ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 18

“ແລ່ນ​ແຂ່ງ​ຈົນ​ເຖິງ​ເສັ້ນ​ໄຊ”

“ແລ່ນ​ແຂ່ງ​ຈົນ​ເຖິງ​ເສັ້ນ​ໄຊ”

“ຂ້ອຍ​ແລ່ນ​ແຂ່ງ​ຈົນ​ເຖິງ​ເສັ້ນ​ໄຊ​ແລ້ວ.”—2 ຕມ. 4:7

ເພງ 129 ເຮົາ​ຈະ​ອົດ​ທົນ​ຕໍ່​ໄປ

ໃຈ​ຄວາມ​ສຳຄັນ *

1. ເຮົາ​ທຸກ​ຄົນ​ຕ້ອງ​ເຮັດ​ຫຍັງ?

ຖ້າ​ເຈົ້າ​ຮູ້​ວ່າ​ການ​ແລ່ນ​ແຂ່ງ​ຈະ​ລຳບາກ ແລະ​ຕົວ​ເຈົ້າ​ເອງ​ກໍ​ເຈັບ​ປ່ວຍ​ຫຼື​ເມື່ອຍ​ຫຼາຍ ເຈົ້າ​ຍັງ​ຢາກ​ຈະ​ໄປ​ແລ່ນ​ແຂ່ງ​ຢູ່​ບໍ? ຄື​ຊິ​ບໍ່. ແນວ​ໃດ​ກໍ​ຕາມ ອັກຄະສາວົກ​ໂປໂລ​ບອກ​ວ່າ​ຄລິດສະຕຽນ​ແທ້​ທຸກ​ຄົນ​ກຳລັງ​ຢູ່​ໃນ​ການ​ແລ່ນ​ແຂ່ງ. (ຮຣ. 12:1) ແລະ​ເຮົາ​ທຸກ​ຄົນ​ບໍ່​ວ່າ​ຈະ​ໜຸ່ມ​ຫຼື​ອາຍຸ​ຫຼາຍ​ແລ້ວ ແຂງແຮງ​ຫຼື​ອ່ອນ​ເພຍ​ກໍ​ຕ້ອງ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ເພື່ອ​ຈະ​ໄດ້​ຮັບ​ລາງວັນ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ.—ມທ. 24:13

2. ຕາມ 2 ຕີໂມທຽວ 4:7, 8 ເປັນ​ຫຍັງ​ໂປໂລ​ຈຶ່ງ​ແນະນຳ​ເຮົາ​ໄດ້?

2 ໂປໂລ​ແນະນຳ​ເຮົາ​ເລື່ອງ​ນີ້​ໄດ້​ເພາະ​ລາວ “ແລ່ນ​ແຂ່ງ​ຈົນ​ເຖິງ​ເສັ້ນ​ໄຊ​ແລ້ວ.” (ອ່ານ 2 ຕີໂມທຽວ 4:7, 8) ແຕ່​ໂປໂລ​ກຳລັງ​ເວົ້າ​ເຖິງ​ການ​ແລ່ນ​ແຂ່ງ​ແບບ​ໃດ?

ເຮົາ​ກຳລັງ​ແຂ່ງ​ຂັນ​ຫຍັງ?

3. ໂປໂລ​ເວົ້າ​ເຖິງ​ການ​ແລ່ນ​ແຂ່ງ​ແບບ​ໃດ?

3 ຫຼາຍ​ເທື່ອ​ໂປໂລ​ສອນ​ບົດຮຽນ​ທີ່​ສຳຄັນ​ໂດຍ​ໃຊ້​ຕົວຢ່າງ​ການ​ແຂ່ງ​ຂັນ​ຂອງ​ຊາວ​ກຣີກ​ໃນ​ສະໄໝ​ບູຮານ. (1 ກຣ. 9:25-27; 2 ຕມ. 2:5) ແລະ​ກໍ​ມີ​ຫຼາຍ​ເທື່ອ​ທີ່​ໂປໂລ​ໃຊ້​ຕົວຢ່າງ​ການ​ແລ່ນ​ແຂ່ງ​ປຽບ​ຄື​ກັບ​ຊີວິດ​ຂອງ​ຄລິດສະຕຽນ. (1 ກຣ. 9:24; ຄລຕ. 2:2; ຟລປ. 2:16) ຄົນ​ໜຶ່ງ​ໄດ້​ເລີ່ມ​ລົງ “ແລ່ນ​ແຂ່ງ” ເມື່ອ​ລາວ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ. (1 ປຕ. 3:21) ແລະ​ລາວ​ຈະ​ແລ່ນ​ຮອດ​ເສັ້ນ​ໄຊ ເມື່ອ​ພະ​ເຢໂຫວາ​ໃຫ້​ລາງວັນ​ຊີວິດ​ຕະຫຼອດ​ໄປ​ກັບ​ລາວ.—ມທ. 25:31-34, 46; 2 ຕມ. 4:8

4. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ການ​ແລ່ນ​ແຂ່ງ​ໄລຍະ​ໄກ​ກັບ​ຊີວິດ​ຂອງ​ຄລິດສະຕຽນ​ມີ​ຫຼາຍ​ສິ່ງ​ທີ່​ຄ້າຍ​ຄື​ກັນ. ໃຫ້​ເຮົາ​ມາ​ຮຽນ 3 ຢ່າງ​ນຳ​ກັນ​ຄື: (1) ເຮົາ​ຕ້ອງ​ຢູ່​ໃນ​ເສັ້ນ​ທາງ​ທີ່​ຖືກຕ້ອງ (2) ເຮົາ​ຕ້ອງ​ເບິ່ງ​ໄປ​ທີ່​ເສັ້ນ​ໄຊ ແລະ (3) ເຮົາ​ຕ້ອງ​ແລ່ນ​ຕໍ່​ໄປ​ເຖິງ​ວ່າ​ຈະ​ມີ​ອຸປະສັກ​ຕະຫຼອດ​ເສັ້ນ​ທາງ.

ແລ່ນ​ຢູ່​ໃນ​ເສັ້ນ​ທາງ​ທີ່​ຖືກຕ້ອງ

ເຮົາ​ທຸກ​ຄົນ​ຕ້ອງ​ແລ່ນ​ໃນ​ເສັ້ນ​ທາງ​ຂອງ​ຄລິດສະຕຽນ (ເບິ່ງ​ຂໍ້ 5-7) *

5. ເຮົາ​ຕ້ອງ​ຢູ່​ໃນ​ເສັ້ນ​ທາງ​ໃດ ແລະ​ຍ້ອນ​ຫຍັງ?

