ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຟັງ​ສຽງ​ແກ​ໃນ​ທຸກ​ມື້​ນີ້

ຟັງ​ສຽງ​ແກ​ໃນ​ທຸກ​ມື້​ນີ້

ເຮົາ​ທຸກ​ຄົນ​ເຊື່ອ​ວ່າ​ພະ​ເຢໂຫວາ​ກຳລັງ​ຊີ້​ນຳ​ປະຊາຊົນ​ຂອງ​ພະອົງ​ແລະ​ໃຫ້​ມີ​ສິ່ງ​ຈຳເປັນ​ເພື່ອ​ທີ່​ເຂົາ​ເຈົ້າ​ຈະ​ສາມາດ​ສະໜິດ​ກັບ​ພະອົງ​ໄດ້​ໃນ “ສະໄໝ​ສຸດ​ທ້າຍ” ນີ້. (2 ຕມ. 3:1) ແຕ່​ມັນ​ກໍ​ຂຶ້ນ​ກັບ​ເຮົາ​ແຕ່​ລະ​ຄົນ​ວ່າ​ຈະ​ເຊື່ອ​ຟັງ​ພະອົງ​ຫຼື​ບໍ່. ເຮົາ​ສາມາດ​ປຽບ​ທຽບ​ສະຖານະການ​ຂອງ​ເຮົາ​ເປັນ​ຄື​ກັບ​ຊາວ​ອິດສະຣາເອນ​ທີ່​ຢູ່​ໃນ​ບ່ອນ​ທຸລະກັນດານ. ເຂົາ​ເຈົ້າ​ຕ້ອງ​ຟັງ​ແລະ​ເຮັດ​ຕາມ​ເມື່ອ​ໄດ້​ຍິນ​ສຽງ​ແກ.

ພະ​ເຢໂຫວາ​ບອກ​ໃຫ້​ໂມເຊ​ເຮັດ​ແກ​ເງິນ 2 ອັນ​ເພື່ອ​ໃຊ້ “ເປົ່າ​ແກ​ເອີ້ນ​ຊາວ​ອິດສະຣາເອນ​ມາ​ປະຊຸມ​ກັນ ແລະ​ເປົ່າ​ໃຫ້​ສັນຍານ​ວ່າ​ຈະ​ອອກ​ເດີນ​ທາງ.” (ຈົດເຊັນ. 10:2, ລ.ມ.) ປະໂລຫິດ​ຈະ​ເປົ່າ​ແກ​ໃນ​ແບບ​ທີ່​ຕ່າງ​ກັນ​ເພື່ອ​ໃຫ້​ປະຊາຊົນ​ຮູ້​ວ່າ​ຈະ​ຕ້ອງ​ເຮັດ​ຫຍັງ. (ຈົດເຊັນ. 10:3-8) ທຸກ​ມື້​ນີ້ ປະຊາຊົນ​ຂອງ​ພະເຈົ້າ​ກໍ​ໄດ້​ຮັບ​ຄຳ​ແນະນຳ​ໃນ​ຫຼາຍໆວິທີ. ໃຫ້​ເຮົາ​ມາ​ເບິ່ງ 3 ວິທີ​ທີ່​ເຮົາ​ຈະ​ໄດ້​ຮັບ​ຄຳ​ແນະນຳ​ເຊິ່ງ​ຄ້າຍ​ຄື​ກັບ​ການ​ເປົ່າ​ແກ​ໃນ​ສະໄໝ​ກ່ອນ ເຊິ່ງ 3 ວິທີ​ນັ້ນ​ກໍ​ຄື: ປະຊາຊົນ​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ໄດ້​ຖືກ​ເອີ້ນ​ໃຫ້​ມາ​ລວມ​ກັນ​ເປັນ​ກຸ່ມ​ໃຫຍ່ ຜູ້​ດູ​ແລ​ໄດ້​ຮັບ​ການ​ຝຶກ​ອົບຮົມ ແລະ​ມີ​ການ​ປ່ຽນ​ແປງ​ໃນ​ອົງການ​ເຊິ່ງ​ສົ່ງ​ຜົນ​ຕໍ່​ປະຊາຄົມ​ຕ່າງໆ.

