ບົດຄວາມສຶກສາທີ 16
ຕັ້ງໃຈຟັງ ພະຍາຍາມຮູ້ຈັກກັນຫຼາຍຂຶ້ນ ແລະເຫັນອົກເຫັນໃຈກັນ
“ເຊົາຕັດສິນຕາມທີ່ເຫັນພາຍນອກ ແຕ່ໃຫ້ຕັດສິນຢ່າງຍຸຕິທຳ.”—ຢຮ. 7:24
ເພງ 101 ເຮັດວຽກຮ່ວມກັນຢ່າງເປັນນ້ຳໜຶ່ງໃຈດຽວ
ໃຈຄວາມສຳຄັນ *
1. ຄຳພີໄບເບິນບອກຄວາມຈິງຫຍັງກ່ຽວກັບພະເຢໂຫວາທີ່ໃຫ້ກຳລັງໃຈເຮົາ?
ເຈົ້າມັກໃຫ້ຄົນອື່ນມາຕັດສິນວ່າເຈົ້າເປັນຄົນແນວໃດຈາກສີຜິວຫຼືຮູບຮ່າງໜ້າຕາບໍ? ເຈົ້າຄືຊິບໍ່ມັກ. ເຮົາຮູ້ສຶກດີໃຈແທ້ໆທີ່ຮູ້ວ່າພະເຢໂຫວາບໍ່ໄດ້ຕັດສິນເຮົາໃນແບບທີ່ມະນຸດເຫັນ! ຕົວຢ່າງ ຕອນທີ່ຊາມູເອນເບິ່ງລູກຊາຍຂອງເຢຊີ ລາວບໍ່ໄດ້ເບິ່ງຄືກັບທີ່ພະເຢໂຫວາເບິ່ງ. ພະເຢໂຫວາບອກຊາມູເອນວ່າ ລູກຊາຍຄົນໜຶ່ງຂອງເຢຊີຈະເປັນກະສັດ. ແຕ່ແມ່ນຜູ້ໃດ? ເມື່ອຊາມູເອນເຫັນເອລີອາບທີ່ເປັນລູກກົກຂອງເຢຊີ ລາວກໍເວົ້າວ່າ “ຄົນນີ້ຕ້ອງເປັນຄົນທີ່ພະເຢໂຫວາຈະເຈີມແທ້ໆ.” ເອລີອາບເບິ່ງຄືມີແວວທີ່ຈະເປັນກະສັດ. ແຕ່ພະເຢໂຫວາໄດ້ບອກຊາມູເອນວ່າ “ຢ່າເບິ່ງໜ້າຫຼືກາຍສູງຂອງເພິ່ນ ເຫດວ່າເຮົາບໍ່ໄດ້ເອົາເພິ່ນ.” ເຮົາໄດ້ບົດຮຽນຫຍັງ? ພະເຢໂຫວາຍັງບອກຕໍ່ວ່າ: “ເຫດວ່າມະນຸດເບິ່ງໜ້າຕາແລະພະເຢໂຫວາເບິ່ງໃຈ.”—1 ຊາມ. 16:1, 6, 7, ລ.ມ.
2. ຕາມໂຢຮັນ 7:24 ເປັນຫຍັງເຮົາບໍ່ຄວນຕັດສິນຄົນອື່ນຈາກພາຍນອກ? ຂໍໃຫ້ຍົກຕົວຢ່າງ.
2 ເນື່ອງຈາກເຮົາເປັນຄົນບໍ່ສົມບູນແບບ ເຮົາຈຶ່ງມັກຕັດສິນຄົນອື່ນຈາກພາຍນອກ. (ອ່ານໂຢຮັນ 7:24) ຖ້າເຮົາເບິ່ງພຽງແຕ່ຕາເປົ່າ ເຮົາຄືຊິບໍ່ຮູ້ຈັກໃຜແທ້ໆ. ຕົວຢ່າງ: ໝໍທີ່ເກັ່ງແລະມີປະສົບການຫຼາຍຄືຊິບໍ່ຮູ້ແທ້ໆວ່າຄົນເຈັບມີພະຍາດຫຍັງຖ້າເບິ່ງດ້ວຍຕາເປົ່າ. ໝໍຕ້ອງຕັ້ງໃຈຟັງຄົນເຈັບວ່າເຄີຍເປັນພະຍາດຫຍັງມາແດ່ ຕອນນີ້ຮູ້ສຶກແນວໃດແລະມີອາການແນວໃດ. ບາງທີໝໍອາດເຖິງຂັ້ນຕ້ອງໃຫ້ຄົນເຈັບສ່ອງໄຟຟ້າເພື່ອຈະຮູ້ວ່າທາງໃນຮ່າງກາຍເປັນແນວໃດ. ຖ້າໝໍບໍ່ເຮັດຕາມຂັ້ນຕອນເຫຼົ່ານີ້ ລາວກໍອາດບົ່ງມະຕິພະຍາດຜິດໄດ້. ຄ້າຍຄືກັນ ຖ້າເຮົາເບິ່ງພີ່ນ້ອງແຕ່ພາຍນອກ ເຮົາກໍບໍ່ສາມາດເຂົ້າໃຈພວກເຂົາໄດ້ແທ້ໆ. ເຮົາຕ້ອງພະຍາຍາມເບິ່ງໃຫ້ເລິກເຂົ້າໄປທາງໃນວ່າ ລາວ ເປັນຄົນແບບໃດ. ເຖິງວ່າເຮົາບໍ່ສາມາດອ່ານໃຈຄົນອື່ນໄດ້ ແລະກໍບໍ່ມີທາງທີ່ຈະເຂົ້າໃຈຄົນອື່ນໄດ້ດີຄືກັບພະເຢໂຫວາ ແຕ່ເຮົາກໍສາມາດເຮັດສຸດຄວາມສາມາດທີ່ຈະຮຽນແບບພະເຢໂຫວາໄດ້. ເຮົາຈະເຮັດແບບນັ້ນໄດ້ແນວໃດ?
