ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ການ​ຄວບຄຸມ​ຕົວ​ເອງ​ເປັນ​ຄຸນ​ລັກສະນະ​ທີ່​ສຳຄັນ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ

ການ​ຄວບຄຸມ​ຕົວ​ເອງ​ເປັນ​ຄຸນ​ລັກສະນະ​ທີ່​ສຳຄັນ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ

ພໍ​ລ໌​ເວົ້າ​ວ່າ: “ຕອນ​ທີ່​ຂ້ອຍ​ຕີ​ກັບ​ຫຼານ​ຂອງ​ແມ່ ຂ້ອຍ​ໄດ້​ຈັບ​ຄໍ​ລາວ​ແລະ​ກໍ​ເລີ່ມ​ບີບ ຂ້ອຍ​ຢາກ​ຂ້າ​ລາວ.”

ມາ​ໂຄ​ເວົ້າ​ວ່າ: “ຕອນ​ທີ່​ຢູ່​ເຮືອນ ຂ້ອຍ​ມັກ​ໃຈ​ຮ້າຍ​ງ່າຍ​ແລະ​ມັກ​ຈະ​ອາລະວາດ ຖ້າ​ມີ​ຫຍັງ​ຢູ່​ໃກ້​ມື ຂ້ອຍ​ກໍ​ຈະ​ແກວ່ງ​ມັນ​ຖິ້ມ​ໝົດ​ບໍ່​ວ່າ​ຈະ​ເປັນ​ຖ້ວຍ ບ່ວງ ຈານ ຊາມ.”

ເຮົາ​ອາດ​ຈະ​ບໍ່​ເຮັດ​ເຖິງ​ຂັ້ນ​ນັ້ນ ແຕ່​ເຮົາ​ທຸກ​ຄົນ​ມີ​ບັນຫາ​ໃນ​ການ​ຄວບຄຸມ​ຕົວ​ເປັນ​ບາງ​ຄັ້ງ​ຄາວ. ນີ້​ກໍ​ເປັນ​ຍ້ອນ​ວ່າ​ເຮົາ​ໄດ້​ຮັບ​ບາບ​ຈາກ​ອາດາມ​ມະນຸດ​ຄົນ​ທຳອິດ. (ຣມ​. 5:12) ບາງ​ຄົນ​ກໍ​ເປັນ​ຄື​ກັບ​ພໍ​ລ໌​ແລະ​ມາ​ໂຄ​ທີ່​ອາດ​ຈະ​ມີ​ບັນຫາ​ໃນ​ການ​ຄວບຄຸມ​ອາລົມ​ຄວາມ​ຮູ້ສຶກ. ສ່ວນ​ຄົນ​ອື່ນ​ອາດ​ຈະ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຄວບຄຸມ​ຄວາມ​ຄິດ ເຂົາ​ເຈົ້າ​ມັກ​ຄິດ​ເຖິງ​ສິ່ງ​ທີ່​ເຮັດ​ໃຫ້​ຢ້ານ​ຫຼື​ອາດ​ຈະ​ຄິດ​ໃນ​ແງ່​ລົບ. ບາງ​ຄົນ​ອາດ​ຈະ​ມີ​ບັນຫາ​ໃນ​ການ​ຢັ້ບ​ຢັ້ງ​ຕົວ​ເອງ​ຈາກ​ການ​ເຮັດ​ຜິດສິນລະທຳ​ທາງ​ເພດ ກິນ​ເຫຼົ້າ​ຫຼາຍ​ໂພດ​ຫຼື​ໃຊ້​ຢາ​ໃນ​ທາງ​ທີ່​ຜິດ.

