ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 10

ເພງ​ທີ 13 ພະຄລິດ​ເປັນ​ແບບ​ຢ່າງ​ຂອງ​ເຮົາ

ຕິດຕາມ​ພະ​ເຢຊູ​ຕໍ່ໆ​ໄປ​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ

ຕິດຕາມ​ພະ​ເຢຊູ​ຕໍ່ໆ​ໄປ​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ

“ຖ້າ​ຜູ້​ໃດ​ຢາກ​ຕິດຕາມ​ຂ້ອຍ ກໍ​ໃຫ້​ຜູ້​ນັ້ນ​ເຊົາ​ໃຊ້​ຊີວິດ​ເພື່ອ​ໂຕເອງ ແລະ​ຍອມ​ແບກ​ເສົາ​ທໍລະມານ​ຂອງ​ໂຕເອງ​ທຸກໆ​ມື້ ແລ້ວ​ຕິດຕາມ​ຂ້ອຍ​ຕໍ່ໆ​ໄປ.”ລກ. 9:23

ຈຸດ​ສຳຄັນ

ບົດຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ທຸກ​ຄົນ​ໃຫ້​ເຫັນ​ວ່າ​ການ​ອຸທິດໂຕ​ມີ​ຜົນ​ແນວ​ໃດ​ຕໍ່​ຊີວິດ​ຂອງ​ເຮົາ ແລະ​ຍັງ​ຈະ​ຊ່ວຍ​ຄົນ​ທີ່​ຫາກໍ​ຮັບ​ບັບເຕມາ​ໃຫ້​ສັດຊື່​ຕໍ່​ພະ​ເຢໂຫວາ​ຕໍ່ໆ​ໄປ​ໄດ້.

1-2. ເຮົາ​ໄດ້​ຮັບ​ສິ່ງ​ດີໆ​ຫຍັງ​ແດ່​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ?

 ເຮົາ​ດີໃຈ​ທີ່​ໄດ້​ຮັບ​ບັບເຕມາ​ແລະ​ໄດ້​ເຂົ້າ​ມາ​ຢູ່​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ. ເຮົາ​ຮູ້ສຶກ​ເປັນ​ກຽດ​ແທ້ໆ​ທີ່​ໄດ້​ໃກ້ຊິດ​ກັບ​ພະ​ເຢໂຫວາ. ເຮົາ​ເຫັນດີ​ກັບ​ຄຳເວົ້າ​ຂອງ​ດາວິດ​ຜູ້​ຂຽນ​ປຶ້ມ​ເພງ​ສັນລະເສີນ​ທີ່​ວ່າ: “ຄົນ​ທີ່​ມີ​ຄວາມ​ສຸກ​ແມ່ນ​ຄົນ​ທີ່ [ພະ​ເຢໂຫວາ] ເລືອກ​ແລະ​ຊວນ​ໃຫ້​ມາ​ຢູ່​ໃກ້​ພະອົງ ເພື່ອ​ໃຫ້​ມາ​ຢູ່​ເດີ່ນ​ວິຫານ​ຂອງ​ພະອົງ.”—ພສ. 65:4

2 ພະ​ເຢໂຫວາ​ບໍ່​ໄດ້​ໃຫ້​ທຸກ​ຄົນ​ເຂົ້າ​ມາ​ໃນ​ຄອບຄົວ​ຂອງ​ເພິ່ນ. ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ກ່ອນ ມີ​ແຕ່​ຄົນ​ທີ່​ຢາກ​ຮູ້​ຈັກ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ເທົ່າ​ນັ້ນ​ເພິ່ນ​ຈຶ່ງ​ໃຫ້​ມາ​ໃກ້ຊິດ​ກັບ​ເພິ່ນ​ໄດ້. (ຢກບ. 4:8) ເມື່ອ​ເຈົ້າ​ອຸທິດໂຕ​ແລະ​ຮັບ​ບັບເຕມາ ເຈົ້າ​ກໍ​ຈະ​ມີ​ສາຍສຳພັນ​ທີ່​ພິເສດ​ກັບ​ພະ​ເຢໂຫວາ ແລະ​ເຈົ້າກໍ​ໝັ້ນໃຈ​ໄດ້​ວ່າ​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ ພະ​ເຢໂຫວາ​ຈະ “ເທ​ພອນ​ມາ​ໃສ່​ເຈົ້າ​ຈົນ​ເຫຼືອເຟືອ.”—ມລກ. 3:10; ຢຣມ. 17:7, 8

3. ຄລິດສະຕຽນ​ທີ່​ອຸທິດໂຕ​ແລະ​ຮັບ​ບັບເຕມາ​ແລ້ວ​ມີ​ໜ້າທີ່​ສຳຄັນ​ຫຍັງ? (ປັນຍາຈານ 5:4, 5)

3 ການ​ຮັບ​ບັບເຕມາ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ເປັນ​ຜູ້​ຮັບໃຊ້​ພະ​ເຢໂຫວາ. ເມື່ອ​ເຈົ້າ​ຮັບ​ບັບເຕມາ​ແລ້ວ ເຈົ້າ​ຕ້ອງ​ພະຍາຍາມ​ເຕັມທີ​ທີ່​ຈະ​ໃຊ້​ຊີວິດ​ຕາມ​ທີ່​ໄດ້​ອຸທິດໂຕ ເຖິງວ່າ​ຈະ​ເຈິ​ບັນຫາ​ຫຼື​ການ​ລໍ້ໃຈ. (ອ່ານ​ປັນຍາຈານ 5:4, 5) ຍ້ອນ​ເຈົ້າ​ເປັນ​ລູກສິດ​ຂອງ​ພະ​ເຢຊູ ເຈົ້າ​ຈະ​ຮຽນ​ແບບ​ເພິ່ນ​ແລະ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ເພິ່ນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້. (ມທ. 28:19, 20; 1ປຕ. 2:21) ບົດຄວາມ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ແບບ​ນັ້ນ.

