ຢ່າເຫັນແກ່ໂຕຄືກັບຄົນໃນໂລກນີ້
ເຈົ້າສັງເກດບໍວ່າຫຼາຍຄົນໃນທຸກມື້ນີ້ຮູ້ສຶກວ່າເຂົາເຈົ້າຄວນໄດ້ຮັບການປະຕິບັດແບບພິເສດ? ເຖິງວ່າຈະໄດ້ຮັບການປະຕິບັດຕາມທີ່ຕ້ອງການແລ້ວ ແຕ່ເຂົາເຈົ້າກໍຍັງຮູ້ສຶກວ່າຄວນໄດ້ຮັບຫຼາຍກວ່ານັ້ນອີກ. ຄົນທີ່ຄິດແບບນີ້ເປັນຄົນທີ່ເຫັນແກ່ໂຕແລະບໍ່ສຳນຶກບຸນຄຸນ. ຄຳພີໄບເບິນບອກວ່າຄົນຈະເປັນແບບນີ້ໃນສະໄໝສຸດທ້າຍ.—2ຕມ. 3:2
ທີ່ຈິງແລ້ວຄວາມເຫັນແກ່ໂຕບໍ່ແມ່ນເລື່ອງໃໝ່. ຕົວຢ່າງເຊັ່ນ: ອາດາມກັບເອວາຕັດສິນໃຈຢາກເລືອກເອົາເອງວ່າອັນໃດດີອັນໃດຊົ່ວ. ຜົນກໍຄື ເຮົາທຸກຄົນໄດ້ຮັບຜົນກະທົບຮ້າຍແຮງຈາກການຕັດສິນໃຈຂອງເຂົາເຈົ້າ. ຫຼາຍຮ້ອຍປີຕໍ່ມາ ອຸດຊີຢາກະສັດຂອງຢູດາຄິດວ່າລາວມີສິດເຜົາເຄື່ອງຫອມໃຫ້ພະເຢໂຫວາຢູ່ວິຫານ ແຕ່ທີ່ຈິງແລ້ວລາວບໍ່ມີສິດເຮັດແບບນັ້ນ. (2ຂຄ. 26:18, 19) ຄ້າຍຄືກັນ ພວກຟາຣີຊາຍແລະພວກຊາດູກາຍເຊື່ອວ່າເຂົາເຈົ້າຄວນໄດ້ຮັບຄວາມພໍໃຈເປັນພິເສດຈາກພະເຈົ້າຍ້ອນເຂົາເຈົ້າເປັນລູກຫຼານຂອງອັບຣາຮາມ.—ມທ. 3:9
ຢູ່ອ້ອມໂຕເຮົາມີແຕ່ຄົນທີ່ເຫັນແກ່ໂຕແລະຍິ່ງຈອງຫອງ ຄວາມຄິດຂອງເຂົາເຈົ້າອາດມີອິດທິພົນຕໍ່ເຮົາ. (ຄລຕ. 5:26) ເຮົາອາດເລີ່ມຄິດວ່າເຮົາຄວນໄດ້ຮັບສິດທິພິເສດຫຼືໄດ້ຮັບການປະຕິບັດແບບພິເສດ. ເຮົາຈະຫຼີກລ່ຽງຄວາມຄິດແບບນີ້ໄດ້ແນວໃດ? ທຳອິດ ເຮົາຕ້ອງເຂົ້າໃຈວ່າພະເຢໂຫວາຄິດແນວໃດກ່ຽວກັບເລື່ອງນີ້. ມີຫຼັກການ 2 ຢ່າງໃນຄຳພີໄບເບິນທີ່ຈະຊ່ວຍເຮົາໄດ້.
ພະເຢໂຫວາເປັນຜູ້ກຳນົດວ່າເຮົາຄວນໄດ້ຮັບຫຍັງ. ໃຫ້ເຮົາມາເບິ່ງບາງຕົວຢ່າງນຳກັນ.
-
ໃນຄອບຄົວ ຜົວຄວນໄດ້ຮັບຄວາມນັບຖືຈາກເມຍ ແລະເມຍກໍຄວນໄດ້ຮັບຄວາມຮັກຈາກຜົວ. (ອຟຊ. 5:33) ຜົວແລະເມຍຄວນໄດ້ຮັບຄວາມຮັກທີ່ຫວານຊື່ນຈາກຄູ່ຂອງໂຕເອງ. (1ກຣ. 7:3) ພໍ່ແມ່ຄາດໝາຍໃຫ້ລູກເຊື່ອຟັງແລະນັບຖືເຂົາເຈົ້າ ແລະລູກກໍຄວນໄດ້ຮັບຄວາມຮັກແລະການເບິ່ງແຍງຈາກພໍ່ແມ່.—2ກຣ. 12:14; ອຟຊ. 6:2
-
ໃນປະຊາຄົມ ຜູ້ເບິ່ງແຍງທີ່ເຮັດວຽກໜັກຄວນໄດ້ຮັບຄວາມນັບຖືຈາກພີ່ນ້ອງ. (1ທຊ. 5:12) ແຕ່ເຂົາເຈົ້າບໍ່ມີສິດບັງຄັບຫຼືຄວບຄຸມພີ່ນ້ອງ.—1ປຕ. 5:2, 3
-
ພະເຢໂຫວາອະນຸຍາດໃຫ້ຄົນທີ່ມີອຳນາດປົກຄອງມີສິດຮຽກຮ້ອງໃຫ້ປະຊາຊົນເສຍພາສີແລະເຊື່ອຟັງເຂົາເຈົ້າ.—ຣມ. 13:1, 6, 7
ພະເຢໂຫວາໃຫ້ສິ່ງດີໆຫຼາຍຢ່າງກັບເຮົາເກີນກວ່າທີ່ເຮົາສົມຄວນໄດ້ຮັບ. ຍ້ອນເຮົາເປັນຄົນບາບ ເຮົາຈຶ່ງສົມຄວນຕາຍ. (ຣມ. 6:23) ພະເຢໂຫວາໃຫ້ສິ່ງດີໆຫຼາຍຢ່າງກັບເຮົາຍ້ອນເພິ່ນມີຄວາມຮັກທີ່ໝັ້ນຄົງ. (ພສ. 103:10, 11) ສິ່ງດີໆຫຼືສິດທິພິເສດແຕ່ລະຢ່າງທີ່ເຮົາໄດ້ຮັບລ້ວນແຕ່ມາຈາກຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາ ເຊິ່ງທີ່ຈິງແລ້ວເຮົາບໍ່ສົມຄວນໄດ້ຮັບ.—ຣມ. 12:6-8; ອຟຊ. 2:8
ເຮົາຈະຫຼີກລ່ຽງທີ່ຈະບໍ່ເປັນຄົນເຫັນແກ່ໂຕຫຼືຄິດວ່າໂຕເອງສຳຄັນກວ່າຄົນອື່ນໄດ້ແນວໃດ?
ລະວັງການຄິດແບບຄົນທົ່ວໄປໃນໂລກ. ເຮົາອາດເລີ່ມຄິດວ່າເຮົາສົມຄວນໄດ້ຮັບຫຼາຍກວ່າຄົນອື່ນໂດຍທີ່ເຮົາບໍ່ຮູ້ໂຕ. ພະເຢຊູສະແດງໃຫ້ເຫັນວ່າຄວາມຄິດແບບນີ້ເກີດຂຶ້ນໄດ້ງ່າຍໆໂດຍໃຊ້ຕົວຢ່າງປຽບທຽບເລື່ອງຄົນງານທີ່ໄດ້ຮັບເງິນຄ່າຈ້າງ 1 ເດນາຣິອົນ. ຄົນງານບາງຄົນເລີ່ມເຮັດວຽກຕັ້ງແຕ່ເຊົ້າໆແລະເຮັດວຽກຕາກແດດໝົດມື້. ສ່ວນບາງຄົນພັດເຮັດວຽກແຕ່ຊົ່ວໂມງດຽວ. ຄົນທີ່ເຮັດວຽກແຕ່ເຊົ້າຄິດວ່າເຂົາເຈົ້າສົມຄວນໄດ້ຮັບເງິນຄ່າຈ້າງຫຼາຍກວ່າຍ້ອນເຂົາເຈົ້າເຮັດວຽກຫຼາຍຊົ່ວໂມງ. (ມທ. 20:1-16) ຈາກຕົວຢ່າງປຽບທຽບນີ້ພະເຢຊູສະແດງໃຫ້ເຫັນວ່າລູກສິດຂອງເພິ່ນຄວນພໍໃຈກັບສິ່ງທີ່ພະເຢໂຫວາຈັດກຽມໃຫ້.
