ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ປະຕິເສດຄວາມຄິດແບບຄົນທົ່ວໄປໃນໂລກ

ປະຕິເສດຄວາມຄິດແບບຄົນທົ່ວໄປໃນໂລກ

“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້​ໜຶ່ງ​ຜູ້​ໃດ​ທຳລາຍ​ທ່ານ​ທັງ​ຫຼາຍ​ເສຍ​ດ້ວຍ​ມັກ​ປັນຍາ ແລະ​ດ້ວຍ​ຄຳ​ລໍ້​ລວງ​ເປົ່າໆ . . . ຕາມ​ທຳນຽມ​ແຫ່ງ​ໂລກ.”—ໂກໂລດ 2:8

ເພງ: 38, 31

1. ໂປໂລ​ໄດ້​ຂຽນ​ຫຍັງ​ເຖິງ​ຄລິດສະຕຽນ​ໃນ​ເມືອງ​ໂກໂລດ? (ເບິ່ງ​ຮູບ​ທຳອິດ)

ອັກຄະສາວົກ​ໂປໂລ​ຂຽນ​ເຖິງ​ຄລິດສະຕຽນ​ໃນ​ເມືອງ​ໂກໂລດ​ປະມານ​ປີ ຄ.ສ. 60-61 ຕອນ​ນັ້ນ​ລາວ​ຕິດ​ຄຸກ​ຢູ່​ໃນ​ເມືອງ​ໂລມ ລາວ​ອະທິບາຍ​ເຖິງ​ເຫດຜົນ​ທີ່​ເຂົາ​ເຈົ້າ​ຕ້ອງ​ມີ “ຄວາມ​ເຂົ້າ​ໃຈ​ຝ່າຍ​ວິນຍານ” ເຊິ່ງ​ກໍ​ຄື​ຄວາມ​ສາມາດ​ທີ່​ຈະ​ເບິ່ງ​ເລື່ອງ​ຕ່າງໆຄື​ກັບ​ທີ່​ພະ​ເຢໂຫວາ​ເບິ່ງ. (ໂກໂລດ 1:9) ໂປໂລ​ເວົ້າ​ວ່າ: “ອັນ​ໜຶ່ງ ເຮົາ​ກ່າວ​ດັ່ງ​ນີ້​ເພື່ອ​ບໍ່​ໃຫ້​ຜູ້​ໃດ​ລໍ້​ລວງ​ທ່ານ​ທັງ​ຫຼາຍ​ດ້ວຍ​ຖ້ອຍຄຳ​ອ່ອນ​ຫວານ​ຈັບ​ໃຈ​ໃຫ້​ຫຼົງ​ຜິດ. ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້​ໜຶ່ງ​ຜູ້​ໃດ​ທຳລາຍ​ທ່ານ​ທັງ​ຫຼາຍ​ເສຍ​ດ້ວຍ​ມັກ​ປັນຍາ ແລະ​ດ້ວຍ​ຄຳ​ລໍ້​ລວງ​ເປົ່າໆຕາມ​ຮີດຄອງ​ແຫ່ງ​ມະນຸດ​ທີ່​ສືບໆມາ​ນັ້ນ ຕາມ​ທຳນຽມ​ແຫ່ງ​ໂລກ​ແລະ​ບໍ່​ໃຊ່​ຕາມ​ພະ​ຄລິດ.” (ໂກໂລດ 2:4, 8) ຈາກ​ນັ້ນ ໂປໂລ​ກໍ​ອະທິບາຍ​ວ່າ​ເປັນ​ຫຍັງ​ຄວາມ​ຄິດ​ຂອງ​ຄົນ​ສ່ວນ​ໃຫຍ່​ຈຶ່ງ​ເປັນ​ຄວາມ​ຄິດ​ທີ່​ບໍ່​ຖືກຕ້ອງ ແລະ​ເປັນ​ຫຍັງ​ມີ​ຫຼາຍ​ຄົນ​ມັກ​ຄວາມ​ຄິດ​ແບບ​ນີ້. ຕົວຢ່າງ: ຄວາມ​ຄິດ​ບາງ​ຢ່າງ​ເຮັດ​ໃຫ້​ຜູ້​ຄົນ​ຮູ້ສຶກ​ວ່າ​ຕົວ​ເອງ​ສະຫຼາດ​ຫຼື​ດີ​ກວ່າ​ຄົນ​ອື່ນ. ດັ່ງ​ນັ້ນ ໂປໂລ​ຈຶ່ງ​ຂຽນ​ຈົດ​ໝາຍ​ເພື່ອ​ຊ່ວຍ​ພີ່​ນ້ອງ​ໃຫ້​ຫຼີກ​ລ່ຽງ​ຄວາມ​ຄິດ​ແບບ​ຄົນ​ທົ່ວໄປ​ໃນ​ໂລກ​ແລະ​ບໍ່​ເຮັດ​ສິ່ງ​ທີ່​ຜິດ.—ໂກໂລດ 2:16, 17, 23

2. ເປັນ​ຫຍັງ​ເຮົາ​ຈຶ່ງ​ຈະ​ພິຈາລະນາ​ຕົວຢ່າງ​ຂອງ​ຄວາມ​ຄິດ​ແບບ​ຄົນ​ທົ່ວໄປ​ໃນ​ໂລກ?

2 ຄົນ​ທົ່ວໄປ​ໃນ​ໂລກ​ບໍ່​ສົນ​ໃຈ​ຫຼັກ​ການ​ຂອງ​ພະ​ເຢໂຫວາ ແລະ​ຖ້າ​ເຮົາ​ບໍ່​ລະວັງ ຄວາມ​ຄິດ​ແບບ​ນັ້ນ​ກໍ​ອາດ​ມີ​ຜົນ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ຄ່ອຍໆອ່ອນ​ລົງ​ແລະ​ເຮົາ​ອາດ​ເລີ່ມ​ບໍ່​ເຊື່ອ​ວ່າ​ການ​ເຮັດ​ຕາມ​ຫຼັກ​ການ​ຂອງ​ພະເຈົ້າ​ດີ​ທີ່​ສຸດ. ຄວາມ​ຄິດ​ແບບ​ຄົນ​ທົ່ວໄປ​ໃນ​ໂລກ​ມີ​ຢູ່​ອ້ອມ​ຕົວ​ເຮົາ ເຮົາ​ທຸກ​ຄົນ​ຕ້ອງ​ໄດ້​ຮັບ​ຄວາມ​ຄິດ​ແບບ​ນີ້​ຜ່ານ​ທາງ​ໂທລະພາບ ອິນເຕີເນັດ ບ່ອນ​ເຮັດ​ວຽກ ຫຼື​ໂຮງ​ຮຽນ. ດັ່ງ​ນັ້ນ ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຫຼີກ​ລ່ຽງ​ອິດທິພົນ​ທີ່​ບໍ່​ດີ​ນີ້​ໄດ້? ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ 5 ຢ່າງ​ກ່ຽວ​ກັບ​ຄວາມ​ຄິດ​ແບບ​ຄົນ​ທົ່ວໄປ​ໃນ​ໂລກ​ແລະ​ວິທີ​ທີ່​ເຮົາ​ຈະ​ປະຕິເສດ​ຄວາມ​ຄິດ​ເຫຼົ່າ​ນີ້.

