ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 11

ເພງ​ທີ 129 ເຮົາ​ຈະ​ອົດທົນ​ຕໍ່​ໄປ

ເຈົ້າ​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ​ໄດ້​ເຖິງ​ວ່າ​ຈະ​ຜິດຫວັງ

ເຈົ້າ​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ​ໄດ້​ເຖິງ​ວ່າ​ຈະ​ຜິດຫວັງ

“ເຈົ້າ​ອົດທົນ​ຕໍ່​ຄວາມ​ລຳບາກ​ຕ່າງໆ​ເພື່ອ​ເຫັນ​ແກ່​ຊື່​ຂອງ​ຂ້ອຍ.”ພນມ. 2:3

ຈຸດ​ສຳຄັນ

ເຮົາ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ​ໄດ້​ເຖິງ​ຈະ​ເຈິ​ເລື່ອງ​ທີ່​ເຮັດ​ໃຫ້​ຜິດຫວັງ.

1. ເຮົາ​ໄດ້​ຮັບ​ສິ່ງ​ດີໆ​ຫຍັງ​ແດ່​ເມື່ອ​ຢູ່​ໃນ​ອົງການ​ຂອງ​ພະ​ເຢໂຫວາ?

 ພວກ​ເຮົາ​ດີໃຈ​ຫຼາຍ​ແທ້ໆ​ທີ່​ໄດ້​ຢູ່​ໃນ​ອົງການ​ຂອງ​ພະ​ເຢໂຫວາ​ໃນ​ສະໄໝ​ສຸດທ້າຍ​ທີ່​ຫຍຸ້ງຍາກ​ລຳບາກ​ນີ້. ເຖິງ​ວ່າ​ໂລກ​ນີ້​ໂຫດຮ້າຍ​ຂຶ້ນ​ເລື້ອຍໆ ແຕ່​ພະ​ເຢໂຫວາ​ໄດ້​ໃຫ້​ເຮົາ​ມີ​ພີ່ນ້ອງ​ທີ່​ເປັນ​ຄື​ກັບ​ຄອບຄົວ​ຂອງ​ເຮົາ. (ພສ. 133:1) ເພິ່ນ​ຊ່ວຍ​ເຮົາ​ໃຫ້​ມີ​ຊີວິດ​ຄອບຄົວ​ທີ່​ມີ​ຄວາມສຸກ. (ອຟຊ. 5:33–6:1) ນອກຈາກນັ້ນ ເພິ່ນ​ຍັງ​ໃຫ້​ເຮົາ​ມີ​ສະຕິ​ປັນຍາ​ແລະ​ຄວາມ​ເຂົ້າໃຈ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສະຫງົບໃຈ.

2. ເຮົາ​ຕ້ອງ​ເຮັດ​ຫຍັງ? ແລະ​ຍ້ອນຫຍັງ?

2 ເຮົາ​ຕ້ອງ​ພະຍາຍາມ​ຫຼາຍ​ແທ້ໆ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ຕໍ່ໆ​ໄປ. ຍ້ອນຫຍັງ? ຍ້ອນ​ວ່າ​ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ບໍ່​ດີ​ກັບ​ສິ່ງ​ທີ່​ຄົນ​ອື່ນ​ເວົ້າ​ແລະ​ເຮັດ ແລະ​ເຮົາ​ອາດ​ຜິດຫວັງ​ກັບ​ໂຕເອງ​ທີ່​ເຮັດ​ຜິດ​ຕະຫຼອດ. ເຮົາ​ຕ້ອງ​ອົດທົນ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ (1) ເມື່ອ​ພີ່ນ້ອງ​ເຮັດ​ໃຫ້​ເຮົາ​ຜິດຫວັງ (2) ເມື່ອ​ຄູ່​ຂອງ​ເຮົາ​ເຮັດ​ໃຫ້​ເຮົາ​ຜິດຫວັງ ແລະ (3) ເມື່ອ​ເຮົາ​ຜິດຫວັງ​ກັບ​ໂຕເອງ. ໃນ​ບົດຄວາມ​ນີ້​ເຮົາ​ຈະ​ເບິ່ງ​ກ່ຽວກັບ 3 ຈຸດ​ນີ້ ແລະ​ຈະ​ເບິ່ງ​ວ່າ​ເຮົາ​ຈະ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ.

ໃຫ້​ອົດທົນ​ເມື່ອ​ພີ່ນ້ອງ​ເຮັດ​ໃຫ້​ເຈົ້າ​ຜິດຫວັງ

3. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເຈິ​ບັນຫາ​ຫຍັງ​ແດ່?

3 ບັນຫາ. ພີ່ນ້ອງ​ບາງ​ຄົນ​ອາດຈະ​ມີ​ນິດໄສ​ບາງຢ່າງ​ທີ່​ເຮົາ​ບໍ່​ມັກ. ບາງ​ຄົນ​ອາດ​ເຮັດ​ໃຫ້​ເຮົາ​ເສຍໃຈ​ຫຼື​ເວົ້າ​ແບບ​ບໍ່​ຄິດ ຫຼື​ເຮັດ​ບໍ່​ດີ​ກັບ​ເຮົາ. ພີ່ນ້ອງ​ທີ່​ນຳໜ້າ​ໃນ​ອົງການ​ອາດ​ເຮັດ​ຜິດພາດ. ເມື່ອ​ເຫັນ​ແບບ​ນີ້ ບາງ​ຄົນ​ອາດ​ສົງໄສ​ວ່າ​ນີ້​ແມ່ນ​ອົງການ​ຂອງ​ພະເຈົ້າ​ແທ້ໆ​ບໍ? ແທນ​ທີ່​ຈະ​ຮັບໃຊ້ “ຄຽງບ່າ​ຄຽງໄຫຼ່” ກັບ​ພີ່ນ້ອງ​ຕໍ່ໆ​ໄປ ເຂົາເຈົ້າ​ອາດ​ບໍ່​ຢາກ​ລົມ​ກັບ​ຄົນ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ເສຍໃຈ ຫຼື​ເຂົາເຈົ້າ​ອາດ​ເຖິງຂັ້ນ​ເຊົາ​ໄປ​ປະຊຸມ​ຊ້ຳ. (ຊຟຢ. 3:9) ການ​ເຮັດ​ແບບ​ນີ້​ສະຫຼາດ​ບໍ? ໃຫ້​ເບິ່ງ​ວ່າ​ເຮົາ​ຈະ​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ຄົນ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ທີ່​ເຈິ​ບັນຫາ​ຄ້າຍຄືກັນ​ນີ້.

