ບົດຄວາມສຶກສາທີ 15
ເຈົ້າເບິ່ງຄົນໃນເຂດປະກາດແນວໃດ?
“ເງີຍໜ້າເບິ່ງທົ່ງນາແມ້ ຮວງເຂົ້າກໍສຸກເຫຼືອງພ້ອມທີ່ຈະກ່ຽວແລ້ວ.”—ຢຮ. 4:35
ເພງ 64 ຮ່ວມເຮັດວຽກເກັບກ່ຽວດ້ວຍຄວາມຍິນດີ
ໃຈຄວາມສຳຄັນ *
1-2. ຄຳເວົ້າຂອງພະເຢຊູໃນໂຢຮັນ 4:35, 36 ໝາຍຄວາມວ່າແນວໃດ?
ຕອນທີ່ພະເຢຊູໄປຄາລີເລ ເພິ່ນຍ່າງຜ່ານທົ່ງນາຂຽວເຊິ່ງເບິ່ງຄືວ່າຈະເປັນເຂົ້າບາເລທີ່ຫາກໍໃຫຍ່. (ຢຮ. 4:3-6) ແລະອີກ 4 ເດືອນເຂົ້ານີ້ຈຶ່ງຈະກ່ຽວໄດ້. ດັ່ງນັ້ນ ຈຶ່ງເປັນເລື່ອງແປກທີ່ພະເຢຊູບອກວ່າ: “ເງີຍໜ້າເບິ່ງທົ່ງນາແມ້ ຮວງເຂົ້າກໍສຸກເຫຼືອງພ້ອມທີ່ຈະກ່ຽວແລ້ວ.” (ອ່ານໂຢຮັນ 4:35, 36) ພະເຢຊູກຳລັງໝາຍເຖິງຫຍັງ?
2 ເບິ່ງຄືວ່າພະເຢຊູກຳລັງໝາຍເຖິງການລວບລວມຜູ້ຄົນບໍ່ແມ່ນການກ່ຽວເຂົ້າ. ຂໍໃຫ້ຄິດເຖິງເຫດການທີ່ຫາກໍເກີດຂຶ້ນກ່ອນໜ້ານີ້. ປົກກະຕິແລ້ວຄົນຢິວຈະບໍ່ໄປຫຍຸ້ງກ່ຽວກັບຄົນຊາມາເຣຍ ແຕ່ພະເຢຊູກໍປະກາດກັບຜູ້ຍິງຊາມາເຣຍຄົນໜຶ່ງ ແລ້ວຜູ້ຍິງຄົນນັ້ນກໍຟັງເພິ່ນ! ທີ່ຈິງ ຕອນທີ່ພະເຢຊູບອກວ່າຮວງເຂົ້າ “ສຸກເຫຼືອງພ້ອມທີ່ຈະກ່ຽວແລ້ວ” ກຸ່ມຄົນຊາມາເຣຍທີ່ໄດ້ຍິນເລື່ອງພະເຢຊູຈາກຜູ້ຍິງຄົນນີ້ກໍມາຫາເພິ່ນເພື່ອຈະຮຽນຈາກເພິ່ນຫຼາຍຂຶ້ນ. (ຢຮ. 4:9, 39-42) ປຶ້ມອະທິບາຍຄຳພີໄບເບິນຫົວໜຶ່ງບອກວ່າ: “ຄວາມກະຕືລືລົ້ນຂອງຄົນເຫຼົ່ານັ້ນ . . . ສະແດງໃຫ້ເຫັນວ່າພວກເຂົາເປັນຄືເຂົ້າທີ່ພ້ອມຈະກ່ຽວໄດ້ແລ້ວ.”
3. ຖ້າເຈົ້າເບິ່ງຜູ້ຄົນຄືກັບພະເຢຊູເບິ່ງ ນັ້ນຈະສົ່ງຜົນຕໍ່ການປະກາດຂອງເຈົ້າແນວໃດ?
3 ແລ້ວເຈົ້າເດ ເຈົ້າເບິ່ງຄົນທີ່ເຈົ້າປະກາດຂ່າວດີນຳແນວໃດ? ເຈົ້າເບິ່ງວ່າພວກເຂົາເປັນຄືກັບເຂົ້າສຸກເຫຼືອງທີ່ພ້ອມຈະກ່ຽວບໍ? ຖ້າເຈົ້າຄິດແບບນັ້ນ ເຈົ້າກໍຈະເຮັດ 3 ຢ່າງນີ້. ທຳອິດ ເຈົ້າຈະຟ້າວເຮັດວຽກປະກາດຢ່າງຮີບດ່ວນເພາະຮູ້ວ່າເວລາເກັບກ່ຽວມີຈຳກັດແລະບໍ່ຢາກເສຍເວລາ. ສອງ ເຈົ້າຈະມີຄວາມສຸກທີ່ໄດ້ເຫັນຜູ້ຄົນຕອບຮັບຂ່າວດີຄືກັບຄຳພີໄບເບິນບອກວ່າ: “ເຂົາຊົມຊື່ນຍິນດີຕໍ່ໜ້າພະອົງຄືໃນລະດູກ່ຽວເຂົ້າ.” (ເອຊາ. 9:3) ສາມ ເຈົ້າຈະເບິ່ງວ່າທຸກຄົນທີ່ເຈົ້າລົມນຳສາມາດເຂົ້າມາເປັນລູກສິດຂອງພະເຢຊູໄດ້ ແລະເຈົ້າກໍຈະປັບວິທີເວົ້າຂອງເຈົ້າໃນແບບທີ່ພວກເຂົາສົນໃຈ.
