ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຫ້ຮ້ອງເພງດ້ວຍຄວາມຍິນດີ!

ໃຫ້ຮ້ອງເພງດ້ວຍຄວາມຍິນດີ!

“ຈົ່ງ [ຮ້ອງ​ເພງ] ສັນລະເສີນ​ພະ​ເຢໂຫວາ​ເຫດ​ວ່າ​ເປັນ​ການ​ດີ.”—ຄຳເພງ 147:1

ເພງ: 10, 2

1. ການ​ຮ້ອງ​ເພງ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ໄດ້​ເຮັດ​ຫຍັງ?

ນັກ​ແຕ່ງ​ເພງ​ທີ່​ມີ​ຊື່ສຽງ​ຄົນ​ໜຶ່ງ​ບອກ​ວ່າ: “ຖ້ອຍຄຳ​ຊ່ວຍ​ໃຫ້​ເຈົ້າ​ເຂົ້າ​ໃຈ​ຄວາມ​ຄິດ ສຽງ​ດົນຕີ​ຊ່ວຍ​ໃຫ້​ເຈົ້າ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ ແຕ່​ເພງ​ຊ່ວຍ​ໃຫ້​ເຈົ້າ​ເຂົ້າ​ໃຈ​ທັງ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ.” ເພງ​ຂອງ​ເຮົາ​ເຮັດ​ໃຫ້​ເຮົາ​ໄດ້​ສັນລະເສີນ​ແລະ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ພໍ່​ຜູ້​ຢູ່​ໃນ​ສະຫວັນ ແລະ​ຍັງ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ໃກ້​ຊິດ​ກັບ​ພະອົງ​ຫຼາຍ​ຂຶ້ນ. ດັ່ງ​ນັ້ນ ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ການ​ຮ້ອງ​ເພງ​ຈຶ່ງ​ມີ​ບົດບາດ​ສຳຄັນ​ໃນ​ການ​ນະມັດສະການ​ບໍລິສຸດ​ບໍ່​ວ່າ​ເຮົາ​ຈະ​ຮ້ອງ​ເພງ​ຄົນ​ດຽວ​ຫຼື​ຮ້ອງ​ກັບ​ພີ່​ນ້ອງ​ຂອງ​ເຮົາ.

2, 3. (ກ) ບາງ​ຄົນ​ອາດ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ຮ້ອງ​ເພງ​ໃຫ້​ດັງ​ເຕັມ​ສຽງ​ຢູ່​ໃນ​ຫໍ​ປະຊຸມ? (ຂ) ຄຳຖາມ​ຫຍັງ​ທີ່​ເຮົາ​ຈະ​ພິຈາລະນາ​ໃນ​ບົດ​ຄວາມ​ນີ້?

2 ເຈົ້າ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ຮ້ອງ​ເພງ​ດັງ​ເຕັມ​ສຽງ​ເມື່ອ​ຢູ່​ໃນ​ຫໍ​ປະຊຸມ? ນັ້ນ​ເຮັດ​ໃຫ້​ເຈົ້າ​ອາຍ​ບໍ? ໃນ​ບາງ​ວັດທະນະທຳ​ຜູ້​ຊາຍ​ອາດ​ຮູ້ສຶກ​ອຶດ​ອັດ​ທີ່​ຈະ​ຮ້ອງ​ເພງ​ຕໍ່​ໜ້າ​ຄົນ​ອື່ນ. ຄວາມ​ຄິດ​ແບບ​ນີ້​ສົ່ງ​ຜົນ​ທີ່​ບໍ່​ດີ​ຕໍ່​ທັງ​ປະຊາຄົມ​ໄດ້ ໂດຍ​ສະເພາະ​ຖ້າ​ຜູ້​ເຖົ້າ​ແກ່​ບໍ່​ຄ່ອຍ​ກ້າ​ຮ້ອງ​ເພງ ຫຼື​ຫຍຸ້ງ​ຢູ່​ກັບ​ວຽກ​ອື່ນ​ໃນ​ລະຫວ່າງ​ທີ່​ຮ້ອງ​ເພງ.—ຄຳເພງ 30:12

3 ການ​ຮ້ອງ​ເພງ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ນະມັດສະການ​ພະ​ເຢໂຫວາ. ແນ່ນອນ​ວ່າ​ເຮົາ​ຄົງ​ບໍ່​ຢາກ​ຍ່າງ​ອອກ​ໄປ​ທາງ​ນອກ​ໃນ​ລະຫວ່າງ​ທີ່​ຮ້ອງ​ເພງ​ຫຼື​ພາດ​ສ່ວນ​ນັ້ນ​ຂອງ​ການ​ປະຊຸມ. ດັ່ງ​ນັ້ນ ເຮົາ​ຕ້ອງ​ຖາມ​ຕົວ​ເອງ​ວ່າ: ຂ້ອຍ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ຮ້ອງ​ເພງ​ໃນ​ການ​ປະຊຸມ? ຂ້ອຍ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ຖ້າ​ຂ້ອຍ​ຮູ້ສຶກ​ວ່າ​ບໍ່​ກ້າ​ຮ້ອງ​ເພງ​ຕໍ່​ໜ້າ​ຄົນ​ອື່ນ? ແລະ​ຂ້ອຍ​ຈະ​ຮ້ອງ​ເພງ​ຈາກ​ຄວາມ​ຮູ້ສຶກ​ໄດ້​ແນວ​ໃດ?

ການ​ຮ້ອງ​ເພງ​ເປັນ​ສ່ວນ​ສຳຄັນ​ຂອງ​ການ​ນະມັດສະການ​ແທ້

4, 5. ໃນ​ສະໄໝ​ອິດສະລາແອນ​ບູຮານ​ມີ​ການ​ຈັດ​ກຽມ​ຫຍັງ​ແດ່​ເພື່ອ​ຮ້ອງ​ເພງ​ຢູ່​ວິຫານ?

