ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 13

ເພງ​ທີ 127 ຂ້ອຍ​ຄວນ​ເປັນ​ຄົນ​ແບບ​ໃດ

ເຈົ້າ​ຈະ​ໝັ້ນໃຈ​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ພໍໃຈ​ເຈົ້າ?

ເຈົ້າ​ຈະ​ໝັ້ນໃຈ​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ພໍໃຈ​ເຈົ້າ?

“ພໍ່​ພໍໃຈ​ລູກ​ຫຼາຍ.”ລກ. 3:22

ຈຸດ​ສຳຄັນ

ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ພໍໃຈ​ເຈົ້າ?

1. ຜູ້​ຮັບໃຊ້​ທີ່​ສັດຊື່​ບາງ​ຄົນ​ຂອງ​ພະ​ເຢໂຫວາ​ອາດ​ສົງໄສ​ເລື່ອງ​ຫຍັງ?

 ເຮົາ​ດີໃຈ​ແທ້ໆ​ທີ່​ຮູ້​ວ່າ “ພະ​ເຢໂຫວາ​ພໍໃຈ​ປະຊາຊົນ​ຂອງ​ເພິ່ນ.” (ພສ. 149:4) ແຕ່​ບາງ​ເທື່ອ​ບາງ​ຄົນ​ກໍ​ຮູ້ສຶກ​ບໍ່​ໝັ້ນໃຈ​ແລະ​ອາດ​ສົງໄສ​ວ່າ: ‘ພະ​ເຢໂຫວາ​ພໍໃຈ​ເຂົາເຈົ້າ​ແທ້ໆ​ບໍ?’ ຜູ້​ຮັບໃຊ້​ທີ່​ສັດຊື່​ຫຼາຍ​ຄົນ​ຂອງ​ພະ​ເຢໂຫວາ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ​ກໍ​ຮູ້ສຶກ​ແບບ​ນີ້.—1ຊມ. 1:6-10; ໂຢບ 29:2, 4; ພສ. 51:11

2. ພະ​ເຢໂຫວາ​ພໍໃຈ​ຄົນ​ແບບ​ໃດ?

2 ຄຳພີ​ໄບເບິນ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ຄົນ​ທີ່​ບໍ່​ສົມບູນແບບ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ໄດ້. ເປັນ​ໄປ​ໄດ້​ແນວ​ໃດ? ເປັນ​ໄປ​ໄດ້​ເມື່ອ​ເຮົາ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ແລະ​ຮັບ​ບັບເຕມາ. (ຢຮ. 3:16) ດັ່ງນັ້ນ ເຮົາ​ຕ້ອງ​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ເຮົາ​ກັບໃຈ​ແທ້ໆ​ຈາກ​ການ​ເຮັດ​ຜິດ​ແລະ​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ເຮົາ​ໄດ້​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ເພື່ອ​ຈະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ. (ກຈກ. 2:38; 3:19) ພະ​ເຢໂຫວາ​ດີໃຈ​ຫຼາຍ​ທີ່​ເຮົາ​ເຮັດ​ສິ່ງ​ເຫຼົ່າ​ນີ້​ເພື່ອ​ຈະ​ສະໜິດ​ກັບ​ເພິ່ນ. ເມື່ອ​ເຮົາ​ໃຊ້​ຊີວິດ​ຕາມ​ການ​ອຸທິດ​ໂຕ​ຕໍ່ໆ​ໄປ ພະ​ເຢໂຫວາ​ຈະ​ພໍໃຈ​ເຮົາ​ແລະ​ຖື​ວ່າ​ເຮົາ​ເປັນ​ໝູ່​ສະໜິດ​ຂອງ​ເພິ່ນ.—ພສ. 25:14

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ແຕ່​ເປັນ​ຫຍັງ​ບາງ​ເທື່ອ​ບາງ​ຄົນ​ຈຶ່ງ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ພໍໃຈ​ເຂົາເຈົ້າ? ມີ​ວິທີ​ໃດ​ແດ່​ທີ່​ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ພໍໃຈ​ເຮົາ? ແລະ​ເຮົາ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ພໍໃຈ​ເຮົາ?

ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ພໍໃຈ​ເຂົາເຈົ້າ?

4-5. ເຖິງ​ເຮົາ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ມີ​ຄ່າ ແຕ່​ເຮົາ​ໝັ້ນໃຈ​ເລື່ອງ​ຫຍັງ?

4 ບາງ​ຄົນ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ມີ​ຄ່າ​ຕັ້ງແຕ່​ເປັນ​ເດັກນ້ອຍ. (ພສ. 88:15) ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຊື່​ເອດຣຽນ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ຕະຫຼອດ​ວ່າ​ໂຕເອງ​ບໍ່​ມີ​ຄ່າ. ຕອນ​ເປັນ​ເດັກນ້ອຍ ຂ້ອຍ​ຈື່​ໄດ້​ວ່າ​ຂ້ອຍ​ອະທິດຖານ​ຂໍ​ໃຫ້​ຄອບຄົວ​ໄດ້​ຢູ່​ໃນ​ໂລກ​ໃໝ່. ແຕ່​ຂ້ອຍ​ຄິດ​ວ່າ​ໂຕເອງ​ຄື​ຊິ​ບໍ່​ໄດ້​ຢູ່​ດອກ​ຍ້ອນ​ຂ້ອຍ​ບໍ່​ດີ​ພໍ.” ໂທ​ນີ້​ທີ່​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ເວົ້າ​ວ່າ: “ພໍ່​ແມ່​ບໍ່​ເຄີຍ​ບອກ​ວ່າ​ເຂົາເຈົ້າ​ຮັກ​ຫຼື​ພູມໃຈ​ໃນ​ໂຕ​ຂ້ອຍ. ມັນ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ເຖິງ​ວ່າ​ຈະ​ເຮັດ​ດີ​ສ່ຳ​ໃດ ເຂົາເຈົ້າ​ກໍ​ບໍ່​ເຄີຍ​ພໍໃຈ.”

