ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າປົງໃຈໃນພະເຢໂຫວາແລະໃຫ້ພະອົງເປັນບ່ອນລີ້ໄພຂອງເຈົ້າບໍ?

ເຈົ້າປົງໃຈໃນພະເຢໂຫວາແລະໃຫ້ພະອົງເປັນບ່ອນລີ້ໄພຂອງເຈົ້າບໍ?

“ພະ​ເຢໂຫວາ​ໂຜດ​ໄຖ່​ຈິດ​ໃຈ [“ຊີວິດ,” ລ.ມ.] ຂອງ​ພວກ​ຂ້າ​ໃຊ້​ຂອງ​ພະອົງ ແລະ​ຄົນ​ທັງ​ຫຼາຍ​ທີ່​ປົງ​ໃຈ​ໃນ​ພະອົງ​ຈະ​ບໍ່​ມີ​ໂທດ​ສັກ​ຄົນ​ດຽວ.”—ຄຳເພງ 34:22

ເພງ: 8, 54

1. ບາບ​ເຮັດ​ໃຫ້​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະເຈົ້າ​ຫຼາຍ​ຄົນ​ຮູ້ສຶກ​ແນວ​ໃດ?

ອັກຄະສາວົກ​ໂປໂລ​ຂຽນ​ວ່າ: “ເຮົາ​ຊ່າງ​ເປັນ​ຄົນ​ທຸກ​ເຂັນ​ໃຈ​ແທ້​ໜໍ!” (ໂລມ 7:24, ທ.ປ.) ທຸກ​ມື້​ນີ້ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຫຼາຍ​ຄົນ​ຮູ້ສຶກ​ທໍ້​ໃຈ​ແລະ​ເປັນ​ທຸກ​ຄື​ກັບ​ໂປໂລ. ຍ້ອນ​ຫຍັງ? ເພາະ​ເຖິງ​ວ່າ​ເຮົາ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ແຕ່​ເຮົາ​ກໍ​ເປັນ​ຄົນ​ບາບ​ແລະ​ບໍ່​ສົມບູນ​ແບບ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ຮູ້ສຶກ​ທໍ້​ໃຈ​ເມື່ອ​ບໍ່​ໄດ້​ເຮັດ​ໃຫ້​ພະອົງ​ພໍ​ໃຈ. ຄລິດສະຕຽນ​ບາງ​ຄົນ​ທີ່​ເຮັດ​ບາບ​ຮ້າຍແຮງ​ອາດ​ເຖິງ​ຂັ້ນ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ມີ​ວັນ​ໃຫ້​ອະໄພ​ເຂົາ​ເຈົ້າ​ແທ້ໆ.

2. (ກ) ຄຳເພງ 34:22 ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ແນວ​ໃດ​ວ່າ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະເຈົ້າ​ບໍ່​ຕ້ອງ​ຈົມ​ຢູ່​ກັບ​ຄວາມ​ຮູ້ສຶກ​ຜິດ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້? (ເບິ່ງ​ຂອບ “ເປັນ​ບົດຮຽນ​ຫຼື​ເປັນ​ພາບ​ໝາຍ​ເຖິງ?”)

2 ພະ​ຄຳພີ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ຖ້າ​ເຮົາ​ປົງ​ໃຈ​ໃນ​ພະ​ເຢໂຫວາ​ແລະ​ໃຫ້​ພະອົງ​ເປັນ​ບ່ອນ​ລີ້​ໄພ ເຮົາ​ກໍ​ບໍ່​ຕ້ອງ​ຈົມ​ຢູ່​ກັບ​ຄວາມ​ຮູ້ສຶກ​ຜິດ. (ອ່ານ​ຄຳເພງ 34:22) ແຕ່​ການ​ປົງ​ໃຈ​ໃນ​ພະ​ເຢໂຫວາ​ແລະ​ໃຫ້​ພະອົງ​ເປັນ​ບ່ອນ​ລີ້​ໄພ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຕ້ອງ​ເຮັດ​ຫຍັງ​ຖ້າ​ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ເມດຕາ​ແລະ​ໃຫ້​ອະໄພ​ເຮົາ? ເຮົາ​ຈະ​ໄດ້​ຄຳຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້​ຈາກ​ການ​ຮຽນ​ຮູ້​ກ່ຽວ​ກັບ​ການ​ຈັດ​ກຽມ​ເລື່ອງ​ເມືອງ​ລີ້​ໄພ​ໃນ​ອິດສະລາແອນ​ບູຮານ. ການ​ຈັດ​ກຽມ​ນີ້​ຢູ່​ພາຍ​ໃຕ້​ສັນຍາ​ແຫ່ງ​ພະບັນຍັດ ເຊິ່ງ​ກົດ​ໝາຍ​ນີ້​ຖືກ​ແທນ​ທີ່​ໄປ​ແລ້ວ​ໃນ​ວັນ​ເພນເຕກອດ​ປີ 33. ແນວ​ໃດ​ກໍ​ຕາມ​ກົດ​ໝາຍ​ນັ້ນ​ແມ່ນ​ພະ​ເຢໂຫວາ​ເປັນ​ຜູ້​ຕັ້ງ​ຂຶ້ນ. ດັ່ງ​ນັ້ນ ການ​ຈັດ​ກຽມ​ເລື່ອງ​ເມືອງ​ລີ້​ໄພ​ຈະ​ຊ່ວຍ​ເຮົາ​ໃຫ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ເບິ່ງ​ການ​ເຮັດ​ບາບ ຄົນ​ທີ່​ເຮັດ​ບາບ ແລະ​ຄົນ​ທີ່​ກັບ​ໃຈ​ແລ້ວ​ແນວ​ໃດ. ທຳອິດ ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ຊາວ​ອິດສະລາແອນ​ມີ​ເມືອງ​ລີ້​ໄພ ແລະ​ໃຜ​ຈະ​ເຂົ້າ​ໄປ​ໃນ​ເມືອງ​ນີ້​ແລະ​ລາວ​ຕ້ອງ​ເຮັດ​ຫຍັງ.