ຕິດຕາມ​ພະ​ເຢຊູ​ຕໍ່ໆ​ໄປ​ເຖິງວ່າ​ເຈິ​ບັນຫາ​ແລະ​ການ​ລໍ້ໃຈ

4. ການ​ທີ່​ລູກສິດ​ຂອງ​ພະ​ເຢຊູ “ແບກ​ເສົາ​ທໍລະມານ” ໝາຍຄວາມວ່າ​ແນວ​ໃດ? (ລູກາ 9:23)

4 ຫຼັງ​ຈາກ​ທີ່​ເຈົ້າ​ຮັບ​ບັບເຕມາ​ແລ້ວ ບໍ່​ໄດ້​ໝາຍຄວາມວ່າ​ຊີວິດ​ເຈົ້າ​ຈະ​ບໍ່​ເຈິ​ບັນຫາ. ທີ່ຈິງ ພະ​ເຢຊູ​ບອກ​ຢ່າງ​ຊັດເຈນ​ວ່າ​ລູກສິດ​ຂອງ​ເພິ່ນ​ຈະ​ຕ້ອງ “ແບກ​ເສົາ​ທໍລະມານ​ຂອງ​ໂຕເອງ​ທຸກໆ​ມື້.” (ອ່ານ​ລູກາ 9:23) ພະ​ເຢຊູ​ເວົ້າ​ແບບ​ນີ້​ໝາຍຄວາມວ່າ​ລູກສິດ​ຂອງ​ເພິ່ນ​ຈະ​ເຈິ​ຄວາມ​ຍາກ​ລຳບາກ​ຕະຫຼອດ​ເວລາ​ບໍ? ບໍ່​ແມ່ນ​ແບບ​ນັ້ນ. ເພິ່ນ​ພຽງ​ແຕ່​ເນັ້ນ​ວ່າ​ນອກ​ຈາກ​ເຂົາເຈົ້າ​ໄດ້​ຮັບ​ສິ່ງ​ດີໆ​ແລ້ວ ເຂົາເຈົ້າ​ອາດຈະ​ເຈິ​ບັນຫາ​ໃນ​ຊີວິດ​ນຳ. ບັນຫາ​ບາງ​ຢ່າງ​ອາດ​ໜັກ​ຫຼາຍ​ຈົນ​ເຮັດ​ໃຫ້​ຮູ້ສຶກ​ທຸກໃຈ​ແລະ​ໝົດ​ແຮງ.—2ຕມ. 3:12

5. ພະ​ເຢຊູ​ສັນຍາ​ວ່າ​ຄົນ​ທີ່​ເສຍສະລະ​ຈະ​ໄດ້​ສິ່ງ​ດີໆ​ຫຍັງ​ແດ່?

5 ເຈົ້າ​ອາດ​ເຈິ​ການ​ຕໍ່ຕ້ານ​ຈາກ​ຄົນ​ໃນ​ຄອບຄົວ​ຫຼື​ເສຍ​ໂອກາດ​ທີ່​ຈະ​ຫາ​ເງິນ​ໄດ້​ຫຼາຍໆ ຍ້ອນ​ເຈົ້າ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. (ມທ. 6:33) ຖ້າ​ເປັນ​ແນວ​ນັ້ນ ຂໍ​ໃຫ້​ເຈົ້າ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ​ເພື່ອ​ເພິ່ນ. (ຮຣ. 6:10) ເຈົ້າ​ອາດ​ໄດ້​ເຈິ​ກັບ​ໂຕເອງ​ວ່າ​ຄຳເວົ້າ​ຂອງ​ພະ​ເຢຊູ​ເປັນ​ຈິງທີ່​ວ່າ: “ຜູ້​ໃດ​ທີ່​ໄດ້​ສະລະ​ເຮືອນ ຫຼື​ອ້າຍ​ເອື້ອຍ​ນ້ອງ ຫຼື​ພໍ່​ແມ່ ຫຼື​ລູກ ຫຼື​ໄຮ່​ນາ​ເພື່ອ​ຕິດຕາມ​ຂ້ອຍ​ແລະ​ເພື່ອ​ຂ່າວ​ດີ ຜູ້​ນັ້ນ​ຈະ​ໄດ້​ຄືນ 100 ເທົ່າ​ໃນ​ຍຸກ​ນີ້ ບໍ່​ວ່າ​ຈະ​ເປັນ​ເຮືອນ ອ້າຍ​ເອື້ອຍ​ນ້ອງ ແມ່ ລູກ ຫຼື​ໄຮ່​ນາ ແລະ​ກໍ​ຈະ​ຖືກ​ຂົ່ມເຫງ​ນຳ ແຕ່​ໃນ​ຍຸກ​ໜ້າ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ.” (ມຣກ. 10:29, 30) ສິ່ງ​ດີໆ​ທີ່​ເຈົ້າ​ໄດ້​ໃນ​ຕອນນີ້ ມັນ​ຫຼາຍ​ກວ່າ​ສິ່ງ​ທີ່​ເຈົ້າ​ເສຍສະລະ​ໄປ​ຫຼາຍ​ເທົ່າ.—ພສ. 37:4

6. ເປັນ​ຫຍັງ​ເຈົ້າ​ຍັງ​ຕ້ອງ​ຕໍ່ສູ້​ກັບ “ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ” ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ?

