ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 23

ເພງ​ທີ 28 ໄດ້​ເປັນ​ເພື່ອນ​ກັບ​ພະ​ເຢໂຫວາ

ພະ​ເຢໂຫວາ​ເຊີນ​ເຮົາ​ໃຫ້​ເປັນ​ແຂກ​ຂອງ​ເພິ່ນ

ພະ​ເຢໂຫວາ​ເຊີນ​ເຮົາ​ໃຫ້​ເປັນ​ແຂກ​ຂອງ​ເພິ່ນ

“ເຕັ້ນ​ຂອງ​ພະເຈົ້າ​ຢູ່​ກັບ​ມະນຸດ​ແລ້ວ. ເພິ່ນ​ຈະ​ຢູ່​ກັບ​ເຂົາເຈົ້າ.”ພນມ. 21:3

ຈຸດ​ສຳຄັນ

ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ການ​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະ​ເຢໂຫວາ​ໝາຍເຖິງ​ຫຍັງ ແລະ​ເພິ່ນ​ຈະ​ເບິ່ງແຍງ​ເຮົາ​ແນວ​ໃດ.

1-2. ພະ​ເຢໂຫວາ​ມີ​ຄຳ​ເຊີນ​ຫຍັງ​ສຳລັບ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ?

 ພະ​ເຢໂຫວາ​ເປັນ​ຫຍັງ​ສຳລັບ​ເຈົ້າ? ເຈົ້າ​ອາດ​ຈະ​ຕອບ​ວ່າ: ‘ພະ​ເຢໂຫວາ​ເປັນ​ພໍ່ ເປັນ​ພະເຈົ້າ ແລະ​ເປັນ​ໝູ່.’ ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ເປັນ​ອີກ​ຫຼາຍ​ຢ່າງ​ໃນ​ຊີວິດ​ຂອງ​ເຈົ້າ​ນຳ. ແຕ່​ເຈົ້າ​ເຄີຍ​ຄິດ​ບໍ​ວ່າ​ພະ​ເຢໂຫວາ​ເປັນ​ເຈົ້າ​ພາບ​ຂອງ​ເຈົ້າ?

2 ກະສັດ​ດາວິດ​ສົມທຽບ​ພະ​ເຢໂຫວາ​ເປັນ​ເຈົ້າ​ພາບ ແລະ​ສົມທຽບ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ​ເປັນ​ແຂກ​ຂອງ​ເພິ່ນ. ດາວິດ​ຖາມ​ວ່າ: “ພະ​ເຢໂຫວາ​ເອີ້ຍ ໃຜ​ຈະ​ໄດ້​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະອົງ? ໃຜ​ຈະ​ໄດ້​ຢູ່​ເທິງ​ພູ​ທີ່​ບໍລິສຸດ​ຂອງ​ພະອົງ?” (ພສ. 15:1) ຈາກ​ຄຳເວົ້າ​ນີ້​ເຮົາ​ເຫັນ​ວ່າ​ເຮົາ​ສາມາດ​ເປັນ​ແຂກ​ຫຼື​ເປັນ​ໝູ່​ຂອງ​ພະ​ເຢໂຫວາ​ໄດ້. ເຈົ້າ​ຮູ້ສຶກ​ເປັນ​ກຽດ​ບໍ​ທີ່​ພະ​ເຢໂຫວາ​ເຊີນ​ເຈົ້າ​ໃຫ້​ເປັນ​ແຂກ​ຂອງ​ເພິ່ນ?

ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເປັນ​ແຂກ​ຂອງ​ເພິ່ນ

3. ໃຜ​ເປັນ​ແຂກ​ຜູ້​ທຳອິດ​ຂອງ​ພະ​ເຢໂຫວາ ແລະ​ແຂກ​ຜູ້​ນີ້​ກັບ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ກັນ?

3 ກ່ອນ​ພະ​ເຢໂຫວາ​ຈະ​ສ້າງ​ສິ່ງ​ຕ່າງໆ​ທີ່​ມີ​ຊີວິດ ເພິ່ນ​ມີ​ຊີວິດ​ຢູ່​ຜູ້​ດຽວ​ມາ​ກ່ອນ​ແລ້ວ. ຕໍ່​ມາ ພະ​ເຢໂຫວາ​ໄດ້​ສ້າງ​ລູກ​ຊາຍ​ຄົນ​ທຳອິດ​ຂອງ​ເພິ່ນ ແລະ​ໄດ້​ເຊີນ​ລູກ​ຊາຍ​ຜູ້​ນີ້​ໃຫ້​ມາ​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ເພິ່ນ. ຄຳພີ​ໄບເບິນ​ບອກ​ວ່າ ພະ​ເຢໂຫວາ “ມີ​ຄວາມ​ສຸກ” ຫຼາຍ​ທີ່​ໄດ້​ຢູ່​ກັບ​ລູກ​ຊາຍ​ຂອງ​ເພິ່ນ ແລະ​ລູກ​ຊາຍ​ຜູ້​ນີ້​ກໍ “ມີ​ຄວາມ​ສຸກ​ຕະຫຼອດ​ເວລາ​ທີ່​ໄດ້​ຢູ່​ນຳ [ພະ​ເຢໂຫວາ].”—ສພສ. 8:30

4. ພະ​ເຢໂຫວາ​ຍັງ​ເຊີນ​ໃຜ​ອີກ​ໃຫ້​ມາ​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ເພິ່ນ?

