ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 34

ເຈົ້າ​ມີ​ຄ່າ​ໃນ​ປະຊາຄົມ​ຂອງ​ພະ​ເຢໂຫວາ

ເຈົ້າ​ມີ​ຄ່າ​ໃນ​ປະຊາຄົມ​ຂອງ​ພະ​ເຢໂຫວາ

“ໃນ​ຮ່າງກາຍ​ໜຶ່ງ​ມີ​ອະໄວຍະວະ​ຫຼາຍ​ສ່ວນ ແລະ​ເຖິງ​ວ່າ​ຈະ​ມີ​ອະໄວຍະວະ​ຫຼາຍ​ສ່ວນ ແຕ່​ອະໄວຍະວະ​ທັງ​ໝົດ​ກໍ​ປະກອບ​ກັນ​ເປັນ​ຮ່າງກາຍ​ດຽວ ພະຄລິດ​ກໍ​ເປັນ​ແບບ​ນັ້ນ​ຄື​ກັນ.”—1 ກຣ. 12:12

ເພງ 101 ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ

ໃຈ​ຄວາມ​ສຳຄັນ *

1. ເຮົາ​ມີ​ສິດທິ​ພິເສດ​ຫຍັງ?

ເປັນ​ສິດທິ​ພິເສດ​ແທ້ໆທີ່​ເຮົາ​ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ປະຊາຄົມ​ຂອງ​ພະ​ເຢໂຫວາ. ເຮົາ​ຮູ້ສຶກ​ສະບາຍ​ໃຈ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆທີ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ຮ່ວມ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ. ເຈົ້າ​ມີ​ໜ້າ​ທີ່​ຫຍັງ​ໃນ​ປະຊາຄົມ?

2. ໃນ​ຈົດ​ໝາຍ​ຫຼາຍ​ສະບັບ​ທີ່​ໂປໂລ​ຂຽນ ລາວ​ໃຊ້​ຕົວຢ່າງ​ປຽບ​ທຽບ​ຫຍັງ?

2 ເຮົາ​ຮຽນ​ຮູ້​ໄດ້​ຫຼາຍ​ກ່ຽວ​ກັບ​ໜ້າ​ທີ່​ຂອງ​ເຮົາ​ໃນ​ປະຊາຄົມ​ຈາກ​ຕົວຢ່າງ​ປຽບ​ທຽບ​ທີ່​ໂປໂລ​ໃຊ້​ໃນ​ຈົດ​ໝາຍ​ຫຼາຍ​ສະບັບ​ທີ່​ລາວ​ຂຽນ. ໃນ​ຈົດ​ໝາຍ​ເຫຼົ່າ​ນັ້ນ ໂປໂລ​ໄດ້​ສົມ​ທຽບ​ປະຊາຄົມ​ຄື​ກັບ​ຮ່າງກາຍ​ຄົນ. ລາວ​ຍັງ​ສົມ​ທຽບ​ແຕ່​ລະ​ຄົນ​ໃນ​ປະຊາຄົມ​ວ່າ​ເປັນ​ສ່ວນ​ຕ່າງໆໃນ​ຮ່າງກາຍ.—ຣມ. 12:4-8; 1 ກຣ. 12:12-27; ອຟຊ. 4:16

3. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ຮຽນ 3 ເລື່ອງ​ຫຍັງ​ແດ່​ທີ່​ສຳຄັນ?

3 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ຮຽນ 3 ເລື່ອງ​ທີ່​ສຳຄັນ​ຈາກ​ຕົວຢ່າງ​ປຽບ​ທຽບ​ຂອງ​ໂປໂລ. ທຳອິດ ເຮົາ​ຈະ​ຮຽນ​ຮູ້​ວ່າ​ເຮົາ​ແຕ່​ລະ​ຄົນ​ມີ​ໜ້າ​ທີ່ *ສຳຄັນ​ໃນ​ປະຊາຄົມ​ຂອງ​ພະ​ເຢໂຫວາ. ທີ​ສອງ ເຮົາ​ຈະ​ຮຽນ​ວ່າ​ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຊື່ອ​ວ່າ​ເຮົາ​ມີ​ຄ່າ​ໃນ​ປະຊາຄົມ ແລະ​ທີ​ສາມ ເຮົາ​ຈະ​ຮຽນ​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ເຮັດ​ວຽກ​ທີ່​ພະ​ເຢໂຫວາ​ມອບ​ໃຫ້​ເຮົາ​ແຕ່​ລະ​ຄົນ​ໃນ​ປະຊາຄົມ.

ເຮົາ​ທຸກ​ຄົນ​ມີ​ໜ້າ​ທີ່​ສຳຄັນ​ໃນ​ປະຊາຄົມ​ຂອງ​ພະ​ເຢໂຫວາ

4. ໂຣມ 12:4, 5 ສອນ​ຫຍັງ​ເຮົາ?

4 ເລື່ອງ​ທຳອິດ​ທີ່​ເຮົາ​ຮຽນ​ໄດ້​ຈາກ​ຕົວຢ່າງ​ປຽບ​ທຽບ​ຂອງ​ໂປໂລ​ແມ່ນ​ເຮົາ​ທຸກ​ຄົນ​ມີ​ໜ້າ​ທີ່​ສຳຄັນ​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ. ໂປໂລ​ເລີ່ມ​ຕົ້ນ​ຕົວຢ່າງ​ປຽບ​ທຽບ​ໂດຍ​ເວົ້າ​ວ່າ: “ຄື​ກັບ​ທີ່​ຮ່າງກາຍ​ຂອງ​ພວກ​ເຮົາ​ມີ​ອະໄວຍະວະ​ຫຼາຍ​ສ່ວນ ແລະ​ອະໄວຍະວະ​ແຕ່​ລະ​ສ່ວນ​ກໍ​ມີ​ໜ້າ​ທີ່​ແຕກຕ່າງ​ກັນ. ດັ່ງ​ນັ້ນ ເຖິງ​ວ່າ​ພວກ​ເຮົາ​ຢູ່​ນຳ​ກັນ​ຫຼາຍ​ຄົນ ແຕ່​ກໍ​ເປັນ​ຄື​ຮ່າງກາຍ​ດຽວ​ທີ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພະຄລິດ ແລະ​ເປັນ​ຄື​ອະໄວຍະວະ​ຂອງ​ກັນ​ແລະ​ກັນ.” (ຣມ. 12:4, 5) ໂປໂລ​ໝາຍ​ຄວາມ​ວ່າ​ແນວ​ໃດ? ລາວ​ໝາຍ​ຄວາມ​ວ່າ ເຮົາ​ທຸກ​ຄົນ​ມີ​ຄ່າ​ເຖິງ​ວ່າ​ຈະ​ມີ​ໜ້າ​ທີ່​ແຕກຕ່າງ​ກັນ​ໃນ​ປະຊາຄົມ.

