ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 32

ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະເຈົ້າ​ດ້ວຍ​ຄວາມ​ຖ່ອມ​ແລະ​ຄວາມ​ຈຽມ​ໂຕ

ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະເຈົ້າ​ດ້ວຍ​ຄວາມ​ຖ່ອມ​ແລະ​ຄວາມ​ຈຽມ​ໂຕ

“ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະເຈົ້າ​ດ້ວຍ​ຄວາມ​ຈຽມ​ໂຕ.”—ມີເກ 6:8, ..

ເພງ 31 ເດີນ​ກັບ​ພະເຈົ້າ

ໃຈ​ຄວາມ​ສຳຄັນ *

1. ດາວິດ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ?

ເຮົາ​ເວົ້າ​ໄດ້​ແທ້ໆບໍ​ວ່າ ພະ​ເຢໂຫວາ​ຖ່ອມ? ໄດ້​ແທ້. ມີ​ເທື່ອ​ໜຶ່ງ​ດາວິດ​ເວົ້າ​ວ່າ: “ພະອົງ​ຊ່ວຍ​ໃຫ້​ຂ້ອຍ​ພົ້ນ​ໄພ​ດ້ວຍ​ໂລ້​ຂອງ​ພະອົງ ເພາະ​ພະອົງ​ຖ່ອມ​ຕົວ​ລົງ ຂ້ອຍ​ຈຶ່ງ​ຍິ່ງໃຫຍ່​ຂຶ້ນ.” (2 ຊາມ. 22:36, ..; ເພງ. 18:35) ຕອນ​ທີ່​ດາວິດ​ຂຽນ​ເລື່ອງ​ນີ້ ລາວ​ຄື​ຊິ​ຄິດ​ເຖິງ​ເຫດການ​ຕອນ​ທີ່​ຊາມູເອນ​ມາ​ເຮືອນ​ລາວ​ເພື່ອ​ເຈີມ​ລາວ​ໃຫ້​ເປັນ​ກະສັດ​ຂອງ​ອິດສະຣາເອນ​ຄົນ​ຕໍ່​ໄປ. ພະ​ເຢໂຫວາ​ສະແດງ​ຄວາມ​ຖ່ອມ​ໂດຍ​ລົດ​ໂຕ​ລົງ​ມາ​ເລືອກ​ດາວິດ​ທີ່​ເປັນ​ລູກ​ຫຼ້າ​ໃນ​ຈຳນວນ​ລູກ​ຊາຍ​ແປດ​ຄົນ​ເພື່ອ​ໃຫ້​ເປັນ​ກະສັດ​ແທນ​ຊາອູນ.—1 ຊາມ. 16:1, 10-13

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ດາວິດ​ຄື​ຊິ​ເຫັນ​ດີ​ກັບ​ຜູ້​ຂຽນ​ຄຳເພງ​ທີ່​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ: “ພະອົງ​ກົ້ມ​ລົງ​ຈະ​ເບິ່ງ​ໃນ​ຟ້າ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ ພະອົງ​ໃຫ້​ຄົນ​ທຸກ​ຍາກ​ລຸກ​ຂຶ້ນ​ຈາກ​ຂີ້ຝຸ່ນ​ດິນ ພະອົງ​ຍົກ​ຍໍ​ຄົນ​ຈົນ . . . ຈຶ່ງ​ໃຫ້​ເຂົາ​ນັ່ງ​ລົງ​ດ້ວຍ​ກັນ​ກັບ​ພວກ​ອາດຍາ​ເຈົ້ານາຍ.” (ເພງ. 113:6-8) ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ເບິ່ງ​ວ່າ​ເຮົາ​ໄດ້​ບົດຮຽນ​ສຳຄັນ​ຫຍັງ​ແດ່​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ຖ່ອມ ແລະ​ເຮົາ​ຈະ​ຮຽນ​ເລື່ອງ​ຄວາມ​ຈຽມ​ໂຕ​ຈາກ​ຕົວຢ່າງ​ຂອງ​ກະສັດ​ຊາອູນ ຜູ້​ພະຍາກອນ​ດານີເອນ ແລະ​ພະ​ເຢຊູ.

ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພະ​ເຢໂຫວາ?

3. ພະ​ເຢໂຫວາ​ປະຕິບັດ​ກັບ​ເຮົາ​ແນວ​ໃດ ແລະ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ?

3 ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຖ່ອມ​ໂດຍ​ເບິ່ງ​ຈາກ​ວິທີ​ທີ່​ເພິ່ນ​ປະຕິບັດ​ກັບ​ມະນຸດ​ທີ່​ບໍ່​ສົມບູນ​ແບບ. ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ຍອມ​ຮັບ​ການ​ນະມັດສະການ​ຂອງ​ເຮົາ​ເທົ່າ​ນັ້ນ ແຕ່​ເພິ່ນ​ຍັງ​ຖື​ວ່າ​ເຮົາ​ເປັນ​ໝູ່​ຂອງ​ເພິ່ນ. (ເພງ. 25:14) ເພື່ອ​ເຮົາ​ຈະ​ເປັນ​ໝູ່​ກັບ​ພະ​ເຢໂຫວາ ເພິ່ນ​ໄດ້​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ​ມາ​ເປັນ​ຄ່າໄຖ່​ເພື່ອ​ໄຖ່​ບາບ​ໃຫ້​ເຮົາ. ນີ້​ສະແດງ​ໃຫ້​ເຫັນ​ວ່າ ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເມດຕາ​ແລະ​ເຫັນ​ອົກ​ເຫັນ​ໃຈ​ເຮົາ​ຫຼາຍ​ແທ້ໆ!

