ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 35

ນັບຖື​ຄົນ​ອື່ນ​ໃນ​ປະຊາຄົມ​ຂອງ​ພະ​ເຢໂຫວາ

ນັບຖື​ຄົນ​ອື່ນ​ໃນ​ປະຊາຄົມ​ຂອງ​ພະ​ເຢໂຫວາ

“ຕາ​ຈະ​ເວົ້າ​ກັບ​ມື​ວ່າ ‘ຂ້ອຍ​ບໍ່​ຕ້ອງການ​ເຈົ້າ’ ກໍ​ບໍ່​ໄດ້ ຫຼື​ຫົວ​ຈະ​ເວົ້າ​ກັບ​ຕີນ​ວ່າ ‘ຂ້ອຍ​ບໍ່​ຕ້ອງການ​ເຈົ້າ’ ກໍ​ບໍ່​ໄດ້.”—1 ກຣ. 12:21

ເພງ 124 ສັດ​ຊື່​ຕະຫຼອດ​ໄປ

ໃຈ​ຄວາມ​ສຳຄັນ *

1. ພະ​ເຢໂຫວາ​ໃຫ້​ຫຍັງ​ກັບ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ທຸກ​ຄົນ​ຂອງ​ເພິ່ນ?

ພະ​ເຢໂຫວາ​ໃຫ້​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ທຸກ​ຄົນ​ຂອງ​ເພິ່ນ​ຢູ່​ໃນ​ປະຊາຄົມ​ກໍ​ຍ້ອນ​ວ່າ​ເພິ່ນ​ຮັກ​ເຂົາ​ເຈົ້າ. ເຖິງ​ວ່າ​ເຮົາ​ຈະ​ມີ​ໜ້າ​ທີ່​ແຕກຕ່າງ​ກັນ ເຮົາ​ທຸກ​ຄົນ​ມີ​ຄ່າ​ແລະ​ຕ້ອງ​ອາໄສ​ກັນ​ແລະ​ກັນ. ອັກຄະສາວົກ​ໂປໂລ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ເລື່ອງ​ນີ້​ສຳຄັນ​ແນວ​ໃດ.

2. ຕາມ​ເອເຟໂຊ 4:16 ເປັນ​ຫຍັງ​ເຮົາ​ຕ້ອງ​ເຫັນ​ຄ່າ​ຄົນ​ອື່ນ​ແລະ​ເຮັດ​ວຽກ​ນຳ​ກັນ?

2 ໃນ​ຂໍ້​ພະ​ຄຳພີ​ຫຼັກ​ຂອງ​ບົດ​ຄວາມ​ນີ້ ໂປໂລ​ເນັ້ນ​ວ່າ​ເຮົາ​ບໍ່​ຄວນ​ຄິດ​ວ່າ​ພີ່ນ້ອງ​ຄົນ​ອື່ນ​ບໍ່​ມີ​ປະໂຫຍດ​ຫຍັງ ແລະ​ເວົ້າ​ໃຫ້​ເຂົາ​ເຈົ້າ​ວ່າ: “ຂ້ອຍ​ບໍ່​ຕ້ອງການ​ເຈົ້າ.” (1 ກຣ. 12:21) ຖ້າ​ເຮົາ​ຢາກ​ໃຫ້​ປະຊາຄົມ​ມີ​ຄວາມ​ສະຫງົບ​ສຸກ ເຮົາ​ຕ້ອງ​ເຫັນ​ຄ່າ​ຄົນ​ອື່ນ​ແລະ​ເຮັດ​ວຽກ​ນຳ​ກັນ. (ອ່ານ​ເອເຟໂຊ 4:16) ເມື່ອ​ເຮົາ​ເຮັດ​ວຽກ​ນຳ​ກັນ​ແບບ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ ປະຊາຄົມ​ຈະ​ເຂັ້ມແຂງ​ຂຶ້ນ​ແລະ​ມີ​ຄວາມ​ຮັກ.

3. ໃນ​ບົດ​ນີ້​ເຮົາ​ຈະ​ເບິ່ງ​ເລື່ອງ​ຫຍັງ?

3 ມີ​ວິທີ​ໃດ​ແດ່​ທີ່​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ນັບຖື​ຄົນ​ອື່ນ​ໃນ​ປະຊາຄົມ? ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ເບິ່ງ​ວ່າ​ຜູ້​ດູ​ແລ​ຈະ​ສະແດງ​ຄວາມ​ນັບຖື​ຕໍ່​ຄົນ​ທີ່​ເປັນ​ຜູ້​ດູ​ແລ​ນຳ​ກັນ​ໄດ້​ແນວ​ໃດ. ຈາກ​ນັ້ນ​ຈະ​ເບິ່ງ​ວ່າ​ເຮົາ​ຈະ​ສະແດງ​ຄວາມ​ນັບຖື​ແນວ​ໃດ​ຕໍ່​ຄົນ​ທີ່​ເປັນ​ໂສດ ແລະ​ສຸດ​ທ້າຍ​ຈະ​ເບິ່ງ​ວ່າ​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ແນວ​ໃດ​ຕໍ່​ຄົນ​ທີ່​ເວົ້າ​ພາສາ​ຂອງ​ເຮົາ​ບໍ່​ເກັ່ງ.

ນັບຖື​ຄົນ​ທີ່​ເປັນ​ຜູ້​ດູ​ແລ​ນຳ​ກັນ

4. ໃນ​ໂຣມ 12:10 ຜູ້​ດູ​ແລ​ຄວນ​ເຮັດ​ຕາມ​ຄຳ​ແນະນຳ​ຫຍັງ​ຂອງ​ໂປໂລ?

