ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 24

“ຂໍ​ຊ່ວຍ​ໃຫ້​ຂ້ອຍ​ຢຳເກງ​ຊື່​ຂອງ​ພະອົງ​ໝົດ​ຫົວໃຈ”

“ຂໍ​ຊ່ວຍ​ໃຫ້​ຂ້ອຍ​ຢຳເກງ​ຊື່​ຂອງ​ພະອົງ​ໝົດ​ຫົວໃຈ”

“ຂໍ​ຊ່ວຍ​ໃຫ້​ຂ້ອຍ​ຢຳເກງ​ຊື່​ຂອງ​ພະອົງ​ໝົດ​ຫົວໃຈ. ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ ຂ້ອຍ​ສັນລະເສີນ​ພະອົງ​ສຸດ​ຫົວໃຈ.”—ເພງ. 86:11, 12, ລ.ມ.

ເພງ 7 ພະ​ເຢໂຫວາ​ເປັນ​ກຳລັງ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ *

1. ການ​ຢ້ານຢຳ​ພະເຈົ້າ​ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ຕໍ່​ຄົນ​ທີ່​ຮັກ​ພະ​ເຢໂຫວາ?

ຄລິດສະຕຽນ​ທຸກ​ຄົນ​ຮັກ​ພະເຈົ້າ​ແລະ​ຢຳເກງ​ພະອົງ​ນຳ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ຮຽນ​ຮູ້​ວ່າ​ການ​ຢຳເກງ​ພະເຈົ້າ​ເປັນ​ເລື່ອງ​ສຳຄັນ. ແຕ່​ການ​ຢຳເກງ​ພະເຈົ້າ​ແມ່ນ​ຫຍັງ? ຄົນ​ທີ່​ຢຳເກງ​ພະເຈົ້າ​ຈະ​ເຄົາລົບ​ນັບຖື​ພະອົງ​ຢ່າງ​ເລິກ​ເຊິ່ງ. ເຂົາ​ເຈົ້າ​ບໍ່​ຢາກ​ເຮັດ​ໃຫ້​ພະເຈົ້າ​ເສຍໃຈ​ເພາະ​ເຂົາ​ເຈົ້າ​ຢາກ​ເປັນ​ໝູ່​ກັບ​ພະອົງ​ຕໍ່​ໄປ.—ເພງ. 111:10; ສຸພາ. 8:13

2. ຕາມ​ຄຳເວົ້າ​ຂອງ​ດາວິດ​ທີ່​ຂຽນ​ໃນ​ຄຳເພງ 86:11 ເຮົາ​ຈະ​ມາ​ເບິ່ງ​ສອງ​ຢ່າງ​ຫຍັງ​ແດ່?

2 ອ່ານ​ຄຳເພງ 86:11, ລ.ມ. * ເມື່ອ​ອ່ານ​ຂໍ້​ນີ້ ເຮົາ​ກໍ​ຈະ​ເຫັນ​ວ່າ​ກະສັດ​ດາວິດ​ເຂົ້າ​ໃຈ​ວ່າ​ການ​ຢຳເກງ​ພະເຈົ້າ​ເປັນ​ເລື່ອງ​ສຳຄັນ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ໃຊ້​ສິ່ງ​ທີ່​ດາວິດ​ເວົ້າ​ໃນ​ຄຳ​ອະທິດຖານ​ແນວ​ໃດ. ທຳອິດ ເຮົາ​ຈະ​ເບິ່ງ​ບາງ​ເຫດຜົນ​ວ່າ​ເປັນ​ຫຍັງ​ເຮົາ​ຄວນ​ຢຳເກງ​ຊື່​ຂອງ​ພະ​ເຢໂຫວາ. ສອງ ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຢຳເກງ​ຊື່​ຂອງ​ພະ​ເຢໂຫວາ​ໃນ​ແຕ່​ລະ​ມື້.

ເປັນ​ຫຍັງ​ເຮົາ​ຄວນ​ຢຳເກງ​ຊື່​ຂອງ​ພະ​ເຢໂຫວາ?

3. ເຫດການ​ຫຍັງ​ທີ່​ອາດ​ເຮັດ​ໃຫ້​ໂມເຊ​ຢຳເກງ​ຊື່​ຂອງ​ພະ​ເຢໂຫວາ​ສະເໝີ?

3 ລອງ​ຄິດ​ເບິ່ງ​ວ່າ​ໂມເຊ​ຈະ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ລາວ​ໄປ​ລີ້​ຢູ່​ໃນ​ໂກນ​ຫີນ​ດານ​ແລະ​ເຫັນ​ລັດ​ສະໝີ​ຂອງ​ພະ​ເຢໂຫວາ​ກາຍ​ໄປ. ນີ້​ເປັນ​ເຫດການ​ທີ່​ໜ້າ​ຕື່ນ​ເຕັ້ນ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ມະນຸດ​ກ່ອນ​ທີ່​ພະ​ເຢຊູ​ຈະ​ມາ​ໃນ​ໂລກ. ໂມເຊ​ໄດ້​ຍິນ​ສຽງ​ຂອງ​ທູດ​ສະຫວັນ​ທີ່​ບອກ​ວ່າ: “ພະ​ເຢໂຫວາ ພະ​ເຢໂຫວາ ພະເຈົ້າ​ທີ່​ເມດຕາ ສົງສານ ບໍ່​ຄຽດ​ງ່າຍ ຮັກ​ໃຜ​ກໍ​ຮັກ​ໝັ້ນ​ຄົງ ແລະ​ຮັກສາ​ຄຳເວົ້າ​ສະເໝີ ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ບໍ່​ວ່າ​ຈະ​ຜ່ານ​ໄປ​ຫຼາຍ​ພັນ​ຊົ່ວ​ເຊັ່ນ​ຄົນ ພະອົງ​ໃຫ້​ອະໄພ​ຄວາມ​ຜິດ​ແລະ​ບາບ.” (ອົບ. 33:17-23; 34:5-7, ລ.ມ.) ທຸກ​ຄັ້ງ​ທີ່​ໃຊ້​ຊື່​ຂອງ​ພະ​ເຢໂຫວາ ໂມເຊ​ອາດ​ຄິດ​ເຖິງ​ເຫດການ​ນີ້. ນັ້ນ​ຈຶ່ງ​ເປັນ​ເຫດຜົນ​ທີ່​ລາວ​ເຕືອນ​ຊາວ​ອິດສະຣາເອນ​ໃຫ້ “ຢຳເກງ​ຊື່​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ເຊິ່ງ​ເປັນ​ຊື່​ທີ່​ສູງ​ສົ່ງ​ແລະ​ໜ້າ​ເກງ​ຂາມ.”—ບັນຍັດ. 28:58, ລ.ມ.

