ບົດຄວາມສຶກສາທີ 31
ເຈົ້າກຳລັງລໍຖ້າ “ເມືອງທີ່ຕັ້ງຢູ່ເທິງຮາກຖານທີ່ໝັ້ນຄົງ” ບໍ?
“ອັບຣາຮາມເຮັດແບບນີ້ຍ້ອນລາວກຳລັງລໍຖ້າເມືອງທີ່ຕັ້ງຢູ່ເທິງຮາກຖານທີ່ໝັ້ນຄົງ ເຊິ່ງພະເຈົ້າເປັນຜູ້ອອກແບບແລະຜູ້ສ້າງ.”—ຮຣ. 11:10
ເພງ 22 ລັດຖະບານຂອງພະເຈົ້າກໍ່ຕັ້ງແລ້ວ—ຂໍໃຫ້ມາເຖີດ!
ໃຈຄວາມສຳຄັນ *
1. ຜູ້ຮັບໃຊ້ຂອງພະເຈົ້າຫຼາຍຄົນເສຍສະລະຫຍັງແດ່ ແລະເປັນຫຍັງເຂົາເຈົ້າຈຶ່ງເຮັດແບບນັ້ນ?
ໃນທຸກມື້ນີ້ ຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍລ້ານຄົນເຕັມໃຈເສຍສະລະຫຼາຍຢ່າງ. ພີ່ນ້ອງຫຼາຍຄົນຕັ້ງໃຈທີ່ຈະຢູ່ເປັນໂສດ. ສ່ວນຄົນທີ່ແຕ່ງດອງແລ້ວກໍຕັ້ງໃຈທີ່ຈະບໍ່ເອົາລູກເທື່ອໃນຕອນນີ້. ສ່ວນຄົນທີ່ມີຄອບຄົວກໍຕັ້ງໃຈທີ່ຈະໃຊ້ຊີວິດແບບຮຽບງ່າຍ. ເຫດຜົນທີ່ເຂົາເຈົ້າເລືອກແບບນີ້ກໍຍ້ອນວ່າຢາກໃຊ້ເວລາເພື່ອຮັບໃຊ້ພະເຢໂຫວາຢ່າງເຕັມທີ. ເຂົາເຈົ້າພໍໃຈກັບຊີວິດແບບນີ້ແລະໝັ້ນໃຈວ່າພະເຢໂຫວາຈະໃຫ້ເຂົາເຈົ້າມີສິ່ງທີ່ຈຳເປັນ. ແຕ່ເຂົາເຈົ້າຈະຜິດຫວັງບໍ? ບໍ່. ເປັນຫຍັງຈຶ່ງເວົ້າແນວນັ້ນ? ຍ້ອນວ່າໃນອະດີດພະເຢໂຫວາໄດ້ໃຫ້ຜູ້ຮັບໃຊ້ຂອງເພິ່ນມີສິ່ງທີ່ເຂົາເຈົ້າຈຳເປັນ. ຕົວຢ່າງທີ່ເດັ່ນໃນເລື່ອງນີ້ແມ່ນ “ອັບຣາຮາມຜູ້ເປັນພໍ່ຂອງທຸກຄົນທີ່ມີຄວາມເຊື່ອ.”—ຣມ. 4:11
2. (ກ) ຕາມເຮັບເຣີ 11:8-10, 16 ເປັນຫຍັງອັບຣາຮາມເຕັມໃຈອອກຈາກເມືອງອູຣ? (ຂ) ເຮົາຈະຮຽນຫຍັງໃນບົດຄວາມນີ້?
2 ເປັນຫຍັງອັບຣາຮາມເຕັມໃຈອອກຈາກເມືອງອູຣເຊິ່ງລາວມີຊີວິດທີ່ສະດວກສະບາຍ? ຍ້ອນລາວ “ລໍຖ້າເມືອງທີ່ຕັ້ງຢູ່ເທິງຮາກຖານທີ່ໝັ້ນຄົງ.” (ອ່ານເຮັບເຣີ 11:8-10, 16) “ເມືອງ” ທີ່ຕັ້ງຢູ່ເທິງຮາກຖານທີ່ໝັ້ນຄົງແມ່ນຫຍັງ? ອັບຣາຮາມມີບັນຫາຫຍັງແດ່ຕອນທີ່ລໍຖ້າເມືອງນັ້ນ? ແລະເຮົາຈະເປັນຄືກັບອັບຣາຮາມແລະຄົນອື່ນໃນທຸກມື້ນີ້ທີ່ເຮັດຕາມຕົວຢ່າງຂອງລາວໄດ້ແນວໃດ? ບົດຄວາມນີ້ຈະຕອບຄຳຖາມເຫຼົ່ານັ້ນ.
ເມືອງທີ່ຕັ້ງຢູ່ເທິງຮາກຖານທີ່ໝັ້ນຄົງແມ່ນຫຍັງ?
3. ເມືອງທີ່ອັບຣາຮາມລໍຖ້ານັ້ນແມ່ນຫຍັງ?
