ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 9

ເພງ​ທີ 75 “ຂ້ອຍ​ຢູ່​ນີ້​ຂໍ​ສົ່ງ​ຂ້ອຍ​ໄປ!”

ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ?

ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ?

“ຂ້ອຍ​ຈະ​ຕອບ​ແທນ​ພະ​ເຢໂຫວາ​ແນວ​ໃດ​ສຳລັບ​ສິ່ງ​ດີໆ​ທຸກຢ່າງ​ທີ່​ເພິ່ນ​ເຮັດ​ເພື່ອ​ຂ້ອຍ?”ພສ. 116:12

ຈຸດ​ສຳຄັນ

ບົດຄວາມ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ເພື່ອ​ເຈົ້າ​ຢາກ​ຈະ​ອຸທິດໂຕ​ໃຫ້​ເພິ່ນ​ແລະ​ຮັບ​ບັບເຕມາ.

1-2. ຖ້າ​ຢາກ​ຮັບ​ບັບເຕມາ ເຮົາ​ຕ້ອງ​ເຮັດ​ຫຍັງ​ກ່ອນ?

 ໃນ​ໄລຍະ 5 ປີ​ຜ່ານ​ມາ​ມີ​ຫຼາຍ​ກວ່າ​ໜຶ່ງ​ລ້ານ​ຄົນ​ທີ່​ຮັບ​ບັບເຕມາ​ແລະ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ. ເຂົາເຈົ້າ​ບາງຄົນ​ເປັນ​ຄື​ກັບ​ຕີໂມທຽວ​ທີ່​ມີ​ຊີວິດ​ຢູ່​ໃນ​ສະຕະວັດ​ທຳອິດ​ທີ່​ໄດ້​ຮຽນ​ຄວາມຈິງ​ຕັ້ງແຕ່​ເປັນ “ແອນ້ອຍ.” (2ຕມ. 3:14, 15, ໄຂເງື່ອນ) ບາງຄົນ​ໄດ້​ຮູ້​ຈັກ​ພະ​ເຢໂຫວາ​ຕອນ​ທີ່​ໃຫຍ່​ຫຼື​ຕອນ​ທີ່​ເຖົ້າ​ແລ້ວ. ຫຼາຍ​ປີ​ມາ​ແລ້ວ ມີ​ຜູ້​ຍິງ​ຄົນ​ໜຶ່ງ​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ​ຕອນ​ອາຍຸ 97 ປີ.

2 ຖ້າ​ເຈົ້າ​ກຳລັງ​ຮຽນ​ຄຳພີ​ໄບເບິນ​ຫຼື​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ ເຈົ້າ​ກຳລັງ​ຄິດ​ທີ່​ຈະ​ຮັບ​ບັບເຕມາ​ບໍ? ຖ້າ​ແມ່ນ ນັ້ນ​ເປັນ​ເປົ້າໝາຍ​ທີ່​ດີ​ຫຼາຍ. ແຕ່​ກ່ອນ​ຈະ​ຮັບ​ບັບເຕມາ ເຈົ້າ​ຕ້ອງ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ​ກ່ອນ. ບົດຄວາມ​ນີ້​ຈະ​ຊ່ວຍ​ໃຫ້​ຮູ້​ວ່າ​ການ​ອຸທິດໂຕ​ແມ່ນ​ຫຍັງ ແລະ​ຍັງ​ຈະ​ຊ່ວຍ​ໃຫ້​ເຫັນ​ວ່າ​ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ​ເມື່ອ​ເຈົ້າ​ພ້ອມ​ທີ່​ຈະ​ເຮັດ​ແບບ​ນັ້ນ.

ການ​ອຸທິດໂຕ​ແມ່ນ​ຫຍັງ?

3. ມີ​ຕົວຢ່າງ​ຂອງ​ໃຜ​ແດ່​ທີ່​ອຸທິດໂຕ​ໃຫ້​ພະ​ເຢໂຫວາ?

