ວິທີປົກປ້ອງຕົວເອງຈາກກັບດັກຢ່າງໜຶ່ງຂອງຊາຕານ
ຕອນທີ່ຊາວອິດສະລາແອນກຽມຈະຂ້າມແມ່ນ້ຳຢູລະເດນເຂົ້າໄປໃນແຜ່ນດິນທີ່ພະເຈົ້າສັນຍາ ມື້ໜຶ່ງມີແຂກມາຫາເຂົາເຈົ້າ. ແຂກເຫຼົ່ານັ້ນຄືຜູ້ຍິງຕ່າງຊາດທີ່ມາເຊີນເຂົາເຈົ້າໄປງານລ້ຽງ. ນີ້ເປັນໂອກາດທີ່ດີທີ່ຊາວອິດສະລາແອນຈະໄດ້ໝູ່ໃໝ່ ເຕັ້ນລຳ ແລະໄດ້ກິນອາຫານແຊບໆ. ແຕ່ຜູ້ຍິງເຫຼົ່ານັ້ນມີປະເພນີແລະສິນລະທຳທີ່ຕ່າງຈາກກົດໝາຍຂອງພະເຈົ້າ. ຊາຍອິດສະລາແອນບາງຄົນອາດຈະຄິດວ່າ ‘ບໍ່ເປັນຫຍັງດອກ ຂ້ອຍລະວັງຕົວຢູ່ແລ້ວ.’
ແລ້ວເກີດຫຍັງຂຶ້ນ? ຄຳພີໄບເບິນບອກວ່າ: “ຄົນທັງຫຼາຍໄດ້ຕັ້ງຫຼິ້ນຊູ້ສູ່ກັບພວກຜູ້ສາວຊາວໂມອາບ.” ທີ່ຈິງ ຜູ້ຍິງໂມອາບຢາກໃຫ້ຊາຍອິດສະລາແອນໄປນະມັດສະການພະປອມ ແລ້ວມັນກໍເປັນແບບນັ້ນແທ້ໆ. ນີ້ເຮັດໃຫ້ “ຄວາມຄຽດຂອງພະເຢໂຫວາໄດ້ພຸ່ງຂຶ້ນຕໍ່ສູ້ພວກຍິດສະລາເອນ.”—ຊາວອິດສະລາແອນເຮັດຜິດກົດໝາຍຂອງພະເຈົ້າ 2 ຂໍ້ຄື: ເຂົາເຈົ້າໄຫວ້ຮູບເຄົາລົບແລະເຮັດຜິດສິນລະທຳທາງເພດ. ນີ້ເຮັດໃຫ້ຊາວອິດສະລາແອນຫຼາຍພັນຄົນຕ້ອງຕາຍ. (ອົບ. 20:4, 5, 14; ບັນຍັດ. 13:6-9) ໜ້າເສຍດາຍແທ້ໆທີ່ເຂົາເຈົ້າໃກ້ຈະຂ້າມແມ່ນ້ຳຢູລະເດນເຂົ້າໄປໃນແຜ່ນດິນທີ່ພະເຈົ້າສັນຍາຢູ່ແລ້ວ ແຕ່ພັດເຮັດຜິດກົດໝາຍຂອງພະເຈົ້າ.—ຈົດເຊັນ. 25:5, 9
ຈາກເຫດການນີ້ໂປໂລບອກວ່າ: “ທັງໝົດນີ້ເກີດຂຶ້ນກັບເຂົາເຈົ້າເພື່ອເປັນຕົວຢ່າງສອນເຮົາ ແລະຖືກຂຽນໄວ້ເພື່ອເຕືອນເຮົາເຊິ່ງຢູ່ໃກ້ຕອນສິ້ນຍຸກ.” (1 ໂກ. 10:7-11, ລ.ມ.) ຊາຕານດີໃຈທີ່ຊາວອິດສະລາແອນເຮັດຜິດແລະບໍ່ໄດ້ເຂົ້າໄປໃນແຜ່ນດິນທີ່ພະເຈົ້າສັນຍາ. ເລື່ອງນີ້ເຕືອນເຮົາວ່າຊາຕານຈະເຮັດທຸກຢ່າງເພື່ອບໍ່ໃຫ້ເຮົາເຊື່ອຟັງແລະເຂົ້າໄປໃນໂລກໃໝ່ຂອງພະເຈົ້າ!
