ເລື່ອງຊີວິດຈິງ
ຄວາມອ່ອນແອຂອງຂ້ອຍເຮັດໃຫ້ເຫັນວ່າລິດເດດຂອງພະເຢໂຫວາຊ່ວຍຂ້ອຍຢູ່
ຂ້ອຍກັບເມຍມາຮອດປະເທດໂກລົມບີໃນປີ 1985. ຕອນນັ້ນຢູ່ຫັ້ນມີແຕ່ຄວາມຮຸນແຮງ ຍ້ອນລັດຖະບານຕ້ອງຕໍ່ສູ້ກັບພວກຄ້າຢາເສບຕິດໃນເມືອງຕ່າງໆ ແລະຕໍ່ສູ້ກັບພວກກຸ່ມໂຈນທີ່ຢູ່ຕາມພູ. ໃນເມືອງເມເດຢິນ ເຊິ່ງຕໍ່ມາເຮົາໄດ້ໄປຮັບໃຊ້ຢູ່ຫັ້ນ ມີພວກໄວລຸ້ນທີ່ເປັນນັກເລງຍ່າງຢູ່ຕາມທາງ ເຂົາເຈົ້າຂາຍຢາເສບຕິດ ຂູ່ເອົາເງິນຈາກຄົນອື່ນ ແລະຮັບຈ້າງເປັນມືປືນ. ຄົນເຫຼົ່ານີ້ບໍ່ມີໃຜຢູ່ຈົນຮອດເຖົ້າ ຍ້ອນຕາຍຕັ້ງແຕ່ຕອນທີ່ເປັນໄວລຸ້ນ. ຕອນຢູ່ໂກລົມບີ ເຮົາຮູ້ສຶກຄືກັບວ່າກຳລັງຢູ່ອີກໂລກໜຶ່ງ.
ຄົນທຳມະດາ 2 ຄົນຈາກປະເທດແຟງລັງທີ່ຢູ່ທາງເໜືອຂອງໂລກ ມາຢູ່ທະວີບອາເມຣິກາໃຕ້ໄດ້ແນວໃດ? ແລະຕະຫຼອດຊີວິດທີ່ຜ່ານມາຂ້ອຍໄດ້ຮຽນຫຍັງແດ່?
ຊີວິດຕອນຍັງນ້ອຍຢູ່ປະເທດແຟງລັງ
ຂ້ອຍເກີດໃນປີ 1955. ຂ້ອຍມີອ້າຍ 2 ຄົນ ແລະຂ້ອຍເປັນລູກຫຼ້າ. ຂ້ອຍໃຫຍ່ຢູ່ທາງພາກໃຕ້ຂອງແຟງລັງເຊິ່ງຕອນນີ້ແຖວນັ້ນເອີ້ນວ່າເມືອງວານຕາ.
ແມ່ຮັບບັບເຕມາແລະເຂົ້າມາເປັນພະຍານພະເຢໂຫວາບໍ່ດົນກ່ອນທີ່ຂ້ອຍຈະເກີດ ແຕ່ພໍ່ຂ້ອຍບໍ່ໄດ້ເປັນພະຍານພະເຢໂຫວາແລະຕໍ່ຕ້ານຄວາມຈິງ. ພໍ່ບໍ່ຍອມໃຫ້ແມ່ສອນຄຳພີໄບເບິນໃຫ້ພວກເຮົາແລະບໍ່ໃຫ້ພາພວກເຮົາໄປປະຊຸມ ແມ່ຈຶ່ງພະຍາຍາມສອນຄວາມຈິງໃນຄຳພີໄບເບິນໃຫ້ພວກເຮົາຕອນທີ່ພໍ່ບໍ່ຢູ່.
ຂ້ອຍຕັ້ງໃຈທີ່ຈະເຊື່ອຟັງພະເຢໂຫວາຕັ້ງແຕ່ຍັງນ້ອຍ. ຕົວຢ່າງເຊັ່ນ: ຕອນຂ້ອຍອາຍຸ 7 ປີ ນາຍຄູຢູ່ໂຮງຮຽນໃຈຮ້າຍໃຫ້ຂ້ອຍຫຼາຍ ຍ້ອນຂ້ອຍບໍ່ຍອມກິນເວຣິລັດຕິຢາ (ເຂົ້າໜົມຂອງແຟງລັງທີ່ມີເລືອດ). ນາຍຄູເອົາມືເບື້ອງໜຶ່ງບີບປາກຂ້ອຍ ແລະມືອີກເບື້ອງໜຶ່ງກໍຖືສ້ອມທີ່ມີເຂົ້າໜົມ ແລ້ວພະຍາຍາມຍັດເຂົ້າໜົມໃສ່ປາກຂ້ອຍ ແຕ່ຂ້ອຍປັດສ້ອມໃຫ້ຕົກຈາກມືລາວໄດ້.
ພໍ່ຂ້ອຍຕາຍຕອນຂ້ອຍອາຍຸ 12 ປີ. ຫຼັງຈາກນັ້ນ ຂ້ອຍກໍເຂົ້າຮ່ວມປະຊຸມເປັນປະຈຳໄດ້. ພີ່ນ້ອງໃນປະຊາຄົມສະແດງຄວາມສົນໃຈຕໍ່ຂ້ອຍຫຼາຍຈຶ່ງເຮັດໃຫ້ຂ້ອຍຢາກກ້າວໜ້າຫຼາຍຂຶ້ນ. ຂ້ອຍເລີ່ມອ່ານຄຳພີໄບເບິນທຸກໆມື້ແລະສຶກສາຄົ້ນຄວ້າປຶ້ມຕ່າງໆຂອງອົງການຢ່າງຈິງຈັງ. ການມີນິດໄສສຶກສາສ່ວນໂຕທີ່ດີແບບນີ້ເຮັດໃຫ້ຂ້ອຍມີຄຸນສົມບັດຮັບບັບເຕມາໄດ້ຕອນອາຍຸ 14 ປີ. ຂ້ອຍຮັບບັບເຕມາໃນວັນທີ 8 ສິງຫາ 1969.
ບໍ່ດົນຫຼັງຈາກຮຽນຈົບມັດທະຍົມ ຂ້ອຍກໍເລີ່ມເປັນໄພໂອເນຍປະຈຳ. ສອງສາມອາທິດຕໍ່ມາຂ້ອຍກໍຍ້າຍໄປເມືອງປິລາເວຊີທີ່ຢູ່ພາກກາງຂອງແຟງລັງເຊິ່ງເປັນເຂດທີ່ຕ້ອງການຜູ້ປະກາດຫຼາຍກວ່າ.
ຢູ່ເມືອງປິລາເວຊີ ຂ້ອຍໄດ້ເຈິກັບພີ່ນ້ອງຍິງຄົນໜຶ່ງຊື່ຊີກກ້າ. ຂ້ອຍປະທັບໃຈລາວຫຼາຍ ຍ້ອນລາວເປັນຄົນຖ່ອມ ມີຄວາມເຊື່ອເຂັ້ມແຂງ ແລະຮັກພະເຢໂຫວາຫຼາຍ. ລາວບໍ່ໄດ້ສະແຫວງຫາຊີວິດທີ່ສະດວກສະບາຍຫຼືມີເງິນຫຼາຍໆ. ເຮົາ 2 ຄົນຢາກຮັບໃຊ້ພະເຢໂຫວາໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ບໍ່ວ່າຈະເປັນວຽກມອບໝາຍແບບໃດກໍຕາມ. ເຮົາແຕ່ງດອງກັນໃນວັນທີ 23 ມີນາ 1974. ແທນທີ່ຈະໄປຮັນນີມູນ ເຮົາໄດ້ຍ້າຍໄປຮັບໃຊ້ຢູ່ເມືອງກາດຕຸລາ ເຊິ່ງເປັນເຂດທີ່ຕ້ອງການຜູ້ປະກາດຫຼາຍກວ່າ.
ພະເຢໂຫວາເບິ່ງແຍງເຮົາ
ຫຼັງຈາກແຕ່ງດອງແລ້ວ ພະເຢໂຫວາກໍເຮັດໃຫ້ເຮົາເຫັນວ່າເພິ່ນຈະເບິ່ງແຍງເຮົາໃຫ້ມີສິ່ງຈຳເປັນສະເໝີຖ້າເຮົາໃຫ້ການປົກຄອງຂອງເພິ່ນເປັນສິ່ງສຳຄັນທີ່ສຸດໃນຊີວິດ. (ມທ. 6:33) ຕົວຢ່າງເຊັ່ນ: ຕອນທີ່ຢູ່ເມືອງກາດຕຸລາເຮົາບໍ່ມີລົດໃຫຍ່ ຖ້າຈະໄປໃສເຮົາກໍຕ້ອງໄດ້ຂີ່ລົດຖີບໄປ. ຍາມໜາວອາກາດຈະໜາວຫຼາຍຍ້ອນອຸນຫະພູມຫຼຸດລົງຈົນຕິດລົບ. ຖ້າຈະໄປປະກາດໃນເຂດຂອງປະຊາຄົມທີ່ກວ້າງໆຕ້ອງມີລົດໃຫຍ່ ແຕ່ຕອນນັ້ນເຮົາບໍ່ມີເງິນຊື້ລົດເລີຍ.
ຢູ່ດີໆອ້າຍຂ້ອຍກໍມາຢາມແລະບອກວ່າຈະເອົາລົດໃຫຍ່ໃຫ້ເຮົາ. ລາວຊື້ປະກັນໄພສຳລັບລົດແລ້ວ ເຮົາມີແຕ່ຕ້ອງຈ່າຍຄ່ານ້ຳມັນເທົ່ານັ້ນ. ຕັ້ງແຕ່ນັ້ນມາ ເຮົາກໍມີລົດໃຫຍ່ໃຊ້.
ພະເຢໂຫວາເຮັດໃຫ້ເຮົາເຫັນວ່າການເບິ່ງແຍງເຮົາໃຫ້ມີສິ່ງຈຳເປັນແມ່ນໜ້າທີ່ຂອງເພິ່ນ. ໜ້າທີ່ຂອງເຮົາແມ່ນຕ້ອງໃຫ້ການປົກຄອງຂອງເພິ່ນເປັນສິ່ງສຳຄັນທີ່ສຸດໃນຊີວິດ.
ໂຮງຮຽນກິລຽດ
ຕອນເຮົາເຂົ້າໂຮງຮຽນໄພໂອເນຍໃນປີ 1978 ຄູສອນຄົນໜຶ່ງຊື່ໄຣໂມ ໂກກາເນນ aໄດ້ຊວນເຮົາໃຫ້ສະໝັກເຂົ້າໂຮງຮຽນກິລຽດ. ດັ່ງນັ້ນ ເຮົາຈຶ່ງເລີ່ມຮຽນພາສາອັງກິດເພື່ອຈະມີຄຸນສົມບັດເຂົ້າໂຮງຮຽນນີ້. ແຕ່ໃນປີ 1980 ກ່ອນທີ່ເຮົາຈະສະໝັກເຂົ້າໂຮງຮຽນກິລຽດ ເຮົາຖືກເຊີນໃຫ້ໄປຮັບໃຊ້ຢູ່ສາຂາແຟງລັງ. ຕອນນັ້ນ ຄົນທີ່ຮັບໃຊ້ຢູ່ເບເທນບໍ່ສາມາດສະໝັກເຂົ້າໂຮງຮຽນກິລຽດໄດ້. ແຕ່ເຮົາກໍຢາກຮັບໃຊ້ຕາມທີ່ພະເຢໂຫວາເຫັນວ່າດີທີ່ສຸດ ບໍ່ແມ່ນຕາມທີ່ເຮົາ ຄິດວ່າດີທີ່ສຸດ. ເຮົາຈຶ່ງຮັບເອົາຄຳເຊີນທີ່ໃຫ້ໄປຮັບໃຊ້ຢູ່ເບເທນ. ແຕ່ເຮົາກໍຍັງຮຽນພາສາອັງກິດຕໍ່ໄປບາງເທື່ອອາດຈະມີໂອກາດໄດ້ເຂົ້າໂຮງຮຽນກິລຽດ.
ສອງສາມປີຕໍ່ມາ ຄະນະກຳມະການປົກຄອງກໍໃຫ້ພີ່ນ້ອງທີ່ເຮັດວຽກຢູ່ເບເທນສະໝັກເຂົ້າໂຮງຮຽນກິລຽດໄດ້. ເຮົາຈຶ່ງສະໝັກທັນທີ ເຮົາສະໝັກບໍ່ແມ່ນຍ້ອນວ່າເຮົາບໍ່ມີຄວາມສຸກໃນການຮັບໃຊ້ຢູ່ເບເທນ. ກົງກັນຂ້າມ ເຮົາຢາກຈະເຮັດໃຫ້ໂຕເອງພ້ອມສະເໝີທີ່ຈະຮັບໃຊ້ໃນບ່ອນທີ່ມີຄວາມຕ້ອງການຫຼາຍກວ່າຖ້າເຮົາສາມາດເຮັດແບບນັ້ນໄດ້. ເຮົາຖືກເຊີນໃຫ້ເຂົ້າໂຮງຮຽນກິລຽດລຸ້ນທີ 79 ແລະຮຽນຈົບໃນເດືອນກັນຍາ 1985. ເຮົາຖືກມອບໝາຍໃຫ້ໄປຮັບໃຊ້ຢູ່ປະເທດໂກລົມບີ.
ວຽກມອບໝາຍທຳອິດແມ່ນການເປັນມິດຊັນນາຣີ
ຢູ່ປະເທດໂກລົມບີ ວຽກມອບໝາຍທຳອິດຂອງເຮົາແມ່ນເຮັດວຽກຢູ່ສຳນັກງານສາຂາ. ຂ້ອຍພະຍາຍາມເຮັດວຽກມອບໝາຍໃຫ້ດີທີ່ສຸດ ແຕ່ຫຼັງຈາກ 1 ປີ ຂ້ອຍຮູ້ສຶກວ່າເຮົາຈຳເປັນຕ້ອງປ່ຽນວຽກມອບໝາຍ. ນີ້ເປັນເທື່ອທຳອິດແລະເທື່ອດຽວໃນຊີວິດທີ່ຂ້ອຍຂໍປ່ຽນວຽກມອບໝາຍ. ຫຼັງຈາກນັ້ນ ເຮົາຖືກມອບໝາຍໃຫ້ເປັນມິດຊັນນາຣີຢູ່ເມືອງນີວາໃນເຂດຮຸຍລາ.
ຂ້ອຍມັກວຽກປະກາດຫຼາຍ. ຕອນທີ່ເປັນໂສດແລະເປັນໄພໂອເນຍຢູ່ແຟງລັງ ບາງເທື່ອຂ້ອຍປະກາດຕັ້ງແຕ່ເຊົ້າໆຈົນຮອດຄ່ຳ. ເມື່ອແຕ່ງດອງແລ້ວ ຂ້ອຍກັບຊີກກ້າກໍໃຊ້ເວລາໝົດມື້ໄປປະກາດນຳກັນ. ຕອນທີ່ເຮົາໄປປະກາດໃນເຂດທີ່ຢູ່ໄກໆ ບາງເທື່ອເຮົາກໍນອນຢູ່ໃນລົດເພື່ອຈະບໍ່ຕ້ອງເສຍເວລາໃນການເດີນທາງ ແລະເພື່ອເຮົາຈະພ້ອມປະກາດຕັ້ງແຕ່ເຊົ້າໆ.
ເມື່ອຮັບໃຊ້ເປັນມິດຊັນນາຣີ ເຮົາກໍມີຄວາມກະຕືລືລົ້ນອີກເທື່ອໜຶ່ງໃນວຽກຮັບໃຊ້. ປະຊາຄົມຂອງເຮົາມີຄົນເພີ່ມຂຶ້ນ ແລະພີ່ນ້ອງໃນປະຊາຄົມກໍຮັກກັນ ໃຫ້ກຽດກັນ ແລະເຫັນຄ່າກັນ.
ພະລັງຂອງຄຳອະທິດຖານ
ໃກ້ໆກັບເມືອງນີວາທີ່ພວກເຮົາຮັບໃຊ້ຢູ່ ມີຫຼາຍເມືອງທີ່ບໍ່ມີພະຍານພະເຢໂຫວາເລີຍ. ຂ້ອຍຈຶ່ງຄິດວ່າຄົນທີ່ຢູ່ຫັ້ນຈະໄດ້ຍິນຂ່າວດີໄດ້ແນວໃດ. ຍ້ອນມີສົງຄາມລະຫວ່າງກຸ່ມໂຈນ ມັນຈຶ່ງບໍ່ປອດໄພສຳລັບຄົນຕ່າງຖິ່ນທີ່ຈະເຂົ້າໄປໃນເມືອງເຫຼົ່ານັ້ນ. ດັ່ງນັ້ນ ຂ້ອຍຈຶ່ງອະທິດຖານຂໍໃຫ້ມີຜູ້ໃດຜູ້ໜຶ່ງໃນເມືອງເຫຼົ່ານັ້ນເຂົ້າມາເປັນພະຍານພະເຢໂຫວາ. ຂ້ອຍຄິດໄວ້ວ່າຜູ້ນັ້ນຕ້ອງຮຽນຄວາມຈິງຢູ່ເມືອງນີວາ. ນອກຈາກນັ້ນ ຂ້ອຍຍັງອະທິດຖານວ່າຫຼັງຈາກທີ່ຜູ້ນັ້ນຮັບບັບເຕມາແລ້ວຂໍໃຫ້ລາວມີຄວາມເຊື່ອເຂັ້ມແຂງແລະໃຫ້ໄປປະກາດຢູ່ບ້ານເກີດຂອງລາວ. ຂ້ອຍຄວນຮູ້ວ່າພະເຢໂຫວາມີວິທີແກ້ໄຂບັນຫາດີກວ່າທີ່ຂ້ອຍຄິດໄວ້.
ຫຼັງຈາກນັ້ນບໍ່ດົນ ຂ້ອຍໄດ້ສຶກສາກັບໄວລຸ້ນຄົນໜຶ່ງຊື່ເຟີນັນໂດ້ ກອນຊາເລ. ລາວຢູ່ເມືອງອັນເຄຊີຣັດເຊິ່ງເປັນເມືອງໜຶ່ງທີ່ບໍ່ມີພະຍານພະເຢໂຫວາເລີຍ. ທຸກອາທິດ ເຟີນັນໂດ້ເດີນທາງຫຼາຍກວ່າ 50 ກິໂລແມັດເພື່ອມາເຮັດວຽກຢູ່ເມືອງນີວາ. ແຕ່ລະເທື່ອທີ່ສຶກສາລາວກຽມໂຕດີຫຼາຍ ແລະຫຼັງຈາກສຶກສາໄດ້ບໍ່ດົນລາວກໍເລີ່ມເຂົ້າຮ່ວມການປະຊຸມທຸກລາຍການ. ຕັ້ງແຕ່ອາທິດທຳອິດທີ່ລາວສຶກສາ ລາວຊວນຄົນໃນເມືອງທີ່ລາວຢູ່ໃຫ້ມາຟັງສິ່ງທີ່ລາວໄດ້ຮຽນຈາກຄຳພີໄບເບິນ.
ຫຼັງຈາກເຟີນັນໂດ້ສຶກສາໄດ້ 6 ເດືອນ ລາວກໍຮັບບັບເຕມາໃນເດືອນມັງກອນ 1990. ຫຼັງຈາກນັ້ນ ລາວກໍເປັນໄພໂອເນຍປະຈຳ. ເມື່ອມີພີ່ນ້ອງ 1 ຄົນຢູ່ເມືອງອັນເຄຊີຣັດແລ້ວ ສຳນັກງານສາຂາຈຶ່ງຮູ້ສຶກວ່າປອດໄພຢູ່ທີ່ຈະສົ່ງ
ໄພໂອເນຍພິເສດໄປເມືອງນັ້ນ. ໃນເດືອນກຸມພາ 1992 ໄດ້ຕັ້ງປະຊາຄົມໜຶ່ງຂຶ້ນຢູ່ເມືອງອັນເຄຊີຣັດ.ເຟີນັນໂດ້ມີແຕ່ປະກາດໃນເມືອງທີ່ລາວຢູ່ບໍ? ບໍ່. ຫຼັງຈາກແຕ່ງດອງແລ້ວ ລາວກັບເມຍຍ້າຍໄປຢູ່ເມືອງຊານ ວີເຊນເຕ ເດລ ຄາວານ ເຊິ່ງເປັນອີກເມືອງໜຶ່ງທີ່ບໍ່ມີພະຍານພະເຢໂຫວາເລີຍ. ເຂົາເຈົ້າຊ່ວຍຕັ້ງປະຊາຄົມໜຶ່ງຢູ່ຫັ້ນ ແລະໃນປີ 2002 ເຟີນັນໂດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ເບິ່ງແຍງໝວດ. ລາວກັບໂອກ້າເມຍຂອງລາວຍັງຮັບໃຊ້ເປັນຜູ້ເບິ່ງແຍງໝວດຈົນຮອດທຸກມື້ນີ້.
ຈາກປະສົບການນີ້ ຂ້ອຍໄດ້ຮຽນຮູ້ວ່າເປັນເລື່ອງສຳຄັນຫຼາຍທີ່ເຮົາຕ້ອງອະທິດຖານແບບເຈາະຈົງກ່ຽວກັບວຽກມອບໝາຍຂອງເຮົາ. ພະເຢໂຫວາສາມາດເຮັດໃນສິ່ງທີ່ເຮົາເຮັດບໍ່ໄດ້ ຍ້ອນວຽກເກັບກ່ຽວເປັນວຽກຂອງເພິ່ນ ບໍ່ແມ່ນວຽກຂອງເຮົາ.—ມທ. 9:38
ພະເຢໂຫວາກະຕຸ້ນເຮົາໃຫ້ມີທັງ “ຄວາມຕ້ອງການແລະກຳລັງ”
ໃນປີ 1990 ຂ້ອຍຖືກມອບໝາຍໃຫ້ເປັນຜູ້ເບິ່ງແຍງໝວດ. ໝວດທຳອິດຂອງເຮົາແມ່ນເມືອງໂບໂກຕາທີ່ເປັນເມືອງຫຼວງຂອງໂກລົມບີ. ເຮົາຢ້ານວ່າຈະເຮັດວຽກມອບໝາຍນີ້ບໍ່ໄດ້ດີ. ຂ້ອຍກັບເມຍເປັນຄົນທຳມະດາແລະເຮົາບໍ່ມີຄວາມສາມາດພິເສດຫຍັງ ທັງບໍ່ລຶ້ງໃຊ້ຊີວິດໃນເມືອງໃຫຍ່ທີ່ສັບສົນວຸ່ນວາຍ. ແຕ່ພະເຢໂຫວາເຮັດຕາມທີ່ເພິ່ນສັນຍາໄວ້ໃນຟີລິບປອຍ 2:13 ທີ່ວ່າ: “ພະເຈົ້າເປັນຜູ້ທີ່ກະຕຸ້ນພວກເຈົ້າໃຫ້ມີທັງຄວາມຕ້ອງການແລະກຳລັງເພື່ອຈະເຮັດສິ່ງທີ່ເພິ່ນພໍໃຈ.”
ຕໍ່ມາ ຂ້ອຍຖືກມອບໝາຍໃຫ້ເປັນຜູ້ເບິ່ງແຍງໝວດຢູ່ເມືອງເມເດຢິນເຊິ່ງເປັນເມືອງທີ່ຂ້ອຍເວົ້າເຖິງໃນຕອນທຳອິດ. ຢູ່ຫັ້ນ ຄົນລຶ້ງກັບຄວາມຮຸນແຮງທີ່ເກີດຂຶ້ນຕາມຫົນທາງຈົນເຂົາເຈົ້າບໍ່ຮູ້ສຶກຢ້ານ. ຕົວຢ່າງເຊັ່ນ: ມື້ໜຶ່ງ ຕອນທີ່ຂ້ອຍກຳລັງສຶກສາກັບຜູ້ຊາຍຄົນໜຶ່ງ ມີການຍິງກັນຢູ່ທາງນອກເຮືອນຂອງລາວ. ຂ້ອຍກຳລັງຊິໝູບລົງພື້ນ ແຕ່ລາວຍັງນັ່ງອ່ານຕໍ່ຈົນຈົບຂໍ້ນັ້ນຄືກັບວ່າບໍ່ມີຫຍັງເກີດຂຶ້ນ. ເມື່ອອ່ານຈົບແລ້ວ ລາວກໍຂໍອອກໄປທາງນອກ ແລ້ວກໍເອົາລູກທີ່ຍັງນ້ອຍ 2 ຄົນເຂົ້າມາ. ລາວເວົ້າແບບບໍ່ຕົກໃຈເລີຍວ່າ: “ຂໍໂທດເດີ້ ຂ້ອຍຕ້ອງເອົາລູກເຂົ້າມາໃນເຮືອນ.”
ເຮົາຍັງເຈິເລື່ອງທີ່ເປັນຕາຢ້ານຫຼາຍເທື່ອ. ມີເທື່ອໜຶ່ງ ຕອນທີ່ເຮົາກຳລັງປະກາດຕາມເຮືອນ ຢູ່ດີໆເມຍຂ້ອຍກໍແລ່ນແບບຕົກໃຈມາຫາຂ້ອຍ. ລາວໜ້າຈືດແລະບອກວ່າມີຄົນຍິງປືນໃສ່ລາວ. ຂ້ອຍຕົກໃຈຫຼາຍ ແຕ່ຕໍ່ມາກໍຮູ້ວ່າຜູ້ທີ່ຍິງປືນນັ້ນບໍ່ໄດ້ຕັ້ງໃຈຈະຍິງຊີກກ້າ ແຕ່ຈະຍິງຜູ້ຊາຍທີ່ຢືນຢູ່ໃກ້ໆຊີກກ້າ.
ເມື່ອຜ່ານໄປໄລຍະໜຶ່ງ ເຮົາກໍບໍ່ຢ້ານຄວາມຮຸນແຮງທີ່ເກີດຂຶ້ນຕາມຫົນທາງປານໃດ. ເຮົາໄດ້ກຳລັງໃຈຈາກຄວາມເຂັ້ມແຂງຂອງພີ່ນ້ອງທ້ອງຖິ່ນທີ່ເຄີຍເຈິສະຖານະການແບບເຮົາ ແລະບາງຄົນກໍເຈິໜັກກວ່າເຮົາອີກ. ເຮົາໝັ້ນໃຈວ່າຖ້າພະເຢໂຫວາຊ່ວຍເຂົາເຈົ້າ ເພິ່ນກໍຈະຊ່ວຍເຮົາຄືກັນ. ເຮົາເຊື່ອຟັງຄຳແນະນຳຂອງຜູ້ເບິ່ງແຍງສະເໝີ ລະວັງໂຕ ແລະໄວ້ວາງໃຈພະເຢໂຫວາ.
ບາງເທື່ອເຫດການບາງຢ່າງກໍບໍ່ໄດ້ຮ້າຍແຮງຄືກັບທີ່ເຮົາຄິດ. ມີເທື່ອໜຶ່ງ ຂ້ອຍໄດ້ຍິນສຽງຄືກັບຜູ້ຍິງ 2 ຄົນຜິດກັນບັກດັງໆຢູ່ໜ້າເຮືອນທີ່ຂ້ອຍໄປຢາມ. ຂ້ອຍບໍ່ສົນໃຈຈະອອກໄປເບິ່ງ ແຕ່ເຈົ້າຂອງເຮືອນເອີ້ນຂ້ອຍໃຫ້ອອກໄປລະບຽງ ປະກົດວ່າສຽງທີ່ຜິດກັນແມ່ນສຽງນົກແກ້ວ 2 ໂຕທີ່ສອນຄວາມເພື່ອນບ້ານ.
ໄດ້ຮັບວຽກມອບໝາຍໃໝ່ແລະຈຸດອ່ອນທີ່ຕ້ອງຮັບມື
ໃນປີ 1997 ຂ້ອຍຖືກແຕ່ງຕັ້ງໃຫ້ເປັນຜູ້ສອນໃນໂຮງຮຽນຝຶກອົບຮົມຜູ້ຊ່ວຍວຽກຮັບໃຊ້. b ຂ້ອຍມັກຮຽນໃນໂຮງຮຽນຕ່າງໆຂອງອົງການຫຼາຍ ແຕ່ຂ້ອຍກະບໍ່ຄິດບໍ່ຝັນວ່າຈະໄດ້ສິດທິພິເສດເປັນຄູສອນ.
ຕໍ່ມາ ຂ້ອຍຖືກມອບໝາຍໃຫ້ເປັນຜູ້ເບິ່ງແຍງພາກ ແລະເມື່ອໜ້າທີ່ນີ້ຖືກຍົກເລີກແລ້ວ ຂ້ອຍກໍກັບມາເປັນຜູ້ເບິ່ງແຍງໝວດອີກ. ຕະຫຼອດ 30 ປີທີ່ຜ່ານມາ ຂ້ອຍມີຄວາມສຸກກັບວຽກມອບໝາຍຫຼາຍແບບ ເຊັ່ນ: ເປັນຜູ້ສອນແລະເປັນຜູ້ເບິ່ງແຍງໝວດ. ວຽກເຫຼົ່ານີ້ເຮັດໃຫ້ຂ້ອຍໄດ້ຮັບປະໂຫຍດຫຼາຍແທ້ໆ ແຕ່ທຸກຢ່າງກໍບໍ່ໄດ້ງ່າຍສະເໝີໄປ. ຂ້ອຍຈະເລົ່າໃຫ້ຟັງ.
ຂ້ອຍເປັນຄົນແຂງໆແລະໝັ້ນໃຈໃນໂຕເອງ ເຊິ່ງມັນຊ່ວຍຂ້ອຍໃຫ້ຮັບມືໄດ້ຕອນທີ່ເຈິກັບບັນຫາທີ່ຍາກໆ. ແຕ່ບາງເທື່ອຂ້ອຍກໍມີຄວາມຕັ້ງໃຈຫຼາຍໂພດທີ່ຈະຈັດການບາງເລື່ອງໃນປະຊາຄົມໃຫ້ໄດ້. ມີເທື່ອໜຶ່ງ ຂ້ອຍໃຫ້ຄຳແນະນຳພີ່ນ້ອງບາງຄົນຢ່າງໜັກແໜ້ນວ່າເຂົາເຈົ້າຕ້ອງສະແດງຄວາມຮັກແລະເປັນຄົນມີເຫດຜົນຫຼາຍຂຶ້ນ. ແຕ່ທີ່ຈິງແລ້ວ ຕອນນັ້ນແມ່ນຂ້ອຍເອງທີ່ບໍ່ໄດ້ສະແດງຄວາມຮັກແລະເປັນຄົນບໍ່ມີເຫດຜົນ.—ຣມ. 7:21-23
ຍ້ອນເຮັດຜິດພາດ ບາງເທື່ອຂ້ອຍກໍຮູ້ສຶກທໍ້ໃຈຫຼາຍ. (ຣມ. 7:24) ມີເທື່ອໜຶ່ງ ຂ້ອຍອະທິດຖານບອກພະເຢໂຫວາວ່າຄືຊິດີກວ່າຖ້າຂ້ອຍເຊົາເປັນມິດຊັນນາຣີແລ້ວກໍກັບໄປແຟງລັງ. ຕອນແລງມື້ນັ້ນ ຂ້ອຍໄປປະຊຸມ ສ່ວນທີ່ຂ້ອຍໄດ້ຟັງຢູ່ການປະຊຸມໃຫ້ກຳລັງໃຈຂ້ອຍແລະເຮັດໃຫ້ຂ້ອຍໝັ້ນໃຈວ່າຂ້ອຍຄວນເຮັດວຽກມອບໝາຍຕໍ່ໄປແລະພະຍາຍາມປັບປຸງໂຕເອງໃຫ້ດີຂຶ້ນ. ຄຳຕອບທີ່ພະເຢໂຫວາໃຫ້ມື້ນັ້ນຍັງປະທັບໃຈຂ້ອຍຈົນຮອດທຸກມື້ນີ້. ຂ້ອຍຂອບໃຈແທ້ໆທີ່ເພິ່ນຊ່ວຍຂ້ອຍໃຫ້ເອົາຊະນະຈຸດອ່ອນຂອງໂຕເອງໄດ້.