3. ເລື່ອງລາວຈາກຄຳພີໄບເບິນໃນບົດຄວາມນີ້ຈະຊ່ວຍເຮົາໃຫ້ຮຽນແບບພະເຢໂຫວາໄດ້ແນວໃດ?
3 ພະເຢໂຫວາປະຕິບັດກັບຜູ້ຮັບໃຊ້ຂອງພະອົງແນວໃດ? ພະອົງຟັງ ພວກເຂົາ. ພະອົງຄິດເຖິງ ຊີວິດແລະສະພາບການຂອງພວກເຂົາ. ແລະພະອົງຍັງເຫັນອົກເຫັນໃຈ ພວກເຂົາ. ຕອນທີ່ເຮົາສຶກສາວິທີທີ່ພະເຢໂຫວາເຮັດສິ່ງເຫຼົ່ານີ້ກັບໂຢນາ ເອລີຢາ ຮາກາ ແລະໂລດ ຂໍໃຫ້ເຮົາສັງເກດວ່າ ເຮົາຈະຮຽນແບບພະເຢໂຫວາແນວໃດເມື່ອປະຕິບັດກັບພີ່ນ້ອງ.
ຕັ້ງໃຈຟັງ
4. ເປັນຫຍັງເຮົາອາດເບິ່ງໂຢນາໃນແງ່ລົບ?
4 ເນື່ອງຈາກເຮົາບໍ່ຮູ້ທຸກຢ່າງກ່ຽວກັບສະພາບການຂອງໂຢນາ ເຮົາອາດຄິດວ່າລາວເປັນຄົນທີ່ໄວ້ໃຈບໍ່ໄດ້ຫຼືເປັນຄົນບໍ່ພັກດີ. ໂຢນາໄດ້ຮັບຄຳສັ່ງໂດຍກົງຈາກພະເຢໂຫວາໃຫ້ໄປປະກາດຄຳພິພາກສາຕໍ່ເມືອງນີນີເວ. ແທນທີ່ລາວຈະເຊື່ອຟັງ ລາວພັດຂີ່ເຮືອໜີໄປອີກທາງໜຶ່ງເພື່ອຈະ “ໜີຈາກໜ້າພະເຢໂຫວາ.” (ໂຢນາ 1:1-3) ຖ້າເປັນເຈົ້າ ເຈົ້າຈະໃຫ້ໂອກາດໂຢນາອີກບໍ? ອາດຈະບໍ່ໃຫ້. ແຕ່ພະເຢໂຫວາເຫັນເຫດຜົນທີ່ຈະໃຫ້ລາວເຮັດວຽກນີ້ຕໍ່ໄປ.—ໂຢນາ 3:1, 2
5. ເຈົ້າໄດ້ຮຽນຮູ້ຫຍັງຈາກຄຳເວົ້າຂອງໂຢນາໃນປຶ້ມໂຢນາ 2:1, 2, 9?
5 ຈາກຄຳອະທິດຖານຂອງໂຢນາ ເຮົາກໍຮູ້ເລີຍວ່າລາວເປັນຄົນແບບໃດແທ້ໆ. (ອ່ານໂຢນາ 2:1, 2, 9) ໂຢນາຄືຊິອະທິດຖານຫຼາຍເທື່ອ ແລະຄຳອະທິດຖານນີ້ກໍເຮັດໃຫ້ເຮົາຮູ້ວ່າລາວເປັນຄົນຖ່ອມຕົວ ສຳນຶກບຸນຄຸນ ແລະຕັ້ງໃຈເຊື່ອຟັງພະເຢໂຫວາເຖິງວ່າລາວຈະເຄີຍໜີ ວຽກມອບໝາຍກໍຕາມ. ນີ້ຈຶ່ງບໍ່ແປກທີ່ພະອົງຈະເບິ່ງຂ້າມຄວາມຜິດພາດຂອງລາວ ຕອບຄຳອະທິດຖານຂອງລາວ ແລະໃຊ້ລາວໃຫ້ເປັນຜູ້ພະຍາກອນຕໍ່ໄປ!