ກັບດັກທີ່ອັນຕະລາຍ
ຊາຕານວາງກັບດັກເພື່ອຈັບຄລິດສະຕຽນໂດຍໃຊ້ຫຼາຍວິທີທີ່ໄດ້ຜົນມາແລ້ວ. ວິທີໜຶ່ງທີ່ມັນໃຊ້ກັບຊາວອິດສະລາແອນຄື ການເຮັດຜິດສິນລະທຳທາງເພດ ແລະມັນໄດ້ໃຊ້ວິທີດຽວກັນນີ້ໃນສະໄໝຂອງເຮົາເຊິ່ງເປັນກັບດັກທີ່ອັນຕະລາຍຫຼາຍ ແລະສິ່ງທີ່ເຮັດໃຫ້ຕິດກັບດັກນີ້ກໍຄືສິ່ງລາມົກ.
ໃນທຸກມື້ນີ້ສາມາດເບິ່ງສິ່ງລາມົກໄດ້ໂດຍບໍ່ມີໃຜຮູ້. ໃນຫຼາຍສິບປີກ່ອນຖ້າໃຜຢາກເບິ່ງສິ່ງລາມົກອາດຈະໄປເບິ່ງຢູ່ໂຮງໜັງຫຼືຮ້ານປຶ້ມສຳລັບຜູ້ໃຫຍ່. ແຕ່ຫຼາຍຄົນບໍ່ກ້າໄປເບິ່ງຍ້ອນຮູ້ສຶກອາຍຫຼືຢ້ານຄົນອື່ນເຫັນ. ໃນປັດຈຸບັນນີ້ພຽງແຕ່ເຂົ້າອິນເຕີເນັດກໍສາມາດເບິ່ງສິ່ງລາມົກໄດ້ທຸກບ່ອນບໍ່ວ່າຈະຢູ່ບ່ອນເຮັດວຽກ ຢູ່ລົດ ຫຼືຢູ່ເຮືອນ.
ໂທລະສັບມືຖືແລະແທັບເລັດກໍເຮັດໃຫ້ເບິ່ງສິ່ງລາມົກໄດ້ງ່າຍຂຶ້ນ. ຜູ້ຄົນສາມາດເບິ່ງໄດ້ບໍ່ວ່າຈະຍ່າງ ຂີ່ລົດເມ ຫຼືລົດໄຟ.
ເນື່ອງຈາກເປັນເລື່ອງງ່າຍຂຶ້ນທີ່ຈະເບິ່ງສິ່ງລາມົກແບບລັບໆແລະບໍ່ມີໃຜເຫັນ ຈຶ່ງເຮັດໃຫ້ຫຼາຍຄົນໄດ້ຮັບຜົນເສຍຫາຍຫຼາຍກວ່າແຕ່ກ່ອນ. ສິ່ງລາມົກໄດ້ທຳລາຍຊີວິດຄູ່ ຄວາມນັບຖືຕົວເອງ ແລະສະຕິຮູ້ສຶກຜິດຊອບ. ທີ່ສຳຄັນທີ່ສຸດກໍຄື ມັນທຳລາຍສາຍສຳພັນກັບພະເຈົ້າ. ນອກຈາກນັ້ນ ສິ່ງລາມົກຍັງທຳລາຍຄົນທີ່ເບິ່ງມັນແລະເຮັດໃຫ້ເກີດບາດແຜທາງອາລົມ ເຊິ່ງບາດແຜນັ້ນກໍນານເຊົາຫຼືອາດຈະບໍ່ເຊົາເລີຍ.
ພະເຢໂຫວາມີວິທີປົກປ້ອງເຮົາຈາກກັບດັກນີ້. ແຕ່ເພື່ອເຮົາຈະໃຫ້ພະອົງປົກປ້ອງ ເຮົາຕ້ອງ ‘ເຊື່ອຟັງພະອົງຢ່າງເຄັ່ງຄັດ’ ແລະບໍ່ເຮັດຄືກັບຊາວອິດສະລາແອນ. (ອົບ. 19:5) ເຮົາຕ້ອງຈື່ໄວ້ວ່າພະເຢໂຫວາກຽດຊັງສິ່ງລາມົກ. ເປັນຫຍັງພະອົງຈຶ່ງກຽດຊັງສິ່ງລາມົກ?
