ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ມ້ວນ​ໜັງສື​ເກົ່າ​ແກ່ “ຖືກ​ມາຍ​ອອກ”

ມ້ວນ​ໜັງສື​ເກົ່າ​ແກ່ “ຖືກ​ມາຍ​ອອກ”

ໃນ​ປີ 1970 ມີ​ການ​ຄົ້ນ​ພົບ​ມ້ວນ​ໜັງສື​ທີ່​ຖືກ​ໄຟ​ໄໝ້​ໃນ​ເອນ​ເກ​ດີ ແຕ່​ບໍ່​ມີ​ໃຜ​ສາມາດ​ອ່ານ​ໄດ້. ການ​ໃຊ້​ເຄື່ອງ​ສະ​ແກນ 3 ມິຕິ​ເຮັດ​ໃຫ້​ຮູ້​ວ່າ​ມ້ວນ​ໜັງສື​ນີ້​ເປັນ​ຂໍ້​ຄວາມ​ສ່ວນ​ໜຶ່ງ​ຈາກ​ພະທຳ​ເລວີ​ແລະ​ມີ​ຊື່​ຂອງ​ພະເຈົ້າ.

ໃນ​ປີ 1970 ນັກ​ບູຮານຄະດີ​ໄດ້​ຄົ້ນ​ພົບ​ມ້ວນ​ໜັງສື​ທີ່​ຖືກ​ໄຟ​ໄໝ້​ຢູ່​ໃກ້​ຝັ່ງ​ຕາເວັນ​ຕົກ​ຂອງ​ທະເລ​ຕາຍ​ຢູ່​ເອນ​ເກ​ດີ ປະເທດ​ອິດສະລາແອນ. ເຂົາ​ເຈົ້າ​ໄດ້​ພົບ​ມ້ວນ​ໜັງສື​ນີ້​ຕອນ​ທີ່​ຂຸດ​ດິນ​ຢູ່​ບ່ອນ​ຊາກ​ຫັກ​ພັງ​ທີ່​ເຄີຍ​ເປັນ​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ ເຊິ່ງ​ຄົງ​ຈະ​ຖືກ​ໄຟ​ໄໝ້​ໃນ​ສະຕະວັດ​ທີ​ຫົກ​ກ່ອນ ຄ.ສ ມ້ວນ​ໜັງສື​ນີ້​ມີ​ສະພາບ​ທີ່​ອ່ານ​ບໍ່​ໄດ້ ແຕ່​ຍ້ອນ​ໃຊ້​ເຄື່ອງ​ສະ​ແກນ 3 ມິຕິ​ແບບ​ພິເສດ​ແລະ​ຊອບ​ແວ​ປະເມີນ​ຜົນ​ລຸ້ນ​ໃໝ່​ຈຶ່ງ​ເຮັດ​ໃຫ້​ອ່ານ​ສິ່ງ​ທີ່​ຂຽນ​ໃນ​ມ້ວນ​ໜັງສື​ນັ້ນ​ໄດ້ ເຊິ່ງ​ເປັນ​ຄື​ກັບ​ວ່າ​ມ້ວນ​ໜັງສື​ນັ້ນ​ໄດ້ “ຖືກ​ມາຍ​ອອກ.”

ຜົນ​ຈາກ​ການ​ສະ​ແກນ​ນັ້ນ​ເປັນ​ແນວ​ໃດ? ມ້ວນ​ໜັງສື​ນີ້​ເປັນ​ຂໍ້​ຄວາມ​ຈາກ​ຄຳພີ​ໄບເບິນ. ຂໍ້​ຄວາມ​ທີ່​ອ່ານ​ໄດ້​ຂອງ​ມ້ວນ​ໜັງສື​ນີ້​ເປັນ​ສ່ວນ​ທຳອິດ​ຂອງ​ພະທຳ​ເລວີ ເຊິ່ງ​ມີ​ຊື່​ຂອງ​ພະເຈົ້າ​ໃນ​ພາສາ​ເຫບເລີ​ທີ່​ຂຽນ​ດ້ວຍ​ພະຍັນຊະນະ​ສີ່​ຕົວ​ທີ່​ເອີ້ນ​ວ່າ ເທຣາກຳມາທອນ. ເບິ່ງ​ຄື​ວ່າ​ມ້ວນ​ໜັງສື​ນີ້​ຂຽນ​ໃນ​ລະຫວ່າງ​ປີ ຄ.ສ 50-400. ສະນັ້ນ ມັນ​ເປັນ​ມ້ວນ​ໜັງສື​ຂອງ​ພະ​ຄຳພີ​ພາສາ​ເຫບເລີ​ທີ່​ເກົ່າ​ແກ່​ທີ່​ສຸດ​ອັນ​ດັບ​ທີ​ສອງ​ຮອງ​ຈາກ​ມ້ວນ​ໜັງສື​ທະເລ​ຕາຍ (ຄຸມຣານ). ໃນ​ໜັງສື​ພິມ​ເດິ​ເຢຣຶຊາເລມ​ໂພດ​ສ ກິລ ໂຊຮາ​ຂຽນ​ວ່າ: “ກ່ອນ​ທີ່​ມ້ວນ​ໜັງສື​ເອນ​ເກ​ດີ​ເຊິ່ງ​ມີ​ຊິ້ນສ່ວນ​ຂອງ​ພະທຳ​ເລວີ​ຈະ​ຖືກ​ຄົ້ນ​ພົບ ສຳເນົາ​ຄຳພີ​ໄບເບິນ​ທີ່​ເກົ່າ​ແກ່​ທີ່​ສຸດ​ທີ່​ມີ​ຢູ່​ຄື​ມ້ວນ​ໜັງສື​ທະເລ​ຕາຍ (ປະມານ​ປີ 100 ກ່ອນ ຄ.ສ) ແລະ​ສຳເນົາ​ທີ່​ເກົ່າ​ແກ່​ອັນ​ດັບ​ສອງ​ຄື ໂກເດັກ​ອະເລັບໂປ (ປະມານ​ປີ ຄ.ສ 930) ເຊິ່ງ​ອາຍຸ​ຂອງ​ມ້ວນ​ໜັງສື​ນີ້​ຫ່າງ​ກັນ​ປະມານ 1.000 ປີ.” ຜູ້​ຊ່ຽວຊານ​ຫຼາຍ​ຄົນ​ໃຫ້​ຄວາມ​ເຫັນ​ວ່າ ມ້ວນ​ໜັງສື​ເອນ​ເກ​ດີ​ເຮັດ​ໃຫ້​ເຫັນ​ວ່າ ຂໍ້​ຄວາມ​ໃນ​ໂທຣາ​ທີ່​ພວກ​ມາໂຊເຣດ​ຄັດ​ລອກ​ນັ້ນ “ບໍ່​ໄດ້​ປ່ຽນ​ແປງ​ເລີຍ​ໃນ​ໄລຍະ​ຫຼາຍ​ພັນ​ປີ ແລະ​ຄວາມ​ຜິດ​ພາດ​ຂອງ​ຜູ້​ຄັດ​ລອກ​ກໍ​ບໍ່​ໄດ້​ມີ​ຜົນ​ຕໍ່​ຂໍ້​ຄວາມ.”