ບົດຄວາມສຶກສາທີ 7
ເພງທີ 15 ສັນລະເສີນລູກຫົວປີຂອງພະເຢໂຫວາ!
ການໃຫ້ອະໄພຂອງພະເຢໂຫວາມີຄວາມໝາຍແນວໃດສຳລັບເຈົ້າ?
“ພະອົງໃຫ້ອະໄພແທ້ໆ.”—ພສ. 130:4
ຈຸດສຳຄັນ
ເຮົາຈະເບິ່ງພາບປຽບທຽບບາງເລື່ອງໃນຄຳພີໄບເບິນທີ່ເວົ້າເຖິງວິທີທີ່ພະເຢໂຫວາໃຫ້ອະໄພເຮົາ. ບົດນີ້ຈະຊ່ວຍເຮົາໃຫ້ຮູ້ຄຸນຄ່າຫຼາຍຂຶ້ນທີ່ເພິ່ນໃຫ້ອະໄພເຮົາແຕ່ລະຄົນ.
1. ເມື່ອຄົນເຮົາເວົ້າວ່າໃຫ້ອະໄພ ເປັນຫຍັງຈຶ່ງຍາກທີ່ຈະຮູ້ວ່າລາວໝາຍຄວາມວ່າແນວໃດ?
ຖ້າເຈົ້າໄດ້ເວົ້າຫຼືເຮັດບາງຢ່າງທີ່ເຮັດໃຫ້ຄົນອື່ນເສຍໃຈ ເຈົ້າຄືຊິໂລ່ງໃຈຫຼາຍເມື່ອລາວເວົ້າກັບເຈົ້າວ່າ: “ຂ້ອຍໃຫ້ອະໄພເຈົ້າ.” ຄຳເວົ້ານີ້ຕ້ອງເຮັດໃຫ້ເຈົ້າສະບາຍໃຈແທ້ໆ! ແຕ່ຄຳວ່າ “ຂ້ອຍໃຫ້ອະໄພເຈົ້າ” ໝາຍຄວາມວ່າແນວໃດແທ້ໆ? ຜູ້ທີ່ເຈົ້າເຮັດໃຫ້ເສຍໃຈກຳລັງໝາຍຄວາມວ່າພວກເຈົ້າຍັງເປັນໝູ່ທີ່ດີຕໍ່ກັນບໍ? ຫຼືລາວເວົ້າແບບນັ້ນຍ້ອນບໍ່ຢາກເວົ້າຮອດເລື່ອງທີ່ໄດ້ເກີດຂຶ້ນ ແຕ່ສາຍສຳພັນຂອງພວກເຈົ້າບໍ່ເປັນຄືເກົ່າແລ້ວ? ເມື່ອຄົນເຮົາເວົ້າວ່າໃຫ້ອະໄພ ເຂົາເຈົ້າບໍ່ໄດ້ໝາຍຄວາມວ່າແບບນັ້ນແທ້ໆ.
2. ຄຳພີໄບເບິນເວົ້າແນວໃດກ່ຽວກັບການໃຫ້ອະໄພຂອງພະເຢໂຫວາ? (ເບິ່ງໄຂເງື່ອນນຳ)
2 ການໃຫ້ອະໄພຂອງພະເຢໂຫວາຕ່າງກັນຫຼາຍກັບການໃຫ້ອະໄພຂອງມະນຸດທີ່ບໍ່ສົມບູນແບບ. ບໍ່ມີໃຜສາມາດໃຫ້ອະໄພໃນແບບທີ່ພະເຢໂຫວາເຮັດ. ຜູ້ຂຽນເພງສັນລະເສີນເວົ້າເຖິງພະເຢໂຫວາວ່າ: “ພະອົງໃຫ້ອະໄພປະຊາຊົນແທ້ໆຍ້ອນແນວນີ້ເຂົາເຈົ້າຈຶ່ງຢ້ານແລະນັບຖືພະອົງ.” a (ພສ. 130:4) ແມ່ນແລ້ວ ເມື່ອພະເຢໂຫວາໃຫ້ອະໄພ ເພິ່ນກໍ “ໃຫ້ອະໄພແທ້ໆ.” ເພິ່ນເຮັດໃຫ້ເຮົາເຫັນວ່າການໃຫ້ອະໄພແທ້ໆໝາຍຄວາມວ່າແນວໃດ. ໃນພະຄຳພີພາກພາສາເຮັບເຣີ ຜູ້ຂຽນໃຊ້ຄຳພາສາເຮັບເຣີຄຳໜຶ່ງເມື່ອເວົ້າເຖິງການໃຫ້ອະໄພຂອງພະເຢໂຫວາເຊິ່ງບໍ່ໄດ້ໃຊ້ຄຳນີ້ກັບການໃຫ້ອະໄພຂອງມະນຸດ.