4. ໂປໂລ​ເຈິ​ເລື່ອງ​ຫຍັງ​ແດ່?

4 ຕົວຢ່າງ​ໃນ​ຄຳພີ​ໄບເບິນ. ໂປໂລ​ຮູ້​ວ່າ​ພີ່ນ້ອງ​ເປັນ​ຄົນ​ບໍ່​ສົມບູນແບບ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ລາວ​ໄປ​ປະຊາຄົມ​ຢູ່​ເມືອງ​ເຢຣູຊາເລັມ ພີ່ນ້ອງ​ບາງ​ຄົນ​ບໍ່​ເຊື່ອ​ວ່າ​ລາວ​ເຂົ້າ​ມາ​ເປັນ​ລູກສິດ​ແທ້ໆ. (ກຈກ. 9:26) ຕໍ່ມາ ມີ​ບາງ​ຄົນ​ເວົ້າ​ບໍ່​ດີ​ລັບຫຼັງ​ໂປໂລ​ແລະ​ເຮັດ​ໃຫ້​ລາວ​ເສຍ​ຊື່ສຽງ. (2ກຣ. 10:10) ໂປໂລ​ຍັງ​ເຫັນ​ຜູ້​ເບິ່ງແຍງ​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ ເຊິ່ງ​ອາດ​ເຮັດ​ໃຫ້​ພີ່ນ້ອງ​ບາງ​ຄົນ​ບໍ່​ສະບາຍ​ໃຈ. (ຄລຕ. 2:11, 12) ມາຣະໂກ​ທີ່​ເປັນ​ໝູ່​ສະໜິດ​ຂອງ​ໂປໂລ​ເຮັດ​ໃຫ້​ລາວ​ເສຍໃຈ​ແລະ​ຜິດຫວັງ​ຫຼາຍ. (ກຈກ. 15:37, 38) ເລື່ອງ​ທັງໝົດ​ນີ້​ອາດ​ເຮັດ​ໃຫ້​ໂປໂລ​ບໍ່​ຢາກ​ຄົບຫາ​ກັບ​ພີ່ນ້ອງ​ເຫຼົ່າ​ນີ້ ແຕ່​ລາວ​ບໍ່​ໄດ້​ເຮັດ​ແບບ​ນັ້ນ. ລາວ​ເບິ່ງ​ພີ່ນ້ອງ​ໃນ​ແງ່​ດີ​ແລະ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ກະຕືລືລົ້ນ​ຕໍ່ໆ​ໄປ. ອັນໃດ​ຊ່ວຍ​ໂປໂລ​ໃຫ້​ເຮັດ​ແບບ​ນັ້ນ?

5. ອັນໃດ​ຊ່ວຍ​ໂປໂລ​ບໍ່​ໃຫ້​ໝົດຫວັງ​ໃນ​ໂຕ​ພີ່ນ້ອງ? (ໂກໂລຊາຍ 3:13, 14) (ເບິ່ງ​ຮູບ​ນຳ)

5 ໂປໂລ​ຮັກ​ພີ່ນ້ອງ​ຫຼາຍ ລາວ​ຈຶ່ງ​ສົນໃຈ​ແຕ່​ຈຸດດີ​ຂອງ​ເຂົາເຈົ້າ​ແລະ​ເບິ່ງ​ຂ້າມ​ຄວາມ​ບໍ່​ສົມບູນແບບ​ຂອງ​ເຂົາເຈົ້າ. ນອກຈາກນັ້ນ ຄວາມ​ຮັກ​ຍັງ​ຊ່ວຍ​ໂປໂລ​ໃຫ້​ເຮັດ​ຕາມ​ສິ່ງ​ທີ່​ລາວ​ຂຽນ​ໄວ້​ໃນ​ໂກໂລຊາຍ 3:13, 14. (ອ່ານ) ໃຫ້​ເຮົາ​ເບິ່ງ​ວ່າ​ໂປໂລ​ໃຫ້ອະໄພ​ມາຣະໂກ​ແນວໃດ. ເຖິງ​ວ່າ​ມາຣະໂກ​ໜີປະ​ໂປໂລ​ຕອນ​ທີ່​ລາວ​ເດີນທາງ​ໄປ​ປະກາດ​ຮອບ​ທຳອິດ ແຕ່​ໂປໂລ​ບໍ່​ໄດ້​ເກັບ​ຄວາມ​ຄຽດ​ໄວ້. ຕໍ່ມາ ຕອນ​ທີ່​ໂປໂລ​ຂຽນ​ຈົດໝາຍ​ໄປ​ຫາ​ປະຊາຄົມ​ຢູ່​ເມືອງ​ໂກໂລຊາຍ ລາວ​ຍ້ອງ​ມາຣະໂກ​ວ່າ​ເປັນ​ໝູ່​ທີ່​ດີ​ທີ່ “ໃຫ້​ກຳລັງ​ໃຈ [ລາວ] ຫຼາຍ.” (ກລຊ. 4:10, 11) ຕອນ​ທີ່​ຖືກ​ກັກ​ບໍລິເວນ​ໃຫ້​ຢູ່​ແຕ່​ໃນ​ເຮືອນ​ໃນ​ເມືອງ​ໂຣມ ໂປໂລ​ຂຽນ​ແບບ​ເຈາະຈົງ​ໃນ​ຈົດໝາຍ​ວ່າ​ໃຫ້​ພາ​ມາຣະໂກ​ມາ​ນຳ​ຍ້ອນ​ລາວ​ຊ່ວຍ​ໂປໂລ​ໄດ້. (2ຕມ. 4:11) ເຫັນ​ໄດ້​ແຈ້ງ​ວ່າ​ໂປໂລ​ບໍ່​ໄດ້​ໝົດຫວັງ​ໃນ​ໂຕ​ພີ່ນ້ອງ. ເຮົາ​ຮຽນ​ຫຍັງ​ຈາກ​ໂປໂລ?

