ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ພະ​ເຢໂຫວາ​ຕັ້ງໃຈ​ຟັງ​ຄຳ​ອະທິດຖານ​ຂອງ​ຂ້ອຍ

ພະ​ເຢໂຫວາ​ຕັ້ງໃຈ​ຟັງ​ຄຳ​ອະທິດຖານ​ຂອງ​ຂ້ອຍ

ໃນ​ຄືນ​ໜຶ່ງ​ຕອນ​ຂ້ອຍ​ອາຍຸ 10 ປີ ຂ້ອຍ​ແນມ​ຂຶ້ນ​ໄປ​ເທິງ​ຟ້າ​ທີ່​ມີ​ດາວ​ຫຼາຍໆ. ຂ້ອຍ​ຮູ້ສຶກ​ປະທັບໃຈ​ຈົນ​ເຖິງຂັ້ນ​ຄູ້ເຂົ່າ​ລົງ​ແລ້ວ​ອະທິດຖານ​ຫາ​ພະເຈົ້າ. ເຖິງ​ວ່າ​ຂ້ອຍ​ຫາກໍ​ຮູ້​ຈັກ​ພະ​ເຢໂຫວາ ແຕ່​ຂ້ອຍ​ກໍ​ກ້າ​ທີ່​ຈະ​ລະບາຍ​ຄວາມ​ຮູ້ສຶກ​ເລິກໆ​ກັບ​ເພິ່ນ. ຄຳ​ອະທິດຖານ​ນັ້ນ​ເປັນ​ຈຸດ​ເລີ່ມ​ຕົ້ນ​ທີ່​ເຮັດ​ໃຫ້​ຂ້ອຍ​ສະໜິດ​ກັບ​ພະ​ເຢໂຫວາ​ຕະຫຼອດ​ຊີວິດ​ຂອງ​ຂ້ອຍ. ເພິ່ນ​ເປັນ​ພະເຈົ້າ​ທີ່ “ຟັງ​ຄຳ​ອະທິດຖານ” ແທ້ໆ. (ພສ. 65:2) ຂ້ອຍ​ຈະ​ເລົ່າ​ໃຫ້​ຟັງ​ວ່າ​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ອະທິດຖານ​ຫາ​ພະ​ເຢໂຫວາ​ທັງໆ​ທີ່​ຫາກໍ​ຮູ້​ຈັກ​ເພິ່ນ.

ແຂກ​ທີ່​ມາ​ຢາມ​ໄດ້​ປ່ຽນ​ຊີວິດ​ຂ້ອຍ

ຂ້ອຍ​ເກີດ​ໃນ​ວັນ​ທີ 22 ທັນວາ 1929 ຢູ່​ບ້ານ​ໂນ​ວິນ​ເຊິ່ງ​ເປັນ​ບ້ານ​ນ້ອຍໆ​ທີ່​ມີ​ຟາມ 9 ບ່ອນ​ຢູ່​ໃກ້​ກັບ​ເມືອງ​ບາສ໌ໂຕນ ເຊິ່ງ​ຢູ່​ໃນ​ປ່າ​ອາ​ແດນ​ໃນ​ປະເທດ​ເບວຢຽມ. ຂ້ອຍ​ຈື່​ໄດ້​ວ່າ​ຕອນ​ທີ່​ຂ້ອຍ​ເປັນ​ເດັກນ້ອຍ ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ ຍ້ອນ​ໄດ້​ຢູ່​ກັບ​ພໍ່​ແມ່​ໃນ​ຟາມ. ທຸກໆ​ມື້ ຂ້ອຍ​ກັບ​ເຣມ້ອນ​ນ້ອງ​ຊາຍ​ຂອງ​ຂ້ອຍ​ຈະ​ຮີດ​ນົມ​ງົວ​ແລະ​ເຮັດ​ວຽກ​ຢູ່​ຟາມ. ທຸກ​ຄົນ​ໃນ​ຄອບຄົວ​ຮັກ​ກັນ ມີ​ຫຍັງ​ເຮົາ​ກໍ​ຊ່ວຍ​ກັນ.

ຂ້ອຍ​ເຮັດ​ວຽກ​ຢູ່​ຟາມ​ກັບ​ຄອບຄົວ

ພໍ່​ຂ້ອຍ​ຊື່​ເອມິວ​ແລະ​ແມ່​ຂ້ອຍ​ຊື່​ອາລິດສ໌ ພວກ​ເພິ່ນ​ເປັນ​ກາໂຕລິກ​ທີ່​ເຄັ່ງ​ຫຼາຍ. ພວກ​ເພິ່ນ​ເຂົ້າ​ຮ່ວມ​ພິທີ​ມິດຊາ​ທຸກໆ​ວັນ​ທິດ. ປະມານ​ປີ 1939 ໄດ້​ມີ​ໄພໂອເນຍ​ຈາກ​ປະເທດ​ອັງກິດ​ມາ​ບ້ານ​ຂອງ​ເຮົາ. ເຂົາເຈົ້າ​ໄດ້​ເອົາ​ປຶ້ມ​ໃຫ້​ພໍ່ ປຶ້ມ​ນັ້ນ​ຊື່​ວ່າ​ຄອນ​ໂຊ​ເລ​ຊັນ (ຕອນນີ້​ເອີ້ນ​ວ່າ​ຕື່ນເຖີດ!). ເມື່ອ​ພໍ່​ອ່ານ​ປຶ້ມ​ນັ້ນ​ກໍ​ຮູ້​ເລີຍ​ວ່າ​ມັນ​ເປັນ​ຄວາມ​ຈິງ. ຈາກ​ນັ້ນ ພໍ່​ໄດ້​ເລີ່ມ​ອ່ານ​ຄຳພີ​ໄບເບິນ. ຕອນ​ທີ່​ພໍ່​ເຊົາ​ເຂົ້າ​ຮ່ວມ​ພິທີ​ມິດຊາ ເພື່ອນ​ບ້ານ​ຂອງ​ເຮົາ​ເຊິ່ງ​ກ່ອນ​ໜ້າ​ນີ້​ໃຈ​ດີ​ຫຼາຍ​ໄດ້​ຕໍ່ຕ້ານ​ເຮົາ​ຢ່າງ​ໜັກ. ເຂົາເຈົ້າ​ກົດ​ດັນ​ພໍ່​ບໍ່​ໃຫ້​ເຊົາ​ເປັນ​ກາໂຕລິກ ເຊິ່ງ​ເຮັດ​ໃຫ້​ພໍ່​ກັບ​ເຂົາເຈົ້າ​ຖຽງ​ກັນ​ຫຼາຍ​ເທື່ອ.