4. ເພື່ອ​ຈະ​ຢຳເກງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເຮົາ​ຄວນ​ຄິດ​ເຖິງ​ຄຸນ​ລັກສະນະ​ຫຍັງ​ແດ່?

4 ເມື່ອ​ຄິດ​ເຖິງ​ຊື່​ຂອງ​ພະ​ເຢໂຫວາ​ເຮົາ​ຄວນ​ຄິດ​ວ່າ​ພະອົງ​ເປັນ​ພະເຈົ້າ​ແບບ​ໃດ ແລະ​ເຮົາ​ຍັງ​ຈະ​ຄິດ​ເຖິງ​ຄຸນ​ລັກສະນະ​ຕ່າງໆຂອງ​ພະອົງ​ເຊັ່ນ ລິດ​ອຳນາດ ສະຕິປັນຍາ ຄວາມ​ຍຸຕິທຳ​ແລະ​ຄວາມ​ຮັກ. ເມື່ອ​ເຮົາ​ຄິດ​ຕຶກຕອງ​ເຖິງ​ຄຸນ​ລັກສະນະ​ເຫຼົ່າ​ນີ້​ແລະ​ຄຸນ​ສະ​ນະ​ອື່ນໆກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ຢຳເກງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.—ເພງ. 77:11-15

5-6. (ກ) ຊື່​ຂອງ​ພະເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ? (ຂ) ຕາມ​ອົບພະຍົບ 3:13, 14 ແລະ​ເອຊາອີ 64:8 ພະ​ເຢໂຫວາ​ສາມາດ​ເຮັດ​ສິ່ງ​ຕ່າງໆຕາມ​ທີ່​ພະອົງ​ຕ້ອງການ​ແນວ​ໃດ?

5 ຊື່​ຂອງ​ພະເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ ນັກ​ວິຊາການ​ຫຼາຍ​ຄົນ​ບອກ​ວ່າ​ຊື່​ເຢໂຫວາ​ອາດ​ຈະ​ແປ​ວ່າ “ເຮົາ​ເປັນ​ທຸກ​ຢ່າງ​ທີ່​ເຮົາ​ຕ້ອງການ​ຈະ​ເປັນ.” ຄວາມ​ໝາຍ​ນີ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ບໍ່​ມີ​ຫຍັງ​ທີ່​ຈະ​ຂັດ​ຂວາງ​ພະ​ເຢໂຫວາ​ບໍ່​ໃຫ້​ເຮັດ​ສິ່ງ​ຕ່າງໆທີ່​ພະອົງ​ຕ້ອງການ​ໄດ້. ແລ້ວ​ຈະ​ເປັນ​ໄປ​ໄດ້​ແນວ​ໃດ?

6 ກໍ​ເພາະ​ວ່າ​ພະ​ເຢໂຫວາ​ເຮັດ​ຫຍັງ​ກໍ​ໄດ້​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະອົງ​ສຳເລັດ. (ອ່ານ​ອົບພະຍົບ 3:13, 14) ປຶ້ມ​ຕ່າງໆຂອງ​ອົງການ​ໄດ້​ຊ່ວຍ​ໃຫ້​ເຮົາ​ຄິດ​ເຖິງ​ຄວາມ​ສາມາດ​ນີ້​ຂອງ​ພະ​ເຢໂຫວາ​ເລື້ອຍໆ. ພະ​ເຢໂຫວາ​ຍັງ​ຊ່ວຍ​ໃຫ້​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ສາມາດ​ຮັບໃຊ້​ພະອົງ​ແລະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະອົງ​ສຳເລັດ. (ອ່ານ​ເອຊາອີ 64:8) ໂດຍ​ວິທີ​ນີ້​ພະ​ເຢໂຫວາ​ຈຶ່ງ​ສາມາດ​ເຮັດ​ຫຍັງ​ກໍ​ໄດ້​ແລະ​ບໍ່​ມີ​ຫຍັງ​ທີ່​ຈະ​ຂັດ​ຂວາງ​ພະອົງ​ບໍ່​ໃຫ້​ເຮັດ​ສິ່ງ​ທີ່​ພະອົງ​ຕ້ອງການ​ໄດ້​ສຳເລັດ.—ເອຊາ. 46:10, 11

