ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ການ​ເຮັດ​ວຽກ​ຮ່ວມ​ກັບ​ພະເຈົ້າ​ເຮັດ​ໃຫ້​ມີ​ຄວາມ​ຍິນດີ

ການ​ເຮັດ​ວຽກ​ຮ່ວມ​ກັບ​ພະເຈົ້າ​ເຮັດ​ໃຫ້​ມີ​ຄວາມ​ຍິນດີ

“ພວກ​ເຮົາ​ເປັນ​ຄົນ​ທຳ​ການ [ເຮັດ​ວຽກ] ດ້ວຍ​ກັນ ພວກ​ເຮົາ​ຈຶ່ງ​ເຕືອນ​ສະຕິ​ທ່ານ​ທັງ​ຫຼາຍ​ວ່າ​ໃຫ້​ຮັບ​ພະ​ຄຸນ​ຂອງ​ພະເຈົ້າ​ບໍ່​ໃຊ່​ເປັນ​ການ​ບໍ່​ມີ​ປະໂຫຍດ.”—2 ໂກລິນໂທ 6:1

ເພງ: 75, 74

1. ເຖິງ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ຍິ່ງໃຫຍ່​ທີ່​ສຸດ ແຕ່​ພະອົງ​ເຊີນ​ຄົນ​ອື່ນໆໃຫ້​ມາ​ເຮັດ​ຫຍັງ​ຮ່ວມ​ກັບ​ພະອົງ?

ພະ​ເຢໂຫວາ​ເປັນ​ຜູ້​ທີ່​ຍິ່ງໃຫຍ່​ທີ່​ສຸດ. ພະອົງ​ໄດ້​ສ້າງ​ທຸກ​ສິ່ງ ພະອົງ​ມີ​ສະຕິ​ປັນຍາ​ແລະ​ມີ​ລິດເດດ​ຢ່າງ​ບໍ່​ຈຳກັດ. ຫຼັງ​ຈາກ​ທີ່​ພະອົງ​ຊ່ວຍ​ໂຢບ​ໃຫ້​ເຂົ້າ​ໃຈ​ໃນ​ເລື່ອງ​ນີ້ ລາວ​ເວົ້າ​ວ່າ: “ຂ້າ​ນ້ອຍ​ຮູ້ຈັກ​ວ່າ​ພະອົງ​ອາດ​ກະທຳ​ສັບພະ​ທຸກ​ສິ່ງ​ໄດ້ ແລະ​ບໍ່​ມີ​ການ​ໜຶ່ງ​ການ​ໃດ​ທີ່​ຍາກ​ໂພດ​ແກ່​ພະອົງ.” (ໂຢບ 42:2) ພະ​ເຢໂຫວາ​ສາມາດ​ເຮັດ​ສິ່ງ​ໃດ​ກໍ​ໄດ້​ຕາມ​ທີ່​ພະອົງ​ຕັດສິນ​ໃຈ​ໄວ້​ແລ້ວ​ວ່າ​ຈະ​ເຮັດ ໂດຍ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ຄົນ​ອື່ນ​ມາ​ຊ່ວຍ. ແຕ່​ພະອົງ​ສະແດງ​ຄວາມ​ຮັກ​ໂດຍ​ເຊີນ​ຄົນ​ອື່ນ​ໃຫ້​ມາ​ເຮັດ​ວຽກ​ຮ່ວມ​ກັບ​ພະອົງ ເພື່ອ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳເລັດ.

2. ພະ​ເຢໂຫວາ​ໄດ້​ເຊີນ​ພະ​ເຍຊູ​ໃຫ້​ເຮັດ​ວຽກ​ອັນ​ໃດ​ທີ່​ສຳຄັນ?

2 ກ່ອນ​ທີ່​ພະ​ເຢໂຫວາ​ຈະ​ສ້າງ​ທຸກໆຄົນ​ແລະ​ທຸກໆສິ່ງ ພະອົງ​ໄດ້​ສ້າງ​ພະ​ເຍຊູ​ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ພະອົງ. ຈາກ​ນັ້ນ ພະ​ເຢໂຫວາ​ອະນຸຍາດ​ໃຫ້​ພະ​ເຍຊູ​ຊ່ວຍ​ພະອົງ​ໃນ​ການ​ສ້າງ​ທຸກ​ສິ່ງ. (ໂຢຮັນ 1:1-3, 18) ອັກຄະສາວົກ​ໂປໂລ​ຂຽນ​ກ່ຽວ​ກັບ​ພະ​ເຍຊູ​ວ່າ: “ສັບພະ​ທຸກ​ສິ່ງ​ໃນ​ຟ້າ​ສະຫວັນ​ກໍ​ດີ ທີ່​ແຜ່ນດິນ​ໂລກ​ກໍ​ດີ ເປັນ​ທີ່​ນິລະມິດ​ສ້າງ​ໃນ​ພະອົງ ແມ່ນ​ສິ່ງ​ທີ່​ຕາ​ເຫັນ​ໄດ້​ກໍ​ດີ ແລະ​ສິ່ງ​ທີ່​ຕາ​ເຫັນ​ບໍ່​ໄດ້​ກໍ​ດີ ແມ່ນ​ເປັນ​ພະ​ທີ່​ນັ່ງ ຫຼື​ເປັນ​ເຈົ້ານາຍ ຫຼື​ເປັນ​ຜູ້​ມີ​ອຳນາດ ຫຼື​ຜູ້​ມີ​ລິດເດດ​ກໍ​ດີ. ສັບພະ​ທຸກ​ສິ່ງ​ນັ້ນ​ເປັນ​ທີ່​ນິລະມິດ​ສ້າງ​ດ້ວຍ​ພະອົງ​ແລະ​ສຳລັບ​ພະອົງ.” (ໂກໂລດ 1:15-17) ດັ່ງ​ນັ້ນ ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ໃຫ້​ລູກ​ຊາຍ​ຂອງ​ພະອົງ​ເຮັດ​ວຽກ​ທີ່​ສຳຄັນ​ນີ້ ແຕ່​ຍັງ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ກ່ຽວ​ກັບ​ເລື່ອງ​ນີ້. ຖື​ວ່າ​ເປັນ​ກຽດ​ແທ້ໆທີ່​ເຮົາ​ໄດ້​ຮູ້​ແບບ​ນັ້ນ!

3. ພະ​ເຢໂຫວາ​ໄດ້​ເຊີນ​ອາດາມ​ໃຫ້​ເຮັດ​ວຽກ​ຫຍັງ ແລະ​ເປັນ​ຫຍັງ​ພະອົງ​ຈຶ່ງ​ເຊີນ​ລາວ?

