຼືອບໍ່ວ່າເລື່ອງທີ່ເຮັດໃຫ້ເສົ້າໃຈນັ້ນຈະຜ່ານໄປຫຼາຍເດືອນຫຼາຍປີແລ້ວກໍຕາມ.” ແນ່ນອນວ່າແຕ່ລະຄົນບໍ່ຄືກັນ. ບາງຄົນກໍເບິ່ງຄືວ່າປັບໂຕໄດ້ໄວ ແຕ່ບາງຄົນກໍຮູ້ສຶກເຈັບປວດທຸກຄັ້ງຕອນທີ່ເຂົາເຈົ້າເຮັດບາງສິ່ງທີ່ເຄີຍເຮັດກັບຄົນທີ່ຮັກ. ຄົນໂສກເສົ້າສະແດງອອກບໍ່ຄືກັນ. ຂໍໃຫ້ເຮົາຈື່ວ່າ ພະເຢໂຫວາໃຫ້ສິດທິພິເສດແລະໜ້າທີ່ຮັບຜິດຊອບກັບເຮົາທີ່ຈະເອົາໃຈໃສ່ຄົນທີ່ຄູ່ຊີວິດຕາຍຈາກໄປ.—ອ່ານ17. ເປັນຫຍັງຄົນທີ່ຖືກຄູ່ຊີວິດຖິ້ມຈຶ່ງຕ້ອງການຄວາມຊ່ວຍເຫຼືອຈາກເຮົາ?
17 ນອກຈາກນັ້ນ ບາງຄົນຕ້ອງຮັບມືກັບຄວາມເຈັບປວດແລະຄວາມເຄັ່ງຕຶງຍ້ອນຖືກຄູ່ຊີວິດຂອງຕົວເອງຖິ້ມ. ຈອຍເຊິ່ງຖືກຜົວຖິ້ມແລ້ວໄປເອົາເມຍໃໝ່ບອກວ່າ: “ການທີ່ຜົວຕາຍປະອາດຈະບໍ່ເຈັບສ່ຳຖືກຜົວຖິ້ມ ເພາະຖ້າລາວຕາຍຍ້ອນອຸບັດຕິເຫດຫຼືເຈັບປ່ວຍມັນກໍເປັນສິ່ງທີ່ລາວເລືອກບໍ່ໄດ້. ແຕ່ໃນກໍລະນີນີ້ ລາວເລືອກທີ່ຈະປະຮ້າງຂ້ອຍ ແລະມັນເຮັດໃຫ້ຂ້ອຍຮູ້ສຶກອັບອາຍແລະບໍ່ມີຄ່າ.”
18. ເຮົາຈະເຮັດຫຍັງໄດ້ແດ່ເພື່ອຊ່ວຍຄົນທີ່ສູນເສຍຄູ່ຊີວິດ?
ສຸພາ. 17:17) ເຈົ້າຈະເຮັດໃຫ້ເຫັນແນວໃດວ່າເຈົ້າເປັນໝູ່ຂອງລາວ? ເຈົ້າອາດຊວນລາວມາກິນເຂົ້ານຳ ອາດຈະເຮັດຫຍັງບາງຢ່າງກັບລາວຫຼືໄປຮັບໃຊ້ນຳກັນ ຫຼືອີກຢ່າງໜຶ່ງທີ່ເຈົ້າເຮັດໄດ້ກໍຄື ຊວນລາວມາຮ່ວມການນະມັດສະການປະຈຳຄອບຄົວນຳ. ຖ້າເຈົ້າເຮັດແບບນັ້ນເຈົ້າກໍຈະເຮັດໃຫ້ພະເຢໂຫວາມີຄວາມສຸກ ເພາະພະອົງ “ຢູ່ໃກ້ຄົນທີ່ຫົວໃຈແຕກສະຫຼາຍ” ແລະເປັນ “ຜູ້ປົກປ້ອງແມ່ໝ້າຍ.”—ເພງ. 34:18; 68:5, ລ.ມ.
