ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ 26

‘ກັບ​ມາ​ຫາ​ເຮົາ’

‘ກັບ​ມາ​ຫາ​ເຮົາ’

“ຈົ່ງ​ຫຼົບ [ກັບ] ມາ​ຫາ​ເຮົາ​ແລະ​ເຮົາ​ຈະ​ຄືນ​ມາ​ຫາ​ພວກ​ທ່ານ.”—ມລກີ​. 3:7

ເພງ 102 ຊ່ວຍ​ຄົນ​ທີ່​ອ່ອນແອ

ໃຈ​ຄວາມ​ສຳຄັນ *

1. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ວ່າ​ຜູ້​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ໄດ້​ກັບ​ມາ​ຫາ​ພະອົງ​ອີກ?

ຄື​ດັ່ງ​ທີ່​ເຮົາ​ຮຽນ​ໃນ​ບົດ​ຄວາມ​ກ່ອນ ພະ​ເຢໂຫວາ​ປຽບ​ພະອົງ​ເປັນ​ຄື​ກັບ​ຜູ້​ລ້ຽງ​ແກະ​ທີ່​ດີ​ເຊິ່ງ​ເປັນ​ຫ່ວງ​ແກະ​ຂອງ​ພະອົງ​ທຸກ​ໂຕ ແລະ​ພະອົງ​ກໍ​ຊອກ​ຫາ​ແກະ​ໂຕ​ທີ່​ຫຼົງ​ຫາຍ. ພະ​ເຢໂຫວາ​ບອກ​ກັບ​ຊາວ​ອິດສະຣາເອນ​ທີ່​ໄດ້​ປະ​ຖິ້ມ​ພະອົງ​ວ່າ: “ຈົ່ງ​ຫຼົບ [ກັບ] ມາ​ຫາ​ເຮົາ​ແລະ​ເຮົາ​ຈະ​ຄືນ​ມາ​ຫາ​ພວກ​ທ່ານ.” ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຍັງ​ຮູ້ສຶກ​ແບບ​ເກົ່າ ເພາະ​ພະອົງ​ບອກ​ວ່າ: “ເຮົາ​ບໍ່​ປ່ຽນ.” (ມລກີ. 3:6, 7) ພະ​ເຢຊູ​ບອກ​ວ່າ​ທັງ​ພະ​ເຢໂຫວາ​ແລະ​ທູດ​ສະຫວັນ​ດີ​ໃຈ​ຫຼາຍ​ທີ່​ເຫັນ​ວ່າ​ແມ່ນ​ແຕ່​ຜູ້​ຮັບໃຊ້​ຜູ້​ດຽວ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ໄດ້​ກັບ​ມາ​ຫາ​ພະອົງ​ອີກ.—ລກ​. 15:10, 32

2. ເຮົາ​ຈະ​ມາ​ເບິ່ງ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ 3 ເລື່ອງ​ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ທີ່​ຈະ​ຊ່ວຍ​ຄົນ​ທີ່​ຫຼົງ​ອອກ​ໄປ​ຈາກ​ທາງ​ຂອງ​ພະ​ເຢໂຫວາ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ 3 ຄຸນ​ລັກສະນະ​ທີ່​ເຮົາ​ຈຳເປັນ​ຕ້ອງ​ມີ​ເພື່ອ​ທີ່​ຈະ​ຊ່ວຍ​ແກະ​ທີ່​ຫຼົງ​ຫາຍ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ ແລະ​ເຮົາ​ຈະ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ຈຶ່ງ​ຄຸ້ມ​ຄ່າ​ທີ່​ຈະ​ຊ່ວຍ​ຄົນ​ທີ່​ເຊົາ​ຄົບຫາ​ປະຊາຄົມ​ນັ້ນ​ໃຫ້​ກັບ​ມາ.

ຊອກ​ຫາ​ຫຼຽນ​ເງິນ​ທີ່​ເຮ່ຍ

3-4. ຕາມ​ລູກາ 15:8-10 ເປັນ​ຫຍັງ​ຜູ້​ຍິງ​ທີ່​ຢູ່​ໃນ​ຕົວຢ່າງ​ປຽບ​ທຽບ​ຈຶ່ງ​ຕັ້ງ​ໃຈ​ທີ່​ຈະ​ຊອກ​ຫາ​ຫຼຽນ​ທີ່​ລາວ​ເຮັດ​ເຮ່ຍ?

3 ເຮົາ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ຫຼາຍ​ເພື່ອ​ຊ່ວຍ​ຄົນ​ທີ່​ຢາກ​ກັບ​ມາ​ຫາ​ພະ​ເຢໂຫວາ. ຕົວຢ່າງ​ປຽບ​ທຽບ​ທີ່​ບັນທຶກ​ຢູ່​ໃນ​ປຶ້ມ​ຂ່າວ​ດີ​ລູກາ ພະ​ເຢຊູ​ໄດ້​ເວົ້າ​ເຖິງ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ຊອກ​ຫາ​ຫຼຽນ​ດັກ​ມາ​ທີ່​ມີ​ຄ່າ​ຫຼາຍ. ຕົວຢ່າງ​ນີ້​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ລາວ​ຕ້ອງ​ພະຍາຍາມ​ຫຼາຍ​ຂະໜາດ​ໃດ​ເພື່ອ​ຈະ​ຊອກ​ຫາ​ຫຼຽນ​ນັ້ນ.—ອ່ານ​ລູກາ 15:8-10