ເຖິງ​ວ່າ​ໂປໂລ​ມີ​ບັນຫາ​ກັບ​ບາຣະນາບາ​ແລະ​ມາຣະໂກ ແຕ່​ໂປໂລ​ບໍ່​ໄດ້​ເກັບ​ຄວາມ​ຄຽດ​ໄວ້. ຕໍ່ມາ ເຂົາເຈົ້າ​ຮັບໃຊ້​ນຳ​ກັນ​ຢ່າງ​ມີ​ຄວາມສຸກ. (ເບິ່ງ​ຂໍ້ 5)


6-7. ອັນໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກ​ພີ່ນ້ອງ​ຕໍ່ໆ​ໄປ​ເຖິງ​ວ່າ​ເຂົາເຈົ້າ​ຈະ​ບໍ່​ສົມບູນແບບ? (1 ໂຢຮັນ 4:7)

6 ບົດຮຽນ. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ຕໍ່ໆ​ໄປ. (ອ່ານ 1 ໂຢຮັນ 4:7) ຖ້າ​ພີ່ນ້ອງ​ບາງ​ຄົນ​ເຮັດ​ໃຫ້​ເຮົາ​ເສຍໃຈ ເຮົາ​ຄວນ​ຄິດ​ວ່າ​ລາວ​ອາດ​ບໍ່​ໄດ້​ຕັ້ງໃຈ​ເຮັດ​ໃຫ້​ເຮົາ​ເຈັບ ແລະ​ລາວ​ເອງ​ກໍ​ກຳລັງ​ພະຍາຍາມ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ. (ສພສ. 12:18) ພະ​ເຢໂຫວາ​ຮັກ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທຸກ​ຄົນ​ເຖິງ​ວ່າ​ເຂົາເຈົ້າ​ມີ​ຂໍ້​ບົກພ່ອງ. ເມື່ອ​ເຮົາ​ເຮັດ​ຜິດ ພະ​ເຢໂຫວາ​ບໍ່​ໄດ້​ຖິ້ມ​ເຮົາ​ຫຼື​ບໍ່​ໄດ້​ຄຽດ​ໃຫ້​ເຮົາ​ຕະຫຼອດ​ໄປ. (ພສ. 103:9) ເປັນ​ເລື່ອງ​ສຳຄັນ​ແທ້ໆ​ທີ່​ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ພະເຈົ້າ​ທີ່​ໃຫ້ອະໄພ!—ອຟຊ. 4:32–5:1

7 ໃຫ້​ຈື່​ໄວ້​ວ່າ​ແຮ່ງ​ຈຸດຈົບ​ຂອງ​ໂລກ​ນີ້​ໃກ້​ເຂົ້າ​ມາ ເຮົາ​ກໍ​ແຮ່ງ​ຕ້ອງ​ສະໜິດ​ກັບ​ພີ່ນ້ອງ​ຫຼາຍ​ຂຶ້ນ. ເຮົາ​ຄາດໝາຍ​ໄດ້​ເລີຍ​ວ່າ​ການ​ຂົ່ມເຫງ​ຈະ​ຮຸນແຮງ​ຂຶ້ນ​ເລື້ອຍໆ. ເຮົາ​ອາດ​ເຖິງຂັ້ນ​ຕ້ອງ​ຕິດຄຸກ​ຍ້ອນ​ຄວາມ​ເຊື່ອ. ຖ້າ​ເປັນ​ແບບ​ນັ້ນ ເຮົາ​ຈະ​ຕ້ອງການ​ພີ່ນ້ອງ​ຫຼາຍ​ກວ່າ​ທີ່​ຜ່ານ​ມາ. (ສພສ. 17:17) ໃຫ້​ເຮົາ​ເບິ່ງ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ໂຈເຊັບ aທີ່​ເປັນ​ຜູ້​ເບິ່ງແຍງ​ຢູ່​ແອັດສະປາຍ. ລາວ​ກັບ​ພີ່ນ້ອງ​ຊາຍ​ບາງ​ຄົນ​ຕ້ອງ​ຕິດຄຸກ​ຍ້ອນ​ບໍ່​ຍອມ​ເປັນ​ທະຫານ. ໂຈເຊັບ​ເວົ້າ​ວ່າ: “ພວກ​ເຮົາ​ຢູ່​ໃນ​ຄຸກ​ນຳ​ກັນ​ຕະຫຼອດ​ເວລາ. ບາງ​ເທື່ອ​ພີ່ນ້ອງ​ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ລຳຄານ ແຕ່​ເຮົາ​ຕ້ອງ​ອົດທົນ​ຕໍ່​ກັນ​ແລະ​ກັນ​ແລະ​ໃຫ້ອະໄພ​ກັນ​ສະເໝີ. ການ​ເຮັດ​ແບບ​ນີ້​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັນ. ພວກ​ເຮົາ​ປົກປ້ອງ​ກັນ​ຈາກ​ນັກໂທດ​ຄົນ​ອື່ນ​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ. ມີ​ເທື່ອ​ໜຶ່ງ​ຂ້ອຍ​ເຈັບ​ແຂນ​ແລະ​ຕ້ອງ​ເອົາ​ຜ້າພັນບາດ​ພັນ​ໄວ້ ຂ້ອຍ​ຈຶ່ງ​ເຮັດ​ຫຍັງ​ບໍ່​ໄດ້​ເລີຍ. ແຕ່​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຊັກເຄື່ອງ​ໃຫ້​ຂ້ອຍ​ແລະ​ຊ່ວຍ​ຂ້ອຍ​ຫຼາຍ​ຢ່າງ. ຂ້ອຍ​ເຫັນ​ເລີຍ​ວ່າ​ຕອນ​ທີ່​ຂ້ອຍ​ຕ້ອງການ​ຄວາມ​ຊ່ວຍເຫຼືອ​ຫຼາຍ​ທີ່​ສຸດ ພີ່ນ້ອງ​ກໍ​ສະແດງ​ຄວາມ​ຮັກ​ແລະ​ເບິ່ງແຍງ​ຂ້ອຍ.” ເປັນ​ສິ່ງ​ທີ່​ດີ​ແທ້ໆ​ທີ່​ເຮົາ​ຕ້ອງ​ສະແດງ​ຄວາມ​ຮັກ​ແລະ​ໃຫ້ອະໄພ​ພີ່ນ້ອງ​ຕັ້ງແຕ່​ຕອນນີ້!

ໃຫ້​ອົດທົນ​ເມື່ອ​ຄູ່​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ຜິດຫວັງ

8. ຜົວ​ກັບ​ເມຍ​ເຈິ​ບັນຫາ​ຫຍັງ​ແດ່?