ຜູ້​ທີ່​ບໍ່​ຄວບຄຸມ​ຄວາມ​ຄິດ ຄວາມ​ຕ້ອງການ ແລະ​ການ​ກະທຳ​ສາມາດ​ທຳລາຍ​ຊີວິດ​ຂອງ​ຕົວ​ເອງ​ໄດ້. ເຮົາ​ຢາກ​ຫຼີກ​ລ່ຽງ​ທີ່​ຈະ​ບໍ່​ເຮັດ​ແບບ​ນັ້ນ. ແລ້ວ​ເຮົາ​ຈະ​ເຮັດ​ແນວ​ໃດ? ເຮົາ​ຕ້ອງ​ຄວບຄຸມ​ຕົວ​ເອງ. ເພື່ອ​ຈະ​ຄວບຄຸມ​ຕົວ​ເອງ​ໄດ້ ໃຫ້​ເຮົາ​ມາ​ຕອບ 3 ຄຳຖາມ​ນີ້: (1) ການ​ຄວບຄຸມ​ຕົວ​ເອງ​ແມ່ນ​ຫຍັງ? (2) ເປັນ​ຫຍັງ​ການ​ຄວບຄຸມ​ຕົວ​ເອງ​ຈຶ່ງ​ສຳຄັນ? (3) ເຮົາ​ຈະ​ພັດທະນາ​ຄຸນ​ລັກສະນະ​ນີ້​ທີ່​ເປັນ “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ” ໄດ້​ແນວ​ໃດ? (ຄລຕ​. 5:22, 23) ຈາກ​ນັ້ນ​ເຮົາ​ຈະ​ມາ​ເບິ່ງ​ວ່າ ຈະ​ເປັນ​ແນວ​ໃດ​ຖ້າ​ເຮົາ​ບໍ່​ໄດ້​ຄວບຄຸມ​ຕົວ​ເອງ.

ການ​ຄວບຄຸມ​ຕົວ​ເອງ​ແມ່ນ​ຫຍັງ?

ຄົນ​ທີ່​ຄວບຄຸມ​ຕົວ​ເອງ​ຈະ​ບໍ່​ສະແດງ​ອາລົມ​ຄວາມ​ຮູ້ສຶກ​ຫຼາຍ​ເກີນ​ໄປ ແຕ່​ລາວ​ຈະ​ເວົ້າ​ແລະ​ເຮັດ​ໃນ​ແບບ​ທີ່​ພະເຈົ້າ​ພໍ​ໃຈ.

ພະ​ເຢຊູ​ຄວບຄຸມ​ຕົວ​ເອງ​ໄດ້​ດີ

ພະ​ເຢຊູ​ບອກ​ເຮົາ​ໃຫ້​ຮູ້​ຄວາມ​ໝາຍ​ຂອງ​ການ​ຄວບຄຸມ​ຕົວ​ເອງ. ຄຳພີ​ໄບເບິນ​ບອກ​ວ່າ: “ເມື່ອ​ຖືກ​ດ່າ​ເພິ່ນ​ກໍ​ບໍ່​ໄດ້​ດ່າ​ຕອບ ເມື່ອ​ທົນ​ທຸກ​ທໍລະມານ ເພິ່ນ​ກໍ​ບໍ່​ໄດ້​ຂົ່ມ​ຂູ່​ຜູ້​ໃດ ແຕ່​ຝາກ​ຕົວ​ເພິ່ນ​ເອງ​ໄວ້​ກັບ​ພະເຈົ້າ​ທີ່​ຕັດສິນ​ຢ່າງ​ຍຸຕິທຳ.” (1 ປຕ. 2:23) ພະ​ເຢຊູ​ຄວບຄຸມ​ຕົວ​ເອງ​ເມື່ອ​ຜູ້​ຕໍ່​ຕ້ານ​ເວົ້າ​ດູຖູກ​ເພິ່ນ​ຕອນ​ທີ່​ເພິ່ນ​ຖືກ​ຄຶງ​ເທິງ​ເສົາ​ທໍລະມານ. (ມທ​. 27:39-44) ກ່ອນ​ໜ້າ​ນັ້ນ​ເພິ່ນ​ໄດ້​ຄວບຄຸມ​ຕົວ​ເອງ​ຕອນ​ທີ່​ພວກ​ຫົວ​ໜ້າ​ສາສະໜາ​ພະຍາຍາມ​ຈັບ​ຜິດ​ຄຳເວົ້າ​ຂອງ​ເພິ່ນ. (ມທ​. 22:15-22) ແລະ​ພະ​ເຢຊູ​ຍັງ​ວາງ​ຕົວຢ່າງ​ທີ່​ດີ​ໃນ​ການ​ຄວບຄຸມ​ຕົວ​ເອງ​ຕອນ​ທີ່​ຊາວ​ຢິວ​ດຶກ​ກ້ອນ​ຫີນ​ໃສ່​ເພິ່ນ ແທນ​ທີ່​ເພິ່ນ​ຈະ​ຕອບ​ໂຕ້ “ເພິ່ນ​ໄປ​ລີ້​ແລ້ວ​ອອກ​ໄປ​ຈາກ​ວິຫານ.”—ຢຮ​. 8:57-59

