ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

“ຂ້ອຍ​ບໍ່​ໄດ້​ຢູ່​ຄົນ​ດຽວ”

“ຂ້ອຍ​ບໍ່​ໄດ້​ຢູ່​ຄົນ​ດຽວ”

ສະພາບການ​ຫຼາຍ​ຢ່າງ​ໃນ​ຊີວິດ​ສາມາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ເຫງົາ​ແລະ​ໂດດ​ດ່ຽວ ເຊັ່ນ: ເມື່ອ​ຄົນ​ທີ່​ເຮົາ​ຮັກ​ຕາຍ​ຈາກ​ໄປ ເມື່ອ​ເຮົາ​ຍ້າຍ​ໄປ​ຢູ່​ບ່ອນ​ໃໝ່ ແລະ​ເມື່ອ​ເຮົາ​ຢູ່​ຄົນ​ດຽວ. ຂ້ອຍ​ເຄີຍ​ເຈິ​ກັບ​ສິ່ງ​ເຫຼົ່າ​ນີ້ ແຕ່​ເມື່ອ​ຂ້ອຍ​ຄິດ​ຄືນ​ຫຼັງ​ກ່ຽວກັບ​ຊີວິດ​ຂອງ​ໂຕເອງ ຕອນນີ້​ຂ້ອຍ​ເຫັນ​ວ່າ​ຂ້ອຍ​ບໍ່​ເຄີຍ​ຢູ່​ຄົນ​ດຽວ​ເລີຍ. ຂໍ​ໃຫ້​ຂ້ອຍ​ເລົ່າ​ໃຫ້​ຟັງ​ວ່າ​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ເວົ້າ​ແບບ​ນັ້ນ.

ຕົວຢ່າງ​ຂອງ​ພໍ່​ແມ່

ພໍ່​ກັບ​ແມ່​ເປັນ​ຄົນ​ທີ່​ເຄັ່ງ​ຄັດ​ໃນ​ສາສະໜາ​ກາໂຕລິກ. ແຕ່​ເມື່ອ​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ​ວ່າ​ພະເຈົ້າ​ຊື່​ເຢໂຫວາ ພວກ​ເພິ່ນ​ກໍ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ທີ່​ກະຕືລືລົ້ນ. ພໍ່​ເປັນ​ຊ່າງ​ໄມ້​ທີ່​ເກັ່ງ. ເພິ່ນ​ມັກ​ແກະ​ສະຫຼັກ​ຮູບ​ປັ້ນ​ພະ​ເຢຊູ ແຕ່​ຕອນນີ້​ເພິ່ນ​ໃຊ້​ຄວາມ​ສາມາດ​ນັ້ນ​ແປງ​ຊັ້ນ​ລຸ່ມ​ຂອງ​ເຮືອນ​ເຮົາ​ໃຫ້​ເປັນ​ບ່ອນ​ນະມັດສະການ. ເຮືອນ​ຂອງ​ເຮົາ​ເປັນ​ຫໍປະຊຸມ​ຫຼັງ​ທຳອິດ​ຢູ່​ຊານວາເດວມົນເຕ​ເຊິ່ງ​ເປັນ​ເຂດ​ນອກ​ເມືອງ​ຂອງ​ມະນີລາ​ທີ່​ເປັນ​ເມືອງ​ຫຼວງ​ຂອງ​ປະເທດ​ຟີລິບປິນ.

ຂ້ອຍ​ກັບ​ພໍ່​ແມ່​ແລະ​ຄົນ​ໃນ​ຄອບຄົວ

ຫຼັງ​ຈາກ​ທີ່​ຂ້ອຍ​ເກີດ​ໃນ​ປີ 1952 ພໍ່​ກັບ​ແມ່​ໄດ້​ເລີ່ມ​ສອນ​ຂ້ອຍ​ເລື່ອງ​ພະ​ເຢໂຫວາ​ຄື​ກັບ​ທີ່​ພວກ​ເພິ່ນ​ໄດ້​ສອນ​ອ້າຍ 4 ຄົນ​ແລະ​ເອື້ອຍ 3 ຄົນ​ຂອງ​ຂ້ອຍ. ເມື່ອ​ຂ້ອຍ​ໃຫຍ່​ຂຶ້ນ ພໍ່​ສະໜັບສະໜູນ​ຂ້ອຍ​ໃຫ້​ອ່ານ​ຄຳພີ​ໄບເບິນ​ມື້​ລະ​ບົດ ແລະ​ເພິ່ນ​ໃຊ້​ປຶ້ມ​ຕ່າງໆ​ຂອງ​ອົງການ​ເພື່ອ​ຊ່ວຍ​ຂ້ອຍ​ໃຫ້​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວກັບ​ພະ​ເຢໂຫວາ. ບາງ​ເທື່ອ​ພໍ່​ກັບ​ແມ່​ໄດ້​ຊວນ​ຜູ້​ເບິ່ງແຍງ​ໝວດ​ແລະ​ຕົວແທນ​ຈາກ​ສຳນັກງານ​ສາຂາ​ມາ​ພັກ​ຢູ່​ເຮືອນ​ເຮົາ. ມັນ​ເຮັດ​ໃຫ້​ຄອບຄົວ​ຂອງ​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແລະ​ເຮັດ​ໃຫ້​ເຮົາ​ໄດ້​ຟັງ​ປະສົບການ​ຕ່າງໆ​ຈາກ​ພີ່ນ້ອງ​ເຫຼົ່າ​ນີ້​ເຊິ່ງ​ກະຕຸ້ນ​ເຮົາ​ທຸກ​ຄົນ​ໃຫ້​ຈັດ​ໃຫ້​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.

