ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຮຽນແບບຄວາມຍຸຕິທຳແລະຄວາມເມດຕາຂອງພະເຢໂຫວາ

ຮຽນແບບຄວາມຍຸຕິທຳແລະຄວາມເມດຕາຂອງພະເຢໂຫວາ

“ພວກ​ເຈົ້າ​ຕ້ອງ​ພິພາກສາ​ຢ່າງ​ຍຸຕິທຳ ຮັກ​ແລະ​ເມດຕາ​ກັນ.”—ຊາກາລີ 7:9, ລ.ມ.

ເພງ: 125, 88

1, 2. (ກ) ພະ​ເຍຊູ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ກົດ​ໝາຍ​ຂອງ​ພະເຈົ້າ? (ຂ) ພວກ​ສະໝຽນ​ແລະ​ພວກ​ຟາລິຊຽນ​ໃຊ້​ກົດ​ໝາຍ​ໃນ​ທາງ​ທີ່​ຜິດ​ແນວ​ໃດ?

ພະ​ເຍຊູ​ຮັກ​ກົດ​ໝາຍ​ຂອງ​ໂມເຊ. ເຮົາ​ບໍ່​ແປກ​ໃຈ​ເພາະ​ກົດ​ໝາຍ​ນີ້​ມາ​ຈາກ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ເຊິ່ງ​ເປັນ​ບຸກຄົນ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເພິ່ນ. ໃນ​ຄຳເພງ 40:8 ບອກ​ລ່ວງ​ໜ້າ​ວ່າ​ພະ​ເຍຊູ​ຈະ​ຮັກ​ກົດ​ໝາຍ​ຂອງ​ພະເຈົ້າ​ຫຼາຍ ຂໍ້​ນັ້ນ​ບອກ​ວ່າ: ‘ໂອ້​ພະເຈົ້າ​ເຈົ້າ​ຂ້າ ຂ້າ​ນ້ອຍ​ມີ​ຄວາມ​ສະໜຸກ​ຈະ​ກະທຳ​ການ​ຕາມ​ທີ່​ຊອບ​ໃຈ​ພະອົງ ແລະ​ພະບັນຍັດ​ຂອງ​ພະອົງ​ສະຖິດ​ຢູ່​ພາຍ​ໃນ​ໃຈ​ຂ້າ​ນ້ອຍ.’ ສິ່ງ​ທີ່​ພະ​ເຍຊູ​ເວົ້າ​ແລະ​ເຮັດ​ສະແດງ​ໃຫ້​ເຫັນ​ວ່າ​ກົດ​ໝາຍ​ຂອງ​ພະເຈົ້າ​ສົມບູນ​ແບບ ເປັນ​ປະໂຫຍດ ແລະ​ທຸກ​ຢ່າງ​ທີ່​ຂຽນ​ໄວ້​ຈະ​ເປັນ​ຈິງ​ແນ່ນອນ.—ມັດທາຍ 5:17-19

2 ພະ​ເຍຊູ​ຕ້ອງ​ຮູ້ສຶກ​ເສຍໃຈ​ແທ້ໆທີ່​ເຫັນ​ພວກ​ສະໝຽນ​ແລະ​ພວກ​ຟາລິຊຽນ​ໃຊ້​ກົດ​ໝາຍ​ພໍ່​ຂອງ​ເພິ່ນ​ໃນ​ທາງ​ທີ່​ຜິດ​ແລະ​ເຮັດ​ໃຫ້​ກົດ​ໝາຍ​ນັ້ນ​ເບິ່ງ​ຄື​ບໍ່​ມີ​ເຫດຜົນ. ພະ​ເຍຊູ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ພວກ​ທ່ານ​ຖວາຍ​ແກ່​ພະເຈົ້າ​ແມ່ນ​ແຕ່​ໜຶ່ງ​ສ່ວນ​ສິບ​ໃນ​ເຄື່ອງ​ປູກ​ຂອງ​ຝັງ​ຕາມ​ລະດູ​ການ​ເຊັ່ນ: ຜັກ​ກ້ານ​ກໍ່າ ຜັກ​ຊີ ແລະ​ຂີ້ໝິ້ນ” ນີ້​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ເຊື່ອ​ຟັງ​ເລື່ອງ​ທີ່​ເປັນ​ລາຍ​ລະອຽດ​ປີກ​ຍ່ອຍ​ໃນ​ຂໍ້​ກົດ​ໝາຍ. ບັນຫາ​ຂອງ​ເຂົາ​ເຈົ້າ​ແມ່ນ​ຫຍັງ? ພະ​ເຍຊູ​ອະທິບາຍ​ວ່າ: ເຂົາ​ເຈົ້າ “ລະເລີຍ​ຄຳ​ສັ່ງ​ສອນ​ຂອງ​ພະບັນຍັດ​ຂໍ້​ສຳຄັນ​ຍິ່ງ​ເປັນ​ຕົ້ນ: ຄວາມ​ຍຸຕິທຳ ຄວາມ​ເມດຕາ ແລະ​ຄວາມ​ສັດ​ຊື່.” (ມັດທາຍ 23:23, ທ.ປ.) ພວກ​ຟາລິຊຽນ​ບໍ່​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ກົດ​ໝາຍ​ແລະ​ຄິດ​ວ່າ​ຕົວ​ເອງ​ດີ​ກວ່າ​ຄົນ​ອື່ນ. ແຕ່​ພະ​ເຍຊູ​ເຂົ້າ​ໃຈ​ຈຸດ​ປະສົງ​ທີ່​ຢູ່​ເບື້ອງ​ຫຼັງ​ຂອງ​ກົດ​ໝາຍ​ແລະ​ເຂົ້າ​ໃຈ​ວ່າ​ກົດ​ໝາຍ​ແຕ່​ລະ​ຂໍ້​ບອກ​ຫຍັງ​ກ່ຽວ​ກັບ​ພະ​ເຢໂຫວາ.

