ເລື່ອງຊີວິດຈິງ
“ພວກເຮົາຢູ່ທີ່ນີ້! ເຊີນໃຊ້ພວກເຮົາໄປ!”
ເຈົ້າຢາກຮັບໃຊ້ພະເຢໂຫວາຫຼາຍຂຶ້ນໂດຍຍ້າຍໄປເຂດທີ່ຕ້ອງການຜູ້ປະກາດບໍ? ຖ້າເປັນແນວນັ້ນ ເຈົ້າອາດໄດ້ຮັບປະໂຫຍດຈາກປະສົບການຂອງພີ່ນ້ອງແຈັກແລະມາຣີລິນ.
ພີ່ນ້ອງແຈັກແລະມາຣີລິນເຄີຍຮັບໃຊ້ເຕັມເວລານຳກັນຕັ້ງແຕ່ປີ 1988. ພວກເຂົາມີຊື່ສຽງວ່າເປັນຄົນປັບຕົວເກັ່ງ ແລະຮັບເອົາວຽກມອບໝາຍຫຼາຍຢ່າງໃນກົວເດີລຸບແລະກຸຍຢານ (ຝຣັ່ງ). ໃນປັດຈຸບັນສອງເຂດນີ້ຢູ່ພາຍໃຕ້ການເບິ່ງແຍງຂອງສຳນັກງານສາຂາຝຣັ່ງ. ໃຫ້ເຮົາມາສຳພາດພີ່ນ້ອງແຈັກແລະມາຣີລິນນຳກັນເນາະ.
ອັນໃດເຮັດໃຫ້ພວກເຈົ້າຢາກຮັບໃຊ້ເຕັມເວລາ?
ມາຣີລິນ: ຂ້ອຍເກີດແລະໃຫຍ່ຢູ່ກົວເດີລຸບ ຂ້ອຍມັກໄປປະກາດກັບແມ່ໝົດມື້ ແມ່ຂ້ອຍເປັນພະຍານພະເຢໂຫວາທີ່ກະຕືລືລົ້ນຫຼາຍ. ຍ້ອນຂ້ອຍມັກສັງຄົມຢູ່ແລ້ວ ສະນັ້ນບໍ່ດົນຫຼັງຈາກທີ່ຂ້ອຍຮຽນຈົບໃນປີ 1985 ຂ້ອຍກໍເລີ່ມເປັນໄພໂອເນຍເລີຍ.
ແຈັກ: ຕອນທີ່ເປັນໄວລຸ້ນ ຢູ່ອ້ອມຂ້າງຂ້ອຍມີແຕ່ພີ່ນ້ອງທີ່ຮັບໃຊ້ເຕັມເວລາເຊິ່ງຮັກວຽກປະກາດຫຼາຍ. ຂ້ອຍເຄີຍເປັນໄພໂອເນຍສົມທົບຍາມພັກໂຮງຮຽນ. ໃນວັນເສົາອາທິດ ບາງເທື່ອຂ້ອຍ ແມ່ແລະພີ່ນ້ອງໃນປະຊາຄົມມັກຂີ່ລົດເມໄປສົມທົບກັບໄພໂອເນຍຢູ່ເຂດປະກາດຂອງພວກເຂົາ. ພວກເຮົາປະກາດໝົດມື້ ແລ້ວພວກເຮົາກໍໄປຫຼິ້ນທະເລ ສະໄໝນັ້ນມ່ວນຫຼາຍ!
ບໍ່ດົນຫຼັງຈາກແຕ່ງດອງກັບມາຣີລິນໃນປີ 1988 ຂ້ອຍຖາມຕົວເອງວ່າ: ‘ພວກເຮົາກໍວ່າງຢູ່ ເປັນຫຍັງຄືບໍ່ເຮັດວຽກຮັບໃຊ້ໃຫ້ຫຼາຍກວ່ານີ້?’ ຂ້ອຍກັບເມຍກໍເລີຍເລີ່ມຮັບໃຊ້ເປັນໄພໂອເນຍ. ໜຶ່ງປີຕໍ່ມາຫຼັງຈາກທີ່ເຂົ້າໂຮງຮຽນໄພໂອເນຍ ພວກເຮົາກໍຖືກແຕ່ງຕັ້ງໃຫ້ເປັນໄພໂອເນຍພິເສດ. ພວກເຮົາມີວຽກມອບໝາຍຫຼາຍຢ່າງຢູ່ກົວເດີລຸບກ່ອນທີ່ຈະຖືກເຊີນໃຫ້ຍ້າຍໄປກຸຍຢານ (ຝຣັ່ງ).
