ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ພວກ​ເຮົາ​ຈະ​ໄປ​ນຳ​ພວກ​ທ່ານ”

“ພວກ​ເຮົາ​ຈະ​ໄປ​ນຳ​ພວກ​ທ່ານ”

“ພວກ​ເຮົາ​ຈະ​ໄປ​ນຳ​ພວກ​ທ່ານ ເຫດ​ວ່າ​ພວກ​ເຮົາ​ໄດ້​ຍິນ​ຂ່າວ​ວ່າ​ພະເຈົ້າ​ສະຖິດ​ຢູ່​ຝ່າຍ​ພວກ​ທ່ານ.”ຊາກາລີ 8:23

ເພງ: 65, 122

1, 2. (ກ) ພະ​ເຢໂຫວາ​ບອກ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ສະໄໝ​ຂອງ​ເຮົາ? (ຂ) ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ​ແດ່​ໃນ​ບົດ​ຄວາມ​ນີ້? (ເບິ່ງ​ຮູບ​ທຳອິດ)

ພະ​ເຢໂຫວາ​ກ່າວ​ວ່າ​ໃນ​ສະໄໝ​ຂອງ​ເຮົາ “ຊາວ​ປະເທດ​ທັງ​ປວງ 10 ຄົນ​ຈະ​ຈັບ​ຊາຍ​ເສື້ອ ແມ່ນ​ແລ້ວ​ຈະ​ກຳ​ເອົາ​ຊາຍ​ເສື້ອ​ຂອງ​ຊາວ​ຢູເດ [ຄົນ​ຢິວ] ຜູ້​ໜຶ່ງ​ຈຶ່ງ​ກ່າວ​ວ່າ ‘ພວກ​ເຮົາ​ຈະ​ໄປ​ນຳ​ພວກ​ທ່ານ ເຫດ​ວ່າ​ພວກ​ເຮົາ​ໄດ້​ຍິນ​ຂ່າວ​ວ່າ​ພະເຈົ້າ​ສະຖິດ​ຢູ່​ຝ່າຍ​ພວກ​ທ່ານ.’” (ຊາກາລີ 8:23) ຄົນ​ຢິວ​ເປັນ​ພາບ​ສະແດງ​ເຖິງ​ຄົນ​ທີ່​ພະເຈົ້າ​ໄດ້​ເຈີມ​ດ້ວຍ​ພະລັງ​ບໍລິສຸດ. ເຂົາ​ເຈົ້າ​ຍັງ​ຖືກ​ເອີ້ນ​ວ່າ “ຍິດສະລາເອນ​ຂອງ​ພະເຈົ້າ.” (ຄາລາຊີ 6:16) ຊາວ​ປະເທດ​ທັງ​ປວງ 10 ຄົນ​ເປັນ​ພາບ​ສະແດງ​ເຖິງ​ຄົນ​ທີ່​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ນີ້. ເຂົາ​ເຈົ້າ​ຮູ້​ວ່າ​ພະ​ເຢໂຫວາ​ໄດ້​ອວຍ​ພອນ​ຄົນ​ກຸ່ມ​ນີ້​ທີ່​ຖືກ​ເຈີມ​ແລະ​ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ເປັນ​ກຽດ​ທີ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ຮ່ວມ​ກັບ​ກຸ່ມ​ຄົນ​ທີ່​ຖືກ​ເຈີມ.

2 ຄື​ກັບ​ທີ່​ຜູ້​ພະຍາກອນ​ຊາກາລີ​ໄດ້​ບອກ​ໄວ້ ພະ​ເຍຊູ​ບອກ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ຈະ​ມີ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ. ພະອົງ​ເວົ້າ​ເຖິງ​ຄົນ​ທີ່​ຄອຍ​ຖ້າ​ທີ່​ຈະ​ມີ​ຊີວິດ​ຢູ່​ໃນ​ສະຫວັນ​ວ່າ​ເປັນ “ຄົນ​ຝູງ​ນ້ອຍ” ແລະ​ເວົ້າ​ເຖິງ​ຄົນ​ທີ່​ຄອຍ​ຖ້າ​ທີ່​ຈະ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້​ວ່າ​ເປັນ “ແກະ​ອື່ນ.” ແຕ່​ພະ​ເຍຊູ​ບອກ​ວ່າ​ທັງ​ສອງ​ກຸ່ມ​ນີ້​ຈະ​ເປັນ “ຝູງ​ອັນ​ດຽວ” ແລະ​ຈະ​ຕິດ​ຕາມ​ພະອົງ​ທີ່​ເປັນ “ຜູ້​ລ້ຽງ​ອົງ​ດຽວ” ຂອງ​ພວກ​ເຂົາ​ເຈົ້າ. (ລືກາ 12:32; ໂຢຮັນ 10:16) ເນື່ອງ​ຈາກ​ວ່າ​ມີ​ສອງ​ກຸ່ມ ບາງ​ຄົນ​ຈຶ່ງ​ອາດ​ສົງໄສ​ວ່າ: (1) ໃນ​ປັດຈຸບັນ​ນີ້ ແກະ​ອື່ນ​ຈຳເປັນ​ຕ້ອງ​ຮູ້​ຊື່​ຂອງ​ຜູ້​ຖືກ​ເຈີມ​ທຸກ​ຄົນ​ບໍ? (2) ຜູ້​ຖືກ​ເຈີມ​ຄວນ​ຄິດ​ແນວ​ໃດ​ກ່ຽວ​ກັບ​ຕົວ​ເອງ? (3) ຖ້າ​ບາງ​ຄົນ​ໃນ​ປະຊາຄົມ​ຂອງ​ຂ້ອຍ​ເລີ່ມ​ກິນ​ແລະ​ດື່ມ​ເຫຼົ້າ​ແວງ​ຢູ່​ການ​ປະຊຸມ​ອະນຸສອນ ຂ້ອຍ​ຄວນ​ປະຕິບັດ​ຕໍ່​ລາວ​ແນວ​ໃດ? (4) ຂ້ອຍ​ຕ້ອງ​ກັງວົນ​ບໍ​ເມື່ອ​ເຫັນ​ວ່າ​ຄົນ​ທີ່​ກິນ​ເຂົ້າຈີ່​ແລະ​ດື່ມ​ເຫຼົ້າ​ແວງ​ຢູ່​ການ​ປະຊຸມ​ອະນຸສອນ​ມີ​ຈຳນວນ​ເພີ່ມ​ຂຶ້ນ? ບົດ​ຄວາມ​ນີ້​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້.

ໃນ​ປັດຈຸບັນ​ນີ້ ເຮົາ​ຈຳເປັນ​ຕ້ອງ​ຮູ້​ຊື່​ຂອງ​ຜູ້​ຖືກ​ເຈີມ​ທຸກ​ຄົນ​ບໍ?

3. ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ສາມາດ​ຮູ້​ໄດ້​ຢ່າງ​ແນ່ນອນ​ວ່າ​ໃຜ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ 144.000 ຄົນ?

3 ແກະ​ອື່ນ​ຈຳເປັນ​ຕ້ອງ​ຮູ້​ຊື່​ຂອງ​ຜູ້​ຖືກ​ເຈີມ​ທຸກ​ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່​ໃນ​ໂລກ​ທຸກ​ມື້​ນີ້​ບໍ? ບໍ່​ຈຳເປັນ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ຄົນ​ໃດ​ຄົນ​ໜຶ່ງ​ບໍ່​ສາມາດ​ຮູ້​ໄດ້​ຢ່າງ​ແນ່ນອນ​ວ່າ​ຄົນ​ເຫຼົ່າ​ນີ້​ຈະ​ໄດ້​ຮັບ​ລາງວັນ​ຂອງ​ເຂົາ​ເຈົ້າ​ຫຼື​ບໍ່. [1] (ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ) ເຖິງ​ວ່າ​ພະເຈົ້າ​ໄດ້​ເຊີນ​ຄົນ​ເຫຼົ່າ​ນີ້​ໃຫ້​ໄປ​ສະຫວັນ ແຕ່​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ລາງວັນ​ເມື່ອ​ຮັກສາ​ຄວາມ​ສັດ​ຊື່​ໄວ້​ສະເໝີ. ຊາຕານ​ຮູ້​ກ່ຽວ​ກັບ​ເລື່ອງ​ນີ້ ແລະ​ມັນ​ຈຶ່ງ​ໃຊ້ “ຜູ້​ທຳນວາຍ​ບໍ່​ຈິງ” ເພື່ອ​ພະຍາຍາມ “ລໍ້​ລວງ” ເຂົາ​ເຈົ້າ. (ມັດທາຍ 24:24) ຄລິດສະຕຽນ​ທີ່​ຖືກ​ເຈີມ​ກໍ​ບໍ່​ສາມາດ​ແນ່​ໃຈ​ໄດ້​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ລາງວັນ​ຫຼື​ບໍ່ ຈົນ​ກວ່າ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້​ຢ່າງ​ຊັດເຈນ​ວ່າ​ພະອົງ​ໄດ້​ຕັດສິນ​ວ່າ​ເຂົາ​ເຈົ້າ​ເປັນ​ຄົນ​ສັດ​ຊື່. ພະ​ເຢໂຫວາ​ໃຫ້​ການ​ຮັບຮອງ​ຂັ້ນ​ສຸດ​ທ້າຍ ຫຼື​ການ​ປະທັບ​ຕາ​ຄັ້ງ​ສຸດ​ທ້າຍ​ອາດ​ຈະ​ກ່ອນ​ທີ່​ເຂົາ​ເຈົ້າ​ຕາຍ​ຫຼື​ກ່ອນ​ທີ່ “ຄວາມ​ທຸກ​ທໍລະມານ​ມາກ​ຫຼາຍ” ເກີດ​ຂຶ້ນ.—ຄຳປາກົດ 2:10; 7:3, 14

ພະ​ເຍຊູ​ເປັນ​ຜູ້​ນຳ​ຂອງ​ພວກ​ເຮົາ ແລະ​ເຮົາ​ຕ້ອງ​ຕິດ​ຕາມ​ພະອົງ​ເທົ່າ​ນັ້ນ

4. ຖ້າ​ບໍ່​ສາມາດ​ຮູ້​ຊື່​ຂອງ​ຜູ້​ຖືກ​ເຈີມ​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ທຸກ​ມື້​ນີ້ ເຮົາ​ຈະ “ໄປ​ນຳ” ເຂົາ​ເຈົ້າ​ໄດ້​ແນວ​ໃດ?

4 ຖ້າ​ບໍ່​ສາມາດ​ຮູ້​ຊື່​ຂອງ​ຜູ້​ຖືກ​ເຈີມ​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ທຸກ​ມື້​ນີ້ ແກະ​ອື່ນ​ຈະ “ໄປ​ນຳ” ເຂົາ​ເຈົ້າ​ໄດ້​ແນວ​ໃດ? ຄຳພີໄບເບິນ​ເວົ້າ​ວ່າ​ຊາວ​ປະເທດ​ທັງ​ປວງ 10 ຄົນ​ຈະ “ຈັບ​ຊາຍ​ເສື້ອ ແມ່ນ​ແລ້ວ​ຈະ​ກຳ​ເອົາ​ຊາຍ​ເສື້ອ​ຂອງ​ຊາວ​ຢູເດ [ຄົນ​ຢິວ] ຜູ້​ໜຶ່ງ​ຈຶ່ງ​ກ່າວ​ວ່າ ‘ພວກ​ເຮົາ​ຈະ​ໄປ​ນຳ . . . ທ່ານ ເຫດ​ວ່າ​ພວກ​ເຮົາ​ໄດ້​ຍິນ​ຂ່າວ​ວ່າ​ພະເຈົ້າ​ສະຖິດ​ຢູ່​ຝ່າຍ​ພວກ​ທ່ານ.’” ພະ​ຄຳພີ​ຂໍ້​ນີ້​ກ່າວ​ເຖິງ​ຄົນ​ຢິວ​ຜູ້​ໜຶ່ງ ແຕ່​ຄຳ​ວ່າ “ທ່ານ” ແລະ “ພວກ​ທ່ານ” ໝາຍ​ເຖິງ​ຫຼາຍ​ກວ່າ​ໜຶ່ງ​ຄົນ. ນີ້​ໝາຍ​ຄວາມ​ວ່າ​ບໍ່​ແມ່ນ​ຄົນ​ຢິວ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ ແຕ່​ສະແດງ​ເຖິງ​ທຸກ​ຄົນ​ໃນ​ກຸ່ມ​ຂອງ​ຜູ້​ຖືກ​ເຈີມ. ແກະ​ອື່ນ​ຮູ້​ກ່ຽວ​ກັບ​ເລື່ອງ​ນີ້ ແລະ​ເຂົາ​ເຈົ້າ​ກໍ​ຮັບໃຊ້​ພະ​ເຢໂຫວາ​ຮ່ວມ​ກັບ​ຄົນ​ກຸ່ມ​ນີ້. ເຂົາ​ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຮູ້​ຊື່​ຂອງ​ສະມາຊິກ​ທຸກ​ຄົນ​ທີ່​ຢູ່​ໃນ​ກຸ່ມ​ນີ້​ແລະ​ກໍ​ບໍ່​ຈຳເປັນ​ຕ້ອງ​ຕິດ​ຕາມ​ເຂົາ​ເຈົ້າ​ເປັນ​ແຕ່​ລະ​ບຸກຄົນ. ພະ​ເຍຊູ​ເປັນ​ຜູ້​ນຳ​ຂອງ​ພວກ​ເຮົາ ແລະ​ຄຳພີ​ໄບເບິນ​ກໍ​ບອກ​ໃຫ້​ເຮົາ​ຕິດ​ຕາມ​ພະອົງ​ເທົ່າ​ນັ້ນ.—ມັດທາຍ 23:10

ຜູ້​ຖືກ​ເຈີມ​ຄວນ​ຄິດ​ແນວ​ໃດ​ກ່ຽວ​ກັບ​ຕົວ​ເອງ?