7. ເຮົາ​ຈະ​ສຳນຶກ​ບຸນ​ຄຸນ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

7 ເຮົາ​ຈະ​ສຳນຶກ​ບຸນ​ຄຸນ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເມື່ອ​ເຮົາ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ທີ່​ພະອົງ​ໄດ້​ເຮັດ​ແລະ​ຄວາມ​ສາມາດ​ທີ່​ພະອົງ​ໄດ້​ໃຫ້​ເຮົາ ເຊັ່ນ ເມື່ອ​ເຮົາ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ ເຮົາ​ກໍ​ຈະ​ຮູ້ສຶກ​ປະທັບ​ໃຈ​ທີ່​ພະອົງ​ໄດ້​ເຮັດ​ສິ່ງ​ເຫຼົ່າ​ນີ້​ເພື່ອ​ເຮົາ. (ເພງ. 8:3, 4) ແລະ​ເມື່ອ​ເຮົາ​ຄິດ​ຕຶກຕອງ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ ເຮົາ​ກໍ​ຈະ​ຮູ້ສຶກ​ສຳນຶກ​ບຸນ​ຄຸນ​ພະອົງ​ຫຼາຍ​ຂຶ້ນ. ຊື່​ເຢໂຫວາ​ເປັນ​ຕາ​ໜ້າ​ຢຳເກງ​ແທ້ໆເພາະ​ຊື່​ນີ້​ລວມ​ເຖິງ​ທຸກ​ສິ່ງ​ທີ່​ພະອົງ​ເປັນ ທຸກ​ສິ່ງ​ທີ່​ພະອົງ​ເຄີຍ​ເຮັດ ແລະ​ທຸກ​ສິ່ງ​ທີ່​ພະອົງ​ຈະ​ເຮັດ​ໃນ​ອະນາຄົດ.—ເພງ. 89:7, 8

“ເຮົາ​ຈະ​ປ່າວ​ປະກາດ​ນາມ​ຊື່​ແຫ່ງ​ພະ​ເຢໂຫວາ”

ສິ່ງ​ທີ່​ໂມເຊ​ສອນ​ໄດ້​ໃຫ້​ກຳລັງ​ໃຈ​ປະຊາຊົນ​ເພາະ​ສິ່ງ​ນັ້ນ​ບອກ​ໃຫ້​ຮູ້​ຊື່​ຂອງ​ພະ​ເຢໂຫວາ​ແລະ​ບອກ​ວ່າ​ພະອົງ​ເປັນ​ພະເຈົ້າ​ແບບ​ໃດ (ເບິ່ງ​ຂໍ້ 8) *

8. ຕາມ​ພະບັນຍັດ 32:2, 3 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ແນວ​ໃດ​ກັບ​ຊື່​ຂອງ​ພະອົງ?

8 ກ່ອນ​ຊາວ​ອິດສະຣາເອນ​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ຕາມ​ຄຳ​ສັນຍາ ພະ​ເຢໂຫວາ​ໄດ້​ບອກ​ໂມເຊ​ໃຫ້​ຂຽນ​ເນື້ອ​ເພງ. (ບັນຍັດ. 31:19) ຈາກ​ນັ້ນ​ໂມເຊ​ກໍ​ສອນ​ປະຊາຊົນ​ໃຫ້​ຮູ້​ເພງ​ນີ້. ເມື່ອ​ເຮົາ​ອ່ານ​ພະບັນຍັດ 32:2, 3 (ອ່ານ) ເຮົາ​ກໍ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຖື​ວ່າ​ຊື່​ຂອງ​ພະອົງ​ສັກສິດ​ໂພດ​ຈົນ​ບໍ່​ຢາກ​ໃຫ້​ໃຜ​ເອີ້ນ​ຊື່​ຂອງ​ພະອົງ ແຕ່​ພະ​ເຢໂຫວາ​ຢາກ​ໃຫ້​ທຸກ​ຄົນ​ຮູ້ຈັກ​ຊື່​ຂອງ​ພະອົງ! ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆທີ່​ຊາວ​ອິດສະຣາເອນ​ໄດ້​ຟັງ​ໂມເຊ​ສອນ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຊື່​ອັນ​ສັກສິດ​ຂອງ​ພະອົງ. ສິ່ງ​ທີ່​ໂມເຊ​ສອນ​ໄດ້​ໃຫ້​ກຳລັງ​ໃຈ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ​ຄື​ກັບ​ນ້ຳ​ຝົນ​ທີ່​ຄ່ອຍໆຕົກ​ໃສ່​ພືດ​ແລະ​ເຮັດ​ໃຫ້​ມັນ​ໃຫຍ່​ຂຶ້ນ. ແລ້ວ​ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ການ​ສອນ​ຂອງ​ເຮົາ​ເປັນ​ແບບ​ນັ້ນ?

9. ເຮົາ​ຈະ​ຊ່ວຍ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ທີ່​ເຄົາລົບ​ນັບຖື​ໄດ້​ແນວ​ໃດ?