5 ຖ້າ​ບາງ​ເທື່ອ​ເຮົາ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ມີ​ຄ່າ ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ຊັກ​ນຳ​ເຮົາ​ໃຫ້​ເຂົ້າ​ມາ​ຫາ​ເພິ່ນ. (ຢຮ. 6:44) ເພິ່ນ​ເຫັນ​ຈຸດ​ດີ​ຂອງ​ເຮົາ​ເຖິງ​ວ່າ​ເຮົາ​ອາດ​ເບິ່ງ​ບໍ່​ເຫັນ ແລະ​ເພິ່ນ​ເບິ່ງ​ຫົວໃຈ​ຂອງ​ເຮົາ. (1ຊມ. 16:7; 2ຂຄ. 6:30) ດັ່ງນັ້ນ ເຮົາ​ໝັ້ນໃຈ​ໄດ້​ແທ້ໆ​ວ່າ​ເມື່ອ​ພະ​ເຢໂຫວາ​ເວົ້າ​ວ່າ​ເຮົາ​ມີ​ຄ່າ ເຮົາ​ກໍ​ມີ​ຄ່າ​ແທ້ໆ.—1ຢຮ. 3:19, 20

6. ໂປໂລ​ຮູ້ສຶກ​ແນວ​ໃດ​ກັບ​ຄວາມ​ຜິດ​ທີ່​ລາວ​ເຄີຍ​ເຮັດ​ຜ່ານ​ມາ?

6 ກ່ອນ​ຮຽນ​ຄຳພີ​ໄບເບິນ ພວກ​ເຮົາ​ບາງ​ຄົນ​ອາດ​ເຄີຍ​ເຮັດ​ບໍ່​ດີ​ແລະ​ຍັງ​ຮູ້ສຶກ​ຜິດ​ຢູ່. (1ປຕ. 4:3) ແມ່ນ​ແຕ່​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ກໍ​ຕ້ອງ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ. ເຈົ້າ​ກໍ​ຕ້ອງ​ຕໍ່ສູ້​ຄື​ກັນ​ບໍ? ບາງ​ເທື່ອ​ເຈົ້າ​ຮູ້ສຶກ​ບໍ​ວ່າ​ພະ​ເຢໂຫວາ​ຍົກໂທດ​ໃຫ້​ເຈົ້າ​ບໍ່​ໄດ້? ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ​ກໍ​ບໍ່​ຕ້ອງ​ອຸກໃຈ. ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ກໍ​ເຄີຍ​ຮູ້ສຶກ​ແບບ​ນີ້. ຕົວຢ່າງ​ເຊັ່ນ: ໂປໂລ​ຮູ້ສຶກ​ບໍ່​ດີ​ຫຼາຍ​ເມື່ອ​ຄິດ​ເຖິງ​ຄວາມ​ບໍ່​ສົມບູນແບບ​ຂອງ​ໂຕເອງ. (ຣມ. 7:24) ເຖິງ​ວ່າ​ໂປໂລ​ໄດ້​ກັບໃຈ​ຈາກ​ຄວາມ​ຜິດ​ທີ່​ລາວ​ເຮັດ​ແລະ​ໄດ້​ຮັບ​ບັບເຕມາ ແຕ່​ລາວ​ກໍ​ຍັງ​ເວົ້າ​ເຖິງ​ໂຕເອງ​ວ່າ​ເປັນ​ຄົນ​ທີ່ “ຕ່ຳຕ້ອຍ​ທີ່​ສຸດ​ໃນ​ພວກ​ອັກຄະສາວົກ” ແລະ​ໃນ​ຄົນ​ບາບ ລາວ “ຊົ່ວ​ທີ່​ສຸດ.”—1ກຣ. 15:9; 1ຕມ. 1:15

7. ເຮົາ​ຕ້ອງ​ຈື່​ຫຍັງ​ໄວ້​ສະເໝີ​ຖ້າ​ເຮົາ​ເຄີຍ​ເຮັດ​ຜິດ?

7 ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ສັນຍາ​ວ່າ​ຈະ​ໃຫ້​ອະໄພ​ເຮົາ​ຖ້າ​ເຮົາ​ກັບໃຈ. (ພສ. 86:5) ດັ່ງນັ້ນ ຖ້າ​ເຮົາ​ເສຍໃຈ​ແທ້ໆ​ທີ່​ເຮົາ​ເຄີຍ​ເຮັດ​ຜິດ ເຮົາ​ກໍ​ໝັ້ນໃຈ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ໄດ້​ວ່າ​ເພິ່ນ​ຈະ​ໃຫ້​ອະໄພ​ເຮົາ​ແທ້ໆ.—ກລຊ. 2:13

8-9. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ຄວາມ​ຮູ້ສຶກ​ທີ່​ວ່າ​ຮັບໃຊ້​ສ່ຳ​ໃດ​ກໍ​ບໍ່​ພໍ​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ?