ກຽດຊັງສິ່ງທີ່ພະເຢໂຫວາກຽດຊັງ
ກົດໝາຍທີ່ພະເຈົ້າໃຫ້ກັບຊາວອິດສະລາແອນຕ່າງຈາກກົດໝາຍຂອງຊາດທັງໝົດໃນສະໄໝນັ້ນ. ກົດໝາຍນີ້ເປັນຄືກັບກຳແພງທີ່ໄດ້ປົກປ້ອງເຂົາເຈົ້າບໍ່ໃຫ້ພົວພັນແລະເຮັດຄືກັບຊາດອ້ອມຂ້າງ. (ບັນຍັດ. 4:6-8) ກົດໝາຍນີ້ບອກຈະແຈ້ງວ່າ: ພະເຢໂຫວາກຽດຊັງການເຮັດຜິດສິນລະທຳທາງເພດ.
ເມື່ອເວົ້າເຖິງການກະທຳຜິດຂອງຊາດອ້ອມຂ້າງ ພະເຢໂຫວາບອກວ່າ: “ຢ່າຂັບຕາມຮີດຄອງປະເທດການາອານທີ່ເຮົາໃຫ້ພວກທ່ານເຂົ້າໄປ . . . ແຜ່ນດິນນັ້ນໄດ້ເປັນຖ່ອຍຮ້າຍ ແລະເຮົາລົງໂທດຖືກບາບພວກນັ້ນ.” ພະເຢໂຫວາຖືວ່າແຜ່ນດິນຂອງຊາວການາອານນັ້ນເປັນມົນທິນຍ້ອນຮູບແບບຊີວິດຂອງເຂົາເຈົ້າເປິເປື້ອນ.—ເລວີ. 18:3, 25
ເຖິງວ່າພະເຢໂຫວາໄດ້ລົງໂທດຊາວການນາອານແລ້ວ ແຕ່ຊາດອື່ນກໍຍັງເຮັດຜິດສິນລະທຳທາງເພດຢູ່. ຫຼາຍກວ່າ ເອເຟ. 4:17-19, ລ.ມ.) ໃນທຸກມື້ນີ້ກໍຄືກັນ ຫຼາຍຄົນໄດ້ເຮັດຜິດສິນລະທຳທາງເພດໂດຍບໍ່ຮູ້ສຶກອາຍ. ແຕ່ເຮົາໃນຖານະທີ່ເປັນຜູ້ຮັບໃຊ້ພະເຈົ້າ ເຮົາຕ້ອງບໍ່ເບິ່ງສິ່ງລາມົກທີ່ເຂົາເຈົ້າເຮັດ.
1.500 ປີຕໍ່ມາ ໂປໂລກໍເວົ້າເຖິງຊາດຕ່າງໆໃນສະໄໝຄລິດສະຕຽນວ່າ: “ເຂົາເຈົ້າບໍ່ຮູ້ສຶກລະອາຍຕໍ່ບາບ ເຂົາເຈົ້າຈຶ່ງປ່ອຍຕົວປະພຶດໄຮ້ຢາງອາຍແລະເຮັດສິ່ງທີ່ບໍ່ສະອາດທຸກຮູບແບບດ້ວຍຄວາມໂລບ.” (ສິ່ງລາມົກເປັນການໝິ່ນປະໝາດພະເຈົ້າ ເພາະພະເຈົ້າສ້າງມະນຸດຕາມຮູບແບບຂອງພະອົງ. ພະອົງສ້າງມະນຸດໃຫ້ມີຄວາມສາມາດທີ່ຈະຮູ້ສຶກວ່າອັນໃດຖືກອັນໃດຜິດ ແລະໄດ້ໃຫ້ກົດໝາຍເລື່ອງເພດສຳພັນເພື່ອເຮັດໃຫ້ຊີວິດຄູ່ມີຄວາມສຸກ. (ຕົ້ນ. 1:26-28; ສຸພາ. 5:18, 19) ແຕ່ຄົນທີ່ຜະລິດແລະສະໜັບສະໜູນສິ່ງລາມົກກຳລັງເຮັດຫຍັງ? ເຂົາເຈົ້າກຳລັງດູຖູກແລະບໍ່ໄດ້ສົນໃຈມາດຕະຖານດ້ານສິນລະທຳຂອງພະເຢໂຫວາ ເຂົາເຈົ້າບໍ່ໃຫ້ກຽດພະອົງ ດັ່ງນັ້ນ ພະອົງຈະພິພາກສາເຂົາເຈົ້າ.—ໂລມ 1:24-27