ຂ້ອຍ​ເສຍໃຈ​ຫຼາຍ​ທີ່​ເຫັນ​ພໍ່​ຖືກ​ກົດ​ດັນ​ແບບ​ນີ້. ຂ້ອຍ​ຈຶ່ງ​ອະທິດຖານ​ຈາກ​ໃຈ​ເພື່ອ​ຂໍ​ໃຫ້​ພະເຈົ້າ​ຊ່ວຍ​ຄື​ກັບ​ທີ່​ໄດ້​ເວົ້າ​ກ່ອນ​ໜ້າ​ນີ້. ເມື່ອ​ເພື່ອນ​ບ້ານ​ເຊົາ​ຕໍ່ຕ້ານ ຂ້ອຍ​ກໍ​ມີ​ຄວາມ​ສຸກ​ຫຼາຍ ແລະ​ສິ່ງ​ນີ້​ເຮັດ​ໃຫ້​ຂ້ອຍ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ເປັນ “ຜູ້​ຟັງ​ຄຳ​ອະທິດຖານ” ແທ້ໆ.

ຊີວິດ​ໃນ​ໄລຍະ​ສົງຄາມ

ກອງທັບ​ພວກ​ນາຊີ​ເຢຍລະມັນ​ໄດ້​ໂຈມຕີ​ປະເທດ​ເບວຢຽມ​ໃນ​ວັນ​ທີ 10 ພຶດສະພາ 1940 ເຊິ່ງ​ເຮັດ​ໃຫ້​ຫຼາຍ​ຄົນ​ຕ້ອງ​ອົບພະຍົບ​ອອກ​ຈາກ​ປະເທດ. ຄອບຄົວ​ເຮົາ​ຍ້າຍ​ໄປ​ທາງ​ພາກ​ໃຕ້​ຂອງ​ປະເທດ​ຝຣັ່ງ. ໃນ​ລະຫວ່າງ​ທາງ ເຮົາ​ເຈິ​ກອງທັບ​ຝຣັ່ງ​ຕໍ່ສູ້​ກັບ​ກອງທັບ​ເຢຍລະມັນ.

ຕອນ​ທີ່​ກັບ​ມາ​ຟາມ ເຄື່ອງ​ເຮົາ​ຖືກ​ລັກ​ໝົດ ເຫຼືອ​ແຕ່​ໝາ​ທີ່​ຊື່​ບ໋ອບບີ້​ຖ້າ​ເຮົາ​ຢູ່. ເມື່ອ​ເຈິ​ເລື່ອງ​ແບບ​ນີ້​ຂ້ອຍ​ຈຶ່ງ​ສົງໄສ​ວ່າ: ‘ເປັນ​ຫຍັງ​ຈຶ່ງ​ມີ​ສົງຄາມ​ແລະ​ຄວາມ​ທຸກ?’

ຂ້ອຍ​ສະໜິດ​ກັບ​ພະ​ເຢໂຫວາ​ຕັ້ງແຕ່​ເປັນ​ໄວລຸ້ນ

ໃນ​ຕອນ​ນັ້ນ ພີ່ນ້ອງ​ເອມິວ ຊານ aໄດ້​ມາ​ຢາມ​ເຮົາ​ເຊິ່ງ​ເຮັດ​ໃຫ້​ເຮົາ​ໄດ້​ກຳລັງ​ໃຈ​ຫຼາຍ​ແທ້ໆ. ລາວ​ເປັນ​ໄພໂອເນຍ​ແລະ​ເປັນ​ຜູ້​ເບິ່ງແຍງ​ທີ່​ສັດຊື່. ລາວ​ອະທິບາຍ​ຈາກ​ຄຳພີ​ໄບເບິນ​ຢ່າງ​ຈະ​ແຈ້ງ​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ເຈິ​ກັບ​ຄວາມ​ທຸກ ແລະ​ລາວ​ຍັງ​ຕອບ​ຄຳ​ຖາມ​ທີ່​ສຳຄັນ​ເລື່ອງ​ອື່ນໆ​ກ່ຽວກັບ​ຊີວິດ​ທີ່​ຂ້ອຍ​ສົງໄສ​ນຳ. ສິ່ງ​ນີ້​ເຮັດ​ໃຫ້​ຂ້ອຍ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ໝັ້ນໃຈ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ທີ່​ເປັນ​ຄວາມ​ຮັກ.

ຄອບຄົວ​ເຮົາ​ຍັງ​ໄດ້​ເຈິ​ກັບ​ພີ່ນ້ອງ​ຄົນ​ອື່ນໆ​ນຳ​ແລະ​ໄດ້​ລົມ​ກັບ​ເຂົາເຈົ້າ​ເປັນ​ປະຈຳ​ເຖິງ​ວ່າ​ຕອນ​ນັ້ນ​ຍັງ​ມີ​ສົງຄາມ​ຢູ່. ໃນ​ເດືອນ​ສິງຫາ ປີ 1943 ພີ່ນ້ອງ​ໂຈ​ເຊ-ນິໂຄ​ລັດ ມີ​ເນ ໄດ້​ມາ​ຢາມ​ເຮົາ​ຢູ່​ຟາມ​ແລະ​ໃຫ້​ຄຳ​ບັນລະຍາຍ. ລາວ​ໄດ້​ຖາມ​ວ່າ: ‘ມີ​ໃຜ​ຢາກ​ຮັບ​ບັບເຕມາ​ບໍ?’ ຂ້ອຍ​ກັບ​ພໍ່​ໄດ້​ຍົກ​ມື​ຂຶ້ນ. ຈາກ​ນັ້ນ ພວກ​ເຮົາ​ກໍ​ຮັບ​ບັບເຕມາ​ພ້ອມ​ກັນ​ຢູ່​ແມ່​ນ້ຳ​ນ້ອຍໆ​ທີ່​ຢູ່​ໃກ້​ຟາມ​ເຮົາ.