6 ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ ເຈົ້າ​ຍັງ​ຕ້ອງ​ຕໍ່ສູ້​ກັບ “ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ” ຍ້ອນ​ເຈົ້າ​ຍັງ​ເປັນ​ຄົນ​ທີ່​ບໍ່​ສົມບູນແບບ. (1ຢຮ. 2:16) ບາງເທື່ອ ເຈົ້າ​ອາດ​ຮູ້ສຶກ​ຄື​ກັບ​ໂປໂລ. ລາວ​ເວົ້າ​ວ່າ: “ທີ່ຈິງ​ແລ້ວ ໃຈ​ຂ້ອຍ​ມັກ​ກົດໝາຍ​ຂອງ​ພະເຈົ້າ​ຫຼາຍ​ແທ້ໆ ແຕ່​ຂ້ອຍ​ເຫັນ​ກົດ​ອີກ​ຢ່າງ​ໜຶ່ງ​ໃນ​ຮ່າງກາຍ​ທີ່​ຕໍ່ສູ້​ກັບ​ກົດ​ໃນ​ໃຈ​ຂ້ອຍ ແລະ​ເຮັດ​ໃຫ້​ຂ້ອຍ​ຕົກ​ຢູ່​ໃຕ້​ກົດ​ຂອງ​ບາບ​ທີ່​ຢູ່​ໃນ​ຮ່າງກາຍ​ຂ້ອຍ.” (ຣມ. 7:22, 23) ເຈົ້າ​ອາດ​ຮູ້ສຶກ​ທໍ້ໃຈ​ຍ້ອນ​ຕ້ອງ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ. ແຕ່​ຂໍ​ໃຫ້​ເຈົ້າ​ຄິດເຖິງ​ຄຳສັນຍາ​ທີ່​ເຈົ້າ​ໄດ້​ສັນຍາ​ກັບ​ພະ​ເຢໂຫວາ​ຕອນ​ທີ່​ອຸທິດໂຕ. ການ​ຄິດເຖິງ​ເລື່ອງ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຂັ້ມແຂງ​ແລະ​ຕໍ່ສູ້​ກັບ​ການ​ລໍ້ໃຈ​ໄດ້. ທີ່ຈິງ ການ​ຄິດເຖິງ​ຄຳສັນຍາ​ຕອນ​ອຸທິດໂຕ​ຈະ​ຊ່ວຍ​ໃຫ້​ຊີວິດ​ເຈົ້າ​ງ່າຍ​ຂຶ້ນ. ມັນ​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ?

7. ການ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ສັດຊື່​ຕໍ່​ເພິ່ນ​ຕໍ່ໆ​ໄປ?

7 ເມື່ອ​ເຈົ້າ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ ເຈົ້າ​ກໍ​ເຊົາ​ໃຊ້​ຊີວິດ​ເພື່ອ​ໂຕເອງ. ນີ້​ໝາຍຄວາມວ່າ​ເຈົ້າ​ຈະ​ບໍ່​ເຮັດຕາມ​ຄວາມ​ຕ້ອງການ​ຂອງ​ໂຕເອງ​ແລະ​ບໍ່​ຕັ້ງ​ເປົ້າໝາຍ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ບໍ່​ມັກ. (ມທ. 16:24) ດັ່ງນັ້ນ ເມື່ອ​ເຈົ້າ​ເຈິ​ການ​ລໍ້ໃຈ ເຈົ້າ​ຈະ​ບໍ່​ເສຍ​ເວລາ​ມາ​ຄິດ​ວ່າ​ຈະ​ເຮັດ​ແນວ​ໃດ ຍ້ອນ​ເຈົ້າ​ໄດ້​ຕັດສິນໃຈ​ໄວ້​ແລ້ວ​ວ່າ​ຈະ​ສັດຊື່​ຕໍ່​ພະ​ເຢໂຫວາ​ຕໍ່ໆ​ໄປ. ເຈົ້າ​ຕັ້ງໃຈ​ແທ້ໆ​ວ່າ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ສະເໝີ. ຖ້າ​ເຈົ້າ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ຈະ​ເປັນ​ຄື​ກັບ​ໂຢບ. ເຖິງວ່າ​ຈະ​ເຈິ​ການ​ທົດສອບ​ທີ່​ໜັກ​ຫຼາຍ ແຕ່​ລາວ​ກໍ​ຍັງ​ເວົ້າ​ວ່າ “ຂ້ອຍ​ຈະ​ສັດຊື່​ຈົນ​ຮອດ​ມື້​ຕາຍ!”—ໂຢບ 27:5

8. ການ​ຄິດເຖິງ​ຄຳ​ອະທິດຖານ​ຕອນ​ອຸທິດໂຕ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕ້ານທານ​ການ​ລໍ້ໃຈ​ໄດ້​ແນວ​ໃດ?