5. ຄຳ​ເຕືອນ​ຫຍັງ​ທີ່​ຜູ້​ຖືກ​ເຈີມ​ຄວນ​ຄິດ​ຢ່າງ​ຈິງ​ຈັງ ແລະ​ຍ້ອນ​ຫຍັງ?

5 ຜູ້​ຖືກ​ເຈີມ​ຄວນ​ຄິດ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ຄຳ​ເຕືອນ​ທີ່​ພົບ​ໃນ 1 ໂກລິນໂທ 11:27-29 (ອ່ານ). ໃນ​ວັນ​ອະນຸສອນ ຜູ້​ຖືກ​ເຈີມ​ອາດ​ກິນ​ເຂົ້າຈີ່​ແລະ​ດື່ມ​ເຫຼົ້າ​ແວງ​ໃນ​ທາງ​ທີ່ “ບໍ່​ເໝາະ​ສົມ” ໄດ້​ແນວ​ໃດ? ຖ້າ​ຄົນ​ນັ້ນ​ບໍ່​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ແລະ​ບໍ່​ສັດ​ຊື່​ຕໍ່​ພະອົງ ເມື່ອ​ລາວ​ກິນ​ເຂົ້າຈີ່​ແລະ​ດື່ມ​ເຫຼົ້າ​ແວງ ລາວ​ກໍ​ບໍ່​ໄດ້​ສະແດງ​ຄວາມ​ນັບຖື. (ເຫບເລີ 6:4-6; 10:26-29) ຄຳ​ເຕືອນ​ທີ່​ໜັກແໜ້ນ​ນີ້​ເຕືອນ​ຜູ້​ຖືກ​ເຈີມ​ວ່າ​ເຂົາ​ເຈົ້າ​ຕ້ອງ​ຮັກສາ​ຄວາມ​ສັດ​ຊື່​ຖ້າ​ເຂົາ​ເຈົ້າ​ຕ້ອງການ​ທີ່​ຈະ​ໄດ້​ຮັບ ‘ບຳເໜັດ​ອັນ​ທີ່​ພະເຈົ້າ​ໄດ້​ເອີ້ນ​ເຂົາ​ເຈົ້າ​ໄປ​ສະຫວັນ​ໂດຍ​ທາງ​ພະ​ຄລິດ​ເຍຊູ.’—ຟີລິບ 3:13-16

6. ຄລິດສະຕຽນ​ທີ່​ຖືກ​ເຈີມ​ຄວນ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ຕົວ​ເອງ?

6 ໂປໂລ​ບອກ​ຄລິດສະຕຽນ​ທີ່​ຖືກ​ເຈີມ​ວ່າ: “ເຮົາ​ຜູ້​ຈຳຈອງ​ຢູ່​ໃນ​ພະອົງ​ເຈົ້າ​ຈຶ່ງ​ເຕືອນ​ສະຕິ​ທ່ານ​ທັງ​ຫຼາຍ​ໃຫ້​ທຽວ​ໄປ​ຕາມ​ຢ່າງ​ສົມຄວນ​ກັບ​ຄວາມ​ເອີ້ນ​ທີ່​ທ່ານ​ທັງ​ຫຼາຍ​ເປັນ​ທີ່​ເອີ້ນ​ມາ​ແລ້ວ​ນັ້ນ.” ເຂົາ​ເຈົ້າ​ຄວນ​ເຮັດ​ແນວ​ໃດ​ໃນ​ເລື່ອງ​ນີ້? ໂປໂລ​ອະທິບາຍ​ວ່າ: “ດ້ວຍ​ໃຈ​ຖ່ອມ​ຕົວ​ລົງ​ທຸກ​ຢ່າງ​ແລະ​ໃຈ​ອ່ອນ​ຫວານ ດ້ວຍ​ຄວາມ​ພຽນ ດ້ວຍ​ໃຈ​ອົດ​ທົນ​ກັນ​ແລະ​ກັນ​ໃນ​ຄວາມ​ຮັກ ຈົ່ງ​ເອົາໃຈໃສ່​ຈະ​ຖື​ຮັກສາ​ຈິດ​ໃຈ​ອັນ​ດຽວ​ກັນ​ແຫ່ງ​ພະ​ວິນຍານ​ໄວ້​ດ້ວຍ​ເຄື່ອງ​ຜູກ​ມັດ​ແຫ່ງ​ຄວາມ​ສຸກ​ສຳລານ.” (ເອເຟດ 4:1-3) ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃຫ້​ເປັນ​ຄົນ​ຖ່ອມ​ຕົວ ບໍ່​ແມ່ນ​ເປັນ​ຄົນ​ຍິ່ງ. (ໂກໂລດ 3:12) ດັ່ງ​ນັ້ນ ຜູ້​ຖືກ​ເຈີມ​ບໍ່​ຄວນ​ຄິດ​ວ່າ​ເຂົາ​ເຈົ້າ​ເໜືອ​ກວ່າ​ຄົນ​ອື່ນ. ຜູ້​ຖືກ​ເຈີມ​ຍັງ​ຮູ້​ອີກ​ວ່າ​ພະ​ເຢໂຫວາ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ພະລັງ​ບໍລິສຸດ​ແກ່​ເຂົາ​ເຈົ້າ​ຫຼາຍ​ກວ່າ​ຜູ້​ຮັບໃຊ້​ຄົນ​ອື່ນໆຂອງ​ພະອົງ. ຜູ້​ຖືກ​ເຈີມ​ບໍ່​ຄວນ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ເຂົ້າ​ໃຈ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໄດ້​ຢ່າງ​ເລິກ​ເຊິ່ງ​ກວ່າ​ຄົນ​ອື່ນໆ. ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ຈະ​ບໍ່​ບອກ​ຄົນ​ອື່ນ​ວ່າ​ຄົນ​ນັ້ນ​ກໍ​ຖືກ​ເຈີມ​ຄື​ກັນ​ແລະ​ຄວນ​ເລີ່ມ​ກິນ​ເຂົ້າຈີ່​ແລະ​ດື່ມ​ເຫຼົ້າ​ແວງ​ຢູ່​ການ​ປະຊຸມ​ອະນຸສອນ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ເຂົາ​ເຈົ້າ​ຖ່ອມ​ຕົວ​ແລະ​ຮູ້​ວ່າ​ມີ​ພຽງ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ສາມາດ​ເຊີນ​ຜູ້​ຄົນ​ໃຫ້​ໄປ​ສະຫວັນ.