3 ພະ​ເຢໂຫວາ​ຍັງ​ໄດ້​ເຊີນ​ມະນຸດ​ໃຫ້​ເຮັດ​ວຽກ​ຮ່ວມ​ກັບ​ພະອົງ. ຕົວຢ່າງ​ເຊັ່ນ: ພະອົງ​ອະນຸຍາດ​ໃຫ້​ອາດາມ​ຕັ້ງ​ຊື່​ໃຫ້​ສັດ​ຕ່າງໆ. (ຕົ້ນເດີມ 2:19, 20) ໃຫ້​ນຶກ​ພາບ​ເບິ່ງ​ວ່າ​ອາດາມ​ມີ​ຄວາມ​ຍິນດີ​ຫຼາຍ​ສໍ່າ​ໃດ​ທີ່​ໄດ້​ເຮັດ​ວຽກ​ນີ້! ລາວ​ໄດ້​ຮຽນ​ຮູ້​ຢ່າງ​ລະອຽດ​ກ່ຽວ​ກັບ​ລັກສະນະ​ທ່າ​ທາງ​ແລະ​ການ​ປະພຶດ​ຂອງ​ສັດ​ເຫຼົ່າ​ນັ້ນ ແລ້ວ​ກໍ​ເລືອກ​ຊື່​ທີ່​ເໝາະ​ສົມ​ໃຫ້​ກັບ​ພວກ​ມັນ. ພະ​ເຢໂຫວາ​ສ້າງ​ສັດ​ທັງ​ໝົດ ດັ່ງ​ນັ້ນ ພະອົງ​ສາມາດ​ຕັ້ງ​ຊື່​ໃຫ້​ພວກ​ມັນ​ດ້ວຍ​ຕົວ​ເອງ. ແຕ່​ພະ​ເຢໂຫວາ​ໄດ້​ສະແດງ​ໃຫ້​ອາດາມ​ເຫັນ​ວ່າ​ພະອົງ​ຮັກ​ລາວ​ຫຼາຍ​ສໍ່າ​ໃດ​ໂດຍ​ອະນຸຍາດ​ໃຫ້​ລາວ​ຕັ້ງ​ຊື່​ໃຫ້​ສັດ​ເຫຼົ່າ​ນັ້ນ. ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ມອບ​ໝາຍ​ໃຫ້​ອາດາມ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ທັງ​ໝົດ​ເປັນ​ອຸທິຍານ. (ຕົ້ນເດີມ 1:27, 28) ແຕ່​ໃນ​ທີ່​ສຸດ​ອາດາມ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ເຊົາ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ ແລະ​ຜົນ​ທີ່​ໄດ້​ຈາກ​ການ​ຕັດສິນ​ໃຈ​ນັ້ນ​ແມ່ນ​ຄວາມ​ທຸກ​ທໍລະມານ​ອັນ​ໃຫຍ່​ຫຼວງ​ສຳລັບ​ລາວ​ແລະ​ລູກ​ຫຼານ​ໝົດ​ທຸກ​ຄົນ.—ຕົ້ນເດີມ 3:17-19, 23

4. ຄົນ​ອື່ນໆໄດ້​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳເລັດ?

4 ຕໍ່​ມາ ພະ​ເຢໂຫວາ​ໄດ້​ເຊີນ​ຄົນ​ອື່ນໆໃຫ້​ເຮັດ​ວຽກ​ຮ່ວມ​ກັບ​ພະອົງ. ໂນເອ​ໄດ້​ສ້າງ​ເຮືອ​ໃຫຍ່​ທີ່​ຊ່ວຍ​ລາວ​ແລະ​ຄອບຄົວ​ໃຫ້​ລອດ​ຊີວິດ​ໃນ​ລະຫວ່າງ​ນໍ້າ​ຖ້ວມ​ໂລກ. ໂມເຊ​ໄດ້​ປົດ​ປ່ອຍ​ຊາດ​ອິດສະລາແອນ​ອອກ​ຈາກ​ການ​ເປັນ​ທາດ​ໃນ​ປະເທດ​ເອຢິບ. ໂຢຊວຍ​ໄດ້​ນຳ​ຊາວ​ອິດສະລາແອນ​ເຂົ້າ​ສູ່​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ​ໄວ້. ຊາໂລໂມນ​ໄດ້​ສ້າງ​ວິຫານ​ໃນ​ເມືອງ​ເຢຣຶຊາເລມ. ມາລີ​ໄດ້​ມາ​ເປັນ​ແມ່​ຂອງ​ພະ​ເຍຊູ. ຜູ້​ຮັບໃຊ້​ທີ່​ສັດ​ຊື່​ທັງ​ໝົດ​ນີ້​ແລະ​ຄົນ​ອື່ນໆອີກ​ຫຼາຍ​ຄົນ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ເພື່ອ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳເລັດ.

5. ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ການ​ເຮັດ​ວຽກ​ອັນ​ໃດ ແລະ​ກ່ຽວ​ກັບ​ວຽກ​ນີ້ ພະ​ເຢໂຫວາ​ຈຳເປັນ​ຕ້ອງ​ອາໄສ​ເຮົາ​ບໍ? (ເບິ່ງ​ຮູບ​ທຳອິດ)