4. ພະ​ເຢໂຫວາ​ໄດ້​ໃຫ້​ຫຍັງ​ເຮົາ​ແລະ​ຍ້ອນ​ຫຍັງ?

4 ໃຫ້​ເຮົາ​ມາ​ເບິ່ງ​ອີກ​ວິທີ​ໜຶ່ງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ຖ່ອມ. ເນື່ອງ​ຈາກ​ເປັນ​ຜູ້​ສ້າງ ພະ​ເຢໂຫວາ​ສາມາດ​ກຳນົດ​ຊີວິດ​ຂອງ​ເຮົາ​ໄດ້ ແຕ່​ວ່າ​ເພິ່ນ​ບໍ່​ເຮັດ​ແບບ​ນັ້ນ. ພະ​ເຢໂຫວາ​ສ້າງ​ເຮົາ​ຕາມ​ຮູບ​ແບບ​ຂອງ​ເພິ່ນ ແລະ​ໃຫ້​ເຮົາ​ມີ​ສິດ​ເລືອກ​ວ່າ​ຈະ​ເຮັດ​ຫຼື​ບໍ່​ເຮັດ​ສິ່ງ​ໃດ. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮັບໃຊ້​ເພິ່ນ​ຍ້ອນ​ວ່າ​ຮັກ​ເພິ່ນ ແລະ​ຍ້ອນ​ເຫັນ​ວ່າ​ການ​ເຊື່ອ​ຟັງ​ເພິ່ນ​ເປັນ​ປະໂຫຍດ​ຕໍ່​ເຮົາ. (ບັນຍັດ. 10:12; ເອຊາ. 48:17, 18) ເຮົາ​ຂອບໃຈ​ພະ​ເຢໂຫວາ​ແທ້ໆທີ່​ສະແດງ​ຄວາມ​ຖ່ອມ​ຫຼາຍ​ຂະໜາດ​ນີ້!

ພະ​ເຢຊູ​ຢູ່​ໃນ​ສະຫວັນ​ແລະ​ຜູ້​ທີ່​ຮ່ວມ​ປົກຄອງ​ຢືນ​ຢູ່​ນຳ​ເພິ່ນ ແລະ​ມີ​ທູດ​ສະຫວັນ​ບັກ​ຫຼາຍໆຢູ່​ຕໍ່​ໜ້າ​ເຂົາ​ເຈົ້າ. ທູດ​ສະຫວັນ​ບາງ​ອົງ​ກຳລັງ​ບິນ​ລົງ​ມາ​ໃນ​ໂລກ​ເພື່ອ​ເຮັດ​ວຽກ​ມອບ​ໝາຍ​ຂອງ​ເຂົາ​ເຈົ້າ. ພະ​ເຢໂຫວາ​ໄດ້​ໃຫ້​ສິດ​ອຳນາດ​ກັບ​ທຸກ​ຄົນ​ທີ່​ຢູ່​ໃນ​ຮູບ​ນີ້. (ເບິ່ງ​ຂໍ້ 5)

5. ພະ​ເຢໂຫວາ​ສອນ​ເຮົາ​ແນວ​ໃດ​ໃຫ້​ເປັນ​ຄົນ​ຖ່ອມ? (ເບິ່ງ​ຮູບ​ໜ້າ​ປົກ)

5 ພະ​ເຢໂຫວາ​ສອນ​ເຮົາ​ໃຫ້​ເປັນ​ຄົນ​ຖ່ອມ​ຈາກ​ວິທີ​ທີ່​ເພິ່ນ​ປະຕິບັດ​ກັບ​ເຮົາ. ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ເປັນ​ຜູ້​ທີ່​ສະຫຼາດ​ທີ່​ສຸດ​ໃນ​ເອກະພົບ ແຕ່​ເພິ່ນ​ກໍ​ເຕັມ​ໃຈ​ຟັງ​ຄຳ​ແນະນຳ​ຂອງ​ຄົນ​ອື່ນ ເຊັ່ນ: ພະ​ເຢໂຫວາ​ຍອມ​ໃຫ້​ພະ​ເຢຊູ​ຊ່ວຍ​ສ້າງ​ສິ່ງ​ຕ່າງໆ. (ສຸພາ. 8:27-30; ກລຊ. 1:15, 16) ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ເປັນ​ຜູ້​ທີ່​ມີ​ອຳນາດ​ຍິ່ງໃຫຍ່​ສູງ​ສຸດ ແຕ່​ເພິ່ນ​ກໍ​ຍັງ​ມອບ​ອຳນາດ​ໃຫ້​ຄົນ​ອື່ນ. ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ແຕ່ງ​ຕັ້ງ​ພະ​ເຢຊູ​ໃຫ້​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ເພິ່ນ ແລະ​ເພິ່ນ​ຍັງ​ຈະ​ມອບ​ອຳນາດ​ໃນ​ລະດັບ​ໜຶ່ງ​ໃຫ້ 144.000 ຄົນ​ທີ່​ຮ່ວມ​ປົກຄອງ​ກັບ​ພະ​ເຢຊູ. (ລກ. 12:32) ແນ່ນອນ​ວ່າ​ພະ​ເຢໂຫວາ​ໄດ້​ຝຶກ​ສອນ​ພະ​ເຢຊູ​ໃຫ້​ເປັນ​ກະສັດ​ແລະ​ມະຫາປະໂລ​ຫິດ. (ຮຣ. 5:8, 9) ເພິ່ນ​ຍັງ​ໄດ້​ຝຶກ​ສອນ​ຜູ້​ທີ່​ຈະ​ຮ່ວມ​ປົກຄອງ​ກັບ​ພະ​ເຢຊູ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເຮັດ​ວຽກ​ມອບ​ໝາຍ​ໄດ້​ສຳເລັດ ແຕ່​ເພິ່ນ​ຈະ​ບໍ່​ເຂົ້າ​ໄປ​ຄຸມ​ວິທີ​ທີ່​ເຂົາ​ເຈົ້າ​ເຮັດ​ວຽກ ເພາະ​ເພິ່ນ​ໝັ້ນ​ໃຈ​ວ່າ​ເຂົາ​ເຈົ້າ​ຈະ​ເຮັດ​ຕາມ​ທີ່​ເພິ່ນ​ຕ້ອງການ.—ພນມ. 5:10