6. ເປັນຫຍັງການພະຍາຍາມຕັ້ງໃຈຟັງຄົນອື່ນຈຶ່ງຄຸ້ມຄ່າ?
6 ເພື່ອຈະຕັ້ງໃຈຟັງຄົນອື່ນ ເຮົາຕ້ອງເປັນຄົນຖ່ອມແລະອົດທົນ. ມີເຫດຜົນຢ່າງໜ້ອຍ 3 ຢ່າງທີ່ຕ້ອງຕັ້ງໃຈຟັງເຊິ່ງມັນຄຸ້ມຄ່າແທ້ໆ. ເຫດຜົນທຳອິດ ການເຮັດແບບນີ້ຈະຊ່ວຍເຮົາບໍ່ໃຫ້ຟ້າວເບິ່ງຄົນອື່ນແບບຜິດໆ. ເຫດຜົນທີສອງ ເຮົາຈະເຂົ້າໃຈຄວາມຮູ້ສຶກແລະເຈຕະນາຂອງພີ່ນ້ອງເຊິ່ງຈະຊ່ວຍເຮົາໃຫ້ເປັນຄົນເຫັນອົກເຫັນໃຈຫຼາຍຂຶ້ນ. ແລະເຫດຜົນທີສາມ ເຮົາອາດຊ່ວຍສຸພາ. 20:5) ຜູ້ດູແລຄົນໜຶ່ງໃນອາຊີເລົ່າວ່າ: “ຂ້ອຍເຄີຍພາດມາແລ້ວເທື່ອໜຶ່ງ ເພາະຂ້ອຍບໍ່ໄດ້ຕັ້ງໃຈຟັງຄວາມຈິງກ່ອນເວົ້າ. ຂ້ອຍເວົ້າໃຫ້ພີ່ນ້ອງຍິງຄົນໜຶ່ງວ່າ ລາວຕ້ອງປັບປຸງຄຳຕອບຂອງລາວໃນການປະຊຸມໃຫ້ດີຂຶ້ນ. ຕໍ່ມາ ຂ້ອຍຈຶ່ງມາຮູ້ວ່າລາວອ່ານໜັງສືບໍ່ເກັ່ງ ແລະຊົ່ວຊິຕອບໄດ້ແຕ່ລະເທື່ອກໍຕ້ອງອອກພະຍາຍາມຫຼາຍ.” ເຫັນໄດ້ວ່າເປັນເລື່ອງສຳຄັນແທ້ໆທີ່ຜູ້ດູແລແຕ່ລະຄົນຈະ “ໄດ້ຍິນຄວາມຈິງ” ກ່ອນທີ່ຈະໃຫ້ຄຳແນະນຳຄົນອື່ນ!—ສຸພາ. 18:13
ພີ່ນ້ອງໃຫ້ເຂົ້າໃຈຕົວເອງຫຼາຍຂຶ້ນເພາະບາງເທື່ອຄົນເຮົາກໍບໍ່ເຂົ້າໃຈຄວາມຮູ້ສຶກຂອງຕົວເອງຈົນກວ່າຈະໄດ້ລະບາຍອອກມາ. (7. ເຈົ້າໄດ້ຮຽນຮູ້ຫຍັງຈາກວິທີທີ່ພະເຢໂຫວາປະຕິບັດຕໍ່ເອລີຢາ?
7 ສຳລັບພີ່ນ້ອງບາງຄົນ ເປັນເລື່ອງຍາກຫຼາຍທີ່ຈະເວົ້າຄວາມຮູ້ສຶກຂອງຕົວເອງ ເຊິ່ງອາດເປັນຍ້ອນປະສົບການໃນອະດີດ ວັດທະນະທຳ ຫຼືບຸກຄະລິກນິດໄສຂອງລາວ. ແລ້ວເຮົາຈະຊ່ວຍລາວໃຫ້ເປີດໃຈລົມກັບເຮົາໄດ້ແນວໃດ? ຂໍໃຫ້ຄິດເຖິງວິທີທີ່ພະເຢໂຫວາປະຕິບັດຕໍ່ເອລີຢາຕອນທີ່ລາວໜີຈາກເຢເຊເບນ. ເອລີຢາໃຊ້ເວລາຫຼາຍມື້ຊົ່ວຊິລະບາຍຄວາມຮູ້ສຶກໃຫ້ພະເຢໂຫວາພໍ່ໃນສະຫວັນຟັງ. ພະເຢໂຫວາຕັ້ງໃຈຟັງລາວແທ້ໆ ຈາກນັ້ນ ພະອົງຈຶ່ງໃຫ້ກຳລັງໃຈລາວແລະມອບວຽກສຳຄັນໃຫ້ລາວເຮັດ. (1 ກະ. 19:1-18) ສຳລັບພີ່ນ້ອງບາງຄົນກໍອາດຕ້ອງໃຊ້ເວລາຄືກັນເພື່ອທີ່ຈະຮູ້ສຶກສະດວກໃຈລົມກັບເຮົາ. ແຕ່ນີ້ກໍເປັນວິທີດຽວທີ່ເຮົາຈະຮູ້ວ່າລາວຮູ້ສຶກແນວໃດແທ້ໆ. ດັ່ງນັ້ນ ຖ້າເຮົາຮຽນແບບພະເຢໂຫວາໂດຍເປັນຄົນອົດທົນ ພີ່ນ້ອງກໍຈະໄວ້ໃຈເຮົາ ແລະເມື່ອລາວພ້ອມທີ່ຈະລະບາຍຄວາມຮູ້ສຶກອອກມາ ເຮົາກໍຄວນຕັ້ງໃຈຟັງລາວ.
