ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຸນ​ລັກສະນະ​ຕ່າງໆເຊິ່ງ​ເປັນ “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ” ມີ​ແຕ່​ຢູ່​ໃນ​ຄາລາເຕຍ 5:22, 23 ເທົ່າ​ນັ້ນ​ບໍ?

ຂໍ້​ພະ​ຄຳພີ​ສອງ​ຂໍ້​ນີ້​ເວົ້າ​ເຖິງ​ຄຸນ​ລັກສະນະ 9 ຢ່າງ​ຂອງ​ຄລິດສະຕຽນ​ເຊິ່ງ​ກໍ​ຄື: “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ​ແມ່ນ ຄວາມ​ຮັກ ຄວາມ​ຍິນດີ ສັນຕິສຸກ ຄວາມ​ອົດ​ທົນ​ອົດ​ກັ້ນ ຄວາມ​ກະລຸນາ ຄວາມ​ດີ ຄວາມ​ເຊື່ອ ຄວາມ​ອ່ອນ​ໂຍນ ແລະ​ການ​ຄວບຄຸມ​ຕົວ​ເອງ.” ເຮົາ​ບໍ່​ຄວນ​ຄິດ​ວ່າ​ມີ​ພຽງ​ແຕ່​ຄຸນ​ລັກສະນະ​ເຫຼົ່າ​ນີ້​ເທົ່າ​ນັ້ນ​ທີ່​ພະລັງ​ຂອງ​ພະເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ພັດທະນາ ແຕ່​ຍັງ​ມີ​ຄຸນ​ລັກສະນະ​ອື່ນ​ນຳ​ອີກ.

ຂໍ​ສັງເກດ​ສິ່ງ​ທີ່​ໂປໂລ​ຂຽນ​ໃນ​ຂໍ້​ຄຳພີ​ກ່ອນ​ໜ້າ​ນີ້​ທີ່​ວ່າ: “ການ​ກະທຳ​ທີ່​ເກີດ​ຈາກ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ​ນັ້ນ . . . ແມ່ນ ການ​ເຮັດ​ຜິດສິນລະທຳ​ທາງ​ເພດ ການ​ກະທຳ​ທີ່​ບໍ່​ສະອາດ ການ​ປະພຶດ​ແບບ​ບໍ່​ມີ​ຢາງ​ອາຍ ການ​ຂາບ​ໄຫວ້​ຮູບ​ບູຊາ ການ​ຫຼິ້ນ​ໄສຍະສາດ ການ​ເປັນ​ສັດຕູ​ກັນ ການ​ຜິດ​ຖຽງ​ກັນ ການ​ລະ​ແວງ​ກັນ ການ​ໃຈ​ຮ້າຍ​ໃຫ້​ກັນ ການ​ຂັດ​ແຍ່ງ​ກັນ ການ​ແບ່ງ​ພັກ​ແບ່ງ​ພວກ ການ​ແຍກ​ເປັນ​ນິກາຍ​ຕ່າງໆ ການ​ອິດສາ​ກັນ ການ​ເມົາ​ເຫຼົ້າ ການ​ລ້ຽງ​ເຮຮາ​ຈົນ​ສຸດ​ຂີດ ແລະ​ສິ່ງ​ອື່ນໆໃນ​ທຳນອງ​ດຽວ​ກັນ​ນີ້.” (ຄລຕ​. 5:19-21) ໂປໂລ​ລົງ​ທ້າຍ​ດ້ວຍ​ຄຳ​ວ່າ “ສິ່ງ​ອື່ນໆໃນ​ທຳນອງ​ດຽວ​ກັນ​ນີ້” ສະແດງ​ວ່າ​ລາວ​ບໍ່​ໄດ້​ໝາຍ​ເຖິງ​ທຸກ​ຢ່າງ​ທີ່​ເປັນ “ການ​ກະທຳ​ທີ່​ເກີດ​ຈາກ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ” ເຊິ່ງ​ສິ່ງ​ເຫຼົ່າ​ນັ້ນ​ມີ​ຢູ່​ໃນ​ໂກໂລຊາຍ 3:5. ຄ້າຍ​ຄື​ກັນ ຕອນ​ທີ່​ໂປໂລ​ເວົ້າ​ເຖິງ​ຄຸນ​ລັກສະນະ​ທີ່​ດີ 9 ຢ່າງ ລາວ​ບອກ​ວ່າ: “ສິ່ງ​ເຫຼົ່າ​ນີ້​ບໍ່​ມີ​ກົດໝາຍ​ຫ້າມ​ເລີຍ” ນີ້​ສະແດງ​ວ່າ​ໂປໂລ​ບໍ່​ໄດ້​ຂຽນ​ຄຸນ​ລັກສະນະ​ທີ່​ດີ​ທຸກ​ຢ່າງ​ທີ່​ເຮົາ​ຕ້ອງ​ພັດທະນາ​ໂດຍ​ພະລັງ​ບໍລິສຸດ.