4 ຕະຫຼອດ​ປະຫວັດສາດ​ທີ່​ຜ່ານ​ມາ ຜູ້​ຄົນ​ທີ່​ນະມັດສະການ​ພະ​ເຢໂຫວາ​ໃຊ້​ດົນຕີ​ເພື່ອ​ສັນລະເສີນ​ພະອົງ. ໜ້າ​ສົນ​ໃຈ ຕອນ​ທີ່​ຊາວ​ອິດສະລາແອນ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ເຂົາ​ເຈົ້າ​ໄດ້​ໃຫ້​ການ​ຮ້ອງ​ເພງ​ເປັນ​ສ່ວນ​ສຳຄັນ​ໃນ​ການ​ນະມັດສະການ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ດາວິດ​ກຽມ​ການ​ໄວ້​ເພື່ອ​ສ້າງ​ວິຫານ ລາວ​ໃຫ້​ພວກ​ເລວີ 4.000 ຄົນ​ສັນລະເສີນ​ພະ​ເຢໂຫວາ​ດ້ວຍ​ການ​ຫຼິ້ນ​ດົນຕີ ແລະ​ໃນ​ຈຳນວນ​ນີ້​ມີ 288 ຄົນ​ທີ່ “ຝຶກ​ຫຼິ້ນ​ດົນຕີ​ສັນລະເສີນ​ພະ​ເຢໂຫວາ​ຈົນ​ຊຳນານ​ແລ້ວ.”—1 ຂ່າວຄາວ 23:5; 25:7, ລ.ມ.

5 ການ​ຫຼິ້ນ​ດົນຕີ​ແລະ​ການ​ຮ້ອງ​ເພງ​ຍັງ​ເປັນ​ສ່ວນ​ສຳຄັນ​ຂອງ​ການ​ອຸທິດ​ວິຫານ. ຄຳພີ​ໄບເບິນ​ບອກ​ວ່າ: ‘ເມື່ອ​ພວກ​ເປົ່າ​ແກ​ທັງ​ຫຼາຍ​ກັບ​ພວກ​ລຳ​ເພງ​ພາ​ກັນ​ຍົກ​ສຽງ​ຄື​ຄົນ​ດຽວ​ສັນລະເສີນ​ແລະ​ໂມທະນາ​ພະ​ເດດ​ພະ​ຄຸນ​ພະ​ເຢໂຫວາ ແລະ​ເຂົາ​ໄດ້​ຍົກ​ສຽງ​ປາກ​ດ້ວຍ​ກັນ​ກັບ​ແກ ກັບ​ແສ່ງ ກັບ​ເຄື່ອງ​ດົນຕີ​ຕ່າງໆສັນລະເສີນ​ພະ​ເຢໂຫວາ . . . ລັດ​ສະໝີ​ຂອງ​ພະ​ເຢໂຫວາ​ກໍ​ຢູ່​ເຕັມ​ວິຫານ​ຂອງ​ພະເຈົ້າ.’ ເຫດການ​ນີ້​ຄົງ​ຕ້ອງ​ເສີມ​ຄວາມ​ເຊື່ອ​ຂອງ​ຊາວ​ອິດສະລາແອນ​ໃຫ້​ເຂັ້ມແຂງ​ແທ້ໆ!—2 ຂ່າວຄາວ 5:13, 14; 7:6

6. ຕອນ​ທີ່​ເນເຫມີ​ເປັນ​ຜູ້​ສຳເລັດ​ລາຊະການ ລາວ​ໄດ້​ຈັດ​ໃຫ້​ມີ​ການ​ຫຼິ້ນ​ດົນຕີ​ແລະ​ຮ້ອງ​ເພງ​ແນວ​ໃດ?

6 ເນເຫມີ​ໄດ້​ເບິ່ງ​ແຍງ​ແລະ​ຈັດ​ລະບຽບ​ໃຫ້​ຊາວ​ອິດ​ສະ​ແອນ​ສ້າງ​ກຳແພງ​ເມືອງ​ເຢຣຶຊາເລມ​ຂຶ້ນ​ໃໝ່ ແລະ​ຍັງ​ໄດ້​ຈັດ​ໃຫ້​ຊາວ​ເລວີ​ຮ້ອງ​ເພງ​ແລະ​ຫຼິ້ນ​ດົນຕີ. ການ​ສະແດງ​ຂອງ​ເຂົາ​ເຈົ້າ​ເຮັດ​ໃຫ້​ງານ​ສະຫຼອງ​ການ​ອຸທິດ​ກຳແພງ​ມີ​ຄວາມ​ມ່ວນ​ຊື່ນ​ຫຼາຍ​ຂຶ້ນ. ເນເຫມີ​ໄດ້​ຈັດ​ໃຫ້​ມີ ‘ພວກ​ລຳ​ສັນລະເສີນ 2 ກຸ່ມ.’ ທັງ 2 ກຸ່ມ​ຍ່າງ​ຢູ່​ເທິງ​ກຳແພງ​ແຍກ​ກັນ​ຄົນ​ລະ​ຟາກ​ແລ້ວ​ກໍ​ຍ່າງ​ມາ​ພົບ​ກັນ​ຢູ່​ເທິງ​ກຳແພງ​ໃນ​ສ່ວນ​ທີ່​ຢູ່​ໃກ້​ກັບ​ວິຫານ​ຫຼາຍ​ທີ່​ສຸດ. ສຽງ​ເພງ​ທີ່​ເຂົາ​ເຈົ້າ​ຮ້ອງ​ນັ້ນ​ດັງ​ໄປ​ໄກ​ຈົນ​ຄົນ​ທີ່​ຢູ່​ໄກໆກໍ​ຍັງ​ໄດ້​ຍິນ. (ເນເຫມີ 12:27, 28, 31, 38, 40, 43) ດັ່ງ​ນັ້ນ ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ທີ່​ໄດ້​ຍິນ​ຜູ້​ນະມັດສະການ​ພະອົງ​ຮ້ອງ​ເພງ​ຢ່າງ​ສຸດ​ຫົວໃຈ​ເພື່ອ​ສັນລະເສີນ​ພະອົງ.