ໃນໄລຍະຫຼາຍປີມານີ້ພວກເຈົ້າໄດ້ຖືກປ່ຽນວຽກມອບໝາຍຕະຫຼອດ ອັນໃດຊ່ວຍພວກເຈົ້າໃຫ້ປັບຕົວເຂົ້າກັບສະພາບການໃໝ່ນີ້ໄດ້?
ມາຣີລິນ: ພີ່ນ້ອງໃນເບເທນກຸຍຢານ (ຝຣັ່ງ) ຮູ້ວ່າຂໍ້ພະຄຳພີທີ່ເຮົາມັກທີ່ສຸດແມ່ນເອຊາອີ 6:8. ຕອນທີ່ພວກເຂົາໂທຫາເຮົາ ພວກເຂົາມັກຈະເວົ້າຢອກເຮົາວ່າ: “ຈື່ໄດ້ບໍຂໍ້ພະຄຳພີທີ່ພວກເຈົ້າມັກທີ່ສຸດແມ່ນຫຍັງ?” ເຮົາກໍຮູ້ເລີຍວ່າເຮົາຕ້ອງໄດ້ຮັບວຽກມອບໝາຍໃໝ່ແຫຼະ. ແລ້ວເຮົາກໍຕອບພວກເຂົາວ່າ: “ພວກເຮົາຢູ່ທີ່ນີ້! ເຊີນໃຊ້ພວກເຮົາໄປ!”
ເຮົາຫຼີກລ່ຽງທີ່ຈະບໍ່ປຽບທຽບວຽກມອບໝາຍໃໝ່ກັບວຽກມອບໝາຍເກົ່າເພາະມັນອາດເຮັດໃຫ້ເຮົາບໍ່ເຫັນຄຸນຄ່າ
ວຽກມອບໝາຍໃໝ່. ນອກຈາກນັ້ນ ເຮົາຍັງພະຍາຍາມເປັນໝູ່ກັບພີ່ນ້ອງໃນເຂດທີ່ເຮົາຖືກມອບໝາຍ.ແຈັກ: ຕອນນັ້ນ ພີ່ນ້ອງບາງຄົນທີ່ຫວັງດີບໍ່ຢາກໃຫ້ເຮົາຍ້າຍໄປເຂດໃໝ່ ດັ່ງນັ້ນພວກເຂົາຈຶ່ງພະຍາຍາມກ່ອມເຮົາໃຫ້ຢູ່ກັບພວກເຂົາ. ແຕ່ເມື່ອເຮົາຍ້າຍອອກຈາກກົວເດີລຸບ ພີ່ນ້ອງຊາຍຄົນໜຶ່ງກໍຊວນເຮົາໃຫ້ຄິດເຖິງຄຳເວົ້າຂອງພະເຢຊູໃນມັດທາຍ 13:38 ທີ່ວ່າ: “ນາໝາຍເຖິງໂລກນີ້.” ດັ່ງນັ້ນ ເມື່ອເຮົາຖືກປ່ຽນວຽກມອບໝາຍຫຼາຍເທື່ອ ເຮົາກໍບອກຕົວເອງວ່າບໍ່ວ່າເຮົາຈະຮັບໃຊ້ຢູ່ໃສ ເຮົາກໍຮັບໃຊ້ພະເຢໂຫວາຄືກັນ. ດັ່ງນັ້ນ ຜູ້ຄົນໃນເຂດທີ່ເຮົາປະກາດຈຶ່ງສຳຄັນທີ່ສຸດ!