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ເຮົາ​ທີ່​ເປັນ​ຄລິດສະຕຽນ​​ບໍ່​ໄດ້​ຢູ່​ພາຍ​ໃຕ້​ກົດ​ໝາຍ​ຂອງ​ໂມເຊ​ແລ້ວ. (ໂລມ 7:6) ແຕ່​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ບັນທຶກ​ກົດ​ໝາຍ​ນີ້​ໃນ​ຄຳພີ​ໄບເບິນ? ພະອົງ​ຢາກ​ໃຫ້​ເຮົາ​ເຂົ້າ​ໃຈ​ແລະ​ໃຊ້ ‘ພະບັນຍັດ​ຂໍ້​ສຳຄັນ​ຍິ່ງ​ກວ່າ’ ເຊິ່ງ​ກໍ​ຄື​ຫຼັກ​ການ​ທີ່​ຢູ່​ເບື້ອງ​ຫຼັງ​ຂອງ​ກົດ​ໝາຍ. ຕົວຢ່າງ: ເຮົາ​ໄດ້​ຮຽນ​ຫຍັງ​ແດ່​ຈາກ​ການ​ຈັດ​ກຽມ​ເມືອງ​ລີ້​ໄພ? ໃນ​ບົດ​ຄວາມ​ກ່ອນ​ເຮົາ​ໄດ້​ບົດຮຽນ​ຈາກ​ການ​ສຶກສາ​ສິ່ງ​ທີ່​ຄົນ​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ຕ້ອງ​ເຮັດ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ຮຽນ​ວ່າ​ເລື່ອງ​ເມືອງ​ລີ້​ໄພ​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ພະ​ເຢໂຫວາ ແລະ​ເຮົາ​ຈະ​ຮຽນ​ແບບ​ຄຸນ​ລັກສະນະ​ຂອງ​ພະອົງ​ໄດ້​ແນວ​ໃດ. ເຮົາ​ຈະ​ຕອບ​ຄຳຖາມ 3 ຂໍ້​ຕໍ່​ໄປ​ນີ້: (1) ເມືອງ​ລີ້​ໄພ​ສະແດງ​ໃຫ້​ເຮົາ​ເຫັນ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ເມດຕາ? (2) ພະເຈົ້າ​ເບິ່ງ​ຊີວິດ​ວ່າ​ເປັນ​ແນວ​ໃດ​ແລະ​ເມືອງ​ລີ້​ໄພ​ສອນ​ຫຍັງ​ເຮົາ​ໃນ​ເລື່ອງ​ນີ້? (3) ເມືອງ​ລີ້​ໄພ​ເຮັດ​ໃຫ້​ເຮົາ​ເຫັນ​ຄວາມ​ຍຸຕິທຳ​ທີ່​ສົມບູນ​ແບບ​ຂອງ​ພະ​ເຢໂຫວາ​ແນວ​ໃດ? ເມື່ອ​ເບິ່ງ​ແຕ່​ລະ​ຄຳຖາມ ຂໍ​ໃຫ້​ເຮົາ​ພະຍາຍາມ​ສັງເກດ​ວ່າ​ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ແນວ​ໃດ.—ອ່ານ​ເອເຟດ 5:1

ທີ່​ຕັ້ງ​ຂອງ​ເມືອງ​ລີ້​ໄພ​ສະແດງ​ເຖິງ​ຄວາມ​ເມດຕາ​ຂອງ​ພະເຈົ້າ

4, 5. (ກ) ມີ​ການ​ຈັດ​ກຽມ​ຫຍັງ​ເພື່ອ​ໃຫ້​ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ສາມາດ​ໜີ​ໄປ​ເມືອງ​ລີ້​ໄພ​ໄດ້​ງ່າຍ ແລະ​ຍ້ອນ​ຫຍັງ? (ຂ) ເລື່ອງ​ນີ້​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ພະ​ເຢໂຫວາ?

4 ພະ​ເຢໂຫວາ​ຈັດ​ກຽມ​ເມືອງ​ລີ້​ໄພ 6 ເມືອງ​ເພື່ອ​ໃຫ້​ເດີນ​ທາງ​ໄປ​ຫາ​ໄດ້​ງ່າຍ​ໂດຍ​ສັ່ງ​ໃຫ້​ຊາວ​ອິດສະລາແອນ​ເລືອກ​ເມືອງ​ລີ້​ໄພ​ຟາກ​ລະ 3 ເມືອງ​ຂອງ​ແມ່ນໍ້າ​ຢູລະເດນ. ຍ້ອນ​ຫຍັງ? ຍ້ອນ​ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ສາມາດ​ໄປ​ເຖິງ​ເມືອງ​ໃດ​ກໍ​ໄດ້​ທັງ​ງ່າຍ​ແລະ​ໄວ. (ຈົດເຊັນບັນຊີ 35:11-14) ທາງ​ທີ່​ໄປ​ເມືອງ​ລີ້​ໄພ​ຕ້ອງ​ຢູ່​ໃນ​ສະພາບ​ທີ່​ດີ​ແລະ​ເດີນ​ທາງ​ໄດ້​ສະດວກ​ສະເໝີ. (ພະບັນຍັດ 19:3) ແຫຼ່ງ​ອ້າງອີງ​ຂອງ​ຊາວ​ຢິວ​ບອກ​ໄວ້​ວ່າ ຈະ​ມີ​ປ້າຍ​ຕາມ​ທາງ​ເພື່ອ​ຊ່ວຍ​ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ໃຫ້​ຮູ້​ທາງ​ໄປ​ເມືອງ​ເຫຼົ່າ​ນັ້ນ. ການ​ທີ່​ພະ​ເຢໂຫວາ​ໃຫ້​ມີ​ເມືອງ​ລີ້​ໄພ​ໃນ​ອິດສະລາແອນ​ເຮັດ​ໃຫ້​ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ບໍ່​ຕ້ອງ​ໜີ​ໄປ​ຢູ່​ປະເທດ​ອື່ນ ເຊິ່ງ​ເຂົາ​ເຈົ້າ​ອາດ​ຈະ​ຖືກ​ລໍ້​ໃຈ​ໃຫ້​ນະມັດສະການ​ພະ​ປອມ.

5 ຂໍ​ໃຫ້​ຄິດ​ເຖິງ​ເລື່ອງ​ນີ້ ພະ​ເຢໂຫວາ​ສັ່ງ​ໄວ້​ຢ່າງ​ຊັດເຈນ​ວ່າ​ຄົນ​ທີ່​ຂ້າ​ຄົນ​ໂດຍ​ເຈຕະນາ​ຈະ​ຕ້ອງ​ຖືກ​ຂ້າ​ຕາຍ. ແຕ່​ພະອົງ​ຢາກ​ໃຫ້​ໂອກາດ​ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ໄດ້​ຮັບ​ການ​ປົກ​ປ້ອງ ຄວາມ​ເມດຕາ ແລະ​ຄວາມ​ເຫັນ​ອົກ​ເຫັນ​ໃຈ. ເມື່ອ​ເວົ້າ​ເຖິງ​ການ​ຈັດ​ກຽມ​ເລື່ອງ​ເມືອງ​ລີ້​ໄພ ນັກ​ວິຈານ​ດ້ານ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ບອກ​ວ່າ: “ທຸກ​ຢ່າງ​ເຂົ້າ​ໃຈ​ງ່າຍ ຊັດເຈນ​ແລະ​ບໍ່​ຍາກ​ເກີນ​ໄປ​ທີ່​ຈະ​ເຮັດ​ຕາມ.” ພະ​ເຢໂຫວາ​ບໍ່​ແມ່ນ​ຜູ້​ພິພາກສາ​ທີ່​ໂຫດ​ຮ້າຍ​ທີ່​ມັກ​ຫາ​ທາງ​ລົງໂທດ​ຜູ້​ຮັບໃຊ້ ແຕ່​ພະອົງ​ມີ​ຄວາມ “ເມດຕາ​ລົ້ນ​ເຫຼືອ.”—ເອເຟດ 2:4, ລ.ມ.