7, 8. ຄລິດສະຕຽນ​ທີ່​ຖືກ​ເຈີມ​ບໍ່​ຄວນ​ຄາດ​ໝາຍ​ໃນ​ເລື່ອງ​ໃດ ແລະ​ຍ້ອນ​ຫຍັງ?

7 ເຖິງ​ແມ່ນ​ຜູ້​ຖືກ​ເຈີມ​ຮູ້ສຶກ​ວ່າ​ເປັນ​ກຽດ​ທີ່​ໄດ້​ຖືກ​ເຊີນ​ໃຫ້​ໄປ​ສະຫວັນ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ຄວນ​ຄາດ​ໝາຍ​ໃຫ້​ຄົນ​ອື່ນປະຕິບັດ​ກັບ​ເຂົາ​ເຈົ້າ​ແບບ​ພິເສດ. (ເອເຟດ 1:18, 19; ອ່ານ​ຟີລິບ 2:2, 3) ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ຍັງ​ຮູ້​ວ່າ​ເມື່ອ​ພະ​ເຢໂຫວາ​ເຈີມ​ເຂົາ​ເຈົ້າ ພະອົງ​ບໍ່​ໄດ້​ປະກາດ​ໃຫ້​ໃຜ​ຮູ້​ກ່ຽວ​ກັບ​ເລື່ອງ​ນັ້ນ. ດັ່ງ​ນັ້ນ ຜູ້​ຖືກ​ເຈີມ​ຄົນ​ໃດ​ຄົນ​ໜຶ່ງ​ຈຶ່ງ​ບໍ່​ແປກ​ໃຈ​ຖ້າ​ມີ​ບາງ​ຄົນ​ບໍ່​ເຊື່ອ​ໂດຍ​ທັນທີ​ວ່າ​ລາວ​ຖືກ​ເຈີມ. ລາວ​ສຳນຶກ​ເຖິງ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ທີ່​ວ່າ​ບໍ່​ໃຫ້​ເຊື່ອ​ຄຳເວົ້າ​ຂອງ​ບາງ​ຄົນ​ທັນທີ​ທີ່​ບອກ​ວ່າ​ພະເຈົ້າ​ໄດ້​ມອບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ພິເສດ​ໃຫ້​ລາວ. (ຄຳປາກົດ 2:2) ເພາະ​ວ່າຜູ້ຖືກ​ເຈີມ​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ບໍ່​ຄາດ​ໝາຍ​ໃຫ້​ຄົນ​ອື່ນ​ໃຫ້​ຄວາມ​ສົນ​ໃຈ​ລາວ​ຫຼາຍ​ເກີນ​ໄປ ດັ່ງ​ນັ້ນ ລາວ​ຈະ​ບໍ່​ບອກ​ຜູ້​ທີ່​ລາວ​ພົບ​ໃນ​ເທື່ອ​ທຳອິດ​ວ່າ​ລາວ​ເປັນ​ຜູ້​ຖືກ​ເຈີມ. ທີ່​ຈິງ ລາວ​ອາດ​ຈະ​ບໍ່​ບອກ​ໃຫ້​ຄົນ​ອື່ນ​ຮູ້​ກ່ຽວ​ກັບ​ເລື່ອງ​ນີ້​ຊໍ້າ. ລາວ​ຈະ​ບໍ່​ໂອ້​ອວດ​ກ່ຽວ​ກັບ​ສິ່ງ​ທີ່​ດີ​ເລີດ​ຕ່າງໆເຊິ່ງ​ລາວ​ຈະ​ເຮັດ​ໃນ​ສະຫວັນ.—1 ໂກລິນໂທ 1:28, 29; ອ່ານ 1 ໂກລິນໂທ 4:6-8

8 ຄລິດສະຕຽນ​ທີ່​ຖືກ​ເຈີມ​ບໍ່​ໄດ້​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ຄວນ​ໃຊ້​ເວລາ​ນຳ​ຜູ້​ທີ່​ຖືກ​ເຈີມ​ຄື​ກັນ​ເທົ່າ​ນັ້ນ ເຊິ່ງ​ເຮັດ​ຄື​ກັບ​ວ່າ​ເຂົາ​ເຈົ້າ​ເປັນ​ສະມາຊິກ​ຂອງ​ສະ​ໂມ​ສອນ​ໃດ​ໜຶ່ງ. ເຂົາ​ເຈົ້າ​ຈະ​ບໍ່​ພະຍາຍາມ​ຊອກ​ຫາ​ຜູ້​ຖືກ​ເຈີມ​ຄົນ​ອື່ນໆເພື່ອ​ຈະ​ສາມາດ​ເວົ້າ​ກ່ຽວ​ກັບ​ການ​ເປັນ​ຜູ້​ຖືກ​ເຈີມ ຫຼື​ເພື່ອ​ພົບ​ກັນ​ເປັນ​ກຸ່ມ​ສຳລັບ​ການ​ສຶກສາ​ຄຳພີ​ໄບເບິນ. (ຄາລາຊີ 1:15-17) ປະຊາຄົມ​ຈະ​ບໍ່​ມີ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຖ້າ​ຜູ້​ຖືກ​ເຈີມ​ເຮັດ​ແບບ​ນີ້. ເຂົາ​ເຈົ້າ​ຈະ​ຂັດ​ຂວາງ​ພະລັງ​ບໍລິສຸດ ເຊິ່ງ​ເປັນ​ສິ່ງ​ທີ່​ຊ່ວຍ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ມີ​ສັນຕິສຸກ​ແລະ​ມີ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ.—ອ່ານ​ໂລມ 16:17, 18

ເຈົ້າ​ຄວນ​ປະຕິບັດ​ແນວ​ໃດ​ຕໍ່​ຜູ້​ຖືກ​ເຈີມ?