9 ເມື່ອ​ເຮົາ​ໄປ​ປະກາດ​ເຮົາ​ຈະ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ຮູ້ຈັກ​ຊື່​ຂອງ​ພະ​ເຢໂຫວາ. ເຮົາ​ສາມາດ​ໃຊ້​ປຶ້ມ ວິດີໂອ​ແລະ​ສິ່ງ​ອື່ນໆໃນ​ເວັບໄຊ​ເພື່ອ​ຍົກຍ້ອງ​ຊື່​ຂອງ​ພະ​ເຢໂຫວາ. ບໍ່​ວ່າ​ຈະ​ຢູ່​ໂຮງ​ຮຽນ ຢູ່​ບ່ອນ​ເຮັດ​ວຽກ​ຫຼື​ຕອນ​ໄປ​ທ່ຽວ​ເຮົາ​ກໍ​ມີ​ໂອກາດ​ທີ່​ຈະ​ລົມ​ເລື່ອງ​ພະ​ເຢໂຫວາ​ແລະ​ບອກ​ວ່າ​ພະອົງ​ເປັນ​ພະເຈົ້າ​ແບບ​ໃດ? ເມື່ອ​ເຮົາ​ບອກ​ເຂົາ​ເຈົ້າ​ກ່ຽວ​ກັບ​ສິ່ງ​ທີ່​ດີ​ຕ່າງໆທີ່​ພະ​ເຢໂຫວາ​ຈະ​ເຮັດ​ເພື່ອ​ມະນຸດ​ແລະ​ໂລກ ເຂົາ​ເຈົ້າ​ກໍ​ອາດ​ຈະ​ເຂົ້າ​ໃຈ​ຕັ້ງ​ແຕ່​ຕອນ​ທຳອິດ​ເລີຍ​ວ່າ​ພະ​ເຢໂຫວາ​ຮັກ​ມະນຸດ​ທຸກ​ຄົນ​ຫຼາຍ​ສ່ຳ​ໃດ. ເມື່ອ​ເຮົາ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢໂຫວາ ເຮົາ​ກໍ​ກຳລັງ​ຊ່ວຍ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື​ແລະ​ລົບ​ລ້າງ​ຄຳ​ຕົວະ​ແລະ​ການ​ໃສ່​ຮ້າຍ​ກ່ຽວ​ກັບ​ພະອົງ​ທີ່​ເຂົາ​ເຈົ້າ​ເຄີຍ​ຮູ້. ສິ່ງ​ທີ່​ເຮົາ​ສອນ​ຈາກ​ຄຳພີ​ໄບເບິນ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ກຳລັງ​ໃຈ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ.—ເອຊາ. 65:13, 14

10. ເປັນ​ຫຍັງ​ການ​ສອນ​ນັກ​ສຶກສາ​ໃຫ້​ຮູ້​ກົດໝາຍ​ແລະ​ມາດຕະຖານ​ຂອງ​ພະເຈົ້າ​ຍັງ​ບໍ່​ພໍ?

10 ເມື່ອ​ເຮົາ​ນຳ​ການ​ສຶກສາ ເຮົາ​ຢາກ​ຊ່ວຍ​ນັກ​ສຶກສາ​ໃຫ້​ມາ​ຮູ້ຈັກ​ພະ​ເຢໂຫວາ​ແລະ​ໃຊ້​ຊື່​ຂອງ​ພະອົງ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຢາກ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ​ແທ້ໆ. ຖ້າ​ເຮົາ​ພຽງ​ແຕ່​ສອນ​ຄຳ​ແນະນຳ ມາດຕະຖານ ແລະ​ກົດໝາຍ​ຂອງ​ພະ​ເຢໂຫວາ ນີ້​ຈະ​ເຮັດ​ໃຫ້​ລາວ​ຮູ້ຈັກ​ພະ​ເຢໂຫວາ​ແທ້ໆບໍ? ລາວ​ອາດ​ຮູ້ຈັກ​ກົດໝາຍ​ຂອງ​ພະເຈົ້າ​ແລະ​ເຖິງ​ຂັ້ນ​ຍອມ​ຮັບ​ກົດໝາຍ​ນັ້ນ. ແຕ່​ລາວ​ຈະ​ເຊື່ອ​ຟັງ​ຍ້ອນ​ວ່າ​ຮັກ​ພະອົງ​ແທ້ໆບໍ? ຂໍ​ໃຫ້​ຈື່​ໄວ້​ວ່າ ເອວາ​ກໍ​ຮູ້ຈັກ​ກົດໝາຍ​ຂອງ​ພະເຈົ້າ ແຕ່​ລາວ​ບໍ່​ໄດ້​ຮັກ​ພະອົງ​ແທ້ໆແລະ​ອາດາມ​ກໍ​ບໍ່​ໄດ້​ຮັກ​ພະອົງ​ຄື​ກັນ. (ຕົ້ນ. 3:1-6) ດັ່ງ​ນັ້ນ ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ສອນ​ນັກ​ສຶກສາ​ໃຫ້​ຮູ້​ກົດໝາຍ​ແລະ​ມາດຕະຖານ​ຂອງ​ພະເຈົ້າ ແຕ່​ເຮົາ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ນັ້ນ.

11. ເມື່ອ​ເຮົາ​ສອນ​ນັກ​ສຶກສາ​ໃຫ້​ຮູ້​ກົດໝາຍ​ແລະ​ມາດຕະຖານ​ຂອງ​ພະ​ເຢໂຫວາ ເຮົາ​ອາດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັກ​ພະອົງ​ໄດ້​ແນວ​ໃດ?

11 ກົດໝາຍ​ແລະ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ເປັນ​ປະໂຫຍດ​ຕໍ່​ເຮົາ​ສະເໝີ. (ເພງ. 119:97, 111, 112) ແຕ່​ນັກ​ສຶກສາ​ຂອງ​ເຮົາ​ອາດ​ບໍ່​ໄດ້​ຄິດ​ແບບ​ນັ້ນ​ຖ້າ​ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ໃຫ້​ກົດໝາຍ​ນີ້​ຍ້ອນ​ຮັກ​ເຮົາ. ດັ່ງ​ນັ້ນ ເຮົາ​ອາດ​ຖາມ​ນັກ​ສຶກສາ​ວ່າ: “ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຂໍ​ໃຫ້​ເຮົາ​ເຮັດ​ແບບ​ນີ້ ຫຼື​ຫ້າມ​ບໍ່​ໃຫ້​ເຮົາ​ເຮັດ​ແບບ​ນັ້ນ? ແລະ​ນີ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ?” ຖ້າ​ເຮົາ​ຊ່ວຍ​ນັກ​ສຶກສາ​ໃຫ້​ຄິດ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ເຄົາລົບ​ນັບຖື​ຊື່​ຂອງ​ພະອົງ ເຮົາ​ກໍ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ​ແທ້ໆ. ແລ້ວ​ເຂົາ​ເຈົ້າ​ກໍ​ຈະ​ບໍ່​ພຽງ​ແຕ່​ມັກ​ກົດໝາຍ ແຕ່​ຈະ​ຮັກ​ຜູ້​ທີ່​ຕັ້ງ​ກົດໝາຍ​ເຊິ່ງ​ກໍ​ຄື​ພະ​ເຢໂຫວາ. (ເພງ. 119:68) ຈາກ​ນັ້ນ​ເຂົາ​ເຈົ້າ​ກໍ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ​ເຊິ່ງ​ຈະ​ຊ່ວຍ​ໃຫ້​ອົດ​ທົນ​ຕໍ່​ການ​ທົດລອງ​ໄດ້​ໃນ​ອະນາຄົດ.—1 ກຣ​. 3:12-15