8 ບັນຫາ. ຄົນ​ທີ່​ແຕ່ງດອງ​ແລ້ວ​ຈະ​ເຈິ​ບັນຫາ ຍ້ອນ​ຄຳພີ​ໄບເບິນ​ບອກ​ວ່າ​ຄົນ​ທີ່​ແຕ່ງດອງ​ແລ້ວ​ຈະ​ມີ “ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ.” (1ກຣ. 7:28) ເປັນຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ຍ້ອນ​ທັງ​ຜົວ​ແລະ​ເມຍ​ເປັນ​ຄົນ​ບໍ່​ສົມບູນແບບ ມີ​ນິດໄສ​ຕ່າງ​ກັນ ແລະ​ມັກ​ບໍ່​ຄື​ກັນ. ບາງ​ຄູ່​ອາດ​ມີ​ເຊື້ອຊາດ ວັດທະນະທຳ ແລະ​ພູມຫຼັງ​ທີ່​ແຕກຕ່າງ​ກັນ. ເມື່ອ​ເວລາ​ຜ່ານ​ໄປ ແຕ່​ລະ​ຄົນ​ອາດ​ສະແດງ​ນິດໄສ​ບາງຢ່າງ​ອອກ​ມາ​ເຊິ່ງ​ກ່ອນ​ແຕ່ງດອງ​ບໍ່​ເຄີຍ​ເຫັນ ແລະ​ນິດໄສ​ບາງຢ່າງ​ກໍ​ອາດ​ເຮັດ​ໃຫ້​ເຂົາເຈົ້າ​ເຖິງຂັ້ນ​ຜິດ​ກັນ. ແທນ​ທີ່​ແຕ່​ລະ​ຄົນ​ຈະ​ພະຍາຍາມ​ຊ່ວຍ​ກັນ​ແກ້ໄຂ​ບັນຫາ ເຂົາເຈົ້າ​ພັດ​ໂທດ​ກັນ​ໄປ​ໂທດ​ກັນ​ມາ​ທັງໆ​ທີ່​ທັງ​ສອງ​ກໍ​ຜິດ​ຄື​ກັນ. ບາງ​ຄູ່​ອາດ​ເຖິງຂັ້ນ​ຄິດ​ວ່າ​ການ​ແຍກ​ກັນ​ຢູ່​ຫຼື​ປະກັນ​ເປັນ​ທາງ​ອອກ​ທີ່​ດີ. ແຕ່​ການ​ເຮັດ​ແບບ​ນີ້​ຊ່ວຍ​ເຂົາເຈົ້າ​ໃຫ້​ແກ້​ບັນຫາ​ໄດ້​ແທ້ໆ​ບໍ? b ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຂອງ​ຜູ້​ໜຶ່ງ​ທີ່​ອົດທົນ​ກັບ​ບັນຫາ​ທີ່​ໜັກໆ​ໃນ​ຊີວິດ​ຄູ່. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ.

9. ອາບີກາຍ​ເຈິ​ບັນຫາ​ຫຍັງ?

9 ຕົວຢ່າງ​ໃນ​ຄຳພີ​ໄບເບິນ. ອາບີກາຍ​ແຕ່ງດອງ​ກັບ​ນາບານ. ຄຳພີ​ໄບເບິນ​ບອກ​ວ່າ​ນາບານ​ເປັນ​ຄົນ​ຫຍາບຄາຍ​ແລະ​ນິດໄສ​ບໍ່​ດີ. (1ຊມ. 25:3) ອາບີກາຍ​ຄື​ຊິ​ທຸກໃຈ​ຫຼາຍ​ທີ່​ຕ້ອງ​ຢູ່​ກັບ​ຜູ້​ຊາຍ​ແບບ​ນີ້. ລາວ​ມີ​ໂອກາດ​ທີ່​ຈະ​ເຮັດ​ໃຫ້​ຊີວິດ​ຄູ່​ຈົບ​ລົງ​ບໍ? ມີ​ແທ້. ລາວ​ສາມາດ​ເຮັດ​ແບບ​ນັ້ນ​ໄດ້​ຕອນ​ທີ່​ດາວິດ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ໃນ​ອະນາຄົດ​ຕັດສິນໃຈ​ວ່າ​ຈະ​ຂ້າ​ນາບານ ຍ້ອນ​ນາບານ​ດູຖູກ​ດາວິດ​ກັບຄົນ​ຂອງ​ລາວ. (1ຊມ. 25:9-13) ທີ່ຈິງ ອາບີກາຍ​ຈະ​ໜີ​ໄປ​ແລະປ່ອຍ​ໃຫ້​ດາວິດ​ຂ້າ​ນາບານ​ກໍ​ໄດ້ ແຕ່​ລາວ​ບໍ່​ໄດ້​ເຮັດ​ແບບ​ນັ້ນ. ລາວ​ໄດ້​ຂໍຮ້ອງ​ດາວິດ​ບໍ່​ໃຫ້​ຂ້າ​ນາບານ. (1ຊມ. 25:23-27) ເປັນຫຍັງ​ລາວ​ຈຶ່ງ​ເຮັດ​ແບບ​ນັ້ນ?

10. ເປັນຫຍັງ​ອາບີກາຍ​ຈຶ່ງ​ອົດທົນ​ເຖິງ​ວ່າ​ຊີວິດ​ຄູ່​ຂອງ​ລາວ​ມີ​ບັນຫາ?

10 ອາບີກາຍ​ຮັກ​ພະ​ເຢໂຫວາ​ແລະ​ນັບຖື​ການ​ຈັດກຽມ​ເລື່ອງ​ຊີວິດ​ຄູ່. (ປຖກ. 2:24) ລາວ​ຮູ້​ວ່າ​ພະ​ເຢໂຫວາ​ເວົ້າ​ແນວໃດ​ຕອນ​ທີ່​ເພິ່ນ​ໃຫ້​ອາດາມ​ກັບ​ເອວາ​ມະນຸດ​ຄູ່​ທຳອິດ​ແຕ່ງດອງ​ກັນ. ລາວ​ຮູ້​ວ່າ​ພະ​ເຢໂຫວາ​ຖືວ່າ​ການ​ແຕ່ງດອງ​ເປັນ​ການ​ຈັດກຽມ​ທີ່​ສັກສິດ. ອາບີກາຍ​ຢາກ​ໃຫ້​ພະ​ເຢໂຫວາ​ພໍໃຈ ລາວ​ຈຶ່ງ​ພະຍາຍາມ​ເຮັດ​ທຸກສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ປົກປ້ອງ​ຄົນ​ໃນ​ຄອບຄົວ​ລວມ​ທັງ​ຜົວ​ຂອງ​ລາວ​ນຳ. ອາບີກາຍ​ຟ້າວ​ໄປ​ຫ້າມ​ດາວິດ​ບໍ່​ໃຫ້​ຂ້າ​ນາບານ​ແລະ​ເຕັມໃຈ​ຂໍໂທດ​ແທນ​ຜົວ​ທັງໆ​ທີ່​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ລາວ. ເຮົາ​ເຫັນ​ເລີຍ​ວ່າ​ພະ​ເຢໂຫວາ​ຮັກ​ອາບີກາຍ​ທີ່​ເປັນ​ຄົນ​ກ້າຫານ​ແລະ​ບໍ່​ເຫັນແກ່ໂຕ. ຜົວ​ກັບ​ເມຍ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ອາບີກາຍ?