ເຮົາ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ໄດ້​ບໍ? ກໍ​ໄດ້​ຢູ່. ອັກຄະສາວົກ​ເປໂຕ​ບອກ​ວ່າ: “ພະຄລິດ​ເອງ​ກໍ​ຍັງ​ທົນ​ທຸກ​ເພື່ອ​ພວກ​ເຈົ້າ ເພິ່ນ​ເປັນ​ຕົວຢ່າງ​ເພື່ອ​ໃຫ້​ພວກ​ເຈົ້າ​ຍ່າງ​ຕາມ​ຮອຍ​ຕີນ​ເພິ່ນ​ຢ່າງ​ໃກ້​ຊິດ.” (1 ປຕ. 2:21) ເຖິງ​ວ່າ​ເຮົາ​ຈະ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ ແຕ່​ເຮົາ​ກໍ​ສາມາດ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ໃນ​ການ​ຄວບຄຸມ​ຕົວ​ເອງ​ເທົ່າ​ທີ່​ເປັນ​ໄປ​ໄດ້. ເປັນ​ຫຍັງ​ການ​ເຮັດ​ແບບ​ນັ້ນ​ຈຶ່ງ​ສຳຄັນ?

ເປັນ​ຫຍັງ​ການ​ຄວບຄຸມ​ຕົວ​ເອງ​ຈຶ່ງ​ສຳຄັນ?

ເຮົາ​ຈຳເປັນ​ຕ້ອງ​ຄວບຄຸມ​ຕົວ​ເອງ​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ເຖິງ​ວ່າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ຫຼາຍ​ປີ ແຕ່​ເຮົາ​ກໍ​ອາດ​ສູນ​ເສຍ​ສາຍ​ສຳພັນ​ກັບ​ພະອົງ​ໄດ້​ຖ້າ​ເຮົາ​ບໍ່​ຄວບຄຸມ​ສິ່ງ​ທີ່​ເຮົາ​ເວົ້າ​ແລະ​ສິ່ງ​ທີ່​ເຮົາ​ເຮັດ.

ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ໂມເຊ ລາວ​ເປັນ “ຄົນ​ໃຈ​ອ່ອນ​ຫວານ​ຫຼາຍ ຫຼາຍ​ກວ່າ​ຄົນ​ທັງ​ປວງ​ທີ່​ຢູ່​ໜ້າ​ແຜ່ນດິນ​ໂລກ.” (ຈົດເຊັນ. 12:3) ລາວ​ອົດ​ທົນ​ກັບ​ຊາວ​ອິດສະຣາເອນ​ມາ​ຫຼາຍ​ປີ ແຕ່​ໃນ​ທີ່​ສຸດ​ລາວ​ກໍ​ບໍ່​ໄດ້​ຄວບຄຸມ​ຕົວ​ເອງ. ລາວ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ທີ່​ຈົ່ມ​ກ່ຽວ​ກັບ​ເລື່ອງ​ນ້ຳ ດັ່ງ​ນັ້ນ​ລາວ​ຈຶ່ງ​ເວົ້າ​ບໍ່​ມ່ວນ​ກັບ​ເຂົາ​ເຈົ້າ ລາວ​ເວົ້າ​ວ່າ: “ພວກ​ຄົນ​ດື້​ຈົ່ງ​ຟັງ​ເຖີ້ນ ພວກ​ເຮົາ​ຈະ​ໃຫ້​ນ້ຳ​ອອກ​ມາ​ຈາກ​ຫີນ​ດານ​ນີ້​ສຳລັບ​ທ່ານ​ທັງ​ຫຼາຍ​ຫຼື?”—ຈົດເຊັນ. 20:2-11