ເອີ້ນ​ໃຫ້​ມາ​ລວມ​ກັນ​ເປັນ​ກຸ່ມ​ໃຫຍ່

ພວກ​ປະໂລຫິດ​ຈະ​ເປົ່າ​ແກ​ທັງ 2 ອັນ​ເມື່ອ​ເຫັນ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້ “ຊາວ​ອິດສະຣາເອນ​ທັງ​ໝົດ” ມາ​ລວມ​ກັນ​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ທາງ​ເຂົ້າ​ເຕັ້ນ​ສັກສິດ. (ຈົດເຊັນ. 10:3, ລ.ມ.) ທຸກ​ຕະກູນ​ທີ່​ຕັ້ງ​ແຄ້ມ​ຢູ່​ອ້ອມ​ຮອບ​ເຕັ້ນ​ສັກສິດ​ເຊິ່ງ​ແບ່ງ​ອອກ​ເປັນ 4 ຈຸດ​ຈະ​ໄດ້​ຍິນ​ສຽງ​ແກ​ນັ້ນ. ຄົນ​ທີ່​ຕັ້ງ​ແຄ້ມ​ຢູ່​ໃກ້​ປະຕູ​ທາງ​ເຂົ້າ​ກໍ​ຈະ​ມາ​ຮອດ​ກ່ອນ ສ່ວນ​ຄົນ​ທີ່​ຢູ່​ໄກ​ອອກ​ໄປ​ກໍ​ຈະ​ຕ້ອງ​ໄດ້​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ​ເພື່ອ​ຈະ​ມາ​ຮອດ. ບໍ່​ວ່າ​ເຂົ້າ​ເຈົ້າ​ຈະ​ຢູ່​ໃກ້​ຫຼື​ໄກ ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ເຂົາ​ເຈົ້າ​ທັງ​ໝົດ​ມາ​ລວມ​ກັນ​ເພື່ອ​ຈະ​ໄດ້​ຟັງ​ຄຳ​ແນະນຳ​ຂອງ​ພະອົງ.

ທຸກ​ມື້​ນີ້​ເຮົາ​ບໍ່​ໄດ້​ລວມ​ຕົວ​ກັນ​ຢູ່​ເຕັ້ນ​ສັກສິດ ແຕ່​ເຮົາ​ຖືກ​ເອີ້ນ​ໃຫ້​ມາ​ລວມ​ຕົວ​ກັນ​ກັບ​ປະຊາຊົນ​ຂອງ​ພະເຈົ້າ. ນີ້​ລວມ​ເຖິງ​ການ​ປະຊຸມ​ພາກ​ແລະ​ການ​ປະຊຸມ​ອື່ນໆເຊິ່ງ​ເປັນ​ບ່ອນ​ທີ່​ຈະ​ໄດ້​ຮັບ​ການ​ຊີ້​ນຳ​ແລະ​ການ​ສອນ​ຈາກ​ພະ​ເຢໂຫວາ. ພະຍານ​ພະ​ເຢໂຫວາ​ທີ່​ຢູ່​ຫຼາຍ​ດິນແດນ​ທົ່ວ​ໂລກ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຈັດ​ກຽມ​ແບບ​ດຽວ​ກັນ​ນີ້. ດັ່ງ​ນັ້ນ​ທຸກ​ຄົນ​ທີ່​ມາ​ປະຊຸມ​ກັນ​ຕາມ​ທີ່​ຖືກ​ເອີ້ນ​ກໍ​ມີ​ຄວາມ​ສຸກ. ພີ່ນ້ອງ​ບາງ​ຄົນ​ຕ້ອງ​ເດີນ​ທາງ​ໄກ​ກວ່າ​ຄົນ​ອື່ນ ແຕ່​ເຂົາ​ເຈົ້າ​ກໍ​ຮູ້ສຶກ​ວ່າ​ການ​ອອກ​ຄວາມ​ພະຍາຍາມ​ນັ້ນ​ມັນ​ຄຸ້ມ​ຄ່າ.