“ຈົ່ງ​ເລືອກ​ເອົາ​ບັນດາ​ເມືອງ​ລີ້​ໄພ”

3. ຊາວ​ອິດສະລາແອນ​ຕ້ອງ​ເຮັດ​ຫຍັງ​ກັບ​ຄາຕະກອນ?

3 ພະ​ເຢໂຫວາ​ຖື​ວ່າ​ເປັນ​ເລື່ອງ​ຮ້າຍແຮງ​ຫຼາຍ​ຖ້າ​ມີ​ໃຜ​ບາງ​ຄົນ​ຖືກ​ຂ້າ. ຖ້າ​ຊາວ​ອິດສະລາແອນ​ຂ້າ​ໃຜ​ບາງ​ຄົນ​ໂດຍ​ເຈຕະນາ “ຜູ້​ຕອບ​ແທນ​ເລືອດ” ຫຼື​ຄົນ​ທີ່​ມີ​ສິດ​ແກ້ແຄ້ນ​ເຊິ່ງ​ກໍ​ຄື​ຍາດ​ພີ່​ນ້ອງ​ໃກ້​ຊິດ​ທີ່​ສຸດ​ທີ່​ເປັນ​ຜູ້​ຊາຍ​ຂອງ​ຜູ້​ທີ່​ຖືກ​ຂ້າ​ຈະ​ຂ້າ​ຄາຕະກອນ​ຄົນ​ນັ້ນ. (ຈົດເຊັນບັນຊີ 35:19) ການ​ກະທຳ​ແບບ​ນີ້​ເປັນ​ການ​ຊົດ​ໃຊ້​ຊີວິດ​ໃຫ້​ກັບ​ຄົນ​ບໍລິສຸດ​ທີ່​ຕ້ອງ​ຕາຍ​ໄປ. ຖ້າ​ບໍ່​ຮີບ​ຈັດການ​ກັບ​ຄາຕະກອນ​ຄົນ​ນັ້ນ ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ​ກໍ​ຈະ​ເປິ​ເປື້ອນ​ແລະ​ບໍ່​ບໍລິສຸດ​ອີກ​ຕໍ່​ໄປ. ພະ​ເຢໂຫວາ​ສັ່ງ​ວ່າ: “ຢ່າ​ໃຫ້​ແຜ່ນດິນ​ທີ່​ທ່ານ​ຢູ່​ບັງເກີດ​ເປັນ​ຖ່ອຍ​ຮ້າຍ” ໂດຍ​ການ​ຂ້າ​ຄົນ.—ຈົດເຊັນບັນຊີ 35:33, 34

4. ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ຊາວ​ອິດສະລາແອນ​ເຮັດ​ໃຫ້​ບາງ​ຄົນ​ຕາຍ​ໂດຍ​ບໍ່​ເຈຕະນາ?

4 ແຕ່​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຊາວ​ອິດສະລາແອນ​ທີ່​ເຮັດ​ໃຫ້​ບາງ​ຄົນ​ຕາຍ​ໂດຍ​ບໍ່​ເຈຕະນາ? ເຖິງ​ວ່າ​ເປັນ​ອຸບັດ​ຕິ​ເຫດ​ທີ່​ບໍ່​ຕັ້ງ​ໃຈ ແຕ່​ລາວ​ກໍ​ຍັງ​ມີ​ຄວາມ​ຜິດ​ທີ່​ຂ້າ​ຄົນ​ບໍລິສຸດ. (ຕົ້ນເດີມ 9:5) ໃນ​ກໍລະນີ​ແບບ​ນີ້ ພະ​ເຢໂຫວາ​ບອກ​ວ່າ​ຄົນ​ນັ້ນ​ສົມຄວນ​ໄດ້​ຮັບ​ຄວາມ​ເມດຕາ. ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ສາມາດ​ໜີ​ຈາກ​ຄົນ​ທີ່​ມີ​ສິດ​ແກ້ແຄ້ນ​ແລະ​ໄປ​ເມືອງ​ລີ້​ໄພ​ເມືອງ​ໃດ​ກໍ​ໄດ້​ໃນ 6 ເມືອງ. ຖ້າ​ລາວ​ໄດ້​ຮັບ​ອະນຸຍາດ​ໃຫ້​ຢູ່​ໃນ​ເມືອງ​ນັ້ນ​ລາວ​ກໍ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ. ແຕ່​ລາວ​ຕ້ອງ​ຢູ່​ໃນ​ເມືອງ​ນັ້ນ​ຈົນ​ກວ່າ​ປະໂລຫິດ​ໃຫຍ່​ຈະ​ຕາຍ.—ຈົດເຊັນບັນຊີ 35:15, 28

5. ເປັນ​ຫຍັງ​ການ​ຈັດ​ກຽມ​ເລື່ອງ​ເມືອງ​ລີ້​ໄພ​ຊ່ວຍ​ເຮົາ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ​ດີ​ຂຶ້ນ?

5 ການ​ຈັດ​ກຽມ​ເລື່ອງ​ເມືອງ​ລີ້​ໄພ​ບໍ່​ໄດ້​ມາ​ຈາກ​ຄວາມ​ຄິດ​ຂອງ​ມະນຸດ ແຕ່​ມາ​ຈາກ​ພະ​ເຢໂຫວາ. ພະອົງ​ສັ່ງ​ໂຢຊວຍ​ໃຫ້​ໄປ​ບອກ​ຊາວ​ອິດສະລາແອນ​ວ່າ: “ຈົ່ງ​ເລືອກ​ເອົາ​ບັນດາ​ເມືອງ​ລີ້​ໄພ.” ເມືອງ​ເຫຼົ່າ​ນີ້​ຈຶ່ງ​ຖືກ “ຕັ້ງ​ໄວ້​ຕ່າງ​ຫາກ.” (ໂຢຊວຍ 20:1, 2, ທ.ປ., 7, 8) ເຫັນ​ໄດ້​ແຈ້ງ​ວ່າ ພະ​ເຢໂຫວາ​ຕັດສິນ​ໃຈ​ໄວ້​ແລ້ວ​ວ່າ​ເມືອງ​ເຫຼົ່າ​ນີ້​ຄວນ​ຖືກ​ຕັ້ງ​ໄວ້​ຕ່າງ​ຫາກ. ດັ່ງ​ນັ້ນ ຈາກ​ການ​ຈັດ​ກຽມ​ນີ້ ເຮົາ​ສາມາດ​ຮຽນ​ຮູ້​ໄດ້​ຫຼາຍ​ຢ່າງ​ກ່ຽວ​ກັບ​ພະ​ເຢໂຫວາ. ຕົວຢ່າງ: ເລື່ອງ​ເມືອງ​ລີ້​ໄພ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ​ດີ​ຂຶ້ນ ແລະ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ປົງ​ໃຈ​ໃນ​ພະ​ເຢໂຫວາ​ແລະ​ໃຫ້​ພະອົງ​ເປັນ​ບ່ອນ​ລີ້​ໄພ.

