ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 14

ເພງ​ທີ 56 ເຮັດ​ໃຫ້​ຄວາມ​ຈິງ​ເປັນ​ຂອງ​ເຈົ້າ​ເອງ

“ພະຍາຍາມ​ກ້າວໜ້າ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ໃຫຍ່”

“ພະຍາຍາມ​ກ້າວໜ້າ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ໃຫຍ່”

“ໃຫ້​ພວກ​ເຮົາ​ພະຍາຍາມ​ກ້າວໜ້າ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ໃຫຍ່.”ຮຣ. 6:1

ຈຸດ​ສຳຄັນ

ຄົນ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ຈະ​ຄິດ​ແລະ​ເຮັດ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ພໍໃຈ​ສະເໝີ​ແລະ​ຈະ​ຕັດສິນໃຈ​ຢ່າງ​ສະຫຼາດ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ໄດ້​ແນວ​ໃດ.

1. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ?

 ສິ່ງ​ໜຶ່ງ​ທີ່​ເຮັດ​ໃຫ້​ພໍ່​ແມ່​ດີ​ໃຈ​ທີ່​ສຸດ​ແມ່ນ​ຕອນ​ທີ່​ລູກ​ເກີດ​ມາ. ເຖິງ​ວ່າ​ພໍ່​ແມ່​ຈະ​ຮັກ​ລູກ​ຫຼາຍ ແຕ່​ເຂົາເຈົ້າ​ກໍ​ບໍ່​ຢາກ​ໃຫ້​ລູກ​ເປັນ​ແອນ້ອຍ​ຢູ່​ຕະຫຼອດ. ທີ່ຈິງ ເຂົາເຈົ້າ​ຈະ​ອຸກໃຈ​ຫຼາຍ​ຖ້າ​ລູກ​ບໍ່​ໃຫຍ່​ຈັກ​ເທື່ອ. ຄ້າຍຄື​ກັນ ພະ​ເຢໂຫວາ​ກໍ​ມີ​ຄວາມ​ສຸກ​ເມື່ອ​ເຫັນ​ເຮົາ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ ແຕ່​ເພິ່ນ​ກໍ​ບໍ່​ຢາກ​ໃຫ້​ເຮົາ​ຢຸດ​ຢູ່​ສ່ຳ​ນັ້ນ​ແລະ​ເປັນ​ຄື​ກັບ​ແອນ້ອຍ​ທາງ​ຄວາມ​ເຊື່ອ. (1ກຣ. 3:1) ເພິ່ນ​ຢາກ​ໃຫ້​ເຮົາ​ກ້າວໜ້າ​ຈົນ “ເປັນ​ຜູ້​ໃຫຍ່” ທາງ​ຄວາມ​ເຊື່ອ.—1ກຣ. 14:20

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

2 ການ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຈະ​ກ້າວໜ້າ​ຈົນ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ໄດ້​ແນວ​ໃດ? ການ​ມີ​ຄວາມ​ຮູ້​ທີ່​ເລິກ​ເຊິ່ງ​ໃນ​ພະຄຳພີ​ທີ່​ເປັນ​ຄື​ກັບ​ອາຫານ​ແຂງ​ຈະ​ຊ່ວຍ​ເຮົາ​ໃຫ້​ກ້າວໜ້າ​ໄດ້​ແນວ​ໃດ? ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ໝັ້ນໃຈ​ໃນ​ໂຕເອງ​ຫຼາຍ​ເກີນ​ໄປ? ໃນ​ບົດ​ນີ້​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້.

ການ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ໝາຍ​ຄວາມ​ວ່າ​ແນວ​ໃດ?

3. ການ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ໝາຍ​ຄວາມ​ວ່າ​ແນວ​ໃດ?

3 ໃນ​ຄຳພີ​ໄບເບິນ ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ເປັນ​ຜູ້​ໃຫຍ່” ຍັງ​ໝາຍເຖິງ​ການ​ມີ​ຄຸນລັກສະນະ​ແບບ​ຄລິດສະຕຽນ. a (ອຟຊ. 4:13) ຄື​ກັບ​ແອນ້ອຍ​ທີ່​ຄ່ອຍໆ​ໃຫຍ່​ຂຶ້ນ​ຈົນ​ກາຍ​ເປັນ​ຜູ້​ໃຫຍ່ ເຮົາ​ເອງ​ກໍ​ຕ້ອງ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ ເຊິ່ງ​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ນີ້​ແຫຼະ​ຄື​ການ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ. ເຖິງ​ວ່າ​ເຮົາ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ແລ້ວ ເຮົາ​ກໍ​ບໍ່​ຄວນ​ຢຸດ​ຢູ່​ແຕ່​ສ່ຳ​ນັ້ນ. (1ຕມ. 4:15) ເຮົາ​ທຸກ​ຄົນ​ສາມາດ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ໄດ້​ເຖິງ​ວ່າ​ຈະ​ອາຍຸ​ຍັງ​ນ້ອຍ. ແຕ່​ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ແລ້ວ?

4. ຄົນ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ເປັນ​ແບບ​ໃດ?