8 ການ​ຄິດເຖິງ​ຄຳ​ອະທິດຖານ​ຕອນ​ອຸທິດໂຕ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕ້ານທານ​ການ​ລໍ້ໃຈ​ໄດ້. ຕົວຢ່າງ​ເຊັ່ນ: ເຈົ້າ​ຈະ​ຈີບ​ຜົວ​ຫຼື​ເມຍ​ຂອງ​ຄົນ​ອື່ນ​ບໍ? ເຈົ້າ​ບໍ່​ເຮັດ​ເດັດຂາດ ຍ້ອນ​ເຈົ້າ​ໄດ້​ສັນຍາ​ກັບ​ພະ​ເຢໂຫວາ​ແລ້ວ​ວ່າ​ຈະ​ບໍ່​ເຮັດ​ແບບ​ນັ້ນ. ຖ້າ​ເຈົ້າ​ບໍ່​ປ່ອຍ​ໃຫ້​ໂຕເອງ​ມີ​ຄວາມ​ຮູ້ສຶກ​ຈັ່ງ​ຊັ້ນ ເຈົ້າ​ກໍ​ບໍ່​ຕ້ອງ​ເມື່ອຍ​ກັບ​ການ​ກຳຈັດ​ຄວາມ​ຄິດ​ທີ່​ບໍ່​ດີ​ແນວ​ນັ້ນ​ອອກໄປ ແລະ​ເຈົ້າ​ຈະ​ບໍ່​ເຂົ້າ​ໄປ​ໃນ “ທາງ​ຂອງ​ຄົນ​ຊົ່ວ.”—ສພສ. 4:14, 15

9. ການ​ຄິດເຖິງ​ຄຳ​ອະທິດຖານ​ຕອນ​ອຸທິດໂຕ​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ເອົາ​ການ​ນະມັດສະການ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ?

9 ຖ້າ​ມີ​ຄົນ​ສະເໜີ​ວຽກ​ໃຫ້​ເຈົ້າ ແຕ່​ວຽກ​ນັ້ນ​ເຮັດ​ໃຫ້​ເຈົ້າ​ໄປ​ປະຊຸມ​ເປັນ​ປະຈຳ​ບໍ່​ໄດ້​ເດ? ເຈົ້າ​ຈະ​ປະຕິເສດ​ວຽກ​ນັ້ນ​ແນ່ນອນ ຍ້ອນ​ເຈົ້າ​ໄດ້​ຕັດສິນໃຈ​ໄວ້​ແລ້ວ​ວ່າ​ຈະ​ບໍ່​ຮັບ​ເອົາ​ວຽກ​ທີ່​ເຮັດ​ໃຫ້​ເຈົ້າ​ຂາດ​ການ​ປະຊຸມ. ເມື່ອ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ບໍ່​ຕ້ອງ​ມາ​ນັ່ງ​ອຸກໃຈ​ວ່າ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ບໍ່​ເສຍ​ວຽກ​ນີ້​ແລະ​ໃນ​ເວລາ​ດຽວ​ກັນ​ກໍ​ຕ້ອງ​ໄປ​ປະຊຸມ​ນຳ. ພະ​ເຢຊູ​ຕັ້ງໃຈ​ແທ້ໆ​ທີ່​ຈະ​ເຮັດ​ໃຫ້​ພໍ່​ຂອງ​ເພິ່ນ​ພໍໃຈ​ສະເໝີ. ຄ້າຍຄື​ກັນ ຍ້ອນ​ເຈົ້າ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ​ແລ້ວ ຖ້າ​ເຈົ້າ​ຮູ້​ວ່າ​ມີ​ຫຍັງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ມັກ ເຈົ້າ​ກໍ​ຈະ​ເຮັດ​ຄື​ກັບ​ພະ​ເຢຊູ​ໂດຍ​ປະຕິເສດ​ທັນທີ​ແລະ​ບໍ່​ລັງເລ.—ມທ. 4:10; ຢຮ. 8:29

10. ເພື່ອ​ເຈົ້າ​ຈະ​ຕິດຕາມ​ພະ​ເຢຊູ​ຕໍ່ໆ​ໄປ ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ?

10 ທີ່ຈິງ ເມື່ອ​ເຈິ​ບັນຫາ​ຫຼື​ການ​ລໍ້ໃຈ ນັ້ນ​ເປັນ​ໂອກາດ​ທີ່​ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ຕັ້ງໃຈ​ທີ່​ຈະ​ຕິດຕາມ​ພະ​ເຢຊູ​ຕໍ່ໆ​ໄປ. ເມື່ອ​ເຮັດ​ແບບ​ນີ້ ເຈົ້າ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ. ຄຳພີ​ໄບເບິນ​ບອກ​ວ່າ: “ພະເຈົ້າ​ສັດຊື່ ເພິ່ນ​ຈະ​ບໍ່​ປ່ອຍ​ໃຫ້​ເຈົ້າ​ຖືກ​ລໍ້ໃຈ​ຈົນ​ອົດທົນ​ບໍ່​ໄດ້ ແລະ​ເມື່ອ​ເຈົ້າ​ຖືກ​ລໍ້ໃຈ ເພິ່ນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ທາງ​ອອກ​ເພື່ອ​ຈະ​ອົດທົນ​ໄດ້.”—1ກຣ. 10:13

ເຈົ້າ​ຈະ​ຕິດຕາມ​ພະ​ເຢຊູ​ຕໍ່ໆ​ໄປ​ໄດ້​ແນວ​ໃດ?