ໃນ​ເດືອນ​ທັນວາ ປີ 1944 ກອງທັບ​ເຢຍລະມັນ​ໄດ້​ເລີ່ມ​ການ​ໂຈມຕີ​ໃຫຍ່​ຄັ້ງ​ສຸດທ້າຍ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 2 ຢູ່​ເອີຣົບ​ຕາເວັນ​ຕົກ​ເຊິ່ງ​ຄົນ​ຮູ້​ຈັກ​ກັນ​ວ່າ​ບັ້ນ​ຮົບ​ບັງ​ລ໌. ເຮົາ​ຢູ່​ໃກ້​ບ່ອນ​ທີ່​ເຂົາເຈົ້າ​ຕໍ່ສູ້​ກັນ ເຮົາ​ຈຶ່ງ​ໄປ​ລີ້​ຢູ່​ຫ້ອງ​ໃຕ້​ດິນ​ຂອງ​ເຮືອນ​ເຮົາ​ປະມານ 1 ເດືອນ. ມື້​ໜຶ່ງ ຕອນ​ທີ່​ຂ້ອຍ​ເອົາ​ອາຫານ​ໄປ​ໃຫ້​ສັດ ຂ້ອຍ​ເຫັນ​ລູກ​ປືນ​ໃຫຍ່​ຍິງ​ມາ​ໃສ່​ຟາມ​ຂອງ​ເຮົາ ເຊິ່ງ​ເຮັດ​ໃຫ້​ຫຼັງ​ຄາ​ເຫຼົ້າ​ເຂົ້າ​ມຸ່ນ. ທະຫານ​ອາເມຣິກາ​ຄົນ​ໜຶ່ງ​ທີ່​ຢູ່​ໃກ້​ຫັ້ນ​ຈຶ່ງ​ຮ້ອງ​ບອກ​ຂ້ອຍ​ວ່າ: “ໝູບ​ລົງ!” ຂ້ອຍ​ຈຶ່ງ​ແລ່ນ​ໄປ​ໝູບ​ຢູ່​ໃກ້ໆ​ລາວ ແລະ​ລາວ​ໄດ້​ເອົາ​ໝວກ​ທະຫານ​ມາ​ໃສ່​ໃຫ້​ຂ້ອຍ​ເພື່ອ​ປ້ອງກັນ​ຂ້ອຍ.

ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ເລື້ອຍໆ

ມື້​ແຕ່ງດອງ​ຂອງ​ເຮົາ

ຫຼັງ​ຈາກ​ສົງຄາມ​ຈົບ​ລົງ​ແລ້ວ ເຮົາ​ພະຍາຍາມ​ຕິດຕໍ່​ກັບ​ພີ່ນ້ອງ​ທີ່​ຢູ່​ປະຊາຄົມ​ລີເອ​ເປັນ​ປະຈຳ. ປະຊາຄົມ​ນີ້​ຢູ່​ທາງ​ພາກ​ເໜືອ​ແລະ​ໄກ​ຈາກ​ບ້ານ​ຂອງ​ເຮົາ​ປະມານ 90 ກິໂລແມັດ. ຕໍ່ມາ ເຮົາ​ໄດ້​ຕັ້ງ​ກຸ່ມ​ສຶກສາ​ຄຳພີ​ໄບເບິນ​ກຸ່ມ​ນ້ອຍໆ​ຢູ່​ເມືອງ​ບາສ໌ໂຕນ. ຂ້ອຍ​ເລີ່ມ​ເຮັດ​ວຽກ​ຢູ່​ບໍລິສັດ​ທີ່​ເຮັດ​ກ່ຽວກັບ​ເລື່ອງ​ພາສີ​ແລະ​ມີ​ໂອກາດ​ໄດ້​ຮຽນ​ກົດໝາຍ​ນຳ. ຫຼັງ​ຈາກ​ນັ້ນ ຂ້ອຍ​ໄດ້​ເຮັດ​ວຽກ​ຢູ່​ຫ້ອງ​ການ​ຂອງ​ລັດ. ໃນ​ປີ 1951 ເຮົາ​ໄດ້​ຈັດການ​ປະຊຸມ​ໝວດ​ນ້ອຍໆ​ຢູ່​ເມືອງ​ບາສ໌ໂຕນ ມີ​ຄົນ​ເຂົ້າ​ຮ່ວມ​ປະມານ 100 ຄົນ ເຊິ່ງ​ໃນ​ນັ້ນ​ມີ​ພີ່ນ້ອງ​ຍິງ​ໄພໂອເນຍ​ທີ່​ກະຕືລືລົ້ນ​ຄົນ​ໜຶ່ງ​ເຂົ້າ​ຮ່ວມ ລາວ​ຊື່​ເອລີ້ ຣອຍເຕີ້. ລາວ​ໄດ້​ຂີ່​ລົດ​ຖີບ​ປະມານ 50 ກິໂລແມັດ​ເພື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ນີ້. ຫຼັງ​ຈາກ​ນັ້ນ​ບໍ່​ດົນ​ພວກ​ເຮົາ​ກໍ​ມັກ​ກັນ ແລ້ວ​ກໍ​ໝັ້ນ​ກັນ. ຕອນ​ນັ້ນ ເອລີ້​ຖືກ​ເຊີນ​ໃຫ້​ເຂົ້າ​ໂຮງຮຽນ​ກິລຽດ​ຢູ່​ອາເມຣິກາ. ລາວ​ຈຶ່ງ​ຂຽນ​ຈົດໝາຍ​ໄປ​ຫາ​ສຳນັກງານ​ໃຫຍ່​ເພື່ອ​ອະທິບາຍ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ປະຕິເສດ​ຄຳ​ເຊີນ. ພີ່ນ້ອງ​ນໍ​ເຊິ່ງ​ນຳໜ້າ​ໃນ​ອົງການ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ຕອນ​ນັ້ນ​ໄດ້​ຕອບ​ຈົດໝາຍ​ຂອງ​ລາວ​ແບບ​ດີໆ​ວ່າ ມີ​ມື້​ໜຶ່ງ​ລາວ​ອາດ​ຖືກ​ເຊີນ​ໃຫ້​ເຂົ້າ​ໂຮງຮຽນ​ກິລຽດ​ພ້ອມ​ກັບ​ຜົວ. ເຮົາ​ແຕ່ງດອງ​ໃນ​ເດືອນ​ກຸມພາ ປີ 1953.