3. ການໃຫ້ອະໄພຂອງພະເຢໂຫວາຕ່າງຈາກການໃຫ້ອະໄພຂອງຄົນເຮົາແນວໃດ? (ເອຊາຢາ 55:6, 7)
3 ເມື່ອພະເຢໂຫວາໃຫ້ອະໄພຜູ້ໃດຜູ້ໜຶ່ງ ຄວາມຜິດຂອງຜູ້ນັ້ນກໍຖືກລົບ ລ້າງຈົນໝົດແລະລາວຈະກັບມາມີສາຍສຳພັນທີ່ດີກັບພະເຢໂຫວາຄືເກົ່າ. ເຮົາຂອບໃຈທີ່ພະເຢໂຫວາໃຫ້ອະໄພເຮົາແທ້ໆຢ່າງໃຈກວ້າງ.—ອ່ານເອຊາຢາ 55:6, 7
4. ພະເຢໂຫວາຊ່ວຍເຮົາແນວໃດໃຫ້ເຂົ້າໃຈວ່າການໃຫ້ອະໄພແທ້ໆແມ່ນຫຍັງ?
4 ຖ້າການໃຫ້ອະໄພຂອງພະເຢໂຫວາຕ່າງຈາກການໃຫ້ອະໄພຂອງຄົນເຮົາ ເຮົາທີ່ເປັນມະນຸດບໍ່ສົມບູນແບບຈະເຂົ້າໃຈໄດ້ແນວໃດວ່າການໃຫ້ອະໄພແທ້ໆແມ່ນຫຍັງ? ພະເຢໂຫວາໃຊ້ພາບປຽບທຽບເພື່ອຊ່ວຍເຮົາໃຫ້ເຂົ້າໃຈວິທີທີ່ເພິ່ນໃຫ້ອະໄພເຮົາ. ໃນບົດນີ້ ເຮົາຈະເບິ່ງບາງເລື່ອງ. ພາບປຽບທຽບເຫຼົ່ານີ້ຈະເຮັດໃຫ້ເຮົາເຫັນວ່າເມື່ອເຮົາເຮັດຜິດແລ້ວກັບໃຈ ພະເຢໂຫວາຈະເອົາຄວາມຜິດຂອງເຮົາໄປໄກໆແລະໃຫ້ເຮົາກັບມາເປັນໝູ່ສະໜິດຂອງເພິ່ນອີກ. ຕອນທີ່ເຮົາເບິ່ງພາບປຽບທຽບເຫຼົ່ານີ້ ເຮົາແຮ່ງຈະຮັກແລະຮູ້ຄຸນຄ່າພະເຢໂຫວາຫຼາຍຂຶ້ນ ເຊິ່ງເພິ່ນເປັນພໍ່ທີ່ໃຫ້ອະໄພຫຼາຍແທ້ໆ.
ພະເຢໂຫວາເອົາຄວາມຜິດຂອງເຮົາໄປໄກໆ
5. ເມື່ອພະເຢໂຫວາໃຫ້ອະໄພຄວາມຜິດຂອງເຮົາ ເຮົາຮູ້ສຶກແນວໃດ?
5 ຄຳພີໄບເບິນມັກສົມທຽບການເຮັດຜິດວ່າເປັນຄືກັບພາລະໜັກ. ກະສັດດາວິດເວົ້າເຖິງຄວາມຜິດຂອງລາວວ່າ: “ຄວາມຜິດຂອງລູກຖ້ວມຫົວລູກແລ້ວ. ມັນເປັນຄືກັບພາລະໜັກຫຼາຍໂພດຈົນລູກແບກບໍ່ໄຫວ.” (ພສ. 38:4) ແຕ່ພະເຢໂຫວາໃຫ້ອະໄພຄົນເຮັດຜິດທີ່ກັບໃຈ. (ພສ. 25:18; 32:5) ຄຳພາສາເຮັບເຣີທີ່ແປວ່າ “ໃຫ້ອະໄພ” ມີຄວາມໝາຍວ່າ “ຍົກອອກ.” ດັ່ງນັ້ນ ເມື່ອພະເຢໂຫວາໃຫ້ອະໄພຄວາມຜິດຂອງເຮົາ ເພິ່ນກໍເອົາພາລະໜັກນັ້ນອອກໄປ. ມັນເປັນຄືກັບວ່າເຮົາມີແນວໜັກໆຢູ່ເທິງບ່າແລະພະເຢໂຫວາເອົາມັນອອກໄປຈາກເຮົາ.