11. ວິທີ​ໜຶ່ງ​ທີ່​ດີ​ທີ່​ສຸດ​ສຳລັບ​ເຈົ້າ​ທີ່​ຈະ​ຕິດຕາມ​ພະ​ເຢຊູ​ຕໍ່ໆ​ໄປ​ແມ່ນ​ຫຍັງ? (ເບິ່ງ​ຮູບ​ນຳ)

11 ພະ​ເຢຊູ​ໝັ່ນ​ປະກາດ​ແລະ​ເພິ່ນ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ສະເໝີ​ໂດຍ​ການ​ອະທິດຖານ. (ລກ. 6:12) ທີ່ຈິງ ວິທີ​ໜຶ່ງ​ທີ່​ດີ​ທີ່​ສຸດ​ສຳລັບ​ເຈົ້າ​ທີ່​ຈະ​ຕິດຕາມ​ພະ​ເຢຊູ​ຕໍ່ໆ​ໄປ​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ​ແມ່ນ ເຈົ້າ​ຕ້ອງ​ເຮັດ​ສິ່ງ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຄຳພີ​ໄບເບິນ​ບອກ​ວ່າ: “ບໍ່​ວ່າ​ພວກ​ເຮົາ​ຈະ​ກ້າວໜ້າ​ຫຼາຍ​ສ່ຳ​ໃດ ກໍ​ຂໍ​ໃຫ້​ພວກ​ເຮົາ​ກ້າວໜ້າ​ແບບ​ນັ້ນ​ຕໍ່​ໄປ​ເລື້ອຍໆ.” (ຟລປ. 3:16) ບາງ​ເທື່ອ​ເຈົ້າ​ໄດ້​ຍິນ​ວ່າ​ພີ່ນ້ອງ​ຫຼາຍ​ຄົນ​ພະຍາຍາມ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເຊັ່ນ: ເຂົາເຈົ້າ​ເຂົ້າ​ໂຮງຮຽນ​ສຳລັບ​ຜູ້​ປະກາດ​ລາຊະອານາຈັກ ຫຼື​ຍ້າຍ​ໄປ​ບ່ອນ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ຖ້າ​ເຈົ້າ​ສາມາດ​ຕັ້ງ​ເປົ້າໝາຍ​ແບບ​ນັ້ນ​ໄດ້ ກໍ​ໃຫ້​ເຮັດ​ໂລດ. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຢາກ​ຮັບໃຊ້​ເພິ່ນ​ຫຼາຍ​ຂຶ້ນ. (ກຈກ. 16:9) ແຕ່​ຖ້າ​ຕອນນີ້​ເຈົ້າ​ຍັງ​ເຮັດ​ແບບ​ນັ້ນ​ບໍ່​ໄດ້​ເດ? ຢ່າ​ຄິດ​ວ່າ​ເຈົ້າ​ເຮັດ​ບໍ່​ໄດ້​ດີ​ຫຼື​ດ້ອຍ​ກວ່າ​ພີ່ນ້ອງ​ຄົນ​ອື່ນ. ສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ຄລິດສະຕຽນ​ແມ່ນ​ຄວາມ​ອົດທົນ. (ມທ. 10:22) ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ຫຼາຍ​ເມື່ອ​ເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ເຮັດ​ໄດ້​ຕາມ​ຄວາມ​ສາມາດ​ແລະ​ສະພາບການ​ຂອງ​ເຈົ້າ. ນີ້​ເປັນ​ວິທີ​ທີ່​ສຳຄັນ​ທີ່​ເຈົ້າ​ຈະ​ຕິດຕາມ​ພະ​ເຢຊູ​ຕໍ່ໆ​ໄປ​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ.—ພສ. 26:1

ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ ໃຫ້​ເຈົ້າ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ (ເບິ່ງ​ຂໍ້ 11)


12-13. ຖ້າ​ຄວາມ​ກະຕືລືລົ້ນ​ຂອງ​ເຈົ້າ​ເລີ່ມ​ຫຼຸດ​ລົງ ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໄດ້? (1 ໂກຣິນໂທ 9:16, 17) (ເບິ່ງ​ຂອບ “ ຢູ່​ໃນ​ການ​ແລ່ນ​ແຂ່ງ​ຕໍ່ໆ​ໄປ” ນຳ)