ແລ້ວຄົນທີ່ຕັ້ງໃຈອ່ານແລະເບິ່ງສິ່ງລາມົກເດ? ບາງຄົນຄິດວ່າບໍ່ເປັນອັນຕະລາຍ ແຕ່ເຂົາເຈົ້າກຳລັງສະໜັບສະໜູນຄົນທີ່ບໍ່ໄດ້ສົນໃຈມາດຕະຖານດ້ານສິນລະທຳຂອງພະເຢໂຫວາ. ທີ່ຈິງ ເຂົາເຈົ້າອາດບໍ່ໄດ້ຕັ້ງໃຈທີ່ລະເມີດກົດໝາຍຂອງພະເຢໂຫວາ. ດັ່ງນັ້ນ ຜູ້ຮັບໃຊ້ຂອງພະເຈົ້າຕ້ອງກຽດຊັງສິ່ງລາມົກຄືກັບທີ່ພະອົງກຽດຊັງ. ຄຳພີໄບເບິນບອກວ່າ: “ຄົນທັງຫຼາຍທີ່ຮັກພະເຢໂຫວາຈົ່ງກຽດຊັງການຊົ່ວຮ້າຍ.”—ເພງ. 97:10
ຜູ້ທີ່ຢາກເຊົາເບິ່ງສິ່ງລາມົກກໍອາດຍາກທີ່ຈະຊັງສິ່ງນັ້ນ ຍ້ອນວ່າເຮົາເປັນມະນຸດທີ່ບໍ່ສົມບູນແບບ ເຮົາອາດຕ້ອງຕໍ່ສູ້ກັບຄວາມຕ້ອງການທີ່ຈະເຮັດຜິດສິນລະທຳ. ນອກຈາກນັ້ນ ຫົວໃຈຂອງເຮົາກໍມັກເຮັດຂັດກັບກົດໝາຍຂອງພະເຈົ້າ. (ຢເຣ. 17:9) ແຕ່ຫຼາຍຄົນທີ່ເຂົ້າມາເປັນຄລິດສະຕຽນກໍສາມາດເອົາຊະນະໄດ້. ການຮູ້ເລື່ອງນີ້ເຮັດໃຫ້ເຈົ້າໝັ້ນໃຈວ່າເຈົ້າກໍສາມາດເຮັດໄດ້ຄືກັນ. ຂໍສັງເກດເບິ່ງວ່າຄຳພີໄບເບິນຊ່ວຍເຈົ້າແນວໃດບໍ່ໃຫ້ເບິ່ງສິ່ງລາມົກທີ່ເປັນກັບດັກຂອງຊາຕານ?
ບໍ່ຄິດເລື່ອງຜິດສິນລະທຳ
ດັ່ງທີ່ເຮົາເຫັນແລ້ວວ່າຊາວອິດສະລາແອນປ່ອຍໃຫ້ຄວາມຕ້ອງການທີ່ຜິດໆເກີດຂຶ້ນໃນຫົວໃຈຂອງເຂົາເຈົ້າຈົນລົງມືເຮັດແລະເກີດຄວາມເສຍຫາຍ. ເລື່ອງນີ້ອາດເກີດຂຶ້ນໃນສະໄໝຂອງເຮົາຄືກັນ. ຢາໂກໂບນ້ອງຕ່າງພໍ່ຢໂກ. 1:14, 15, ລ.ມ.) ຖ້າຄົນໜຶ່ງປ່ອຍໃຫ້ຄວາມຕ້ອງການຜິດໆເພີ່ມຂຶ້ນໃນຫົວໃຈ ເມື່ອຮອດຈຸດໜຶ່ງ ມັນກໍອາດເຮັດໃຫ້ລາວລົງມືເຮັດຜິດ. ດັ່ງນັ້ນ ເປັນເລື່ອງສຳຄັນຫຼາຍທີ່ເຮົາຕ້ອງບັງຄັບຕົວເອງໃຫ້ກຳຈັດຄວາມຄິດທີ່ຜິດສິນລະທຳອອກໄປ.