ແລ້ວ​ກຸ່ມ​ໂດດ​ດ່ຽວ​ທີ່​ຢູ່​ໄກ​ຈາກ​ກຸ່ມ​ໃຫຍ່​ເດ ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຄື​ກັນ​ບໍ? ຍ້ອນ​ເຕັກໂນໂລຊີ​ໃນ​ທຸກ​ມື້​ນີ້​ທັນ​ສະໄໝ ຫຼາຍ​ຄົນ​ຈຶ່ງ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຈັດ​ກຽມ​ນີ້​ແລະ​ຮູ້ສຶກ​ວ່າ​ຕົວ​ເອງ​ກໍ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ໃຫຍ່​ຄື​ກັນ. ຕົວຢ່າງ: ຕອນ​ທີ່​ຕົວ​ແທນ​ຈາກ​ສຳນັກງານ​ໃຫຍ່​ມາ​ຢ້ຽມ​ຢາມ​ສາຂາ​ເບ​ນິນ ໄດ້​ມີ​ການ​ຖ່າຍ​ທອດ​ສັນຍານ​ໄປ​ທີ່​ເມືອງ​ແອັດ​ລິດ ເຊິ່ງ​ເປັນ​ເມືອງ​ທີ່​ມີ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ໃນ​ທະເລ​ຊາຍ​ຊາ​ຮາຣາ​ປະເທດ​ນີ​ເຊ. ຄົນ​ທີ່​ມາ​ເບິ່ງ​ການ​ຖ່າຍ​ທອດ​ສັນຍານ​ການ​ປະຊຸມ​ໃນ​ມື້​ນັ້ນ​ມີ​ພີ່ນ້ອງ​ແລະ​ຜູ້​ສົນ​ໃຈ​ທັງ​ໝົດ 21 ຄົນ. ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ຢູ່​ຫ່າງ​ໄກ​ແຕ່​ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ຕົວ​ເອງ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ກັບ​ກຸ່ມ​ໃຫຍ່​ເຊິ່ງ​ມີ​ຈຳນວນ 44.131 ຄົນ. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຂຽນ​ວ່າ: “ເຮົາ​ຂອບໃຈ​ຫຼາຍ​ແທ້ໆທີ່​ໄດ້​ຖ່າຍ​ທອດ​ສັນຍານ​ການ​ປະຊຸມ​ນີ້. ມັນ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ພວກ​ເຈົ້າ​ຮັກ​ເຮົາ​ຫຼາຍ​ສ່ຳ​ໃດ.”

ເອີ້ນ​ຜູ້​ດູ​ແລ​ໃຫ້​ມາ​ຝຶກ​ອົບຮົມ

ເມື່ອ​ພວກ​ປະໂລຫິດ​ຊາວ​ອິດສະຣາເອນ​ເປົ່າ​ແກ​ອັນ​ໜຶ່ງ “ສະເພາະ​ຫົວ​ໜ້າ​ຕະກູນ​ຕ່າງໆທີ່​ເບິ່ງ​ແຍງ​ຫຼາຍ​ພັນ​ຄົນ” ຈະ​ມາ​ປະຊຸມ​ກັນ​ຢູ່​ເຕັ້ນ​ສັກສິດ. (ຈົດເຊັນ. 10:4, ລ.ມ.) ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການ​ສອນ​ຈາກ​ໂມເຊ. ນັ້ນ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ສາມາດ​ເຮັດ​ວຽກ​ມອບ​ໝາຍ​ຕາມ​ຕະກູນ​ຂອງ​ຕົວ​ເອງ​ໄດ້. ຖ້າ​ເຈົ້າ​ເປັນ​ຜູ້​ໜຶ່ງ​ໃນ​ຫົວ​ໜ້າ​ຕະກູນ​ເຫຼົ່າ​ນັ້ນ ເຈົ້າ​ຄື​ຊິ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ຈະ​ໄປ​ຢູ່​ບ່ອນ​ນັ້ນ​ແລະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ສອນ​ບໍ່​ແມ່ນ​ບໍ?