ທຸກ​ຄົນ​ມີ​ຄ່າ​ເຖິງ​ວ່າ​ຈະ​ເຮັດ​ວຽກ​ຕ່າງ​ກັນ​ໃນ​ປະຊາຄົມ (ເບິ່ງ​ຂໍ້ 5-12) *

5. ພະ​ເຢໂຫວາ​ເອົາ​ຂອງ​ຂວັນ​ຫຍັງ​ໃຫ້​ປະຊາຄົມ?

5 ເມື່ອ​ເວົ້າ​ເຖິງ​ຜູ້​ທີ່​ມີ​ໜ້າ​ທີ່​ໃນ​ປະຊາຄົມ ເຈົ້າ​ກໍ​ຈະ​ຄິດ​ເຖິງ​ພວກ​ຜູ້​ດູ​ແລ​ທັນທີ​ໂລດ. (1 ທຊ. 5:12; ຮຣ. 13:17) ພະ​ເຢໂຫວາ​ໄດ້​ຈັດ​ໃຫ້​ມີ “ຂອງ​ຂວັນ​ທີ່​ເປັນ​ມະນຸດ” ໃຫ້​ປະຊາຄົມ​ໂດຍ​ຜ່ານ​ທາງ​ພະ​ເຢຊູ. (ອຟຊ. 4:8) “ຂອງ​ຂວັນ​ທີ່​ເປັນ​ມະນຸດ” ລວມ​ເຖິງ​ສະມາຊິກ​ຄະນະ​ກຳມະການ​ປົກຄອງ ຜູ້​ຊ່ວຍ​ຄະນະ​ກຳມະການ​ປົກຄອງ ສະມາຊິກ​ຄະນະ​ກຳມະການ​ສາຂາ ຜູ້​ດູ​ແລ​ໝວດ ຜູ້​ທີ່​ສອນ​ໃນ​ໂຮງ​ຮຽນ​ຕ່າງໆ ຜູ້​ດູ​ແລ​ປະຊາຄົມ ແລະ​ຜູ້​ຊ່ວຍ​ວຽກ​ຮັບໃຊ້. ພີ່ນ້ອງ​ຊາຍ​ເຫຼົ່າ​ນີ້​ຖືກ​ແຕ່ງ​ຕັ້ງ​ໂດຍ​ພະລັງ​ບໍລິສຸດ​ເພື່ອ​ໃຫ້​ເບິ່ງ​ແຍງ​ແກະ​ຂອງ​ພະ​ເຢໂຫວາ​ແລະ​ເພື່ອ​ເຮັດ​ໃຫ້​ປະຊາຄົມ​ເຂັ້ມແຂງ​ຂຶ້ນ.—1 ປຕ. 5:2, 3

6. ຕາມ 1 ເທຊະໂລນິກ 2:6-8 ພີ່ນ້ອງ​ຊາຍ​ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ​ພະລັງ​ບໍລິສຸດ​ພະຍາຍາມ​ທີ່​ຈະ​ເຮັດ​ຫຍັງ?

6 ພີ່ນ້ອງ​ຊາຍ​ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ​ພະລັງ​ບໍລິສຸດ​ເພື່ອ​ໃຫ້​ເບິ່ງ​ແຍງ​ວຽກ​ຕ່າງໆເປັນ​ຄື​ກັບ​ສ່ວນ​ຕ່າງໆຂອງ​ຮ່າງກາຍ ເຊັ່ນ: ມື​ແລະ​ຕີນ​ເຮັດ​ວຽກ​ເພື່ອ​ປະໂຫຍດ​ຂອງ​ຮ່າງກາຍ​ທັງ​ໝົດ ພີ່ນ້ອງ​ຊາຍ​ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ​ພະລັງ​ບໍລິສຸດ​ກໍ​ເຮັດ​ວຽກ​ໜັກ​ເພື່ອ​ປະໂຫຍດ​ຂອງ​ທຸກ​ຄົນ​ໃນ​ປະຊາຄົມ. ເຂົາ​ເຈົ້າ​ບໍ່​ຢາກ​ໄດ້​ຄຳ​ຍ້ອງ​ຍໍ​ຈາກ​ຄົນ​ອື່ນ ແຕ່​ເຂົາ​ເຈົ້າ​ພະຍາຍາມ​ແທ້ໆທີ່​ຈະ​ຊ່ວຍ​ພີ່ນ້ອງ​ໃຫ້​ເຂັ້ມແຂງ​ຂຶ້ນ. (ອ່ານ 1 ເທຊະໂລນິກ 2:6-8) ເຮົາ​ຂອບໃຈ​ພະ​ເຢໂຫວາ​ແທ້ໆສຳລັບ​ພີ່ນ້ອງ​ຊາຍ​ເຫຼົ່າ​ນີ້​ທີ່​ໃຫ້​ຄວາມ​ຕ້ອງການ​ຂອງ​ຄົນ​ອື່ນ​ມາ​ກ່ອນ​ຂອງ​ໂຕ​ເອງ.

7. ພີ່ນ້ອງ​ຫຼາຍ​ຄົນ​ທີ່​ຮັບໃຊ້​ເຕັມ​ເວລາ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ວຽກ​ຫຍັງ?