ຂອງພະເຍຊູບອກວ່າ: “ທຸກຄົນຖືກລໍ້ໃຈເມື່ອຄວາມຕ້ອງການຂອງຕົວເອງຖືກຊັກນຳແລະລໍ້ລວງ ເມື່ອຄວາມຕ້ອງການເພີ່ມຂຶ້ນຈົນເຕັມທີແລ້ວກໍເຮັດໃຫ້ເກີດບາບ.” (ຖ້າເຈົ້າຍັງຄິດເລື່ອງຜິດສິນລະທຳຢູ່ ໃຫ້ລົງມືກຳຈັດມັນທັນທີ. ຄືກັບພະເຍຊູບອກວ່າ: “ຖ້າມືຫຼືຕີນຂອງທ່ານທຳໃຫ້ຕົວຕົກໃນບາບຈົ່ງຕັດແລະຖິ້ມເສຍຈາກຕົວ . . . ແລະຖ້າຕາຂອງທ່ານທຳໃຫ້ຕົວຕົກໃນບາບ ຈົ່ງຄວັດມັນອອກແລະຖິ້ມເສຍຈາກຕົວ.” (ມັດ. 18:8, 9) ພະເຍຊູໝາຍຄວາມວ່າເຮົາຕ້ອງເບິ່ງໃຫ້ອອກວ່າອັນໃດເປັນຕົ້ນຕໍທີ່ເຮັດໃຫ້ເຮົາຄິດເລື່ອງບໍ່ດີ ຈາກນັ້ນກໍໃຫ້ກຳຈັດມັນທັນທີແລະເດັດຂາດ. ແລ້ວເຮົາຈະເອົາຄຳແນະນຳຂອງພະເຍຊູໄປໃຊ້ກັບສິ່ງລາມົກໄດ້ແນວໃດ?
ຖ້າເຈົ້າເຫັນສິ່ງລາມົກຢ່າຄິດວ່າ ‘ບໍ່ເປັນຫຍັງດອກ.’ ແຕ່ໃຫ້ປິ່ນໜ້າໜີທັນທີ. ໃຫ້ປິດໂທລະທັດ ຄອມພິວເຕີແລະໂທລະສັບມືຖືທັນທີ ແລະຫັນໄປເບິ່ງສິ່ງດີໆແທນ. ເພາະການເຮັດແບບນີ້ຈະຊ່ວຍເຈົ້າໃຫ້ຄວບຄຸມຄວາມຄິດຂອງຕົວເອງ ແລະບໍ່ໃຫ້ຄວາມຕ້ອງການທີ່ຜິດໆຄອບງຳຫົວໃຈເຈົ້າ.
ຈະເຮັດແນວໃດຖ້າພາບລາມົກຂຶ້ນມາໃນຫົວຂອງເຮົາ?
ຖ້າເຈົ້າເຊົາເບິ່ງສິ່ງລາມົກໄດ້ແລ້ວ ແຕ່ເປັນຫຍັງຈຶ່ງເຫັນພາບນັ້ນຢູ່? ກໍເພາະວ່າພາບລາມົກແລະຄວາມຄິດທີ່ຜິດສິນລະທຳສາມາດຝັງເລິກໃນຫົວຂອງຄົນເຮົາເປັນເວລາດົນ ແລະມັນອາດຈະຂຶ້ນມາຕອນໃດກະໄດ້ໂດຍທີ່ບໍ່ຮູ້ໂຕ. ຖ້າເປັນແບບນັ້ນ ມັນອາດກະຕຸ້ນເຈົ້າໃຫ້ເຮັດສິ່ງທີ່ບໍ່ສະອາດເຊັ່ນ: ເຈົ້າອາດຈະສະໜອງຄວາມຕ້ອງທາງເພດດ້ວຍຕົວເອງ. ເຫັນໄດ້ວ່າຄວາມຄິດນັ້ນອາດໂຜ່ຂຶ້ນມາຕອນໃດກໍໄດ້ ດັ່ງນັ້ນເຈົ້າຕ້ອງກຽມພ້ອມທີ່ຈະສູ້ກັບມັນ.
