ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 12

ເວລາ​ໃດ​ເໝາະ​ສົມ​ທີ່​ຈະ​ເວົ້າ?

ເວລາ​ໃດ​ເໝາະ​ສົມ​ທີ່​ຈະ​ເວົ້າ?

“ມີ . . . ເວລາ​ມິດ​ປາກ​ແລະ​ມີ​ເວລາ​ເວົ້າ.”—ຜູ້ປ. 3:1, 7

ເພງ 124 ສັດ​ຊື່​ຕະຫຼອດ​ໄປ

ໃຈ​ຄວາມ​ສຳຄັນ *

1. ຕາມ​ຜູ້​ເທສະໜາ​ປ່າວ​ປະກາດ 3:1, 7 ສອນ​ຫຍັງ​ເຮົາ?

ບາງ​ຄົນ​ກໍ​ມັກ​ເວົ້າ​ຫຼາຍ ສ່ວນ​ບາງ​ຄົນ​ກໍ​ບໍ່​ຄ່ອຍ​ມັກ​ເວົ້າ. ຄື​ກັບ​ຂໍ້​ພະ​ຄຳພີ​ຫຼັກ​ຂອງ​ບົດ​ຄວາມ​ນີ້ ເຮົາ​ເຫັນ​ວ່າ​ມີ​ທັງ​ເວລາ​ທີ່​ຄວນ​ເວົ້າ​ແລະ​ເວລາ​ທີ່​ຄວນ​ມິດ​ງຽບ. (ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 3:1, 7) ແຕ່​ເຮົາ​ອາດ​ຢາກ​ໃຫ້​ພີ່ນ້ອງ​ບາງ​ຄົນ​ເວົ້າ​ຫຼາຍ​ຂຶ້ນ​ອີກ​ໜ້ອຍ​ໜຶ່ງ ແລະ​ຢາກ​ໃຫ້​ພີ່ນ້ອງ​ບາງ​ຄົນ​ເວົ້າ​ໜ້ອຍ​ລົງ​ກວ່າ​ນີ້.

2. ໃຜ​ມີ​ສິດ​ກຳນົດ​ວ່າ​ເຮົາ​ຄວນ​ເວົ້າ​ເວລາ​ໃດ​ແລະ​ແນວ​ໃດ?

2 ຄວາມ​ສາມາດ​ໃນ​ການ​ເວົ້າ​ເປັນ​ຂອງ​ຂວັນ​ມາ​ຈາກ​ພະ​ເຢໂຫວາ. (ອົບ. 4:10, 11; ພນມ. 4:11) ໂດຍ​ທາງ​ຄຳພີ​ໄບເບິນ ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ຈະ​ໃຊ້​ຂອງ​ຂວັນ​ນີ້​ໄດ້​ຢ່າງ​ຖືກຕ້ອງ​ແນວ​ໃດ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ສຶກສາ​ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເວລາ​ໃດ​ຄວນ​ເວົ້າ​ແລະ​ເວລາ​ໃດ​ຄວນ​ມິດ​ງຽບ. ແລະ​ເຮົາ​ຍັງ​ຈະ​ເບິ່ງ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ສິ່ງ​ທີ່​ເຮົາ​ເວົ້າ​ກັບ​ຄົນ​ອື່ນ. ແຕ່​ທຳອິດ ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ກ່ອນ​ວ່າ​ເວລາ​ໃດ​ທີ່​ເຮົາ​ຄວນ​ເວົ້າ.

ເວລາ​ໃດ​ທີ່​ເຮົາ​ຄວນ​ເວົ້າ?

3. ຕາມ​ໂຣມ 10:14 ເວລາ​ໃດ​ທີ່​ເຮົາ​ຄວນ​ເວົ້າ?

3 ເຮົາ​ຄວນ​ພ້ອມ​ສະເໝີ​ທີ່​ຈະ​ເວົ້າ​ເລື່ອງ​ຂອງ​ພະ​ເຢໂຫວາ​ແລະ​ການ​ປົກຄອງ​ຂອງ​ພະອົງ. (ມທ. 24:14; ອ່ານ​ໂຣມ 10:14) ເມື່ອ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພະ​ເຢຊູ. ເຫດຜົນ​ສຳຄັນ​ຢ່າງ​ໜຶ່ງ​ທີ່​ພະ​ເຢຊູ​ມາ​ເທິງ​ໂລກ​ກໍ​ເພື່ອ​ບອກ​ຄົນ​ອື່ນ​ໃຫ້​ຮູ້ຈັກ​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ. (ຢຮ. 18:37) ແຕ່​ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ວິທີ ທີ່​ເຮົາ​ເວົ້າ​ກໍ​ສຳຄັນ​ຄື​ກັນ. ດັ່ງ​ນັ້ນ ເມື່ອ​ເຮົາ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ເລື່ອງ​ຂອງ​ພະ​ເຢໂຫວາ ເຮົາ​ຕ້ອງ​ເວົ້າ “ຢ່າງ​ສຸພາບ​ແລະ​ດ້ວຍ​ຄວາມ​ນັບຖື​ຈາກ​ໃຈ” ແລະ​ເຮົາ​ຄວນ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ແລະ​ຄວາມ​ເຊື່ອ​ຂອງ​ຄົນ​ອື່ນ. (1 ປຕ. 3:15) ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ຈະ​ບໍ່​ພຽງ​ແຕ່​ເວົ້າ​ຢ່າງ​ດຽວ ແຕ່​ເຮົາ​ຍັງ​ສອນ​ແລະ​ອາດ​ຊ່ວຍ​ພວກ​ເຂົາ​ໃຫ້​ເຂົ້າ​ໃຈ​ນຳ.

4. ຈາກ​ສຸພາສິດ 9:9 ຄຳເວົ້າ​ຂອງ​ເຮົາ​ສາມາດ​ຊ່ວຍ​ຄົນ​ອື່ນ​ແນວ​ໃດ?