ລາວ​ຕ້ອງ ‘ເລົ່າ​ເລື່ອງ​ທີ່​ເກີດ​ຂຶ້ນ’ ໃຫ້​ຜູ້​ເຖົ້າ​ແກ່​ຟັງ

6, 7. (ກ) ພວກ​ຜູ້​ເຖົ້າ​ແກ່​ມີ​ບົດບາດ​ຫຍັງ​ໃນ​ເລື່ອງ​ການ​ຕັດສິນ​ຄະດີ​ຂອງ​ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ? (ເບິ່ງ​ຮູບ​ທຳອິດ) (ຂ) ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສະຫຼາດ​ທີ່​ຄົນ​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ຕ້ອງ​ໄປ​ລົມ​ກັບ​ຜູ້​ເຖົ້າ​ແກ່?

6 ຖ້າ​ຊາວ​ອິດສະລາແອນ​ຄົນ​ໜຶ່ງ​ຂ້າ​ຄົນ​ໂດຍ​ບໍ່​ໄດ້​ເຈຕະນາ ລາວ​ຕ້ອງ​ຟ້າວ​ໄປ​ເມືອງ​ລີ້​ໄພ ແລະ ‘ເລົ່າ​ເລື່ອງ​ທີ່​ເກີດ​ຂຶ້ນ’ ໃຫ້​ຜູ້​ເຖົ້າ​ແກ່​ຢູ່​ປະຕູ​ເມືອງ​ຟັງ. ພວກ​ຜູ້​ເຖົ້າ​ແກ່​ຕ້ອງ​ຮັບ​ລາວ​ເຂົ້າ​ໄປ​ໃນ​ເມືອງ​ແລະ​ໃຫ້​ບ່ອນ​ພັກ​ກັບ​ລາວ. (ໂຢຊວຍ 20:4) ຫຼັງ​ຈາກ​ນັ້ນ ພວກ​ຜູ້​ເຖົ້າ​ແກ່​ຈະ​ສົ່ງ​ລາວ​ກັບ​ໄປ​ຕັດສິນ​ຄະດີ​ໃນ​ເມືອງ​ທີ່​ເກີດ​ເຫດ. (ອ່ານ​ຈົດເຊັນບັນຊີ 35:24, 25) ຖ້າ​ຜູ້​ເຖົ້າ​ແກ່​ຕັດສິນ​ວ່າ​ການ​ຕາຍ​ເປັນ​ອຸບັດ​ຕິ​ເຫດ ເຂົາ​ເຈົ້າ​ກໍ​ຈະ​ສົ່ງ​ຄົນ​ນັ້ນ​ກັບ​ໄປ​ເມືອງ​ລີ້​ໄພ.

7 ເປັນ​ຫຍັງ​ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ຕ້ອງ​ເລົ່າ​ເລື່ອງ​ໃຫ້​ຜູ້​ເຖົ້າ​ແກ່​ຟັງ? ພວກ​ຜູ້​ເຖົ້າ​ແກ່​ມີ​ໜ້າ​ທີ່​ຮັກສາ​ຊາດ​ອິດສະລາແອນ​ໃຫ້​ບໍລິສຸດ​ຢູ່​ສະເໝີ​ແລະ​ຊ່ວຍ​ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ໄດ້​ເຈຕະນາ​ໃຫ້​ໄດ້​ຮັບ​ຄວາມ​ເມດຕາ​ຈາກ​ພະ​ເຢໂຫວາ. ນັກ​ວິຊາການ​ດ້ານ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ຂຽນ​ວ່າ: ຖ້າ​ຜູ້​ລີ້​ໄພ​ບໍ່​ໄປ​ຫາ​ພວກ​ຜູ້​ເຖົ້າ​ແກ່ ລາວ​ກໍ​ອາດ​ຈະ​ຖືກ​ຂ້າ ແລະ​ຖ້າ​ລາວ​ຖືກ​ຂ້າ​ຕາຍ​ກໍ​ໂທດ​ໃຜ​ບໍ່​ໄດ້ ຍ້ອນ​ລາວ​ເລືອກ​ທີ່​ຈະ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ພະເຈົ້າ​ສັ່ງ​ເອງ. ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ແລະ​ເຊື່ອ​ຟັງ​ເພື່ອ​ຈະ​ລອດ​ຊີວິດ. ຖ້າ​ລາວ​ບໍ່​ໄປ​ເມືອງ​ລີ້​ໄພ ຍາດ​ພີ່​ນ້ອງ​ທີ່​ໃກ້​ຊິດ​ທີ່​ສຸດ​ຂອງ​ຄົນ​ທີ່​ລາວ​ຂ້າ​ກໍ​ຈະ​ຂ້າ​ລາວ​ໂດຍ​ບໍ່​ມີ​ຄວາມ​ຜິດ.

8, 9. ເປັນ​ຫຍັງ​ຄລິດສະຕຽນ​ທີ່​ເຮັດ​ບາບ​ຮ້າຍແຮງ​ຕ້ອງ​ໄປ​ລົມ​ກັບ​ຜູ້​ເຖົ້າ​ແກ່?