ເຮົາ​ຕ້ອງ​ເຊື່ອ​ບໍ​ວ່າ​ມີ​ພະເຈົ້າ?

3. ຄົນ​ທົ່ວໄປ​ມັກ​ຄິດ​ແບບ​ໃດ? ແລະ​ຍ້ອນ​ຫຍັງ?

3 “ເຖິງ​ວ່າ​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ ຂ້ອຍ​ກໍ​ເປັນ​ຄົນ​ດີ​ໄດ້.” ຄວາມ​ຄິດ​ແບບ​ນີ້​ມີ​ຢູ່​ທົ່ວໄປ​ໃນ​ຫຼາຍ​ປະເທດ​ທົ່ວ​ໂລກ. ຄົນ​ທີ່​ຄິດ​ແລະ​ເວົ້າ​ແບບ​ນີ້​ອາດ​ບໍ່​ໄດ້​ຄິດ​ຢ່າງ​ຈິງ​ຈັງ​ວ່າ​ພະເຈົ້າ​ມີ​ຢູ່​ແທ້​ຫຼື​ບໍ່ ເຂົາ​ເຈົ້າ​ອາດ​ພຽງ​ແຕ່​ຮູ້ສຶກ​ມັກ​ທີ່​ມີ​ຊີວິດ​ທີ່ອິດ​ສະຫຼະ​ເພາະ​ຢາກ​ເຮັດ​ຕາມ​ທີ່​ຕົວ​ເອງ​ຕ້ອງການ. (ອ່ານ​ຄຳເພງ 10:4) ແລະ​ຄົນ​ອື່ນໆກໍ​ເວົ້າ​ວ່າ: “ເຖິງ​ຂ້ອຍ​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ ຂ້ອຍ​ກໍ​ມີ​ຫຼັກ​ການ​ໃນ​ການ​ໃຊ້​ຊີວິດ.” ເຂົາ​ເຈົ້າ​ອາດ​ຄິດ​ວ່າ​ຕົວ​ເອງ​ສະຫຼາດ​ທີ່​ຈະ​ເວົ້າ​ແບບ​ນີ້.

4. ເຮົາ​ຈະ​ຍົກ​ເຫດຜົນ​ຫຍັງ​ເພື່ອ​ຊ່ວຍ​ຄົນ​ທີ່​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ?

4 ມີ​ເຫດຜົນ​ບໍ​ທີ່​ຈະ​ເຊື່ອ​ວ່າ​ບໍ່​ມີ​ຜູ້​ສ້າງ? ບາງ​ຄົນ​ສັບສົນ​ເມື່ອ​ຊອກ​ຫາ​ຄຳຕອບ​ຈາກ​ວິທະຍາສາດ. ແຕ່​ເຮົາ​ສາມາດ​ຄິດ​ເຖິງ​ຄວາມ​ຈິງ​ງ່າຍໆ ເຊັ່ນ: ເຮືອນ​ຈະ​ເກີດ​ຂຶ້ນ​ມາ​ເອງ​ໄດ້​ບໍ? ບໍ່​ມີ​ທາງ! ມັນ​ຕ້ອງ​ມີ​ຄົນ​ສ້າງ. ແຕ່​ສິ່ງ​ມີ​ຊີວິດ​ມີ​ຄວາມ​ຊັບຊ້ອນ​ຫຼາຍ​ກວ່າ​ເຮືອນ. ແມ່ນ​ແຕ່​ຈຸລັງ​ທີ່​ຮຽບ​ງ່າຍ​ທີ່​ສຸດ​ຂອງ​ສິ່ງ​ມີ​ຊີວິດ​ກໍ​ຍັງ​ສາມາດ​ຄັດ​ລອກ​ຫຼື​ແບ່ງ​ຕົວ​ມັນ​ເອງ​ໄດ້ ແຕ່​ເຮືອນ​ເຮັດ​ແບບ​ນັ້ນ​ບໍ່​ໄດ້. ນີ້​ໝາຍ​ຄວາມ​ວ່າ​ຈຸລັງ​ສາມາດ​ເກັບ​ທັງ​ຂໍ້​ມູນ​ແລະ​ສົ່ງ​ຕໍ່​ໄປ​ຫາ​ຈຸລັງ​ຕົວ​ທີ່​ມັນ​ແບ່ງ​ອອກ​ເພື່ອ​ສ້າງ​ຈຸລັງ​ໃໝ່​ຂຶ້ນ​ມາ. ໃຜ​ເປັນ​ຜູ້​ສ້າງ​ຈຸລັງ​ພ້ອມ​ກັບ​ໃສ່​ຄວາມ​ສາມາດ​ເຫຼົ່າ​ນີ້​ໃຫ້​ມັນ? ຄຳພີ​ໄບເບິນ​ບອກ​ວ່າ: “ເຫດ​ວ່າ​ເຮືອນ​ທຸກ​ຫຼັງ​ຄົງ​ມີ​ຜູ້​ສ້າງ ແຕ່​ວ່າ​ຜູ້​ໄດ້​ສ້າງ​ສັບພະ​ທຸກ​ສິ່ງ​ເປັນ​ພະເຈົ້າ.”—ເຫບເລີ 3:4

5. ເຮົາ​ຈະ​ອະທິບາຍ​ແນວ​ໃດ​ກັບ​ຄົນ​ທີ່​ຄິດ​ວ່າ​ເຮົາ​ສາມາດ​ຮູ້​ໄດ້​ເອງ​ວ່າ​ສິ່ງ​ໃດ​ດີ​ໂດຍ​ບໍ່​ຕ້ອງ​ເຊື່ອ​ເລື່ອງ​ພະເຈົ້າ?