4 ຜູ້​ດູ​ແລ​ທຸກ​ຄົນ​ໃນ​ປະຊາຄົມ​ຖືກ​ແຕ່ງ​ຕັ້ງ​ໂດຍ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ. ແຕ່​ທຸກ​ຄົນ​ມີ​ຄວາມ​ສາມາດ​ແຕກຕ່າງ​ກັນ. (1 ກຣ. 12:17, 18) ຜູ້​ດູ​ແລ​ບາງ​ຄົນ​ຫາ​ກໍ​ຖືກ​ແຕ່ງ​ຕັ້ງ​ໃໝ່​ແລະ​ບໍ່​ມີ​ປະສົບການ​ຫຼາຍ. ບາງ​ຄົນ​ກໍ​ມີ​ຂີດ​ຈຳກັດ​ແລະ​ສຸຂະພາບ​ບໍ່​ດີ. ດັ່ງ​ນັ້ນ ຜູ້​ດູ​ແລ​ບໍ່​ຄວນ​ເວົ້າ​ໃຫ້​ຜູ້​ດູ​ແລ​ນຳ​ກັນ​ວ່າ “ຂ້ອຍ​ບໍ່​ຕ້ອງການ​ເຈົ້າ.” ແຕ່​ຜູ້​ດູ​ແລ​ຄວນ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ໂປໂລ​ໃນ​ໂຣມ 12:10.ອ່ານ

ຜູ້​ດູ​ແລ​ສະແດງ​ຄວາມ​ນັບຖື​ກັນ​ໂດຍ​ຕັ້ງ​ໃຈ​ຟັງ​ກັນ (ເບິ່ງ​ຂໍ້ 5-6)

5. ຜູ້​ດູ​ແລ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາ​ເຈົ້າ​ນັບຖື​ກັນ ແລະ​ເປັນ​ຫຍັງ​ການ​ເຮັດ​ແບບ​ນີ້​ຈຶ່ງ​ສຳຄັນ?

5 ຜູ້​ດູ​ແລ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ນັບຖື​ກັນ​ໂດຍ​ຕັ້ງ​ໃຈ​ຟັງ​ກັນ​ແລະ​ກັນ. ການ​ເຮັດ​ແບບ​ນີ້​ສຳຄັນ​ຫຼາຍ​ໂດຍ​ສະເພາະ​ຕອນ​ທີ່​ຜູ້​ດູ​ແລ​ປະຊຸມ​ເລື່ອງ​ທີ່​ສຳຄັນ​ນຳ​ກັນ. ຍ້ອນ​ຫຍັງ? ຫໍສັງເກດການ 1 ຕຸລາ 1988 ເວົ້າ​ວ່າ: “ຜູ້​ດູ​ແລ​ຮູ້​ດີ​ວ່າ​ໂດຍ​ທາງ​ພະລັງ​ບໍລິສຸດ ພະຄລິດ​ສາມາດ​ຊີ້​ນຳ​ຄວາມ​ຄິດ​ຂອງ​ຜູ້​ດູ​ແລ​ຄົນ​ໃດ​ກໍ​ໄດ້​ເພື່ອ​ໃຫ້​ອອກ​ຄຳ​ຄິດ​ເຫັນ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ທີ່​ຈະ​ແກ້ໄຂ​ບັນຫາ​ແລະ​ຕັດສິນ​ໃຈ​ໃນ​ເລື່ອງ​ທີ່​ສຳຄັນ. (ກຈກ. 15:6-15) ພະລັງ​ບໍລິສຸດ​ຊ່ວຍ​ຜູ້​ດູ​ແລ​ທຸກ​ຄົນ​ໃນ​ປະຊາຄົມ ບໍ່​ແມ່ນ​ຊ່ວຍ​ແຕ່​ຜູ້​ໃດ​ຜູ້​ໜຶ່ງ.”

6. ຜູ້​ດູ​ແລ​ຈະ​ເຮັດ​ວຽກ​ນຳ​ກັນ​ແບບ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ໄດ້​ແນວ​ໃດ ແລະ​ຖ້າ​ເຮັດ​ແບບ​ນັ້ນ​ປະຊາຄົມ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ?

6 ໃນ​ການ​ປະຊຸມ​ຜູ້​ດູ​ແລ ຜູ້​ດູ​ແລ​ທີ່​ສະແດງ​ຄວາມ​ນັບຖື​ກັນ​ຈະ​ບໍ່​ພະຍາຍາມ​ອອກ​ໜ້າ​ອອກ​ຕາ​ໂດຍ​ເວົ້າ​ກ່ອນ​ຄົນ​ອື່ນ​ຕະຫຼອດ. ລາວ​ຈະ​ບໍ່​ຄຸມ​ການ​ສົນທະນາ​ນັ້ນ​ທັງ​ໝົດ​ແລະ​ຈະ​ບໍ່​ຄິດ​ວ່າ​ຄຳ​ຄິດ​ເຫັນ​ຂອງ​ໂຕ​ເອງ​ຖືກ​ສະເໝີ. ລາວ​ຈະ​ບໍ່​ເວົ້າ​ແບບ​ໂອ້​ອວດ ແຕ່​ຈະ​ຕັ້ງ​ໃຈ​ຟັງ​ຄຳ​ຄິດ​ເຫັນ​ຂອງ​ຄົນ​ອື່ນ. ສຳຄັນ​ກວ່າ​ນັ້ນ ລາວ​ຈະ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ແລະ​ຟັງ​ການ​ຊີ້​ນຳ​ຈາກ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ.” (ມທ. 24:45-47) ເມື່ອ​ຜູ້​ດູ​ແລ​ສະແດງ​ຄວາມ​ຮັກ​ແລະ​ນັບຖື​ກັນ​ຕອນ​ທີ່​ປະຊຸມ​ເລື່ອງ​ຕ່າງໆ ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ກໍ​ຈະ​ຢູ່​ກັບ​ເຂົາ​ເຈົ້າ ແລະ​ຈະ​ຊີ້​ນຳ​ເຂົາ​ເຈົ້າ​ໃຫ້​ຕັດສິນ​ໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ປະຊາຄົມ​ເຂັ້ມແຂງ​ຂຶ້ນ.—ຢກບ. 3:17, 18

ນັບຖື​ຄົນ​ທີ່​ເປັນ​ໂສດ

7. ພະ​ເຢຊູ​ເບິ່ງ​ຄົນ​ທີ່​ເປັນ​ໂສດ​ແນວ​ໃດ?