3 ເມືອງທີ່ອັບຣາຮາມລໍຖ້າກໍຄືການປົກຄອງຂອງພະເຈົ້າ ເຊິ່ງການປົກຄອງນີ້ມີພະເຢຊູຄລິດເປັນກະສັດແລະມີຜູ້ຖືກເຈີມ 144.000 ຄົນຮ່ວມປົກຄອງຮຣ. 12:22; ພນມ. 5:8-10; 14:1) ພະເຢຊູສອນລູກສິດໃຫ້ອະທິດຖານຂໍໃຫ້ການປົກຄອງຂອງພະເຈົ້າມາ ເພື່ອໃຫ້ຄວາມຕ້ອງການຂອງພະເຈົ້າສຳເລັດຢູ່ໃນໂລກຄືກັບສຳເລັດຢູ່ໃນສະຫວັນ.—ມທ. 6:10
ນຳ. ໂປໂລເອີ້ນການປົກຄອງນີ້ວ່າ: “ເມືອງຂອງພະເຈົ້າຜູ້ມີຊີວິດຢູ່ ຄືເຢຣູຊາເລັມໃນສະຫວັນ.” (4. ຕາມຕົ້ນເດີມ 17:1, 2, 6 ອັບຣາຮາມຮູ້ຫຼາຍໜ້ອຍສ່ຳໃດກ່ຽວກັບເມືອງຫຼືການປົກຄອງທີ່ພະເຈົ້າສັນຍາໄວ້?
4 ອັບຣາຮາມຮູ້ລາຍລະອຽດກ່ຽວກັບການປົກຄອງນັ້ນບໍ? ບໍ່. ເປັນເວລາຫຼາຍຮ້ອຍປີທີ່ລາຍລະອຽດເຫຼົ່ານັ້ນເປັນ “ຄວາມລັບອັນສັກສິດ.” (ອຟຊ. 1:8-10; ກລຊ. 1:26, 27) ແຕ່ອັບຣາຮາມຮູ້ວ່າລູກຫຼານຂອງລາວຈະເປັນກະສັດຍ້ອນພະເຢໂຫວາໄດ້ສັນຍາເລື່ອງນີ້ກັບລາວ. (ອ່ານຕົ້ນເດີມ 17:1, 2, 6) ອັບຣາຮາມເຊື່ອໝັ້ນໃນຄຳສັນຍາຂອງພະເຈົ້າຈົນຄືກັບວ່າລາວໄດ້ເຫັນຜູ້ທີ່ຖືກເລືອກຫຼືເມຊີອາເປັນກະສັດໃນການປົກຄອງຂອງພະເຈົ້າແລ້ວ. ຍ້ອນແນວນີ້ ພະເຢຊູຈຶ່ງບອກຄົນຢິວໃນສະໄໝຂອງເພິ່ນວ່າ: “ອັບຣາຮາມພໍ່ຂອງພວກເຈົ້າດີໃຈຫຼາຍທີ່ຮູ້ວ່າຈະໄດ້ເຫັນວັນທີ່ຂ້ອຍຈະມາ ແລ້ວລາວກໍໄດ້ເຫັນວັນນັ້ນແລະມີຄວາມສຸກ.” (ຢຮ. 8:56) ເຫັນໄດ້ແຈ້ງວ່າອັບຣາຮາມຮູ້ວ່າລູກຫຼານຂອງລາວບາງຄົນຈະເປັນສ່ວນໜຶ່ງໃນການປົກຄອງຂອງພະເຈົ້າ ແລະລາວຈຶ່ງພ້ອມທີ່ຈະລໍຖ້າໃຫ້ພະເຢໂຫວາເຮັດໃຫ້ຄຳສັນຍາເຫຼົ່ານັ້ນເກີດຂຶ້ນແທ້.
5. ເຮົາຮູ້ໄດ້ແນວໃດວ່າອັບຣາຮາມລໍຖ້າເມືອງທີ່ພະເຢໂຫວາຕັ້ງຂຶ້ນ?
5 ອັບຣາຮາມສະແດງໃຫ້ເຫັນແນວໃດວ່າລາວລໍຖ້າເມືອງຫຼືການປົກຄອງທີ່ພະເຈົ້າຕັ້ງຂຶ້ນ? ສິ່ງທຳອິດ ອັບຣາຮາມບໍ່ໄດ້ເປັນພົນລະເມືອງຂອງເມືອງໃດເມືອງໜຶ່ງໃນໂລກນີ້. ລາວຍ້າຍບ່ອນຢູ່ເລື້ອຍໆ ແລະລາວບໍ່ໄດ້ເຂົ້າຂ້າງຝ່າຍໃດຝ່າຍໜຶ່ງໃນການປົກຄອງຂອງມະນຸດ. ນອກຈາກນັ້ນ ລາວບໍ່ໄດ້ພະຍາຍາມຕັ້ງການປົກຄອງຂອງໂຕເອງຂຶ້ນມາ. ແທນທີ່ຈະເຮັດແບບນັ້ນ ລາວເຊື່ອຟັງພະເຢໂຫວາແລະລໍຖ້າໃຫ້ພະເຢໂຫວາເຮັດໃຫ້ຄຳສັນຍາຂອງເພິ່ນເກີດຂຶ້ນແທ້. ໂດຍການເຮັດແບບນີ້ສະແດງໃຫ້ເຫັນວ່າອັບຣາຮາມມີຄວາມເຊື່ອຫຼາຍແທ້ໆໃນພະເຢໂຫວາ. ໃຫ້ເຮົາມາເບິ່ງວ່າອັບຣາຮາມເຈິບັນຫາຫຍັງແດ່ ແລະເຮົາຈະເຮັດຕາມຕົວຢ່າງຂອງລາວໄດ້ແນວໃດ.