7. ພະ​ເຍຊູ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ການ​ຮ້ອງ​ເພງ​ສຳຄັນ​ຕໍ່​ການ​ນະມັດສະການ​ຂອງ​ຄລິດສະຕຽນ?

7 ໃນ​ສະໄໝ​ຂອງ​ພະ​ເຍຊູ ດົນຕີ​ຍັງ​ເປັນ​ສ່ວນ​ສຳຄັນ​ຂອງ​ການ​ນະມັດສະການ​ແທ້. ຂໍ​ໃຫ້​ຄິດ​ເຖິງ​ວັນ​ສຳຄັນ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ມະນຸດ. ຫຼັງ​ຈາກ​ທີ່​ພະ​ເຍຊູ​ຈັດ​ໃຫ້​ມີ​ການ​ສະຫຼອງ​ອາຫານ​ແລງ​ຂອງ​ພະ​ຄລິດ​ກັບ​ພວກ​ລູກ​ສິດ​ແລ້ວ ເພິ່ນ​ກັບ​ພວກ​ລູກ​ສິດ​ກໍ​ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ​ນຳ​ກັນ.—ອ່ານ​ມັດທາຍ 26:30

8. ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ວາງ​ຕົວຢ່າງ​ທີ່​ດີ​ແນວ​ໃດ​ໃນ​ການ​ຮ້ອງ​ເພງ​ສັນລະເສີນ​ພະເຈົ້າ?

8 ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ໄດ້​ວາງ​ຕົວຢ່າງ​ທີ່​ດີ​ໃນ​ການ​ຮ້ອງ​ເພງ​ສັນລະເສີນ​ພະເຈົ້າ. ເຂົາ​ເຈົ້າ​ບໍ່​ຕ້ອງ​ໄປ​ວິຫານ​ເພື່ອ​ນະມັດສະການ​ພະ​ເຢໂຫວາ​ຄື​ກັບ​ຊາວ​ອິດສະລາແອນ ເຂົາ​ເຈົ້າ​ພົບ​ກັນ​ຢູ່​ເຮືອນ​ສ່ວນ​ຕົວ ເຖິງ​ວ່າ​ເຮືອນ​ຂອງ​ເຂົາ​ເຈົ້າ​ຈະ​ບໍ່​ງາມ​ບໍ່​ໜ້າ​ປະທັບ​ໃຈ​ເທົ່າ​ກັບ​ວິຫານ ແຕ່​ເຂົາ​ເຈົ້າ​ກໍ​ຮ້ອງ​ເພງ​ອອກ​ມາ​ຈາກ​ຫົວໃຈ. ທີ່​ຈິງ​ອັກຄະສາວົກ​ໂປໂລ​ບອກ​ພີ່​ນ້ອງ​ຊາຍ​ວ່າ: “ໃຫ້​ພວກ​ເຈົ້າ​ໝັ່ນ​ສອນ​ແລະ​ໃຫ້​ກຳລັງ​ໃຈ​ກັນ​ສະເໝີ​ດ້ວຍ​ເພງ​ສະ​ດຸ​ດີ ເພງ​ສັນລະເສີນ​ພະເຈົ້າ ແລະ​ເພງ​ນະມັດສະການ​ທີ່​ຮ້ອງ​ດ້ວຍ​ຄວາມ​ສຳນຶກ​ບຸນ​ຄຸນ ໃຫ້​ຮ້ອງ​ເພງ​ຈາກ​ໃຈ​ໃຫ້​ກັບ​ພະ​ເຢໂຫວາ​ສະເໝີ.” (ໂກໂລດ 3:16, ລ.ມ.) ເຮົາ​ຄວນ​ຮ້ອງ​ເພງ​ຈາກ​ປຶ້ມ​ເພງ​ຂອງເຮົາ “ດ້ວຍ​ຄວາມ​ສຳນຶກ​ບຸນ​ຄຸນ” ເພາະ​ເພງ​ເຫຼົ່າ​ນີ້​ເປັນ​ສ່ວນ​ໜຶ່ງ​ຂອງ ‘ອາຫານ​ຕາມ​ເວລາ​ທີ່​ເໝາະ​ສົມ’ ເຊິ່ງ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ” ຈັດ​ກຽມ​ໄວ້​ໃຫ້​ເຮົາ.—ມັດທາຍ 24:45, ລ.ມ.

ເຈົ້າ​ຈະ​ຮ້ອງ​ເພງ​ດ້ວຍ​ຄວາມ​ໝັ້ນ​ໃຈ​ໄດ້​ແນວ​ໃດ?

9. (ກ) ເປັນ​ຫຍັງ​ບາງ​ຄົນ​ຮູ້ສຶກ​ບໍ່​ກ້າ​ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ​ຢູ່​ຫໍ​ປະຊຸມ​ຫຼື​ການ​ປະຊຸມ​ໃຫຍ່? (ຂ) ເຮົາ​ຄວນ​ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ​ແນວ​ໃດ ແລະ​ໃຜ​ຄວນ​ນຳ​ໜ້າ​ໃນ​ເລື່ອງ​ນີ້? (ເບິ່ງ​ຮູບ​ທຳອິດ)

9 ມີ​ເຫດຜົນ​ຫຍັງ​ແດ່​ທີ່​ອາດ​ເຮັດ​ໃຫ້​ເຈົ້າ​ບໍ່​ກ້າ​ຮ້ອງ​ເພງ? ບາງ​ເທື່ອ​ອາດ​ເປັນ​ຍ້ອນ​ວັດທະນະທຳ​ຫຼື​ຄອບຄົວ​ຂອງ​ເຈົ້າ​ບໍ່​ຄ່ອຍ​ມັກ​ຮ້ອງ​ເພງ. ບາງ​ເທື່ອ​ເຈົ້າ​ອາດ​ສົມ​ທຽບ​ສຽງ​ຂອງ​ເຈົ້າ​ກັບ​ນັກ​ຮ້ອງ​ມື​ອາຊີບ​ໃນ​ວິທະຍຸ​ຫຼື​ໂທລະທັດ ແລ້ວ​ເຈົ້າ​ກໍ​ຮູ້ສຶກ​ອາຍ​ແລະ​ຜິດ​ຫວັງ​ກັບ​ສຽງ​ຕົວ​ເອງ. ແຕ່​ເຮົາ​ທຸກ​ຄົນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ. ດັ່ງ​ນັ້ນ ເຈົ້າ​ຕ້ອງ​ຍົກ​ປຶ້ມ​ຂຶ້ນ ເງີຍ​ໜ້າ​ຂຶ້ນ ແລະ​ຮ້ອງ​ອອກ​ມາ​ດ້ວຍ​ຄວາມ​ຮູ້ສຶກ​ຈາກ​ຫົວໃຈ! (ເອເຊດຣາເຊ 3:11; ອ່ານ​ຄຳເພງ 147:1) ຫໍ​ປະຊຸມ​ຫຼາຍ​ແຫ່ງ​ໃນ​ທຸກ​ມື້​ນີ້​ມີ​ຈໍ​ພາບ​ສະແດງ​ເນື້ອ​ເພງ​ເຊິ່ງ​ຊ່ວຍ​ໃຫ້​ເຮົາ​ຮ້ອງ​ເພງ​ໄດ້​ດັງ​ຂຶ້ນ. ໜ້າ​ສົນ​ໃຈ​ທີ່​ມີ​ການ​ຮ້ອງ​ເພງ​ລາຊະອານາຈັກ​ໃນ​ໂຮງ​ຮຽນ​ພະ​ລາຊະກິດ​ສຳລັບ​ຜູ້​ເຖົ້າ​ແກ່. ນີ້​ເນັ້ນ​ໃຫ້​ເຫັນ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຜູ້​ເຖົ້າ​ແກ່​ຈະ​ນຳ​ໜ້າ​ໃນ​ການ​ຮ້ອງ​ເພງ​ຢູ່​ຫໍ​ປະຊຸມ.

10. ເຮົາ​ຄວນ​ຈື່​ຫຍັງ​ໄວ້​ສະເໝີ​ຖ້າ​ເຮົາ​ຢ້ານ​ທີ່​ຈະ​ຮ້ອງ​ເພງ​ໃຫ້​ດັງ​ເຕັມ​ສຽງ?

10 ຫຼາຍ​ຄົນ​ຢ້ານ​ທີ່​ຈະ​ຮ້ອງ​ເພງ​ອອກ​ມາ​ໃຫ້​ດັງ​ເຕັມ​ສຽງ ຍ້ອນ​ເຂົາ​ເຈົ້າ​ຄິດ​ວ່າ​ສຽງ​ຕົວ​ເອງ​ບໍ່​ມ່ວນ​ຫຼື​ຢ້ານ​ວ່າ​ສຽງ​ຈະ​ດັງ​ໂພດ. ຂໍ​ໃຫ້​ເຮົາ​ຈື່​ໄວ້​ວ່າ ຕອນ​ທີ່​ເຮົາ​ທຸກ​ຄົນ​ເວົ້າ​ກໍ “ຜິດ​ພາດ​ຢູ່​ເລື້ອຍໆ” ແຕ່​ນັ້ນ​ກໍ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ເຊົາ​ເວົ້າ. (ຢາໂກໂບ 3:2, ທ.ປ.) ດັ່ງ​ນັ້ນ ເຖິງ​ວ່າ​ເຮົາ​ຈະ​ຮູ້ສຶກ​ວ່າ​ສຽງ​ເຮົາ​ບໍ່​ດີ ແຕ່​ເຮົາ​ກໍ​ບໍ່​ຄວນ​ໃຫ້​ເລື່ອງ​ນີ້​ມາ​ເຮັດ​ໃຫ້​ເຮົາ​ບໍ່​ກ້າ​ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ.

11, 12. ເຮົາ​ຈະ​ຮ້ອງ​ເພງ​ໃຫ້​ດີ​ຂຶ້ນ​ໄດ້​ແນວ​ໃດ?

11 ບາງ​ເທື່ອ​ທີ່​ເຮົາ​ບໍ່​ກ້າ​ຮ້ອງ​ເພງ​ອາດ​ເປັນ​ຍ້ອນ​ເຮົາ​ຮ້ອງ​ບໍ່​ເປັນ​ຫຼື​ບໍ່​ຮູ້​ວິທີ​ຮ້ອງ. ແຕ່​ມີ​ຄຳ​ແນະນຳ​ງ່າຍໆທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຮ້ອງ​ເພງ​ໄດ້​ດີ​ຂຶ້ນ. *—ເບິ່ງ​ໄຂ​ເງື່ອນ

12 ວິທີ​ໜຶ່ງ​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ຮ້ອງ​ເພງ​ດ້ວຍ​ສຽງ​ທີ່​ມີ​ພະລັງ​ແລະ​ຮ້ອງ​ໃຫ້​ດັງ​ເຕັມ​ສຽງ​ໄດ້​ຄື ການ​ຫາຍ​ໃຈ​ຢ່າງ​ຖືກຕ້ອງ. ຄື​ກັບ​ໄຟ​ຟ້າ​ທີ່​ໃຫ້​ພະລັງ​ງານ​ດອກ​ໄຟ ລົມ​ຫາຍ​ໃຈ​ກໍ​ໃຫ້​ພະລັງ​ກັບ​ສຽງ​ຂອງ​ເຈົ້າ​ຕອນ​ທີ່​ເຈົ້າ​ເວົ້າ​ຫຼື​ຮ້ອງ​ເພງ. ເຈົ້າ​ຄວນ​ຮ້ອງ​ໃຫ້​ດັງ​ຄື​ກັບ​ທີ່​ເຈົ້າ​ເວົ້າ​ຫຼື​ດັງ​ກວ່າ​ນັ້ນ​ກໍ​ໄດ້. (ເບິ່ງ​ຄຳ​ແນະນຳ​ໃນ​ປຶ້ມ​ການ​ຮັບ​ປະໂຫຍດ​ຈາກ​ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ (ບໍ່​ມີ​ໃນ​ພາສາ​ລາວ) ໜ້າ 181-184 ໃນ​ຫົວ​ຂໍ້​ຍ່ອຍ “ຫາຍ​ໃຈ​ໃຫ້​ຖືກຕ້ອງ.”) ທີ່​ຈິງ ບາງ​ເທື່ອ​ຄຳພີ​ໄບເບິນ​ກໍ​ບອກ​ໃຫ້​ຜູ້​ນະມັດສະການ​ພະ​ເຢໂຫວາ ‘ໂຫ່​ຮ້ອງ​ດ້ວຍ​ຄວາມ​ຍິນດີ’ ເມື່ອ​ຮ້ອງ​ເພງ​ສັນລະເສີນ​ພະອົງ.—ຄຳເພງ 33:1-3, ລ.ມ.

13. ຂໍ​ໃຫ້​ອະທິບາຍ​ວິທີ​ທີ່​ເຮົາ​ຈະ​ຮ້ອງ​ເພງ​ດ້ວຍ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ.

13 ໃນ​ລະຫວ່າງ​ການ​ນະມັດສະການ​ປະຈຳ​ຄອບຄົວ​ຫຼື​ສຶກສາ​ສ່ວນ​ຕົວ ລອງ​ເຮັດ​ຕາມ​ຄຳ​ແນະນຳ​ນີ້: ທຳອິດ​ໃຫ້​ເລືອກ​ເພງ​ທີ່​ເຈົ້າ​ມັກ​ທີ່​ສຸດ​ໃນ​ປຶ້ມ​ເພງ ອ່ານ​ເນື້ອ​ເພງ​ນັ້ນ​ໃຫ້​ດັງ​ເຕັມ​ສຽງ​ຢ່າງ​ມີ​ພະລັງ​ແລະ​ດ້ວຍ​ຄວາມ​ໝັ້ນ​ໃຈ. ຈາກ​ນັ້ນ ພະຍາຍາມ​ອ່ານ​ທ່ອນ​ໜຶ່ງ​ບາດ​ດຽວ​ຈົບ​ໂດຍ​ບໍ່​ຢຸດ​ຫາຍ​ໃຈ​ດ້ວຍ​ຄວາມ​ດັງ​ສໍ່າ​ເກົ່າ. ສຸດ​ທ້າຍ​ກໍ​ລອງ​ຮ້ອງ​ທ່ອນ​ນັ້ນ​ດ້ວຍ​ສຽງ​ທີ່​ມີ​ພະລັງ​ໃນ​ແບບ​ດຽວ​ກັນ. (ເອຊາອີ 24:14) ຖ້າ​ເຮັດ​ຕາມ​ນີ້ ສຽງ​ຮ້ອງ​ຂອງ​ເຈົ້າ​ຈະ​ມີ​ພະລັງ​ຫຼາຍ​ຂຶ້ນ ເຊິ່ງ​ເປັນ​ເລື່ອງ​ທີ່​ດີ​ຫຼາຍ. ດັ່ງ​ນັ້ນ ຢ່າ​ໃຫ້​ສຽງ​ຂອງ​ເຈົ້າ​ມາ​ເຮັດ​ໃຫ້​ເຈົ້າ​ຢ້ານ​ຫຼື​ອາຍ​ຈົນ​ບໍ່​ກ້າ​ຮ້ອງ​ເພງ!

14. (ກ) ເຮົາ​ຕ້ອງ​ເຮັດ​ຫຍັງ​ອີກ​ເພື່ອ​ຈະ​ມີ​ພະລັງ​ສຽງ​ເວລາ​ຮ້ອງ​ເພງ? (ເບິ່ງ​ຂອບ “ວິທີ​ຮ້ອງ​ເພງ​ໃຫ້​ດີ​ຂຶ້ນ”) (ຂ) ເຈົ້າ​ຄິດ​ວ່າ​ຄຳ​ແນະນຳ​ຫຍັງ​ກ່ຽວ​ກັບ​ເລື່ອງ​ສຽງ​ທີ່​ມີ​ປະໂຫຍດ​ສຳລັບ​ເຈົ້າ?

14 ເພື່ອ​ຈະ​ເຮັດ​ໃຫ້​ສຽງ​ມີ​ພະລັງ ເຈົ້າ​ຕ້ອງ​ອ້າ​ປາກ​ໃຫ້​ມີ​ຊ່ອງ​ຫວ່າງ​ກວ້າງໆ. ດັ່ງ​ນັ້ນ ຕອນ​ທີ່​ເຈົ້າ​ຮ້ອງ​ເພງ ຄວນ​ອ້າ​ປາກ​ໃຫ້​ກວ້າງ​ກວ່າ​ທີ່​ເຈົ້າ​ເວົ້າ​ປົກກະຕິ. ແຕ່​ເຈົ້າ​ຄວນ​ເຮັດ​ແນວ​ໃດ​ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ສຽງ​ເຈົ້າ​ບໍ່​ມີ​ພະລັງ? ເພື່ອ​ປັບ​ປຸງ​ຄຸນ​ນະ​ພາບ​ສຽງ​ໃຫ້​ມີ​ພະລັງ​ຫຼາຍ​ຂຶ້ນ ເຈົ້າ​ຕ້ອງ​ປັບ​ປຸງ​ຄວາມ​ກ້ອງ​ກັງ​ວານ​ຂອງ​ສຽງ. ເຈົ້າ​ຮຽນ​ຮູ້​ວິທີ​ຜ່ອນຄາຍ​ທຸກ​ສ່ວນ​ຂອງ​ຮ່າງກາຍ ການ​ຕັ້ງ​ໃຈ​ຜ່ອນຄາຍ​ຮ່າງກາຍ​ພ້ອມ​ກັບ​ການ​ຝຶກ​ຮໍ່າ​ສຽງ​ກໍ​ອາດ​ຊ່ວຍ​ໄດ້. ຖ້າ​ສຽງ​ຂອງ​ເຈົ້າ​ແຫຼມ​ສູງ​ເກີນ​ໄປ​ເດ? ໃຫ້​ຜ່ອນຄາຍ​ກ້າມ​ເນື້ອ​ລຳ​ຄໍ ເພື່ອ​ຫຼຸດ​ຄວາມ​ຕຶງ​ໃນ​ສາຍ​ສຽງ​ນັ້ນ ເຈົ້າ​ກໍ​ຈະ​ສາມາດ​ຫຼຸດ​ລະດັບ​ສຽງ​ໃຫ້​ທຸ້ມ​ຕໍ່າ​ລົງ​ໄປ.

ການ​ສັນລະເສີນ​ຈາກ​ຫົວໃຈ

15. (ກ) ໃນ​ການ​ປະຊຸມ​ປະຈຳ​ປີ 2016 ໄດ້​ມີ​ຄຳ​ປະກາດ​ຫຍັງ? (ຂ) ມີ​ເຫດຜົນ​ຫຍັງ​ແດ່​ທີ່​ຈະ​ຕ້ອງ​ມີ​ປຶ້ມ​ເພງ​ໃໝ່?

15 ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ປີ 2016 ຕ່າງ​ກໍ​ຕື່ນ​ເຕັ້ນ​ຫຼາຍ ເມື່ອ​ພີ່​ນ້ອງ​ສະຕີ​ເວັນ ເລັດ ຄະນະ​ກຳມະການ​ປົກຄອງ​ປະກາດ​ວ່າ​ມີ​ປຶ້ມ​ເພງ​ໃໝ່​ອອກ​ມາ​ຊື່​ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ. ພີ່​ນ້ອງ​ເລັດ​ອະທິບາຍ​ເຫດຜົນ​ທີ່​ຕ້ອງ​ມີ​ປຶ້ມ​ເພງ​ໃໝ່ ເຫດຜົນ​ໜຶ່ງ​ກໍ​ຄື​ເພາະ​ມີ​ການ​ປັບ​ປຸງ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ຈຶ່ງ​ຕ້ອງ​ໄດ້​ປັບ​ເນື້ອ​ເພງ​ເພື່ອ​ເອົາ​ຄຳ​ບາງ​ຄຳ​ອອກ​ເພາະ​ຄຳ​ເຫຼົ່າ​ນັ້ນ​ບໍ່​ມີ​ຢູ່​ໃນ​ສະບັບ​ແປ​ໂລກ​ໃໝ່ ແລ້ວ ແລະ​ຍັງ​ມີ​ການ​ເພີ່ມ​ເພງ​ໃໝ່ໆທີ່​ກ່ຽວ​ກັບ​ວຽກ​ປະກາດ​ແລະ​ຄ່າໄຖ່​ເຂົ້າ​ໄປ​ອີກ. ນອກ​ຈາກ​ນັ້ນ ເນື່ອງ​ຈາກ​ການ​ຮ້ອງ​ເພງ​ເປັນ​ສ່ວນ​ສຳຄັນ​ຂອງ​ການ​ນະມັດສະການ​ຂອງ​ເຮົາ ຄະນະ​ກຳມະການ​ປົກຄອງ​ຈຶ່ງ​ຢາກ​ຜະລິດ​ປຶ້ມ​ໃຫ້​ມີ​ຄຸນ​ນະ​ພາບ​ດີ. ດັ່ງ​ນັ້ນ ໜ້າ​ປົກ​ແລະ​ຂອບ​ຂອງ​ປຶ້ມ​ເພງ​ຈຶ່ງ​ຄື​ກັບ​ສະບັບ​ແປ​ໂລກ​ໃໝ່.

16, 17. ມີ​ຫຍັງ​ອີກ​ທີ່​ຖືກ​ປັບ​ປ່ຽນ​ໃນ​ປຶ້ມ​ເພງ​ໃໝ່?

16 ເພື່ອ​ຈະ​ໃຫ້​ພີ່​ນ້ອງ​ໃຊ້​ປຶ້ມ​ເພງ​ໄດ້​ງ່າຍ​ຂຶ້ນ ມີ​ການ​ຈັດ​ເພງ​ເປັນ​ໝວດ​ໝູ່​ຕາມ​ຫົວ​ເລື່ອງ. ຕົວຢ່າງ​ເຊັ່ນ: ຫົວ​ເລື່ອງ​ທຳອິດ​ມີ 12 ເພງ​ເປັນ​ເພງ​ທີ່​ກ່ຽວ​ຂ້ອງ​ກັບ​ພະ​ເຢໂຫວາ ຫົວ​ເລື່ອງ​ຕໍ່​ມາ​ມີ 8 ເພງ​ເປັນ​ເພງ​ທີ່​ກ່ຽວ​ຂ້ອງ​ກັບ​ພະ​ເຍຊູ​ແລະ​ຄ່າໄຖ່ ແລະ​ໃນ​ຕອນ​ຕົ້ນ​ຂອງ​ປຶ້ມ​ຈະ​ມີ​ດັດຊະນີ​ຫົວ​ເລື່ອງ​ເຊິ່ງ​ເປັນ​ຫົວ​ເລື່ອງ​ທັງ​ໝົດ​ທີ່​ມີ​ໃນ​ປຶ້ມ​ເພງ. ການ​ຈັດ​ໝວດ​ໝູ່​ແບບ​ນີ້​ເປັນ​ປະໂຫຍດ​ຫຼາຍ ເຊັ່ນ ພີ່​ນ້ອງ​ຊາຍ​ສາມາດ​ເລືອກ​ເພງ​ທີ່​ລາວ​ຈະ​ໃຊ້​ໃນ​ຄຳ​ບັນລະຍາຍ​ໄດ້​ງ່າຍ​ຂຶ້ນ.

17 ເພື່ອ​ຊ່ວຍ​ໃຫ້​ທຸກ​ຄົນ​ຮ້ອງ​ເພງ​ຢ່າງ​ສຸດ​ຫົວໃຈ ຈຶ່ງ​ມີ​ການ​ປັບ​ປ່ຽນ​ເນື້ອ​ເພງ​ບາງ​ສ່ວນ​ໃຫ້​ເຂົ້າ​ໃຈ​ງ່າຍ​ຂຶ້ນ ແລະ​ໄດ້​ພະຍາຍາມ​ເຮັດ​ໃຫ້​ສຳນວນ​ຂອງ​ເນື້ອ​ເພງ​ເຂົ້າ​ເຖິງ​ອາລົມ​ຄວາມ​ຮູ້ສຶກ​ແລະ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ຜູ້​ຮ້ອງ ຕົວຢ່າງ​ເຊັ່ນ: ເນື້ອ​ໃນ​ຂອງ​ເພງ “ນະມັດສະການ​ພະ​ເຢໂຫວາ​ຕັ້ງ​ແຕ່​ຍັງ​ນ້ອຍ” ໄດ້​ຈັດ​ລຽງ​ໃໝ່​ເພື່ອ​ຖ່າຍ​ທອດ​ຄວາມ​ຮູ້ສຶກ​ຂອງ​ໜຸ່ມ​ສາວ​ໃນ​ອົງການ. ບາງ​ເພງ​ກໍ​ຍັງ​ມີ​ການ​ປັບ​ປ່ຽນ​ໃຫ້​ເຂົ້າ​ກັບ​ການ​ປະຊຸມ​ແລະ​ການ​ປະກາດ ຕົວຢ່າງ​ເຊັ່ນ: ເພງ “ອີ່ມ​ໃຈ​ກັບ​ຂອງ​ປະທານ​ອັນ​ດີ​ຈາກ​ພະເຈົ້າ” ປ່ຽນ​ເປັນ “ສອນ​ຄຳ​ສອນ​ຂອງ​ພະເຈົ້າ.” ນອກ​ຈາກ​ນັ້ນ​ຍັງ​ມີ​ການ​ປັບ​ປ່ຽນ​ເນື້ອ​ເພງ “ເຮັດ​ໃຫ້​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ທີ່​ຮູ້ຈັກ” ເຊິ່ງ​ຕອນ​ນີ້​ເພງ​ນີ້​ບໍ່​ໄດ້​ເວົ້າ​ເຖິງ​ຄວາມ​ຮູ້​ທີ່​ເຮົາ​ແຕ່​ລະ​ຄົນ​ໄດ້​ຮັບ​ຕອນ​ທີ່​ຮຽນ​ຄວາມ​ຈິງ​ເທົ່າ​ນັ້ນ ແຕ່​ເວົ້າ​ເຖິງ​ການ​ທີ່​ພະເຈົ້າ​ຊ່ວຍ​ປະຊາຊົນ​ຊົນ​ຂອງ​ພະອົງ​ໂດຍ​ລວມ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ຫຼາຍ​ຂຶ້ນ.

ຝຶກ​ຊ້ອມ​ຮ້ອງ​ເພງ​ໃນ​ລະຫວ່າງ​ການ​ນະມັດສະການ​ປະຈຳ​ຄອບຄົວ (ເບິ່ງ​ຂໍ້ 18)

18. ເປັນ​ຫຍັງ​ເຮົາ​ຄວນ​ຝຶກ​ຮ້ອງ​ເພງ​ໃນ​ປຶ້ມ​ເພງ​ໃໝ່? (ເບິ່ງ​ໄຂ​ເງື່ອນ)