3 ໃນ​ຄຳພີ​ໄບເບິນ ການ​ອຸທິດໂຕ​ໝາຍເຖິງ​ການ​ແຍກ​ໄວ້​ຕ່າງ​ຫາກ​ເພື່ອ​ຈຸດປະສົງ​ພິເສດ. ຊາດ​ອິດສະຣາເອນ​ເປັນ​ຊາດ​ທີ່​ອຸທິດໂຕ​ໃຫ້​ພະ​ເຢໂຫວາ​ຢູ່​ແລ້ວ ແຕ່​ກໍ​ມີ​ບາງຄົນ​ໃນ​ຊາດ​ນີ້​ໄດ້​ອຸທິດໂຕ​ໃຫ້​ພະ​ເຢໂຫວາ​ໃນ​ຮູບແບບ​ພິເສດ ຕົວຢ່າງ​ເຊັ່ນ: ອາໂຣນ​ມີ “ເຄື່ອງ​ໝາຍ​ບໍລິສຸດ​ທີ່​ສະແດງ​ເຖິງ​ການ​ອຸທິດໂຕ” ເຊິ່ງ​ກໍ​ຄື​ແຜ່ນ​ຄຳ​ທີ່​ເຫຼື້ອມໆ​ງາມໆ​ຕິດ​ຢູ່​ທາງ​ໜ້າ​ຜ້າຄຽນຫົວ. ແຜ່ນ​ຄຳ​ນີ້​ເຮັດ​ໃຫ້​ຮູ້​ວ່າ​ອາໂຣນ​ຖືກ​ແຍກ​ໄວ້​ຕ່າງ​ຫາກ​ເພື່ອ​ເຮັດ​ວຽກ​ຮັບໃຊ້​ໃນ​ຮູບແບບ​ພິເສດ ເຊິ່ງ​ກໍ​ຄື​ເປັນ​ປະໂລຫິດ​ໃຫຍ່​ຂອງ​ຊາດ​ອິດສະຣາເອນ. (ລລວ. 8:9) ນອກ​ຈາກນັ້ນ ຄົນ​ທີ່​ເປັນ​ນາຊີຣີ​ກໍ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ​ໃນ​ຮູບແບບ​ພິເສດ​ຄື​ກັນ. ຄຳ​ວ່າ “ນາຊີຣີ” ມາ​ຈາກ​ຄຳ​ພາສາ​ເຮັບເຣີ “ນາຊີ” ເຊິ່ງ​ໝາຍເຖິງ “ຄົນ​ທີ່​ແຍກ​ໂຕ​ຢູ່​ຕ່າງ​ຫາກ” ຫຼື “ຄົນ​ທີ່​ອຸທິດໂຕ​ໄວ້.” ຄົນ​ທີ່​ເປັນ​ນາຊີຣີ​ຕ້ອງ​ເຊື່ອຟັງ​ຂໍ້​ຫ້າມ​ພິເສດ​ບາງ​ຂໍ້​ທີ່​ຢູ່​ໃນ​ກົດໝາຍ​ຂອງ​ໂມເຊ.—ຈຊບ. 6:2-8

4. (ກ) ເມື່ອ​ເຈົ້າ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ ອັນ​ໃດ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຈົ້າ? (ຂ) ການ “ເຊົາ​ໃຊ້​ຊີວິດ​ເພື່ອ​ໂຕເອງ” ໝາຍຄວາມວ່າ​ແນວ​ໃດ? (ເບິ່ງ​ຮູບ​ນຳ)

4 ເມື່ອ​ເຈົ້າ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ​ກໍ​ໝາຍຄວາມວ່າ​ເຈົ້າ​ເລືອກ​ທີ່​ຈະ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ແລະ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຈົ້າ. ການ​ອຸທິດໂຕ​ຂອງ​ຄລິດສະຕຽນ​ລວມເຖິງ​ຫຍັງ​ອີກ? ພະ​ເຢຊູ​ບອກ​ວ່າ: “ຖ້າ​ຜູ້​ໃດ​ຢາກ​ຕິດຕາມ​ຂ້ອຍ ກໍ​ໃຫ້​ຜູ້​ນັ້ນ​ເຊົາ​ໃຊ້​ຊີວິດ​ເພື່ອ​ໂຕເອງ.” (ມທ. 16:24) ຄຳ​ພາສາ​ກຣີກ​ທີ່​ບອກ​ວ່າ: “ເຊົາ​ໃຊ້​ຊີວິດ​ເພື່ອ​ໂຕເອງ” ຍັງ​ອາດ​ໝາຍຄວາມວ່າ “ໃຫ້​ລາວ​ບອກ​ວ່າ​ບໍ່​ກັບ​ຄວາມ​ຕ້ອງການ​ຂອງ​ໂຕເອງ.” ເມື່ອ​ເຈົ້າ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ ເຈົ້າ​ຕ້ອງ​ບອກ​ວ່າ “ບໍ່” ກັບ​ທຸກສິ່ງ​ທີ່​ຂັດ​ກັບ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ. (2ກຣ. 5:14, 15) ເລື່ອງ​ນີ້​ລວມເຖິງ​ການ​ບໍ່​ເຮັດ​ຕາມ “ຄວາມ​ຕ້ອງການ​ຂອງ​ຄົນ​ທີ່​ບໍ່​ສົມບູນແບບ” ເຊັ່ນ ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. (ຄລຕ. 5:19-21; 1ກຣ. 6:18) ການ​ເຮັດ​ຕາມ​ຄຳສັ່ງ​ເຫຼົ່າ​ນີ້​ເຮັດ​ໃຫ້​ຊີວິດ​ຂອງ​ເຈົ້າ​ຫຍຸ້ງ​ຍາກ​ບໍ? ບໍ່​ຍາກ ຖ້າ​ເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ໝັ້ນໃຈ​ວ່າ​ກົດໝາຍ​ຂອງ​ເພິ່ນ​ເປັນ​ປະໂຫຍດ​ຕໍ່​ເຈົ້າ. (ພສ. 119:97; ອຊຢ. 48:17, 18) ພີ່ນ້ອງ​ນິໂຄລັດສ໌​ເວົ້າ​ວ່າ: “ເຈົ້າ​ຈະ​ເບິ່ງ​ວ່າ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ເປັນ​ຄື​ກັບ​ຄຸກ​ທີ່​ຂັງ​ເຈົ້າ​ໄວ້​ບໍ່​ໃຫ້​ເຮັດ​ຕາມ​ໃຈ​ໂຕເອງ ຫຼື​ເຈົ້າ​ຈະ​ເບິ່ງ​ວ່າ​ມັນ​ເປັນ​ຄື​ກັບ​ແນວ​ຂັ້ນ​ລະຫວ່າງ​ເຈົ້າ​ກັບ​ໂຕ​ສິງ​ເພື່ອ​ປ້ອງກັນ​ເຈົ້າ​ໄວ້​ບໍ່​ໃຫ້​ສິງ​ກິນ?”