8 ໃນ​ທຸກ​ມື້​ນີ້ ເພື່ອ​ຈະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ຄື​ເກົ່າ ຄລິດສະຕຽນ​ທີ່​ເຮັດ​ບາບ​ຮ້າຍແຮງ​ຕ້ອງ​ໄປ​ຫາ​ຜູ້​ເຖົ້າ​ແກ່​ເພື່ອ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ. ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ? ທຳອິດ ພະ​ເຢໂຫວາ​ແຕ່ງ​ຕັ້ງ​ຜູ້​ເຖົ້າ​ແກ່​ໃຫ້​ຈັດການ​ກັບ​ການ​ເຮັດ​ບາບ​ຮ້າຍແຮງ. (ຢາໂກໂບ 5:14-16) ທີ​ສອງ ຜູ້​ເຖົ້າ​ແກ່​ຈະ​ຊ່ວຍ​ຄົນ​ບາບ​ທີ່​ກັບ​ໃຈ​ໃຫ້​ໄດ້​ຮັບ​ການ​ຍອມ​ຮັບ​ຈາກ​ພະເຈົ້າ​ອີກ​ເທື່ອ​ໜຶ່ງ​ແລະ​ບໍ່​ກັບ​ໄປ​ເຮັດ​ບາບ​ຊໍ້າ​ອີກ. (ຄາລາຊີ 6:1; ເຫບເລີ 12:11) ທີ​ສາມ ຜູ້​ເຖົ້າ​ແກ່​ເປັນ​ຄົນ​ທີ່​ໄດ້​ຮັບ​ອຳນາດ​ແລະ​ຖືກ​ຝຶກ​ມາ​ເພື່ອ​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ບາບ​ທີ່​ກັບ​ໃຈ​ແລະ​ຊ່ວຍ​ລາວ​ໃຫ້​ບໍ່​ຕ້ອງ​ເຈັບ​ປວດ​ແລະ​ຮູ້ສຶກ​ຜິດ​ອີກ. ພະ​ເຢໂຫວາ​ເອີ້ນ​ຜູ້​ເຖົ້າ​ແກ່​ເຫຼົ່າ​ນີ້​ວ່າ​ເປັນ “ທີ່​ເພິ່ງ​ອາໄສ” ຫຼື​ບ່ອນ​ລີ້​ໄພ​ຈາກ​ລົມ​ພາຍຸ. (ເອຊາອີ 32:1, 2) ການ​ຈັດ​ກຽມ​ນີ້​ເປັນ​ວິທີ​ໜຶ່ງ​ທີ່​ສະແດງ​ວ່າ​ພະເຈົ້າ​ເມດຕາ​ເຮົາ​ແທ້ໆ.

9 ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຫຼາຍ​ຄົນ​ຮູ້ສຶກ​ສະບາຍ​ໃຈ​ຫຼາຍ​ຂຶ້ນ​ເມື່ອ​ໄດ້​ລົມ​ກັບ​ຜູ້​ເຖົ້າ​ແກ່​ແລະ​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເຂົາ​ເຈົ້າ. ຕົວຢ່າງ: ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ແດນຽວ​ໄດ້​ເຮັດ​ບາບ​ຮ້າຍແຮງ ແຕ່​ຫຼາຍ​ເດືອນ​ຜ່ານ​ໄປ ລາວ​ກໍ​ບໍ່​ຍອມ​ໄປ​ບອກ​ຜູ້​ເຖົ້າ​ແກ່. ລາວ​ບອກ​ວ່າ: “ເວລາ​ກໍ​ຜ່ານ​ໄປ​ດົນ​ແລ້ວ ຂ້ອຍ​ເລີຍ​ຄິດ​ວ່າ​ມັນ​ຊ້າ​ເກີນ​ໄປ​ແລ້ວ​ທີ່​ຈະ​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເຖົ້າ​ແກ່.” ແຕ່​ລາວ​ກໍ​ຮູ້ສຶກ​ຢ້ານ​ຕະຫຼອດ​ວ່າ​ຈະ​ມີ​ຄົນ​ຮູ້​ວ່າ​ລາວ​ເຮັດ​ຜິດ ແລະ​ເມື່ອ​ລາວ​ອະທິດຖານ​ຍາມ​ໃດ​ກໍ​ຕ້ອງ​ເລີ່ມ​ຕົ້ນ​ດ້ວຍ​ການ​ຂໍ​ໂທດ​ພະ​ເຢໂຫວາ​ທຸກ​ເທື່ອ. ໃນ​ທີ່​ສຸດ​ລາວ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເຖົ້າ​ແກ່. ເມື່ອ​ເບິ່ງ​ຫວນ​ຄືນ​ໄປ ລາວ​ເວົ້າ​ວ່າ: “ຂ້ອຍ​ຢ້ານ​ແທ້ໆທີ່​ຈະ​ໄປ​ລົມ​ກັບ​ຜູ້​ເຖົ້າ​ແກ່ ແຕ່​ເມື່ອ​ໄດ້​ລົມ​ແລ້ວ​ກໍ​ຮູ້ສຶກ​ຄື​ມີ​ໃຜ​ເອົາ​ສິ່ງ​ທີ່​ໜັກໆອອກ​ຈາກ​ບ່າ​ຂ້ອຍ.” ແດນຽວ​ກັບ​ມາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໄດ້​ຢ່າງ​ສະດວກ​ໃຈ​ອີກ​ຄັ້ງ. ຕອນ​ນີ້ ລາວ​ບໍ່​ມີ​ຄວາມ​ຮູ້ສຶກ​ຜິດ​ມາ​ລົບກວນ​ໃຈ ແລະ​ເມື່ອ​ບໍ່​ດົນ​ມາ​ນີ້​ລາວ​ກໍ​ໄດ້​ເປັນ​ຜູ້​ຊ່ວຍ​ງານ​ຮັບໃຊ້.

ລາວ​ຕ້ອງ ‘ປົບ​ໜີ​ໄປ​ເມືອງ​ໃດ​ກໍ​ໄດ້​ທີ່​ຕັ້ງ​ໄວ້​ນັ້ນ’

10. ເພື່ອ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ຕ້ອງ​ເຮັດ​ຫຍັງ?