ໂມເຊ​ບໍ່​ໄດ້​ຄວບຄຸມ​ຕົວ​ເອງ. ລາວ​ບໍ່​ໄດ້​ໃຫ້​ກຽດ​ພະ​ເຢໂຫວາ​ເຊິ່ງ​ເປັນ​ຜູ້​ທີ່​ໃຫ້​ນ້ຳ​ກັບ​ເຂົາ​ເຈົ້າ. (ເພງ. 106:32, 33) ຜົນ​ກໍ​ຄື ພະ​ເຢໂຫວາ​ບໍ່​ໄດ້​ໃຫ້​ລາວ​ເຂົ້າ​ໄປ​ໃນ​ແຜ່ນດິນ​ຕາມ​ຄຳ​ສັນຍາ. (ຈົດເຊັນ. 20:12) ໂມເຊ​ອາດ​ຈະ​ຮູ້ສຶກ​ເສຍໃຈ​ໄປ​ຕະຫຼອດ​ຊີວິດ​ທີ່​ບໍ່​ໄດ້​ຄວບຄຸມ​ຕົວ​ເອງ.—ບັນຍັດ. 3:23-27

ເຮົາ​ໄດ້​ບົດຮຽນ​ຫຍັງ? ເຖິງ​ແມ່ນ​ເຮົາ​ຈະ​ຢູ່​ໃນ​ຄວາມ​ຈິງ​ມາ​ຫຼາຍ​ປີ ແຕ່​ເຮົາ​ກໍ​ອາດ​ຈະ​ເວົ້າ​ໃນ​ແບບ​ທີ່​ບໍ່​ໄດ້​ໃຫ້​ກຽດ​ຄົນ​ທີ່​ມັກ​ກວນ​ເຮົາ​ຫຼື​ຄົນ​ທີ່​ຕ້ອງ​ໄດ້​ຮັບ​ການ​ສັ່ງ​ສອນ. (ອຟຊ​. 4:32; ກລຊ​. 3:12) ຫຼື​ເມື່ອ​ເຮົາ​ອາຍຸ​ຫຼາຍ​ຂຶ້ນ​ຄວາມ​ອົດ​ທົນ​ຂອງ​ເຮົາ​ກໍ​ອາດ​ຈະ​ຫຼຸດ​ໜ້ອຍ​ລົງ. ແຕ່​ຂໍ​ໃຫ້​ຈື່​ຕົວຢ່າງ​ຂອງ​ໂມເຊ ເຮົາ​ອາດ​ຈະ​ທຳລາຍ​ຊື່ສຽງ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ເນື່ອງ​ຈາກ​ບໍ່​ໄດ້​ຄວບຄຸມ​ຕົວ​ເອງ. ຄັນ​ຊັ້ນ​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ພັດທະນາ​ຄຸນ​ລັກສະນະ​ທີ່​ສຳຄັນ​ນີ້?

ເຮົາ​ຈະ​ພັດທະນາ​ການ​ຄວບຄຸມ​ຕົວ​ເອງ​ໄດ້​ແນວ​ໃດ?

ອະທິດຖານ​ຂໍ​ພະລັງ​ບໍລິສຸດ. ເປັນ​ຫຍັງ​ຈຶ່ງ​ຂໍ? ກໍ​ຍ້ອນ​ວ່າ​ການ​ຄວບຄຸມ​ຕົວ​ເອງ​ເປັນ​ໜຶ່ງ​ໃນ​ຜົນ​ຂອງ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຢໂຫວາ​ຈະ​ໃຫ້​ທຸກ​ຄົນ​ທີ່​ຂໍ​ຈາກ​ພະອົງ. (ລກ​. 11:13) ໂດຍ​ທາງ​ພະລັງ​ບໍລິສຸດ ພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ມີ. (ຟລປ​. 4:13) ພະອົງ​ຍັງ​ສາມາດ​ຊ່ວຍ​ເຮົາ​ໃຫ້​ພັດທະນາ​ຄຸນ​ລັກສະນະ​ອື່ນໆຂອງ​ພະລັງ​ບໍລິສຸດ ເຊັ່ນ: ຄວາມ​ຮັກ ເຊິ່ງ​ສິ່ງ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຄວບຄຸມ​ຕົວ​ເອງ​ຫຼາຍ​ຂຶ້ນ.—1 ກຣ. 13:5

