ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຢ່າໃຫ້ສິ່ງໃດກໍຕາມມາເຮັດໃຫ້ເຈົ້າພາດລາງວັນ

ຢ່າໃຫ້ສິ່ງໃດກໍຕາມມາເຮັດໃຫ້ເຈົ້າພາດລາງວັນ

“ຢ່າ​ໃຫ້​ໃຜ​ເຮັດ​ໃຫ້​ພວກ​ເຈົ້າ​ພາດ​ລາງວັນ.”—ໂກໂລດ 2:18, ລ.ມ.

ເພງ: 122, 139

1, 2. (ກ) ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຄອຍ​ຖ້າ​ລາງວັນ​ອັນ​ໃດ? (ຂ) ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຈົດຈໍ່​ຢູ່​ທີ່​ລາງວັນ​ສະເໝີ? (ເບິ່ງ​ຮູບ​ທຳອິດ)

ຄລິດສະຕຽນ​ຜູ້​ຖືກ​ເຈີມ​ມີ​ຄວາມ​ຫວັງ​ທີ່​ດີ​ເລີດ​ແທ້ໆ. ເຂົາ​ເຈົ້າ​ຄອຍ​ຖ້າ​ທີ່​ຈະ​ມີ​ຊີວິດ​ໃນ​ສະຫວັນ. ອັກຄະສາວົກ​ໂປໂລ​ເອີ້ນ​ຄວາມ​ຫວັງ​ນີ້​ວ່າ: “ບຳເໜັດ​ອັນ​ທີ່​ພະເຈົ້າ​ໄດ້​ເອີ້ນ.” (ຟີລິບ 3:14) ໃນ​ສະຫວັນ​ເຂົາ​ເຈົ້າ​ຈະ​ປົກຄອງ​ຮ່ວມ​ກັບ​ພະ​ເຍຊູ​ຄລິດ​ໃນ​ລາຊະອານາຈັກ​ແລະ​ເຮັດ​ວຽກ​ກັບ​ເພິ່ນ​ໃນ​ການ​ຊ່ວຍ​ມະນຸດ​ໃຫ້​ກາຍ​ເປັນ​ຄົນ​ສົມບູນ​ແບບ. (ຄຳປາກົດ 20:6) ນີ້​ເປັນ​ຄວາມ​ຫວັງ​ທີ່​ດີ​ເລີດ​ແທ້ໆ! ສ່ວນ​ຄົນ​ທີ່​ເປັນ​ແກະ​ອື່ນ​ກໍ​ຄອຍ​ຖ້າ​ທີ່​ຈະ​ໄດ້​ຮັບ​ລາງວັນ​ອີກ​ຢ່າງ​ໜຶ່ງ ນັ້ນ​ຄື​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ອຸທິຍານ ແລະ​ຄວາມ​ຫວັງ​ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ແທ້!—2 ເປໂຕ 3:13

2 ໂປໂລ​ຢາກ​ຊ່ວຍ​ເພື່ອນ​ຜູ້​ຖືກ​ເຈີມ​ຂອງ​ລາວ​ໃຫ້​ຮັກສາ​ຄວາມ​ສັດ​ຊື່​ແລະ​ໄດ້​ຮັບ​ລາງວັນ. ລາວ​ບອກ​ເຂົາ​ເຈົ້າ​ວ່າ: “ຈົ່ງ​ຄຶດ​ເຖິງ​ສິ່ງ​ທັງ​ຫຼາຍ​ທີ່​ຢູ່​ທາງ​ເທິງ” ສະເໝີ. (ໂກໂລດ 3:2) ດັ່ງ​ນັ້ນ ເຂົາ​ເຈົ້າ​ຕ້ອງ​ຈົດຈໍ່​ກັບ​ຄວາມ​ຫວັງ​ທີ່​ດີ​ເລີດ​ໃນ​ສະຫວັນ. (ໂກໂລດ 1:4, 5) ການ​ຄິດ​ກ່ຽວ​ກັບ​ພອນ​ຕ່າງໆທີ່​ມາ​ຈາກ​ພະ​ເຢໂຫວາ​ຈະ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃຫ້​ຈົດຈໍ່​ໄປ​ທີ່​ລາງວັນ​ສະເໝີ​ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ມີ​ຄວາມ​ຫວັງ​ຢູ່​ໃນ​ສະຫວັນ​ຫຼື​ແຜ່ນດິນ​ໂລກ​ກໍ​ຕາມ.—1 ໂກລິນໂທ 9:24

3. ໂປໂລ​ເຕືອນ​ຄລິດສະຕຽນ​ເລື່ອງ​ຫຍັງ?