11. (ກ) ພະ​ເຢໂຫວາ​ຢາກ​ໃຫ້​ຜົວ​ກັບ​ເມຍ​ເຮັດ​ຫຍັງ? (ເອເຟໂຊ 5:33) (ຂ) ເຈົ້າ​ໄດ້​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ຄາເມນ? (ເບິ່ງ​ຮູບ​ນຳ)

11 ບົດຮຽນ. ພະ​ເຢໂຫວາ​ຢາກ​ໃຫ້​ຜົວ​ກັບ​ເມຍ​ນັບຖື​ການ​ຈັດກຽມ​ເລື່ອງ​ຊີວິດ​ຄູ່ ເຖິງ​ວ່າ​ຄູ່​ຂອງ​ເຂົາເຈົ້າ​ຈະ​ເປັນ​ຄົນ​ທີ່​ຢູ່​ນຳ​ຍາກ. ພະ​ເຢໂຫວາ​ຕ້ອງ​ມີ​ຄວາມສຸກ​ຫຼາຍ​ແທ້ໆ​ເມື່ອ​ເຫັນ​ຜົວ​ກັບ​ເມຍ​ພະຍາຍາມ​ແກ້​ບັນຫາ ສະແດງ​ຄວາມ​ຮັກ​ແບບ​ບໍ່​ເຫັນແກ່ໂຕ ແລະ​ນັບຖື​ກັນ. (ອ່ານ​ເອເຟໂຊ 5:33) ຂໍ​ໃຫ້​ເບິ່ງ​ເລື່ອງ​ຂອງ​ຄາເມນ. ຫຼັງ​ຈາກ​ແຕ່ງດອງ​ໄດ້ 6 ປີ ຄາເມນ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ​ແລະ​ຫຼັງຈາກນັ້ນ​ກໍ​ຮັບ​ບັບເຕມາ. ລາວ​ເລົ່າ​ວ່າ: “ຜົວ​ຂອງ​ຂ້ອຍ​ບໍ່​ມັກ​ທີ່​ຂ້ອຍ​ຕັດສິນໃຈ​ແບບ​ນີ້. ລາວ​ໃຈຮ້າຍ​ຫຼາຍ​ຍ້ອນ​ຂ້ອຍ​ຕັ້ງໃຈ​ຮັບໃຊ້​ພະ​ເຢໂຫວາ​ແລະ​ຕ້ອງ​ໄປ​ປະຊຸມ​ຈຶ່ງ​ບໍ່​ໄດ້​ໃຊ້​ເວລາ​ນັ້ນ​ກັບ​ລາວ. ລາວ​ດ່າຂ້ອຍ​ແລະ​ຂູ່​ວ່າ​ຈະ​ຖິ້ມ​ຂ້ອຍ.” ເຖິງ​ຈະ​ເປັນ​ແນວ​ນັ້ນ ຄາເມນ​ກໍ​ອົດທົນ​ແລະ​ພະຍາຍາມ​ຮັກສາ​ຊີວິດ​ຄູ່​ໄວ້. ເປັນ​ເວລາ 50 ປີ​ທີ່​ຄາເມນ​ສະແດງ​ຄວາມ​ຮັກ​ແລະ​ນັບຖື​ຜົວ​ສະເໝີ. ລາວ​ເລົ່າ​ຕໍ່​ວ່າ: “ເມື່ອ​ເວລາ​ຜ່ານ​ໄປ ຂ້ອຍ​ພະຍາຍາມ​ຫຼາຍ​ຂຶ້ນ​ທີ່​ຈະ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ຜົວ​ແລະ​ເວົ້າ​ດີໆ​ກັບ​ລາວ. ຂ້ອຍ​ຮູ້​ວ່າ​ພະ​ເຢໂຫວາ​ຖືວ່າ​ການ​ແຕ່ງດອງ​ເປັນ​ການ​ຈັດກຽມ​ທີ່​ສັກສິດ. ຂ້ອຍ​ຈຶ່ງ​ພະຍາຍາມ​ເຮັດ​ທຸກສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຮັກສາ​ຊີວິດ​ຄູ່​ໄວ້. ຂ້ອຍ​ອົດທົນ​ກັບ​ຊີວິດ​ຄູ່​ໄດ້​ຍ້ອນ​ຂ້ອຍ​ຮັກ​ພະ​ເຢໂຫວາ.” c ຖ້າ​ເຈົ້າ​ມີ​ບັນຫາ​ໃນ​ຊີວິດ​ຄູ່ ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ອົດທົນ​ໄດ້.

ອາບີກາຍ​ເຮັດ​ທຸກສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ປົກປ້ອງ​ຄົນ​ໃນ​ຄອບຄົວ. ເຮົາ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? (ເບິ່ງ​ຂໍ້ 11)


ໃຫ້​ອົດທົນ​ເມື່ອ​ຜິດຫວັງ​ກັບ​ໂຕເອງ

12. ເມື່ອ​ເຮົາ​ເຮັດ​ຜິດ​ຮ້າຍແຮງ ເຮົາ​ອາດ​ຮູ້ສຶກ​ແນວໃດ?