5 ເຮົາ​ຈະ​ອະທິບາຍ​ແນວ​ໃດ​ກັບ​ຄົນ​ທີ່​ຄິດ​ວ່າ​ເຮົາ​ສາມາດ​ຮູ້​ໄດ້​ເອງ​ວ່າ​ສິ່ງ​ໃດ​ດີ​ໂດຍ​ບໍ່​ຕ້ອງ​ເຊື່ອ​ໃນ​ເລື່ອງ​ພະເຈົ້າ? ເປັນ​ຄວາມ​ຈິງ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ ແມ່ນ​ແຕ່​ຄົນ​ທີ່​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ​ກໍ​ອາດ​ມີ​ມາດຕະຖານ​ທີ່​ດີ​ໃນ​ການ​ໃຊ້​ຊີວິດ. (ໂລມ 2:14, 15) ຕົວຢ່າງ: ບາງ​ຄົນ​ອາດ​ນັບຖື​ແລະ​ຮັກ​ພໍ່​ແມ່ ແຕ່​ຖ້າ​ລາວ​ບໍ່​ໄດ້​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ ລາວ​ກໍ​ອາດ​ຕັດສິນ​ໃຈ​ຜິດ​ພາດ​ຮ້າຍແຮງ. (ເອຊາອີ 33:22) ຄົນ​ທີ່​ສະຫຼາດ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ເຊື່ອ​ວ່າ​ເຮົາ​ຕ້ອງ​ໃຫ້​ພະເຈົ້າ​ຊ່ວຍ​ເພື່ອ​ຈະ​ແກ້ໄຂ​ບັນຫາ​ຂອງ​ໂລກ​ນີ້​ໄດ້. (ອ່ານ​ເຢເຣມີ 10:23) ດັ່ງ​ນັ້ນ ເຮົາ​ຕ້ອງ​ບໍ່​ຄິດ​ວ່າ​ເຮົາ​ສາມາດ​ຮູ້​ວ່າ​ສິ່ງ​ໃດ​ດີ​ໄດ້​ໂດຍ​ບໍ່​ຕ້ອງ​ເຊື່ອ​ໃນ​ພະເຈົ້າ​ແລະ​ບໍ່​ຕ້ອງ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະອົງ.—ຄຳເພງ 146:3

ເຮົາ​ຕ້ອງ​ມີ​ສາສະໜາ​ບໍ?

6. ຫຼາຍ​ຄົນ​ຄິດ​ແນວ​ໃດ​ກ່ຽວ​ກັບ​ສາສະໜາ?

6 “ເຮົາ​ມີ​ຄວາມ​ສຸກ​ໄດ້​ໂດຍ​ບໍ່​ຕ້ອງ​ມີ​ສາສະໜາ.” ຫຼາຍ​ຄົນ​ຄິດ​ວ່າ​ສາສະໜາ​ເປັນ​ເລື່ອງ​ໜ້າ​ເບື່ອ​ແລະ​ບໍ່​ມີ​ປະໂຫຍດ. ນອກ​ຈາກ​ນີ້ ຫຼາຍ​ສາສະໜາ​ສອນ​ເລື່ອງ​ໄຟ​ນະ​ລົກ ບັງຄັບ​ໃຫ້​ບໍລິຈາກ​ເງິນ ຫຼື​ສະໜັບສະໜູນ​ນັກ​ການ​ເມືອງ. ບໍ່​ແປກ​ທີ່​ມີ​ຄົນ​ຫຼາຍ​ຂຶ້ນ​ເລື້ອຍໆບອກ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ໄດ້​ໂດຍ​ບໍ່​ຕ້ອງ​ມີ​ສາສະໜາ! ເຂົາ​ເຈົ້າ​ອາດ​ເວົ້າ​ວ່າ: “ຂ້ອຍ​ສົນ​ໃຈ​ໃນ​ພະເຈົ້າ​ຢູ່ ແຕ່​ຂ້ອຍ​ບໍ​ຢາກ​ເປັນ​ສ່ວນ​ໜຶ່ງ​ຂອງ​ສາສະໜາ.”

7. ສາສະໜາ​ແທ້​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ແນວ​ໃດ?

7 ເຮົາ​ມີ​ຄວາມ​ສຸກ​ໄດ້​ແທ້ໆໂດຍ​ບໍ່​ຕ້ອງ​ມີ​ສາສະໜາ​ບໍ? ແນ່ນອນ​ວ່າ​ຜູ້​ຄົນ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຖ້າ​ບໍ່​ມີ​ສາສະໜາ​ປອມ. ແຕ່​ບໍ່​ມີ​ໃຜ​ຈະ​ສາມາດ​ມີ​ຄວາມ​ສຸກ​ແທ້​ໄດ້​ຖ້າ​ບໍ່​ໄດ້​ເປັນ​ເພື່ອນ​ກັບ​ພະ​ເຢໂຫວາ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ.” (1 ຕີໂມເຕ 1:11) ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເປັນ​ປະໂຫຍດ​ຕໍ່​ຄົນ​ອື່ນ. ໃນ​ຖານະ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະອົງ ເຮົາ​ກໍ​ມີ​ຄວາມ​ສຸກ​ທີ່​ໄດ້​ພະຍາຍາມ​ຊ່ວຍ​ຄົນ​ອື່ນ. (ກິດຈະການ 20:35) ຕົວຢ່າງ: ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ການ​ນະມັດສະການ​ແທ້​ຊ່ວຍ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ ເຮົາ​ຮຽນ​ຮູ້​ວ່າ​ຕ້ອງ​ໃຫ້​ກຽດ​ແລະ​ສັດ​ຊື່​ຕໍ່​ຄູ່​ສົມລົດ​ຂອງ​ເຮົາ ເຮົາ​ຕ້ອງ​ສອນ​ລູກ​ໃຫ້​ຮູ້ຈັກ​ນັບຖື​ຄົນ​ອື່ນໆ ແລະ​ມີ​ຄວາມ​ຮັກ​ແທ້​ໃຫ້​ຄົນ​ໃນ​ຄອບຄົວ. ການ​ນະມັດສະການ​ແທ້​ຊ່ວຍ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃຫ້​ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ສັນຕິ​ໃນ​ປະຊາຄົມ​ແລະ​ສະແດງ​ຄວາມ​ຮັກ​ແທ້​ຕໍ່​ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຂົາ​ເຈົ້າ.—ອ່ານ​ເອຊາອີ 65:13, 14

8. ມັດທາຍ 5:3 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຂົ້າ​ໃຈ​ວ່າ​ອັນ​ໃດ​ທີ່​ເຮັດ​ໃຫ້​ຄົນ​ເຮົາ​ມີ​ຄວາມ​ສຸກ​ແທ້?