12 ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ຮູ້ສຶກ​ວ່າ​ເຈົ້າ​ບໍ່​ໄດ້​ອະທິດຖານ​ຈາກ​ໃຈ​ຫຼື​ບໍ່​ມ່ວນ​ກັບ​ວຽກ​ປະກາດ? ຫຼື​ຕອນນີ້​ເຈົ້າ​ບໍ່​ມັກ​ອ່ານ​ຄຳພີ​ໄບເບິນ​ຄື​ກັບ​ແຕ່​ກີ້? ຖ້າ​ເຈົ້າ​ເລີ່ມ​ຮູ້ສຶກ​ແບບ​ນີ້​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ ຢ່າ​ຟ້າວ​ສະຫຼຸບ​ວ່າ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ບໍ່​ຢູ່​ກັບ​ເຈົ້າ​ແລ້ວ. ເຮົາ​ເປັນ​ຄົນ​ບໍ່​ສົມບູນແບບ ບາງ​ເທື່ອ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ກໍ​ຂຶ້ນໆ​ລົງໆ. ຖ້າ​ເຈົ້າ​ເລີ່ມ​ຮູ້ສຶກ​ວ່າ​ຄວາມ​ກະຕືລືລົ້ນ​ຂອງ​ເຈົ້າ​ຫຼຸດ​ລົງ ຂໍ​ໃຫ້​ຄິດເຖິງ​ຕົວຢ່າງ​ຂອງ​ໂປໂລ. ເຖິງວ່າ​ລາວ​ພະຍາຍາມ​ຮຽນ​ແບບ​ພະ​ເຢຊູ ແຕ່​ລາວ​ຮູ້​ວ່າ​ບາງ​ເທື່ອ​ລາວ​ກໍ​ຮູ້ສຶກ​ວ່າ​ບໍ່​ມີ​ຄວາມ​ກະຕືລືລົ້ນ​ທີ່​ຈະ​ເຮັດ. (ອ່ານ 1 ໂກຣິນໂທ 9:16, 17) ລາວ​ເວົ້າ​ວ່າ: “ເຖິງ​ຂ້ອຍ​ຈະ​ບໍ່​ເຕັມໃຈ ຂ້ອຍ​ກໍ​ຍັງ​ຕ້ອງ​ເຮັດ​ຍ້ອນ​ເປັນ​ໜ້າທີ່​ທີ່​ຂ້ອຍ​ໄດ້​ຮັບ​ມອບໝາຍ.” ເວົ້າ​ອີກ​ຢ່າງ​ໜຶ່ງ​ແມ່ນ ໂປໂລ​ຕັ້ງໃຈ​ທີ່​ຈະ​ເຮັດ​ວຽກ​ປະກາດ​ໃຫ້​ສຳເລັດ​ເຖິງວ່າ​ບໍ່​ຢາກ​ເຮັດ.

13 ຢ່າ​ໃຫ້​ອາລົມ​ຄວາມ​ຮູ້ສຶກ​ເປັນ​ສິ່ງ​ກຳນົດ​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ຫຼື​ບໍ່​ເຮັດ​ຫຍັງ. ໃຫ້​ເຈົ້າ​ຕັ້ງໃຈ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໆ​ໄປ​ເຖິງວ່າ​ເຈົ້າ​ອາດຈະ​ບໍ່​ຢາກ​ເຮັດ. ຖ້າ​ເຈົ້າ​ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໆ​ໄປ ເມື່ອ​ເວລາ​ຜ່ານ​ໄປ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ກັບ​ມັນ​ຫຼາຍ​ຂຶ້ນ. ໃຫ້​ເຈົ້າ​ເຮັດ​ກິດຈະກຳ​ຂອງ​ຄລິດສະຕຽນ​ເປັນ​ປະຈຳ ເຊັ່ນ: ສຶກສາ​ສ່ວນ​ໂຕ ອະທິດຖານ ໄປ​ປະຊຸມ ແລະ​ໄປ​ປະກາດ. ການ​ເຮັດ​ສິ່ງ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕິດຕາມ​ພະ​ເຢຊູ​ຕໍ່ໆ​ໄປ​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ. ເມື່ອ​ພີ່ນ້ອງ​ເຫັນ​ເຈົ້າ​ພະຍາຍາມ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ ເຂົາເຈົ້າ​ກໍ​ໄດ້​ກຳລັງ​ໃຈ.—1ທຊ. 5:11

ໃຫ້ “ກວດ​ເບິ່ງ​ໂຕເອງ​ຢູ່​ສະເໝີ”

14. ເຈົ້າ​ຄວນ​ກວດ​ເບິ່ງ​ຫຍັງ​ຢູ່​ສະເໝີ​ແລະ​ຍ້ອນຫຍັງ? (2 ໂກຣິນໂທ 13:5)

14 ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ ເປັນ​ສິ່ງ​ສຳຄັນ​ທີ່​ເຈົ້າ​ຈະ​ກວດ​ເບິ່ງ​ໂຕເອງ​ຢູ່​ສະເໝີ. (ອ່ານ 2 ໂກຣິນໂທ 13:5) ໃຫ້​ເຈົ້າ​ສັງເກດ​ເບິ່ງ​ໂຕເອງ​ເປັນ​ໄລຍະໆ​ວ່າ​ເຈົ້າ​ເຮັດ​ສິ່ງ​ເຫຼົ່າ​ນີ້​ເປັນ​ປະຈຳ​ບໍ່ ເຊັ່ນ: ອະທິດຖານ ອ່ານ​ແລະ​ຄົ້ນຄວ້າ​ຄຳພີ​ໄບເບິນ ໄປ​ປະຊຸມ ແລະ​ໄປ​ປະກາດ. ໃຫ້​ພະຍາຍາມ​ຊອກ​ວິທີ​ທີ່​ເຈົ້າ​ຈະ​ມ່ວນ​ແລະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຂຶ້ນ​ຈາກ​ສິ່ງ​ເຫຼົ່າ​ນີ້. ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ອະທິບາຍ​ຄຳສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ​ໃຫ້​ຄົນ​ອື່ນ​ໄດ້​ບໍ? ຂ້ອຍ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ມ່ວນ​ກັບ​ວຽກ​ປະກາດ​ຫຼາຍ​ຂຶ້ນ? ຄຳ​ອະທິດຖານ​ຂອງ​ຂ້ອຍ​ເປັນ​ແບບ​ເຈາະຈົງ​ແລະ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ຂ້ອຍ​ໄວ້​ວາງໃຈ​ພະ​ເຢໂຫວາ​ແທ້ໆ? ຂ້ອຍ​ໄປ​ປະຊຸມ​ເປັນ​ປະຈຳ​ບໍ? ຂ້ອຍ​ຈະ​ຕັ້ງໃຈ​ຟັງ​ແລະ​ອອກ​ຄຳ​ຄິດ​ເຫັນ​ຫຼາຍ​ຂຶ້ນ​ຢູ່​ການ​ປະຊຸມ​ໄດ້​ແນວ​ໃດ?’