18 ຫຼາຍ​ເພງ​ໃນ​ປຶ້ມ​ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ ເປັນ​ຄື​ກັບ​ຄຳ​ອະທິດຖານ. ເພງ​ເຫຼົ່າ​ນີ້​ຊ່ວຍ​ເຈົ້າ​ໃຫ້​ບອກ​ຄວາມ​ຮູ້ສຶກ​ທີ່​ເຈົ້າ​ມີ​ຕໍ່​ພະ​ເຢໂຫວາ. ສ່ວນ​ເພງ​ອື່ນໆກໍ​ຊ່ວຍ​ກະຕຸ້ນ​ເຮົາ​ໃຫ້ “ຮັກ​ກັນ​ແລະ​ກັນແລະ​ກະທຳ​ການ​ດີ.” (ເຫບເລີ 10:24) ເພື່ອ​ຈະ​ຮ້ອງ​ເພງ​ໃນ​ປຶ້ມ​ເພງ​ໃໝ່​ນີ້​ໄດ້ ເຮົາ​ຕ້ອງ​ລຶ້ງ​ກັບ​ທຳນອງ ຈັງຫວະ ແລະ​ເນື້ອ​ເພງ​ຢ່າງ​ດີ. ດັ່ງ​ນັ້ນ ວິທີ​ໜຶ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໄດ້​ແມ່ນ​ການ​ຟັງ​ເພງ​ທີ່​ພີ່​ນ້ອງ​ຮ້ອງ​ຢູ່​ໃນ​ເວັບໄຊ jw.org. ເມື່ອ​ເຈົ້າ​ຝຶກ​ຮ້ອງ​ເພງ​ຢູ່​ເຮືອນ ເຈົ້າ​ກໍ​ສາມາດ​ຮ້ອງ​ເພງ​ຢ່າງ​ໝັ້ນ​ໃຈ​ແລະ​ຮ້ອງ​ອອກ​ມາ​ຈາກ​ຄວາມ​ຮູ້ສຶກ *—ເບິ່ງ​ໄຂ​ເງື່ອນ

19. ທຸກ​ຄົນ​ໃນ​ປະຊາຄົມ​ສາມາດ​ນະມັດສະການ​ພະ​ເຢໂຫວາ​ໂດຍ​ວິທີ​ໃດ?

19 ຂໍ​ໃຫ້​ຈື່​ໄວ້​ວ່າ​ການ​ຮ້ອງ​ເພງ​ເປັນ​ສ່ວນ​ສຳຄັນ​ໃນ​ການ​ນະ​ມັດ​ການ​ຂອງ​ເຮົາ ແລະ​ເປັນ​ວິທີ​ທີ່​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ຮັກ​ແລະ​ເຫັນ​ຄຸນຄ່າ​ທຸກ​ສິ່ງ​ທີ່​ພະອົງ​ເຮັດ​ເພື່ອ​ເຮົາ. (ອ່ານ​ເອຊາອີ 12:5) ຕອນ​ທີ່​ເຈົ້າ​ຮ້ອງ​ເພງ​ອອກ​ມາ​ດ້ວຍ​ຄວາມ​ຮູ້ສຶກ​ຈາກ​ຫົວໃຈ ເຈົ້າ​ກໍ​ກຳລັງ​ກະຕຸ້ນ​ຄົນ​ອື່ນ​ໃຫ້​ເຮັດ​ແບບ​ດຽວ​ກັນ. ທຸກ​ຄົນ​ໃນ​ປະຊາຄົມ ບໍ່​ວ່າ​ຈະ​ອາຍຸ​ນ້ອຍ​ຫຼື​ຫຼາຍ ຫຼື​ຄົນ​ທີ່​ເລີ່ມ​ຮຽນ​ຄວາມ​ຈິງ​ກໍ​ສາມາດ​ນະມັດສະການ​ພະ​ເຢໂຫວາ​ໃນ​ວິທີ​ນີ້​ໄດ້. ດັ່ງ​ນັ້ນ ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ຮ້ອງ​ເພງ​ດ້ວຍ​ຄວາມ​ຮູ້ສຶກ​ຈາກ​ຫົວໃຈ ແລະ​ຂໍ​ໃຫ້​ເຮົາ​ເຊື່ອ​ຟັງ​ຄຳ​ແນະນຳ​ຂອງ​ຜູ້​ຂຽນ​ຄຳເພງ​ທີ່​ບອກ​ວ່າ: “ຈົ່ງ​ລຳ​ເພງ​ສຳລັບ​ພະ​ເຢໂຫວາ” ແມ່ນ​ແລ້ວ ໃຫ້​ຮ້ອງ​ເພງ​ດ້ວຍ​ຄວາມ​ຍິນດີ!—ຄຳເພງ 96:1

^ ຂໍ້ 11 ສຳລັບ​ຄຳ​ແນະນຳ​ເພີ່ມ​ເຕີມ​ກ່ຽວ​ກັບ​ວິທີ​ຮ້ອງ​ເພງ​ໃຫ້​ດີ​ຂຶ້ນ ເບິ່ງ​ລາຍການ​ໂທລະທັດ JW ເດືອນ​ທັນວາ 2014 [ໄປ​ທີ່​ເລືອກ​ເບິ່ງ​ວິດີໂອ > ຈາກ​ຫ້ອງ​ສົ່ງ (ບໍ່​ມີ​ໃນ​ພາສາ​ລາວ)].

^ ຂໍ້ 18 ໃນ​ຕອນ​ເຊົ້າ​ແລະ​ຕອນ​ສວຍ​ຂອງ​ການ​ປະຊຸມ​ພາກ​ແລະ​ໝວດ​ຈະ​ເລີ່ມ​ຕົ້ນ​ດ້ວຍ​ດົນຕີ​ບັນເລງ 10 ນາທີ. ດົນຕີ​ນີ້​ຊ່ວຍ​ເຮົາ​ໃຫ້​ກຽມ​ຫົວໃຈ​ເພື່ອ​ຮັບ​ປະໂຫຍດ​ຕ່າງໆຈາກ​ການ​ປະຊຸມ​ບໍ່​ວ່າ​ຈະ​ເປັນ​ການ​ຮ້ອງ​ເພງ​ຫຼື​ການ​ຟັງ​ການ​ປະຊຸມ. ດັ່ງ​ນັ້ນ ເຮົາ​ທຸກ​ຄົນ​ຄວນ​ນັ່ງ​ປະຈຳ​ບ່ອນ​ແລະ​ກຽມ​ພ້ອມ​ທີ່​ຈະ​ຟັງ​ຕອນ​ທີ່​ດົນຕີ​ເລີ່ມ​ບັນເລງ.