7 ບາງ​ຄົນ​ໃນ​ປະຊາຄົມ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ມິດຊັນນາຣີ ໄພໂອເນຍ​ພິເສດ ຫຼື​ໄພໂອເນຍ​ປະຈຳ. ທີ່​ຈິງ​ແລ້ວ ພີ່ນ້ອງ​ຊາຍ​ຍິງ​ຢູ່​ທົ່ວ​ໂລກ​ໄດ້​ໃຫ້​ການ​ປະກາດ​ແລະ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ເປັນ​ວຽກ​ອາຊີບ​ຂອງ​ເຂົາ​ເຈົ້າ. ຍ້ອນ​ຕັດສິນ​ໃຈ​ຮັບໃຊ້​ແບບ​ນີ້ ເຂົາ​ເຈົ້າ​ຈຶ່ງ​ໄດ້​ຊ່ວຍ​ຫຼາຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ​ເຢຊູ. ເຖິງ​ວ່າ​ສ່ວນ​ຫຼາຍ​ແລ້ວ ພີ່ນ້ອງ​ທີ່​ຮັບໃຊ້​ເຕັມ​ເວລາ​ແບບ​ນີ້​ຈະ​ບໍ່​ມີ​ເງິນ​ຫຼື​ວັດຖຸ​ສິ່ງ​ຂອງ​ຫຼາຍ ແຕ່​ພະ​ເຢໂຫວາ​ໄດ້​ໃຫ້​ສິ່ງ​ດີໆກັບ​ເຂົາ​ເຈົ້າ​ຫຼາຍ​ຢ່າງ. (ມຣກ. 10:29, 30) ເຮົາ​ເຫັນ​ຄ່າ​ພີ່ນ້ອງ​ເຫຼົ່າ​ນີ້​ແລະ​ດີ​ໃຈ​ແທ້ໆທີ່​ເຂົາ​ເຈົ້າ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ.

8. ເປັນ​ຫຍັງ​ຜູ້​ປະກາດ​ທຸກ​ຄົນ​ຈຶ່ງ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ?

8 ມີ​ແຕ່​ພີ່ນ້ອງ​ຊາຍ​ທີ່​ຖືກ​ແຕ່ງ​ຕັ້ງ​ແລະ​ພີ່ນ້ອງ​ທີ່​ຮັບໃຊ້​ເຕັມ​ເວລາ​ເທົ່າ​ນັ້ນ​ບໍ​ທີ່​ມີ​ຄວາມ​ສຳຄັນ​ໃນ​ປະຊາຄົມ? ບໍ່​ແມ່ນ! ຜູ້​ປະກາດ​ທຸກ​ຄົນ​ມີ​ຄວາມ​ສຳຄັນ​ຕໍ່​ພະເຈົ້າ​ແລະ​ຕໍ່​ປະຊາຄົມ. (ຣມ. 10:15; 1 ກຣ. 3:6-9) ທີ່​ຈິງ ວຽກ​ສຳຄັນ​ທີ່​ສຸດ​ໃນ​ປະຊາຄົມ​ແມ່ນ ການ​ເຮັດ​ໃຫ້​ຄົນ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ. (ມທ. 28:19, 20; 1 ຕ​ມ. 2:4) ທຸກ​ຄົນ​ໃນ​ປະຊາຄົມ​ທັງ​ຜູ້​ທີ່​ຮັບ​ບັບເຕມາ​ແລ້ວ​ແລະ​ຜູ້​ປະກາດ​ທີ່​ຍັງ​ບໍ່​ໄດ້​ຮັບ​ບັບເຕມາ​ພະຍາຍາມ​ເຮັດ​ໃຫ້​ວຽກ​ນີ້​ເປັນ​ວຽກ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ.—ມທ. 24:14

9. ເປັນ​ຫຍັງ​ພີ່ນ້ອງ​ຍິງ​ຈຶ່ງ​ມີ​ຄ່າ​ຫຼາຍ?

9 ພະ​ເຢໂຫວາ​ໃຫ້​ກຽດ​ພີ່ນ້ອງ​ຍິງ​ໂດຍ​ໃຫ້​ວຽກ​ທີ່​ສຳຄັນ​ກັບ​ເຂົາ​ເຈົ້າ​ເພື່ອ​ຊ່ວຍ​ປະຊາຄົມ​ໃຫ້​ເຂັ້ມແຂງ​ຂຶ້ນ. ພະ​ເຢໂຫວາ​ຖື​ວ່າ​ພີ່ນ້ອງ​ຍິງ​ເຫຼົ່າ​ນີ້​ທີ່​ເປັນ​ເມຍ ເປັນ​ແມ່ ເປັນ​ແມ່​ໝ້າຍ ແລະ​ເປັນ​ໂສດ​ຮັບໃຊ້​ເພິ່ນ​ຢ່າງ​ພັກດີ. ພະ​ຄຳພີ​ມັກ​ເວົ້າ​ເຖິງ​ຜູ້​ຍິງ​ຫຼາຍ​ຄົນ​ທີ່​ເດັ່ນໆເຊິ່ງ​ພະເຈົ້າ​ພໍ​ໃຈ. ເຂົາ​ເຈົ້າ​ຖືກ​ຍ້ອງ​ວ່າ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ສະຕິປັນຍາ ຄວາມ​ເຊື່ອ ຄວາມ​ກະຕືລືລົ້ນ ຄວາມ​ກ້າຫານ ຄວາມ​ເອື້ອເຟື້ອ ແລະ​ເຮັດ​ວຽກ​ເກັ່ງ. (ລກ. 8:2, 3; ກຈກ. 16:14, 15; ຣມ. 16:3, 6; ຟລປ. 4:3; ຮຣ. 11:11, 31, 35) ເຮົາ​ຂອບໃຈ​ພະ​ເຢໂຫວາ​ແທ້ໆທີ່​ໃນ​ປະຊາຄົມ​ຂອງ​ເຮົາ​ມີ​ພີ່ນ້ອງ​ຍິງ​ທີ່​ມີ​ຄຸນ​ລັກສະນະ​ທີ່​ດີ​ແບບ​ນີ້​ຄື​ກັນ.

10. ເປັນ​ຫຍັງ​ເຮົາ​ຈຶ່ງ​ຖື​ວ່າ​ຜູ້​ເຖົ້າ​ມີ​ຄ່າ?