8 ຄົນ​ເຮົາ​ຈະ​ມີ​ຄວາມ​ສຸກ​ໄດ້​ແທ້ໆບໍ​ຖ້າ​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ? ບາງ​ຄົນ​ອາດ​ມີ​ຄວາມ​ສຸກ​ກັບ​ການ​ເຮັດ​ວຽກ ກິລາ ຫຼື​ສິ່ງ​ທີ່​ມັກ​ເຮັດ​ໃນ​ຍາມ​ຫວ່າງ. ສ່ວນ​ຄົນ​ອື່ນໆກໍ​ຮູ້ສຶກ​ດີ​ທີ່​ໄດ້​ເບິ່ງ​ແຍງ​ຄອບຄົວ​ແລະ​ໝູ່​ເພື່ອນ. ເຖິງ​ວ່າ​ການ​ເຮັດ​ສິ່ງ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ມີ​ຄວາມ​ສຸກ ແຕ່​ຊີວິດ​ຄົນ​ເຮົາ​ມີ​ຫຼາຍ​ກວ່າ​ນັ້ນ​ອີກ. ເຮົາ​ຕ່າງ​ຈາກ​ສັດ ເຮົາ​ໄດ້​ຮູ້ຈັກ​ພະເຈົ້າ​ທີ່​ສ້າງ​ເຮົາ​ແລະ​ໄດ້​ນະມັດສະການ​ພະອົງ ພະອົງ​ສ້າງ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ສິ່ງ​ເຫຼົ່າ​ນັ້ນ. (ອ່ານ​ມັດທາຍ 5:3) ຕົວຢ່າງ: ເຮົາ​ຮູ້ສຶກ​ມີ​ຄວາມ​ສຸກ​ແລະ​ມີ​ກຳລັງ​ໃຈ​ເມື່ອ​ໄດ້​ພົບ​ກັບ​ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຮົາ​ແລະ​ໄດ້​ນະມັດສະການ​ພະ​ເຢໂຫວາ​ຮ່ວມ​ກັນ. (ຄຳເພງ 133:1) ເຮົາ​ຍັງ​ມີ​ຄວາມ​ສຸກ​ທີ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ສັງຄົມ​ພີ່​ນ້ອງ​ທົ່ວ​ໂລກ ມີ​ສິນລະທຳ​ທີ່​ດີ ແລະ​ມີ​ຄວາມ​ຫວັງ​ທີ່​ດີ​ເລີດ​ເລື່ອງ​ອະນາຄົດ.

ເຮົາ​ຕ້ອງ​ມີ​ມາດຕະຖານ​ດ້ານ​ສິນລະທຳ​ບໍ?

9. (ກ) ຄົນ​ທົ່ວໄປ​ມັກ​ຄິດ​ແນວ​ໃດ​ໃນ​ເລື່ອງ​ການ​ມີ​ເພດ​ສຳພັນ? (ຂ) ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ບອກ​ວ່າ​ການ​ມີ​ເພດ​ສຳພັນ​ກັບ​ຄົນ​ທີ່​ບໍ່​ແມ່ນ​ຄູ່​ສົມລົດ​ເປັນ​ເລື່ອງ​ຜິດ?

9 “ການ​ມີ​ເພດ​ສຳພັນ​ກັບ​ຄົນ​ທີ່​ບໍ່​ແມ່ນ​ຄູ່​ສົມລົດ​ຜິດ​ບ່ອນ​ໃດ?” ຜູ້​ຄົນ​ອາດ​ເວົ້າ​ວ່າ: “ເປັນ​ຫຍັງ​ເຈົ້າ​ຄື​ເຄັ່ງ​ຄັດ​ແທ້? ຢາກ​ເຮັດ​ຫຍັງ​ກໍ​ເຮັດ​ໂລດ.” ແຕ່​ຄຳພີ​ໄບເບິນ​ຫ້າມ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. * (ເບິ່ງ​ໄຂ​ເງື່ອນ) (ອ່ານ 1 ເທຊະໂລນີກ 4:3-8) ເນື່ອງ​ຈາກ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ເຮົາ ພະອົງ​ຈຶ່ງ​ມີ​ສິດ​ທີ່​ຈະ​ຕັ້ງ​ກົດ​ໝາຍ​ໃຫ້​ເຮົາ. ພະອົງ​ບອກ​ວ່າ​ສະເພາະ​ຊາຍ​ແລະ​ຍິງ​ທີ່​ແຕ່ງ​ງານ​ກັນ​ແລ້ວ​ເທົ່າ​ນັ້ນ​ຈຶ່ງ​ຈະ​ມີ​ເພດ​ສຳພັນ​ໄດ້. ພະ​ເຢໂຫວາ​ໃຫ້​ກົດ​ໝາຍ​ກັບ​ເຮົາ​ເພາະ​ພະອົງ​ຮັກ​ເຮົາ. ພະອົງ​ຮູ້​ວ່າ​ຖ້າ​ເຮົາ​ເຮັດ​ຕາມ ຊີວິດ​ຂອງ​ເຮົາ​ກໍ​ຈະ​ດີ​ຂຶ້ນ. ຄອບຄົວ​ທີ່​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະເຈົ້າ​ຈະ​ຮັກ​ແລະ​ໃຫ້​ກຽດ​ກັນ​ຫຼາຍ​ຂຶ້ນ ແລະ​ຈະ​ຮູ້ສຶກ​ໝັ້ນ​ຄົງ​ປອດໄພ. ສ່ວນ​ຄົນ​ທີ່​ຮູ້ຈັກ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ແລ້ວ​ບໍ່​ເຮັດ​ຕາມ​ພະອົງ​ກໍ​ຈະ​ລົງໂທດ​ເຂົາ​ເຈົ້າ.—ເຫບເລີ 13:4.

10. ຄລິດສະຕຽນ​ຈະ​ຕ້ານ​ທານ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ໄດ້​ແນວ​ໃດ?

10 ຄຳພີ​ໄບເບິນ​ສອນ​ໃຫ້​ເຮົາ​ຮູ້​ວິທີ​ຫຼີກ​ລ່ຽງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ເຮົາ​ຕ້ອງ​ຄວບຄຸມ​ສິ່ງ​ທີ່​ເຮົາ​ເບິ່ງ. ພະ​ເຍຊູ​ບອກ​ວ່າ: “ຄົນ​ທຸກ​ຄົນ​ທີ່​ເບິ່ງ​ຍິງ​ຜູ້​ໜຶ່ງ​ດ້ວຍ​ໃຈ​ຄຶດ​ຢາກ​ໄດ້​ໃນ​ຍິງ​ນັ້ນ ຜູ້​ນັ້ນ​ໄດ້​ຫຼິ້ນ​ຊູ້​ສູ່​ໃນ​ໃຈ​ເອງ​ກັບ​ຍິງ​ນັ້ນ​ແລ້ວໆ. ແຕ່​ວ່າ​ຖ້າ​ຕາ​ເບື້ອງ​ຂວາ​ຂອງ​ທ່ານ​ກະທຳ​ໃຫ້​ທ່ານ​ຕົກ​ໃນ​ບາບ ຈົ່ງ​ຄວັດ​ຕາ​ນັ້ນ​ອອກ​ແລະ​ຖິ້ມ​ໄກ​ຈາກ​ຕົວ​ເສຍ​ເຖີ້ນ.” (ມັດທາຍ 5:28, 29) ດັ່ງ​ນັ້ນ ເຮົາ​ຕ້ອງ​ບໍ່​ເບິ່ງ​ສື່​ລາມົກ​ແລະ​ບໍ່​ຟັງ​ເພງ​ທີ່​ກ່ຽວ​ກັບ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ໂປໂລ​ບອກ​ວ່າ: “ໃຫ້​ກຳຈັດ​ແນວ​ໂນ້ມ​ແບບ​ໂລກ​ເຊິ່ງ​ຢູ່​ໃນ​ອະໄວຍະວະ​ຂອງ​ພວກ​ເຈົ້າ ຄື​ການ​ຜິດ​ສິນລະທຳ​ທາງ​ເພດ.” (ໂກໂລດ 3:5, ລ.ມ.) ເຮົາ​ຍັງ​ຕ້ອງ​ຄວບຄຸມ​ສິ່ງ​ທີ່​ເຮົາ​ຄິດ​ແລະ​ເລື່ອງ​ທີ່​ເຮົາ​ເວົ້າ​ນຳ.—ເອເຟດ 5:3-5

ເຮົາ​ຄວນ​ທຸ່ມ​ເທ​ໃຫ້​ກັບ​ວຽກ​ອາຊີບ​ໃນ​ໂລກ​ນີ້​ບໍ?

11. ເປັນ​ຫຍັງ​ເຮົາ​ອາດ​ຢາກ​ມີ​ວຽກ​ອາຊີບ​ທີ່​ດີ?

11 “ວຽກ​ອາຊີບ​ທີ່​ດີ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ.” ອາດ​ມີ​ຄົນ​ບອກ​ໃຫ້​ເຮົາ​ທຸ່ມ​ເທ​ເວລາ​ແລະ​ກຳລັງ​ໃຫ້​ກັບ​ວຽກ​ອາຊີບ​ໃນ​ໂລກ ໂດຍ​ສະເພາະ​ຖ້າ​ວຽກ​ນັ້ນ​ເຮັດ​ໃຫ້​ເຈົ້າ​ມີ​ຊື່ສຽງ ອຳນາດ​ແລະ​ຮັ່ງມີ. ເນື່ອງ​ຈາກ​ຫຼາຍ​ຄົນ​ຄິດ​ວ່າ​ວຽກ​ອາຊີບ​ທີ່​ດີ​ເປັນ​ເຄັດ​ລັບ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສຸກ ນັ້ນ​ອາດ​ເຮັດ​ໃຫ້​ເຮົາ​ເລີ່ມ​ຄິດ​ແບບ​ນັ້ນ​ຄື​ກັນ.

12. ການ​ປະສົບ​ຄວາມ​ສຳເລັດ​ໃນ​ວຽກ​ອາຊີບ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ແທ້ໆບໍ?

12 ວຽກ​ອາຊີບ​ທີ່​ເຮັດ​ໃຫ້​ມີ​ອຳນາດ​ຫຼື​ຊື່ສຽງ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ແທ້ໆບໍ? ບໍ່. ລອງ​ຄິດ​ເບິ່ງ ຊາຕານ​ຢາກ​ມີ​ອຳນາດ​ແລະ​ຊື່ສຽງ ແລະ​ມັນ​ກໍ​ໄດ້​ໃນ​ສິ່ງ​ທີ່​ມັນ​ຕ້ອງການ ແຕ່​ມັນ​ພັດ​ໃຈ​ຮ້າຍ​ແລະ​ບໍ່​ມີ​ຄວາມ​ສຸກ. (ມັດທາຍ 4:8, 9; ຄຳປາກົດ 12:12) ໃນ​ທາງ​ກົງ​ກັນ​ຂ້າມ ຂໍ​ໃຫ້​ຄິດ​ວ່າ​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ສໍ່າ​ໃດ​ເມື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ເລື່ອງ​ພະເຈົ້າ​ແລະ​ຄວາມ​ຫວັງ​ທີ່​ດີ​ເລີດ​ທີ່​ພະອົງ​ສັນຍາ​ໄວ້. ບໍ່​ມີ​ວຽກ​ໃດ​ໃນ​ໂລກ​ນີ້​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ແບບ​ນັ້ນ​ໄດ້. ນອກ​ຈາກ​ນັ້ນ ເພື່ອ​ຈະ​ປະສົບ​ຄວາມ​ສຳເລັດ​ໃນ​ວຽກ​ອາຊີບ ຫຼາຍ​ຄົນ​ໃນ​ໂລກ​ນີ້​ຕ້ອງ​ກາຍ​ເປັນ​ຄົນ​ມັກ​ແຂ່ງ​ຂັນ ຕໍ່​ສູ້​ກັນ ຫຼື​ອິດສາ​ຄົນ​ອື່ນ. ແຕ່​ສຸດ​ທ້າຍ​ແລ້ວ​ເຂົາ​ເຈົ້າ​ກໍ​ຮູ້ສຶກ​ວ່າ​ຊີວິດ​ຫວ່າງ​ເປົ່າ. ຄຳພີ​ໄບເບິນ​ບອກ​ວ່າ​ການ​ເຮັດ​ແບບ​ນີ້​ເປັນ​ການ “ໄລ່​ຕິດ​ຕາມ​ລົມ.”—ຜູ້​ເທສະໜາ​ປ່າວ​ປະກາດ 4:4