ຕອນທີ່ເຮົາໄປຮອດເຂດມອບໝາຍໃໝ່ ເຮົາເຫັນວ່າຄົນອື່ນສາມາດໃຊ້ຊີວິດຢູ່ຫັ້ນໄດ້ຢ່າງມີຄວາມສຸກ. ດັ່ງນັ້ນ ເຮົາຈຶ່ງພະຍາຍາມໃຊ້ຊີວິດຄືກັບຄົນທ້ອງຖິ່ນ. ເຖິງວ່າອາຫານຈະຕ່າງຈາກທີ່ເຮົາເຄີຍກິນ ແຕ່ເຮົາກໍກິນກໍດື່ມແບບພວກເຂົາແລະພະຍາຍາມປ້ອງກັນສຸຂະພາບ. ເຮົາພະຍາຍາມຢ່າງເຕັມທີທີ່ຈະເວົ້າໃນແງ່ບວກກ່ຽວກັບວຽກມອບໝາຍທີ່ເຮົາໄດ້ຮັບ.
ມາຣີລິນ: ເຮົາຍັງໄດ້ຮຽນຮູ້ຫຼາຍຢ່າງຈາກພີ່ນ້ອງທ້ອງຖິ່ນ. ຂ້ອຍຈື່ວ່າຕອນທຳອິດທີ່ເຮົາໄປຮອດກຸຍຢານ (ຝຣັ່ງ) ຝົນຕົກແຮງຫຼາຍ ເຮົາຄິດວ່າຈະຖ້າໃຫ້ຝົນເຊົາຕົກກ່ອນຈຶ່ງຈະໄປປະກາດ. ແຕ່ມີພີ່ນ້ອງຍິງຄົນໜຶ່ງຖາມຂ້ອຍວ່າ: “ໄປເລີຍເບາະ?” ຂ້ອຍຕົກໃຈ ຂ້ອຍຈຶ່ງຖາມລາວວ່າ: “ໄປແນວໃດລະ?” ລາວຕອບວ່າ: “ກັ້ງຄັນຮົມ ແລະກໍຂີ່ລົດຖີບໄປ.” ໃນຕອນນັ້ນແຫຼະ ຂ້ອຍຈຶ່ງໄດ້ຮູ້ວິທີຂີ່ລົດຖີບແລະກັ້ງຄັນຮົມໄປນຳ. ຖ້າຂ້ອຍບໍ່ຮູ້ເຮັດແບບນີ້ ຂ້ອຍຄືຊິບໍ່ໄດ້ປະກາດໃນຍາມຝົນຈັກເທື່ອ!
ພວກເຈົ້າຖືກຍ້າຍເຂດມອບໝາຍຕັ້ງ 15 ເທື່ອ. ພວກເຈົ້າມີເຄັດລັບດີໆຫຍັງບໍທີ່ຈະບອກຄົນອື່ນກ່ຽວກັບການຍ້າຍ?
ມາຣີລິນ: ການຍ້າຍໄປເຂດມອບໝາຍໃໝ່ກໍອາດເປັນສິ່ງທ້າທາຍຢ່າງໜຶ່ງ. ເພາະເປັນເລື່ອງສຳຄັນທີ່ເຮົາຈະຊອກຫາບ່ອນຢູ່ທີ່ເຮັດໃຫ້ເຮົາຮູ້ສຶກຄືກັບວ່າຢູ່ເຮືອນເຮົາແທ້ໆເມື່ອກັບຈາກວຽກປະກາດ.
ແຈັກ: ຂ້ອຍມັກທາສີເຮືອນໃໝ່ຂອງເຮົາ. ແຕ່ພີ່ນ້ອງໃນສຳນັກງານສາຂາຮູ້ວ່າເຮົາອາດຈະບໍ່ໄດ້ຢູ່ຫັ້ນດົນ ຈຶ່ງບອກຂ້ອຍວ່າ: “ແຈັກ ເຈົ້າຢ່າຟ້າວທາສີເຮືອນນີ້ເດີ້!”