7 ທຸກ​ມື້​ນີ້​ໃນ​ປະຊາຄົມ​ມີ​ທັງ​ຄົນ​ທີ່​ແຕ່ງ​ດອງ​ແລ້ວ​ແລະ​ຄົນ​ທີ່​ເປັນ​ໂສດ. ແຕ່​ເຮົາ​ຄວນ​ເບິ່ງ​ພີ່ນ້ອງ​ທີ່​ເປັນ​ໂສດ​ແນວ​ໃດ? ເຮົາ​ຄວນ​ຮຽນ​ແບບ​ວິທີ​ທີ່​ພະ​ເຢຊູ​ເບິ່ງ​ເຂົາ​ເຈົ້າ. ຕອນ​ຢູ່​ໃນ​ໂລກ​ນີ້ ພະ​ເຢຊູ​ກໍ​ບໍ່​ໄດ້​ແຕ່ງ​ດອງ. ເພິ່ນ​ເລືອກ​ທີ່​ຈະ​ບໍ່​ແຕ່ງ​ດອງ​ເພື່ອ​ຈະ​ໃຊ້​ເວລາ​ແລະ​ເອົາໃຈໃສ່​ວຽກ​ມອບ​ໝາຍ​ຂອງ​ເພິ່ນ. ພະ​ເຢຊູ​ບໍ່​ເຄີຍ​ສອນ​ວ່າ​ເຮົາ​ຕ້ອງ​ເປັນ​ໂສດ​ຫຼື​ຕ້ອງ​ແຕ່ງ​ດອງ. ແຕ່​ເພິ່ນ​ບອກ​ວ່າ​ບາງ​ຄົນ​ເລືອກ​ເປັນ​ໂສດ. (ມທ. 19:11, 12; ເບິ່ງ​ຂໍ້​ມູນ​ສຳລັບ​ສຶກສາ​ຂອງ​ມັດທາຍ 19:12 ໃນ​ພາສາ​ໄທ) ພະ​ເຢຊູ​ນັບຖື​ຄົນ​ທີ່​ເປັນ​ໂສດ. ເພິ່ນ​ບໍ່​ໄດ້​ເບິ່ງ​ວ່າ​ຄົນ​ທີ່​ເປັນ​ໂສດ​ມີ​ຂໍ້​ບົກ​ພ່ອງ​ຫຼື​ຂາດ​ສິ່ງ​ໜຶ່ງ​ສິ່ງ​ໃດ.

8. ຕາມ 1 ໂກຣິນໂທ 7:7-9 ໂປໂລ​ໄດ້​ກະຕຸ້ນ​ເຮົາ​ໃຫ້​ຄິດ​ເຖິງ​ຫຍັງ?

8 ຄື​ກັບ​ພະ​ເຢຊູ ຕອນ​ທີ່​ໂປໂລ​ເຮັດ​ວຽກ​ຮັບໃຊ້ ລາວ​ກໍ​ເປັນ​ໂສດ​ຄື​ກັນ. ໂປໂລ​ບໍ່​ເຄີຍ​ສອນ​ວ່າ​ເຮົາ​ບໍ່​ຄວນ​ແຕ່ງ​ດອງ. ລາວ​ເຂົ້າ​ໃຈ​ວ່າ​ມັນ​ເປັນ​ການ​ຕັດສິນ​ໃຈ​ສ່ວນ​ຕົວ. ແຕ່​ໂປໂລ​ໄດ້​ກະຕຸ້ນ​ເຮົາ​ໃຫ້​ຄິດ​ເບິ່ງ​ວ່າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ແບບ​ເປັນ​ໂສດ​ໄດ້​ບໍ່. (ອ່ານ 1 ໂກຣິນໂທ 7:7-9) ໂປໂລ​ບໍ່​ໄດ້​ເບິ່ງ​ວ່າ​ຄົນ​ທີ່​ເປັນ​ໂສດ​ມີ​ຂໍ້​ບົກ​ພ່ອງ. ທີ່​ຈິງ ລາວ​ໄດ້​ເລືອກ​ຕີໂມທຽວ​ທີ່​ເປັນ​ຄົນ​ໂສດ​ໃຫ້​ເຮັດ​ວຽກ​ມອບ​ໝາຍ *ທີ່​ສຳຄັນ. (ຟລປ. 2:19-22) ດັ່ງ​ນັ້ນ​ຈຶ່ງ​ບໍ່​ຖືກຕ້ອງ​ທີ່​ຈະ​ຄິດ​ວ່າ ພີ່ນ້ອງ​ຊາຍ​ຈະ​ມີ​ຄຸນສົມບັດ​ເຮັດ​ວຽກ​ມອບ​ໝາຍ​ໃດ​ໜຶ່ງ​ແມ່ນ​ຂຶ້ນ​ກັບ​ວ່າ ລາວ​ແຕ່ງ​ດອງ​ຫຼື​ເປັນ​ໂສດ.—1 ກຣ. 7:32-35, 38

9. ເຮົາ​ຄວນ​ຄິດ​ແນວ​ໃດ​ກ່ຽວ​ກັບ​ການ​ແຕ່ງ​ດອງ​ແລະ​ການ​ເປັນ​ໂສດ?