ໃນ​ທຸກ​ມື້​ນີ້ ຜູ້​ດູ​ແລ​ໃນ​ປະຊາຄົມ​ບໍ່​ແມ່ນ “ຫົວ​ໜ້າ​ຕະກູນ” ແລະ​ເຂົາ​ເຈົ້າ​ຈະ​ບໍ່​ເຮັດ​ຕົວ​ເປັນ​ນາຍ​ເໜືອ​ແກະ​ຂອງ​ພະເຈົ້າ​ທີ່​ເຂົາ​ເຈົ້າ​ເບິ່ງ​ແຍງ. (1 ປຕ. 5:1-3) ແຕ່​ເຂົາ​ເຈົ້າ​ຈະ​ພະຍາຍາມ​ເຮັດ​ດີ​ທີ່​ສຸດ​ເພື່ອ​ເບິ່ງ​ແຍງ​ຝູງ​ແກະ​ຂອງ​ພະເຈົ້າ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ພ້ອມ​ຈະ​ເຮັດ​ຕາມ​ເມື່ອ​ຖືກ​ເອີ້ນ​ໃຫ້​ຝຶກ​ອົບຮົມ ເຊັ່ນ: ເຂົ້າ​ໂຮງ​ຮຽນ​ພະລາດ​ຊະ​ກິດ. ໂຮງ​ຮຽນ​ນີ້​ຈະ​ຊ່ວຍ​ຜູ້​ດູ​ແລ​ໃຫ້​ເຫັນ​ວ່າ​ຈະ​ເບິ່ງ​ແຍງ​ເລື່ອງ​ຕ່າງໆໃນ​ປະຊາຄົມ​ໃຫ້​ດີ​ຂຶ້ນ​ໄດ້​ແນວ​ໃດ? ແລະ​ຈະ​ຊ່ວຍ​ທັງ​ຜູ້​ດູ​ແລ​ແລະ​ພີ່ນ້ອງ​ໃນ​ປະຊາຄົມ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເຖິງ​ວ່າ​ເຈົ້າ​ຈະ​ບໍ່​ໄດ້​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ນີ້ ແຕ່​ເຈົ້າ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ເຊັ່ນ​ດຽວ​ກັນ​ຈາກ​ຄົນ​ທີ່​ໄດ້​ເຂົ້າ​ຮ່ວມ​ມາ​ແລ້ວ.

ເອີ້ນ​ເພື່ອ​ໃຫ້​ປ່ຽນ​ແປງ

ບາງ​ເທື່ອ​ປະໂລຫິດ​ຊາວ​ອິດສະຣາເອນ​ຈະ​ເປົ່າ​ແກ​ເປັນ​ສຽງ​ສູງ​ຕ່ຳ ເພື່ອ​ບອກ​ທຸກ​ຄົນ​ທີ່​ຢູ່​ໃນ​ແຄ້ມ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຂົາ​ເຈົ້າ​ອອກ​ເດີນ​ທາງ. (ຈົດເຊັນ. 10:5, 6) ຕອນ​ທີ່​ພວກ​ຊາວ​ອິດສະຣາເອນ​ຈະ​ຍ້າຍ​ແຄັ້ມ ເຂົາ​ເຈົ້າ​ຕ້ອງ​ຈັດ​ໃຫ້​ເປັນ​ລະບຽບ ແຕ່​ການ​ທີ່​ຈະ​ເຮັດ​ແບບ​ນັ້ນ​ກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ. ແຕ່​ຊາວ​ອິດສະຣາເອນ​ບາງ​ຄົນ​ຮູ້ສຶກ​ວ່າ​ບໍ່​ຢາກ​ຍ້າຍ. ຍ້ອນ​ຫຍັງ?