8 ເຮົາ​ທຸກ​ຄົນ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເຮົາ​ເຮັດ​ໄດ້. ແຕ່ບາງຄົນ​ອາດ​ຮູ້ສຶກ​ວ່າ​ຮັບໃຊ້​ສ່ຳ​ໃດ​ກໍ​ບໍ່​ພໍ​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ອະແມນດ້າ​ຮູ້ສຶກ​ແບບ​ນັ້ນ. ລາວ​ເວົ້າ​ວ່າ: “ຂ້ອຍ​ມັກ​ຄິດ​ວ່າ​ການ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະ​ເຢໂຫວາ​ໝາຍ​ຄວາມ​ວ່າ​ຂ້ອຍ​ຕ້ອງ​ເຮັດ​ໃຫ້​ຫຼາຍ​ຂຶ້ນ​ເລື້ອຍໆ. ຂ້ອຍ​ຈຶ່ງ​ຄາດໝາຍ​ກັບ​ໂຕເອງ​ຫຼາຍ​ກວ່າ​ທີ່​ຂ້ອຍ​ເຮັດ​ໄດ້. ເມື່ອ​ເຮັດ​ບໍ່​ໄດ້​ທັງໝົດ​ຕາມ​ທີ່​ຕັ້ງ​ເປົ້າໝາຍ​ໄວ້ ຂ້ອຍ​ຈຶ່ງ​ຄິດ​ວ່າ​ພະ​ເຢໂຫວາ​ຄື​ຊິ​ຜິດ​ຫວັງ​ໃນ​ໂຕ​ຂ້ອຍ​ຄື​ກັບ​ທີ່​ຂ້ອຍ​ຜິດ​ຫວັງ​ກັບ​ໂຕເອງ.”

9 ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ຄວາມ​ຮູ້ສຶກ​ທີ່​ວ່າ​ຮັບໃຊ້​ສ່ຳ​ໃດ​ກໍ​ບໍ່​ພໍ​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ? ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ເຫດຜົນ. ເພິ່ນ​ບໍ່​ເຄີຍ​ຮຽກ​ຮ້ອງ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້. ເພິ່ນ​ເຫັນຄ່າ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ເພິ່ນ. ນອກ​ຈາກນັ້ນ ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ຄົນ​ໃນ​ຄຳພີ​ໄບເບິນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ ເຊັ່ນ ຕົວຢ່າງ​ຂອງ​ໂປໂລ. ໂປໂລ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ເຕັມທີ​ມາ​ຫຼາຍ​ປີ ເດີນທາງ​ຫຼາຍ​ພັນ​ກິໂລແມັດ ແລະ​ຕັ້ງ​ຫຼາຍ​ປະຊາຄົມ. ແຕ່​ເມື່ອ​ລາວ​ຢູ່​ໃນ​ສະພາບການ​ທີ່​ຮັບໃຊ້​ບໍ່​ໄດ້​ຫຼາຍ​ຄື​ກັບ​ທີ່​ຜ່ານ​ມາ ລາວ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ພໍໃຈ​ລາວ​ບໍ? ລາວ​ບໍ່​ໄດ້​ຄິດ​ແບບ​ນັ້ນ ຍ້ອນ​ລາວ​ພະຍາຍາມ​ເຮັດ​ສິ່ງ​ທີ່​ເຮັດ​ໄດ້​ຕໍ່​ໄປ ແລະ​ພະ​ເຢໂຫວາ​ກໍ​ອວຍພອນ​ລາວ. (ກຈກ. 28:30, 31) ຄ້າຍຄື​ກັນ ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ພະ​ເຢໂຫວາ​ອາດ​ປ່ຽນ​ໄປ​ຕາມ​ສະພາບການ. ແຕ່​ສິ່ງ​ທີ່​ສຳຄັນ​ສຳລັບ​ພະ​ເຢໂຫວາ​ແມ່ນ​ເຫດຜົນ​ທີ່​ເຮົາ​ຮັບໃຊ້​ເພິ່ນ​ຕໍ່ໆ​ໄປ. ເຮົາ​ຈະ​ເບິ່ງ​ວ່າ​ມີ​ວິທີ​ໃດ​ແດ່​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ວ່າ​ເພິ່ນ​ພໍໃຈ​ເຮົາ.

ມີ​ວິທີ​ໃດ​ແດ່​ທີ່​ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ພໍໃຈ​ເຮົາ?

10. ເຮົາ​ຈະ​ໄດ້​ຍິນ​ສຽງ​ຂອງ​ພະ​ເຢໂຫວາ​ແນວ​ໃດ​ທີ່​ບອກ​ວ່າ​ເພິ່ນ​ພໍໃຈ​ເຮົາ? (ໂຢຮັນ 16:27)

