ຫໍສັງເກດການສະບັບສຶກສາ ມິຖຸນາ 2020

ສະບັບ​ນີ້​ມີ​ບົດ​ຄວາມ​ສຶກສາ​ສຳລັບ​ວັນ​ທີ 3-30 ສິງຫາ 2020.

“ຂໍ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື​ຢູ່​ສະເໝີ”

ບົດ​ຄວາມ​ສຶກສາ​ທີ 23: ວັນ​ທີ 3-9 ສິງຫາ 2020. ທັງ​ມະນຸດ​ແລະ​ທູດ​ສະຫວັນ​ກຳລັງ​ປະເຊີນ​ໜ້າ​ກັບ​ປະເດັນ​ຫຍັງ? ເປັນ​ຫຍັງ​ປະເດັນ​ນີ້​ຈຶ່ງ​ສຳຄັນ? ແລະ​ເຮົາ​ແຕ່​ລະ​ຄົນ​ມີ​ສ່ວນ​ແນວ​ໃດ​ໃນ​ການ​ແກ້ໄຂ​ປະເດັນ​ນີ້? ການ​ຮູ້​ຄຳຕອບ​ສຳລັບ​ຄຳຖາມ​ນີ້​ແລະ​ຄຳຖາມ​ອື່ນໆ​ຈະ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

“ຂໍ​ຊ່ວຍ​ໃຫ້​ຂ້ອຍ​ຢຳເກງ​ຊື່​ຂອງ​ພະອົງ​ໝົດ​ຫົວໃຈ”

ບົດ​ຄວາມ​ສຶກສາ​ທີ 24: ວັນ​ທີ 10-16 ສິງຫາ 2020. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ຮຽນ​ກ່ຽວ​ກັບ​ຄຳ​ອະທິດຖານ​ສ່ວນ​ໜຶ່ງ​ຂອງ​ກະສັດ​ດາວິດ​ທີ່​ຂຽນ​ໄວ້​ໃນ​ຄຳເພງ 86:11, 12. ການ​ຢຳເກງ​ຊື່​ຂອງ​ພະ​ເຢໂຫວາ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເປັນ​ຫຍັງ​ເຮົາ​ຄວນ​ຢຳເກງ​ຊື່​ຂອງ​ພະອົງ? ແລະ​ການ​ຢຳເກງ​ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ເຮົາ​ບໍ່​ໃຫ້​ເຮັດ​ຜິດ​ໄດ້​ແນວ​ໃດ?

ຄຳຖາມ​ຈາກ​ຜູ້​ອ່ານ

ຄຸນ​ລັກສະນະ​ຕ່າງໆ​ເຊິ່ງ​ເປັນ “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ” ມີ​ແຕ່​ຢູ່​ໃນ​ຄາລາເຕຍ 5:22, 23 ເທົ່າ​ນັ້ນ​ບໍ?

“ເຮົາ​ຈະ​ຊອກ​ຫາ​ຝູງ​ແກະ​ຂອງ​ເຮົາ”

ບົດ​ຄວາມ​ສຶກສາ​ທີ 25: ວັນ​ທີ 17-23 ສິງຫາ 2020. ເປັນ​ຫຍັງ​ບາງ​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ມາ​ຫຼາຍ​ປີ​ໄດ້​ຫຼົງ​ອອກ​ໄປ​ຈາກ​ປະຊາຄົມ? ແລະ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ເຂົາ​ເຈົ້າ? ເຮົາ​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້​ໃນ​ບົດ​ຄວາມ​ນີ້. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ບາງ​ຄົນ​ໃນ​ສະໄໝ​ກ່ອນ​ທີ່​ເຄີຍ​ຫຼົງ​ອອກ​ໄປ​ຈາກ​ພະອົງ.

‘ກັບ​ມາ​ຫາ​ເຮົາ’

ບົດ​ຄວາມ​ສຶກສາ​ທີ 26: ວັນ​ທີ 24-30 ສິງຫາ 2020. ພະ​ເຢໂຫວາ​ຢາກ​ໃຫ້​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ກັບ​ມາ​ຫາ​ພະອົງ. ເຮົາ​ສາມາດ​ຊ່ວຍ​ຄົນ​ເຫຼົ່າ​ນັ້ນ​ໃຫ້​ຮັບ​ເອົາ​ຄຳ​ເຊີນ​ຂອງ​ພະ​ເຢໂຫວາ​ທີ່​ວ່າ: “ກັບ​ມາ​ຫາ​ເຮົາ.” ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ເຂົາ​ເຈົ້າ.