3 ໂປໂລ​ຍັງ​ເຕືອນ​ຄລິດສະຕຽນ​ກ່ຽວ​ກັບ​ອັນຕະລາຍ​ທີ່​ອາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ພາດ​ລາງວັນ. ຕົວຢ່າງ: ລາວ​ຂຽນ​ເຖິງ​ພີ່​ນ້ອງ​ທີ່​ຢູ່​ໃນ​ເມືອງ​ໂກໂລດ​ກ່ຽວ​ກັບ​ຄລິດສະຕຽນ​ປອມ​ທີ່​ພະຍາຍາມ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ໂດຍ​ການ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ໂມເຊ​ແທນ​ທີ່​ຈະ​ເຊື່ອ​ໃນ​ພະ​ຄລິດ. (ໂກໂລດ 2:16-18) ໂປໂລ​ເວົ້າ​ເຖິງ​ອັນຕະລາຍ​ທີ່​ຍັງ​ມີ​ຢູ່​ໃນ​ຕອນ​ນີ້​ເຊິ່ງ​ອາດ​ເຮັດ​ໃຫ້​ເຮົາ​ບໍ່​ໄດ້​ຮັບ​ລາງວັນ. ລາວ​ອະທິບາຍ​ວິທີ​ຕ້ານ​ທານ​ກັບ​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ຜິດ​ສິນລະທຳ​ແລະ​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ໄດ້​ເມື່ອ​ມີ​ບັນຫາ​ໃນ​ຄອບຄົວ​ຫຼື​ມີ​ບັນຫາ​ກັບ​ພີ່​ນ້ອງ​ໃນ​ປະຊາຄົມ. ຄຳ​ແນະນຳ​ທີ່​ມີ​ຄ່າ​ຂອງ​ໂປໂລ​ມີ​ປະໂຫຍດ​ກັບ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ແທ້ໆ. ດັ່ງ​ນັ້ນ ໃຫ້​ເຮົາ​ມາ​ພິຈາລະນາ​ຄຳ​ເຕືອນ​ດ້ວຍ​ຄວາມ​ຮັກ​ເຊິ່ງ​ເຮົາ​ເຫັນ​ໄດ້​ໃນ​ຈົດ​ໝາຍ​ທີ່​ໂປໂລ​ຂຽນ​ເຖິງ​ພີ່​ນ້ອງ​ໃນ​ເມືອງ​ໂກໂລດ.

ກຳຈັດ​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ຜິດ​ສິນລະທຳ

4. ເປັນ​ຫຍັງ​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ຜິດ​ສິນລະທຳ​ອາດ​ເຮັດ​ໃຫ້​ເຮົາ​ບໍ່​ໄດ້​ຮັບ​ລາງວັນ?

4 ຫຼັງ​ຈາກ​ໂປໂລ​ເຕືອນ​ພີ່​ນ້ອງ​ໃຫ້​ຄິດ​ເຖິງ​ຄວາມ​ຫວັງ​ທີ່​ດີ​ເລີດ​ແລ້ວ ລາວ​ຂຽນ​ວ່າ: “ດັ່ງ​ນັ້ນ ໃຫ້​ກຳຈັດ​ແນວ​ໂນ້ມ​ແບບ​ໂລກ​ເຊິ່ງ​ຢູ່​ໃນ​ອະໄວຍະວະ​ຂອງ​ພວກ​ເຈົ້າ ຄື​ການ​ຜິດ​ສິນລະທຳ​ທາງ​ເພດ ການ​ກະທຳ​ທີ່​ບໍ່​ສະອາດ ຄວາມ​ໄຄ່​ແບບ​ທີ່​ບໍ່​ມີ​ການ​ຄວບຄຸມ ຄວາມ​ຕ້ອງການ​ທີ່​ກໍ່​ຄວາມ​ເສຍຫາຍ ແລະ​ຄວາມ​ໂລບ.” (ໂກໂລດ 3:5, ລ.ມ.) ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ຜິດ​ສິນລະທຳ​ອາດ​ຮຸນແຮງ​ຫຼາຍ ເຊິ່ງ​ສາມາດ​ເຮັດ​ໃຫ້​ເຮົາ​ສູນ​ເສຍ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ແລະ​ຄວາມ​ຫວັງ​ໃນ​ອະນາຄົດ. ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ເຄີຍ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ແລະ​ຕໍ່​ມາ​ກໍ​ໄດ້​ຮັບ​ກັບ​ຄືນ​ມາ​ປະຊາຄົມ​ບອກ​ວ່າ ຄວາມ​ຕ້ອງການ​ນີ້​ມີ​ພະລັງ​ຫຼາຍ​ຈົນ​ເຮັດ​ໃຫ້​ລາວ “ຖອນ​ໂຕ​ບໍ່​ຂຶ້ນ​ແລະ​ຈົນ​ກວ່າ​ຈະ​ຮູ້​ຕົວ​ກໍ​ສາຍ​ເກີນ​ໄປ​ແລ້ວ.”

5. ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ປ້ອງກັນ​ຕົວ​ເອງ​ຈາກ​ສະຖານະການ​ທີ່​ອັນຕະລາຍ?