ເຈົ້າ​ຈະ​ເບິ່ງ​ວ່າ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ເປັນ​ຄື​ກັບ​ຄຸກ​ທີ່​ຂັງ​ເຈົ້າ​ໄວ້​ບໍ່​ໃຫ້​ເຮັດ​ຕາມ​ໃຈ​ໂຕເອງ ຫຼື​ເຈົ້າ​ຈະ​ເບິ່ງ​ວ່າ​ມັນ​ເປັນ​ຄື​ກັບ​ແນວ​ຂັ້ນ​ລະຫວ່າງ​ເຈົ້າ​ກັບ​ໂຕ​ສິງ​ເພື່ອ​ປ້ອງກັນ​ເຈົ້າ​ໄວ້​ບໍ່​ໃຫ້​ສິງ​ກິນ? (ເບິ່ງ​ຂໍ້ 4)


5. (ກ) ເຈົ້າ​ຈະ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ​ແນວ​ໃດ? (ຂ) ການ​ອຸທິດໂຕ​ແລະ​ການ​ຮັບ​ບັບເຕມາ​ຕ່າງ​ກັນ​ແນວ​ໃດ? (ເບິ່ງ​ຮູບ​ນຳ)

5 ເຈົ້າ​ຈະ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ​ແນວ​ໃດ? ເຈົ້າ​ອຸທິດໂຕ​ໂດຍ​ອະທິດຖານ​ສັນຍາ​ວ່າ​ຈະ​ນະມັດສະການ​ພະ​ເຢໂຫວາ​ຜູ້​ດຽວ​ແລະ​ສັນຍາ​ວ່າ​ຈະ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຈົ້າ. ເຈົ້າ​ສັນຍາ​ກັບ​ພະ​ເຢໂຫວາ​ວ່າ​ຈະ​ຮັກ​ເພິ່ນ “ສຸດ​ຫົວໃຈ ສຸດ​ຊີວິດ ສຸດ​ຄວາມ​ຄິດ ແລະ​ສຸດ​ກຳລັງ​ຂອງ​ເຈົ້າ.” (ມຣກ. 12:30) ການ​ອຸທິດໂຕ​ແມ່ນ​ການ​ອະທິດຖານ​ເປັນ​ສ່ວນ​ໂຕ​ລະຫວ່າງ​ເຈົ້າ​ກັບ​ພະ​ເຢໂຫວາ. ແຕ່​ການ​ຮັບ​ບັບເຕມາ​ແມ່ນ​ການ​ບອກ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເຈົ້າ​ໄດ້​ອຸທິດໂຕ​ໃຫ້​ພະ​ເຢໂຫວາ​ແລ້ວ. ຕອນ​ທີ່​ອຸທິດໂຕ ເຈົ້າ​ໄດ້​ເຮັດ​ສັນຍາ​ທີ່​ສຳຄັນ​ຫຼາຍ​ກັບ​ພະ​ເຢໂຫວາ. ດັ່ງນັ້ນ ເຈົ້າ​ຕ້ອງ​ຮັກສາ​ສັນຍາ ແລະ​ເພິ່ນ​ກໍ​ຄາດໝາຍ​ໃຫ້​ເຈົ້າ​ຮັກສາ​ສັນຍາ​ນັ້ນ.—ປຍຈ. 5:4, 5

ການ​ອຸທິດໂຕ​ແມ່ນ​ການ​ອະທິດຖານ​ເປັນ​ສ່ວນ​ໂຕ​ລະຫວ່າງ​ເຈົ້າ​ກັບ​ພະ​ເຢໂຫວາ. ເຈົ້າ​ສັນຍາ​ກັບ​ເພິ່ນ​ວ່າ​ເຈົ້າ​ຈະ​ນະມັດສະການ​ເພິ່ນ​ຜູ້​ດຽວ​ແລະ​ຈະ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຈົ້າ. (ເບິ່ງ​ຂໍ້ 5)


ເປັນຫຍັງ​ເຈົ້າ​ຕ້ອງ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ?

6. ອັນ​ໃດ​ກະຕຸ້ນ​ເຮົາ​ໃຫ້​ອຸທິດໂຕ​ໃຫ້​ພະ​ເຢໂຫວາ?

6 ເຫດຜົນ​ສຳຄັນ​ທີ່​ສຸດ​ທີ່​ເຈົ້າ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ​ແມ່ນ​ຍ້ອນ​ເຈົ້າ​ຮັກ​ເພິ່ນ. ຄວາມ​ຮັກ​ນີ້​ບໍ່​ໄດ້​ເປັນ​ພຽງ​ຄວາມ​ຮູ້ສຶກ​ເທົ່າ​ນັ້ນ ແຕ່​ມາ​ຈາກ “ຄວາມ​ຮູ້​ທີ່​ຖືກຕ້ອງ” ແລະ “ຄວາມ​ເຂົ້າໃຈ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ.” (ກລຊ. 1:9) ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ​ກ່ຽວກັບ​ພະ​ເຢໂຫວາ​ເຮັດ​ໃຫ້​ເຈົ້າ​ຮັກ​ເພິ່ນ​ຫຼາຍ​ຂຶ້ນ​ເລື້ອຍໆ. ເຈົ້າ​ໄດ້​ຮຽນ​ຄຳພີ​ໄບເບິນ​ຈົນ​ໝັ້ນໃຈ​ວ່າ (1) ພະ​ເຢໂຫວາ​ມີ​ຢູ່​ແທ້ (2) ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ ແລະ (3) ພະ​ເຢໂຫວາ​ໃຊ້​ອົງການ​ຂອງ​ເພິ່ນ​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້.