5 ໃນ​ທຸກ​ມື້​ນີ້ ພະ​ເຢໂຫວາ​ເຊີນ​ພວກ​ເຮົາ​ທຸກ​ຄົນ​ໃຫ້​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ສະໜັບສະໜູນ​ລາຊະອານາຈັກ​ຂອງ​ພະອົງ. ເຮົາ​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ໃນ​ຫຼາຍ​ແບບ. ເຖິງ​ວ່າ​ພວກ​ເຮົາ​ທຸກ​ຄົນ​ບໍ່​ສາມາດ​ຮັບໃຊ້​ພະອົງ​ໃນ​ແບບ​ດຽວ​ກັນ ແຕ່​ທຸກ​ຄົນ​ກໍ​ສາມາດ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ໄດ້. ພະ​ເຢໂຫວາ​ສາມາດ​ເຮັດ​ວຽກ​ນີ້​ດ້ວຍ​ຕົວ​ເອງ. ພະອົງ​ສາມາດ​ເວົ້າ​ໂດຍ​ກົງ​ຈາກ​ສະຫວັນ​ກັບ​ຜູ້​ຄົນ​ທີ່​ຢູ່​ໂລກ​ນີ້. ພະ​ເຍຊູ​ເວົ້າ​ວ່າ ພະ​ເຢໂຫວາ​ສາມາດ​ເຮັດ​ໃຫ້​ກ້ອນ​ຫີນ​ບອກ​ຜູ້​ຄົນ​ກ່ຽວ​ກັບ​ເລື່ອງ​ລາຊະອານາຈັກ​ຂອງ​ພະອົງ. (ລືກາ 19:37-40) ແຕ່​ພະ​ເຢໂຫວາ​ອະນຸຍາດ​ໃຫ້​ເຮົາ​ເປັນ “ຜູ້​ກະທຳ​ການ” ຫຼື​ເປັນ​ຜູ້​ຮ່ວມ​ງານ​ຂອງ​ພະອົງ. (1 ໂກລິນໂທ 3:9) ອັກຄະສາວົກ​ໂປໂລ​ຂຽນ​ວ່າ: “ເພາະ​ພວກ​ເຮົາ​ເປັນ​ຄົນ​ທຳ​ການ​ດ້ວຍ​ກັນ [ກັບ​ພະອົງ] ພວກ​ເຮົາ​ຈຶ່ງ​ເຕືອນ​ສະຕິ​ທ່ານ​ທັງ​ຫຼາຍ​ວ່າ​ໃຫ້​ຮັບ​ພະ​ຄຸນ​ຂອງ​ພະເຈົ້າ​ບໍ່​ໃຊ່​ເປັນ​ການ​ບໍ່​ມີ​ປະໂຫຍດ.” (2 ໂກລິນໂທ 6:1) ຖື​ວ່າ​ເປັນ​ກຽດ​ທີ່​ຍິ່ງໃຫຍ່​ແທ້ໆທີ່​ເຮົາ​ຖືກ​ເຊີນ​ໃຫ້​ເຮັດ​ວຽກ​ຮ່ວມ​ກັບ​ພະເຈົ້າ. ໃຫ້​ເຮົາ​ມາ​ເບິ່ງ​ບາງ​ເຫດຜົນ​ນຳ​ກັນ​ວ່າ​ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ.

ການ​ເຮັດ​ວຽກ​ຮ່ວມ​ກັບ​ພະເຈົ້າ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ

6. ລູກ​ຊາຍ​ກົກ​ຂອງ​ພະ​ເຢໂຫວາ​ພັນລະນາ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຕົວ​ເອງ​ແນວ​ໃດ​ກ່ຽວ​ກັບ​ການ​ເຮັດ​ວຽກ​ຢູ່​ຄຽງ​ຂ້າງ​ພໍ່?

6 ການ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ເຮັດ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ມີ​ຄວາມ​ສຸກ​ສະເໝີ. ກ່ອນ​ຈະ​ມາ​ເກີດ​ຢູ່​ໂລກ​ນີ້ ພະ​ເຍຊູ​ເຊິ່ງ​ເປັນ​ລູກ​ຊາຍ​ກົກ​ຂອງ​ພະ​ເຢໂຫວາ ເພິ່ນ​ເວົ້າ​ວ່າ: “ພະ​ຜູ້​ເປັນ​ເຈົ້າ​ສ້າງ​ເຮົາ​ກ່ອນ​ສິ່ງ​ທັງ​ໝົດ . . . ເມື່ອ​ນັ້ນ​ເຮົາ​ໄດ້​ຢູ່​ຂ້າງ​ພະອົງ​ເປັນ​ຜູ້​ຮັບໃຊ້​ສຳເລັດ​ການ [ນາຍ​ຊ່າງ] ຂອງ​ພະອົງ ເຮົາ​ໄດ້​ເປັນ​ຄວາມ​ສະໜຸກ [ບໍ່​ເກີດ​ຄວາມ​ຊື່ນຊົມ​ຍິນດີ] ຂອງ​ພະອົງ​ທຸກ​ວັນໆ ແລະ​ໄດ້​ຊົມຊື່ນ​ຍິນດີ​ຕໍ່​ໜ້າ​ພະອົງ​ເລື້ອຍ​ບໍ່​ຂາດ.” (ສຸພາສິດ 8:22, ທ.ປ., 30) ເມື່ອ​ເຮັດ​ວຽກ​ຮ່ວມ​ກັບ​ພໍ່ ພະ​ເຍຊູ​ມີ​ຄວາມ​ສຸກ​ເພາະ​ໄດ້​ປະສົບ​ຜົນ​ສຳເລັດ​ຫຼາຍ​ຢ່າງ​ແລະ​ຮູ້​ວ່າ​ພໍ່​ຮັກ​ພະອົງ. ແຕ່​ສຳລັບ​ເຮົາ​ເດ?

ມີ​ສິ່ງ​ໃດ​ບໍ​ທີ່​ເຮັດ​ໃຫ້​ເຮົາ​ອີ່ມ​ໃຈ​ພໍ​ໃຈ​ຫຼາຍ​ກວ່າ​ການ​ສອນ​ຄວາມ​ຈິງ​ໃຫ້​ບາງ​ຄົນ? (ເບິ່ງ​ຂໍ້ 7)

7. ເປັນ​ຫຍັງ​ວຽກ​ປະກາດ​ຈຶ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ?

7 ພະ​ເຍຊູ​ບອກ​ວ່າ​ເຮົາ​ມີ​ຄວາມ​ສຸກ​ທັງ​ເມື່ອ​ເຮົາ​ເປັນ​ຜູ້​ໃຫ້​ແລະ​ເມື່ອ​ເຮົາ​ເປັນ​ຜູ້​ຮັບ. (ກິດຈະການ 20:35) ເຮົາ​ມີ​ຄວາມ​ສຸກ​ເມື່ອ​ເຮົາ​ໄດ້​ຮັບ​ຄວາມ​ຈິງ ແຕ່​ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ຄວາມ​ສຸກ​ເຊັ່ນ​ກັນ​ເມື່ອ​ໄດ້​ບອກ​ຄວາມ​ຈິງ​ແກ່​ຄົນ​ອື່ນ? ກໍ​ຍ້ອນ​ວ່າ​ເຮົາ​ເຫັນ​ຄົນ​ເຫຼົ່າ​ນັ້ນ​ມີ​ຄວາມ​ສຸກ​ແທ້​ເມື່ອ​ເຂົາ​ເຈົ້າ​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ແລະ​ເລີ່ມ​ມີ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ. ເຮົາ​ຕື່ນ​ເຕັ້ນ​ທີ່​ເຫັນ​ຄົນ​ເຫຼົ່າ​ນັ້ນ​ປ່ຽນ​ແປງ​ວິທີ​ຄິດ​ແລະ​ຮູບ​ແບບ​ຊີວິດ​ຂອງ​ເຂົາ​ເຈົ້າ. ວຽກ​ປະກາດ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ແລະ​ເປັນ​ວຽກ​ທີ່​ເຮັດ​ໃຫ້​ມີ​ຄວາມ​ອີ່ມ​ໃຈ​ພໍ​ໃຈ​ທີ່​ສຸດ​ທີ່​ເຮົາ​ສາມາດ​ເຮັດ​ໄດ້. ວຽກ​ປະກາດ​ເຮັດ​ໃຫ້​ຄົນ​ທີ່​ໄດ້​ມາ​ເປັນ​ເພື່ອນ​ຂອງ​ພະ​ເຢໂຫວາ​ມີ​ໂອກາດ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ.—2 ໂກລິນໂທ 5:20

8. ບາງ​ຄົນ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ສຸກ​ທີ່​ໄດ້​ຈາກ​ການ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ?