6. ພວກ​ຟາລິຊຽນ​ຮຽນ​ແບບ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ​ບໍ? ຂໍ​ໃຫ້​ອະທິບາຍ.

6 ແຕ່​ພວກ​ຟາລິຊຽນ​ບໍ່​ຢາກ​ເມດຕາ​ໃຜ. ຕົວຢ່າງ: ແຫຼ່ງ​ອ້າງອີງ​ຂອງ​ຊາວ​ຢິວ​ບອກ​ວ່າ ພວກ​ຟາລິຊຽນ​ຈະ​ບໍ່​ໃຫ້​ອະໄພ​ຄົນ​ທີ່​ເຮັດ​ຜິດ​ເລື່ອງ​ເກົ່າ​ເກີນ 3 ເທື່ອ. ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ຄິດ​ຂອງ​ພວກ​ຟາລິຊຽນ​ບໍ່​ຖືກຕ້ອງ​ໂດຍ​ໃຊ້​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ຟາລິຊຽນ​ກັບ​ຄົນ​ເກັບ​ພາສີ​ທີ່​ຢືນ​ອະທິດຖານ​ໃກ້ໆກັນ​ໃນ​ວິຫານ. ຟາລິຊຽນ​ຄົນ​ນັ້ນ​ເວົ້າ​ວ່າ: ‘ໂອ້​ພະເຈົ້າ​ເຈົ້າ​ຂ້າ ຂ້າພະເຈົ້າ​ຂອບຄຸນ​ພະອົງ​ເພາະ​ເຫດ​ຂ້າພະເຈົ້າ​ບໍ່​ເປັນ​ເໝືອນ​ດັ່ງ​ຄົນ​ທັງ​ປວງ​ທີ່​ເປັນ​ຄົນ​ຂີ້​ລັກ ຄົນ​ບໍ່​ຊອບທຳ ຄົນ​ຫຼິ້ນ​ຊູ້​ສູ່​ຜົວ​ເມຍ​ທ່ານ ແລະ​ບໍ່​ເປັນ​ເໝືອນ​ຄົນ​ເກັບ​ພາສີ​ຜູ້​ນີ້.’ ພະ​ເຍຊູ​ກຳລັງ​ບອກ​ຫຍັງ? ເພິ່ນ​ກຳລັງ​ບອກ​ວ່າ​ພວກ​ຟາລິຊຽນ “ມັກ​ດູຖູກ​ຄົນ​ອື່ນ” ແລະ​ຄິດ​ວ່າ​ເຂົາ​ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ສະແດງ​ຄວາມ​ເມດຕາ.—ລືກາ 18:9-14, ລ.ມ.

ເຈົ້າ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້ສຶກ​ວ່າ​ງ່າຍ​ທີ່​ຈະ​ມາ​ຂໍ​ໃຫ້​ເຈົ້າ​ໃຫ້​ອະໄພ​ບໍ? ຂໍ​ໃຫ້​ເປັນ​ຄົນ​ຖ່ອມ​ຕົວ​ແລະ​ເຮັດ​ໃຫ້​ພີ່​ນ້ອງ​ຢາກ​ເຂົ້າ​ມາ​ລົມ​ນຳ (ເບິ່ງ​ຂໍ້ 4-8)

7, 8. (ກ) ເຈົ້າ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ແນວ​ໃດ? (ຂ) ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ມີ​ຄວາມ​ຖ່ອມ​ເພື່ອ​ຈະ​ໃຫ້​ອະໄພ​ຄົນ​ອື່ນ​ໄດ້?

7 ຢ່າ​ຮຽນ​ແບບ​ພວກ​ຟາລິຊຽນ ແຕ່​ໃຫ້​ຮຽນ​ແບບ​ພະ​ເຢໂຫວາ​ໂດຍ​ສະແດງ​ຄວາມ​ເມດຕາ​ແລະ​ເຫັນ​ອົກ​ເຫັນ​ໃຈ. (ອ່ານ​ໂກໂລດ 3:13) ເຮັດ​ໃຫ້​ຄົນ​ອື່ນ​ຮູ້ສຶກ​ວ່າ​ງ່າຍ​ທີ່​ຈະ​ມາ​ຂໍ​ໃຫ້​ເຮົາ​ໃຫ້​ອະໄພ. (ລືກາ 17:3, 4) ໃຫ້​ຖາມ​ຕົວ​ເອງ​ວ່າ: ຂ້ອຍ​ພ້ອມ​ຈະ​ໃຫ້​ອະໄພ​ຄົນ​ອື່ນ​ບໍ​ເຖິງ​ວ່າ​ລາວ​ເຮັດ​ໃຫ້​ຂ້ອຍ​ເຄືອງ​ໃຈ​ຫຼາຍ​ເທື່ອ​ແລ້ວ? ຂ້ອຍ​ພະຍາຍາມ​ເຕັມທີ​ແລ້ວ​ບໍ​ທີ່​ຈະ​ເປັນ​ຝ່າຍ​ສ້າງ​ສັນຕິສຸກ​ກັບ​ຄົນ​ທີ່​ເຮັດ​ໃຫ້​ຂ້ອຍ​ເຄືອງ​ໃຈ​ຫຼື​ເຈັບ?

8 ເພື່ອ​ຈະ​ໃຫ້​ອະໄພ​ໄດ້​ເຮົາ​ຕ້ອງ​ເປັນ​ຄົນ​ຖ່ອມ. ພວກ​ຟາລິຊຽນ​ຄິດ​ວ່າ​ຕົວ​ເອງ​ດີ​ກວ່າ​ຄົນ​ອື່ນໆ ເຂົາ​ເຈົ້າ​ຈຶ່ງ​ບໍ່​ຢາກ​ໃຫ້​ອະໄພ ແຕ່​ເຮົາ​ທີ່​ເປັນ​ຄລິດສະຕຽນ​ຕ້ອງ​ມີ​ຄວາມ​ຖ່ອມ “ໂດຍ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ” ແລະ​ເຕັມ​ໃຈ​ໃຫ້​ອະໄພ. (ຟີລິບ 2:3, ທ.ປ.) ເຮົາ​ຕ້ອງ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ສະແດງ​ຄວາມ​ຖ່ອມ​ບໍ?’ ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ​ກໍ​ງ່າຍ​ຂຶ້ນ​ທີ່​ຄົນ​ອື່ນ​ຈະ​ມາ​ຂໍ​ໃຫ້​ເຮົາ​ໃຫ້​ອະໄພ​ແລະ​ກໍ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ໃຫ້​ອະໄພ​ລາວ. ເຮົາ​ຕ້ອງ​ຊ້າ​ທີ່​ຈະ​ເຄືອງ​ໃຈ​ແຕ່​ໄວ​ທີ່​ຈະ​ສະແດງ​ຄວາມ​ເມດຕາ.—ຜູ້​ເທສະໜາ​ປ່າວ​ປະກາດ 7:8, 9

ເຫັນ​ຄຸນຄ່າ​ຊີວິດ​ແລະ “ເຈົ້າ​ກໍ​ຈະ​ບໍ່​ມີ​ຄວາມ​ຜິດ​ຖານ​ຂ້າ​ຄົນ”

9. ພະ​ເຢໂຫວາ​ຊ່ວຍ​ຊາວ​ອິດສະລາແອນ​ໃຫ້​ເຂົ້າ​ໃຈ​ແນວ​ໃດ​ວ່າ​ຊີວິດ​ສັກສິດ?