10 ໂດຍ​ທາງ​ຄຳພີ​ໄບເບິນ. ພະ​ເຢໂຫວາ​ມັກ​ສະແດງ​ອອກ​ວ່າ​ເພິ່ນ​ຮັກ​ແລະ​ພໍໃຈ​ຜູ້​ຮັບໃຊ້​ຂອງ​ເພິ່ນ. ຄຳພີ​ໄບເບິນ​ເວົ້າ​ເຖິງ 2 ເຫດການ​ທີ່​ພະ​ເຢໂຫວາ​ບອກ​ວ່າ​ພະ​ເຢຊູ​ເປັນ​ລູກ​ທີ່​ເພິ່ນ​ຮັກ ແລະ​ເພິ່ນ​ພໍໃຈ​ພະ​ເຢຊູ​ຫຼາຍ. (ມທ. 3:17; 17:5) ເຈົ້າ​ຢາກ​ໄດ້​ຍິນ​ພະ​ເຢໂຫວາ​ເວົ້າ​ກັບ​ເຈົ້າ​ແບບ​ນີ້​ບໍ? ເຖິງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ເວົ້າ​ແບບ​ນີ້​ກັບ​ເຮົາ​ໂດຍ​ກົງ ແຕ່​ເພິ່ນ​ເວົ້າ​ກັບ​ເຮົາ​ຜ່ານ​ທາງ​ຄຳພີ​ໄບເບິນ. ເຮົາ​ຈະ​ໄດ້​ຍິນ​ສຽງ​ຂອງ​ພະ​ເຢໂຫວາ​ເວົ້າ​ວ່າ​ເພິ່ນ​ພໍໃຈ​ເຮົາ​ເມື່ອ​ເຮົາ​ອ່ານ​ຄຳເວົ້າ​ຂອງ​ພະ​ເຢຊູ​ໃນ​ປຶ້ມ​ຂ່າວດີ 4 ຫົວ. (ອ່ານ​ໂຢຮັນ 16:27) ພະ​ເຢຊູ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ຢ່າງ​ຄົບຖ້ວນ. ດັ່ງນັ້ນ ເມື່ອ​ເຮົາ​ອ່ານ​ເລື່ອງ​ຂອງ​ພະ​ເຢຊູ​ທີ່​ເພິ່ນ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ພໍໃຈ​ພວກ​ລູກສິດ​ເຖິງ​ວ່າ​ເຂົາເຈົ້າ​ບໍ່​ສົມບູນແບບ ເຮົາ​ກໍ​ນຶກພາບ​ອອກ​ເລີຍ​ວ່າ​ພະ​ເຢໂຫວາ​ກໍ​ຮູ້ສຶກ​ແບບ​ນີ້​ກັບ​ເຮົາ​ຄື​ກັນ.—ຢຮ. 15:9, 15

ມີ​ຫຼາຍ​ວິທີ​ທີ່​ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ພໍໃຈ​ເຮົາ (ເບິ່ງ​ຂໍ້ 10)


11. ເປັນ​ຫຍັງ​ເມື່ອ​ເຮົາ​ເຈິ​ຄວາມ​ຍາກ​ລຳບາກ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ບໍ່​ພໍໃຈ​ເຮົາ​ແລ້ວ? (ຢາໂກໂບ 1:12)

11 ໂດຍ​ທາງ​ການ​ກະທຳ. ພະ​ເຢໂຫວາ​ພ້ອມ​ຈະ​ຊ່ວຍ​ເຮົາ​ສະເໝີ ເຊັ່ນ ເພິ່ນ​ຊ່ວຍ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ​ໃນ​ຊີວິດ. ແຕ່​ບາງ​ເທື່ອ​ພະ​ເຢໂຫວາ​ຍອມ​ໃຫ້​ສິ່ງ​ທີ່​ບໍ່​ດີ​ເກີດຂຶ້ນ​ກັບ​ເຮົາ​ຄື​ກັບ​ທີ່​ເພິ່ນ​ຍອມ​ໃຫ້​ເກີດຂຶ້ນ​ກັບ​ໂຢບ. (ໂຢບ 1:8-11) ເມື່ອ​ເຮົາ​ເຈິ​ເລື່ອງ​ແບບ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ບໍ່​ພໍໃຈ​ເຮົາ​ແລ້ວ. ແຕ່​ເປັນ​ໂອກາດ​ທີ່​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ໄວ້ໃຈ​ເພິ່ນ​ຫຼາຍ​ສ່ຳ​ໃດ. (ອ່ານ​ຢາໂກໂບ 1:12) ເມື່ອ​ເຮົາ​ເຈິ​ຄວາມ​ຍາກ​ລຳບາກ ເຮົາ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ເບິ່ງແຍງ​ແລະ​ຊ່ວຍ​ເຫຼືອ​ເຮົາ​ໃຫ້​ອົດທົນ​ຕໍ່ໆ​ໄປ​ໄດ້.

12. ເຮົາ​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງດິມິຕຣີ?

