ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 33

ການ​ຄືນ​ມາ​ຈາກ​ຕາຍ​ສະແດງ​ເຖິງ​ຄວາມ​ຮັກ ສະຕິປັນຍາ ແລະ​ຄວາມ​ອົດ​ທົນ​ຂອງ​ພະເຈົ້າ

ການ​ຄືນ​ມາ​ຈາກ​ຕາຍ​ສະແດງ​ເຖິງ​ຄວາມ​ຮັກ ສະຕິປັນຍາ ແລະ​ຄວາມ​ອົດ​ທົນ​ຂອງ​ພະເຈົ້າ

“ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ​ຈະ​ຄືນ​ມາ​ຈາກ​ຕາຍ.”—ກຈກ. 24:15

ເພງ 151 ພະອົງ​ຈະ​ເອີ້ນ

ໃຈ​ຄວາມ​ສຳຄັນ *

1. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເລີ່ມ​ສ້າງ​ສິ່ງ​ຕ່າງໆ?

ຕອນ​ທຳອິດ​ພະ​ເຢໂຫວາ​ຢູ່​ຜູ້​ດຽວ ແຕ່​ເພິ່ນ​ກໍ​ບໍ່​ໄດ້​ເຫງົາ​ແລະ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ໃຜ​ມາ​ຢູ່​ນຳ​ເພື່ອ​ຈະ​ມີ​ຄວາມ​ສຸກ. ຍ້ອນ​ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ອື່ນ​ມີ​ຊີວິດ​ແລະ​ມີ​ຄວາມ​ສຸກ​ຄື​ກັນ ເພິ່ນ​ຈຶ່ງ​ເລີ່ມ​ສ້າງ​ສິ່ງ​ຕ່າງໆ.—ເພງ. 36:9; 1 ຢຮ. 4:19

2. ພະ​ເຢຊູ​ແລະ​ທູດ​ສະຫວັນ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ເຫັນ​ພະ​ເຢໂຫວາ​ສ້າງ​ສິ່ງ​ຕ່າງໆ?

2 ທຳອິດ ພະ​ເຢໂຫວາ​ໄດ້​ສ້າງ​ພະ​ເຢຊູ​ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ເພິ່ນ. ຈາກ​ນັ້ນ ພະ​ເຢໂຫວາ​ແລະ​ພະ​ເຢຊູ​ກໍ​ໄດ້ “ສ້າງ​ສິ່ງ​ອື່ນໆທັງ​ໝົດ” ເຊິ່ງ​ລວມ​ເຖິງ​ທູດ​ສະຫວັນ​ຫຼາຍ​ລ້ານ​ອົງ. (ກລຊ. 1:16) ພະ​ເຢຊູ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ. (ສຸພາ. 8:30) ແລະ​ພວກ​ທູດ​ສະຫວັນ​ກໍ​ມີ​ຄວາມ​ສຸກ​ຄື​ກັນ. ຄຳພີ​ໄບເບິນ​ບອກ​ວ່າ​ທູດ​ສະຫວັນ “ໂຫ່​ຮ້ອງ​ດີ​ໃຈ” ຕອນ​ທີ່​ເຫັນ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ສ້າງ​ສະຫວັນ​ແລະ​ໂລກ ແລະ​ຕອນ​ທີ່​ພວກ​ເພິ່ນ​ສ້າງ​ສິ່ງ​ຕ່າງໆໂດຍ​ສະເພາະ​ແມ່ນ​ມະນຸດ. (ໂຢບ 38:7, ..; ສຸພາ. 8:31) ແຕ່​ລະ​ຢ່າງ​ທີ່​ພະ​ເຢໂຫວາ​ສ້າງ​ສະແດງ​ເຖິງ​ຄວາມ​ຮັກ​ແລະ​ສະຕິປັນຍາ​ຂອງ​ເພິ່ນ.—ເພງ. 104:24; ຣມ. 1:20

3. ຕາມ 1 ໂກຣິນໂທ 15:21, 22 ຄ່າໄຖ່​ຂອງ​ພະ​ເຢຊູ​ສາມາດ​ເຮັດ​ໃຫ້​ສິ່ງ​ໃດ​ເປັນ​ໄປ​ໄດ້?

3 ພະ​ເຢໂຫວາ​ຢາກ​ໃຫ້​ມະນຸດ​ທຸກ​ຄົນ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ສວນ​ທີ່​ສວຍ​ງາມ ແຕ່​ອາດາມ​ກັບ​ເອວາ​ພັດ​ບໍ່​ເຊື່ອ​ຟັງ​ເພິ່ນ. ເຂົາ​ເຈົ້າ​ຈຶ່ງ​ບໍ່​ສາມາດ​ມີ​ຊີວິດ​ຕະຫຼອດ​ໄປ​ແລະ​ໄດ້​ເຮັດ​ໃຫ້​ໂຕ​ເອງ​ກັບ​ລູກ​ຫຼານ​ທຸກ​ຄົນ​ຕ້ອງ​ຕາຍ. (ຣມ. 5:12) ພະ​ເຢໂຫວາ​ເຮັດ​ແນວ​ໃດ? ເພິ່ນ​ໄດ້​ບອກ​ທັນທີ​ກ່ຽວ​ກັບ​ວິທີ​ທີ່​ຈະ​ຊ່ວຍ​ມະນຸດ. (ຕົ້ນ. 3:15) ພະ​ເຢໂຫວາ​ໄດ້​ຈັດ​ໃຫ້​ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ​ມາ​ເປັນ​ຄ່າໄຖ່​ເພື່ອ​ຊ່ວຍ​ລູກ​ຫຼານ​ຂອງ​ອາດາມ​ກັບ​ເອວາ​ຫຼຸດ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. ແລ້ວ​ເພິ່ນ​ກໍ​ຈະ​ໃຫ້​ຊີວິດ​ຕະຫຼອດ​ໄປ​ກັບ​ຜູ້​ທີ່​ເລືອກ​ເຊື່ອ​ຟັງ​ເພິ່ນ.—ຢຮ. 3:16; ຣມ. 6:23; ອ່ານ 1 ໂກຣິນໂທ 15:21, 22

4. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ເຮົາ​ອາດ​ມີ​ຄຳຖາມ​ກ່ຽວ​ກັບ​ການ​ຄືນ​ມາ​ຈາກ​ຕາຍ​ທີ່​ພະເຈົ້າ​ສັນຍາ​ໄວ້ ເຊັ່ນ: ການ​ຄືນ​ມາ​ຈາກ​ຕາຍ​ຈະ​ເກີດ​ຂຶ້ນ​ແນວ​ໃດ? ເມື່ອ​ຄົນ​ທີ່​ເຮົາ​ຮັກ​ຄືນ​ມາ​ຈາກ​ຕາຍ ເຮົາ​ຈະ​ຈື່​ເຂົາ​ເຈົ້າ​ໄດ້​ບໍ? ການ​ຄືນ​ມາ​ຈາກ​ຕາຍ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແນວ​ໃດ? ແລະ​ການ​ຄິດ​ຕຶກຕອງ​ກ່ຽວ​ກັບ​ການ​ຄືນ​ມາ​ຈາກ​ຕາຍ​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ຄວາມ​ຮັກ ສະຕິປັນຍາ ແລະ​ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ? ເຮົາ​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້​ໃນ​ບົດ​ຄວາມ​ນີ້.

ການ​ຄືນ​ມາ​ຈາກ​ຕາຍ​ຈະ​ເກີດ​ຂຶ້ນ​ແນວ​ໃດ?

5. ເປັນ​ຫຍັງ​ເຮົາ​ຄາດ​ໝາຍ​ໄດ້​ວ່າ​ທຸກ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ຈະ​ບໍ່​ໄດ້​ຖືກ​ປຸກ​ພ້ອມ​ກັນ?

5 ຕອນ​ທີ່​ພະ​ເຢໂຫວາ​ໃຫ້​ພະ​ເຢຊູ​ປຸກ​ຫຼາຍ​ລ້ານ​ຄົນ​ໃຫ້​ຄືນ​ມາ​ຈາກ​ຕາຍ ເຮົາ​ຄາດ​ໝາຍ​ໄດ້​ເລີຍ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ຖືກ​ປຸກ​ພ້ອມ​ກັນ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ຖ້າ​ປຸກ​ໃຫ້​ຄືນ​ມາ​ພ້ອມ​ກັນ​ບາດ​ດຽວ​ຈະ​ເຮັດ​ໃຫ້​ສະພາບການ​ວຸ່ນວາຍ. ແຕ່​ພະ​ເຢໂຫວາ​ບໍ່​ເຄີຍ​ເຮັດ​ຫຍັງ​ໃຫ້​ສັບສົນ ເພິ່ນ​ຮູ້​ວ່າ​ເພື່ອ​ມະນຸດ​ຈະ​ມີ​ຊີວິດ​ທີ່​ສະຫງົບ​ສຸກ​ໄດ້​ກໍ​ຕ້ອງ​ມີ​ການ​ຈັດ​ລະບຽບ​ເປັນ​ຢ່າງ​ດີ. (1 ກຣ. 14:33) ຕອນ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ກຽມ​ໂລກ​ໄວ້​ກ່ອນ​ຈະ​ສ້າງ​ມະນຸດ ເພິ່ນ​ໄດ້​ເຮັດ​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ​ເຊິ່ງ​ສະແດງ​ເຖິງ​ສະຕິປັນຍາ​ແລະ​ຄວາມ​ອົດ​ທົນ​ຂອງ​ເພິ່ນ. ໃນ​ໄລຍະ​ການ​ປົກຄອງ​ພັນ​ປີ ພະ​ເຢຊູ​ກໍ​ຈະ​ເຮັດ​ແບບ​ດຽວ​ກັນ​ນີ້​ຕອນ​ທີ່​ເພິ່ນ​ກຽມ​ໂລກ​ກັບ​ຜູ້​ທີ່​ລອດ​ຜ່ານ​ສົງຄາມ​ອາມາເຄໂດນ​ສຳລັບ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ.

ຄົນ​ທີ່​ລອດ​ຊີວິດ​ຈາກ​ສົງຄາມ​ອາມາເຄໂດນ​ຈະ​ສອນ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ກ່ຽວ​ກັບ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ແລະ​ສິ່ງ​ທີ່​ເພິ່ນ​ຕ້ອງການ (ເບິ່ງ​ຂໍ້ 6) *

6. ໃນ​ກິດຈະການ 24:15 ພະ​ເຢໂຫວາ​ຈະ​ປຸກ​ໃຜ​ໃຫ້​ຄືນ​ມາ​ຈາກ​ຕາຍ?