10 ເພື່ອ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ຕ້ອງ​ຮີບ​ໜີ​ໄປ​ເມືອງ​ລີ້​ໄພ​ທີ່​ໃກ້​ທີ່​ສຸດ. (ອ່ານ​ໂຢຊວຍ 20:4) ລາວ​ຈະ​ລອດ​ຊີວິດ​ກໍ​ຕໍ່​ເມື່ອ​ໄປ​ເຖິງ​ເມືອງ​ນັ້ນ​ແລະ​ຕ້ອງ​ຢູ່​ຫັ້ນ​ຈົນ​ກວ່າ​ປະໂລຫິດ​ໃຫຍ່​ຈະ​ຕາຍ ລາວ​ຕ້ອງ​ຍອມ​ສະລະ​ວຽກ ເຮືອນ​ທີ່​ສະດວກ​ສະບາຍ ແລະ​ອິດ​ສະຫຼະ​ພາບ​ທີ່​ຈະ​ໄປ​ໃສ​ມາ​ໃສ * (ເບິ່ງ​ໄຂ​ເງື່ອນ) ແຕ່​ມັນ​ກໍ​ຄຸ້ມ​ຄ່າ. (ຈົດເຊັນບັນຊີ 35:25) ລາວ​ຕ້ອງ​ຢູ່​ເມືອງ​ນັ້ນ​ຕໍ່ໆໄປ ຖ້າ​ລາວ​ອອກ​ຈາກ​ເມືອງ​ນັ້ນ​ກໍ​ສະແດງ​ວ່າ ລາວ​ບໍ່​ຮູ້ສຶກ​ຫຍັງ​ເລີຍ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ ແລະ​ຊີວິດ​ຂອງ​ລາວ​ກໍ​ຕົກ​ຢູ່​ໃນ​ອັນຕະລາຍ.

11. ຄລິດສະຕຽນ​ທີ່​ກັບ​ໃຈ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ເຫັນ​ຄຸນຄ່າ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ?

11 ທຸກ​ມື້​ນີ້​ຄົນ​ເຮັດ​ຜິດ​ທີ່​ກັບ​ໃຈ​ກໍ​ຕ້ອງ​ເຮັດ​ບາງ​ຢ່າງ​ເຊັ່ນ​ດຽວ​ກັນ​ເພື່ອ​ຈະ​ໄດ້​ຮັບ​ການ​ອະໄພ​ຈາກ​ພະເຈົ້າ. ລາວ​ຕ້ອງ​ເຊົາ​ເຮັດ​ຜິດ ນີ້​ລວມ​ເຖິງ​ລາວ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເຮັດ​ອັນ​ໃດ​ກໍ​ຕາມ​ທີ່​ນຳ​ໄປ​ສູ່​ການ​ເຮັດ​ຜິດ​ຮ້າຍແຮງ. ອັກຄະສາວົກ​ໂປໂລ​ບອກ​ໃຫ້​ຮູ້​ວ່າ​ຄລິດສະຕຽນ​ທີ່​ກັບ​ໃຈ​ໃນ​ເມືອງ​ໂກລິນໂທ​ໄດ້​ເຮັດ​ຫຍັງ ລາວ​ຂຽນ​ວ່າ: “ຄວາມ​ເສຍໃຈ​ແບບ​ທີ່​ພະເຈົ້າ​ພໍ​ໃຈ​ນີ້​ແຫຼະ​ທີ່​ເຮັດ​ໃຫ້​ພວກ​ເຈົ້າ​ຕັ້ງ​ໃຈ​ແທ້ໆທີ່​ຈະ​ເຮັດ​ໃຫ້​ຕົວ​ເອງ​ພົ້ນ​ຄຳ​ຕຳໜິ ເຮັດ​ໃຫ້​ພວກ​ເຈົ້າ​ຄຽດ​ໃຫ້​ຕົວ​ເອງ​ທີ່​ໄດ້​ເຮັດ​ຜິດ​ໄປ ເຮັດ​ໃຫ້​ຢ້ານ ເຮັດ​ໃຫ້​ຢາກ​ຈະ​ກັບ​ໃຈ​ແທ້ໆ ເຮັດ​ໃຫ້​ກະຕືລືລົ້ນ ແລະ​ລົງ​ມື​ແກ້ໄຂ​ຄວາມ​ຜິດ.” (2 ໂກລິນໂທ 7:10, 11, ລ.ມ.) ດັ່ງ​ນັ້ນ ຖ້າ​ເຮົາ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ເຊົາ​ເຮັດ​ຜິດ ເຮົາ​ກໍ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ ເຮົາ​ບໍ່​ໄດ້​ເບິ່ງ​ວ່າ​ສະພາບການ​ຂອງ​ເຮົາ​ເປັນ​ເລື່ອງ​ເລັກ​ນ້ອຍ​ແລະ​ບໍ່​ໄດ້​ຄິດ​ວ່າ​ພະ​ເຢໂຫວາ​ຈະ​ເມດຕາ​ເຮົາ​ໂດຍ​ອັດຕະໂນມັດ.

12. ຄລິດສະຕຽນ​ອາດ​ຕ້ອງ​ຍອມ​ເສຍ​ສະລະ​ຫຍັງ​ແດ່​ເພື່ອ​ພະ​ເຢໂຫວາ​ຈະ​ເມດຕາ​ລາວ​ຕໍ່ໆໄປ?