7. ກ່ອນ​ຈະ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ ເຮົາ​ຕ້ອງ​ເຮັດ​ຫຍັງ?

7 ຄົນ​ທີ່​ອຸທິດໂຕ​ໃຫ້​ພະ​ເຢໂຫວາ​ຕ້ອງ​ເຂົ້າໃຈ​ຄຳສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ​ແລະ​ຕ້ອງ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ. ນອກ​ຈາກນັ້ນ ເຂົາເຈົ້າ​ພະຍາຍາມ​ເຕັມທີ​ທີ່​ຈະ​ບອກ​ຄົນ​ອື່ນ​ກ່ຽວກັບ​ສິ່ງ​ທີ່​ໄດ້​ຮຽນ​ໃນ​ຄຳພີ​ໄບເບິນ. (ມທ. 28:19, 20) ແຮ່ງ​ເຂົາເຈົ້າ​ຮັກ​ພະ​ເຢໂຫວາ ເຂົາເຈົ້າ​ກໍ​ແຮ່ງ​ຈະ​ນະມັດສະການ​ເພິ່ນ​ຜູ້​ດຽວ. ເຈົ້າ​ຮູ້ສຶກ​ແບບ​ນີ້​ຄື​ກັນ​ບໍ? ຖ້າ​ເຈົ້າ​ຮັກ​ພະ​ເຢໂຫວາ​ສຸດ​ຫົວໃຈ ເຈົ້າ​ຈະ​ບໍ່​ອຸທິດໂຕ​ແລະ​ຮັບ​ບັບເຕມາ​ເພື່ອ​ເຮັດ​ໃຫ້​ຜູ້​ສອນ​ຫຼື​ພໍ່​ແມ່​ຂອງ​ເຈົ້າ​ດີໃຈ ຫຼື​ເຮັດ​ຕາມ​ທີ່​ໝູ່​ເຮັດ​ຊື່ໆ.

8. ຄວາມ​ຮູ້​ຄຸນຄ່າ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ຢາກ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ? (ເພງ​ສັນລະເສີນ 116:12-14)

8 ເມື່ອ​ເຈົ້າ​ຄິດເຖິງ​ທຸກສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ເຈົ້າ ເຈົ້າ​ກໍ​ຮູ້ສຶກ​ເຫັນຄ່າ​ແລະ​ຢາກ​ອຸທິດໂຕ​ໃຫ້​ເພິ່ນ. (ອ່ານ​ເພງ​ສັນລະເສີນ 116:12-14) ຄຳພີ​ໄບເບິນ​ບອກ​ວ່າ ພະ​ເຢໂຫວາ​ໃຫ້ “ສິ່ງ​ດີໆ​ແລະ​ຂອງຂວັນ​ພິເສດ​ທຸກຢ່າງ.” (ຢກບ. 1:17) ຂອງຂວັນ​ທີ່​ມີ​ຄ່າ​ທີ່​ສຸດ​ທີ່​ພະ​ເຢໂຫວາ​ໃຫ້​ເຈົ້າ​ແມ່ນ ເພິ່ນ​ໃຫ້​ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ​ມາ​ເປັນ​ຄ່າໄຖ່. ໃຫ້​ຄິດ​ເບິ່ງ​ວ່າ​ຂອງຂວັນ​ນີ້​ພິເສດ​ຫຼາຍ​ສ່ຳ​ໃດ. ຄ່າໄຖ່​ຊ່ວຍ​ເຈົ້າ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ແລະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. (1ຢຮ. 4:9, 10, 19) ດັ່ງນັ້ນ ການ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ​ຈຶ່ງ​ເປັນ​ວິທີ​ໜຶ່ງ​ທີ່​ດີ​ທີ່​ສຸດ​ທີ່​ສະແດງ​ວ່າ​ເຈົ້າ​ຢາກ​ຂອບໃຈ​ເພິ່ນ​ທີ່​ເພິ່ນ​ຮັກ​ແລະ​ໃຫ້​ສິ່ງ​ດີໆ​ຫຼາຍ​ຢ່າງ​ກັບ​ເຈົ້າ. (ພບຍ. 16:17; 2ກຣ. 5:15) ມີ​ການ​ເວົ້າ​ເຖິງ​ເລື່ອງ​ນີ້​ໃນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດ 46 ຂໍ້ 4 ເຊິ່ງ​ມີ​ວິດີໂອ​ທີ່​ຊື່​ວ່າ​ໃຫ້​ຂອງຂວັນ​ທີ່​ເຈົ້າ​ມີ​ກັບ​ພະເຈົ້າ.

ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ອຸທິດໂຕ​ແລະ​ຮັບ​ບັບເຕມາ?

9. ເປັນຫຍັງ​ເຮົາ​ບໍ່​ຄວນ​ຮູ້ສຶກ​ວ່າ​ຖືກ​ກົດ​ດັນ​ໃຫ້​ອຸທິດໂຕ?