ເອລີ້​ກັບ​ເຊີສ໌​ລູກ​ຊາຍ​ຂອງ​ເຮົາ

ໃນ​ປີ​ນັ້ນ ຂ້ອຍ​ກັບ​ເອລີ້​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ສະມາຄົມ​ໂລກ​ໃໝ່​ເຊິ່ງ​ຈັດ​ຢູ່​ສະໜາມ​ກິລາ​ແຢງ​ກີ້ ລັດ​ນິວຢອກ. ຢູ່​ຫັ້ນ ຂ້ອຍ​ໄດ້​ເຈິ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ ລາວ​ສະເໜີ​ວຽກ​ໃຫ້​ຂ້ອຍ​ແລະ​ຊວນ​ຂ້ອຍ​ຍ້າຍ​ໄປ​ຢູ່​ອາເມຣິກາ. ຫຼັງ​ຈາກ​ອະທິດຖານ​ບອກ​ພະ​ເຢໂຫວາ​ກ່ຽວກັບ​ເລື່ອງ​ນີ້​ແລ້ວ ຂ້ອຍ​ກັບ​ເອລີ້​ໄດ້​ປະຕິເສດ​ລາວ. ເຮົາ​ກັບ​ໄປ​ເບວຢຽມ​ເພື່ອ​ສະໜັບສະໜູນ​ກຸ່ມ​ປະກາດ​ກຸ່ມ​ນ້ອຍໆ​ທີ່​ມີ​ຜູ້​ປະກາດ​ປະມານ 10 ຄົນ​ໃນ​ເມືອງ​ບາສ໌ໂຕນ. ໜຶ່ງ​ປີ​ຕໍ່​ມາ ເຮົາ​ໄດ້​ລູກ​ຊາຍ​ເຊິ່ງ​ເຮັດ​ໃຫ້​ເຮົາ​ດີ​ໃຈ​ຫຼາຍ. ເຮົາ​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ເຊີສ໌. ແຕ່ 7 ເດືອນ​ຕໍ່​ມາ​ກໍ​ມີ​ເລື່ອງ​ເສົ້າໃຈ​ເກີດຂຶ້ນ ເຊີສ໌​ບໍ່​ສະບາຍ​ແຮງ ແລ້ວ​ໃນ​ທີ່​ສຸດ​ລາວ​ກໍ​ຕາຍ. ເຮົາ​ເສຍໃຈ​ຫຼາຍ​ແທ້ໆ​ແລະ​ໄດ້​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ​ໃນ​ຄຳ​ອະທິດຖານ. ເຮົາ​ໄດ້​ກຳລັງ​ໃຈ​ແລະ​ຮູ້ສຶກ​ເຂັ້ມແຂງ​ຍ້ອນ​ຄວາມ​ຫວັງ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໃນ​ອະນາຄົດ.

ຮັບໃຊ້​ເຕັມ​ເວລາ

ໃນ​ເດືອນ​ຕຸລາ ປີ 1961 ຂ້ອຍ​ໄດ້​ວຽກ​ບໍ່​ເຕັມ​ເວລາ​ເຊິ່ງ​ວຽກ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ເປັນ​ໄພໂອເນຍ​ໄດ້. ແຕ່​ໃນ​ມື້​ດຽວ​ກັນ​ນັ້ນ ຜູ້​ເບິ່ງແຍງ​ທີ່​ເຮັດ​ວຽກ​ໃຫ້​ສຳນັກງານ​ສາຂາ​ເບວຢຽມ​ໄດ້​ໂທ​ຫາ​ຂ້ອຍ. ລາວ​ຖາມ​ຂ້ອຍ​ວ່າ​ເຈົ້າ​ເປັນ​ຜູ້​ຮັບໃຊ້​ເດີນທາງ​ໄດ້​ບໍ? (ຕອນນີ້​ເອີ້ນ​ວ່າ​ຜູ້​ເບິ່ງແຍງ​ໝວດ). ຂ້ອຍ​ຖາມ​ລາວ​ວ່າ: “ເຮົາ​ຂໍ​ຮັບໃຊ້​ເປັນ​ໄພໂອເນຍ​ກ່ອນ​ໄດ້​ບໍ?” ລາວ​ຕອບ​ວ່າ​ໄດ້. ຫຼັງ​ຈາກ​ຮັບໃຊ້​ເປັນ​ໄພໂອເນຍ​ໄດ້ 8 ເດືອນ ເຮົາ​ກໍ​ເລີ່ມ​ເຮັດ​ວຽກ​ເປັນ​ຜູ້​ເບິ່ງແຍງ​ໝວດ​ໃນ​ເດືອນ​ກັນຍາ ປີ 1962.