ໃຫ້ຕັ້ງໃຈແນ່ວແນ່ທີ່ຈະຄິດແລະເຮັດສິ່ງທີ່ພະເຈົ້າຕ້ອງການ. ເຈົ້າຕ້ອງເຮັດຄືກັບອັກຄະສາວົກໂປໂລທີ່ຕັ້ງໃຈ “ຝຶກຝົນຮ່າງກາຍຢ່າງໜັກຈົນຄວບຄຸມໄດ້ຄືກັບຄວບຄຸມທາດ.” (1 ໂກ. 9:27, ລ.ມ.) ດັ່ງນັ້ນ ຢ່າຍອມໃຫ້ຄວາມຕ້ອງການຜິດໆຄວບຄຸມເຈົ້າ. ແຕ່ເຈົ້າຕ້ອງ “ປ່ຽນແປງຕົວເອງໂດຍປ່ຽນຄວາມຄິດຂອງເຈົ້າໃໝ່ ເພື່ອເຈົ້າຈະໄດ້ກວດເບິ່ງຈົນແນ່ໃຈວ່າອັນໃດຄືສິ່ງທີ່ພະເຈົ້າຕ້ອງການໃຫ້ເຮົາເຮັດເຊິ່ງເປັນສິ່ງທີ່ດີ ສົມບູນແລະເຮັດໃຫ້ພະອົງພໍໃຈ.” (ໂລມ 12:2, ລ.ມ.) ຈື່ໄວ້ສະເໝີວ່າ ການເຮັດຕາມສິ່ງທີ່ພະເຈົ້າຕ້ອງການຈະເຮັດໃຫ້ມີຄວາມສຸກຫຼາຍກວ່າການເຮັດຕາມຄວາມຕ້ອງການຂອງຕົວເອງ.
ການເຮັດຕາມສິ່ງທີ່ພະເຈົ້າຕ້ອງການຈະເຮັດໃຫ້ມີຄວາມສຸກຫຼາຍກວ່າການເຮັດຕາມຄວາມຕ້ອງການຂອງຕົວເອງ.
ນອກຈາກນັ້ນ ໃຫ້ພະຍາຍາມຈື່ຂໍ້ຄຳພີບາງຂໍ້ໄວ້. ເມື່ອຄວາມຄິດທີ່ບໍ່ດີຂຶ້ນມາໃນຫົວຂອງເຈົ້າ ໃຫ້ຄິດເຖິງຂໍ້ຄຳພີເຫຼົ່ານີ້ເຊັ່ນ: ຄຳເພງ 119:37; ເອຊາອີ 52:11; ມັດທາຍ 5:28; ເອເຟດ 5:3; ໂກໂລດ 3:5; 1 ເທຊະໂລນີກ 4:4-8. ນີ້ຈະຊ່ວຍເຈົ້າໃຫ້ຄິດຄືກັບພະເຢໂຫວາແລະເຂົ້າໃຈວ່າພະອົງຢາກໃຫ້ເຈົ້າເຮັດຫຍັງ.
ແຕ່ຈະເຮັດແນວໃດຖ້າຍັງຢາກເບິ່ງຫຼືຄິດກ່ຽວກັບສິ່ງລາມົກຢູ່? ໃຫ້ຮຽນແບບພະເຍຊູຢ່າງໃກ້ຊິດ. (1 ເປ. 2:21) ຫຼັງຈາກທີ່ພະເຍຊູຮັບບັບເຕມາ ຊາຕານພະຍາຍາມລໍ້ໃຈເພິ່ນຫຼາຍເທື່ອ. ພະເຍຊູເຮັດແນວໃດ? ເພິ່ນສູ້ບໍ່ຖອຍ. ເພິ່ນປະຕິເສດການລໍ້ໃຈຂອງຊາຕານໂດຍໃຊ້ຂໍ້ຄຳພີທຸກຄັ້ງ. ເພິ່ນບອກວ່າ: “ຊາຕານຈົ່ງໜີເສຍ!” ແລະຊາຕານກໍໄປຈາກເພິ່ນ. ພະເຍຊູບໍ່ເຄີຍຍອມແພ້ຊາຕານ ເຮົາກໍຕ້ອງເຮັດແບບນັ້ນຄືກັນ. (ມັດ. 4:1-11) ຊາຕານແລະໂລກຂອງມັນພະຍາຍາມທີ່ສຸດທີ່ຈະເຮັດໃຫ້ເຮົາຄິດເລື່ອງທີ່ຜິດສິນລະທຳ. ດັ່ງນັ້ນ ເຮົາຕ້ອງບໍ່ຍອມແພ້ ເພາະພະເຢໂຫວາຈະຊ່ວຍເຮົາໃຫ້ເອົາຊະນະມັນໄດ້.