18 ເມື່ອເຮົາເຮັດສິ່ງດີໆໃຫ້ຄົນທີ່ສູນເສຍຄູ່ຊີວິດ ບໍ່ວ່າຄູ່ຂອງລາວຈະຕາຍປະຫຼືປະຮ້າງ ເຮົາກໍເຮັດໃຫ້ລາວໝັ້ນໃຈວ່າເຮົາຮັກລາວແທ້ໆ. ເພາະໃນເວລານີ້ລາວຮູ້ສຶກໂດດດ່ຽວແລະຕ້ອງການໝູ່ທີ່ດີ. (19. ຈາກ 1 ເປໂຕ 3:8 ເຮົາຄວນຕັ້ງໃຈທີ່ຈະເຮັດຫຍັງ?
19 ອີກບໍ່ດົນ ເມື່ອລາຊະອານາຈັກຂອງພະເຈົ້າມາປົກຄອງໂລກ “ຈະບໍ່ມີໃຜນຶກເຖິງຄວາມທຸກຍາກທີ່ເຄີຍມີ.” ເຮົາຕັ້ງໃຈລໍຖ້າເວລາທີ່ “ຈະບໍ່ມີໃຜຈົດຈຳຫຼືນຶກເຖິງສິ່ງທີ່ຜ່ານມາອີກເລີຍ.” (ເອຊາ. 65:16, 17, ລ.ມ.) ຈົນກວ່າຈະຮອດມື້ນັ້ນ ຂໍໃຫ້ເຮົາຊ່ວຍກັນຕໍ່ໆໄປໂດຍທາງຄຳເວົ້າແລະການກະທຳທີ່ສະແດງວ່າເຮົາຮັກພີ່ນ້ອງທຸກຄົນເຊິ່ງເປັນຄອບຄົວທາງຄວາມເຊື່ອຂອງເຮົາ.—ອ່ານ 1 ເປໂຕ 3:8
ເພງ 111 ສິ່ງທີ່ເຮັດໃຫ້ພວກເຮົາມີຄວາມຍິນດີ
^ ຂໍ້ 5 ໂລດ ໂຢບ ແລະນາໂອມີຮັບໃຊ້ພະເຢໂຫວາຢ່າງສັດຊື່ ແຕ່ເຂົາເຈົ້າຍັງຕ້ອງປະສົບກັບສະພາບທີ່ເຄັ່ງຕຶງແລະທຸກໃຈ. ໃນບົດຄວາມນີ້ເຮົາຈະເບິ່ງວ່າເຮົາໄດ້ບົດຮຽນຫຍັງຈາກປະສົບການຂອງເຂົາເຈົ້າ ແລະຍັງຈະເບິ່ງວ່າເປັນຫຍັງເປັນເລື່ອງສຳຄັນທີ່ເຮົາຕ້ອງອົດທົນ ເຫັນອົກເຫັນໃຈ ແລະເວົ້າປອບໃຈພີ່ນ້ອງທີ່ກຳລັງປະສົບກັບບັນຫາ.
^ ຂໍ້ 13 ຊື່ໃນບົດຄວາມນີ້ເປັນຊື່ສົມມຸດ
^ ຂໍ້ 58 ຄຳອະທິບາຍຮູບພາບ: ພີ່ນ້ອງຊາຍຄົນໜຶ່ງຮູ້ສຶກເຄັ່ງຕຶງຫຼາຍແລະກໍ “ເວົ້າແບບບໍ່ຄິດ” ແຕ່ຜູ້ເຖົ້າແກ່ກໍຟັງລາວຢ່າງອົດທົນ. ຕໍ່ມາເມື່ອລາວເລີ່ມໃຈເຢັນ ຜູ້ເຖົ້າແກ່ກໍໃຫ້ຄຳແນະນຳລາວຢ່າງອົບອຸ່ນ.
^ ຂໍ້ 60 ຄຳອະທິບາຍຮູບພາບ: ຜົວເມຍຄູ່ໜຶ່ງໃຊ້ເວລາກັບພີ່ນ້ອງຊາຍທີ່ເມຍໄດ້ຕາຍໄປ. ເຂົາເຈົ້າໄດ້ເວົ້າເຖິງຄວາມຊົງຈຳດີໆກ່ຽວກັບເມຍຂອງລາວ.