ຫຼັງ​ຈາກ​ເປັນ​ຜູ້​ເບິ່ງແຍງ​ໝວດ​ໄດ້ 2 ປີ ເຮົາ​ຖືກ​ເຊີນ​ໃຫ້​ຮັບໃຊ້​ຢູ່​ເບເທນ​ທີ່​ຢູ່​ເມືອງ​ບຣັດສ໌ເຊວ. ເຮົາ​ຮັບໃຊ້​ຢູ່​ຫັ້ນ​ໃນ​ເດືອນ​ກັນຍາ ປີ 1964. ວຽກ​ມອບໝາຍ​ໃໝ່​ຂອງ​ເຮົາ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ສິ່ງ​ດີໆ​ຫຼາຍ​ຢ່າງ. ເມື່ອ​ພີ່ນ້ອງ​ນໍ​ມາ​ຢາມ​ເຮົາ​ຢູ່​ເບເທນ​ໃນ​ປີ 1965 ຂ້ອຍ​ຕົກໃຈ​ຫຼາຍ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຮັບໃຊ້​ສາຂາ. ຕໍ່​ມາ ຂ້ອຍ​ກັບ​ເອລີ້​ຖືກ​ເຊີນ​ໃຫ້​ເຂົ້າ​ໂຮງຮຽນ​ກິລຽດ​ລຸ້ນ​ທີ 41. ຄຳເວົ້າ​ຂອງ​ພີ່ນ້ອງ​ນໍ​ທີ່​ເຄີຍ​ເວົ້າ 13 ປີ​ກ່ອນ​ເປັນ​ຄວາມ​ຈິງ​ໃນ​ຕອນນີ້. ຫຼັງ​ຈາກ​ຮຽນ​ຈົບ​ແລ້ວ ເຮົາ​ກໍ​ກັບ​ໄປ​ເບວຢຽມ.

ປົກປ້ອງ​ສິດ​ຂອງ​ເຮົາ​ຕາມ​ກົດໝາຍ

ຕັ້ງແຕ່​ນັ້ນ​ມາ ຂ້ອຍ​ກໍ​ມີ​ໂອກາດ​ໄດ້​ໃຊ້​ຄວາມ​ຮູ້​ດ້ານ​ກົດໝາຍ​ທີ່​ຂ້ອຍ​ໄດ້​ຮຽນ​ມາ​ເພື່ອ​ປົກປ້ອງ​ສິດ​ໃນ​ການ​ນະມັດສະການ​ພະເຈົ້າ​ທັງ​ໃນ​ເອີຣົບ​ແລະ​ບ່ອນ​ອື່ນໆ. (ຟລປ. 1:7) ວຽກ​ນີ້​ເຮັດ​ໃຫ້​ຂ້ອຍ​ຕ້ອງ​ຕິດຕໍ່​ກັບ​ເຈົ້າ​ໜ້າທີ່​ບ້ານ​ເມືອງ​ຫຼາຍ​ກວ່າ 55 ປະເທດ​ເຊິ່ງ​ເປັນ​ປະເທດ​ທີ່​ວຽກ​ຂອງ​ເຮົາ​ຖືກ​ສັ່ງ​ຫ້າມ. ຂ້ອຍ​ບໍ່​ໄດ້​ບອກ​ເຂົາເຈົ້າ​ວ່າ​ຂ້ອຍ​ມີ​ຄວາມ​ຮູ້​ເລື່ອງ​ກົດໝາຍ​ຫຼາຍ​ສ່ຳ​ໃດ ແຕ່​ຂ້ອຍ​ບອກ​ເຂົາເຈົ້າ​ວ່າ​ຂ້ອຍ​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ. ຂ້ອຍ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊີ້ນຳ​ສະເໝີ ຍ້ອນ​ຂ້ອຍ​ຮູ້​ວ່າ “ຫົວໃຈ​ຂອງ​ກະສັດ [ຫຼື​ຜູ້​ຕັດສິນ] ເປັນ​ຄື​ກັບ​ນ້ຳ​ຫ້ວຍ​ໃນ​ມື​ຂອງ​ພະ​ເຢໂຫວາ. ເພິ່ນ​ເຮັດ​ໃຫ້​ມັນ​ໄຫຼ​ໄປ​ໃນ​ບ່ອນ​ທີ່​ເພິ່ນ​ຕ້ອງການ.”—ສພສ. 21:1

ມີ​ປະສົບການ​ໜຶ່ງ​ທີ່​ຂ້ອຍ​ບໍ່​ເຄີຍ​ລືມ ນັ້ນ​ແມ່ນ​ຕອນ​ທີ່​ຂ້ອຍ​ໄປ​ລົມ​ກັບ​ສະມາຊິກ​ສະພາ​ເອີຣົບ​ຄົນ​ໜຶ່ງ. ຂ້ອຍ​ໄດ້​ພະຍາຍາມ​ຫຼາຍ​ເທື່ອ​ເພື່ອ​ຂໍ​ພົບ​ລາວ ແລະ​ໃນ​ທີ່​ສຸດ​ລາວ​ກໍ​ຍອມ​ໃຫ້​ພົບ. ລາວ​ເວົ້າ​ວ່າ: “ຂ້ອຍ​ໃຫ້​ເວລາ​ເຈົ້າ 5 ນາທີ​ເດີ້.” ຂ້ອຍ​ຈຶ່ງ​ກົ້ມ​ຫົວ​ອະທິດຖານ. ເມື່ອ​ເຫັນ​ຂ້ອຍ​ກົ້ມ​ຫົວ ລາວ​ຈຶ່ງ​ຖາມ​ຂ້ອຍ​ວ່າ​ເຈົ້າ​ເຮັດ​ຫຍັງ? ຂ້ອຍ​ເງີຍ​ໜ້າ​ຂຶ້ນ​ແລະ​ຕອບ​ວ່າ: “ຂ້ອຍ​ຂອບໃຈ​ພະເຈົ້າ​ຍ້ອນ​ຂ້ອຍ​ເປັນ​ຜູ້​ຮັບໃຊ້​ຄົນ​ໜຶ່ງ​ຂອງ​ເພິ່ນ.” ລາວ​ຖາມ​ອີກ​ວ່າ: “ເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ?” ຂ້ອຍ​ເປີດ​ໂຣມ 13:4 ໃຫ້​ລາວ​ເບິ່ງ. ຍ້ອນ​ລາວ​ເປັນ​ໂປຣແຕສະຕັງ ລາວ​ຈຶ່ງ​ສົນໃຈ​ຟັງ. ຜົນ​ກໍ​ຄື ລາວ​ໃຫ້​ເວລາ​ຂ້ອຍ​ເຄິ່ງ​ຊົ່ວໂມງ ແລະ​ການ​ລົມ​ກັນ​ເທື່ອ​ນັ້ນ​ເກີດ​ຜົນ​ດີ​ຫຼາຍ. ລາວ​ເຖິງຂັ້ນ​ເວົ້າ​ວ່າ​ລາວ​ຮູ້​ຄຸນຄ່າ​ວຽກ​ທີ່​ພະຍານ​ພະ​ເຢໂຫວາ​ເຮັດ.