6. ພະເຢໂຫວາເອົາຄວາມຜິດຂອງເຮົາໄປໄກສ່ຳໃດ?
6 ຄຳພີໄບເບິນໃຊ້ພາບປຽບທຽບອີກເລື່ອງໜຶ່ງເພື່ອຊ່ວຍເຮົາໃຫ້ເຫັນວ່າພະເຢໂຫວາເອົາຄວາມຜິດຂອງເຮົາໄປໄກສ່ຳໃດ. ເພງສັນລະເສີນ 103:12 ເວົ້າວ່າ: “ທິດຕາເວັນອອກໄກຈາກທິດຕາເວັນຕົກຫຼາຍສ່ຳໃດ ເພິ່ນກໍເອົາຄວາມຜິດຂອງພວກເຮົາໄປໄກຫຼາຍສ່ຳນັ້ນ.” ທິດຕາເວັນອອກຢູ່ຄົນລະຟາກກັບທິດຕາເວັນຕົກ ແລະ 2 ທິດນີ້ຈະບໍ່ເຄີຍມາເຈິກັນຈັກເທື່ອ. ນີ້ໝາຍຄວາມວ່າພະເຢໂຫວາເອົາຄວາມຜິດຂອງເຮົາໄປໄກໆຈາກເຮົາເທົ່າທີ່ເຮົາຈະນຶກພາບອອກໄດ້. ເລື່ອງນີ້ເຮັດໃຫ້ເຮົາໝັ້ນໃຈວ່າພະເຢໂຫວາໃຫ້ອະໄພເຮົາແທ້ໆ!
7. ພະເຢໂຫວາເຮັດແນວໃດກັບຄວາມຜິດຂອງເຮົາ? (ມີກາ 7:18, 19)
7 ເຖິງວ່າພະເຢໂຫວາເອົາຄວາມຜິດຂອງເຮົາໄປໄກໆແລ້ວ ແຕ່ເພິ່ນຍັງຈື່ມັນບໍ? ບໍ່. ກະສັດເຮເຊກີຢາເວົ້າເຖິງພະເຢໂຫວາວ່າ: “ພະອົງໂຍນຄວາມຜິດທັງໝົດຂອງລູກໄປທາງຫຼັງພະອົງ.” ໃນໄຂເງື່ອນເວົ້າວ່າ ພະອົງ “ກຳຈັດຄວາມຜິດຂອງລູກອອກໄປຈາກສາຍຕາຂອງພະອົງ.” (ອຊຢ. 38:9, 17, ໄຂເງື່ອນ) ພາບປຽບທຽບນີ້ສະແດງໃຫ້ເຫັນວ່າຖ້າຜູ້ໃດຜູ້ໜຶ່ງກັບໃຈ ພະເຢໂຫວາຈະໂຍນຄວາມຜິດຂອງລາວໄປໄກໆແລະເພິ່ນຈະບໍ່ແນມເບິ່ງຄວາມຜິດເຫຼົ່ານັ້ນອີກ. ຄຳເວົ້າເຫຼົ່ານີ້ຂອງເຮເຊກີຢາອາດແປວ່າ: “ພະອົງເຮັດຄືກັບວ່າ [ຄວາມຜິດຂອງລູກ] ບໍ່ເຄີຍເກີດຂຶ້ນເລີຍ.” ຄຳພີໄບເບິນເຮັດໃຫ້ເຫັນຈຸດທີ່ຄ້າຍໆກັນນີ້ໃນພາບປຽບທຽບອີກເລື່ອງໜຶ່ງໃນມີກາ 7:18, 19 (ອ່ານ) ເຊິ່ງເວົ້າວ່າ ພະເຢໂຫວາໂຍນຄວາມຜິດທຸກຢ່າງຂອງເຮົາຖິ້ມລົງທະເລທີ່ເລິກໆ. ໃນສະໄໝແຕ່ກີ້ ຖ້າຖິ້ມບາງຢ່າງລົງໃນທະເລທີ່ເລິກໆກໍບໍ່ມີທາງທີ່ຈະເອົາກັບມາໄດ້ອີກ.
8. ມາຮອດຕອນນີ້ ເຮົາໄດ້ຮຽນຫຍັງ?