12 ໃຫ້​ເຮົາ​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຊື່​ດິມິຕຣີ​ທີ່​ຢູ່​ອາຊີ. ລາວ​ຕົກ​ວຽກ​ແລະ​ຊອກ​ວຽກ​ບໍ່​ໄດ້​ຫຼາຍ​ເດືອນ. ລາວ​ຈຶ່ງ​ຕັດສິນໃຈ​ວ່າ​ຈະ​ເຮັດ​ວຽກ​ປະກາດ​ຫຼາຍ​ຂຶ້ນ​ເພື່ອ​ສະແດງ​ວ່າ​ລາວ​ໄວ້ໃຈ​ພະ​ເຢໂຫວາ. ຫຼາຍ​ເດືອນ​ຜ່ານ​ໄປ​ລາວ​ກໍ​ຍັງ​ຊອກ​ວຽກ​ບໍ່​ໄດ້. ແລ້ວ​ຕໍ່​ມາ​ລາວ​ກໍ​ບໍ່​ສະບາຍ​ແຮງ​ຈົນ​ລຸກ​ໄປ​ໃສ​ບໍ່​ໄດ້. ລາວ​ເລີ່ມ​ຄິດ​ວ່າ​ໂຕເອງ​ບໍ່​ໄດ້​ເປັນ​ຜົວ​ແລະ​ບໍ່​ໄດ້​ເປັນ​ພໍ່​ທີ່​ດີ ແລະ​ເລີ່ມ​ສົງໄສ​ວ່າ​ພະ​ເຢໂຫວາ​ຍັງ​ພໍໃຈ​ລາວ​ຢູ່​ບໍ? ຕອນ​ແລງ​ມື້​ໜຶ່ງ ລູກ​ສາວ​ຂອງ​ລາວ​ໄດ້​ພິມ​ຂໍ້​ຄຳພີ​ໃນ​ເອຊາຢາ 30:15 ໃສ່​ເຈ້ຍ ຂໍ້​ນັ້ນ​ເວົ້າ​ວ່າ: “ຖ້າ​ພວກ​ເຈົ້າ​ເຮັດ​ໃຈ​ໃຫ້​ສະຫງົບ​ແລະ​ໄວ້​ວາງໃຈ​ເຮົາ ພວກ​ເຈົ້າ​ຈະ​ເຂັ້ມແຂງ.” ລູກ​ສາວ​ເອົາ​ເຈ້ຍ​ໃບ​ນັ້ນ​ໄວ້​ຢູ່​ຂ້າງ​ຕຽງ​ລາວ​ແລ້ວ​ເວົ້າ​ວ່າ: “ພໍ່ ຕອນ​ທີ່​ພໍ່​ຮູ້ສຶກ​ບໍ່​ດີ ໃຫ້​ຈື່​ຂໍ້​ຄຳພີ​ນີ້​ໄວ້​ເດີ້!” ດິມິຕຣີ​ກໍ​ຄິດ​ໄດ້​ວ່າ​ລາວ​ຕ້ອງ​ຂອບໃຈ​ພະ​ເຢໂຫວາ​ຍ້ອນ​ຄອບຄົວ​ຂອງ​ລາວ​ຍັງ​ມີ​ເຂົ້າ​ກິນ ມີ​ເຄື່ອງນຸ່ງ​ໃສ່ ແລະ​ມີ​ເຮືອນ​ຢູ່. ລາວ​ເວົ້າ​ວ່າ: “ສິ່ງ​ທີ່​ຂ້ອຍ​ຕ້ອງ​ເຮັດ​ແມ່ນ​ສະຫງົບໃຈ​ແລະ​ໄວ້​ວາງໃຈ​ພະ​ເຢໂຫວາ​ຕໍ່ໆ​ໄປ.” ຖ້າ​ເຈົ້າ​ກຳລັງ​ເຈິ​ບັນຫາ​ຄ້າຍຄື​ກັນ​ນີ້ ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຫ່ວງໃຍ​ເຈົ້າ​ແລະ​ຈະ​ຊ່ວຍ​ເຈົ້າ​ໃຫ້​ອົດທົນ​ໄດ້.

ມີ​ຫຼາຍ​ວິທີ​ທີ່​ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ພໍໃຈ​ເຮົາ (ເບິ່ງ​ຂໍ້ 12) a


13. ພະ​ເຢໂຫວາ​ອາດ​ໃຊ້​ໃຜ​ແລະ​ໂດຍ​ວິທີ​ໃດ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ວ່າ​ເພິ່ນ​ຍັງ​ພໍໃຈ​ເຮົາ​ຢູ່?