4 ຄົນ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮັດ. ລາວ​ຈະ​ບໍ່​ເຮັດ​ສິ່ງ​ທີ່​ໂຕເອງ​ຢາກ​ເຮັດ​ເທົ່າ​ນັ້ນ. ເຖິງ​ວ່າ​ລາວ​ເປັນ​ຄົນ​ບໍ່​ສົມບູນແບບ​ແລະ​ຍັງ​ເຮັດ​ຜິດ​ພາດ​ຢູ່ ແຕ່​ລາວ​ສະແດງ​ໃຫ້​ເຫັນ​ໃນ​ແຕ່​ລະ​ມື້​ວ່າ​ລາວ​ຄິດ​ແລະ​ເຮັດ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ພໍໃຈ​ສະເໝີ. ລາວ​ຈະ​ປູກ​ຝັງ​ນິດໄສ​ໃໝ່​ແລະ​ພະຍາຍາມ​ຄິດ​ຄື​ກັບ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ເລື້ອຍໆ. (ອຟຊ. 4:22-24) ລາວ​ໄດ້​ຝຶກ​ໂຕເອງ​ໃຫ້​ຕັດສິນໃຈ​ແບບ​ສະຫຼາດ​ໂດຍ​ອາໄສ​ກົດໝາຍ​ແລະ​ຫຼັກການ​ຂອງ​ພະ​ເຢໂຫວາ ລາວ​ຈຶ່ງ​ບໍ່​ຕ້ອງ​ມີ​ກົດ​ທີ່​ຂຽນ​ເປັນ​ລາຍການ​ຍາວໆ​ວ່າ​ອັນ​ໃດ​ເຮັດ​ໄດ້​ອັນ​ໃດ​ເຮັດ​ບໍ່​ໄດ້. ເມື່ອ​ຕັດສິນໃຈ​ແລ້ວ ລາວ​ກໍ​ພະຍາຍາມ​ສຸດ​ຂີດ​ທີ່​ຈະ​ເຮັດ​ຕາມ​ນັ້ນ​ໃຫ້​ໄດ້.—1ກຣ. 9:26, 27

5. ອາດ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ທີ່​ຍັງ​ບໍ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ? (ເອເຟໂຊ 4:14, 15)

5 ກົງ​ກັນ​ຂ້າມ ຄົນ​ທີ່​ຍັງ​ບໍ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ຈະ​ຫຼົງ​ເຊື່ອ “ອຸບາຍ​ຫຼອກລວງ” ໄດ້​ງ່າຍ ແລະ​ເຊື່ອ​ຂ່າວ​ປອມ ຂ່າວ​ລື ແລະ​ເລື່ອງ​ຕົວະ​ໃນ​ສື່​ຕ່າງໆ ຫຼື​ລາວ​ອາດ​ຖືກ​ຄົນ​ທີ່​ທໍລະຍົດ​ພະເຈົ້າ​ຫຼອກລວງ. b (ອ່ານ​ເອເຟໂຊ 4:14, 15) ລາວ​ອາດ​ເປັນ​ຄົນ​ມັກ​ອິດສາ ມັກ​ຜິດ​ຖຽງ ໃຈ​ຮ້າຍ​ງ່າຍ ແລະ​ຍອມແພ້​ຕໍ່​ການ​ລໍ້ໃຈ​ໄດ້​ງ່າຍ.—1ກຣ. 3:3

6. ເປັນ​ຫຍັງ​ຈຶ່ງ​ສົມທຽບ​ການ​ກ້າວໜ້າ​ຈົນ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ວ່າ​ຄື​ກັບ​ເດັກນ້ອຍ​ທີ່​ໃຫຍ່​ເປັນ​ຜູ້​ໃຫຍ່? (ເບິ່ງ​ຮູບ​ນຳ)

6 ຄື​ກັບ​ທີ່​ໄດ້​ເວົ້າ​ໄປ​ແລ້ວ ຄຳພີ​ໄບເບິນ​ສົມທຽບ​ການ​ກ້າວໜ້າ​ຈົນ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ວ່າ​ຄື​ກັບ​ເດັກນ້ອຍ​ທີ່​ໃຫຍ່​ເປັນ​ຜູ້​ໃຫຍ່. ຕາມ​ປົກກະຕິ​ແລ້ວ​ເດັກນ້ອຍ​ຈະ​ບໍ່​ມີ​ປະສົບການ ລາວ​ຈຶ່ງ​ຕ້ອງ​ມີ​ຜູ້​ໃຫຍ່​ປົກປ້ອງ​ແລະ​ຊີ້ນຳ. ໃຫ້​ເຮົາ​ເບິ່ງ​ຕົວຢ່າງ​ປຽບທຽບ​ນຳ​ກັນ. ຕອນ​ທີ່​ກຳລັງ​ຈະ​ຂ້າມ​ທາງ ແມ່​ຊິ​ບອກ​ລູກ​ສາວ​ທີ່​ຍັງ​ນ້ອຍ​ໃຫ້​ຈັບ​ມື​ແມ່​ໄວ້. ແຕ່​ເມື່ອ​ລູກ​ໃຫຍ່​ແລ້ວ​ແມ່​ອາດຈະ​ປ່ອຍ​ໃຫ້​ລູກ​ຂ້າມ​ທາງ​ເອງ ແຕ່​ກໍ​ເຕືອນ​ລູກ​ວ່າ​ກ່ອນ​ຈະ​ຂ້າມ​ທາງ​ໃຫ້​ແນມ​ຊ້າຍ​ແນມ​ຂວາ​ກ່ອນ​ວ່າ​ມີ​ລົດ​ບໍ່. ເມື່ອ​ລູກ​ສາວ​ເປັນ​ຜູ້​ໃຫຍ່​ແລ້ວ ລາວ​ກໍ​ຮູ້​ວ່າ​ຈະ​ຂ້າມ​ທາງ​ແນວ​ໃດ​ໃຫ້​ປອດໄພ. ຄື​ກັບ​ເດັກນ້ອຍ​ທີ່​ຕ້ອງ​ໃຫ້​ຜູ້​ໃຫຍ່​ຊ່ວຍ​ເພື່ອ​ຈະ​ຫຼີກລ່ຽງ​ອັນຕະລາຍ​ໄດ້ ຄົນ​ທີ່​ຍັງ​ບໍ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ກໍ​ຕ້ອງ​ໃຫ້​ຄົນ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ຊ່ວຍ​ເພື່ອ​ເຂົາເຈົ້າ​ຈະ​ບໍ່​ເຮັດ​ສິ່ງ​ທີ່​ທຳລາຍ​ສາຍ​ສຳພັນ​ຂອງ​ເຂົາເຈົ້າ​ກັບ​ພະ​ເຢໂຫວາ​ແລະ​ສາມາດ​ຕັດສິນໃຈ​ໄດ້​ຢ່າງ​ສະຫຼາດ. ກົງ​ກັນ​ຂ້າມ ຄົນ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ຈະ​ຕັດສິນໃຈ​ໄດ້​ເອງ​ໂດຍ​ຫາ​ເຫດຜົນ​ຈາກ​ຫຼັກການ​ໃນ​ຄຳພີ​ໄບເບິນ​ເພື່ອ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ໃນ​ເລື່ອງ​ຕ່າງໆ ແລ້ວ​ກໍ​ເຮັດ​ຕາມ​ນັ້ນ.

ຄົນ​ທີ່​ຍັງ​ບໍ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ຕ້ອງ​ຮຽນ​ຮູ້​ວິທີ​ທີ່​ຈະ​ຕັດສິນໃຈ​ຢ່າງ​ສະຫຼາດ​ໂດຍ​ອາໄສ​ຫຼັກການ​ໃນ​ຄຳພີ​ໄບເບິນ (ເບິ່ງ​ຂໍ້ 6)


7. ຄົນ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ​ບໍ?

7 ນີ້​ໝາຍ​ຄວາມ​ວ່າ​ຄົນ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ບໍ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ​ບໍ? ບໍ່​ແມ່ນ. ບາງ​ເທື່ອ​ເຂົາເຈົ້າ​ກໍ​ຕ້ອງ​ຂໍ​ໃຫ້​ຄົນ​ອື່ນ​ຊ່ວຍ​ຄື​ກັນ. ຄົນ​ທີ່​ຍັງ​ບໍ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ອາດ​ຢາກ​ໃຫ້​ຄົນ​ອື່ນ​ບອກ​ວ່າ​ລາວ​ຕ້ອງ​ເຮັດ​ຫຍັງ​ຫຼື​ໃຫ້​ຄົນ​ອື່ນ​ຕັດສິນໃຈ​ແທນ​ລາວ. ກົງ​ກັນ​ຂ້າມ ເຖິງ​ວ່າ​ຄົນ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຫຼື​ຖາມ​ຄົນ​ທີ່​ມີ​ສະຕິ​ປັນຍາ​ແລະ​ມີ​ປະສົບການ​ຫຼາຍ​ກວ່າ ແຕ່​ລາວ​ຮູ້​ວ່າ​ລາວ​ຕ້ອງ​ຕັດສິນໃຈ​ເອົາ​ເອງ​ແລະ​ຮູ້​ວ່າ​ພະ​ເຢໂຫວາ​ຄາດໝາຍ​ໃຫ້​ລາວ “ແບກ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ໂຕເອງ.”—ຄລຕ. 6:5

8. ຄົນ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ແຕ່​ລະ​ຄົນ​ຕ່າງ​ກັນ​ໃນ​ເລື່ອງ​ໃດ​ແດ່?

8 ຜູ້​ໃຫຍ່​ແຕ່​ລະ​ຄົນ​ມີ​ຮູບ​ຮ່າງ​ໜ້າ​ຕາ​ບໍ່​ຄື​ກັນ ຄົນ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ກໍ​ຕ່າງ​ກັນ​ໃນ​ເລື່ອງ​ສະຕິ​ປັນຍາ ຄວາມ​ກ້າຫານ ຄວາມ​ເອື້ອເຟື້ອ ແລະ​ຄວາມ​ເຫັນອົກເຫັນໃຈ. ນອກ​ຈາກ​ນັ້ນ ເມື່ອ​ຄົນ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ 2 ຄົນ​ເຈິ​ສະຖານະການ​ຄ້າຍຄື​ກັນ ເຂົາເຈົ້າ​ອາດ​ຕັດສິນໃຈ​ຕ່າງ​ກັນ ແຕ່​ການ​ຕັດສິນໃຈ​ທັງ​ສອງ​ແບບ​ເປັນ​ຕາມ​ຫຼັກການ​ໃນ​ຄຳພີ​ໄບເບິນ. ສ່ວນ​ຫຼາຍ​ມັກ​ຈະ​ເປັນ​ແບບ​ນັ້ນ​ເມື່ອ​ການ​ຕັດສິນໃຈ​ກ່ຽວ​ຂ້ອງ​ກັບໃຈ​ຮູ້​ຜິດ​ຮູ້​ຖືກ. ດັ່ງນັ້ນ ເຂົາເຈົ້າ​ຈະ​ບໍ່​ຕຳໜິ​ກັນ​ຖ້າ​ອີກ​ຄົນ​ໜຶ່ງ​ຕັດສິນໃຈ​ບໍ່​ຄື​ກັບ​ລາວ ແຕ່​ເຂົາເຈົ້າ​ຈະ​ຮັກສາ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໄວ້.—ຣມ. 14:10; 1ກຣ. 1:10

ເຮົາ​ຈະ​ກ້າວໜ້າ​ຈົນ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ໄດ້​ແນວ​ໃດ?

9. ເຮົາ​ຈະ​ກ້າວໜ້າ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ໂດຍ​ອັດຕະໂນມັດ​ໄດ້​ບໍ? ຂໍ​ໃຫ້​ອະທິບາຍ.

9 ເມື່ອ​ເວລາ​ຜ່ານ​ໄປ ເຮົາ​ທຸກ​ຄົນ​ກໍ​ຈະ​ໃຫຍ່​ຂຶ້ນ​ຕາມ​ທຳມະຊາດ ແຕ່​ການ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ບໍ່​ແມ່ນ​ສິ່ງ​ທີ່​ຈະ​ໄດ້​ໂດຍ​ອັດຕະໂນມັດ. ຕົວຢ່າງ​ເຊັ່ນ: ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ຍອມຮັບ​ເອົາ​ຂ່າວ​ດີ ຮັບ​ບັບເຕມາ ໄດ້​ຮັບ​ພະລັງ​ບໍລິສຸດ ແລະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳ​ແນະນຳ​ຫຼາຍ​ຢ່າງ​ຂອງ​ໂປໂລ. (ກຈກ. 18:8-11) ແຕ່​ເຂົາເຈົ້າ​ຫຼາຍ​ຄົນ​ກໍ​ບໍ່​ໄດ້​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ເຖິງ​ວ່າ​ຈະ​ຮັບ​ບັບເຕມາ​ໄດ້​ຫຼາຍ​ປີ​ແລ້ວ. (1ກຣ. 3:2) ເຮົາ​ຈະ​ເຮັດ​ແນວ​ໃດ​ຈຶ່ງ​ຊິ​ບໍ່​ເປັນ​ຄື​ກັບ​ເຂົາເຈົ້າ?

10. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ? (ຢູດາ 20)

10 ເພື່ອ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ ເຮົາ​ຕ້ອງ​ມີ​ຄວາມ​ຕ້ອງການ​ທີ່​ຈະ​ເປັນ​ແບບ​ນັ້ນ​ກ່ອນ. ຄົນ​ຂາດ​ປະສົບການ​ທີ່​ພໍໃຈ​ກັບ​ສິ່ງ​ທີ່​ໂຕເອງ​ເປັນ​ຢູ່​ຈະ​ບໍ່​ມີ​ທາງ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ໄດ້​ເລີຍ. (ສພສ. 1:22) ເຮົາ​ບໍ່​ຢາກ​ເປັນ​ຄົນ​ທີ່​ໃຫຍ່​ແຕ່​ໂຕ​ທີ່​ຍັງ​ໃຫ້​ພໍ່​ແມ່​ຕັດສິນໃຈ​ແທນ​ຕະຫຼອດ ແຕ່​ເຮົາ​ຢາກ​ສ້າງ​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ເຂັ້ມແຂງ​ດ້ວຍ​ໂຕເອງ. (ອ່ານ​ຢູດາ 20) ຖ້າ​ເຈົ້າ​ກຳລັງ​ພະຍາຍາມ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ ໃຫ້​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້ “ມີ​ທັງ​ຄວາມ​ຕ້ອງການ​ແລະ​ກຳລັງ” ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ເພິ່ນ​ພໍໃຈ.—ຟລປ. 2:13

11. ພະ​ເຢໂຫວາ​ໃຫ້​ມີ​ຫຍັງ​ແດ່​ເພື່ອ​ຊ່ວຍ​ເຮົາ​ໃຫ້​ກ້າວໜ້າ​ຈົນ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ? (ເອເຟໂຊ 4:11-13)

11 ພະ​ເຢໂຫວາ​ບໍ່​ໄດ້​ຄາດໝາຍ​ໃຫ້​ເຮົາ​ພະຍາຍາມ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ດ້ວຍ​ໂຕເອງ ແຕ່​ເພິ່ນ​ໃຫ້​ເຮົາ​ມີ​ຜູ້​ເບິ່ງແຍງ​ແລະ​ຜູ້​ສອນ​ໃນ​ປະຊາຄົມ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ “ຈົນ​ເປັນ​ຜູ້​ໃຫຍ່​ຄື​ກັບ​ພະຄລິດ.” (ອ່ານ​ເອເຟໂຊ 4:11-13) ພະ​ເຢໂຫວາ​ຍັງ​ໃຫ້​ພະລັງ​ບໍລິສຸດ​ເພື່ອ​ຊ່ວຍ​ເຮົາ​ໃຫ້ “ຄິດ​ຄື​ກັບ​ພະຄລິດ.” (1ກຣ. 2:14-16) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ໃຫ້​ຂຽນ​ປຶ້ມ​ຂ່າວ​ດີ 4 ຫົວ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢຊູ​ຄິດ ເວົ້າ ແລະ​ເຮັດ​ຫຍັງ​ຕອນ​ທີ່​ເພິ່ນ​ເຮັດ​ວຽກ​ຮັບໃຊ້​ຢູ່​ໃນ​ໂລກ. ຖ້າ​ເຈົ້າ​ຮຽນ​ແບບ​ສິ່ງ​ທີ່​ພະ​ເຢຊູ​ຄິດ​ແລະ​ເຮັດ ເຈົ້າ​ກໍ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ໄດ້.

ຄວາມ​ຮູ້​ທີ່​ເລິກ​ເຊິ່ງ​ໃນ​ພະຄຳພີ​ທີ່​ເປັນ​ຄື​ກັບ​ອາຫານ​ແຂງ

12. “ຫຼັກ​ຄຳສອນ​ເບື້ອງ​ຕົ້ນ​ກ່ຽວກັບ​ພະຄລິດ” ແມ່ນ​ຫຍັງ?

12 ເພື່ອ​ຈະ​ກ້າວໜ້າ​ຈົນ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ ເຮົາ​ຕ້ອງ “ຜ່ານ​ຫຼັກ​ຄຳສອນ​ເບື້ອງ​ຕົ້ນ​ກ່ຽວກັບ​ພະຄລິດ​ມາ​ແລ້ວ” ເຊິ່ງ​ກໍ​ຄື​ຄຳສອນ​ພື້ນຖານ​ຂອງ​ຄລິດສະຕຽນ ເຊັ່ນ: ການ​ກັບໃຈ ຄວາມ​ເຊື່ອ ການ​ຮັບ​ບັບເຕມາ ແລະ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ. (ຮຣ. 6:1, 2) ຄຳສອນ​ເຫຼົ່າ​ນີ້​ເປັນ​ຄຳສອນ​ພື້ນຖານ​ທີ່​ຄລິດສະຕຽນ​ທຸກ​ຄົນ​ຕ້ອງ​ເຊື່ອ. ຍ້ອນ​ແນວ​ນີ້ ເປໂຕ​ຈຶ່ງ​ເວົ້າ​ເຖິງ​ຄຳສອນ​ເຫຼົ່າ​ນີ້​ຕອນ​ທີ່​ລາວ​ປະກາດ​ກັບ​ຄົນ​ກຸ່ມ​ໃຫຍ່​ໃນ​ວັນ​ເພັນເຕກອດ. (ກຈກ. 2:32-35, 38) ເຮົາ​ຕ້ອງ​ຍອມຮັບ​ຄຳສອນ​ພື້ນຖານ​ເຫຼົ່າ​ນີ້​ເພື່ອ​ຈະ​ເປັນ​ລູກສິດ​ຂອງ​ພະ​ເຢຊູ. ໂປໂລ​ເຕືອນ​ວ່າ​ຖ້າ​ຜູ້​ໃດ​ບໍ່​ເຊື່ອ​ຄຳສອນ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ ລາວ​ກໍ​ບໍ່​ແມ່ນ​ຄລິດສະຕຽນ​ແທ້. (1ກຣ. 15:12-14) ເຮົາ​ຕ້ອງ​ບໍ່​ພໍໃຈ​ແຕ່​ກັບ​ການ​ຮູ້​ຈັກ​ຄຳສອນ​ພື້ນຖານ​ເທົ່າ​ນັ້ນ.

13. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ອາຫານ​ແຂງ​ທີ່​ເວົ້າ​ເຖິງ​ໃນ​ເຮັບເຣີ 5:14? (ເບິ່ງ​ຮູບ​ນຳ)

13 ຄວາມ​ຮູ້​ທີ່​ເລິກ​ເຊິ່ງ​ໃນ​ພະຄຳພີ​ທີ່​ເປັນ​ຄື​ກັບ​ອາຫານ​ແຂງ​ຕ່າງ​ຈາກ​ຄຳສອນ​ພື້ນຖານ. ອາຫານ​ແຂງ​ບໍ່​ໄດ້​ມີ​ແຕ່​ກົດໝາຍ​ຂອງ​ພະ​ເຢໂຫວາ​ເທົ່າ​ນັ້ນ ແຕ່​ລວມ​ເຖິງ​ຫຼັກການ​ຕ່າງໆ​ຂອງ​ພະ​ເຢໂຫວາ​ນຳ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຄວາມ​ຄິດ​ຂອງ​ເພິ່ນ. ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ຮູ້​ທີ່​ເລິກ​ເຊິ່ງ​ເຫຼົ່າ​ນີ້ ເຮົາ​ຕ້ອງ​ອ່ານ ຄົ້ນຄວ້າ ຄິດ​ຕຶກຕອງ ແລະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້. ຖ້າ​ເຮັດ​ແບບ​ນີ້ ເຮົາ​ກໍ​ກຳລັງ​ຝຶກ​ໂຕເອງ​ໃຫ້​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ. cອ່ານ​ເຮັບເຣີ 5:14

ຄວາມ​ຮູ້​ທີ່​ເລິກ​ເຊິ່ງ​ໃນ​ພະຄຳພີ​ທີ່​ເປັນ​ຄື​ກັບ​ອາຫານ​ແຂງ​ສອນ​ເຮົາ​ໃຫ້​ຮູ້​ວ່າ​ຈະ​ຕັດສິນໃຈ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ (ເບິ່ງ​ຂໍ້ 13) d


14. ໂປໂລ​ຊ່ວຍ​ຄລິດສະຕຽນ​ໃນ​ເມືອງ​ໂກຣິນໂທ​ແນວ​ໃດ​ໃຫ້​ກ້າວໜ້າ​ຈົນ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ?

14 ເມື່ອ​ຄົນ​ທີ່​ຍັງ​ບໍ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ເຈິ​ສະຖານະການ​ທີ່​ບໍ່​ມີ​ກົດ​ຕາຍ​ໂຕ​ບອກ​ໄວ້​ໃນ​ຄຳພີ​ໄບເບິນ ເຂົາເຈົ້າ​ກໍ​ບໍ່​ຮູ້​ວ່າ​ຈະ​ຕັດສິນໃຈ​ແນວ​ໃດ. ເຂົາເຈົ້າ​ອາດ​ເລືອກ​ເຮັດ​ຕາມ​ໃຈ​ໂຕເອງ​ຫຼື​ອາດ​ຢາກ​ໃຫ້​ມີ​ຄົນ​ມາ​ຕັ້ງ​ກົດ​ໃຫ້. ຄລິດສະຕຽນ​ໃນ​ເມືອງ​ໂກຣິນໂທ​ອາດ​ເປັນ​ແບບ​ນັ້ນ. ເບິ່ງ​ຄື​ວ່າ​ເຂົາເຈົ້າ​ຂໍ​ໃຫ້​ໂປໂລ​ຕັ້ງ​ກົດ​ເລື່ອງ​ກິນ​ຂອງກິນ​ທີ່​ເອົາ​ໄປ​ບູຊາ​ຮູບ​ບູຊາ. ແທນ​ທີ່​ໂປໂລ​ຈະ​ເຮັດ​ແບບ​ນັ້ນ ລາວ​ຊ່ວຍ​ເຂົາເຈົ້າ​ໃຫ້​ເຫັນ​ວ່າ​ແຕ່​ລະ​ຄົນ​ມີ “ສິດ” ເລືອກ​ເອງ​ວ່າ​ຈະ​ກິນ​ຫຼື​ບໍ່​ກິນ ແລ້ວ​ແຕ່​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຂົາເຈົ້າ. ໂປໂລ​ຫາ​ເຫດຜົນ​ຈາກ​ຫຼັກການ​ໃນ​ຄຳພີ​ໄບເບິນ​ເພື່ອ​ຊ່ວຍ​ເຂົາເຈົ້າ​ໃຫ້​ຕັດສິນໃຈ​ໃນ​ແບບ​ທີ່​ບໍ່​ຮູ້ສຶກ​ຜິດ​ແລະ​ບໍ່​ເຮັດ​ໃຫ້​ຄົນ​ອື່ນ​ບໍ່​ສະບາຍ​ໃຈ. (1ກຣ. 8:4, 7-9) ສິ່ງ​ທີ່​ໂປໂລ​ເຮັດ​ເປັນ​ການ​ສອນ​ຄລິດສະຕຽນ​ໃນ​ເມືອງ​ໂກຣິນໂທ​ໃຫ້​ຝຶກ​ໃຊ້​ຄວາມ​ຄິດ​ໂດຍ​ອາໄສ​ຄຳພີ​ໄບເບິນ​ເພື່ອ​ຈະ​ຕັດສິນໃຈ​ເອົາ​ເອງ ແທນ​ທີ່​ຈະ​ເພິ່ງ​ຄົນ​ອື່ນ​ຫຼື​ຊອກ​ເບິ່ງ​ວ່າ​ມີ​ກົດ​ຫຍັງ​ແດ່.

15. ໂປໂລ​ຊ່ວຍ​ຄລິດສະຕຽນ​ຄົນ​ເຮັບເຣີ​ແນວ​ໃດ​ໃຫ້​ກ້າວໜ້າ​ຈົນ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ?

15 ເຮົາ​ໄດ້​ຮຽນ​ເລື່ອງ​ທີ່​ສຳຄັນ​ອີກ​ເລື່ອງ​ໜຶ່ງ​ຈາກ​ຈົດໝາຍ​ທີ່​ໂປໂລ​ຂຽນ​ໄປ​ຫາ​ຄລິດສະຕຽນ​ຄົນ​ເຮັບເຣີ. ເຂົາເຈົ້າ​ບາງ​ຄົນ​ມີ​ຄວາມ​ເຊື່ອ​ບໍ່​ເຂັ້ມແຂງ ເຂົາເຈົ້າ​ຈຶ່ງ “ກັບ​ໄປ​ເປັນ​ຄື​ຄົນ​ທີ່​ຕ້ອງ​ກິນ​ນ້ຳ​ນົມ ບໍ່​ແມ່ນ​ອາຫານ​ແຂງ.” (ຮຣ. 5:12) ເຂົາເຈົ້າ​ບໍ່​ໄດ້​ຮຽນ​ຮູ້​ແລະ​ບໍ່​ຍອມຮັບ​ເລື່ອງ​ໃໝ່ໆ​ທີ່​ພະ​ເຢໂຫວາ​ສອນ​ຜ່ານ​ທາງ​ປະຊາຄົມ. (ສພສ. 4:18) ຕົວຢ່າງ​ເຊັ່ນ: ຄລິດສະຕຽນ​ຄົນ​ເຮັບເຣີ​ຫຼາຍ​ຄົນ​ຍັງ​ສະໜັບສະໜູນ​ກົດໝາຍ​ຂອງ​ໂມເຊ​ທັງໆ​ທີ່​ກົດໝາຍ​ນີ້​ຖືກ​ຍົກ​ເລີກ​ໄດ້ 30 ປີ​ແລ້ວ​ຫຼັງ​ຈາກ​ພະ​ເຢຊູ​ມາ​ຕາຍ​ເປັນ​ຄ່າໄຖ່. (ຣມ. 10:4; ຕຕ. 1:10) ທີ່ຈິງ ຄລິດສະຕຽນ​ເຫຼົ່າ​ນີ້​ມີ​ເວລາ​ຕັ້ງ 30 ປີ​ເພື່ອ​ຈະ​ປັບ​ຄວາມ​ຄິດ​ຂອງ​ໂຕເອງ! ຈົດໝາຍ​ທີ່​ໂປໂລ​ຂຽນ​ໄປ​ຫາ​ເຂົາເຈົ້າ​ມີ​ຄວາມ​ຮູ້​ທີ່​ເລິກ​ເຊິ່ງ​ທີ່​ຊ່ວຍ​ເຂົາເຈົ້າ​ໃຫ້​ເຫັນ​ວ່າ​ການ​ນະມັດສະການ​ພະ​ເຢໂຫວາ​ຮູບ​ແບບ​ໃໝ່​ໂດຍ​ຜ່ານ​ທາງ​ພະ​ເຢຊູ​ແມ່ນ​ດີ​ກວ່າ. ຈົດໝາຍ​ນີ້​ຍັງ​ຊ່ວຍ​ເຂົາເຈົ້າ​ໃຫ້​ກ້າ​ປະກາດ​ຕໍ່ໆ​ໄປ​ເຖິງ​ວ່າ​ຈະ​ຖືກ​ຕໍ່ຕ້ານ.—ຮຣ. 10:19-23

ລະວັງ​ທີ່​ຈະ​ບໍ່​ໝັ້ນໃຈ​ໃນ​ໂຕເອງ​ຫຼາຍ​ເກີນ​ໄປ

16. ເມື່ອ​ເຮົາ​ກ້າວໜ້າ​ຈົນ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ແລ້ວ ເຮົາ​ຕ້ອງ​ເຮັດ​ຫຍັງ​ອີກ?

16 ເມື່ອ​ເຮົາ​ກ້າວໜ້າ​ຈົນ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ແລ້ວ ເຮົາ​ກໍ​ຕ້ອງ​ພະຍາຍາມ​ທີ່​ຈະ​ເປັນ​ແບບ​ນັ້ນ​ຕໍ່ໆ​ໄປ. ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ໝັ້ນໃຈ​ໃນ​ໂຕເອງ​ຫຼາຍ​ເກີນ​ໄປ. (1ກຣ. 10:12) ເຮົາ​ຕ້ອງ “ກວດ​ເບິ່ງ​ໂຕເອງ​ຢູ່​ສະເໝີ” ເພື່ອ​ແນ່​ໃຈ​ວ່າ​ເຮົາ​ກຳລັງ​ກ້າວໜ້າ​ຕໍ່ໆ​ໄປ.—2ກຣ. 13:5

17. ຈົດໝາຍ​ທີ່​ໂປໂລ​ຂຽນ​ໄປ​ຫາ​ພີ່ນ້ອງ​ຢູ່​ເມືອງ​ໂກໂລຊາຍ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາເຈົ້າ​ຕ້ອງ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ຕໍ່ໆ​ໄປ?

17 ໃນ​ຈົດໝາຍ​ທີ່​ໂປໂລ​ຂຽນ​ໄປ​ຫາ​ພີ່ນ້ອງ​ຢູ່​ເມືອງ​ໂກໂລຊາຍ ລາວ​ເນັ້ນ​ອີກ​ເທື່ອ​ໜຶ່ງ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຕ້ອງ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ສະເໝີ. ເຖິງ​ວ່າ​ເຂົາເຈົ້າ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ຢູ່​ແລ້ວ ແຕ່​ໂປໂລ​ກໍ​ເຕືອນ​ເຂົາເຈົ້າ​ໃຫ້​ລະວັງ​ແລະ​ຢ່າ​ຖືກ​ຫຼອກລວງ​ດ້ວຍ​ແນວ​ຄິດ​ຕ່າງໆ​ຂອງ​ໂລກ. (ກລຊ. 2:6-10) ເອປາຟາ​ຮູ້​ຈັກ​ພີ່ນ້ອງ​ຢູ່​ເມືອງ​ໂກໂລຊາຍ​ດີ​ແລະ​ລາວ​ເປັນ​ຫ່ວງ​ເຂົາເຈົ້າ​ຫຼາຍ ລາວ​ຈຶ່ງ​ອະທິດຖານ​ເລື້ອຍໆ​ເພື່ອ​ເຂົາເຈົ້າ​ຈະ “ເປັນ​ຜູ້​ໃຫຍ່​ໃນ​ທຸກ​ດ້ານ.” (ກລຊ. 4:12) ເຮົາ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ທັງ​ໂປໂລ​ແລະ​ເອປາຟາ​ຮູ້​ດີ​ວ່າ​ຖ້າ​ຢາກ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ຕໍ່ໆ​ໄປ ຕ້ອງ​ໄດ້​ພະຍາຍາມ​ຫຼາຍ​ແລະ​ຕ້ອງ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ໂປໂລ​ກັບ​ເອປາຟາ​ຢາກ​ໃຫ້​ພີ່ນ້ອງ​ໃນ​ເມືອງ​ໂກໂລຊາຍ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ຕໍ່ໆ​ໄປ​ເຖິງ​ວ່າ​ຈະ​ເຈິ​ຄວາມ​ຍາກ​ລຳບາກ​ແບບ​ໃດ​ກໍ​ຕາມ.

18. ອາດ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ? (ເບິ່ງ​ຮູບ​ນຳ)