5 ເພື່ອ​ຈະ​ໄດ້​ລາງວັນ ນັກ​ແລ່ນ​ຕ້ອງ​ແລ່ນ​ຢູ່​ໃນ​ເສັ້ນ​ທາງ​ທີ່​ກຳນົດ​ໄວ້​ໃຫ້. ຄ້າຍ​ຄື​ກັນ ຖ້າ​ເຮົາ​ຢາກ​ໄດ້​ຮັບ​ລາງວັນ​ຊີວິດ​ຕະຫຼອດ​ໄປ ເຮົາ​ຕ້ອງ​ແລ່ນ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ຄລິດສະຕຽນ ນັ້ນ​ຄື​ຕ້ອງ​ໃຊ້​ຊີວິດ​ແບບ​ຄລິດສະຕຽນ. (ກຈກ. 20:24; 1 ປຕ. 2:21) ແຕ່​ຊາຕານ​ແລະ​ຄົນ​ທີ່​ເຮັດ​ຕາມ​ຕົວຢ່າງ​ຂອງ​ມັນ​ຢາກ​ໃຫ້​ເຮົາ​ເຮັດ​ສິ່ງ​ທີ່​ກົງ​ກັນ​ຂ້າມ ພວກ​ເຂົາ​ຢາກ​ໃຫ້​ເຮົາ​ເຮັດ “ຄື​ກັບ​ທີ່​ພວກ​ເຂົາ​ເຮັດ.” (1 ປຕ. 4:4) ນອກ​ຈາກ​ນັ້ນ ພວກ​ເຂົາ​ຍັງ​ເວົ້າ​ເຍີ້ຍ​ແນວ​ທາງ​ຊີວິດ​ທີ່​ເຮົາ​ເລືອກ ແລະ​ເວົ້າ​ວ່າ​ທາງ​ຂອງ​ພວກ​ເຂົາ​ດີ​ກວ່າ​ເພາະ​ຈະ​ເຮັດ​ໃຫ້​ມີ​ອິດ​ສະຫຼະ​ແທ້. ແຕ່​ສິ່ງ​ທີ່​ພວກ​ເຂົາ​ເວົ້າ​ບໍ່​ແມ່ນ​ຄວາມ​ຈິງ.—2 ປຕ. 2:19

6. ເຈົ້າ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໄບຣອັນ?

6 ໃຜ​ກໍ​ຕາມ​ທີ່​ແລ່ນ​ກັບ​ຄົນ​ທີ່​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ໂລກ​ຊາຕານ ບໍ່​ດົນ​ກໍ​ຈະ​ເຫັນ​ວ່າ​ພວກ​ເຂົາ​ບໍ່​ໄດ້​ເປັນ​ອິດ​ສະຫຼະ ແຕ່​ເປັນ​ທາດ. (ຣມ. 6:16) ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ໄບຣອັນ. ຕັ້ງ​ແຕ່​ຍັງ​ນ້ອຍ​ພໍ່​ແມ່​ຂອງ​ລາວ​ພະຍາຍາມ​ຊ່ວຍ​ລາວ​ໃຫ້​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ຄລິດສະຕຽນ. ແຕ່​ເມື່ອ​ເລີ່ມ​ເປັນ​ໄວ​ລຸ້ນ ລາວ​ກໍ​ສົງໄສ​ວ່າ​ຊີວິດ​ແບບ​ນີ້​ເຮັດ​ໃຫ້​ລາວ​ມີ​ຄວາມ​ສຸກ​ແທ້ໆບໍ. ລາວ​ຈຶ່ງ​ຕັດສິນ​ໃຈ​ໃຊ້​ຊີວິດ​ຄື​ກັບ​ຄົນ​ທີ່​ເຮັດ​ຕາມ​ໂລກ​ຂອງ​ຊາຕານ. ລາວ​ບອກ​ວ່າ: “ຂ້ອຍ​ຄິດ​ບໍ່​ເຖິງ​ເລີຍ​ວ່າ​ອິດ​ສະຫຼະ​ພາບ​ທີ່​ຂ້ອຍ​ໃຝ່ຝັນ​ຈະ​ເຮັດ​ໃຫ້​ຂ້ອຍ​ຕິດ​ຢາເສບຕິດ. ຂ້ອຍ​ເລີ່ມ​ເສບ​ຢາ ກິນ​ເຫຼົ້າ ແລະ​ໃຊ້​ຊີວິດ​ແບບ​ຜິດສິນລະທຳ. ຫຼາຍ​ປີ​ຕໍ່​ມາ ຂ້ອຍ​ກໍ​ເສບ​ຢາ​ໜັກ​ຂຶ້ນ​ແລະ​ໃຊ້​ຢາ​ແຮງ​ຂຶ້ນ​ຈົນ​ກາຍ​ເປັນ​ທາດ​ຂອງ​ຢາເສບຕິດ​ຫຼາຍ​ຊະນິດ . . . ຈາກ​ນັ້ນ​ຂ້ອຍ​ກໍ​ເລີ່ມ​ຂາຍ​ຢາເສບຕິດ​ເພື່ອ​ເອົາ​ເງິນ​ມາ​ໃຊ້​ຈ່າຍ.” ໃນ​ທີ່​ສຸດ ໄບຣອັນ​ກໍ​ຕັດສິນ​ໃຈ​ວ່າ​ຈະ​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະອົງ. ລາວ​ປ່ຽນ​ມາ​ແລ່ນ​ຢູ່​ເສັ້ນ​ທາງ​ທີ່​ຖືກຕ້ອງ​ແລະ​ຮັບ​ບັບເຕມາ​ໃນ​ປີ 2001. ຕອນ​ນີ້​ລາວ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ຕາມ​ແນວ​ທາງ​ຊີວິດ​ຂອງ​ຄລິດສະຕຽນ. *

7. ຕາມ​ມັດທາຍ 7:13, 14 ມີ​ສອງ​ເສັ້ນ​ທາງ​ຫຍັງ​ແດ່?

7 ເປັນ​ເລື່ອງ​ສຳຄັນ​ແທ້ໆທີ່​ເຮົາ​ຈະ​ເລືອກ​ແລ່ນ​ຢູ່​ໃນ​ທາງ​ທີ່​ຖືກຕ້ອງ! ຊາຕານ​ຢາກ​ໃຫ້​ເຮົາ​ທຸກ​ຄົນ​ເຊົາ​ແລ່ນ​ໃນ​ເສັ້ນ​ທາງ​ແຄບ​ທີ່ “ພາ​ໄປ​ເຖິງ​ຊີວິດ” ແລະ​ຢາກ​ໃຫ້​ເຮົາ​ໄປ​ແລ່ນ​ຢູ່​ທາງ​ກວ້າງ​ເຊິ່ງ​ໄປ​ງ່າຍ​ແລະ​ຄົນ​ສ່ວນ​ຫຼາຍ​ກໍ​ມັກ​ໄປ ແຕ່​ທາງ​ນັ້ນ “ພາ​ໄປ​ເຖິງ​ຄວາມ​ພິນາດ.” (ອ່ານ​ມັດທາຍ 7:13, 14) ເພື່ອ​ຈະ​ແລ່ນ​ໃນ​ທາງ​ທີ່​ຖືກຕ້ອງ​ຕໍ່ໆໄປ​ແລະ​ບໍ່​ເຂ​ໄປ​ທາງ​ອື່ນ ເຮົາ​ຕ້ອງ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ​ແລະ​ຟັງ​ພະອົງ.

ເບິ່ງ​ໄປ​ທີ່​ເສັ້ນ​ໄຊ​ແລະ​ບໍ່​ໃຫ້​ສະດຸດ

ເຮົາ​ຕ້ອງ​ເບິ່ງ​ໄປ​ທີ່​ລາງວັນ​ແລະ​ຫຼີກ​ລ່ຽງ​ທີ່​ຈະ​ບໍ່​ເຮັດ​ໃຫ້​ຄົນ​ອື່ນ​ສະດຸດ (ເບິ່ງ​ຂໍ້ 8-12) *

8. ຖ້າ​ນັກ​ແລ່ນ​ຄົນ​ໜຶ່ງ​ລົ້ມ ລາວ​ຄວນ​ເຮັດ​ຫຍັງ?

8 ຜູ້​ເຂົ້າ​ແຂ່ງ​ຂັນ​ໃນ​ການ​ແລ່ນ​ແຂ່ງ​ໄລຍະ​ໄກ​ຈະ​ເບິ່ງ​ແຕ່​ທາງ​ທີ່​ຢູ່​ທາງ​ໜ້າ​ຕະຫຼອດ​ເພື່ອ​ຈະ​ບໍ່​ສະດຸດ​ລົ້ມ. ແຕ່​ພວກ​ເຂົາ​ອາດ​ຈະ​ສະດຸດ​ລົ້ມ​ຍ້ອນ​ແລ່ນ​ຂ້ອງ​ຂາ​ກັນ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ​ຫຼື​ບໍ່​ກໍ​ແລ່ນ​ຕົກ​ຂຸມ​ລົ້ມ​ເອງ. ຖ້າ​ພວກ​ເຂົາ​ລົ້ມ ພວກ​ເຂົາ​ກໍ​ຈະ​ຮີບ​ລຸກ​ຂຶ້ນ​ແລະ​ແລ່ນ​ຕໍ່. ພວກ​ເຂົາ​ບໍ່​ໄດ້​ສົນ​ໃຈ​ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ສະດຸດ ແຕ່​ສົນ​ໃຈ​ເສັ້ນ​ໄຊ​ແລະ​ລາງວັນ​ທີ່​ຈະ​ໄດ້​ຮັບ.

9. ຖ້າ​ເຮົາ​ສະດຸດ​ລົ້ມ ເຮົາ​ຄວນ​ເຮັດ​ຫຍັງ?

9 ໃນ​ການ​ແລ່ນ​ແຂ່ງ​ເພື່ອ​ຊີວິດ ເຮົາ​ອາດ​ສະດຸດ​ລົ້ມ​ເອງ​ຫຼາຍ​ເທື່ອ ເຮົາ​ອາດ​ເຮັດ​ຜິດ​ໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ. ນອກ​ຈາກ​ນັ້ນ ພີ່ນ້ອງ​ທີ່​ແລ່ນ​ນຳ​ກັນ​ອາດ​ເຮັດ​ໃຫ້​ເຮົາ​ສະດຸດ​ລົ້ມ​ໂດຍ​ເຮັດ​ຜິດ​ຕໍ່​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ເຈັບ​ໃຈ. ບໍ່​ຕ້ອງ​ແປກ​ໃຈ​ຖ້າ​ສິ່ງ​ນັ້ນ​ເກີດ​ຂຶ້ນ​ກັບ​ເຮົາ​ເພາະ​ເຮົາ​ທຸກ​ຄົນ​ບໍ່​ສົມບູນ​ແບບ ແລະ​ເຮົາ​ກໍ​ກຳລັງ​ແລ່ນ​ຢູ່​ໃນ​ເສັ້ນ​ທາງ​ແຄບ​ທີ່​ນຳ​ໄປ​ສູ່​ຊີວິດ​ຄື​ກັນ. ດັ່ງ​ນັ້ນ ກໍ​ເປັນ​ເລື່ອງ​ງ່າຍ​ທີ່​ເຮົາ​ຈະ​ມີ “ເລື່ອງ​ຜິດ​ໃຈ​ກັນ” ກັບ​ຄົນ​ອື່ນ​ເປັນ​ບາງ​ເທື່ອ. ໂປໂລ​ຍອມ​ຮັບ​ວ່າ ບາງ​ເທື່ອ​ເຮົາ​ກໍ​ອາດ​ເຮັດ​ໃຫ້​ຄົນ​ອື່ນ “ມີ​ສາເຫດ​ຈະ​ຈົ່ມ.” (ກລຊ. 3:13) ຖ້າ​ເຮົາ​ສະດຸດ​ລົ້ມ ແທນ​ທີ່​ຈະ​ເບິ່ງ​ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ສະດຸດ ຂໍ​ໃຫ້​ເຮົາ​ເບິ່ງ​ໄປ​ທີ່​ລາງວັນ​ທີ່​ຢູ່​ທາງ​ໜ້າ ແລະ​ໃຫ້​ຮີບ​ລຸກ​ຂຶ້ນ​ແລ້ວ​ແລ່ນ​ຕໍ່​ໄປ. ເພາະ​ຖ້າ​ເຮົາ​ບໍ່​ຍອມ​ລຸກ​ແຕ່​ຍັງ​ໃຈ​ຮ້າຍ​ແລະ​ຄຽດ​ບໍ່​ເຊົາ ເຮົາ​ກໍ​ຈະ​ໄປ​ບໍ່​ຮອດ​ເສັ້ນ​ໄຊ​ແລະ​ບໍ່​ໄດ້​ຮັບ​ລາງວັນ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ເຮົາ​ກໍ​ອາດ​ຂວາງ​ຄົນ​ອື່ນ​ທີ່​ພະຍາຍາມ​ແລ່ນ​ໃນ​ເສັ້ນ​ທາງ​ແຄບ​ທີ່​ນຳ​ໄປ​ສູ່​ຊີວິດ.

10. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ບໍ່​ເຮັດ​ໃຫ້​ຄົນ​ອື່ນ​ສະດຸດ​ລົ້ມ​ຫຼື “ເປັນ​ຕົ້ນ​ເຫດ​ໃຫ້​ພີ່ນ້ອງ​ຫຼົງ​ເຮັດ​ຜິດ”?