ພະຍາຍາມຮູ້ຈັກພີ່ນ້ອງໃຫ້ຫຼາຍຂຶ້ນ
8. ຈາກຕົ້ນເດີມ 16:7-13 ພະເຢໂຫວາຊ່ວຍຮາກາແນວໃດ?
8 ຮາກາເຊິ່ງເປັນສາວໃຊ້ຂອງຊາລາຍໄດ້ເຮັດບໍ່ດີຫຼັງຈາກທີ່ລາວເປັນເມຍຂອງອັບຣາມ. ເມື່ອຮາກາຖືພາ ລາວກໍດູຖູກຊາລາຍທີ່ບໍ່ມີລູກ. ສະຖານະການບໍ່ດີເລີຍຈົນຊາລາຍຕ້ອງໄລ່ລາວໜີ. (ຕົ້ນ. 16:4-6) ຈາກມຸມມອງຂອງມະນຸດບໍ່ສົມບູນແບບ ເຮົາອາດເບິ່ງຮາກາເປັນຄົນຈອງຫອງແລະສົມຄວນແລ້ວທີ່ຈະຖືກລົງໂທດ. ແຕ່ພະເຢໂຫວາບໍ່ໄດ້ຮູ້ສຶກແບບນັ້ນ ພະອົງໄດ້ສົ່ງທູດສະຫວັນມາຫາລາວ ມາຊ່ວຍປັບຄວາມຄິດແລະອວຍພອນລາວ. ຮາກາຮູ້ສຶກໄດ້ວ່າພະເຢໂຫວາເບິ່ງລາວຢູ່ແລະຮູ້ວ່າລາວປະສົບຫຍັງມາແດ່. ລາວຮູ້ສຶກປະທັບໃຈຫຼາຍຈົນເວົ້າອອກມາວ່າ: “ພະເຈົ້າຜູ້ເຫັນຂ້ານ້ອຍ . . . ພະອົງໄດ້ເຫັນຂ້ານ້ອຍທີ່ນີ້.”—ອ່ານຕົ້ນເດີມ 16:7-13
9. ພະເຢໂຫວາຄິດເຖິງຫຍັງເມື່ອປະຕິບັດກັບຮາກາ?
9 ພະເຢໂຫວາສັງເກດເຫັນຫຍັງໃນໂຕຮາກາ? ພະອົງຮູ້ວ່າລາວເຄີຍຜ່ານຫຍັງມາແດ່ແລະຕ້ອງອົດທົນກັບຫຍັງມາແດ່. (ສຸພາ. 15:3) ຮາກາເປັນຄົນເອຢິບທີ່ຢູ່ເຮືອນຄົນເຮັບເຣີ ລາວອາດຮູ້ສຶກວ່າຕົວເອງເປັນຄົນແປກໜ້າ ຫຼືລາວຄືຊິຄິດຮອດຄອບຄົວແລະບ້ານເກີດນຳຕີ້? ນອກຈາກນັ້ນ ລາວກໍບໍ່ໄດ້ເປັນເມຍຄົນດຽວຂອງອັບຣາມອີກ. ມີໄລຍະໜຶ່ງທີ່ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາບາງຄົນມີເມຍຫຼາຍຄົນ ແຕ່ນີ້ກໍບໍ່ໄດ້ແມ່ນຈຸດປະສົງຂອງພະອົງຕັ້ງແຕ່ທຳອິດ. (ມທ. 19:4-6) ບໍ່ແປກທີ່ເລື່ອງນີ້ຈະເຮັດໃຫ້ເກີດຄວາມອິດສາແລະການຊັງກັນໃນຄອບຄົວ. ເຖິງວ່າພະເຢໂຫວາຖືວ່າເປັນເລື່ອງຜິດທີ່ຮາກາເຮັດໃສ່ຊາລາຍແບບບໍ່ນັບຖື ແຕ່ເຮົາໝັ້ນໃຈໄດ້ວ່າພະອົງກໍຍັງຄິດເຖິງສິ່ງທີ່ຮາກາເຄີຍປະສົບແລະສະພາບການຂອງລາວ.
10. ເຮົາຈະຮູ້ຈັກພີ່ນ້ອງໃຫ້ຫຼາຍຂຶ້ນໄດ້ແນວໃດ?