9 ທັງ​ພະ​ເຢຊູ​ແລະ​ໂປໂລ​ບໍ່​ໄດ້​ສອນ​ວ່າ​ເຮົາ​ຕ້ອງ​ແຕ່ງ​ດອງ​ຫຼື​ເປັນ​ໂສດ. ເຮົາ​ເດ​ຄິດ​ແນວ​ໃດ​ກ່ຽວ​ກັບ​ການ​ແຕ່ງ​ດອງ​ແລະ​ການ​ເປັນ​ໂສດ? ຫໍສັງເກດການ 1 ຕຸລາ 2012 ອະທິບາຍ​ວ່າ: “ທີ່​ຈິງ​ແລ້ວ ທັງ [ການ​ແຕ່ງ​ດອງ​ແລະ​ການ​ເປັນ​ໂສດ] ເປັນ​ຂອງ​ຂວັນ​ຈາກ​ພະ​ເຢໂຫວາ. . . . ພະ​ເຢໂຫວາ​ບໍ່​ໄດ້​ຄິດ​ວ່າ [ຄົນ​ໂສດ] ຄວນ​ຮູ້ສຶກ​ອາຍ​ຫຼື​ເສຍໃຈ​ຍ້ອນ​ບໍ່​ໄດ້​ແຕ່ງ​ດອງ.” ເມື່ອ​ຄິດ​ເຖິງ​ຈຸດ​ນີ້ ເຮົາ​ຕ້ອງ​ນັບຖື​ຄົນ​ໂສດ​ໃນ​ປະຊາຄົມ.

ຍ້ອນ​ເຮົາ​ນັບຖື​ຄົນ​ໂສດ ເຮົາ​ຈຶ່ງ​ບໍ່​ຄວນ​ເຮັດ​ຫຍັງ? (ເບິ່ງ​ຂໍ້ 10)

10. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ນັບຖື​ຄວາມ​ຮູ້ສຶກ​ຂອງ​ຄົນ​ໂສດ?

10 ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ນັບຖື​ຄວາມ​ຮູ້ສຶກ​ຂອງ​ຄົນ​ໂສດ? ຂໍ​ໃຫ້​ຈື່​ໄວ້​ວ່າ​ການ​ທີ່​ພີ່ນ້ອງ​ເປັນ​ໂສດ​ກໍ​ມີ​ຫຼາຍ​ເຫດຜົນ. ຕົວຢ່າງ​ເຊັ່ນ: ບາງ​ຄົນ​ຕັ້ງ​ໃຈ​ເລືອກ​ທີ່​ຈະ​ຢູ່​ເປັນ​ໂສດ. ບາງ​ຄົນ​ຢາກ​ແຕ່ງ​ດອງ​ແຕ່​ຍັງ​ບໍ່​ທັນ​ເຈິ​ຄົນ​ທີ່​ຖືກ​ໃຈ. ສ່ວນ​ບາງ​ຄົນ ຄູ່​ຂອງ​ເຂົາ​ເຈົ້າ​ໄດ້​ຕາຍ​ປະ. ບໍ່​ວ່າ​ຈະ​ເປັນ​ກໍລະນີ​ໃດ​ກໍ​ຕາມ ເປັນ​ເລື່ອງ​ບໍ່​ເໝາະ​ສົມ​ທີ່​ຄົນ​ໃນ​ປະຊາຄົມ​ຈະ​ຖາມ​ຄົນ​ໂສດ​ວ່າ ເປັນ​ຫຍັງ​ຈຶ່ງ​ບໍ່​ແຕ່ງ​ດອງ ຫຼື​ໃຫ້​ຊອກ​ຄູ່​ໃຫ້​ບໍ່? ຄົນ​ໂສດ​ບາງ​ຄົນ​ອາດ​ຈະ​ຂໍ​ໃຫ້​ເຮົາ​ຊອກ​ຄູ່​ໃຫ້. ແຕ່​ຖ້າ​ເຂົາ​ເຈົ້າ​ບໍ່​ໄດ້​ຂໍ​ໃຫ້​ເຮົາ​ຊ່ວຍ ເຂົາ​ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ເຮົາ​ຖາມ​ແບບ​ນັ້ນ. (1 ທຊ. 4:11; 1 ຕມ. 5:13) ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພີ່ນ້ອງ​ໂສດ​ບາງ​ຄົນ​ເວົ້າ​ແນວ​ໃດ?

11-12. ເຮົາ​ອາດ​ເຮັດ​ຫຍັງ​ທີ່​ເຮັດ​ໃຫ້​ຄົນ​ໂສດ​ເສຍໃຈ?

11 ຜູ້​ດູ​ແລ​ໝວດ​ຄົນ​ໜຶ່ງ​ທີ່​ເປັນ​ໂສດ​ເຊິ່ງ​ເຮັດ​ວຽກ​ມອບ​ໝາຍ​ໄດ້​ດີ​ຮູ້ສຶກ​ວ່າ​ການ​ເປັນ​ໂສດ​ມີ​ຜົນ​ດີ​ຫຼາຍ​ຢ່າງ. ແຕ່​ລາວ​ເວົ້າ​ວ່າ​ລາວ​ຮູ້ສຶກ​ເສຍໃຈ​ເມື່ອ​ພີ່ນ້ອງ​ທີ່​ຫວັງ​ດີ​ຖາມ​ລາວ​ວ່າ: “ເປັນ​ຫຍັງ​ຄື​ຍັງ​ບໍ່​ເອົາ​ເມຍ?” ພີ່ນ້ອງ​ຊາຍ​ໂສດ​ຄົນ​ໜຶ່ງ​ທີ່​ຮັບໃຊ້​ຢູ່​ສຳນັກງານ​ສາຂາ​ເວົ້າ​ວ່າ: “ບາງ​ເທື່ອ​ພີ່ນ້ອງ​ກໍ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ຄົນ​ໂສດ​ເປັນ​ຕາ​ອີ່ຕົນ. ເລື່ອງ​ນີ້​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ການ​ເປັນ​ໂສດ​ເປັນ​ພາລະ​ໜັກ​ຫຼາຍ​ກວ່າ​ເປັນ​ຂອງ​ຂວັນ.”