9 ເຫດຜົນ​ສຳຄັນ​ຢ່າງ​ໜຶ່ງ​ທີ່​ມີ​ເມືອງ​ລີ້​ໄພ​ກໍ​ເພື່ອ​ປົກ​ປ້ອງ​ຊາວ​ອິດສະລາແອນ​ບໍ່​ໃຫ້​ມີ​ຄວາມ​ຜິດ​ຖານ​ຂ້າ​ຄົນ​ບໍລິສຸດ. (ພະບັນຍັດ 19:10) ພະ​ເຢໂຫວາ​ຮັກ​ຊີວິດ​ແລະ​ກຽດ​ຊັງ​ຄາຕະກອນ. (ສຸພາສິດ 6:16, 17) ເນື່ອງ​ພະ​ເຢໂຫວາ​ຈາກ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ​ແລະ​ບໍລິສຸດ ພະອົງ​ຈຶ່ງ​ບໍ່​ເມີນ​ເສີຍ​ແມ່ນ​ແຕ່​ການ​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ໂດຍ​ບໍ່​ເຈຕະນາ. ແມ່ນ​ຢູ່​ວ່າ​ຄົນ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ໂດຍ​ບໍ່​ເຈຕະນາ​ອາດ​ຈະ​ໄດ້​ຮັບ​ຄວາມ​ເມດຕາ ແຕ່​ສິ່ງ​ທີ່​ລາວ​ຕ້ອງ​ເຮັດ​ຄື​ອະທິບາຍ​ເຫດການ​ທີ່​ເກີດ​ຂຶ້ນ​ໃຫ້​ຜູ້​ເຖົ້າ​ແກ່​ຟັງ. ຖ້າ​ຜູ້​ເຖົ້າ​ແກ່​ຕັດສິນ​ວ່າ​ການ​ຕາຍ​ນັ້ນ​ເປັນ​ອຸບັດ​ຕິ​ເຫດ ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ກໍ​ຕ້ອງ​ອາໄສ​ຢູ່​ເມືອງ​ລີ້​ໄພ​ຈົນ​ປະໂລຫິດ​ໃຫຍ່​ຕາຍ ເຊິ່ງ​ໝາຍ​ຄວາມ​ວ່າ​ລາວ​ຕ້ອງ​ໃຊ້​ຊີວິດ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ລີ້​ໄພ​ນີ້. ການ​ຈັດ​ກຽມ​ນີ້​ເນັ້ນ​ໃຫ້​ຊາວ​ອິດສະລາແອນ​ເຫັນ​ວ່າ​ຊີວິດ​ສັກສິດ. ດັ່ງ​ນັ້ນ ເພື່ອ​ສະແດງ​ວ່າ​ເຂົາ​ເຈົ້າ​ນັບຖື​ພະເຈົ້າ​ຜູ້​ໃຫ້​ຊີວິດ ເຂົາ​ເຈົ້າ​ຕ້ອງ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຈະ​ບໍ່​ໃຫ້​ຄົນ​ອື່ນ​ໄດ້​ຮັບ​ອັນຕະລາຍ.

10. ຈາກ​ຄຳ​ເວົ້າ​ຂອງ​ພະ​ເຍຊູ ພວກ​ສະໝຽນ​ແລະ​ຟາລິຊຽນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເຫັນ​ຄຸນຄ່າ​ຊີວິດ​ຂອງ​ຄົນ​ອື່ນ?

10 ພວກ​ສະໝຽນ​ແລະ​ຟາລິຊຽນ​ບໍ່​ຄື​ກັບ​ພະ​ເຢໂຫວາ ເຂົາ​ເຈົ້າ​ບໍ່​ໄດ້​ເຫັນ​ຄຸນຄ່າ​ຊີວິດ​ຂອງ​ຄົນ​ອື່ນ. ພະ​ເຍຊູ​ບອກ​ວ່າ: “ເຈົ້າ​ເກັບ​ລູກ​ກະແຈ​ສຳລັບ​ໄຂ​ຄວາມ​ຮູ້​ຂອງ​ພະເຈົ້າ​ເອົາ​ໄວ້ ຕົວ​ເຈົ້າ​ເອງ​ບໍ່​ຢາກ​ໄດ້​ຄວາມ​ຮູ້​ນັ້ນ ແຖມ​ເຈົ້າ​ຍັງ​ກີດ​ກັນ​ຄົນ​ອື່ນ​ບໍ່​ໃຫ້​ໄດ້​ຮັບ​ຄວາມ​ຮູ້​ນັ້ນ​ດ້ວຍ.” (ລືກາ 11:52, ລ.ມ.) ພະ​ເຍຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ? ພວກ​ສະໝຽນ​ແລະ​ຟາລິຊຽນ​ມີ​ໜ້າ​ທີ່​ສອນ​ພະ​ຄຳ​ຂອງ​ພະເຈົ້າ​ແລະ​ຊ່ວຍ​ຜູ້​ຄົນ​ໃຫ້​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ ແຕ່​ເຂົາ​ເຈົ້າ​ພັດ​ພະຍາຍາມ​ກີດ​ກັນ​ປະຊາຊົນ​ບໍ່​ໃຫ້​ຕິດ​ຕາມ​ພະ​ເຍຊູ​ເຊິ່ງ​ເປັນ “ຜູ້​ນຳ​ຄົນ​ສຳຄັນ​ທີ່​ໃຫ້​ຊີວິດ.” (ກິດຈະການ 3:15, ລ.ມ.) ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ນຳ​ຜູ້​ຄົນ​ໄປ​ຜິດ​ທາງ​ແລະ​ເຮັດ​ໃຫ້​ຜູ້​ຄົນ​ຖືກ​ທຳລາຍ. ພວກ​ສະໝຽນ​ແລະ​ຟາລິຊຽນ​ເປັນ​ຄົນ​ຍິ່ງ ເຫັນ​ແກ່​ຕົວ ແລະ​ບໍ່​ສົນ​ໃຈ​ຊີວິດ​ຜູ້​ຄົນ. ເຂົາ​ເຈົ້າ​ຊົ່ວ​ຮ້າຍ​ແລະ​ໂຫດ​ຮ້າຍ​ແທ້ໆ!