13 ໂດຍ​ທາງ​ພີ່ນ້ອງ. ພະ​ເຢໂຫວາ​ໃຊ້​ພີ່ນ້ອງ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ພໍໃຈ​ເຮົາ. ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ອາດ​ກະຕຸ້ນ​ພີ່ນ້ອງ​ໃຫ້​ເວົ້າ​ໃຫ້​ກຳລັງ​ໃຈ​ເຮົາ​ຕອນ​ທີ່​ເຮົາ​ຕ້ອງການ​ພໍ​ດີ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຢູ່​ອາຊີ​ເຈິ​ເລື່ອງ​ນີ້​ດ້ວຍ​ໂຕເອງ​ຕອນ​ທີ່​ລາວ​ເຄັ່ງ​ຕຶງ​ຫຼາຍ. ລາວ​ຕົກ​ວຽກ​ແລະ​ທັງ​ບໍ່​ສະບາຍ​ແຮງ. ຕໍ່​ມາ ຜົວ​ຂອງ​ລາວ​ກໍ​ໄດ້​ເຮັດ​ຜິດ​ຮ້າຍ​ແຮງ​ແລະ​ກໍ​ບໍ່​ໄດ້​ເປັນ​ຜູ້​ເບິ່ງແຍງ​ອີກ​ຕໍ່​ໄປ. ລາວ​ເວົ້າ​ວ່າ: “ຂ້ອຍ​ບໍ່​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ເກີດຂຶ້ນ​ກັບ​ຂ້ອຍ? ຂ້ອຍ​ຄິດ​ວ່າ​ຂ້ອຍ​ຄື​ຊິ​ເຮັດ​ຜິດ​ບາງ​ຢ່າງ​ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍໃຈ.” ພີ່ນ້ອງ​ຍິງ​ຄົນ​ນີ້​ຈຶ່ງ​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ໝັ້ນໃຈ​ວ່າ​ເພິ່ນ​ຍັງ​ພໍໃຈ​ລາວ​ຢູ່. ພະ​ເຢໂຫວາ​ເຮັດ​ແນວ​ໃດ? ລາວ​ເວົ້າ​ວ່າ: “ຜູ້​ເບິ່ງແຍງ​ໃນ​ປະຊາຄົມ​ມາ​ລົມ​ກັບ​ຂ້ອຍ ແລະ​ຊ່ວຍ​ຂ້ອຍ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຍັງ​ຮັກ​ຂ້ອຍ​ຢູ່.” ຜ່ານ​ໄປ​ໄລຍະ​ໜຶ່ງ ລາວ​ອະທິດຖານ​ຫາ​ພະ​ເຢໂຫວາ​ອີກ​ເພື່ອ​ຂໍ​ເພິ່ນ​ຊ່ວຍ​ລາວ​ໃຫ້​ໝັ້ນໃຈ​ວ່າ​ເພິ່ນ​ຍັງ​ຮັກ​ລາວ​ຢູ່. ລາວ​ເລົ່າ​ຕໍ່​ວ່າ: “ໃນ​ມື້​ດຽວ​ກັນ​ນັ້ນ ຂ້ອຍ​ໄດ້​ຮັບ​ຈົດໝາຍ​ຈາກ​ພີ່ນ້ອງ​ໃນ​ປະຊາຄົມ. ຕອນ​ທີ່​ຂ້ອຍ​ອ່ານ​ຈົດໝາຍ​ຂອງ​ເຂົາເຈົ້າ ຂ້ອຍ​ຮູ້ສຶກ​ເລີຍ​ວ່າ​ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ຂ້ອຍ​ແທ້ໆ.” ຈາກ​ເລື່ອງ​ນີ້​ເຮົາ​ເຫັນ​ໄດ້​ວ່າ​ພະ​ເຢໂຫວາ​ໃຊ້​ພີ່ນ້ອງ​ໃຫ້​ກຳລັງ​ໃຈ​ເຮົາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ວ່າ​ເພິ່ນ​ຍັງ​ພໍໃຈ​ເຮົາ​ຢູ່.—ພສ. 10:17

ມີ​ຫຼາຍ​ວິທີ​ທີ່​ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ພໍໃຈ​ເຮົາ (ເບິ່ງ​ຂໍ້ 13) b


14. ອີກ​ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ວ່າ​ເພິ່ນ​ພໍໃຈ​ເຮົາ​ແມ່ນ​ຫຍັງ?

14 ອີກ​ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ວ່າ​ເພິ່ນ​ພໍໃຈ​ເຮົາ​ແມ່ນ​ເພິ່ນ​ໃຊ້​ພີ່ນ້ອງ​ເພື່ອ​ໃຫ້​ຄຳ​ແນະນຳ​ເຮົາ​ຕອນ​ທີ່​ເຮົາ​ຈຳເປັນ​ຕ້ອງ​ໄດ້​ຮັບ. ຕົວຢ່າງ​ເຊັ່ນ: ໃນ​ສະຕະວັດ​ທຳອິດ ພະ​ເຢໂຫວາ​ໄດ້​ໃຊ້​ໂປໂລ​ໃຫ້​ຂຽນ​ຈົດໝາຍ 14 ສະບັບ​ໄປ​ຫາ​ພີ່ນ້ອງ. ຈົດໝາຍ​ເຫຼົ່າ​ນັ້ນ​ມີ​ຄຳ​ແນະນຳ​ທີ່​ກົງໆ ແຕ່​ກໍ​ສະແດງ​ເຖິງ​ຄວາມ​ຮັກ. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ໂປໂລ​ຂຽນ​ຈົດໝາຍ​ເຫຼົ່າ​ນັ້ນ? ຍ້ອນ​ພະ​ເຢໂຫວາ​ເປັນ​ພໍ່​ທີ່​ດີ ແລະ​ເພິ່ນ​ສອນ​ລູກ​ຂອງ​ເພິ່ນ “ຄື​ກັບ​ພໍ່​ຕັກເຕືອນ​ລູກ​ທີ່​ຮັກ.” (ສພສ. 3:11, 12) ດັ່ງນັ້ນ ຖ້າ​ເຮົາ​ໄດ້​ຮັບ​ຄຳ​ແນະນຳ​ທີ່​ມາ​ຈາກ​ຄຳພີ​ໄບເບິນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ບໍ່​ພໍໃຈ​ເຮົາ ແຕ່​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ເຮົາ. (ຮຣ. 12:6) ຍັງ​ມີ​ຫຍັງ​ອີກ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ພໍໃຈ​ເຮົາ?

ຫຼັກຖານ​ອີກ​ຢ່າງ​ໜຶ່ງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ພໍໃຈ​ເຮົາ

15. ພະ​ເຢໂຫວາ​ໃຫ້​ພະລັງ​ບໍລິສຸດ​ກັບ​ໃຜ? ແລະ​ການ​ທີ່​ເພິ່ນ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ໃດ?