15-16. ເຈົ້າ​ໄດ້​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ກ່ຽວກັບ​ການ​ຕ້ານທານ​ການ​ລໍ້ໃຈ?

15 ເຈົ້າ​ຕ້ອງ​ກວດ​ເບິ່ງ​ໂຕເອງ​ແບບ​ກົງ​ໄປ​ກົງ​ມາ​ວ່າ​ເຈົ້າ​ຍັງ​ມີ​ຈຸດອ່ອນ​ຫຍັງ. ເຮົາ​ເຫັນ​ເລື່ອງ​ນີ້​ຈາກ​ປະສົບການ​ຂອງ​ພີ່ນ້ອງ​ໂຣເບີດ. ລາວ​ເລົ່າ​ວ່າ: “ຕອນ​ຂ້ອຍ​ອາຍຸ​ປະມານ 20 ປີ ຂ້ອຍ​ເຮັດ​ວຽກ​ບໍ່​ເຕັມ​ເວລາ. ມື້​ໜຶ່ງ​ຫຼັງ​ຈາກ​ເລີກ​ວຽກ ໝູ່​ຜູ້​ຍິງ​ທີ່​ເຮັດ​ວຽກ​ນຳ​ກັນ​ຊວນ​ຂ້ອຍ​ໄປ​ເຮືອນ​ລາວ. ລາວ​ເວົ້າ​ວ່າ: ‘ຊິ​ມີ​ແຕ່​ເຮົາ 2 ຄົນ​ຢູ່​ເຮືອນ​ແລະ​ພວກ​ເຮົາ​ຈະ​ມີ​ຄວາມ​ສຸກ​ນຳ​ກັນ.’ ທຳອິດ​ຂ້ອຍ​ບໍ່​ກ້າ​ບອກ​ກົງໆ ແລະ​ຊອກ​ເຫດຜົນ​ມາ​ອ້າງ ແຕ່​ສຸດທ້າຍ​ຂ້ອຍ​ກໍ​ປະຕິເສດ​ແລະ​ອະທິບາຍ​ວ່າ​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ບໍ່​ໄປ.” ເປັນ​ຕາ​ຊົມເຊີຍ​ແທ້ໆ​ທີ່​ໂຣເບີດ​ຕ້ານທານ​ການ​ລໍ້ໃຈ​ໄດ້. ແຕ່​ຕໍ່​ມາ​ເມື່ອ​ລາວ​ຄິດຄືນ​ກ່ຽວກັບ​ເລື່ອງ​ນັ້ນ ລາວ​ຄິດ​ວ່າ​ໜ້າ​ຈະ​ເຮັດ​ໄດ້​ດີ​ກວ່າ​ນັ້ນ. ລາວ​ຍອມຮັບ​ວ່າ: “ຂ້ອຍ​ຄວນ​ປະຕິເສດ​ທັນທີ​ແລະ​ໃຫ້​ໜັກແໜ້ນ​ຄື​ກັບ​ທີ່​ໂຢເຊັບ​ເວົ້າ​ກັບ​ເມຍ​ຂອງ​ໂປຕີຟາ. (ປຖກ. 39:7-9) ຂ້ອຍ​ແປກໃຈ​ວ່າ​ເປັນ​ຫຍັງ​ຄື​ຍາກ​ແທ້​ທີ່​ຈະ​ປະຕິເສດ​ຜູ້​ຍິງ​ຄົນ​ນັ້ນ. ເລື່ອງ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ເຫັນ​ວ່າ​ຂ້ອຍ​ຕ້ອງ​ເຮັດ​ໃຫ້​ສາຍສຳພັນ​ຂອງ​ຂ້ອຍ​ກັບ​ພະ​ເຢໂຫວາ​ແໜ້ນແຟ້ນ​ຂຶ້ນ.”

16 ຕົວຢ່າງ​ຂອງ​ໂຣເບີດ​ເຮັດ​ໃຫ້​ເຫັນ​ວ່າ ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ກວດ​ເບິ່ງ​ໂຕເອງ. ເຖິງວ່າ​ເຈົ້າ​ຕ້ານທານ​ການ​ລໍ້ໃຈ​ໄດ້​ສຳເລັດ ແຕ່​ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ໃຊ້​ເວລາ​ດົນ​ບໍ​ຈຶ່ງ​ປະຕິເສດ​ໄດ້?’ ຖ້າ​ເຫັນ​ວ່າ​ຕ້ອງ​ປັບປຸງ​ໂຕເອງ ກໍ​ຢ່າ​ຟ້າວ​ທໍ້ໃຈ ແຕ່​ໃຫ້​ດີໃຈ​ທີ່​ຕອນນີ້​ເຈົ້າ​ເຫັນ​ຈຸດອ່ອນ​ຂອງ​ໂຕເອງ​ທີ່​ຕ້ອງ​ປັບປຸງ. ໃຫ້​ອະທິດຖານ​ຫາ​ພະ​ເຢໂຫວາ​ກ່ຽວກັບ​ເລື່ອງ​ນັ້ນ ແລະ​ພະຍາຍາມ​ເຮັດ​ສິ່ງ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ໃຊ້​ຊີວິດ​ຕາມ​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ພະ​ເຢໂຫວາ.—ພສ. 139:23, 24

17. ເລື່ອງ​ຂອງ​ໂຣເບີດ​ກ່ຽວຂ້ອງ​ແນວ​ໃດ​ກັບ​ຊື່​ສຽງ​ຂອງ​ພະ​ເຢໂຫວາ?