12 ຄລິດສະຕຽນ​ອາດ​ຕ້ອງ​ຍອມ​ເສຍ​ສະລະ​ຫຍັງ​ແດ່​ເພື່ອ​ພະ​ເຢໂຫວາ​ຈະ​ເມດຕາ​ລາວ​ຕໍ່ໆໄປ? ລາວ​ຕ້ອງ​ພ້ອມ​ຈະ​ຍອມ​ສະລະ​ແມ່ນ​ແຕ່​ສິ່ງ​ທີ່​ລາວ​ມັກ​ຖ້າ​ສິ່ງ​ນັ້ນ​ອາດ​ເຮັດ​ໃຫ້​ລາວ​ເຮັດ​ຜິດ. (ມັດທາຍ 18:8, 9) ຕົວຢ່າງ​ເຊັ່ນ: ຖ້າ​ເຈົ້າ​ມີ​ໝູ່​ແລະ​ການ​ຄົບຫາ​ກັບ​ເຂົາ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ເຮັດ​ສິ່ງ​ທີ່​ພະເຈົ້າ​ບໍ່​ມັກ ເຈົ້າ​ຈະ​ເຊົາ​ຄົບຫາ​ກັບ​ເຂົາ​ເຈົ້າ​ບໍ? ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຄວບຄຸມ​ການ​ດື່ມ​ເຫຼົ້າ ເຈົ້າ​ຈະ​ຫຼີກ​ລ່ຽງ​ສະຖານະການ​ທີ່​ເຮັດ​ໃຫ້​ເຈົ້າ​ດື່ມ​ຫຼາຍ​ເກີນ​ໄປ​ບໍ? ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຄວບຄຸມ​ຄວາມ​ຕ້ອງການ​ທີ່​ຈະ​ຜິດ​ສິນລະທຳ​ທາງ​ເພດ ເຈົ້າ​ຈະ​ຫຼີກ​ລ່ຽງ​ໜັງ ເວັບໄຊ ຫຼື​ກິດຈະກຳ​ຕ່າງໆທີ່​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ຄິດ​ທີ່​ບໍ່​ສະອາດ​ບໍ? ໃຫ້​ຈື່​ໄວ້​ວ່າ​ການ​ຍອມ​ເສຍ​ສະລະ​ອັນ​ໃດ​ກໍ​ຕາມ​ເພື່ອ​ຈະ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ແມ່ນ​ຄຸ້ມ​ຄ່າ. ບໍ່​ມີ​ອັນ​ໃດ​ເຮັດ​ໃຫ້​ຮູ້ສຶກ​ບໍ່​ດີ​ຫຼາຍ​ໄປ​ກວ່າ​ການ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ຍອມ​ຮັບ​ເຮົາ ແລະ​ກໍ​ບໍ່​ມີ​ອັນ​ໃດ​ດີ​ໄປ​ກວ່າ​ຄວາມ​ຮູ້ສຶກ​ທີ່​ວ່າ​ພະ​ເຢໂຫວາ ‘ຮັກ​ເຮົາ​ຢ່າງ​ບໍ່​ມີ​ທີ່​ສິ້ນ​ສຸດ.’—ເອຊາອີ 54:7, 8, ລ.ມ.

“ເມືອງ​ນັ້ນ​ຈະ​ເປັນ​ທີ່​ເພິ່ງ​ໃຫ້​ພົ້ນ” ສຳລັບ​ພວກ​ເຈົ້າ

13. ຂໍ​ໃຫ້​ອະທິບາຍ​ວ່າ​ເປັນ​ຫຍັງ​ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ສາມາດ​ຮູ້ສຶກ​ໝັ້ນ​ຄົງ​ປອດໄພ​ແລະ​ມີ​ຄວາມ​ສຸກ​ໄດ້​ເມື່ອ​ຢູ່​ໃນ​ເມືອງ​ລີ້​ໄພ.

13 ເມື່ອ​ຄົນ​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ເຂົ້າ​ໄປ​ໃນ​ເມືອງ​ລີ້​ໄພ ລາວ​ກໍ​ຈະ​ປອດໄພ. ພະ​ເຢໂຫວາ​ບອກ​ວ່າ: “ເມືອງ​ນັ້ນ​ຈະ​ເປັນ​ທີ່​ເພິ່ງ​ໃຫ້​ພົ້ນ” ສຳລັບ​ພວກ​ເຈົ້າ. (ໂຢຊວຍ 20:2, 3) ພະອົງ​ບໍ່​ໄດ້​ສັ່ງ​ວ່າ​ຄົນ​ທີ່​ຖືກ​ຕັດສິນ​ຄະດີ​ໄປ​ແລ້ວ​ຈະ​ຕ້ອງ​ຖືກ​ຕັດສິນ​ຄະດີ​ເກົ່າ​ຊໍ້າ​ອີກ ແລະ​ຄົນ​ທີ່​ມີ​ສິດ​ແກ້ແຄ້ນ​ກໍ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ເມືອງ​ນັ້ນ​ເພື່ອ​ຈະ​ຂ້າ​ລາວ. ເມື່ອ​ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ຢູ່​ໃນ​ເມືອງ​ລີ້​ໄພ ລາວ​ກໍ​ຢູ່​ພາຍ​ໃຕ້​ການ​ປົກ​ປ້ອງ​ຂອງ​ພະ​ເຢໂຫວາ. ຊີວິດ​ຂອງ​ລາວ​ບໍ່​ຄື​ກັບ​ຢູ່​ໃນ​ຄຸກ ລາວ​ຍັງ​ເຮັດ​ວຽກ ຊ່ວຍ​ເຫຼືອ​ຄົນ​ອື່ນ ແລະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ປອດໄພ​ໂດຍ​ບໍ່​ຕ້ອງ​ກັງວົນ. ແມ່ນ​ແລ້ວ ລາວ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ໄດ້​ແທ້ໆ!

ເຈົ້າ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ໃຫ້​ອະໄພ​ເຈົ້າ​ແທ້ໆ (ເບິ່ງ​ຂໍ້ 14-16)

14. ຄລິດສະຕຽນ​ທີ່​ກັບ​ໃຈ​ແລ້ວ​ສາມາດ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ?