15 ພະ​ເຢໂຫວາ​ໃຫ້​ພະລັງ​ບໍລິສຸດ​ກັບ​ຄົນ​ທີ່​ເພິ່ນ​ພໍໃຈ. (ມທ. 12:18) ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ໄດ້​ສະແດງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ​ໃນ​ຊີວິດ​ບໍ?’ ເຈົ້າ​ສັງເກດ​ບໍ​ວ່າ​ເຈົ້າ​ອົດທົນ​ກັບ​ຄົນ​ອື່ນ​ໄດ້​ຫຼາຍ​ກວ່າ​ຕອນ​ທີ່​ເຈົ້າ​ບໍ່​ຮູ້​ຈັກ​ພະ​ເຢໂຫວາ? ທີ່ຈິງ ແຮ່ງ​ເຈົ້າ​ສະແດງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ​ຫຼາຍ​ສ່ຳ​ໃດ ມັນ​ກໍ​ແຮ່ງ​ເປັນ​ຫຼັກຖານ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ພໍໃຈ​ເຈົ້າ! ເບິ່ງ​ຂອບ “ ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ​ແມ່ນ . . .

ເຈົ້າ​ເຫັນ​ຫຼັກຖານ​ຫຍັງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ພໍໃຈ​ເຈົ້າ? (ເບິ່ງ​ຂໍ້ 15)


16. ພະ​ເຢໂຫວາ​ໃຊ້​ໃຜ​ໃຫ້​ປະກາດ​ຂ່າວດີ? ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ແນວ​ໃດ? (1 ເທຊະໂລນິກ 2:4)

16 ພະ​ເຢໂຫວາ​ໃຫ້​ຄົນ​ທີ່​ເພິ່ນ​ພໍໃຈ​ໄດ້​ປະກາດ​ຂ່າວດີ. (ອ່ານ 1 ເທຊະໂລນິກ 2:4) ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ໂຈເຊລິນ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ປະກາດ​ຂ່າວດີ​ກັບ​ຄົນ​ອື່ນ. ມີ​ມື້​ໜຶ່ງ ໂຈເຊລິນ​ຕື່ນ​ຂຶ້ນ​ມາ​ແລ້ວ​ຮູ້ສຶກ​ເສົ້າ​ຫຼາຍ. ລາວ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ຄື​ກັບ​ວ່າ​ບໍ່​ມີ​ຫຍັງ​ທີ່​ຈະ​ໃຫ້​ພະ​ເຢໂຫວາ​ເລີຍ! ແຕ່​ຂ້ອຍ​ເປັນ​ໄພໂອເນຍ ແລະ​ມື້​ນັ້ນ​ເປັນ​ມື້​ທີ່​ຂ້ອຍ​ຕ້ອງ​ອອກ​ໄປ​ປະກາດ. ຂ້ອຍ​ຈຶ່ງ​ອະທິດຖານ​ແລ້ວ​ກໍ​ອອກ​ໄປ​ປະກາດ.” ຕອນ​ເຊົ້າ​ມື້​ນັ້ນ​ໂຈເຊລິນ​ເຈິ​ກັບ​ຜູ້​ຍິງ​ທີ່​ໃຈ​ດີ​ຄົນ​ໜຶ່ງ​ຊື່​ແມຣີ້ ແລະ​ລາວ​ຕົກ​ລົງ​ຮຽນ​ຄຳພີ​ໄບເບິນ​ກັບ​ໂຈເຊລິນ. ຫຼາຍ​ເດືອນ​ຕໍ່​ມາ​ແມຣີ້​ເວົ້າ​ວ່າ ລາວ​ກຳລັງ​ອະທິດຖານ​ຂໍ​ໃຫ້​ພະເຈົ້າ​ຊ່ວຍ​ຕອນ​ທີ່​ໂຈເຊລິນ​ມາ​ເຄາະ​ປະຕູ​ເຮືອນ. ເມື່ອ​ຄິດ​ເຖິງ​ປະສົບການ​ນີ້ ໂຈເຊລິນ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ຄື​ກັບ​ພະ​ເຢໂຫວາ​ກຳລັງ​ບອກ​ຂ້ອຍ​ວ່າ: ‘ເຮົາ​ພໍໃຈ​ເຈົ້າ.’ ” ກະ​ແມ່ນ​ຢູ່​ວ່າ​ບໍ່​ແມ່ນ​ທຸກ​ຄົນ​ຈະ​ຟັງ​ເລື່ອງ​ທີ່​ເຮົາ​ປະກາດ ແຕ່​ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ພໍໃຈ​ເຮົາ​ເມື່ອ​ເຮົາ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ບອກ​ຄົນ​ອື່ນ​ເລື່ອງ​ຂ່າວດີ.

ເຈົ້າ​ເຫັນ​ຫຼັກຖານ​ຫຍັງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ພໍໃຈ​ເຈົ້າ? (ເບິ່ງ​ຂໍ້ 16) c


17. ເຈົ້າ​ຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ວິກກີ້​ກ່ຽວກັບ​ຄ່າໄຖ່? (ເພງ​ສັນລະເສີນ 5:12)