8 ໃນພາບປຽບທຽບເຫຼົ່ານີ້ເຮົາໄດ້ຮຽນວ່າເມື່ອພະເຢໂຫວາໃຫ້ອະໄພເຮົາ ເພິ່ນກໍເອົາຄວາມຜິດຂອງເຮົາໄປໄກໆ. ດັ່ງນັ້ນ ເຮົາບໍ່ຈຳເປັນຕ້ອງຮູ້ສຶກຜິດອີກຕໍ່ໄປ. ເລື່ອງນີ້ເປັນຄືກັບດາວິດເວົ້າທີ່ວ່າ: “ຄົນທີ່ໄດ້ຮັບການໃຫ້ອະໄພແລະໄດ້ຮັບການຍົກໂທດຄວາມຜິດກໍມີຄວາມສຸກ. ຄົນທີ່ພະເຢໂຫວາຖືວ່າບໍ່ມີຄວາມຜິດກໍມີຄວາມສຸກ.” (ຣມ. 4:6-8) ນີ້ເປັນການໃຫ້ອະໄພແທ້ໆ.
ພະເຢໂຫວາລົບລ້າງຄວາມຜິດຂອງເຮົາ
9. ພະເຢໂຫວາໃຊ້ພາບປຽບທຽບຫຍັງເພື່ອຊ່ວຍເຮົາໃຫ້ເຫັນວ່າເພິ່ນໃຫ້ອະໄພແທ້ໆ?
9 ພະເຢໂຫວາໃຊ້ພາບປຽບທຽບອີກຢ່າງໜຶ່ງເພື່ອຊ່ວຍເຮົາໃຫ້ເຫັນວ່າເພິ່ນສາມາດໃຊ້ຄ່າໄຖ່ເພື່ອລົບລ້າງຄວາມຜິດຂອງຄົນທີ່ກັບໃຈໄດ້. ຄຳພີໄບເບິນເວົ້າເຖິງພະເຢໂຫວາວ່າ ເພິ່ນລ້າງຄວາມຜິດໃຫ້ໝົດໄປ. ຍ້ອນແນວນີ້ ຄົນທີ່ເຮັດຜິດຈຶ່ງສະອາດ. (ພສ. 51:7; ອຊຢ. 4:4; ຢຣມ. 33:8) ພະເຢໂຫວາເວົ້າວ່າ: “ເຖິງວ່າຄວາມຜິດຂອງພວກເຈົ້າເປັນສີແດງຄືກັບເລືອດ ເຮົາກໍຈະເຮັດໃຫ້ມັນຂາວຄືກັບຫິມະ. ເຖິງວ່າຄວາມຜິດຂອງພວກເຈົ້າເປັນຄືກັບຜ້າສີແດງສົດ ເຮົາກໍຈະເຮັດໃຫ້ມັນຂາວຄືກັບຂົນແກະ.” (ອຊຢ. 1:18) ທີ່ຈິງ ມັນຍາກແທ້ໆທີ່ຈະເອົາຮອຍເປື້ອນທີ່ເປັນສີແດງຫຼືສີແດງສົດອອກຈາກເຄື່ອງນຸ່ງ. ພະເຢໂຫວາໃຊ້ພາບປຽບທຽບນີ້ເພື່ອເຮັດໃຫ້ເຮົາໝັ້ນໃຈວ່າເພິ່ນສາມາດລ້າງຄວາມຜິດຂອງເຮົາໃຫ້ສະອາດໄດ້ແທ້ໆຈົນເບິ່ງບໍ່ເຫັນອີກຕໍ່ໄປ.
10. ພະເຢໂຫວາໃຊ້ພາບປຽບທຽບຫຍັງອີກເພື່ອເຮັດໃຫ້ເຫັນວ່າເພິ່ນໃຫ້ອະໄພເຮົາຢ່າງໃຈກວ້າງ?
10 ຄືກັບທີ່ເວົ້າໃນບົດກ່ອນ ຄວາມຜິດເປັນຄືກັບໜີ້. (ມທ. 6:12; ລກ. 11:4) ດັ່ງນັ້ນ ທຸກເທື່ອທີ່ເຮົາເຮັດຜິດຕໍ່ພະເຢໂຫວາ ໜີ້ຂອງເຮົາກໍຈະເພີ່ມຂຶ້ນເລື້ອຍໆ. ຍ້ອນແນວນີ້ ເຮົາຈຶ່ງຕິດໜີ້ເພິ່ນບັກຫຼາຍໆ! ແຕ່ເມື່ອພະເຢໂຫວາໃຫ້ອະໄພເຮົາກໍເປັນຄືກັບວ່າເພິ່ນຍົກເລີກໜີ້ກ້ອນນັ້ນ. ພະເຢໂຫວາບໍ່ໄດ້ຮຽກຮ້ອງໃຫ້ເຮົາຊົດໄຊ້ຄວາມຜິດທີ່ເພິ່ນໄດ້ຍົກເລີກແລ້ວ. ຄືກັບຄົນທີ່ຕິດໜີ້ຮູ້ສຶກໂລ່ງໃຈເມື່ອໜີ້ຂອງລາວຖືກຍົກເລີກ ເຮົາກໍຮູ້ສຶກໂລ່ງໃຈຄືກັນເມື່ອພະເຢໂຫວາໃຫ້ອະໄພເຮົາ!