ເຮົາ​ຮຽນ​ແບບ​ພະ​ເຢໂຫວາ​ເມື່ອ​ຝຶກ​ສອນ​ຄົນ​ອື່ນ​ແລະ​ມອບ​ວຽກ​ໃຫ້​ເຂົາ​ເຈົ້າ (ເບິ່ງ​ຂໍ້ 6-7) *

6-7. ຫົວ​ໜ້າ​ຄອບຄົວ ຜູ້​ດູ​ແລ ແລະ​ພໍ່​ແມ່​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ແນວ​ໃດ?

6 ຖ້າ​ພະ​ເຢໂຫວາ​ເຊິ່ງ​ເປັນ​ຜູ້​ທີ່​ບໍ່​ຈຳເປັນ​ຕ້ອງ​ໃຫ້​ໃຜ​ຊ່ວຍ​ເຫຼືອ​ຍັງ​ມອບ​ອຳນາດ​ໃຫ້​ຄົນ​ອື່ນ ເຮົາ​ກໍ​ແຮ່ງ​ຄວນ​ມອບ​ອຳນາດ​ໃຫ້​ຄົນ​ອື່ນ​ຄື​ກັນ! ສົມມຸດ​ວ່າ​ເຈົ້າ​ເປັນ​ຫົວ​ໜ້າ​ຄອບຄົວ​ຫຼື​ຜູ້​ດູ​ແລ​ໃນ​ປະຊາຄົມ ເຈົ້າ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ບໍ​ໂດຍ​ມອບ​ວຽກ​ໃຫ້​ຄົນ​ອື່ນ ແລ້ວ​ບໍ່​ເຂົ້າ​ໄປ​ຄຸມ​ວິທີ​ທີ່​ເຂົາ​ເຈົ້າ​ເຮັດ​ວຽກ? ຖ້າ​ຮຽນ​ແບບ​ພະ​ເຢໂຫວາ ເຈົ້າ​ຈະ​ໄດ້​ຝຶກ​ສອນ​ຄົນ​ອື່ນ ແລະ​ຍັງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ແລະ​ວຽກ​ນັ້ນ​ກໍ​ຈະ​ສຳເລັດ. (ເອຊາ. 41:10) ເຮົາ​ຍັງ​ຈະ​ໄດ້​ຮຽນ​ຫຍັງ​ອີກ​ຈາກ​ຕົວຢ່າງ​ຂອງ​ພະ​ເຢໂຫວາ?

7 ຄຳພີ​ໄບເບິນ​ຍັງ​ບອກ​ວ່າ​ພະ​ເຢໂຫວາ​ສົນ​ໃຈ​ຄຳ​ຄິດ​ເຫັນ​ຂອງ​ທູດ​ສະຫວັນ​ທີ່​ເປັນ​ຄື​ກັບ​ລູກ​ຂອງ​ເພິ່ນ. (1 ກະ. 22:19-22) ພໍ່​ແມ່​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແນວ​ໃດ? ເມື່ອ​ເຫັນ​ວ່າ​ເໝາະ​ສົມ ໃຫ້​ຖາມ​ຄຳ​ຄິດ​ເຫັນ​ຂອງ​ລູກ​ວ່າ​ຄວນ​ຈະ​ເຮັດ​ວຽກ​ນັ້ນ​ແນວ​ໃດ ແລະ​ຖ້າ​ເຫັນ​ວ່າ​ດີ ກໍ​ໃຫ້​ລອງ​ເຮັດ​ຕາມ​ທີ່​ລູກ​ບອກ.

8. ພະ​ເຢໂຫວາ​ອົດ​ທົນ​ກັບ​ອັບ​ລາ​ຮາມ​ແລະ​ຊາຣາ​ແນວ​ໃດ?

8 ອີກ​ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ຖ່ອມ​ກໍ​ຄື ເພິ່ນ​ອົດ​ທົນ. ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ອົດ​ທົນ​ເມື່ອ​ຜູ້​ທີ່​ຮັບໃຊ້​ເພິ່ນ​ສົງໄສ​ໃນ​ການ​ຕັດສິນ​ໃຈ​ຂອງ​ເພິ່ນ. ພະ​ເຢໂຫວາ​ອົດ​ທົນ​ຟັງ​ອັບ​ລາ​ຮາມ​ເວົ້າ​ຕອນ​ທີ່​ລາວ​ກັງວົນ​ເລື່ອງ​ທີ່​ພະ​ເຢໂຫວາ​ຈະ​ທຳລາຍ​ເມືອງ​ໂຊໂດມ​ແລະ​ໂກໂມຣາ. (ຕົ້ນ. 18:22-33) ແລະ​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ໃຈ​ຮ້າຍ​ຫຼື​ບໍ່​ພໍ​ໃຈ​ຊາຣາ​ຕອນ​ທີ່​ລາວ​ຫົວ​ເລື່ອງ​ທີ່​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ລາວ​ມີ​ລູກ​ຕອນ​ທີ່​ເຖົ້າ​ແລ້ວ. (ຕົ້ນ. 18:10-14) ແຕ່​ພະ​ເຢໂຫວາ​ປະຕິບັດ​ກັບ​ຊາຣາ​ແບບ​ໃຫ້​ກຽດ​ລາວ.