17 ພະ​ເຢໂຫວາ​ໃຊ້​ຄຸນຄ່າ​ຂອງ​ຄ່າໄຖ່​ກັບ​ຜູ້​ທີ່​ເພິ່ນ​ພໍໃຈ. (1ຕມ. 2:5, 6) ແຕ່​ຖ້າ​ໃຈ​ເຮົາ​ຍັງ​ບໍ່​ເຊື່ອ​ເດ​ວ່າ​ພະ​ເຢໂຫວາ​ພໍໃຈ​ເຮົາ​ທັງໆ​ທີ່​ເຮົາ​ມີ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ແລະ​ຮັບ​ບັບເຕມາ​ແລ້ວ? ໃຫ້​ຈື່​ໄວ້​ວ່າ​ເຮົາ​ໄວ້ໃຈ​ຄວາມ​ຮູ້ສຶກ​ຂອງ​ໂຕເອງ​ບໍ່​ໄດ້​ຕະຫຼອດ ແຕ່​ເຮົາ​ໄວ້ໃຈ​ພະ​ເຢໂຫວາ​ໄດ້. ເພິ່ນ​ຖື​ວ່າ​ຄົນ​ທີ່​ເຊື່ອ​ໃນ​ຄ່າໄຖ່​ເປັນ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ເພິ່ນ​ສັນຍາ​ວ່າ​ຈະ​ອວຍພອນ​ເຂົາເຈົ້າ. (ອ່ານ​ເພງ​ສັນລະເສີນ 5:12; ຣມ. 3:26) ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ວິກກີ້​ເຫັນ​ວ່າ​ການ​ຄິດ​ເຖິງ​ເລື່ອງ​ຄ່າໄຖ່​ຊ່ວຍ​ລາວ​ໄດ້​ຫຼາຍ. ມື້​ໜຶ່ງ ຫຼັງ​ຈາກ​ທີ່​ຄິດ​ຕຶກຕອງ​ຢ່າງ​ເລິກເຊິ່ງ​ກ່ຽວກັບ​ຄ່າໄຖ່ ລາວ​ເວົ້າ​ວ່າ: “ພະ​ເຢໂຫວາ​ອົດທົນ​ກັບ​ຂ້ອຍ​ມາ​ຕະຫຼອດ. . . . ແຕ່​ຂ້ອຍ​ພັດ​ບອກ​ເພິ່ນ​ວ່າ: ‘ຄວາມ​ຮັກ​ທີ່​ພະອົງ​ໃຫ້​ຂ້ອຍ​ຍັງ​ບໍ່​ຫຼາຍ​ພໍ. ຄ່າໄຖ່​ຂອງ​ລູກ​ຊາຍ​ພະອົງ​ທີ່​ໃຫ້​ຂ້ອຍ​ກໍ​ຍັງ​ບໍ່​ພໍ​ຈະ​ລົບລ້າງ​ຄວາມ​ຜິດ​ທີ່​ຂ້ອຍ​ເຮັດ.’ ” ການ​ຄິດ​ຕຶກຕອງ​ກ່ຽວກັບ​ຄ່າໄຖ່​ເຮັດ​ໃຫ້​ວິກກີ້​ເລີ່ມ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຮັກ​ລາວ. ເຮົາ​ກໍ​ຄື​ກັນ ເມື່ອ​ເຮົາ​ຄິດ​ຕຶກຕອງ​ກ່ຽວກັບ​ຄ່າໄຖ່ ເຮົາ​ກໍ​ຈະ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ພໍໃຈ​ເຮົາ.

ເຈົ້າ​ເຫັນ​ຫຼັກຖານ​ຫຍັງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ພໍໃຈ​ເຈົ້າ? (ເບິ່ງ​ຂໍ້ 17)


18. ຖ້າ​ເຮົາ​ຮັກ​ພະ​ເຢໂຫວາ​ຕໍ່ໆ​ໄປ ເຮົາ​ໝັ້ນໃຈ​ໄດ້​ໃນ​ເລື່ອງ​ໃດ?

18 ເຖິງ​ວ່າ​ເຮົາ​ພະຍາຍາມ​ຫຼາຍ​ແລ້ວ​ທີ່​ຈະ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ​ໃນ​ບົດຄວາມ​ນີ້ ແຕ່​ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ທໍ້ໃຈ​ແລະ​ສົງໄສ​ວ່າ​ພະ​ເຢໂຫວາ​ພໍໃຈ​ເຮົາ​ຢູ່​ບໍ? ຖ້າ​ຮູ້ສຶກ​ແບບ​ນັ້ນ ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ພໍໃຈ “ຄົນ​ທີ່​ຮັກ​ເພິ່ນ.” (ຢກບ. 1:12) ດັ່ງນັ້ນ ໃຫ້​ເຈົ້າ​ພະຍາຍາມ​ທີ່​ຈະ​ສະໜິດ​ກັບ​ພະ​ເຢໂຫວາ ແລະ​ໃຫ້​ສັງເກດ​ເບິ່ງ​ວ່າ​ເພິ່ນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ພໍໃຈ​ເຈົ້າ. ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ “ບໍ່​ໄດ້​ຢູ່​ໄກ​ຈາກ​ພວກ​ເຮົາ​ແຕ່​ລະ​ຄົນ.”—ກຈກ. 17:27

ເຈົ້າ​ຈະ​ຕອບ​ແນວ​ໃດ?

  • ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ພໍໃຈ​ເຂົາເຈົ້າ?

  • ມີ​ວິທີ​ໃດ​ແດ່​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ພໍໃຈ​ເຮົາ?

  • ອັນ​ໃດ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ພໍໃຈ​ເຮົາ?

ເພງ​ທີ 88 ຂໍ​ໃຫ້​ເຮົາ​ຮູ້​ທາງ​ຂອງ​ພະອົງ

a ຄຳ​ອະທິບາຍ​ຮູບ: ຮູບ​ສົມມຸດ

b ຄຳ​ອະທິບາຍ​ຮູບ: ຮູບ​ສົມມຸດ

c ຄຳ​ອະທິບາຍ​ຮູບ: ຮູບ​ສົມມຸດ