11. (ກ) ອັກຄະສາວົກ​ໂປໂລ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ເບິ່ງ​ຊີວິດ​ຄື​ກັບ​ທີ່​ພະ​ເຢໂຫວາ​ເບິ່ງ? (ຂ) ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮຽນ​ແບບ​ຄວາມ​ກະຕືລືລົ້ນ​ຂອງ​ໂປໂລ​ໃນ​ການ​ປະກາດ?

11 ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ບໍ່​ເປັນ​ຄື​ພວກ​ສະໝຽນ​ແລະ​ຟາລິຊຽນ​ໄດ້​ແນວ​ໃດ? ເຮົາ​ເຮັດ​ໄດ້​ໂດຍ​ການ​ເຫັນ​ຄຸນຄ່າ​ຊີວິດ. ອັກຄະສາວົກ​ໂປໂລ​ກໍ​ເຮັດ​ແບບ​ນັ້ນ​ໂດຍ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ກັບ​ຜູ້​ຄົນ​ໃຫ້​ຫຼາຍ​ທີ່​ສຸດ ລາວ​ຈຶ່ງ​ສາມາດ​ເວົ້າ​ໄດ້​ວ່າ: “ເຮົາ​ກໍ​ເສາະ​ໃສ​ຈາກ​ເລືອດ​ແຫ່ງ​ຄົນ​ທັງ​ປວງ.” (ອ່ານ​ກິດຈະການ 20:26, 27) ໂປໂລ​ພະຍາຍາມ​ປະກາດ​ຍ້ອນ​ລາວ​ບໍ່​ຢາກ​ຮູ້ສຶກ​ຜິດ​ຫຼື​ພຽງ​ແຕ່​ເຮັດ​ຕາມ​ທີ່​ພະເຈົ້າ​ສັ່ງ​ເທົ່າ​ນັ້ນ​ບໍ? ບໍ່​ແມ່ນ​ແບບ​ນັ້ນ. ຍ້ອນ​ໂປໂລ​ຮັກ​ຜູ້​ຄົນ ລາວ​ຈຶ່ງ​ເຫັນ​ວ່າ​ຊີວິດ​ຂອງ​ຜູ້​ຄົນ​ນັ້ນ​ມີ​ຄ່າ​ຫຼາຍ​ແລະ​ຢາກ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. (1 ໂກລິນໂທ 9:19-23) ເຮົາ​ກໍ​ຄວນ​ເບິ່ງ​ຊີວິດ​ຂອງ​ຜູ້​ຄົນ​ຄື​ກັບ​ທີ່​ພະ​ເຢໂຫວາ​ເບິ່ງ ພະອົງ​ຢາກ​ໃຫ້​ທຸກ​ຄົນ​ກັບ​ໃຈ​ເພື່ອ​ຈະ​ບໍ່​ຖືກ​ທຳລາຍ. (2 ເປໂຕ 3:9) ເຮົາ​ຕ້ອງ​ຮຽນ​ແບບ​ພະ​ເຢໂຫວາ​ໂດຍ​ຮັກ​ຜູ້​ຄົນ. ຖ້າ​ເຮົາ​ມີ​ຄວາມ​ເມດຕາ ເຮົາ​ຈະ​ປະກາດ​ຢ່າງ​ກະຕືລືລົ້ນ​ເຊິ່ງ​ນັ້ນ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແທ້ໆ!

12. ເປັນ​ຫຍັງ​ຄວາມ​ປອດໄພ​ເປັນ​ສິ່ງ​ສຳຄັນ​ຕໍ່​ຜູ້​ຮັບໃຊ້​ຂອງ​ພະເຈົ້າ?

12 ເພື່ອ​ຈະ​ເບິ່ງ​ຊີວິດ​ຄື​ກັບ​ທີ່​ພະ​ເຢໂຫວາ​ເບິ່ງ ເຮົາ​ຕ້ອງ​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ກ່ຽວ​ກັບ​ຄວາມ​ປອດໄພ. ເຮົາ​ຕ້ອງ​ລະ​ມັດ​ລະວັງ​ທັງ​ຕອນ​ເຮັດ​ວຽກ​ແລະ​ຂັບ​ລົດ ທັງ​ຕອນ​ທີ່​ເດີນ​ທາງ​ໄປ​ປະຊຸມ ເຮັດ​ວຽກ​ກໍ່​ສ້າງ​ແລະ​ບຳລຸງ​ຮັກສາ​ຫໍ​ປະຊຸມ. ເຮົາ​ຕ້ອງ​ຈື່​ໄວ້​ສະເໝີ​ວ່າ​ຊີວິດ​ຂອງ​ຄົນ ຄວາມ​ປອດໄພ ແລະ​ສຸຂະພາບ​ແມ່ນ​ສຳຄັນ​ຫຼາຍ​ກວ່າ​ການ​ປະຢັດ​ເວລາ​ແລະ​ເງິນ​ຄຳ. ພະເຈົ້າ​ຂອງ​ເຮົາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ​ແລະ​ເຮົາ​ກໍ​ຢາກ​ເປັນ​ຄື​ກັບ​ພະອົງ ໂດຍ​ສະເພາະ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ຕ້ອງ​ຄິດ​ກ່ຽວ​ກັບ​ຄວາມ​ປອດໄພ​ທັງ​ຕົວ​ລາວ​ເອງ​ແລະ​ຄົນ​ອື່ນໆ. (ສຸພາສິດ 22:3) ຖ້າ​ຜູ້​ເຖົ້າ​ແກ່​ເຕືອນ​ເຈົ້າ​ກ່ຽວ​ກັບ​ມາດຕະຖານ​ແລະ​ກົດ​ເກນ​ຕ່າງໆໃນ​ເລື່ອງ​ຄວາມ​ປອດໄພ​ກໍ​ຂໍ​ໃຫ້​ຟັງ​ລາວ. (ຄາລາຊີ 6:1) ໃຫ້​ເບິ່ງ​ຊີວິດ​ຄື​ກັບ​ທີ່​ພະ​ເຢໂຫວາ​ເບິ່ງ​ແລະ “ເຈົ້າ​ກໍ​ຈະ​ບໍ່​ມີ​ຄວາມ​ຜິດ​ຖານ​ຂ້າ​ຄົນ.”

ຕັດສິນ​ຄະດີ “ຕາມ​ຂໍ້​ບັງຄັບ​ທັງ​ຫຼາຍ​ນີ້”

13, 14. ຜູ້​ເຖົ້າ​ແກ່​ຊາວ​ອິດສະລາແອນ​ຈະ​ຮຽນ​ແບບ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

13 ພະ​ເຢໂຫວາ​ສັ່ງ​ໃຫ້​ຜູ້​ເຖົ້າ​ແກ່​ອິດສະລາແອນ​ຮຽນ​ແບບ​ຄວາມ​ຍຸຕິທຳ​ຂອງ​ພະອົງ. ທຳອິດ ພວກ​ຜູ້​ເຖົ້າ​ແກ່​ຕ້ອງ​ຮູ້​ກ່ອນ​ວ່າ​ຄວາມ​ຈິງ​ທັງ​ໝົດ​ເປັນ​ແນວ​ໃດ ຈາກ​ນັ້ນ ກ່ອນ​ທີ່​ຈະ​ຕັດສິນ​ວ່າ​ຈະ​ສະແດງ​ຄວາມ​ເມດຕາ​ຫຼື​ບໍ່ ເຂົາ​ເຈົ້າ​ຕ້ອງ​ຄິດ​ຢ່າງ​ລະອຽດ​ແລະ​ຮອບຄອບ​ວ່າ​ຄົນ​ທີ່​ຂ້າ​ນັ້ນ​ເຮັດ​ໄປ​ຍ້ອນ​ຫຍັງ ລາວ​ຄິດ​ແນວ​ໃດ ແລະ​ການ​ປະພຶດ​ທີ່​ຜ່ານ​ມາ​ຂອງ​ລາວ​ເປັນ​ແນວ​ໃດ. ພວກ​ຜູ້​ເຖົ້າ​ຕ້ອງ​ເບິ່ງ​ວ່າ​ລາວ​ມີ​ຄວາມ​ກຽດ​ຊັງ​ຄົນ​ທີ່​ຂ້າ​ແລະ​ມີ​ເຈຕະນາ​ທີ່​ຈະ​ຂ້າ​ຫຼື​ບໍ່. (ອ່ານ​ຈົດເຊັນບັນຊີ 35:20-24) ໃນ​ກໍລະນີ​ທີ່​ມີ​ພະຍານ​ຮູ້​ເຫັນ ຕ້ອງ​ມີ​ພະຍານ​ຢ່າງ​ໜ້ອຍ 2 ຄົນ​ຂຶ້ນ​ໄປ​ເພື່ອ​ຈະ​ເອົາ​ຜິດ​ຄົນ​ທີ່​ຕັ້ງ​ໃຈ​ຂ້າ​ໄດ້.—ຈົດເຊັນບັນຊີ 35:30

14 ຫຼັງ​ຈາກ​ຮູ້​ເຫດການ​ທີ່​ເກີດ​ຂຶ້ນ​ທັງ​ໝົດ​ແລ້ວ ພວກ​ຜູ້​ເຖົ້າ​ແກ່​ຈະ​ຄິດ​ເຖິງ​ຕົວ​ຕົນ​ທີ່​ແທ້​ຈິງ​ຂອງ​ຄົນ​ທີ່​ເຮັດ​ຜິດ ບໍ່​ແມ່ນ​ແຕ່​ສິ່ງ​ທີ່​ລາວ​ເຮັດ​ເທົ່າ​ນັ້ນ. ພວກ​ຜູ້​ເຖົ້າ​ແກ່​ຕ້ອງ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ແລະ​ເຫັນ​ຫຼາຍ​ກວ່າ​ສິ່ງ​ທີ່​ເຫັນ ເຂົາ​ເຈົ້າ​ຕ້ອງ​ເບິ່ງ​ໃຫ້​ອອກ​ວ່າ​ເປັນ​ຫຍັງ​ຈຶ່ງ​ໄດ້​ເກີດ​ເລື່ອງ​ນີ້​ຂຶ້ນ. ສຳຄັນ​ທີ່​ສຸດ ເຂົາ​ເຈົ້າ​ຕ້ອງ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະເຢໂຫວາ​ເພື່ອ​ຈະ​ຊ່ວຍ​ໃຫ້​ຮຽນ​ແບບ​ຄວາມ​ເຂົ້າ​ໃຈ ຄວາມ​ເມດຕາ ແລະ​ຄວາມ​ຍຸຕິທຳ​ຂອງ​ພະອົງ.—ອົບພະຍົບ 34:6, 7

15. ພະ​ເຍຊູ​ເບິ່ງ​ຄົນ​ບາບ​ຕ່າງ​ຈາກ​ພວກ​ຟາລິຊຽນ​ແນວ​ໃດ?