ຮູ້ຈັກຂອບໃຈແລະບໍ່ຮຽກຮ້ອງ. (1ທຊ. 5:18) ໃຫ້ຮຽນແບບອັກຄະສາວົກໂປໂລທີ່ບໍ່ໄດ້ຮຽກຮ້ອງຄວາມຊ່ວຍເຫຼືອທາງດ້ານວັດຖຸຈາກພີ່ນ້ອງໃນເມືອງໂກຣິນໂທທັງໆທີ່ລາວມີສິດທີ່ຈະເຮັດແບບນັ້ນ. (1ກຣ. 9:11-14) ເຮົາຄວນຂອບໃຈສິ່ງດີໆທີ່ເຮົາໄດ້ຮັບແລະຫຼີກລ່ຽງທີ່ຈະບໍ່ເປັນຄົນມັກຮຽກຮ້ອງ.
ໃຫ້ເປັນຄົນຖ່ອມ. ເມື່ອຜູ້ໃດຜູ້ໜຶ່ງຄິດເຖິງແຕ່ໂຕເອງຫຼາຍເກີນໄປ ລາວກໍຈະເລີ່ມຮູ້ສຶກບໍ່ພໍໃຈໃນສິ່ງທີ່ມີຢູ່ແລະຄິດວ່າໂຕເອງຄວນໄດ້ຮັບຫຼາຍກວ່ານັ້ນ. ແຕ່ຄວາມຖ່ອມຈະຊ່ວຍເຮົາບໍ່ໃຫ້ຄິດແບບນັ້ນ.
ຜູ້ພະຍາກອນດານີເອນເປັນຕົວຢ່າງທີ່ດີໃຫ້ເຮົາໃນເລື່ອງຄວາມຖ່ອມ. ລາວມາຈາກຄອບຄົວທີ່ເປັນລູກຫຼານພວກເຈົ້ານາຍ ມີຮູບຮ່າງໜ້າຕາດີ ສະຫຼາດ ແລະມີຄວາມສາມາດຫຼາຍຢ່າງ ເຊິ່ງເລື່ອງນີ້ອາດຈະເຮັດໃຫ້ລາວຮູ້ສຶກວ່າລາວສົມຄວນໄດ້ຮັບສິດທິພິເສດແລະໄດ້ຮັບການປະຕິບັດແບບພິເສດ. (ດນອ. 1:3, 4, 19, 20) ເຖິງຈະເປັນແນວນັ້ນ ແຕ່ດານີເອນກໍເປັນຄົນຖ່ອມ ແລະຄຸນລັກສະນະນີ້ເຮັດໃຫ້ລາວມີຄ່າຕໍ່ພະເຢໂຫວາ.—ດນອ. 2:30; 10:11, 12
ໃຫ້ເຮົາຫຼີກລ່ຽງນ້ຳໃຈທີ່ເຫັນແກ່ໂຕແລະຍິ່ງຈອງຫອງເຊິ່ງເຮົາເຫັນທົ່ວໄປໃນໂລກທຸກມື້ນີ້. ແທນທີ່ຈະເປັນແບບນັ້ນ ຂໍໃຫ້ເຮົາມີຄວາມສຸກກັບສິ່ງດີໆທີ່ພະເຢໂຫວາໃຫ້ເຮົາຍ້ອນເພິ່ນມີຄວາມກະລຸນາທີ່ຍິ່ງໃຫຍ່.