10 ພວກ​ເຮົາ​ດີ​ໃຈ​ທີ່​ມີ​ຜູ້​ເຖົ້າ​ຢູ່​ໃນ​ປະຊາຄົມ​ຂອງ​ເຮົາ​ຄື​ກັນ. ໃນ​ບາງ​ປະຊາຄົມ​ມີ​ຜູ້​ເຖົ້າ​ທີ່​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຕະຫຼອດ​ຊີວິດ​ຂອງ​ເຂົາ​ເຈົ້າ. ຜູ້​ເຖົ້າ​ບາງ​ຄົນ​ຫາ​ກໍ​ຮຽນ​ຮູ້​ຄວາມ​ຈິງ​ເມື່ອ​ບໍ່​ດົນ​ມາ​ນີ້. ບໍ່​ວ່າ​ຈະ​ຢູ່​ໃນ​ຄວາມ​ຈິງ​ມາ​ດົນ​ແລ້ວ​ຫຼື​ຫາ​ກໍ​ຮຽນ​ຮູ້​ຄວາມ​ຈິງ ຜູ້​ເຖົ້າ​ຫຼາຍ​ຄົນ​ມີ​ບັນຫາ​ສຸຂະພາບ​ຫຼາຍ​ຢ່າງ​ຍ້ອນ​ວ່າ​ເຖົ້າ​ແລ້ວ. ບັນຫາ​ສຸຂະພາບ​ເຫຼົ່າ​ນີ້​ອາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ຊ່ວຍ​ປະຊາຄົມ​ແລະ​ໄປ​ປະກາດ​ບໍ່​ໄດ້​ຫຼາຍ. ແຕ່​ພີ່ນ້ອງ​ເຫຼົ່າ​ນີ້​ໄດ້​ເຮັດ​ສຸດ​ຄວາມ​ສາມາດ​ໃນ​ວຽກ​ປະກາດ ແລະ​ໃຊ້​ເຫື່ອ​ແຮງ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ​ເພື່ອ​ໃຫ້​ກຳລັງ​ໃຈ​ແລະ​ຝຶກ​ສອນ​ຄົນ​ອື່ນ. ແນ່ນອນ​ວ່າ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ປະສົບການ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ມີ​ຄ່າ​ແທ້ໆຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ພວກ​ເຮົາ.—ສຸພາ. 16:31

11-12. ເຈົ້າ​ໄດ້​ຮັບ​ກຳລັງ​ໃຈ​ແນວ​ໃດ​ຈາກ​ຄົນ​ໜຸ່ມ​ໃນ​ປະຊາຄົມ?

11 ຂໍ​ໃຫ້​ຄິດ​ເຖິງ​ຄົນ​ໜຸ່ມ​ໃນ​ປະຊາຄົມ​ຂອງ​ເຮົາ​ຄື​ກັນ. ເຂົາ​ເຈົ້າ​ເຈິ​ບັນຫາ​ຫຼາຍ​ຢ່າງ​ເມື່ອ​ເຕີບ​ໃຫຍ່​ໃນ​ໂລກ​ທີ່​ຊາຕານ​ປົກຄອງ​ເຊິ່ງ​ສົ່ງເສີມ​ຄວາມ​ຄິດ​ຂອງ​ມັນ. (1 ຢຮ. 5:19) ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ເມື່ອ​ເຫັນ​ຄົນ​ໜຸ່ມ​ອອກ​ຄຳ​ຄິດ​ເຫັນ​ໃນ​ການ​ປະຊຸມ ອອກ​ໄປ​ປະກາດ ແລະ​ປົກ​ປ້ອງ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ​ຢ່າງ​ກ້າຫານ. ຄົນ​ໜຸ່ມ​ເອີ້ຍ ພວກ​ເຈົ້າ​ມີ​ຄວາມ​ສຳຄັນ​ຫຼາຍ​ໃນ​ປະຊາຄົມ​ຂອງ​ພະ​ເຢໂຫວາ.—ເພງ. 8:2

12 ສ່ວນ​ພີ່ນ້ອງ​ບາງ​ຄົນ​ກໍ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຊື່ອ​ວ່າ​ໂຕ​ເອງ​ມີ​ຄວາມ​ສຳຄັນ​ໃນ​ປະຊາຄົມ. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ແຕ່​ລະ​ຄົນ​ໃຫ້​ຮູ້ສຶກ​ວ່າ​ເຮົາ​ມີ​ຄ່າ​ໃນ​ປະຊາຄົມ? ໃຫ້​ມາ​ເບິ່ງ​ນຳ​ກັນ.

ເຈົ້າ​ມີ​ຄ່າ​ໃນ​ປະຊາຄົມ

13-14. ເປັນ​ຫຍັງ​ບາງ​ຄົນ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ບໍ່​ມີ​ຄ່າ​ຫຍັງ​ເລີຍ​ໃນ​ປະຊາຄົມ?

13 ຂໍ​ໃຫ້​ສັງເກດ​ເລື່ອງ​ທີ​ສອງ​ທີ່​ເຮົາ​ຮຽນ​ຈາກ​ຕົວຢ່າງ​ປຽບ​ທຽບ​ຂອງ​ໂປໂລ. ໂປໂລ​ເວົ້າ​ເຖິງ​ບັນຫາ​ທີ່​ຫຼາຍ​ຄົນ​ມີ​ໃນ​ປັດຈຸບັນ ນັ້ນ​ຄື ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຊື່ອ​ວ່າ​ໂຕ​ເອງ​ມີ​ຄ່າ​ໃນ​ປະຊາຄົມ. ໂປໂລ​ຂຽນ​ວ່າ: “ເຖິງ​ຕີນ​ຈະ​ເວົ້າ​ວ່າ ‘ຍ້ອນ​ຂ້ອຍ​ບໍ່​ແມ່ນ​ມື ຂ້ອຍ​ຈຶ່ງ​ບໍ່​ເປັນ​ສ່ວນ​ຂອງ​ຮ່າງກາຍ​ນີ້’ ແຕ່​ຕີນ​ກໍ​ຍັງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຮ່າງກາຍ​ຢູ່. ເຖິງ​ຫູ​ຈະ​ເວົ້າ​ວ່າ ‘ຂ້ອຍ​ບໍ່​ແມ່ນ​ຕາ ຂ້ອຍ​ຈຶ່ງ​ບໍ່​ເປັນ​ສ່ວນ​ຂອງ​ຮ່າງກາຍ​ນີ້’ ແຕ່​ຫູ​ກໍ​ຍັງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຮ່າງກາຍ​ຢູ່.” (1 ກຣ. 12:15, 16) ໂປໂລ​ສອນ​ຫຍັງ​ເຮົາ​ໃນ​ເລື່ອງ​ນີ້?