10 ເຮົາສາມາດຮຽນແບບພະເຢໂຫວາໄດ້ໂດຍພະຍາຍາມເຂົ້າໃຈພີ່ນ້ອງໃຫ້ຫຼາຍຂຶ້ນ. ເຮົາຈະຮູ້ຈັກພີ່ນ້ອງໃຫ້ຫຼາຍຂຶ້ນ ໂດຍລົມກັບພວກເຂົາກ່ອນຫຼືຫຼັງການປະຊຸມ ໄປປະກາດນຳກັນ ແລະຖ້າເປັນໄປໄດ້ກໍຊວນໄປໂຢບ 6:29) ແຕ່ເຮົາຕ້ອງລະວັງທີ່ຈະບໍ່ເປັນຄົນທີ່ມັກ “ເຂົ້າໄປຫຍຸ້ງກັບເລື່ອງຂອງຄົນອື່ນ.” (1 ຕມ. 5:13) ແຕ່ກໍເປັນເລື່ອງທີ່ດີທີ່ເຮົາຈະພະຍາຍາມຮູ້ຈັກຊີວິດແລະສະພາບການຂອງພີ່ນ້ອງ ເພາະຈະຊ່ວຍໃຫ້ເຮົາເຂົ້າໃຈພວກເຂົາຫຼາຍຂຶ້ນ.
ກິນເຂົ້ານຳກັນ. ຖ້າເຈົ້າເຮັດແບບນີ້ ເຈົ້າອາດຈະເຫັນວ່າພີ່ນ້ອງຍິງຄົນໜຶ່ງທີ່ເບິ່ງຄືຍິ່ງ ແຕ່ຕົວຈິງແລ້ວກໍເປັນຄົນຂີ້ອາຍ, ພີ່ນ້ອງຊາຍທີ່ຮັ່ງມີ ຕົວຈິງແລ້ວບໍ່ໄດ້ເປັນຄົນນິຍົມວັດຖຸ ແຕ່ເປັນຄົນເອື້ອເຟື້ອ, ຫຼືຄອບຄົວທີ່ມາປະຊຸມຊ້າຕະຫຼອດ ຄວາມຈິງແລ້ວກໍຍ້ອນວ່າຖືກຕໍ່ຕ້ານ. (11. ເປັນຫຍັງເປັນເລື່ອງສຳຄັນທີ່ຜູ້ດູແລຕ້ອງຮູ້ຈັກພີ່ນ້ອງເປັນຢ່າງດີ?
11 ຜູ້ດູແລຕ້ອງພະຍາຍາມຮູ້ຈັກຊີວິດແລະສະພາບການຂອງພີ່ນ້ອງເປັນຢ່າງດີ. ຂໍໃຫ້ຄິດເຖິງປະສົບການຂອງພີ່ນ້ອງອາເຕີຕອນທີ່ລາວເປັນຜູ້ດູແລໝວດ. ລາວໄປຢາມພີ່ນ້ອງຍິງທີ່ເບິ່ງຄືຂີ້ອາຍແລະບໍ່ຢາກລົມກັບໃຜ. ລາວບອກວ່າ: “ເຮົາໄດ້ມາຮູ້ວ່າຜົວຂອງລາວຕາຍບໍ່ດົນຫຼັງຈາກທີ່ແຕ່ງດອງກັນ. ເຖິງແມ່ນຊີວິດຂອງລາວຈະຫຍຸ້ງຍາກ ແຕ່ລາວກໍລ້ຽງລູກສາວສອງຄົນໃຫ້ເປັນຜູ້ໃຫຍ່ທີ່ມີຄວາມເຊື່ອທີ່ເຂັ້ມແຂງ. ຕອນນີ້ລາວກຳລັງເສຍສາຍຕາແລະເປັນໂລກຊຶມເສົ້າ ແຕ່ຄວາມຮັກທີ່ລາວມີຕໍ່ພະເຢໂຫວາພັດໝັ້ນຄົງແລະຄວາມເຊື່ອຂອງລາວກໍຍັງເຂັ້ມແຂງ. ພວກເຮົາໄດ້ສຳນຶກວ່າເຮົາເອງຕ່າງຫາກທີ່ຕ້ອງຮຽນຈາກຕົວຢ່າງທີ່ດີຂອງລາວ.” (ຟລປ. 2:3) ຜູ້ດູແລໝວດຄົນນີ້ໄດ້ຮຽນແບບຕົວຢ່າງຂອງພະເຢໂຫວາ ເພາະພະອົງຮູ້ຈັກຜູ້ຮັບໃຊ້ຂອງພະອົງແລະຮູ້ດີວ່າພວກເຂົາເຈັບປວດຫຼາຍສ່ຳໃດ. (ອົບ. 3:7) ຜູ້ດູແລທີ່ຮູ້ຈັກພີ່ນ້ອງເປັນຢ່າງດີກໍຈະສາມາດຊ່ວຍພວກເຂົາໄດ້ດີກວ່າ.
12. ພີ່ນ້ອງຢິບຢີໄດ້ຮຽນຮູ້ຫຍັງເມື່ອໄດ້ຮູ້ຈັກພີ່ນ້ອງໃນປະຊາຄົມຫຼາຍຂຶ້ນ?