11. ເມື່ອຄຳພີໄບເບິນເວົ້າວ່າຄວາມຜິດຂອງເຮົາຖືກລົບລ້າງ ນັ້ນໝາຍຄວາມວ່າແນວໃດ? (ກິດຈະການ 3:19)
11 ພະເຢໂຫວາບໍ່ພຽງແຕ່ຍົກໜີ້ຄວາມຜິດຂອງເຮົາເທົ່ານັ້ນ ແຕ່ເພິ່ນລົບລ້າງມັນອອກໄປນຳ. (ອ່ານກິດຈະການ 3:19) ເມື່ອເວົ້າເຖິງການຍົກໜີ້ ເຮົາອາດຈະຄິດເຖິງຈຳນວນເງິນທີ່ເຮົາຕິດໜີ້ທີ່ມີເຄື່ອງໝາຍຂີດຂ້າ ແຕ່ກໍຍັງເຫັນຈຳນວນເງິນຢູ່ເຖິງວ່າຈະມີເຄື່ອງໝາຍນັ້ນ. ການລົບລ້າງໜີ້ຕ່າງຈາກການຍົກໜີ້. ເພື່ອຈະເຂົ້າໃຈພາບປຽບທຽບນີ້ ເຮົາຕ້ອງຈື່ໄວ້ວ່າໃນສະໄໝແຕ່ກີ້ນ້ຳມຶກທີ່ຄົນໃຊ້ເປັນແບບທີ່ລຶບອອກໄດ້ງ່າຍ. ຖ້າຢາກລຶບສິ່ງທີ່ຂຽນໄວ້ກໍມີແຕ່ໃຊ້ຟອງນ້ຳປຽກເຊັດອອກ. ດັ່ງນັ້ນ ເມື່ອໜີ້ຖືກ “ລົບລ້າງ” ຈຳນວນເງິນທີ່ໄດ້ຂຽນໄວ້ກໍຖືກລຶບຈົນເປັນຄືກັບວ່າເງິນຈຳນວນນັ້ນບໍ່ເຄີຍຖືກຂຽນໄວ້ເລີຍ. ເຮົາຂອບໃຈຫຼາຍແທ້ໆທີ່ພະເຢໂຫວາບໍ່ພຽງແຕ່ຍົກໜີ້ຄວາມຜິດໃຫ້ເຮົາ ແຕ່ເພິ່ນຍັງລົບລ້າງຄວາມຜິດນັ້ນອອກໄປຈົນໝົດຄືກັນ!—ພສ. 51:9
12. ເຮົາຮຽນຫຍັງຈາກພາບປຽບທຽບເລື່ອງຂີ້ເຝື້ອທີ່ໜາໆ?
12 ພະເຢໂຫວາໃຊ້ພາບປຽບທຽບທີ່ຄ້າຍຄືກັນເພື່ອອະທິບາຍວ່າເພິ່ນລົບລ້າງຄວາມຜິດຂອງເຮົາແນວໃດ. ເພິ່ນເວົ້າວ່າ: “ເຮົາຈະປົກຄວາມຜິດຂອງເຈົ້າຄືກັບເອົາຂີ້ເຝື້ອມາປົກໄວ້. ເຮົາຈະປົກບາບຂອງເຈົ້າຄືກັບເອົາຂີ້ເຝື້ອໜາໆມາປົກໄວ້.” (ອຊຢ. 44:22) ເມື່ອພະເຢໂຫວາໃຫ້ອະໄພເຮົາກໍເປັນຄືກັບວ່າເພິ່ນເອົາຂີ້ເຝື້ອໜາໆມາປົກຄວາມຜິດຂອງເຮົາເພື່ອບໍ່ໃຫ້ເຫັນຄວາມຜິດນັ້ນ.
13. ເມື່ອພະເຢໂຫວາໃຫ້ອະໄພຄວາມຜິດຂອງເຮົາ ເຮົາຮູ້ສຶກແນວໃດ?