4 ຜູ້​ດູ​ແລ​ບໍ່​ຄວນ​ລັງເລ​ທີ່​ຈະ​ເວົ້າ​ຖ້າ​ເຫັນ​ວ່າ​ພີ່ນ້ອງ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄຳ​ແນະນຳ. ພວກ​ເຂົາ​ຄວນ​ເລືອກ​ເວລາ​ທີ່​ເໝາະ​ສົມ​ທີ່​ຈະ​ເວົ້າ​ເພື່ອ​ຈະ​ບໍ່​ໃຫ້​ຄົນ​ນັ້ນ​ຮູ້ສຶກ​ອັບອາຍ​ຂາຍ​ໜ້າ. ພວກ​ເຂົາ​ອາດ​ຕ້ອງ​ລໍ​ຖ້າ​ຈົນ​ກວ່າ​ຈະ​ບໍ່​ມີ​ໃຜ​ຢູ່​ແຖວ​ນັ້ນ​ເພື່ອ​ຈະ​ເວົ້າ​ກັບ​ລາວ​ສ່ວນ​ຕົວ. ຜູ້​ດູ​ແລ​ຈະ​ພະຍາຍາມ​ເວົ້າ​ໃນ​ແບບ​ທີ່​ບໍ່​ເຮັດ​ໃຫ້​ລາວ​ຮູ້ສຶກ​ເສຍ​ສັກສີ. ແຕ່​ພວກ​ເຂົາ​ຈະ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເພື່ອ​ຊ່ວຍ​ລາວ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ. (ອ່ານ​ສຸພາສິດ 9:9) ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຕ້ອງ​ກ້າ​ເວົ້າ​ໃນ​ຍາມ​ທີ່​ຈຳເປັນ? ລອງ​ຄິດ​ເຖິງ​ສອງ​ຕົວຢ່າງ​ທີ່​ແຕກ​ຕ່າງ​ກັນ. ຕົວຢ່າງ​ທຳອິດ​ແມ່ນ​ຜູ້​ຊາຍ​ຄົນ​ໜຶ່ງ​ຕ້ອງ​ສັ່ງ​ສອນ​ລູກ​ໃຫ້​ເຊົາ​ເຮັດ​ຜິດ ແລະ​ອີກ​ຕົວຢ່າງ​ໜຶ່ງ​ແມ່ນ​ຜູ້​ຍິງ​ຄົນ​ໜຶ່ງ​ຕ້ອງ​ກ້າ​ໄປ​ບອກ​ຜູ້​ທີ່​ຈະ​ເປັນ​ກະສັດ​ໃນ​ອະນາຄົດ​ວ່າ​ຕັດສິນ​ໃຈ​ຜິດ​ພາດ.

5. ຕອນ​ໃດ​ເປັນ​ເວລາ​ທີ່​ປະໂລຫິດ​ໃຫຍ່​ເອລີ​ຕ້ອງ​ເວົ້າ?

5 ປະໂລຫິດ​ໃຫຍ່​ຊື່​ເອລີ​ມີ​ລູກ​ຊາຍ​ສອງ​ຄົນ​ທີ່​ລາວ​ຮັກ​ຫຼາຍ. ແຕ່​ພວກ​ລູກ​ຊາຍ​ຂອງ​ລາວ​ບໍ່​ນັບຖື​ພະ​ເຢໂຫວາ​ຈັກ​ໜ້ອຍ. ພວກ​ເຂົາ​ມີ​ໜ້າ​ທີ່​ທີ່​ສຳຄັນ​ຫຼາຍ​ເຊິ່ງ​ຮັບໃຊ້​ເປັນ​ປະໂລຫິດ​ໃນ​ເຕັ້ນ​ສັກສິດ ແຕ່​ພັດ​ໃຊ້​ອຳນາດ​ໃນ​ທາງ​ທີ່​ຜິດ. ພວກ​ເຂົາ​ໝິ່ນ​ປະໝາດ​ເຄື່ອງ​ບູຊາ​ທີ່​ຖວາຍ​ໃຫ້​ພະ​ເຢໂຫວາ​ແລະ​ເຮັດ​ຜິດສິນລະທຳ​ທາງ​ເພດ​ຢ່າງ​ໜ້າ​ບໍ່​ອາຍ. (1 ຊາມ. 2:12-17, 22) ຕາມ​ກົດໝາຍ​ຂອງ​ໂມເຊ ລູກ​ຊາຍ​ຂອງ​ເອລີ​ສົມຄວນ​ຕາຍ ແຕ່​ເອລີ​ພັດ​ພຽງ​ແຕ່​ເຕືອນ​ພວກ​ເຂົາ​ເບົາໆແລະ​ຍັງ​ໃຫ້​ພວກ​ເຂົາ​ຮັບໃຊ້​ໃນ​ເຕັ້ນ​ສັກສິດ​ຕໍ່​ໄປ. (ບັນຍັດ. 21:18-21) ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ສິ່ງ​ທີ່​ເອລີ​ເຮັດ​ໃນ​ເລື່ອງ​ນີ້? ພະອົງ​ບອກ​ເອລີ​ວ່າ “ເຫດ​ສັນ​ໃດ . . . ເຈົ້າ​ນັບຖື​ລູກ​ຊາຍ​ທັງ​ສອງ​ຂອງ​ເຈົ້າ​ຫຼາຍ​ກວ່າ​ນັບຖື​ເຮົາ?” ແລ້ວ​ພະອົງ​ກໍ​ຕັດສິນ​ໃຫ້​ລູກ​ຊາຍ​ທັງ​ສອງ​ຄົນ​ຂອງ​ລາວ​ຕາຍ.—1 ຊາມ. 2:29, 34

6. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເອລີ?