8 ເມື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ ເຮົາ​ຮູ້​ວ່າ​ເຮົາ​ກຳລັງ​ເຮັດ​ໃຫ້​ພະອົງ​ພໍ​ໃຈ​ແລະ​ຮູ້​ວ່າ​ພະອົງ​ຮູ້​ຄຸນຄ່າ​ຄວາມ​ພະຍາຍາມ​ຂອງ​ເຮົາ​ໃນ​ການ​ຮັບໃຊ້​ພະອົງ. ສິ່ງ​ນີ້​ກໍ​ເຮັດ​ໃຫ້​ມີ​ຄວາມ​ຍິນດີ​ຄື​ກັນ. (ອ່ານ 1 ໂກລິນໂທ 15:58) ມາ​ໂຄ​ເຊິ່ງ​ອາໄສ​ຢູ່​ປະເທດ​ອີຕາລີ ລາວ​ເວົ້າ​ວ່າ: “ຂ້ອຍ​ມີ​ຄວາມ​ສຸກ​ທີ່​ສຸດ​ທີ່ຮູ້​ວ່າ​ຂ້ອຍ​ກຳລັງ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ແກ່​ພະ​ເຢໂຫວາ​ແລະ​ບໍ່​ແມ່ນ​ໃຫ້​ແກ່​ຄົນ​ອື່ນ​ເຊິ່ງ​ອີກ​ບໍ່​ດົນ​ກໍ​ຈະ​ລືມ​ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ.” ຟານ​ໂຄ​ເຊິ່ງ​ຮັບໃຊ້​ຢູ່​ປະເທດ​ອີຕາລີ ລາວ​ເວົ້າ​ຄ້າຍໆກັນ​ວ່າ: “ໂດຍ​ທາງ​ຄຳພີ​ໄບເບິນ​ແລະ​ການ​ຈັດ​ຕຽມ​ອື່ນໆເພື່ອ​ບຳລຸງ​ລ້ຽງ​ຄວາມ​ເຊື່ອ ພະ​ເຢໂຫວາ​ເຕືອນ​ເຮົາ​ທຸກໆມື້​ວ່າ​ພະອົງ​ຮັກເຮົາ​ແລະ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ພະອົງ​ແມ່ນ​ສຳຄັນ ເຖິງ​ແມ່ນ​ຄວາມ​ພະຍາຍາມ​ຂອງ​ເຮົາ​ອາດ​ເບິ່ງ​ຄື​ວ່າ​ບໍ່​ມີ​ຄ່າ​ຫຍັງ​ຕໍ່​ເຮົາ. ຍ້ອນ​ແນວ​ນີ້​ການ​ເຮັດ​ວຽກ​ກັບ​ພະເຈົ້າ​ຈຶ່ງ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ແລະ​ເຮັດ​ໃຫ້​ຊີວິດ​ຂອງ​ຂ້ອຍ​ມີ​ຄວາມ​ໝາຍ.”

ການ​ເຮັດ​ວຽກ​ກັບ​ພະເຈົ້າ​ເຮັດ​ໃຫ້​ເຮົາ​ໃກ້​ຊິດ​ກັບ​ພະອົງ​ແລະ​ພີ່​ນ້ອງ​ຂອງ​ເຮົາ

9. ພະ​ເຢໂຫວາ​ແລະ​ພະ​ເຍຊູ​ມີ​ສາຍ​ສຳພັນ​ແບບ​ໃດ ແລະ​ຍ້ອນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ?

9 ເມື່ອ​ເຮົາ​ເຮັດ​ວຽກ​ກັບ​ຄົນ​ທີ່​ເຮົາ​ຮັກ ເຮົາ​ຈະ​ໃກ້​ຊິດ​ກັບ​ເຂົາ​ເຈົ້າ. ເຮົາ​ຈະ​ຮູ້ຈັກ​ນິດໄສ​ໃຈ​ຄໍ​ແລະ​ຄຸນ​ລັກສະນະ​ຕ່າງໆຂອງ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ. ເຮົາ​ຈະ​ຮຽນ​ຮູ້​ວ່າ​ອັນ​ໃດ​ຄື​ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ ແລະ​ເຂົາ​ເຈົ້າ​ພະຍາຍາມ​ແນວ​ໃດ​ເພື່ອ​ໄປ​ເຖິງ​ເປົ້າ​ໝາຍ​ນັ້ນ. ອາດ​ເປັນ​ໄປ​ໄດ້​ທີ່​ພະ​ເຍຊູ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ເປັນ​ເວລາ​ຫຼາຍ​ພັນ​ລ້ານ​ປີ ຍ້ອນ​ແນວ​ນັ້ນ​ຄວາມ​ຮັກ​ແລະ​ຄວາມ​ຜູກ​ພັນ​ທີ່​ທັງ​ສອງ​ມີ​ຕໍ່​ກັນ​ແລະ​ກັນ​ຈຶ່ງ​ແໜ້ນ​ແຟ້ນ​ຫຼາຍ​ຈົນ​ບໍ່​ມີ​ສິ່ງ​ໃດ​ສາມາດ​ທຳລາຍ​ໄດ້. ພະ​ເຍຊູ​ອະທິບາຍ​ວ່າ​ສາຍ​ສຳພັນ​ນັ້ນ​ໃກ້​ຊິດ​ຫຼາຍ​ສໍ່າ​ໃດ​ເມື່ອ​ພະອົງ​ເວົ້າ​ວ່າ: “ເຮົາ​ກັບ​ພະ​ບິດາ​ເປັນ​ອົງ​ດຽວ.” (ໂຢຮັນ 10:30) ທັງ​ສອງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ແທ້ໆ ແລະ​ທັງ​ສອງ​ກໍ​ຮ່ວມ​ມື​ກັນ​ຢ່າງ​ເຕັມທີ​ເມື່ອ​ເຮັດ​ວຽກ​ນຳ​ກັນ.

ວຽກ​ປະກາດ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ ເພາະ​ວຽກ​ນີ້​ເຕືອນ​ເຮົາ​ໃນ​ເລື່ອງ​ຄຳ​ສັນຍາ​ຕ່າງໆ ຂອງ​ພະເຈົ້າ​ແລະ​ມາດຕະຖານ​ຕ່າງໆຂອງ​ພະອົງ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ

10. ເປັນ​ຫຍັງ​ວຽກ​ປະກາດ​ຈຶ່ງ​ເຮັດ​ໃຫ້​ເຮົາ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ກັບ​ພີ່​ນ້ອງ?