ຫຼີກ​ລ່ຽງ​ສິ່ງ​ທີ່​ອາດ​ເຮັດ​ໃຫ້​ຄວບຄຸມ​ຕົວ​ເອງ​ໄດ້​ຍາກ

ຫຼີກ​ລ່ຽງ​ສິ່ງ​ທີ່​ອາດ​ເຮັດ​ໃຫ້​ຄວບຄຸມ​ຕົວ​ເອງ​ໄດ້​ຍາກ. ຕົວຢ່າງ: ຫຼີກ​ລ່ຽງ​ເວັບໄຊ​ໃນ​ອິນເຕີເນັດ ແລະ​ການ​ພັກຜ່ອນ​ຢ່ອນ​ໃຈ​ທີ່​ບໍ່​ງາມ. (ອຟຊ​. 5:3, 4) ທີ່​ຈິງ ເຮົາ​ຕ້ອງ​ຫຼີກ​ລ່ຽງ​ສິ່ງ​ໃດ​ກໍ​ຕາມ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ຢາກ​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ. (ສຸພາ. 22:3; 1 ກຣ​. 6:12) ຕົວຢ່າງ​ເຊັ່ນ: ຜູ້​ທີ່​ມີ​ແນວ​ໂນ້ມ​ຈະ​ເຮັດ​ຜິດສິນລະທຳ​ທາງ​ເພດ​ອາດ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ອ່ານ​ປຶ້ມ​ຫຼື​ເບິ່ງ​ໜັງ​ກ່ຽວ​ກັບ​ຄວາມ​ຮັກ​ທີ່​ຫວານ​ຊຶ້ງ.

ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ນີ້. ແຕ່​ຖ້າ​ເຮົາ​ພະຍາຍາມ​ແທ້ໆພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ແລະ​ຄວາມ​ສາມາດ​ກັບ​ເຮົາ​ເພື່ອ​ຈະ​ຄວບຄຸມ​ຕົວ​ເອງ​ໄດ້. (2 ປຕ. 1:5-8) ພະອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ຄວບຄຸມ​ຄວາມ​ຄິດ ຄຳເວົ້າ ແລະ​ການ​ກະທຳ. ຄື​ກັບ​ຕົວຢ່າງ​ຂອງ​ພໍ​ລ໌​ແລະ​ມາ​ໂຄ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້ ທັງ​ສອງ​ຄົນ​ໄດ້​ຮຽນ​ຮູ້​ວິທີ​ທີ່​ຈະ​ຄວບຄຸມ​ອາລົມ​ທີ່​ຮຸນແຮງ. ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ພີ່ນ້ອງ​ອີກ​ຄົນ​ໜຶ່ງ​ທີ່​ມັກ​ອາລົມ​ເສຍ​ຕອນ​ທີ່​ຂັບ​ລົດ ແລະ​ບາງ​ເທື່ອ​ລາວ​ກໍ​ຢາກ​ອະ​ລະ​ວາດ​ໃສ່​ຄົນ​ອື່ນ. ລາວ​ເຮັດ​ແນວ​ໃດ? ລາວ​ບອກ​ວ່າ: “ຂ້ອຍ​ອະທິດຖານ​ຢ່າງ​ຈິງ​ຈັງ​ແຕ່​ລະ​ມື້ ຂ້ອຍ​ໄປ​ຄົ້ນ​ຄວ້າ​ບົດ​ຄວາມ​ທີ່​ເວົ້າ​ເຖິງ​ການ​ຄວບຄຸມ​ຕົວ​ເອງ​ແລະ​ພະຍາຍາມ​ຈື່​ຂໍ້​ຄຳພີ​ຕ່າງໆທີ່​ເປັນ​ປະໂຫຍດ. ເຖິງ​ວ່າ​ຂ້ອຍ​ຈະ​ໄດ້​ເຮັດ​ຕາມ​ນີ້​ຫຼາຍ​ປີ​ແລ້ວ ແຕ່​ຂ້ອຍ​ກໍ​ຍັງ​ຕ້ອງ​ຕັ້ງ​ໃຈ​ທີ່​ຈະ​ພະຍາຍາມ​ເປັນ​ຄົນ​ໃຈ​ເຢັນ ຖ້າ​ຂ້ອຍ​ຕ້ອງ​ເດີນ​ທາງ ຂ້ອຍ​ຈະ​ອອກ​ຕັ້ງ​ແຕ່​ເຊົ້າໆເພື່ອ​ຈະ​ບໍ່​ຂັບ​ລົດ​ແບບ​ຟ້າວຟັ່ງ.”