9. ພໍ່​ແມ່​ແລະ​ຜູ້​ດູ​ແລ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພະ​ເຢໂຫວາ?

9 ພໍ່​ແມ່​ແລະ​ຜູ້​ດູ​ແລ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພະ​ເຢໂຫວາ? ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ລູກ​ຫຼື​ບາງ​ຄົນ​ໃນ​ປະຊາຄົມ​ບໍ່​ເຫັນ​ດີ​ກັບ​ການ​ຕັດສິນ​ໃຈ​ຂອງ​ເຈົ້າ? ເຈົ້າ​ຈະ​ຟ້າວ​ບອກ​ທັນ​ທີ່​ບໍ​ວ່າ​ເຈົ້າ​ຕັດສິນ​ໃຈ​ຖືກ​ແລ້ວ​ຫຼື​ເຈົ້າ​ຈະ​ພະຍາຍາມ​ເຂົ້າ​ໃຈ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ? ຖ້າ​ພໍ່​ແມ່​ແລະ​ຜູ້​ດູ​ແລ​ພະຍາຍາມ​ຮຽນ​ແບບ​ຕົວຢ່າງ​ຂອງ​ພະ​ເຢໂຫວາ ຄົນ​ໃນ​ຄອບຄົວ​ແລະ​ພີ່ນ້ອງ​ໃນ​ປະຊາຄົມ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ແທ້ໆ. ເຮົາ​ໄດ້​ຮຽນ​ຮູ້​ແລ້ວ​ກ່ຽວ​ກັບ​ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຄົນ​ອື່ນ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ຄວາມ​ຈຽມ​ໂຕ.

ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຄົນ​ອື່ນ?

10. ພະ​ເຢໂຫວາ​ໃຊ້​ຕົວຢ່າງ​ຂອງ​ຄົນ​ອື່ນ​ແນວ​ໃດ​ເພື່ອ​ສອນ​ເຮົາ?

10 ຍ້ອນ​ພະ​ເຢໂຫວາ​ເປັນ “ຄູ​ອົງ​ຍິ່ງໃຫຍ່” ເພິ່ນ​ຈຶ່ງ​ສອນ​ເຮົາ​ໂດຍ​ໃຫ້​ມີ​ຕົວຢ່າງ​ຢູ່​ໃນ​ຄຳພີ​ໄບເບິນ. (ເອຊາ. 30:20, 21, ລ.ມ.) ເຮົາ​ຮຽນ​ຮູ້​ຫຼາຍ​ຢ່າງ​ເມື່ອ​ຄິດ​ຕຶກຕອງ​ສິ່ງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ເລື່ອງ​ຂອງ​ຄົນ​ທີ່​ສະແດງ​ຄຸນ​ລັກສະນະ​ຕ່າງໆທີ່​ພະເຈົ້າ​ພໍ​ໃຈ ເຊັ່ນ: ຄວາມ​ຈຽມ​ໂຕ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຮຽນ​ຮູ້​ວ່າ​ຄົນ​ທີ່​ບໍ່​ໄດ້​ສະແດງ​ຄຸນ​ລັກສະນະ​ແບບ​ນີ້​ຈະ​ເປັນ​ແນວ​ໃດ.—ເພງ. 37:37; 1 ກຣ. 10:11

11. ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຊາອູນ?

11 ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ກະສັດ​ຊາອູນ. ຕອນ​ທີ່​ຍັງ​ໜຸ່ມ ລາວ​ເປັນ​ຄົນ​ຈຽມ​ໂຕ​ແລະ​ຮູ້ຈັກ​ຂີດ​ຈຳກັດ​ຂອງ​ໂຕ​ເອງ ແລະ​ເຖິງ​ຂັ້ນ​ວ່າ​ບໍ່​ຢາກ​ຮັບ​ເອົາ​ວຽກ​ມອບ​ໝາຍ​ຫຼາຍ​ຂຶ້ນ. (1 ຊາມ. 9:21; 10:20-22) ແຕ່​ບໍ່​ດົນ​ຫຼັງ​ຈາກ​ທີ່​ໄດ້​ເປັນ​ກະສັດ ລາວ​ກໍ​ເລີ່ມ​ຍິ່ງ​ຈອງຫອງ​ແລະ​ເຮັດ​ເກີນ​ສິດ. ມີ​ເທື່ອ​ໜຶ່ງ ແທນ​ທີ່​ລາວ​ຈະ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ສິ່ງ​ຕ່າງໆເພື່ອ​ຊ່ວຍ​ປະຊາຊົນ ແຕ່​ລາວ​ພັດ​ໃຈ​ຮ້ອນ​ແລະ​ບໍ່​ໄດ້​ຖ້າ​ຜູ້​ພະຍາກອນ​ຊາມູເອນ. ລາວ​ເຜົາ​ເຄື່ອງ​ບູຊາ​ເອົາ​ເອງ​ທັງໆທີ່​ບໍ່​ມີ​ສິດ​ທີ່​ຈະ​ເຮັດ​ແບບ​ນັ້ນ. ຜົນ​ກໍ​ຄື​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ລາວ​ແລະ​ໃນ​ທີ່​ສຸດ​ລາວ​ກໍ​ຖືກ​ປົດ​ອອກ​ຈາກ​ການ​ເປັນ​ກະສັດ. (1 ຊາມ. 13:8-14) ເປັນ​ປະໂຫຍດ​ແທ້ໆທີ່​ເຮົາ​ຈະ​ຮຽນ​ຈາກ​ຕົວຢ່າງ​ນີ້​ແລະ​ບໍ່​ເຮັດ​ເກີນ​ສິດ.