14 ຖ້າ​ເຈົ້າ​ສົມ​ທຽບ​ໂຕ​ເອງ​ກັບ​ຄົນ​ອື່ນ​ໃນ​ປະຊາຄົມ ເຈົ້າ​ອາດ​ຄິດ​ວ່າ​ໂຕ​ເອງ​ບໍ່​ມີ​ຄ່າ. ບາງ​ຄົນ​ໃນ​ປະຊາຄົມ​ອາດ​ສອນ​ເກັ່ງ ຈັດ​ລະບຽບ​ວຽກ​ເກັ່ງ ຫຼື​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໄດ້​ດີ. ບາງ​ເທື່ອ​ເຈົ້າ​ອາດ​ຄິດ​ວ່າ​ໂຕ​ເອງ​ບໍ່​ມີ​ຄວາມ​ສາມາດ​ແບບ​ນັ້ນ. ນີ້​ສະແດງ​ວ່າ​ເຈົ້າ​ເປັນ​ຄົນ​ຖ່ອມ​ແລະ​ຈຽມ​ໂຕ. (ຟລປ. 2:3) ແຕ່​ຕ້ອງ​ລະວັງ ຖ້າ​ເຈົ້າ​ສົມ​ທຽບ​ເລື້ອຍໆກັບ​ຄົນ​ທີ່​ເກັ່ງ​ກວ່າ​ໂຕ​ເອງ ເຈົ້າ​ກໍ​ອາດ​ຈະ​ຮູ້ສຶກ​ທໍ້​ໃຈ. ຕາມ​ທີ່​ໂປໂລ​ເວົ້າ ເຈົ້າ​ອາດ​ເຖິງ​ຂັ້ນ​ຮູ້ສຶກ​ວ່າ​ໂຕ​ເອງ​ບໍ່​ມີ​ຄ່າ​ຫຍັງ​ເລີຍ​ໃນ​ປະຊາຄົມ. ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເອົາ​ຊະນະ​ຄວາມ​ຮູ້ສຶກ​ແບບ​ນີ້.

15. ຕາມ 1 ໂກຣິນໂທ 12:4-11 ເຮົາ​ຕ້ອງ​ເຂົ້າ​ໃຈ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ສາມາດ​ຂອງ​ແຕ່​ລະ​ຄົນ?

15 ຂໍ​ໃຫ້​ເບິ່ງ​ເລື່ອງ​ນີ້ ພະ​ເຢໂຫວາ​ໃຫ້​ຄລິດສະຕຽນ​ບາງ​ຄົນ​ໃນ​ສະຕະວັດ​ທຳອິດ​ມີ​ຄວາມ​ສາມາດ​ພິເສດ​ໂດຍ​ທາງ​ພະລັງ​ບໍລິສຸດ ແຕ່​ບໍ່​ແມ່ນ​ຄລິດສະຕຽນ​ທຸກ​ຄົນ​ໄດ້​ຮັບ​ຄວາມ​ສາມາດ​ແບບ​ນີ້. (ອ່ານ 1 ໂກຣິນໂທ 12:4-11) ພະ​ເຢໂຫວາ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສາມາດ​ແຕກຕ່າງ​ກັນ ແຕ່​ທຸກ​ຄົນ​ກໍ​ມີ​ຄ່າ​ຄື​ກັນ. ໃນ​ທຸກ​ມື້​ນີ້​ເຮົາ​ບໍ່​ໄດ້​ຮັບ​ຄວາມ​ສາມາດ​ພິເສດ​ໂດຍ​ທາງ​ພະລັງ​ບໍລິສຸດ ແຕ່​ຫຼັກ​ການ​ກໍ​ຍັງ​ຄື​ເກົ່າ ນັ້ນ​ແມ່ນ ເຮົາ​ທຸກ​ຄົນ​ອາດ​ຈະ​ບໍ່​ມີ​ຄວາມ​ສາມາດ​ຄື​ກັນ ແຕ່​ທຸກ​ຄົນ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ.

16. ເຮົາ​ຄວນ​ເຮັດ​ຕາມ​ຄຳ​ແນະນຳ​ຫຍັງ​ຂອງ​ໂປໂລ?

16 ແທນ​ທີ່​ຈະ​ສົມ​ທຽບ​ໂຕ​ເອງ​ກັບ​ຄົນ​ອື່ນ ໃຫ້​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຈົດ​ໝາຍ​ຂອງ​ໂປໂລ​ທີ່​ວ່າ: “ໃຫ້​ແຕ່​ລະ​ຄົນ​ກວດ​ສອບ​ເບິ່ງ​ສິ່ງ​ທີ່​ໂຕ​ເອງ​ເຮັດ ແລ້ວ​ລາວ​ຈະ​ພູມ​ໃຈ​ກັບ​ໂຕ​ເອງ ແລະ​ຢ່າ​ປຽບ​ທຽບ​ກັບ​ຄົນ​ອື່ນ.”—ຄລຕ. 6:4

17. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຖ້າ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ໂປໂລ?

