ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ອະທິບາຍ​ຂໍ້​ຄຳພີ

ຍົກໂທດ​ຄວາມຜິດ​ແລະ​ບາບ​ກ່ອນ​ຈະ​ມີ​ຄ່າໄຖ່

ຍົກໂທດ​ຄວາມຜິດ​ແລະ​ບາບ​ກ່ອນ​ຈະ​ມີ​ຄ່າໄຖ່

ຄວາມຜິດ​ຂອງ​ເຮົາ​ຈະ​ໄດ້​ຮັບ​ການ​ຍົກໂທດ​ໂດຍ​ທາງ​ຄ່າໄຖ່​ຂອງ​ພະ​ເຢຊູ​ເທົ່າ​ນັ້ນ. (ອຟຊ. 1:7) ແຕ່​ຄຳພີ​ໄບເບິນ​ບອກ​ວ່າ: “[ພະເຈົ້າ] ອົດທົນ​ແລະ​ຍົກໂທດ​ຄວາມຜິດ​ທີ່​ຄົນ​ເຄີຍ​ເຮັດ​ໃນ​ອະດີດ” ນັ້ນ​ຄື​ຕັ້ງແຕ່​ກ່ອນ​ທີ່​ພະ​ເຢຊູ​ຕາຍ​ເປັນ​ຄ່າໄຖ່. (ຣມ. 3:25) ພະ​ເຢໂຫວາ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ​ໂດຍ​ທີ່​ບໍ່​ຂັດ​ກັບ​ມາດຕະຖານ​ເລື່ອງ​ຄວາມ​ຍຸຕິທຳ​ຂອງ​ເພິ່ນ?

ສຳລັບ​ພະ​ເຢໂຫວາ ຕອນ​ທີ່​ເພິ່ນ​ຕັດສິນໃຈ​ວ່າ​ຈະ​ໃຫ້​ມີ “ເຊື້ອສາຍ” ທີ່​ຈະ​ມາ​ຊ່ວຍ​ມະນຸດ​ໃຫ້​ລອດ ມັນ​ກໍ​ສ່ຳ​ກັບ​ວ່າ​ເພິ່ນ​ໄດ້​ຈ່າຍ​ຄ່າໄຖ່​ແລ້ວ. (ປຖກ. 3:15; 22:18) ພະ​ເຢໂຫວາ​ໝັ້ນໃຈ​ວ່າ ເມື່ອ​ຮອດ​ເວລາ​ລູກ​ຊາຍ​ຄົນ​ດຽວ​ຂອງ​ເພິ່ນ​ຈະ​ເຕັມໃຈ​ຕາຍ​ເປັນ​ຄ່າໄຖ່. (ຄລຕ. 4:4; ຮຣ. 10:7-10) ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ​ຖານະ​ເປັນ​ຕົວແທນ​ຂອງ​ພະ​ເຢໂຫວາ ພະ​ເຢຊູ​ໄດ້​ຮັບ​ອຳນາດ​ທີ່​ຈະ​ຍົກໂທດ​ບາບ​ກ່ອນ​ທີ່​ເພິ່ນ​ຈະ​ຕາຍ​ເປັນ​ຄ່າໄຖ່​ຊ້ຳ. ພະ​ເຢຊູ​ເຮັດ​ແບບ​ນັ້ນ​ໄດ້​ຍ້ອນ​ເພິ່ນ​ຮູ້​ວ່າ​ຄ່າໄຖ່​ທີ່​ເພິ່ນ​ຈະ​ສະລະ​ໃນ​ອະນາຄົດ​ສາມາດ​ລົບລ້າງ​ບາບ​ຂອງ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ໄດ້.—ມທ. 9:2-6