12. ດານີເອນ​ສະແດງ​ຄວາມ​ຈຽມ​ໂຕ​ແນວ​ໃດ?

12 ຕົວຢ່າງ​ຂອງ​ຜູ້​ພະຍາກອນ​ດານີເອນ ພັດ​ກົງ​ກັນ​ຂ້າມ​ກັບ​ຊາອູນ. ຕະຫຼອດ​ຊີວິດ​ຂອງ​ດານີເອນ ລາວ​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ຄວາມ​ຖ່ອມ​ແລະ​ຈຽມ​ໂຕ ແລະ​ຂໍ​ການ​ຊີ້​ນຳ​ຈາກ​ພະ​ເຢໂຫວາ​ສະເໝີ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ພະ​ເຢໂຫວາ​ໃຊ້​ດານີເອນ​ໃຫ້​ແປ​ຄວາມ​ຝັນ​ຂອງ​ກະສັດ​ເນບຶກາດເນດຊາຣ ດານີເອນ​ບໍ່​ໄດ້​ບອກ​ວ່າ​ລາວ​ແປ​ເລື່ອງ​ນີ້​ໄດ້​ດ້ວຍ​ຄວາມ​ສາມາດ​ຂອງ​ລາວ​ເອງ ແຕ່​ລາວ​ຈຽມ​ໂຕ​ແລະ​ໃຫ້​ຄຳ​ຍົກຍ້ອງ​ທັງ​ໝົດ​ນັ້ນ​ກັບ​ພະ​ເຢໂຫວາ. (ດາ. 2:26-28) ເຮົາ​ໄດ້​ບົດຮຽນ​ຫຍັງ? ຖ້າ​ພີ່ນ້ອງ​ຊົມ​ເຊີຍ​ເຮົາ​ທີ່​ບັນລະຍາຍ​ໄດ້​ດີ​ຫຼື​ມີ​ປະສົບການ​ທີ່​ດີ​ໃນ​ວຽກ​ປະກາດ ເຮົາ​ກໍ​ຄວນ​ຈະ​ໃຫ້​ຄຳ​ຍົກຍ້ອງ​ທັງ​ໝົດ​ກັບ​ພະ​ເຢໂຫວາ. ເຮົາ​ຄວນ​ຍອມ​ຮັບ​ຢ່າງ​ຈຽມ​ໂຕ​ສະເໝີ​ວ່າ​ຖ້າ​ພະ​ເຢໂຫວາ​ບໍ່​ຊ່ວຍ ເຮົາ​ກໍ​ຄື​ຊິ​ເຮັດ​ສິ່ງ​ເຫຼົ່າ​ນີ້​ບໍ່​ໄດ້. (ຟລປ. 4:13) ເມື່ອ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ກຳລັງ​ຮຽນ​ແບບ​ພະ​ເຢຊູ. ເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ?

13. ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ​ໃນ​ໂຢຮັນ 5:19, 30 ເຮົາ​ຮຽນ​ຫຍັງ​ໃນ​ເລື່ອງ​ຄວາມ​ຈຽມ​ໂຕ?

13 ເຖິງ​ວ່າ​ພະ​ເຢຊູ​ຈະ​ເປັນ​ຄົນ​ທີ່​ສົມບູນ​ແບບ ແຕ່​ເພິ່ນ​ກໍ​ເພິ່ງ​ພະ​ເຢໂຫວາ​ສະເໝີ. (ອ່ານ​ໂຢຮັນ 5:19, 30) ເພິ່ນ​ບໍ່​ເຄີຍ​ພະຍາຍາມ​ຍາດ​ເອົາ​ສິດ​ອຳນາດ​ຈາກ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ. ຟີລິບປອຍ 2:6 ບອກ​ວ່າ ພະ​ເຢຊູ “ບໍ່​ເຄີຍ​ຄິດ​ຈະ​ຍາດ​ອຳນາດ​ເພື່ອ​ຈະ​ມີ​ຖານະ​ເທົ່າ​ທຽມ​ກັບ​ພະເຈົ້າ.” ເນື່ອງ​ຈາກ​ພະ​ເຢຊູ​ເປັນ​ລູກ​ທີ່​ເຊື່ອ​ຟັງ ເພິ່ນ​ຈຶ່ງ​ຮູ້​ວ່າ​ໂຕ​ເອງ​ມີ​ຂີດ​ຈຳກັດ​ແລະ​ນັບຖື​ສິດ​ອຳນາດ​ຂອງ​ພະ​ເຢໂຫວາ​ທີ່​ເປັນ​ພໍ່​ຂອງ​ເພິ່ນ.