“ເຮົາ​ຈະ​ທຽວ​ໄປ​ໃນ​ນາມ​ຊື່​ແຫ່ງ​ພະ​ເຢໂຫວາ”

ມີ​ເທື່ອ​ໜຶ່ງ​ທີ່​ດາວິດ​ໄດ້​ແບ່ງ​ໃຈ (ເບິ່ງ​ຂໍ້ 12)

12. ດາວິດ​ໄດ້​ແບ່ງ​ໃຈ​ແນວ​ໃດ​ແລະ​ຜົນ​ເປັນ​ແນວ​ໃດ?

12 ໃນ​ຄຳເພງ 86:11, ລ.ມ. ຄຳ​ວ່າ “ໝົດ​ຫົວໃຈ” ທີ່​ກະສັດ​ດາວິດ​ຂຽນ​ເປັນ​ຄຳເວົ້າ​ທີ່​ສຳຄັນ​ຫຼາຍ. ໃນ​ຊີວິດ​ຂອງ​ດາວິດ ລາວ​ເຫັນ​ວ່າ​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ແບ່ງ​ໃຈ​ຕົວ​ເອງ. ມີ​ເທື່ອ​ໜຶ່ງ​ຕອນ​ທີ່​ດາວິດ​ຢູ່​ເທິງ​ດາດ​ຟ້າ ລາວ​ເຫັນ​ຜູ້​ຍິງ​ຄົນ​ໜຶ່ງ​ກຳລັງ​ອາບ​ນ້ຳ ຕອນ​ນັ້ນ​ໃຈ​ຂອງ​ລາວ​ເລີ່ມ​ເປັນ​ແນວ​ໃດ? ລາວ​ຮູ້ຈັກ​ກົດໝາຍ​ຂອງ​ພະ​ເຢໂຫວາ​ທີ່​ບອກ​ວ່າ: “ຢ່າ​ຄຶດ​ຢາກ​ໄດ້​ເມຍ​ແຫ່ງ​ເພື່ອນ​ບ້ານ​ຂອງ​ເຈົ້າ.” (ອົບ. 20:17) ແຕ່​ດາວິດ​ຍັງ​ຈ້ອງ​ເບິ່ງ​ຜູ້​ຍິງ​ຄົນ​ນັ້ນ​ຢູ່ ນີ້​ໄດ້​ເຮັດ​ໃຫ້​ລາວ​ເລີ່ມ​ແບ່ງ​ໃຈ ໃຈ​ໜຶ່ງ​ກໍ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ແລະ​ອີກ​ໃຈ​ໜຶ່ງ​ກໍ​ຢາກ​ໄດ້​ບາດເຊບາ. ເຖິງ​ວ່າ​ດາວິດ​ຈະ​ຮັກ​ແລະ​ຢຳເກງ​ພະ​ເຢໂຫວາ​ມາ​ຕະຫຼອດ ແຕ່​ໃນ​ທີ່​ສຸດ​ລາວ​ກໍ​ເຮັດ​ຕາມ​ຄວາມ​ຕ້ອງການ​ທີ່​ເຫັນ​ແກ່​ຕົວ. ຍ້ອນ​ແນວ​ນັ້ນ​ດາວິດ​ຈຶ່ງ​ເຮັດ​ສິ່ງ​ທີ່​ບໍ່​ດີ​ຫຼາຍ​ຢ່າງ ເຮັດ​ໃຫ້​ພະ​ເຢໂຫວາ​ເສຍ​ຊື່ສຽງ​ແລະ​ຍັງ​ເຮັດ​ໃຫ້​ຄົນ​ບໍລິສຸດ​ແລະ​ຄອບຄົວ​ຂອງ​ຕົວ​ເອງ​ເຈິ​ຄວາມ​ເສຍຫາຍ​ຫຼາຍ​ຢ່າງ.—2 ຊາມ. 11:1-5, 14-17; 12:7-12

13. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ດາວິດ​ກັບ​ມາ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ?