4. ໃນບົດຄວາມນີ້ເຮົາຈະໄດ້ຮຽນຮູ້ຫຍັງຈາກອັກຄະສາວົກໂປໂລ?
4 ລູກສິດບາງຄົນຂອງພະເຢຊູອາດຄິດວ່າ ບໍ່ມີທາງທີ່ຊາວຊາມາເຣຍຈະເຂົ້າມາເປັນລູກສິດຂອງພະເຢຊູໄດ້. ແຕ່ພະເຢຊູບໍ່ໄດ້ຄິດແບບນັ້ນ ເພິ່ນເບິ່ງວ່າພວກເຂົາສາມາດເຂົ້າມາເປັນລູກສິດຂອງເພິ່ນໄດ້. ດັ່ງນັ້ນ ເຮົາກໍຕ້ອງເບິ່ງແບບພະເຢຊູຄືກັນ ເຮົາຕ້ອງເບິ່ງວ່າຜູ້ຄົນໃນເຂດຂອງເຮົາສາມາດເຂົ້າມາເປັນລູກສິດຂອງພະຄລິດໄດ້. ອັກຄະສາວົກໂປໂລເປັນແບບຢ່າງທີ່ດີໃນເລື່ອງນີ້. ເຮົາຈະຮຽນຫຍັງຈາກຕົວຢ່າງຂອງລາວ? ໃນບົດຄວາມນີ້ ເຮົາຈະມາຮຽນຮູ້ວິທີທີ່ໂປໂລ (1) ຮູ້ຈັກຄວາມເຊື່ອຂອງຄົນທີ່ລາວປະກາດນຳ (2) ຮູ້ສິ່ງທີ່ພວກເຂົາສົນໃຈ ແລະ (3) ເບິ່ງວ່າພວກເຂົາສາມາດເປັນລູກສິດຂອງພະຄລິດໄດ້.
ພວກເຂົາເຊື່ອຫຍັງ?
5. ເປັນຫຍັງໂປໂລເຂົ້າໃຈຄົນທີ່ລາວປະກາດໃນບ່ອນປະຊຸມຂອງຊາວຢິວ?
5 ໂປໂລມັກໄປປະກາດຢູ່ບ່ອນປະຊຸມຂອງຊາວຢິວເລື້ອຍໆເຊັ່ນ: ໃນເມືອງເທຊະໂລນິກ “ລາວຍົກເຫດຜົນຈາກພະຄຳພີມາລົມກັບ [ຊາວຢິວ] ໃນວັນຊະບາໂຕ 3 ອາທິດຕໍ່ກັນ.” (ກຈກ. 17:1, 2) ໂປໂລຄືຊິບໍ່ຮູ້ສຶກຢ້ານເມື່ອຢູ່ບ່ອນປະຊຸມຂອງຊາວຢິວເພາະລາວເຄີຍຖືສາສະໜາຢິວ. (ກຈກ. 26:4, 5) ໂປໂລເຂົ້າໃຈຄົນຢິວ ດັ່ງນັ້ນ ລາວຈຶ່ງສາມາດປະກາດກັບພວກເຂົາດ້ວຍຄວາມໝັ້ນໃຈ.—ຟລປ. 3:4, 5
6. ຄົນທີ່ໂປໂລປະກາດຢູ່ຕະຫຼາດໃນເມືອງອາແຖນຕ່າງຈາກຄົນທີ່ຢູ່ບ່ອນປະຊຸມຂອງຊາວຢິວແນວໃດ?
6 ໂປໂລຖືກຕໍ່ຕ້ານຈົນຕ້ອງໜີອອກຈາກເມືອງເທຊະໂລນິກແລະເມືອງເບເຣຍ ແລະເມື່ອມາຮອດເມືອງອາແຖນໂປໂລກໍຍັງປະກາດຄືເກົ່າ ລາວ “ໄປບ່ອນປະຊຸມຂອງຊາວຢິວແລ້ວຍົກເຫດຜົນມາລົມກັບຊາວຢິວແລະຄົນອື່ນທີ່ນັບຖືພະເຈົ້າ.” (ກຈກ. 17:17) ແຕ່ຕອນທີ່ໂປໂລປະກາດຢູ່ຕະຫຼາດ ລາວກໍເຫັນວ່າຜູ້ຄົນຢູ່ຫັ້ນຕ່າງກັນຫຼາຍກັບຄົນທີ່ຢູ່ບ່ອນປະຊຸມຂອງຊາວຢິວ. ຄົນທີ່ລາວປະກາດນຳມີທັງນັກປັດຊະຍາແລະຄົນຊາດອື່ນໆທີ່ເບິ່ງວ່າຄຳສອນຂອງລາວເປັນ “ຄຳສອນໃໝ່.” ພວກເຂົາບອກວ່າ: “ພວກເຮົາບໍ່ເຄີຍໄດ້ຍິນເລື່ອງທີ່ເຈົ້າເວົ້າ.”—ກຈກ. 17:18-20
7. ຕາມກິດຈະການ 17:22, 23 ໂປໂລປັບວິທີປະກາດແນວໃດ?