12 ບັນຫາ. ເມື່ອ​ເຮົາ​ເຮັດ​ຜິດ​ຮ້າຍແຮງ ເຮົາ​ອາດ​ຮູ້ສຶກ​ທໍ້ໃຈ​ຫຼາຍ​ຈົນ​ຄິດ​ວ່າ​ໂຕເອງ​ບໍ່​ມີ​ຄ່າ. ຄຳພີ​ໄບເບິນ​ຍອມຮັບ​ວ່າ​ເມື່ອ​ເຮົາ​ເຮັດ​ຜິດ ເຮົາ​ຮູ້ສຶກ “ເຈັບປວດ​ໃຈ.” (ພສ. 51:17) ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຊື່​ໂຣເບີດ​ພະຍາຍາມ​ຫຼາຍ​ປີ​ຈົນ​ມີ​ຄຸນສົມບັດ​ໄດ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້. ແຕ່​ເມື່ອ​ເຮັດ​ຜິດ​ຮ້າຍແຮງ ລາວ​ກໍ​ຮູ້ສຶກ​ວ່າ​ລາວ​ໄດ້​ທໍລະຍົດ​ພະ​ເຢໂຫວາ. ລາວ​ເວົ້າ​ວ່າ: “ໃຈ​ຮູ້ຜິດ​ຮູ້ຖືກ​ຕີ​ຂ້ອຍ​ແຮງ​ຫຼາຍ ແລ້ວ​ຈາກນັ້ນ​ຂ້ອຍ​ກໍ​ເສຍໃຈ​ຫຼາຍ. ຂ້ອຍ​ອະທິດຖານ​ຫາ​ພະ​ເຢໂຫວາ​ແລະ​ທັງ​ຮ້ອງໄຫ້​ໄປ​ນຳ. ຂ້ອຍ​ຈື່​ໄດ້​ວ່າ​ຕອນ​ນັ້ນ​ຂ້ອຍ​ຄິດ​ວ່າ​ພະ​ເຢໂຫວາ​ຄື​ຊິ​ບໍ່​ຟັງ​ຄຳ​ອະທິດຖານ​ຂອງ​ຂ້ອຍ​ອີກ​ແລ້ວ​ຍ້ອນ​ຂ້ອຍ​ເຮັດ​ໃຫ້​ເພິ່ນ​ຜິດຫວັງ.” ເມື່ອ​ເຮົາ​ເຮັດ​ຜິດ​ຮ້າຍແຮງ ເຮົາ​ອາດ​ຮູ້ສຶກ​ເສຍໃຈ​ຫຼາຍ​ຈົນ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ສົນໃຈ​ເຮົາ​ແລ້ວ​ແລະ​ເຮົາ​ຄື​ຊິ​ບໍ່​ມີ​ທາງ​ຮັບໃຊ້​ເພິ່ນ​ໄດ້​ອີກ​ຕໍ່​ໄປ. (ພສ. 38:4) ຖ້າ​ເຈົ້າ​ເຄີຍ​ຮູ້ສຶກ​ແບບ​ນັ້ນ ໃຫ້​ເບິ່ງ​ເລື່ອງ​ຂອງ​ຄົນ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ທີ່​ອົດທົນ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ​ເຖິງ​ວ່າ​ເຄີຍ​ເຮັດ​ຜິດ​ຮ້າຍແຮງ.

13. ເປໂຕ​ເຮັດ​ຜິດພາດ​ເລື່ອງ​ຫຍັງ​ແດ່? ແລະ​ຄວາມ​ຜິດ​ຮ້າຍແຮງ​ທີ່​ສຸດ​ທີ່​ລາວ​ເຮັດ​ແມ່ນ​ຫຍັງ?

13 ຕົວຢ່າງ​ໃນ​ຄຳພີ​ໄບເບິນ. ໃນ​ຄືນ​ກ່ອນ​ທີ່​ພະ​ເຢຊູ​ຈະ​ຖືກ​ປະຫານ ເປໂຕ​ໄດ້​ເຮັດ​ຜິດພາດ​ຫຼາຍ​ເລື່ອງ​ຈຶ່ງ​ເຮັດ​ໃຫ້​ລາວ​ເຮັດ​ຜິດ​ຮ້າຍແຮງ​ທີ່​ສຸດ​ໃນ​ຊີວິດ. ທຳອິດ ເປໂຕ​ໝັ້ນໃຈ​ໃນ​ໂຕເອງ​ຫຼາຍ​ເກີນ​ໄປ ລາວ​ເວົ້າ​ອວດ​ວ່າ​ເຖິງ​ວ່າ​ພວກ​ອັກຄະສາວົກ​ຄົນ​ອື່ນ​ຈະ​ຖິ້ມ​ພະ​ເຢຊູ​ໄປ​ໝົດ ແຕ່​ລາວ​ຊິ​ບໍ່​ເຮັດ​ແບບ​ນັ້ນ. (ມຣກ. 14:27-29) ຕໍ່ມາ ຕອນ​ທີ່​ຢູ່​ສວນ​ເຄັດເຊມາເນ ພະ​ເຢຊູ​ບອກ​ເປໂຕ​ໃຫ້​ເຝົ້າ​ລະວັງ ແຕ່​ລາວ​ກໍ​ບໍ່​ໄດ້​ເຮັດ. (ມຣກ. 14:32, 37-41) ຈາກນັ້ນ ຕອນ​ທີ່​ມີ​ຄົນ​ກຸ່ມ​ໃຫຍ່​ມາ​ຈັບ​ພະ​ເຢຊູ ເປໂຕ​ໄດ້​ໜີປະ​ເພິ່ນ. (ມຣກ. 14:50) ໃນ​ທີ່​ສຸດ ເປໂຕ​ກໍ​ປະຕິເສດ​ຮອດ 3 ເທື່ອ​ວ່າ​ບໍ່​ຮູ້​ຈັກ​ພະ​ເຢຊູ ແລະ​ລາວ​ເຖິງຂັ້ນ​ສາບານ​ວ່າ​ບໍ່​ຮູ້​ຈັກ​ເພິ່ນ. (ມຣກ. 14:66-71) ເມື່ອ​ເປໂຕ​ຮູ້​ວ່າ​ໂຕເອງ​ເຮັດ​ຜິດ​ຮ້າຍແຮງ ລາວ​ຮູ້ສຶກ​ແນວໃດ? ລາວ​ເສຍໃຈ​ຫຼາຍ​ແລະ​ຮ້ອງໄຫ້​ດ້ວຍ​ຄວາມ​ເຈັບປວດ​ໃຈ ອາດ​ເປັນ​ຍ້ອນ​ລາວ​ຮູ້ສຶກ​ຜິດ​ຫຼາຍ. (ມຣກ. 14:72) ລອງ​ຄິດ​ເບິ່ງ​ວ່າ​ເປໂຕ​ຊິ​ຮູ້ສຶກ​ບໍ່​ດີ​ສ່ຳ​ໃດ​ຕອນ​ທີ່​ພະ​ເຢຊູ​ຖືກ​ປະຫານ​ໃນ​ຫຼາຍ​ຊົ່ວໂມງ​ຕໍ່ມາ. ເປໂຕ​ຕ້ອງ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ມີ​ຄ່າ​ແທ້ໆ!