5 ເຮົາ​ຈະ​ຕ້ອງ​ລະວັງ​ເປັນ​ພິເສດ​ເມື່ອ​ຢູ່​ໃນ​ສະຖານະການ​ທີ່​ອາດ​ນຳ​ເຮົາ​ໄປ​ສູ່​ການ​ບໍ່​ເຊື່ອ​ຟັງ​ມາດຕະຖານ​ຂອງ​ພະ​ເຢໂຫວາ. ຕົວຢ່າງ: ເປັນ​ເລື່ອງ​ສຸຂຸມ​ຖ້າ​ຄົນ​ທີ່​ກຳລັງ​ຄົບຫາ​ກັນ​ຈະ​ລົມ​ກັນ​ຕັ້ງ​ແຕ່​ທຳອິດ​ວ່າ​ຈະ​ເຮັດ​ຫຍັງ​ໄດ້ ຫຼື​ເຮັດ​ຫຍັງ​ບໍ່​ໄດ້ ເຊັ່ນ: ການ​ຈັບ​ມື​ຖື​ແຂນ ຈູບ ຫຼື​ຢູ່​ນຳ​ກັນ​ສອງ​ຕໍ່​ສອງ. (ສຸພາສິດ 22:3) ສະພາບການ​ຢ່າງ​ອື່ນ​ອີກ​ທີ່​ອັນຕະລາຍ​ເຊັ່ນ: ໄປ​ເຮັດ​ວຽກ​ຕ່າງ​ແຂວງ​ຫຼື​ຕ່າງ​ປະເທດ ຫຼື​ເຮັດ​ວຽກ​ກັບ​ເພດ​ກົງ​ກັນ​ຂ້າມ. (ສຸພາສິດ 2:10-12, 16) ເຈົ້າ​ຈະ​ປ້ອງກັນ​ຕົວ​ເອງ​ຈາກ​ອັນຕະລາຍ​ນີ້​ແນວ​ໃດ? ເຮັດ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ ວາງ​ຕົວ​ໃຫ້​ເໝາະ​ສົມ ແລະ​ຈື່​ສະເໝີ​ວ່າ​ການ​ຈີບ​ຫຼິ້ນໆຫຼື​ການ​ຫວ່ານ​ສະເໜ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍຫາຍ​ຮ້າຍແຮງ. ເຮົາ​ຍັງ​ຕ້ອງ​ລະວັງ​ເມື່ອ​ເຮົາ​ຮູ້ສຶກ​ເສົ້າ​ຫຼື​ເຫງົາ​ເພາະ​ອາດ​ຮູ້ສຶກ​ວ່າ​ຢາກ​ມີ​ຄົນ​ມາ​ສົນ​ໃຈ. ຄວາມ​ຮູ້ສຶກ​ແບບ​ນີ້​ອາດ​ມີ​ຫຼາຍ​ຈົນ​ເຮັດ​ໃຫ້​ເຮົາ​ຕອບ​ຮັບ​ໃຜ​ກໍ​ຕາມ​ທີ່​ເຂົ້າ​ມາ​ສົນ​ໃຈ ນີ້​ອັນຕະລາຍ​ຫຼາຍ. ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນີ້ ໃຫ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ແລະ​ພີ່​ນ້ອງ​ຊາຍ​ຍິງ ຢ່າ​ໃຫ້​ອັນ​ໃດ​ກໍ​ຕາມ​ມາ​ເຮັດ​ໃຫ້​ເຈົ້າ​ພາດ​ລາງວັນ.—ອ່ານ​ຄຳເພງ 34:18; ສຸພາສິດ 13:20

6. ເຮົາ​ຄວນ​ຈື່​ຫຍັງ​ໄວ້​ສະເໝີ​ເມື່ອ​ເລືອກ​ຄວາມ​ບັນເທີງ?

6 ເພື່ອ​ຈະ​ກຳຈັດ​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ຜິດ​ສິນລະທຳ ເຮົາ​ຕ້ອງ​ປະຕິເສດ​ຄວາມ​ບັນເທີງ​ທີ່​ຜິດ​ສິນລະທຳ. ທຸກ​ມື້​ນີ້​ຄວາມ​ບັນເທີງ​ໃນ​ຮູບ​ແບບ​ຕ່າງໆເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ສິ່ງ​ທີ່​ຜູ້​ຄົນ​ໃນ​ເມືອງ​ຊໍດົມ​ແລະ​ໂຄໂມລາ​ເຮັດ. (ຢູເດ 7) ຄົນ​ທີ່​ຜະລິດ​ຄວາມ​ບັນເທີງ​ເຮັດ​ໃຫ້​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ເບິ່ງ​ຄື​ເປັນ​ເລື່ອງ​ທຳມະດາ​ແລະ​ບໍ່​ອັນຕະລາຍ. ດັ່ງ​ນັ້ນ ເຮົາ​ຕ້ອງ​ລະວັງ​ຢູ່​ສະເໝີ. ເນື່ອງ​ຈາກ​ເຮົາ​ບໍ່​ສາມາດ​ຍອມ​ຮັບ​ຄວາມ​ບັນເທີງ​ທຸກ​ຢ່າງ​ທີ່​ໂລກ​ນີ້​ສະເໜີ​ໃຫ້​ໄດ້ ເຮົາ​ຈຶ່ງ​ຕ້ອງ​ເລືອກ​ຄວາມ​ບັນເທີງ​ຢ່າງ​ລະ​ມັດ​ລະວັງ ເພື່ອ​ຈະ​ບໍ່​ໃຫ້​ສິ່ງ​ນັ້ນ​ມາ​ເຮັດ​ໃຫ້​ເຮົາ​ພາດ​ລາງວັນ​ຊີວິດ.—ສຸພາສິດ 4:23

ເອົາ​ຄວາມ​ຮັກ​ແລະ​ຄວາມ​ກະລຸນາ​ມາ “ຫົ່ມ​ຕົວ​ໄວ້”

7. ໃນ​ປະຊາຄົມ​ຄລິດສະຕຽນ​ອາດ​ມີ​ບັນຫາ​ຫຍັງ​ເກີດ​ຂຶ້ນ?

7 ພວກ​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ​ຄລິດສະຕຽນ. ການ​ທີ່​ເຮົາ​ໄດ້​ຮຽນ​ຄຳພີ​ໄບເບິນ​ຢູ່​ການ​ປະຊຸມ​ແລະ​ໄດ້​ຊ່ວຍ​ເຫຼືອ​ຄົນ​ອື່ນ​ດ້ວຍ​ຄວາມ​ຮັກ​ເຮັດ​ໃຫ້​ເຮົາ​ຈົດຈໍ່​ຢູ່​ທີ່​ລາງວັນ​ສະເໝີ. ແຕ່​ບາງ​ເທື່ອ​ກໍ​ອາດ​ມີ​ການ​ເຂົ້າ​ໃຈ​ຜິດ​ເຊິ່ງ​ເຮັດ​ໃຫ້​ມີ​ບັນຫາ​ກັບ​ພີ່​ນ້ອງ. ຖ້າ​ເຮົາ​ບໍ່​ຮີບ​ແກ້ໄຂ​ບັນຫາ​ກໍ​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ຂຸ່ນ​ເຄືອງ​ຕໍ່​ກັນ.—ອ່ານ 1 ເປໂຕ 3:8, 9

8, 9. (ກ) ຄຸນ​ລັກສະນະ​ອັນ​ໃດ​ແດ່​ຈະ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ລາງວັນ? (ຂ) ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ສັນຕິສຸກ​ຖ້າ​ພີ່​ນ້ອງ​ເຮັດ​ໃຫ້​ເຮົາ​ຂຸ່ນ​ເຄືອງ​ໃຈ?