6 ແຕ່​ສຳຄັນ​ກວ່າ​ໝູ່​ແມ່ນ ຜູ້​ທີ່​ລອດ​ຜ່ານ​ສົງຄາມ​ອາມາເຄໂດນ​ຕ້ອງ​ໄດ້​ສອນ​ຜູ້​ທີ່​ຄືນ​ມາ​ຈາກ​ຕາຍ​ເລື່ອງ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ແລະ​ສິ່ງ​ທີ່​ເພິ່ນ​ຕ້ອງການ​ໃຫ້​ເຂົາ​ເຈົ້າ​ເຮັດ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ສ່ວນ​ຫຼາຍ​ຈະ​ເປັນ​ຜູ້​ທີ່​ຄຳພີ​ໄບເບິນ​ເອີ້ນ​ວ່າ “ຄົນ​ຊົ່ວ.” (ອ່ານ​ກິດຈະການ 24:15) ດັ່ງ​ນັ້ນ ເຂົາ​ເຈົ້າ​ຕ້ອງ​ປ່ຽນ​ແປງ​ຫຼາຍ​ຢ່າງ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່​ຂອງ​ພະ​ເຢຊູ. ຂໍ​ໃຫ້​ຄິດ​ເບິ່ງ​ດຸ ຕ້ອງ​ໄດ້​ເຮັດ​ວຽກ​ຫຼາຍ​ສ່ຳ​ໃດ​ເພື່ອ​ສອນ​ຫຼາຍ​ລ້ານ​ຄົນ​ທີ່​ບໍ່​ຮູ້ຈັກ​ພະ​ເຢໂຫວາ​ເລີຍ​ກ່ຽວ​ກັບ​ຄວາມ​ຈິງ​ເລື່ອງ​ພະເຈົ້າ. ແຕ່​ລະ​ຄົນ​ຈະ​ມີ​ຜູ້​ສອນ​ຂອງ​ໃຜ​ຂອງ​ລາວ​ຄື​ກັບ​ທີ່​ເຮົາ​ຮຽນ​ຄຳພີ​ໄບເບິນ​ໃນ​ປັດຈຸບັນ​ນີ້​ບໍ? ຄົນ​ທີ່​ເລີ່ມ​ຮຽນ​ໃໝ່ໆຈະ​ໄດ້​ຢູ່​ໃນ​ປະຊາຄົມ​ແລະ​ໄດ້​ຮັບ​ການ​ຝຶກ​ເພື່ອ​ຈະ​ສອນ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ລຸ້ນ​ຕໍ່​ໄປ​ບໍ? ເຮົາ​ຕ້ອງ​ຖ້າ​ເບິ່ງ. ແຕ່​ສິ່ງ​ທີ່​ເຮົາ​ຮູ້​ກໍ​ຄື ໃນ​ຕອນ​ທ້າຍ​ການ​ປົກຄອງ​ພັນ​ປີ​ຂອງ​ພະຄລິດ “ແຜ່ນດິນ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້ຈັກ​ພະ​ເຢໂຫວາ.” (ເອຊາ. 11:9) ເຮົາ​ທຸກ​ຄົນ​ຈະ​ມີ​ວຽກ​ທີ່​ມ່ວນ​ຫຼາຍ​ໃນ​ໄລຍະ​ພັນ​ປີ​ນັ້ນ.

7. ເປັນ​ຫຍັງ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຕ້ອງ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕອນ​ທີ່​ສອນ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ?

7 ໃນ​ໄລຍະ​ພັນ​ປີ​ທີ່​ພະ​ເຢຊູ​ປົກຄອງ ປະຊາຊົນ​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ຈະ​ຕ້ອງ​ປ່ຽນ​ແປງ​ໂຕ​ເອງ​ເພື່ອ​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ. ສະນັ້ນ ເຂົາ​ເຈົ້າ​ຈະ​ຕ້ອງ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແທ້ໆຕອນ​ທີ່​ຊ່ວຍ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ໃຫ້​ປ່ຽນ​ແປງ​ຄວາມ​ຄິດ ຄວາມ​ຕ້ອງການ ແລະ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ. (1 ປຕ. 3:8) ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ຈະ​ເຫັນ​ວ່າ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ເປັນ​ຄົນ​ຖ່ອມ​ແລະ​ໄດ້​ປ່ຽນ​ແປງ​ໂຕ​ເອງ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ເລື່ອງ​ນີ້​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຢາກ​ມາ​ນະມັດສະການ​ພະ​ເຢໂຫວາ​ຄື​ກັນ.—ຟລປ. 2:12

ເມື່ອ​ຄົນ​ທີ່​ເຮົາ​ຮັກ​ຄືນ​ມາ​ຈາກ​ຕາຍ ເຮົາ​ຈະ​ຈື່​ເຂົາ​ເຈົ້າ​ໄດ້​ບໍ?

8. ເປັນ​ຫຍັງ​ເຮົາ​ຄາດ​ໝາຍ​ວ່າ​ເຮົາ​ຈະ​ຈື່​ຄົນ​ທີ່​ເຮົາ​ຮັກ​ຕອນ​ທີ່​ເຂົາ​ເຈົ້າ​ຄືນ​ມາ​ຈາກ​ຕາຍ?

8 ມີ​ຫຼາຍ​ເຫດຜົນ​ທີ່​ເຮົາ​ຄາດ​ໝາຍ​ໄດ້​ວ່າ ເຮົາ​ຈະ​ຈື່​ຄົນ​ທີ່​ເຮົາ​ຮັກ​ທີ່​ກັບ​ຄືນ​ມາ​ຈາກ​ຕາຍ. ຕົວຢ່າງ​ເຊັ່ນ: ໃນ​ສະໄໝ​ກ່ອນ​ຕອນ​ທີ່​ພະ​ເຢໂຫວາ​ປຸກ​ຄົນ​ໃຫ້​ຄືນ​ມາ​ຈາກ​ຕາຍ ເຂົາ​ເຈົ້າ​ຍັງ​ມີ​ໜ້າ​ຕາ ວິທີ​ຄິດ ວິທີ​ເວົ້າ​ຄື​ກັບ​ຕອນ​ທີ່​ເຂົາ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່. ພະ​ເຢຊູ​ສົມ​ທຽບ​ການ​ຕາຍ​ເປັນ​ຄື​ກັບ​ການ​ນອນ​ຫຼັບ ແລະ​ການ​ຄືນ​ມາ​ຈາກ​ຕາຍ​ເປັນ​ຄື​ກັບ​ການ​ຕື່ນ​ນອນ. (ມທ. 9:18, 24; ຢຮ. 11:11-13) ເມື່ອ​ເຮົາ​ຕື່ນ​ນອນ ເຮົາ​ຍັງ​ຈະ​ມີ​ໜ້າ​ຕາ ຄຳເວົ້າ ແລະ​ຄວາມ​ຊົງ​ຈຳ​ຄື​ກັບ​ຕອນ​ທີ່​ເຮົາ​ຍັງ​ບໍ່​ທັນ​ໄດ້​ນອນ. ຕົວຢ່າງ​ເຊັ່ນ: ເລື່ອງ​ຂອງ​ລາຊະໂຣ ລາວ​ຕາຍ​ໄດ້ 4 ມື້​ແລ້ວ ແລະ​ຮ່າງກາຍ​ກໍ​ເລີ່ມ​ເນົ່າ​ເປື່ອຍ. ແຕ່​ເມື່ອ​ພະ​ເຢຊູ​ປຸກ​ລາວ​ໃຫ້​ຄືນ​ມາ​ຈາກ​ຕາຍ ເອື້ອຍ​ຂອງ​ລາວ​ຈື່​ລາວ​ໄດ້​ແລະ​ລາວ​ກໍ​ຈື່​ເຂົາ​ເຈົ້າ​ໄດ້​ຄື​ກັນ.—ຢຮ. 11:38-44; 12:1, 2

9. ເປັນ​ຫຍັງ​ຄົນ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຈະ​ບໍ່​ໄດ້​ສົມບູນ​ແບບ​ທັນທີ?