4 ພະ​ເຢຊູ​ໄດ້​ເລົ່າ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຍິງ​ຄົນ​ນັ້ນ​ເມື່ອ​ພົບ​ຫຼຽນ​ທີ່​ເສຍ​ໄປ. ໃນ​ສະໄໝ​ຂອງ​ພະ​ເຢຊູ ແມ່​ທີ່​ເປັນ​ຊາວ​ຢິວ​ມັກ​ຈະ​ເອົາ​ເງິນ​ຫຼຽນ​ຊຸດ​ໜຶ່ງ​ໃຫ້​ລູກ​ສາວ​ໃນ​ມື້​ແຕ່ງ​ດອງ ເຊິ່ງ​ເງິນ​ຫຼຽນ​ຊຸດ​ໜຶ່ງ​ນັ້ນ​ມີ 10 ຫຼຽນ. ບາງ​ທີ​ຫຼຽນ​ທີ່​ຕົກ​ເຮ່ຍ​ນັ້ນ​ອາດ​ຈະ​ເປັນ​ຫຼຽນ​ໃນ​ຊຸດ​ໜຶ່ງ​ທີ່​ແມ່​ລາວ​ເອົາ​ໃຫ້. ຜູ້​ຍິງ​ຄົນ​ນັ້ນ​ຄົງ​ຈະ​ຄິດ​ວ່າ​ຫຼຽນ​ເຮ່ຍ​ຢູ່​ໃນ​ເຮືອນ ດັ່ງ​ນັ້ນ ລາວ​ຈຶ່ງ​ໄດ້​ເອົາ​ຕະກຽງ​ມາ​ສ່ອງ​ເບິ່ງ​ເພື່ອ​ຊອກ​ຫຼຽນ​ອ້ອມໆແຖວ​ນັ້ນ ແຕ່​ກໍ​ຍັງ​ບໍ່​ເຫັນ ແລະ​ແສງ​ຂອງ​ຕະກຽງ​ກໍ​ບໍ່​ແຈ້ງ​ປານ​ໃດ. ລາວ​ຈຶ່ງ​ເອົາ​ຟອຍ​ມາກ​ວາດ​ທົ່ວ​ເຮືອນ ໃນ​ທີ່​ສຸດ​ລາວ​ກໍ​ເຫັນ​ຫຼຽນ​ທີ່​ມີ​ຄ່າ​ນັ້ນ​ເຊິ່ງ​ຕິດ​ຢູ່​ນຳ​ກອງ​ຂີ້ຝຸ່ນ. ລາວ​ຈຶ່ງ​ດີ​ໃຈ​ຫຼາຍ​ແລ້ວ​ໄປ​ບອກ​ໝູ່​ຄູ່.

5. ເປັນ​ຫຍັງ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ຫຼາຍ​ເພື່ອ​ຊອກ​ຫາ​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ?

5 ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ເມື່ອ​ເຮົາ​ເຮັດ​ບາງ​ສິ່ງ​ເສຍ​ໄປ ເຮົາ​ຕ້ອງ​ພະຍາຍາມ​ຫຼາຍ​ເພື່ອ​ທີ່​ຈະ​ຊອກ​ຫາ​ມັນ. ຄ້າຍ​ຄື​ກັນ ເຮົາ​ຕ້ອງ​ພະຍາຍາມ​ຫຼາຍ​ເພື່ອ​ຈະ​ຊອກ​ຫາ​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ. ເຂົາ​ເຈົ້າ​ອາດ​ເຊົາ​ຄົບຫາ​ກັບ​ປະຊາຄົມ​ເປັນ​ເວລາ​ຫຼາຍ​ປີ​ແລະ​ອາດ​ຈະ​ຍ້າຍ​ໄປ​ຢູ່​ບ່ອນ​ໃໝ່​ທີ່​ພີ່ນ້ອງ​ຂອງ​ເຮົາ​ບໍ່​ຮູ້. ແຕ່​ຕອນ​ນີ້ ບາງ​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ອາດ​ຢາກ​ຈະ​ກັບ​ມາ​ຫາ​ພະ​ເຢໂຫວາ. ເຂົາ​ເຈົ້າ​ຢາກ​ກັບ​ມາ​ຮັບໃຊ້​ພະ​ເຢໂຫວາ​ຮ່ວມ​ກັບ​ພີ່ນ້ອງ ແຕ່​ເຮົາ​ຕ້ອງ​ຊ່ວຍ​ເຂົາ​ເຈົ້າ.

6. ເຮົາ​ແຕ່​ລະ​ຄົນ​ຈະ​ຊ່ວຍ​ຊອກ​ຫາ​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ໄດ້​ແນວ​ໃດ?