12 ເມື່ອເຈົ້າໄດ້ມາຮູ້ຈັກຊີວິດແລະສະພາບການຂອງພີ່ນ້ອງທີ່ເຈົ້າຮູ້ສຶກບໍ່ມັກ ເຈົ້າກໍອາດຈະເຫັນອົກເຫັນໃຈພວກເຂົາຫຼາຍຂຶ້ນ. ຂໍໃຫ້ຄິດເຖິງປະສົບການນີ້. ພີ່ນ້ອງຢິບຢີທີ່ຢູ່ໃນອາຊີບອກວ່າ: “ພີ່ນ້ອງຍິງຄົນໜຶ່ງໃນປະຊາຄົມເວົ້າບັກດັງໆ ຂ້ອຍຮູ້ສຶກວ່າລາວບໍ່ມີມາລະຍາດ. ແຕ່ມື້ໜຶ່ງຂ້ອຍໄດ້ໄປປະກາດນຳລາວ ຂ້ອຍກໍເລີຍຮູ້ວ່າລາວເຄີຍຊ່ວຍພໍ່ແມ່ຂາຍປາຢູ່ຕະຫຼາດແລະຕ້ອງເວົ້າດັງໆເພື່ອເອີ້ນລູກຄ້າ. ຂ້ອຍໄດ້ຮຽນຮູ້ວ່າເພື່ອຈະເຂົ້າໃຈພີ່ນ້ອງແທ້ໆ ຂ້ອຍຕ້ອງຮູ້ຈັກຊີວິດຄວາມເປັນມາແລະສະພາບການຂອງພວກເຂົາ.” ອາດຕ້ອງໃຊ້ຄວາມພະຍາຍາມທີ່ຈະຮູ້ຈັກພີ່ນ້ອງຫຼາຍຂຶ້ນ ແຕ່ເມື່ອເຈົ້າເຮັດຕາມຄຳແນະນຳໃນຄຳພີໄບເບິນທີ່ໃຫ້ເປັນຄົນເປີດໃຈໃຫ້ກວ້າງ ເຈົ້າກໍຮຽນແບບພະເຢໂຫວາຜູ້ທີ່ຮັກ “ຄົນທຸກຊະນິດ.”—1 ຕມ. 2:3, 4; 2 ກຣ. 6:11-13
ເຫັນອົກເຫັນໃຈ
13. ຕາມຕົ້ນເດີມ 19:15, 16 ທູດສະຫວັນໄດ້ເຮັດຫຍັງເມື່ອໂລດຍັງຊັກຊ້າ ແລະຍ້ອນຫຍັງ?
13 ໂລດຊັກຊ້າທີ່ຈະເຮັດຕາມຄຳສັ່ງຂອງພະເຢໂຫວາທັງໆທີ່ຢູ່ໃນເວລາທີ່ອັນຕະລາຍ. ທູດສະຫວັນສອງອົງໄດ້ມາແລະບອກໂລດໃຫ້ພາຄອບຄົວອອກຈາກເມືອງໂຊໂດມ. ເປັນຫຍັງ? ພວກທູດສະຫວັນບອກວ່າ: ‘ພວກເຮົາໄດ້ມາເພື່ອຈະທຳລາຍເມືອງນີ້.’ (ຕົ້ນ. 19:12, 13) ຕອນເຊົ້າມື້ຕໍ່ມາ ໂລດແລະຄອບຄົວກໍຍັງຢູ່ເຮືອນຢູ່. ແລະທູດສະຫວັນກໍເຕືອນລາວອີກ ແຕ່ລາວກໍ “ຍັງຊ້າຢູ່.” ເຮົາອາດຄິດວ່າໂລດເມີນເສີຍແລະເຖິງຂັ້ນບໍ່ສົນໃຈຄຳສັ່ງຂອງພະເຢໂຫວາ ແຕ່ພະເຢໂຫວາກໍບໍ່ເຊົາຊ່ວຍລາວໃຫ້ລອດ. ‘ເພາະພະເຢໂຫວາໄດ້ອີ່ດູທ່ານ’ ພະອົງຈຶ່ງໃຫ້ທູດສະຫວັນຈັບມືພວກເຂົາແລ່ນແລະພາອອກໄປຈາກນອກເມືອງ.—ອ່ານຕົ້ນເດີມ 19:15, 16
14. ເປັນຫຍັງພະເຢໂຫວາຈຶ່ງເຫັນອົກເຫັນໃຈໂລດ?