6 ເຮົາ​ໄດ້​ບົດຮຽນ​ທີ່​ສຳຄັນ​ຈາກ​ເອລີ. ຖ້າ​ເຮົາ​ເຫັນ​ວ່າ​ໝູ່​ຫຼື​ຄົນ​ໃນ​ຄອບຄົວ​ເຮັດ​ຜິດ​ກົດໝາຍ​ຂອງ​ພະເຈົ້າ ເຮົາ​ຕ້ອງ​ກ້າ​ເຕືອນ​ລາວ​ໃຫ້​ຄິດ​ເຖິງ​ຫຼັກ​ການ​ຂອງ​ພະ​ເຢໂຫວາ. ດັ່ງ​ນັ້ນ ເຮົາ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ ລາວ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ທີ່​ຈຳເປັນ​ຈາກ​ຕົວ​ແທນ​ຂອງ​ພະເຈົ້າ. (ຢກບ. 5:14) ເຮົາ​ບໍ່​ຢາກ​ເປັນ​ຄື​ກັບ​ເອລີ ເຮົາ​ຈະ​ບໍ່​ໃຫ້​ຄວາມ​ນັບຖື​ໝູ່​ຫຼື​ຄົນ​ໃນ​ຄອບຄົວ​ຫຼາຍ​ກວ່າ​ພະ​ເຢໂຫວາ. ເຮົາ​ຕ້ອງ​ກ້າ​ທີ່​ຈະ​ເຕືອນ​ຄົນ​ອື່ນ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ເພາະ​ມັນ​ຄຸ້ມ​ຄ່າ​ກັບ​ຄວາມ​ພະຍາຍາມ​ແນ່ນອນ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ອາບີຄາລີ​ຊາວ​ອິດສະຣາເອນ​ວ່າ​ແຕກ​ຕ່າງ​ຈາກ​ຕົວຢ່າງ​ຂອງ​ເອລີ​ແນວ​ໃດ.

ອາບີຄາລີ​ວາງ​ຕົວຢ່າງ​ທີ່​ດີ​ໃນ​ການ​ເລືອກ​ເວລາ​ເວົ້າ (ເບິ່ງ​ຂໍ້ 7-8) *

7. ເປັນ​ຫຍັງ​ອາບີຄາລີ​ຈຶ່ງ​ກ້າ​ໄປ​ເວົ້າ​ກັບ​ດາວິດ?

7 ອາບີຄາລີ​ເປັນ​ເມຍ​ຂອງ​ນາ​ບານ​ເຊິ່ງ​ເປັນ​ເສດຖີ​ທີ່​ດິນ. ຕອນ​ທີ່​ດາວິດ​ກັບ​ລູກ​ນ້ອງ​ກຳລັງ​ຫຼົບ​ໜີ​ຈາກ​ກະສັດ​ຊາອືລ ພວກ​ເຂົາ​ຢູ່​ກັບ​ຄົນ​ລ້ຽງ​ແກະ​ຂອງ​ນາ​ບານ​ແລະ​ປ້ອງກັນ​ຝູງ​ສັດ​ລ້ຽງ​ຈາກ​ພວກ​ໂຈນ. ນາ​ບານ​ເຫັນ​ຄ່າ​ໃນ​ສິ່ງ​ພວກ​ເຂົາ​ຊ່ວຍ​ບໍ? ບໍ່. ຕອນ​ທີ່​ດາວິດ​ຂໍ​ອາຫານ​ແລະ​ນ້ຳ​ຈາກ​ນາ​ບານ​ໃຫ້​ຄົນ​ຂອງ​ລາວ ນາ​ບານ​ກໍ​ໃຈ​ຮ້າຍ​ຫຼາຍ​ແລະ​ກໍ​ດ່າ​ພວກ​ເຂົາ. (1 ຊາມ. 25:5-8, 10-12, 14) ນີ້​ເຮັດ​ໃຫ້​ດາວິດ​ຕັ້ງ​ໃຈ​ຈະ​ໄປ​ຂ້າ​ຜູ້​ຊາຍ​ທຸກ​ຄົນ​ໃນ​ເຮືອນ​ຂອງ​ນາ​ບານ. (1 ຊາມ. 25:13, 22) ແລ້ວ​ເຫດການ​ທີ່​ຮ້າຍແຮງ​ນີ້​ຈະ​ບໍ່​ເກີດ​ຂຶ້ນ​ໄດ້​ແນວ​ໃດ? ເມື່ອ​ອາບີຄາລີ​ຮູ້​ວ່າ​ຕອນ​ນີ້​ເປັນ​ເວລາ​ທີ່​ລາວ​ຕ້ອງ​ເວົ້າ ລາວ​ຈຶ່ງ​ກ້າ​ອອກ​ໄປ​ເວົ້າ​ກັບ​ດາວິດ​ທີ່​ມາ​ພ້ອມ​ຜູ້​ຊາຍ 400 ຄົນ​ທີ່​ທັງ​ຫິວ​ທັງ​ໃຈ​ຮ້າຍ​ແລະ​ມີ​ອາວຸດ​ຄົບ​ຊຸດ.

8. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ອາບີຄາລີ?

8 ເມື່ອ​ອາບີຄາລີ​ໄປ​ລົມ​ກັບ​ດາວິດ ລາວ​ເວົ້າ​ຢ່າງ​ກ້າຫານ ດ້ວຍ​ຄວາມ​ນັບຖື​ແລະ​ໂນ້ມນ້າວ​ໃຈ. ເຖິງ​ວ່າ​ອາບີຄາລີ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ ແຕ່​ລາວ​ກໍ​ຂໍ​ໂທດ​ດາວິດ. ລາວ​ໄດ້​ເວົ້າ​ເຖິງ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ດາວິດ​ແລະ​ໄດ້​ໝາຍ​ເພິ່ງ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ລາວ. (1 ຊາມ. 25:24, 26, 28, 33, 34) ຄື​ກັບ​ອາບີຄາລີ ເຮົາ​ຕ້ອງ​ກ້າ​ທີ່​ຈະ​ເວົ້າ​ຖ້າ​ເຫັນ​ວ່າ​ຄົນ​ໜຶ່ງ​ກຳລັງ​ຈະ​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ. (ເພງ. 141:5) ເຮົາ​ຕ້ອງ​ສະແດງ​ຄວາມ​ນັບຖື ແຕ່​ເຮົາ​ກໍ​ຕ້ອງ​ມີ​ຄວາມ​ກ້າຫານ​ນຳ. ເມື່ອ​ເຮົາ​ໃຫ້​ຄຳ​ແນະນຳ​ທີ່​ຈຳເປັນ​ກັບ​ໃຜ​ຄົນ​ໜຶ່ງ​ດ້ວຍ​ຄວາມ​ຮັກ ເຮົາ​ກໍ​ພິສູດ​ວ່າ​ເຮົາ​ເປັນ​ໝູ່​ແທ້​ຂອງ​ລາວ.—ສຸພາ. 27:17