9. ເປັນ​ຫຍັງ​ເຈົ້າ​ຕ້ອງ​ລະວັງ​ເປັນ​ພິເສດ​ກ່ຽວ​ກັບ​ວິທີ​ທີ່​ເຈົ້າ​ປະຕິບັດ​ກັບ​ຄົນ​ທີ່​ກິນ​ເຂົ້າຈີ່​ແລະ​ດື່ມ​ເຫຼົ້າ​ແວງ​ຢູ່​ການ​ປະຊຸມ​ອະນຸສອນ? (ເບິ່ງ​ຂອບ “ ຄວາມ​ຮັກ ‘ບໍ່​ກະທຳ​ເປັນ​ທີ່​ໜ້າ​ລັກອາຍ’”)

9 ເຈົ້າ​ຄວນ​ປະຕິບັດ​ແນວ​ໃດ​ກັບ​ພີ່​ນ້ອງ​ຊາຍ​ຍິງ​ທີ່​ຖືກ​ເຈີມ? ພະ​ເຍຊູ​ບອກ​ພວກ​ລູກ​ສິດ​ຂອງ​ພະອົງ​ວ່າ: “ທ່ານ​ທັງ​ຫຼາຍ​ເປັນ​ພີ່​ນ້ອງ​ກັນ​ທຸກ​ຄົນ.” ພະອົງ​ເວົ້າ​ຕໍ່​ອີກ​ວ່າ: “ຄົນ​ທຸກ​ຄົນ​ທີ່​ຈະ​ຍົກ​ຍໍ​ຕົວ​ຂຶ້ນ​ຈະ​ເປັນ​ທີ່​ຖ່ອມ​ລົງ ແລະ​ຄົນ​ທຸກ​ຄົນ​ທີ່​ຈະ​ຖ່ອມ​ຕົວ​ລົງ​ຈະ​ເປັນ​ທີ່​ຍົກ​ຍໍ​ຂຶ້ນ.” (ມັດທາຍ 23:8-12) ດັ່ງ​ນັ້ນ ເປັນ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ທີ່​ຈະ​ຍົກຍ້ອງ​ບຸກຄົນ​ໜຶ່ງ​ຫຼາຍ​ຈົນ​ເກີນ​ໄປ ເຖິງ​ວ່າ​ລາວ​ຈະ​ເປັນ​ພີ່​ນ້ອງ​ຜູ້​ຖືກ​ເຈີມ​ຂອງ​ພະ​ຄລິດ​ກໍ​ຕາມ. ເມື່ອ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ຜູ້​ເຖົ້າ​ແກ່ ຄຳພີ​ໄບເບິນ​ສະໜັບສະໜູນ​ເຮົາ​ໃຫ້​ຮຽນ​ແບບ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ ແຕ່​ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ເຮົາ​ສາມາດ​ເຮັດ​ໃຫ້​ມະນຸດ​ຄົນ​ໃດ​ຄົນ​ໜຶ່ງ​ເປັນ​ຜູ້​ນຳ​ຂອງ​ເຮົາ. (ເຫບເລີ 13:7) ເປັນ​ຄວາມ​ຈິງ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ​ບາງ​ຄົນ “ສົມຄວນ​ຈະ​ໄດ້​ຄວາມ​ນັບຖື 2 ທໍ່.” ເປັນ​ເຊັ່ນ​ນີ້​ກໍ​ຍ້ອນ​ວ່າ​ເຂົາ​ເຈົ້າ “ນຳ​ໜ້າ​ຢ່າງ​ດີ, ລ.ມ.” ແລະ “ເຮັດ​ວຽກ​ຢ່າງ​ຂະຫຍັນ​ໃນ​ການ​ເທດ​ສະ​ໜາ​ແລະ​ການ​ສັ່ງ​ສອນ, ທ.ປ.” ບໍ່​ແມ່ນ​ຍ້ອນ​ວ່າ​ເຂົາ​ເຈົ້າ​ເປັນ​ຜູ້​ຖືກ​ເຈີມ. (1 ຕີໂມເຕ 5:17) ຖ້າ​ເຮົາ​ຍົກຍ້ອງ​ແລະ​ໃຫ້​ຄວາມ​ສົນ​ໃຈ​ຜູ້​ຖືກ​ເຈີມ​ຫຼາຍ​ຈົນ​ເກີນ​ໄປ ເຮົາ​ອາດ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ອາຍ ຫຼື​ຮ້າຍແຮງ​ກວ່າ​ນັ້ນ​ເຮົາ​ອາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ກາຍ​ເປັນ​ຄົນ​ຍິ່ງ. (ໂລມ 12:3) ບໍ່​ມີ​ຜູ້​ໃດ​ໃນ​ພວກ​ເຮົາ​ຕ້ອງການ​ເຮັດ​ສິ່ງ​ທີ່​ອາດ​ເປັນ​ເຫດ​ໃຫ້​ພີ່​ນ້ອງ​ຄົນ​ໃດ​ຄົນ​ໜຶ່ງ​ຂອງ​ພະ​ຄລິດ​ເຮັດ​ຄວາມ​ຜິດ​ທີ່​ຮ້າຍແຮງ​ເຊັ່ນ​ນັ້ນ!—ລືກາ 17:2

ເຈົ້າ​ຄວນ​ປະຕິບັດ​ແນວ​ໃດ​ຕໍ່​ຄົນ​ທີ່​ກິນ​ເຂົ້າຈີ່​ແລະ​ດື່ມ​ເຫຼົ້າ​ແວງ​ຢູ່​ການ​ປະຊຸມ​ອະນຸສອນ? (ເບິ່ງ​ຂໍ້ 9-11)

10. ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ໂດຍ​ວິທີ​ໃດ​ວ່າ​ເຈົ້າ​ນັບຖື​ຄລິດສະຕຽນ​ຜູ້​ຖືກ​ເຈີມ?

10 ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ໂດຍ​ວິທີ​ໃດ​ວ່າ​ເຮົາ​ນັບຖື​ຜູ້​ທີ່​ພະ​ເຢໂຫວາ​ເຈີມ? ເຮົາ​ຈະ​ບໍ່​ຖາມ​ວ່າ​ເຂົາ​ເຈົ້າ​ເປັນ​ຜູ້​ຖືກ​ເຈີມ​ໄດ້​ແນວ​ໃດ ເພາະ​ນີ້​ເປັນ​ເລື່ອງ​ສ່ວນ​ຕົວ ແລະ​ເຮົາ​ກໍ​ບໍ່​ມີ​ສິດ​ທີ່​ຈະ​ຮູ້. (1 ເທຊະໂລນີກ 4:11; 2 ເທຊະໂລນີກ 3:11) ເຮົາ​ບໍ່​ຄວນ​ຄິດ​ວ່າ​ຜົວ​ຫຼື​ເມຍ ພໍ່​ແມ່​ຂອງ​ເຂົາ​ເຈົ້າ ຫຼື​ຄົນ​ອື່ນໆໃນ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ກໍ​ຖືກ​ເຈີມ​ຄື​ກັນ ເພາະ​ຄົນ​ຜູ້​ໜຶ່ງ​ຈະ​ບໍ່​ໄດ້​ຮັບ​ຄວາມ​ຫວັງ​ແບບ​ນີ້​ເປັນ​ມໍລະດົກ​ທີ່​ມາ​ຈາກ​ຄອບຄົວ. (1 ເທຊະໂລນີກ 2:12) ນອກ​ຈາກ​ນັ້ນ ເຮົາ​ບໍ່​ຄວນ​ຖາມ​ຄຳຖາມ​ທີ່​ອາດ​ເຮັດ​ໃຫ້​ຄົນ​ອື່ນ​ເຈັບ​ປວດ​ໃຈ ເຊັ່ນ: ເຮົາ​ບໍ່​ຄວນ​ຖາມ​ເມຍ​ຂອງ​ພີ່​ນ້ອງ​ຊາຍ​ທີ່​ຖືກ​ເຈີມ​ວ່າ​ລາວ​ຮູ້ສຶກ​ແນວ​ໃດ​ທີ່​ຈະ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້​ຕະຫຼອດ​ໄປ​ໂດຍ​ທີ່​ຜົວ​ບໍ່​ໄດ້​ຢູ່​ນຳ. ບໍ່​ວ່າ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ໃນ​ໂລກ​ໃໝ່ ພະ​ເຢໂຫວາ​ຈະ “ໃຫ້​ສິ່ງ​ທັງ​ປວງ​ທີ່​ມີ​ຊີວິດ​ຢູ່​ກິນ​ອີ່ມ​ບໍລິບູນ.”—ຄຳເພງ 145:16