15 ພວກ​ຟາລິຊຽນ​ບໍ່​ໄດ້​ຕັດສິນ​ດ້ວຍ​ຄວາມ​ເມດຕາ. ເຂົາ​ເຈົ້າ​ເບິ່ງ​ແຕ່​ສິ່ງ​ທີ່​ຄົນ​ນັ້ນ​ເຮັດ​ແທນ​ທີ່​ຈະ​ເບິ່ງ​ຕົວ​ຕົນ​ທີ່​ແທ້​ຈິງ​ຂອງ​ລາວ. ເມື່ອ​ພວກ​ຟາລິຊຽນ​ເຫັນ​ພະ​ເຍຊູ​ກິນ​ເຂົ້າ​ຢູ່​ບ້ານ​ຂອງ​ມັດທາຍ ເຂົາ​ເຈົ້າ​ເວົ້າ​ກັບ​ລູກ​ສິດ​ຂອງ​ເພິ່ນ​ວ່າ: “ເປັນ​ຫຍັງ​ອາຈານ​ຂອງ​ພວກ​ເຈົ້າ​ກິນ​ອາຫານ​ກັບ​ພວກ​ຄົນ​ເກັບ​ພາສີ​ແລະ​ຄົນ​ບາບ?” ພະ​ເຍຊູ​ຕອບ​ວ່າ: “ຄົນ​ທີ່​ສະບາຍ​ດີ​ບໍ່​ຕ້ອງ​ໄປ​ຫາ​ໝໍ ແຕ່​ຄົນ​ປ່ວຍ​ຕ້ອງ​ໃຫ້​ໝໍ​ຮັກສາ ໄປ​ສຶກສາ​ຂໍ້​ນີ້​ເບິ່ງ​ທີ່​ພະເຈົ້າ​ບອກ​ວ່າ: ‘ເຮົາ​ຢາກ​ໃຫ້​ພວກ​ເຂົາ​ສະແດງ​ຄວາມ​ເມດຕາ ບໍ່​ໄດ້​ຢາກ​ໃຫ້​ເອົາ​ເຄື່ອງ​ບູຊາ​ມາ​ຖວາຍ’ ທີ່​ເຮົາ​ມາ ບໍ່​ໄດ້​ມາ​ເພື່ອ​ຊ່ວຍ​ຄົນ​ດີ ແຕ່​ມາ​ຊ່ວຍ​ຄົນ​ບາບ.” (ມັດທາຍ 9:9-13, ລ.ມ.) ພະ​ເຍຊູ​ກຳລັງ​ເບິ່ງ​ຂ້າມ​ຄວາມ​ບາບ​ຂອງ​ຄົນ​ເຫຼົ່າ​ນັ້ນ​ບໍ? ບໍ່​ແມ່ນ. ເພິ່ນ​ຢາກ​ໃຫ້​ເຂົາ​ເຈົ້າ​ກັບ​ໃຈ. ທີ່​ຈິງ ນີ້​ເປັນ​ເລື່ອງ​ທີ່​ສຳຄັນ​ເລື່ອງ​ໜຶ່ງ​ທີ່​ເພິ່ນ​ປະກາດ. (ມັດທາຍ 4:17) ພະ​ເຍຊູ​ຮູ້​ວ່າ​ມີ​ບາງ​ຄົນ​ໃນ “ພວກ​ຄົນ​ເກັບ​ພາສີ​ແລະ​ຄົນ​ບາບ” ທີ່​ຕ້ອງການ​ຈະ​ປ່ຽນ​ແປງ​ຕົວ​ເອງ. ເຂົາ​ເຈົ້າ​ບໍ່​ໄດ້​ໄປ​ບ້ານ​ຂອງ​ມັດທາຍ​ເພື່ອ​ກິນ​ອາຫານ​ເທົ່າ​ນັ້ນ ແຕ່​ເຂົາ​ເຈົ້າ​ຕິດ​ຕາມ​ພະ​ເຍຊູ. (ມາລະໂກ 2:15) ໜ້າ​ເສົ້າ​ທີ່​ພວກ​ຟາລິຊຽນ​ສ່ວນ​ໃຫຍ່​ບໍ່​ໄດ້​ເບິ່ງ​ຜູ້​ຄົນ​ຄື​ກັບ​ທີ່​ພະ​ເຍຊູ​ເບິ່ງ ເຂົາ​ເຈົ້າ​ບໍ່​ເຊື່ອ​ວ່າ​ຜູ້​ຄົນ​ປ່ຽນ​ແປງ​ໄດ້​ແລະ​ບອກ​ວ່າ​ຄົນ​ພວກ​ນັ້ນ​ເປັນ​ຄົນ​ບາບ​ທີ່​ບໍ່​ມີ​ຫວັງ​ຈະ​ລອດ. ຈັ່ງ​ແມ່ນ​ຕ່າງ​ກັນ​ຫຼາຍ​ແທ້ໆກັບ​ພະ​ເຢໂຫວາ​ເຊິ່ງ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ​ແລະ​ເມດຕາ.

16. ຄະນະ​ກຳມະການ​ຕັດສິນ​ຄວາມ​ຕ້ອງ​ພະຍາຍາມ​ເຂົ້າ​ໃຈ​ອັນ​ໃດ?

16 ຜູ້​ເຖົ້າ​ແກ່​ໃນ​ທຸກ​ມື້​ນີ້​ຕ້ອງ​ຮຽນ​ແບບ​ພະ​ເຍຊູ​ຜູ້​ທີ່ “ຮັກ​ຄວາມ​ຍຸຕິທຳ.” (ຄຳເພງ 37:28, ລ.ມ.) ທຳອິດ ເຂົາ​ເຈົ້າ​ຕ້ອງ “ໄຕ່​ສວນ​ເບິ່ງ​ແລະ​ສືບ​ຖາມ” ຢ່າງ​ລະອຽດ​ວ່າ​ມີ​ການ​ເຮັດ​ຜິດ​ແທ້​ຫຼື​ບໍ່. ຖ້າ​ມີ​ການ​ເຮັດ​ຜິດ​ແທ້ ເຂົາ​ເຈົ້າ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ເພື່ອ​ຈະ​ຮູ້​ວ່າ​ຕ້ອງ​ຈັດການ​ກັບ​ການ​ເຮັດ​ຜິດ​ນັ້ນ​ແນວ​ໃດ. (ພະບັນຍັດ 13:12-14) ເມື່ອ​ຜູ້​ເຖົ້າ​ແກ່​ເຮັດ​ໜ້າ​ທີ່​ໃນ​ຄະນະ​ກຳມະການ​ຕັດສິນ​ຄວາມ ລາວ​ຕ້ອງ​ຄິດ​ຢ່າງ​ລະອຽດ​ຮອບຄອບ​ເພື່ອ​ຕັດສິນ​ໃຈ​ວ່າ​ຄົນ​ທີ່​ເຮັດ​ບາບ​ຮ້າຍແຮງ​ນັ້ນ​ກັບ​ໃຈ​ແທ້​ຫຼື​ບໍ່. ການ​ເບິ່ງ​ວ່າ​ໃຜ​ຄົນ​ໜຶ່ງ​ກັບ​ໃຈ​ບໍ່​ແມ່ນ​ເລື່ອງ​ງ່າຍ ການ​ກັບ​ໃຈ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ຢູ່​ໃນ​ສ່ວນ​ເລິກ​ຂອງ​ຫົວໃຈ​ແລະ​ຄວາມ​ຄິດ​ຂອງ​ລາວ​ທີ່​ມີ​ຕໍ່​ສິ່ງ​ທີ່​ລາວ​ໄດ້​ເຮັດ. (ຄຳປາກົດ 3:3) ຄົນ​ບາບ​ຕ້ອງ​ກັບ​ໃຈ​ແທ້ໆເພື່ອ​ຈະ​ໄດ້​ຮັບ​ຄວາມ​ເມດຕາ. *—ເບິ່ງ​ໄຂ​ເງື່ອນ.

17, 18. ຜູ້​ເຖົ້າ​ແກ່​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ໃຜ​ກັບ​ໃຈ​ແທ້ໆ? (ເບິ່ງ​ຮູບ​ທຳອິດ)