8 ເຮົາ​ຕ້ອງ​ບໍ່​ຍອມ​ໃຫ້​ຄວາມ​ຂຸ່ນ​ເຄືອງ​ເຮັດ​ໃຫ້​ເຮົາ​ບໍ່​ໄດ້​ຮັບ​ລາງວັນ. ໂປໂລ​ເວົ້າ​ເຖິງ​ສິ່ງ​ທີ່​ຄລິດສະຕຽນ​ຕ້ອງ​ເຮັດ​ວ່າ: “ເໝືອນ​ດັ່ງ​ພວກ​ທີ່​ພະເຈົ້າ​ໄດ້​ເລືອກ​ໄວ້ ທີ່​ເປັນ​ບໍລິສຸດ​ແລະ​ທີ່​ຮັກ ທ່ານ​ທັງ​ຫຼາຍ ຈົ່ງ​ເອົາ​ຄວາມ​ອີ່ດູ ຄວາມ​ດີ [“ຄວາມ​ກະລຸນາ,” ລ.ມ.] ຄວາມ​ຖ່ອມ​ຕົວ​ລົງ ຄວາມ​ອ່ອນ​ຫວານ ຄວາມ​ອົດ​ທົນ​ໄວ້​ມາ​ຫົ່ມ​ຕົວ​ໄວ້. ຈົ່ງ​ອົດ​ກັ້ນ​ໄວ້​ກັນ​ແລະ​ກັນ ແລະ​ຍົກ​ໂທດ​ໃຫ້​ກັນ​ແລະ​ກັນ​ຖ້າ​ແມ່ນ​ຜູ້​ໃດ​ມີ​ຂໍ້​ຄວາມ​ຟ້ອງ​ຕໍ່​ຄົນ​ອື່ນ. ພະ​ຄລິດ​ທັງ​ມວນ​ໄດ້​ໂຜດ​ຍົກ​ໂທດ​ຂອງ​ທ່ານ​ທັງ​ຫຼາຍ​ຢ່າງ​ໃດ ທ່ານ​ຈົ່ງ​ກະທຳ​ຢ່າງ​ນັ້ນ​ດ້ວຍ. ແລະ​ຈົ່ງ​ເອົາ​ຄວາມ​ຮັກ​ຫົ່ມ​ທາງ​ເທິງ​ສິ່ງ​ທັງ​ປວງ​ນີ້ ຄວາມ​ຮັກ​ນັ້ນ​ເປັນ​ເຄື່ອງ​ມັດ​ໄວ້​ແຫ່ງ​ຄວາມ​ດີ​ສຳເລັດ​ແລ້ວ.”—ໂກໂລດ 3:12-14

9 ຄວາມ​ຮັກ​ແລະ​ຄວາມ​ກະລຸນາ​ຈະ​ຊ່ວຍ​ເຮົາ​ໃຫ້​ອະໄພ​ຄົນ​ອື່ນ. ຖ້າ​ເຮົາ​ຮູ້ສຶກ​ເຈັບ​ໃຈ​ຈາກ​ສິ່ງ​ທີ່​ຄົນ​ອື່ນ​ເວົ້າ​ຫຼື​ເຮັດ ໃຫ້​ເຮົາ​ຄິດ​ເຖິງ​ຕອນ​ທີ່​ເຮົາ​ເວົ້າ​ແລະ​ເຮັດ​ບາງ​ສິ່ງ​ທີ່​ບໍ່​ກະລຸນາ​ຕໍ່​ຄົນ​ອື່ນ​ແຕ່​ກໍ​ຍັງ​ໄດ້​ຮັບ​ການ​ໃຫ້​ອະໄພ. ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ເຂົາ​ເຈົ້າ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ກະລຸນາ​ຕໍ່​ເຮົາ! (ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 7:21, 22) ເຮົາ​ຂອບໃຈ​ຄວາມ​ກະລຸນາ​ຂອງ​ພະ​ຄລິດ​ທີ່​ຊ່ວຍ​ໃຫ້​ການ​ນະມັດສະການ​ແທ້​ເປັນ​ໜຶ່ງ​ດຽວ. (ໂກໂລດ 3:15) ພວກ​ເຮົາ​ທຸກ​ຄົນ​ຮັກ​ພະເຈົ້າ​ອົງ​ດຽວ​ກັນ ປະກາດ​ຂ່າວ​ສານ​ດຽວ​ກັນ ແລະ​ມີ​ບັນຫາ​ຫຼາຍ​ຢ່າງ​ຄື​ກັນ. ຖ້າ​ເຮົາ​ສະແດງ​ຄວາມ​ຮັກ ຄວາມ​ກະລຸນາ​ແລະ​ໃຫ້​ອະໄພ​ກັນ ປະຊາຄົມ​ກໍ​ຈະ​ສາມັກຄີ​ກັນ​ຫຼາຍ​ຂຶ້ນ​ແລະ​ເຮົາ​ຈະ​ສາມາດ​ຈົດຈໍ່​ກັບ​ລາງວັນ​ໄດ້​ຕໍ່ໆໄປ.