9 ພະ​ເຢໂຫວາ​ສັນຍາ​ວ່າ​ໃນ​ໂລກ​ໃໝ່​ຈະ​ບໍ່​ມີ​ໃຜ​ເວົ້າ​ວ່າ: “ຂ້ອຍ​ບໍ່​ສຳບາຍ.” (ເອຊາ. 33:24; ຣມ. 6:7) ດັ່ງ​ນັ້ນ ຄົນ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຈະ​ມີ​ສຸຂະພາບ​ທີ່​ແຂງແຮງ ແຕ່​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ເປັນ​ຄົນ​ສົມບູນ​ແບບ​ທັນທີ. ເພາະ​ຖ້າ​ເປັນ​ແບບ​ນັ້ນ ຄອບຄົວ​ແລະ​ໝູ່​ຄູ່​ອາດ​ຈະ​ຈື່​ເຂົາ​ເຈົ້າ​ບໍ່​ໄດ້. ເບິ່ງ​ຄື​ວ່າ​ມະນຸດ​ທຸກ​ຄົນ​ຈະ​ຄ່ອຍໆເປັນ​ຄົນ​ສົມບູນ​ແບບ​ໃນ​ໄລຍະ​ການ​ປົກຄອງ​ພັນ​ປີ​ຂອງ​ພະຄລິດ. ໃນ​ຕອນ​ທ້າຍ​ການ​ປົກຄອງ​ພັນ​ປີ ພະ​ເຢຊູ​ຈະ​ມອບ​ການ​ປົກຄອງ​ນີ້​ຄືນ​ໃຫ້​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ ເພາະ​ການ​ປົກຄອງ​ນີ້​ໄດ້​ເຮັດ​ທຸກ​ຢ່າງ​ໃຫ້​ສຳເລັດ​ຕາມ​ທີ່​ພະ​ເຢໂຫວາ​ຕ້ອງການ ເຊິ່ງ​ລວມ​ເຖິງ​ການ​ເຮັດ​ໃຫ້​ມະນຸດ​ເປັນ​ຄົນ​ສົມບູນ​ແບບ.—1 ກຣ. 15:24-28; ພນມ. 20:1-3

ການ​ຄືນ​ມາ​ຈາກ​ຕາຍ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແນວ​ໃດ?

10. ການ​ຄືນ​ມາ​ຈາກ​ຕາຍ​ເຮັດ​ເຈົ້າ​ຮູ້ສຶກ​ແນວ​ໃດ?

10 ສົມມຸດ​ວ່າ​ເຈົ້າ​ໄດ້​ເຈິ​ກັບ​ຄົນ​ທີ່​ເຈົ້າ​ຮັກ​ອີກ​ທີ່​ຄືນ​ມາ​ຈາກ​ຕາຍ ເຈົ້າ​ຈະ​ດີ​ໃຈ​ຈົນ​ຮ້ອງໄຫ້​ອອກ​ມາ​ຫຼື​ເຈົ້າ​ຈະ​ດີ​ໃຈ​ຈົນ​ຮ້ອງ​ເພງສັນລະເສີນ​ພະ​ເຢໂຫວາ​ບໍ? ສິ່ງ​ໜຶ່ງ​ທີ່​ເຈົ້າ​ໝັ້ນ​ໃຈ​ໄດ້​ກໍ​ຄື​ເຈົ້າ​ຈະ​ຮັກ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຫຼາຍ​ແທ້ໆທີ່​ໄດ້​ຈັດ​ໃຫ້​ມີ​ການ​ຄືນ​ມາ​ຈາກ​ຕາຍ.

11. ຕາມ​ທີ່​ພະ​ເຢຊູ​ເວົ້າ​ໃນ​ໂຢຮັນ 5:28, 29 ຄົນ​ທີ່​ເຊື່ອ​ຟັງ​ພະ​ເຢໂຫວາ​ຈະ​ເປັນ​ແນວ​ໃດ?

11 ລອງ​ນຶກ​ພາບ​ວ່າ​ເຈົ້າ​ຈະ​ດີ​ໃຈ​ຫຼາຍ​ສ່ຳ​ໃດ​ທີ່​ເຫັນ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ໄດ້​ປ່ຽນ​ແປງ​ຊີວິດ​ແລະ​ເຊື່ອ​ຟັງ​ພະ​ເຢໂຫວາ. ຜູ້​ທີ່​ປ່ຽນ​ແປງ​ໂຕ​ເອງ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ສວນ​ທີ່​ສວຍ​ງາມ ແຕ່​ຜູ້​ທີ່​ບໍ່​ຍອມ​ປ່ຽນ​ແປງ​ພະ​ເຢໂຫວາ​ຈະ​ບໍ່​ຍອມ​ໃຫ້​ເຂົາ​ເຈົ້າ​ມີ​ຊີວິດ​ຕໍ່​ໄປ​ໃນ​ສວນ​ນັ້ນ.—ເອຊາ. 65:20; ອ່ານ​ໂຢຮັນ 5:28, 29

12. ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ນີ້​ຈະ​ໄດ້​ຮັບ​ພອນ​ຫຍັງ​ຈາກ​ພະ​ເຢໂຫວາ?