ໃນ​ຫຼາຍ​ປີ​ຜ່ານ​ມາ ພະຍານ​ພະ​ເຢໂຫວາ​ໃນ​ເອີຣົບ​ໄດ້​ຕໍ່ສູ້​ທາງ​ກົດໝາຍ​ໃນ​ເລື່ອງ​ບໍ່​ຍອມ​ເປັນ​ທະຫານ ສິດ​ໃນ​ການ​ລ້ຽງ​ລູກ ການ​ເສຍ​ພາສີ ແລະ​ເລື່ອງ​ອື່ນໆ. ຂ້ອຍ​ຮູ້ສຶກ​ເປັນ​ກຽດ​ທີ່ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຕໍ່ສູ້​ທາງ​ກົດໝາຍ​ໃນ​ເລື່ອງ​ເຫຼົ່າ​ນີ້ ແລະ​ຂ້ອຍ​ໄດ້​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ປະສົບ​ຄວາມ​ສຳເລັດ​ແລະ​ຊະນະ​ຄະດີ​ຕ່າງໆ. ພະຍານ​ພະ​ເຢໂຫວາ​ຊະນະ​ຄະດີ​ໃນ​ສານ​ສິດທິ​ມະນຸດ​ຂອງ​ເອີຣົບ​ຫຼາຍ​ກວ່າ 140 ຄະດີ.

ມີ​ອິດສະຫຼະ​ຫຼາຍ​ຂຶ້ນ​ໃນ​ປະເທດ​ກູບາ

ໃນ​ຊຸມ​ປີ 1990 ຂ້ອຍ​ເຮັດ​ວຽກ​ກັບ​ພີ່ນ້ອງ​ຟີລິບ ບຳເລ​ຈາກ​ສຳນັກງານ​ໃຫຍ່​ແລະ​ພີ່ນ້ອງ​ວໍເຕີ້ ຟາເນຕີ​ຈາກ​ປະເທດ​ອີຕາລີ​ເພື່ອ​ຊ່ວຍ​ພີ່ນ້ອງ​ໃນ​ກູບາ​ໃຫ້​ນະມັດສະການ​ພະ​ເຢໂຫວາ​ຢ່າງ​ມີ​ອິດສະຫຼະ ຍ້ອນ​ຕອນ​ນັ້ນ​ວຽກ​ຢູ່​ຫັ້ນ​ຖືກ​ຈຳກັດ. ຂ້ອຍ​ຂຽນ​ຈົດໝາຍ​ໄປ​ຫາ​ສະຖານ​ທູດ​ກູບາ​ຢູ່​ເບວຢຽມ ແລະ​ໄດ້​ພົບ​ກັບ​ເຈົ້າ​ໜ້າທີ່​ຄົນ​ໜຶ່ງ​ເຊິ່ງ​ເຮັດ​ໜ້າທີ່​ຮັບ​ຄຳຮ້ອງ​ຂອງ​ເຮົາ. ຕອນ​ທຳອິດ​ທີ່​ເຮົາ​ປະຊຸມ​ກັບ​ເຈົ້າ​ໜ້າທີ່​ຜູ້​ນີ້ ເຮົາ​ບໍ່​ສາມາດ​ອະທິບາຍ​ເພື່ອ​ແກ້ໄຂ​ຄວາມ​ເຂົ້າໃຈ​ຜິດ​ກ່ຽວກັບ​ເຮົາ​ເຊິ່ງ​ເປັນ​ສາເຫດ​ທີ່​ເຮັດ​ໃຫ້​ລັດຖະບານ​ກູບາ​ຈຳກັດ​ວຽກ​ປະກາດ​ຂອງ​ເຮົາ.

ພີ່ນ້ອງ​ຟີລິບ ບຳເລ​ກັບ​ພີ່ນ້ອງ​ວໍເຕີ້ ຟາ​ເນ​ຕີ​ຕອນ​ທີ່​ໄປ​ຢາມ​ປະເທດ​ກູບາ​ໃນ​ຊຸມ​ປີ 1990

ຫຼັງ​ຈາກ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ ເຮົາ​ໄດ້​ຂໍ​ອະນຸຍາດ​ຈາກ​ລັດຖະບານ​ກູບາ​ເພື່ອ​ສົ່ງ​ຄຳພີ​ໄບເບິນ 5.000 ຫົວ​ໄປ​ຫັ້ນ​ແລະ​ເຂົາເຈົ້າ​ກໍ​ອະນຸຍາດ​ຕາມ​ທີ່​ເຮົາ​ຂໍ. ຄຳພີ​ໄບເບິນ​ໄປ​ຮອດ​ກູບາ​ຢ່າງ​ປອດໄພ​ແລະ​ໄດ້​ແຈກ​ຢາຍ​ໃຫ້​ພີ່ນ້ອງ. ສິ່ງ​ນີ້​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ກຳລັງ​ອວຍພອນ​ຄວາມ​ພະຍາຍາມ​ຂອງ​ເຮົາ. ຕໍ່​ມາ ເຮົາ​ຂໍ​ອະນຸຍາດ​ເອົາ​ຄຳພີ​ໄບເບິນ 27.500 ຫົວ​ເຂົ້າ​ໄປ​ໃນ​ກູບາ​ອີກ ແລະ​ເຂົາເຈົ້າ​ກໍ​ອະນຸຍາດ​ຕາມ​ທີ່​ເຮົາ​ຂໍ. ການ​ຊ່ວຍ​ພີ່ນ້ອງ​ໃຫ້​ມີ​ຄຳພີ​ໄບເບິນ​ເປັນ​ຂອງ​ໂຕເອງ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ.