13. (ກ) ເຮົາ​ຄວນ​ຄິດ​ແນວ​ໃດ​ກ່ຽວ​ກັບ​ວຽກ​ອາຊີບ? (ຂ) ອັນ​ໃດ​ເຮັດ​ໃຫ້​ໂປໂລ​ມີ​ຄວາມ​ສຸກ​ແທ້?

13 ແນ່ນອນ​ວ່າ​ເຮົາ​ຕ້ອງ​ຫາ​ລ້ຽງ​ຊີວິດ​ແລະ​ບໍ່​ຜິດ​ທີ່​ເຮົາ​ຈະ​ເລືອກ​ວຽກ​ທີ່​ເຮົາ​ມັກ ແຕ່​ວຽກ​ຂອງ​ເຮົາ​ບໍ່​ຄວນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ພະ​ເຍຊູ​ບອກ​ວ່າ: “ບໍ່​ມີ​ຜູ້​ໃດ​ອາດ​ເປັນ​ຂ້າ​ໃຊ້​ຂອງ​ເຈົ້ານາຍ 2 ທ່ານ​ໄດ້ ເຫດ​ວ່າ​ເພິ່ນ​ຈະ​ຊັງ​ນາຍ​ຜູ້​ນີ້​ແລະ​ຮັກ​ນາຍ​ຜູ້​ນັ້ນ ຫຼື​ຈະ​ຕິດ​ພັນ​ກັບ​ນາຍ​ຜູ້​ນີ້​ແລະ​ປະໝາດ​ນາຍ​ຜູ້​ນັ້ນ. ທ່ານ​ທັງ​ຫຼາຍ​ອາດ​ເປັນ​ຂ້າ​ໃຊ້​ຂອງ​ພະເຈົ້າ​ແລະ​ຂ້າ​ໃຊ້​ຂອງ​ເຂົ້າ​ຂອງ​ເງິນ​ຄຳ​ກໍ​ບໍ່​ໄດ້.” (ມັດທາຍ 6:24) ການ​ຮັບໃຊ້​ພະ​ເຢໂຫວາ​ແລະ​ການ​ສອນ​ຄຳພີ​ໄບເບິນ​ໃຫ້​ຄົນ​ອື່ນ ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ. ອັກຄະສາວົກ​ໂປໂລ​ກໍ​ມີ​ປະສົບການ​ກ່ຽວ​ກັບ​ເລື່ອງ​ນີ້. ຕອນ​ລາວ​ຍັງ​ໜຸ່ມ ລາວ​ທຸ່ມ​ເທ​ທີ່​ຈະ​ປະສົບ​ຜົນ​ສຳເລັດ​ໃນ​ວຽກ​ອາຊີບ. ແຕ່​ຕໍ່​ມາ​ລາວ​ກໍ​ພົບ​ວ່າ​ຄວາມ​ສຸກ​ທີ່​ແທ້​ຈິງ​ຄື​ການ​ໄດ້​ເຫັນ​ວິທີ​ທີ່​ຂ່າວ​ສານ​ຂອງ​ພະເຈົ້າ​ປ່ຽນ​ແປງ​ຊີວິດ​ຄົນ​ທີ່​ລາວ​ປະກາດ​ນຳ. (ອ່ານ 1 ເທຊະໂລນີກ 2:13, 19, 20) ບໍ່​ມີ​ວຽກ​ອາຊີບ​ໃດ​ໃນ​ໂລກ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ເທົ່າ​ກັບ​ການ​ຮັບໃຊ້​ພະ​ເຢໂຫວາ​ແລະ​ສອນ​ຄົນ​ອື່ນ​ໃຫ້​ຮູ້ຈັກ​ພະອົງ!

ເຮົາ​ມີ​ຄວາມ​ສຸກ​ເມື່ອ​ໄດ້​ຊ່ວຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະເຈົ້າ (ເບິ່ງ​ຂໍ້ 12, 13)

ເຮົາ​ແກ້ໄຂ​ບັນຫາ​ຂອງ​ໂລກ​ນີ້​ໄດ້​ບໍ?

14. ເປັນ​ຫຍັງ​ຜູ້​ຄົນ​ມັກ​ຄິດ​ວ່າ​ມະນຸດ​ສາມາດ​ແກ້ໄຂ​ບັນຫາ​ຂອງ​ຕົວ​ເອງ​ໄດ້?

14 “ມະນຸດ​ແກ້ໄຂ​ບັນຫາ​ຂອງ​ຕົວ​ເອງ​ໄດ້.” ຫຼາຍ​ຄົນ​ມັກ​ຄິດ​ແບບ​ນີ້. ຍ້ອນ​ຫຍັງ? ຖ້າ​ຄວາມ​ຄິດ​ນີ້​ເປັນ​ເລື່ອງ​ຈິງ ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະເຈົ້າ​ແລະ​ເຮົາ​ສາມາດ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາ​ຢາກ​ເຮັດ. ເຈົ້າ​ອາດ​ໄດ້​ຍິນ​ຄົນ​ເວົ້າ​ວ່າ​ບັນຫາ​ເລື່ອງ​ສົງຄາມ ອາ​ຊະ​ຍາ​ກຳ ພະຍາດ ແລະ​ຄວາມ​ທຸກ​ຍາກ​ກຳລັງ​ຫຼຸດ​ລົງ. ລາຍງານ​ໜຶ່ງ​ບອກ​ວ່າ: “ສາເຫດ​ທີ່​ສັງຄົມ​ມະນຸດ​ດີ​ຂຶ້ນ​ກໍ​ເປັນ​ຍ້ອນ​ວ່າ​ເຂົາ​ເຈົ້າ​ຕັດສິນ​ໃຈ​ຈະ​ເຮັດ​ໃຫ້​ໂລກ​ນີ້​ໜ້າ​ຢູ່​ຂຶ້ນ.” ນີ້​ເປັນ​ຄວາມ​ຈິງ​ບໍ? ແລ້ວ​ມະນຸດ​ຫາ​ທາງ​ແກ້ໄຂ​ບັນຫາ​ຂອງ​ໂລກ​ໄດ້​ແທ້ໆບໍ? ໃຫ້​ເຮົາ​ມາ​ເບິ່ງ​ຂໍ້​ເທັດ​ຈິງ​ນຳ​ກັນ.

15. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ບັນຫາ​ໃນ​ໂລກ​ນີ້​ຮຸນແຮງ​ຫຼາຍ?

15 ເຄີຍ​ມີ​ມະນຸດ​ຄົນ​ໃດ​ແກ້​ບັນຫາ​ເລື່ອງ​ສົງຄາມ​ໄດ້​ບໍ? ສົງຄາມ​ໂລກ​ຄັ້ງ​ທີ 1 ແລະ 2 ມີ​ຫຼາຍ​ກວ່າ 60 ລ້ານ​ຄົນ​ເສຍ​ຊີວິດ. ໃນ​ລະຫວ່າງ​ປີ 2015 ປີ​ດຽວ ມີ 12,4 ລ້ານ​ຄົນ​ຕ້ອງ​ໄດ້​ອອກ​ຈາກ​ເຮືອນ​ຍ້ອນ​ສົງຄາມ​ຫຼື​ການ​ຂົ່ມເຫງ. ສິ່ງ​ນີ້​ເຮັດ​ໃຫ້​ຈຳນວນ​ຜູ້​ລີ້​ໄພ​ທັງ​ໝົດ​ເພີ່ມ​ຂຶ້ນ​ເປັນ 65 ລ້ານ​ຄົນ. ກ່ຽວ​ກັບ​ອາ​ຊະ​ຍາ​ກຳ​ເດ? ໃນ​ບາງ​ບ່ອນ​ອາ​ຊະ​ຍາ​ກຳ​ບາງ​ປະເພດ​ອາດ​ຫຼຸດ​ລົງ ແຕ່​ໃນ​ຂະນະ​ດຽວ​ກັນ​ອາ​ຊະ​ຍາ​ກຳ​ປະເພດ​ອື່ນໆກຳລັງ​ເພີ່ມ​ຂຶ້ນ​ເລື້ອຍໆ ເຊັ່ນ: ອາ​ຊະ​ຍາ​ກຳ​ທາງ​ຄອມພິວເຕີ ຄວາມ​ຮຸນແຮງ​ໃນ​ຄອບຄົວ ການ​ກໍ່​ການ​ຮ້າຍ ແລະ​ການ​ສໍ້​ໂກງ. ຈະ​ວ່າ​ແນວ​ໃດ​ກ່ຽວ​ກັບ​ພະຍາດ? ເປັນ​ເລື່ອງ​ຈິງ​ທີ່​ວ່າ​ມະນຸດ​ພົບ​ວິທີ​ປິ່ນປົວ​ພະຍາດ​ບາງ​ຢ່າງ. ແຕ່​ໃນ​ປີ 2013 ມີ​ລາຍງານ​ວ່າ ແຕ່​ລະ​ປີ​ມີ 9 ລ້ານ​ຄົນ​ທີ່​ມີ​ອາຍຸ​ຕໍ່າ​ກວ່າ 60 ປີ​ຕາຍ​ຍ້ອນ​ພະຍາດ​ຫົວໃຈ ຫຼອດ​ເລືອດ​ໃນ​ສະໝອງ ມະເຮັງ ລະບົບ​ທາງ​ເດີນ​ຫາຍ​ໃຈ ແລະ​ເບົາ​ຫວານ. ແລ້ວ​ຈະ​ວ່າ​ແນວ​ໃດ​ກັບ​ເລື່ອງ​ຄວາມ​ທຸກ​ຍາກ? ທະນາຄານ​ໂລກ​ລາຍງານ​ວ່າ​ຈຳນວນ​ຄົນ​ທີ່​ມີ​ຊີວິດ​ຢ່າງ​ທຸກ​ຍາກ​ໃນ​ອາຝຼິກກາ​ເພີ່ມ​ຂຶ້ນ​ຈາກ 280 ລ້ານ​ຄົນ​ໃນ​ປີ 1990 ເປັນ 330 ລ້ານ​ຄົນ​ໃນ​ປີ 2012.

16. (ກ) ເປັນ​ຫຍັງ​ຈຶ່ງ​ມີ​ພຽງ​ລາຊະອານາຈັກ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ແກ້ໄຂ​ບັນຫາ​ຂອງ​ໂລກ​ນີ້​ໄດ້? (ຂ) ທັງ​ເອຊາອີ​ແລະ​ຜູ້​ຂຽນ​ຄຳເພງ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ສິ່ງ​ທີ່​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເຮັດ?