10 ອີກ​ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ພະຍາຍາມ​ບໍ່​ເຮັດ​ໃຫ້​ຄົນ​ອື່ນ​ສະດຸດ​ລົ້ມ​ຫຼື “ເປັນ​ຕົ້ນ​ເຫດ​ໃຫ້​ພີ່ນ້ອງ​ຫຼົງ​ເຮັດ​ຜິດ” ກໍ​ຄື ຍອມ​ຮັບ​ການ​ຕັດສິນ​ໃຈ​ຂອງ​ພີ່ນ້ອງ ແທນ​ທີ່​ຈະ​ບັງຄັບ​ພວກ​ເຂົາ​ໃຫ້​ເຮັດ​ຕາມ​ແບບ​ທີ່​ເຮົາ​ຄິດ​ຫຼື​ເອົາ​ແຕ່​ຄວາມ​ຄິດ​ຂອງ​ເຮົາ​ເອງ. (ຣມ. 14:13, 19-21; 1 ກຣ. 8:9, 13) ພວກ​ເຮົາ​ບໍ່​ຄື​ກັບ​ນັກ​ແລ່ນ​ທີ່​ແລ່ນ​ແຂ່ງ​ໃນ​ສະ​ໜາມ​ແທ້. ນັກ​ແລ່ນ​ຈະ​ພະຍາຍາມ​ເອົາ​ຊະນະ​ນັກ​ແລ່ນ​ຄົນ​ອື່ນໆ. ນັກ​ແລ່ນ​ແຕ່​ລະ​ຄົນ​ຄິດ​ເຖິງ​ແຕ່​ຕົວ​ເອງແລະ​ເຮັດ​ທຸກ​ວິທີ​ທາງ​ເພື່ອ​ຈະ​ໄດ້​ລາງວັນ​ຄົນ​ດຽວ. ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ພະຍາຍາມ​ບຽດ​ຄົນ​ອື່ນ​ເພື່ອ​ຈະ​ໄດ້​ໄປ​ຢູ່​ທາງ​ໜ້າ. ແຕ່​ເຮົາ​ບໍ່​ໄດ້​ແລ່ນ​ແຂ່ງ​ກັນ​ເອງ. (ຄລຕ. 5:26; 6:4) ເປົ້າ​ໝາຍ​ຂອງ​ເຮົາ​ຄື ພະຍາຍາມ​ຊ່ວຍ​ກັນ​ແລະ​ກັນ​ຢ່າງ​ສຸດ​ຄວາມ​ສາມາດ​ໃຫ້​ໄປ​ຮອດ​ເສັ້ນ​ໄຊ ແລະ​ໄດ້​ຮັບ​ລາງວັນ​ຄື​ຊີວິດ​ຕະຫຼອດ​ໄປ. ສະນັ້ນ ເຮົາ​ຈຶ່ງ​ພະຍາຍາມ​ໃຊ້​ຄຳ​ແນະນຳ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຂອງ​ໂປໂລ​ທີ່​ວ່າ: “ຢ່າ​ເຫັນ​ແກ່​ຜົນ​ປະໂຫຍດ​ສ່ວນ​ຕົວ​ເທົ່າ​ນັ້ນ ໃຫ້​ເຫັນ​ແກ່​ຜົນ​ປະໂຫຍດ​ຂອງ​ຄົນ​ອື່ນ​ນຳ.”—ຟລປ. 2:4

11. ນັກ​ແລ່ນ​ຄວນ​ເລັງ​ໃສ່​ຫຍັງ ແລະ​ຍ້ອນ​ຫຍັງ?

11 ນອກ​ຈາກ​ຈະ​ເບິ່ງ​ແຕ່​ທາງ​ທີ່​ຢູ່​ທາງ​ໜ້າ​ແລ້ວ ນັກ​ແລ່ນ​ກໍ​ມັກ​ຈະ​ເລັງ​ໃສ່​ທີ່​ເສັ້ນ​ໄຊ​ນຳ. ເຖິງ​ວ່າ​ຕອນ​ນັ້ນ​ພວກ​ເຂົາ​ຈະ​ເບິ່ງ​ບໍ່​ເຫັນ​ເສັ້ນ​ໄຊ ແຕ່​ພວກ​ເຂົາ​ກໍ​ນຶກ​ພາບ​ວ່າ​ຕົວ​ເອງ​ກຳລັງ​ແລ່ນ​ຮອດ​ເສັ້ນ​ໄຊ​ແລະ​ໄດ້​ຮັບ​ລາງວັນ. ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ພວກ​ເຂົາ​ມີ​ກຳລັງ​ໃຈ​ແລະ​ມີ​ແຮງ​ທີ່​ຈະ​ແລ່ນ​ຕໍ່.

12. ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ຫຍັງ​ກັບ​ເຮົາ?

12 ໃນ​ການ​ແລ່ນ​ແຂ່ງ​ເພື່ອ​ຊີວິດ ພະ​ເຢໂຫວາ​ສັນຍາ​ກັບ​ປະຊາຊົນ​ຂອງ​ພະອົງ​ວ່າ ເມື່ອ​ພວກ​ເຂົາ​ຮອດ​ເສັ້ນ​ໄຊ ພວກ​ເຂົາ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ​ເປັນ​ລາງວັນ​ບໍ່​ວ່າ​ຈະ​ຢູ່​ເທິງ​ສະຫວັນ​ຫຼື​ອຸທິຍານ​ເທິງ​ໂລກ​. ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ກ່ຽວ​ກັບ​ລາງວັນ​ນີ້​ເພື່ອ​ເຮົາ​ຈະ​ເຫັນ​ພາບ​ໄດ້​ວ່າ​ຊີວິດ​ໃນ​ອະນາຄົດ​ຂອງ​ເຮົາ​ຈະ​ດີ​ເລີດ​ສ່ຳ​ໃດ. ແຮ່ງ​ເຮົາ​ຄິດ​ກ່ຽວ​ກັບ​ອະນາຄົດ​ທີ່​ພະ​ເຢໂຫວາ​ສັນຍາ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ຈະ​ບໍ່​ຍອມ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ມາ​ເຮັດ​ໃຫ້​ເຮົາ​ສະດຸດ​ລົ້ມ​ຈົນ​ລຸກ​ບໍ່​ໄດ້.

ໃຫ້​ແລ່ນ​ຕໍ່​ໄປ​ເຖິງ​ວ່າ​ຈະ​ມີ​ອຸປະສັກ

ເຖິງ​ວ່າ​ຈະ​ເຈິ​ອຸປະສັກ ເຮົາ​ກໍ​ຢາກ​ແລ່ນ​ຕໍ່ໆໄປ​ໃນ​ເສັ້ນ​ທາງ​ຊີວິດ (ເບິ່ງ​ຂໍ້ 13-20) *

13. ເຮົາ​ມີ​ຂໍ້​ໄດ້​ປຽບ​ຫຼາຍ​ກວ່າ​ນັກ​ແລ່ນ​ແນວ​ໃດ?

13 ນັກ​ແລ່ນ​ໃນ​ສະໄໝ​ກຣີກ​ບູຮານ​ຕ້ອງ​ເອົາ​ຊະນະ​ອຸປະສັກ​ບາງ​ຢ່າງ​ເຊັ່ນ: ຄວາມ​ເມື່ອຍ​ແລະ​ຄວາມ​ເຈັບ​ປວດ. ຊ້ຳ​ບໍ່​ໜຳ​ພວກ​ເຂົາ​ຍັງ​ຕ້ອງ​ໝາຍ​ເພິ່ງ​ແຕ່​ແຮງ​ແລະ​ການ​ຝຶກ​ຊ້ອມ​ຂອງ​ຕົນ​ເອງ​ເທົ່າ​ນັ້ນ. ຄື​ກັບ​ນັກ​ແລ່ນ​ເຫຼົ່າ​ນີ້ ເຮົາ​ກໍ​ໄດ້​ຮັບ​ການ​ຝຶກ​ໃຫ້​ຮູ້​ວິທີ​ແລ່ນ​ໃນ​ເສັ້ນ​ທາງ​ຂອງ​ເຮົາ. ແຕ່​ເຮົາ​ມີ​ຂໍ້​ໄດ້​ປຽບ​ຫຼາຍ​ກວ່າ ເພາະ​ເຮົາ​ໄດ້​ຮັບ​ກຳລັງ​ຈາກ​ພະ​ເຢໂຫວາ​ເຊິ່ງ​ພະອົງ​ໃຫ້​ເຮົາ​ໄດ້​ໂດຍ​ບໍ່​ມີ​ຂີດ​ຈຳກັດ. ຖ້າ​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ ພະອົງ​ສັນຍາ​ວ່າ​ຈະ​ບໍ່​ພຽງ​ແຕ່​ຝຶກ​ເຮົາ ແຕ່​ຍັງ​ຈະ​ເຮັດ​ໃຫ້​ເຮົາ​ເຂັ້ມແຂງ​ນຳ!—1 ປຕ. 5:10

14. ເມື່ອ​ເຮົາ​ປະສົບ​ບັນຫາ 2 ໂກຣິນໂທ 12:9, 10 ຊ່ວຍ​ເຮົາ​ແນວ​ໃດ?

14 ໂປໂລ​ຕ້ອງ​ເຈິ​ອຸປະສັກ​ແລະ​ບັນຫາ​ຫຼາຍ​ຢ່າງ. ນອກ​ຈາກ​ຈະ​ຖືກ​ຄົນ​ອື່ນ​ດູຖູກ​ແລະ​ຂົ່ມເຫງ ບາງ​ເທື່ອ​ລາວ​ກໍ​ຮູ້ສຶກ​ອ່ອນແອ​ແລະ​ຕໍ່​ສູ້​ກັບ​ສິ່ງ​ທີ່​ລາວ​ເອີ້ນ​ວ່າ “ໜາມ​ຢູ່​ໃນ​ຮ່າງກາຍ.” (2 ກຣ. 12:7) ແທນ​ທີ່​ລາວ​ຈະ​ເບິ່ງ​ວ່າ​ບັນຫາ​ເຫຼົ່າ​ນັ້ນ​ເປັນ​ເຫດຜົນ​ທີ່​ຈະ​ເຊົາ​ຮັບໃຊ້​ພະ​ເຢໂຫວາ ແຕ່​ລາວ​ເບິ່ງ​ວ່າ​ນັ້ນ​ເປັນ​ໂອກາດ​ທີ່​ຈະ​ໝາຍ​ເພິ່ງ​ພະອົງ. (ອ່ານ 2 ໂກຣິນໂທ 12:9, 10) ຍ້ອນ​ໂປໂລ​ຄິດ​ແບບ​ນີ້ ພະ​ເຢໂຫວາ​ຈຶ່ງ​ຊ່ວຍ​ລາວ​ໃຫ້​ຜ່ານ​ການ​ທົດ​ສອບ​ທຸກ​ຢ່າງ​ໄດ້.

15. ຖ້າ​ເຮົາ​ຮຽນ​ແບບ​ໂປໂລ ເຮົາ​ຈະ​ໄດ້​ຮັບ​ຫຍັງ?

15 ເຮົາ​ອາດ​ຖືກ​ດູຖູກ​ແລະ​ຂົ່ມເຫງ​ຍ້ອນ​ຄວາມ​ເຊື່ອ​ຄື​ກັນ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຕ້ອງ​ຮັບ​ມື​ກັບ​ບັນຫາ​ສຸຂະພາບ​ຫຼື​ຄວາມ​ອິດ​ເມື່ອຍ. ແຕ່​ຖ້າ​ເຮົາ​ຮຽນ​ແບບ​ໂປໂລ ເຮົາ​ກໍ​ຈະ​ໄດ້​ເຫັນ​ຄວາມ​ຊ່ວຍ​ເຫຼືອ​ແລະ​ຄວາມ​ຮັກ​ຈາກ​ພະ​ເຢໂຫວາ​ທຸກ​ຄັ້ງ​ຕອນ​ທີ່​ເຮົາ​ເຈິ​ອຸປະສັກ​ແລະ​ບັນຫາ.

16. ເຖິງ​ວ່າ​ເຈົ້າ​ຈະ​ມີ​ຂໍ້​ຈຳກັດ​ທາງ​ຮ່າງກາຍ ແຕ່​ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່?

16 ເຈົ້າ​ກຳລັງ​ເຈັບ​ປ່ວຍ​ນອນ​ຢູ່​ຕຽງ​ຫຼື​ນັ່ງ​ຢູ່​ລໍ້​ຍູ້​ບໍ? ເຈົ້າ​ປວດ​ເຂົ່າ​ຫຼື​ສາຍ​ຕາ​ບໍ່​ດີ​ບໍ? ຖ້າ​ເປັນ​ແບບ​ນັ້ນ ເຈົ້າ​ຈະ​ແລ່ນ​ກັບ​ຄົນ​ທີ່​ຍັງ​ໜຸ່ມ​ແລະ​ແຂງແຮງ​ໄດ້​ຫວາ? ໄດ້​ແທ້! ໃນ​ພວກ​ເຮົາ​ມີ​ພີ່ນ້ອງ​ຫຼາຍ​ຄົນ​ທີ່​ສູງ​ອາຍຸ​ແລະ​ສຸຂະພາບ​ບໍ່​ດີ ແຕ່​ກໍ​ຍັງ​ແລ່ນ​ຢູ່​ໃນ​ເສັ້ນ​ທາງ​ທີ່​ຈະ​ໄດ້​ຊີວິດ. ພວກ​ເຂົາ​ບໍ່​ສາມາດ​ເຮັດ​ແບບ​ນີ້​ໄດ້​ດ້ວຍ​ກຳລັງ​ຂອງ​ຕົວ​ເອງ. ແຕ່​ພວກ​ເຂົາ​ໄດ້​ຮັບ​ກຳລັງ​ຈາກ​ພະ​ເຢໂຫວາ​ໂດຍ​ຟັງ​ການ​ປະຊຸມ​ຜ່ານ​ທາງ​ໂທລະສັບ​ຫຼື​ເບິ່ງ​ວິດີໂອ​ການ​ປະຊຸມ. ນອກ​ຈາກ​ນັ້ນ ພວກ​ເຂົາ​ຍັງ​ເຮັດ​ວຽກ​ສອນ​ຄົນ​ໃຫ້​ເປັນ​ລູກສິດ​ໂດຍ​ປະກາດ​ກັບ​ທ່ານ​ໝໍ ພະຍາບານ ແລະ​ຍາດ​ພີ່ນ້ອງ.

17. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ຄົນ​ທີ່​ບໍ່​ແຂງແຮງ?

17 ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ຮັບໃຊ້​ພະ​ເຢໂຫວາ​ບໍ່​ໄດ້​ຫຼາຍ​ຄື​ກັບ​ທີ່​ຢາກ​ເຮັດ ຂໍ​ຢ່າ​ຟ້າວ​ທໍ້​ໃຈ​ຫຼື​ຄິດ​ວ່າ​ຈະ​ແລ່ນ​ຢູ່​ໃນ​ເສັ້ນ​ທາງ​ທີ່​ຈະ​ໄດ້​ຊີວິດ​ຕໍ່​ໄປ​ບໍ່​ໄຫວ​ແລ້ວ. ພະ​ເຢໂຫວາ​ຮັກ​ເຈົ້າ​ເພາະ​ເຈົ້າ​ສະແດງ​ຄວາມ​ເຊື່ອ​ໃນ​ພະອົງ​ແລະ​ຮັບໃຊ້​ພະອົງ​ມາ​ຫຼາຍ​ປີ. ຕອນ​ນີ້​ເຈົ້າ​ຕ້ອງ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ເຈົ້າ​ຫຼາຍ​ກວ່າ​ແຕ່​ກ່ອນ ແລະ​ພະອົງ​ຈະ​ບໍ່​ມີ​ວັນ​ປະ​ຖິ້ມ​ເຈົ້າ. (ເພງ. 9:10) ແຕ່​ພະອົງ​ຈະ​ໃກ້​ຊິດ​ກັບ​ເຈົ້າ​ຫຼາຍ​ຂຶ້ນ. ພີ່ນ້ອງ​ຄົນ​ໜຶ່ງ​ທີ່​ມີ​ບັນຫາ​ສຸຂະພາບ​ບອກ​ວ່າ: “ຍ້ອນ​ບັນຫາ​ສຸຂະພາບ​ຂອງ​ຂ້ອຍ​ຮ້າຍແຮງ​ຂຶ້ນ​ເລື້ອຍໆ ຂ້ອຍ​ຈຶ່ງ​ບໍ່​ຄ່ອຍ​ມີ​ໂອກາດ​ທີ່​ຈະ​ປະກາດ​ກັບ​ຄົນ​ອື່ນ​ເລີຍ. ແຕ່​ຂ້ອຍ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ເຖິງ​ວ່າ​ຂ້ອຍ​ຈະ​ເຮັດ​ໄດ້​ແຕ່​ໜ້ອຍ​ດຽວ ແລະ​ນີ້​ໄດ້​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ.” ເມື່ອ​ໃດ​ທີ່​ເຈົ້າ​ຮູ້ສຶກ​ທໍ້​ໃຈ ຂໍ​ໃຫ້​ຈື່​ໄວ້​ວ່າ​ເຈົ້າ​ບໍ່​ໄດ້​ຢູ່​ຄົນ​ດຽວ. ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ໂປໂລ ແລະ​ຈື່​ຄຳເວົ້າ​ທີ່​ໃຫ້​ກຳລັງ​ຂອງ​ລາວ​ທີ່​ວ່າ: “ເມື່ອ​ຂ້ອຍ​ອ່ອນແອ . . . ຂ້ອຍ​ຈຶ່ງ​ຍິນດີ ເພາະ​ເມື່ອ​ໃດ​ທີ່​ຂ້ອຍ​ອ່ອນແອ ຂ້ອຍ​ກໍ​ແຮ່ງ​ເຂັ້ມແຂງ​ຂຶ້ນ.”—2 ກຣ. 12:10

18. ພີ່ນ້ອງ​ບາງ​ຄົນ​ອາດ​ເຈິ​ບັນຫາ​ຫຍັງ​ທີ່​ໜັກ​ເປັນ​ພິເສດ?

18 ພີ່ນ້ອງ​ບາງ​ຄົນ​ທີ່​ກຳລັງ​ແລ່ນ​ຢູ່​ເສັ້ນ​ທາງ​ແຫ່ງ​ຊີວິດ​ກໍ​ປະສົບ​ກັບ​ບັນຫາ​ອື່ນ​ນຳ. ຫຼາຍ​ຄົນ​ຕໍ່​ສູ້​ກັບ​ບັນຫາ​ສ່ວນ​ຕົວ​ທີ່​ຄົນ​ອື່ນ​ເບິ່ງ​ບໍ່​ເຫັນ​ແລະ​ບໍ່​ເຂົ້າ​ໃຈ. ຕົວຢ່າງ: ພວກ​ເຂົາ​ຕ້ອງ​ຕໍ່​ສູ້​ກັບ​ໂລກ​ຊຶມເສົ້າ​ແລະ​ຄວາມ​ຮູ້ສຶກ​ກັງວົນ​ຫຼາຍ​ເກີນ​ໄປ. ເປັນ​ຫຍັງ​ບັນຫາ​ທີ່​ພີ່ນ້ອງ​ເຫຼົ່າ​ນີ້​ປະສົບ​ຈຶ່ງ​ໜັກ​ເປັນ​ພິເສດ? ຄົນ​ທີ່​ແຂນ​ຂາ​ຫັກ​ຫຼື​ຄົນ​ທີ່​ຕ້ອງ​ນັ່ງ​ຢູ່​ລໍ້​ຍູ້​ຕະຫຼອດ ທຸກ​ຄົນ​ເບິ່ງ​ເຫັນ​ບັນຫາ​ຂອງ​ພວກ​ເຂົາ​ແລະ​ຮູ້ສຶກ​ຢາກ​ຊ່ວຍ​ເຫຼືອ​ພວກ​ເຂົາ ແຕ່​ຄົນ​ທີ່​ຕ້ອງ​ຮັບ​ມື​ກັບ​ບັນຫາ​ທາງ​ອາລົມ​ຫຼື​ຈິດ​ໃຈ​ອາດ​ເບິ່ງ​ພາຍ​ນອກ​ຄື​ເປັນ​ຄົນ​ປົກກະຕິ. ແຕ່​ຄວາມ​ທຸກ​ທີ່​ພວກ​ເຂົາ​ມີ​ພັດ​ເຮັດ​ໃຫ້​ເຈັບ​ປວດ​ຄື​ກັບ​ຄົນ​ທີ່​ແຂນ​ຂາ​ຫັກ​ແທ້ໆ ແຕ່​ພວກ​ເຂົາ​ອາດ​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ໃຈ​ຄື​ຄົນ​ທີ່​ເຈັບ​ປ່ວຍ​ທາງ​ຮ່າງກາຍ.

19. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເມຟີໂບເຊດ?

19 ຖ້າ​ເຈົ້າ​ມີ​ຂໍ້​ຈຳກັດ​ທາງ​ຮ່າງກາຍ​ແລະ​ຮູ້ສຶກ​ວ່າ​ຄົນ​ອື່ນ​ເຂົ້າ​ໃຈ​ເຈົ້າ​ຜິດ ເຈົ້າ​ອາດ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ຕົວຢ່າງ​ຂອງ​ເມຟີໂບເຊດ. (2 ຊາມ. 4:4) ເມຟີໂບເຊດ​ເປັນ​ຄົນ​ພິການ ລາວ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ ແຕ່​ກໍ​ຖືກ​ກະສັດ​ດາວິດ​ຕັດສິນ​ຢ່າງ​ບໍ່​ຍຸຕິທຳ. ແທນ​ທີ່​ລາວ​ຈະ​ປ່ອຍ​ໃຫ້​ຕົວ​ເອງ​ຄິດ​ໃນ​ແງ່​ລົບ​ແລະ​ເຈັບ​ໃຈ ແຕ່​ລາວ​ໄດ້​ເຫັນ​ຄ່າ​ສິ່ງ​ດີໆທີ່​ລາວ​ມີ​ໃນ​ຊີວິດ. ລາວ​ຂອບໃຈ​ດາວິດ​ທີ່​ເຄີຍ​ເຮັດ​ດີ​ນຳ​ລາວ. (2 ຊາມ. 9:6-10) ດັ່ງ​ນັ້ນ ເມື່ອ​ດາວິດ​ຕັດສິນ​ລາວ​ຢ່າງ​ບໍ່​ຍຸຕິທຳ ລາວ​ກໍ​ບໍ່​ໄດ້​ເບິ່ງ​ໄປ​ທີ່​ຈຸດ​ນັ້ນ. ເຖິງ​ວ່າ​ສິ່ງ​ທີ່​ດາວິດ​ເຮັດ​ກັບ​ລາວ​ບໍ່​ຖືກຕ້ອງ ແຕ່​ລາວ​ກໍ​ບໍ່​ໄດ້​ຄຽດ​ໃຫ້​ດາວິດ​ຫຼື​ໂທດ​ພະ​ເຢໂຫວາ. ເມຟີໂບເຊດ​ຈົດຈໍ່​ຢູ່​ກັບ​ສິ່ງ​ທີ່​ລາວ​ເຮັດ​ເພື່ອ​ສະໜັບສະໜູນ​ກະສັດ​ທີ່​ພະ​ເຢໂຫວາ​ແຕ່ງ​ຕັ້ງ. (2 ຊາມ. 16:1-4; 19:24-30) ພະ​ເຢໂຫວາ​ໃຫ້​ບັນທຶກ​ເລື່ອງ​ຂອງ​ເມຟີໂບເຊດ​ໄວ້​ໃນ​ຄຳພີ​ໄບເບິນ​ເພື່ອ​ເປັນ​ປະໂຫຍດ​ສຳລັບ​ເຮົາ.—ຣມ. 15:4

20. ຄວາມ​ກັງວົນ​ອາດ​ສົ່ງ​ຜົນ​ຕໍ່​ບາງ​ຄົນ​ແນວ​ໃດ ແລະ​ພວກ​ເຂົາ​ສາມາດ​ໝັ້ນ​ໃຈ​ຫຍັງ​ໄດ້?

20 ເນື່ອງ​ຈາກ​ຮູ້ສຶກ​ວິຕົກ​ກັງວົນ ພີ່ນ້ອງ​ບາງ​ຄົນ​ຈຶ່ງ​ອາດ​ຮູ້ສຶກ​ອຸກ​ໃຈ​ແລະ​ຢ້ານ​ທີ່​ຈະ​ຢູ່​ກັບ​ສັງຄົມ​ໃນ​ແຕ່​ລະ​ມື້. ພວກ​ເຂົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຢູ່​ໃນ​ບ່ອນ​ທີ່​ມີ​ຄົນ​ຫຼາຍໆ ແຕ່​ພວກ​ເຂົາ​ກໍ​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ປະຊາຄົມ ປະຊຸມ​ໝວດ​ແລະ​ປະຊຸມ​ພາກ. ພວກ​ເຂົາ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ລົມ​ກັບ​ຄົນ​ແປກ​ໜ້າ ແຕ່​ພວກ​ເຂົາ​ກໍ​ຍັງ​ໄປ​ປະກາດ. ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນີ້ ຂໍ​ໃຫ້​ເຈົ້າ​ໝັ້ນ​ໃຈ​ວ່າ​ເຈົ້າ​ບໍ່​ໄດ້​ຢູ່​ຄົນ​ດຽວ ເພາະ​ຫຼາຍ​ຄົນ​ກໍ​ຮູ້ສຶກ​ແບບ​ເຈົ້າ​ຄື​ກັນ. ຂໍ​ໃຫ້​ຈື່​ວ່າ ພະ​ເຢໂຫວາ​ພໍ​ໃຈ​ທີ່​ເຈົ້າ​ໄດ້​ພະຍາຍາມ​ເຮັດ​ຢ່າງ​ສຸດ​ຄວາມ​ສາມາດ. ຄວາມ​ຈິງ​ແລ້ວ ການ​ທີ່​ເຈົ້າ​ບໍ່​ຍອມ​ແພ້​ເປັນ​ສິ່ງ​ທີ່​ພິສູດ​ວ່າ​ພະ​ເຢໂຫວາ​ຈະ​ອວຍ​ພອນ​ເຈົ້າ​ແລະ​ໃຫ້​ກຳລັງ​ທີ່​ເຈົ້າ​ຈຳເປັນ​ຕ້ອງ​ມີ. * (ຟລປ. 4:6, 7; 1 ປຕ. 5:7) ຖ້າ​ເຈົ້າ​ກຳລັງ​ຮັບໃຊ້​ພະ​ເຢໂຫວາ​ເຖິງ​ວ່າ​ຈະ​ມີ​ບັນຫາ​ສຸຂະພາບ​ຫຼື​ບັນຫາ​ທາງ​ຈິດ​ໃຈ ກໍ​ຂໍ​ໃຫ້​ເຈົ້າ​ໝັ້ນ​ໃຈ​ວ່າ​ເຈົ້າ​ກຳລັງ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.