ອັບຣາຮາມເຈິບັນຫາຫຍັງແດ່?
6. ເມືອງອູຣເປັນເມືອງແບບໃດ?
6 ອັບຣາຮາມອອກຈາກເມືອງອູຣ ເຊິ່ງເປັນເມືອງທີ່
ສະດວກສະບາຍແລະປອດໄພດີເພາະມີກຳແພງໜາແໜ້ນແລະອ້ອມດ້ວຍຄັນຄູນ້ຳທີ່ເລິກສາມດ້ານ. ຄົນໃນເມືອງນີ້ມີການສຶກສາແລະເປັນຄົນຮັ່ງມີ. ເບິ່ງຄືວ່າເມືອງອູຣເປັນສູນກາງຂອງການເຮັດທຸລະກິດ. ເຮົາຮູ້ເລື່ອງນີ້ຍ້ອນນັກຄົ້ນຄວ້າທາງດ້ານປະຫວັດສາດໄດ້ຄົ້ນພົບເອກກະສານຕ່າງໆກ່ຽວກັບການເຮັດທຸລະກິດໃນເມືອງນີ້. ເຮືອນຂອງປະຊາຊົນສ່ວນຫຼາຍເປັນເຮືອນກໍ່ ຝາເຮືອນໂບກຢ່າງລະອຽດແລະທາສີຂາວ. ເຮືອນບາງຫຼັງມີ 13-14 ຫ້ອງແລະມີເດີ່ນບ້ານທີ່ພື້ນເປັນຫີນ.7. ເປັນຫຍັງອັບຣາຮາມຕ້ອງໝັ້ນໃຈວ່າພະເຢໂຫວາຈະປົກປ້ອງລາວແລະຄອບຄົວ?
7 ອັບຣາຮາມຕ້ອງໝັ້ນໃຈວ່າພະເຢໂຫວາຈະປົກປ້ອງລາວແລະຄອບຄົວ. ຍ້ອນຫຍັງ? ຂໍໃຫ້ຈື່ວ່າອັບຣາຮາມແລະຊາຣາອອກຈາກບ້ານທີ່ສະດວກສະບາຍແລະປອດໄພທີ່ຢູ່ໃນເມືອງອູຣ ແລ້ວມາອາໄສຢູ່ເຕັ້ນໃນທົ່ງຫຍ້າຂອງການາອານ ເຊິ່ງບໍ່ມີກຳແພງທີ່ໜາແໜ້ນແລະຄັນຄູນ້ຳທີ່ເລິກປ້ອງກັນລາວແລະຄອບຄົວໄວ້. ດັ່ງນັ້ນ ສັດຕູຈຶ່ງໂຈມຕີໄດ້ງ່າຍ.
8. ມີເທື່ອໜຶ່ງອັບຣາຮາມເຈິບັນຫາຫຍັງ?
8 ອັບຣາຮາມເຮັດຕາມທີ່ພະເຈົ້າບອກ ແຕ່ກໍມີເທື່ອໜຶ່ງທີ່ລາວມີບັນຫາໃນການລ້ຽງຄອບຄົວ ເພາະແຜ່ນດິນທີ່ພະເຈົ້າບອກໃຫ້ໄປນັ້ນມີຄວາມອຶດຢາກ. ຄວາມອຶດຢາກເທື່ອນັ້ນໜັກຫຼາຍ ຈົນເຖິງຂັ້ນທີ່ອັບຣາຮາມແລະຄອບຄົວຕັດສິນໃຈຍ້າຍໄປຢູ່ເອຢິບໄລຍະໜຶ່ງ. ຕອນທີ່ລາວຢູ່ຫັ້ນ ຟາໂຣທີ່ເປັນກະສັດເອຢິບກໍໄດ້ເອົາເມຍລາວໄປ. ລອງຄິດເບິ່ງວ່າອັບຣາຮາມຈະອຸກໃຈຫຼາຍສ່ຳໃດຈົນຮອດຕອນທີ່ພະເຢໂຫວາໄດ້ບອກໃຫ້ຟາໂຣເອົາຊາຣາມາສົ່ງຄືນໃຫ້ລາວ.—ຕົ້ນ. 12:10-19
9. ຄອບຄົວຂອງອັບຣາຮາມມີບັນຫາຫຍັງ?