9-10. ຜູ້​ດູ​ແລ​ຄວນ​ຄິດ​ເຖິງ​ຫຍັງ​ເມື່ອ​ໃຫ້​ຄຳ​ແນະນຳ​ຄົນ​ອື່ນ?

9 ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຜູ້​ດູ​ແລ​ຕ້ອງ​ກ້າ​ເຕືອນ​ພີ່ນ້ອງ​ກ່ອນ​ທີ່​ພວກ​ເຂົາ​ຈະ​ກ້າວ​ໄປ​ຜິດ​ທາງ. (ຄລຕ. 6:1) ຜູ້​ດູ​ແລ​ຮູ້​ດີ​ວ່າ​ຕົວ​ເອງ​ກໍ​ບໍ່​ສົມບູນ​ແບບ​ຄື​ກັນ​ແລະ​ມື້​ໃດ​ມື້​ໜຶ່ງ​ອາດ​ຕ້ອງ​ຖືກ​ແນະນຳ​ກໍ​ໄດ້. ແຕ່​ພວກ​ເຂົາ​ຈະ​ບໍ່​ຍອມ​ໃຫ້​ເລື່ອງ​ນີ້​ເຮັດ​ໃຫ້​ພວກ​ເຂົາ​ຮູ້ສຶກ​ບໍ່​ກ້າ​ທີ່​ຈະ​ໄປ​ເຕືອນ​ພີ່ນ້ອງ​ທີ່​ຕ້ອງ​ໄດ້​ຮັບ​ການ​ສັ່ງ​ສອນ. (2 ຕມ. 4:2; ຕຕ. 1:9) ຕອນ​ທີ່​ໃຫ້​ຄຳ​ແນະນຳ ຜູ້​ດູ​ແລ​ຕ້ອງ​ໃຊ້​ຄວາມ​ສາມາດ​ໃນ​ການ​ເວົ້າ​ເພື່ອ​ສອນ​ຄົນ​ອື່ນ​ຢ່າງ​ສະຫຼາດ​ແລະ​ອົດ​ທົນ. ພວກ​ເຂົາ​ຮັກ​ພີ່ນ້ອງ ແລະ​ຄວາມ​ຮັກ​ນີ້​ກໍ​ກະຕຸ້ນ​ພວກ​ເຂົາ​ໃຫ້​ຢາກ​ຊ່ວຍ​ພີ່ນ້ອງ. (ສຸພາ. 13:24) ແຕ່​ສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ພວກ​ເຂົາ​ຄື ໃຫ້​ກຽດ​ພະ​ເຢໂຫວາ​ໂດຍ​ສະໜັບສະໜູນ​ມາດຕະຖານ​ຂອງ​ພະອົງ​ແລະ​ປົກ​ປ້ອງ​ປະຊາຄົມ​ຈາກ​ບັນຫາ​ຕ່າງໆ.—ກຈກ. 20:28

10 ຈົນ​ຮອດ​ຕອນ​ນີ້ ເຮົາ​ກໍ​ໄດ້​ເຫັນ​ແລ້ວ​ວ່າ​ເວລາ​ໃດ​ທີ່​ເຮົາ​ຄວນ​ເວົ້າ. ແຕ່​ບາງ​ເທື່ອ​ກໍ​ດີ​ທີ່​ສຸດ​ທີ່​ເຮົາ​ຈະ​ບໍ່​ເວົ້າ​ຫຍັງ​ເລີຍ. ແລ້ວ​ມີ​ສະຖານະການ​ໃດ​ແດ່​ທີ່​ເຮົາ​ຄວນ​ເຮັດ​ແບບ​ນັ້ນ?

ເວລາ​ໃດ​ທີ່​ເຮົາ​ຄວນ​ມິດ​ງຽບ?

11. ຢາໂກໂບ​ໃຊ້​ຕົວຢ່າງ​ປຽບ​ທຽບ​ຫຍັງ​ແລະ​ເປັນ​ຫຍັງ​ຈຶ່ງ​ເໝາະ​ສົມ?