4 ຕໍ່​ມາ ພະ​ເຢໂຫວາ​ໄດ້​ສ້າງ​ທູດສະຫວັນ​ແລະ​ເຂົາເຈົ້າ​ກໍ​ຖືກ​ເຊີນ​ໃຫ້​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ເພິ່ນ​ຄື​ກັນ. ຄຳພີ​ໄບເບິນ​ເອີ້ນ​ທູດສະຫວັນ​ເຫຼົ່າ​ນີ້​ວ່າ: “ລູກ​ຂອງ​ພະເຈົ້າ” ແລະ​ເຂົາເຈົ້າ​ກໍ​ມີ​ຄວາມ​ສຸກ​ທີ່​ໄດ້​ຢູ່​ກັບ​ພະ​ເຢໂຫວາ. (ໂຢບ 38:7; ດນອ. 7:10) ຕອນ​ທຳອິດ ແຂກ​ຂອງ​ພະ​ເຢໂຫວາ​ມີ​ແຕ່​ຢູ່​ໃນ​ສະຫວັນ​ເທົ່າ​ນັ້ນ. ແຕ່​ຕໍ່​ມາ​ພະ​ເຢໂຫວາ​ໄດ້​ສ້າງ​ມະນຸດ​ຢູ່​ໃນ​ໂລກ​ແລະ​ໃຫ້​ເຂົາເຈົ້າ​ມີ​ໂອກາດ​ໄດ້​ເປັນ​ແຂກ​ຂອງ​ເພິ່ນ​ຄື​ກັນ. ຄົນ​ເຫຼົ່າ​ນັ້ນ​ມີ​ເອໂນກ ໂນອາ ອັບຣາຮາມ ແລະ​ໂຢບ. ຄຳພີ​ໄບເບິນ​ບອກ​ວ່າ​ຄົນ​ເຫຼົ່າ​ນີ້​ເປັນ​ໝູ່​ຂອງ​ພະເຈົ້າ ຫຼື​ເປັນ​ຄົນ​ທີ່ “ໃຊ້​ຊີວິດ​ແບບ​ທີ່​ພະເຈົ້າ​ທ່ຽງແທ້​ພໍໃຈ.”—ປຖກ. 5:24; 6:9; ໂຢບ 29:4; ອຊຢ. 41

5. ເຮົາ​ຮຽນ​ຫຍັງ​ຈາກ​ຄຳ​ພະຍາກອນ​ໃນ​ເອເຊກຽນ 37:26, 27?

5 ເຖິງ​ວ່າ​ຈະ​ຜ່ານ​ໄປ​ຫຼາຍ​ພັນ​ປີ​ແລ້ວ ພະ​ເຢໂຫວາ​ກໍ​ຍັງ​ເຊີນ​ໝູ່​ຂອງ​ເພິ່ນ​ໃຫ້​ມາ​ເປັນ​ແຂກ​ຂອງ​ເພິ່ນ. (ອ່ານ​ເອເຊກຽນ 37:26, 27) ຕົວຢ່າງ​ເຊັ່ນ: ໃນ​ຄຳ​ພະຍາກອນ​ຂອງ​ເອເຊກຽນ ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ຕ້ອງການ​ແທ້ໆ​ທີ່​ຈະ​ໃຫ້​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ​ມາ​ສະໜິດ​ກັບ​ເພິ່ນ. ເພິ່ນ “ເຮັດ​ສັນຍາ​ກັບ​ເຂົາເຈົ້າ​ເພື່ອ​ໃຫ້​ເຂົາເຈົ້າ​ມີຄວາມ​ສະຫງົບສຸກ.” ຕາມ​ຄຳ​ພະຍາກອນ​ນີ້​ເຮົາ​ເຫັນ​ວ່າ​ຜູ້​ທີ່​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ໃນ​ສະຫວັນ​ກັບ​ຄົນ​ທີ່​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ໃນ​ໂລກ​ຈະ​ລວມ​ກັນ​ເປັນ “ຝູງ​ດຽວ” ໃນ​ເຕັ້ນ​ຂອງ​ພະ​ເຢໂຫວາ. (ຢຮ. 10:16) ເວລາ​ທີ່ເວົ້າ​ເຖິງ​ນັ້ນ​ກໍ​ຄື​ທຸກ​ມື້​ນີ້.

ພະ​ເຢໂຫວາ​ເບິ່ງແຍງ​ເຮົາ​ບໍ່​ວ່າ​ເຮົາ​ຈະ​ຢູ່​ໃສ

6. ເຮົາ​ຈະ​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະ​ເຢໂຫວາ​ໄດ້​ແນວ​ໃດ ແລະ​ເຕັ້ນ​ຂອງ​ເພິ່ນ​ແມ່ນ​ສະຖານ​ທີ່​ໃດ​ໜຶ່ງ​ສະເພາະ​ບໍ?

6 ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ເຕັ້ນ​ເປັນ​ບ່ອນ​ພັກ​ແລະ​ເປັນ​ບ່ອນ​ປົກປ້ອງ​ທີ່​ປອດໄພ. ຕາມ​ປົກກະຕິ​ແລ້ວ ແຂກ​ທີ່​ພັກ​ຢູ່​ເຕັ້ນ​ຈະ​ຄາດໝາຍ​ໃຫ້​ເຈົ້າ​ພາບ​ເບິ່ງແຍງ​ລາວ. ເມື່ອ​ເຮົາ​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ ເຮົາ​ກໍ​ໄດ້​ເຂົ້າ​ມາ​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ເພິ່ນ. (ພສ. 61:4) ເຮົາ​ໄດ້​ກິນ​ອາຫານ​ຫຼື​ໄດ້​ຮັບ​ຄວາມ​ຮູ້​ທີ່​ເສີມ​ຄວາມ​ເຊື່ອ​ຫຼາຍ​ຢ່າງ ແລະ​ມີ​ຄວາມ​ສຸກ​ນຳ​ກັນ​ກັບ​ພີ່ນ້ອງ​ຄົນ​ອື່ນໆ​ທີ່​ເປັນ​ແຂກ​ຂອງ​ພະ​ເຢໂຫວາ​ຄື​ກັນ​ກັບ​ເຮົາ. ແຕ່​ເຕັ້ນ​ຂອງ​ພະ​ເຢໂຫວາ​ບໍ່​ແມ່ນ​ສະຖານ​ທີ່​ໃດ​ໜຶ່ງ​ສະເພາະ. ເຈົ້າ​ຄື​ຊິ​ໄດ້​ເຈິ​ກັບ​ພີ່ນ້ອງ​ຈາກ​ບ່ອນ​ຕ່າງໆ​ທີ່​ເປັນ​ແຂກ​ທີ່​ມີ​ຄວາມ​ສຸກ​ທີ່​ໄດ້​ຢູ່​ໃນ​ເຕັ້ນ​ຂອງ​ພະ​ເຢໂຫວາ ຕອນ​ທີ່​ເຈົ້າ​ໄປ​ປະເທດ​ອື່ນ​ຫຼື​ເຂົ້າ​ຮ່ວມ​ການ​ປະຊຸມ​ພິເສດ. ທີ່ຈິງ ບໍ່​ວ່າ​ເຮົາ​ຈະ​ຢູ່​ບ່ອນ​ໃດ​ໃນ​ໂລກ ຖ້າ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່ ເຮົາ​ກໍ​ຈະ​ໄດ້​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ເພິ່ນ.—ພນມ. 21:3

7. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ທີ່​ຕາຍ​ໄປ​ແລ້ວ​ຍັງ​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ເພິ່ນ​ຢູ່? (ເບິ່ງ​ຮູບ​ນຳ)

7 ສຳລັບ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ທີ່​ຕາຍ​ໄປ​ແລ້ວ​ເດ? ເຂົາເຈົ້າ​ຍັງ​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ເພິ່ນ​ຢູ່​ບໍ? ເປັນ​ແທ້! ເປັນ​ຫຍັງ​ຈຶ່ງ​ເວົ້າ​ແບບ​ນັ້ນ? ຍ້ອນ​ພະ​ເຢໂຫວາ​ບໍ່​ເຄີຍ​ລືມ​ເຂົາເຈົ້າ ແລະ​ເພິ່ນ​ຖື​ວ່າ​ເຂົາເຈົ້າ​ຍັງ​ມີ​ຊີວິດ​ຢູ່. ພະ​ເຢຊູ​ເວົ້າ​ວ່າ: “ເລື່ອງ​ທີ່​ຄົນ​ຕາຍ​ຈະ​ຟື້ນ​ຄືນ​ມາ​ນັ້ນ ແມ່ນ​ແຕ່​ໂມເຊ​ກໍ​ໄດ້​ຂຽນ​ໄວ້​ໃນ​ເລື່ອງ​ຟຸ່ມ​ໜາມ​ແລ້ວ. ຕອນ​ນັ້ນ ລາວ​ເອີ້ນ​ພະ​ເຢໂຫວາ​ວ່າ ‘ພະເຈົ້າ​ຂອງ​ອັບຣາຮາມ ພະເຈົ້າ​ຂອງ​ອີຊາກ ແລະ​ພະເຈົ້າ​ຂອງ​ຢາໂຄບ.’ ພະອົງ​ບໍ່​ໄດ້​ເປັນ​ພະເຈົ້າ​ຂອງ​ຄົນ​ຕາຍ ແຕ່​ເປັນ​ພະເຈົ້າ​ຂອງ​ຄົນ​ເປັນ ຍ້ອນ​ເພິ່ນ​ເຫັນ​ວ່າ​ເຂົາເຈົ້າ​ທຸກ​ຄົນ​ມີ​ຊີວິດ​ຢູ່.”—ລກ. 20:37, 38

ເຖິງ​ວ່າ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ຕາຍ​ໄປ​ແລ້ວ ແຕ່​ເພິ່ນ​ຖື​ວ່າ​ເຂົາເຈົ້າ​ຍັງ​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ເພິ່ນ (ເບິ່ງ​ຂໍ້ 7)


ການ​ເປັນ​ແຂກ​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ປະໂຫຍດ ແຕ່​ກໍ​ມີ​ໜ້າທີ່​ຮັບ​ຜິດ​ຊອບ

8. ແຂກ​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ການ​ໄດ້​ຢູ່​ໃນ​ເຕັ້ນ​ຂອງ​ເພິ່ນ?

8 ຄື​ກັບ​ເຕັ້ນ​ແທ້ໆ​ທີ່​ເປັນ​ທັງ​ບ່ອນ​ພັກ​ແລະ​ຊ່ວຍ​ປົກປ້ອງ​ໃຫ້​ປອດໄພ ເຕັ້ນ​ຂອງ​ພະ​ເຢໂຫວາ​ກໍ​ປົກປ້ອງ​ແຂກ​ຂອງ​ເພິ່ນ​ຈາກ​ອັນຕະລາຍ​ທີ່​ສ້າງ​ຄວາມ​ເສຍຫາຍ​ຕໍ່​ສາຍ​ສຳພັນ​ຂອງ​ເຂົາເຈົ້າ​ກັບ​ພະ​ເຢໂຫວາ ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ມີ​ຄວາມ​ຫວັງ​ແທ້​ກ່ຽວກັບ​ອະນາຄົດ. ເມື່ອ​ເຮົາ​ສະໜິດ​ກັບ​ພະ​ເຢໂຫວາ ຊາຕານ​ກໍ​ບໍ່​ສາມາດ​ເຮັດ​ຫຍັງ​ທີ່​ສ້າງ​ຄວາມ​ເສຍຫາຍ​ຕໍ່​ເຮົາ​ຕະຫຼອດ​ໄປ​ໄດ້. (ພສ. 31:23; 1ຢຮ. 3:8) ໃນ​ໂລກ​ໃໝ່ ພະ​ເຢໂຫວາ​ຈະ​ປົກປ້ອງ​ໝູ່​ຂອງ​ເພິ່ນ​ຕໍ່ໆ​ໄປ ເພິ່ນ​ບໍ່​ພຽງ​ແຕ່​ຊ່ວຍ​ເຂົາເຈົ້າ​ໃຫ້​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ເພິ່ນ​ເທົ່າ​ນັ້ນ ແຕ່​ຍັງ​ຊ່ວຍ​ເຂົາເຈົ້າ​ບໍ່​ໃຫ້​ຕາຍ​ນຳ​ອີກ.—ພນມ. 21:4

9. ພະ​ເຢໂຫວາ​ຢາກ​ໃຫ້​ແຂກ​ຂອງ​ເພິ່ນ​ປະພຶດ​ໂຕ​ແນວ​ໃດ?

9 ເຮົາ​ຮູ້ສຶກ​ເປັນ​ກຽດ​ແທ້ໆ​ທີ່​ໄດ້​ຢູ່​ໃນ​ເຕັ້ນ​ຂອງ​ພະ​ເຢໂຫວາ​ທີ່​ເຮັດ​ໃຫ້​ເຮົາ​ໄດ້​ສະໜິດ​ກັບ​ເພິ່ນ​ຕະຫຼອດ​ໄປ. ເຮົາ​ຄວນ​ປະພຶດ​ໂຕ​ແນວ​ໃດ​ຖ້າ​ຢາກ​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະ​ເຢໂຫວາ​ຕໍ່ໆ​ໄປ? ສົມມຸດ​ວ່າ​ມີ​ຄົນ​ເຊີນ​ເຈົ້າ​ໄປ​ເຮືອນ. ເຈົ້າ​ຄື​ຊິ​ຢາກ​ຮູ້​ວ່າ​ເຈົ້າ​ຂອງ​ເຮືອນ​ຢາກ​ໃຫ້​ເຈົ້າ​ເຮັດ​ຫຍັງ​ແດ່ ເຊັ່ນ ລາວ​ຢາກ​ໃຫ້​ເຈົ້າ​ປົດ​ເກີບ​ກ່ອນ​ເຂົ້າ​ເຮືອນ​ບໍ? ຖ້າ​ແມ່ນ ເຈົ້າ​ກໍ​ຈະ​ເຕັມໃຈ​ເຮັດ​ຕາມ​ທີ່​ລາວ​ຕ້ອງການ. ຄ້າຍຄື​ກັນ ເຮົາ​ກໍ​ຢາກ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ແຂກ​ທີ່​ຢູ່​ໃນ​ເຕັ້ນ​ຂອງ​ເພິ່ນ​ເຮັດ​ຫຍັງ​ແດ່. ເມື່ອ​ຮູ້​ແລ້ວ ຄວາມ​ຮັກ​ຈະ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພະ​ເຢໂຫວາ​ຕ້ອງການ​ເພື່ອ​ຈະ “ເຮັດ​ໃຫ້​ເພິ່ນ​ພໍໃຈ​ສະເໝີ.” (ກລຊ. 1:10) ເຖິງ​ເຮົາ​ຈະ​ຖື​ວ່າ​ພະ​ເຢໂຫວາ​ເປັນ​ໝູ່​ຂອງ​ເຮົາ ແຕ່​ເຮົາ​ຄວນ​ຈື່​ໄວ້​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແລະ​ເປັນ​ພໍ່​ຂອງ​ເຮົາ​ທີ່​ເຮົາ​ຕ້ອງ​ນັບຖື​ຫຼາຍ​ທີ່​ສຸດ. (ພສ. 25:14) ເມື່ອ​ເຮົາ​ຄິດ​ແບບ​ນີ້​ສະເໝີ ເຮົາ​ກໍ​ຈະ​ຢ້ານຢຳ​ເພິ່ນ​ແລະ​ບໍ່​ລືມ​ວ່າ​ເພິ່ນ​ແມ່ນ​ໃຜ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ເຮັດ​ສິ່ງ​ທີ່​ເພິ່ນ​ບໍ່​ມັກ. ເຮົາ​ຢາກ “ໃຊ້​ຊີວິດ​ແບບ​ຈຽມ​ໂຕ” ຕາມ​ແນວ​ທາງ​ຂອງ​ພະເຈົ້າ​ສະເໝີ.—ມກ. 6:8

ພະ​ເຢໂຫວາ​ປະຕິບັດ​ກັບ​ຄົນ​ອິດສະຣາເອນ​ແບບ​ບໍ່​ລຳອຽງ

10-11. ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ກັບ​ຄົນ​ອິດສະຣາເອນ​ຢູ່​ບ່ອນ​ກັນດານ​ຊີນາຍ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ບໍ່​ລຳອຽງ?

10 ພະ​ເຢໂຫວາ​ປະຕິບັດ​ກັບ​ແຂກ​ຂອງ​ເພິ່ນ​ແບບ​ເທົ່າ​ທຽມ​ກັນ. (ຣມ. 2:11) ເຮົາ​ເຂົ້າໃຈ​ແຈ້ງ​ວ່າ​ພະ​ເຢໂຫວາ​ບໍ່​ລຳອຽງ​ໂດຍ​ເບິ່ງ​ຈາກ​ວິທີ​ທີ່​ເພິ່ນ​ປະຕິບັດ​ກັບ​ຄົນ​ອິດສະຣາເອນ​ຕອນ​ທີ່​ເຂົາເຈົ້າ​ຢູ່​ບ່ອນ​ກັນດານ​ຊີນາຍ.

11 ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ຊ່ວຍ​ຄົນ​ອິດສະຣາເອນ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ຫຼຸດ​ພົ້ນ​ຈາກ​ການ​ເປັນ​ທາດ​ຢູ່​ເອຢິບ ເພິ່ນ​ໄດ້​ແຕ່ງຕັ້ງ​ພວກ​ປະໂລຫິດ​ໃຫ້​ຮັບໃຊ້​ຢູ່​ເຕັ້ນ​ສັກສິດ ແລະ​ເພິ່ນ​ໄດ້​ມອບໝາຍ​ໃຫ້​ຄົນ​ເລວີ​ເຮັດ​ວຽກ​ອື່ນໆ​ທີ່​ກ່ຽວ​ຂ້ອງ​ກັບ​ເຕັ້ນ​ນັ້ນ. ພະ​ເຢໂຫວາ​ເບິ່ງແຍງ​ຄົນ​ທີ່​ຮັບໃຊ້​ຢູ່​ເຕັ້ນ​ສັກສິດ​ຫຼື​ຄົນ​ທີ່​ຕັ້ງ​ຄ້າຍ​ຢູ່​ໃກ້​ເຕັ້ນ​ນັ້ນ​ດີ​ກວ່າ​ຄົນ​ອື່ນ​ບໍ? ບໍ່​ແມ່ນ. ພະ​ເຢໂຫວາ​ປະຕິບັດ​ກັບ​ທຸກ​ຄົນ​ແບບ​ເທົ່າ​ທຽມ​ກັນ.

12. ຕອນ​ຢູ່​ບ່ອນ​ກັນດານ ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ບໍ່​ລຳອຽງ​ຕໍ່​ຄົນ​ອິດສະຣາເອນ (ອົບພະຍົບ 40:38) (ເບິ່ງ​ຮູບ​ນຳ)

12 ຄົນ​ອິດສະຣາເອນ​ທຸກ​ຄົນ​ສາມາດ​ສະໜິດ​ກັບ​ພະ​ເຢໂຫວາ​ໄດ້ ບໍ່​ວ່າ​ເຂົາເຈົ້າ​ຈະ​ຮັບໃຊ້​ຢູ່​ເຕັ້ນ​ສັກສິດ​ຫຼື​ບໍ່ ແລະ​ບໍ່​ວ່າ​ເຂົາເຈົ້າ​ຈະ​ຢູ່​ໃກ້​ເຕັ້ນ​ສັກສິດ​ຫຼື​ບໍ່. ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ໃຫ້​ຄົນ​ອິດສະຣາເອນ​ໝົດ​ຊາດ​ສາມາດ​ແນມ​ເຫັນ​ເສົາ​ຂີ້ເຝື້ອ​ໃນ​ຕອນ​ກາງເວັນ​ແລະ​ແນມ​ເຫັນ​ເສົາ​ນັ້ນ​ທີ່​ເປັນ​ເສົາ​ໄຟ​ໃນ​ຕອນກາງຄືນ​ທີ່​ລອຍ​ຢູ່​ເທິງ​ເຕັ້ນ​ສັກສິດ. (ອ່ານ​ອົບພະຍົບ 40:38) ເມື່ອ​ເສົາ​ຂີ້ເຝື້ອ​ເລີ່ມ​ເຄື່ອນ​ທີ່ ຄົນ​ທີ່​ຢູ່​ໄກ​ທີ່​ສຸດ​ຈາກ​ເຕັ້ນ​ສັກສິດ​ກໍ​ແນມ​ເຫັນ ແລ້ວ​ເຂົາເຈົ້າ​ກໍ​ຈະ​ເກັບ​ເຄື່ອງຂອງ ມ້າງ​ເຕັ້ນ​ທີ່​ໂຕເອງ​ພັກ ແລະ​ເດີນທາງໄປ​ພ້ອມ​ກັບ​ຄົນ​ຊາດດຽວກັນ. (ຈຊບ. 9:15-23) ຄົນອິດສະຣາເອນ​ທຸກຄົນ​ສາມາດ​ໄດ້​ຍິນ​ສຽງ​ແກ​ເງິນ 2 ອັນ​ທີ່ບອກ​ໃຫ້​ຮູ້​ວ່າ​ຕ້ອງ​ເລີ່ມ​ເດີນທາງ​ແລ້ວ. (ຈຊບ. 10:2) ເຫັນ​ໄດ້​ແຈ້ງ​ວ່າ​ການ​ຢູ່​ໃກ້​ເຕັ້ນ​ສັກສິດ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ກວ່າ​ຄົນ​ທີ່​ຢູ່​ໄກ​ຈາກ​ເຕັ້ນ​ນັ້ນ. ຄົນ​ອິດສະຣາເອນ​ທຸກ​ຄົນ​ສາມາດ​ເປັນ​ແຂກ​ຂອງ​ພະ​ເຢໂຫວາ ໄດ້​ຮັບ​ການ​ຊີ້ນຳ ແລະ​ໄດ້​ຮັບ​ການ​ປົກປ້ອງ​ຈາກ​ເພິ່ນ​ຄື​ກັນ. ໃນ​ທຸກ​ມື້​ນີ້​ກໍ​ຄ້າຍຄື​ກັນ ບໍ່​ວ່າ​ເຮົາ​ຈະ​ຢູ່​ບ່ອນ​ໃດ​ໃນ​ໂລກ ເຮົາ​ກໍ​ໄດ້​ຮັບ​ຄວາມ​ຮັກ ການ​ເບິ່ງແຍງ ແລະ​ການ​ປົກປ້ອງ​ຈາກ​ພະ​ເຢໂຫວາ.

ການ​ຈັດ​ກຽມ​ຂອງ​ພະ​ເຢໂຫວາ​ເລື່ອງ​ເຕັ້ນ​ສັກສິດ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ບໍ່​ລຳອຽງ? (ເບິ່ງ​ຂໍ້ 12)


ໃນ​ທຸກ​ມື້​ນີ້​ພະ​ເຢໂຫວາ​ປະຕິບັດ​ກັບ​ພວກ​ເຮົາ​ແບບ​ບໍ່​ລຳອຽງ

13. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ໃນ​ທຸກ​ມື້​ນີ້​ພະ​ເຢໂຫວາ​ບໍ່​ລຳອຽງ?