12 ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະ​ເຢໂຫວາ ຄຳເວົ້າ​ໃນ​ສຸພາສິດ 10:22 (ລ.ມ.) ຈະ​ເປັນ​ຈິງ​ກັບ​ປະຊາຊົນ​ຂອງ​ເພິ່ນ​ເພາະ​ຂໍ້​ນັ້ນ​ບອກ​ວ່າ: “ພອນ​ຈາກ​ພະ​ເຢໂຫວາ​ເຮັດ​ໃຫ້​ຮັ່ງມີ​ແລະ​ຈະ​ບໍ່​ເຮັດ​ໃຫ້​ເຈັບ​ປວດ​ໃຈ​ເລີຍ.” ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ຂອງ​ພະ​ເຢໂຫວາ ເຂົາ​ເຈົ້າ​ຈະ​ຮັ່ງມີ ນັ້ນ​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ຈະ​ເປັນ​ຄື​ກັບ​ພະຄລິດ​ຫຼາຍ​ຂຶ້ນ​ແລະ​ຈະ​ສົມບູນ​ແບບ​ຫຼາຍ​ຂຶ້ນ. (ຢຮ. 13:15-17; ອຟຊ. 4:23, 24) ແຕ່​ລະ​ມື້​ເຂົາ​ເຈົ້າ​ຈະ​ມີ​ຮ່າງກາຍ​ທີ່​ແຂງແຮງ​ຂຶ້ນ​ແລະ​ຈະ​ເປັນ​ຄົນ​ທີ່​ດີ​ຂຶ້ນ. ຊີວິດ​ໃນ​ຕອນ​ນັ້ນ​ຈະ​ມີ​ຄວາມ​ສຸກ​ແທ້ໆ! (ໂຢບ 33:25) ແຕ່​ການ​ຄິດ​ຕຶກຕອງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ​ໃນ​ຕອນ​ນີ້?

ເຮົາ​ຮຽນ​ຮູ້​ຫຍັງ​ກ່ຽວ​ກັບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ?

13. ຕາມ​ຄຳເພງ 139:1-4 ການ​ຄືນ​ມາ​ຈາກ​ຕາຍ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຮູ້ຈັກ​ເຮົາ​ດີ​ແທ້ໆ?

13 ຄື​ກັບ​ທີ່​ໄດ້​ເວົ້າ​ມາ​ແລ້ວ ເມື່ອ​ພະ​ເຢໂຫວາ​ປຸກ​ຄົນ​ໃຫ້​ຄືນ​ມາ​ຈາກ​ຕາຍ ເພິ່ນ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຊົງ​ຈຳ​ແລະ​ມີ​ນິດໄສ​ໃຈ​ຄໍ​ແບບ​ເກົ່າ. ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ​ຫຼາຍ​ຈົນ​ສັງເກດ​ເບິ່ງ​ແລະ​ຈື່​ສິ່ງ​ທີ່​ເຈົ້າ​ຄິດ ຮູ້ສຶກ ເວົ້າ ແລະ​ເຮັດ. ຖ້າ​ເພິ່ນ​ຕ້ອງ​ປຸກ​ເຈົ້າ​ໃຫ້​ຄືນ​ມາ​ຈາກ​ຕາຍ ມັນ​ບໍ່​ຍາກ​ເລີຍ​ທີ່​ເພິ່ນ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ຊົງ​ຈຳ ຄວາມ​ຄິດ ແລະ​ມີ​ນິດໄສ​ໃຈ​ຄໍ​ແບບ​ເກົ່າ. ກະສັດ​ດາວິດ​ຮູ້​ວ່າ​ພະ​ເຢໂຫວາ​ສົນ​ໃຈ​ເຮົາ​ແຕ່​ລະ​ຄົນ​ຫຼາຍ​ແທ້ໆ. (ອ່ານ​ຄຳເພງ 139:1-4) ເຮົາ​ຮູ້ສຶກ​ແນວ​ໃດ​ເມື່ອ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ປານ​ນີ້? ການ​ຄືນ​ມາ​ຈາກ​ຕາຍ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ຮູ້ຈັກ​ເຮົາ​ດີ​ແທ້ໆ.

14. ເຮົາ​ຄວນ​ຮູ້ສຶກ​ແນວ​ໃດ​ເມື່ອ​ຮູ້​ວ່າ​ພະ​ເຢໂຫວາ​ຮູ້ຈັກ​ເຮົາ​ດີ?

14 ເຮົາ​ບໍ່​ຄວນ​ຢ້ານ​ເມື່ອ​ຮູ້​ວ່າ​ພະ​ເຢໂຫວາ​ຮູ້ຈັກ​ເຮົາ​ດີ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ພະ​ເຢໂຫວາ​ສົນ​ໃຈ​ເຮົາ. ເພິ່ນ​ຖື​ວ່າ​ເຮົາ​ແຕ່​ລະ​ຄົນ​ມີ​ຄ່າ ເພິ່ນ​ຈື່​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ຊີວິດ​ຂອງ​ເຮົາ. ເລື່ອງ​ນີ້​ໃຫ້​ກຳລັງ​ໃຈ​ແທ້ໆ. ເຮົາ​ບໍ່​ຄວນ​ຮູ້ສຶກ​ວ່າ​ເຮົາ​ຢູ່​ຜູ້​ດຽວ​ເພາະ​ພະ​ເຢໂຫວາ​ຢູ່​ຄຽງ​ຂ້າງ​ເຮົາ​ທຸກໆມື້​ແລະ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ເຮົາ.—2 ຂ່າວ. 16:9

ເຮົາ​ຮຽນ​ຮູ້​ຫຍັງ​ກ່ຽວ​ກັບ​ສະຕິປັນຍາ​ຂອງ​ພະ​ເຢໂຫວາ?

15. ການ​ຄືນ​ມາ​ຈາກ​ຕາຍ​ສະແດງ​ເຖິງ​ສະຕິປັນຍາ​ຂອງ​ພະ​ເຢໂຫວາ​ແນວ​ໃດ?