11. ເຮົາ​ຈະ​ປົກ​ປ້ອງ​ຕົວ​ເອງ​ໄດ້​ແນວ​ໃດ​ຖ້າ​ເຮົາ​ຫຼີກ​ລ່ຽງ​ການ​ເວົ້າ “ຍ້ອງ​ຍໍ”?

11 ການ​ທີ່​ເຮົາ​ບໍ່​ໄດ້​ປະຕິບັດ​ກັບ​ຜູ້​ຖືກ​ເຈີມ​ວ່າ​ສຳຄັນ​ກວ່າ​ຄົນ​ອື່ນໆ ເຮົາ​ກໍ​ປົກ​ປ້ອງ​ຕົວ​ເອງ​ນຳ​ອີກ. ປົກ​ປ້ອງ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ອາດ​ມີ “ພີ່​ນ້ອງ​ບໍ່​ຈິງ” ຢູ່​ໃນ​ປະຊາຄົມ​ເຊິ່ງ​ອາດ​ເວົ້າ​ວ່າ​ເຂົາ​ເຈົ້າ​ຖືກ​ເຈີມ. (ຄາລາຊີ 2:4, 5; 1 ໂຢຮັນ 2:19) ນອກ​ຈາກ​ນັ້ນ ຜູ້​ຖືກ​ເຈີມ​ບາງ​ຄົນ​ອາດ​ບໍ່​ໄດ້​ຮັກສາ​ຄວາມ​ສັດ​ຊື່​ໄວ້​ໄດ້. (ມັດທາຍ 25:10-12; 2 ເປໂຕ 2:20, 21) ແຕ່​ຖ້າ​ເຮົາ​ຫຼີກ​ລ່ຽງ​ການ​ເວົ້າ “ຍ້ອງ​ຍໍ” ເຮົາ​ກໍ​ຈະ​ບໍ່​ເຮັດ​ຕາມ​ຄົນ​ອື່ນ ເຖິງ​ວ່າ​ເຂົາ​ເຈົ້າ​ເປັນ​ຜູ້​ຖືກ​ເຈີມ ເປັນ​ຄົນ​ເຊິ່ງ​ເປັນ​ທີ່​ຮູ້ຈັກ​ກັນ​ດີ ຫຼື​ເປັນ​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ເປັນ​ເວລາ​ຫຼາຍ​ປີ. ຖ້າ​ເຂົາ​ເຈົ້າ​ກາຍ​ເປັນ​ຄົນ​ບໍ່​ສັດ​ຊື່​ແລະ​ອອກ​ໄປ​ຈາກ​ປະຊາຄົມ ເຮົາ​ກໍ​ຈະ​ບໍ່​ສູນ​ເສຍ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ຫຼື​ຈະ​ບໍ່​ເຊົາ​ຮັບໃຊ້​ພະອົງ.—ຢູເດ 16, ທ.ປ.

ເຮົາ​ຕ້ອງ​ກັງວົນ​ກ່ຽວ​ກັບ​ເລື່ອງ​ຈຳນວນ​ຂອງ​ຜູ້​ຖືກ​ເຈີມ​ບໍ?

12, 13. ເປັນ​ຫຍັງ​ເຮົາ​ບໍ່​ຕ້ອງ​ກັງວົນ​ກ່ຽວ​ກັບ​ຈຳນວນ​ຂອງ​ຄົນ​ທີ່​ກິນ​ເຂົ້າຈີ່​ແລະ​ດື່ມ​ເຫຼົ້າ​ແວງ​ຢູ່​ການ​ປະຊຸມ​ອະນຸສອນ?

12 ເປັນ​ເວລາ​ຫຼາຍ​ປີ​ແລ້ວ​ທີ່​ຜູ້​ກິນ​ເຂົ້າຈີ່​ແລະ​ດື່ມ​ເຫຼົ້າ​ແວງ​ຢູ່​ການ​ປະຊຸມ​ອະນຸສອນ​ມີ​ຈຳນວນ​ໜ້ອຍ​ລົງ. ແຕ່​ເມື່ອ​ບໍ່​ດົນ​ມາ​ນີ້ ຈຳນວນ​ຂອງ​ຄົນ​ທີ່​ກິນ​ເຂົ້າຈີ່​ແລະ​ດື່ມ​ເຫຼົ້າ​ແວງ​ກຳລັງ​ເພີ່ມ​ຂຶ້ນ​ທຸກ​ປີ. ເຮົາ​ຕ້ອງ​ກັງວົນ​ກ່ຽວ​ກັບ​ເລື່ອງ​ນີ້​ບໍ? ບໍ່. ຂໍ​ໃຫ້​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຕ້ອງ​ກັງວົນ.