10, 11. (ກ) ເປັນ​ຫຍັງ​ຄວາມ​ອິດສາ​ຈຶ່ງ​ອັນຕະລາຍ​ແທ້? (ຂ) ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ບໍ່​ໃຫ້​ຄວາມ​ອິດສາ​ມາ​ເຮັດ​ໃຫ້​ເຮົາ​ພາດ​ລາງວັນ?

10 ຄວາມ​ອິດສາ​ເຮັດ​ໃຫ້​ເຮົາ​ພາດ​ລາງວັນ​ໄດ້. ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ອິດສາ​ອັນຕະລາຍ​ຫຼາຍ​ສໍ່າ​ໃດ ເຊັ່ນ: ກາອີນ​ອິດສາ​ອາເບນ​ຈົນ​ລົງ​ມື​ຂ້າ​ລາວ. ໂກເຣ ດາຖານ ແລະ​ອາບີຣາມ​ອິດສາ​ໂມເຊ​ຈົນ​ຕໍ່​ຕ້ານ​ລາວ. ກະສັດ​ຊາອຶລ​ອິດສາ​ດາວິດ​ຈົນ​ພະຍາຍາມ​ຂ້າ​ລາວ. ສິ່ງ​ທີ່​ພະ​ຄຳ​ຂອງ​ພະເຈົ້າ​ບອກ​ເປັນ​ຄວາມ​ຈິງ​ແທ້ໆທີ່​ວ່າ: “ເຫດ​ວ່າ​ມີ​ຄວາມ​ຫຶງສາ [“ອິດສາ​ລິດສະຫຍາ,” ລ.ມ.] ແລະ​ການ​ຖຽງ​ກັນ​ໃນ​ທີ່​ໃດ ມີ​ການ​ວຸ່ນວາຍ​ແລະ​ການ​ຊົ່ວ​ຮ້າຍ​ຕ່າງໆໃນ​ທີ່​ນັ້ນ.”—ຢາໂກໂບ 3:16

11 ຖ້າ​ເຮົາ​ພະຍາຍາມ​ສະແດງ​ຄວາມ​ຮັກ​ແທ້​ແລະ​ກະລຸນາ ເຮົາ​ກໍ​ຈະ​ບໍ່​ອິດສາ​ຄົນ​ອື່ນ. ຄຳພີ​ໄບເບິນ​ບອກ​ວ່າ: “ຄວາມ​ຮັກ​ອົດ​ກັ້ນ​ແລະ​ເມດຕາ​ກະລຸນາ ຄວາມ​ຮັກ​ບໍ່​ອິດສາ​ລິດສະຫຍາ.” (1 ໂກລິນໂທ 13:4, ລ.ມ.) ເພື່ອ​ເຮົາ​ຈະ​ບໍ່​ເປັນ​ຄົນ​ມັກ​ອິດສາ ເຮົາ​ຕ້ອງ​ພະຍາຍາມ​ເບິ່ງ​ສິ່ງ​ຕ່າງໆແບບ​ທີ່​ພະ​ເຢໂຫວາ​ເບິ່ງ. ເຮົາ​ຕ້ອງ​ເບິ່ງ​ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຮົາ​ວ່າ​ເປັນ​ອະໄວຍະວະ​ຕ່າງໆໃນ​ຮ່າງກາຍ​ດຽວ​ກັນ​ເຊິ່ງ​ຮ່າງກາຍ​ນັ້ນ​ກໍ​ຄື​ປະຊາຄົມ​ຄລິດສະຕຽນ. ຄຳພີ​ໄບເບິນ​ບອກ​ວ່າ: “ຖ້າ​ອະໄວຍະວະ​ສ່ວນ​ໜຶ່ງ​ໄດ້​ຮັບ​ກຽດ ອະໄວຍະວະ​ສ່ວນ​ອື່ນໆທັງ​ໝົດ​ກໍ​ດີ​ອົກ​ດີ​ໃຈ​ຮ່ວມ​ກັນ.” (1 ໂກລິນໂທ 12:16-18, 26, ທ.ປ.) ຖ້າ​ພີ່​ນ້ອງ​ຂອງ​ເຮົາ​ໄດ້​ຮັບ​ສິ່ງ​ດີໆ ເຮົາ​ຈະ​ຍິນດີ​ກັບ​ລາວ​ບໍ່​ແມ່ນ​ອິດສາ​ລາວ. ໃຫ້​ຄິດ​ເຖິງ​ຕົວຢ່າງ​ທີ່​ດີ​ຂອງ​ໂຢນາທານ​ລູກ​ຊາຍ​ຂອງ​ກະສັດ​ຊາອຶລ. ໂຢນາທານ​ບໍ່​ໄດ້​ອິດສາ​ເມື່ອ​ດາວິດ​ຖືກ​ເລືອກ​ໃຫ້​ເປັນ​ກະສັດ​ແທນ​ທີ່​ຈະ​ເປັນ​ລາວ ແຕ່​ລາວ​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ເຫຼືອ​ດາວິດ. (1 ຊາເມືອນ 23:16-18) ເຮົາ​ຈະ​ເປັນ​ຄົນ​ທີ່​ມີ​ຄວາມ​ຮັກ​ແລະ​ກະລຸນາ​ຄື​ກັບ​ໂຢນາທານ​ໄດ້​ບໍ?

ໄດ້​ຮັບ​ລາງວັນ​ໝົດ​ທັງ​ຄອບຄົວ

12. ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ຫຍັງ​ທີ່​ຊ່ວຍ​ຄອບຄົວ​ຂອງ​ເຮົາ​ໃຫ້​ໄດ້​ຮັບ​ລາງວັນ?