ເບິ່ງອະນາຄົດດ້ວຍຄວາມໝັ້ນໃຈ
ຂ້ອຍກັບຊີກກ້າຂອບໃຈພະເຢໂຫວາແທ້ໆທີ່ເພິ່ນໃຫ້ເຮົາມີສິດທິພິເສດທີ່ຮັບໃຊ້ເຕັມເວລາເກືອບຕະຫຼອດຊີວິດ. ຂ້ອຍຍັງຂອບໃຈພະເຢໂຫວານຳທີ່ໃຫ້ຂ້ອຍມີເມຍທີ່ໜ້າຮັກແລະສັດຊື່.
ອີກຈັກໜ້ອຍຂ້ອຍກໍຈະຮອດ 70 ປີ ແລະຂ້ອຍຈະບໍ່ໄດ້ເຮັດໜ້າທີ່ເປັນຜູ້ສອນແລະເປັນຜູ້ເບິ່ງແຍງໝວດ. ແຕ່ຂ້ອຍກໍບໍ່ເສຍໃຈ ຍ້ອນຂ້ອຍເຊື່ອວ່າສິ່ງທີ່ເຮັດໃຫ້ພະເຢໂຫວາໄດ້ຮັບກຽດທີ່ສຸດແມ່ນການທີ່ເຮົາຮັບໃຊ້ເພິ່ນດ້ວຍຄວາມຈຽມໂຕ ສັນລະເສີນເພິ່ນດ້ວຍຄວາມຮູ້ສຶກຂອບໃຈ ແລະຮັກເພິ່ນສຸດຫົວໃຈ. (ມກ. 6:8; ມຣກ. 12:32-34) ເຮົາບໍ່ຈຳເປັນຕ້ອງມີໜ້າທີ່ມອບໝາຍທີ່ສຳຄັນຈຶ່ງຈະສັນລະເສີນພະເຢໂຫວາໄດ້.
ເມື່ອຄິດເຖິງວຽກມອບໝາຍຕ່າງໆທີ່ໄດ້ຮັບ ເຊິ່ງເຮັດໃຫ້ຂ້ອຍມ່ວນຫຼາຍ ຂ້ອຍຮູ້ວ່າຂ້ອຍໄດ້ຮັບສິດທິພິເສດແບບນັ້ນບໍ່ແມ່ນຍ້ອນຂ້ອຍດີກວ່າຫຼືມີຄວາມສາມາດຫຼາຍກວ່າຄົນອື່ນ ແຕ່ເປັນຍ້ອນພະເຢໂຫວາສະແດງຄວາມກະລຸນາທີ່ຍິ່ງໃຫຍ່ຕໍ່ຂ້ອຍທັງໆທີ່ຂ້ອຍມີຈຸດອ່ອນແລະຕ້ອງປັບປຸງໂຕເອງຫຼາຍຢ່າງ. ຂ້ອຍຮູ້ວ່າຖ້າພະເຢໂຫວາບໍ່ຊ່ວຍ ຂ້ອຍບໍ່ມີທາງເຮັດວຽກມອບໝາຍເຫຼົ່ານີ້ໄດ້ສຳເລັດ. ຂ້ອຍເຫັນວ່າເມື່ອຂ້ອຍອ່ອນແອ ຂ້ອຍກໍເຫັນລິດເດດຂອງພະເຢໂຫວາຊ່ວຍຂ້ອຍຢູ່.—2ກຣ. 12:9
a ເລື່ອງຊີວິດຈິງຂອງໄຣໂມ ໂກກາເນນ “ຕັ້ງໃຈແນ່ວແນ່ຈະຮັບໃຊ້ພະເຢໂຫວາ” ຢູ່ໃນຫໍສັງເກດການ 1 ເມສາ 2006.
b ປັດຈຸບັນນີ້ແມ່ນໂຮງຮຽນຜູ້ປະກາດລາຊະອານາຈັກ