13 ‘ພະ​ເຢໂຫວາ​ຮູ້ຈັກ​ຄົນ​ທັງ​ຫຼາຍ​ນັ້ນ​ທີ່​ເປັນ​ຄົນ​ຂອງ​ພະອົງ.’ (2 ຕີໂມເຕ 2:19) ມີ​ພຽງ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ຮູ້​ວ່າ​ໃຜ​ແທ້ໆທີ່​ຖືກ​ເຈີມ ແຕ່​ພີ່​ນ້ອງ​ທີ່​ນັບ​ຈຳນວນ​ຂອງ​ຄົນ​ທີ່​ກິນ​ເຂົ້າຈີ່​ແລະ​ດື່ມ​ເຫຼົ້າ​ແວງ​ຢູ່​ການ​ປະຊຸມ​ອະນຸສອນ​ບໍ່​ຮູ້​ແທ້ໆວ່າ​ໃຜ​ທີ່​ຖືກ​ເຈີມ. ດັ່ງ​ນັ້ນ ຈຳນວນ​ທີ່​ນັບ​ນັ້ນ​ຈຶ່ງ​ລວມ​ເຖິງ​ຄົນ​ທີ່​ຄິດ​ວ່າ​ເຂົາ​ເຈົ້າ​ຖືກ​ເຈີມ ແຕ່​ໃນ​ຕົວ​ຈິງ​ແລ້ວ​ເຂົາ​ເຈົ້າ​ບໍ່​ໄດ້​ຖືກ​ເຈີມ. ຕົວຢ່າງ​ເຊັ່ນ: ບາງ​ຄົນ​ທີ່​ເຄີຍ​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ຕໍ່​ມາ​ກໍ​ບໍ່​ໄດ້​ກິນ​ອີກ​ຕໍ່​ໄປ. ຄົນ​ອື່ນໆອາດ​ມີ​ບັນຫາ​ທາງ​ຈິດ​ໃຈ​ຫຼື​ທາງ​ດ້ານ​ອາລົມ​ແລະ​ເຊື່ອ​ວ່າ​ຕົວ​ເອງ​ຈະ​ຮ່ວມ​ປົກຄອງ​ກັບ​ພະ​ຄລິດ​ໃນ​ສະຫວັນ. ເຫັນ​ໄດ້​ຢ່າງ​ຊັດເຈນ​ວ່າ ເຮົາ​ບໍ່​ຮູ້​ແທ້ໆວ່າ​ມີ​ຜູ້​ຖືກ​ເຈີມ​ຈຳນວນ​ຫຼາຍ​ເທົ່າ​ໃດ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ໂລກ​ນີ້.

14. ຄຳພີ​ໄບເບິນ​ບອກ​ວ່າ​ແນວ​ໃດ​ກ່ຽວ​ກັບ​ຈຳນວນ​ຂອງ​ຜູ້​ຖືກ​ເຈີມ​ທີ່​ຈະ​ຍັງ​ເຫຼືອ​ຢູ່​ໃນ​ໂລກ​ນີ້​ເມື່ອ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ?

14 ຍັງ​ຈະ​ມີ​ຜູ້​ຖືກ​ເຈີມ​ເຫຼືອ​ຢູ່​ໃນ​ສ່ວນ​ຕ່າງໆຂອງ​ໂລກ​ນີ້ ເມື່ອ​ພະ​ເຍຊູ​ມາ​ຮັບ​ເອົາ​ເຂົາ​ເຈົ້າ​ໄປ​ສະຫວັນ. ຄຳພີ​ໄບເບິນ​ບອກ​ວ່າ ພະ​ເຍຊູ ‘ຈະ​ໃຊ້​ຝູງ​ທູດ​ສະຫວັນ​ຂອງ​ພະອົງ​ໄປ​ດ້ວຍ​ສຽງ​ອັນ​ດັງ​ອັນ​ໃຫຍ່ ແລະ​ເຂົາ​ຈະ​ໂຮມ​ເອົາ​ຄົນ​ທັງ​ຫຼາຍ​ທີ່​ພະອົງ​ໄດ້​ເລືອກ​ໄວ້​ແລ້ວ​ໃຫ້​ມາ​ຈາກ​ທັງ​ສີ່​ທິດ​ນັ້ນ ຕັ້ງ​ແຕ່​ທີ່​ສຸດ​ຟ້າ​ອາກາດ​ພາຍ​ນີ້​ຈົນ​ເຖິງ​ທີ່​ສຸດ​ຟ້າ​ອາກາດ​ພາຍ​ນັ້ນ.’ (ມັດທາຍ 24:31) ຄຳພີ​ໄບເບິນ​ຍັງ​ບອກ​ໃຫ້​ຮູ້​ວ່າ​ໃນ​ລະຫວ່າງ​ສະໄໝ​ສຸດ​ທ້າຍ​ນີ້ ຈະ​ມີ​ຜູ້​ຖືກ​ເຈີມ​ຈຳນວນ​ໜ້ອຍ​ດຽວ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ໂລກ​ນີ້. (ຄຳປາກົດ 12:17) ແຕ່​ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ຈະ​ມີ​ຜູ້​ຖືກ​ເຈີມ​ຈັກ​ຄົນ​ເຫຼືອ​ຢູ່​ໃນ​ໂລກ​ນີ້ ເມື່ອ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ.

15, 16. ເຮົາ​ຕ້ອງ​ເຂົ້າ​ໃຈ​ໃນ​ເລື່ອງ​ໃດ​ກ່ຽວ​ກັບ 144.000 ຄົນ​ທີ່​ພະ​ເຢໂຫວາ​ໄດ້​ເລືອກ?

15 ພະ​ເຢໂຫວາ​ເປັນ​ຜູ້ຕັດສິນ​ໃຈ​ວ່າ​ເມື່ອ​ໃດ​ພະອົງ​ຈະ​ເລືອກ​ຜູ້​ຖືກ​ເຈີມ. (ໂລມ 8:28-30) ພະ​ເຢໂຫວາ​ເລີ່ມ​ຕົ້ນ​ເລືອກ​ຜູ້​ຖືກ​ເຈີມ​ຫຼັງ​ຈາກ​ທີ່​ພະ​ເຍຊູ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ. ເບິ່ງ​ຄື​ວ່າ​ໃນ​ສະຕະວັດ​ທຳອິດ ຄລິດສະຕຽນ​ແທ້​ທຸກ​ຄົນ​ໄດ້​ຖືກ​ເຈີມ. ຫຼາຍ​ຮ້ອຍ​ປີ​ຫຼັງ​ຈາກ​ນັ້ນ ຄົນ​ສ່ວນ​ຫຼາຍ​ທີ່​ບອກ​ວ່າ​ຕົວ​ເອງ​ເປັນ​ຄລິດສະຕຽນ ແຕ່​ເຂົາ​ເຈົ້າ​ພັດ​ບໍ່​ໄດ້​ຕິດ​ຕາມ​ພະ​ຄລິດ​ແທ້ໆ. ເຖິງ​ຈະ​ເປັນ​ແນວ​ນັ້ນ​ກໍ​ຕາມ ໃນ​ໄລຍະ​ເວລາ​ນັ້ນ ພະ​ເຢໂຫວາ​ຍັງ​ໄດ້​ເຈີມ​ຄົນ​ທີ່​ເປັນ​ຄລິດສະຕຽນ​ແທ້​ເຊິ່ງ​ມີ​ຈຳນວນ​ພຽງ​ໜ້ອຍ​ດຽວ​ເທົ່າ​ນັ້ນ. ເຂົາ​ເຈົ້າ​ເປັນ​ຄື​ກັບ​ເຂົ້າ​ດີ​ທີ່​ພະ​ເຍຊູ​ບອກ​ວ່າ​ຈະ​ເຕີບ​ໃຫຍ່​ໃນ​ທ່າມກາງ​ເຂົ້າ​ນົກ. (ມັດທາຍ 13:24-30) ໃນ​ລະຫວ່າງ​ສະໄໝ​ສຸດ​ທ້າຍ ພະ​ເຢໂຫວາ​ຍັງ​ສືບ​ຕໍ່​ເລືອກ​ເອົາ​ຄົນ​ທີ່​ຈະ​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ 144.000 ຄົນ. [2] (ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ) ດັ່ງ​ນັ້ນ ຖ້າ​ພະ​ເຢໂຫວາ​ຕັດສິນ​ໃຈ​ທີ່​ຈະ​ເລືອກ​ບາງ​ຄົນ​ໃນ​ເວລາ​ກ່ອນ​ອະວະສານ​ຈະ​ເກີດ​ຂຶ້ນ ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ກຳລັງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. (ເອຊາອີ 45:9; ດານຽນ 4:35; ອ່ານ​ໂລມ 9:11, 16) [3] (ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ) ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ມີ​ທ່າທີ​ຄື​ກັບ​ຄົນ​ງານ​ທີ່​ຈົ່ມ​ກ່ຽວ​ກັບ​ວິທີ​ທີ່​ເຈົ້ານາຍ​ຂອງ​ເຂົາ​ເຈົ້າ​ປະຕິບັດ​ກັບ​ຄົນ​ທີ່​ເລີ່ມ​ເຮັດ​ວຽກ​ໃນ​ຊົ່ວ​ໂມງ​ສຸດ​ທ້າຍ.—ອ່ານ​ມັດທາຍ 20:8-15