ບາງ​ຄົນ​ອາດ​ຈະ​ຄິດ​ວ່າ​ຍ້າຍ​ດຸ​ໂພດ ແລະ​ຍ້າຍ​ແບບ​ກະທັນຫັນ​ໂພດ. “ບາງ​ເທື່ອ ເມກ​ກໍ​ລອຍ​ຢູ່​ບ່ອນ​ເກົ່າ​ໃນ​ຕອນ​ແລງ​ແລ້ວ​ລອຍ​ຂຶ້ນ​ໄປ​ໃນ​ຕອນ​ເຊົ້າ.” ບາງ​ເທື່ອ​ເມກ​ກໍ​ລອຍ​ຢູ່ “2 ມື້​ຫຼື 1 ເດືອນ ຫຼື​ດົນ​ກວ່າ​ນັ້ນ” ແລ້ວ​ກໍ​ຕ້ອງ​ຍ້າຍ​ອີກ. (ຈົດເຊັນ. 9:21, 22) ສະຫຼຸບ​ແລ້ວ​ເຂົາ​ເຈົ້າ​ຍ້າຍ​ຈັກ​ເທື່ອ? ໃນ​ປຶ້ມ​ຈົດເຊັນບັນຊີ​ບົດ 33 ບອກ​ວ່າ​ເຂົ້າ​ເຈົ້າ​ໄດ້​ຍ້າຍ​ປະມານ 40 ເທື່ອ.

ບາງ​ເທື່ອ​ເຂົາ​ເຈົ້າ​ກໍ​ຍ້າຍ​ໄປ​ຢູ່​ບ່ອນ​ທີ່​ມີ​ຮົ່ມ​ເງົາ​ເຊິ່ງ​ເຢັນ​ສະບາຍ ເນື່ອງ​ຈາກ​ບ່ອນ​ທີ່​ເຂົາ​ເຈົ້າ​ຢູ່​ນັ້ນ​ເປັນ “ບ່ອນ​ທຸລະກັນດານ . . . ທີ່​ກວ້າງ​ໃຫຍ່​ແລະ​ເປັນ​ຕາ​ຢ້ານ.” (ບັນຍັດ. 1:19) ສະນັ້ນ ເຂົາ​ເຈົ້າ​ອາດ​ຈະ​ຄິດ​ວ່າ​ຖ້າ​ຍ້າຍ​ໄປ​ບ່ອນ​ໃໝ່​ອາດ​ຈະ​ບໍ່​ດີ​ເທົ່າ​ກັບ​ບ່ອນ​ເກົ່າ​ນີ້.