18 ໂປໂລ​ເຕືອນ​ຄລິດສະຕຽນ​ຄົນ​ເຮັບເຣີ​ວ່າ ເຖິງ​ວ່າ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ແລ້ວ ແຕ່​ກໍ​ຕ້ອງ​ລະວັງ​ໂຕ​ໃຫ້​ດີ ຍ້ອນ​ພະ​ເຢໂຫວາ​ອາດ​ບໍ່​ຍອມຮັບ​ຄົນ​ຫົວ​ແຂງ​ທີ່​ບໍ່​ຍອມ​ກັບໃຈ​ແລະ​ບໍ່​ຍອມຮັບ​ການ​ຍົກໂທດ​ຈາກ​ເພິ່ນ. ເປັນ​ຕາ​ດີ​ໃຈ​ແທ້ໆ​ທີ່​ຄລິດສະຕຽນ​ຄົນ​ເຮັບເຣີ​ບໍ່​ໄດ້​ເປັນ​ເຖິງຂັ້ນ​ນັ້ນ. (ຮຣ. 6:4-9) ໃນ​ທຸກ​ມື້​ນີ້​ເດ? ຖ້າ​ມີ​ບາງ​ຄົນ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ຫຼື​ຖືກ​ຕັດ​ສຳພັນ​ແຕ່​ຕໍ່​ມາ​ໄດ້​ກັບໃຈ ເຂົາເຈົ້າ​ຈະ​ເປັນ​ແນວ​ໃດ? ຖ້າ​ເຂົາເຈົ້າ​ຖ່ອມ​ໂຕ​ແລະ​ກັບໃຈ​ແທ້ໆ ເຂົາເຈົ້າ​ກໍ​ບໍ່​ໄດ້​ເປັນ​ຄົນ​ແບບ​ທີ່​ໂປໂລ​ເວົ້າ​ເຖິງ. ເຖິງ​ຈະ​ເປັນ​ແນວ​ນັ້ນ ເຂົາເຈົ້າ​ກໍ​ຍັງ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ເມື່ອ​ກັບ​ມາ​ຫາ​ພະ​ເຢໂຫວາ. (ອຊກ. 34:15, 16) ຜູ້​ເບິ່ງແຍງ​ອາດ​ຂໍ​ໃຫ້​ພີ່ນ້ອງ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ຊ່ວຍ​ເຂົາເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ອີກ​ເທື່ອ​ໜຶ່ງ.

ພະ​ເຢໂຫວາ​ກຽມ​ວິທີ​ທີ່​ຈະ​ຊ່ວຍ​ຄົນ​ທີ່​ອ່ອນແອ​ໃຫ້​ກັບ​ມາ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ສະໜິດ​ກັບ​ເພິ່ນ​ອີກ​ເທື່ອ​ໜຶ່ງ (ເບິ່ງ​ຂໍ້ 18)


19. ເຮົາ​ຄວນ​ມີ​ເປົ້າໝາຍ​ຫຍັງ?

19 ຖ້າ​ເຈົ້າ​ກຳລັງ​ພະຍາຍາມ​ກ້າວໜ້າ​ເພື່ອ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ ຂໍ​ໃຫ້​ໝັ້ນໃຈ​ວ່າ​ເຈົ້າ​ເຮັດ​ໄດ້​ແນ່ນອນ! ໃຫ້​ຮັບ​ເອົາ​ຄວາມ​ຮູ້​ທີ່​ເລິກ​ເຊິ່ງ​ທີ່​ເປັນ​ຄື​ກັບ​ອາຫານ​ແຂງ​ຕໍ່ໆ​ໄປ ແລະ​ພະຍາຍາມ​ທີ່​ຈະ​ຄິດ​ຄື​ກັບ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ເລື້ອຍໆ. ເມື່ອ​ເຈົ້າ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ແລ້ວ ກໍ​ໃຫ້​ພະຍາຍາມ​ເປັນ​ແບບ​ນັ້ນ​ຕໍ່ໆ​ໄປ.

ເຈົ້າ​ຈະ​ຕອບ​ແນວ​ໃດ?

  • ການ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ໝາຍ​ຄວາມ​ວ່າ​ແນວ​ໃດ?

  • ເຮົາ​ຈະ​ກ້າວໜ້າ​ຈົນ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ໄດ້​ແນວ​ໃດ?

  • ເປັນ​ຫຍັງ​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ໝັ້ນໃຈ​ໃນ​ໂຕເອງ​ຫຼາຍ​ເກີນ​ໄປ?

ເພງ​ທີ 65 ກ້າວໜ້າ​ຕໍ່​ຕໍ່​ໄປ!

a ເຖິງ​ວ່າ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ບໍ່​ໄດ້​ໃຊ້​ຄຳ​ວ່າ “ເປັນ​ຜູ້​ໃຫຍ່” ແລະ “ບໍ່​ເປັນ​ຜູ້​ໃຫຍ່” ແຕ່​ກໍ​ມີ​ແນວ​ຄິດ​ກ່ຽວກັບ​ເລື່ອງ​ນີ້​ຢູ່. ຕົວຢ່າງ​ເຊັ່ນ: ໃນ​ປຶ້ມ​ສຸພາສິດ​ມີ​ການ​ສົມທຽບ​ຄວາມ​ແຕກຕ່າງ​ລະຫວ່າງ​ຄົນ​ທີ່​ຍັງ​ໜຸ່ມ​ແລະ​ຂາດ​ປະສົບການ​ກັບ​ຄົນ​ສະຫຼາດ​ແລະ​ຮູ້​ຈັກ​ຄິດ.—ສພສ. 1:4, 5

b ເບິ່ງ​ບົດຄວາມ “ເຈົ້າ​ຈະ​ບໍ່​ຫຼົງ​ເຊື່ອ​ຂໍ້ມູນ​ຜິດໆ​ໄດ້​ແນວ​ໃດ?” ໃນ​ສ່ວນ “ເລື່ອງ​ອື່ນໆ” ທີ່​ຢູ່​ໃນ​ສ່ວນ​ບົດຄວາມ​ຊຸດ​ໃນ​ເວັບໄຊ jw.org ແລະ​ໃນ​ແອັບ JW Library®. (ພາສາ​ໄທ)

c ເບິ່ງ​ຫົວຂໍ້ “ເລື່ອງ​ສຳລັບ​ໃຊ້​ສຶກສາ” ໃນ​ສະບັບ​ນີ້.

d ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໃຊ້​ຫຼັກການ​ທີ່​ໄດ້​ຮຽນ​ໃນ​ຄຳພີ​ໄບເບິນ​ຕອນ​ທີ່​ລາວ​ເລືອກ​ເບິ່ງ​ໜັງ.