14 ພະເຢໂຫວາອາດມີເຫດຜົນຫຼາຍຢ່າງທີ່ຈະເຫັນອົກເຫັນໃຈໂລດ. ໂລດອາດຮູ້ສຶກຢ້ານຄົນຢູ່ນອກເມືອງຈຶ່ງບໍ່ກ້າອອກຈາກເຮືອນ ແລະກໍຍັງມີສິ່ງອື່ນໆອີກທີ່ອັນຕະລາຍ ເຊັ່ນ ໂລດຮູ້ວ່າກະສັດສອງອົງໄດ້ຕົກລົງໃນບໍ່ນ້ຳມັນດິບຢູ່ຮ່ອມພູທີ່ຢູ່ໃກ້ໆເຮືອນຂອງລາວ. (ຕົ້ນ. 14:8-12) ໃນຖານະທີ່ໂລດເປັນທັງຜົວແລະພໍ່ ລາວຕ້ອງເປັນຫ່ວງຄອບຄົວຂອງລາວ. ນອກຈາກນັ້ນ ລາວກໍເປັນຄົນຮັ່ງມີ ລາວອາດຈະມີເຮືອນຫຼັງງາມໆຢູ່ເມືອງໂຊໂດມ. (ຕົ້ນ. 13:5, 6) ເຖິງວ່າສິ່ງເຫຼົ່ານີ້ບໍ່ໄດ້ເປັນຂໍ້ແກ້ຕົວທີ່ລາວຈະບໍ່ເຮັດຕາມຄຳສັ່ງຂອງພະເຢໂຫວາທັນທີ ແຕ່ພະເຢໂຫວາກໍບໍ່ໄດ້ເບິ່ງສະເພາະແຕ່ຄວາມຜິດພາດຂອງໂລດ ແຕ່ຖືວ່າໂລດເປັນ “ຄົນທີ່ສັດຊື່.”—2 ປຕ. 2:7, 8
15. ແທນທີ່ເຮົາຈະຕັດສິນຄົນອື່ນຈາກການກະທຳ ເຮົາຄວນເຮັດຫຍັງ?
15 ແທນທີ່ເຮົາຈະຕັດສິນຄົນອື່ນຈາກການກະທຳ ຂໍໃຫ້ເຮົາພະຍາຍາມເຂົ້າໃຈຄວາມຮູ້ສຶກຂອງພວກເຂົາ. ພີ່ນ້ອງເວໂຣນິກາທີ່ຢູ່ເອີຣົບກໍພະຍາຍາມເຮັດແບບນັ້ນ. ລາວບອກວ່າ: “ພີ່ນ້ອງຍິງຄົນໜຶ່ງອາລົມບໍ່ດີໜ້າບູດໜ້າບຶ້ງຕະຫຼອດແລະບໍ່ມັກຫຍຸ້ງກັບໃຜ. ບາງເທື່ອຂ້ອຍກໍບໍ່ກ້າເຂົ້າໄປໃກ້ລາວ ແຕ່ຂ້ອຍຄິດວ່າ ‘ຖ້າຂ້ອຍ
ເປັນລາວ ຂ້ອຍຄືຊິຕ້ອງການໝູ່.’ ດັ່ງນັ້ນ ຂ້ອຍຈຶ່ງຕັດສິນໃຈຖາມວ່າລາວເປັນແນວໃດ. ຈາກນັ້ນ ລາວກໍເປີດໃຈລົມກັບຂ້ອຍ! ຕອນນີ້ ຂ້ອຍກໍເຂົ້າໃຈລາວຫຼາຍຂຶ້ນ.”16. ເປັນຫຍັງເຮົາຄວນອະທິດຖານຂໍພະເຢໂຫວາຊ່ວຍເຮົາໃຫ້ເປັນຄົນເຫັນອົກເຫັນໃຈຫຼາຍຂຶ້ນ?
16 ມີແຕ່ພະເຢໂຫວາເທົ່ານັ້ນທີ່ເຂົ້າໃຈເຮົາແທ້ໆ. (ສຸພາ. 15:11) ດັ່ງນັ້ນ ໃຫ້ເຈົ້າອະທິດຖານຂໍພະອົງຊ່ວຍເຈົ້າໃຫ້ເບິ່ງຄົນອື່ນຄືກັບທີ່ພະອົງເບິ່ງແລະຊ່ວຍເຈົ້າໃຫ້ຮູ້ວິທີເຫັນອົກເຫັນໃຈ. ການອະທິດຖານໄດ້ຊ່ວຍພີ່ນ້ອງອັນເຊລາໃຫ້ເປັນຄົນເຫັນອົກເຫັນໃຈຫຼາຍຂຶ້ນ. ລາວມີບັນຫາກັບພີ່ນ້ອງຍິງຄົນໜຶ່ງໃນປະຊາຄົມແລະເຂົ້າກັນບໍ່ໄດ້. ອັນເຊລາບອກວ່າ: “ເປັນເລື່ອງງ່າຍຫຼາຍທີ່ຈະເວົ້ານິນທາລາວແລະບໍ່ໄປຫຍຸ້ງກັບລາວ. ແຕ່ຂ້ອຍໄດ້ຂໍໃຫ້ພະເຢໂຫວາຊ່ວຍຂ້ອຍໃຫ້ເຫັນອົກເຫັນໃຈລາວ.” ພະເຢໂຫວາໄດ້ຕອບຄຳອະທິດຖານຂອງອັນເຊລາບໍ? ລາວບອກຕໍ່ວ່າ: “ເຮົາໄປປະກາດນຳກັນແລະລົມກັນຫຼາຍຊົ່ວໂມງ ຂ້ອຍຕັ້ງໃຈຟັງລາວ. ຕອນນີ້ ຂ້ອຍຮັກລາວຫຼາຍຂຶ້ນແລະຂ້ອຍຢາກຊ່ວຍລາວຕໍ່ໆໄປ.”