7 ອ່ານກິດຈະການ 17:22, 23. ເມື່ອໂປໂລປະກາດກັບຄົນຕ່າງຊາດຢູ່ເມືອງອາແຖນ ລາວບໍ່ໄດ້ເວົ້າແບບດຽວກັບທີ່ປະກາດຢູ່ບ່ອນປະຊຸມຂອງຊາວຢິວ. ໂປໂລຄືຊິຖາມຕົວເອງວ່າ: ‘ຄົນທີ່ຢູ່ເມືອງອາແຖນເຊື່ອຫຍັງ?’ ລາວສັງເກດເບິ່ງອ້ອມແອ້ມແລະທຳນຽມສາສະໜາຂອງພວກເຂົາ. ຈາກນັ້ນ ລາວກໍພະຍາຍາມຊອກຫາຈຸດທີ່ຄືກັນລະຫວ່າງຄວາມເຊື່ອຂອງຄົນຢູ່ຫັ້ນກັບຄວາມຈິງໃນພະຄຳພີ. ຜູ້ຊ່ຽວຊານດ້ານພະຄຳພີບອກວ່າ: “ເນື່ອງຈາກ [ໂປໂລ] ເປັນຄລິດສະຕຽນຊາວຢິວ ລາວຈຶ່ງຮູ້ວ່າຄົນກຣີກທີ່ນະມັດສະການພະປອມບໍ່ໄດ້ນະມັດສະການພະເຈົ້າ ‘ທ່ຽງແທ້’ ຂອງຄົນຢິວແລະຄລິດສະຕຽນ. ແຕ່ລາວກໍພະຍາຍາມຊ່ວຍຊາວອາແຖນໃຫ້ເຂົ້າໃຈວ່າພວກເຂົາກໍຮູ້ຈັກພະເຈົ້າອົງນີ້ຢູ່ແລ້ວ.” ໂປໂລຈຶ່ງເຕັມໃຈປັບວິທີເວົ້າ. ລາວບອກຊາວອາແຖນວ່າ ເລື່ອງທີ່ລາວປະກາດມາຈາກ “ພະເຈົ້າທີ່ບໍ່ຮູ້ຈັກ” ເຊິ່ງພວກເຂົາພະຍາຍາມຂາບໄຫວ້ຢູ່. ເຖິງວ່າຄົນຕ່າງຊາດຈະບໍ່ລຶ້ງເຄີຍກັບພະຄຳພີ ແຕ່ໂປໂລກໍບໍ່ໄດ້ຄິດວ່າພວກເຂົາຈະເຂົ້າມາເປັນຄລິດສະຕຽນບໍ່ໄດ້. ໂປໂລເບິ່ງວ່າພວກເຂົາເປັນຄືກັບເຂົ້າສຸກເຫຼືອງທີ່ພ້ອມຈະກ່ຽວໄດ້ແລ້ວ ແລະລາວປັບວິທີປະກາດຂ່າວດີ.
8. (ກ) ສິ່ງໃດຊ່ວຍເຈົ້າໃຫ້ຮູ້ວ່າຜູ້ຄົນໃນເຂດເຊື່ອຫຍັງ? (ຂ) ຖ້າບາງຄົນບອກວ່າລາວມີສາສະໜາຢູ່ແລ້ວ ເຈົ້າຈະຕອບແນວໃດ?
8 ເຈົ້າຕ້ອງເປັນຄົນຮູ້ຈັກສັງເກດ ຄືກັບໂປໂລ. ໃຫ້ພະຍາຍາມຊອກຫາສິ່ງທີ່ຊ່ວຍເຈົ້າໃຫ້ຮູ້ວ່າຄົນໃນເຂດທີ່ເຈົ້າປະກາດເຊື່ອຫຍັງ ເຊັ່ນ: ພວກເຂົາຕົກແຕ່ງເຮືອນຫຼືປະດັບລົດແນວໃດ? ຊື່ຂອງລາວ ເຄື່ອງນຸ່ງແລະວິທີແຕ່ງໂຕ ຫຼືແມ່ນແຕ່ຄຳທີ່ລາວເວົ້າບອກໃຫ້ຮູ້ວ່າລາວເຊື່ອຖືສາສະໜາໃດ? ບາງທີ່ລາວອາດບອກເຈົ້າກົງໆວ່າລາວມີສາສະໜາຢູ່ແລ້ວ. ເມື່ອຟລູຕູຣາເຊິ່ງເປັນໄພໂອເນຍພິເສດເຈິຄົນທີ່ເວົ້າແບບນີ້ ລາວບອກວ່າ: “ຂ້ອຍບໍ່ໄດ້ມາເພື່ອບັງຄັບເຈົ້າໃຫ້ເຊື່ອເດີ້ ແຕ່ຂ້ອຍມາລົມກັບເຈົ້າເລື່ອງ . . . ”
9. ເຈົ້າຄິດວ່າມີເລື່ອງຫຍັງແດ່ທີ່ເຈົ້າຈະລົມກັບຄົນທີ່ເຄັ່ງສາສະໜາໄດ້?
9 ມີເລື່ອງຫຍັງແດ່ທີ່ເຈົ້າຈະລົມກັບຄົນທີ່ເຄັ່ງສາສະໜາໄດ້? ໃຫ້ພະຍາຍາມຊອກຈຸດທີ່ເຫັນດີນຳກັນ. ລາວອາດນັບຖືພະເຈົ້າອົງດຽວ ອາດເຊື່ອວ່າພະເຢຊູເປັນຜູ້ຊ່ວຍມະນຸດໃຫ້ລອດ ຫຼືອາດເຊື່ອວ່າຕອນນີ້ເປັນສະໄໝທີ່ມີແຕ່ຄວາມຊົ່ວຮ້າຍແລະອີກບໍ່ດົນກໍຈະຖືກທຳລາຍ. ເຈົ້າອາດໃຊ້ຄຳພີໄບເບິນລົມກັບພວກເຂົາກ່ຽວກັບຈຸດນັ້ນໃນແບບທີ່ພວກເຂົາຈະສົນໃຈ.
10. ເຮົາຄວນພະຍາຍາມເຮັດຫຍັງ ແລະຍ້ອນຫຍັງ?
10 ຂໍໃຫ້ຈື່ໄວ້ວ່າຜູ້ຄົນອາດບໍ່ໄດ້ເຊື່ອທຸກສິ່ງທີ່ສາສະໜາຂອງພວກເຂົາສອນ. ເຖິງວ່າເຈົ້າຈະຮູ້ວ່າພວກເຂົາເຊື່ອຖືສາສະໜາຫຍັງ ແຕ່ໃຫ້ພະຍາຍາມເບິ່ງໃຫ້ອອກວ່າໂຕພວກເຂົາເຊື່ອຫຍັງແທ້ໆ. ເດວິດເຊິ່ງເປັນໄພໂອເນຍພິເສດຢູ່ອົດສະຕຣາລີບອກວ່າ: “ດຽວນີ້ຫຼາຍຄົນເອົາຫຼັກປັດຊະຍາມາປົນກັບສາສະໜາ.” ໂດນັນຕາເຊິ່ງຮັບໃຊ້ຢູ່ອານບານີບອກວ່າ: “ບາງຄົນທີ່ເຮົາລົມນຳບອກວ່າມີສາສະໜາຢູ່ແລ້ວ ແຕ່ບາດລົມໄປລົມມາພວກເຂົາກໍຍອມຮັບວ່າບໍ່ໄດ້ເຊື່ອແທ້ໆວ່າມີພະເຈົ້າ.” ແລະພີ່ນ້ອງຊາຍຄົນໜຶ່ງເຊິ່ງເປັນມິດຊັນນາລີຮັບໃຊ້ຢູ່ອາກຊັງຕີນສັງເກດວ່າ ບາງຄົນທີ່ບອກວ່າເຊື່ອເລື່ອງຕີເອການຸພາບ ຄວາມຈິງແລ້ວພວກເຂົາກໍບໍ່ໄດ້ເຊື່ອແທ້ໆວ່າພະບິດາ ພະບຸດ ແລະພະລັງບໍລິສຸດເປັນພະເຈົ້າອົງດຽວກັນ. ລາວບອກວ່າ: “ເມື່ອຂ້ອຍຈື່ສະເໝີວ່າຄົນທີ່ຂ້ອຍລົມນຳອາດບໍ່ໄດ້ເຊື່ອທຸກເລື່ອງທີ່ສາສະໜາຂອງລາວສອນ ກໍ1 ກຣ. 9:19-23
ເປັນເລື່ອງງ່າຍຫຼາຍທີ່ຂ້ອຍຈະຊອກຈຸດທີ່ເຫັນດີນຳກັນມາລົມກັບລາວ.” ດັ່ງນັ້ນ ຂໍໃຫ້ເຮົາພະຍາຍາມເບິ່ງໃຫ້ອອກວ່າຄົນທີ່ເຮົາປະກາດນຳເຊື່ອຫຍັງແທ້ໆ. ຖ້າເຈົ້າເຮັດແບບນັ້ນ ເຈົ້າກໍຈະເປັນຄືກັບອັກຄະສາວົກໂປໂລທີ່ “ປັບຕົວເປັນຄົນທຸກຊະນິດ.”—ພວກເຂົາສົນໃຈຫຍັງ?
11. ຕາມກິດຈະການ 14:14-17 ໂປໂລປະກາດໃນແບບທີ່ຊາວເມືອງລີສະຕຣາສົນໃຈແນວໃດ?
11 ອ່ານກິດຈະການ 14:14-17. ເມື່ອໂປໂລຮູ້ວ່າຄົນທີ່ລາວປະກາດນຳສົນໃຈຫຍັງ ລາວກໍປັບວິທີເວົ້າຂອງລາວ. ຕົວຢ່າງ: ຕອນທີ່ໂປໂລລົມກັບຊາວເມືອງລີສະຕຣາທີ່ຮູ້ຈັກພະຄຳພີໜ້ອຍໜຶ່ງຫຼືບໍ່ຮູ້ເລີຍ ລາວກໍເວົ້າໃນແບບທີ່ພວກເຂົາເຂົ້າໃຈໄດ້. ລາວເວົ້າເຖິງການເກັບກ່ຽວພືດຜົນແລະສິ່ງທີ່ເຮັດໃຫ້ຊີວິດມີຄວາມສຸກ. ລາວໃຊ້ຄຳເວົ້າແລະຕົວຢ່າງທີ່ຜູ້ຟັງເຂົ້າໃຈໄດ້ເລີຍ.
12. ເຈົ້າຈະຮູ້ໄດ້ແນວໃດວ່າຄົນທີ່ເຈົ້າປະກາດນຳສົນໃຈຫຍັງ ແລະເຈົ້າຈະປັບຄຳເວົ້າແນວໃດ?
12 ພະຍາຍາມເບິ່ງໃຫ້ອອກວ່າຄົນໃນເຂດປະກາດສົນໃຈຫຍັງແລ້ວປັບຄຳເວົ້າຂອງເຈົ້າ. ແຕ່ເຈົ້າຈະຮູ້ໄດ້ແນວໃດວ່າລາວສົນໃຈຫຍັງ? ດັ່ງທີ່ເວົ້າເຖິງກ່ອນໜ້ານີ້ ເຈົ້າຕ້ອງເປັນຄົນຮູ້ຈັກສັງເກດ. ບາງເທື່ອລາວອາດກຳລັງເຮັດສວນ ອ່ານປຶ້ມ ແປງລົດ ຫຼືເຮັດສິ່ງອື່ນຢູ່. ຖ້າເຫັນວ່າເໝາະສົມ ເຈົ້າອາດເລີ່ມລົມກັບລາວກ່ຽວກັບສິ່ງທີ່ລາວກຳລັງເຮັດ. (ຢຮ. 4:7) ແມ່ນແຕ່ເຄື່ອງນຸ່ງທີ່ລາວໃສ່ກໍອາດເຮັດໃຫ້ເຈົ້າຮູ້ບາງຢ່າງກ່ຽວກັບໂຕລາວ ເຊັ່ນ: ເຊື້ອຊາດ ອາຊີບ ແລະທີມກິລາທີ່ລາວມັກ. ພີ່ນ້ອງກຸດສະຕາໂວ ບອກວ່າ: “ຂ້ອຍລົມກັບຜູ້ຊາຍຄົນໜຶ່ງອາຍຸ 19 ປີ ລາວນຸ່ງເສື້ອທີ່ມີຮູບນັກຮ້ອງຊື່ດັງ ຂ້ອຍກໍເລີຍລົມເລື່ອງນັ້ນກັບລາວ ລາວເລົ່າໃຫ້ຟັງວ່າເປັນຫຍັງຈຶ່ງມັກນັກຮ້ອງຄົນນີ້. ການລົມກັນເທື່ອນັ້ນເຮັດໃຫ້ລາວເຂົ້າມາສຶກສາຄຳພີໄບເບິນ ແລະຕອນນີ້ລາວກໍເປັນພີ່ນ້ອງແລ້ວ.”
13. ເຈົ້າຈະເວົ້າເລື່ອງການສຶກສາຄຳພີໄບເບິນແນວໃດໃຫ້ຜູ້ຄົນສົນໃຈ?
13 ເມື່ອເຈົ້າຊວນບາງຄົນໃຫ້ສຶກສາຄຳພີໄບເບິນ ໃຫ້ເຮັດໃນແບບທີ່ລາວຈະສົນໃຈ ແລະເຮັດໃຫ້ລາວເຫັນວ່າການສຶກສາຄຳພີໄບເບິນເປັນປະໂຫຍດຕໍ່ລາວແນວໃດ. (ຢຮ. 4:13-15) ຕົວຢ່າງ: ຕອນທີ່ພີ່ນ້ອງຍິງຄົນ ໜຶ່ງຊື່ ປ໋ອບປີ້ໄປຢາມຜູ້ສົນໃຈຄົນໜຶ່ງ ຜູ້ສົນໃຈກໍໄດ້ເຊີນລາວເຂົ້າໄປໃນເຮືອນ. ເມື່ອປ໋ອບປີ້ເຫັນໃບປະກາດທີ່ຕິດຢູ່ຝາເຮືອນ ລາວກໍຮູ້ວ່າຜູ້ຍິງຄົນນັ້ນເປັນສາສະດາຈານທາງດ້ານການສຶກສາ ປ໋ອບປີ້ເນັ້ນກັບຜູ້ຍິງຄົນນັ້ນວ່າພວກເຮົາກໍກຳລັງໃຫ້ການສຶກສາກັບຜູ້ຄົນຄືກັນໂດຍມີໂຄງການສອນຄຳພີໄບເບິນແລະມີການປະຊຸມຢູ່ຫໍປະຊຸມ. ຜູ້ຍິງຄົນນັ້ນຢາກສຶກສາແລະໄປປະຊຸມໃນມື້ຕໍ່ໄປ ຫຼັງຈາກນັ້ນລາວກໍໄປປະຊຸມໝວດ ແລະໜຶ່ງປີຕໍ່ມາ ລາວກໍຮັບບັບເຕມາ. ດັ່ງນັ້ນ ຂໍໃຫ້ເຈົ້າຖາມຕົວເອງວ່າ: ‘ຄົນທີ່ຂ້ອຍກັບໄປຢາມສົນໃຈຫຍັງ? ຂ້ອຍຈະເວົ້າເລື່ອງການສຶກສາຄຳພີໄບເບິນແນວໃດໃຫ້ລາວສົນໃຈ?’
14. ເຈົ້າຈະປັບການສຶກສາຄຳພີໄບເບິນໃຫ້ເໝາະກັບນັກສຶກສາແຕ່ລະຄົນແນວໃດ?