11 ການ​ຄວບຄຸມ​ຄຳເວົ້າ​ບໍ່​ແມ່ນ​ເລື່ອງ​ງ່າຍ. ຢາໂກໂບ​ເຊິ່ງ​ເປັນ​ຜູ້​ໜຶ່ງ​ທີ່​ຂຽນ​ຄຳພີ​ໄບເບິນ​ໄດ້​ໃຊ້​ຕົວຢ່າງ​ປຽບ​ທຽບ​ທີ່​ເໝາະ​ສົມ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ເລື່ອງ​ນີ້. ລາວ​ບອກ​ວ່າ: “ຖ້າ​ຜູ້​ໃດ​ບໍ່​ຜິດ​ພາດ​ເລີຍ​ໃນ​ຄຳເວົ້າ ລາວ​ກໍ​ເປັນ​ຄົນ​ສົມບູນ​ແບບ​ແລ້ວ ແລະ​ສາມາດ​ຄວບຄຸມ​ຮ່າງກາຍ​ໄດ້​ທຸກ​ສ່ວນ. ຖ້າ​ພວກ​ເຮົາ​ໃສ່​ເຫຼັກ​ຢູ່​ປາກ​ມ້າ​ເພື່ອ​ໃຫ້​ມັນ​ເຊື່ອ​ຟັງ​ເຮົາ ພວກ​ເຮົາ​ກໍ​ຄວບຄຸມ​ໂຕ​ມັນ​ໄດ້​ທຸກ​ສ່ວນ.” (ຢກບ. 3:2, 3) ເຫຼັກ​ຢູ່​ປາກ​ມ້າ​ເປັນ​ສ່ວນ​ໜຶ່ງ​ຂອງ​ບັງຫຽນ​ເຊິ່ງ​ເປັນ​ອຸປະກອນ​ສຸບ​ໃສ່​ຫົວ​ແລະ​ປາກ​ຂອງ​ມ້າ​ເພື່ອ​ຄວບຄຸມ​ມັນ. ຜູ້​ຂີ່​ຈະ​ສາມາດ​ຄວບຄຸມ​ມ້າ​ໄດ້​ໂດຍ​ການ​ດຶງ​ເຊືອກ​ຂອງ​ບັງຫຽນ. ຖ້າ​ຜູ້​ຂີ່​ຈັບ​ເຊືອກ​ບໍ່​ແໜ້ນ ມ້າ​ກໍ​ຈະ​ແລ່ນ​ເປີດ​ໄປ​ເລີຍ​ເຊິ່ງ​ຈະ​ເຮັດ​ໃຫ້​ເກີດ​ອັນຕະລາຍ​ຕໍ່​ຜູ້​ຂີ່​ແລະ​ມ້າ. ຄ້າຍ​ຄື​ກັນ ຖ້າ​ເຮົາ​ບໍ່​ຄວບຄຸມ​ຄຳເວົ້າ ມັນ​ກໍ​ຈະ​ເກີດ​ຄວາມ​ເສຍຫາຍ​ຫຼາຍ​ຢ່າງ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຕອນ​ໃດ​ທີ່​ເຮົາ​ຈຳເປັນ​ຕ້ອງ​ຄວບຄຸມ​ຄຳເວົ້າ​ແລະ​ຄວນ​ມິດ​ງຽບ.

12. ເວລາ​ໃດ​ທີ່​ເຮົາ​ຄວນ​ຄວບຄຸມ​ຄຳເວົ້າ​ແລະ​ຄວນ​ມິດ​ງຽບ?

12 ເຈົ້າ​ເຮັດ​ແນວ​ໃດ​ເມື່ອ​ເຈິ​ພີ່ນ້ອງ​ທີ່​ມີ​ຄວາມ​ລັບ​ບາງ​ຢ່າງ? ຕົວຢ່າງ: ຖ້າ​ເຈົ້າ​ພົບ​ພີ່ນ້ອງ​ທີ່​ຮັບໃຊ້​ໃນ​ປະເທດ​ທີ່​ວຽກ​ປະກາດ​ຖືກ​ສັ່ງ​ຫ້າມ ເຈົ້າ​ຢາກ​ຂໍ​ໃຫ້​ລາວ​ບອກ​ລາຍ​ລະອຽດ​ກ່ຽວ​ກັບ​ວິທີ​ການ​ເຮັດ​ວຽກ​ປະກາດ​ໃນ​ປະເທດ​ນັ້ນ​ບໍ? ແນ່ນອນ ທີ່​ເຈົ້າ​ຖາມ​ກໍ​ຍ້ອນ​ວ່າ​ຫວັງ​ດີ. ເຮົາ​ຮັກ​ພີ່ນ້ອງ​ທຸກ​ຄົນ​ແລະ​ເປັນ​ຫ່ວງ​ພວກ​ເຂົາ ແລະ​ເຮົາ​ຍັງ​ອະທິດຖານ​ຢ່າງ​ເຈາະ​ຈົງ​ເພື່ອ​ພວກ​ເຂົາ. ແຕ່​ຕອນ​ນີ້​ເປັນ​ເວລາ​ທີ່​ເຮົາ​ຈຳເປັນ​ຕ້ອງ​ຄວບຄຸມ​ຄຳເວົ້າ​ແລະ​ຄວນ​ມິດ​ງຽບ. ຖ້າ​ເຮົາ​ກົດ​ດັນ​ໃຫ້​ພີ່ນ້ອງ​ບອກ​ຄວາມ​ລັບ ເຮົາ​ກໍ​ບໍ່​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ທັງ​ລາວ​ແລະ​ພີ່ນ້ອງ​ທີ່​ໝັ້ນ​ໃຈ​ວ່າ​ລາວ​ຈະ​ຮັກສາ​ຄວາມ​ລັບ. ແນ່ນອນ​ວ່າ ເຮົາ​ຄົງ​ບໍ່​ຢາກ​ເພີ່ມ​ບັນຫາ​ໃຫ້​ພີ່ນ້ອງ​ທີ່​ຢູ່​ໃນ​ປະເທດ​ທີ່​ວຽກ​ປະກາດ​ຖືກ​ສັ່ງ​ຫ້າມ. ຄ້າຍ​ຄື​ກັນ ບໍ່​ມີ​ພີ່ນ້ອງ​ຄົນ​ໃດ​ທີ່​ຢູ່​ໃນ​ເຂດ​ແບບ​ນີ້​ຢາກ​ເປີດ​ເຜີຍ​ວ່າ​ພວກ​ເຂົາ​ປະກາດ​ແລະ​ປະຊຸມ​ແນວ​ໃດ.

13. ຕາມ​ສຸພາສິດ 11:13 ຜູ້​ດູ​ແລ​ຕ້ອງ​ເຮັດ​ຫຍັງ​ແລະ​ຍ້ອນ​ຫຍັງ?