ມາຣີລິນເປັນນັກມ້ຽນເຄື່ອງທີ່ເກັ່ງທີ່ສຸດ! ລາວເອົາທຸກສິ່ງທຸກຢ່າງໃສ່ໃນກ່ອງແລະຕິດປ້າຍໃສ່ ເຊັ່ນ: “ຫ້ອງນ້ຳ” “ຫ້ອງນອນ” ແລະ “ເຮືອນຄົວ.” ດັ່ງນັ້ນ ເມື່ອເຮົາມາຮອດເຮືອນຫຼັງໃໝ່ ກໍງ່າຍຂຶ້ນທີ່ເຮົາຈະວາງເຄື່ອງວ່າຫ້ອງໃດເປັນຫ້ອງໃດ. ລາວເຮັດລາຍການຢ່າງລະອຽດວ່າແຕ່ລະກ່ອງມີ
ຫຍັງແດ່ເພື່ອທີ່ເຮົາຈະຊອກຫາສິ່ງທີ່ເຮົາຕ້ອງການໄດ້ງ່າຍໆແລະກໍໄວ.ມາຣີລິນ: ຍ້ອນເຮົາໄດ້ຮຽນຮູ້ທີ່ຈະຈັດລະບຽບຢ່າງດີ ເຮົາຈຶ່ງສາມາດເລີ່ມວຽກຮັບໃຊ້ຂອງເຮົາໄດ້ທັນທີ.
ພວກເຈົ້າຈັດຕາຕະລາງເວລາແນວໃດເພື່ອຈະສາມາດ “ເຮັດວຽກຮັບໃຊ້ . . . ໃຫ້ສຳເລັດຄົບຖ້ວນ?”—2 ຕມ. 4:5
ມາຣີລິນ: ມື້ວັນຈັນເຮົາຈະພັກຜ່ອນແລະກຽມສຳລັບການປະຊຸມ. ແຕ່ວັນອັງຄານຈົນຮອດວັນອາທິດ ພວກເຮົາຈະໄປປະກາດ.
ແຈັກ: ເຖິງວ່າເຮົາຕ້ອງເຮັດວຽກຮັບໃຊ້ໃຫ້ຄົບຊົ່ວໂມງໃນແຕ່ລະເດືອນ ແຕ່ນີ້ກໍບໍ່ໄດ້ເຮັດໃຫ້ເຮົາກັງວົນ. ວຽກປະກາດເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງເຮົາ. ເຮົາພະຍາຍາມປະກາດກັບຄົນທີ່ເຮົາພົບຕັ້ງແຕ່ເວລາທີ່ເຮົາອອກຈາກເຮືອນຈົນກັບມາຮອດເຮືອນ.
ມາຣີລິນ: ຕອນທີ່ເຮົາໄປກິນເຂົ້າທາງນອກ ຂ້ອຍກໍຈະເອົາແຜ່ນພັບໄປນຳຕະຫຼອດ. ເຖິງວ່າເຮົາບໍ່ໄດ້ບອກພວກເຂົາວ່າເຮົາເປັນພະຍານພະເຢໂຫວາ ແຕ່ບາງຄົນກໍມາຫາເຮົາແລະຂໍປຶ້ມນຳເຮົາ. ຍ້ອນແນວນີ້ແຫຼະ ເຮົາຈຶ່ງລະວັງໃນເລື່ອງການແຕ່ງຕົວແລະການປະພຶດ ເພາະຜູ້ຄົນສັງເກດເບິ່ງສິ່ງເຫຼົ່ານີ້.
ແຈັກ: ພວກເຮົາຍັງໃຫ້ຄຳພະຍານໂດຍການເຮັດສິ່ງທີ່ດີ ເຊັ່ນ: ຂ້ອຍເກັບຂີ້ເຫຍື້ອແລະເຮັດໃຫ້ເຮືອນສະອາດງາມຕາ. ຕອນທີ່ເພື່ອນບ້ານຂອງເຮົາສັງເກດເຫັນ ບາງເທື່ອພວກເຂົາກໍຖາມວ່າ: “ເຈົ້າມີຄຳພີໄບເບິນບໍ ຂ້ອຍຂໍແດ່ຈັກຫົວໜຶ່ງ?”