ເຮົາ​ເຂົ້າ​ໃຈ​ແຈ້ງ​ເມື່ອ​ສົມ​ທຽບ​ເລື່ອງ​ນີ້​ກັບ​ສິ່ງ​ທີ່​ລາວ​ຂຽນ​ເຖິງ​ພີ່ນ້ອງ​ໃນ​ປະຊາຄົມ​ເອເຟໂຊ ທີ່​ວ່າ: “ຜົນ​ຂອງ​ຄວາມ​ສະຫວ່າງ ນັ້ນ​ແມ່ນ ຄວາມ​ດີ​ທຸກ​ຢ່າງ ຄວາມ​ຖືກຕ້ອງ ແລະ​ຄວາມ​ຊື່​ກົງ.” (ອຟຊ​. 5:8, 9) ເຖິງ​ວ່າ “ຄວາມ​ດີ” ຈະ​ລວມ​ຢູ່​ກັບ​ຄວາມ​ຖືກຕ້ອງ ແລະ​ຄວາມ​ຊື່​ກົງ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ໃນ “ຜົນ​ຂອງ​ຄວາມ​ສະຫວ່າງ” ແຕ່​ຄວາມ​ດີ​ກໍ​ຍັງ​ເປັນ​ສ່ວນ​ໜຶ່ງ​ໃນ “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ” ນຳ.

ຄ້າຍ​ຄື​ກັນ ໂປໂລ​ຍັງ​ບອກ​ຕີໂມທຽວ​ໃຫ້ “ພະຍາຍາມ​ປູກ​ຝັງ​ຄຸນ​ຄວາມ​ດີ ຄວາມ​ເຫຼື້ອມ​ໃສ​ພະເຈົ້າ ຄວາມ​ເຊື່ອ ຄວາມ​ຮັກ ຄວາມ​ອົດ​ທົນ ແລະ​ຄວາມ​ອ່ອນ​ໂຍນ” ເຊິ່ງ​ເປັນ​ຄຸນ​ລັກສະນະ​ທີ່​ດີ 6 ຢ່າງ. (1 ຕມ. 6:11) ແຕ່​ໃນ​ຄຸນ​ລັກສະນະ​ນັ້ນ​ມີ​ແຕ່ 3 ຢ່າງ (ຄວາມ​ເຊື່ອ ຄວາມ​ຮັກ ຄວາມ​ອົດ​ທົນ) ທີ່​ເປັນ “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ.” ແນວ​ໃດ​ກໍ​ຕາມ ຕີໂມທຽວ​ຍັງ​ຕ້ອງ​ໃຫ້​ພະລັງ​ບໍລິສຸດ​ຊ່ວຍ​ລາວ​ໃຫ້​ພັດທະນາ​ຄຸນ​ລັກສະນະ​ເຫຼົ່າ​ນີ້​ນຳ ເຊັ່ນ: ຄຸນ​ຄວາມ​ດີ ຄວາມ​ເຫຼື້ອມ​ໃສ​ພະເຈົ້າ ແລະ​ຄວາມ​ອົດ​ທົນ.—ສົມ​ທຽບ​ກັບ​ໂກໂລຊາຍ 3:12; 2 ເປໂຕ 1:5-7

ສະນັ້ນ ຄາລາເຕຍ 5:22, 23 ບໍ່​ໄດ້​ເວົ້າ​ເຖິງ​ຄຸນ​ລັກສະນະ​ທຸກ​ຢ່າງ​ທີ່​ຄລິດສະຕຽນ​ຄວນ​ພັດທະນາ. ເຖິງ​ວ່າ​ພະລັງ​ຂອງ​ພະເຈົ້າ​ສາມາດ​ຊ່ວຍ​ເຮົາ​ໃຫ້​ພັດທະນາ 9 ຢ່າງ​ທີ່​ເປັນ “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ” ແຕ່​ກໍ​ຍັງ​ມີ​ຄຸນ​ລັກສະນະ​ອື່ນໆອີກ​ທີ່​ເຮົາ​ຕ້ອງ​ພັດທະນາ​ເພື່ອ​ຈະ​ເປັນ​ຄລິດສະຕຽນ​ທີ່​ເປັນ​ຜູ້​ໃຫຍ່​ດ້ານ​ຄວາມ​ເຊື່ອ ແລະ “ປູກ​ຝັງ​ລັກສະນະ​ນິດໄສ​ໃໝ່​ທີ່​ຖືກ​ສ້າງ​ຂຶ້ນ​ຕາມ​ທີ່​ພະເຈົ້າ​ຕ້ອງການ ເຊິ່ງ​ເປັນ​ໄປ​ຕາມ​ຄວາມ​ຖືກຕ້ອງ​ຊອບທຳ​ແລະ​ຄວາມ​ພັກດີ​ແທ້.”—ອຟຊ​. 4:24