14. ອັນໃດ​ຊ່ວຍ​ເປໂຕ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ​ໄດ້? (ເບິ່ງ​ຮູບ​ໜ້າ​ປົກ)

14 ອັນໃດ​ຊ່ວຍ​ເປໂຕ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ​ໄດ້? ລາວ​ບໍ່​ໄດ້​ແຍກ​ໂຕ​ຢູ່​ຄົນ​ດຽວ ລາວ​ໄປ​ຫາ​ພີ່ນ້ອງ ແລະ​ແນ່ນອນ​ວ່າ​ເຂົາເຈົ້າ​ໄດ້​ໃຫ້​ກຳລັງ​ໃຈ​ລາວ. (ລກ. 24:33) ນອກຈາກນັ້ນ ຫຼັງ​ຈາກ​ທີ່​ພະ​ເຢຊູ​ຟື້ນ​ຄືນມາ​ຈາກ​ຕາຍ​ແລ້ວ ເພິ່ນ​ກໍ​ມາ​ຫາ​ເປໂຕ ແລະ​ເປັນ​ໄປ​ໄດ້​ວ່າ​ເພິ່ນ​ໄດ້​ໃຫ້​ກຳລັງ​ໃຈ​ລາວ. (ລກ. 24:34; 1ກຣ. 15:5) ຫຼັງຈາກນັ້ນ ແທນ​ທີ່​ພະ​ເຢຊູ​ຈະ​ຕຳໜິ​ເປໂຕ​ທີ່​ເຮັດ​ຜິດ ແຕ່​ເພິ່ນ​ບອກ​ເປໂຕ​ວ່າ​ລາວ​ຊິ​ໄດ້​ຮັບ​ໜ້າທີ່​ຮັບຜິດຊອບ​ທີ່​ສຳຄັນ​ກວ່າ​ເກົ່າ. (ຢຮ. 21:15-17) ເປໂຕ​ຮູ້​ວ່າ​ລາວ​ເຮັດ​ຜິດ​ຮ້າຍແຮງ ແຕ່​ລາວ​ບໍ່​ໄດ້​ໝົດຫວັງ​ກັບ​ໂຕເອງ. ຍ້ອນຫຍັງ? ຍ້ອນ​ລາວ​ໝັ້ນໃຈ​ວ່າ​ພະ​ເຢຊູ​ນາຍ​ຂອງ​ລາວ​ບໍ່​ໝົດຫວັງ​ໃນ​ໂຕ​ລາວ ແລະ​ເປໂຕ​ຮູ້​ວ່າ​ພີ່ນ້ອງ​ພ້ອມ​ທີ່​ຈະ​ຊ່ວຍ​ລາວ​ຕໍ່ໆ​ໄປ. ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເປໂຕ?

ໂຢຮັນ 21:15-17 ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢຊູ​ບໍ່​ໄດ້​ໝົດຫວັງ​ໃນ​ເປໂຕ ເປໂຕ​ຈຶ່ງ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ​ໄດ້ (ເບິ່ງ​ຂໍ້ 14)


15. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ໃດ? (ເພງ​ສັນລະເສີນ 86:5; ໂຣມ 8:38, 39) (ເບິ່ງ​ຮູບ​ນຳ)

15 ບົດຮຽນ. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ເພິ່ນ​ຮັກ​ແລະ​ພ້ອມ​ທີ່​ຈະ​ໃຫ້ອະໄພ​ເຮົາ. (ອ່ານ​ເພງ​ສັນລະເສີນ 86:5; ໂຣມ 8:38, 39) ເມື່ອ​ເຮົາ​ເຮັດ​ຜິດ ເຮົາ​ກໍ​ຮູ້ສຶກ​ຜິດ. ການ​ຮູ້ສຶກ​ແບບ​ນີ້​ເປັນ​ເລື່ອງ​ປົກກະຕິ ແລະ​ມັນ​ກໍ​ຄວນ​ຈະ​ເປັນ​ແບບ​ນັ້ນ. ແຕ່​ເຮົາ​ຕ້ອງ​ບໍ່​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ເຮົາ​ແລ້ວ ຫຼື​ເພິ່ນ​ຈະ​ບໍ່​ມີ​ທາງ​ໃຫ້ອະໄພ​ເຮົາ. ແທນ​ທີ່​ຈະ​ຄິດ​ແບບ​ນັ້ນ ເຮົາ​ຄວນ​ຂໍ​ຄວາມ​ຊ່ວຍເຫຼືອ​ທັນທີ. ໂຣເບີດ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ເວົ້າ​ວ່າ: “ຂ້ອຍ​ເຮັດ​ຜິດ​ຍ້ອນ​ຂ້ອຍ​ເພິ່ງ​ກຳລັງ​ຂອງ​ໂຕເອງ​ໃນ​ການ​ຕ້ານ​ທານ​ການ​ລໍ້ໃຈ.” ຫຼັງຈາກນັ້ນ ໂຣເບີດ​ຮູ້​ວ່າ​ລາວ​ຕ້ອງ​ໄປ​ເວົ້າ​ກັບ​ຜູ້​ເບິ່ງແຍງ. ໂຣເບີດ​ເວົ້າ​ວ່າ: “ເມື່ອ​ຂ້ອຍ​ໄປ​ເວົ້າ​ກັບ​ຜູ້​ເບິ່ງແຍງ ເຂົາເຈົ້າ​ຊ່ວຍ​ຂ້ອຍ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຍັງ​ຮັກ​ຂ້ອຍ​ຢູ່ ແລະ​ເຂົາເຈົ້າ​ກໍ​ເຮັດ​ໃຫ້​ຂ້ອຍ​ເຫັນ​ວ່າ​ເຂົາເຈົ້າ​ຮັກ​ຂ້ອຍ​ຄື​ກັນ. ເຂົາເຈົ້າ​ຊ່ວຍ​ຂ້ອຍ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ປະຖິ້ມ​ຂ້ອຍ.” ເຮົາ​ກໍ​ໝັ້ນໃຈ​ໄດ້​ຄື​ກັນ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ແລະ​ພ້ອມ​ທີ່​ຈະ​ໃຫ້ອະໄພ​ຖ້າ​ເຮົາ​ກັບໃຈ ຂໍ​ຄວາມ​ຊ່ວຍເຫຼືອ ແລະ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ບໍ່​ເຮັດ​ຜິດ​ຊ້ຳ​ອີກ. (1ຢຮ. 1:8, 9) ການ​ທີ່​ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ນີ້​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ໝົດຫວັງ​ກັບ​ໂຕເອງ​ຕອນ​ທີ່​ເຮົາ​ເຮັດ​ຜິດພາດ.