ພວກເຈົ້າຖືກມອບໝາຍໃຫ້ໄປປະກາດຢູ່ເຂດທີ່ຫ່າງໄກເລື້ອຍໆ ແລ້ວພວກເຈົ້າປະທັບໃຈບ່ອນໃດຫຼາຍທີ່ສຸດ?
ແຈັກ: ໃນກຸຍຢານ ບາງເຂດກໍໄປຍາກຫຼາຍ. ໃນໜຶ່ງອາທິດເຮົາຕ້ອງເດີນທາງ 600 ກິໂລແມັດແລະທາງທີ່ໄປກໍລຳບາກຫຼາຍ. ຕອນທີ່ເຮົາໄປບ້ານແຊັດອີລີ ໃນປ່າອາມາໂຊນເຊິ່ງເປັນບ່ອນທີ່ເຮົາຈື່ບໍ່ລືມ ພວກເຮົາຕ້ອງຂີ່ລົດລຸຍທາງຍາກແລະກໍຂີ່ເຮືອຈັກ ເພື່ອໄປຮອດບ້ານນັ້ນກໍຕ້ອງໃຊ້ເວລາຫຼາຍຊົ່ວໂມງ. ຄົນສ່ວນຫຼາຍທີ່ອາໄສຢູ່ຫັ້ນມີອາຊີບຮ່ອນຄຳ. ບາງຄົນທີ່ເຫັນຄ່າປຶ້ມຂອງເຮົາກໍໄດ້ເອົາຄຳນ້ອຍໆກ້ອນໜຶ່ງໃຫ້ເຮົາເພື່ອເປັນການຕອບແທນ! ໃນຕອນແລງ ເຮົາກໍໄດ້ເປີດວິດີໂອຂອງອົງການໃຫ້ພວກເຂົາເບິ່ງ ແລະຫຼາຍຄົນກໍເຂົ້າມາເບິ່ງ.
ມາຣີລິນ: ໃນທີ່ສຸດແຈັກກໍຂໍຈັດຄຳບັນລະຍາຍການປະຊຸມອະນຸສອນຢູ່ຄາມຸປິ. ເພື່ອຈະໄປຮອດບ່ອນນັ້ນ ເຮົາຕ້ອງຂີ່ເຮືອຈັກໄປ 4 ຊົ່ວໂມງທາງແມ່ນ້ຳໂອຢາປັອກ. ມັນເປັນປະສົບການທີ່ໜ້າຕື່ນເຕັ້ນແທ້ໆ.
ແຈັກ: ໃນແມ່ນ້ຳນີ້ບ່ອນທີ່ນ້ຳຕື້ນ ແກ້ງຈະເປັນອັນຕະລາຍ. ຂ້ອຍຮູ້ສຶກຢ້ານແລະງຶດຫຼາຍແທ້ໆຕອນທີ່ເຫັນແກ້ງແລະຂີ່ເຮືອຜ່ານມັນໄປໄດ້. ຄົນຂັບເຮືອຕ້ອງຮູ້ດີວ່າຈະເຮັດແນວໃດເພື່ອຈະຜ່ານແກ້ງໄດ້. ມັນເປັນປະສົບການທີ່ໜ້າຕື່ນເຕັ້ນແລະດີແທ້ໆ. ເຖິງວ່າຈະມີພຽງແຕ່ພະຍານພະເຢໂຫວາ 6 ຄົນທີ່ໄປ ແຕ່ກໍມີ 50 ຄົນເຂົ້າຮ່ວມການປະຊຸມອະນຸສອນເຊິ່ງລວມມີຄົນຊົນເຜົ່າພື້ນເມືອງຂອງອາເມຣິການຳ!