10 ພະ​ເຍຊູ​ຂໍ​ໃຫ້​ພະ​ເຢໂຫວາ​ປົກ​ປ້ອງ​ພວກ​ລູກ​ສິດ​ຂອງ​ພະອົງ. ຍ້ອນ​ຫຍັງ? ພະອົງ​ອະທິດຖານ​ວ່າ: “ເພື່ອ​ເຂົາ​ຈະ​ເປັນ​ອັນ​ໜຶ່ງ [ອັນ​ດຽວ​ກັນ] ເໝືອນ​ດັ່ງ​ເຮົາ​ທັງ​ສອງ.” (ໂຢຮັນ 17:11) ເມື່ອ​ເຮົາ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ແລະ​ເຮັດ​ວຽກ​ປະກາດ ເຮົາ​ກໍ​ເຂົ້າ​ໃຈ​ຄຸນ​ລັກສະນະ​ທີ່​ດີ​ເລີດ​ຂອງ​ພະອົງ​ຫຼາຍ​ຂຶ້ນ. ເຮົາ​ຮຽນ​ຮູ້​ວ່າ​ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຸຂຸມ​ທີ່​ຈະ​ໄວ້​ວາງໃຈ​ໃນ​ພະອົງ​ແລະ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພະອົງ. ເມື່ອ​ເຮົາ​ໃກ້​ຊິດ​ກັບ​ພະ​ເຢໂຫວາ ພະອົງ​ກໍ​ຈະ​ໃກ້​ຊິດ​ກັບ​ເຮົາ​ເຊັ່ນ​ກັນ. (ອ່ານ​ຢາໂກໂບ 4:8) ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ໃກ້​ຊິດ​ກັບ​ພີ່​ນ້ອງ​ຊາຍ​ຍິງ​ຍ້ອນ​ວ່າ​ເຮົາ​ປະສົບ​ກັບ​ບັນຫາ​ແລະ​ປະສົບ​ກັບ​ຄວາມ​ສຸກ​ທີ່​ຄ້າຍໆກັນ ແລະ​ຍ້ອນ​ວ່າ​ເຮົາ​ມີ​ເປົ້າ​ໝາຍ​ຄື​ກັນ. ພວກ​ເຮົາ​ເຮັດ​ວຽກ​ນຳ​ກັນ ຍິນດີ​ນຳ​ກັນ ແລະ​ອົດ​ທົນ​ນຳ​ກັນ. ອ໋ອກ​ຕາ​ເວຍ​ເປັນ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ເຊິ່ງ​ອາໄສ​ຢູ່​ປະເທດ​ອັງກິດ ລາວ​ເວົ້າ​ວ່າ: “ການ​ເຮັດ​ວຽກ​ກັບ​ພະເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ໃກ້​ຊິດ​ກັບ​ພີ່​ນ້ອງ​ຫຼາຍ​ຂຶ້ນ.” ລາວ​ອະທິບາຍ​ອີກ​ວ່າ ຍ້ອນ​ວ່າ​ມິດຕະພາບ​ຂອງ​ລາວ​ໃນ​ຕອນ​ນີ້​ແມ່ນ​ອາໄສ “ເປົ້າ​ໝາຍ​ແລະ​ການ​ຊີ້​ນຳ​ອັນ​ດຽວ​ກັນ.” ແນ່ນອນ​ວ່າ​ເຮົາ​ຮູ້ສຶກ​ແບບ​ດຽວ​ກັນ​ນັ້ນ. ເມື່ອ​ເຫັນ​ຄວາມ​ພະຍາຍາມ​ຂອງ​ພີ່​ນ້ອງ​ໃນ​ການ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ສິ່ງ​ນີ້​ກໍ​ຈະ​ເຮັດ​ໃຫ້​ເຮົາ​ໃກ້​ຊິດ​ກັບ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ.

11. ໃນ​ໂລກ​ໃໝ່ ເປັນ​ຫຍັງ​ເຮົາ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ກັບ​ພີ່​ນ້ອງ​ຂອງ​ເຮົາ​ຫຼາຍ​ຂຶ້ນ?

11 ຕອນ​ນີ້​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ​ແລະ​ຕໍ່​ພີ່​ນ້ອງ​ຈະ​ແໜ້ນ​ແຟ້ນ​ຂຶ້ນ ແຕ່​ໃນ​ໂລກ​ໃໝ່​ຄວາມ​ຮັກ​ນີ້​ຈະ​ແໜ້ນ​ແຟ້ນ​ຫຼາຍ​ຂຶ້ນ​ກວ່າ​ອີກ. ຂໍ​ໃຫ້​ຄິດ​ເຖິງ​ວຽກ​ທຸກ​ຢ່າງ​ທີ່​ໜ້າ​ຕື່ນ​ເຕັ້ນ​ເຊິ່ງ​ເຮົາ​ຈະ​ເຮັດ​ໃນ​ອະນາຄົດ! ເຮົາ​ຈະ​ຕ້ອນຮັບ​ຄົນ​ທີ່​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລະ​ສອນ​ເຂົາ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ຂອງ​ພະ​ເຢໂຫວາ. ເຮົາ​ຈະ​ເຮັດ​ວຽກ​ເພື່ອ​ເຮັດ​ໃຫ້​ໂລກ​ນີ້​ກາຍ​ເປັນ​ອຸທິຍານ. ນັ້ນ​ຈະ​ເປັນ​ຄວາມ​ຍິນດີ​ແທ້ໆທີ່​ຈະ​ໄດ້​ເຮັດ​ວຽກ​ນຳ​ກັນ​ແລະ​ຄ່ອຍໆກາຍ​ເປັນ​ຄົນ​ທີ່​ສົມບູນ​ແບບ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະ​ຄລິດ. ມະນຸດ​ທຸກ​ຄົນ​ຈະ​ໃກ້​ຊິດ​ກັນ​ແລະ​ກັນ​ຫຼາຍ​ຂຶ້ນ​ແລະ​ທັງ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເຊັ່ນ​ກັນ. ແນ່ນອນ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້ “ສິ່ງ​ທັງ​ປວງ​ທີ່​ມີ​ຊີວິດ​ຢູ່​ກິນ​ອີ່ມ​ບໍລິບູນ.”—ຄຳເພງ 145:16

ການ​ເຮັດ​ວຽກ​ກັບ​ພະເຈົ້າ​ເປັນ​ການ​ປົກ​ປ້ອງ

12. ວຽກ​ປະກາດ​ຈະ​ປົກ​ປ້ອງ​ເຮົາ​ໄດ້​ແນວ​ໃດ?