17 ພະ​ເຢໂຫວາ​ກັບ​ພະ​ເຍຊູ​ຮູ້​ວ່າ​ແທ້ໆ​ແລ້ວ​ຄົນ​ເຮົາ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ​ເພາະ​ພວກ​ເພິ່ນ​ອ່ານ​ໃຈ​ໄດ້ ແຕ່​ຜູ້​ເຖົ້າ​ແກ່​ອ່ານ​ໃຈ​ບໍ່​ໄດ້. ດັ່ງ​ນັ້ນ ຖ້າ​ເຈົ້າ​ເປັນ​ຜູ້​ເຖົ້າ​ແກ່ ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຄົນ​ນັ້ນ​ກັບ​ໃຈ​ແທ້ໆ? ທຳອິດ ໃຫ້​ອະທິດຖານ​ຂໍ​ສະຕິ​ປັນຍາ​ແລະ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ. (1 ກະສັດ 3:9) ທີ​ສອງ ເຈົ້າ​ຕ້ອງ​ຄົ້ນ​ຄວ້າ​ຂໍ້​ມູນ​ຈາກ​ຄຳພີ​ໄບເບິນ​ແລະ​ໜັງສື​ຕ່າງໆທີ່​ມາ​ຈາກ​ທາດ​ສັດ​ຊື່​ແລະ​ສຸຂຸມ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ “ຄວາມ​ເສຍໃຈ​ແບບ​ໂລກ” ແລະ “ຄວາມ​ເສຍໃຈ​ແບບ​ທີ່​ພະເຈົ້າ​ພໍ​ໃຈ” ເຊິ່ງ​ເປັນ​ການ​ກັບ​ໃຈ​ແທ້ໆ. (2 ໂກລິນໂທ 7:10, 11, ລ.ມ.) ເຈົ້າ​ອາດ​ເຮັດ​ແບບ​ນັ້ນ​ໄດ້​ໂດຍ​ເບິ່ງ​ຕົວຢ່າງ​ຂອງ​ຄົນ​ທີ່​ກັບ​ໃຈ​ແລະ​ບໍ່​ກັບ​ໃຈ​ໃນ​ຄຳພີ​ໄບເບິນ ແລະ​ວິເຄາະ​ວ່າ​ເຂົາ​ເຈົ້າ​ຮູ້ສຶກ​ແນວ​ໃດ ຄິດ​ແນວ​ໃດ ແລະ​ລົງ​ມື​ເຮັດ​ຫຍັງ.

18 ທີ​ສາມ ໃຫ້​ຄິດ​ເຖິງ​ຕົວ​ຕົນ​ທີ່​ແທ້​ຈິງ​ຂອງ​ລາວ ບໍ່​ແມ່ນ​ພຽງ​ແຕ່​ສິ່ງ​ທີ່​ລາວ​ເຮັດ​ເທົ່າ​ນັ້ນ. ລອງ​ຄິດ​ເບິ່ງ​ວ່າ​ພູມ​ຫຼັງ​ຂອງ​ລາວ​ເປັນ​ແນວ​ໃດ? ເປັນ​ຫຍັງ​ລາວ​ເຮັດ​ແບບ​ນັ້ນ? ລາວ​ຕ້ອງ​ພົບ​ກັບ​ບັນຫາ​ແລະ​ຂໍ້​ຈຳກັດ​ອັນ​ໃດ​ແດ່? ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ວ່າ​ພະ​ເຍຊູ​ເຊິ່ງ​ເປັນ​ຜູ້​ນຳ​ປະຊາຄົມ “ຈະ​ບໍ່​ຕັດສິນ​ຕາມ​ຕາ​ເຫັນ​ແລະ​ຈະ​ບໍ່​ຕິຕຽນ​ຕາມ​ຫູ​ໄດ້​ຍິນ. ແຕ່​ວ່າ​ພະອົງ​ຈະ​ຕັດສິນ​ຄົນ​ທຸກ​ຍາກ​ທັງ​ຫຼາຍ​ຕາມ​ຍຸຕິທຳ​ແລະ​ຈະ​ຕິຕຽນ​ຕາມ​ຄວາມ​ສັດ​ຊື່​ແກ່​ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ອ່ອນ​ຫວານ​ເທິງ​ແຜ່ນດິນ.” (ເອຊາອີ 11:3, 4) ເຈົ້າ​ທີ່​ເປັນ​ຜູ້​ເຖົ້າ​ແກ່ ພະ​ເຍຊູ​ແຕ່ງ​ຕັ້ງ​ເຈົ້າ​ໃຫ້​ເບິ່ງ​ແຍງ​ປະຊາຄົມ​ຂອງ​ເພິ່ນ ແລະ​ເພິ່ນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນ​ດ້ວຍ​ຄວາມ​ເມດຕາ​ແລະ​ຍຸຕິທຳ. (ມັດທາຍ 18:18-20) ພວກ​ເຮົາ​ຂອບໃຈ​ແທ້ໆທີ່​ມີ​ຜູ້​ເຖົ້າ​ແກ່​ທີ່​ເອົາໃຈໃສ່​ເຮົາ​ແລະ​ຍັງ​ຊ່ວຍ​ເຮົາ​ໃຫ້​ສະແດງ​ຄວາມ​ຍຸຕິທຳ​ແລະ​ຄວາມ​ເມດຕາ​ນຳ​ອີກ.

19. ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ເມືອງ​ລີ້​ໄພ ແລະ​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໄດ້​ແນວ​ໃດ?

19 ກົດ​ໝາຍ​ຂອງ​ໂມເຊ​ມີ “ແບບ​ຢ່າງ​ແຫ່ງ​ຄວາມ​ຮູ້​ແລະ​ຄວາມ​ຈິງ” ເຊິ່ງ​ສອນ​ເຮົາ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຫຼັກ​ການ​ຂອງ​ພະອົງ. (ໂລມ 2:20) ເມືອງ​ລີ້​ໄພ​ທີ່​ອະທິບາຍ​ໄວ້​ໃນ​ກົດ​ໝາຍ​ຂອງ​ໂມເຊ​ສອນ​ຜູ້​ເຖົ້າ​ແກ່​ວ່າ​ຈະ “ພິພາກສາ​ຢ່າງ​ຍຸຕິທຳ” ໄດ້​ແນວ​ໃດ ແລະ​ສອນ​ເຮົາ​ທຸກ​ຄົນ​ວ່າ​ຈະ “ຮັກ​ແລະ​ເມດຕາ​ກັນ” ໄດ້​ແນວ​ໃດ. (ຊາກາລີ 7:9, ລ.ມ.) ເຖິງ​ວ່າ​ເຮົາ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ກົດ​ໝາຍ​ຂອງ​ໂມເຊ ແຕ່​ພະ​ເຢໂຫວາ​ບໍ່​ເຄີຍ​ປ່ຽນ. ຄວາມ​ຍຸຕິທຳ​ແລະ​ຄວາມ​ເມດຕາ​ຍັງ​ເປັນ​ສິ່ງ​ສຳຄັນ​ຫຼາຍ​ສຳລັບ​ພະອົງ ເຮົາ​ຮູ້ສຶກ​ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆທີ່​ໄດ້​ນະມັດສະການ​ພະເຈົ້າ​ແບບ​ນີ້. ຂໍ​ໃຫ້​ເຮົາ​ຮຽນ​ແບບ​ຄຸນ​ລັກສະນະ​ທີ່​ດີ​ເລີດ​ຂອງ​ພະ​ເຢໂຫວາ​ແລະ​ໃຫ້​ພະອົງ​ເປັນ​ບ່ອນ​ລີ້​ໄພ​ຂອງ​ເຮົາ.

^ ຂໍ້ 16 ເບິ່ງ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ (ບໍ່​ມີ​ໃນ​ພາສາ​ລາວ) 15 ກັນ​ຍາ 2006 ໜ້າ 30.