17 ຖ້າ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ໂປໂລ​ແລະ​ກວດ​ເບິ່ງ​ການ​ກະທຳ​ຂອງ​ໂຕ​ເອງ ເຮົາ​ອາດ​ເລີ່ມ​ເຫັນ​ວ່າ​ໂຕ​ເອງ​ມີ​ຄວາມ​ສາມາດ​ທີ່​ຄົນ​ອື່ນ​ບໍ່​ມີ. ຕົວຢ່າງ​ເຊັ່ນ: ຜູ້​ດູ​ແລ​ຄົນ​ໜຶ່ງ​ອາດ​ບັນລະຍາຍ​ບໍ່​ເກັ່ງ ແຕ່​ລາວ​ອາດ​ເກັ່ງ​ໃນ​ການ​ຊ່ວຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ. ລາວ​ອາດ​ຈັດ​ລະບຽບ​ວຽກ​ບໍ່​ເກັ່ງ​ສ່ຳ​ກັບ​ຜູ້​ດູ​ແລ​ຄົນ​ອື່ນ​ໃນ​ປະຊາຄົມ ແຕ່​ລາວ​ອາດ​ເປັນ​ຜູ້​ດູ​ແລ​ທີ່​ໃຈ​ດີ​ແລະ​ມີ​ຄວາມ​ຮັກ ແລະ​ພີ່ນ້ອງ​ກໍ​ຮູ້ສຶກ​ສະບາຍ​ໃຈ​ຫຼາຍ​ທີ່​ຈະ​ຂໍ​ຄຳ​ແນະນຳ​ຕາມ​ຫຼັກ​ການ​ໃນ​ພະ​ຄຳພີ​ຈາກ​ລາວ ຫຼື​ລາວ​ອາດ​ມີ​ຊື່ສຽງ​ວ່າ​ເປັນ​ຄົນ​ເອື້ອເຟື້ອ. (ຮຣ. 13:2, 16) ເມື່ອ​ເຮົາ​ເຫັນ​ວ່າ​ໂຕ​ເອງ​ມີ​ຄວາມ​ສາມາດ ເຮົາ​ກໍ​ຈະ​ຮູ້ສຶກ​ດີ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ປະຊາຄົມ ແລະ​ເຮົາ​ກໍ​ຈະ​ຮູ້ສຶກ​ອິດສາ​ພີ່ນ້ອງ​ໜ້ອຍ​ລົງ​ທີ່​ເຂົາ​ເຈົ້າ​ມີ​ຄວາມ​ສາມາດ​ຕ່າງ​ຈາກ​ເຮົາ.

18. ເຮົາ​ຈະ​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ​ໄດ້​ແນວ​ໃດ?

18 ບໍ່​ວ່າ​ເຮົາ​ຈະ​ເຮັດ​ໜ້າ​ທີ່​ຫຍັງ​ໃນ​ປະຊາຄົມ ເຮົາ​ທຸກ​ຄົນ​ຄວນ​ປັບ​ປຸງ​ວຽກ​ຮັບໃຊ້​ແລະ​ຄວາມ​ສາມາດ​ຂອງ​ໂຕ​ເອງ. ເພື່ອ​ຊ່ວຍ​ເຮົາ​ໃຫ້​ປັບ​ປຸງ​ຈຸດ​ເຫຼົ່າ​ນີ້ ພະ​ເຢໂຫວາ​ຈັດ​ໃຫ້​ມີ​ການ​ຝຶກ​ສອນ​ຜ່ານ​ທາງ​ອົງການ​ຂອງ​ເພິ່ນ ເຊັ່ນ: ໃນ​ການ​ປະຊຸມ​ກາງ​ອາທິດ ເຮົາ​ໄດ້​ຮັບ​ຄຳ​ແນະນຳ​ໃຫ້​ປັບ​ປຸງ​ການ​ປະກາດ​ໃຫ້​ດີ​ຂຶ້ນ. ເຈົ້າ​ກຳລັງ​ພະຍາຍາມ​ໃຊ້​ຄຳ​ແນະນຳ​ທີ່​ໄດ້​ຮັບ​ໃນ​ການ​ປະຊຸມ​ນັ້ນ​ບໍ?

19. ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ເຂົ້າ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ?

19 ອີກ​ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ຝຶກ​ສອນ​ເຮົາ​ແມ່ນ​ໂດຍ​ທາງ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ. ໂຮງ​ຮຽນ​ນີ້​ແມ່ນ​ສຳລັບ​ພີ່ນ້ອງ​ຊາຍ​ຍິງ​ທີ່​ຮັບໃຊ້​ເຕັມ​ເວລາ​ເຊິ່ງ​ມີ​ອາຍຸ​ລະຫວ່າງ 23-65 ປີ. ເຈົ້າ​ອາດ​ຄິດ​ວ່າ​ບໍ່​ມີ​ທາງ​ທີ່​ຈະ​ເຂົ້າ​ໂຮງ​ຮຽນ​ນີ້​ໄດ້. ແທນ​ທີ່​ຈະ​ຂຽນ​ເຫດຜົນ​ຕ່າງໆທີ່​ເຈົ້າ​ເຂົ້າ​ໂຮງ​ຮຽນ​ນີ້​ບໍ່​ໄດ້ ໃຫ້​ຂຽນ​ເຫດຜົນ​ຕ່າງໆທີ່​ເຈົ້າ​ຢາກ​ເຂົ້າ​ໂຮງ​ຮຽນ​ນີ້. ຈາກ​ນັ້ນ ໃຫ້​ເຈົ້າ​ວາງ​ແຜນ​ເພື່ອ​ຈະ​ເຂົ້າ​ໂຮງ​ຮຽນ​ນີ້​ໄດ້. ຖ້າ​ເຈົ້າ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ແລະ​ອອກ​ຄວາມ​ພະຍາຍາມ ເຈົ້າ​ອາດ​ສາມາດ​ເຮັດ​ໃນ​ສິ່ງ​ທີ່​ເຈົ້າ​ຄິດ​ວ່າ​ເປັນ​ໄປ​ບໍ່​ໄດ້.

ໃຊ້​ຄວາມ​ສາມາດ​ເພື່ອ​ເຮັດ​ໃຫ້​ປະຊາຄົມ​ເຂັ້ມແຂງ​ຂຶ້ນ

20. ເຮົາ​ຮຽນ​ຫຍັງ​ຈາກ​ໂຣມ 12:6-8?