12 ເມື່ອ​ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ເຮົາ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ຄອບຄົວ​ຂອງ​ເຮົາ​ກໍ​ຈະ​ມີ​ຄວາມ​ສະຫງົບ​ແລະ​ຄວາມ​ສຸກ ແລະ​ຈະ​ໄດ້​ຮັບ​ລາງວັນ​ອີກ​ດ້ວຍ. ໂປໂລ​ໃຫ້​ຄຳ​ແນະນຳ​ທີ່​ສຸຂຸມ​ກັບ​ຄອບຄົວ​ວ່າ: “ຍິງ​ທັງ​ຫຼາຍ​ຜູ້​ເປັນ​ເມຍ ຈົ່ງ​ມີ​ໃຈ​ອ່ອນ​ນ້ອມ​ຟັງ​ຜົວ​ແຫ່ງ​ຕົນ​ຕາມ​ສົມຄວນ​ໃນ​ພະອົງ​ເຈົ້າ​ເຖີ້ນ. ທ່ານ​ທັງ​ຫຼາຍ​ຜູ້​ເປັນ​ຜົວ ຈົ່ງ​ຮັກ​ເມຍ​ແຫ່ງ​ຕົນ ຢ່າ​ມີ​ໃຈ​ເຜັດ​ຮ້ອນ​ຕໍ່​ເຂົາ. ລູກ​ທັງ​ຫຼາຍ ຈົ່ງ​ຟັງ​ພໍ່​ແມ່​ແຫ່ງ​ຕົນ​ໃນ​ສັບພະ​ທຸກ​ສິ່ງ ເພາະ​ການ​ນີ້​ເປັນ​ທີ່​ຊອບ​ໃຈ​ພະອົງ​ເຈົ້າ. ທ່ານ​ທັງ​ຫຼາຍ​ຜູ້​ເປັນ​ພໍ່ ຢ່າ​ກະທຳ​ລູກ​ທັງ​ຫຼາຍ​ແຫ່ງ​ຕົນ​ໃຫ້​ເຄືອງ​ໃຈ​ຢ້ານ​ວ່າ​ເຂົາ​ຈະ​ເສຍໃຈ.” (ໂກໂລດ 3:18-21) ເຈົ້າ​ເຫັນ​ບໍ​ວ່າ​ຄຳ​ແນະນຳ​ນີ້​ຊ່ວຍ​ຄອບຄົວ​ເຈົ້າ​ແນວ​ໃດ?

13. ພີ່​ນ້ອງ​ຍິງ​ຈະ​ຊ່ວຍ​ຜົວ​ແນວ​ໃດ​ໃຫ້​ຢາກ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ?

13 ເຈົ້າ​ອາດ​ເປັນ​ພີ່​ນ້ອງ​ຍິງ​ທີ່​ຜົວ​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ. ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ຮູ້ສຶກ​ວ່າ​ຜົວ​ເຈົ້າ​ບໍ່​ໄດ້​ປະຕິບັດ​ກັບ​ເຈົ້າ​ໃນ​ແບບ​ທີ່​ຄວນ​ຈະ​ເຮັດ? ຖ້າ​ເຈົ້າ​ໃຈ​ຮ້າຍ​ແລະ​ຖຽງ​ກັບ​ລາວ​ຈະ​ເຮັດ​ໃຫ້​ສະຖານະການ​ດີ​ຂຶ້ນ​ບໍ? ເຖິງ​ວ່າ​ເຈົ້າ​ຈະ​ຖຽງ​ຊະນະ ແຕ່​ນັ້ນ​ຈະ​ເຮັດ​ໃຫ້​ລາວ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ບໍ? ຄົງ​ບໍ່​ມີ​ທາງ. ຖ້າ​ເຈົ້າ​ສະແດງ​ຄວາມ​ນັບຖື​ຕໍ່​ລາວ​ໃນ​ຖານະ​ຫົວ​ໜ້າ​ຄອບຄົວ ເຈົ້າ​ກໍ​ຈະ​ຊ່ວຍ​ໃຫ້​ຄອບຄົວ​ມີ​ຄວາມ​ສະຫງົບ​ສຸກ​ຫຼາຍ​ຂຶ້ນ​ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ. ຕົວຢ່າງ​ທີ່​ດີ​ຂອງ​ເຈົ້າ​ອາດ​ເຮັດ​ໃຫ້​ຜົວ​ຢາກ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ ແລະ​ໃນ​ທີ່​ສຸດ ເຈົ້າ​ທັງ​ສອງ​ກໍ​ຈະ​ໄດ້​ຮັບ​ລາງວັນ​ນຳ​ກັນ.—ອ່ານ 1 ເປໂຕ 3:1, 2

14. ພີ່​ນ້ອງ​ຊາຍ​ຈະ​ເຮັດ​ແນວ​ໃດ​ຖ້າ​ເມຍ​ທີ່​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ບໍ່​ນັບຖື​ລາວ?