21. ຖ້າ​ພະ​ເຢໂຫວາ​ຊ່ວຍ​ເຮົາ ເຮົາ​ທຸກ​ຄົນ​ຈະ​ເຮັດ​ຫຍັງ​ສຳເລັດ?

21 ຈັ່ງ​ແມ່ນ​ດີ​ແທ້​ທີ່​ການ​ແລ່ນ​ແຂ່ງ​ແທ້ໆກັບ​ການ​ແລ່ນ​ແຂ່ງ​ທີ່​ໂປໂລ​ເວົ້າ​ເຖິງ​ບໍ່​ຄື​ກັນ. ການ​ແລ່ນ​ແຂ່ງ​ໃນ​ສະໄໝ​ຄຳພີ​ໄບເບິນ​ມີ​ຄົນ​ດຽວ​ເທົ່າ​ນັ້ນ​ທີ່​ໄດ້​ລາງວັນ. ແຕ່​ທຸກ​ຄົນ​ທີ່​ອົດ​ທົນ​ແລ່ນ​ຢ່າງ​ສັດ​ຊື່​ໃນ​ເສັ້ນ​ທາງ​ຂອງ​ຄລິດສະຕຽນ​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ​ເປັນ​ລາງວັນ. (ຢຮ. 3:16) ແລະ​ໃນ​ການ​ແລ່ນ​ແຂ່ງ​ແທ້ໆ ນັກ​ແລ່ນ​ທຸກ​ຄົນ​ຕ້ອງ​ມີ​ສຸຂະພາບ​ແຂງແຮງ ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຂົາ​ກໍ​ບໍ່​ມີ​ໂອກາດ​ທີ່​ຈະ​ຊະນະ. ແຕ່​ການ​ແລ່ນ​ໃນ​ເສັ້ນ​ທາງ​ແຫ່ງ​ຊີວິດ ພວກ​ເຮົາ​ຫຼາຍ​ຄົນ​ມີ​ສຸຂະພາບ​ທີ່​ບໍ່​ດີ​ແຕ່​ພວກ​ເຮົາ​ກໍ​ອົດ​ທົນ​ແລະ​ແລ່ນ​ຕໍ່​ໄປ​ໄດ້. (2 ກຣ. 4:16) ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ພວກ​ເຮົາ​ທຸກ​ຄົນ​ຈະ​ແລ່ນ​ຮອດ​ເສັ້ນ​ໄຊ​ແນ່ນອນ!

ເພງ 144 ຈ້ອງ​ເບິ່ງ​ທີ່​ລາງວັນ

^ ຂໍ້ 5 ໃນ​ທຸກ​ມື້​ນີ້​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ​ປະສົບ​ຄວາມ​ລຳບາກ​ແລະ​ບັນຫາ​ຫຼາຍ​ຢ່າງ​ຍ້ອນ​ອາຍຸ​ຫຼາຍ​ຂຶ້ນ​ແລະ​ເຈັບ​ປ່ວຍ ແລະ​ບາງ​ເທື່ອ​ພວກ​ເຮົາ​ທຸກ​ຄົນ​ກໍ​ຮູ້ສຶກ​ເມື່ອຍ​ຄື​ກັນ. ດັ່ງ​ນັ້ນ ການ​ແລ່ນ​ແຂ່ງ​ອາດ​ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ຍາກ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ກ່ຽວ​ກັບ​ການ​ແລ່ນ​ແຂ່ງ​ເພື່ອ​ຊີວິດ​ທີ່​ໂປໂລ​ເວົ້າ​ເຖິງ​ແລະ​ເບິ່ງ​ວ່າ​ເຮົາ​ທຸກ​ຄົນ​ຈະ​ແລ່ນ​ແຂ່ງ​ດ້ວຍ​ຄວາມ​ອົດ​ທົນ​ຈົນ​ຮອດ​ເສັ້ນ​ໄຊ​ໄດ້​ແນວ​ໃດ.

^ ຂໍ້ 6 ເບິ່ງ​ບົດ​ຄວາມ “ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ” ໃນ​ຫໍສັງເກດການ 1 ມັງກອນ 2013 (ພາສາ​ໄທ)

^ ຂໍ້ 20 ເບິ່ງ​ຄຳ​ແນະນຳ​ເພີ່ມ​ເຕີມ​ກ່ຽວ​ກັບ​ວິທີ​ຮັບ​ມື​ກັບ​ຄວາມ​ກັງວົນ​ແລະ​ປະສົບການ​ຂອງ​ຄົນ​ທີ່​ຮັບ​ມື​ໄດ້​ສຳເລັດ​ໃນ​ເວັບໄຊ jw.org® ໄປ​ທີ່​ໜັງສື​ແລະ​ສື່​ຕ່າງໆ > ລາຍການ​ໂທລະທັດ JW > ລາຍການ​ປະຈຳ​ເດືອນ > ພຶດສະພາ 2019. (ພາສາໄທ)

^ ຂໍ້ 63 ຄຳ​ອະທິບາຍ​ຮູບ​ພາບ: ການ​ເຮັດ​ວຽກ​ປະກາດ​ເປັນ​ປະຈຳ​ຊ່ວຍ​ໃຫ້​ພີ່ນ້ອງ​ຊາຍ​ສູງ​ອາຍຸ​ຄົນ​ນີ້​ຢູ່​ໃນ​ແນວ​ທາງ​ຂອງ​ຄລິດສະຕຽນ​ຕໍ່ໆໄປ.

^ ຂໍ້ 65 ຄຳ​ອະທິບາຍ​ຮູບ​ພາບ: ເຮົາ​ອາດ​ເຮັດ​ໃຫ້​ຄົນ​ອື່ນ​ສະດຸດ​ລົ້ມ​ຖ້າ​ເຮົາ​ກົດ​ດັນ​ໃຫ້​ຄົນ​ອື່ນ​ດື່ມ​ເຫຼົ້າ​ຫຼາຍ​ກວ່າ​ທີ່​ລາວ​ຕ້ອງການ ຫຼື​ຖ້າ​ເຮົາ​ບໍ່​ຄວບຄຸມ​ການ​ດື່ມ​ຂອງ​ເຮົາ.

^ ຂໍ້ 67 ຄຳ​ອະທິບາຍ​ຮູບ​ພາບ: ເຖິງ​ວ່າ​ຈະ​ນອນ​ຢູ່​ໂຮງ​ໝໍ ແຕ່​ພີ່ນ້ອງ​ຊາຍ​ຄົນ​ນີ້​ກໍ​ຍັງ​ແລ່ນ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ຄລິດສະຕຽນ​ໂດຍ​ປະກາດ​ກັບ​ທ່ານ​ໝໍ​ທີ່​ເບິ່ງ​ແຍງ​ລາວ.