ຂ້ອຍ​ໄປ​ປະເທດ​ກູບາ​ຫຼາຍ​ເທື່ອ​ເພື່ອ​ຊ່ວຍ​ວຽກ​ດ້ານ​ກົດໝາຍ​ຂອງ​ເຮົາ​ຢູ່​ຫັ້ນ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ຮູ້​ຈັກ​ກັບ​ເຈົ້າ​ໜ້າທີ່​ລັດຖະບານ​ຂອງ​ປະເທດ​ນີ້​ຫຼາຍ​ຄົນ.

ຊ່ວຍ​ເຫຼືອ​ພີ່ນ້ອງ​ຢູ່​ປະເທດ​ຣະວັນດາ

ໃນ​ປີ 1994 ມີ​ຄົນ​ຕຸດຊີ​ຫຼາຍ​ກວ່າ 1.000.000 ຄົນ​ຖືກ​ຂ້າ​ຕອນ​ທີ່​ມີ​ການ​ຂ້າ​ລ້າງ​ເຜົ່າ​ພັນ​ຢູ່​ຣະວັນດາ. ເປັນ​ຕາ​ເສົ້າໃຈ​ທີ່​ພີ່ນ້ອງ​ຂອງ​ເຮົາ​ບາງ​ຄົນ​ກໍ​ຖືກ​ຂ້າ​ຄື​ກັນ. ເມື່ອ​ເປັນ​ແນວ​ນັ້ນ​ພີ່ນ້ອງ​ກຸ່ມ​ໜຶ່ງ​ຈຶ່ງ​ຖືກ​ມອບໝາຍ​ໃຫ້​ເອົາ​ເຄື່ອງ​ບັນເທົາ​ທຸກ​ໄປ​ໃຫ້​ພີ່ນ້ອງ​ຢູ່​ຫັ້ນ.

ຕອນ​ທີ່​ກຸ່ມ​ຂອງ​ເຮົາ​ໄປ​ຮອດ​ຄິກາລີ​ທີ່​ເປັນ​ເມືອງ​ຫຼວງ​ຂອງ​ຣະວັນດາ ເຮົາ​ເຫັນ​ຝາ​ຂອງ​ຫ້ອງ​ການ​ການ​ແປ​ແລະ​ບ່ອນ​ມ້ຽນ​ປຶ້ມ​ຂອງ​ອົງການ​ມີ​ແຕ່​ຮູ​ລູກ​ປືນ. ເຮົາ​ຍັງ​ໄດ້​ຍິນ​ເລື່ອງ​ເສົ້າ​ອີກ​ຫຼາຍ​ເລື່ອງ​ແລະ​ໜຶ່ງ​ໃນ​ນັ້ນ​ກໍ​ຄື​ພີ່ນ້ອງ​ຂອງ​ເຮົາ​ຖືກ​ຟັນ​ຈົນຕາຍ. ແຕ່​ເຮົາ​ກໍ​ໄດ້​ຍິນ​ຕົວຢ່າງ​ທີ່​ດີ​ຂອງ​ພີ່ນ້ອງ​ທີ່​ຊ່ວຍ​ເຫຼືອ​ກັນ​ດ້ວຍ​ຄວາມ​ຮັກ. ຕົວຢ່າງ​ເຊັ່ນ: ເຮົາ​ໄດ້​ເຈິ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ຄົນ​ຕຸດຊີ​ເຊິ່ງ​ພີ່ນ້ອງ​ທີ່​ເປັນ​ພະຍານ​ຄົນ​ຮູ​ຕູ​ຄອບຄົວ​ໜຶ່ງ​ໄດ້​ເຊື່ອງ​ລາວ​ໄວ້​ຢູ່​ຂຸມ​ໃຕ້​ດິນ 28 ມື້​ເພື່ອ​ຊ່ວຍ​ລາວ​ໃຫ້​ປອດໄພ. ເຮົາ​ຍັງ​ໄດ້​ຈັດການ​ປະຊຸມ​ຢູ່​ເມືອງ​ຄິກາລີ​ແລະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ຫຼາຍ​ກວ່າ 900 ຄົນ.