13 ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຜູ້​ດູ​ແລ​ຕ້ອງ​ເຮັດ​ຕາມ​ຫຼັກ​ການ​ໃນ​ສຸພາສິດ 11:13 * ໂດຍ​ທີ່​ພວກ​ເຂົາ​ຕ້ອງ​ບໍ່​ເວົ້າ​ເລື່ອງ​ທີ່​ເປັນ​ຄວາມ​ລັບ (ອ່ານ). ນີ້​ບໍ່​ແມ່ນ​ເລື່ອງ​ງ່າຍ​ໂດຍ​ສະເພາະ​ຜູ້​ດູ​ແລ​ທີ່​ແຕ່ງ​ດອງ​ແລ້ວ. ຕາມ​ປົກກະຕິ​ແລ້ວ​ເພື່ອ​ທີ່​ຜົວ​ເມຍ​ຈະ​ຮັກ​ກັນ​ແລະ​ຮັກສາ​ສາຍ​ສຳພັນ​ໃຫ້​ແໜ້ນ​ແຟ້ນ ພວກ​ເຂົາ​ຕ້ອງ​ເປີດ​ໃຈ​ລົມ​ກັນ​ເລື້ອຍໆ ບອກ​ຄວາມ​ຄິດ ຄວາມ​ຮູ້ສຶກ ແລະ​ຄວາມ​ກັງວົນ​ໃຫ້​ກັນ​ຟັງ. ແຕ່​ຜູ້​ດູ​ແລ​ຮູ້​ດີ​ວ່າ​ລາວ​ຕ້ອງ​ບໍ່​ເປີດ​ເຜີຍ “ຄວາມ​ລັບ” ຂອງ​ພີ່ນ້ອງ​ໃນ​ປະຊາຄົມ​ໃຫ້​ເມຍ​ຟັງ. ຖ້າ​ລາວ​ເຮັດ​ແບບ​ນັ້ນ ພີ່ນ້ອງ​ກໍ​ຈະ​ບໍ່​ໄວ້​ໃຈ​ລາວ​ແລະ​ລາວ​ກໍ​ເສຍ​ຊື່ສຽງ. ຄົນ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ປະຊາຄົມ​ຈະ​ບໍ່​ເປັນ “ຄົນ​ເວົ້າ​ຫຼົບ​ລີ້ນ​ປີ້ນ​ຄວາມ” ຫຼື​ເວົ້າ​ຫຼອກ​ລວງ. (1 ຕມ. 3:8, ໄຂ​ເງື່ອນ) ນີ້​ໝາຍ​ຄວາມ​ວ່າ​ລາວ​ຕ້ອງ​ບໍ່​ໜ້າ​ຊື່​ໃຈ​ຄົດ​ຫຼື​ນິນທາ​ຄົນ​ອື່ນ. ຖ້າ​ຜູ້​ດູ​ແລ​ຮັກ​ເມຍ ລາວ​ຈະ​ບໍ່​ສ້າງ​ພາລະ​ໃຫ້​ເມຍ​ໂດຍ​ບອກ​ຂໍ້​ມູນ​ທີ່​ເມຍ​ບໍ່​ຄວນ​ຮູ້.

14. ເມຍ​ຈະ​ຊ່ວຍ​ຜົວ​ທີ່​ເປັນ​ຜູ້​ດູ​ແລ​ໃຫ້​ຮັກສາ​ຊື່ສຽງ​ທີ່​ດີ​ໄດ້​ແນວ​ໃດ?

14 ເມຍ​ສາມາດ​ຊ່ວຍ​ຜົວ​ໃຫ້​ຮັກສາ​ຊື່ສຽງ​ທີ່​ດີ​ໄດ້​ໂດຍ​ບໍ່​ກົດ​ດັນ​ລາວ​ໃຫ້​ບອກ​ເລື່ອງ​ທີ່​ເປັນ​ຄວາມ​ລັບ. ເມື່ອ​ເມຍ​ໃຊ້​ຄຳ​ແນະນຳ​ນີ້ ລາວ​ບໍ່​ພຽງ​ແຕ່​ຊ່ວຍ​ເຫຼືອ​ຜົວ​ແຕ່​ຍັງ​ສະແດງ​ຄວາມ​ນັບຖື​ຕໍ່​ຄົນ​ທີ່​ບອກ​ເລື່ອງ​ສ່ວນ​ຕົວ​ໃຫ້​ຜົວ​ຂອງ​ລາວ​ນຳ. ແລະ​ທີ່​ສຳຄັນ​ທີ່​ສຸດ​ກໍ​ຄື​ລາວ​ເຮັດ​ໃຫ້​ພະ​ເຢໂຫວາ​ດີ​ໃຈ​ເພາະ​ລາວ​ກຳລັງ​ສົ່ງເສີມ​ສັນຕິສຸກ​ແລະ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ປະຊາຄົມ.—ຣມ. 14:19

ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ສິ່ງ​ທີ່​ເຮົາ​ເວົ້າ?

15. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ໝູ່ 3 ຄົນ​ຂອງ​ໂຢບ ແລະ​ຍ້ອນ​ຫຍັງ?