16 ຂໍ້​ເທັດ​ຈິງ​ເຫຼົ່າ​ນີ້​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ແປກ​ໃຈ. ທຸກ​ມື້​ນີ້​ເສດຖະກິດ​ແລະ​ອົງການ​ທາງ​ການ​ເມືອງ​ຖືກ​ຄວບຄຸມ​ໂດຍ​ຄົນ​ທີ່​ເຫັນ​ແກ່​ຕົວ. ຄົນ​ເຫຼົ່າ​ນັ້ນ​ບໍ່​ສາມາດ​ຢຸດ​ສົງຄາມ ອາ​ຊະ​ຍາ​ກຳ ພະຍາດ ແລະ​ຄວາມ​ທຸກ​ຍາກ​ໄດ້. ມີ​ພຽງ​ລາຊະອານາຈັກ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ເຮັດ​ໄດ້. ລອງ​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ເພື່ອ​ມະນຸດ​ຊາດ. ລາຊະອານາຈັກ​ຂອງ​ພະອົງ​ຈະ​ກຳຈັດ​ຕົ້ນ​ເຫດ​ທັງ​ໝົດ​ຂອງ​ສົງຄາມ ເຊັ່ນ: ຄວາມ​ເຫັນ​ແກ່​ຕົວ ການ​ສໍ້​ໂກງ ຊາດ​ນິຍົມ ສາສະໜາ​ປອມ ແລະ​ຊາຕານ. (ຄຳເພງ 46:8, 9) ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ອາ​ຊະ​ຍາ​ກຳ​ໝົດ​ໄປ. ແມ່ນ​ແຕ່​ໃນ​ທຸກ​ມື້​ນີ້ ລາຊະອານາຈັກ​ນີ້​ກໍ​ສອນ​ຫຼາຍ​ລ້ານ​ຄົນ​ໃຫ້​ຮັກ​ແລະ​ໄວ້​ໃຈ​ເຊິ່ງ​ກັນ​ແລະ​ກັນ. ບໍ່​ມີ​ການ​ປົກຄອງ​ໃດ​ທີ່​ຈະ​ສາມາດ​ເຮັດ​ແບບ​ນີ້​ໄດ້. (ເອຊາອີ 11:9) ອີກ​ບໍ່​ດົນ ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ພະຍາດ​ຕ່າງໆໝົດ​ໄປ ແລະ​ຈະ​ເຮັດ​ໃຫ້​ມະນຸດ​ທຸກ​ຄົນ​ມີ​ສຸຂະພາບ​ສົມບູນ​ແຂງແຮງ. (ເອຊາອີ 35:5, 6) ພະ​ເຢໂຫວາ​ຈະ​ກຳຈັດ​ຄວາມ​ທຸກ​ຍາກ​ແລະ​ເຮັດ​ໃຫ້​ທຸກ​ຄົນ​ມີ​ຄວາມ​ສຸກ​ແລະ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະອົງ. ສິ່ງ​ນີ້​ມີ​ຄ່າ​ຫຼາຍ​ກວ່າ​ເງິນ ບໍ່​ວ່າ​ເງິນ​ນັ້ນ​ຈະ​ມີ​ຈຳນວນ​ຫຼາຍ​ສໍ່າ​ໃດ.—ຄຳເພງ 72:12, 13

“ຮູ້​ວ່າ​ຄວນ​ຕອບ​ແຕ່​ລະ​ຄົນ​ຢ່າງ​ໃດ”

17. ເຈົ້າ​ຈະ​ປະຕິເສດ​ຄວາມ​ຄິດ​ແບບ​ຄົນ​ທົ່ວໄປ​ໃນ​ໂລກ​ໄດ້​ແນວ​ໃດ?

17 ຖ້າ​ເຈົ້າ​ໄດ້​ຍິນ​ຄວາມ​ຄິດ​ຂອງ​ຄົນ​ສ່ວນ​ໃຫຍ່​ທີ່​ບໍ່​ຄື​ກັບ​ຄວາມ​ເຊື່ອ​ຂອງ​ເຈົ້າ ຂໍ​ໃຫ້​ເຈົ້າ​ສຶກສາ​ຄົ້ນ​ຄວ້າ​ເບິ່ງ​ວ່າ​ໃນ​ຄຳພີ​ໄບເບິນ​ບອກ​ແນວ​ໃດ​ແລະ​ລົມ​ກັບ​ພີ່​ນ້ອງ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ດ້ານ​ຄວາມ​ເຊື່ອ. ຫາ​ເຫດຜົນ​ວ່າ​ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ມັກ​ຄິດ​ແບບ​ນັ້ນ ແລ້ວ​ເປັນ​ຫຍັງ​ຄວາມ​ຄິດ​ແບບ​ນັ້ນ​ຈຶ່ງ​ບໍ່​ຖືກຕ້ອງ ແລະ​ເຈົ້າ​ຈະ​ປະຕິເສດ​ຄວາມ​ຄິດ​ແບບ​ນັ້ນ​ໄດ້​ແນວ​ໃດ. ເຮົາ​ສາມາດ​ປ້ອງກັນ​ຕົວ​ເອງ​ຈາກ​ຄວາມ​ຄິດ​ແບບ​ຄົນ​ທົ່ວໄປ​ໃນ​ໂລກ​ໄດ້​ໂດຍ​ເຮັດ​ຕາມ​ສິ່ງ​ທີ່​ໂປໂລ​ບອກ​ໄວ້​ວ່າ: “ໃຫ້​ພວກ​ເຈົ້າ​ໃຊ້​ສະຕິ​ປັນຍາ​ເມື່ອ​ຕິດ​ຕໍ່​ກ່ຽວ​ຂ້ອງ​ກັບ​ຄົນ​ນອກ​ປະຊາຄົມ​ຄລິດສະຕຽນ . . . ຈະ​ໄດ້​ຮູ້​ວ່າ​ຄວນ​ຕອບ​ແຕ່​ລະ​ຄົນ​ຢ່າງ​ໃດ.”—ໂກໂລດ 4:5, 6, ລ.ມ.

^ ຂໍ້ 9 ຄຳພີ​ໄບເບິນ​ສະບັບ​ແປ​ບາງ​ສະບັບ​ມີ​ໂຢຮັນ 7:53–8:11 ເຊິ່ງ​ທີ່​ຈິງ​ແລ້ວ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຂໍ້​ຄວາມ​ຕົ້ນ​ສະບັບ​ຂອງ​ຄຳພີ​ໄບເບິນ. ບາງ​ຄົນ​ໄດ້​ອ່ານ​ຂໍ້​ເຫຼົ່າ​ນີ້​ທີ່​ເພີ່ມ​ເຂົ້າ​ມາ​ແລະ​ຕີ​ຄວາມ​ໝາຍ​ຜິດ​ວ່າ​ສະເພາະ​ຄົນ​ທີ່​ບໍ່​ມີ​ບາບ​ເທົ່າ​ນັ້ນ​ທີ່​ຕັດສິນ​ໄດ້​ວ່າ​ໃຜ​ເຮັດ​ຜິດ​ຫຼື​ບໍ່​ໄດ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ແຕ່​ກົດ​ໝາຍ​ທີ່​ພະເຈົ້າ​ໃຫ້​ຊາວ​ອິດສະລາແອນ​ບອກ​ວ່າ: “ຖ້າ​ເຂົາ​ພົບ​ຊາຍ​ຜູ້​ໜຶ່ງ​ນອນ​ນຳ​ຍິງ​ທີ່​ມີ​ຜົວ​ແລ້ວ ເຂົາ​ຕ້ອງ​ຖືກ​ໂທດ​ປະຫານ​ຊີວິດ​ທັງ​ສອງ.”—ພະບັນຍັດ 22:22