20 ເລື່ອງ​ທີ​ສາມ​ທີ່​ເຮົາ​ສາມາດ​ຮຽນ​ໄດ້​ຈາກ​ຕົວຢ່າງ​ປຽບ​ທຽບ​ຂອງ​ໂປໂລ​ແມ່ນ​ຢູ່​ໃນ​ໂຣມ 12:6-8 (ອ່ານ). ອີກ​ເທື່ອ​ໜຶ່ງ ໂປໂລ​ສະແດງ​ໃຫ້​ເຫັນ​ວ່າ​ແຕ່​ລະ​ຄົນ​ໃນ​ປະຊາຄົມ​ມີ​ຄວາມ​ສາມາດ​ແຕກຕ່າງ​ກັນ ແຕ່​ຕອນ​ນີ້​ລາວ​ເນັ້ນ​ວ່າ​ເຮົາ​ຄວນ​ໃຊ້​ຄວາມ​ສາມາດ​ທີ່​ມີ​ເພື່ອ​ເຮັດ​ໃຫ້​ປະຊາຄົມ​ເຂັ້ມແຂງ​ຂຶ້ນ.

21-22. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ພີ່ນ້ອງ​ໂຣເບີດ​ແລະ​ເຟລີດສ໌?

21 ຂໍ​ໃຫ້​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຊື່​ໂຣເບີດ. ຫຼັງ​ຈາກ​ຮັບໃຊ້​ຢູ່​ຕ່າງ​ປະເທດ ລາວ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ຮັບໃຊ້​ຢູ່​ເບເທນ​ໃນ​ປະເທດ​ຂອງ​ລາວ. ເຖິງ​ພີ່ນ້ອງ​ຈະ​ບອກ​ລາວ​ແລ້ວ​ວ່າ​ການ​ປ່ຽນ​ແປງ​ວຽກ​ມອບ​ໝາຍ​ນີ້​ບໍ່​ແມ່ນ​ຍ້ອນ​ລາວ​ເຮັດ​ບາງ​ຢ່າງ​ຜິດ ແຕ່​ໂຣເບີດ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ເສຍໃຈ​ເປັນ​ເວລາ​ຫຼາຍ​ເດືອນ ເພາະ​ຂ້ອຍ​ຄິດ​ວ່າ​ໂຕ​ເອງ​ເຮັດ​ວຽກ​ມອບ​ໝາຍ​ບໍ່​ໄດ້​ດີ. ມີ​ຫຼາຍ​ເທື່ອ​ທີ່​ຂ້ອຍ​ຮູ້ສຶກ​ວ່າ​ຢາກ​ເຊົາ​ຮັບໃຊ້​ຢູ່​ເບເທນ.” ໂຣເບີດ​ກັບ​ມາ​ມີ​ຄວາມ​ສຸກ​ອີກ​ໄດ້​ແນວ​ໃດ? ພີ່ນ້ອງ​ສູງ​ອາຍຸ​ຄົນ​ໜຶ່ງ​ບອກ​ລາວ​ວ່າ ພະ​ເຢໂຫວາ​ໄດ້​ຝຶກ​ເຮົາ​ໃນ​ວຽກ​ມອບ​ໝາຍ​ກ່ອນ​ໜ້າ​ນີ້​ກໍ​ເພື່ອ​ເຮົາ​ຈະ​ເຮັດ​ວຽກ​ມອບ​ໝາຍ​ໃນ​ປັດຈຸບັນ​ໄດ້​ດີ​ຂຶ້ນ. ໂຣເບີດ​ສຳນຶກ​ວ່າ​ລາວ​ຕ້ອງ​ເຊົາ​ຄິດ​ເຖິງ​ເລື່ອງ​ໃນ​ອະດີດ​ແລະ​ຕ້ອງ​ຕັ້ງ​ໃຈ​ເຮັດ​ສິ່ງ​ທີ່​ລາວ​ເຮັດ​ຢູ່​ໃນ​ຕອນ​ນີ້.

22 ພີ່ນ້ອງ​ເຟລີດສ໌ ເອັດສ໌ປິໂກໂປ​ກໍ​ມີ​ປະສົບການ​ຄ້າຍ​ຄື​ກັນ. ລາວ​ກັບ​ເມຍ​ຈົບ​ຈາກ​ໂຮງ​ຮຽນ​ກິລຽດ​ໃນ​ປີ 1956 ແລະ​ຮັບໃຊ້​ເປັນ​ຜູ້​ດູ​ແລ​ໝວດ​ຢູ່​ປະເທດ​ໂບລີເວຍ. ໃນ​ປີ 1964 ເຂົາ​ເຈົ້າ​ໄດ້​ລູກ​ຊາຍ. ພີ່ນ້ອງ​ເຟລີດສ໌​ເວົ້າ​ວ່າ: “ມັນ​ຍາກ​ຫຼາຍ​ສຳລັບ​ພວກ​ເຮົາ​ທີ່​ຈະ​ເຊົາ​ເຮັດ​ວຽກ​ມອບ​ໝາຍ​ທີ່​ພວກ​ເຮົາ​ມັກ. ຂ້ອຍ​ຍອມ​ຮັບ​ວ່າ​ຂ້ອຍ​ໃຊ້​ເວລາ​ເກືອບ​ປີ​ໜຶ່ງ​ຈຶ່ງ​ຮູ້ສຶກ​ດີ​ຂຶ້ນ ແຕ່​ຍ້ອນ​ພະ​ເຢໂຫວາ​ຊ່ວຍ ຂ້ອຍ​ຈຶ່ງ​ປ່ຽນ​ຄວາມ​ຄິດ​ແລະ​ຕັ້ງ​ໃຈ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃໝ່​ໃນ​ການ​ເປັນ​ພໍ່.” ເຈົ້າ​ຮູ້ສຶກ​ຄື​ກັບ​ພີ່ນ້ອງ​ໂຣເບີດ​ແລະ​ເຟລີດສ໌​ບໍ? ເຈົ້າ​ຮູ້ສຶກ​ທໍ້​ໃຈ​ຍ້ອນ​ຕອນ​ນີ້​ເຈົ້າ​ບໍ່​ມີ​ສິດທິ​ພິເສດ​ໃນ​ການ​ຮັບໃຊ້​ຄື​ກັບ​ແຕ່​ກີ້​ບໍ? ຖ້າ​ເປັນ​ແນວ​ນັ້ນ ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ ຖ້າ​ເຈົ້າ​ຈົດຈໍ່​ແລະ​ຕັ້ງ​ໃຈ​ເຮັດ​ໃນ​ສິ່ງ​ທີ່​ເຈົ້າ​ເຮັດ​ຢູ່​ໃນ​ຕອນ​ນີ້​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ແລະ​ພີ່ນ້ອງ. ໃຫ້​ໃຊ້​ຄວາມ​ສາມາດ​ທີ່​ເຈົ້າ​ມີ​ເພື່ອ​ຊ່ວຍ​ຄົນ​ອື່ນ​ແລະ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ເມື່ອ​ເຈົ້າ​ເຮັດ​ໃຫ້​ປະຊາຄົມ​ເຂັ້ມແຂງ​ຂຶ້ນ.