ມາຣີລິນ: ປະສົບການທີ່ມີຄ່າແບບນີ້ກຳລັງລໍຖ້າຄົນໜຸ່ມໆທີ່ຢາກຮັບໃຊ້ພະເຢໂຫວາໃຫ້ຫຼາຍຂຶ້ນ. ເຈົ້າຕ້ອງໄວ້ວາງໃຈພະເຢໂຫວາໃນສະພາບການເຫຼົ່ານີ້ ແລ້ວຄວາມເຊື່ອຂອງເຈົ້າກໍຈະເຂັ້ມແຂງຂຶ້ນ. ພວກເຮົາໄດ້ເຫັນຫຼາຍເທື່ອແລ້ວວ່າ ພະເຢໂຫວາຊ່ວຍພວກເຮົາແທ້ໆ.
ພວກເຈົ້າໄດ້ຮຽນຮູ້ຫຼາຍພາສາ ພວກເຈົ້າມີພອນສະຫວັນທາງດ້ານພາສາບໍ?
ແຈັກ: ບໍ່ມີເລີຍ. ຂ້ອຍໄດ້ຮຽນພາສາເຫຼົ່ານີ້ກໍເພື່ອຈະປະກາດແລະຊ່ວຍປະຊາຄົມ. ຂ້ອຍຕ້ອງນຳຫໍສັງເກດການ ໃນພາສາຊາຣານັນຕັງໂກ * ກ່ອນທີ່ຂ້ອຍຈະໄດ້ອ່ານຄຳພີໄບເບິນດ້ວຍຊ້ຳ! ຂ້ອຍຖາມພີ່ນ້ອງຊາຍຄົນໜຶ່ງວ່າເຂົ້າໃຈທີ່ຂ້ອຍເວົ້າບໍ. ລາວຕອບວ່າ: “ບາງຄຳກໍເຂົ້າໃຈ ບາງຄຳກໍບໍ່ເຂົ້າໃຈ ແຕ່ເຈົ້າເຮັດໄດ້ດີຫຼາຍ.” ເດັກນ້ອຍຊ່ວຍໄດ້ຫຼາຍແທ້ໆ ເພາະຕອນທີ່ຂ້ອຍເວົ້າຜິດຜູ້ໃຫຍ່ຈະບໍ່ເວົ້າຫຍັງ ແຕ່ເດັກນ້ອຍຈະທ້ວງເລີຍ. ຂ້ອຍໄດ້ຮຽນຮູ້ຫຼາຍຢ່າງຈາກພວກເຂົາອີ່ຫຼີ.
ມາຣີລິນ: ໃນເຂດໜຶ່ງ ຂ້ອຍມີນັກສຶກສາທີ່ເວົ້າພາສາຝຣັ່ງ ພາສາປອກຕູຍການ ແລະພາສາຊາຣານັນຕັງໂກ. ພີ່ນ້ອງຍິງຄົນໜຶ່ງແນະນຳຂ້ອຍວ່າ ໃຫ້ເລີ່ມດ້ວຍພາສາທີ່ຍາກທີ່ສຸດແລະຈົບດ້ວຍພາສາທີ່ຂ້ອຍຮູ້ສຶກວ່າງ່າຍທີ່ສຸດ. ບໍ່ດົນ ຂ້ອຍກໍເຂົ້າໃຈຄຳແນະນຳຂອງລາວ.
ມີມື້ໜຶ່ງຂ້ອຍໄດ້ນຳການສຶກສາກັບຄົນທີ່ເວົ້າພາສາຊາຣານັນຕັງໂກກ່ອນ ຫຼັງຈາກນັ້ນກໍໄປສຶກສາກັບຄົນເບຣຊິນທີ່ເວົ້າພາສາປອກຕູຍການ. ແຕ່ເມື່ອຂ້ອຍເລີ່ມນຳການສຶກສາກັບນັກສຶກສາຄົນທີ່ສອງ ພີ່ນ້ອງຍິງທີ່ມານຳຂ້ອຍໄດ້ບອກຂ້ອຍວ່າ: “ມາຣີລິນ ຂ້ອຍຄິດວ່ານັກສຶກສາຂອງເຈົ້າບໍ່ເຂົ້າໃຈໄດ໋ຫັ້ນ!” ຂ້ອຍກໍຮູ້ເລີຍວ່າຂ້ອຍກຳລັງເວົ້າພາສາຊາຣານັນຕັງໂກ ກັບນັກສຶກສາທີ່ເວົ້າພາສາປອກຕູຍການ!