ຂ້ອຍ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ຕົວຢ່າງ​ຂອງ​ພໍ່​ແມ່​ທີ່​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່. ຫຼັງ​ຈາກ​ແມ່​ສຸດ​ທີ່​ຮັກ​ຂອງ​ຂ້ອຍ​ຕາຍ​ຍ້ອນ​ເຈັບ​ປ່ວຍ ຂ້ອຍ​ກັບ​ພໍ່​ກໍ​ເລີ່ມ​ເປັນ​ໄພໂອເນຍ​ນຳ​ກັນ​ໃນ​ປີ 1971. ແຕ່​ໃນ​ປີ 1973 ຕອນ​ຂ້ອຍ​ອາຍຸ 20 ປີ ພໍ່​ກໍ​ຕາຍ. ການ​ສູນ​ເສຍ​ທັງ​ພໍ່​ແລະ​ແມ່​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າງເປົ່າ​ແລະ​ໂດດ​ດ່ຽວ. ແຕ່​ຄວາມ​ຫວັງ​ທີ່ “ໝັ້ນຄົງ​ແນ່ນອນ” ໃນ​ຄຳພີ​ໄບເບິນ​ຊ່ວຍ​ຂ້ອຍ​ໃຫ້​ຄິດ​ໃນ​ແງ່​ບວກ​ສະເໝີ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ຕໍ່ໆ​ໄປ​ແທນ​ທີ່​ຈະ​ໂສກເສົ້າ​ຫຼາຍ​ເກີນ​ໄປ. (ຮຣ. 6:19) ຫຼັງ​ຈາກ​ພໍ່​ຕາຍ​ໄດ້​ບໍ່​ດົນ ຂ້ອຍ​ກໍ​ຮັບ​ເອົາ​ວຽກ​ມອບໝາຍ​ທີ່​ໃຫ້​ເປັນ​ໄພໂອເນຍ​ພິເສດ​ຢູ່​ເກາະ​ໂກຣອນ​ທີ່​ຢູ່​ຫ່າງ​ໄກ​ໃນ​ແຂວງ​ປາລາວັນ.

ຮູ້ສຶກ​ໂດດ​ດ່ຽວ​ໃນ​ວຽກ​ມອບໝາຍ​ທີ່​ທ້າທາຍ

ຂ້ອຍ​ອາຍຸ 21 ປີ​ຕອນ​ໄປ​ຮອດ​ເກາະ​ໂກຣອນ. ຍ້ອນ​ໃຊ້​ຊີວິດ​ຢູ່​ໃນ​ເມືອງ​ຕະຫຼອດ ຂ້ອຍ​ຈຶ່ງ​ຕົກໃຈ​ທີ່​ຮູ້​ວ່າ​ເຮືອນ​ຊານ​ທີ່​ຢູ່​ໃນ​ເກາະ​ນີ້​ມີ​ໄຟ​ຟ້າ​ແລະ​ນ້ຳ​ໃຊ້​ແຕ່​ໜ້ອຍ​ດຽວ ແລະ​ລົດ​ຈັກ​ລົດ​ໃຫຍ່​ກໍ​ບໍ່​ມີ​ຫຼາຍ. ເຖິງ​ວ່າ​ມີ​ພີ່ນ້ອງ​ຈຳນວນ​ໜຶ່ງ ແຕ່​ຂ້ອຍ​ກໍ​ບໍ່​ມີ​ຄູ່​ໄພໂອເນຍ​ແລະ​ບາງ​ເທື່ອ​ຂ້ອຍ​ກໍ​ໄປ​ປະກາດ​ຄົນ​ດຽວ. ໃນ​ເດືອນ​ທຳອິດ ຂ້ອຍ​ຄິດ​ຮອດ​ຄອບຄົວ​ແລະ​ໝູ່​ຫຼາຍ. ຕອນ​ກາງຄືນ ຂ້ອຍ​ແນມ​ເບິ່ງ​ດາວ​ຢູ່​ເທິງ​ຟ້າ​ແລ້ວ​ກໍ​ໄຫ້. ຂ້ອຍ​ຮູ້ສຶກ​ວ່າ​ຢາກ​ເຊົາ​ເຮັດ​ວຽກ​ມອບໝາຍ​ນີ້​ແລະ​ກັບ​ເມືອ​ເຮືອນ.

ໃນ​ເວລາ​ທີ່​ໂດດ​ດ່ຽວ​ແບບ​ນັ້ນ ຂ້ອຍ​ຈະ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ. ຂ້ອຍ​ຈະ​ຄິດ​ເຖິງ​ສິ່ງ​ທີ່​ໃຫ້​ກຳລັງ​ໃຈ​ທີ່​ໄດ້​ອ່ານ​ໃນ​ຄຳພີ​ໄບເບິນ​ແລະ​ໃນ​ປຶ້ມ​ຕ່າງໆ​ຂອງ​ອົງການ. ຂ້ອຍ​ມັກ​ຄິດ​ເຖິງ​ເພງ​ສັນລະເສີນ 19:14. ຂ້ອຍ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຈະ​ເປັນ ‘ຫີນ​ຜາ​ແລະ​ຜູ້​ໄຖ່​ຂອງ​ຂ້ອຍ’ ຖ້າ​ຂ້ອຍ​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ເພິ່ນ​ພໍໃຈ ເຊັ່ນ: ຄຸນລັກສະນະ​ຂອງ​ເພິ່ນ​ແລະ​ສິ່ງ​ຕ່າງໆ​ທີ່​ເພິ່ນ​ເຮັດ. ຫໍສັງເກດການ​ທີ່​ມີ​ບົດ​ຄວາມ​ຊື່​ວ່າ “ເຈົ້າ​ບໍ່​ໄດ້​ຢູ່​ຄົນ​ດຽວ” a ຊ່ວຍ​ຂ້ອຍ​ໄດ້​ຫຼາຍ. ຂ້ອຍ​ອ່ານ​ແລ້ວ​ອ່ານ​ອີກ. ໃນ​ແງ່​ໜຶ່ງ ເມື່ອ​ຂ້ອຍ​ຢູ່​ຄົນ​ດຽວ​ຂ້ອຍ​ຮູ້ສຶກ​ຄື​ກັບ​ວ່າ​ຂ້ອຍ​ຢູ່​ນຳ​ພະ​ເຢໂຫວາ ແລະ​ນັ້ນ​ເປັນ​ໂອກາດ​ພິເສດ​ຫຼາຍ​ທີ່​ຈະ​ອະທິດຖານ ສຶກສາ​ຄົ້ນຄວ້າ ແລະ​ຄິດ​ຕຶກຕອງ.

ຫຼັງ​ຈາກ​ມາ​ຢູ່​ເກາະ​ໂກຣອນ​ໄດ້​ບໍ່​ດົນ ຂ້ອຍ​ກໍ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ເບິ່ງແຍງ. ຍ້ອນ​ເປັນ​ຜູ້​ເບິ່ງແຍງ​ຄົນ​ດຽວ ຂ້ອຍ​ຈຶ່ງ​ເລີ່ມ​ເຮັດ​ສ່ວນ​ການ​ປະຊຸມ​ປະຈຳ​ອາທິດ ການ​ປະຊຸມ​ເພື່ອ​ການ​ປະກາດ ການ​ສຶກສາ​ປະຈຳ​ປະຊາຄົມ ແລະ​ການ​ສຶກສາ​ຫໍສັງເກດການ. ນອກ​ຈາກ​ນັ້ນ ຂ້ອຍ​ຍັງ​ໃຫ້​ຄຳ​ບັນລະຍາຍ​ທຸກ​ອາທິດ​ນຳ. ເມື່ອ​ຫຍຸ້ງ​ແບບ​ນີ້​ຂ້ອຍ​ກໍ​ບໍ່​ມີ​ເວລາ​ທີ່​ຈະ​ຮູ້ສຶກ​ເຫງົາ​ອີກ​ຕໍ່​ໄປ.