23. ເຮົາ​ຄວນ​ໃຊ້​ເວລາ​ເພື່ອ​ເຮັດ​ຫຍັງ ແລະ​ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຕໍ່​ໄປ?

23 ພວກ​ເຮົາ​ທຸກ​ຄົນ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ. ເພິ່ນ​ຢາກ​ໃຫ້​ເຮົາ​ເປັນ​ສ່ວນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ເພິ່ນ. ຖ້າ​ເຮົາ​ໃຊ້​ເວລາ​ຄິດ​ເຖິງ​ສິ່ງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ເພື່ອ​ເຮັດ​ໃຫ້​ພີ່ນ້ອງ​ເຂັ້ມແຂງ​ຂຶ້ນ ແລ້ວ​ພະຍາຍາມ​ແທ້ໆທີ່​ຈະ​ເຮັດ​ຕາມ​ນັ້ນ ເຮົາ​ກໍ​ຈະ​ບໍ່​ຮູ້ສຶກ​ວ່າ​ເຮົາ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ. ແຕ່​ເຮົາ​ຄິດ​ແນວ​ໃດ​ຕໍ່​ຄົນ​ອື່ນ​ໃນ​ປະຊາຄົມ? ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮັກ​ແລະ​ນັບຖື​ເຂົາ​ເຈົ້າ? ໃນ​ບົດ​ຕໍ່​ໄປ​ເຮົາ​ຈະ​ຮຽນ​ກ່ຽວ​ກັບ​ເລື່ອງ​ນີ້.

ເພງ 24 ໄປ​ທີ່​ພູເຂົາ​ຂອງ​ພະ​ເຢໂຫວາ

^ ຂໍ້ 5 ພວກ​ເຮົາ​ທຸກ​ຄົນ​ຢາກ​ຮູ້ສຶກ​ວ່າ​ໂຕ​ເອງ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ ແຕ່​ບາງ​ເທື່ອ​ເຮົາ​ອາດ​ສົງໄສ​ວ່າ​ພະ​ເຢໂຫວາ​ຈະ​ໃຊ້​ເຮົາ​ໄດ້​ບໍ. ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ພວກ​ເຮົາ​ທຸກ​ຄົນ​ມີ​ຄ່າ​ໃນ​ປະຊາຄົມ.

^ ຂໍ້ 3 ການ​ອະທິບາຍ​ສຳນວນ: ໜ້າ​ທີ່​ຂອງ​ເຮົາ​ໃນ​ປະຊາຄົມ​ຂອງ​ພະ​ເຢໂຫວາ​ໝາຍ​ເຖິງ​ສິ່ງ​ທີ່​ເຮົາ​ແຕ່​ລະ​ຄົນ​ສາມາດ​ເຮັດ​ໄດ້​ເພື່ອ​ຊ່ວຍ​ໃຫ້​ປະຊາຄົມ​ເຂັ້ມແຂງ​ຂຶ້ນ. ເຮົາ​ຈະ​ຊ່ວຍ​ປະຊາຄົມ​ໃຫ້​ເຂັ້ມແຂງ​ຂຶ້ນ​ໄດ້​ຫຼາຍ​ຫຼື​ໜ້ອຍ​ນັ້ນ​ບໍ່​ໄດ້​ຂຶ້ນ​ກັບ​ເຊື້ອ​ຊາດ ຖານະ​ທາງ​ສັງຄົມ ວັດທະນາ​ທຳ ຫຼື​ລະດັບ​ການ​ສຶກສາ.

^ ຂໍ້ 62 ຄຳ​ອະທິບາຍ​ຮູບ: ສາມ​ຮູບ​ທີ່​ສະແດງ​ເຖິງ​ກ່ອນ ລະຫວ່າງ ແລະ​ຫຼັງ​ການ​ປະຊຸມ. ຮູບ​ທີ 1: ຜູ້​ດູ​ແລ​ຕ້ອນຮັບ​ຜູ້​ສົນ​ໃຈ​ຢ່າງ​ອົບອຸ່ນ ພີ່ນ້ອງ​ຊາຍ​ກຽມ​ໄມ ພີ່ນ້ອງ​ຍິງ​ລົມ​ກັບ​ພີ່ນ້ອງ​ຜູ້​ເຖົ້າ. ຮູບ​ທີ 2: ທັງ​ຄົນ​ໜຸ່ມ​ແລະ​ຜູ້​ເຖົ້າ​ອອກ​ຄຳ​ຄິດ​ເຫັນ​ໃນ​ລະຫວ່າງ​ການ​ສຶກສາ​ຫໍສັງເກດການ. ຮູບ​ທີ 3: ຜົວ​ເມຍ​ຄູ່​ໜຶ່ງ​ຊ່ວຍ​ອະນາໄມ​ຫໍ​ປະຊຸມ. ແມ່​ຊ່ວຍ​ລູກ​ປ່ອນ​ເງິນ​ໃສ່​ກ່ອງ​ບໍລິຈາກ. ພີ່ນ້ອງ​ຊາຍ​ຈັດ​ປຶ້ມ ແລະ​ພີ່ນ້ອງ​ຊາຍ​ອີກ​ຜູ້​ໜຶ່ງ​ເວົ້າ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ຍິງ​ທີ່​ສູງ​ອາຍຸ.