ພະ​ເຢຊູ​ຮູ້​ວ່າ​ເພິ່ນ​ມີ​ສິດ​ຫຼາຍ​ໜ້ອຍ​ສ່ຳ​ໃດ​ແລະ​ເພິ່ນ​ກໍ​ບໍ່​ເຮັດ​ເກີນ​ສິດ​ນັ້ນ (ເບິ່ງ​ຂໍ້ 14)

14. ເມື່ອ​ມີ​ຄົນ​ມາ​ຂໍ​ໃຫ້​ພະ​ເຢຊູ​ເຮັດ​ສິ່ງ​ທີ່​ເພິ່ນ​ບໍ່​ມີ​ສິດ ເພິ່ນ​ຕອບ​ແນວ​ໃດ?

14 ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢຊູ​ເຮັດ​ຕອນ​ທີ່​ຢາໂກໂບ​ກັບ​ໂຢຮັນ​ແລະ​ແມ່​ຂອງ​ເຂົາ​ເຈົ້າ​ມາ​ຂໍ​ສິດທິ​ພິເສດ​ທີ່​ພະ​ເຢຊູ​ບໍ່​ສາມາດ​ໃຫ້​ໄດ້. ພະ​ເຢຊູ​ຕອບ​ເຂົາ​ເຈົ້າ​ທັນທີ​ວ່າ ມີ​ແຕ່​ພໍ່​ຂອງ​ເພິ່ນ​ເທົ່າ​ນັ້ນ​ທີ່​ຈະ​ຕັດສິນ​ໃຈ​ໄດ້​ວ່າ​ໃຜ​ຈະ​ນັ່ງ​ຢູ່​ເບື້ອງ​ຂວາ​ຫຼື​ເບື້ອງ​ຊ້າຍ​ມື​ຂອງ​ເພິ່ນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ. (ມທ. 20:20-23) ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຮູ້​ວ່າ​ໂຕ​ເອງ​ມີ​ສິດ​ຫຼາຍ​ໜ້ອຍ​ສ່ຳ​ໃດ. ເພິ່ນ​ຈຽມ​ໂຕ​ແລະ​ບໍ່​ເຄີຍ​ເຮັດ​ເກີນ​ສິດ​ທີ່​ພະ​ເຢໂຫວາ​ບອກ​ໃຫ້​ເຮັດ. (ຢຮ. 12:49) ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ໄດ້​ແນວ​ໃດ?

ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ແນວ​ໃດ​ໃນ​ເລື່ອງ​ຄວາມ​ຈຽມ​ໂຕ? (ເບິ່ງ​ຂໍ້ 15-16) *

15-16. ເຮົາ​ຈະ​ໃຊ້​ຄຳ​ແນະນຳ​ໃນ 1 ໂກຣິນໂທ 4:6 ແນວ​ໃດ?

15 ເຮົາ​ຮຽນ​ແບບ​ຕົວຢ່າງ​ຂອງ​ພະ​ເຢຊູ​ໂດຍ​ເຮັດ​ຕາມ​ຄຳ​ແນະນຳ​ໃນ 1 ໂກຣິນໂທ 4:6 ທີ່​ບອກ​ວ່າ: “ຢ່າ​ກາຍ​ຂອບ​ເຂດ​ທີ່​ຂຽນ​ໄວ້.” ເມື່ອ​ມີ​ຄົນ​ມາ​ຂໍ​ຄຳ​ແນະນຳ​ຈາກ​ເຮົາ ເຮົາ​ບໍ່​ຄວນ​ບັງຄັບ​ໃຫ້​ເຂົາ​ເຈົ້າ​ຮັບ​ເອົາ​ຄວາມ​ຄິດ​ຂອງ​ເຮົາ​ຫຼື​ບໍ່​ຄວນ​ເວົ້າ​ອອກ​ໄປ​ໂດຍ​ທີ່​ບໍ່​ໄດ້​ຄິດ​ດີໆກ່ອນ. ແຕ່​ເຮົາ​ຄວນ​ໃຫ້​ຄຳ​ແນະນຳ​ທີ່​ມາ​ຈາກ​ຄຳພີ​ໄບເບິນ​ຫຼື​ປຶ້ມ​ຕ່າງໆຂອງ​ອົງການ. ເມື່ອ​ເຮັດ​ແບບ​ນີ້ ເຮົາ​ກໍ​ຍອມ​ຮັບ​ວ່າ​ເຮົາ​ບໍ່​ຮູ້​ໝົດ​ທຸກ​ສິ່ງ ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຄົນ​ຈຽມ​ໂຕ ແລະ​ຮູ້​ວ່າ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ດີ​ກວ່າ​ຄວາມ​ຄິດ​ຂອງ​ເຮົາ​ສະເໝີ.—ພນມ. 15:3, 4

16 ນອກ​ຈາກ​ຈະ​ເປັນ​ການ​ໃຫ້​ກຽດ​ພະ​ເຢໂຫວາ​ແລ້ວ ເຮົາ​ຍັງ​ມີ​ເຫດຜົນ​ອື່ນ​ອີກ​ທີ່​ຈະ​ເປັນ​ຄົນ​ຖ່ອມ​ແລະ​ຈຽມ​ໂຕ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄວາມ​ຖ່ອມ​ແລະ​ຄວາມ​ຈຽມ​ໂຕ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ແລະ​ເຂົ້າ​ກັບ​ຄົນ​ອື່ນ​ໄດ້​ແນວ​ໃດ.

ເຮົາ​ຈະ​ໄດ້​ປະໂຫຍດ​ຫຍັງ​ຖ້າ​ເຮົາ​ຖ່ອມ​ແລະ​ຈຽມ​ໂຕ?