13 ເຮົາຮຽນຫຍັງຈາກພາບປຽບທຽບເຫຼົ່ານີ້? ເມື່ອພະເຢໂຫວາໃຫ້ອະໄພຄວາມຜິດຂອງເຮົາ ເຮົາກໍບໍ່ຄວນຮູ້ສຶກຜິດອີກຕໍ່ໄປເຊິ່ງເປັນຄືກັບວ່າເພິ່ນລຶບຮອຍເປື້ອນອອກບໍ່ໝົດ. ໃຫ້ຈື່ໄວ້ວ່າຄ່າໄຖ່ຂອງພະເຢຊູສາມາດລົບລ້າງຄວາມຜິດຂອງເຮົາໄດ້ຈົນໝົດ. ເມື່ອພະເຢໂຫວາໃຫ້ອະໄພຄວາມຜິດຂອງເຮົາກໍເປັນຄືກັບວ່າເຮົາບໍ່ເຄີຍເຮັດຜິດເລີຍ. ຖ້າເຮົາກັບໃຈແທ້ໆຈາກຄວາມຜິດທີ່ເຮົາເຮັດ ພະເຢໂຫວາຈະໃຫ້ອະໄພເຮົາແນ່ນອນ.
ພະເຢໂຫວາໃຫ້ເຮົາເປັນໝູ່ສະໜິດຂອງເພິ່ນອີກເທື່ອໜຶ່ງ
14. ເປັນຫຍັງເຮົາໝັ້ນໃຈໄດ້ວ່າພະເຢໂຫວາໃຫ້ອະໄພເຮົາແທ້ໆ? (ເບິ່ງຮູບນຳ)
14 ເມື່ອພະເຢໂຫວາໃຫ້ອະໄພເຮົາ ເຮົາກໍໝັ້ນໃຈໄດ້ວ່າເຮົາສາມາດເປັນໝູ່ສະໜິດຂອງເພິ່ນໄດ້ອີກ. ຍ້ອນ ພະເຢໂຫວາໃຫ້ອະໄພເຮົາແທ້ໆເຮົາບໍ່ຈຳເປັນຕ້ອງຮູ້ສຶກຜິດອີກຕໍ່ໄປ. ເຮົາບໍ່ຕ້ອງຢ້ານວ່າພະເຢໂຫວາຍັງໃຈຮ້າຍໃຫ້ເຮົາຢູ່ແລະຈະຊອກວິທີລົງໂທດເຮົາ. ເພິ່ນຈະບໍ່ເຮັດແບບນັ້ນເດັດຂາດ. ເປັນຫຍັງເຮົາໝັ້ນໃຈໄດ້ວ່າພະເຢໂຫວາໃຫ້ອະໄພເຮົາແທ້ໆ? ພະເຢໂຫວາບອກຜູ້ພະຍາກອນເຢເຣມີຢາວ່າ: “ເຮົາຈະຍົກໂທດໃຫ້ເຂົາເຈົ້າແລະຈະບໍ່ຈື່ຄວາມຜິດຂອງເຂົາເຈົ້າອີກຕໍ່ໄປ.” (ຢຣມ. 31:34) ໂປໂລຍົກເອົາຄຳເວົ້າເຫຼົ່ານີ້ມາເວົ້າຕອນທີ່ລາວເວົ້າວ່າ: “ເຮົາຈະບໍ່ຈື່ຄວາມຜິດຂອງເຂົາເຈົ້າອີກຕໍ່ໄປ.” (ຮຣ. 8:12) ຄຳເວົ້ານີ້ໝາຍຄວາມວ່າແນວໃດ?
15. ເມື່ອພະເຢໂຫວາເວົ້າວ່າຈະບໍ່ຈື່ຄວາມຜິດຂອງເຮົາ ນັ້ນໝາຍຄວາມວ່າແນວໃດ?