ເມື່ອ​ເຈົ້າ​ເຫັນ​ຜູ້​ເບິ່ງແຍງ​ເຮັດ​ວຽກ​ໜັກ​ເພື່ອ​ຊ່ວຍ​ເຈົ້າ ມັນ​ເຮັດ​ໃຫ້​ເຈົ້າ​ໝັ້ນໃຈ​ໃນ​ເລື່ອງ​ຫຍັງ? (ເບິ່ງ​ຂໍ້ 15)


16. ເປັນຫຍັງ​ເຈົ້າ​ຈຶ່ງ​ຕັ້ງໃຈ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ?

16 ພະ​ເຢໂຫວາ​ເຫັນຄ່າ​ທີ່​ເຮົາ​ພະຍາຍາມ​ຮັບໃຊ້​ເພິ່ນ​ໃນ​ສະໄໝ​ສຸດທ້າຍ​ທີ່​ຫຍຸ້ງຍາກ​ລຳບາກ​ນີ້. ຖ້າ​ເຮົາ​ຍອມ​ໃຫ້​ພະ​ເຢໂຫວາ​ຊ່ວຍ ເຮົາ​ຈະ​ສາມາດ​ອົດທົນ​ຮັບໃຊ້​ເພິ່ນ​ຕໍ່ໆ​ໄປ​ໄດ້​ເຖິງ​ວ່າ​ຈະ​ເຈິ​ກັບ​ຄວາມ​ຜິດຫວັງ​ຫຼາຍ​ຢ່າງ. ເຮົາ​ຈະ​ຮັກ​ພີ່ນ້ອງ​ຕໍ່ໆ​ໄປ​ແລະ​ໃຫ້ອະໄພ​ເຂົາເຈົ້າ​ໄດ້​ເຖິງ​ວ່າ​ເຂົາເຈົ້າ​ເຮັດ​ໃຫ້​ເຮົາ​ເສຍໃຈ. ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ແລະ​ສະແດງ​ຄວາມ​ນັບຖື​ຕໍ່​ການ​ຈັດກຽມ​ຂອງ​ເພິ່ນ​ເລື່ອງ​ການ​ແຕ່ງດອງ​ໂດຍ​ພະຍາຍາມ​ເຮັດ​ທຸກສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ແກ້ໄຂ​ບັນຫາ​ທີ່​ອາດ​ເກີດຂຶ້ນ​ໃນ​ຊີວິດ​ຄູ່. ຖ້າ​ເຮົາ​ເຮັດ​ຜິດ ໃຫ້​ເຮົາ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ ໃຫ້​ເຮົາ​ໝັ້ນໃຈ​ວ່າ​ເພິ່ນ​ຮັກ​ແລະ​ພ້ອມ​ຈະ​ໃຫ້ອະໄພ​ເຮົາ ແລະ​ໃຫ້​ເຮົາ​ຕັ້ງໃຈ​ຮັບໃຊ້​ເພິ່ນ​ຕໍ່ໆ​ໄປ. ເຮົາ​ໝັ້ນໃຈ​ໄດ້​ວ່າ​ເຮົາ​ຈະ​ໄດ້​ຮັບ​ສິ່ງ​ດີໆ​ຫຼາຍ​ຢ່າງ​ຖ້າ​ເຮົາ “ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ດີ.”—ຄລຕ. 6:9

ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ​ໄດ້​ແນວໃດ​ເຖິງ​ວ່າ . . .

  • ພີ່ນ້ອງ​ເຮັດ​ໃຫ້​ເຮົາ​ຜິດຫວັງ?

  • ຄູ່​ຂອງ​ເຮົາ​ເຮັດ​ໃຫ້​ເຮົາ​ຜິດຫວັງ?

  • ເຮົາ​ຜິດຫວັງ​ກັບ​ໂຕເອງ?

ເພງ​ທີ 139 ນຶກພາບ​ເມື່ອ​ທຸກສິ່ງ​ກາຍ​ເປັນ​ສິ່ງ​ໃໝ່

a ຊື່​ສົມມຸດ

b ຄຳພີ​ໄບເບິນ​ບອກ​ວ່າ​ຜົວ​ເມຍ​ບໍ່​ຄວນ​ແຍກ​ກັນ​ຢູ່ ແລະ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ການ​ແຍກ​ກັນ​ຢູ່​ບໍ່​ໄດ້​ເຮັດ​ໃຫ້​ແຕ່​ລະ​ຝ່າຍ​ມີ​ສິດ​ທີ່​ຈະ​ແຕ່ງດອງ​ໃໝ່. ແຕ່​ອາດ​ມີ​ບາງ​ສະຖານະການ​ທີ່​ຄລິດສະຕຽນ​ບາງ​ຄົນ​ຕັດສິນໃຈ​ແຍກ​ກັນ​ຢູ່​ກັບ​ຄູ່​ຂອງ​ລາວ. ເບິ່ງ​ຄຳ​ອະທິບາຍ​ເພີ່ມເຕີມ 4 “ການ​ແຍກ​ກັນ​ຢູ່” ໃນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດ​ໄປ!

c ເບິ່ງ​ອີກ​ຕົວຢ່າງ​ໜຶ່ງ​ຈາກ​ວິດີໂອ​ຢ່າ​ຫຼົງ​ເຊື່ອ​ສັນຕິສຸກ​ປອມ!—ດາເຣວ​ແລະ​ເດໂບຣາ ໄຟຣຊິງເກີຣ ໃນ​ເວັບໄຊ jw.org.