14 ເມື່ອເຈົ້າເລີ່ມສຶກສາຄຳພີໄບເບິນກັບນັກສຶກສາ ໃຫ້ກຽມຕົວຢ່າງດີເພື່ອຈະສຶກສາກັບແຕ່ລະຄົນ ໃຫ້ຄິດເບິ່ງວ່າລາວໃຫຍ່ມາໃນຄອບຄົວແບບໃດ ມີການສຶກສາແລະປະສົບການແນວໃດ ແລະລາວສົນໃຈຫຍັງ. ເມື່ອເຈົ້າກຽມຕົວ ໃຫ້ຄິດເບິ່ງວ່າຈະໃຊ້ຂໍ້ພະຄຳພີໃດ ເປີດວິດີໂອຫຍັງ ແລະໃຊ້ຕົວຢ່າງຫຍັງເພື່ອຊ່ວຍໃຫ້ນັກສຶກສາເຂົ້າໃຈຄວາມຈິງ. ໃຫ້ຖາມຕົວເອງວ່າ: ‘ນັກສຶກສາຂອງເຈົ້າມັກຫຍັງເປັນພິເສດແລະຂ້ອຍຈະເຮັດແນວໃດເພື່ອຈະເຂົ້າເຖິງໃຈຂອງລາວ?’ (ສຸພາ. 16:23) ພີ່ນ້ອງຟລໍຣາເຊິ່ງຮັບໃຊ້ຢູ່ອານບານີບອກວ່າ ນັກສຶກສາໄດ້ບອກລາວກົງໆວ່າ: “ຂ້ອຍບໍ່ເຊື່ອຄຳສອນເລື່ອງການຄືນມາຈາກຕາຍ.” ຟລໍຣາບໍ່ໄດ້ພະຍາຍາມບັງຄັບນັກສຶກສາໃຫ້ເຊື່ອໃນເລື່ອງນັ້ນທັນທີ. ລາວບອກວ່າ: “ຂ້ອຍຄິດວ່າກ່ອນທີ່ນັກສຶກສາຈະເຊື່ອເລື່ອງການຄືນມາຈາກຕາຍ ນັກສຶກສາຕ້ອງຮູ້ຈັກພະເຈົ້າທີ່ສັນຍາໃນເລື່ອງນີ້ກ່ອນ.” ຕັ້ງແຕ່ນັ້ນມາ ທຸກເທື່ອທີ່ສຶກສານຳກັນ ຟລໍຣາໄດ້ເນັ້ນເຖິງຄວາມຮັກ ສະຕິປັນຍາ ແລະອຳນາດຂອງພະເຢໂຫວາ. ຕໍ່ມາ ນັກສຶກສາຂອງລາວກໍເລີ່ມເຊື່ອເລື່ອງການຄືນມາຈາກຕາຍ ແລະຕອນນີ້ນັກສຶກສາຂອງລາວກໍເປັນພະຍານພະເຢໂຫວາທີ່ດຸໝັ່ນຫ້າວຫັນ.
ໃຫ້ເບິ່ງວ່າພວກເຂົາຈະເປັນລູກສິດຂອງພະເຢຊູໃນອະນາຄົດ
15. ຕາມກິດຈະການ 17:16-18 ຊາວເມືອງອາແຖນມີພຶດຕິກຳຫຍັງແດ່ທີ່ລົບກວນໃຈໂປໂລ ແລະເປັນຫຍັງໂປໂລຍັງປະກາດກັບພວກເຂົາ?
15 ອ່ານກິດຈະການ 17:16-18. ເຖິງວ່າຊາວເມືອງອາແຖນຈະຂາບໄຫວ້ຮູບບູຊາ ເຮັດຜິດສິນລະທຳທາງເພດ ແລະເຊື່ອເລື່ອງປັດຊະຍາ ແຕ່ໂປໂລກໍບໍ່ໄດ້ເຊົາປະກາດກັບພວກເຂົາເຖິງວ່າພວກເຂົາຈະດູຖູກລາວ. ຄວາມຈິງແລ້ວ ໂປໂລເອງກໍເຂົ້າມາເປັນຄລິດສະຕຽນທັງໆທີ່ລາວກໍເຄີຍ “ໝິ່ນປະໝາດພະເຈົ້າ ຂົ່ມເຫງຄົນຂອງພະອົງ ແລະເປັນຄົນອວດດີ.” (1 ຕມ. 1:13) ຄືກັບທີ່ພະເຢຊູເບິ່ງວ່າໂປໂລສາມາດເຂົ້າມາເປັນລູກສິດຂອງເພິ່ນໄດ້ ໂປໂລກໍເບິ່ງວ່າຊາວອາແຖນສາມາດເຂົ້າມາເປັນລູກສິດຂອງພະເຢຊູໄດ້ຄືກັນ ແລະລາວກໍບໍ່ຜິດຫວັງ.—ກຈກ. 9:13-15; 17:34
16-17. ສິ່ງໃດສະແດງວ່າຄົນທຸກຊະນິດສາມາດເຂົ້າມາເປັນລູກສິດຂອງພະຄລິດໄດ້? ຂໍໃຫ້ຍົກຕົວຢ່າງ.
16 ໃນສະຕະວັດທຳອິດມີຫຼາຍຄົນເຊິ່ງມີຊີວິດແລະສະພາບການທີ່ແຕກຕ່າງກັນໄດ້ເຂົ້າມາເປັນລູກສິດຂອງພະຄລິດ. ເມື່ອໂປໂລຂຽນຈົດໝາຍເຖິງຄລິດສະຕຽນໃນເມືອງໂກຣິນໂທ ລາວບອກວ່າພີ່ນ້ອງທີ່ຢູ່ໃນປະຊາຄົມນັ້ນເຄີຍເປັນອາດຊະຍາກອນ ຫຼືໃຊ້ຊີວິດແບບຜິດສິນລະທຳທີ່ຮ້າຍແຮງ. ຈາກນັ້ນ ລາວກໍເວົ້າຕື່ມວ່າ: “ພວກເຈົ້າບາງຄົນເຄີຍເປັນແບບນັ້ນ. ແຕ່ພະເຈົ້າຊຳລະພວກເຈົ້າໃຫ້ສະອາດແລ້ວ.” (1 ກຣ. 6:9-11) ເຈົ້າຈະເບິ່ງວ່າຄົນແບບນັ້ນສາມາດປ່ຽນແປງຕົວເອງແລະເຂົ້າມາເປັນລູກສິດຂອງພະຄລິດໄດ້ບໍ?
17 ໃນທຸກມື້ນີ້ກໍມີຫຼາຍຄົນທີ່ເຕັມໃຈປ່ຽນແປງຕົວເອງເພື່ອເຂົ້າມາເປັນລູກສິດຂອງພະເຢຊູ. ຕົວຢ່າງ: ໄພໂອເນຍພິເສດຄົນໜຶ່ງຊື່ ຢູກິນາເຊິ່ງຮັບໃຊ້ຢູ່ອົດສະຕຣາລີໄດ້ຮຽນຮູ້ວ່າ ບໍ່ວ່າຈະເປັນຄົນແບບໃດກໍອາດສົນໃຈຂ່າວສານໃນຄຳພີໄບເບິນໄດ້. ມື້ໜຶ່ງໃນເຂດທຸລະກິດ *
ລາວເຫັນຜູ້ຍິງຄົນໜຶ່ງສັກລາຍແລະນຸ່ງເຄື່ອງບໍ່ສຸພາບ. ລາວບອກວ່າ: “ຂ້ອຍບໍ່ກ້າໄປລົມກັບລາວ ແຕ່ສຸດທ້າຍຂ້ອຍກໍຕັດສິນໃຈໄປລົມນຳ. ເມື່ອຂ້ອຍໄດ້ລົມກັບລາວ ຂ້ອຍກໍຮູ້ວ່າລາວສົນໃຈຄຳພີໄບເບິນຫຼາຍແທ້ໆ. ຄວາມຈິງແລ້ວສິ່ງທີ່ລາວສັກລາຍກໍເປັນຂໍ້ພະຄຳພີໜຶ່ງຈາກປຶ້ມຄຳເພງ!” ຜູ້ຍິງຄົນນັ້ນໄດ້ເລີ່ມສຶກສາຄຳພີໄບເບິນແລະມາເຂົ້າຮ່ວມປະຊຸມ.18. ເປັນຫຍັງເຮົາບໍ່ຄວນຕັດສິນຄົນອື່ນ?
18 ເມື່ອພະເຢຊູບອກວ່າເຂົ້າໃນທົ່ງນາພ້ອມທີ່ຈະກ່ຽວແລ້ວ ນີ້ສະແດງວ່າເພິ່ນຄາດຫວັງວ່າທຸກຄົນຈະເຂົ້າມາເປັນລູກສິດຂອງເພິ່ນບໍ? ບໍ່ແມ່ນ. ຄຳພີໄບເບິນບອກລ່ວງໜ້າວ່າຈະມີພຽງບໍ່ເທົ່າໃດຄົນທີ່ເຊື່ອເພິ່ນ. (ຢຮ. 12:37, 38) ພະເຢຊູອ່ານໃຈຄົນໄດ້ແລະຮູ້ວ່າຫຼາຍຄົນບໍ່ເຊື່ອສິ່ງທີ່ເພິ່ນສອນ. (ມທ. 9:4) ເຖິງວ່າເພິ່ນຈະສົນໃຈຄົນທີ່ເຊື່ອໃນເພິ່ນເຊິ່ງມີບໍ່ຫຼາຍຄົນ ແຕ່ເພິ່ນກໍຍັງດຸໝັ່ນຫ້າວຫັນປະກາດກັບທຸກຄົນ. ແຮ່ງເຮົາອ່ານໃຈໃຜບໍ່ໄດ້ ເຮົາກໍແຮ່ງບໍ່ຄວນຕັດສິນໃຈວ່າເຂດນີ້ຫຼືຄົນນີ້ຄືຊິບໍ່ສົນໃຈຂ່າວດີດອກ! ແຕ່ໃຫ້ເຮົາເບິ່ງວ່າຜູ້ຄົນສາມາດເຂົ້າມາເປັນລູກສິດຂອງພະເຢຊູໄດ້. ມາກເຊິ່ງເປັນມິດຊັນນາລີຢູ່ບວກກີນາຟາໂຊ ບອກວ່າ: “ຄົນທີ່ຂ້ອຍຄິດວ່າຈະກ້າວໜ້າພັດເຊົາສຶກສາ ແຕ່ຄົນທີ່ຂ້ອຍຄິດວ່າຄືຊິບໍ່ກ້າວໜ້າພັດກ້າວໜ້າຫຼາຍ. ດັ່ງນັ້ນ ຂ້ອຍໄດ້ບົດຮຽນວ່າຕ້ອງໃຫ້ພະລັງບໍລິສຸດຂອງພະເຢໂຫວາຊີ້ນຳເຮົາເພື່ອຈະພົບຄົນທີ່ຊອກຫາຄວາມຈິງແທ້ໆ.”