ຕອນ​ທີ່​ຍ້າຍ ບາງ​ຄົນ​ຈະ​ຕ້ອງ​ໄດ້​ອົດ​ທົນ​ລໍ​ຖ້າ​ເພື່ອ​ຍ້າຍ​ຕາມ​ລຳດັບ. ເມື່ອ​ໄດ້​ຍິນ​ສຽງ​ເປົ່າ​ແກ​ເປັນ​ສຽງ​ສູງ​ຕ່ຳ ກໍ​ບໍ່​ແມ່ນ​ວ່າ​ທຸກ​ຄົນ​ຈະ​ຍ້າຍ​ອອກ​ພ້ອມ​ກັນ​ໝົດ. ສຽງ​ນີ້​ບອກ​ໃຫ້​ຮູ້​ວ່າ​ຕະກູນ​ທີ່​ຢູ່​ທາງ​ພາກ​ຕາເວັນ​ອອກ​ເຊັ່ນ​ວ່າ: ຕະກູນ​ຢູດາ ອີຊາຄາ ແລະ​ຊາບູໂລນ​ຈະ​ຍ້າຍ​ອອກ​ໄປ​ກ່ອນ. (ຈົດເຊັນ. 2:3-7; 10:5, 6) ຈາກ​ນັ້ນ ເມື່ອ​ພວກ​ປະໂລຫິດ​ເປົ່າ​ແກ​ເປັນ​ສຽງ​ສູງ​ຕ່ຳ​ເທື່ອ​ທີ​ສອງ ສາມ​ຕະກູນ​ທີ່​ຢູ່​ທາງ​ໃຕ້​ກໍ​ຈະ​ເລີ່ມ​ຍ້າຍ​ອອກ​ໄປ. ພວກ​ປະໂລຫິດ​ຈະ​ຕ້ອງ​ເປົ່າ​ແກ​ຢູ່​ແບບ​ນີ້​ຈົນ​ກວ່າ​ທຸກ​ຄົນ​ຈະ​ຍ້າຍ​ອອກ​ໄປ​ໝົດ.

ບາງ​ເທື່ອ​ເຈົ້າ​ກໍ​ອາດ​ຈະ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຍອມ​ຮັບ​ການ​ປ່ຽນ​ແປງ​ໃນ​ອົງການ. ຍ້ອນ​ຫຍັງ? ຍ້ອນ​ເຈົ້າ​ອາດ​ຮູ້ສຶກ​ວ່າ​ມັນ​ມີ​ການ​ປ່ຽນ​ແປງ​ຫຼາຍ​ໂພດ ຫຼື​ເຈົ້າ​ອາດ​ຈະ​ຄິດ​ວ່າ​ແບບ​ເກົ່າ​ມັນ​ກໍ​ດີ​ຢູ່​ແລ້ວ​ບໍ່​ຈຳເປັນ​ຕ້ອງ​ປ່ຽນ. ບໍ່​ວ່າ​ຈະ​ເຫດຜົນ​ໃດ​ກໍ​ຕາມ ເຈົ້າ​ກໍ​ຕ້ອງ​ອົດ​ທົນ​ແລະ​ພ້ອມ​ທີ່​ຈະ​ປັບ​ປ່ຽນ​ໄປ​ນຳ. ຖ້າ​ເຮັດ​ຕາມ​ການ​ປ່ຽນ​ແປງ​ນີ້​ເຮົາ​ກໍ​ຈະ​ເຫັນ​ຜົນ​ດີ ແລະ​ພະ​ເຢໂຫວາ​ກໍ​ຈະ​ອວຍ​ພອນ​ເຮົາ.

ໃນ​ສະໄໝ​ໂມເຊ ພະ​ເຢໂຫວາ​ໄດ້​ຊີ້​ນຳ​ຫຼາຍ​ລ້ານ​ຄົນ​ບໍ່​ວ່າ​ຈະ​ເປັນ​ຜູ້​ຊາຍ ຜູ້​ຍິງ ແລະ​ເດັກ​ນ້ອຍ​ໃຫ້​ຜ່ານ​ຖິ່ນ​ທຸລະກັນດານ​ໄປ​ໄດ້. ຖ້າ​ພະ​ເຢໂຫວາ​ບໍ່​ຊ່ວຍ ເຂົາ​ເຈົ້າ​ກໍ​ຄົງ​ຈະ​ບໍ່​ລອດ. ໃນ​ທຸກ​ມື້​ນີ້​ພະ​ເຢໂຫວາ​ກໍ​ໄດ້​ຊີ້​ນຳ​ເຮົາ​ໃຫ້​ລອດ​ຜ່ານ​ສະໄໝ​ສຸດ​ທ້າຍ​ນີ້ ແລະ​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັບ​ພະອົງ​ແລະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ!