ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 24

ເພງ​ທີ 24 ໄປ​ທີ່​ພູເຂົາ​ຂອງ​ພະ​ເຢໂຫວາ

ໃຫ້​ເປັນ​ແຂກ​ຂອງ​ພະ​ເຢໂຫວາ​ຕະຫຼອດ​ໄປ!

ໃຫ້​ເປັນ​ແຂກ​ຂອງ​ພະ​ເຢໂຫວາ​ຕະຫຼອດ​ໄປ!

“ພະ​ເຢໂຫວາ​ເອີ້ຍ ໃຜ​ຈະ​ໄດ້​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະອົງ?”ພສ. 15:1

ຈຸດ​ສຳຄັນ

ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ຕໍ່ໆ​ໄປ ແລະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ປະຕິບັດ​ກັບ​ໝູ່​ຂອງ​ເພິ່ນ​ແນວ​ໃດ.

1. ເຮົາ​ຈະ​ໄດ້​ປະໂຫຍດ​ຫຍັງ​ຈາກ​ເພງ​ສັນລະເສີນ​ບົດ 15:1-5?

 ໃນ​ບົດ​ກ່ອນ ເຮົາ​ໄດ້​ຮຽນ​ວ່າ​ຄົນ​ທີ່​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ແລະ​ສະໜິດ​ກັບ​ເພິ່ນ​ສະເໝີ​ສາມາດ​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ເພິ່ນ​ໄດ້. ແຕ່​ເຮົາ​ຕ້ອງ​ເຮັດ​ຫຍັງ​ອີກ​ເພື່ອ​ຈະ​ໄດ້​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະ​ເຢໂຫວາ​ຕໍ່ໆ​ໄປ? ເພງ​ສັນລະເສີນ​ບົດ 15 ຊ່ວຍ​ເຮົາ​ໃຫ້​ໄດ້​ຄຳ​ຕອບ​ໃນ​ເລື່ອງ​ນີ້. (ອ່ານ​ເພງ​ສັນລະເສີນ 15:1-5) ເພງ​ສັນລະເສີນ​ບົດ​ນີ້​ມີ​ຄຳ​ແນະນຳ​ດີໆ​ຫຼາຍ​ຢ່າງ​ທີ່​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

2. ຕອນ​ທີ່​ດາວິດ​ເວົ້າ​ເຖິງ​ເຕັ້ນ​ຂອງ​ພະ​ເຢໂຫວາ ລາວ​ອາດ​ຄິດ​ເຖິງ​ຫຍັງ?

2 ເພງ​ສັນລະເສີນ​ບົດ 15 ເລີ່ມ​ຕົ້ນ​ວ່າ: “ພະ​ເຢໂຫວາ​ເອີ້ຍ ໃຜ​ຈະ​ໄດ້​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະອົງ? ໃຜ​ຈະ​ໄດ້​ຢູ່​ເທິງ​ພູ​ທີ່​ບໍລິສຸດ​ຂອງ​ພະອົງ?” (ພສ. 15:1) ດາວິດ​ທີ່​ເປັນ​ຜູ້​ຂຽນ​ເພງ​ສັນລະເສີນ​ບົດ​ນີ້​ເວົ້າ​ເຖິງ “ເຕັ້ນ” ຂອງ​ພະ​ເຢໂຫວາ. ລາວ​ອາດ​ຄິດ​ເຖິງ​ເຕັ້ນ​ສັກສິດ​ທີ່​ຢູ່​ເມືອງ​ກິເບໂອນ​ໄລຍະ​ໜຶ່ງ. ດາວິດ​ຍັງ​ເວົ້າ​ເຖິງ “ພູ​ທີ່​ບໍລິສຸດ” ຂອງ​ພະເຈົ້າ​ນຳ ເຊິ່ງ​ລາວ​ອາດ​ໝາຍເຖິງ​ພູ​ຊີໂອນ​ໃນ​ເມືອງ​ເຢຣູຊາເລັມ. ພູ​ໜ່ວຍ​ນີ້​ຢູ່​ທາງ​ໃຕ້​ຂອງ​ເມືອງ​ກິເບໂອນ​ແລະ​ຫ່າງ​ຈາກ​ເມືອງ​ນີ້​ເກືອບ 10 ກິໂລແມັດ. ດາວິດ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ມາ​ໄວ້​ໃນ​ເຕັ້ນ​ທີ່​ລາວ​ກຽມ​ໄວ້​ນີ້ ແລະ​ຫີບ​ນັ້ນ​ກໍ​ຢູ່​ໃນ​ເຕັ້ນ​ຈົນ​ຮອດ​ຕອນ​ທີ່​ສ້າງ​ວິຫານ​ແລ້ວ.—2ຊມ. 6:17

3. ເປັນ​ຫຍັງ​ເຮົາ​ຈຶ່ງ​ຢາກ​ເຂົ້າໃຈ​ເພງ​ສັນລະເສີນ​ບົດ 15? (ເບິ່ງ​ຮູບ​ນຳ)

3 ຄົນ​ອິດສະຣາເອນ​ສ່ວນ​ຫຼາຍ​ບໍ່​ເຄີຍ​ຮັບໃຊ້​ໃນ​ເຕັ້ນ​ສັກສິດ ແລະ​ມີ​ພຽງ​ບໍ່​ເທົ່າ​ໃດ​ຄົນ​ເທົ່າ​ນັ້ນ​ທີ່​ມີ​ໂອກາດ​ເຂົ້າ​ໄປ​ໃນ​ເຕັ້ນ​ເຊິ່ງ​ເປັນ​ບ່ອນ​ມ້ຽນ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ. ເຖິງ​ຈະ​ເປັນ​ແນວ​ນັ້ນ ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ສາມາດ​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ເພິ່ນ​ໄດ້​ໂດຍ​ເປັນ​ໝູ່​ກັບ​ເພິ່ນ​ຕໍ່ໆ​ໄປ. ນີ້​ເປັນ​ສິ່ງ​ທີ່​ເຮົາ​ທຸກ​ຄົນ​ຢາກ​ເປັນ. ເພງ​ສັນລະເສີນ​ບົດ 15 ເວົ້າ​ເຖິງ​ບາງ​ຢ່າງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຈະ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ຕໍ່ໆ​ໄປ.

ຄົນ​ອິດສະຣາເອນ​ໃນ​ສະໄໝ​ຂອງ​ດາວິດ​ນຶກພາບ​ອອກ​ໄດ້​ບໍ່​ຍາກ​ວ່າ​ການ​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະ​ເຢໂຫວາ​ໝາຍເຖິງ​ຫຍັງ (ເບິ່ງ​ຂໍ້ 3)


ໃຊ້​ຊີວິດ​ຢ່າງ​ສັດຊື່​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ

4. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ການ​ຮັບ​ບັບເຕມາ​ບໍ່​ແມ່ນ​ສິ່ງ​ດຽວ​ເທົ່າ​ນັ້ນ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ? (ເອຊາຢາ 48:1)

4 ເພງ​ສັນລະເສີນ 15:2 ບອກ​ເຮົາ​ໃຫ້​ຮູ້​ວ່າ​ໝູ່​ຂອງ​ພະ​ເຢໂຫວາ​ຕ້ອງ​ເປັນ “ຄົນ​ທີ່​ໃຊ້​ຊີວິດ​ຢ່າງ​ສັດຊື່ ເຮັດ​ສິ່ງ​ທີ່​ຖືກຕ້ອງ.” ນີ້​ເປັນ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ຢ່າງ​ຕໍ່​ເນື່ອງ ແຕ່​ເຮົາ​ຈະ​ເປັນ​ຄົນ​ທີ່​ໃຊ້​ຊີວິດ​ຢ່າງ​ສັດຊື່​ໄດ້​ແນວ​ໃດ? ກະ​ແມ່ນ​ຢູ່​ວ່າ​ເຮົາ​ທຸກ​ຄົນ​ບໍ່​ສົມບູນແບບ ແຕ່​ພະ​ເຢໂຫວາ​ກໍເບິ່ງ​ວ່າ​ເຮົາ​ເປັນ​ຄົນ​ທີ່​ໃຊ້​ຊີວິດ​ຢ່າງ​ສັດຊື່​ໄດ້​ຖ້າ​ເຮົາ​ພະຍາຍາມ​ເຕັມທີ​ທີ່​ຈະ​ເຊື່ອຟັງ​ເພິ່ນ. ເມື່ອ​ເຮົາ​ອຸທິດ​ໂຕໃຫ້​ພະເຢໂຫວາ​ແລະ​ຮັບ​ບັບເຕມາ ມັນ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ໃຊ້​ຊີວິດ​ໃນ​ແນວ​ທາງ​ຂອງ​ເພິ່ນ. ຕົວຢ່າງ​ເຊັ່ນ: ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ການ​ເປັນ​ຄົນ​ອິດສະຣາເອນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ຈະ​ມີ​ຄຸນສົມບັດ​ໄດ້​ເປັນ​ແຂກ​ຂອງ​ພະ​ເຢໂຫວາ​ໂດຍ​ອັດຕະໂນມັດ. ຄົນ​ອິດສະຣາເອນ​ບາງ​ຄົນ​ອະທິດຖານ​ຫາ​ພະ​ເຢໂຫວາ ແຕ່​ເຂົາເຈົ້າ “ບໍ່​ໄດ້​ເຮັດ​ຈາກ​ໃຈ​ແລະ​ບໍ່​ໄດ້​ເຮັດ​ດ້ວຍ​ຄວາມ​ຖືກຕ້ອງ.” (ອ່ານ​ເອຊາຢາ 48:1) ດັ່ງນັ້ນ ເພື່ອ​ສະແດງ​ໃຫ້ເຫັນ​ວ່າ​ເຂົາເຈົ້າ​ຢາກ​ເປັນ​ແຂກ​ຂອງ​ພະ​ເຢໂຫວາ​ແທ້ໆ ຄົນ​ອິດສະຣາເອນ​ຕ້ອງ​ຮຽນ​ຮູ້​ວ່າ​ເພິ່ນ​ຮຽກ​ຮ້ອງ​ຫຍັງ​ແລະ​ເຮັດ​ຕາມ​ນັ້ນ. ຄ້າຍຄື​ກັນ ເພື່ອ​ພະ​ເຢໂຫວາ​ຈະ​ພໍໃຈ​ເຮົາ ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ຮັບ​ບັບເຕມາ​ແລະ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ເທົ່າ​ນັ້ນ ເຮົາ​ຕ້ອງ “ເຮັດ​ສິ່ງ​ທີ່ຖືກຕ້ອງ” ຕໍ່ໆ​ໄປ​ນຳ. ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

5. ການ​ເຊື່ອຟັງ​ພະ​ເຢໂຫວາ​ໃນ​ທຸກ​ສິ່ງ​ໝາຍເຖິງ​ຫຍັງ?

5 ສຳລັບ​ພະ​ເຢໂຫວາ ການ​ເປັນ “ຄົນ​ທີ່​ໃຊ້​ຊີວິດ​ຢ່າງ​ສັດຊື່” ແລະ “ເຮັດ​ສິ່ງ​ທີ່​ຖືກຕ້ອງ” ບໍ່​ແມ່ນ​ແຕ່​ໄປ​ປະຊຸມ​ເປັນ​ປະຈຳ​ເທົ່າ​ນັ້ນ. (1ຊມ. 15:22) ແຕ່​ເຮົາ​ພະຍາຍາມ​ແທ້ໆ​ທີ່​ຈະ​ເຊື່ອຟັງ​ພະ​ເຢໂຫວາ​ທຸກ​ເລື່ອງ​ໃນ​ຊີວິດ​ຂອງ​ເຮົາ​ແລະ​ເຊື່ອຟັງ​ເພິ່ນ​ແມ່ນ​ແຕ່​ຕອນ​ທີ່​ເຮົາ​ຢູ່​ຄົນ​ດຽວ. (ສພສ. 3:6; ປຍຈ. 12:13, 14) ເປັນ​ເລື່ອງ​ສຳຄັນ​ນຳ​ທີ່​ເຮົາ​ຕ້ອງ​ເຊື່ອຟັງ​ພະ​ເຢໂຫວາ​ແມ່ນ​ແຕ່​ເລື່ອງ​ນ້ອຍໆ. ຖ້າ​ເຮົາ​ເຮັດ​ແບບ​ນີ້​ກໍ​ສະແດງ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ແທ້ໆ​ແລະ​ຈະ​ເຮັດ​ໃຫ້​ເພິ່ນ​ຮັກ​ເຮົາ​ຫຼາຍ​ຂຶ້ນ​ຄື​ກັນ.—ຢຮ. 14:23; 1ຢຮ. 5:3

6. ຕາມ​ເຮັບເຣີ 6:10-12 ອັນ​ໃດ​ສຳຄັນ​ກວ່າ​ສິ່ງ​ດີໆ​ທີ່​ເຈົ້າ​ເຄີຍ​ເຮັດ​ເພື່ອ​ພະ​ເຢໂຫວາ​ໃນ​ອະດີດ?

6 ພະ​ເຢໂຫວາ​ເຫັນຄ່າ​ສິ່ງ​ດີໆ​ທີ່​ເຮົາ​ເຄີຍ​ເຮັດ​ເພື່ອ​ເພິ່ນ​ໃນ​ອະດີດ. ແຕ່​ນັ້ນ​ບໍ່​ໄດ້​ຮັບປະກັນ​ວ່າ​ເຮົາ​ຈະ​ໄດ້​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະ​ເຢໂຫວາ​ຕະຫຼອດ​ໄປ. ເຮົາ​ເຂົ້າໃຈ​ເລື່ອງ​ນີ້​ແຈ້ງ​ຈາກ​ເຮັບເຣີ 6:10-12. (ອ່ານ) ກະ​ແມ່ນ​ຢູ່​ວ່າ​ພະ​ເຢໂຫວາ​ບໍ່​ລືມ​ສິ່ງ​ດີໆ​ທີ່​ເຮົາ​ເຄີຍ​ເຮັດ​ເພື່ອ​ເພິ່ນ ແຕ່​ເພິ່ນ​ກໍ​ຢາກ​ໃຫ້​ເຮົາ​ຮັບໃຊ້​ເພິ່ນ​ສຸດ​ຫົວໃຈ​ຕໍ່ໆ​ໄປ “ຈົນ​ເຖິງ​ທີ່​ສຸດ.” ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ເຮົາ​ໂດຍ​ໃຫ້​ເຮົາ​ເປັນ​ໝູ່​ກັບ​ເພິ່ນ​ຕະຫຼອດ​ໄປ “ຖ້າ​ພວກ​ເຮົາ​ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ດີ.”—ຄລຕ. 6:9

ເວົ້າ​ຄວາມ​ຈິງ​ຈາກ​ໃຈ

7. ການ​ເວົ້າ​ຄວາມ​ຈິງ​ຈາກ​ໃຈ​ໝາຍ​ຄວາມ​ວ່າ​ແນວ​ໃດ?

7 ຖ້າ​ໃຜ​ຢາກ​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະ​ເຢໂຫວາ ລາວ​ຕ້ອງ “ເວົ້າ​ຄວາມ​ຈິງ​ຈາກ​ໃຈ.” (ພສ. 15:2) ການ​ເວົ້າ​ຄວາມ​ຈິງ​ຈາກ​ໃຈ​ບໍ່​ພຽງ​ແຕ່​ບໍ່​ເວົ້າ​ຕົວະ​ເທົ່າ​ນັ້ນ. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ປະພຶດ​ໂຕ​ສັດຊື່​ໃນ​ທຸກ​ເລື່ອງ ທັງ​ຄຳເວົ້າ​ແລະ​ການ​ກະທຳ. (ຮຣ. 13:18) ນີ້​ເປັນ​ເລື່ອງ​ສຳຄັນ​ຫຼາຍ ຍ້ອນ “ພະ​ເຢໂຫວາ​ຊັງ​ຄົນ​ທີ່​ມີ​ເລ່ລ່ຽມ ແຕ່​ເພິ່ນ​ເປັນ​ໝູ່​ສະໜິດ​ກັບ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ.”—ສພສ. 3:32

8. ເຮົາ​ຕ້ອງ​ບໍ່​ເປັນ​ຄົນ​ແບບ​ໃດ?

8 ຄົນ​ທີ່ “ເວົ້າ​ຄວາມ​ຈິງ​ຈາກ​ໃຈ” ບໍ່​ແມ່ນ​ຄົນ​ທີ່​ທຳທ່າ​ເຊື່ອຟັງ​ພະ​ເຢໂຫວາ​ຕອນ​ທີ່​ຢູ່​ຕໍ່​ໜ້າ​ຄົນ​ອື່ນ ແຕ່​ພັດ​ເຮັດ​ສິ່ງ​ບໍ່​ດີ​ຕອນ​ທີ່​ຢູ່​ຄົນ​ດຽວ. (ອຊຢ. 29:13) ຄົນ​ທີ່​ເວົ້າ​ຄວາມ​ຈິງ​ຈາກ​ໃຈ​ຈະ​ເປັນ​ຄົນ​ທີ່​ບໍ່​ມີ​ເລ່ລ່ຽມ. ຄົນ​ທີ່​ມີ​ເລ່ລ່ຽມ​ອາດ​ເລີ່ມ​ສົງໄສ​ແລະ​ຄິດ​ວ່າ​ກົດໝາຍຂອງ​ພະ​ເຢໂຫວາ​ບາງ​ຂໍ້​ໃຊ້​ໄດ້​ແທ້ໆ​ບໍ? (ຢກບ. 1:5-8) ລາວ​ອາດ​ເລີ່ມ​ບໍ່​ເຊື່ອຟັງ​ຈາກ​ເລື່ອງ​ນ້ອຍໆ​ກ່ອນ. ຈາກ​ນັ້ນ ຖ້າ​ລາວ​ເຫັນວ່າ​ບໍ່​ມີ​ຜົນ​ເສຍຫາຍ​ຕາມ​ມາ ລາວ​ກໍ​ຈະ​ບໍ່​ເຊື່ອຟັງ​ກົດໝາຍ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ທີ່​ໃຫຍ່​ກວ່າ ແລະ​ເຖິງ​ວ່າ​ລາວ​ຄິດ​ວ່າ​ກຳລັງ​ຮັບໃຊ້​ພະ​ເຢໂຫວາ​ຢູ່ ແຕ່​ເພິ່ນ​ກໍ​ຈະ​ບໍ່​ຍອມຮັບ​ການ​ນະມັດສະການ​ຂອງ​ລາວ. (ປຍຈ. 8:11) ເຮົາ​ບໍ່​ຢາກ​ເປັນ​ຄົນ​ແບບ​ນີ້. ເຮົາ​ຢາກ​ເປັນ​ຄົນ​ທີ່​ສັດຊື່​ໃນ​ທຸກ​ເລື່ອງ.

9. ພະ​ເຢຊູ​ເວົ້າ​ແນວ​ໃດ​ຕອນ​ທີ່​ເຈິ​ນະທານາເອັນ​ເທື່ອ​ທຳອິດ ແລະ​ເຮົາ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? (ເບິ່ງ​ຮູບ​ນຳ)

9 ເປັນ​ເລື່ອງ​ສຳຄັນ​ຫຼາຍ​ແທ້ໆ​ທີ່​ເຮົາ​ຕ້ອງ​ເວົ້າ​ຄວາມ​ຈິງ​ຈາກ​ໃຈ. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ຕອນ​ທີ່​ຟີລິບ​ພາ​ນະທານາເອັນ​ໝູ່​ຂອງ​ລາວ​ມາ​ຫາ​ພະ​ເຢຊູ. ເຖິງ​ວ່າ​ພະ​ເຢຊູ​ບໍ່ເຄີຍ​ເຈິ​ນະທານາເອັນ ແຕ່​ພະ​ເຢຊູ​ເວົ້າ​ວ່າ: “ນີ້​ເດ້ ຄົນ​ອິດສະຣາເອນ​ແທ້ໆ​ທີ່​ບໍ່​ມີ​ເລ່ລ່ຽມ​ຫຍັງ.” (ຢຮ. 1:47) ທີ່ຈິງ ພະ​ເຢຊູ​ຮູ້​ວ່າ​ລູກສິດ​ຄົນ​ອື່ນຂອງ​ເພິ່ນ​ກໍ​ບໍ່​ມີ​ເລ່ລ່ຽມ​ຄືກັນ ແຕ່​ເພິ່ນ​ເບິ່ງ​ວ່າ​ນະທານາເອັນ​ພິເສດ​ກວ່າ​ຄົນ​ອື່ນ. ນະທານາເອັນ​ກໍ​ຄື​ກັນ​ກັບ​ພວກ​ເຮົາ​ທີ່​ເປັນ​ຄົນ​ບໍ່​ສົມບູນແບບ ແຕ່​ລາວ​ບໍ່​ມີ​ເລ່ລ່ຽມ ຈິງໃຈ ແລະ​ສັດຊື່​ໃນທຸກ​ເລື່ອງ. ພະ​ເຢຊູ​ຊົມເຊີຍ​ນະທານາເອັນ​ທີ່​ເປັນ​ແບບ​ນັ້ນ ແລະ​ເຮົາ​ກໍ​ຢາກ​ໃຫ້​ພະ​ເຢຊູ​ຮູ້ສຶກ​ແບບ​ນັ້ນ​ກັບ​ເຮົາ​ຄື​ກັນ.

ຕອນ​ທີ່​ພະ​ເຢຊູ​ເຈິ​ນະທານາເອັນ​ເທື່ອ​ທຳອິດ ເພິ່ນ​ເວົ້າ​ວ່າ: “ນີ້​ເດ້ ຄົນ​ອິດສະຣາເອນ​ແທ້ໆ​ທີ່​ບໍ່​ມີ​ເລ່ລ່ຽມ​ຫຍັງ.” ພະ​ເຢຊູ​ຈະ​ເວົ້າ​ເຖິງ​ເຮົາ​ແບບ​ດຽວ​ກັນ​ນີ້​ໄດ້​ບໍ? (ເບິ່ງ​ຂໍ້ 9)


10. ເປັນ​ຫຍັງ​ເຮົາ​ຕ້ອງ​ລະວັງ​ສິ່ງ​ທີ່​ເຮົາ​ເວົ້າ? (ຢາໂກໂບ 1:26)

10 ຂໍ້​ຮຽກ​ຮ້ອງ​ສ່ວນ​ຫຼາຍ​ໃນ​ເພງ​ສັນລະເສີນ​ບົດ

15 ເປັນ​ເລື່ອງ​ກ່ຽວກັບ​ການ​ປະຕິບັດ​ຕໍ່​ຄົນ​ອື່ນ. ເພງ​ສັນລະເສີນ 15:3 ເວົ້າ​ວ່າ ແຂກ​ໃນ​ເຕັ້ນ​ຂອງ​ພະ​ເຢໂຫວາ​ຈະ “ບໍ່​ເວົ້າ​ໃສ່​ຮ້າຍ​ຄົນ​ອື່ນ ລາວ​ບໍ່​ເຮັດ​ສິ່ງ​ທີ່​ບໍ່​ດີ​ຕໍ່​ເພື່ອນ​ບ້ານ ແລະ​ລາວ​ບໍ່​ເຮັດ​ໃຫ້​ໝູ່​ເສຍ​ຊື່​ສຽງ.” ຖ້າ​ເຮົາ​ເວົ້າ​ໃສ່​ຮ້າຍ​ຄົນ​ອື່ນ ມັນ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ເສຍໃຈ​ຫຼາຍ​ແລະ​ເຮົາ​ຈະ​ບໍ່​ໄດ້​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະ​ເຢໂຫວາ​ອີກ​ຕໍ່​ໄປ.—ອ່ານ​ຢາໂກໂບ 1:26

11. ການ​ເວົ້າ​ໃສ່​ຮ້າຍ​ຄົນ​ອື່ນ​ແມ່ນ​ຫຍັງ? ຄົນ​ທີ່​ເວົ້າ​ໃສ່​ຮ້າຍ​ຄົນ​ອື່ນ​ແລະ​ບໍ່​ຍອມ​ກັບໃຈ​ຈະ​ເປັນ​ແນວ​ໃດ?

11 ໃນ​ເພງ​ສັນລະເສີນ 15:3 ຜູ້​ຂຽນ​ເວົ້າ​ເຖິງ​ການ​ໃສ່​ຮ້າຍ​ຄົນ​ອື່ນ. ການ​ເວົ້າ​ໃສ່​ຮ້າຍ​ຄົນ​ອື່ນ​ແມ່ນ​ຫຍັງ? ແມ່ນ​ການ​ເວົ້າ​ຕົວະ​ທີ່​ຕັ້ງໃຈ​ທຳລາຍ​ຊື່​ສຽງ​ຂອງ​ຄົນ​ອື່ນ. ຖ້າ​ມີ​ບາງ​ຄົນ​ໃສ່​ຮ້າຍ​ຄົນ​ອື່ນ​ແລະ​ບໍ່​ຍອມ​ກັບໃຈ ລາວ​ຈະ​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ອີກ​ຕໍ່​ໄປ.—ຢຣມ. 17:10

12-13. ມີ​ສະຖານະການ​ໃດ​ແດ່​ທີ່​ເຮົາ​ອາດ​ເຮັດ​ໃຫ້​ບາງ​ຄົນ​ເສຍ​ຊື່​ສຽງ​ແບບ​ບໍ່​ຕັ້ງໃຈ? (ເບິ່ງ​ຮູບ​ນຳ)

12 ເພງ​ສັນລະເສີນ 15:3 ຍັງ​ເຕືອນ​ເຮົາ​ວ່າ​ຄົນ​ທີ່​ເປັນ​ແຂກ​ຂອງ​ພະ​ເຢໂຫວາ​ຈະ​ບໍ່​ເຮັດ​ສິ່ງ​ທີ່​ບໍ່​ດີ​ຕໍ່​ເພື່ອນ​ບ້ານ ແລະ​ຈະ​ບໍ່​ເຮັດ​ໃຫ້​ໝູ່​ເສຍ​ຊື່​ສຽງ. ເຮົາ​ອາດ​ເຮັດ​ໃຫ້​ບາງ​ຄົນ​ເສຍ​ຊື່​ສຽງ​ແນວ​ໃດ?

13 ເຮົາ​ອາດ​ເຮັດ​ໃຫ້​ບາງ​ຄົນ​ເສຍ​ຊື່​ສຽງ​ແບບ​ບໍ່​ຕັ້ງໃຈ​ໂດຍ​ເວົ້າ​ເຖິງ​ເຂົາເຈົ້າ​ໃນ​ແງ່​ລົບ​ໃຫ້​ຄົນ​ອື່ນ​ຟັງ. ຕົວຢ່າງ​ເຊັ່ນ: (1) ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ບໍ່​ໄດ້​ເປັນ​ໄພໂອເນຍ​ແລ້ວ (2) ຜົວ​ເມຍ​ຄູ່​ໜຶ່ງ​ບໍ່​ໄດ້​ຮັບໃຊ້​ຢູ່​ເບເທນ​ແລ້ວ ຫຼື (3) ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ບໍ່​ໄດ້​ເປັນ​ຜູ້​ເບິ່ງແຍງ​ຫຼື​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ແລ້ວ. ມັນ​ບໍ່​ດີ​ທີ່​ເຮົາ​ຈະ​ເດົາ​ແລະ​ບອກ​ຄົນ​ອື່ນວ່າ​ພີ່ນ້ອງ​ເຫຼົ່າ​ນີ້​ຕ້ອງ​ເຮັດ​ຜິດ​ບາງ​ຢ່າງ ເຂົາເຈົ້າ​ຈຶ່ງ​ບໍ່​ໄດ້​ຮັບໃຊ້​ແບບ​ນັ້ນ​ອີກ​ຕໍ່​ໄປ. ທີ່ຈິງ ອາດ​ມີ​ຫຼາຍ​ເຫດຜົນ​ທີ່​ເຮົາ​ບໍ່​ຮູ້​ວ່າ​ເປັນ​ຫຍັງ​ເຂົາເຈົ້າ​ຈຶ່ງ​ເຊົາ​ຮັບໃຊ້​ແບບ​ນັ້ນ. ແນວ​ໃດ​ກໍ​ຕາມ ຄົນ​ທີ່​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະ​ເຢໂຫວາ​ຈະ “ບໍ່​ເຮັດ​ສິ່ງ​ທີ່​ບໍ່​ດີ​ຕໍ່​ເພື່ອນ​ບ້ານ ແລະ​ລາວ​ບໍ່​ເຮັດ​ໃຫ້​ໝູ່​ເສຍ​ຊື່​ສຽງ.”

ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ເວົ້າ​ເຖິງ​ພີ່ນ້ອງ​ຄົນ​ອື່ນ​ໃນ​ແງ່​ລົບ ແລະ​ການ​ເວົ້າ​ແບບ​ນີ້​ອາດ​ເປັນ​ການ​ໃສ່​ຮ້າຍ​ໄດ້ (ເບິ່ງ​ຂໍ້ 12-13)


ໃຫ້​ກຽດ​ຄົນ​ທີ່​ນັບຖື​ພະ​ເຢໂຫວາ

14. ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ໃຜ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຊັງ?

14 ເພງ​ສັນລະເສີນ 15:4 ບອກ​ວ່າ ແຂກ​ຂອງ​ພະ​ເຢໂຫວາ​ຈະ “ບໍ່​ເປັນ​ໝູ່​ກັບ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຊັງ.” ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ໃຜ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຊັງ? ເຮົາ​ບໍ່​ສາມາດ​ບອກ​ໄດ້​ວ່າ​ໃຜ​ເປັນ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຊັງ​ໂດຍ​ອາໄສ​ຄວາມ​ຄິດ​ຫຼື​ຄວາມ​ມັກ​ຂອງ​ເຮົາ​ເອງ. ຍ້ອນຫຍັງ? ຍ້ອນ​ເຮົາ​ເປັນ​ຄົນ​ບໍ່​ສົມບູນແບບ​ເຮົາ​ຈຶ່ງ​ມັກ​ຢູ່​ກັບ​ຄົນ​ທີ່​ເຮົາ​ຄິດ​ວ່າ​ເຂົ້າ​ກັນ​ໄດ້​ງ່າຍ ແຕ່​ບໍ່​ມັກ​ຢູ່​ກັບ​ຄົນ​ທີ່​ເຮັດ​ໃຫ້​ເຮົາ​ລຳຄານ. ດັ່ງນັ້ນ ຖ້າ​ພະ​ເຢໂຫວາ​ບອກ​ວ່າ​ໃຜ​ເປັນ​ຄົນ​ທີ່​ເຮັດ​ສິ່ງ​ທີ່ “ເປັນ​ຕາ​ຊັງ” ເຮົາ​ຈຶ່ງ​ບໍ່​ເປັນ​ໝູ່​ກັບ​ຄົນ​ແບບ​ນັ້ນ. (1ກຣ. 5:11) ຄົນ​ທີ່​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຊັງ​ລວມ​ເຖິງ​ຄົນ​ທີ່​ເຮັດ​ຊົ່ວ​ແລະ​ບໍ່​ຍອມ​ກັບໃຈ ຄົນ​ທີ່​ບໍ່​ນັບຖື​ຄວາມ​ເຊື່ອ​ຂອງ​ເຮົາ ຫຼື​ຄົນ​ທີ່​ພະຍາຍາມ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ.—ສພສ. 13:20

15. ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ໃຫ້​ກຽດ “ຄົນ​ທີ່​ນັບຖື​ພະ​ເຢໂຫວາ” ແມ່ນ​ຫຍັງ?

15 ຕໍ່​ມາ ເພງ​ສັນລະເສີນ 15:4 ບອກ​ວ່າ ເຮົາ​ຕ້ອງ​ໃຫ້​ກຽດ “ຄົນ​ທີ່​ນັບຖື​ພະ​ເຢໂຫວາ.” ເຮົາ​ເຮັດ​ແບບ​ນັ້ນ​ໂດຍ​ພະຍາຍາມ​ຊອກ​ວິທີ​ເຮັດ​ດີ​ແລະ​ສະແດງ​ຄວາມ​ນັບຖື​ຕໍ່​ໝູ່​ຂອງ​ພະ​ເຢໂຫວາ. (ຣມ. 12:10) ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ວິທີ​ໜຶ່ງ​ທີ່​ເຮົາ​ເຮັດ​ໄດ້​ແມ່ນ​ຢູ່​ໃນ​ເພງ​ສັນລະເສີນ 15:4 ທີ່​ເວົ້າ​ວ່າ ແຂກ​ໃນ​ເຕັ້ນ​ຂອງ​ພະ​ເຢໂຫວາ​ຈະ “ບໍ່​ເຮັດ​ຜິດ​ຄຳ​ສັນຍາ​ເຖິງ​ວ່າ​ໂຕເອງ​ຈະ​ເສຍ​ຜົນ​ປະໂຫຍດ.” ຖ້າ​ເຮົາ​ເຮັດ​ຜິດ​ຄຳ​ສັນຍາ ເຮົາ​ກໍ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ເສຍໃຈ. (ມທ. 5:37) ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ຄາດໝາຍ​ໃຫ້​ຜົວ​ກັບ​ເມຍ​ເຮັດ​ຕາມ​ຄຳ​ປະຕິຍານ​ທີ່​ເຂົາເຈົ້າ​ປະຕິຍານ​ຕໍ່​ກັນ​ຕອນ​ແຕ່ງດອງ. ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຈະ​ດີ​ໃຈ​ຄື​ກັນ​ເມື່ອ​ພໍ່​ແມ່​ພະຍາຍາມ​ເຕັມທີ​ທີ່​ຈະ​ຮັກສາ​ສັນຍາ​ທີ່​ເວົ້າ​ກັບ​ລູກ ແລະ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ຄົນ​ອື່ນ​ຈະ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຈະ​ຮັກສາ​ສັນຍາ.

16. ອີກ​ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ໃຫ້​ກຽດ​ໝູ່​ຂອງ​ພະ​ເຢໂຫວາ​ແມ່ນ​ຫຍັງ?

16 ອີກ​ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ໃຫ້​ກຽດ​ໝູ່​ຂອງ​ພະ​ເຢໂຫວາ​ແມ່ນ ເປັນ​ຄົນ​ມີ​ນ້ຳໃຈ​ຕ້ອນຮັບ​ແຂກ​ແລະ​ເປັນ​ຄົນ​ໃຈ​ກວ້າງ. (ຣມ. 12:13) ເມື່ອ​ເຮົາ​ໃຊ້​ເວລາ​ກັບ​ພີ່ນ້ອງ​ນອກ​ຈາກ​ຢູ່​ການ​ປະຊຸມ​ຫຼື​ໃນ​ວຽກ​ປະກາດ ເຮົາ​ກໍ​ຈະ​ສະໜິດ​ກັບ​ເຂົາເຈົ້າ​ຫຼາຍ​ຂຶ້ນ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ນຳ. ສິ່ງ​ສຳຄັນ​ທີ່​ສຸດ ເມື່ອ​ເຮົາ​ເປັນ​ຄົນ​ມີ​ນ້ຳໃຈ​ຕ້ອນຮັບ​ແຂກ ເຮົາ​ກໍ​ກຳລັງ​ຮຽນ​ແບບ​ພະ​ເຢໂຫວາ.

ຢ່າ​ເປັນ​ຄົນ​ຮັກ​ເງິນ

17. ເປັນ​ຫຍັງ​ເພງ​ສັນລະເສີນ​ບົດ 15 ຈຶ່ງ​ເວົ້າ​ເລື່ອງ​ເງິນ?

17 ແຂກ​ຂອງ​ພະ​ເຢໂຫວາ “ໃຫ້​ຢືມ​ເງິນ​ໂດຍ​ບໍ່​ເອົາ​ດອກ​ເບ້ຍ ແລະ​ລາວ​ບໍ່​ຮັບ​ສິນບົນ​ເພື່ອ​ໃສ່​ຮ້າຍ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ.” (ພສ. 15:5) ເພງ​ສັນລະເສີນ​ບົດ 15 ເປັນ​ບົດ​ທີ່​ສັ້ນໆ ແຕ່​ເປັນ​ຫຍັງ​ຈຶ່ງ​ເວົ້າ​ເລື່ອງ​ເງິນ? ຍ້ອນ​ວ່າ​ຖ້າ​ເຮົາ​ເປັນ​ຄົນ​ຮັກ​ເງິນ ເຮົາ​ກໍ​ອາດ​ເຮັດ​ໃຫ້​ຄົນ​ອື່ນ​ເສຍໃຈ ແລະ​ເຮົາ​ອາດ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. (1ຕມ. 6:10) ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ບາງ​ຄົນ​ເອົາ​ປຽບ​ພີ່ນ້ອງ​ທີ່​ເປັນ​ຄົນ​ທຸກ​ໂດຍ​ໃຫ້​ຢືມ​ເງິນ​ແລ້ວ​ກໍ​ເອົາ​ດອກ​ເບ້ຍ​ນຳ. ນອກ​ຈາກ​ນັ້ນ ຜູ້​ຕັດສິນ​ບາງ​ຄົນ​ຍັງ​ຮັບ​ສິນບົນ​ແລ້ວ​ກໍ​ຕັດສິນ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ​ແບບ​ບໍ່​ຍຸຕິທຳ. ພະ​ເຢໂຫວາ​ຊັງ​ການ​ກະທຳ​ແບບ​ນີ້.—ອຊກ. 22:12

18. ມີ​ຄຳ​ຖາມ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ກວດ​ເບິ່ງ​ໂຕເອງ​ວ່າ​ເຮົາ​ຄິດ​ແນວ​ໃດ​ໃນ​ເລື່ອງ​ເງິນ? (ເຮັບເຣີ 13:5)

18 ເປັນ​ເລື່ອງ​ທີ່​ດີ​ທີ່​ເຮົາ​ຈະ​ກວດ​ເບິ່ງ​ໂຕເອງ​ວ່າ​ເຮົາ​ຄິດ​ແນວ​ໃດ​ໃນ​ເລື່ອງ​ເງິນ? ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ມັກ​ຄິດ​ແຕ່​ເລື່ອງ​ເງິນ​ແລະ​ສິ່ງ​ທີ່​ເງິນ​ຊື້​ໄດ້​ບໍ? ຖ້າ​ຂ້ອຍ​ຢືມ​ເງິນ ຂ້ອຍ​ຟ້າວ​ສົ່ງ​ຄືນ​ບໍ​ຫຼື​ຂ້ອຍ​ຄິດ​ວ່າ​ຜູ້​ທີ່​ໃຫ້​ຢືມ​ຄືຊິ​ບໍ່​ຈຳເປັນ​ຕ້ອງ​ໃຊ້​ເງິນ​ດອກ? ການ​ມີ​ເງິນ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ສຳຄັນ​ກວ່າ​ຄົນ​ອື່ນ​ບໍ ແລະ​ມັນ​ເຮັດ​ໃຫ້​ຂ້ອຍ​ເປັນ​ຄົນ​ຂີ້​ຖີ່​ບໍ? ຂ້ອຍ​ຄິດ​ວ່າ​ພີ່ນ້ອງ​ທີ່​ມີ​ເງິນ​ເປັນ​ຄົນ​ນິຍົມ​ວັດຖຸ​ບໍ? ຂ້ອຍ​ມັກ​ເປັນ​ໝູ່​ແຕ່​ກັບ​ຄົນຮັ່ງ​ແລະ​ບໍ່​ສົນໃຈ​ຄົນ​ທຸກ​ປານ​ໃດ​ບໍ?’ ເປັນ​ເລື່ອງ​ສຳຄັນ​ທີ່ເຮົາ​ຈະ​ຖາມ​ໂຕເອງ​ດ້ວຍ​ຄຳ​ຖາມ​ເຫຼົ່າ​ນີ້ ຍ້ອນ​ເຮົາ​ຖືກ​ເຊີນ​ໃຫ້​ເປັນ​ແຂກ​ຂອງ​ພະ​ເຢໂຫວາ​ແລ້ວ. ເຮົາ​ສາມາດ​ຮັກສາ​ສິດທິ​ພິເສດ​ນີ້​ໂດຍ​ບໍ່​ເປັນ​ຄົນ​ຮັກ​ເງິນ. ຖ້າ​ເຮົາເຮັດ​ແບບ​ນັ້ນ ພະ​ເຢໂຫວາ​ຈະ​ບໍ່​ປະ​ບໍ່​ຖິ້ມ​ເຮົາ!—ອ່ານ​ເຮັບເຣີ 13:5

ພະ​ເຢໂຫວາ​ຮັກ​ໝູ່​ຂອງ​ເພິ່ນ

19. ເປັນ​ຫຍັງ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ທຸກ​ຢ່າງ​ທີ່​ບອກ​ໄວ້​ໃນ​ເພງ​ສັນລະເສີນ​ບົດ 15?

19 ເພງ​ສັນລະເສີນ​ບົດ 15 ລົງ​ທ້າຍ​ດ້ວຍ​ຄຳ​ສັນຍາ​ທີ່​ບອກ​ວ່າ: “ໃຜ​ກໍ​ຕາມ​ທີ່​ເຮັດ​ສິ່ງ​ເຫຼົ່າ​ນີ້​ຈະ​ບໍ່​ມີ​ມື້​ລົ້ມ​ລົງ​ເລີຍ.” (ພສ. 15:5) ໃນ​ຂໍ້​ນີ້ ຜູ້​ຂຽນ​ເພງ​ສັນລະເສີນ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຢາກ​ໃຫ້​ເຮົາ​ເຮັດ​ທຸກ​ຢ່າງ​ທີ່​ບອກ​ໄວ້​ໃນ​ເພງ​ສັນລະເສີນ​ບົດ​ນີ້ ຍ້ອນ​ເພິ່ນ​ຢາກ​ໃຫ້​ເຮົາ​ມີ​ຄວາມ​ສຸກ. ດັ່ງນັ້ນ ພະ​ເຢໂຫວາ​ໃຫ້​ຄຳ​ແນະນຳ​ຕ່າງໆ​ເພື່ອ​ເຮົາ​ຈະ​ໄດ້​ຮັບ​ສິ່ງ​ດີໆ​ແລະ​ໄດ້​ຮັບ​ການ​ປົກປ້ອງ​ຈາກ​ເພິ່ນ.—ອຊຢ. 48:17

20. ແຂກ​ຂອງ​ພະ​ເຢໂຫວາ​ໝັ້ນໃຈ​ໃນ​ເລື່ອງ​ໃດ?

20 ແຂກ​ຂອງ​ພະ​ເຢໂຫວາ​ໝັ້ນໃຈ​ໄດ້​ວ່າ​ເຂົາເຈົ້າ​ຈະ​ມີ​ອະນາຄົດ​ທີ່​ດີ. ຜູ້​ຖືກ​ເລືອກ​ທີ່​ສັດຊື່​ຈະ​ໄດ້​ຢູ່​ໃນ​ສະຫວັນ​ເຊິ່ງ​ມີ​ບ່ອນ​ຢູ່ “ຫຼາຍ​ບ່ອນ” ທີ່​ພະ​ເຢຊູ​ກຽມ​ໄວ້​ໃຫ້​ເຂົາເຈົ້າ. (ຢຮ. 14:2) ສ່ວນ​ຄົນ​ທີ່​ມີ​ຄວາມ​ຫວັງ​ໃນ​ໂລກ​ນີ້​ກໍ​ໝັ້ນໃຈ​ໄດ້​ວ່າ​ຄຳ​ສັນຍາ​ໃນ​ພະ​ນິມິດ 21:3 ຈະ​ເກີດຂຶ້ນ​ແທ້. ພວກ​ເຮົາ​ທຸກ​ຄົນ​ຮູ້ສຶກ​ເປັນ​ກຽດ​ແທ້ໆ​ທີ່​ພະ​ເຢໂຫວາ​ເຊີນ​ເຮົາ​ໃຫ້​ມາ​ເປັນ​ໝູ່​ກັບ​ເພິ່ນ ແລະ​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ເພິ່ນ​ຕະຫຼອດ​ໄປ.

ເພງ​ທີ 39 ສ້າງ​ຊື່​ສຽງ​ດີ​ກັບ​ພະເຈົ້າ