ວຽກ​ປະກາດ​ຢູ່​ເກາະ​ໂກຣອນ​ເກີດ​ຜົນ​ດີ​ຫຼາຍ. ຂ້ອຍ​ມີ​ຄວາມ​ສຸກ​ທີ່​ໄດ້​ຮັບໃຊ້​ຢູ່​ຫັ້ນ. ນັກສຶກສາ​ຂອງ​ຂ້ອຍ​ບາງ​ຄົນ​ກ້າວໜ້າ​ຈົນ​ຮັບ​ບັບເຕມາ. ແຕ່​ເຖິງ​ຈະ​ເປັນ​ແນວ​ນັ້ນ ຂ້ອຍ​ກໍ​ເຈິ​ຂໍ້​ທ້າທາຍ​ບາງ​ຢ່າງ ເຊັ່ນ: ຕອນ​ທີ່​ໄປ​ປະກາດ ບາງ​ເທື່ອ​ຂ້ອຍ​ຕ້ອງ​ຍ່າງ​ເຄິ່ງ​ມື້​ເພື່ອ​ຈະ​ໄປ​ຮອດ​ເຂດ​ປະກາດ ແລະ​ບໍ່​ຮູ້​ຊ້ຳ​ວ່າ​ຈະ​ພັກ​ຢູ່​ໃສ. ເຂດ​ຂອງ​ປະຊາຄົມ​ເຮົາ​ຍັງ​ກວມ​ເອົາ​ເກາະ​ນ້ອຍໆ​ຫຼາຍ​ເກາະ ຂ້ອຍ​ຈຶ່ງ​ຕ້ອງ​ເດີນທາງ​ດ້ວຍ​ເຮືອ​ຈັກ​ຜ່ານ​ທະເລ​ທີ່​ມີ​ຄື້ນ​ລົມ​ແຮງ​ແລະ​ຂ້ອຍ​ກໍ​ລອຍ​ນ້ຳ​ບໍ່​ເປັນ. ເຖິງ​ຈະ​ເຈິ​ອຸປະສັກ​ເຫຼົ່າ​ນີ້ ແຕ່​ພະ​ເຢໂຫວາ​ກໍ​ປົກປ້ອງ​ແລະ​ເບິ່ງແຍງ​ຂ້ອຍ. ຕໍ່​ມາ ຂ້ອຍ​ກໍ​ຮູ້​ວ່າ​ນີ້​ເປັນ​ວິທີ​ທີ່​ພະ​ເຢໂຫວາ​ກຳລັງ​ກຽມ​ຂ້ອຍ​ໃຫ້​ພ້ອມ​ສຳລັບ​ວຽກ​ມອບໝາຍ​ຕໍ່​ໄປ​ເຊິ່ງ​ຈະ​ມີ​ຂໍ້​ທ້າທາຍ​ຫຼາຍ​ກວ່າ​ນີ້​ອີກ.

ປະເທດ​ປາປົວນິວກີເນ

ໃນ​ປີ 1978 ຂ້ອຍ​ຖືກ​ມອບໝາຍ​ໃຫ້​ໄປ​ປະເທດ​ປາປົວນິວກີເນ​ທີ່​ຢູ່​ທາງ​ພາກ​ເໜືອ​ຂອງ​ປະເທດ​ອົດສະຕຣາລີ. ປາປົວນິວກີເນ​ເປັນ​ປະເທດ​ທີ່​ມີ​ພູ​ຫຼາຍ. ຂ້ອຍ​ແປກໃຈ​ຫຼາຍ​ທີ່​ຮູ້​ວ່າ​ຢູ່​ຫັ້ນ​ມີ​ພົນລະເມືອງ​ປະມານ 3 ລ້ານ​ຄົນ ແຕ່​ມີ​ພາສາ​ເວົ້າ​ຫຼາຍ​ກວ່າ 800 ພາສາ. ແຕ່​ກໍ​ຍັງ​ດີ​ທີ່​ພາສາ​ທີ່​ຄົນ​ສ່ວນ​ຫຼາຍ​ເວົ້າ​ແມ່ນ​ພາສາ​ເມລານີເຊຍພິດຈິນ ເຊິ່ງ​ມັກ​ຈະ​ເອີ້ນ​ວ່າ​ຕັອກພິຊິນ.

ຂ້ອຍ​ຖືກ​ມອບໝາຍ​ໃຫ້​ໄປ​ສົມທົບ​ຊົ່ວຄາວ​ກັບ​ປະຊາຄົມ​ທີ່​ໃຊ້​ພາສາ​ອັງກິດ​ຢູ່​ພອດມໍສະບີ​ທີ່​ເປັນ​ເມືອງ​ຫຼວງ. ແຕ່​ຫຼັງ​ຈາກ​ນັ້ນ​ຂ້ອຍ​ກໍ​ຍ້າຍ​ໄປ​ປະຊາຄົມ​ທີ່​ໃຊ້​ພາສາ​ຕັອກພິຊິນ​ແລະ​ຮຽນ​ພາສາ​ຕັອກພິຊິນ. ຂ້ອຍ​ໃຊ້​ສິ່ງ​ທີ່​ໄດ້​ຮຽນ​ໃນ​ວຽກ​ປະກາດ ແລະ​ການ​ເຮັດ​ແບບ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ຮຽນ​ພາສາ​ໄດ້​ໄວ​ຂຶ້ນ. ບໍ່​ດົນ ຂ້ອຍ​ກໍ​ສາມາດ​ບັນລະຍາຍ​ສາທາລະນະ​ໃນ​ພາສາ​ຕັອກພິຊິນ​ໄດ້. ຂ້ອຍ​ຮູ້ສຶກ​ແປກໃຈ​ຫຼາຍ​ທີ່​ຂ້ອຍ​ມາ​ຢູ່​ປາປົວນິວກີເນ​ບໍ່​ຮອດ​ປີ ແຕ່​ກໍ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ໝວດ​ສຳລັບ​ປະຊາຄົມ​ທີ່​ໃຊ້​ພາສາ​ຕັອກພິຊິນ​ໃນ​ແຂວງ​ຕ່າງໆ.

ຍ້ອນ​ປະຊາຄົມ​ຕ່າງໆ​ຢູ່​ໄກ​ກັນ​ຫຼາຍ ຂ້ອຍ​ຈຶ່ງ​ຕ້ອງ​ຈັດການ​ປະຊຸມ​ໝວດ​ຢູ່​ຫຼາຍ​ບ່ອນ​ແລະ​ຕ້ອງ​ໄດ້​ເດີນທາງ​ເລື້ອຍໆ. ຕອນ​ທຳອິດ​ຂ້ອຍ​ຮູ້ສຶກ​ໂດດ​ດ່ຽວ​ຫຼາຍ​ຍ້ອນ​ວ່າ​ທຸກ​ຢ່າງ​ໃໝ່​ສຳລັບ​ຂ້ອຍ ເຊັ່ນ: ປະເທດ​ໃໝ່ ພາສາ​ໃໝ່ ແລະ​ວັດທະນະທຳ​ໃໝ່. ຂ້ອຍ​ຕ້ອງ​ເດີນທາງ​ໄປ​ຢາມ​ປະຊາຄົມ​ຕ່າງໆ​ໂດຍ​ທາງ​ຍົນ​ຍ້ອນ​ປະເທດ​ນີ້​ມີ​ພູ​ຫຼາຍ​ແລະ​ທຸລະກັນດານ​ຈຶ່ງ​ບໍ່​ມີ​ຫົນທາງ​ເຊື່ອມ​ຕໍ່​ກັນ​ລະຫວ່າງ​ແຂວງ​ຕໍ່​ແຂວງ. ບາງ​ເທື່ອ​ຂ້ອຍ​ເປັນ​ຜູ້​ໂດຍ​ສານ​ຄົນ​ດຽວ​ຢູ່​ໃນ​ຍົນ​ລຳ​ນ້ອຍໆ​ແລະ​ສະພາບ​ຂອງ​ຍົນ​ກໍ​ບໍ່​ດີ​ປານ​ໃດ. ເວລາ​ຂີ່​ຍົນ​ເທື່ອ​ໃດ​ຂ້ອຍ​ຮູ້ສຶກ​ຢ້ານ​ຄື​ກັບ​ຕອນ​ທີ່​ຂ້ອຍ​ຂີ່​ເຮືອ​ເລີຍ.

ຢູ່​ປາປົວນິວກີເນ​ຫຼາຍ​ຄົນ​ບໍ່​ມີ​ໂທລະສັບ ຂ້ອຍ​ຈຶ່ງ​ຕິດຕໍ່​ກັບ​ປະຊາຄົມ​ຕ່າງໆ​ໂດຍ​ທາງ​ຈົດໝາຍ. ມີ​ຫຼາຍ​ເທື່ອ​ຂ້ອຍ​ໄປ​ຮອດ​ປະຊາຄົມ​ກ່ອນ​ທີ່​ຈົດໝາຍ​ຈະ​ໄປ​ຮອດ​ຊ້ຳ ແລະ​ເພື່ອ​ຈະ​ຮູ້​ວ່າ​ພີ່ນ້ອງ​ແຕ່​ລະ​ຄົນ​ຢູ່​ໃສ ຂ້ອຍ​ຕ້ອງ​ໄດ້​ຖາມ​ຄົນ​ຢູ່​ບ້ານ​ນັ້ນ. ທຸກ​ເທື່ອ​ທີ່​ຂ້ອຍ​ເຈິ​ພີ່ນ້ອງ ເຂົາເຈົ້າ​ຕ້ອນຮັບ​ຂ້ອຍ​ດີ​ຫຼາຍ​ຈົນ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ມັນ​ຄຸ້ມ​ຄ່າ​ແທ້ໆ​ທີ່​ຈະ​ຊອກ​ຫາ​ເຂົາເຈົ້າ. ຂ້ອຍ​ໄດ້​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ໃນ​ຫຼາຍ​ວິທີ ແລະ​ການ​ທີ່​ເພິ່ນ​ເຮັດ​ແບບ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ.

ຕອນ​ທີ່​ຂ້ອຍ​ໄປ​ປະ​ຊຸມ​ເທື່ອ​ທຳອິດ​ຢູ່​ເກາະ​ໜຶ່ງ​ທີ່​ຊື່​ບູເກນວິວ ຂ້ອຍ​ໄດ້​ເຈິ​ກັບ​ຜົວ​ເມຍ​ຄູ່​ໜຶ່ງ. ເຂົາເຈົ້າ​ຍິ້ມ​ແລະ​ຍ່າງ​ມາ​ຫາ​ຂ້ອຍ​ແລ້ວ​ຖາມ​ວ່າ: “ເຈົ້າ​ຈື່​ພວກ​ເຮົາ​ໄດ້​ບໍ່?” ແລ້ວ​ຂ້ອຍ​ກໍ​ຄິດ​ອອກ​ວ່າ​ຂ້ອຍ​ເຄີຍ​ປະກາດ​ກັບ​ເຂົາເຈົ້າ​ຕອນ​ທີ່​ມາ​ຮອດ​ພອດມໍສະບີ​ໃໝ່ໆ. ຂ້ອຍ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ກັບ​ເຂົາເຈົ້າ ແລ້ວ​ຫຼັງ​ຈາກ​ນັ້ນ​ຂ້ອຍ​ກໍ​ໃຫ້​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ຄົນ​ທ້ອງຖິ່ນ​ສຶກສາ​ກັບ​ເຂົາເຈົ້າ​ຕໍ່. ຕອນນີ້​ເຂົາເຈົ້າ​ຮັບ​ບັບເຕມາ​ແລ້ວ! ນີ້​ເປັນ​ພອນ​ຢ່າງ​ໜຶ່ງ​ທີ່​ຂ້ອຍ​ໄດ້​ຮັບ​ໃນ​ໄລຍະ​ທີ່​ຮັບໃຊ້​ຢູ່​ປາປົວນິວກີເນ 3 ປີ.

ຄອບຄົວ​ນ້ອຍໆ​ທີ່​ດຸ​ໝັ່ນ

ຂ້ອຍ​ກັບ​ອາເດວ

ກ່ອນ​ທີ່​ຂ້ອຍ​ຈະ​ອອກ​ຈາກ​ເກາະ​ໂກຣອນ​ໃນ​ປີ 1978 ຂ້ອຍ​ໄດ້​ຮູ້​ຈັກ​ພີ່ນ້ອງ​ຍິງ​ທີ່​ໜ້າ​ຮັກ​ຄົນ​ໜຶ່ງ​ຊື່​ອາເດວ. ລາວ​ເປັນ​ຄົນ​ທີ່​ມີ​ນ້ຳໃຈ​ເສຍ​ສະລະ. ລາວ​ເປັນ​ແມ່​ລ້ຽງ​ດ່ຽວ​ທີ່​ມີ​ລູກ 2 ຄົນ​ຊື່​ຊາມູເອນ​ກັບ​ເຊີລີ້ ແລະ​ລາວ​ຍັງ​ຕ້ອງ​ເບິ່ງແຍງ​ແມ່​ທີ່​ເຖົ້າ​ແລ້ວ. ໃນ​ເດືອນ​ພຶດສະພາ​ປີ 1981 ຂ້ອຍ​ໄດ້​ກັບ​ໄປ​ຟີລິບປິນ​ເພື່ອ​ແຕ່ງດອງ​ກັບ​ອາເດວ. ຫຼັງ​ຈາກ​ແຕ່ງດອງ​ແລ້ວ ເຮົາ​ກໍ​ເປັນ​ໄພໂອເນຍ​ປະຈຳ​ນຳ​ກັນ​ແລະ​ເບິ່ງແຍງ​ຄອບຄົວ​ນ້ອຍໆ​ຂອງ​ເຮົາ.

ຮັບໃຊ້​ຢູ່​ແຂວງ​ປາລາວັນ​ກັບ​ອາເດວ ຊາມູເອນ ແລະ​ເຊີລີ້

ເຖິງ​ຂ້ອຍ​ຈະ​ຕ້ອງ​ເບິ່ງແຍງ​ຄອບຄົວ ແຕ່​ໃນ​ປີ 1983 ຂ້ອຍ​ກໍ​ຖືກ​ແຕ່ງຕັ້ງ​ໃຫ້​ກັບ​ໄປ​ເປັນ​ໄພໂອເນຍ​ພິເສດ​ອີກ​ແລະ​ຖືກ​ສົ່ງ​ໄປ​ຮັບໃຊ້​ຢູ່​ເກາະ​ລິນາປາກັນ​ໃນ​ແຂວງ​ປາລາວັນ. ຢູ່​ຫັ້ນ​ບໍ່​ມີ​ພະຍານ​ພະ​ເຢໂຫວາ​ເລີຍ. ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ເຮົາ​ຍ້າຍ​ໄປ​ຫັ້ນ. ໜຶ່ງ​ປີ​ຕໍ່​ມາ ແມ່​ຂອງ​ອາເດວ​ກໍ​ຕາຍ. ແຕ່​ເຮົາ​ຍັງ​ດຸ​ໝັ່ນ​ໃນ​ການ​ຮັບໃຊ້​ຕໍ່ໆ​ໄປ​ເຊິ່ງ​ການ​ເຮັດ​ແບບ​ນີ້​ຊ່ວຍ​ເຮົາ​ໄດ້​ຫຼາຍ​ແທ້ໆ​ໃຫ້​ຮັບມື​ກັບ​ການ​ສູນ​ເສຍ. ເຮົາ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ກັບ​ຫຼາຍ​ຄົນ​ຢູ່​ເກາະ​ລິນາປາກັນ​ຈົນ​ໃນ​ທີ່​ສຸດ​ເຮົາ​ຈຳເປັນ​ຕ້ອງ​ມີ​ຫໍປະຊຸມ. ສະນັ້ນ ເຮົາ​ຈຶ່ງ​ສ້າງ​ຫໍປະຊຸມ​ນ້ອຍໆ​ຫຼັງ​ໜຶ່ງ. ພຽງ​ແຕ່ 3 ປີ​ທີ່​ເຮົາ​ຍ້າຍ​ໄປ​ຮັບໃຊ້​ຢູ່​ຫັ້ນ ເຮົາ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເຫັນ 110 ຄົນ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ ແລະ​ຫຼາຍ​ຄົນ​ທີ່​ມາ​ປະຊຸມ​ໃນ​ຕອນ​ນັ້ນ​ໄດ້​ກ້າວໜ້າ​ຈົນ​ຮັບ​ບັບເຕມາ​ຫຼັງ​ຈາກ​ທີ່​ເຮົາ​ຍ້າຍ​ອອກ​ຈາກ​ເກາະ​ນັ້ນ.

ໃນ​ປີ 1986 ຂ້ອຍ​ຖືກ​ມອບໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ເກາະ​ກູລິອອນ. ຢູ່​ເກາະ​ນີ້​ມີ​ເຂດ​ໜຶ່ງ​ທີ່​ຄົນ​ທີ່​ເປັນ​ພະຍາດ​ຂີ້ທູດ​ອາໄສ​ຢູ່. ຫຼັງ​ຈາກ​ຍ້າຍ​ໄປ​ຢູ່​ຫັ້ນ​ໄດ້​ສອງ​ສາມ​ປີ ອາເດວ​ກໍ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ໄພໂອເນຍ​ພິເສດ​ຄື​ກັນ. ຕອນ​ທີ່​ຮັບໃຊ້​ຢູ່​ຫັ້ນ ເຮົາ​ຮູ້ສຶກ​ກັງວົນ​ທີ່​ຈະ​ປະກາດ​ກັບ​ຄົນ​ທີ່​ມີ​ຮູບ​ຮ່າງ​ຜິດ​ປົກກະຕິ​ຍ້ອນ​ພະຍາດ​ຂີ້ທູດ. ແຕ່​ພີ່ນ້ອງ​ຢູ່​ຫັ້ນ​ຮັບຮອງ​ກັບ​ເຮົາ​ວ່າ​ຄົນ​ເຫຼົ່າ​ນັ້ນ​ກຳລັງ​ໄດ້​ຮັບ​ການ​ປິ່ນປົວ​ຢ່າງ​ດີ​ແລະ​ໂອກາດ​ທີ່​ຈະ​ແພ່​ເຊື້ອ​ໃຫ້​ຄົນ​ອື່ນ​ກໍ​ມີ​ໜ້ອຍ​ຫຼາຍ. ຄົນ​ທີ່​ເປັນ​ພະຍາດ​ນີ້​ບາງ​ຄົນ​ໄດ້​ເຂົ້າ​ຮ່ວມ​ປະຊຸມ​ຢູ່​ເຮືອນ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ. ບໍ່​ດົນ ເຮົາ​ກໍ​ປັບ​ໂຕ​ໄດ້​ແລະ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ເວົ້າ​ເຖິງ​ຄວາມ​ຫວັງ​ໃນ​ຄຳພີ​ໄບເບິນ​ກັບ​ຄົນ​ທີ່​ຄິດ​ວ່າ​ໂຕເອງ​ບໍ່​ໄດ້​ຮັບ​ການ​ຍອມຮັບ​ຈາກ​ພະເຈົ້າ​ແລະ​ຈາກ​ຄົນ​ທົ່ວໄປ. ເຮົາ​ດີ​ໃຈ​ແທ້ໆ​ທີ່​ເຫັນ​ວ່າ​ຄົນ​ທີ່​ເຈັບ​ປ່ວຍ​ຍ້ອນ​ພະຍາດ​ຮ້າຍ​ແຮງ​ແບບ​ນີ້​ມີ​ຄວາມ​ສຸກ​ທີ່​ໄດ້​ຮູ້​ວ່າ​ໃນ​ອະນາຄົດ​ເຂົາເຈົ້າ​ຈະ​ມີ​ສຸຂະພາບ​ທີ່​ແຂງແຮງ​ສົມບູນ.—ລກ. 5:12, 13

ລູກ​ຂອງ​ເຮົາ​ປັບ​ໂຕ​ໃຫ້​ເຂົ້າ​ກັບ​ການ​ໃຊ້​ຊີວິດ​ໃນ​ເກາະ​ນີ້​ແນວ​ໃດ? ຂ້ອຍ​ກັບ​ອາເດວ​ໄດ້​ຊວນ​ພີ່ນ້ອງ​ຍິງ​ໄວລຸ້ນ 2 ຄົນ​ຈາກ​ເກາະ​ໂກຣອນ​ໃຫ້​ມາ​ຮັບໃຊ້​ນຳ​ພວກ​ເຮົາ​ເພື່ອ​ໃຫ້​ເຊີລີ້​ກັບ​ຊາມູເອນ​ມີ​ໂອກາດ​ໄດ້​ຄົບຫາ​ກັບ​ພີ່ນ້ອງ. ຊາມູເອນ ເຊີລີ້ ແລະ​ພີ່ນ້ອງ​ໄວລຸ້ນ 2 ຄົນ​ນີ້​ຮັບໃຊ້​ນຳ​ກັນ​ຢ່າງ​ມີ​ຄວາມ​ສຸກ. ເຂົາເຈົ້າ​ໄດ້​ສຶກສາ​ກັບ​ເດັກນ້ອຍ​ຫຼາຍ​ຄົນ​ຢູ່​ເກາະ​ນີ້ ສ່ວນ​ຂ້ອຍ​ກັບ​ອາເດວ​ໄດ້​ສຶກສາ​ກັບ​ພໍ່​ແມ່​ຂອງ​ເດັກນ້ອຍ​ເຫຼົ່າ​ນີ້. ມີ​ໄລຍະ​ໜຶ່ງ ພວກ​ເຮົາ​ໄດ້​ສຶກສາ​ກັບ 11 ຄອບຄົວ. ບໍ່​ດົນ​ນັກສຶກສາ​ເຫຼົ່າ​ນີ້​ຫຼາຍ​ຄົນ​ກໍ​ກ້າວໜ້າ​ຈົນ​ເຮົາ​ສາມາດ​ຕັ້ງ​ປະຊາຄົມ​ໃໝ່​ໄດ້.

ຍ້ອນ​ຂ້ອຍ​ເປັນ​ຜູ້​ເບິ່ງແຍງ​ຄົນ​ດຽວ​ໃນ​ເຂດ​ນັ້ນ ສຳນັກງານ​ສາຂາ​ຈຶ່ງ​ຂໍ​ໃຫ້​ຂ້ອຍ​ນຳ​ການ​ປະຊຸມ​ທຸກ​ອາທິດ​ຢູ່​ເກາະ​ກູລິອອນ​ເຊິ່ງ​ມີ​ຜູ້​ປະກາດ 8 ຄົນ ແລ້ວ​ຂ້ອຍ​ຍັງ​ຕ້ອງ​ໄປ​ນຳ​ການ​ປະຊຸມ​ຢູ່​ບ້ານ​ມາຣິລີ​ນຳ​ເຊິ່ງ​ມີ​ຜູ້​ປະກາດ 9 ຄົນ. ເຮົາ​ຕ້ອງ​ເດີນທາງ​ໄປ​ບ້ານ​ມາຣິລີ​ໂດຍ​ທາງ​ເຮືອ​ເຊິ່ງ​ໃຊ້​ເວລາ​ປະມານ 3 ຊົ່ວໂມງ. ຫຼັງ​ຈາກ​ນຳ​ການ​ປະຊຸມ​ຢູ່​ຫັ້ນ​ແລ້ວ ຂ້ອຍ​ກັບ​ຄອບຄົວ​ກໍ​ຍ່າງ​ຜ່ານ​ພູ​ຫຼາຍ​ຊົ່ວໂມງ​ໄປ​ບ້ານ​ຮາຊີ​ເພື່ອ​ສຶກສາ​ກັບ​ຫຼາຍ​ຄົນ​ຢູ່​ຫັ້ນ.

ໃນ​ທີ່​ສຸດ​ກໍ​ມີ​ຜູ້​ສົນໃຈ​ຫຼາຍ​ຄົນ​ທີ່​ຢູ່​ບ້ານ​ມາຣິລີ​ກັບ​ບ້ານ​ຮາຊີ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ຈົນ​ເຮົາ​ຕ້ອງ​ໄດ້​ສ້າງ​ຫໍປະຊຸມ​ຢູ່ 2 ບ່ອນ​ນີ້. ພີ່ນ້ອງ​ທ້ອງຖິ່ນ​ລວມ​ທັງ​ຜູ້​ສົນໃຈ​ໄດ້​ຊ່ວຍ​ກັນ​ບໍລິຈາກ​ເງິນ​ແລະ​ມາ​ຊ່ວຍ​ສ້າງ​ຫໍປະຊຸມ​ຄື​ກັບ​ຢູ່​ເກາະ​ລິນາປາກັນ. ຫໍປະຊຸມ​ຢູ່​ມາຣິລີ​ໃຫຍ່​ຫຼາຍ​ສາມາດ​ນັ່ງ​ໄດ້​ຮອດ 200 ຄົນ​ແລະ​ຍັງ​ຂະຫຍາຍ​ໄດ້​ອີກ. ສະນັ້ນ ເຮົາ​ຈຶ່ງ​ຈັດການ​ປະຊຸມ​ໝວດ​ຢູ່​ນີ້​ໄດ້.