12 ເຮົາ​ຕ້ອງ​ປົກ​ປ້ອງ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ເອົາ​ໄວ້. ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ຊາຕານ​ປົກຄອງ​ແລະ​ເຮົາ​ກໍ​ເປັນ​ມະນຸດ​ທີ່​ບໍ່​ສົມບູນ​ແບບ ດັ່ງ​ນັ້ນ​ຈຶ່ງ​ເປັນ​ເລື່ອງ​ງ່າຍ​ທີ່​ເຮົາ​ຈະ​ຄິດ​ແລະ​ເຮັດ​ຕາມ​ຄົນ​ໃນ​ໂລກ​ນີ້. ຄ້າຍ​ຄື​ກັບ​ການ​ລອຍ​ນໍ້າ​ໃນ​ແມ່ນໍ້າ​ທີ່​ກະແສ​ນໍ້າ​ສາມາດ​ພັດ​ເອົາ​ເຮົາ​ໄປ​ໃນ​ທິດ​ທາງ​ທີ່​ເຮົາ​ບໍ່​ຕ້ອງການ​ຈະ​ໄປ. ດັ່ງ​ນັ້ນ ເຮົາ​ຕ້ອງ​ໃຊ້​ແຮງ​ທັງ​ໝົດ​ຂອງ​ເຮົາ​ເພື່ອ​ຈະ​ລອຍ​ໄປ​ໃນ​ທິດ​ທາງ​ອື່ນ. ຄ້າຍໆກັນ ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ຈະ​ຫຼີກ​ລ່ຽງ​ອິດທິພົນ​ບໍ່​ດີ​ທີ່​ມີ​ຢູ່​ໃນ​ໂລກ​ທີ່​ຊາຕານ​ປົກຄອງ. ວຽກ​ປະກາດ​ຈະ​ປົກ​ປ້ອງ​ເຮົາ​ໄດ້​ແນວ​ໃດ? ເມື່ອ​ເຮົາ​ເວົ້າ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຄຳພີ​ໄບເບິນ ເຮົາ​ຈົດຈໍ່​ຢູ່​ກັບ​ສິ່ງ​ທີ່​ສຳຄັນ​ແລະ​ສິ່ງ​ທີ່​ດີ ບໍ່​ແມ່ນ​ຢູ່​ກັບ​ສິ່ງ​ທີ່​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ອ່ອນແອ. (ຟີລິບ 4:8) ວຽກ​ປະກາດ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ ເພາະ​ວຽກ​ນີ້​ເຕືອນ​ເຮົາ​ໃນ​ເລື່ອງ​ຄຳ​ສັນຍາ​ຕ່າງໆຂອງ​ພະເຈົ້າ​ແລະ​ມາດຕະຖານ​ຕ່າງໆຂອງ​ພະອົງ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ. ນອກ​ຈາກ​ນັ້ນ ວຽກ​ປະກາດ​ຍັງ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄຸນລັກສະນະ​ຕ່າງໆທີ່​ເຮົາ​ຈຳເປັນ​ຕ້ອງ​ມີ​ເພື່ອ​ປົກ​ປ້ອງ​ຕົວ​ເອງ​ຈາກ​ຊາຕານ​ແລະ​ໂລກ​ທີ່​ມັນ​ປົກຄອງ.—ອ່ານ​ເອເຟດ 6:14-17

ເມື່ອ​ຈົດຈໍ່​ຢູ່​ກັບ​ວຽກ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ບໍ່​ມີ​ເວລາ​ທີ່​ຈະ​ກັງວົນ​ຫຼາຍ​ຈົນ​ເກີນ​ໄປ​ກ່ຽວ​ກັບ​ບັນຫາ​ຂອງ​ຕົວ​ເອງ

13. ໃນ​ປະເທດ​ອົດສະຕຣາລີ ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ວຽກ​ປະກາດ?

13 ເມື່ອ​ເຮົາ​ຫຍຸ້ງ​ຢູ່​ສະເໝີ​ກັບ​ວຽກ​ປະກາດ ການ​ສຶກສາ​ພະ​ຄຳພີ ແລະ​ການ​ເຮັດ​ສິ່ງ​ຕ່າງໆເພື່ອ​ຄົນ​ອື່ນ​ໃນ​ປະຊາຄົມ ເຮົາ​ກໍ​ໄດ້​ຮັບ​ການ​ປົກ​ປ້ອງ ເພາະ​ເຮົາ​ບໍ່​ມີ​ເວລາ​ທີ່​ຈະ​ກັງວົນ​ຫຼາຍ​ຈົນ​ເກີນ​ໄປ​ກ່ຽວ​ກັບ​ບັນຫາ​ຂອງ​ຕົວ​ເອງ. ໂຈ​ແອວ​ເຊິ່ງ​ອາໄສ​ຢູ່​ປະເທດ​ອົດສະຕຣາລີ ລາວ​ເວົ້າ​ວ່າ: “ວຽກ​ປະກາດ​ຊ່ວຍ​ໃຫ້​ຂ້ອຍ​ບໍ່​ລືມ​ວ່າ​ແທ້​ຈິງ​ແລ້ວ​ໂລກ​ເປັນ​ແນວ​ໃດ. ວຽກ​ນີ້​ເຕືອນ​ຂ້ອຍ​ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ​ຕ່າງໆທີ່​ຜູ້​ຄົນ​ກຳລັງ​ປະສົບ​ຢູ່ ແລະ​ເຕືອນ​ຂ້ອຍ​ກ່ຽວ​ກັບ​ຜົນ​ປະໂຫຍດ​ທີ່​ຂ້ອຍ​ໄດ້​ຮັບ​ຈາກ​ການ​ນຳ​ເອົາ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ມາ​ໃຊ້​ໃນ​ຊີວິດ​ຂອງ​ຂ້ອຍ. ວຽກ​ປະກາດ​ຊ່ວຍ​ຂ້ອຍ​ໃຫ້​ເປັນ​ຄົນ​ຖ່ອມ​ຕົວ​ຢູ່​ສະເໝີ ນອກ​ຈາກ​ນັ້ນ ວຽກ​ນີ້​ຍັງ​ເປີດ​ໂອກາດ​ໃຫ້​ຂ້ອຍ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ​ແລະ​ພີ່​ນ້ອງ​ຊາຍ​ຍິງ.”

14. ເປັນ​ຫຍັງ​ຄວາມ​ພະຍາຍາມ​ຂອງ​ເຮົາ​ໃນ​ວຽກ​ປະກາດ​ຈຶ່ງ​ສະແດງ​ໃຫ້​ເຫັນ​ວ່າ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຢູ່​ກັບ​ເຮົາ?