13 ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ສອນ​ດາວິດ ລາວ​ກໍ​ກັບ​ມາ​ເປັນ​ໝູ່​ຂອງ​ພະ​ເຢໂຫວາ​ອີກ. (2 ຊາມ. 12:13; ເພງ. 51:2-4, 17) ດາວິດ​ໄດ້​ຮູ້​ວ່າ​ການ​ແບ່ງ​ໃຈ​ໄດ້​ເຮັດ​ໃຫ້​ເກີດ​ບັນຫາ​ແລະ​ຄວາມ​ເສຍຫາຍ​ຫຼາຍ​ຢ່າງ. ດັ່ງ​ນັ້ນ ສິ່ງ​ທີ່​ດາວິດ​ຂຽນ​ໄວ້​ໃນ​ຄຳເພງ 86:11, ລ.ມ. (ໄຂ​ເງື່ອນ) ສາມາດ​ແປ​ໄດ້​ວ່າ: “ຂໍ​ຊ່ວຍ​ລູກ​ບໍ່​ໃຫ້​ແບ່ງ​ໃຈ.” ພະ​ເຢໂຫວາ​ໄດ້​ຊ່ວຍ​ດາວິດ​ບໍ່​ໃຫ້​ແບ່ງ​ໃຈ​ບໍ? ພະອົງ​ໄດ້​ຊ່ວຍ​ລາວ​ແທ້ ເພາະ​ຕໍ່​ມາ​ຄຳພີ​ໄບເບິນ​ບອກ​ວ່າ​ດາວິດ​ເປັນ​ຄົນ​ທີ່ “ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ.”—1 ກະ. 11:4; 15:3, ລ.ມ.

14. ເຮົາ​ຄວນ​ຖາມ​ຕົວ​ເອງ​ແນວ​ໃດ ແລະ​ຍ້ອນ​ຫຍັງ?

14 ຕົວຢ່າງ​ຂອງ​ດາວິດ​ທັງ​ໃຫ້​ກຳລັງ​ໃຈ​ແລະ​ເຕືອນ​ໃຈ​ເຮົາ. ການ​ທີ່​ດາວິດ​ເຮັດ​ຜິດ​ຮ້າຍແຮງ​ເຕືອນ​ໃຈ​ເຮົາ​ທຸກ​ຄົນ​ໃນ​ທຸກ​ມື້​ນີ້. ບໍ່​ວ່າ​ເຮົາ​ຫາ​ກໍ​ເລີ່ມ​ຮັບໃຊ້​ພະ​ເຢໂຫວາ​ຫຼື​ຮັບໃຊ້​ພະອົງ​ມາ​ຫຼາຍ​ປີ​ແລ້ວ ເຮົາ​ຕ້ອງ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ກຳລັງ​ຕ້ານ​ທານ​ການ​ລໍ້​ໃຈ​ຂອງ​ຊາຕານ​ທີ່​ຢາກ​ໃຫ້​ຂ້ອຍ​ແບ່ງ​ໃຈ​ບໍ?’

ຊາຕານ​ຈະ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ເພື່ອ​ຈະ​ແບ່ງ​ໃຈ​ເຈົ້າ. ແຕ່​ຂໍ​ໃຫ້​ເຈົ້າ​ຢ່າ​ຍອມ​ແພ້ (ເບິ່ງ​ຂໍ້ 15-16) *

15. ການ​ຢຳເກງ​ພະເຈົ້າ​ຈະ​ຊ່ວຍ​ເຮົາ​ແນວ​ໃດ ເມື່ອ​ເຫັນ​ຮູບ​ທີ່​ກະຕຸ້ນ​ຄວາມ​ຕ້ອງການ​ທາງ​ເພດ?

15 ຕົວຢ່າງ​ເຊັ່ນ ຖ້າ​ເຈົ້າ​ເຫັນ​ຮູບ​ທີ່​ກະຕຸ້ນ​ຄວາມ​ຕ້ອງການ​ທາງ​ເພດ​ຢູ່​ໂທລະທັດ​ຫຼື​ອິນເຕີເນັດ ເຈົ້າ​ຈະ​ເຮັດ​ແນວ​ໃດ? ເຈົ້າ​ອາດ​ຈະ​ຄິດ​ເອົາ​ເອງ​ວ່າ​ຮູບ​ຫຼື​ໜັງ​ນັ້ນ​ກໍ​ເບິ່ງ​ຄື​ວ່າ​ບໍ່​ໄດ້​ລາມົກ. ແຕ່​ສິ່ງ​ນັ້ນ​ອາດ​ເປັນ​ສິ່ງ​ທີ່​ຊາຕານ​ໃຊ້​ເພື່ອ​ແບ່ງ​ໃຈ​ເຈົ້າ​ບໍ? (2 ກຣ​. 2:11) ຮູບ​ເຫຼົ່າ​ນັ້ນ​ປຽບ​ຄື​ກັບ​ຂວານ​ທີ່​ຜູ້​ຊາຍ​ຄົນ​ໜຶ່ງ​ໃຊ້​ຜ່າ​ທ່ອນ​ໄມ້​ໃຫຍ່. ຕອນ​ທຳອິດ​ລາວ​ກໍ​ຈະ​ຄ່ອຍໆຜ່າ​ໃຫ້​ມັນ​ເປັນ​ຮອຍ ແຕ່​ພໍ​ຜ່າ​ລົງ​ເລິກ​ເຂົ້າ​ໄປ​ອີກ ໃນ​ທີ່​ສຸດ​ມັນ​ກໍ​ຍະ​ອອກ​ຈາກ​ກັນ. ເປັນ​ໄປ​ໄດ້​ບໍ​ທີ່​ຮູບ​ຫຼື​ໜັງ​ທີ່​ກະຕຸ້ນ​ຄວາມ​ຕ້ອງການ​ທາງ​ເພດ​ຈະ​ເຮັດ​ໃຫ້​ເຮົາ​ແບ່ງ​ໃຈ​ຄື​ກັບ​ປາຍ​ແຫຼມ​ນ້ອຍໆຂອງ​ຂວານ​ທີ່​ແບ່ງ​ທ່ອນ​ໄມ້​ອອກ​ເປັນ​ສອງ​ທ່ອນ? ການ​ເບິ່ງ​ສິ່ງ​ນ້ອຍໆທີ່​ເບິ່ງ​ຄື​ວ່າ​ຈະ​ບໍ່​ເປັນ​ອັນຕະລາຍ ອາດ​ເຮັດ​ໃຫ້​ຄົນ​ນັ້ນ​ເຮັດ​ຜິດ​ຮ້າຍແຮງ​ຕໍ່​ພະ​ເຢໂຫວາ​ໄດ້. ດັ່ງ​ນັ້ນ ຢ່າ​ຍອມ​ໃຫ້​ສິ່ງ​ທີ່​ບໍ່​ດີ​ເຂົ້າ​ໄປ​ໃນ​ຫົວໃຈ​ຂອງ​ເຈົ້າ! ແຕ່​ໃຫ້​ຢຳເກງ​ພະ​ເຢໂຫວາ​ສຸດ​ຫົວໃຈ​ສະເໝີ!