15 ການ​ຂູ່​ວ່າ​ຈະ​ຂ້າ​ເປັນ​ອາວຸດ​ທີ່​ມີ​ພະລັງ​ຫຼາຍ. ຄົນ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບຄຸມ​ຂອງ​ຊາຕານ​ໃຊ້​ການ​ຂົ່ມ​ຂູ່​ນີ້​ເພື່ອ​ບັງຄັບ​ຄົນ​ເຮົາ​ໃຫ້​ຫັກ​ຫຼັງ​ໝູ່​ຄູ່​ຂອງ​ໂຕ​ເອງ​ຫຼື​ໃຫ້​ຍອມ​ແພ້. ແຕ່​ການ​ຂົ່ມ​ຂູ່​ນີ້​ບໍ່​ມີ​ຜົນ​ຕໍ່​ພວກ​ເຮົາ ເຮົາ​ຮູ້​ວ່າ​ຖ້າ​ພວກ​ສັດຕູ​ຂ້າ​ເຮົາ ພະ​ເຢໂຫວາ​ກໍ​ຈະ​ປຸກ​ເຮົາ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ. (ພນມ. 2:10) ເຮົາ​ໝັ້ນ​ໃຈ​ວ່າ​ບໍ່​ມີ​ຫຍັງ​ທີ່​ເຂົາ​ເຈົ້າ​ສາມາດ​ເຮັດ​ໄດ້​ເພື່ອ​ຈະ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. (ຣມ. 8:35-39) ຄວາມ​ຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ພິສູດ​ວ່າ​ເພິ່ນ​ສະຫຼາດ​ແທ້ໆ! ຄວາມ​ຫວັງ​ນີ້​ທຳລາຍ​ອາວຸດ​ຂອງ​ຊາຕານ​ແລະ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ກ້າຫານ​ຫຼາຍ​ຂຶ້ນ​ເພື່ອ​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ​ຕໍ່ໆໄປ.

ການ​ຕັດສິນ​ໃຈ​ຂອງ​ເຮົາ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ເຮົາ​ເຊື່ອ​ທີ່​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ຈັດ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ​ໃນ​ແຕ່​ລະ​ມື້? (ເບິ່ງ​ຂໍ້ 16) *

16. ມີ​ຄຳຖາມ​ຫຍັງ​ແດ່​ທີ່​ເຈົ້າ​ຄວນ​ຖາມ​ໂຕ​ເອງ ແລະ​ຄຳຕອບ​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ຮູ້​ວ່າ​ເຈົ້າ​ໄວ້​ວາງໃຈ​ພະ​ເຢໂຫວາ​ຫຼາຍ​ສ່ຳ​ໃດ?

16 ຖ້າ​ຜູ້​ທີ່​ເປັນ​ສັດຕູ​ຂອງ​ພະ​ເຢໂຫວາ​ຂູ່​ວ່າ​ຈະ​ຂ້າເຈົ້າ ເຈົ້າ​ຈະ​ເຊື່ອ​ແທ້ໆບໍ​ວ່າ​ພະ​ເຢໂຫວາ​ຈະ​ປຸກ​ເຈົ້າ​ໃຫ້​ຄືນ​ມາ​ຈາກ​ຕາຍ? ວິທີ​ໜຶ່ງ​ທີ່​ຈະ​ຮູ້​ກໍ​ໂດຍ​ຖາມ​ໂຕ​ເອງ​ວ່າ ‘ການ​ຕັດສິນ​ໃຈ​ເລື່ອງ​ເລັກໆນ້ອຍໆທີ່​ຂ້ອຍ​ເຮັດ​ໃນ​ແຕ່​ລະ​ມື້​ສະແດງ​ໃຫ້​ເຫັນ​ວ່າ​ຂ້ອຍ​ໄວ້​ວາງໃຈ​ພະ​ເຢໂຫວາ​ບໍ?’ (ລກ. 16:10) ອີກ​ຄຳຖາມ​ໜຶ່ງ​ກໍ​ຄື ‘ການ​ໃຊ້​ຊີວິດ​ຂອງ​ຂ້ອຍ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ຂ້ອຍ​ເຊື່ອ​ທີ່​ພະ​ເຢໂຫວາ​ຈະ​ຈັດ​ໃຫ້​ຂ້ອຍ​ມີ​ສິ່ງ​ຈຳເປັນ​ໃນ​ແຕ່​ລະ​ມື້​ຖ້າ​ຂ້ອຍ​ຊອກ​ຫາ​ການ​ປົກຄອງ​ຂອງ​ເພິ່ນ​ກ່ອນ?’ (ມທ. 6:31-33) ຖ້າ​ເຈົ້າ​ຕອບ​ຄຳຖາມ​ທັງ​ສອງ​ຂໍ້​ວ່າ​ແມ່ນ ນັ້ນ​ກໍ​ສະແດງ​ວ່າ​ເຈົ້າ​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ເຈົ້າ​ກໍ​ພ້ອມ​ທີ່​ຈະ​ເຈິ​ກັບ​ການ​ທົດ​ສອບ​ຕ່າງໆທີ່​ຈະ​ເກີດ​ຂຶ້ນ.—ສຸພາ. 3:5, 6

ເຮົາ​ຮຽນ​ຮູ້​ຫຍັງ​ກ່ຽວ​ກັບ​ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ?

17. (ກ) ການ​ຄືນ​ມາ​ຈາກ​ຕາຍ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ອົດ​ທົນ? (ຂ) ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ?