ອະທິດຖານເຖິງພະເຢໂຫວາແລະເຊື່ອຟັງພະອົງ
ອະທິດຖານຂໍພະເຢໂຫວາໃຫ້ຊ່ວຍເຈົ້າຕໍ່ໆໄປ. ໂປໂລບອກວ່າ: “ທ່ານຈົ່ງໃຫ້ຊາບແກ່ພະເຈົ້າດ້ວຍຄຳອ້ອນວອນກໍດີ ຄຳອ້ອນວອນຂໍເຊີນກໍດີ ດ້ວຍຄວາມໂມທະນາພະຄຸນ ແລະຄວາມສຸກສຳລານແຫ່ງພະເຈົ້າອັນເຫຼືອລົ້ນທີ່ຈະເຂົ້າໃຈໄດ້ກໍຈະຮັກສາໃຈແລະຄວາມຄຶດທັງຫຼາຍຂອງພວກທ່ານໄວ້ໃນພະຄລິດເຍຊູ.” (ຟີລິບ 4:6, 7) ພະເຈົ້າຈະໃຫ້ເຈົ້າມີຄວາມສະຫງົບໃຈເຊິ່ງຈະຊ່ວຍເຈົ້າໃຫ້ຕ້ານທານການລໍ້ໃຈໃຫ້ເຮັດຜິດໄດ້. ຖ້າເຈົ້າພະຍາຍາມຫຍັບເຂົ້າມາໃກ້ຊິດພະເຢໂຫວາ ‘ພະອົງຈະຫຍັບເຂົ້າມາໃກ້ເຈົ້າ.’—ຢໂກ. 4:8
ການປ້ອງກັນທີ່ດີທີ່ສຸດຈາກກັບດັກຂອງຊາຕານກໍຄື ການທີ່ເຮົາໃກ້ຊິດກັບພະເຢໂຫວາພະເຈົ້າອົງຍິ່ງໃຫຍ່ສູງສຸດແຫ່ງເອກະພົບ. ພະເຍຊູບອກວ່າ: “ຜູ້ປົກຄອງໂລກ [ຊາຕານ] ຈະມາແລ້ວ ແຕ່ຜູ້ນັ້ນບໍ່ມີອຳນາດເໜືອຂ້ອຍ.” (ໂຢ. 14:30, ລ.ມ.) ເປັນຫຍັງພະເຍຊູໝັ້ນໃຈຂະໜາດນັ້ນ? ເພິ່ນບອກວ່າ: “ພະເຈົ້າທີ່ໄດ້ໃຊ້ເຮົາມາກໍຢູ່ກັບເຮົາແລະບໍ່ປະເຮົາຢູ່ຜູ້ດຽວ ເພາະວ່າເຮົາກະທຳການທີ່ເປັນຊອບໃຈແກ່ພະເຈົ້າຢູ່ເລື້ອຍ.” (ໂຢ. 8:29) ດັ່ງນັ້ນ ຖ້າເຮົາເຮັດສິ່ງທີ່ພະເຢໂຫວາມັກແລະເຮັດສິ່ງທີ່ພະອົງພໍໃຈ ພະອົງກໍຈະບໍ່ປະຖິ້ມເຮົາ. ແລະຖ້າເຮົາບໍ່ຫຍຸ້ງກ່ຽວກັບສິ່ງລາມົກເຮົາກໍຈະບໍ່ຕິດກັບດັກຂອງຊາຕານ.