16. ເມື່ອ​ຖືກ​ລໍ້​ໃຈ​ໃຫ້​ເຮັດ​ຜິດ ເຮົາ​ຄວນ​ຖາມ​ຕົວ​ເອງ​ແນວ​ໃດ?

16 ນອກ​ຈາກ​ຮູບ​ທີ່​ກະຕຸ້ນ​ຄວາມ​ຕ້ອງການ​ທາງ​ເພດ​ແລ້ວ ຊາຕານ​ຍັງ​ໃຊ້​ວິທີ​ອື່ນໆອີກ​ເພື່ອ​ຈະ​ລໍ້​ໃຈ​ໃຫ້​ເຮົາ​ເຮັດ​ຜິດ. ເມື່ອ​ເປັນ​ແບບ​ນັ້ນ ເຮົາ​ຈະ​ເຮັດ​ແນວ​ໃດ? ເຮົາ​ອາດ​ຈະ​ຄິດ​ເຂົ້າ​ຂ້າງ​ຕົວ​ເອງ​ວ່າ​ມັນ​ກໍ​ບໍ່​ໄດ້​ເປັນ​ເລື່ອງ​ຮ້າຍແຮງ ເຊັ່ນ ເຮົາ​ອາດ​ຈະ​ຄິດ​ວ່າ: ‘ຖ້າ​ຂ້ອຍ​ເຮັດ​ແບບ​ນີ້ ຂ້ອຍ​ຄື​ຊິ​ບໍ່​ຖືກ​ຕັດ​ສຳພັນ​ດອກ​ເພາະ​ມັນ​ບໍ່​ແມ່ນ​ເລື່ອງ​ຮ້າຍແຮງ.’ ການ​ຄິດ​ແບບ​ນີ້​ອັນຕະລາຍ​ຫຼາຍ. ດັ່ງ​ນັ້ນ​ເມື່ອ​ຖືກ​ລໍ້​ໃຈ ດີ​ບໍ​ທີ່​ເຮົາ​ຈະ​ຖາມ​ຕົວ​ເອງ​ວ່າ: ‘ຊາຕານ​ກຳລັງ​ພະຍາຍາມ​ໃຊ້​ເລື່ອງ​ນີ້​ເພື່ອ​ເຮັດ​ໃຫ້​ຂ້ອຍ​ແບ່ງ​ໃຈ​ບໍ? ຖ້າ​ຂ້ອຍ​ຍອມ​ເຮັດ​ຕາມ​ຄວາມ​ຕ້ອງການ​ທີ່​ຜິດໆ ຂ້ອຍ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍ​ຊື່ສຽງ​ບໍ? ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ຂ້ອຍ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ບໍ​ຫຼື​ຈະ​ທຳລາຍ​ການ​ເປັນ​ໝູ່​ກັບ​ພະອົງ?’ ຂໍ​ໃຫ້​ຄິດ​ເຖິງ​ຄຳຖາມ​ເຫຼົ່າ​ນີ້. ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ເພື່ອ​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້​ຢ່າງ​ສັດ​ຊື່. (ຢກບ​. 1:5) ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ປົກ​ປ້ອງ​ເຮົາ​ແທ້ໆແລະ​ຊ່ວຍ​ເຮົາ​ໃຫ້​ປະຕິເສດ​ການ​ລໍ້​ໃຈ​ຂອງ​ຊາຕານ​ຢ່າງ​ໜັກແໜ້ນ​ຄື​ກັບ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ບອກ​ວ່າ: “ໜີ​ໄປ​ໄກໆຊາຕານ!”—ມທ​. 4:10

17. ເປັນ​ຫຍັງ​ຈຶ່ງ​ບໍ່​ດີ​ທີ່​ຈະ​ແບ່ງ​ໃຈ? ຂໍ​ໃຫ້​ຍົກ​ຕົວຢ່າງ.