17 ພະ​ເຢໂຫວາ​ມີ​ວັນ​ເວລາ​ທີ່​ແນ່ນອນ​ທີ່​ຈະ​ທຳລາຍ​ລະບົບ​ຊົ່ວ​ນີ້. (ມທ. 24:36) ເພິ່ນ​ຈະ​ອົດ​ທົນ​ຕໍ່ໆໄປ​ຈົນ​ຮອດ​ເວລາ​ນັ້ນ ເພິ່ນ​ຢາກ​ປຸກ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ໃຫ້​ຟື້ນ​ຄືນ​ມາ ແຕ່​ເພິ່ນ​ກໍ​ຍັງ​ຕ້ອງ​ອົດ​ທົນ. (ໂຢບ 14:14, 15) ເພິ່ນ​ຖ້າ​ຈົນ​ຮອດ​ເວລາ​ທີ່​ເໝາະ​ສົມ​ເພື່ອ​ຈະ​ປຸກ​ເຂົາ​ເຈົ້າ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ. (ຢຮ. 5:28) ເຮົາ​ຮຽນ​ຮູ້​ຫຍັງ​ກ່ຽວ​ກັບ​ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ? ເຮົາ​ຮຽນ​ຮູ້​ວ່າ​ຍ້ອນ​ພະ​ເຢໂຫວາ​ອົດ​ທົນ ຫຼາຍ​ຄົນ​ເຊິ່ງ​ລວມ​ເຖິງ​ເຮົາ​ນຳ​ຈຶ່ງ​ມີ​ໂອກາດ​ທີ່​ຈະ “ກັບ​ໃຈ.” (2 ປຕ. 3:9) ພະ​ເຢໂຫວາ​ຢາກ​ໃຫ້​ຫຼາຍ​ຄົນ​ມີ​ໂອກາດ​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ. ດັ່ງ​ນັ້ນ ໃຫ້​ເຮົາ​ເຫັນ​ຄຸນຄ່າ​ຄວາມ​ອົດ​ທົນ​ຂອງ​ເພິ່ນ​ໂດຍ​ໄປ​ຊອກ​ຫາ​ຄົນ​ທີ່ “ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ” ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ຮັບໃຊ້​ເພິ່ນ. (ກຈກ. 13:48) ແລ້ວ​ເຂົາ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ​ຄື​ກັບ​ທີ່​ເຮົາ​ໄດ້​ຮັບ.

18. ເປັນ​ຫຍັງ​ເຮົາ​ຄວນ​ອົດ​ທົນ​ກັບ​ຄົນ​ອື່ນ?

18 ພະ​ເຢໂຫວາ​ຈະ​ຖ້າ​ດ້ວຍ​ຄວາມ​ອົດ​ທົນ​ຈົນ​ຮອດ​ຕອນ​ທ້າຍ​ໜຶ່ງ​ພັນ​ປີ ແລ້ວ​ເພິ່ນ​ຈຶ່ງ​ຈະ​ຄາດ​ໝາຍ​ໃຫ້​ເຮົາ​ເປັນ​ຄົນ​ສົມບູນ​ແບບ. ຈົນ​ກວ່າ​ຈະ​ຮອດ​ຕອນ​ນັ້ນ ພະ​ເຢໂຫວາ​ພ້ອມ​ທີ່​ເບິ່ງ​ຂ້າມ​ຄວາມ​ຜິດ​ຂອງ​ເຮົາ. ພວກ​ເຮົາ​ກໍ​ຄື​ກັນ​ຄວນ​ຈະ​ອົດ​ທົນ​ກັບ​ຄົນ​ອື່ນ​ແລະ​ເບິ່ງ​ຈຸດ​ດີ​ຂອງ​ເຂົາ​ເຈົ້າ. ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຜົວ​ຂອງ​ລາວ​ເລີ່ມ​ມີ​ຄວາມ​ວຸ່ນວາຍ​ທາງ​ດ້ານ​ອາລົມ​ຈົນ​ກັງວົນ​ໜັກ​ແລະ​ເຊົາ​ໄປ​ປະຊຸມ. ພີ່ນ້ອງ​ຜູ້​ນີ້​ເວົ້າ​ວ່າ: “ເລື່ອງ​ນີ້​ເຮັດ​ໃຫ້​ຂ້ອຍ​ເສຍໃຈ​ຫຼາຍ​ເພາະ​ຊີວິດ​ຂອງ​ເຮົາ​ປີ້ນ​ຈາກ​ໜ້າ​ມື​ເປັນ​ຫຼັງ​ມື ແລະ​ບໍ່​ສາມາດ​ເຮັດ​ຕາມ​ທີ່​ວາງ​ແຜນ​ໄວ້.” ຕະຫຼອດ​ເວລາ​ທີ່​ຜ່ານ​ມາ​ພີ່ນ້ອງ​ຜູ້​ນີ້​ສະແດງ​ຄວາມ​ຮັກ​ໂດຍ​ອົດ​ທົນ​ກັບ​ຜົວ. ລາວ​ເພິ່ງ​ພະ​ເຢໂຫວາ​ແລະ​ບໍ່​ຍອມ​ແພ້. ຄື​ກັບ​ພະ​ເຢໂຫວາ ລາວ​ເບິ່ງ​ຂ້າມ​ບັນຫາ​ທີ່​ຜົວ​ເປັນ​ແລະ​ເບິ່ງ​ຈຸດ​ດີ​ຂອງ​ຜົວ. ລາວ​ເວົ້າ​ວ່າ: “ຜົວ​ຂ້ອຍ​ມີ​ຈຸດ​ດີ​ຫຼາຍ​ຢ່າງ​ແລະ​ລາວ​ກຳລັງ​ພະຍາຍາມ​ເອົາ​ຊະນະ​ຄວາມ​ກັງວົນ​ນັ້ນ​ເຖິງ​ວ່າ​ຈະ​ເຮັດ​ໄດ້​ເທື່ອ​ລະ​ເລັກ​ລະ​ໜ້ອຍ.” ເປັນ​ເລື່ອງ​ສຳຄັນ​ແທ້ໆທີ່​ເຮົາ​ຈະ​ອົດ​ທົນ​ກັບ​ຄົນ​ໃນ​ຄອບຄົວ​ຫຼື​ພີ່ນ້ອງ​ໃນ​ປະຊາຄົມ​ທີ່​ກຳລັງ​ພະຍາຍາມ​ເອົາ​ຊະນະ​ບັນຫາ​ຕ່າງໆ.

19. ເຮົາ​ຄວນ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຫຍັງ?