14 ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ບາງ​ຄົນ​ທີ່​ເຮັດ​ບາບ​ຮ້າຍແຮງ​ຍັງ​ຄົງ​ຮູ້ສຶກ​ຜິດ​ເຖິງ​ວ່າ​ເຂົາ​ເຈົ້າ​ໄດ້​ກັບ​ໃຈ​ແລ້ວ. ບາງ​ຄົນ​ເຖິງ​ຂັ້ນ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ມີ​ທາງ​ລືມ​ຄວາມ​ຜິດ​ຂອງ​ລາວ​ໄດ້​ເລີຍ. ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນີ້ ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ເມື່ອ​ພະອົງ​ໃຫ້​ອະໄພ​ເຈົ້າ​ແລ້ວ ພະອົງ​ກໍ​ໃຫ້​ອະໄພ​ເຈົ້າ​ແທ້ໆແລະ​ຈະ​ບໍ່​ຈື່​ຄວາມ​ຜິດ​ນັ້ນ ແລ້ວ​ເຈົ້າ​ກໍ​ບໍ່​ຕ້ອງ​ຮູ້ສຶກ​ຜິດ​ໄປ​ຕະຫຼອດ. ແດນຽວ​ທີ່​ເຮົາ​ເວົ້າ​ເຖິງ​ໃນ​ຕອນ​ຕົ້ນ​ກໍ​ຮູ້ສຶກ​ແບບ​ນັ້ນ. ຫຼັງ​ຈາກ​ທີ່​ຜູ້​ເຖົ້າ​ແກ່​ໄດ້​ຈັດການ​ເລື່ອງ​ຂອງ​ລາວ​ແລະ​ຊ່ວຍ​ລາວ​ໃຫ້​ສະບາຍ​ໃຈ​ແລະ​ບໍ່​ມີ​ຄວາມ​ຮູ້ສຶກ​ຜິດ​ມາ​ລົບກວນ​ໃຈ ລາວ​ກໍ​ຮູ້ສຶກ​ດີ​ຂຶ້ນ​ຫຼາຍ. ລາວ​ບອກ​ວ່າ: “ຂ້ອຍ​ບໍ່​ຮູ້ສຶກ​ຜິດ​ອີກ​ແລ້ວ ເມື່ອ​ພະເຈົ້າ​ໃຫ້​ອະໄພ​ແລ້ວ ມັນ​ກໍ​ຄື​ກັບ​ວ່າ​ຂ້ອຍ​ບໍ່​ມີ​ບາບ​ນັ້ນ​ອີກ ຄື​ກັບ​ທີ່​ພະ​ເຢໂຫວາ​ເວົ້າ​ໄວ້​ວ່າ ພະອົງ​ຈະ​ເອົາ​ເລື່ອງ​ໜັກ​ໃຈ​ຂອງ​ເຈົ້າ​ໂຍນ​ຖິ້ມ​ໄປ​ໃຫ້​ໄກ ໄກ​ຈົນ​ເຈົ້າ​ເບິ່ງ​ບໍ່​ເຫັນ​ອີກ​ເລີຍ.” ຫຼັງ​ຈາກ​ທີ່​ຄົນ​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ຢູ່​ໃນ​ເມືອງ​ລີ້​ໄພ ລາວ​ກໍ​ບໍ່​ຕ້ອງ​ຢ້ານ​ວ່າ​ຄົນ​ທີ່​ມີ​ສິດ​ແກ້ແຄ້ນ​ຈະ​ມາ​ຂ້າ​ລາວ. ຄ້າຍ​ຄື​ກັນ ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ໃຫ້​ອະໄພ​ບາບ​ເຮົາ​ແລ້ວ ເຮົາ​ກໍ​ບໍ່​ຕ້ອງ​ຢ້ານ​ວ່າ​ພະອົງ​ຈະ​ເອົາ​ເລື່ອງ​ນັ້ນ​ມາ​ລົງໂທດ​ເຮົາ​ອີກ.—ອ່ານ​ຄຳເພງ 103:8-12

15, 16. ເປັນ​ຫຍັງ​ການ​ຮູ້​ວ່າ​ພະ​ເຍຊູ​ເປັນ​ປະໂລຫິດ​ໃຫຍ່​ແລະ​ທີ່​ເພິ່ນ​ໃຫ້​ຊີວິດ​ເປັນ​ຄ່າໄຖ່​ຈຶ່ງ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ໃນ​ຄວາມ​ເມດຕາ​ຂອງ​ພະເຈົ້າ​ຫຼາຍ​ຂຶ້ນ?

15 ທີ່​ຈິງ ພວກ​ເຮົາ​ມີ​ເຫດຜົນ​ຫຼາຍ​ກວ່າ​ຊາວ​ອິດສະລາແອນ​ທີ່​ຈະ​ໝັ້ນ​ໃຈ​ໃນ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ. ຫຼັງ​ຈາກ​ທີ່​ໂປໂລ​ເວົ້າ​ວ່າ​ລາວ​ຮູ້ສຶກ “ທຸກ​ເຂັນ​ໃຈ” ເພາະ​ບໍ່​ໄດ້​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ທຸກ​ຢ່າງ ລາວ​ເວົ້າ​ອີກ​ວ່າ: “ເຮົາ​ໂມທະນາ​ພະ​ຄຸນ [ຂອບໃຈ] ພະເຈົ້າ​ດ້ວຍ​ພະ​ເຍຊູ​ຄລິດ​ພະອົງ​ເຈົ້າ​ຂອງ​ພວກ​ເຮົາ.” (ໂລມ 7:25) ໂປໂລ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເຖິງ​ວ່າ​ໂປໂລ​ຍັງ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ຕ້ອງການ​ຜິດໆແລະ​ເຄີຍ​ເຮັດ​ບາບ​ໃນ​ອະດີດ ແຕ່​ລາວ​ໄດ້​ກັບ​ໃຈ​ແລ້ວ. ດັ່ງ​ນັ້ນ ລາວ​ຈຶ່ງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ໃຫ້​ອະໄພ​ລາວ​ໂດຍ​ອາໄສ​ຄ່າໄຖ່​ຂອງ​ພະ​ເຍຊູ. ເຊັ່ນ​ດຽວ​ກັບ​ເຮົາ ເຮົາ​ບໍ່​ຕ້ອງ​ມີ​ຄວາມ​ຮູ້ສຶກ​ຜິດ​ມາ​ລົບກວນ​ໃຈ ເຮົາ​ຮູ້ສຶກ​ສະບາຍ​ໃຈ​ແລະ​ມີ​ຄວາມ​ສະຫງົບ​ໃຈ​ໄດ້ ເພາະ​ພະ​ເຍຊູ​ຈ່າຍ​ຄ່າໄຖ່​ໄປ​ແລ້ວ. (ເຫບເລີ 9:13, 14) ໃນ​ຖານະ​ປະໂລຫິດ​ໃຫຍ່ ພະ​ເຍຊູ​ຈະ “ຊ່ອຍ​ຄົນ​ທັງ​ປວງ​ໃຫ້​ພົ້ນ​ເຖິງ​ທີ່​ສຸດ ຄື​ວ່າ​ຄົນ​ທີ່​ຫຍັບ​ເຂົ້າ​ມາ​ໃກ້ພະເຈົ້າ​ດ້ວຍ​ພະອົງ ເພາະ​ວ່າ​ພະອົງ​ຢູ່​ເປັນ​ນິດ​ເພື່ອ​ຈະ​ທູນ​ຂໍ​ໂທດ​ຄວາມ​ຄົນ​ທັງ​ຫຼາຍ​ນັ້ນ​ໄດ້.” (ເຫບເລີ 7:24, 25) ໃນ​ສະໄໝ​ບູຮານ ປະໂລຫິດ​ໃຫຍ່​ຊ່ວຍ​ຊາວ​ອິດສະລາແອນ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ໃຫ້​ອະໄພ​ບາບ​ເຂົາ​ເຈົ້າ. ໃນ​ທຸກ​ມື້​ນີ້ ພະ​ເຍຊູ​ໃນ​ຖານະ​ປະໂລຫິດ​ໃຫຍ່​ຂອງ​ເຮົາ​ກໍ​ຊ່ວຍ​ເຮົາ​ໃຫ້​ມີ​ເຫດຜົນ​ຫຼາຍ​ກວ່າ​ນັ້ນ​ອີກ​ທີ່​ຈະ​ໝັ້ນ​ໃຈ​ວ່າ: “ພວກ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ອີ່ດູ​ແລະ​ຈະ​ໄດ້​ພົບ​ພະ​ຄຸນ​ຊ່ອຍ​ໃນ​ເວລາ​ທີ່​ຕ້ອງ​ປະສົງ.”—ເຫບເລີ 4:15, 16