14 ການ​ປະກາດ​ຍັງ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຢູ່​ກັບ​ເຮົາ. ໃຫ້​ສົມ​ທຽບ​ດັ່ງ​ນີ້: ຂໍ​ໃຫ້​ນຶກ​ພາບ​ວ່າ​ວຽກ​ຫຼັກ​ຂອງ​ເຈົ້າ​ແມ່ນ​ການ​ແຈກ​ຢາຍ​ເຂົ້າຈີ່​ໃຫ້​ກັບ​ຜູ້​ຄົນ​ທີ່​ຢູ່​ໃນ​ຊຸມຊົນ​ຂອງ​ເຈົ້າ. ເຈົ້າ​ບໍ່​ໄດ້​ຮັບ​ຄ່າ​ຈ້າງ​ຈາກ​ການ​ເຮັດ​ວຽກ​ນີ້ ແລະ​ເຈົ້າ​ຕ້ອງ​ຮັບ​ຜິດ​ຊອບ​ສຳລັບ​ຄ່າ​ໃຊ້​ຈ່າຍ​ສ່ວນ​ຕົວ​ເອົາ​ເອງ. ອີກ​ຢ່າງ​ໜຶ່ງ ຜູ້​ຄົນ​ສ່ວນ​ຫຼາຍ​ບໍ່​ຕ້ອງການ​ເຂົ້າຈີ່ ແລະ​ບາງ​ຄົນ​ກໍ​ເຖິງ​ຂັ້ນ​ວ່າ​ຊັງ​ເຈົ້າ​ຊໍ້າ​ທີ່​ເອົາ​ເຂົ້າຈີ່​ມາ​ໃຫ້​ເຂົາ​ເຈົ້າ. ເຈົ້າ​ຈະ​ເຮັດ​ວຽກ​ແບບ​ນັ້ນ​ຕໍ່ໆໄປ​ໄດ້​ອີກ​ດົນ​ປານ​ໃດ? ອີກ​ບໍ່​ດົນ​ເຈົ້າ​ຈະ​ຮູ້ສຶກ​ທໍ້​ໃຈ ແລະ​ອາດ​ຈະ​ເຊົາ​ເຮັດ​ວຽກ​ນີ້​ກໍ​ໄດ້. ຢ່າງ​ໃດ​ກໍ​ຕາມ ພວກ​ເຮົາ​ຫຼາຍ​ຄົນ​ຍັງ​ເຮັດ​ວຽກ​ປະກາດ​ຕໍ່ໆໄປ​ເຖິງ​ວ່າ​ເວລາ​ຈະ​ຜ່ານ​ໄປ​ປີ​ແລ້ວ​ປີ​ເລົ່າ ເຖິງ​ວ່າ​ເຮົາ​ຈະ​ເສຍ​ເວລາ​ແລະ​ເງິນ​ຄຳ ແລະ​ເຖິງ​ວ່າ​ຜູ້​ຄົນ​ຈະ​ເຍາະ​ເຍີ້ຍ​ເຮົາ​ຫຼື​ໃຈ​ຮ້າຍ​ໃສ່​ເຮົາ.​ການ​ທີ່​ເຮົາ​ອົດ​ທົນ​ໄດ້​ແບບ​ນີ້​ພິສູດ​ໃຫ້​ເຫັນ​ວ່າ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ກຳລັງ​ຊ່ວຍ​ເຮົາ.

ການ​ເຮັດ​ວຽກ​ກັບ​ພະເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະອົງ​ແລະ​ຄົນ​ອື່ນໆ

15. ການ​ປະກາດ​ຂ່າວ​ດີ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ຈຸດ​ປະສົງ​ຂອງ​ພະເຈົ້າ​ທີ່​ມີ​ຕໍ່​ມະນຸດ?

15 ວຽກ​ປະກາດ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ຈຸດ​ປະສົງ​ຂອງ​ພະເຈົ້າ​ທີ່​ມີ​ຕໍ່​ມະນຸດ? ຈຸດ​ປະສົງ​ຂອງ​ພະເຈົ້າ​ກໍ​ຄື​ໃຫ້​ມະນຸດ​ມີ​ຊີວິດ​ຕະຫຼອດ​ໄປ ແລະ​ຈຸດ​ປະສົງ​ນີ້​ກໍ​ບໍ່​ໄດ້​ປ່ຽນ​ໄປ​ເມື່ອ​ອາດາມ​ເຮັດ​ຜິດ. (ເອຊາອີ 55:11) ພະເຈົ້າ​ໄດ້​ຈັດ​ຕຽມ​ສິ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ຫຼຸດ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. ໂດຍ​ວິທີ​ໃດ? ໂດຍ​ໃຫ້ພະ​ເຍຊູ​ມາ​ເກີດ​ຢູ່​ໂລກ​ນີ້​ແລະ​ເສຍ​ສະລະ​ຊີວິດ​ຂອງ​ພະອົງ​ເພື່ອ​ເປັນ​ຄ່າໄຖ່. ແຕ່​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ສິ່ງ​ທີ່​ພະ​ເຍຊູ​ເສຍ​ສະລະ ມະນຸດ​ຕ້ອງ​ເຊື່ອ​ຟັງ​ພະເຈົ້າ. ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ສອນ​ຜູ້​ຄົນ​ໃຫ້​ຮູ້​ໃນ​ສິ່ງ​ທີ່​ພະເຈົ້າ​ຮຽກ​ຮ້ອງ​ຈາກ​ເຂົາ​ເຈົ້າ ແລະ​ພະອົງ​ໄດ້​ສັ່ງ​ພວກ​ລູກ​ສິດ​ໃຫ້​ເຮັດ​ຕາມ​ຄື​ກັນ. ໃນ​ທຸກ​ມື້​ນີ້ ເມື່ອ​ເຮົາ​ປະກາດ​ແລະ​ຊ່ວຍ​ຄົນ​ອື່ນໆໃຫ້​ໄດ້​ມາ​ເປັນ​ເພື່ອນ​ຂອງ​ພະເຈົ້າ ເຮົາ​ກຳລັງ​ເຮັດ​ວຽກ​ໂດຍ​ກົງ​ກັບ​ພະເຈົ້າ​ໃນ​ເລື່ອງ​ການ​ຈັດ​ຕຽມ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ຂອງ​ພະອົງ​ເພື່ອ​ຊ່ວຍ​ຊີວິດ​ມະນຸດ​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມ​ບາບ​ແລະ​ຄວາມ​ຕາຍ.

16. ການ​ປະກາດ​ຂອງ​ເຮົາ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ຄຳ​ສັ່ງ​ຂໍ້​ທີ່​ສຳຄັນ​ທີ່​ສຸດ​ຂອງ​ພະເຈົ້າ?