ຈະ​ເປັນ​ແນວ​ໃດ​ຖ້າ​ບໍ່​ໄດ້​ຄວບຄຸມ​ຕົວ​ເອງ

ຖ້າ​ເຮົາ​ບໍ່​ຄວບຄຸມ​ຕົວ​ເອງ ເຮົາ​ອາດ​ຮູ້ສຶກ​ອາຍ​ທີ່​ຈະ​ອະທິດຖານ​ເຖິງ​ພະ​ເຢໂຫວາ. ແຕ່​ນີ້​ເປັນ​ເວລາ​ທີ່​ເຮົາ​ຕ້ອງ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ທັນທີ ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະອົງ ຂໍ​ພະອົງ​ໃຫ້​ອະໄພ​ເຮົາ ແລະ​ຕັ້ງ​ໃຈ​ທີ່​ຈະ​ບໍ່​ເຮັດ​ຜິດ​ຊ້ຳ​ອີກ. (ເພງ. 51:9-11) ພະ​ເຢໂຫວາ​ຈະ​ຟັງ​ຄຳ​ອະທິດຖານ​ທີ່​ຈິງ​ໃຈ​ຂອງ​ເຮົາ. (ເພງ. 102:17) ອັກຄະສາວົກ​ໂຢຮັນ​ບອກ​ເຮົາ​ວ່າ ເລືອດ​ຂອງ​ພະ​ເຢຊູ “ລົບ​ລ້າງ​ບາບ​ທັງ​ໝົດ​ຂອງ​ພວກ​ເຮົາ.” (1 ຢຮ​. 1:7; 2:1; ເພງ. 86:5) ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ບອກ​ຜູ້​ຮັບໃຊ້​ຂອງ​ພະອົງ​ທຸກ​ຄົນ​ໃຫ້​ອະໄພ​ກັນ​ຢ່າງ​ໃຈ​ກວ້າງ. ດັ່ງ​ນັ້ນ ເຮົາ​ກໍ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ຈະ​ໃຫ້​ອະໄພ​ເຮົາ​ຄື​ກັນ.—ມທ​. 18:21, 22; ກລຊ​. 3:13

ພະ​ເຢໂຫວາ​ບໍ່​ພໍ​ໃຈ​ຕອນ​ທີ່​ໂມເຊ​ບໍ່​ໄດ້​ຄວບຄຸມ​ຕົວ​ເອງ. ແຕ່​ພະອົງ​ກໍ​ໃຫ້​ອະໄພ​ລາວ ແລະ​ຄຳພີ​ໄບເບິນ​ກໍ​ບອກ​ວ່າ​ລາວ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ຄວາມ​ເຊື່ອ. (ບັນຍັດ. 34:10; ຮຣ​. 11:24-28) ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ໃຫ້​ໂມເຊ​ເຂົ້າ​ໄປ​ໃນ​ແຜ່ນດິນ​ຕາມ​ຄຳ​ສັນຍາ ແຕ່​ພະອົງ​ກໍ​ໃຫ້​ລາວ​ເຂົ້າ​ໄປ​ໃນ​ໂລກ​ໃໝ່​ທີ່​ເປັນ​ອຸທິຍານ​ພ້ອມ​ກັບ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ເຮົາ​ກໍ​ສາມາດ​ມີ​ຄວາມ​ຫວັງ​ແບບ​ນີ້​ໄດ້​ຄື​ກັນ​ຖ້າ​ເຮົາ​ພະຍາຍາມ​ພັດທະນາ​ການ​ຄວບຄຸມ​ຕົວ​ເອງ.—1 ກຣ​. 9:25