16 ເພື່ອ​ຈະ​ປົງ​ໃຈ​ໃນ​ພະ​ເຢໂຫວາ​ແລະ​ໃຫ້​ພະອົງ​ເປັນ​ບ່ອນ​ລີ້​ໄພ ເຮົາ​ກໍ​ຕ້ອງ​ເຊື່ອ​ໃນ​ຄ່າໄຖ່​ແລະ​ບໍ່​ຄິດ​ພຽງ​ແຕ່​ວ່າ​ຄ່າໄຖ່​ເປັນ​ປະໂຫຍດ​ກັບ​ມະນຸດ​ທຸກ​ຄົນ. ແຕ່​ເຈົ້າ​ຕ້ອງ​ຄິດ​ວ່າ​ຄ່າໄຖ່​ເປັນ​ປະໂຫຍດ​ກັບ​ເຈົ້າ​ເອງ. (ຄາລາຊີ 2:20, 21) ຂໍ​ໃຫ້​ເຊື່ອ​ວ່າ​ຍ້ອນ​ຄ່າໄຖ່ ພະ​ເຢໂຫວາ​ຈຶ່ງ​ໃຫ້​ອະໄພ​ບາບ​ຂອງ​ເຈົ້າ ແລະ​ຂໍ​ໃຫ້​ເຊື່ອ​ວ່າ​ຍ້ອນ​ຄ່າໄຖ່ ເຈົ້າ​ຈຶ່ງ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ຄ່າໄຖ່​ຂອງ​ພະ​ເຍຊູ​ເປັນ​ຂອງ​ຂວັນ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ເຈົ້າ!

17. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຢາກ​ປົງ​ໃຈ​ໃນ​ພະ​ເຢໂຫວາ​ແລະ​ໃຫ້​ພະອົງ​ເປັນ​ບ່ອນ​ລີ້​ໄພ​ຂອງ​ເຈົ້າ?

17 ການ​ໄດ້​ຮຽນ​ເລື່ອງ​ເມືອງ​ລີ້​ໄພ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ. ການ​ຈັດ​ກຽມ​ຂອງ​ພະເຈົ້າ​ນີ້​ສອນ​ເຮົາ​ວ່າ​ຊີວິດ​ສັກສິດ ແລະ​ຍັງ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ຜູ້​ເຖົ້າ​ແກ່​ຊ່ວຍ​ເຮົາ​ແນວ​ໃດ ການ​ກັບ​ໃຈ​ຢ່າງ​ແທ້​ຈິງ​ເປັນ​ແນວ​ໃດ ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ຢ່າງ​ເຕັມທີ​ວ່າ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ​ແທ້ໆ. ເຈົ້າ​ປົງ​ໃຈ​ໃນ​ພະ​ເຢໂຫວາ​ແລະ​ໃຫ້​ພະອົງ​ເປັນ​ບ່ອນ​ລີ້​ໄພ​ຂອງ​ເຈົ້າ​ບໍ? ບໍ່​ມີ​ບ່ອນ​ໃດ​ອີກ​ແລ້ວ​ທີ່​ຈະ​ປອດໄພ​ຫຼາຍ​ກວ່າ​ນີ້! (ຄຳເພງ 91:1, 2) ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ມາ​ເບິ່ງ​ວ່າ​ການ​ຮຽນ​ເລື່ອງ​ເມືອງ​ລີ້​ໄພ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຮຽນ​ແບບ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ເປັນ​ແບບ​ຢ່າງ​ທີ່​ດີ​ທີ່​ສຸດ​ຂອງ​ການ​ສະແດງ​ຄວາມ​ຍຸຕິທຳ​ແລະ​ຄວາມ​ເມດຕາ.

^ ຂໍ້ 10 ອີງ​ຕາມ​ນັກ​ວິຊາການ​ຊາວ​ຢິວ​ບອກ​ໄວ້ ເບິ່ງ​ຄື​ວ່າ​ຄົນ​ໃນ​ຄອບຄົວ​ທີ່​ໃກ້​ຊິດ​ຂອງ​ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ຈະ​ມາ​ຢູ່​ເມືອງ​ລີ້​ໄພ​ກັບ​ລາວ​ນຳ.