15 ໃນຄຳພີໄບເບິນ ຄຳວ່າ “ຈື່” ບໍ່ໄດ້ມີຄວາມໝາຍພຽງແຕ່ນຶກເຖິງຫຼືຄິດເຖິງບາງຢ່າງເທົ່ານັ້ນ ແຕ່ຍັງລວມເຖິງການລົງມືເຮັດນຳ. ຄົນຮ້າຍທີ່ຖືກຄຶງຢູ່ທາງຂ້າງພະເຢຊູເວົ້າກັບເພິ່ນວ່າ: “ທ່ານເຢຊູ ຕອນທີ່ທ່ານໄດ້ເປັນກະສັດ ຢ່າລືມຂ້ອຍເດີ້.” (ລກ. 23:42, 43) ຄົນຮ້າຍຜູ້ນີ້ບໍ່ພຽງແຕ່ຂໍໃຫ້ພະເຢຊູຈື່ລາວເທົ່ານັ້ນ ແຕ່ຍັງຂໍໃຫ້ເພິ່ນເຮັດບາງຢ່າງເພື່ອລາວນຳ. ສິ່ງທີ່ພະເຢຊູຕອບຄົນຮ້າຍຜູ້ນີ້ເຮັດໃຫ້ເຫັນວ່າເພິ່ນຈະລົງມືເຮັດໂດຍປຸກລາວໃຫ້ຄືນມາຈາກຕາຍໃນອະນາຄົດ. ດັ່ງນັ້ນ ເມື່ອພະເຢໂຫວາເວົ້າວ່າເພິ່ນຈະບໍ່ຈື່ຄວາມຜິດຂອງເຮົາ ນັ້ນໝາຍຄວາມວ່າເພິ່ນໄດ້ໃຫ້ອະໄພເຮົາແລ້ວ ແລະເພິ່ນຈະບໍ່ລົງໂທດເຮົາໃນອະນາຄົດສຳລັບຄວາມຜິດເຫຼົ່ານັ້ນ.
16. ຄຳພີໄບເບິນສົມທຽບເຮົາເປັນຄືກັບຫຍັງ?
16 ເມື່ອພະເຢໂຫວາໃຫ້ອະໄພເຮົາ ເຮົາກໍຮູ້ສຶກຄືກັບໄດ້ຮັບອິດສະຫຼະ. ຄຳພີໄບເບິນໃຊ້ພາບປຽບທຽບອີກອັນໜຶ່ງເພື່ອຊ່ວຍເຮົາໃຫ້ເຂົ້າໃຈເລື່ອງນີ້. ຍ້ອນເຮົາເປັນຄົນບໍ່ສົມບູນແບບເຮົາຈຶ່ງເປັນຄືກັບ “ທາດຂອງບາບ.” ແຕ່ຍ້ອນພະເຢໂຫວາໃຫ້ອະໄພເຮົາ ເຮົາຈຶ່ງເປັນຄືກັບທາດທີ່ຖືກ “ປົດປ່ອຍຈາກການເປັນທາດຂອງບາບ.” (ຣມ. 6:17, 18; ພນມ. 1:5) ເມື່ອພະເຢໂຫວາໃຫ້ອະໄພເຮົາແລ້ວ ເຮົາກໍມີຄວາມສຸກຫຼາຍຄືກັບທາດທີ່ຖືກປົດປ່ອຍໃຫ້ເປັນອິດສະຫຼະ.
17. ການທີ່ພະເຢໂຫວາໃຫ້ອະໄພເຮົາເປັນຄືກັບເຮົາໄດ້ຮັບການປິ່ນປົວໃຫ້ເຊົາຈາກພະຍາດຮ້າຍແຮງແນວໃດ? (ເອຊາຢາ 53:5)
17 ອ່ານເອຊາຢາ 53:5. ໃຫ້ເຮົາມາເບິ່ງພາບປຽບທຽບ ສຸດທ້າຍນຳກັນ. ຄຳພີໄບເບິນເວົ້າວ່າຍ້ອນເຮົາເປັນຄົນບາບ ເຮົາຈຶ່ງເປັນຄືກັບຄົນທີ່ເປັນພະຍາດຮ້າຍແຮງທີ່ເຖິງຂັ້ນຕາຍໄດ້. ແຕ່ຍ້ອນພະເຢໂຫວາໃຫ້ລູກຊາຍຂອງເພິ່ນມາເປັນຄ່າໄຖ່ ມັນຈຶ່ງເປັນຄືກັບວ່າເຮົາໄດ້ຮັບການປິ່ນປົວໃຫ້ເຊົາຈາກພະຍາດຮ້າຍແຮງນັ້ນ. (1ປຕ. 2:24) ຄ່າໄຖ່ເຮັດໃຫ້ເຮົາກັບມາມີສາຍສຳພັນທີ່ດີກັບພະເຢໂຫວາຄືເກົ່າ ເຊິ່ງສາຍສຳພັນນີ້ຖືກທຳລາຍຕອນທີ່ເຮົາເຮັດຜິດຕໍ່ເພິ່ນ. ຄືກັບທີ່ຄົນເຈັບປ່ວຍມີຄວາມສຸກຫຼາຍທີ່ໄດ້ຮັບການປິ່ນປົວໃຫ້ເຊົາຈາກພະຍາດຮ້າຍແຮງ ເຮົາກໍມີຄວາມສຸກຫຼາຍຄືກັນເມື່ອພະເຢໂຫວາໃຫ້ອະໄພເຮົາແລະເຮົາກັບມາມີສາຍສຳພັນທີ່ດີກັບເພິ່ນອີກເທື່ອໜຶ່ງ.