ພີ່ນ້ອງໃນເຂດທີ່ພວກເຈົ້າຮັບໃຊ້ຄືຊິຮັກພວກເຈົ້າຫຼາຍ ແລ້ວພວກເຈົ້າສະໜິດກັບພີ່ນ້ອງເຫຼົ່ານັ້ນໄດ້ແນວໃດ?
ແຈັກ: ສຸພາສິດ 11:25 ບອກວ່າ: “ຄົນທີ່ມີນ້ຳໃຈເອື້ອເຟື້ອຈະຈະເລີນ, ລ.ມ.” ເຮົາບໍ່ໄດ້ລັງເລທີ່ຈະໃຊ້ເວລາແລະເຮັດສິ່ງຕ່າງໆກັບພີ່ນ້ອງ. ຕອນທີ່ສ້ອມແປງຫໍປະຊຸມ ບາງຄົນບອກຂ້ອຍວ່າ: “ໃຫ້ຜູ້ປະກາດເປັນຄົນເຮັດ.” ຂ້ອຍຕອບລາວວ່າ: “ຂ້ອຍກໍເປັນຜູ້ປະກາດຄືກັນ. ຖ້າບ່ອນໃດມີວຽກ ຂ້ອຍກໍຢາກໄປຊ່ວຍ.” ເຖິງວ່າບາງຄັ້ງເຮົາກໍຕ້ອງການເວລາສ່ວນຕົວ ແຕ່ເຮົາມັກບອກຕົວເອງວ່າເຮົາບໍ່ຢາກໃຫ້ເວລາສ່ວນຕົວຂອງເຮົາມາຂັດຂວາງເຮົາບໍ່ໃຫ້ເຮັດດີຕໍ່ຄົນອື່ນ.
ມາຣີລິນ: ເຮົາພະຍາຍາມທີ່ຈະສົນໃຈພີ່ນ້ອງແຕ່ລະຄົນເປັນສ່ວນຕົວ. ໂດຍວິທີນີ້ ເຮົາຈຶ່ງໄດ້ຮູ້ວ່າພວກເຂົາຕ້ອງການໃຫ້ມີຄົນມາເບິ່ງແຍງລູກແລະໄປຮັບລູກຂອງພວກເຂົາຢູ່ໂຮງຮຽນ. ເຮົາກໍໄດ້ວາງແຜນເພື່ອຈະສາມາດຊ່ວຍພວກເຂົາໄດ້. ດັ່ງນັ້ນ ເຮົາຈຶ່ງສະໜິດກັບພວກເຂົາຫຼາຍຂຶ້ນ ແລະພ້ອມທີ່ຈະຊ່ວຍເຫຼືອຕອນທີ່ພວກເຂົາຈຳເປັນ.
ພວກເຈົ້າໄດ້ຮັບພອນຫຍັງແດ່ຈາກການເຮັດວຽກຮັບໃຊ້ໃນເຂດທີ່ຈຳເປັນຫຼາຍກວ່າ?
ແຈັກ: ວຽກຮັບໃຊ້ເຕັມເວລາເຮັດໃຫ້ເຮົາມີຄວາມສຸກແລະໄດ້ຮັບພອນຫຼາຍຢ່າງ. ເຮົາໄດ້ໃກ້ຊິດກັບທຳມະຊາດ ແລະເພີດເພີນກັບສິ່ງທີ່ພະເຢໂຫວາສ້າງຢ່າງຫຼວງຫຼາຍ. ເຖິງວ່າຈະມີສິ່ງທ້າທາຍຫຼາຍຢ່າງ ແຕ່ເຮົາກໍອຸ່ນໃຈເພາະເຮົາຮູ້ວ່າເຮົາຈະໄດ້ຮັບການຊ່ວຍເຫຼືອຈາກຄົນຂອງພະເຢໂຫວາບໍ່ວ່າເຮົາຈະຢູ່ໃສກໍຕາມ.