9 ຊີວິດຄອບຄົວຂອງອັບຣາຮາມມີບັນຫາໜັກຫຼາຍຢ່າງ. ເປັນເວລາຫຼາຍສິບປີທີ່ຊາຣາບໍ່ມີລູກ ເຂົາເຈົ້າຈຶ່ງຮູ້ສຶກເສົ້າໃຈຫຼາຍ. ດັ່ງນັ້ນ ຊາຣາຈຶ່ງຕັດສິນໃຈເອົາຮາກາທີ່ເປັນສາວໃຊ້ຂອງໂຕເອງໃຫ້ເປັນເມຍອັບຣາຮາມເພື່ອຈະມີລູກໃຫ້ເຂົາເຈົ້າ. ແຕ່ເມື່ອຮາກາຖືພາຍິດມາເອນ ລາວກໍເລີ່ມດູຖູກຊາຣາ. ສະພາບການໃນຕອນນັ້ນຫຍຸ້ງຍາກຫຼາຍຈົນເຖິງຂັ້ນທີ່ຊາຣາໄລ່ຮາກາໜີ.—ຕົ້ນ. 16:1-6
10. ມີເລື່ອງຫຍັງແດ່ທີ່ອາດເຮັດໃຫ້ອັບຣາຮາມວາງໃຈພະເຢໂຫວາໄດ້ຍາກ?
10 ໃນທີ່ສຸດຊາຣາກໍມີລູກໃຫ້ອັບຣາຮາມ. ອັບຣາຮາມຕັ້ງຊື່ລູກວ່າ ອີຊາກ. ອັບຣາຮາມຮັກທັງຍິດມາເອນແລະອີຊາກ. ແຕ່ຍ້ອນວ່າຍິດມາເອນເຮັດບໍ່ດີຕໍ່ອີຊາກ ອັບຣາຮາມຈຶ່ງຕ້ອງໄລ່ຍິດມາເອນແລະຮາກາໜີ. (ຕົ້ນ. 21:9-14) ຫຼາຍປີຕໍ່ມາ ພະເຢໂຫວາໄດ້ບອກອັບຣາຮາມໃຫ້ມອບອີຊາກເປັນເຄື່ອງບູຊາ. (ຕົ້ນ. 22:1, 2; ຮຣ. 11:17-19) ທັງສອງເລື່ອງນີ້ອັບຣາຮາມຕ້ອງວາງໃຈວ່າໃນທີ່ສຸດພະເຢໂຫວາຈະເຮັດຕາມຄຳສັນຍາຂອງເພິ່ນກ່ຽວກັບພວກລູກຊາຍຂອງລາວ.
11. ເປັນຫຍັງອັບຣາຮາມຕ້ອງລໍຖ້າພະເຢໂຫວາຢ່າງອົດທົນ?
11 ຕະຫຼອດເວລາທີ່ຜ່ານມາອັບຣາຮາມຕ້ອງຮຽນຮູ້ທີ່ຈະລໍຖ້າພະເຢໂຫວາຢ່າງອົດທົນ. ລາວອາຍຸປະມານ 70 ປາຍປີແລ້ວຕອນທີ່ພາຄອບຄົວອອກຈາກເມືອງອູຣ. (ຕົ້ນ. 11:31–12:4) ອັບຣາຮາມອາໄສຢູ່ໃນເຕັ້ນແລະຍ້າຍໄປຍ້າຍມາເລື້ອຍໆຢູ່ໃນແຜ່ນດິນການາອານເປັນເວລາປະມານ 100 ປີ ແລະລາວກໍຕາຍຕອນອາຍຸ 175 ປີ. (ຕົ້ນ. 25:7) ແຕ່ລາວກໍບໍ່ໄດ້ເຫັນແຜ່ນດິນທີ່ພະເຢໂຫວາສັນຍາວ່າຈະເອົາໃຫ້ລູກຫຼານຂອງລາວ ແລະລາວກໍຍັງບໍ່ໄດ້ເຫັນເມືອງຫຼືການປົກຄອງທີ່ພະເຈົ້າຕັ້ງຂຶ້ນ. ເຖິງວ່າອັບຣາຮາມຈະບໍ່ເຫັນສິ່ງເຫຼົ່ານີ້ເກີດຂຶ້ນ ແຕ່ລາວກໍ “ມີຊີວິດທີ່ຍືນຍາວແລະມີຄວາມສຸກ.” (ຕົ້ນ. 25:8, ລ.ມ.) ເຖິງວ່າອັບຣາຮາມຈະຕ້ອງອົດທົນກັບບັນຫາຫຼາຍຢ່າງ ແຕ່ລາວກໍຍັງມີຄວາມເຊື່ອເຂັ້ມແຂງແລະເຕັມໃຈລໍຖ້າພະເຢໂຫວາ. ເປັນຫຍັງລາວຈຶ່ງອົດທົນໄດ້? ຍ້ອນວ່າຕະຫຼອດຊີວິດຂອງລາວ ລາວເຫັນວ່າພະເຢໂຫວາປົກປ້ອງແລະປະຕິບັດກັບລາວຄືເປັນໝູ່.—ຕົ້ນ. 15:1; ເອຊາ. 41:8; ຢກບ. 2:22, 23
12. ເຮົາກຳລັງລໍຖ້າຫຍັງ ແລະເຮົາຈະເບິ່ງຫຍັງຕໍ່ໄປນີ້?
ພນມ. 12:7-10) ແຕ່ເຮົາກຳລັງລໍຖ້າໃຫ້ການປົກຄອງນັ້ນມາປົກຄອງໂລກນີ້. ໃນຂະນະທີ່ເຮົາລໍຖ້າໃຫ້ສິ່ງນັ້ນເກີດຂຶ້ນ ເຮົາອາດຕ້ອງອົດທົນກັບບັນຫາຫຼາຍຢ່າງຄ້າຍຄືກັບທີ່ອັບຣາຮາມແລະຊາຣາເຄີຍເຈິ. ຜູ້ຮັບໃຊ້ຂອງພະເຢໂຫວາໃນປັດຈຸບັນເຮັດຕາມຕົວຢ່າງຂອງອັບຣາຮາມໄດ້ບໍ? ເລື່ອງຊີວິດຈິງໃນຫໍສັງເກດການ ສະແດງໃຫ້ເຫັນວ່າ ຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍຄົນໃນທຸກມື້ນີ້ສາມາດຮຽນແບບຄວາມເຊື່ອແລະຄວາມອົດທົນຂອງອັບຣາຮາມແລະຊາຣາ. ໃຫ້ເຮົາມາເບິ່ງເລື່ອງຊີວິດຈິງຂອງບາງຄົນແລະເຮົາຈະໄດ້ບົດຮຽນຫຍັງຈາກເຂົາເຈົ້າ.
12 ຄືກັບອັບຣາຮາມ ເຮົາກໍກຳລັງລໍຖ້າເມືອງທີ່ຕັ້ງຢູ່ເທິງຮາກຖານທີ່ໝັ້ນຄົງ. ແຕ່ເຮົາບໍ່ຕ້ອງລໍຖ້າໃຫ້ເມືອງນີ້ຕັ້ງຂຶ້ນ ຍ້ອນວ່າການປົກຄອງຂອງພະເຈົ້າຕັ້ງຂຶ້ນແລ້ວໃນປີ 1914 ແລະປົກຄອງແລ້ວຢູ່ໃນສະຫວັນ. (ເຮັດຕາມຕົວຢ່າງຂອງອັບຣາຮາມ
13. ເຈົ້າໄດ້ຮຽນຫຍັງຈາກປະສົບການຂອງພີ່ນ້ອງບິວ?
13 ເຕັມໃຈເສຍສະລະ. ຖ້າເຮົາໃຫ້ການປົກຄອງຂອງພະເຈົ້າເປັນສິ່ງສຳຄັນທີ່ສຸດໃນຊີວິດ ເຮົາກໍຕ້ອງເປັນຄືກັບອັບຣາຮາມ ລາວເຕັມໃຈເສຍສະລະເພື່ອເຮັດໃຫ້ພະເຢໂຫວາພໍໃຈ. (ມທ. 6:33; ມຣກ. 10:28-30) ໃຫ້ເຮົາມາເບິ່ງຕົວຢ່າງຂອງພີ່ນ້ອງບິວ ວໍເດັນ. * ໃນປີ 1942 ບິວກຳລັງຊິຮຽນຈົບວິສະວະກຳສາດຂະແໜງໂຍທາຢູ່ມະຫາວິທະຍາໄລແຫ່ງໜຶ່ງໃນອາເມຣິກາ ຕອນນັ້ນລາວເລີ່ມຮຽນຄຳພີໄບເບິນກັບພະຍານພະເຢໂຫວາ. ຫຼັງຈາກທີ່ຮຽນຈົບແລ້ວ ອາຈານຄົນໜຶ່ງໄດ້ຊອກວຽກໃຫ້ລາວເຮັດ ແຕ່ລາວປະຕິເສດ. ລາວບອກອາຈານວ່າ ລາວເລືອກທີ່ຈະເປັນຜູ້ສອນຄຳພີໄບເບິນແທນທີ່ຈະເຮັດວຽກທີ່ໄດ້ເງິນເດືອນຫຼາຍໆ. ບໍ່ດົນຫຼັງຈາກນັ້ນ ລາວກໍຖືກເກນໄປເປັນທະຫານ ແຕ່ລາວໄດ້ປະຕິເສດຢ່າງໜັກແໜ້ນ. ດັ່ງນັ້ນ ລາວຈຶ່ງຖືກປັບໃໝ 10.000 ໂດລາແລະຖືກຕັດສິນໃຫ້ຕິດຄຸກ 5 ປີ. ລາວຕິດຄຸກແຕ່ 3 ປີ ແລ້ວກໍຖືກປ່ອຍ. ຕໍ່ມາ ລາວຖືກເຊີນໃຫ້ເຂົ້າໂຮງຮຽນກິລຽດແລະຮັບໃຊ້ເປັນມິດຊັນນາລີຢູ່ອາຝຼິກກາ. ແລ້ວບິວກໍໄດ້ແຕ່ງດອງກັບອີວາ ແລະຫຼັງຈາກນັ້ນເຂົາເຈົ້າກໍຮັບໃຊ້ນຳກັນຢູ່ອາຝຼິກກາ ເຊິ່ງ ເປັນການເສຍສະລະຫຼາຍແທ້ໆ. ໃນທີ່ສຸດເຂົາເຈົ້າກໍກັບເມືອອາເມຣິກາເພື່ອເບິ່ງແຍງແມ່ຂອງບິວ. ບິວເວົ້າກ່ຽວກັບຊີວິດຂອງໂຕເອງວ່າ: “ຂ້ອຍດີໃຈຫຼາຍຈົນນ້ຳຕາຊຶມເມື່ອຄິດເຖິງສິດທິພິເສດທີ່ຂ້ອຍໄດ້ຮັບໃຊ້ພະເຢໂຫວາເປັນເວລາຫຼາຍກວ່າ 70 ປີ. ຂ້ອຍຂອບໃຈພະເຢໂຫວາເລື້ອຍໆທີ່ຊ່ວຍຂ້ອຍໃຫ້ໃຊ້ຊີວິດເພື່ອຮັບໃຊ້ເພິ່ນ.” ເຈົ້າເດ ສາມາດຮັບໃຊ້ເຕັມເວລາໄດ້ບໍ?
14-15. ເຮົາຮຽນຫຍັງຈາກປະສົບການຂອງພີ່ນ້ອງອາຣິດສ໌ໂຕເຕລິດແລະພີ່ນ້ອງເອເລນີ້?
14 ຢ່າຄາດໝາຍວ່າຊີວິດຈະບໍ່ມີບັນຫາ. ຈາກຕົວຢ່າງຂອງອັບຣາຮາມ ເຮົາໄດ້ຮຽນຮູ້ວ່າເຖິງວ່າຈະຮັບໃຊ້ພະເຢໂຫວາຕະຫຼອດຊີວິດຂອງເຮົາ ແຕ່ເຮົາກໍຍັງຈະຕ້ອງເຈິບັນຫາຢູ່. (ຢກບ. 1:2; 1 ປຕ. 5:9) ໃຫ້ເຮົາມາເບິ່ງປະສົບການຂອງພີ່ນ້ອງອາຣິດສ໌ໂຕເຕລິດ ອະໂພສ໌ໂຕລິດິດ. * ລາວຮັບບັບເຕມາໃນປີ 1946 ຢູ່ປະເທດກຣີກ ແລະໃນປີ 1952 ລາວໄດ້ໝັ້ນກັບພີ່ນ້ອງເອເລນີ້ ເຊິ່ງມີເປົ້າໝາຍດຽວກັບລາວ. ແຕ່ເອເລນີ້ເຈັບໜັກແລະໝໍບົ່ງມະຕິວ່າລາວເປັນເນື້ອງອກໃນສະໝອງ. ເຖິງວ່າຈະຜ່າຕັດແລ້ວ ແຕ່ຫຼັງຈາກທີ່ແຕ່ງດອງໄດ້ບໍ່ເທົ່າໃດປີ ລາວກໍກັບມາເປັນເນື້ອງອກອີກ. ໝໍຈຶ່ງຜ່າຕັດອີກເທື່ອໜຶ່ງ ແຕ່ການຜ່າຕັດເທື່ອນີ້ເຮັດໃຫ້ລາວເປັນອຳມະພຶກແລະເວົ້າບໍ່ຂອດ. ເຖິງວ່າພີ່ນ້ອງເອເລນີ້ຈະເຈັບປ່ວຍແລະຖືກຂົ່ມເຫງຈາກລັດຖະບານ ແຕ່ລາວກໍຍັງກະຕືລືລົ້ນຮັບໃຊ້ຕໍ່ໄປ.
15 ເປັນເວລາ 30 ປີທີ່ພີ່ນ້ອງອາຣິດສ໌ໂຕເຕລິດໄດ້ເບິ່ງແຍງເມຍຂອງລາວ. ໃນຕອນນັ້ນລາວເປັນຜູ້ດູແລ ເຮັດວຽກກັບຄະນະກຳມະການການປະຊຸມພາກ ແລະຊ່ວຍສ້າງຫໍປະຊຸມໃຫຍ່. ຕໍ່ມາໃນປີ 1987 ເອເລນີ້ເກີດອຸບັດຕິເຫດຕອນທີ່ລາວກຳລັງປະກາດຢູ່. ລາວເຈັບໜັກຈົນສະຫຼົບຮອດ 3 ປີ ແລະຫຼັງຈາກນັ້ນລາວກໍຕາຍ. ພີ່ນ້ອງອາຣິດສ໌ໂຕເຕລິດເວົ້າສະຫຼຸບກ່ຽວກັບຊີວິດຂອງໂຕເອງວ່າ: “ຫຼາຍປີທີ່ຜ່ານມາ ຂ້ອຍຕ້ອງເຈິກັບບັນຫາຫຼາຍຢ່າງແລະບາງຢ່າງກໍເກີດຂຶ້ນແບບກະທັນຫັນແລະບໍ່ຄາດຄິດ. ດັ່ງນັ້ນ ຂ້ອຍຕ້ອງມີຄວາມອົດທົນແລະບໍ່ຍອມແພ້. ແຕ່ພະເຢໂຫວາກໍຢູ່ຄຽງຂ້າງຂ້ອຍແລະໃຫ້ກຳລັງໃຈຂ້ອຍສະເໝີ.” (ເພງ. 94:18, 19) ພະເຢໂຫວາຮັກຜູ້ຮັບໃຊ້ຂອງເພິ່ນຫຼາຍແທ້ໆທີ່ໄດ້ພະຍາຍາມເຮັດທຸກສິ່ງເພື່ອເພິ່ນເຖິງວ່າເຂົາເຈົ້າຈະມີບັນຫາ.
16. ພີ່ນ້ອງນາທານໃຫ້ຄຳແນະນຳທີ່ດີຫຍັງກັບເມຍ?
* ແຕ່ເຖິງປານນັ້ນ ລາວກໍຍັງຄິດເຖິງຄວາມຫວັງໃນອະນາຄົດສະເໝີ. ລາວເວົ້າເຖິງສິ່ງທີ່ພີ່ນ້ອງນາທານບອກລາວບໍ່ເທົ່າໃດອາທິດກ່ອນຈະຕາຍເຊິ່ງຊ່ວຍລາວໃຫ້ອົດທົນໄດ້. ລາວເວົ້າວ່າ: “ນາທານບອກຂ້ອຍວ່າ: ‘ຫຼັງຈາກເຮົາຕາຍ ຄວາມຫວັງຂອງເຮົາກໍແນ່ນອນ ແລະເຮົາບໍ່ຕ້ອງເຈັບປວດອີກຕໍ່ໄປ.’ ແລະລາວຍັງໃຫ້ຄຳແນະນຳຂ້ອຍວ່າ: ‘ໃຫ້ເບິ່ງໄປຂ້າງໜ້າ ເບິ່ງໄປທີ່ລາງວັນທີ່ຈະໄດ້ຮັບ ແລະໃຫ້ໃຊ້ຊີວິດເພື່ອເຮັດສິ່ງທີ່ເປັນປະໂຫຍດຕໍ່ຄົນອື່ນ. ສິ່ງເຫຼົ່ານີ້ຈະຊ່ວຍເຈົ້າໃຫ້ມີຄວາມສຸກໃນຊີວິດ.’” ຈັ່ງແມ່ນເປັນຄຳແນະນຳທີ່ດີແທ້ໆສຳລັບເຮົາທີ່ຈະເຮັດສິ່ງທີ່ດີຕໍ່ຄົນອື່ນສະເໝີ ແລະສິ່ງນີ້ຈະຊ່ວຍເຮົາໃຫ້ມີ “ຄວາມສຸກກັບຄວາມຫວັງ”!—ຣມ. 12:12
16 ຄິດເຖິງຄວາມຫວັງໃນອະນາຄົດສະເໝີ. ອັບຣາຮາມຄິດເຖິງລາງວັນທີ່ພະເຢໂຫວາຈະໃຫ້ລາວໃນອະນາຄົດ ແລະເລື່ອງນີ້ຊ່ວຍລາວໃຫ້ອົດທົນກັບບັນຫາຕ່າງໆໄດ້. ໃຫ້ເຮົາມາເບິ່ງປະສົບການຂອງພີ່ນ້ອງອໍເດຣ ຮາຍ. ພີ່ນ້ອງນາທານ ເອັດ. ນໍ ຜົວຄົນທຳອິດຂອງລາວຕາຍຍ້ອນເປັນມະເຮັງ ແລະຊ້ຳບໍ່ໜຳຜົວຄົນທີສອງຂອງລາວ ພີ່ນ້ອງເກັລນ ຮາຍ ກໍເປັນໂລກສະໝອງເສື່ອມ.17. (ກ) ເປັນຫຍັງເຮົາຈຶ່ງມີເຫດຜົນທີ່ຈະຄິດເຖິງຄວາມຫວັງໃນອະນາຄົດສະເໝີ? (ຂ) ການເຮັດຕາມມີເກ 7:7 ຈະຊ່ວຍເຮົາແນວໃດໃຫ້ໄດ້ຮັບພອນໃນອະນາຄົດ?
17 ທຸກມື້ນີ້ ເຮົາມີເຫດຜົນຫຼາຍຢ່າງທີ່ຈະຄິດເຖິງຄວາມຫວັງໃນອະນາຄົດສະເໝີ. ເຫດການຕ່າງໆທີ່ເກີດຂຶ້ນໃນໂລກທຸກມື້ນີ້ເຮັດໃຫ້ເຮົາໝັ້ນໃຈວ່າເຮົາຢູ່ໃນໄລຍະທ້າຍໆຂອງສະໄໝສຸດທ້າຍ. ອີກບໍ່ດົນການປົກຄອງຂອງພະເຈົ້າກໍຈະມາປົກຄອງທົ່ວໂລກ ແລະເຮົາຈະໄດ້ຮັບພອນຫຼາຍຢ່າງ. ພອນຢ່າງໜຶ່ງກໍຄື ເຮົາຈະໄດ້ພົບກັບຄົນທີ່ເຮົາຮັກທີ່ຟື້ນຄືນມາຈາກຕາຍ ແລະໃນຕອນນັ້ນພະເຢໂຫວາຈະໃຫ້ລາງວັນອັບຣາຮາມຍ້ອນລາວໄດ້ສະແດງຄວາມເຊື່ອແລະຄວາມອົດທົນ. ພະເຢໂຫວາຈະປຸກລາວແລະຄອບຄົວໃຫ້ກັບມາມີຊີວິດອີກຢູ່ໃນໂລກ. ເຈົ້າຈະຢູ່ຫັ້ນເພື່ອຕ້ອນຮັບເຂົາເຈົ້າບໍ? ເຈົ້າຈະໄດ້ຢູ່ຫັ້ນຄືກັນ ຖ້າເຈົ້າເປັນຄືກັບອັບຣາຮາມທີ່ເຕັມໃຈເສຍສະລະເພື່ອການປົກຄອງຂອງພະເຈົ້າ ຮັກສາຄວາມເຊື່ອເຖິງວ່າຈະມີບັນຫາ ແລະລໍຖ້າພະເຢໂຫວາຢ່າງອົດທົນ.—ອ່ານມີເກ 7:7
ເພງ 74 ຮ່ວມກັນຮ້ອງເພງລາຊະອານາຈັກພະເຈົ້າ!
^ ຂໍ້ 5 ຕອນທີ່ເຮົາລໍຖ້າໃຫ້ຄຳສັນຍາຕ່າງໆຂອງພະເຈົ້າເກີດຂຶ້ນແທ້ ເຮົາອາດຈະຮູ້ສຶກເມື່ອຍໃນການຖ້າແລະເຖິງຂັ້ນເລີ່ມບໍ່ເຊື່ອ. ເຮົາໄດ້ບົດຮຽນຫຍັງຈາກອັບຣາຮາມທີ່ຊ່ວຍເຮົາໃຫ້ລໍຖ້າຢ່າງອົດທົນເພື່ອໃຫ້ຄຳສັນຍາຂອງພະເຢໂຫວາເກີດຂຶ້ນແທ້? ແລະຜູ້ຮັບໃຊ້ຂອງພະເຢໂຫວາໃນປັດຈຸບັນໄດ້ວາງຕົວຢ່າງທີ່ດີໃຫ້ເຮົາແນວໃດ?
^ ຂໍ້ 13 ເລື່ອງຊີວິດຈິງຂອງພີ່ນ້ອງບິວ ວໍເດັນຢູ່ຫໍສັງເກດການ 1 ທັນວາ 2013 ໜ້າ 8-10 (ພາສາໄທ)
^ ຂໍ້ 14 ເລື່ອງຊີວິດຈິງຂອງພີ່ນ້ອງອາຣິດສ໌ໂຕເຕລິດ ອະໂພສ໌ໂຕລິດິດຢູ່ຫໍສັງເກດການ 1 ກຸມພາ 2002 ໜ້າ 24-28 (ພາສາໄທ)
^ ຂໍ້ 16 ເລື່ອງຊີວິດຈິງຂອງພີ່ນ້ອງອໍເດຣຢູ່ຫໍສັງເກດການ 1 ກໍລະກົດ 2004 ໜ້າ 23-29 (ພາສາໄທ)
^ ຂໍ້ 56 ຄຳອະທິບາຍຮູບ: ພີ່ນ້ອງຜູ້ເຖົ້າຄູ່ໜຶ່ງຍັງຮັບໃຊ້ພະເຢໂຫວາຢ່າງສັດຊື່ເຖິງວ່າຈະມີບັນຫາ. ເຂົາເຈົ້າຮັກສາຄວາມເຊື່ອໃຫ້ເຂັ້ມແຂງໂດຍຄິດເຖິງຄຳສັນຍາທີ່ພະເຢໂຫວາຈະໃຫ້ໃນອະນາຄົດ.