19 ພະ​ເຢຊູ​ແລະ​ພວກ​ທູດ​ສະຫວັນ​ດີ​ໃຈ​ຫຼາຍ​ຕອນ​ທີ່​ພະເຈົ້າ​ສ້າງ​ໂລກ​ນີ້. ແຕ່​ເຂົາ​ເຈົ້າ​ແຮ່ງ​ຊິ​ດີ​ໃຈ​ເມື່ອ​ເຫັນ​ໂລກ​ນີ້​ມີ​ແຕ່​ຄົນ​ທີ່​ສົມບູນ​ແບບ​ເຊິ່ງ​ຮັກ​ແລະ​ຮັບໃຊ້​ພະ​ເຢໂຫວາ. ຜູ້​ທີ່​ຂຶ້ນ​ໄປ​ສະຫວັນ​ເພື່ອ​ຮ່ວມ​ປົກຄອງ​ກັບ​ພະຄລິດ​ກໍ​ຈະ​ດີ​ໃຈ​ຄື​ກັນ​ທີ່​ເຫັນ​ມະນຸດ​ໄດ້​ຮັບ​ປະໂຫຍດ​ຈາກ​ວຽກ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ. (ພນມ. 4:4, 9-11; 5:9, 10) ຄິດ​ເບິ່ງ​ດຸ​ວ່າ​ຊີວິດ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ ເມື່ອ​ບໍ່​ມີ​ຄວາມ​ເຈັບ​ປວດ ຄວາມ​ໂສກ​ເສົ້າ ຄວາມ​ເຈັບ​ປ່ວຍ ແລະ​ຄວາມ​ຕາຍ​ຕະຫຼອດ​ໄປ. (ພນມ. 21:4) ຈົນ​ກວ່າ​ຈະ​ຮອດ​ຕອນ​ນັ້ນ ໃຫ້​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ມີ​ຄວາມ​ຮັກ ມີ​ສະຕິປັນຍາ ແລະ​ມີ​ຄວາມ​ອົດ​ທົນ. ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ຈະ​ມີ​ຄວາມ​ສຸກ​ຕໍ່ໆໄປ​ເຖິງ​ວ່າ​ຈະ​ເຈິ​ບັນຫາ​ຫຍັງ​ກໍ​ຕາມ. (ຢກບ. 1:2-4) ເຮົາ​ຂອບໃຈ​ແທ້ໆທີ່​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ມີ​ການ “ຄືນ​ມາ​ຈາກ​ຕາຍ.”—ກຈກ. 24:15

ເພງ 141 ຊີວິດ​ເປັນ​ສິ່ງ​ມະຫັດສະຈັນ

^ ຂໍ້ 5 ພະ​ເຢໂຫວາ​ເປັນ​ພໍ່​ທີ່​ມີ​ຄວາມ​ຮັກ ສະຫຼາດ ແລະ​ອົດ​ທົນ. ເຮົາ​ເຫັນ​ຄຸນ​ລັກສະນະ​ເຫຼົ່າ​ນີ້​ໄດ້​ຈາກ​ວິທີ​ທີ່​ເພິ່ນ​ສ້າງ​ສິ່ງ​ຕ່າງໆແລະ​ໃນ​ຄຳ​ສັນຍາ​ທີ່​ຈະ​ປຸກ​ຄົນ​ຕາຍ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ເບິ່ງ​ບາງ​ຄຳຖາມ​ທີ່​ເຮົາ​ອາດ​ສົງໄສ​ກ່ຽວ​ກັບ​ການ​ຄືນ​ມາ​ຈາກ​ຕາຍ ແລະ​ເຮົາ​ຍັງ​ຈະ​ເບິ່ງ​ວ່າ​ການ​ຄືນ​ມາ​ຈາກ​ຕາຍ​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ຄວາມ​ຮັກ ສະຕິປັນຍາ ແລະ​ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ ແລະ​ເຮົາ​ຄວນ​ຈະ​ຮູ້ສຶກ​ແນວ​ໃດ​ໃນ​ເລື່ອງ​ນີ້.

^ ຂໍ້ 59 ຄຳ​ອະທິບາຍ​ຮູບ: ຜູ້​ຊາຍ​ຄົນ​ພື້ນເມືອງ​ອາເມຣິກາ​ທີ່​ຕາຍ​ໄດ້​ຫຼາຍ​ຮ້ອຍ​ປີ​ແລ້ວ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໃນ​ໄລຍະ​ການ​ປົກຄອງ​ພັນ​ປີ​ຂອງ​ພະຄລິດ. ພີ່ນ້ອງ​ຄົນ​ໜຶ່ງ​ທີ່​ລອດ​ຊີວິດ​ຈາກ​ສົງຄາມ​ອາມາເຄໂດນ​ພ້ອມ​ທີ່​ຈະ​ສອນ​ຜູ້​ຊາຍ​ຄົນ​ນີ້​ໃຫ້​ຮູ້​ສິ່ງ​ທີ່​ລາວ​ຕ້ອງ​ເຮັດ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່​ຂອງ​ພະຄລິດ.

^ ຂໍ້ 61 ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ບອກ​ຫົວ​ໜ້າ​ຂອງ​ລາວ​ວ່າ ມີ​ຫຼາຍ​ມື້​ໃນ​ແຕ່​ລະ​ອາທິດ​ທີ່​ລາວ​ບໍ່​ສາມາດ​ເຮັດ​ວຽກ​ກາຍ​ໂມງ​ໄດ້​ເພາະ​ລາວ​ຈັດ​ຕອນ​ແລງ​ຂອງ​ມື້​ເຫຼົ່າ​ນັ້ນ​ໄວ້​ເພື່ອ​ນະມັດສະການ​ພະ​ເຢໂຫວາ. ແຕ່​ຖ້າ​ຫົວ​ໜ້າ​ຢາກ​ໃຫ້​ລາວ​ເຮັດ​ວຽກ​ກາຍ​ໂມງ​ໃນ​ວັນ​ອື່ນ ລາວ​ພ້ອມ​ທີ່​ຈະ​ເຮັດ.