ເບື້ອງ​ຊ້າຍ: ປຶ້ມ​ທີ່​ຖືກ​ປືນ​ຍິງ​ໃສ່​ຢູ່​ຫ້ອງ​ການ​ການ​ແປ

ເບື້ອງ​ຂວາ: ເຮັດ​ວຽກ​ບັນເທົາ​ທຸກ

ຕໍ່​ມາ ເຮົາ​ຂ້າມ​ຊາຍ​ແດນ​ໄປ​ປະເທດ​ຊາ​ອີ (ປັດຈຸບັນ​ແມ່ນ​ສາທາລະນະລັດ​ປະຊາທິປະໄຕ​ກົງໂກ) ເພື່ອ​ຊອກ​ຫາ​ພະຍານ​ກຸ່ມ​ໃຫຍ່​ທີ່​ເປັນ​ຄົນ​ຣະວັນດາ​ທີ່​ໜີ​ເຂົ້າ​ໄປ​ໃນ​ຄ້າຍ​ລີ້ໄພ​ໃກ້​ກັບ​ເມືອງ​ໂກມາ. ຕອນ​ທຳອິດ​ເຮົາ​ຊອກ​ຫາ​ເຂົາເຈົ້າ​ບໍ່​ເຫັນ ເຮົາ​ຈຶ່ງ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ຈາກ​ນັ້ນ​ກໍ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຍ່າງ​ມາ​ຫາ​ເຮົາ ເຮົາ​ຖາມ​ລາວ​ວ່າ: “ເຈົ້າ​ຮູ້​ຈັກ​ພະຍານ​ພະ​ເຢໂຫວາ​ບໍ?” ລາວ​ຕອບ​ວ່າ: “ຮູ້​ແທ້ ຂ້ອຍ​ນິແຫຼະ​ເປັນ​ພະຍານ​ພະ​ເຢໂຫວາ! ໄປ໋ ຂ້ອຍ​ຈະ​ພາ​ພວກ​ເຈົ້າ​ໄປ​ຫາ​ຄະນະ​ກຳມະການ​ບັນເທົາ​ທຸກ.” ຫຼັງ​ຈາກ​ທີ່​ເຮົາ​ໄດ້​ປະຊຸມ​ກັບ​ຄະນະ​ກຳມະການ​ບັນເທົາ​ທຸກ​ເພື່ອ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ​ແລ້ວ ເຮົາ​ກໍ​ໄດ້​ຈັດການ​ປະຊຸມ​ເພື່ອ​ໃຫ້​ກຳລັງ​ໃຈ​ຈາກ​ຄຳພີ​ໄບເບິນ​ກັບ​ຜູ້​ລີ້ໄພ​ປະມານ 1.600 ຄົນ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ໄດ້​ອ່ານ​ຈົດໝາຍ​ຈາກ​ຄະນະ​ກຳມະການ​ປົກຄອງ​ໃຫ້​ເຂົາເຈົ້າ​ຟັງ​ນຳ. ພີ່ນ້ອງ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ຍິນ​ຄຳ​ຮັບຮອງ​ຈາກ​ຄະນະ​ກຳມະການ​ປົກຄອງ​ວ່າ: “ເຮົາ​ອະທິດຖານ​ເພື່ອ​ພວກ​ເຈົ້າ​ສະເໝີ. ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ປະ​ບໍ່​ຖິ້ມ​ພວກ​ເຈົ້າ​ແນ່ນອນ.” ຄຳເວົ້າ​ຂອງ​ຄະນະ​ກຳມະການ​ປົກຄອງ​ເປັນ​ຄວາມ​ຈິງ​ແທ້ໆ. ຕອນນີ້​ຢູ່​ປະເທດ​ຣະວັນດາ​ມີ​ພະຍານ​ພະ​ເຢໂຫວາ​ຫຼາຍ​ກວ່າ 30.000 ຄົນ.

ຕັ້ງໃຈ​ວ່າ​ຈະ​ສັດຊື່​ຕໍ່ໆ​ໄປ

ຫຼັງ​ຈາກ​ທີ່​ຂ້ອຍ​ກັບ​ເອລີ້​ແຕ່ງດອງ​ແລະ​ຢູ່​ນຳ​ກັນ​ມາ 58 ປີ ເອລີ້​ກໍ​ຕາຍ​ປະ​ຂ້ອຍ​ໃນ​ປີ 2011. ພະ​ເຢໂຫວາ​ໄດ້​ປອບ​ໃຈ​ຂ້ອຍ​ເມື່ອ​ຂ້ອຍ​ອະທິດຖານ​ລະບາຍ​ຄວາມ​ໂສກເສົ້າ​ກັບ​ເພິ່ນ. ຂ້ອຍ​ຍັງ​ໄດ້​ກຳລັງ​ໃຈ​ຈາກ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ກັບ​ຄົນ​ອື່ນ​ນຳ.

ເຖິງ​ວ່າ​ຕອນນີ້​ຂ້ອຍ​ອາຍຸ 90 ກວ່າ​ປີ​ແລ້ວ ຂ້ອຍ​ຍັງ​ອອກ​ໄປ​ປະກາດ​ທຸກ​ອາທິດ. ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ຕອນນີ້​ຂ້ອຍ​ຍັງ​ຊ່ວຍ​ວຽກ​ພະແນກ​ກົດໝາຍ​ຢູ່​ສຳນັກງານ​ສາຂາ​ເບວຢຽມ ແລະ​ມີ​ໂອກາດ​ໄດ້​ແບ່ງ​ປັນ​ປະສົບການ​ຂອງ​ຂ້ອຍ​ກັບ​ຄົນ​ອື່ນ ແລະ​ຍັງ​ໄດ້​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ທີ່​ອາຍຸ​ຍັງ​ນ້ອຍ​ໃນ​ຄອບຄົວ​ເບເທນ​ທີ່​ຢູ່​ເບວຢຽມ.

ປະມານ 84 ປີ​ກ່ອນ ຂ້ອຍ​ໄດ້​ອະທິດຖານ​ຫາ​ພະ​ເຢໂຫວາ​ເປັນ​ເທື່ອ​ທຳອິດ. ຕອນ​ນັ້ນ​ເປັນ​ຈຸດ​ເລີ່ມ​ຕົ້ນ​ທີ່​ຂ້ອຍ​ໄດ້​ສະໜິດ​ກັບ​ເພິ່ນ ແລະ​ຂ້ອຍ​ກໍ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ​ເລື້ອຍໆ. ຂ້ອຍ​ເຫັນຄ່າ​ແທ້ໆ​ທີ່​ພະ​ເຢໂຫວາ​ຕັ້ງໃຈ​ຟັງ​ຄຳ​ອະທິດຖານ​ຂອງ​ຂ້ອຍ​ຕະຫຼອດ​ຊີວິດ.—ພສ. 66:19 b

a ປະສົບການ​ຂອງ​ພີ່ນ້ອງ​ເອມິວ ຊານ ຢູ່​ໃນ​ຫໍສັງເກດການ 15 ກັນຍາ 1973 ໜ້າ 570-574. (ພາສາ​ອັງກິດ)

b ຕອນ​ທີ່​ກຽມ​ບົດ​ຄວາມ​ນີ້ ພີ່ນ້ອງ​ມາຣ໌ເຊ ຈິເລ​ໄດ້​ເສຍ​ຊີວິດ​ໃນ​ວັນ​ທີ 4 ກຸມພາ 2023.