6 ໃຜ​ແດ່​ທີ່​ຈະ​ຊ່ວຍ​ຊອກ​ຫາ​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ? ເຮົາ​ທຸກ​ຄົນ ເຊິ່ງ​ລວມ​ເຖິງ​ຜູ້​ດູ​ແລ ໄພໂອເນຍ ພີ່ນ້ອງ​ໃນ​ປະຊາຄົມ ແລະ​ຄົນ​ໃນ​ຄອບຄົວ​ຂອງ​ລາວ. ເຈົ້າ​ມີ​ໝູ່​ຫຼື​ຍາດ​ພີ່ນ້ອງ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ບໍ? ແລ້ວ​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເມື່ອ​ເຈິ​ເຂົາ​ເຈົ້າ​ຕອນ​ທີ່​ເຈົ້າ​ໄປ​ປະກາດ? ຖ້າ​ເຂົາ​ເຈົ້າ​ສົນ​ໃຈ​ແລະ​ຢາກ​ໃຫ້​ເຮົາ​ຕິດ​ຕໍ່​ຫາ ເຮົາ​ກໍ​ຈະ​ບອກ​ເລື່ອງ​ນີ້​ກັບ​ຜູ້​ດູ​ແລ​ທ້ອງຖິ່ນ.

7. ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ຜູ້​ດູ​ແລ​ທີ່​ຊື່​ໂທມັດ​ສ໌?

7 ຜູ້​ດູ​ແລ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ຊອກ​ຫາ​ຄົນ​ທີ່​ເຊົາ​ຄົບຫາ​ປະຊາຄົມ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ? ພີ່ນ້ອງ​ໂທມັດ​ສ໌ * ທີ່​ເປັນ​ຜູ້​ດູ​ແລ​ໃນ​ແອັດສະປາຍ ເຊິ່ງ​ໄດ້​ຊ່ວຍ​ຫຼາຍ​ກວ່າ 40 ຄົນ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ​ບອກ​ວ່າ: “ທຳອິດ ຂ້ອຍ​ກໍ​ຈະ​ຖາມ​ພີ່ນ້ອງ​ວ່າ​ຕອນ​ນີ້​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ຢູ່​ໃສ​ແດ່? ຫຼື​ອາດ​ຈະ​ຖາມ​ວ່າ​ຈື່​ໄດ້​ບໍ​ວ່າ​ໃຜ​ທີ່​ບໍ່​ໄດ້​ມາ​ປະຊຸມ​ດົນ​ແລ້ວ? ພີ່ນ້ອງ​ສ່ວນ​ຫຼາຍ​ໃນ​ປະຊາຄົມ​ກໍ​ຢາກ​ຊ່ວຍ​ຢູ່​ແລ້ວ. ຕໍ່​ມາ ເມື່ອ​ຂ້ອຍ​ໄປ​ຢາມ​ພີ່ນ້ອງ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ ຂ້ອຍ​ໄດ້​ຖາມ​ກ່ຽວ​ກັບ​ຄອບຄົວ​ແລະ​ລູກ​ຂອງ​ເຂົາ​ເຈົ້າ. ເພາະ​ວ່າ​ບາງ​ຄົນ​ກໍ​ເຄີຍ​ພາ​ລູກ​ໄປ​ປະຊຸມ​ນຳ ແລະ​ລູກ​ຂອງ​ເຂົາ​ເຈົ້າ​ອາດ​ເຄີຍ​ເປັນ​ຜູ້​ປະກາດ​ມາ​ກ່ອນ​ແລ້ວ ດັ່ງ​ນັ້ນ ຈຶ່ງ​ເປັນ​ໄປ​ໄດ້​ທີ່​ເຂົາ​ເຈົ້າ​ຈະ​ກັບ​ມາ​ຫາ​ພະ​ເຢໂຫວາ.”

ຊ່ວຍ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ

8. ຕົວຢ່າງ​ປຽບ​ທຽບ​ໃນ​ລູກາ 15:17-24 ພໍ່​ໄດ້​ເຮັດ​ຫຍັງ​ເມື່ອ​ລູກ​ກັບ​ໃຈ?

8 ເຮົາ​ຕ້ອງ​ມີ​ຄຸນ​ລັກສະນະ​ຫຍັງ​ແດ່​ເພື່ອ​ຈະ​ຊ່ວຍ​ຄົນ​ທີ່​ຢາກ​ກັບ​ມາ​ຫາ​ພະ​ເຢໂຫວາ? ເຮົາ​ຈະ​ຮຽນ​ເລື່ອງ​ນີ້​ຈາກ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ​ເລື່ອງ​ລູກ​ທີ່​ຫຼົງ​ຫາຍ. (ອ່ານ​ລູກາ 15:17-24) ພະ​ເຢຊູ​ອະທິບາຍ​ວ່າ ໃນ​ທີ່​ສຸດ​ລູກ​ຊາຍ​ຄົນ​ນັ້ນ​ກໍ​ສຳນຶກ​ໄດ້​ແລ້ວ​ກັບ​ມາ​ຫາ​ພໍ່. ພໍ່​ໄດ້​ແລ່ນ​ໄປ​ຫາ​ແລະ​ກອດ​ລາວ​ຢ່າງ​ອົບອຸ່ນ ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ພໍ່​ຍັງ​ຮັກ​ລາວ. ລູກ​ຊາຍ​ຮູ້ສຶກ​ຜິດ​ຫຼາຍ​ແລະ​ຄິດ​ວ່າ​ຕົວ​ເອງ​ບໍ່​ສົມຄວນ​ທີ່​ຈະ​ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່​ໄປ. ພໍ່​ຮູ້ສຶກ​ອີ່ຕົນ​ຕອນ​ທີ່​ລາວ​ລະບາຍ​ຄວາມ​ຮູ້ສຶກ​ອອກ​ມາ. ພໍ່​ໄດ້​ເຮັດ​ບາງ​ສິ່ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ດີ​ໃຈ​ທີ່​ເຫັນ​ລູກ​ກັບ​ມາ​ແລະ​ຍັງ​ຮັກ​ລາວ​ຄື​ລູກ​ແທ້ໆບໍ່​ແມ່ນ​ລູກ​ຈ້າງ. ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ຮັກ​ລູກ ພໍ່​ຈຶ່ງ​ໄດ້​ຈັດ​ງານ​ລ້ຽງ​ແລະ​ຈັດ​ກຽມ​ເຄື່ອງ​ນຸ່ງ​ດີໆໃຫ້​ກັບ​ລູກ​ທີ່​ກັບ​ມາ.

9. ເຮົາ​ຕ້ອງ​ມີ​ຄຸນ​ລັກສະນະ​ຫຍັງ​ແດ່​ເພື່ອ​ຈະ​ຊ່ວຍ​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ? (ເບິ່ງ​ຂອບ “ ວິທີ​ຊ່ວຍ​ຄົນ​ທີ່​ຢາກ​ກັບ​ມາ​ຫາ​ພະ​ເຢໂຫວາ.”)

9 ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່​ທີ່​ຢູ່​ໃນ​ຕົວຢ່າງ​ນັ້ນ. ພະ​ເຢໂຫວາ​ຮັກ​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ ແລະ​ຢາກ​ໃຫ້​ເຂົາ​ເຈົ້າ​ກັບ​ມາ​ຫາ​ພະອົງ. ເຮົາ​ກໍ​ສາມາດ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ຄື​ກັນ​ຖ້າ​ເຮົາ​ຮຽນ​ແບບ​ພະ​ເຢໂຫວາ​ໂດຍ​ສະແດງ​ຄວາມ​ອົດ​ທົນ ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາ​ເຈົ້າ. ເປັນ​ຫຍັງ​ເຮົາ​ຄວນ​ສະແດງ​ຄຸນ​ລັກສະນະ​ເຫຼົ່າ​ນີ້? ແລະ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

10. ເປັນ​ຫຍັງ​ເຮົາ​ຕ້ອງ​ອົດ​ທົນ​ເພື່ອ​ຈະ​ຊ່ວຍ​ບາງ​ຄົນ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ?

10 ເຮົາ​ຕ້ອງ​ອົດ​ທົນ​ຍ້ອນ​ວ່າ​ເຮົາ​ຕ້ອງ​ໃຊ້​ເວລາ​ຫຼາຍ​ເພື່ອ​ທີ່​ຈະ​ຊ່ວຍ​ຄົນ​ເຫຼົ່າ​ນັ້ນ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ. ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ຫຼາຍ​ຄົນ​ບອກ​ວ່າ​ຜູ້​ດູ​ແລ​ແລະ​ພີ່ນ້ອງ​ໃນ​ປະຊາຄົມ​ໄດ້​ມາ​ຢາມ​ເຂົາ​ເຈົ້າ​ຫຼາຍ​ເທື່ອ​ກ່ອນ​ທີ່​ເຂົາ​ເຈົ້າ​ຈະ​ກັບ​ມາ​ຮັບໃຊ້​ພະ​ເຢໂຫວາ​ອີກ. ພີ່ນ້ອງ​ຍິງ​ທີ່​ຊື່ ແນນ​ຊີ​ທີ່​ມາ​ຈາກ​ອາຊີ​ເວົ້າ​ວ່າ: “ໝູ່​ສະໜິດ​ຂອງ​ຂ້ອຍ​ທີ່​ຢູ່​ໃນ​ປະຊາຄົມ​ໄດ້​ຊ່ວຍ​ຂ້ອຍ​ຫຼາຍ. ລາວ​ຮັກ​ຂ້ອຍ​ຄື​ກັບ​ເອື້ອຍ​ແທ້ໆ ລາວ​ເວົ້າ​ເຖິງ​ປະສົບການ​ດີໆທີ່​ເຮົາ​ເຄີຍ​ມີ​ນຳ​ກັນ. ລາວ​ຕັ້ງ​ໃຈ​ຟັງ​ເມື່ອ​ຂ້ອຍ​ລະບາຍ​ຄວາມ​ຮູ້ສຶກ​ອອກ​ມາ ແລະ​ກໍ​ຍັງ​ພ້ອມ​ທີ່​ຈະ​ໃຫ້​ຄຳ​ແນະນຳ​ຂ້ອຍ ລາວ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ເປັນ​ໝູ່​ແທ້​ຂອງ​ຂ້ອຍ​ແລະ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ຂ້ອຍ​ສະເໝີ.”

11. ເປັນ​ຫຍັງ​ເຮົາ​ຕ້ອງ​ເຫັນ​ອົກ​ເຫັນ​ໃຈ​ເພື່ອ​ຊ່ວຍ​ຄົນ​ທີ່​ເສຍໃຈ?

11 ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເປັນ​ຄື​ກັບ​ຢາ​ທີ່​ຊ່ວຍ​ປິ່ນປົວ​ຄົນ​ທີ່​ເສຍໃຈ. ຄົນ​ນັ້ນ​ອາດ​ຈະ​ຮູ້ສຶກ​ຄຽດ​ໃຫ້​ກັບ​ບາງ​ຄົນ​ໃນ​ປະຊາຄົມ​ເປັນ​ເວລາ​ຫຼາຍ​ປີ ແລະ​ຄວາມ​ຮູ້ສຶກ​ນີ້​ໄດ້​ຂັດ​ຂວາງ​ລາວ​ບໍ່​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ. ຍ້ອນ​ລາວ​ຄິດ​ວ່າ​ເຂົາ​ເຈົ້າ​ປະຕິບັດ​ກັບ​ລາວ​ແບບ​ບໍ່​ຍຸຕິທຳ ດັ່ງ​ນັ້ນ ລາວ​ຈຶ່ງ​ຕ້ອງການ​ຄົນ​ທີ່​ຕັ້ງ​ໃຈ​ຟັງ​ແລະ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ລາວ. (ຢກບ​. 1:19) ມາ​ເຣຍ​ເຊິ່ງ​ເຄີຍ​ເຊົາ​ຄົບຫາ​ກັບ​ປະຊາຄົມ​ບອກ​ວ່າ: “ຂ້ອຍ​ຕ້ອງການ​ຄົນ​ທີ່​ຕັ້ງ​ໃຈ​ຟັງ​ຂ້ອຍ ໃຫ້​ກຳລັງ​ໃຈ​ຂ້ອຍ ແລະ​ຊ່ວຍ​ເຫຼືອ​ຂ້ອຍ.”

12. ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເປັນ​ຄື​ກັບ​ເຊືອກ​ແນວ​ໃດ?

12 ພະ​ຄຳພີ​ບອກ​ວ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເປັນ​ຄື​ກັບ​ເຊືອກ​ເສັ້ນ​ໜຶ່ງ. ແລ້ວ​ມັນ​ເປັນ​ຄື​ກັບ​ເຊືອກ​ແນວ​ໃດ? ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ນີ້: ສົມມຸດ​ວ່າ​ເຈົ້າ​ກຳລັງ​ຈະ​ຈົມ​ນ້ຳ​ແລ້ວ​ມີ​ຄົນ​ໜຶ່ງ​ໂຍນ​ເສື້ອ​ຊູ​ຊີບ​ໃຫ້​ເຈົ້າ. ແນ່ນອນ​ວ່າ​ເສື້ອ​ຊູ​ຊີບ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຟູ​ຢູ່​ເທິງ​ນ້ຳ ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຈະ​ຊ່ວຍ​ເຈົ້າ​ໃຫ້​ລອດ. ເພາະ​ນ້ຳ​ເຢັນ​ຫຼາຍ ຖ້າ​ເຮົາ​ບໍ່​ອອກ​ຈາກ​ນ້ຳ​ເຮົາ​ກໍ​ອາດ​ຈະ​ຕາຍ​ໄດ້ ດັ່ງ​ນັ້ນ ເຮົາ​ຈຶ່ງ​ຕ້ອງການ​ບາງ​ຄົນ​ທີ່​ຈະ​ໂຍນ​ເຊືອກ​ໃຫ້​ກັບ​ເຮົາ​ເພື່ອ​ທີ່​ຈະ​ດຶງ​ເຮົາ​ອອກ​ຈາກ​ນ້ຳ. ພະ​ເຢໂຫວາ​ເວົ້າ​ກັບ​ຊາວ​ອິດສະຣາເອນ​ທີ່​ອອກ​ຈາກ​ທາງ​ຂອງ​ພະອົງ​ວ່າ: “ເຮົາ​ດຶງ​ພວກ​ເຂົາ​ໃຫ້​ມາ​ຫາ​ເຮົາ​ໂດຍ​ໃຊ້​ຄວາມ​ກະລຸນາ​ກັບ​ຄວາມ​ຮັກ.” (ໂອ. 11:4, ລ.ມ.) ໃນ​ທຸກ​ມື້​ນີ້ ພະ​ເຢໂຫວາ​ຍັງ​ຮູ້ສຶກ​ແບບ​ດຽວ​ກັນ​ນີ້​ກັບ​ຄົນ​ທີ່​ເຊົາ​ຮັບໃຊ້​ພະອົງ ແລະ​ຄົນ​ທີ່​ກຳລັງ​ຈົມ​ຢູ່​ກັບ​ບັນຫາ​ແລະ​ຄວາມ​ກັງວົນ​ໃຈ. ພະ​ເຢໂຫວາ​ຢາກ​ໃຫ້​ຄົນ​ເຫຼົ່າ​ນັ້ນ​ຮູ້​ວ່າ​ພະອົງ​ຍັງ​ຮັກ​ເຂົາ​ເຈົ້າ ແລະ​ຢາກ​ໃຫ້​ເຂົາ​ເຈົ້າ​ກັບ​ມາ​ຫາ​ພະອົງ ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ໃຊ້​ເຈົ້າ​ເພື່ອ​ສະແດງ​ຄວາມ​ຮັກ​ນີ້​ຕໍ່​ເຂົາ​ເຈົ້າ.

13. ປະສົບການ​ຂອງ​ພາບ​ໂລ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຄວາມ​ຮັກສາ​ມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ​ໄດ້?

13 ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ເຮັດ​ໃຫ້​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຂົາ​ເຈົ້າ​ແລະ​ເຮົາ​ເອງ​ກໍ​ຮັກ​ເຂົາ​ເຈົ້າ​ຄື​ກັນ. ພາບ​ໂລ​ທີ່​ເວົ້າ​ເຖິງ​ໃນ​ບົດ​ຄວາມ​ກ່ອນ​ເຊິ່ງ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ກວ່າ 30 ປີ​ບອກ​ວ່າ: “ຕອນ​ເຊົ້າ​ມື້​ໜຶ່ງ ຕອນ​ທີ່​ຂ້ອຍ​ກຳລັງ​ຈະ​ອອກ​ຈາກ​ເຮືອນ ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ແມ່​ຕູ້​ທີ່​ໜ້າ​ຮັກ​ຫຼາຍ​ມາ​ຫາ​ຂ້ອຍ​ແລ້ວ​ກໍ​ເວົ້າ​ກັບ​ຂ້ອຍ​ດ້ວຍ​ຄວາມ​ອົບອຸ່ນ ຂ້ອຍ​ຮູ້ສຶກ​ຊາບ​ຊຶ້ງ​ໃຈ​ຫຼາຍ​ຈົນ​ຮ້ອງໄຫ້​ອອກ​ມາ. ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ສົ່ງ​ລາວ​ມາ​ຫາ​ຂ້ອຍ ເພື່ອ​ທີ່​ຈະ​ມາ​ເວົ້າ​ກັບ​ຂ້ອຍ. ຂ້ອຍ​ຈຶ່ງ​ຕັດສິນ​ໃຈ​ທີ່​ຈະ​ກັບ​ມາ​ຫາ​ພະ​ເຢໂຫວາ​ໃນ​ຕອນ​ນັ້ນ​ເລີຍ.”

ຊ່ວຍ​ຄົນ​ທີ່​ອ່ອນແອ​ດ້ວຍ​ຄວາມ​ຮັກ

14. ໃນ​ຕົວຢ່າງ​ປຽບ​ທຽບ​ທີ່​ຢູ່​ໃນ​ລູກາ 15:4, 5 ຜູ້​ລ້ຽງ​ແກະ​ໄດ້​ເຮັດ​ຫຍັງ​ເມື່ອ​ພົບ​ແກະ​ທີ່​ຫຼົງ​ຫາຍ​ແລ້ວ?

14 ເຮົາ​ຕ້ອງ​ຊ່ວຍ​ເຫຼືອ​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ຕໍ່ໆໄປ. ຄື​ກັບ​ລູກ​ທີ່​ຫຼົງ​ຫາຍ​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ ເຂົາ​ເຈົ້າ​ອາດ​ຈະ​ມີ​ແຜ​ທາງ​ໃຈ ແລະ​ອາດ​ຈະ​ມີ​ຄວາມ​ເຊື່ອ​ທີ່​ອ່ອນແອ ເນື່ອງ​ຈາກ​ເຂົາ​ເຈົ້າ​ປະສົບ​ຫຼາຍ​ຢ່າງ​ໃນ​ໂລກ​ຂອງ​ຊາຕານ. ດັ່ງ​ນັ້ນ ເຮົາ​ຕ້ອງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ກັບ​ມາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໃນ​ພະ​ເຢໂຫວາ​ອີກ. ໃນ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ແກະ​ທີ່​ຫຼົງ​ຫາຍ ພະ​ເຢຊູ​ໄດ້​ອະທິບາຍ​ວ່າ ເມື່ອ​ຜູ້​ລ້ຽງ​ແກະ​ພົບ​ແກະ​ແລ້ວ ລາວ​ໄດ້​ອູ້ມ​ມັນ​ແບກ​ໃສ່​ບ່າ​ແລ້ວ​ເອົາ​ມາ​ຫາ​ຝູງ. ທີ່​ຈິງ ຜູ້​ລ້ຽງ​ແກະ​ໃຊ້​ເວລາ​ແລະ​ກຳລັງ​ຫຼາຍ​ພໍ​ຢູ່​ແລ້ວ​ເພື່ອ​ຊອກ​ຫາ​ແກະ ແຕ່​ລາວ​ຮູ້​ວ່າ​ຖ້າ​ບໍ່​ຊ່ວຍ​ແກະ ມັນ​ກໍ​ບໍ່​ສາມາດ​ທີ່​ຈະ​ກັບ​ໄປ​ຫາ​ຝູງ​ຂອງ​ມັນ​ໄດ້ ເພາະ​ມັນ​ບໍ່​ມີ​ແຮງ​ພໍ​ທີ່​ຈະ​ໄປ​ຫາ​ຝູງ​ດ້ວຍ​ຕົວ​ເອງ​ໄດ້.—ອ່ານ​ລູກາ 15:4, 5

15. ເຮົາ​ຈະ​ຊ່ວຍ​ຄົນ​ທີ່​ອ່ອນແອ​ທີ່​ຢາກ​ກັບ​ມາ​ຫາ​ພະ​ເຢໂຫວາ​ໄດ້​ແນວ​ໃດ? (ເບິ່ງ​ຂອບ “ ເຄື່ອງ​ມື​ທີ່​ສຳຄັນ.”)

15 ເຮົາ​ຕ້ອງ​ເຮັດ​ຄື​ກັບ​ຜູ້​ລ້ຽງ​ແກະ​ໂດຍ​ໃຊ້​ເວລາ​ແລະ​ກຳລັງ​ເພື່ອ​ຊ່ວຍ​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ໃຫ້​ເອົາ​ຊະນະ​ບັນຫາ​ຕ່າງໆແລ້ວ​ກັບ​ມາ​ຮັບໃຊ້​ພະ​ເຢໂຫວາ​ອີກ. ການ​ໃຊ້​ຄຳພີ​ໄບເບິນ​ແລະ​ປຶ້ມ​ຕ່າງໆຂອງ​ອົງການ ພ້ອມ​ກັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຈະ​ຊ່ວຍ​ໃຫ້​ຄົນ​ເຫຼົ່າ​ນີ້​ກັບ​ມາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ອີກ. (ຣມ​. 15:1) ແລ້ວ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ປະສົບການ​ຂອງ​ຜູ້​ດູ​ແລ​ຄົນ​ໜຶ່ງ​ບອກ​ວ່າ: “ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ທີ່​ຕ້ອງການ​ຈະ​ກັບ​ມາ​ຫາ​ພະ​ເຢໂຫວາ​ສ່ວນ​ຫຼາຍ​ແລ້ວ​ຕ້ອງ​ໄດ້​ສຶກສາ​ຄຳພີ​ໄບເບິນ​ອີກ.” * ຖ້າ​ເຈົ້າ​ຖືກ​ຂໍ​ໃຫ້​ຊ່ວຍ​ສຶກສາ​ກັບ​ຄົນ​ເຫຼົ່າ​ນັ້ນ ເຈົ້າ​ຈະ​ຖື​ວ່າ​ເປັນ​ສິດທິ​ພິເສດ​ບໍ່​ແມ່ນ​ບໍ? ຜູ້​ດູ​ແລ​ນັ້ນ​ຍັງ​ເວົ້າ​ຕື່ມ​ວ່າ: “ຜູ້​ທີ່​ຈະ​ໄປ​ຊ່ວຍ​ສຶກສາ​ໃຫ້​ລາວ​ຕ້ອງ​ເປັນ​ໝູ່​ທີ່​ດີ​ກັບ​ລາວ ເຮັດ​ໃຫ້​ລາວ​ໝັ້ນ​ໃຈ ແລະ​ກ້າ​ທີ່​ຈະ​ເວົ້າ​ໄດ້​ຢ່າງ​ເປີດ​ໃຈ.”

ມີ​ຄວາມ​ສຸກ​ທັງ​ໃນ​ສະຫວັນ​ແລະ​ໂລກ

16. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ທູດ​ສະຫວັນ​ໄດ້​ຊ່ວຍ​ເຮົາ​ໃຫ້​ຊອກ​ຫາ​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ?

16 ຫຼາຍ​ປະສົບການ​ສະແດງ​ໃຫ້​ເຫັນ​ວ່າ​ທູດ​ສະຫວັນ​ໄດ້​ຊ່ວຍ​ເຮົາ​ໃຫ້​ຊອກ​ຫາ​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ທີ່​ຢາກ​ກັບ​ມາ​ຫາ​ພະ​ເຢໂຫວາ. (ພນມ​. 14:6) ປະສົບການ​ໜຶ່ງ​ໃນ​ເອ​ກົວ​ເຕີ ພີ່ນ້ອງ​ທີ່​ຊື່ ຊິນ​ວີ​ໂອ​ໄດ້​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ສົ່ງ​ບາງ​ຄົນ​ມາ​ຫາ​ລາວ. ໃນ​ຂະນະ​ທີ່​ລາວ​ກຳລັງ​ອະທິດຖານ​ຢູ່​ນັ້ນ ມີ​ຜູ້​ດູ​ແລ 2 ຄົນ​ໄດ້​ມາ​ເຮືອນ​ລາວ. ເຂົາ​ເຈົ້າ​ໄດ້​ເລີ່ມ​ຊ່ວຍ​ລາວ​ເພື່ອ​ໃຫ້​ລາວ​ກັບ​ມາ​ຫາ​ພະ​ເຢໂຫວາ.

17. ເຮົາ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ຊ່ວຍ​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ໃຫ້​ກັບ​ມາ?

17 ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ຊ່ວຍ​ຄົນ​ທີ່​ອ່ອນແອ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ. ພີ່ນ້ອງ​ໄພໂອເນຍ​ຄົນ​ໜຶ່ງ​ທີ່​ຊື່ ເຊົາ​ວາ​ດໍ ລາວ​ໄດ້​ເອົາໃຈໃສ່​ຊ່ວຍ​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ເປັນ​ພິເສດ​ເວົ້າ​ວ່າ: “ບາງ​ຄັ້ງ ເມື່ອ​ຂ້ອຍ​ຄິດ​ເຖິງ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ແລ້ວ​ກັບ​ມາ​ຫາ​ພະອົງ ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ. ຂ້ອຍ​ມີ​ຄວາມ​ສຸກ​ທີ່​ເຫັນ​ພະ​ເຢໂຫວາ​ຊ່ວຍ​ຄົນ​ທີ່​ຫຼົງ​ທາງ​ກັບ​ມາ​ແລະ​ຂ້ອຍ​ກໍ​ມີ​ສ່ວນ​ຮ່ວມ​ໃນ​ການ​ຊ່ວຍ​ຜູ້​ຮັບໃຊ້​ທີ່​ມີ​ຄ່າ​ຂອງ​ພະອົງ​ໃຫ້​ອອກ​ຈາກ​ໂລກ​ຂອງ​ຊາຕານ ແລະ​ກັບ​ມາ​ຫາ​ປະຊາຄົມ.”—ກຈກ​. 20:35

18. ຖ້າ​ເຈົ້າ​ໄດ້​ເຊົາ​ຄົບຫາ​ກັບ​ປະຊາຄົມ ເຈົ້າ​ສາມາດ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ?

18 ຖ້າ​ເຈົ້າ​ໄດ້​ເຊົາ​ຄົບຫາ​ກັບ​ປະຊາຊົນ​ຂອງ​ພະ​ເຢໂຫວາ ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຍັງ​ຮັກ​ເຈົ້າ ແລະ​ພະອົງ​ຕ້ອງການ​ໃຫ້​ເຈົ້າ​ກັບ​ມາ​ຫາ​ພະອົງ. ແຕ່​ເຈົ້າ​ຕ້ອງ​ເຮັດ​ບາງ​ຢ່າງ​ເພື່ອ​ເຈົ້າ​ຈະ​ກັບ​ມາ​ຫາ​ພະອົງ​ໄດ້. ຄື​ກັບ​ພໍ່​ທີ່​ຢູ່​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ ພະ​ເຢໂຫວາ​ຄອຍ​ຖ້າ​ເຈົ້າ​ທີ່​ຈະ​ກັບ​ມາ​ຫາ​ພະອົງ ແລະ​ພະອົງ​ກໍ​ຍິນດີ​ຕ້ອນຮັບ​ເຈົ້າ​ສະເໝີ.

ເພງ 103 ຜູ້​ບຳລຸງ​ລ້ຽງ​ຂອງ​ຂວັນ​ທີ່​ເປັນ​ມະນຸດ

^ ຂໍ້ 5 ພະ​ເຢໂຫວາ​ຢາກ​ໃຫ້​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ກັບ​ມາ​ຫາ​ພະອົງ. ເຮົາ​ສາມາດ​ຊ່ວຍ​ຄົນ​ເຫຼົ່າ​ນັ້ນ​ໃຫ້​ຮັບ​ເອົາ​ຄຳ​ເຊີນ​ຂອງ​ພະ​ເຢໂຫວາ​ທີ່​ວ່າ: “ກັບ​ມາ​ຫາ​ເຮົາ.” ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ເຂົາ​ເຈົ້າ.

^ ຂໍ້ 7 ບາງ​ຊື່​ເປັນ​ຊື່​ສົມມຸດ

^ ຂໍ້ 15 ບາງ​ຄົນ​ທີ່​ເຊົາ​ຄົບຫາ​ກັບ​ປະຊາຄົມ​ອາດ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໂດຍ​ການ​ສຶກສາ​ປຶ້ມ​ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ ຫຼື​ຄົນ​ອື່ນໆອາດ​ຈະ​ໃຊ້​ປຶ້ມ​ຫຍັບ​ເຂົ້າ​ໃກ້​ພະ​ເຢໂຫວາ. ຄະນະ​ກຳມະການ​ການ​ຮັບໃຊ້​ຂອງ​ປະຊາຄົມ​ຈະ​ເປັນ​ຜູ້ຕັດສິນ​ໃຈ​ວ່າ​ຈະ​ໃຫ້​ໃຜ​ໄປ​ສຶກສາ​ກັບ​ລາວ.

^ ຂໍ້ 68 ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຊາຍ​ສາມ​ຄົນ​ໄດ້​ຊ່ວຍ​ເຫຼືອ​ຄົນ​ທີ່​ຢາກ​ກັບ​ມາ​ຫາ​ພະ​ເຢໂຫວາ. ເຂົາ​ເຈົ້າ​ເຮັດ​ແບບ​ນັ້ນ​ໂດຍ​ຕິດ​ຕໍ່​ຫາ​ລາວ​ເປັນ​ປະຈຳ ເຮັດ​ໃຫ້​ລາວ​ໝັ້ນ​ໃຈ​ວ່າ​ເຂົາ​ເຈົ້າ​ຍັງ​ຮັກ​ລາວ ແລະ​ຕັ້ງ​ໃຈ​ຟັງ​ລາວ​ດ້ວຍ​ຄວາມ​ເຂົ້າ​ໃຈ.