9 ເຈົ້າ​ອາດ​ຄິດ​ວ່າ​ຍັງ​ບໍ່​ພ້ອມ​ທີ່​ຈະ​ອຸທິດໂຕ​ແລະ​ຮັບ​ບັບເຕມາ. ບາງ​ເທື່ອ​ເຈົ້າ​ອາດ​ຮູ້ສຶກ​ວ່າ​ຍັງ​ຕ້ອງ​ປ່ຽນແປງ​ໂຕເອງ​ເພື່ອ​ຈະ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ ຫຼື​ເຈົ້າ​ອາດ​ຕ້ອງການ​ເວລາ​ຕື່ມ​ອີກ​ເພື່ອ​ຈະ​ເຮັດ​ໃຫ້​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ. (ກລຊ. 2:6, 7) ນັກສຶກສາ​ຄຳພີ​ໄບເບິນ​ແຕ່​ລະ​ຄົນ​ກ້າວໜ້າ​ບໍ່​ເທົ່າ​ກັນ. ເດັກນ້ອຍ​ແລະ​ໄວລຸ້ນ​ແຕ່​ລະ​ຄົນ​ກໍ​ບໍ່​ໄດ້​ພ້ອມ​ທີ່​ຈະ​ອຸທິດໂຕ​ແລະ​ຮັບ​ບັບເຕມາ​ຕອນ​ອາຍຸ​ສ່ຳ​ກັນ. ດັ່ງນັ້ນ ໃຫ້​ເຈົ້າ​ສັງເກດ​ເບິ່ງ​ວ່າ​ໂຕເອງ​ກ້າວໜ້າ​ຮອດ​ໃສ​ແລ້ວ ແລະ​ມີ​ຫຍັງ​ອີກ​ທີ່​ເຈົ້າ​ຕ້ອງ​ປັບປຸງ ແລະ​ບໍ່​ຕ້ອງ​ສົມທຽບ​ໂຕເອງ​ກັບ​ຄົນ​ອື່ນ.—ຄລຕ. 6:4, 5

10. ຖ້າ​ເຈົ້າ​ເຫັນ​ວ່າ​ໂຕເອງ​ຍັງ​ບໍ່​ພ້ອມ​ທີ່​ຈະ​ອຸທິດໂຕ​ແລະ​ຮັບ​ບັບເຕມາ ເຈົ້າ​ຄວນ​ເຮັດ​ຫຍັງ? (ເບິ່ງ​ຂອບ “ ສຳລັບ​ຄົນ​ທີ່​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ” ນຳ)

10 ເຖິງ​ວ່າ​ເຈົ້າ​ເຫັນ​ແລ້ວ​ວ່າ​ໂຕເອງ​ບໍ່​ພ້ອມ​ແທ້ໆ​ທີ່​ຈະ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ ແຕ່​ຢ່າ​ຟ້າວ​ໝົດ​ຄວາມ​ຕັ້ງໃຈ. ໃຫ້​ເຈົ້າ​ຕັ້ງ​ເປົ້າໝາຍ​ຕໍ່ໆ​ໄປ ໃຫ້​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃນ​ຈຸດ​ທີ່​ເຈົ້າ​ຕ້ອງ​ປັບປຸງ. (ຟລປ. 2:13; 3:16) ເຈົ້າ​ໝັ້ນໃຈ​ໄດ້​ເລີຍ​ວ່າ​ພະ​ເຢໂຫວາ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຈົ້າ​ແລະ​ຈະ​ຊ່ວຍ​ເຈົ້າ​ແທ້ໆ.—1ຢຮ. 5:14

ເປັນຫຍັງ​ບາງຄົນ​ຈຶ່ງ​ຢ້ານ​ທີ່​ຈະ​ອຸທິດໂຕ​ແລະ​ຮັບ​ບັບເຕມາ?

11. ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຮັກສາ​ຄວາມ​ສັດຊື່​ຕໍ່ໆ​ໄປ?

11 ບາງຄົນ​ພ້ອມ​ແລ້ວ​ແຕ່​ຍັງ​ບໍ່​ກ້າ​ທີ່​ຈະ​ອຸທິດໂຕ​ແລະ​ຮັບ​ບັບເຕມາ. ເຂົາເຈົ້າ​ອາດ​ຢ້ານ​ວ່າ ‘ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ ຖ້າ​ຂ້ອຍ​ເຮັດ​ຜິດ​ຮ້າຍແຮງ​ແລະ​ຖືກ​ຕັດ​ສຳພັນ​ເດ ຂ້ອຍ​ຊິ​ເຮັດ​ແນວ​ໃດ?’ ຖ້າ​ເຈົ້າ​ຢ້ານ​ແບບ​ນັ້ນ ຂໍ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ທຸກສິ່ງ​ທີ່​ເຈົ້າ​ຈຳເປັນ​ຕ້ອງ​ມີ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້ “ໃຊ້​ຊີວິດ​ໃຫ້​ສົມ​ກັບ​ການ​ເປັນ​ຜູ້​ຮັບໃຊ້ [ເພິ່ນ] ເພື່ອ​ຈະ​ເຮັດ​ໃຫ້​ເພິ່ນ​ພໍໃຈ​ສະເໝີ.” (ກລຊ. 1:10) ນອກ​ຈາກນັ້ນ ພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ເຈົ້າ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ເພິ່ນ​ໄດ້​ຊ່ວຍ​ຫຼາຍ​ຄົນ​ແລ້ວ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້. (1ກຣ. 10:13) ນີ້​ເປັນ​ເຫດຜົນ​ໜຶ່ງ​ທີ່​ຫຼາຍ​ຄົນ​ບໍ່​ຖືກ​ຕັດ​ສຳພັນ. ພະ​ເຢໂຫວາ​ຊ່ວຍ​ປະຊາຊົນ​ຂອງ​ເພິ່ນ​ຮັກສາ​ຄວາມ​ສັດຊື່​ຕໍ່ໆ​ໄປ​ໄດ້.

12. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ເຮັດ​ຜິດ​ຮ້າຍແຮງ?

12 ທຸກ​ຄົນ​ທີ່​ເປັນ​ຄົນ​ບໍ່​ສົມບູນແບບ​ຖືກ​ລໍ້ໃຈ​ໃຫ້​ເຮັດ​ຜິດ. (ຢກບ. 1:14) ເຖິງ​ຈະ​ເປັນ​ແບບ​ນັ້ນ ເຈົ້າ​ກໍ​ເລືອກ​ໄດ້​ວ່າ​ຈະ​ເຮັດ​ແນວ​ໃດ​ຕອນ​ທີ່​ຖືກ​ລໍ້ໃຈ. ເຈົ້າ​ສາມາດ​ຮຽນ​ຮູ້​ທີ່​ຈະ​ຄວບຄຸມ​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ສິ່ງ​ທີ່​ບໍ່​ດີ​ໄດ້ ເຊິ່ງ​ຄົນ​ທົ່ວໄປ​ເວົ້າ​ວ່າ​ຄວບຄຸມ​ບໍ່​ໄດ້. ເຖິງ​ວ່າ​ເຈົ້າ​ຖືກ​ລໍ້ໃຈ​ໃຫ້​ເຮັດ​ຜິດ ແຕ່​ເຈົ້າ​ກໍ​ເລືອກ​ໄດ້​ວ່າ​ຈະ​ບໍ່​ເຮັດ​ສິ່ງ​ນັ້ນ. ນອກ​ຈາກນັ້ນ​ຍັງ​ມີ​ສິ່ງ​ອື່ນ​ອີກ​ທີ່​ຊ່ວຍ​ເຈົ້າ​ບໍ່​ໃຫ້​ເຮັດ​ຜິດ ນັ້ນ​ຄື: ອະທິດຖານ​ທຸກ​ມື້ ສຶກສາ​ສ່ວນ​ໂຕ ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ ໄປ​ປະຊຸມ ແລະ​ໄປ​ປະກາດ. ການ​ເຮັດ​ສິ່ງ​ເຫຼົ່າ​ນີ້​ເປັນ​ປະຈຳ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ສາມາດ​ໃຊ້​ຊີວິດ​ຕາມ​ທີ່​ໄດ້​ອຸທິດໂຕ. ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ແບບ​ນີ້​ໄດ້.—ຄລຕ. 5:16

13. ໂຢເຊັບ​ເປັນ​ຕົວຢ່າງ​ທີ່​ດີ​ແນວ​ໃດ​ໃຫ້​ເຮົາ?

13 ເຈົ້າ​ຈະ​ໃຊ້​ຊີວິດ​ຕາມ​ການ​ອຸທິດໂຕ​ໄດ້​ງ່າຍ​ຂຶ້ນ​ຖ້າ​ເຈົ້າ​ຄິດ​ໄວ້​ລ່ວງໜ້າ​ວ່າ​ຈະ​ເຮັດ​ແນວ​ໃດ​ຕອນ​ທີ່​ຖືກ​ລໍ້ໃຈ. ຄຳພີ​ໄບເບິນ​ເວົ້າ​ເຖິງ​ຫຼາຍ​ຄົນ​ທີ່​ເຮັດ​ແບບ​ນັ້ນ​ໄດ້​ທັງໆ​ທີ່​ເຂົາເຈົ້າ​ກໍ​ເປັນ​ຄົນ​ບໍ່​ສົມບູນແບບ. ໃຫ້​ເຮົາ​ເບິ່ງ​ຕົວຢ່າງ​ຂອງ​ໂຢເຊັບ. ເຖິງ​ວ່າ​ເມຍ​ຂອງ​ໂປຕີຟາ​ພະຍາຍາມ​ຊວນ​ລາວ​ຫຼາຍ​ເທື່ອ​ໃຫ້​ນອນ​ນຳ ແຕ່​ໂຢເຊັບ​ຮູ້​ຢູ່​ແລ້ວ​ວ່າ​ຕ້ອງ​ເຮັດ​ແນວ​ໃດ. ຄຳພີ​ໄບເບິນ​ບອກ​ວ່າ: “ໂຢເຊັບ​ປະຕິເສດ.” ລາວ​ເວົ້າ​ວ່າ: “ຂ້ອຍ​ຈະ​ເຮັດ​ຊົ່ວ​ແບບ​ນີ້​ແລະ​ເຮັດ​ບາບ​ຕໍ່​ພະເຈົ້າ​ບໍ່​ໄດ້.” (ປຖກ. 39:8-10) ເຫັນ​ໄດ້​ແຈ້ງ​ວ່າ​ໂຢເຊັບ​ຄິດ​ໄວ້​ລ່ວງໜ້າ​ວ່າ​ຈະ​ເຮັດ​ແນວ​ໃດ​ຖ້າ​ເມຍ​ຂອງ​ໂປຕີຟາ​ພະຍາຍາມ​ຊວນ​ລາວ​ໃຫ້​ນອນ​ນຳ. ການຄິດ​ລ່ວງໜ້າ​ແບບ​ນີ້​ເຮັດ​ໃຫ້​ງ່າຍ​ຂຶ້ນ​ສຳລັບ​ລາວ​ເມື່ອ​ຖືກ​ລໍ້ໃຈ​ໃຫ້​ເຮັດ​ຜິດ.