19. ເຮົາຄວນເບິ່ງຜູ້ຄົນໃນເຂດປະກາດແນວໃດ?
19 ເມື່ອເບິ່ງຜິວເຜີນອາດເບິ່ງຄືວ່າຄົນໃນເຂດຂອງເຮົາທີ່ສົນໃຈມີບໍ່ຫຼາຍ ເຊິ່ງຄົນເຫຼົ່ານັ້ນເປັນຄືກັບເຂົ້າສຸກເຫຼືອງທີ່ພ້ອມຈະກ່ຽວ. ແຕ່ຂໍໃຫ້ຈື່ສິ່ງທີ່ພະເຢຊູບອກກັບພວກລູກສິດຂອງເພິ່ນ ເພິ່ນບອກວ່າຮວງເຂົ້າກໍສຸກເຫຼືອງພ້ອມທີ່ຈະກ່ຽວແລ້ວ. ນີ້ໝາຍຄວາມວ່າຜູ້ຄົນຈະປ່ຽນແປງຕົວເອງແລະເຂົ້າມາເປັນລູກສິດຂອງພະຄລິດ. ພະເຢໂຫວາເບິ່ງວ່າພວກເຂົາເປັນ “ສິ່ງມີຄ່າ.” (ອເກ. 2:7, ລ.ມ.) ຖ້າເຮົາເບິ່ງຜູ້ຄົນຄືກັບທີ່ພະເຢໂຫວາແລະພະເຢຊູເບິ່ງ ເຮົາກໍຈະຮູ້ຈັກຊີວິດແລະສະພາບການຂອງພວກເຂົາແລະສິ່ງທີ່ພວກເຂົາສົນໃຈ. ເຮົາຈະບໍ່ເບິ່ງວ່າພວກເຂົາເປັນຄົນແປກໜ້າ ແຕ່ຈະເບິ່ງວ່າພວກເຂົາມີໂອກາດເຂົ້າມາເປັນພີ່ນ້ອງຂອງເຮົາໃນອະນາຄົດ.
ເພງ 57 ປະກາດກັບຄົນທຸກຊະນິດ
^ ຂໍ້ 5 ວິທີທີ່ເຮົາເບິ່ງຜູ້ຄົນໃນເຂດປະກາດສົ່ງຜົນຕໍ່ວິທີທີ່ເຮົາປະກາດແລະສອນແນວໃດ? ໃນບົດຄວາມນີ້ ເຮົາຈະມາເບິ່ງວ່າພະເຢຊູແລະອັກຄະສາວົກໂປໂລເບິ່ງຜູ້ຄົນແນວໃດ ແລະເຮົາຈະຮຽນແບບທັງສອງຄົນນີ້ໄດ້ແນວໃດໂດຍຄິດເຖິງສິ່ງທີ່ຄົນໃນເຂດຂອງເຮົາເຊື່ອ ສິ່ງທີ່ພວກເຂົາສົນໃຈ ແລະເບິ່ງວ່າພວກເຂົາສາມາດເຂົ້າມາເປັນລູກສິດຂອງພະຄລິດໄດ້.
^ ຂໍ້ 17 ບົດຄວາມຊຸດ “ຄຳພີໄບເບິນປ່ຽນຊີວິດຄົນ” ມີຕົວຢ່າງຂອງອີກຫຼາຍຄົນທີ່ປ່ຽນແປງຊີວິດຕົວເອງ. ບົດຄວາມຊຸດນີ້ມີຢູ່ໃນຫໍສັງເກດການ ຈົນຮອດປີ 2017 ແລະຕອນນີ້ແມ່ນມີຢູ່ໃນເວັບໄຊ jw.org®. ເຂົ້າໄປທີ່ກ່ຽວກັບເຮົາ > ປະສົບການ. (ພາສາໄທ)
^ ຂໍ້ 57 ຄຳອະທິບາຍຮູບພາບ: ຕອນໄປປະກາດຕາມເຮືອນ ພີ່ນ້ອງຜົວເມຍຄູ່ໜຶ່ງສັງເກດວ່າ (1) ໜ້າບ້ານເປັນລະບຽບຮຽບຮ້ອຍແລະປະດັບດ້ວຍດອກໄມ້ທີ່ສວຍງາມ (2) ເຮືອນຫຼັງນີ້ມີເດັກນ້ອຍຢູ່ນຳ (3) ເຮືອນຫຼັງນີ້ຮົກຫຼາຍທັງທາງໃນແລະທາງນອກ (4) ເຈົ້າຂອງເຮືອນເປັນຄົນເຄັ່ງສາສະໜາ. ອັນໃດເຮັດໃຫ້ຮູ້ວ່າຜູ້ຄົນສາມາດເຂົ້າມາເປັນລູກສິດຂອງພະຄລິດໄດ້?