16 ເມື່ອ​ເຮົາ​ຊ່ວຍ​ຄົນ​ອື່ນໆໃຫ້​ພົບ​ວິທີ​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ເຂົາ​ເຈົ້າ​ແລະ​ຮັກ​ພະ​ເຢໂຫວາ. ພະອົງ “ມີ​ນໍ້າໃຈ​ໃຫ້​ຄົນ​ທັງ​ປວງ​ເຖິງ​ທີ່​ພົ້ນ​ແລະ​ມາ​ເຖິງ​ຄວາມ​ຮູ້ຈັກ​ຄວາມ​ຈິງ.” (1 ຕີໂມເຕ 2:4) ເມື່ອ​ຟາລິຊຽນ​ຄົນ​ໜຶ່ງ​ຖາມ​ພະ​ເຍຊູ​ວ່າ​ຄຳ​ສັ່ງ​ຂອງ​ພະເຈົ້າ​ຂໍ້​ໃດ​ສຳຄັນ​ທີ່​ສຸດ ພະ​ເຍຊູ​ຕອບ​ວ່າ: “‘ເຈົ້າ​ຈົ່ງ​ຮັກ​ພະ​ເຢໂຫວາ​ຜູ້​ເປັນ​ພະເຈົ້າ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ຮັກ​ດ້ວຍ​ສຸດ​ໃຈ​ແລະ​ດ້ວຍ​ສຸດ​ຈິດ​ແລະ​ດ້ວຍ​ສຸດ​ຄວາມ​ຄຶດ​ຂອງ​ເຈົ້າ.’ ຂໍ້​ນີ້​ເປັນ​ຂໍ້​ອັນ​ຕົ້ນ​ແລະ​ຂໍ້​ອັນ​ໃຫຍ່. ແລະ​ຂໍ້​ທີ 2 ກໍ​ສະເໝີ​ກັນ ‘ເຈົ້າ​ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົວ​ເອງ.’” (ມັດທາຍ 22:37-39) ເມື່ອ​ປະກາດ​ຂ່າວ​ດີ ເຮົາ​ກໍ​ກຳລັງ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ເຫຼົ່າ​ນີ້.—ອ່ານ​ກິດຈະການ 10:42

17. ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ໄດ້​ຮັບ​ກຽດ​ໃຫ້​ປະກາດ​ຂ່າວ​ດີ?

17 ຖື​ວ່າ​ເປັນ​ພະ​ພອນ​ແທ້ໆສຳລັບ​ເຮົາ! ພະ​ເຢໂຫວາ​ໃຫ້​ເຮົາ​ເຮັດ​ວຽກ​ທີ່​ພາ​ໃຫ້​ມີ​ຄວາມ​ຍິນດີ ເຊິ່ງ​ເຮັດ​ໃຫ້​ເຮົາ​ໃກ້​ຊິດ​ກັບ​ພະອົງ​ແລະ​ພີ່​ນ້ອງ​ຂອງ​ເຮົາ ແລະ​ວຽກ​ນີ້​ປົກ​ປ້ອງ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ. ນອກ​ຈາກ​ນັ້ນ ວຽກ​ນີ້​ຍັງ​ເປີດ​ໂອກາດ​ໃຫ້​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະເຈົ້າ​ແລະ​ຄົນ​ອື່ນໆ. ພະ​ເຢໂຫວາ​ມີ​ຜູ້​ຮັບໃຊ້​ຫຼາຍ​ລ້ານ​ຄົນ​ຢູ່​ທົ່ວ​ໂລກ ແລະ​ເຂົາ​ເຈົ້າ​ໝົດ​ທຸກ​ຄົນ​ກໍ​ມີ​ສະພາບການ​ທີ່​ແຕກຕ່າງ​ກັນ​ຫຼາຍ. ບໍ່​ວ່າ​ເຮົາ​ຈະ​ເປັນ​ໄວຮຸ່ນ​ຫຼື​ມີ​ອາຍຸ​ຫຼາຍ​ແລ້ວ ຮັ່ງມີ​ຫຼື​ທຸກ​ຍາກ ແຂງແຮງ​ຫຼື​ອ່ອນ​ເພຍ ພວກ​ເຮົາ​ທຸກ​ຄົນ​ໄດ້​ເຮັດ​ສຸດ​ຄວາມ​ສາມາດ​ໃນ​ການ​ບອກ​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ກັບ​ຄົນ​ອື່ນໆ. ເຮົາ​ຮູ້ສຶກ​ຄ້າຍໆກັບ​ພີ່​ນ້ອງ​ຈັນເທວ​ເຊິ່ງ​ມາ​ຈາກ​ປະເທດ​ຝຣັ່ງ ລາວ​ເວົ້າ​ວ່າ: “ຜູ້​ທີ່​ມີ​ລິດເດດ​ສູງ​ສຸດ​ໃນ​ເອກະພົບ ຜູ້​ທີ່​ສ້າງ​ທຸກ​ສິ່ງ ແລະ​ຜູ້​ທີ່​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ສຸກ ພະອົງ​ເວົ້າ​ກັບ​ຂ້ອຍ​ວ່າ: ‘ໄປ! ໄປ​ເວົ້າ! ໄປ​ເວົ້າ​ແທນ​ຂ້ອຍ ເວົ້າ​ຈາກ​ຫົວໃຈ​ຂອງ​ເຈົ້າ. ຂ້ອຍ​ຈະ​ໃຫ້​ກຳລັງ​ທີ່​ຂ້ອຍ​ມີ​ແກ່​ເຈົ້າ ໃຫ້​ຖ້ອຍຄຳ​ຂອງ​ຂ້ອຍ​ແກ່​ເຈົ້າ ໃຫ້​ການ​ສະໜັບສະໜູນ​ເຈົ້າ​ຈາກ​ສະຫວັນ ໃຫ້​ເຈົ້າ​ມີ​ໝູ່​ຢູ່​ໂລກ​ນີ້ ໃຫ້​ເຈົ້າ​ກ້າວ​ໜ້າ​ໃນ​ການ​ຝຶກ​ອົບຮົມ ແລະ​ໃຫ້​ຄຳ​ແນະນຳ​ທີ່​ຈະ​ແຈ້ງ​ໃນ​ເວລາ​ທີ່​ເໝາະ​ສົມ.’ ຖື​ເປັນ​ສິດທິ​ພິເສດ​ອັນ​ຍິ່ງໃຫຍ່​ທີ່​ໄດ້​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຮົາ​ໄດ້​ຂໍ​ກັບ​ເຮົາ​ແລະ​ເຮັດ​ວຽກ​ຮ່ວມ​ກັບ​ພະອົງ!”