16 ບໍ່​ແມ່ນ​ທຸກ​ຄົນ​ທີ່​ມີ​ຄວາມ​ຫວັງ​ທີ່​ວ່າ​ຈະ​ມີ​ຊີວິດ​ໃນ​ສະຫວັນ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ ‘ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສຸຂຸມ.’ (ມັດທາຍ 24:45-47) ຄື​ກັບ​ໃນ​ສະຕະວັດ​ທຳອິດ ໃນ​ທຸກ​ມື້​ນີ້​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ກຳລັງ​ໃຊ້​ຄົນ​ຈຳນວນ​ໜ້ອຍ​ເພື່ອ​ລ້ຽງ​ດູ​ຫຼື​ສອນ​ຄົນ​ຈຳນວນ​ຫຼາຍ. ໃນ​ສະຕະວັດ​ທຳອິດ ມີ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ພຽງ​ບໍ່​ເທົ່າ​ໃດ​ຄົນ​ເທົ່າ​ນັ້ນ​ທີ່​ຖືກ​ໃຊ້​ໃຫ້​ຂຽນ​ພະ​ຄຳພີ​ຄລິດສະຕຽນ​ພາກ​ພາສາ​ເກັຣກ. ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ມີ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ພຽງ​ບໍ່​ເທົ່າ​ໃດ​ຄົນ​ເທົ່າ​ນັ້ນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ແຈກ​ຢາຍ “ອາຫານ . . . ໃນ​ເວລາ​ກຳນົດ” ໃຫ້​ແກ່​ປະຊາຊົນ​ຂອງ​ພະເຈົ້າ.

17. ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ບົດ​ຄວາມ​ນີ້?

17 ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ບົດ​ຄວາມ​ນີ້? ພະ​ເຢໂຫວາ​ໄດ້​ຕັດສິນ​ໃຈ​ແລ້ວ​ວ່າ​ປະຊາຊົນ​ຂອງ​ພະອົງ​ສ່ວນ​ຫຼາຍ​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ນີ້ ແລະ​ຄົນ​ສ່ວນ​ໜ້ອຍ​ຈະໄດ້​ຮ່ວມ​ປົກຄອງ​ກັບ​ພະ​ເຍຊູ​ໃນ​ສະຫວັນ. ພະ​ເຢໂຫວາ​ໃຫ້​ລາງວັນ​ແກ່​ຜູ້​ຮັບໃຊ້​ຂອງ​ພະອົງ​ທຸກ​ຄົນ ເຊິ່ງ​ລວມ​ເຖິງ “ຄົນ​ຢິວ” ແລະ “ຊາວ​ປະເທດ​ທັງ​ປວງ 10 ຄົນ” ແລະ​ພະອົງ​ຮຽກ​ຮ້ອງ​ໃຫ້​ຄົນ​ທັງ​ສອງ​ກຸ່ມ​ນີ້​ເຊື່ອ​ຟັງ​ກົດ​ໝາຍ​ອັນ​ດຽວ​ກັນ​ແລະ​ໃຫ້​ຮັກສາ​ຄວາມ​ສັດ​ຊື່​ໄວ້​ສະເໝີ. ທຸກ​ຄົນ​ຕ້ອງ​ຖ່ອມ​ຕົວ ແລະ​ຕ້ອງ​ຮັບໃຊ້​ພະ​ເຢໂຫວາ​ຮ່ວມ​ກັນ​ແລະ​ມີ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ. ນອກ​ຈາກ​ນັ້ນ ທຸກ​ຄົນ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ເພື່ອ​ຮັກສາ​ສັນຕິສຸກ​ໃນ​ປະຊາຄົມ. ໃນ​ຂະນະ​ທີ່​ອະວະສານ​ຫຍັບ​ໃກ້​ເຂົ້າ​ມາ ຂໍ​ໃຫ້​ພວກ​ເຮົາ​ທຸກ​ຄົນ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ແລະ​ຕິດ​ຕາມ​ພະ​ຄລິດ​ຕໍ່ໆໃນ​ຖານະ​ເປັນ​ຝູງ​ດຽວ​ກັນ.

^ [1] (ຂໍ້ 3) ຕາມ​ບັນທຶກ​ໃນ​ຄຳເພງ 87:5, 6 ໃນ​ອະນາຄົດ ພະເຈົ້າ​ອາດ​ຈະ​ເປີດ​ເຜີຍ​ຊື່​ຂອງ​ທຸກ​ຄົນ​ທີ່​ກຳລັງ​ປົກຄອງ​ກັບ​ພະ​ເຍຊູ​ໃນ​ສະຫວັນ.—ໂລມ 8:19

^ [2] (ຂໍ້ 15) ເຖິງ​ວ່າ​ກິດຈະການ 2:33 ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ມີ​ສ່ວນ​ກ່ຽວ​ຂ້ອງ​ນຳ​ເມື່ອ​ບາງ​ຄົນ​ຖືກ​ເຈີມ ແຕ່​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ເຊີນ​ຄົນ​ນັ້ນ.

^ [3] (ຂໍ້ 15) ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ ຂໍ​ໃຫ້​ເບິ່ງ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ 1/5/07 ໜ້າ 30-31.