ຕອນທີ່ເປັນໄວລຸ້ນ ຂ້ອຍຖືກຂັງຄຸກຢູ່ກຸຍຢານ (ຝຣັ່ງ) ຍ້ອນບໍ່ຢາກເປັນທະຫານ. ຂ້ອຍບໍ່ເຄີຍຄິດເລີຍວ່າມື້ໜຶ່ງຈະໄດ້ກັບໄປບ່ອນນັ້ນອີກໃນຖານະມິດຊັນນາລີແລະໄດ້ຮັບອະນຸຍາດໃຫ້ໄປຢາມນັກໂທດຢູ່ຄຸກໃນຖານະຜູ້ສອນສາສະໜາ. ພະເຢໂຫວາອວຍພອນຂ້ອຍຫຼາຍແທ້ໆ.
ມາຣີລິນ: ຄວາມສຸກທີ່ຍິ່ງໃຫຍ່ຂອງຂ້ອຍຄືການໃຫ້ເວລາກັບຄົນອື່ນ. ເຮົາມີຄວາມສຸກຫຼາຍທີ່ເປັນຜູ້ຮັບໃຊ້ພະເຢໂຫວາ ແລະຍັງເຮັດໃຫ້ຊີວິດຄູ່ຂອງເຮົາໝັ້ນຄົງຫຼາຍຂຶ້ນ. ບາງເທື່ອ ແຈັກກໍຖາມຂ້ອຍວ່າດີບໍຖ້າຈະຊວນຄູ່ຜົວເມຍທີ່ຕ້ອງການກຳລັງໃຈມາກິນເຂົ້ານຳເຮົາ. ຫຼາຍເທື່ອຂ້ອຍກໍຕອບວ່າ: “ຄິດຄືກັນເລີຍ!” ເຮົາມັກໃຈກົງກັນຕະຫຼອດ.
ແຈັກ: ເມື່ອບໍ່ດົນມານີ້ ຂ້ອຍຖືກບົ່ງມະຕິວ່າເປັນມະເຮັງຕ່ອມລູກໝາກ. ເຖິງວ່າມາຣີລິນບໍ່ຢາກໄດ້ຍິນເລື່ອງນີ້ ແຕ່ຂ້ອຍກໍບອກລາວວ່າ: “ຖ້າມື້ອື່ນຂ້ອຍຕ້ອງຕາຍທັງໆທີ່ຍັງບໍ່ ‘ເຖົ້າຫຼາຍ’ ແຕ່ຂ້ອຍກໍຕາຍຕາຫຼັບເພາະຂ້ອຍຮູ້ວ່າຂ້ອຍໄດ້ໃຊ້ຊີວິດເພື່ອຮັບໃຊ້ພະເຢໂຫວາ ມັນຄຸ້ມຄ່າແລ້ວແທ້ໆ.”—ຕົ້ນ. 25:8, ລ.ມ.
ມາຣີລິນ: ພະເຢໂຫວາໄດ້ເປີດໂອກາດໃຫ້ເຮົາໄດ້ເຮັດວຽກມອບໝາຍຫຼາຍຢ່າງໃນແບບທີ່ເຮົາບໍ່ຄາດຄິດ. ຊີວິດຂອງເຮົາມີແຕ່ສິ່ງທີ່ດີແທ້ໆ. ເມື່ອເຮົາໝັ້ນໃຈໃນພະເຈົ້າຢ່າງເຕັມທີ ບໍ່ວ່າອົງການຂອງພະອົງຈະໃຊ້ເຮົາໄປໃສເຮົາກໍຈະໄປ!
^ ຂໍ້ 32 ພາສາຊາຣານັນຕັງໂກແມ່ນມາຈາກພາສາອັງກິດ ພາສາໂຮນລັງ ພາສາປອກຕູຍການ ແລະພາສາຕ່າງໆທີ່ໃຊ້ໃນອາຝຼິກກາເອົາມາປະສົມປະສານກັນ ເຊິ່ງພວກທາດສະໄໝກ່ອນເປັນຜູ້ພັດທະນາພາສານີ້ຂຶ້ນມາ.