14 ເຈົ້າ​ອາດ​ເປັນ​ພີ່​ນ້ອງ​ຊາຍ​ທີ່​ມີ​ເມຍ​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ. ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ຮູ້ສຶກ​ວ່າ​ເມຍ​ບໍ່​ໄດ້​ນັບຖື​ເຈົ້າ? ຖ້າ​ເຈົ້າ​ພະຍາຍາມ​ສະແດງ​ໃຫ້​ລາວ​ເຫັນ​ວ່າ​ໃຜ​ເປັນ​ຫົວ​ໜ້າ​ໂດຍ​ຮ້ອງ​ຂຶ້ນ​ສຽງ​ໃສ່​ລາວ ນັ້ນ​ຈະ​ເຮັດ​ໃຫ້​ລາວ​ຢາກ​ນັບຖື​ເຈົ້າ​ບໍ? ແນ່ນອນ​ວ່າ​ບໍ່! ພະ​ເຢໂຫວາ​ຄາດ​ໝາຍ​ໃຫ້​ເຈົ້າ​ເປັນ​ຜົວ​ທີ່​ມີ​ຄວາມ​ຮັກ​ທີ່​ຮຽນ​ແບບ​ພະ​ເຍຊູ. (ເອເຟດ 5:23) ພະ​ເຍຊູ​ເປັນ​ຫົວ​ຂອງ​ປະຊາຄົມ ເພິ່ນ​ມີ​ຄວາມ​ຮັກ​ແລະ​ອົດ​ທົນ​ສະເໝີ. (ລືກາ 9:46-48) ຖ້າ​ເຈົ້າ​ຮຽນ​ແບບ​ພະ​ເຍຊູ ເມື່ອ​ເວລາ​ຜ່ານ​ໄປ​ເມຍ​ຂອງ​ເຈົ້າ​ກໍ​ອາດ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຄື​ກັນ.

15. ພີ່​ນ້ອງ​ຊາຍ​ຈະ​ສະແດງ​ໃຫ້​ເມຍ​ເຫັນ​ແນວ​ໃດ​ວ່າ​ລາວ​ຮັກ​ເມຍ?

15 ພະ​ເຢໂຫວາ​ສັ່ງ​ຜູ້​ເປັນ​ຜົວ​ວ່າ: ‘ຈົ່ງ​ຮັກ​ເມຍ​ແຫ່ງ​ຕົນ ແລະ​ຢ່າ​ມີ​ໃຈ​ເຜັດ​ຮ້ອນ​ຕໍ່​ລາວ.’ (ໂກໂລດ 3:19) ຜົວ​ທີ່​ຮັກ​ເມຍ​ຈະ​ໃຫ້​ກຽດ​ເມຍ. ຈະ​ໃຫ້​ກຽດ​ໂດຍ​ວິທີ​ໃດ? ລາວ​ຈະ​ຟັງ​ຄວາມ​ຄິດ​ເຫັນ​ແລະ​ເຮັດ​ໃຫ້​ເມຍ​ຮູ້​ວ່າ​ລາວ​ໃຫ້​ຄວາມ​ສຳຄັນ​ກັບ​ສິ່ງ​ທີ່​ເມຍ​ເວົ້າ. (1 ເປໂຕ 3:7) ເຖິງ​ວ່າ​ລາວ​ຈະ​ບໍ່​ສາມາດ​ເຮັດ​ທຸກ​ຢ່າງ​ທີ່​ເມຍ​ຂໍ​ໄດ້ ແຕ່​ການ​ຟັງ​ເມຍ​ຈະ​ຊ່ວຍ​ໃຫ້​ຕັດສິນ​ໃຈ​ໄດ້​ດີ​ຂຶ້ນ. (ສຸພາສິດ 15:22) ຜົວ​ທີ່​ຮັກ​ເມຍ​ຈະ​ບໍ່​ສັ່ງ​ໃຫ້​ເມຍ​ນັບຖື ແຕ່​ລາວ​ຈະ​ພະຍາຍາມ​ປະພຶດ​ຕົວ​ໃຫ້​ເມຍ​ຢາກ​ນັບຖື​ລາວ​ຈາກ​ໃຈ. ຖ້າ​ຜົວ​ຮັກ​ເມຍ​ແລະ​ລູກ ທັງ​ຄອບຄົວ​ກໍ​ຈະ​ມີ​ຄວາມ​ສຸກ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ແລະ​ຈະ​ໄດ້​ຮັບ​ລາງວັນ​ຊີວິດ​ນຳ​ກັນ.

ເຮົາ​ຈະ​ປ້ອງກັນ​ບໍ່​ໃຫ້​ບັນຫາ​ຕ່າງໆໃນ​ຄອບຄົວ​ມາ​ເຮັດ​ໃຫ້​ເຮົາ​ພາດ​ຈາກ​ລາງວັນ​ໄດ້​ແນວ​ໃດ? (ເບິ່ງ​ຂໍ້ 13-15)

ໜຸ່ມ​ສາວ​ທັງ​ຫຼາຍ​ຢ່າ​ໃຫ້​ສິ່ງ​ໃດ​ມາ​ເຮັດ​ໃຫ້​ເຈົ້າ​ພາດ​ລາງວັນ!

16, 17. ໄວ​ໜຸ່ມ​ຈະ​ບໍ່​ຮູ້ສຶກ​ຫງຸດຫງິດ​ຫຼາຍ​ເກີນ​ໄປ​ກັບ​ພໍ່​ແມ່​ໄດ້​ແນວ​ໃດ?

16 ເຈົ້າ​ອາດ​ເປັນ​ໄວ​ໜຸ່ມ​ແລະ​ຮູ້ສຶກ​ວ່າ​ພໍ່​ແມ່​ບໍ່​ເຂົ້າ​ໃຈ​ເຈົ້າ​ຫຼື​ເຂັ້ມ​ງວດ​ກັບ​ເຈົ້າ​ຫຼາຍ​ໂພດ. ນີ້​ອາດ​ເຮັດ​ໃຫ້​ເຈົ້າ​ບໍ່​ພໍ​ໃຈ​ຫຼາຍ​ຈົນ​ເລີ່ມ​ບໍ່​ແນ່​ໃຈ​ວ່າ​ຈະ​ເປັນ​ພະຍານ​ພະ​ເຢໂຫວາ​ດີ​ບໍ່. ແຕ່​ຖ້າ​ເຈົ້າ​ເຊົາ​ຮັບໃຊ້​ພະ​ເຢໂຫວາ ເຈົ້າ​ກໍ​ຈະ​ພົບ​ວ່າ​ບໍ່​ມີ​ຜູ້​ໃດ​ໃນ​ໂລກ​ນີ້​ອີກ​ແລ້ວ​ທີ່​ຮັກ​ເຈົ້າ​ຫຼາຍ​ເທົ່າ​ກັບ​ພໍ່​ແມ່​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ໝູ່​ໃນ​ປະຊາຄົມ.