17 ເລື່ອງ​ຂອງ​ໂຣເບີດ​ຍັງ​ບໍ່​ຈົບ. ລາວ​ເລົ່າ​ຕໍ່​ວ່າ: “ຫຼັງ​ຈາກ​ທີ່​ຂ້ອຍ​ປະຕິເສດ​ຜູ້​ຍິງ​ຄົນ​ນັ້ນ ລາວ​ກໍ​ເວົ້າ​ວ່າ: ‘ເຈົ້າ​ຜ່ານ​ການ​ທົດສອບ​ແລ້ວ!’ ຂ້ອຍ​ຖາມ​ລາວ​ວ່າ: ‘ເຈົ້າ​ໝາຍຄວາມວ່າ​ແນວ​ໃດ?’ ລາວ​ບອກ​ວ່າ​ໝູ່​ຂອງ​ລາວ​ທີ່​ເຄີຍ​ເປັນ​ພະຍານ​ພະ​ເຢໂຫວາ​ບອກ​ວ່າ ພະຍານ​ພະ​ເຢໂຫວາ​ທຸກ​ຄົນ​ທີ່​ເປັນ​ໄວລຸ້ນ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ. ເຂົາເຈົ້າ​ຈະ​ລັກ​ເຮັດ​ຜິດ​ຖ້າ​ມີ​ໂອກາດ. ຜູ້​ຍິງ​ຄົນ​ນັ້ນ​ຈຶ່ງ​ບອກ​ໝູ່​ວ່າ​ລາວ​ຈະ​ທົດສອບ​ເບິ່ງ​ວ່າ​ຂ້ອຍ​ເປັນ​ແບບ​ນັ້ນ​ບໍ່. ເມື່ອ​ໄດ້​ຍິນ​ຈັ່ງ​ຊັ້ນ ຂ້ອຍ​ກໍ​ດີໃຈ​ແທ້ໆ​ທີ່​ບໍ່​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍ​ຊື່​ສຽງ!”

18. ເຈົ້າ​ຕັ້ງໃຈ​ຈະ​ເຮັດ​ຫຍັງ​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ? (ເບິ່ງ​ຂອບ “ ບົດຄວາມ​ຊຸດ​ທີ່​ເຈົ້າ​ຈະ​ມັກ” ນຳ)

18 ເມື່ອ​ເຈົ້າ​ອຸທິດໂຕ​ແລະ​ຮັບ​ບັບເຕມາ ເຈົ້າ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ຢາກ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ. ເຈົ້າ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຮູ້​ວ່າ​ເຈົ້າ​ກຳລັງ​ເຈິ​ກັບ​ບັນຫາ​ຫຍັງ​ແລະ​ຕ້ອງ​ຕ້ານທານ​ກັບ​ການ​ລໍ້ໃຈ​ແບບ​ໃດ. ເພິ່ນ​ຈະ​ອວຍພອນ​ເຈົ້າ​ທີ່​ພະຍາຍາມ​ຮັກສາ​ຄວາມ​ສັດຊື່. ເຈົ້າ​ໝັ້ນໃຈ​ໄດ້​ວ່າ​ເພິ່ນ​ຈະ​ໃຫ້​ພະລັງ​ບໍລິສຸດ​ກັບ​ເຈົ້າ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ມີ​ກຳລັງ​ທີ່​ຈະ​ຮັກສາ​ຄວາມ​ສັດຊື່​ຕໍ່ໆ​ໄປ. (ລກ. 11:11-13) ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕິດຕາມ​ພະ​ເຢຊູ​ຕໍ່ໆ​ໄປ​ໄດ້​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ.

ເຈົ້າ​ຈະ​ຕອບ​ແນວ​ໃດ?

  • ການ​ທີ່​ຄລິດສະຕຽນ “ແບກ​ເສົາ​ທໍລະມານ​ຂອງ​ໂຕເອງ​ທຸກໆ​ມື້” ໝາຍຄວາມວ່າ​ແນວ​ໃດ?

  • ເຈົ້າ​ຈະ​ຕິດຕາມ​ພະ​ເຢຊູ​ຕໍ່ໆ​ໄປ​ໄດ້​ແນວ​ໃດ​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ?

  • ການ​ຄິດເຖິງ​ຄຳ​ອະທິດຖານ​ຕອນ​ອຸທິດໂຕ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ຮັກສາ​ຄວາມ​ສັດຊື່​ຕໍ່​ພະ​ເຢໂຫວາ​ຕໍ່ໆ​ໄປ?

ເພງ​ທີ 89 ຟັງ ເຮັດຕາມ ແລ້ວ​ຈະ​ໄດ້​ພອນ

a ພາສາ​ໄທ