17 ເປັນ​ເລື່ອງ​ທີ່​ບໍ່​ດີ​ທີ່​ເຮົາ​ຈະ​ແບ່ງ​ໃຈ. ລອງ​ຄິດ​ເຖິງ​ທີມ​ເຕະ​ບານ​ທີ່​ສະມາຊິກ​ໃນ​ທີມ​ບໍ່​ສາມັກຄີ​ກັນ. ບາງ​ຄົນ​ຢາກ​ຫຼິ້ນ​ຄົນ​ດຽວ ບາງ​ຄົນ​ກໍ​ບໍ່​ຢາກ​ຫຼິ້ນ​ຕາມ​ກົດ ແລະ​ບາງ​ຄົນ​ກໍ​ບໍ່​ຢາກ​ຟັງ​ຄວາມ​ຄູ​ຝຶກ ທີມ​ແບບ​ນີ້​ຄື​ຊິ​ບໍ່​ຊະນະ​ທີມ​ອື່ນ​ຈັກ​ເທື່ອ. ແຕ່​ຖ້າ​ທີມ​ສາມັກຄີ​ກັນ ກໍ​ມີ​ໂອກາດ​ທີ່​ຈະ​ຊະນະ​ຫຼາຍ​ກວ່າ. ຫົວໃຈ​ຂອງ​ເຈົ້າ​ຈະ​ເປັນ​ຄື​ທີມ​ທີ່​ຊະນະ​ຖ້າ​ເຈົ້າ​ໃຫ້​ຄວາມ​ຄິດ ຄວາມ​ຮູ້ສຶກ ແລະ​ຄວາມ​ຕ້ອງການ​ໃຫ້​ກັບ​ພະ​ເຢໂຫວາ​ທັງ​ໝົດ. ຂໍ​ໃຫ້​ຈື່​ໄວ້​ວ່າ​ຊາຕານ​ຢາກ​ແບ່ງ​ໃຈ​ເຈົ້າ ມັນ​ຢາກ​ເຮັດ​ໃຫ້​ຄວາມ​ຄິດ ຄວາມ​ຮູ້ສຶກ ແລະ​ຄວາມ​ຕ້ອງການ​ຂອງ​ເຈົ້າ​ຂັດ​ກັບ​ມາດຕະຖານ​ຂອງ​ພະ​ເຢໂຫວາ. ແຕ່​ເຈົ້າ​ຕ້ອງ​ຮັບໃຊ້​ພະ​ເຢໂຫວາ​ໝົດ​ຫົວໃຈ. (ມທ​. 22:36-38) ຢ່າ​ໃຫ້​ຊາຕານ​ແບ່ງ​ໃຈ​ຂອງ​ເຈົ້າ!

18. ຕາມ​ມີເກ 4:5 ເຈົ້າ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຫຍັງ?

18 ຂໍ​ໃຫ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຄື​ກັບ​ດາວິດ​ທີ່​ບອກ​ວ່າ: “ຂໍ​ຊ່ວຍ​ໃຫ້​ຂ້ອຍ​ຢຳເກງ​ຊື່​ຂອງ​ພະອົງ​ໝົດ​ຫົວໃຈ.” ໃຫ້​ພະຍາຍາມ​ໃຊ້​ຊີວິດ​ຕາມ​ທີ່​ໄດ້​ອະທິດຖານ. ໃຫ້​ການ​ຕັດສິນ​ໃຈ​ທີ່​ເຈົ້າ​ເຮັດ​ໃນ​ແຕ່​ລະ​ມື້​ຕັ້ງ​ແຕ່​ເລື່ອງ​ນ້ອຍໆຈົນ​ເຖິງ​ເລື່ອງ​ໃຫຍ່​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ຢຳເກງ​ຊື່​ຂອງ​ພະ​ເຢໂຫວາ. ເມື່ອ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ພະຍານ​ຂອງ​ພະ​ເຢໂຫວາ. (ສຸພາ. 27:11) ແລະ​ເຮົາ​ທຸກ​ຄົນ​ກໍ​ຈະ​ເວົ້າ​ຄື​ກັບ​ຜູ້​ພະຍາກອນ​ມິ​ເກ​ວ່າ: “ພວກ​ເຮົາ​ຈະ​ທຽວ​ໄປ​ໃນ​ນາມ​ຊື່​ແຫ່ງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ສືບໆໄປ​ເປັນ​ນິດ.”—ມີເກ 4:5

ເພງ 41 ຂໍ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ

^ ຂໍ້ 5 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ຮຽນ​ກ່ຽວ​ກັບ​ຄຳ​ອະທິດຖານ​ສ່ວນ​ໜຶ່ງ​ຂອງ​ກະສັດ​ດາວິດ​ທີ່​ຂຽນ​ໄວ້​ໃນ​ຄຳເພງ 86:11, 12. ການ​ຢຳເກງ​ຊື່​ຂອງ​ພະ​ເຢໂຫວາ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເປັນ​ຫຍັງ​ເຮົາ​ຄວນ​ຢຳເກງ​ຊື່​ຂອງ​ພະອົງ? ແລະ​ການ​ຢຳເກງ​ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ເຮົາ​ບໍ່​ໃຫ້​ເຮັດ​ຜິດ​ໄດ້​ແນວ​ໃດ?

^ ຂໍ້ 2 ຄຳເພງ 86:11 (ລ.ມ.): “ພະ​ເຢໂຫວາ ຂໍ​ສອນ​ຂ້ອຍ​ໃຫ້​ຮູ້ຈັກ​ທາງ​ຂອງ​ພະອົງ. ຂ້ອຍ​ຈະ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ແຫ່ງ​ຄວາມ​ຈິງ​ຂອງ​ພະອົງ. ຂໍ​ຊ່ວຍ​ໃຫ້​ຂ້ອຍ​ຢຳເກງ​ຊື່​ຂອງ​ພະອົງ​ໝົດ​ຫົວໃຈ.”

^ ຂໍ້ 54 ຄຳ​ອະທິບາຍ​ຮູບ​ພາບ: ໂມເຊ​ສອນ​ເພງ​ທີ່​ຍົກຍ້ອງ​ພະ​ເຢໂຫວາ​ໃຫ້​ກັບ​ປະຊາຊົນ.

^ ຂໍ້ 58 ຄຳ​ອະທິບາຍ​ຮູບ​ພາບ: ເອວາ​ບໍ່​ໄດ້​ປະຕິເສດ​ຄວາມ​ຕ້ອງການ​ທີ່​ຜິດໆ. ແຕ່​ເຮົາ​ຕ້ອງ​ບໍ່​ເບິ່ງ​ຫຼື​ອ່ານ​ສິ່ງ​ທີ່​ກະຕຸ້ນ​ຄວາມ​ຕ້ອງ​ການ​ທີ່​ຜິດໆເຊິ່ງ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍ​ຊື່ສຽງ.