ເສົ້າ ໂດດ​ດ່ຽວ ແລ້ວ​ກໍ​ກັບ​ມາ​ມີ​ຄວາມ​ສຸກ​ອີກ

ໃນ​ປີ 1993 ເມື່ອ​ລູກ​ຂອງ​ເຮົາ​ໃຫຍ່​ແລ້ວ ຂ້ອຍ​ໄດ້​ຖືກ​ມອບໝາຍ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ໝວດ​ຢູ່​ຟີລິບປິນ. ໃນ​ປີ 2000 ຂ້ອຍ​ໄດ້​ເຂົ້າ​ໂຮງຮຽນ​ຝຶກ​ອົບຮົມ​ເພື່ອ​ວຽກ​ຮັບໃຊ້​ເພື່ອ​ຈະ​ຝຶກ​ເປັນ​ຜູ້​ສອນ​ສຳລັບ​ໂຮງຮຽນ​ນັ້ນ. ຂ້ອຍ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ມີ​ຄຸນສົມບັດ​ພຽງ​ພໍ​ທີ່​ຈະ​ເຮັດ​ວຽກ​ນີ້ ແຕ່​ອາເດວ​ກໍ​ໃຫ້​ກຳລັງ​ໃຈ​ຂ້ອຍ​ສະເໝີ. ລາວ​ບອກ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ຂ້ອຍ​ເພື່ອ​ຈະ​ເຮັດ​ວຽກ​ມອບໝາຍ​ໃໝ່​ນີ້​ໄດ້​ສຳເລັດ. (ຟລປ. 4:13) ອາເດວ​ເວົ້າ​ແບບ​ນີ້​ໄດ້​ຍ້ອນ​ລາວ​ເຫັນ​ຈາກ​ປະສົບການ​ຂອງ​ໂຕເອງ​ວ່າ​ລາວ​ສາມາດ​ເຮັດ​ວຽກ​ຮັບໃຊ້​ໄດ້​ສຳເລັດ​ເຖິງ​ວ່າ​ຈະ​ມີ​ບັນຫາ​ສຸຂະພາບ.

ໃນ​ປີ 2006 ຕອນ​ທີ່​ຂ້ອຍ​ຍັງ​ເປັນ​ຜູ້​ສອນ​ຢູ່ ອາເດວ​ກໍ​ບໍ່​ສະບາຍ​ແຮງ ທ່ານ​ໝໍ​ກວດ​ພົບ​ວ່າ​ລາວ​ເປັນ​ພະຍາດ​ພາກິນສັນ (ພະຍາດ​ເສັ້ນ​ປະສາດ​ກະຕຸກ​ເຊິ່ງ​ເກີດ​ຈາກ​ການ​ເສື່ອມ​ຂອງ​ສະໝອງ). ເຮົາ​ຕົກໃຈ​ຫຼາຍ! ຂ້ອຍ​ບອກ​ອາເດວ​ວ່າ​ເຮົາ​ອາດ​ຈະ​ຕ້ອງ​ໄດ້​ຢຸດ​ວຽກ​ມອບໝາຍ​ນີ້​ກ່ອນ​ເພື່ອ​ເບິ່ງແຍງ​ລາວ ແຕ່​ອາເດວ​ບອກ​ຂ້ອຍ​ວ່າ: “ເຮົາ​ລອງ​ໄປ​ຊອກ​ຫາ​ໝໍ​ທີ່​ຈະ​ປົວ​ພະຍາດ​ຂອງ​ຂ້ອຍ​ເບິ່ງ​ກ່ອນ​ບໍ? ຂ້ອຍ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ວຽກ​ມອບໝາຍ​ຕໍ່​ໄປ​ໄດ້.” ຕະຫຼອດ 6 ປີ​ທີ່​ອາເດວ​ບໍ່​ສະບາຍ ລາວ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ໂດຍ​ທີ່​ບໍ່​ຈົ່ມ​ເລີຍ. ຕອນ​ທີ່​ຍ່າງ​ບໍ່​ໄດ້​ແລະ​ຕ້ອງ​ນັ່ງ​ຢູ່​ແຕ່​ລໍ້​ຍູ້ ລາວ​ກໍ​ຍັງ​ປະກາດ​ຢ່າງ​ດຸ​ໝັ່ນ. ຕອນ​ທີ່​ບໍ່​ສະບາຍ​ແຮງ​ຈົນ​ຊິ​ເວົ້າ​ບໍ່​ໄດ້ ລາວ​ກໍ​ອອກ​ຄຳ​ຄິດ​ເຫັນ 1 ຫຼື 2 ຄຳ​ຢູ່​ການ​ປະຊຸມ. ນັບ​ຕັ້ງແຕ່​ມື້​ທີ່​ອາເດວ​ບໍ່​ສະບາຍ​ຈົນ​ຮອດ​ມື້​ທີ່​ລາວ​ຕາຍ​ໃນ​ປີ 2013 ພີ່ນ້ອງ​ມັກ​ສົ່ງ​ຂໍ້​ຄວາມ​ມາ​ໃຫ້​ກຳລັງ​ໃຈ​ອາເດວ​ເລື້ອຍໆ​ວ່າ​ລາວ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ຄວາມ​ອົດທົນ. ຂ້ອຍ​ກັບ​ອາເດວ​ໃຊ້​ຊີວິດ​ນຳ​ກັນ​ຫຼາຍ​ກວ່າ 30 ປີ. ລາວ​ເປັນ​ເມຍ​ທີ່​ໜ້າ​ຮັກ​ແລະ​ສັດຊື່. ສະນັ້ນ ຫຼັງ​ຈາກ​ທີ່​ລາວ​ຕາຍ ຂ້ອຍ​ຈຶ່ງ​ຮູ້ສຶກ​ເສົ້າ​ແລະ​ໂດດ​ດ່ຽວ​ອີກ.

ອາເດວ​ເວົ້າ​ຕະຫຼອດ​ວ່າ​ລາວ​ຢາກ​ໃຫ້​ຂ້ອຍ​ເຮັດ​ວຽກ​ທີ່​ໄດ້​ຮັບ​ມອບໝາຍ​ຕໍ່ໆ​ໄປ ຂ້ອຍ​ຈຶ່ງ​ເຮັດ​ຕາມ​ທີ່​ລາວ​ບອກ. ຂ້ອຍ​ພະຍາຍາມ​ຫຍຸ້ງ​ຢູ່​ກັບ​ວຽກ​ຮັບໃຊ້​ເພື່ອ​ຊ່ວຍ​ຂ້ອຍ​ໃຫ້​ຮັບມື​ກັບ​ຄວາມ​ໂດດ​ດ່ຽວ. ຕັ້ງແຕ່​ປີ 2014 ຫາ 2017 ຂ້ອຍ​ຖືກ​ມອບໝາຍ​ໃຫ້​ໄປ​ຢາມ​ປະຊາຄົມ​ທີ່​ໃຊ້​ພາສາ​ຕາກາລັອກ​ໃນ​ປະເທດ​ຕ່າງໆ​ທີ່​ວຽກ​ຂອງ​ເຮົາ​ຖືກ​ຈຳກັດ. ຕໍ່​ມາ ຂ້ອຍ​ກໍ​ໄປ​ຢາມ​ປະຊາຄົມ​ທີ່​ໃຊ້​ພາສາ​ຕາກາລັອກ​ຢູ່​ໃຕ້ຫວັນ ອາເມຣິກາ ແລະ​ການາດາ. ໃນ​ປີ 2019 ຂ້ອຍ​ໄດ້​ເປັນ​ຄູ​ສອນ​ຢູ່​ໂຮງຮຽນ​ຜູ້​ປະກາດ​ລາຊະອານາຈັກ​ຢູ່​ປະເທດ​ອິນເດຍ​ແລະ​ປະເທດ​ໄທ​ທີ່​ເປັນ​ພາສາ​ອັງກິດ. ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ເຮັດ​ວຽກ​ມອບໝາຍ​ເຫຼົ່າ​ນີ້. ການ​ທຸ່ມເທ​ໂຕເອງ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ສຸດ.

ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ມາ​ຕະຫຼອດ

ໃນ​ແຕ່​ລະ​ເທື່ອ​ທີ່​ໄດ້​ຮັບ​ວຽກ​ມອບໝາຍ​ໃໝ່​ແລະ​ໄດ້​ເຈິ​ກັບ​ພີ່ນ້ອງ​ທີ່​ໜ້າ​ຮັກ ຂ້ອຍ​ແຮ່ງ​ຮູ້ສຶກ​ຮັກ​ພີ່ນ້ອງ​ຫຼາຍ​ຂຶ້ນ. ສະນັ້ນ ເມື່ອ​ຖືກ​ປ່ຽນ​ວຽກ​ມອບໝາຍ​ແລະ​ຕ້ອງ​ຍ້າຍ​ໄປ​ຮັບໃຊ້​ຢູ່​ບ່ອນ​ອື່ນ ມັນ​ບໍ່​ງ່າຍ​ທີ່​ຈະ​ບອກ​ລາ​ພີ່ນ້ອງ. ໃນ​ເວລາ​ແບບ​ນັ້ນ ຂ້ອຍ​ໄດ້​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງໃຈ​ພະ​ເຢໂຫວາ​ສຸດ​ຫົວໃຈ. ຂ້ອຍ​ໄດ້​ເຈິ​ກັບ​ໂຕເອງ​ມາ​ຕະຫຼອດ​ວ່າ​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ສະເໝີ ແລະ​ເລື່ອງ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ຍອມຮັບ​ການ​ປ່ຽນແປງ​ທຸກ​ຢ່າງ​ໄດ້. ຕອນນີ້ ຂ້ອຍ​ເປັນ​ໄພໂອເນຍ​ພິເສດ​ຢູ່​ປະຊາຄົມ​ໜຶ່ງ​ໃນ​ຟີລິບປິນ. ພີ່ນ້ອງ​ຢູ່​ປະຊາຄົມ​ໃໝ່​ນີ້​ກາຍ​ເປັນ​ຄອບຄົວ​ທີ່​ຊ່ວຍ​ເຫຼືອ​ແລະ​ເບິ່ງແຍງ​ຂ້ອຍ​ສະເໝີ. ນອກ​ຈາກ​ນັ້ນ ຂ້ອຍ​ຍັງ​ພູມໃຈ​ທີ່​ຊາມູເອນ​ແລະ​ເຊີລີ້​ຮຽນ​ແບບ​ຄວາມ​ເຊື່ອ​ແມ່​ຂອງ​ເຂົາເຈົ້າ.—3ຢຮ. 4

ປະຊາຄົມ​ເປັນ​ຄື​ກັບ​ຄອບຄົວ​ຂອງ​ຂ້ອຍ

ຊີວິດ​ຂ້ອຍ​ເຈິ​ຄວາມ​ຍາກ​ລຳບາກ​ຫຼາຍ​ຢ່າງ ເຊິ່ງ​ລວມ​ເຖິງ​ຕ້ອງ​ທົນ​ເບິ່ງ​ເມຍ​ສຸດ​ທີ່​ຮັກ​ເຈັບ​ປ່ວຍ​ແລະ​ຕາຍ​ຍ້ອນ​ພະຍາດ​ຮ້າຍ​ແຮງ. ນອກ​ຈາກ​ນັ້ນ ຂ້ອຍ​ຍັງ​ຕ້ອງ​ປັບ​ໂຕ​ກັບ​ການ​ປ່ຽນແປງ​ໃໝ່ໆ​ຫຼາຍ​ຢ່າງ ແຕ່​ຂ້ອຍ​ເຫັນ​ວ່າ​ພະ​ເຢໂຫວາ “ບໍ່​ໄດ້​ຢູ່​ໄກ​ຈາກ​ພວກ​ເຮົາ​ແຕ່​ລະ​ຄົນ.” (ກຈກ. 17:27) ແຂນ​ຂອງ​ພະ​ເຢໂຫວາ “ບໍ່​ໄດ້” ສັ້ນ​ຈົນ​ຊ່ວຍ​ເຫຼືອ​ແລະ​ໃຫ້​ກຳລັງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ບໍ່​ໄດ້. ເພິ່ນ​ຊ່ວຍ​ເຮົາ​ສະເໝີ​ເຖິງ​ວ່າ​ເຮົາ​ຈະ​ຢູ່​ໃນ​ເຂດ​ທີ່​ຫ່າງ​ໄກ​ຫຼາຍ. (ອຊຢ. 59:1) ຂ້ອຍ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ແທ້ໆ​ທີ່​ເປັນ​ຄື​ກັບ​ຫີນ​ຜາ​ຂອງ​ຂ້ອຍ. ເພິ່ນ​ຢູ່​ກັບ​ຂ້ອຍ​ຕະຫຼອດ ຂ້ອຍ​ຈຶ່ງ​ບໍ່​ເຄີຍ​ຮູ້ສຶກ​ໂດດ​ດ່ຽວ.

a ເບິ່ງ​ຫໍສັງເກດການ 1 ກັນຍາ 1972 ໜ້າ 521-527. (ພາສາ​ອັງກິດ)