12 ພີ່ນ້ອງ​ຍິງ​ໂສດ​ຄົນ​ໜຶ່ງ​ທີ່​ຮັບໃຊ້​ຢູ່​ເບເທນ​ເວົ້າ​ວ່າ: “ພີ່ນ້ອງ​ບາງ​ຄົນ​ຄິດ​ວ່າ​ຄົນ​ໂສດ​ທຸກ​ຄົນ​ກຳລັງ​ຊອກ​ຫາ​ຄູ່ ແລະ​ເຂົາ​ເຈົ້າ​ກໍ​ຄິດ​ວ່າ​ຄົນ​ໂສດ​ທຸກ​ຄົນ​ໃຊ້​ທຸກ​ໂອກາດ​ທີ່​ຢູ່​ນຳ​ຄົນ​ອື່ນ​ເພື່ອ​ຊອກ​ຫາ​ຄູ່. ຕອນ​ທີ່​ຂ້ອຍ​ໄປ​ເຮັດ​ວຽກ​ຂອງ​ເບເທນ​ຢູ່​ລັດ​ອື່ນ ຂ້ອຍ​ໄປ​ຮອດ​ໃນ​ຄືນ​ທີ່​ມີ​ການ​ປະຊຸມ. ພີ່ນ້ອງ​ທີ່​ຂ້ອຍ​ພັກ​ນຳ​ບອກ​ວ່າ ໃນ​ປະຊາຄົມ​ມີ​ພີ່ນ້ອງ​ຊາຍ​ໂສດ​ສອງ​ຄົນ​ທີ່​ອາຍຸ​ສ່ຳ​ຂ້ອຍ. ລາວ​ບອກ​ວ່າ​ຊິ​ບໍ່​ຈັບ​ຄູ່​ໃຫ້​ຂ້ອຍ​ດອກ. ແຕ່​ທັນທີ​ທີ່​ເຮົາ​ເຂົ້າ​ໄປ​ໃນ​ຫໍ​ປະຊຸມ ລາວ​ກໍ​ພາ​ຂ້ອຍ​ໄປ​ຫາ​ພີ່ນ້ອງ​ຊາຍ​ສອງ​ຄົນ​ນັ້ນ​ໂລດ. ເປັນ​ຕາ​ອາຍ​ແທ້ໆສຳລັບ​ຂ້ອຍ​ແລະ​ພີ່ນ້ອງ​ຊາຍ​ສອງ​ຄົນ​ນັ້ນ.”

13. ມີ​ຕົວຢ່າງ​ຫຍັງ​ທີ່​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ຍິງ​ໂສດ​ຄົນ​ໜຶ່ງ?

13 ພີ່ນ້ອງ​ຍິງ​ໂສດ​ອີກ​ຄົນ​ໜຶ່ງ​ທີ່​ຮັບໃຊ້​ຢູ່​ເບເທນ​ເວົ້າ​ວ່າ: “ຂ້ອຍ​ຮູ້ຈັກ​ໄພໂອເນຍ​ຫຼາຍ​ຄົນ​ທີ່​ຢູ່​ເປັນ​ໂສດ​ມາ​ຫຼາຍ​ປີ. ເຂົາ​ເຈົ້າ​ເປັນ​ຄົນ​ມີ​ເຫດຜົນ ມີ​ເປົ້າ​ໝາຍ​ໃນ​ຊີວິດ​ຢ່າງ​ຈະ​ແຈ້ງ ພ້ອມ​ທີ່​ຈະ​ຊ່ວຍ​ຄົນ​ອື່ນ​ແລະ​ເປັນ​ຄົນ​ມີ​ຄວາມ​ສຸກ. ເຂົາ​ເຈົ້າ​ຊ່ວຍ​ປະຊາຄົມ​ໄດ້​ຫຼາຍ ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ກ່ຽວ​ກັບ​ການ​ເປັນ​ໂສດ ແລະ​ບໍ່​ໄດ້​ຄິດ​ວ່າ​ໂຕ​ເອງ​ດີ​ກວ່າ​ຄົນ​ອື່ນ​ຍ້ອນ​ວ່າ​ເປັນ​ໂສດ ຫຼື​ຄິດ​ວ່າ​ໂຕ​ເອງ​ບໍ່​ສາມາດ​ມີ​ຄວາມ​ສຸກ​ໄດ້​ຍ້ອນ​ບໍ່​ໄດ້​ແຕ່ງ​ດອງ​ຫຼື​ມີ​ລູກ.” ການ​ໄດ້​ຢູ່​ໃນ​ປະຊາຄົມ​ທີ່​ມີ​ພີ່ນ້ອງ​ແບບ​ນີ້​ຄັກ​ແທ້ໆເພາະ​ທຸກ​ຄົນ​ຈະ​ເຫັນ​ຄ່າ​ກັນ​ແລະ​ນັບຖື​ກັນ. ເຈົ້າ​ຮູ້​ວ່າ​ພີ່ນ້ອງ​ບໍ່​ໄດ້​ອີ່ຕົນ​ຫຼື​ອິດສາ​ເຈົ້າ. ເຂົາ​ເຈົ້າ​ສົນ​ໃຈ​ເຈົ້າ​ແລະ​ບໍ່​ໄດ້​ຄິດ​ວ່າ​ເຈົ້າ​ດີ​ກວ່າ​ເຂົາ​ເຈົ້າ. ເຈົ້າ​ຮູ້​ວ່າ​ເຂົາ​ເຈົ້າ​ຮັກ​ເຈົ້າ.

14. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ນັບຖື​ຄົນ​ໂສດ?