17. ເຮົາຄວນຕັ້ງໃຈຈະເຮັດຫຍັງ?
17 ເຮົາບໍ່ມີສິດເລືອກວ່າຈະເຫັນອົກເຫັນໃຈພີ່ນ້ອງຄົນໃດຄົນໜຶ່ງ. ພີ່ນ້ອງທຸກຄົນມີບັນຫາຄືກັບໂຢນາ ເອລີຢາ ຮາກາ ແລະໂລດເຄີຍມີ. ຫຼາຍເທື່ອກໍເປັນບັນຫາທີ່ພວກເຂົາສ້າງເອງ. ແຕ່ຄວາມຈິງແລ້ວ ເຮົາທຸກຄົນກໍໄດ້ສ້າງບັນຫາໃຫ້ຕົວເອງຄືກັນ. ດັ່ງນັ້ນຈຶ່ງມີເຫດຜົນທີ່ພະເຢໂຫວາຈະຂໍໃຫ້ເຮົາສະແດງຄວາມເຫັນອົກເຫັນໃຈຄົນອື່ນ. (1 ປຕ. 3:8) ເມື່ອເຮົາເຊື່ອຟັງພະເຢໂຫວາ ເຮົາກໍຈະຊ່ວຍໃຫ້ສັງຄົມພີ່ນ້ອງທົ່ວໂລກເປັນອັນໜຶ່ງອັນດຽວກັນ. ດັ່ງນັ້ນ ຂໍໃຫ້ເຮົາຕັ້ງໃຈຟັງກັນ ພະຍາຍາມຮູ້ຈັກກັນຫຼາຍຂຶ້ນ ແລະເຫັນອົກຫັນໃຈກັນເລື້ອຍໄປ.
ເພງ 87 ເຊີນມາຮັບຄວາມສົດຊື່ນຈາກການປະຊຸມ
^ ຂໍ້ 5 ເນື່ອງຈາກເຮົາເປັນຄົນບໍ່ສົມບູນແບບ ເຮົາຈຶ່ງມັກຕັດສິນຄົນອື່ນຈາກພາຍນອກວ່າພວກເຂົາເປັນຄົນແບບໃດແລະມີເຈຕະນາແນວໃດ ແຕ່ພະເຢໂຫວາ “ເບິ່ງໃຈ.” (1 ຊາມ. 16:7) ໃນບົດຄວາມນີ້ ເຮົາຈະມາເບິ່ງວ່າພະເຢໂຫວາຊ່ວຍໂຢນາ ເອລີຢາ ຮາກາ ແລະໂລດດ້ວຍຄວາມຮັກແນວໃດ. ແລະນີ້ຈະຊ່ວຍເຮົາໃຫ້ຮຽນແບບພະເຢໂຫວາເມື່ອປະຕິບັດກັບພີ່ນ້ອງ.
^ ຂໍ້ 52 ຄຳອະທິບາຍຮູບພາບ: ພີ່ນ້ອງຊາຍສູງອາຍຸຄົນໜຶ່ງຮູ້ສຶກບໍ່ພໍໃຈທີ່ພີ່ນ້ອງຊາຍໜຸ່ມຄົນໜຶ່ງມາປະຊຸມຊ້າ. ຕໍ່ມາລາວກໍມາຮູ້ພາຍຫຼັງວ່າທີ່ພີ່ນ້ອງຊາຍໜຸ່ມມາຊ້າຍ້ອນເກີດອຸຕິບັດຕິເຫດ.
^ ຂໍ້ 54 ຄຳອະທິບາຍຮູບພາບ: ທຳອິດ ຜູ້ດູແລການປະກາດຄິດວ່າພີ່ນ້ອງຍິງຄົນໜຶ່ງມັກໄປຄົນດຽວແລະບໍ່ສົນໃຈຄົນອື່ນ ພາຍຫຼັງກໍໄດ້ມາຮູ້ວ່າລາວຂີ້ອາຍແລະບໍ່ຮູ້ຈະວາງໂຕແນວໃດເມື່ອຢູ່ກັບຄົນທີ່ບໍ່ສະໜິດ.
^ ຂໍ້ 56 ຄຳອະທິບາຍຮູບພາບ: ຕອນທີ່ພີ່ນ້ອງຍິງຄົນໜຶ່ງພະຍາຍາມຮູ້ຈັກພີ່ນ້ອງຍິງອີກຄົນໜຶ່ງໃຫ້ຫຼາຍຂຶ້ນ ລາວເຫັນວ່າພີ່ນ້ອງຄົນນັ້ນບໍ່ແມ່ນຄົນອາລົມບໍ່ດີແລະບໍ່ສົນໃຈຄົນອື່ນຄືກັບທີ່ລາວຄິດຕອນພົບກັນຢູ່ຫໍປະຊຸມເທື່ອທຳອິດ.