17. ເປັນ​ຫຍັງ​ຄົນ​ທີ່​ຖ່ອມ​ແລະ​ຈຽມ​ໂຕ​ຈຶ່ງ​ມີ​ຄວາມ​ສຸກ?

17 ການ​ເປັນ​ຄົນ​ຖ່ອມ​ແລະ​ຈຽມ​ໂຕ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ? ກໍ​ຍ້ອນ​ວ່າ​ເມື່ອ​ເຮົາ​ຍອມ​ຮັບ​ວ່າ​ມີ​ບາງ​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້ ເຮົາ​ກໍ​ຈະ​ຮູ້ສຶກ​ຂອບໃຈ​ຄົນ​ອື່ນ​ທີ່​ຊ່ວຍ​ເຫຼືອ​ເຮົາ. ຕົວຢ່າງ​ເຊັ່ນ: ໃຫ້​ຄິດ​ເຖິງ​ຕອນ​ທີ່​ພະ​ເຢຊູ​ປິ່ນປົວ​ຄົນ​ຂີ້ທູດ 10 ຄົນ. ມີ​ແຕ່​ຄົນ​ດຽວ​ທີ່​ກັບ​ມາ​ຂອບໃຈ​ພະ​ເຢຊູ​ທີ່​ປິ່ນປົວ​ລາວ​ຈາກ​ພະຍາດ​ທີ່​ເປັນ​ຕາ​ຢ້ານ​ນັ້ນ ເຊິ່ງ​ບໍ່​ມີ​ທາງ​ທີ່​ລາວ​ຈະ​ປິ່ນປົວ​ດ້ວຍ​ໂຕ​ເອງ​ໄດ້. ຜູ້​ຊາຍ​ຄົນ​ນີ້​ທີ່​ຖ່ອມ​ແລະ​ຈຽມ​ໂຕ​ໄດ້​ເຫັນ​ຄຸນຄ່າ​ທີ່​ພະ​ເຢຊູ​ຊ່ວຍ​ເຫຼືອ​ລາວ ແລະ​ລາວ​ກໍ​ຍົກຍ້ອງ​ສັນລະເສີນ​ພະເຈົ້າ.—ລກ. 17:11-19

18. ຄວາມ​ຖ່ອມ​ແລະ​ຈຽມ​ໂຕ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ກັບ​ຄົນ​ອື່ນ​ໄດ້​ແນວ​ໃດ? (ໂຣມ 12:10)

18 ຄົນ​ທີ່​ຖ່ອມ​ແລະ​ຈຽມ​ໂຕ​ຈະ​ເຂົ້າ​ກັບ​ຄົນ​ອື່ນ​ໄດ້​ດີ​ແລະ​ມີ​ໝູ່​ສະໜິດ​ຫຼາຍ​ຄົນ. ຍ້ອນ​ຫຍັງ? ຍ້ອນ​ເຂົາ​ເຈົ້າ​ຍອມ​ຮັບ​ວ່າ​ຄົນ​ອື່ນ​ກໍ​ມີ​ຄຸນ​ລັກສະນະ​ທີ່​ດີ​ຫຼາຍ​ຢ່າງ​ແລະ​ເຊື່ອ​ໝັ້ນ​ໃນ​ໂຕ​ເຂົາ​ເຈົ້າ. ຄົນ​ຖ່ອມ​ແລະ​ຈຽມ​ໂຕ​ຈະ​ມີ​ຄວາມ​ສຸກ​ເມື່ອ​ເຫັນ​ວ່າ​ຄົນ​ອື່ນ​ເຮັດ​ວຽກ​ມອບ​ໝາຍ​ຕ່າງໆໄດ້​ດີ ເຂົາ​ເຈົ້າ​ບໍ່​ລໍ​ຊ້າ​ທີ່​ຈະ​ຊົມ​ເຊີຍ​ແລະ​ໃຫ້​ກຽດ​ຄົນ​ເຫຼົ່າ​ນັ້ນ.—ອ່ານ​ໂຣມ 12:10

19. ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຄວນ​ເປັນ​ຄົນ​ຍິ່ງ?

19 ກົງ​ກັນ​ຂ້າມ ຄົນ​ຍິ່ງ​ຈະ​ບໍ່​ມັກ​ຊົມ​ເຊີຍ​ຄົນ​ອື່ນ ແຕ່​ຢາກ​ໃຫ້​ຄົນ​ອື່ນ​ມາ​ຍົກຍ້ອງ​ຊົມ​ເຊີຍ​ໂຕ​ເອງ​ຫຼາຍ​ກວ່າ. ເຂົາ​ເຈົ້າ​ມັກ​ຊີງ​ດີ​ຊີງ​ເດັ່ນ​ແລະ​ຄິດ​ວ່າ​ໂຕ​ເອງ​ດີ​ກວ່າ​ຄົນ​ອື່ນ. ແທນ​ທີ່​ຈະ​ຝຶກ​ສອນ​ແລະ​ມອບ​ສິດ​ອຳນາດ​ໃຫ້​ຄົນ​ອື່ນ ເຂົາ​ເຈົ້າ​ພັດ​ຢ້ານ​ວ່າ​ຄົນ​ອື່ນ​ຈະ​ເຮັດ​ບໍ່​ໄດ້​ດີ​ຄື​ກັບ​ທີ່​ໂຕ​ເອງ​ເຮັດ ແລະ​ຄິດ​ວ່າ​ຄົນ​ອື່ນ​ຈະ​ເຮັດ​ບໍ່​ຖືກ. ຄົນ​ຍິ່ງ​ຢາກ​ໃຫ້​ຄົນ​ອື່ນ​ເບິ່ງ​ວ່າ​ໂຕ​ເອງ​ສຳຄັນ​ແລະ​ອິດສາ​ເມື່ອ​ເຫັນ​ວ່າ​ຄົນ​ອື່ນ​ເຮັດ​ໄດ້​ດີ​ກວ່າ​ໂຕ​ເອງ. (ຄລຕ. 5:26) ຄົນ​ແບບ​ນີ້​ຈະ​ບໍ່​ຄ່ອຍ​ມີ​ໝູ່. ຖ້າ​ເຮົາ​ສັງເກດ​ວ່າ​ໂຕ​ເອງ​ເລີ່ມ​ເປັນ​ຄົນ​ຍິ່ງ ໃຫ້​ເຮົາ​ຟ້າວ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ຂໍ​ໃຫ້​ເພິ່ນ​ຊ່ວຍ “ປ່ຽນ​ຄວາມ​ຄິດ” ເພື່ອ​ບໍ່​ໃຫ້​ນິດໄສ​ທີ່​ບໍ່​ດີ​ນີ້​ຝັງ​ເລິກ​ໃນ​ຫົວໃຈ​ເຮົາ.—ຣມ. 12:2