ການໃຫ້ອະໄພຂອງພະເຢໂຫວາມີຄວາມໝາຍແນວໃດສຳລັບເຮົາ?
18. ເຮົາໄດ້ຮຽນຫຍັງຈາກພາບປຽບທຽບໃນຄຳພີໄບເບິນກ່ຽວກັບການໃຫ້ອະໄພຂອງພະເຢໂຫວາ? (ເບິ່ງຂອບ “ພະເຢໂຫວາໃຫ້ອະໄພເຮົາແນວໃດ?” ນຳ)
18 ເຮົາໄດ້ຮຽນຫຍັງຈາກພາບປຽບທຽບໃນຄຳພີໄບເບິນກ່ຽວກັບການໃຫ້ອະໄພຂອງພະເຢໂຫວາ? ເຮົາໄດ້ຮຽນວ່າເມື່ອພະເຢໂຫວາໃຫ້ອະໄພເຮົາ ມັນກໍເປັນຄືກັບວ່າເຮົາບໍ່ເຄີຍເຮັດຜິດເລີຍ ແລະເຮົາໝັ້ນໃຈໄດ້ວ່າເພິ່ນຈະບໍ່ລົງໂທດເຮົາໃນອະນາຄົດສຳລັບຄວາມຜິດເຫຼົ່ານັ້ນ. ຍ້ອນແນວນີ້ ເຮົາຈຶ່ງມີສາຍສຳພັນທີ່ດີກັບພະເຢໂຫວາພໍ່ຂອງເຮົາ. ແຕ່ເຮົາຕ້ອງຈື່ໄວ້ວ່າການໃຫ້ອະໄພຂອງພະເຢໂຫວາເປັນຂອງຂວັນຈາກເພິ່ນຍ້ອນເພິ່ນຮັກເຮົາແລະຍ້ອນເພິ່ນມີຄວາມກະລຸນາທີ່ຍິ່ງໃຫຍ່ຕໍ່ເຮົາທີ່ເປັນມະນຸດທີ່ມີບາບທັງໆທີ່ເຮົາບໍ່ສົມຄວນໄດ້ຮັບສິ່ງນີ້ເລີຍ.—ຣມ. 3:24
19. (ກ) ເພື່ອພະເຢໂຫວາຈະໃຫ້ອະໄພເຮົາ ເຮົາຕ້ອງເຮັດຫຍັງ? (ໂຣມ 4:8) (ຂ) ເຮົາຈະຮຽນຫຍັງໃນບົດຕໍ່ໄປ?
19 ອ່ານໂຣມ 4:8. ເຮົາຂອບໃຈຫຼາຍທີ່ພະເຢໂຫວາ “ໃຫ້ອະໄພແທ້ໆ”! (ພສ. 130:4) ແຕ່ເພື່ອພະເຢໂຫວາຈະໃຫ້ອະໄພເຮົາ ເຮົາຕ້ອງເຮັດສິ່ງໜຶ່ງທີ່ສຳຄັນຫຼາຍ. ພະເຢຊູເວົ້າວ່າ: “ຖ້າພວກເຈົ້າບໍ່ຍົກໂທດໃຫ້ຄົນອື່ນ [ພະເຢໂຫວາ] ກໍຈະບໍ່ຍົກໂທດໃຫ້ພວກເຈົ້າຄືກັນ.” (ມທ. 6:14, 15) ເຫັນໄດ້ແຈ້ງວ່າເປັນເລື່ອງສຳຄັນຫຼາຍທີ່ເຮົາຕ້ອງຮຽນແບບພະເຢໂຫວາໃນການໃຫ້ອະໄພຄົນອື່ນ. ແຕ່ເຮົາຈະເຮັດແບບນັ້ນໄດ້ແນວໃດ? ບົດຕໍ່ໄປຈະຊ່ວຍເຮົາໃນເລື່ອງນີ້.
ເພງທີ 46 ຂອບໃຈພະເຢໂຫວາ
a ຄຳພາສາເຮັບເຣີທີ່ໃຊ້ໃນຂໍ້ນີ້ໝາຍເຖິງການໃຫ້ອະໄພແທ້ໆ. ການໃຫ້ອະໄພແບບນີ້ຂອງພະເຢໂຫວາຕ່າງຈາກການໃຫ້ອະໄພຂອງຄົນເຮົາ.