14. ເຮົາ​ຈະ​ຝຶກ​ໂຕເອງ​ແນວ​ໃດ​ເພື່ອ​ປະຕິເສດ​ການ​ລໍ້ໃຈ?

14 ເຈົ້າ​ຈະ​ຮຽນ​ແບບ​ໂຢເຊັບ​ໄດ້​ແນວ​ໃດ? ໂດຍ​ຄິດ​ລ່ວງ​ໜ້າ​ຕັ້ງແຕ່​ຕອນນີ້​ວ່າ​ຈະ​ເຮັດ​ແນວ​ໃດ​ເມື່ອ​ເຈິ​ການ​ລໍ້ໃຈ. ຝຶກ​ທີ່​ຈະ​ປະຕິເສດ​ທັນທີ​ເມື່ອ​ເຈິ​ສິ່ງ​ທີ່​ພະ​ເຢໂຫວາ​ຊັງ​ແລະ​ບໍ່​ຄິດ​ຫາ​ມັນ​ເລີຍ. (ພສ. 97:10; 119:165) ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ເຈົ້າ​ບໍ່​ຫວັ່ນໄຫວ​ເມື່ອ​ເຈິ​ການ​ລໍ້ໃຈ​ຍ້ອນ​ເຈົ້າ​ຮູ້​ຢູ່​ແລ້ວ​ວ່າ​ຈະ​ເຮັດ​ແນວ​ໃດ ແລະ​ທັງ​ຈະ​ເຮັດ​ໃຫ້​ເຈົ້າ​ໝັ້ນຄົງ.

15. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ ເຮົາ “ຊອກ​ຫາ [ພະ​ເຢໂຫວາ] ຢ່າງ​ຈິງຈັງ”? (ເຮັບເຣີ 11:6)

15 ເຈົ້າ​ອາດ​ຮູ້​ຢູ່​ແລ້ວ​ວ່າ​ເຈົ້າ​ໄດ້​ເຈິ​ຄວາມຈິງ​ແລະ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ ແຕ່​ເຈົ້າ​ຮູ້ສຶກ​ວ່າ​ຍັງ​ບໍ່​ພ້ອມ​ທີ່​ຈະ​ອຸທິດໂຕ​ແລະ​ຮັບ​ບັບເຕມາ. ຖ້າ​ເປັນ​ແບບ​ນັ້ນ ໃຫ້​ເຈົ້າ​ເຮັດ​ຄື​ກັບ​ດາວິດ​ໂດຍ​ອະທິດຖານ​ຂໍ​ກັບ​ພະ​ເຢໂຫວາ​ວ່າ: “ພະເຈົ້າ​ເອີ້ຍ ຂໍ​ພະອົງ​ກວດ​ເບິ່ງ​ຫົວໃຈ​ຂອງ​ລູກ​ແລະ​ເບິ່ງ​ວ່າ​ລູກ​ເປັນ​ຄົນ​ແນວ​ໃດ​ແທ້ໆ. ຂໍ​ພະອົງ​ກວດ​ເບິ່ງ​ລູກ​ແລະ​ເບິ່ງ​ວ່າ​ລູກ​ມີ​ຄວາມ​ອຸກໃຈ​ຫຍັງ​ແດ່. ຂໍ​ພະອົງ​ເບິ່ງ​ວ່າ​ລູກ​ມີ​ແນວ​ບໍ່​ດີ​ຫຍັງ​ບໍ່. ຂໍ​ພະອົງ​ພາ​ລູກ​ໄປ​ໃນ​ທາງ​ທີ່​ຈະ​ມີ​ຢູ່​ຕະຫຼອດ​ໄປ.” (ພສ. 139:23, 24) ພະ​ເຢໂຫວາ​ອວຍພອນ​ຄົນ​ທີ່ “ຊອກ​ຫາ​ເພິ່ນ​ຢ່າງ​ຈິງຈັງ.” ການ​ທີ່​ເຈົ້າ​ພະຍາຍາມ​ເຮັດ​ຕາມ​ເປົ້າໝາຍ​ທີ່​ຈະ​ອຸທິດໂຕ​ແລະ​ຮັບ​ບັບເຕມາ​ກໍ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຈົ້າ​ກຳລັງ​ຊອກ​ຫາ​ເພິ່ນ​ຢ່າງ​ຈິງຈັງ.—ອ່ານ​ເຮັບເຣີ 11:6

ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຕໍ່ໆ​ໄປ

16-17. ສຳລັບ​ຄົນ​ທີ່​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ ພະ​ເຢໂຫວາ​ຊັກນຳ​ເຂົາເຈົ້າ​ແນວ​ໃດ​ໃຫ້​ເຂົ້າ​ມາ​ຫາ​ເພິ່ນ? (ໂຢຮັນ 6:44)