15 ປຶ້ມ​ໂຢບ​ສອນ​ເຮົາ​ຫຼາຍ​ຢ່າງ​ວ່າ​ເຮົາ​ຄວນ​ເວົ້າ​ແນວ​ໃດ​ແລະ​ເວົ້າ​ເມື່ອ​ໃດ. ຫຼັງ​ຈາກ​ທີ່​ໂຢບ​ໄດ້​ປະສົບ​ກັບ​ບັນຫາ​ຫຼາຍ​ຢ່າງ ກໍ​ມີ​ຜູ້​ຊາຍ 4 ຄົນ​ມາ​ໃຫ້​ກຳລັງ​ໃຈ​ແລະ​ໃຫ້​ຄຳ​ແນະນຳ​ລາວ. ພວກ​ເຂົາ​ມິດ​ງຽບ​ໄປ​ດົນ​ເຕີບ ແຕ່​ຊາຍ 3 ຄົນ​ຄື: ເອລີຟາດ ບີເລດາດ ໂຈຟາ​ໄດ້​ເວົ້າ​ສິ່ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພວກ​ເຂົາ​ບໍ່​ໄດ້​ໃຊ້​ເວລາ​ຄິດ​ທີ່​ຈະ​ຊ່ວຍ​ໂຢບ. ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ພວກ​ເຂົາ​ພັດ​ຄິດ​ແຕ່​ຈະ​ພິສູດ​ວ່າ​ໂຢບ​ເຮັດ​ຜິດ. ບາງ​ສິ່ງ​ທີ່​ພວກ​ເຂົາ​ເວົ້າ​ກໍ​ມີ​ຄວາມ​ຈິງ​ຢູ່​ແດ່ ແຕ່​ສ່ວນ​ຫຼາຍ​ແລ້ວ​ພວກ​ເຂົາ​ເວົ້າ​ກ່ຽວ​ກັບ​ໂຢບ​ແລະ​ພະ​ເຢໂຫວາ​ໃນ​ທາງ​ທີ່​ບໍ່​ດີ​ແລະ​ບໍ່​ແມ່ນ​ຄວາມ​ຈິງ. ພວກ​ເຂົາ​ຕັດສິນ​ວ່າ​ໂຢບ​ເປັນ​ຄົນ​ບໍ່​ດີ. (ໂຢບ 32:1-3) ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ເລື່ອງ​ນີ້? ພະອົງ​ໃຈ​ຮ້າຍ​ຫຼາຍ. ພະອົງ​ບອກ​ວ່າ​ຊາຍ 3 ຄົນ​ນີ້​ເປັນ​ຄົນ​ໂງ່​ແລະ​ບອກ​ໃຫ້​ພວກ​ເຂົາ​ໄປ​ຂໍ​ໂຢບ​ໃຫ້​ອະທິດຖານ​ເພື່ອ​ພວກ​ເຂົາ.—ໂຢບ 42:7-9

16. ເຮົາ​ໄດ້​ບົດຮຽນ​ຫຍັງ​ແດ່​ຈາກ​ຕົວຢ່າງ​ທີ່​ບໍ່​ດີ​ຂອງ​ເອລີຟາດ ບີເລດາດ ແລະ​ໂຈຟາ?

16 ເຮົາ​ໄດ້​ບົດຮຽນ​ຫຼາຍ​ຢ່າງ​ຈາກ​ຕົວຢ່າງ​ທີ່​ບໍ່​ດີ​ຂອງ​ເອລີຟາດ ບີເລດາດ ແລະ​ໂຈຟາ ຄື: ທຳອິດ ເຮົາ​ບໍ່​ຄວນ​ຕັດສິນ​ພີ່ນ້ອງ. (ມທ. 7:1-5) ແຕ່​ເຮົາ​ຄວນ​ຕັ້ງ​ໃຈ​ຟັງ​ພວກ​ເຂົາ​ກ່ອນ​ທີ່​ຈະ​ເວົ້າ ເພາະ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ແທ້ໆວ່າ​ພວກ​ເຂົາ​ກຳລັງ​ປະສົບ​ກັບ​ບັນຫາ​ຫຍັງ. (1 ປຕ. 3:8) ສອງ ເມື່ອ​ເຮົາ​ເວົ້າ​ເຮົາ​ຕ້ອງ​ໃຊ້​ຄຳເວົ້າ​ທີ່​ກະລຸນາ​ແລະ​ເວົ້າ​ຄວາມ​ຈິງ. (ອຟຊ. 4:25) ແລະ​ສາມ ພະ​ເຢໂຫວາ​ສົນ​ໃຈ​ໃນ​ສິ່ງ​ທີ່​ເຮົາ​ເວົ້າ​ກັບ​ຄົນ​ອື່ນ.

17. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເອລີຫຶ?

17 ຊາຍ​ຄົນ​ທີ​ສີ່​ທີ່​ມາ​ຢາມ​ໂຢບ​ແມ່ນ​ເອລີຫຶ​ເຊິ່ງ​ເປັນ​ພີ່ນ້ອງ​ຂອງ​ອັບຣາຮາມ. ລາວ​ຟັງ​ສິ່ງ​ທີ່​ໂຢບ​ແລະ​ຊາຍ​ສາມ​ຄົນ​ນັ້ນ​ເວົ້າ. ເຫັນ​ໄດ້​ແຈ້ງ​ວ່າ ລາວ​ຕັ້ງ​ໃຈ​ຟັງ​ແທ້ໆເພາະ​ລາວ​ສາມາດ​ໃຫ້​ຄຳ​ແນະນຳ​ທີ່​ເຫັນ​ອົກ​ເຫັນ​ໃຈ​ແຕ່​ກົງ​ໄປ​ກົງ​ມາ​ເຊິ່ງ​ຊ່ວຍ​ໂຢບ​ໃຫ້​ປັບ​ຄວາມ​ຄິດ​ຂອງ​ລາວ. (ໂຢບ 33:1, 6, 17) ສິ່ງ​ສຳຄັນ​ທີ່​ສຸດ​ກໍ​ຄື ເອລີຫຶ​ຍົກຍ້ອງ​ພະ​ເຢໂຫວາ ບໍ່​ແມ່ນ​ຍົກຍ້ອງ​ຕົວ​ເອງ​ຫຼື​ຄົນ​ອື່ນ. (ໂຢບ 32:21, 22; 37:23, 24) ຈາກ​ຕົວຢ່າງ​ຂອງ​ເອລີຫຶ​ສອນ​ເຮົາ​ວ່າ​ມີ​ເວລາ​ທີ່​ເຮົາ​ຄວນ​ມິດ​ງຽບ​ແລະ​ຕັ້ງ​ໃຈ​ຟັງ. (ຢກບ. 1:19) ແລະ​ເຮົາ​ຍັງ​ຮຽນ​ຮູ້​ວ່າ​ເຫດຜົນ​ສຳຄັນ​ທີ່​ເຮົາ​ໃຫ້​ຄຳ​ແນະນຳ​ຄົນ​ອື່ນ​ກໍ​ເພື່ອ​ໃຫ້​ກຽດ​ພະ​ເຢໂຫວາ​ບໍ່​ແມ່ນ​ຕົວ​ເຮົາ​ເອງ.

18. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ຄວາມ​ສາມາດ​ໃນ​ການ​ເວົ້າ​ເຊິ່ງ​ເປັນ​ຂອງ​ຂວັນ​ທີ່​ມາ​ຈາກ​ພະເຈົ້າ?

18 ເຮົາ​ສະແດງ​ວ່າ​ເຮົາ​ເຫັນ​ຄ່າ​ຄວາມ​ສາມາດ​ໃນ​ການ​ເວົ້າ​ເຊິ່ງ​ເປັນ​ຂອງ​ຂວັນ​ທີ່​ມາ​ຈາກ​ພະເຈົ້າ ໂດຍ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ວ່າ​ເຮົາ​ຄວນ​ເວົ້າ​ແນວ​ໃດ​ແລະ​ເວົ້າ​ເມື່ອ​ໃດ. ກະສັດ​ຊາໂລໂມນ​ທີ່​ສະຫຼາດ​ຖືກ​ດົນ​ໃຈ​ໃຫ້​ຂຽນ​ວ່າ: “ຖ້ອຍຄຳ​ຂໍ້​ໜຶ່ງ​ທີ່​ກ່າວ​ຖືກ​ເວລາ​ສົມຄວນ​ກໍ​ເປັນ​ຄື​ໝາກ​ທະພູອາ [ໝາກ​ແອັບເປິ້ນ] ທຳ​ດ້ວຍ​ຄຳ​ຢູ່​ໃນ​ກະຕ່າ​ທຳ​ດ້ວຍ​ເງິນ.” (ສຸພາ. 25:11) ເມື່ອ​ເຮົາ​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ຄົນ​ອື່ນ​ເວົ້າ​ແລະ​ຄິດ​ກ່ອນ​ເວົ້າ ຄຳເວົ້າ​ຂອງ​ເຮົາ​ກໍ​ຈະ​ເປັນ​ຄື​ກັບ​ໝາກ​ແອັບເປິ້ນ​ຄຳ​ທີ່​ທັງ​ງາມ​ແລະ​ມີ​ຄ່າ. ຄຳເວົ້າ​ຂອງ​ເຮົາ​ກໍ​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ບໍ່​ວ່າ​ເຮົາ​ຈະ​ເວົ້າ​ໜ້ອຍ​ຫຼື​ເວົ້າ​ຫຼາຍ​ກໍ​ຕາມ. (ສຸພາ. 23:15; ອຟຊ. 4:29) ນີ້​ເປັນ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ຈະ​ສະແດງ​ວ່າ​ເຮົາ​ເຫັນ​ຄ່າ​ຂອງ​ຂວັນ​ນີ້​ທີ່​ມາ​ຈາກ​ພະເຈົ້າ!

ເພງ 82 ‘ໃຫ້​ຄວາມ​ສະຫວ່າງ​ຂອງ​ເຈົ້າ​ສ່ອງ​ອອກ​ໄປ’

^ ຂໍ້ 5 ໃນ​ຄຳພີ​ໄບເບິນ​ມີ​ຫຼັກ​ການ​ຫຼາຍ​ຢ່າງ​ທີ່​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເວລາ​ໃດ​ຄວນ​ເວົ້າ​ແລະ​ເວລາ​ໃດ​ຄວນ​ມິດ​ງຽບ. ເມື່ອ​ເຮົາ​ຮູ້​ແລະ​ນຳ​ໃຊ້​ຫຼັກ​ການ​ເຫຼົ່າ​ນີ້ ພະ​ເຢໂຫວາ​ກໍ​ຈະ​ພໍ​ໃຈ​ຄຳເວົ້າ​ຂອງ​ເຮົາ.

^ ຂໍ້ 13 ສຸພາສິດ 11:13 (ລ.ມ.): “ຄົນ​ມັກ​ໃສ່​ຮ້າຍ​ມັກ​ເປີດ​ເຜີຍ​ຄວາມ​ລັບ ແຕ່​ຄົນ​ທີ່​ໄວ້​ໃຈ​ໄດ້​ຈະ​ເກັບ​ຄວາມ​ລັບ​ໄວ້.”

^ ຂໍ້ 63 ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຍິງ​ໃຫ້​ຄຳ​ແນະນຳ​ທີ່​ດີ​ກັບ​ພີ່ນ້ອງ​ຍິງ​ອີກ​ຄົນ​ໜຶ່ງ.

^ ຂໍ້ 65 ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຊາຍ​ໃຫ້​ຄຳ​ແນະນຳ​ເລື່ອງ​ຄວາມ​ສະອາດ.

^ ຂໍ້ 67 ຄຳ​ອະທິບາຍ​ຮູບ​ພາບ: ອາບີຄາລີ​ເວົ້າ​ກັບ​ດາວິດ​ໃນ​ເວລາ​ທີ່​ເໝາະ​ສົມ​ເຊິ່ງ​ເຮັດ​ໃຫ້​ເກີດ​ຜົນ​ດີ.

^ ຂໍ້ 69 ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຜົວ​ເມຍ​ຄູ່​ໜຶ່ງ​ບໍ່​ບອກ​ລາຍ​ລະອຽດ​ກ່ຽວ​ກັບ​ວຽກ​ປະກາດ​ໃນ​ປະເທດ​ທີ່​ຖືກ​ສັ່ງ​ຫ້າມ.

^ ຂໍ້ 71 ຄຳ​ອະທິບາຍ​ຮູບ​ພາບ: ຜູ້​ດູ​ແລ​ລະວັງ​ບໍ່​ໃຫ້​ຄົນ​ອື່ນ​ໄດ້​ຍິນ​ເລື່ອງ​ທີ່​ເປັນ​ຄວາມ​ລັບ​ຂອງ​ປະຊາຄົມ.