14 ພີ່ນ້ອງ​ທີ່​ເປັນ​ໂສດ​ຈະ​ດີ​ໃຈ​ຫຼາຍ​ຖ້າ​ເຮົາ​ເຫັນ​ຄ່າ​ເຂົາ​ເຈົ້າ​ຍ້ອນ​ວ່າ​ມີ​ຄຸນ​ລັກສະນະ​ທີ່​ດີ ບໍ່​ແມ່ນ​ຍ້ອນ​ເຂົາ​ເຈົ້າ​ແຕ່ງ​ດອງ​ຫຼື​ເປັນ​ໂສດ. ແທນ​ທີ່​ຈະ​ຮູ້ສຶກ​ອີ່ຕົນ​ເຂົາ​ເຈົ້າ ເຮົາ​ຄວນ​ເຫັນ​ຄ່າ​ທີ່​ເຂົາ​ເຈົ້າ​ເປັນ​ຄົນ​ສັດ​ຊື່. ເມື່ອ​ເປັນ​ແນວ​ນັ້ນ ພີ່ນ້ອງ​ໂສດ​ກໍ​ຈະ​ບໍ່​ຮູ້ສຶກ​ວ່າ​ເຮົາ​ເວົ້າ​ໃຫ້​ເຂົາ​ເຈົ້າ​ວ່າ: “ຂ້ອຍ​ບໍ່​ຕ້ອງການ​ເຈົ້າ.” (1 ກຣ. 12:21) ແຕ່​ເຂົາ​ເຈົ້າ​ຈະ​ຮູ້ສຶກ​ວ່າ​ເຮົາ​ດີ​ໃຈ​ທີ່​ມີ​ເຂົາ​ເຈົ້າ​ຢູ່​ໃນ​ປະຊາຄົມ.

ນັບຖື​ຄົນ​ທີ່​ເວົ້າ​ພາສາ​ຂອງ​ເຮົາ​ບໍ່​ເກັ່ງ

15. ບາງ​ຄົນ​ໄດ້​ປັບ​ປ່ຽນ​ຫຍັງ​ເພື່ອ​ຈະ​ເຮັດ​ວຽກ​ປະກາດ​ໄດ້​ຫຼາຍ​ຂຶ້ນ?

15 ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້ ພີ່ນ້ອງ​ຫຼາຍ​ຄົນ​ໄດ້​ຕັ້ງ​ເປົ້າ​ທີ່​ຈະ​ຮຽນ​ພາສາ​ໃໝ່​ເພື່ອ​ຈະ​ເຮັດ​ວຽກ​ປະກາດ​ຫຼາຍ​ຂຶ້ນ. ນີ້​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ຕ້ອງ​ໄດ້​ປັບ​ປ່ຽນ​ຊີວິດ​ຫຼາຍ​ຢ່າງ. ພີ່ນ້ອງ​ຫຼາຍ​ຄົນ​ໄດ້​ອອກ​ຈາກ​ປະຊາຄົມ​ທີ່​ໃຊ້​ພາສາ​ຂອງ​ໂຕ​ເອງ​ເພື່ອ​ໄປ​ຮັບໃຊ້​ໃນ​ປະຊາຄົມ​ທີ່​ໃຊ້​ພາສາ​ອື່ນ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. (ກຈກ. 16:9) ນີ້​ເປັນ​ການ​ຕັດສິນ​ໃຈ​ສ່ວນ​ຕົວ​ທີ່​ພີ່ນ້ອງ​ເຫຼົ່າ​ນີ້​ເຮັດ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ. ເຖິງ​ວ່າ​ອາດ​ຈະ​ໃຊ້​ເວລາ​ຫຼາຍ​ປີ​ຈຶ່ງ​ຈະ​ເວົ້າ​ພາສາ​ໃໝ່​ໄດ້​ເກັ່ງ ແຕ່​ເຂົາ​ເຈົ້າ​ກໍ​ຊ່ວຍ​ປະຊາຄົມ​ໄດ້​ໃນ​ຫຼາຍ​ດ້ານ. ຄຸນ​ລັກສະນະ​ທີ່​ດີ​ແລະ​ປະສົບການ​ຂອງ​ເຂົາ​ເຈົ້າ​ຊ່ວຍ​ພີ່ນ້ອງ​ໃນ​ປະຊາຄົມ​ໃຫ້​ເຂັ້ມແຂງ​ຂຶ້ນ. ເຮົາ​ເຫັນ​ຄ່າ​ພີ່ນ້ອງ​ເຫຼົ່າ​ນີ້​ທີ່​ເສຍ​ສະລະ​ແທ້ໆ.

16. ຄະນະ​ຜູ້​ດູ​ແລ​ຈະ​ອີງ​ໃສ່​ຫຍັງ​ເມື່ອ​ສະເໜີ​ພີ່ນ້ອງ​ຊາຍ​ໃຫ້​ເປັນ​ຜູ້​ດູ​ແລ​ແລະ​ຜູ້​ຊ່ວຍ​ວຽກ​ຮັບໃຊ້?

16 ຄະນະ​ຜູ້​ດູ​ແລ​ບໍ່​ຄວນ​ຄິດ​ວ່າ​ຈະ​ບໍ່​ສະເໜີ​ພີ່ນ້ອງ​ຊາຍ​ໃຫ້​ເປັນ​ຜູ້​ດູ​ແລ​ຫຼື​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຍ້ອນ​ວ່າ​ລາວ​ເວົ້າ​ພາສາ​ທີ່​ໃຊ້​ໃນ​ປະຊາຄົມ​ບໍ່​ເກັ່ງ. ຜູ້​ດູ​ແລ​ຈະ​ພິຈາລະນາ​ວ່າ​ພີ່ນ້ອງ​ຊາຍ​ມີ​ຄຸນສົມບັດ​ທີ່​ຈະ​ເປັນ​ຜູ້​ດູ​ແລ​ຫຼື​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ໂດຍ​ເບິ່ງ​ຈາກ​ຄຸນສົມບັດ​ຕາມ​ຫຼັກ​ພະ​ຄຳພີ ບໍ່​ແມ່ນ​ເບິ່ງ​ວ່າ​ລາວ​ເວົ້າ​ພາສາ​ທີ່​ໃຊ້​ໃນ​ປະຊາຄົມ​ໄດ້​ເກັ່ງ.—1 ຕມ. 3:1-10, 12, 13; ຕຕ. 1:5-9

17. ເມື່ອ​ຄອບຄົວ​ຍ້າຍ​ໄປ​ປະເທດ​ອື່ນ ພໍ່​ແມ່​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ຫຍັງ?