17 ລອງ​ຄິດ​ເບິ່ງ​ວ່າ: ຖ້າ​ພໍ່​ແມ່​ຂອງ​ເຈົ້າ​ບໍ່​ເຄີຍ​ສັ່ງ​ສອນ​ເຈົ້າ​ເລີຍ ເຈົ້າ​ຄິດ​ວ່າ​ເພິ່ນ​ຈະ​ເປັນ​ຫ່ວງ​ເຈົ້າ​ແທ້ໆບໍ? (ເຫບເລີ 12:8) ແນ່ນອນ​ວ່າ​ພວກ​ເພິ່ນ​ບໍ່​ແມ່ນ​ຄົນ​ສົມບູນ​ແບບ ດັ່ງ​ນັ້ນ ວິທີ​ທີ່​ພວກ​ເພິ່ນ​ສອນ​ອາດ​ບໍ່​ຖືກ​ໃຈ​ເຈົ້າ ແຕ່​ຢ່າ​ເບິ່ງ​ວິທີ​ທີ່​ເພິ່ນ​ໃຊ້. ແທນ​ທີ່​ຈະ​ຈົດຈໍ່​ຢູ່​ທີ່​ວິທີ ໃຫ້​ພະຍາຍາມ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ພວກ​ເພິ່ນ​ຈຶ່ງ​ເວົ້າ​ແລະ​ເຮັດ​ແບບ​ນັ້ນ. ໃຫ້​ເຈົ້າ​ໃຈ​ເຢັນໆແລະ​ຢ່າ​ຟ້າວ​ຫງຸດຫງິດ​ຫຼື​ໃຊ້​ອາລົມ. ຄຳພີ​ໄບເບິນ​ບອກ​ໄວ້​ວ່າ: “ຄົນ​ທີ່​ມີ​ຄວາມ​ຮູ້​ກໍ​ອຳ​ຖ້ອຍຄຳ​ແຫ່ງ​ຕົນ​ໄວ້​ແລະ​ຜູ້​ທີ່​ມີ​ຄວາມ​ເຂົ້າ​ໃຈ​ກໍ​ມີ​ວິນຍານ​ສະຫງັດ​ງຽບ.” (ສຸພາສິດ 17:27) ຂໍ​ໃຫ້​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ພັດທະນາ​ຕົວ​ເອງ​ໃຫ້​ເປັນ​ຜູ້​ໃຫຍ່​ຫຼາຍ​ຂຶ້ນ ໂດຍ​ຍອມ​ຮັບ​ຄຳ​ແນະນຳ​ແລະ​ເຕັມ​ໃຈ​ຮຽນ​ຮູ້​ບໍ່​ວ່າ​ຄົນ​ທີ່​ສອນ​ຈະ​ໃຊ້​ວິທີ​ໃດ​ກໍ​ຕາມ. (ສຸພາສິດ 1:8) ຢ່າ​ລືມ​ວ່າ​ການ​ມີ​ພໍ່​ແມ່​ທີ່​ຮັກ​ພະ​ເຢໂຫວາ​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ​ຫຼາຍ​ແທ້ໆ ເພາະ​ພວກ​ເພິ່ນ​ຢາກ​ຊ່ວຍ​ເຈົ້າ​ໃຫ້​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ.

18. ເປັນ​ຫຍັງ​ເຈົ້າ​ຕັ້ງ​ໃຈ​ທີ່​ຈະ​ຈົດຈໍ່​ຢູ່​ທີ່​ລາງວັນ?

18 ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ສະຫວັນ​ຫຼື​ໃນ​ໂລກ​ທີ່​ເປັນ​ອຸທິຍານ ເຮົາ​ທຸກ​ຄົນ​ກໍ​ຄອຍ​ຖ້າ​ອະນາຄົດ​ທີ່​ດີ​ເລີດ. ຄວາມ​ຫວັງ​ຂອງ​ເຮົາ​ຈະ​ເປັນ​ຈິງ​ຢ່າງ​ແນ່ນອນ ເພາະ​ນີ້​ເປັນ​ຄຳ​ສັນຍາ​ຂອງ​ຜູ້​ສ້າງ​ເອກະພົບ ພະອົງ​ບອກ​ວ່າ: “ແຜ່ນດິນ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້ຈັກ​ພະ​ເຢໂຫວາ.” (ເອຊາອີ 11:9) ອີກ​ບໍ່​ດົນ​ທຸກ​ຄົນ​ທີ່​ຢູ່​ເທິງ​ໂລກ​ຈະ​ໄດ້​ຮັບ​ການ​ສອນ​ຈາກ​ພະເຈົ້າ. ນີ້​ເປັນ​ລາງວັນ​ທີ່​ຄຸ້ມ​ຄ່າ​ແທ້ໆ ດັ່ງ​ນັ້ນ ຂໍ​ໃຫ້​ຈື່​ສິ່ງ​ທີ່​ພະ​ເຢໂຫວາ​ສັນຍາ​ກັບ​ເຈົ້າ​ໄວ້​ສະເໝີ ແລະ​ຢ່າ​ໃຫ້​ອັນ​ໃດ​ກໍ​ຕາມ​ມາ​ເຮັດ​ໃຫ້​ເຈົ້າ​ພາດ​ລາງວັນ!