13 ໃນ​ທຸກ​ມື້​ນີ້ ພີ່ນ້ອງ​ບາງ​ຄົນ​ຮັບໃຊ້​ຢູ່​ສຳນັກງານ​ໃຫຍ່​ຫຼື​ສຳນັກງານ​ສາຂາ​ຂອງ​ພະຍານ​ພະ​ເຢໂຫວາ. ສ່ວນ​ບາງ​ຄົນ​ກໍ​ຢູ່​ໃກ້​ບ່ອນ​ເຫຼົ່າ​ນີ້ ເຂົາເຈົ້າ​ຈຶ່ງ​ສາມາດ​ຊ່ວຍ​ວຽກ​ຫຼາຍ​ຢ່າງ​ໄດ້​ແລະ​ຢູ່​ໃກ້ຊິດ​ກັບ​ຄົນ​ທີ່​ນຳໜ້າ​ໃນ​ອົງການ. ນອກ​ຈາກ​ນັ້ນ ບາງ​ຄົນ​ຍັງ​ຮັບໃຊ້​ເປັນ​ຜູ້​ເບິ່ງແຍງ​ໝວດ​ຫຼື​ຮັບໃຊ້​ເຕັມ​ເວລາ​ປະເພດ​ພິເສດ​ຮູບ​ແບບ​ອື່ນໆ. ຖ້າ​ເຈົ້າ​ເປັນ​ພີ່ນ້ອງ​ຄົນ​ໜຶ່ງ​ໃນ​ພີ່ນ້ອງ​ຈຳນວນ​ຫຼາຍ​ທີ່​ບໍ່​ໄດ້​ຢູ່​ໃກ້​ແລະ​ບໍ່​ໄດ້​ເຮັດ​ວຽກ​ເຫຼົ່າ​ນັ້ນ ຂໍ​ໃຫ້​ໝັ້ນໃຈ​ວ່າ​ເຈົ້າ​ຍັງ​ເປັນ​ແຂກ​ຂອງ​ພະ​ເຢໂຫວາ ແລະ​ເພິ່ນ​ກໍ​ຮັກ​ແລະ​ເປັນ​ຫ່ວງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທຸກ​ຄົນ​ສ່ຳ​ກັນ. (1ປຕ. 5:7) ພະ​ເຢໂຫວາ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທຸກ​ຄົນ​ໄດ້​ຮັບ​ຄວາມ​ຮູ້​ທີ່​ເສີມ​ຄວາມ​ເຊື່ອ ໄດ້​ຮັບ​ການ​ຊີ້ນຳ ແລະ​ໄດ້​ຮັບ​ການ​ປົກປ້ອງ​ຄື​ກັນ.

14. ພະ​ເຢໂຫວາ​ໃຫ້​ຫຍັງ​ເຮົາ​ອີກ​ທີ່​ສະແດງ​ວ່າ​ເພິ່ນ​ບໍ່​ລຳອຽງ?

14 ມີ​ອີກ​ສິ່ງ​ໜຶ່ງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ບໍ່​ລຳອຽງ​ແມ່ນ ເພິ່ນ​ໃຫ້​ຄົນ​ຢູ່​ທົ່ວ​ໂລກ​ມີ​ຄຳພີ​ໄບເບິນ​ອ່ານ. ທຳອິດ ຄຳພີ​ໄບເບິນ​ຂຽນ​ໃນ 3 ພາສາ​ຄື: ພາສາ​ເຮັບເຣີ ພາສາ​ອາຣາເມອິກ ແລະ​ພາສາ​ກຣີກ. ແຕ່​ຄົນ​ທີ່​ອ່ານ​ຄຳພີ​ໄບເບິນ​ໃນ​ພາສາ​ດັ້ງເດີມ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ກວ່າ​ຄົນ​ທີ່​ບໍ່​ສາມາດ​ອ່ານ​ພາສາ​ເຫຼົ່າ​ນັ້ນ​ບໍ? ບໍ່​ແມ່ນ.—ມທ. 11:25

15. ມີ​ຫຼັກຖານ​ຫຍັງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ບໍ່​ລຳອຽງ? (ເບິ່ງ​ຮູບ​ນຳ)

15 ພະ​ເຢໂຫວາ​ເຊີນ​ເຮົາ​ໃຫ້​ເປັນ​ໝູ່​ຂອງ​ເພິ່ນ ບໍ່​ແມ່ນ​ຍ້ອນ​ເຮົາ​ມີ​ການ​ສຶກສາ​ສູງ​ຫຼື​ຍ້ອນ​ເຮົາ​ຮູ້​ພາສາ​ດັ້ງເດີມ​ທີ່​ໃຊ້​ຂຽນ​ຄຳພີ​ໄບເບິນ. ພະ​ເຢໂຫວາ​ໃຫ້​ທຸກ​ຄົນ​ຢູ່​ທົ່ວ​ໂລກ​ໄດ້​ຮູ້​ຈັກ​ສະຕິ​ປັນຍາ​ຂອງ​ເພິ່ນ ບໍ່​ແມ່ນ​ແຕ່​ຄົນ​ທີ່​ມີ​ການ​ສຶກສາ​ສູງ​ເທົ່າ​ນັ້ນ. ພະ​ເຢໂຫວາ​ໃຫ້​ມີ​ການ​ແປ​ຄຳພີ​ໄບເບິນ​ເປັນ​ຫຼາຍ​ພັນ​ພາສາ. ດັ່ງນັ້ນ ທຸກ​ຄົນ​ຢູ່​ທົ່ວ​ໂລກ​ຈຶ່ງ​ສາມາດ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳສອນ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ແລະ​ຮຽນ​ຮູ້​ວ່າ​ເຂົາເຈົ້າ​ຈະ​ເປັນ​ໝູ່​ກັບ​ເພິ່ນ​ໄດ້​ແນວ​ໃດ.—2ຕມ. 3:16, 17