17 ບາງ​ຄອບຄົວ​ໄດ້​ຍ້າຍ​ໄປ​ປະເທດ​ອື່ນ​ເພື່ອ​ລີ້​ໄພ​ຫຼື​ເພື່ອ​ຊອກ​ວຽກ​ເຮັດ. ຍ້ອນ​ແນວ​ນີ້ ລູກ​ຂອງ​ເຂົາ​ເຈົ້າ​ອາດ​ຕ້ອງ​ເຂົ້າ​ໂຮງ​ຮຽນ​ຢູ່​ຫັ້ນ​ທີ່​ໃຊ້​ພາສາ​ຂອງ​ປະເທດ​ນັ້ນ. ຜູ້​ເປັນ​ພໍ່​ແມ່​ກໍ​ຕ້ອງ​ໄດ້​ຮຽນ​ພາສາ​ຂອງ​ປະເທດ​ນັ້ນ​ຄື​ກັນ​ເພື່ອ​ຈະ​ຊອກ​ວຽກ​ໄດ້. ສົມມຸດ​ວ່າ​ຢູ່​ໃນ​ປະເທດ​ນັ້ນ​ມີ​ປະຊາຄົມ​ຫຼື​ກຸ່ມ​ທີ່​ໃຊ້​ພາສາ​ຂອງ​ເຂົາ​ເຈົ້າ ຄອບຄົວ​ຄວນ​ເຂົ້າ​ຮ່ວມ​ກັບ​ປະຊາຄົມ​ໃດ? ເຂົາ​ເຈົ້າ​ຄວນ​ເຂົ້າ​ຮ່ວມ​ກັບ​ປະຊາຄົມ​ທີ່​ໃຊ້​ພາສາ​ຂອງ​ປະເທດ​ນັ້ນ ຫຼື​ເຂົ້າ​ຮ່ວມ​ກັບ​ປະຊາຄົມ​ທີ່​ໃຊ້​ພາສາ​ຂອງ​ເຂົາ​ເຈົ້າ​ເອງ​ບໍ?

18. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ນັບຖື​ການ​ຕັດສິນ​ໃຈ​ຂອງ​ຫົວ​ໜ້າ​ຄອບຄົວ?

18 ຫົວ​ໜ້າ​ຄອບຄົວ​ຕ້ອງ​ຕັດສິນ​ໃຈ​ວ່າ​ເຂົາ​ເຈົ້າ​ຈະ​ຢູ່​ປະຊາຄົມ​ໃດ​ແລະ​ຕ້ອງ​ຄິດ​ເບິ່ງ​ວ່າ​ສິ່ງ​ໃດ​ຈະ​ດີ​ທີ່​ສຸດ​ສຳລັບ​ຄອບຄົວ. (ອ່ານ​ຄາລາເຕຍ 6:5) ຍ້ອນ​ເລື່ອງ​ນີ້​ເປັນ​ການ​ຕັດສິນ​ໃຈ​ສ່ວນ​ຕົວ ເຮົາ​ຈຶ່ງ​ຕ້ອງ​ນັບຖື​ການ​ຕັດສິນ​ໃຈ​ຂອງ​ຫົວ​ໜ້າ​ຄອບຄົວ. ບໍ່​ວ່າ​ລາວ​ຈະ​ຕັດສິນ​ໃຈ​ແນວ​ໃດ ຂໍ​ໃຫ້​ເຮົາ​ຍອມ​ຮັບ​ການ​ຕັດສິນ​ໃຈ​ຂອງ​ລາວ. ໃຫ້​ເຮົາ​ຕ້ອນຮັບ​ຄອບຄົວ​ນັ້ນ​ແລະ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາ​ເຈົ້າ.—ຣມ. 15:7

19. ຫົວ​ໜ້າ​ຄອບຄົວ​ຄວນ​ຄິດ​ຢ່າງ​ຮອບຄອບ​ແລະ​ອະທິດຖານ​ກ່ຽວ​ກັບ​ຫຍັງ?

19 ໃນ​ກໍລະນີ​ອື່ນ ບາງ​ຄອບຄົວ​ກໍ​ຢູ່​ໃນ​ປະຊາຄົມ​ທີ່​ໃຊ້​ພາສາ​ຂອງ​ພໍ່​ແມ່​ຢູ່​ແລ້ວ ແຕ່​ລູກ​ພັດ​ບໍ່​ເຂົ້າ​ໃຈ​ແລະ​ເວົ້າ​ພາສາ​ຂອງ​ພໍ່​ແມ່​ບໍ່​ເກັ່ງ. ຖ້າ​ປະຊາຄົມ​ທີ່​ຄອບຄົວ​ເຂົ້າ​ຮ່ວມ​ຢູ່​ໃນ​ເຂດ​ທີ່​ໃຊ້​ພາສາ​ຂອງ​ປະເທດ​ນັ້ນ ລູກ​ກໍ​ຄື​ຊິ​ບໍ່​ເຂົ້າ​ໃຈ​ການ​ປະຊຸມ​ແລະ​ບໍ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ລູກ​ເຂົ້າ​ໂຮງ​ຮຽນ​ທີ່​ໃຊ້​ພາສາ​ຂອງ​ປະເທດ​ນັ້ນ​ເຊິ່ງ​ບໍ່​ແມ່ນ​ພາສາ​ທີ່​ພໍ່​ແມ່​ເວົ້າ​ຢູ່​ເຮືອນ. ໃນ​ກໍລະນີ​ແບບ​ນີ້ ຫົວ​ໜ້າ​ຄອບຄົວ​ຄວນ​ອະທິດຖານ​ຂໍ​ສະຕິປັນຍາ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຕັດສິນ​ໃຈ​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ລູກ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ພີ່ນ້ອງ. ພໍ່​ແມ່​ຈະ​ຕ້ອງ​ຊ່ວຍ​ລູກ​ໃຫ້​ເຂົ້າ​ໃຈ​ແລະ​ເວົ້າ​ພາສາ​ຂອງ​ໂຕ​ເອງ​ໃຫ້​ໄດ້ ຄັນ​ບໍ່​ຊັ້ນ​ເຂົາ​ເຈົ້າ​ກໍ​ຕ້ອງ​ຍ້າຍ​ໄປ​ຢູ່​ປະຊາຄົມ​ທີ່​ໃຊ້​ພາສາ​ທີ່​ລູກ​ເຂົ້າ​ໃຈ​ດີ. ບໍ່​ວ່າ​ຫົວ​ໜ້າ​ຄອບຄົວ​ຈະ​ຕັດສິນ​ໃຈ​ແນວ​ໃດ ພີ່ນ້ອງ​ໃນ​ປະຊາຄົມ​ທີ່​ເຂົາ​ເຈົ້າ​ເລືອກ​ຍ້າຍ​ໄປ​ຢູ່​ຄວນ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ໄດ້​ຮັບ​ຄວາມ​ຮັກ​ແລະ​ຄວາມ​ນັບຖື.

ເຮົາ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ຄົນ​ທີ່​ຮຽນ​ພາສາ​ໃໝ່? (ເບິ່ງ​ຂໍ້ 20)

20. ເຮົາ​ຈະ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ນັບຖື​ພີ່ນ້ອງ​ທີ່​ກຳລັງ​ຮຽນ​ພາສາ​ໃໝ່?

20 ຍ້ອນ​ເຫດຜົນ​ທັງ​ໝົດ​ນີ້ ໃນ​ຫຼາຍ​ປະຊາຄົມ​ຈຶ່ງ​ມີ​ພີ່ນ້ອງ​ທີ່​ກຳລັງ​ພະຍາຍາມ​ຮຽນ​ພາສາ​ໃໝ່. ມັນ​ອາດ​ບໍ່​ງ່າຍ​ສຳລັບ​ພີ່ນ້ອງ​ເຫຼົ່າ​ນີ້​ທີ່​ຈະ​ເວົ້າ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ຢາກ​ເວົ້າ. ຖ້າ​ເຮົາ​ບໍ່​ຄິດ​ເຖິງ​ແຕ່​ເລື່ອງ​ພາສາ​ຂອງ​ເຂົາ​ເຈົ້າ ເຮົາ​ກໍ​ຈະ​ເຫັນ​ວ່າ​ເຂົາ​ເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ຢາກ​ຮັບໃຊ້​ເພິ່ນ​ແທ້ໆ. ເມື່ອ​ເຮົາ​ເຫັນ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ພີ່ນ້ອງ​ເຫຼົ່າ​ນີ້ ເຮົາ​ກໍ​ຈະ​ເຫັນ​ຄ່າ​ແລະ​ນັບຖື​ເຂົາ​ເຈົ້າ​ຫຼາຍ​ອີ່ຫຼີ. ເຮົາ​ຈະ​ບໍ່​ເວົ້າ​ວ່າ: “ຂ້ອຍ​ບໍ່​ຕ້ອງການ​ເຈົ້າ” ຍ້ອນ​ເຂົາ​ເຈົ້າ​ເວົ້າ​ພາສາ​ຂອງ​ເຮົາ​ບໍ່​ເກັ່ງ.

ເຮົາ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ

21-22. ເຮົາ​ມີ​ສິດທິ​ພິເສດ​ຫຍັງ?

21 ເຮົາ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆທີ່​ໃຫ້​ເຮົາ​ຢູ່​ໃນ​ປະຊາຄົມ​ຂອງ​ເພິ່ນ. ບໍ່​ວ່າ​ເຮົາ​ຈະ​ເປັນ​ຜູ້​ຊາຍ​ຫຼື​ຜູ້​ຍິງ ເປັນ​ໂສດ​ຫຼື​ແຕ່ງ​ດອງ​ແລ້ວ ໜຸ່ມ​ຫຼື​ເຖົ້າ ເວົ້າ​ພາສາ​ໃດ​ໜຶ່ງ​ໄດ້​ເກັ່ງ​ຫຼື​ເວົ້າ​ໄດ້​ໜ້ອຍ​ດຽວ ເຮົາ​ທຸກ​ຄົນ​ກໍ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ກັນ​ແລະ​ກັນ.—ຣມ. 12:4, 5; ກລຊ. 3:10, 11

22 ຂໍ​ໃຫ້​ເຮົາ​ເອົາ​ບົດຮຽນ​ຕ່າງໆທີ່​ເຮົາ​ໄດ້​ຮຽນ​ຈາກ​ຕົວຢ່າງ​ປຽບ​ທຽບ​ຂອງ​ໂປໂລ​ເລື່ອງ​ຮ່າງກາຍ​ຂອງ​ຄົນ​ໄປ​ໃຊ້​ຕໍ່ໆໄປ. ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ໃຫ້​ກຳລັງ​ໃຈ​ພີ່ນ້ອງ ແລະ​ຍັງ​ຊ່ວຍ​ເຮົາ​ໃຫ້​ຮັກ​ແລະ​ນັບຖື​ເຂົາ​ເຈົ້າ​ສະເໝີ.

ເພງ 90 ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ

^ ຂໍ້ 5 ປະຊາຊົນ​ຂອງ​ພະ​ເຢໂຫວາ​ມາ​ຈາກ​ຫຼາຍ​ເຊື້ອ​ຊາດ​ແລະ​ມີ​ໜ້າ​ທີ່​ແຕກຕ່າງ​ກັນ​ໃນ​ປະຊາຄົມ. ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ນັບຖື​ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ.

^ ຂໍ້ 8 ເຮົາ​ບໍ່​ແນ່​ໃຈ​ວ່າ​ຕີໂມທຽວ​ແຕ່ງ​ດອງ​ຫຼື​ບໍ່.