16 ພະ​ເຢຊູ​ບອກ​ລູກສິດ​ຂອງ​ເພິ່ນ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ຊັກນຳ​ເຂົາເຈົ້າ​ເຂົ້າ​ມາ. (ອ່ານ​ໂຢຮັນ 6:44) ໃຫ້​ຄິດ​ເບິ່ງ​ວ່າ​ເລື່ອງ​ນີ້​ພິເສດ​ສ່ຳ​ໃດ​ແລະ​ມີ​ຄວາມໝາຍ​ແນວ​ໃດ​ສຳລັບ​ເຈົ້າ. ພະ​ເຢໂຫວາ​ເຫັນ​ສິ່ງ​ທີ່​ດີ​ໃນ​ຄົນ​ທີ່​ເພິ່ນ​ຊັກນຳ​ເຂົ້າ​ມາ​ຫາ​ເພິ່ນ. ເພິ່ນ​ເບິ່ງ​ແຕ່​ລະ​ຄົນ​ເປັນ​ຄື​ກັບ “ຊັບ​ສົມບັດ​ພິເສດ” ຫຼື “ຊັບ​ສົມບັດ​ທີ່​ມີ​ຄ່າ.” (ພບຍ. 7:6, ໄຂເງື່ອນ) ພະ​ເຢໂຫວາ​ເບິ່ງ​ເຈົ້າ​ແບບ​ນີ້​ຄື​ກັນ.

17 ສຳລັບ​ເດັກນ້ອຍ​ຫຼື​ໄວລຸ້ນ​ທີ່​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ ເຈົ້າ​ອາດ​ຄິດ​ວ່າ​ເຈົ້າ​ຮັບໃຊ້​ພະ​ເຢໂຫວາ​ຍ້ອນ​ເຮັດ​ຕາມ​ພໍ່​ແມ່​ຊື່ໆ ບໍ່​ແມ່ນ​ຍ້ອນ​ພະ​ເຢໂຫວາ​ຊັກນຳ​ເຈົ້າ​ໃຫ້​ເຂົ້າ​ມາ​ຫາ​ເພິ່ນ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ: “ໃຫ້​ໃກ້ຊິດ​ກັບ​ພະເຈົ້າ ແລ້ວ​ເພິ່ນ​ຈະ​ໃກ້ຊິດ​ກັບ​ພວກ​ເຈົ້າ.” (ຢກບ. 4:8; 1ຂຄ. 28:9) ເມື່ອ​ເຈົ້າ​ເປັນ​ຝ່າຍ​ເລີ່ມ​ເຂົ້າ​ໄປ​ໃກ້ຊິດ​ກັບ​ພະ​ເຢໂຫວາ ເພິ່ນ​ກໍ​ຈະ​ເຂົ້າ​ມາ​ໃກ້ຊິດ​ກັບ​ເຈົ້າ​ຄື​ກັນ. ພະ​ເຢໂຫວາ​ບໍ່​ໄດ້​ເບິ່ງ​ວ່າ​ເຈົ້າ​ເຮັດ​ຕາມ​ຄົນ​ອື່ນ​ຊື່ໆ. ເພິ່ນ​ຊັກນຳ​ແຕ່​ລະ​ຄົນ​ເປັນ​ສ່ວນ​ໂຕ​ເຊິ່ງ​ລວມເຖິງ​ຄົນ​ທີ່​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ນຳ. ເມື່ອ​ແຕ່​ລະ​ຄົນ​ເປັນ​ຝ່າຍ​ເລີ່ມ​ເຂົ້າ​ໄປ​ຫາ​ພະ​ເຢໂຫວາ ເພິ່ນ​ກໍ​ຈະ​ເຮັດ​ຄື​ກັບ​ທີ່​ຂຽນ​ໄວ້​ໃນ​ຢາໂກໂບ 4:8.—ສົມທຽບ​ກັບ 2 ເທຊະໂລນິກ 2:13

18. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດຄວາມ​ຕໍ່​ໄປ? (ເພງ​ສັນລະເສີນ 40:8)

18 ເມື່ອ​ເຈົ້າ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ ເຈົ້າ​ກໍ​ຄິດ​ແລະ​ເຮັດ​ຄື​ກັບ​ພະ​ເຢຊູ. ເພິ່ນ​ເຕັມໃຈ​ເຮັດ​ທຸກສິ່ງ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເພິ່ນ​ເຮັດ. (ອ່ານ​ເພງ​ສັນລະເສີນ 40:8; ຮຣ. 10:7) ໃນ​ບົດຄວາມ​ຕໍ່​ໄປ ເຮົາ​ຈະ​ມາ​ເບິ່ງ​ວ່າ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ຕໍ່ໆ​ໄປ​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ.

ເຈົ້າ​ຈະ​ຕອບ​ແນວ​ໃດ?

  • ການ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ​ໝາຍຄວາມວ່າ​ແນວ​ໃດ?

  • ການ​ຮູ້​ຄຸນຄ່າ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ການ​ອຸທິດໂຕ?

  • ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ບໍ່​ໃຫ້​ເຮັດ​ຜິດ​ຮ້າຍແຮງ?

ເພງ​ທີ 38 ພະອົງ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ

a ພາສາ​ໄທ