ການ​ທີ່​ພະ​ເຢໂຫວາ​ໃຫ້​ມີ​ການ​ແປ​ຄຳພີ​ໄບເບິນ​ເປັນ​ຫຼາຍ​ພັນ​ພາສາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ບໍ່​ລຳອຽງ? (ເບິ່ງ​ຂໍ້ 15)


ໃຫ້​ເປັນ​ຄົນ​ທີ່​ພະ​ເຢໂຫວາ “ຍອມຮັບ” ຕໍ່ໆ​ໄປ

16. ຕາມ​ກິດຈະການ 10:34, 35 ເຮົາ​ຈະ​ເປັນ​ຄົນ​ທີ່​ພະ​ເຢໂຫວາ​ຍອມຮັບ​ຕໍ່ໆ​ໄປ​ໄດ້​ແນວ​ໃດ?

16 ເຮົາ​ຮູ້ສຶກ​ເປັນ​ກຽດ​ຫຼາຍ​ແທ້ໆ​ທີ່​ໄດ້​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະ​ເຢໂຫວາ. ເພິ່ນ​ເປັນ​ເຈົ້າ​ພາບ​ທີ່​ໃຈ​ດີ​ທີ່​ສຸດ ຮັກ​ເຮົາ​ທີ່​ສຸດ ແລະ​ເຕັມໃຈ​ຕ້ອນຮັບ​ເຮົາ​ຫຼາຍ​ທີ່​ສຸດ. ນອກ​ຈາກ​ນັ້ນ ເພິ່ນ​ຍັງ​ບໍ່​ລຳອຽງ​ແລະ​ຕ້ອນຮັບ​ພວກ​ເຮົາ​ທຸກ​ຄົນ​ບໍ່​ວ່າ​ເຮົາ​ຈະ​ມາ​ຈາກ​ໃສ ພູມ​ຫຼັງ​ເປັນ​ຈັ່ງ​ໃດ ການ​ສຶກສາ​ລະດັບ​ໃດ ເຊື້ອ​ຊາດ​ໃດ ຊົນ​ເຜົ່າ​ໃດ ອາຍຸ​ສ່ຳ​ໃດ ຫຼື​ບໍ່​ວ່າ​ເຮົາ​ຈະ​ເປັນ​ຜູ້​ຊາຍ​ຫຼື​ຜູ້​ຍິງ. ແຕ່​ເພື່ອ​ຈະ​ເປັນ​ແຂກ​ທີ່​ພະ​ເຢໂຫວາ​ຍອມຮັບ ເຮົາ​ຕ້ອງ​ເຊື່ອຟັງ​ແລະ​ເຮັດ​ຕາມ​ມາດຕະຖານ​ຂອງ​ເພິ່ນ​ສະເໝີ.—ອ່ານ​ກິດຈະການ 10:34, 35

17. ເຮົາ​ຈະ​ໄດ້​ຄຳ​ຕອບ​ຈາກ​ໃສ​ວ່າ​ໃຜ​ຈະ​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະ​ເຢໂຫວາ?

17 ໃນ​ເພງ​ສັນລະເສີນ 15:1 ດາວິດ​ຖາມ​ວ່າ: “ພະ​ເຢໂຫວາ​ເອີ້ຍ ໃຜ​ຈະ​ໄດ້​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະອົງ? ໃຜ​ຈະ​ໄດ້​ຢູ່​ເທິງ​ພູ​ທີ່​ບໍລິສຸດ​ຂອງ​ພະອົງ?” ຈາກ​ນັ້ນ ພະ​ເຢໂຫວາ​ໃຊ້​ດາວິດ​ໃຫ້​ຕອບ​ຄຳ​ຖາມ​ເຫຼົ່າ​ນີ້​ໃນ​ເພງ​ສັນລະເສີນ​ບົດ 15. ໃນ​ບົດ​ຕໍ່​ໄປ​ຈະ​ເວົ້າ​ເຖິງ​ຂໍ້​ຮຽກ​ຮ້ອງ​ບາງ​ຢ່າງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຈະ​ເປັນ​ຄົນ​ທີ່​ພະ​ເຢໂຫວາ​ຍອມຮັບ​ຕໍ່ໆ​ໄປ.

ເພງ​ທີ 32 ຂໍ​ໃຫ້​ຢູ່​ຝ່າຍ​ພະ​ເຢໂຫວາ