20. ເປັນ​ຫຍັງ​ເຮົາ​ຄວນ​ເປັນ​ຄົນ​ຖ່ອມ​ແລະ​ຈຽມ​ໂຕ?

20 ເຮົາ​ຂອບໃຈ​ພະ​ເຢໂຫວາ​ແທ້ໆທີ່​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ເຮົາ! ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ຖ່ອມ​ຕອນ​ທີ່​ເພິ່ນ​ປະຕິບັດ​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ ແລະ​ເຮົາ​ກໍ​ຢາກ​ຮຽນ​ແບບ​ເພິ່ນ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຢາກ​ຮຽນ​ແບບ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທີ່​ຈຽມ​ໂຕ​ເຊິ່ງ​ເລື່ອງ​ຂອງ​ເຂົາ​ເຈົ້າ​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ. ໃຫ້​ເຮົາ​ຍົກຍ້ອງ​ສັນລະເສີນ​ພະ​ເຢໂຫວາ​ແລະ​ໃຫ້​ກຽດ​ເພິ່ນ​ສະເໝີ​ຕາມ​ທີ່​ເພິ່ນ​ສົມຄວນ​ໄດ້​ຮັບ. (ພນມ. 4:11) ຖ້າ​ເຮົາ​ເຮັດ​ທຸກ​ສິ່ງ​ທັງ​ໝົດ​ນີ້ ເຮົາ​ກໍ​ຈະ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ຕະຫຼອດ​ໄປ​ເພາະ​ເພິ່ນ​ຮັກ​ຄົນ​ທີ່​ຖ່ອມ​ແລະ​ຈຽມ​ໂຕ.

ເພງ 123 ເຊື່ອ​ຟັງ​ກົດ​ລະບຽບ​ຂອງ​ອົງການ​ພະເຈົ້າ​ຢ່າງ​ພັກດີ

^ ຂໍ້ 5 ຄົນ​ຖ່ອມ​ແມ່ນ​ຄົນ​ທີ່​ສະແດງ​ຄວາມ​ເມດຕາ​ແລະ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ພະ​ເຢໂຫວາ​ຖ່ອມ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ຮຽນ​ເລື່ອງ​ຄວາມ​ຖ່ອມ​ຈາກ​ພະ​ເຢໂຫວາ ແລະ​ເຮົາ​ຍັງ​ຈະ​ໄດ້​ຮຽນ​ເລື່ອງ​ນີ້​ຈາກ​ກະສັດ​ຊາອູນ ຜູ້​ພະຍາກອນ​ດານີເອນ ແລະ​ພະ​ເຢຊູ.

^ ຂໍ້ 58 ຄຳ​ອະທິບາຍ​ຮູບ: ຜູ້​ດູ​ແລ​ຄົນ​ໜຶ່ງ​ໃຊ້​ເວລາ​ຝຶກ​ສອນ​ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ໃຫ້​ຮັບ​ຜິດ​ຊອບ​ເບິ່ງ​ແຍງ​ເຂດ​ປະກາດ​ຂອງ​ປະຊາຄົມ. ຫຼັງ​ຈາກ​ນັ້ນ ຜູ້​ດູ​ແລ​ກໍ​ບໍ່​ໄດ້​ເຂົ້າ​ໄປ​ຄຸມ​ວິທີ​ທີ່​ພີ່ນ້ອງ​ຊາຍ​ຄົນ​ນັ້ນ​ເຮັດ​ວຽກ ແຕ່​ປ່ອຍ​ໃຫ້​ລາວ​ເຮັດ​ວຽກ​ນັ້ນ​ດ້ວຍ​ໂຕ​ເອງ.

^ ຂໍ້ 62 ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຖາມ​ຜູ້​ດູ​ແລ​ວ່າ​ເໝາະ​ສົມ​ບໍ​ທີ່​ຈະ​ໄປ​ງານ​ດອງ​ທີ່​ຈັດ​ຢູ່​ໃນ​ໂບດ. ຜູ້​ດູ​ແລ​ບໍ່​ໄດ້​ໃຫ້​ຄຳ​ແນະນຳ​ຈາກ​ຄວາມ​ຄິດ​ຂອງ​ໂຕ​ເອງ ແຕ່​ໃຫ້​ພີ່ນ້ອງ​ຍິງ​ເບິ່ງ​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ.